5635

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 08/06/2023 xtgmf]k; 4 3]d c]t gsfdko xts;af7;k,gxao,k[5o[A'w28k,7;k,g-njv7qo]k;-k;r5f ເພື່ອເປັນການອະນຸລັກຮັກສາ ຮີດຄອງປະເພນີອັນດີງາມ ຂອງ ຄົນລາວ ຫລັງຈາກບຸນພະເຫວດ, ບຸນກຸດສົ່ງການປີໃໜ່ລາວ, ບຸນວິສາ ຂະບູຊາແລ້ວ ກໍຕົກມາໃສ່ບຸນບັ້ງ ໄຟ ເຊິ່ງບຸນປາງນີ້ມັນໄດ້ເຊື່ອງ ຊ້ອນແງ່ຄິດຄະຕິວິຖີຊີວິດໄວ້ຫລາຍ ປະການ, ມີຜູ້ໃຫ້ແງ່ຄິດແຕກຕ່າງ ກັນໄປຕາມຄວາມເຂົ້າໃຈໃຜມັນ ແລະ ຕາມປະເພນີທີ່ສືບທອດກັນ ມາ ໃກ້ຍາມເຮັດນາ ຄົນລາວຈະເຮັດ ບຸນບັ້ງໄຟເພື່ອຂໍຝົນ. ບຸນບັ້ງໄຟແມ່ນ ເປັນພິທີກໍາຄອບໄຂວ່ ເທວະດາຟ້າ ແຖນ ເພື່ອຂໍຝົນໃຫ້ຕົກຕາມລະດູ ການໃຫ້ພືດພັນ, ຜົນລະປູກຈະເລີນ ງອກງາມ. ເມື່ອເວົ້າເຖິງ ບຸນບັ້ງໄຟ ຖືວ່າ ເປັນປາງບຸນໃຫຍ່ໜຶ່ງທີ່ຢູ່ໃນຮີດ ສິບສອງຄອງ ສິບສີ່ ຂອງປະເພນີ ລາວ ຈັດຂຶ້ນທຸກໆປີ ເຊິ່ງປະຊາຊົນ ລາວບັນດາເຜົ່າ ໂດຍສະເພາະຊາວ ໄຮ່ ຊາວນາ ກໍກະກຽມລົງໄຮ່ລົງນາ ເພື່ອທຳການຜະລິດໃຫ້ຖືກຕາມລະ ດູການ ແລະ ໃນໄລຍະນີ້ ກໍກົງກັບບຸນ ບັ້ງໄຟ ເພື່ອເປັນການທຳພິທີຕາມ ຄວາມເຊື່ອຂອງຄົນລາວ. ຄໍາວ່າ: ບຸນຟັ້ງໄຟ ໝາຍເຖິງບັ້ງ ຫລື ກະບອກ ທີ່ເຮັດດ້ວຍໝື້ຕອກ ໃຫ້ແໜ້ນເປັນບັ້ງ ຈະມີຊື່ແຕກຕ່າງ ເຊັ່ນ: ບັ້ງໄຟໂບດ, ມ້າ, ຈິນາຍ, ອື່, ຕະໄລ, ພຸ, ດອກໄມ້ໝື່ນແສນ ໂດຍກຳ ນົດ ເຮັດໃນເດືອນຂ້າງຂຶ້ນ ຫລື ຂ້າງ ແຮມ ແລ້ວແຕ່ຄວາມສະດວກ, ແຕ່ ນິຍົມກັນໃນເດືອນຫົກ ຈຶ່ງໃສ່ຊື່ວ່າ ບຸນເດືອນຫົກ ຫລື ບຸນບັ້ງໄຟ. ນອກ ນີ້ຍັງມີບຸນວິສາຂະບູຊາ ບຸນຖວາຍ ພະເພີງ. ສຳລັບມູນເຫດຂອງການ ເຮັດບຸນບັ້ງໄຟນັ້ນ ກໍເພື່ອບູຊາເທພະ ດາອາລັກມະຫາສັກຫລັກບ້ານຫລັກ ເມືອງ ເພື່ອໃຫ້ຟ້າຝົນຕົກຖືກຕາມ ລະດູການ ໄດ້ເຮັດໄຮ່ ເຮັດນາ ແລະ ຢູ່ເຢັນເປັນສຸກ ທົ່ວກັນ. ການເຮັດບັ້ງໄຟ ເລີ່ມຈາກການ ຫາໄມ້ໄຜ່ ຫລື ລຳຕານມາລົນໄຟ, ລຸປ້ອງ, ຕາກໃຫ້ແຫ້ງ, ຕອກດ້ວຍໝື້ ໃຫ້ເຕັມກ່ອນວັນເຮັດບຸນຈະປຸກຕູບ ຜາມແລ້ວນິມົນພະ ແລະ ເຊີນຊວນ ພີ່ນ້ອງບ້ານໃກ້ຄຽງ ໃຫ້ມາເຮັດບຸນ ຂໍຄ້ອງກອງ ແລະ ບັນດານັກຟ້ອນ, ການຕ້ອນຮັບພະ ລວມໄປເຖິງຍາດ ພີ່ນ້ອງບ້ານອື່ນ ໂດຍນາຍບ້ານຈະ ແບ່ງກັນສາມ ຫລື ສີ່ເຮືອນຕ້ອນຮັບ ລ້ຽງດູ ໃນວັດລວມທັງພະ ແລະ ຊາວບ້ານອື່ນ ພ້ອມກັນມາເຂົ້າສັດ ທາ ໃຫ້ພັກນອນຕູບຜາມພ້ອມກັບ ລ້ຽງກັນເອງທຸກປະການ,ວັດລວມ ນັ້ນ ກໍຈະມີການບວດນາກ ແລະເຖ ລາພິເສກຫົດນ້ຳພະສູດມົນແລ້ວ ສັນເພນ, ແຫ່ນາກສູ່ຂວັນນາກ. ພະ ທີ່ນິມົນມາເປັນພະຫັດຖະບາດທຸກ ອົງ, ສ່ວນກາງຄືນເຈົ້າສັດທາ ມີ ລວມໄປເຖິງວັດຖຸປັດໄຈທອດໃຫ້, ບ່າຍສາມໂມງຈະຕີກອງແຫ່ບັ້ງໄຟ ຮອບຫໍແຈກ ແລະ ສິມ ເຊິ່ງມີມວນ ຊົນມາເບິ່ງຢ່າງຄັບຄາໜ້າແໜ້ນ. ພວກຟ້ອນກໍສະແດງທ່າທາງສຸພາບ ຮຽບຮ້ອຍ ແລະ ຕະຫລົກເຮຮາ ຕ່າງໆ, ທັງແຕ່ງເປັນເຈົ້ານາຍກໍມີ, ແຕ່ງເປັນຜູ້ຍິງຟ້ອນລຳຕ່າງໆ, ແຕ່ງ ເປັນຍັກເປັນໂຂນ, ຕຶກແຫ, ຫາປາ, ຂາຍປາ, ອ່ານໜັງສືພິມ ແລະ ເຊີ້ງ ຜູ້ເບິ່ງກໍຕັ້ງໃຈເບິ່ງ. ດັ່ງນັ້ນ, ບຸນບັ້ງໄຟ ຈຶ່ງມຸ່ງເຮັດ ເພື່ອຈຸດໝາຍຂໍນໍ້າຝົນເຮັດການກະ ເສດປູກຝັງ ເພາະພື້ນຖານການດຳ ລົງຊີວິດແບບລາວເຮົາ ໄດ້ອີງໃສ່ ການກະເສດເປັນຫລັກ, ການປູກພືດ ຜັກເຮັດສວນ, ເຮັດນາຍ່ອມອາໄສ ນໍ້າ ເພາະວ່າມີດິນປູກກິນກວ້າງ ຂວາງ ແຕ່ລະຄອບຄົວມີສວນມີນາ ແຕ່ລະຄົນແມ່ນຂະຫຍັນທຳມາຫາ ກິນ, ບຸນບັ້ງໄຟຍັງເປັນຮູບແບບ ການຫລິ້ນມ່ວນຊື່ນຕ່າງຈາກບຸນ ປາງອື່ນເຊັ່ນ: ຖ້າວ່າບັ້ງໄຟໃຜຈູດບໍ່ ຂຶ້ນແມ່ນຫາມກັນລົງຂີ້ຕົມ ແລະ ສິ່ງປະກອບປະເພດນໍ້າເມົາ ກໍແມ່ນ ເຫລົ້າສາໂທພື້ນບ້ານ ສ່ວນວ່າຂອງ ແກ້ມມີຊີ້ນແຫ້ງ-ປາຢ້າງ ຂຶ້ນກັບ ແຕ່ລະທ້ອງຖິ່ນ ສຳຄັນແມ່ນການ ຫລິ້ນມ່ວນຊື່ນໃຫ້ຈິດໃຈຂອງທຸກຄົນ ເບີກບານກ່ອນເຂົ້າສູ່ຍາມເຮັດນາ. ສັງລວມໄດ້ວ່າ: ມີບາງປາງບຸນ ຂອງລາວທີ່ຢາກບອກເຖິງຄວາມ ສໍາຄັນຂອງການກະເສດປູກຝັງ ຕ້ອງໄດ້ລໍລະດູການ, ເຮັດນາເຮັດ ສວນຕ້ອງໄດ້ໃຊ້ນໍ້າ, ວິຖີຊີວິດຄົນ ລາວຈຶ່ງຜູກພັນກັບນໍ້າ ແລະ ປ່າ, ຜືນດິນອຸດົມສົມບູນ; ໃນນໍ້າມີປາ ໃນນາມີເຂົ້າ. ຕໍ່າ‹ໜ້າ ສື່ມວນຊົນ ລາວ-ຈີນ.... ຂປລ. ໃນວັນທີ 6 ມິຖຸນາ 2023 ນີ້, ສື່ມວນຊົນລາວ ຈາກຂະແໜງ ການຕ່າງໆ ອ້ອມຂ້າງສູນກາງຮ່ວມ ກັບສື່ມວນຊົນ ຈາກ ສປ ຈີນ ກໍຄື ໜັງສືພິມປະຊາຊົນລາຍວັນຈີນ ຈັດ ພິທີສຳພາດກ່ຽວກັບການຈັດຕັ້ງປະ ຕິບັດຂໍ້ລິເລີ່ມ “ໜຶ່ງແລວໜຶ່ງ ເສັ້ນ ທາງ” ເພື່ອຮັດແໜ້ນການຮ່ວມມື ສອງຝ່າຍໃຫ້ແໜ້ນແຟ້ນ ແນໃສ່ເຮັດ ໃຫ້ວຽກງານສື່ມວນຊົນຂອງສອງ ປະເທດ ລາວ-ຈີນ ໄດ້ຮັບການພັດ ທະນາ ແລະ ສືບຕໍ່ໃຫ້ການສະໜັບ ສະໜູນຊ່ວຍເຫລືອ, ແລກປ່ຽນຂໍ້ ມູນຂ່າວສານ ເຊິ່ງກັນ ແລະ ກັນ ຕະຫລອດໄປ ໂດຍມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາຫົວໜ້າ ກົມ, ຮອງກົມ, ພ້ອມດ້ວຍບັນດາສື່ ມວນຊົນ ຈາກ ສປປ ລາວ ແລະ ສປ ຈີນ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ສະຫວັນ ຄອນ ລາຊະມຸນຕີ ປະທານສະມາ ຄົມນັກຂ່າວແຫ່ງ ສປປ ລາວ ໄດ້ມີ ຄໍາເຫັນໂດຍໄດ້ຍົກໃຫ້ເຫັນພາລະ ບົດບາດ, ສິດ ແລະ ໜ້າທີ່ ຂອງສື່ ມວນຊົນລາວ ໃນການປະຕິບັດໜ້າ ທີ່ເປັນກະບອກສຽງໃນການໂຄສະ ນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ທັງພາຍໃນ ແລະ ຕ່າງປະເທດອອກ ສູ່ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ. ພ້ອມນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນ ການຮ່ວມມືກັນລະຫວ່າງສື່ມວນ ຊົນລາວ ແລະ ສື່ມວນຊົນຈາກ ສປ ຈີນ ໃນໄລຍະຜ່ານມາຈົນເຖິງປັດຈຸ ບັນ ເຊິ່ງໄດ້ມີການຮ່ວມມືກັນຢ່າງ ແໜ້ນແກ່ນ, ມີການແລກປ່ຽນການ ຢ້ຽມ ຢາມເຊິ່ງກັນ ແລະ ກັນ, ຮ່ວມ ກັນໂຄສະນາເຜີຍແຜ່ຜົນການຈັດຕັ້ງ ປະຕິບັດຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນ ທາງອອກສູ່ສັງຄົມໃນທົ່ວໂລກໄດ້ ຮັບຮູ້ຢ່າງທົ່ວເຖິງ ແລະ ອື່ນໆ. ທ່ານ ວິໄລ ມະນີລັດ ຮອງຜູ້ອຳ ນວຍການໃຫຍ່ ສຳນັກຂ່າວສານ ປະເທດລາວ ກໍໄດ້ມີຄຳເຫັນໃນພິທີ ໂດຍທ່ານໄດ້ຍົກໃຫ້ເຫັນໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສປ ຈີນ ເຊິ່ງຖືວ່າເປັນຍຸດທະສາດ ທີ່ສຳຄັນ ແລະ ມີຄວາມໝາຍເປັນ ຢ່າງຍິ່ງ, ສາມາດຊ່ວຍ ສປປ ລາວ ຫັນປະເທດບໍ່ມີຊາຍແດນຕິດກັບ ທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດ, ເຮັດໃຫ້ສອງຊາດລາວຈີນ ສາມາດເຊື່ອມໂຍງ ແລະ ກົມ ກຽວ ໃນການພັດທະນາຕາມຄວາມ ມຸ່ງມາດປາຖະໜາຂອງຕົນ ເພື່ອນໍາ ເອົາຜົນປະໂຫຍດສູງສຸດມາໃຫ້ປະ ຊາຊົນສອງຊາດ. ການພັດທະນາ ແລວທາງເສດຖະກິດ ຖືເປັນເຄື່ອງ ມືສໍາຄັນໃນການນໍາໃຊ້ທີ່ຕັ້ງຍຸດ ທະສາດ ຂອງປະເທດ ເພື່ອເປົ້າໝາຍ ກາຍເປັນສູນກາງເຊື່ອມຕໍ່ທາງບົກ ໃນປະເທດອະນຸພາກພື້ນ. ສະນັ້ນ, ລັດຖະບານລາວ ຈຶ່ງໃຫ້ຄວາມສໍາ ຄັນ ແລະ ຕີລາຄາສູງຕໍ່ແລວທາງ ເສດຖະກິດລາວ-ຈີນ ເຊິ່ງເປັນພາກ ສ່ວນໜຶ່ງຂອງ 1 ໃນ 6 ແລວທາງ ເສດຖະກິດ ພາຍໃຕ້ກອບຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ທ່ານ ວິໄລ ມະນີລັດ ໃຫ້ຮູ້ອີກ ວ່າ: ການພັດທະນາແລວທາງເສດ ຖະກິດ ລາວ-ຈີນ ໄດ້ຖືເອົາເສັ້ນທາງ ລົດໄຟ ລາວ-ຈີນ ເປັນເສັ້ນເລືອດ ສໍາຄັນ, ຊຸກຍູ້ບັນດາກິດຈະກໍາທາງ ເສດຖະກິດ ໂດຍສະເພາະການທ່ອງ ທ່ຽວ, ການລົງທຶນ, ການຜະລິດ ແລະ ການຄ້າ, ທັງເຮັດໃຫ້ ສປປ ລາວ ກາຍເປັນຈຸດສົນໃຈ ແລະ ເປັນທີ່ດຶງ ດູດຂອງການລົງທຶນໂດຍກົງຈາກ ຕ່າງປະເທດ, ເຮັດໃຫ້ການຄ້າຕ່າງ ປະເທດເພີ່ມຂຶ້ນ, ສົ່ງເສີມໃຫ້ມີນັກ ທ່ອງທ່ຽວເຂົ້າມາ ສປປ ລາວ ເພີ່ມ ຂຶ້ນ 2,1 , ມູນຄ່າການຄ້າເພີ່ມຂຶ້ນ 2,9 , ການລົງທຶນໂດຍກົງຂອງ ຕ່າງປະເທດເພີ່ມຂຶ້ນ 3,6 ແລະ ຄາດວ່າຈະປະກອບສ່ວນຕໍ່ເສດຖະ ກິດ ໂດຍລວມ ຫລື GDP ຂອງປະ ເທດ ໃນລະດັບ 0,32 - 0,43 . ພ້ອມກັນນີ້, ທ່ານ ວັນໄຊ ຕະວິນ ຍານ ຮອງຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ຫົວໜ້າບັນນາ ທິການໃຫຍ່ໜັງສືພີມປະຊາຊົນ ກໍໄດ້ ກ່າວວ່າ: ໃນໄລຍະ 10 ປີຜ່ານມາ, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ສ້າງໂອກາດ ແລະ ຜົນປະໂຫຍດ ຢ່າງໃຫຍ່ຫລວງໃຫ້ແກ່ປະເທດ ຕ່າງໆໃນໂລກ, ທັງສ້າງສາຍພົວ ພັນຄູ່ຮ່ວມມືທີ່ໃກ້ຊິດກວ່າເກົ່າ, ຍຶດ ໝັ້ນການເດີນຕາມເສັ້ນທາງທີ່ສາ ມັກຄີ ແລະ ຮ່ວມກັນ, ເຊື່ອມຈອດ ກັນ ແລະ ພັດທະນາຮ່ວມກັນ, ຊຸກ ຍູ້ການສ້າງປະຊາຄົມຮ່ວມຊາຕາ ກຳຂອງມວນມະນຸດ. ທັງໝົດນີ້, ກໍ ເພື່ອຮັບປະກັນຜົນປະໂຫຍດຂອງ ຊາດ ກໍຄື ການພົວພັນລະຫວ່າງສອງ ຊາດ ລາວ-ຈີນ ໃຫ້ປະສົບຜົນສຳ ເລັດໃນທຸກໆດ້ານຢ່າງຈົບງາມ. ໃນນາມສື່ມວນຊົນ ກໍຄືໜັງສືພິມປະ ຊາຊົນສຽງຂອງສູນກາງພັກ ໃນໄລ ຍະຜ່ານມາ ແມ່ນເຫັນດີ ແລະ ສະ ໜັບສະໜູນຢ່າງເຕັມທີ່ ສະແດງອອກ ຢູ່ບ່ອນວ່າ: ໄດ້ນຳເອົາຂໍ້ລິເລີ່ມໜຶ່ງ ແລ້ວໜຶ່ງເສັ້ນທາງມານຳສະເໜີ ອອກຂ່າວທາງໜັງສືພິມ, ເຟສບຸກ, ເວັບໄຊ ນັບແຕ່ ສປ ຈີນ ມີການອອກ ນະໂຍບາຍນີ້ເປັນຕົ້ນມາ, ພ້ອມທັງ ໄດ້ຊີ້ແຈງອະທິບາຍໃຫ້ປະຊາຊົນ ລາວຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງ ຂວາງ. ທ່ານນາງ ມາ ຊຽວໜິງ (Ma 9iaoning) ຫົວໜ້າບັນນາທິການ ໃຫຍ່ ໜັງສືພິມປະຊາຊົນປະຈຳວັນ ສາກົນແຫ່ງປະເທດຈີນ ກ່າວວ່າ: ຈຸດປະສົງຂອງການສໍາພາດຮ່ວມ ກັນໃນຄັ້ງນີ້ ເພື່ອສະແດງໃຫ້ປະຊາ ຊົນຈີນ ທົ່ວປະເທດເຫັນຮູບພາບທີ່ ສວຍງາມອັນພົ້ນເດັ່ນຂອງປະເທດ ລາວ ແລະ ເປັນການສະແດງເຖິງ ເລື່ອງເລົ່າຕ່າງໆຂອງ ສປ ຈີນ ເພື່ອເຮັດໃຫ້ສອງຊາດລາວ-ຈີນ ສາມາດເຊື່ອມໂຍງ ແລະ ກົມກຽວ ໃນ ການພັດທະນາຕາມຄວາມມຸ່ງມາດ ປາຖະໜາຂອງຕົນ ເພື່ອນຳເອົາ ຜົນປະໂຫຍດສູງສຸດມາໃຫ້ປະຊາ ຊົນສອງຊາດ. ພ້ອມທັງສະແດງ ຄວາມເຊື່ອໝັ້ນວ່າ: ສື່ມວນຊົນລາວຈີນ ຈະຂຽນຂ່າວລາຍງານກ່ຽວກັບ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ທີ່ສຳຄັນ ແລະ ມີຄວາມໝາຍເປັນ ຢ່າງຍິ່ງ ແລະ ຮອບດ້ານ ລະຫວ່າງ ສອງປະເທດໃຫ້ຈະແຈ້ງຕື່ມ ແລະ ສາມາດເຫັນພາບຊີວິດການເປັນ ຢູ່ທີ່ມີຄວາມສຸກປະຊາຊົນສອງປະ ເທດ ໃຫ້ເດຶງດູດມວນຊົນເຂົ້າອ່ານ. ຂ່າວ: ທະນູທອງ ພາບ: ເກດສະໜາ

RkJQdWJsaXNoZXIy MTc3MTYxMQ==