5636

lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 09/06/2023 xtgmf]k; ສານປະຊາຊົນ... ສານຊົມເຊີຍວັນຊາດ... ສານຊົມເຊີຍຄູ່ຮ່ວມ... ແຈ້ງໂຈະຊົ່ວຄາວການ... ກົມຈັດຕັ້ງ... ພາກລັດ ແລະ ພາກ... ຂປລ. ກົມໂຄສະນາການທ່ອງ ທ່ຽວ ແລະ ກົມພັດທະນາການທ່ອງ ທ່ຽວ ກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ຈັດກອງ ປະຊຸມວິຊາການ ເພື່ອປຶກສາຫາລື ການກະກຽມເປີດບັ້ນໂຄສະນາປີ ທ່ອງທ່ຽວລາວ 2024 ໃນວັນທີ 8 ມິຖຸນາ 2023 ທີ່ນະຄອນຫລວງ ວຽງຈັນ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ (ໂດຍການສະໜັບສະໜູນ ຈາກໂຄງການພັດທະນາໂຄງລ່າງ ພື້ນຖານ ເພື່ອສົ່ງເສີມການທ່ອງ ທ່ຽວໄລຍະ 2 ADB) ພາຍໃຕ້ການ ເປັນປະທານຮ່ວມຂອງ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາ ການທ່ອງທ່ຽວ, ທ່ານ ນາງ ພອນມະ ລີ ອິນທະພົມ ຫົວໜ້າກົມພັດທະ ນາການທ່ອງທ່ຽວ, ປະທານເຄືອ ຂ່າຍພັດທະນາສົ່ງເສີມ ແລະ ຄຸ້ມ ຄອງຈຸດໝາຍປາຍທາງການທ່ອງ ທ່ຽວຂັ້ນສູນກາງ ແລະ ທ່ານ ອິນທີ ເດືອນສະຫວັນ ຮອງປະທານກຳ ມາທິການທ່ອງທ່ຽວສະພາອຸດສາ ຫະກຳ-ການຄ້າ ແຫ່ງຊາດລາວ, ຮອງປະທານເຄືອຂ່າຍພັດທະນາ ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍ ທາງການທ່ອງທ່ຽວຂັ້ນສູນກາງ, ມີຕາງໜ້າບັນດາກະຊວງທີ່ກ່ຽວ ຂ້ອງ ແລະ ສະມາຄົມທຸລະກິດທ່ອງ ທ່ຽວໂຮງແຮມ-ຮ້ານອາຫານ, ສະ ມາຄົມສົ່ງເສີມທຸລະກິດຂະໜາດ ນ້ອຍ-ກາງ, ຜູ້ປະກອບການທຸລະກິດ ທ່ອງທ່ຽວ ແລະ ບັນດາໂຄງການ ຂອງອົງການຈັດຕັ້ງສາກົນທີ່ຕິດ ພັນກັບການທ່ອງທ່ຽວເຂົ້າຮ່ວມ. ທ່ານ ຄົມ ດວງຈັນທາ ຫົວໜ້າ ກົມໂຄສະນາການທ່ອງທ່ຽວ ໃຫ້ຮູ້ ວ່າ: ກອງປະຊຸມວິຊາການປຶກສາ ຫາລືກ່ຽວກັບການກະກຽມໃຫ້ແກ່ ການເປີດບັ້ນໂຄສະນາປີທ່ອງທ່ຽວ ລາວ 2024 ເປັນກອງປະຊຸມໜຶ່ງ ທີ່ມີຄວາມສຳຄັນຂອງຂະແໜງ ການທ່ອງທ່ຽວລາວ ເພື່ອເປີດກວ້າງ ລະດົມແນວຄວາມຄິດຂອງທຸກພາກ ສ່ວນໃນການສົ່ງເສີມ, ໂຄສະນາຜະ ລິດຕະພັນທ່ອງທ່ຽວທີ່ເປັນທ່າແຮງ, ສົ່ງເສີມກິດຈະກໍາທີ່ເປັນທ່າແຮງ ຂອງແຕ່ລະທ້ອງຖິ່ນ ແລະ ບຸນປະ ເພນີອັນດີງາມຂອງປະຊາຊົນລາວ ບັນດາເຜົ່າໃນທົ່ວປະເທດ ເພື່ອກຳ ນົດກິດຈະກຳບັນຈຸເຂົ້າໃນປະຕິທິນ ປີທ່ອງທ່ຽວລາວ 2024 ໃຫ້ມີຂະ ບວນການຟົດຟື້ນ. ພ້ອມນີ້, ຍັງເປັນ ການເປີດໂອກາດໃຫ້ແກ່ຜູ້ເຂົ້າຮ່ວມ ທັງພາກລັດ, ພາກທຸລະກິດທ່ອງ ທ່ຽວ ແລະ ທ້ອງຖິ່ນ ໄດ້ສົ່ງເສີມຜະ ລິດຕະພັນທ່ອງທ່ຽວ ທີ່ມີຢູ່ແລ້ວໃຫ້ ຂະຫຍາຍຫລາຍຂຶ້ນ ແລະ ທ່າແຮງ ບົ່ມຊ້ອນດ້ານການທ່ອງທ່ຽວທີ່ມີ ຢູ່ໃນທ້ອງຖິ່ນຂອງຕົນ ເພື່ອສະເໜີ ເຂົ້າໃນລາຍການທ່ອງທ່ຽວ, ສ້າງ ລາຍການທ່ອງທ່ຽວໃຫ້ມີຄວາມ ຫລາກຫລາຍ ແລະ ນຳໃຊ້ເສັ້ນທາງ ລົດໄຟ ລາວ-ຈີນ ທີ່ເປັນທ່າແຮງ ສຳ ຄັນເຂົ້າໃນວຽກງານທ່ອງທ່ຽວໃຫ້ ຂປລ. ເມື່ອບໍ່ດົນມານີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ, ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລີໂຄ ຊິງ (Mr. LiKou Qing) ຜູ້ອໍານວຍ ການອົງການຕິດຕາມເສດຖະກິດ ມະຫາພາກ ອາຊຽນ+3 ຫລື AMRO, ພ້ອມດ້ວຍຄະນະວິຊາ ການທີ່ມາດໍາເນີນການປະເມີນເສດ ຖະກິດມະຫາພາກຂອງ ສປປ ລາວ ປະຈຳປີ 2023 ຮ່ວມກັບພາກສ່ວນ ທີ່ກ່ຽວຂ້ອງ. ໃນນັ້ນ, ລວມທັງກະ ຊວງການເງິນ ນັບແຕ່ວັນທີ 18 ພຶດ ສະພາ 2023 ເປັນຕົ້ນມາ. ທ່ານລັດຖະມົນຕີກະຊວງການ ເງິນ ໄດ້ສະແດງຄວາມຍິນດີຕ້ອນ ຮັບທ່ານ ລີ ໂຄ ຊິງ ໃນການປະຕິ ບັດໜ້າທີ່ຜູ້ອຳນວຍການອົງການ AMRO, ພ້ອມທັງສະແດງ ຄວາມ ຊົມເຊີຍຕໍ່ຜົນສໍາເລັດຂອງອົງການ AMRO ໃນໄລຍະ 12 ປີ ຜ່ານມາ ໃນ ການເປັນອົງການທີ່ໃຫ້ການສະໜັບ ສະໜູນ ການຮ່ວມມືດ້ານການເງິນ ອາຊຽນ+3 ໂດຍສະເພາະການ ຊ່ວຍເຫລືອທາງດ້ານວິຊາການໃຫ້ ສປປ ລາວ ໃນໄລຍະຜ່ານມາ, ການ ໃຫ້ຄໍາແນະນໍາດ້ານນະໂຍບາຍ ແລະ ຕິດຕາມຄວາມສ່ຽງ ດ້ານເສດຖະ ກິດມະຫາພາກໃນພາກພື້ນ ເພື່ອ ຮັບປະກັນໃນການສ້າງສະຖຽນ ລະພາບທາງດ້ານເສດຖະກິດ-ການ ເງິນຂອງປະເທດ ສະມາຊິກອາ ຊຽນ+3. ພ້ອນນີ້, ທ່ານຍັງໄດ້ແຈ້ງ ກ່ຽວກັບການກະກຽມເປັນເຈົ້າພາບ ແລະ ປະທານຈັດກອງປະຊຸມອາ ຊຽນ/ອາຊຽນ+3 ໃນປີ 2024 ຂອງ ສປປ ລາວ ເຊິ່ງກໍມີຄວາມຍິນດີທີ່ ອົງການ AMRO ຈະສືບຕໍ່ໃຫ້ການ ຊ່ວຍເຫລືອທາງດ້ານວິຊາການ ເພື່ອຍົກລະດັບພະນັກງານໃນການ ກະກຽມເປັນເຈົ້າພາບໃນປີ 2024 ມີຜົນສຳເລັດຢ່າງຈົບງາມ. ພ້ອມ ນັ້ນ, ການຍົກລະດັບຄວາມອາດສາ ມາດຂອງພະນັກງານຂະແໜງ ການເງິນໃນການຄົ້ນຄວ້າວິໄຈທີ່ ຕິດພັນກັບວຽກງານເສດຖະກິດມະ ຫາພາກ ກໍຍັງເປັນອັນສຳຄັນໂດຍ ສະເພາະການຈັດຕັ້ງປະຕິບັດແຜນ ງົບປະມານ ໃຫ້ມີປະສິດທິຜົນ ແລະ ການເກັບລາຍຮັບໃຫ້ສົມຄູ່ກັບການ ພັດທະນາເສດຖະກິດ ກໍຄື ການ ອອກນະໂຍບາຍທີ່ຈຳເປັນຕ່າງໆ ໃນອະນາຄົດ. ການປະເມີນເສດຖະກິດມະຫາ ພາກ ແມ່ນການປະຕິບັດຕາມພາ ລະບົດບາດ ແລະ ການເຄື່ອນໄຫວ ປົກກະຕິປະຈໍາປີຂອງ AMRO ພາຍໃຕ້ຂອບການຮ່ວມມືດ້ານການ ເງິນອາຊຽນ+3, ເຊິ່ງອົງການ AMRO ມີໜ້າທີ່ເປັນເສນາທິການ ໃຫ້ລັດຖະມົນຕີການເງິນ ແລະ ຜູ້ ວ່າທະນາຄານກາງອາຊຽນ+3 ໃນ ການເຝົ້າລະວັງ, ຕິດຕາມສະພາບ ການເໜັງຕີງດ້ານເສດຖະກິດ- ການ ເງິນພາຍໃນປະເທດອາຊຽນ+3 ແລະ ສຶກສາຄົ້ນຄວ້າວິໄຈ ເພື່ອໃຫ້ ຄຳແນະນຳທາງດ້ານນະໂຍບາຍ ເສດຖະກິດ-ການເງິນ ເພື່ອຊ່ວຍບັນ ດາປະເທດສະມາຊິກຮັກສາໄດ້ ສະຖຽນລະພາບພາຍໃນປະເທດ, ຮັບປະກັນການປະຕິບັດການຮ່ວມມື ດ້ານການເງິນ-ເງິນຕາ ແລະ ການ ເຊື່ອມໂຍງດ້ານການເງິນສູ່ພາກພື້ນ ແລະ ສາກົນ ຢ່າງມີຄວາມເຂັ້ມແຂງ ແລະ ມີປະສິທິຜົນຍິ່ງຂຶ້ນ. ພ້ອມກັນນີ້, ທ່ານ ລີ ໂຄ ຊິງ ກໍໄດ້ ລາຍງານໃຫ້ຊາບກ່ຽວກັບການ ປັບ ປຸງ ແລະ ການປະຕິບັດທິດທາງ ]af4t,qo8udkog'o 8hvoIa[z6hveo;pdko vq'dko8yf8k,glf4tdyf,tskrkdvk-Po+3 y ຍຸດທະສາດຮອດ ປີ 2030 ແລະ ຜ່ານດໍາເນີນງານໄລຍະສັ້ນ 20222026 ເພື່ອຍົກສູງບົດບາດການ ຄົ້ນຄວ້າຂອງ AMRO ແລະ ກາຍ ເປັນກອງເລຂາໃຫ້ບັນດາປະເທດ ສະມາຊິກໃນອະນາຄົດແມ່ນໄດ້ ສ້າງຕັ້ງເພີ່ມເຕີມ 3 ໜ່ວຍງານທີ່ ຈະເປັນຫົວ ຈັກຄົ້ນຄວ້າ ແລະ ສະ ໜອງຂໍ້ມູນຄື: ສູນການແລກປ່ຽນ ຂໍ້ມູນຂ່າວສານໃນພາກພື້ນ, ກຸ່ມຄົ້ນ ຄວ້າດ້ານການເງິນມະຫາພາກຢູ່ AMRO ແລະ ເຄືອຂ່າຍນັກຄົ້ນ ຄວ້າ ເພື່ອສົ່ງເສີມການຮ່ວມມືດ້ານ ການເງິນຂອງອາຊຽນ+3 ໂດຍປະ ເທດ ສະມາຊິກ ຍັງສາມາດມີສ່ວນ ຮ່ວມໃນການສະໜອງຂໍ້ມູນ ແລະ ສົ່ງບຸກຄົນທີ່ມີຄວາມສາມາດເຂົ້າ ໃນການຄົ້ນຄວ້າຂອງໜ່ວຍງານດັ່ງ ກ່າວ. ນອນນັ້ນ, ທ່ານຍັງໄດ້ສະແດງ ຄວາມຂອບໃຈຕໍ່ການສະໜັບສະ ໜູນທັງອຳນວຍຄວາມສະດວກ ຂອງ ສປປ ລາວ ຕໍ່ກັບການປະຕິບັດ ວຽກງານຂອງ AMRO ໃນໄລຍະ ຜ່ານມາ ແລະ ຊົມເຊີຍຕໍ່ການເອົາໃຈ ໃສ່ຂອງລັດຖະບານໃນການອອກ ມາດຕະການຕ່າງໆ ເຮັດໃຫ້ການ ເຕີບໂຕເສດຖະກິດໃນປີ 2022 ຢູ່ ໃນລະດັບ 4,4%, ສໍາລັບປີ 2023 AMRO ໄດ້ຄາດຄະເນການເຕີບໂຕ ເສດຖະກິດ ຂອງ ສປປ ລາວ ຈະເພີ່ມ ຂຶ້ນເປັນ 4,8%. ແຕ່ເຖິງຢ່າງໃດ ບັນຫາເງິນເຟີ້ ແລະ ຜົນກະທົບຂອງ ເສດຖະກິດໂລກ ຍັງຈະເປັນສິ່ງ ທ້າຍ ທາຍໃຫ້ແກ່ ສປປ ລາວ ໃນການ ແກ້ໄຂບັນຫາເສດຖະກິດ-ການເງິນ ໂດຍສະເພາະການຈັດຕັ້ງປະຕິບັດ ງົບປະມານ ແລະ ການເກັບລາຍຮັບ. AMRO ກໍພ້ອມທີ່ຈະສືບຕໍ່ໃຫ້ການ ຮ່ວມມືໃນການໃຫ້ຄໍາແນະນໍາດ້ານ ນະໂຍບາຍ ແລະ ໃຫ້ການຊ່ວຍເຫລືອ ທາງດ້ານວິຊາການ ເພື່ອສ້າງຄວາມ ເຂັ້ມແຂງໃຫ້ກະຊວງການເງິນດ້ວຍ ຮູບແບບຈັດຝຶກອົບຮົມ,ຈັດສຳມະ ນາ ແລະ ສົ່ງຊ່ຽວຊານມາຊ່ວຍ ວຽກ. ພ້ອມນັ້ນ, ກໍຍິນດີໃນການສະໜັບ ສະໜູນ ໃນການກະກຽມເປັນເຈົ້າ ພາບ ແລະ ປະທານກອງປະຊຸມລັດ ຖະມົນຕີການເງິນ ແລະ ທະນາຄານ ກາງອາຊຽນ+3 ໃນປີ 2024. ຂ່າວ-ພາບ: ກະຊວງການເງິນ ລາຍງານ, ນຳເອກະສານກ່ຽວ ຂ້ອ ງມາຢັ້ງຢືນໄດ້, ກົມການຄ້າພາຍ ໃນກະຊວງອຸດສາຫະກຳ ແລະ ການ ຄ້າ ຈະລົບລ້າງໃບອະນຸຍາດດໍາ ເນີນທຸລະກິດກິດຈະການການຄ້າ ພາຍໃນຂອງຫົວໜ່ວຍວິສາຫະກິດ ດັ່ງກ່າວຢ່າງຖາວອນ. ໂດຍປະຕິບັດຕາມແຈ້ງການສະ ບັບເລກທີ 0834/ກຄພນ, ລົງວັນທີ 07 ສິງຫາ 2022 ເຫັນວ່າມີບາງ ຫົວໜ່ວຍວິສາຫະກິດການຄ້າຂາຍ ຍົກ-ຂາຍຍ່ອຍ ຂອງຄົນຕ່າງປະເທດ ຫລື ຮ່ວມທຶນກັບພາຍໃນປະເທດ ໄດ້ ເຂົ້າມາພົບອະທິບາຍການນຳເຂົ້າ ທຶນຂອງຕົນ ຕໍ່ກັບໜ່ວຍງານຮັບຜິດ ຊອບຂອງກົມການຄ້າພາຍໃນ, ກະ ຊວງອຸດສາຫະກຳ ແລະ ການຄ້າ ແລ້ວ. ແຕ່ຍັງມີຫລາຍຫົວໜ່ວຍບໍ່ໄດ້ ປະຕິບັດຕາມແຈ້ງການ ສະບັບເລກ ທີ 0834/ກຄພນ, ລົງວັນທີ 07 ສິງ ຫາ 2022 ຕາມກຳນົດເວລາ. ຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ດ້ວຍຄວາມພະຍາຍາມຮ່ວມກັນ ຂອງພວກເຮົາ, ສາຍພົວພັນມິດຕະ ພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ແລະ ສາທາລະນະລັດ ອີຕາລີ ຈະໄດ້ຮັບການສືບຕໍ່ເສີມ ຂະຫຍາຍ ແລະ ແຕກດອກອອກຜົນ ຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະ ໂຫຍດຂອງປະຊາຊົນສອງຊາດ ພວກເຮົາ ກໍຄື ເພື່ອສັນຕິພາບ, ສະ ຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ໃນ ພາກພື້ນ ແລະ ສາກົນ. ຂ້າພະເຈົ້າ ຂໍອວຍພອນໃຫ້ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະ ລາ ນາໄມສົມບູນ ແລະ ປະສົບຜົນສໍາເລັດ ທຸກປະການໃນໜ້າທີ່ອັນສູງສົ່ງ ຂອງທ່ານ ແລະ ປະຊາຊົນ ອີຕາລີ ຈົ່ງມີຄວາມຜາສຸກ ແລະ ຈະເລີນຮຸ່ງ ເຮືອງຕະຫລອດໄປ. ໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັ ນກຽດສົ່ງຄໍາຊົມເຊີຍຢ່າງຈິງໃຈມາ ຍັງ ທ່ານເນື່ອງໃນໂອກາດທີ່ທ່ານ ໄດ້ຮັບການເລືອກຕັ້ງ ໃຫ້ດຳລົງຕຳ ແໜ່ງເປັນ ປະທານາທິບໍດີແຫ່ງ ສາທາລະນະລັດ ຕວັກກີ ສະໄໝທີ 3. ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍ ໃຕ້ການນຳພາອັນສະຫລາດສ່ອງ ໃສຂອງທ່ານ, ຕວັກກີ ຈະສືບຕໍ່ໄດ້ ຮັບການພັດທະນາ ແລະ ມີຄວາມວັດ ທະນາຖາວອນ, ຂ້າພະເຈົ້າ ຫວັງ ວ່າຈະສືບຕໍ່ເຮັດວຽກຮ່ວມກັບທ່ານ ເພື່ອຮັດແໜ້ນສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີລະ ຫວ່າງສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ແລະ ສາທາລະ ນະລັດ ຕວັກກີ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິ ພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະ ນາແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍ ພອນ ໃຫ້ທ່ານ ຈົ່ງມີສຸຂະພາບແຂງ ແຮງ, ພະລານາໄມສົມບູນ ແລະ ປະ ສົບຜົນສຳເລັດຍິ່ງໆຂຶ້ນໄປໃນໜ້າ ທີ່ອັນສູງສົ່ງຂອງທ່ານ ແລະ ຂໍໃຫ້ ປະຊາຊົນຕວັກກີ ເພື່ອນມິດຈົ່ງມີແຕ່ ຄວາມຜາສຸກ ແລະ ຄວາມຈະເລີນຮຸ່ງ ເຮືອງຕະຫລອດກາລະນານ. ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອເປັນການດຶງດູດນັກທ່ອງທ່ຽວ ພາຍໃນ ແລະ ສາກົນ ເຂົ້າມາທ່ອງ ທ່ຽວໃນ ສປປ ລາວ ນັບມື້ເພີ່ມຂຶ້ນ. ໂອກາດນີ້, ທ່ານ ນາງ ພອນມະລີ ອິນທະພົມ ກໍໄດ້ໃຫ້ຮູ້ກ່ຽວກັບທ່າ ອ່ຽງຂອງການທ່ອງທ່ຽວປີ 2023 ເຊິ່ງເປັນການທ່ອງທ່ຽວແບບຍືນ ຍົງ ທັງນີ້ ກໍເພື່ອໃຫ້ບັນດາຜູ້ເຂົ້າຮ່ວມ ໄດ້ຮ່ວມກັນກຳນົດ ບັນດາໜ້າວຽກ ສໍາລັບການໂຄສະນາການທ່ອງ ທ່ຽວລາວ ໃນປີ 2024 ຄືແນວໃດ, ຈະດຶງຈຸດຂາຍທີ່ເປັນເອກະລັກ ຂອງແຕ່ລະທ້ອງຖິ່ນມາໂຄສະນາ ດ້ວຍຮູບແບບໃດ. ຂະນະທີ່ ປີ 2023 ຜ່ານມາ ເຫັນໄດ້ວ່າ: ນັກທ່ອງທ່ຽວ ປະມານ 65% ຈະຮູ້ສຶກດີຂຶ້ນເມື່ອ ເຂົ້າພັກໂຮງແຮມ ທີ່ໄດ້ຮັບການຢັ້ງ ຢືນ ແລະ ມີກາໝາຍຄວາມຍືນຍົງ, ນັກທ່ອງທ່ຽວ 59% ມີຄວາມຕັ້ງໃຈ ທີ່ຈະເລືອກຜະລິດຕະພັນການທ່ອງ ທ່ຽວແບບຍືນຍົງ ແລະ ເປັນມິດຕໍ່ສິ່ງ ແວດລ້ອມ, ນັກທ່ອງທ່ຽວ 65% ຄິດວ່າການປົກປ້ອງສິ່ງແວດລ້ອມ ທາງທຳມະຊາດ ເປັນຮູບແບບການ ເດີນທາງທີ່ຍືນຍົງ ແລະ 43% ຂອງ ນັກທ່ອງທ່ຽວເລືອກກິດຈະກຳ ແລະ ລາຍການທ່ອງທ່ຽວທີ່ສົ່ງເສີມເສດ ຖະກິດທ້ອງຖິ່ນ. ຂ່າວ: ວຽງສະຫວັນ,ພາບ: ອ່າຍຄຳ ໝາຍສຳຄັນຂອງສອງເຫດການ ດັ່ງກ່າວ ຊຶ່ງເປັນຄວາມສະຫລ່ຽວ ສະຫລາດຂອງການນຳພັກ ແລະ ແນວລາວຮັກຊາດ ຊຶ່ງໄດ້ຊີ້ນຳຢ່າງ ໃກ້ຊິດຕໍ່ກຳລັງປະຕິວັດທີ່ຢູ່ແນວ ໜ້າ ແລະ ມີໄຫວພິບ, ຄວາມຕັດສິນ ໃຈຢ່າງເດັດຂາດຂອງພະນັກງານ ປະຕິວັດ ແລະ ຄວາມເປັນອັນໜຶ່ງອັນ ດຽວຂອງປະຊາຊົນບັນດາເຜົ່າ ຈຶ່ງສາມາດເຮັດໃຫ້ກອງພັນທີສອງ ຜ່າວົງປິດລ້ອມອັນແໜ້ນໜາຂອງ ສັດຕູໄປໄດ້ ຊຶ່ງມັນສ້າງຄວາມງຶດງໍ້ ແຕກຕື່ນໃຫ້ພວກມັນຢ່າງໃຫຍ່ ຫລວງ. ຕໍ່ມາ, ບໍ່ພໍເທົ່າໃດເດືອນເຫດ ການທີສອງກໍເກີດຂຶ້ນ ຊຶ່ງຜູ້ນຳຝ່າຍ ແນວລາວຮັກຊາດຂອງພວກເຮົາ ຈຳນວນ 16 ທ່ານ ທີ່ຖືກພວກສັດ ຕູຈັບຕົວໄປຂັງທີ່ຄຸກໂພນເຄັງ ກໍໄດ້ ໂຕນອອກຈາກຄຸກຂຶ້ນໄປສູ່ເຂດທີ່ ໝັ້ນໄດ້ຢ່າງປອດໄພ. ສອງເຫດການນີ້, ເປັນການສ້າງ ຄວາມແຕກຕື່ນຢ້ານກົວໃຫ້ແກ່ ພວກສັດຕູຢ່າງໃຫຍ່ຫລວງ ໂດຍ ແມ່ນໄຊຊະນະທີ່ແລກມາດ້ວຍ ຄວາມທຸກທໍລະມານ ແລະ ແສນລຳ ບາກນາໆປະການ ເຖິງວ່າຈະຖືກຈັບ ກຸມຄຸມຂັງກໍບໍ່ມີທາງຍອມຈຳນົນ ໂດຍເດັດຂາດ, ອັນນີ້ກໍຍ້ອນບັນດາ ຜູ້ນຳເຮົາຖືປະເທດຊາດສູງກວ່າຊີ ວິດຂອງຕົນ ຊຶ່ງຈະຫາສິ່ງໃດມາ ປຽບປານກໍບໍ່ໄດ້, ໄຊຊະນະອັນພິລະ ອາດຫານໃນວິລະກຳຄັ້ງມະຫັດ ສະຈັນນີ້ ໄດ້ກາຍເປັນບາດລ້ຽວອັນ ສຳຄັນຂອງປະເທດຊາດ ແລະ ເປັນໝາກຜົນແຫ່ງຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວກັນຂອງຜູ້ນຳ ທີ່ຢູ່ໃນຄຸກ, ພ້ອມທັງສາລະວັດ ແລະ ທຸກກຳລັງແຮງທີ່ໄດ້ປະກອບສ່ວນ ຊ່ວຍເຫລືອ ເຮັດໃຫ້ບັນດາທ່ານຜູ້ນຳ ອອກຈາກຄຸກໄດ້ ເປັນຜົນສຳເລັດ. ນີ້ຄືວັນແຫ່ງໄຊຊະນະຂອງການ ປະຕິວັດ ທີ່ບໍ່ມີການນອງເລືອດກໍຄື ກາລະໂອກາດພັນປີມີເທື່ອໜຶ່ງ. ຂ່າວ-ພາບ: ອານຸພົນ 2025 ຂອງກົມຈັດຕັ້ງ ແລະ ພະນັກ ງານ ຊຶ່ງຜົນສຳເລັດດ້ານການກໍ່ສ້າງ ຮາກຖານການເມືອງ ໄດ້ຜັນຂະ ຫຍາຍຄໍາສັ່ງຂອງນາຍົກລັດຖະ ມົນຕີວ່າດ້ວຍທິດທາງເປົ້າໜາຍ ແລະ ມາດຕະການສ້າງແຂວງເປັນ ຫົວໜ່ວຍຍຸດທະສາດ, ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງ ຮອບດ້ານ, ສ້າງ ບ້ານເປັນຫົວໜ່ວຍພັດທະນາ ສະ ບັບເລກທີ 34/ນຍ, ລົງວັນທີ 23 ສິງຫາ 2016 ແລະ ຈັດຕັັ້ງຜັນຂະ ຫຍາຍມາດຕະຖານ 3 ສ້າງຂອງ ຂະແໜງສຶກສາທິການ ແລະ ກິລາ ພ້ອມທັງຄົ້ນຄວ້າ ແລະ ປັບປຸງຄໍາ ແນະນໍາກ່ຽວກັບການແບ່ງຂັ້ນຄຸ້ມ ຄອງວຽກງານຈັດຕັ້ງ ແລະ ພະ ນັກງານ ແລະ ນິຕິກໍາອື່ນໆທີ່ກ່ຽວ ຂ້ອງ. ພ້ອມກັນນັ້ນ, ວຽກງານດ້ານ ການພັດທະນາເສດຖະກິດ, ດ້ານວັດ ທະນະທຳ-ສັງຄົມ ແລະ ດ້ານການ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ກໍໄດ້ພ້ອມກັນບຸກບືນສູ້ຊົນປະ ຕິບັດວຽກງານຢ່າງຕັ້ງໜ້າ ແລະ ເຮັດໃຫ້ມີຜົນສຳເລັດຢ່າງຈົບງາມ. ສຳລັບຜົນສຳເລັດໃນການຈັດ ຕັັ້ງປະຕິບັດການຄັດເລືອກຜົນງານ ໃນການສະຫລຸບ, ຕີລາຄາ, ປະເມີນ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາສາມາດສັງລວມການ ຍ້ອງຍໍຜົນງານ 5 ປີ (20162020) ໃຫ້ບຸກຄົນ ແລະ ກົມກອງ ພາຍໃນກົມຈັດຕັ້ງ ແລະ ພະນັກງານ ຈໍານວນ 39 ທ່ານ ແລະ 2 ກົມກອງ ຄື: ຫລຽນໄຊແຮງງານ ຊັັ້ນ I ຈໍາ ນວນ 5 ທ່ານ ແລະ 1 ກົມກອງ, ຫລຽນໄຊແຮງງານ ຊັັ້ນ II ຈໍານວນ 4 ທ່ານ, ຫລຽນໄຊແຮງງານຊັັ້ນ III ຈໍານວນ 8 ທ່ານ, ຫລຽນກາແຮງ ງານ ຈໍານວນ 9 ທ່ານ ແລະ 1 ກົມ ກອງ (ຫ້ອງການຄະນະພັກ) ແລະ ໃບຍ້ອງຍໍລັດຖະບານ ຈໍານວນ 13 ທ່ານ. ສ່ວນທິດທາງແຜນການວຽກ ງານຈຸດສຸມແມ່ນສ້າງການຫັນປ່ຽນ ຢ່າງແຂງແຮງ ເລິກເຊິ່ງ ຮອບດ້ານ ທາງດ້ານຈິນຕະນາການ,ຍົກສູງ ຄວາມຮັບຮູ້ ເຂົ້າໃຈ ແລະ ເຊື່ອມຊຶມ ວຽກງານແຂ່ງຂັນ ແລະ ຍ້ອງຍໍ; ສືບ ຕໍ່ຊຸກຍູ້ຂະບວນການແຂ່ງຂັນຮັກ ຊາດ ແລະ ພັດທະນາໃຫ້ບັນລຸຕາມ 4 ເນື້ອໃນການແຂ່ງຂັນຕິດພັນ ກັບວຽກງານກໍ່ສ້າງຮາກຖານການ ເມືອງ ແລະ ວຽກງານພັດທະນາຊົນ ນະບົດຮອບດ້ານ. ພ້ອມກັນນັ້ນ,ແມ່ນ ສືບຕໍ່ຄົ້ນຄວ້າ, ເຊື່ອມຊຶມບັນດາມະ ຕິ, ຄໍາສັ່ງ, ບົດແນະນໍາຕ່າງໆຂອງ ຂັັ້ນເທິງ, ກໍາແໜ້ນ ແລະ ເຊື່ອມຊຶມ ຢ່າງເລິກເຊິ່ງບັນດາຮູບການ ແລະ ວິທີການໃນການຈັດຕັັ້ງປະຕິບັດ ວຽກງານແຂ່ງຂັນ-ຍ້ອງຍໍໃນແຕ່ ລະໄລຍະ, ກໍານົດເນື້ອໃນການແຂ່ງ ຂັນດ້ານຕ່າງໆ, ຈັດຕັ້ງເປີດຂະບວນ ການແຂ່ງຂັນຮັກຊາດ ແລະ ພັດ ທະນາດ້ວຍການກໍານົດບັນດາຄາດ ໝາຍສູ້ຊົນ ແລະ ໄລຍະເວລາຈັດ ຕັັ້ງປະຕິບັດຈະແຈ້ງ, ເພີ່ມທະວີການ ນໍາພາ-ຊີ້ນໍາຜັນຂະຫຍາຍວຽກງານ ແຂ່ງຂັນ-ຍ້ອງຍໍ, ປັບປຸງການຈັດຕັັ້ງ ແລະ ບຸກຄະລາກອນຜູ້ຮັບຜິດຊອບ ວຽກງານແຂ່ງຂັນ-ຍ້ອງຍໍທີ່ສອດ ຄ່ອງ ແລະ ມີຄຸນນະພາບ ແລະ ຊຸກ ຍູ້ແຮງຂະບວນການແຂ່ງຂັນຮັກ ຊາດ ແລະ ພັດທະນາໃຫ້ກວ້າງ ຂວາງເລິກເຊິ່ງ ແລະ ຕໍ່ເນື່ອງ. ພ້ອມນີ້, ໃນພິທີຍັງໄດ້ຜ່ານຂໍ້ ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກ ງານດໍາລົງຕໍາແໜ່ງບໍລິຫານຂອງ ກົມຈັດຕັ້ງ ແລະ ພະນັກງານ ໂດຍ ໄດ້ແຕ່ງຕັ້ງ ທ່ານ ອາລຸນກອນ ຈັນມາລາ ຮອງຫົວໜ້າພະແນກນະ ໂຍບາຍ ແລະ ຍ້ອງຍໍ ຂຶ້ນເປັນຫົວໜ້າ ພະແນກນະໂຍບາຍ ແລະ ຍ້ອງຍໍ (ຕໍາແໜ່ງບໍລິຫານປະເພດ 4) ຕື່ມອີກ. ຂ່າວ: ບົວລະພາ

RkJQdWJsaXNoZXIy MTc3MTYxMQ==