5635

xtgmf]k; 6 08/06/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ ໂດຍ: ມາລີດາ -koq,w0j,5d g9hvB, 7v'.9]6d7hkpk;oko ,qoltg|j 3 oE8qd8kf 16jg0fr6g0qk7;kp * ມື້ນີ້ຄໍ ລໍາ ສົ່ງ ເສີມທຸລະ ກິດຈະ ພາທ່ານ ຜູ້ອ່ານ ມາ ຮູ້ຈັກ ກັບຮ້ານ ຊາ ນົມ ໄຂ່ມຸກໂດ່ງ ດັງ ແລະ ຄອງ ໃຈລູກຄ້າຢ່າງຍາວນານ 10 ກວ່າ ປີ ໃນ ນະຄອນຫລວງ ວຽວຽງຈັນ ປັດຈຸບັນ ມີ 11 ສາຂາທົ່ວນະຄອນ ຫລວງວຽງຈັນ ແລະ ກໍາລັງຂະ ຫຍາຍອີກ 1 ສາຂາ ພວມຈະເປີດ ໃຫ້ບໍລິການໃນໄວໆນີ້ ນັ້ນກໍຄື ຮ້ານ ເຈ້ ອຶ້ມຊາ ນົມ ໄຂ່ ມຸກ ດ້ວຍຄວາມ ແຊບ, ຄວາມຫອມ, ຄວາມຫວານທີ່ ເປັນເອກະລັກຂອງທາງຮ້ານ ແລະ ມີຫລາກຫລາຍເມນູໃຫ້ເລືອກກິນ ຕາກໃຈມັກ ຈຶ່ງເຮັດໃຫ້ຮ້ານນີ້ເປັນ ອີກໜຶ່ງຮ້ານຄອງໃຈຜູ້ບໍລິໂພກໄດ້ ຢ່າງຍາວນານ. ນາງ ອໍາພອນ ສີ ວັນນະ ຫລື ທີ່ຄົນມັກເອີ້ນກັນວ່າ ເຈ້ອຶ້ມ ເຈົ້າຂອງຮ້ານ ເຈ້ອຶ້ມ ຊານົມ ໄຂ່ ມຸກເລົ່າສູ່ ຟັງ ວ່າ: ຈຸດ ເລີ່ ມຕົ້ນ ອາຊີບ ນີ້ ແມ່ນ ເຄີຍ ເຮັດ ນໍາ ຜູ້ ເປັນ ແມ່ ທີ່ເມື່ອກ່ອນເພີ່ນໄດ້ຂາຍເຄື່ອງ ດື່ມປະເພດຊາເຢັນ ຕາມຕະຫລາດ ທົ່ວ ໄປ ຫລາຍ ປີ ຈົນ ກາຍ ເປັນອາ ຊີບຫລັກ ເພາະ ໄດ້ ເຮັດອາຊີບ ນີ້ຕໍ່ ຈາກແມ່ ແຕ່ປີ 2000 ເປັນຕົ້ນມາ ແລະ ມີ ການ ປັບປຸງ ເປັນ ຜົງຊາ ໄຂ່ ມຸກ ເພື່ອມາ ປັ່ນເປັນຊານົມໄຂ່ມຸກ, ຊາ ນົມ ໃຕ້ ຫວັນ ຄື ທຸກ ມື້ ນີ້ ທີ່ ກໍາລັງ ໄດ້ ຮັບ ຄວາມ ນິຍົມ ຢ່າງ ຫລວງ ຫລາຍ ຈົນ ມີສາ ຂາ ໃນ ນະ ຄອນ ຫລວງ ເຖິງ 11 ສາຂາແລ້ວ ແລະ ກໍາລັງ ຈະ ເປີດ ໃໝ່ອີກ ໜຶ່ງ ສາຂາ ໃນ ໄວໆນີ້ ທັງ ນີ້ ກໍຕ້ອງຂອບໃຈ ລູກ ຄ້າ ທີ່ ໃຫ້ການສະໜັບສະໜູນ ຕະຫລອດມາ ເພື່ອຕອບແທນທາງ ຮ້າ ຂອງ ພວກ ເຮົາ ກໍຈະ ມີ ການ ພັດທະນາ ປັບປຸງ ພ້ອມ ດຽວກັນກໍ ຈະຮັກສາມາດຕະຖານທາງດ້ານ ລົດ ຊາດ ແລະ ການ ບໍລິການ ທີ່ດີ ໃຫ້ ລູກ ຄ້າ ເພິ່ງ ພໍ ໃຈ ຕະຫລອດ ໄປ ສໍາລັບເມນູແນະນໍາຂອງຮ້ານແມ່ນ ຊາ ນົມ ໃຕ້ ຫວັນ ໃສ່ໄຂ່ ມຸກ ຫລື ເສົາ ກ້ວຍ ເປັນ ເມ ນູທີ່ ຄົນ ນິຍົມ ທີ່ ສຸດ ບອກ ເລີຍ ວ່າ ແຊບ ແນ່ນອນ ນອກ ນີ້ ກໍ ຍັງ ມີ ຊາ ຂຽວ, ຊາ ໄທ, ກາເຟ ແລະ ອື່ນໆອີກ ໂດຍລາຄາ ເລີ່ ມຕົ້ນ ແມ່ນ 12ພັນ ກີບ ຂື້ນ ໄປ. ນາງ ອໍາພອນ ເວົ້າຕື່ມວ່າ: ສິ່ງທ້າ ທ້າຍ ທີ່ ພົບ ໃນ ການ ເຮັດ ອາຊີບ ນີ້ ແມ່ນການແຂ່ງຂັນເພາະຮ້ານຂາຍ ຊາ ນົມ ໄຂ່ ມຸກ ແມ່ນ ຫລາຍ ຂຶ້ນ ສະ ນັ້ນ, ຕ້ອງ ພະຍາຍາມ ຮັກສາ ຄຸນ ນະພາ ບ, ຮັກສາ ເອກະລັກ ຂອງ ຮ້ານໄວ້ ເພື່ອມັດໃຈລູກຄ້າໃຫ້ຍາວ ນານ ໂດຍ ສະ ເພາະ ແມ່ນ ລົດ ຊາດ ແລະ ການບໍລິການ ທີ່ຕ້ອງຄວບຄຸມ ໃຫ້ ທົ່ວ ເຖິງ ໃນ ຂະນະ ດຽວກັນ ກໍ ຕ້ອງ ພັດທະນາ ຜະລິດ ຕະພັນ ໃຫ້ ດີຂຶ້ນ ເລື້ອຍໆ, ມີ ຫລາຍ ສີສັນ ຂຶ້ນ ກວ່າເກົ່າ ສຸດທ້າຍກໍ່ຂໍຂອບໃຈລູກ ຄ້າທຸກຄົນທີ່ມາອຸດໜູນ ແນວໃດກໍ ຂໍ ຝາກຊາ ນົມ ໄຂ່ ມຸກ ເຈ້ ອຶ້ມ ໄວ້ ໃນ ໃຈ ທຸກ ທ່ານ ເພາະ ເປັນ ຜະລິດຕະ ພັນ ຂອງ ຄົນ ລາວ ແທ້ ຈຶ່ງ ຢາກ ໃຫ້ ສະໜັບສະໜູນກັນເອງ ດັ່ງຄໍາເວົ້າ ທີ່ວ່າ ລາວຜະລິດ ລາວໃຊ້ ລາວ ຈະ ເລີ ນ. * ອ່າງນໍ້າງື່ມ ແລະ ສັນພູເຂົາ ຄວາຍຍາວຢຽດສຸດສາຍຕາໄດ້ປົກ ຫຸ້ມ ແລະ ເຊື່ອງຊ້ອນ 3 ນໍ້າຕົກຕາດ ທີ່ສວຍງາມ ເຊິ່ງເຮັດໃຫ້ຫລາຍຄົນ ຕ້ອງອົດໃຈບໍ່ໄດ້ ຢາກໄປສໍາຜັດຕົວ ຈິງກັບການໃຊ້ຊີວິດໃກ້ກັບທໍາມະ ຊາດ ເພື່ອພັກຜ່ອນຢ່ອນອາລົມ. ເມືອງທຸລະຄົມແມ່ນໜຶ່ງໃນ ຫລາຍເມືອງຂຶ້ນກັບແຂວງວຽງຈັນ ທີ່ມີເຂດທົ່ງພຽງ, ແມ່ນໍ້ານ້ອຍໃຫຍ່ ແລະ ພູຜາປ່າດົງອອ້ມຮອບ ເຊິ່ງດັ່ງອູ່ເຂົ້າອູ່ປາ ແລະ ສາຍເລືອດ ຊຸບລ້ຽງຊີວິດຂອງຊາວເມືອງຈົນ ເຖິງທຸກວັນນີ້. ແຕ່ນັ້ນບໍ່ໄດ້ໝາຍ ວ່າຊາວເມືອງທຸລະຄົມຈະເພີ່ງອາ ໃສພຽງແຕ່ການຜະລິດກະສິກໍາ ແລະ ເຮັດການປະມົງເທົ່ານັ້ນ ຫາກ ປະຊາຊົນພາຍໃນເມືອງຈໍານວນບໍ່ ໜ້ອຍຍັງຕ້ອງສະແຫວງຫາລາຍ ໄດ້ຈາກການຂາຍສິນຄ້າ ແລະ ບໍລິ ການໃຫ້ນັກທ່ອງທ່ຽວຄວບຄູ່ກັນ. ຄວາມຈິງເມືອງທຸລະຄົມກໍມີແຫລ່ງ ທ່ອງທຽວທໍາມະຊາດຫລາຍແຫ່ງ ແຕ່ຜູ້ຂຽນຈະຍົກເອົາແຫລ່ງທ່ອງ ທ່ຽວກ່ຽວກັບນໍ້າຕົກຕາດມາແນະ ນໍາໃຫ້ທ່ານຜູ້ອ່ານໄດ້ຮູ້ຂໍ້ມູນເບື້ອງ ຕົ້ນ ເພື່ອວ່າມື້ໜ້າ ຫລື ໂອກາດໜ້າ ຖ້າມີເວລາຈະໄດ້ພາຄອບຄົວ, ພໍ່ ແມ່, ຍາດພີ່ນ້ອງ, ໝູ່ເພື່ອນ ແລະ ນັກທ່ອງທ່ຽວມາແວ່ ແລະ ໄປຢ້ຽມ ຢາມເຂດນັ້ນ ເພື່ອພັກຜ່ອນຢ່ອນ ອາລົມ ຫລັງໃຊ້ຊີວິດໃນເມືອງ, ມີມົນລະພິດ, ລົດ ຕິດ, ສຽງລົບກວນ ແລະ ອື່ນໆ. 3 ນໍ້າຕົກຕາດຄື: ຕາດປາຍ, ຕາດກາງ ແລະ ຕາດຊາວວາ (5BE 1BJZ, 5BE ,BOH BOE 5BE 4BPWB) ຕັ້ງຢູ່ເມືອງທຸລະຄົມ ແຂວງວຽງຈັນ ໃນເຂດພື້ນທີ່ປ່າໄມ້ ອັນອຸດົມສົມບູນ ຂອງປ່າສະຫງວນ ແຫ່ງຊາດພູເຂົາຄວາຍ ທັງສາມ ຕາດນອນ ຢູ່ໃນສາຍຫ້ວຍນໍ້າດຽວ ກັນ ແລະ ແຕ່ລະຕາດຢູ່ຫ່າງກັນ ປະ ມານ 500 - 1.000 ແມັດ ມີຄວາມ ສູງ ແລະ ສວຍງາມທີ່ແຕກຕ່າງ ກັນເໝາະກັບການຍ່າງປ່າ ແລະ ຕັ້ງ ແຄ້ມນອນຄ້າງຄືນ. ຖ້າທ່ານໃດສົນໃຈສາມາດເດີນ ທາງຈາກນະຄອນຫລວງວຽງຈັນ ເຖິງສະຖານທີ່ຕາດຊາວວາ ນັ້ນ ປະມານ 0 ກວ່າກິໂລແມັດ, ທໍາ ອິດຂັບລົດຈາກນະຄອນຫລວງ ວຽງຈັນ ມາຮອດ 3 ແຍກດອນໜູນ ແລ້ວລ້ຽວຂວາ, ຂັບຕໍ່ໄປຊື່ໆ ແລະ ຂ້າມຂົວນໍ້າງື່ມທີ່ ບ້ານທ່າງ່ອນ ແລ້ວຂັບລົດໄປເລື້ອຍຈົນເຫັນທາງ ເບື້ອງກໍ້າຂວາມືຂຽນວ່າໂຮງແຮມ ແລະ ຄາຊີໂນແດນສະຫວັນ ແລ້ວ ລ້ຽວຂວາຂີ່ໄປຊື່ໆປະມານ 8 ກິໂລ ແມັດ ຈົນເຫັນຄາຊີໂນ ແລ້ວສືບຕໍ່ ຂັບລົດລຽບຕາມຕີນພູເຂົາຄວາຍ ແຄມນໍ້າງື່ມ ແລະ ຈະເຫັນບ້ານພູເກົ້າ ນາງ ແລ້ວຈອດລົດໄວ້ຍ່າງຕໍ່ ປະ ມານ 2 ຊົ່ວໂມງຈິ່ງຮອດຈຸດໝາຍ. ເຖິງວ່າການເດີນທາງຈະຂ້ອນ ຂ້າງໃຊ້ເວລາແດ່, ທັງໄດ້ຍ່າງຕື່ມ ອີກ ແຕ່ຮັບປະກັນວ່າຄວາມສວຍ ງາມຂອງທຳມະຊາດ ແລະ ນໍ້ຕົກ ຕາດ ຈະເຮັດໃຫ້ທ່ານລືມຄວາມ ອິດເມື່ອຍປານປິດຖິ້ມຢ່າງແນນອນ. ແນວໃດກໍຂໍໃຫ້ຍາດເວລາໄປສໍາ ຜັດເບິ່ງດ້ວຍຕົນເອງເພາະສິບປາກ ເວົ້າ ກໍບໍ່ເທົ່າໄດ້ເຫັນກັບຕາ. ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==