lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 08/06/2023 xtgmf]k; 5 ເດືອນຕົ້ນປີ... ມອບ-ຮັບໂຄງການ... ການແກ້ໄຂ ... ລົງນາມບົດບັນທຶກ... ຫວຽດນາມ ມອບຫລຽນໄຊ... ອົງການແພລນ... ຜູ້ສະໝັກໃຈບໍລິຈາກເລືືອດ... ປະຢັດຄ່າໃຊ້ຈ່າຍ ເນື່ອງຈາກລາຄາ ນ້ຳມັນເຊື້ອໄຟມີລາຄາສູງ, ພ້ອມກັນ ນັ້ນ, ລົດທີ່ນຳໃຊ້ພະລັງງານໄຟຟ້າ ແມ່ນມີຄວາມສະດວກສະບາຍ ແລະ ໄດ້ຮັບຄວາມນິຍົມຈາກຜູ້ຊົມໃຊ້ ຫລາຍຂຶ້ນ. ເພື່ອເປັນການຕອບສະ ໜອງຄວາມຕ້ອງການດັ່ງກ່າວ, ບໍລິ ສັດໂມກຈຳກັດ, ບໍລິສັດ ລາວທານີ ແລະ ບໍລິສັດ ອໍໂຕເອເຊຍ ຈຶ່ງໄດ້ ຮ່ວມລົງນາມໃນສັນຍາເພື່ອເປັນ ຕົວແທນຈຳໜ່າຍລົດ ບີວາຍດີ (BYD)ຢູ່ ສປປ ລາວ. ໃນໄລຍະ 3 ປີ BYD ມີຍອດ ຂາຍຫລາຍພັນຄັນໃນລາວ ແລະຕະ ຫລາດລົດໄຟຟ້າໃນລາວກໍນັບມື້ນັບ ເຕີບໂຕຂຶ້ນ BYD Laos ມີຄວາມ ພ້ອມທີ່ຈະຕອບສະໜອງລົດໄຟຟ້າ ແລະ ບໍລິການຫລັງການຂາຍຄົບ ວົງຈອນ ເພື່ອບໍລິການລູກຄ້າ ເຊິ່ງມີ ສູນຈຳໜ່າຍທັງນະຄອນຫລວງ (ສຳນັກງານໃຫຍ່ບ້ານໂພນພະເນົາ ແລະ ສູນການຄ້າວຽງຈັນເຊັນເຕີ). ພ້ອມນີ້, ຍັງມີແຜນຈະຂະຫຍາຍໄປ ທົ່ວປະເທດໃນໄວໆນີ້. ນອກຈາກ ການຂະຫຍາຍໂຕຂອງລົດໄຟຟ້າ ໄປຄຽງຄູ່ກັນນີ້, ຍັງມີການຂະຫຍາຍ ໂຕຂອງສະຖານີສາກສາທາລະນະ ຈຳນວນ 3 ຈຸດທົ່ວນະຄອນຫລວງ ວຽງຈັນ ແລະ ຕ່າງແຂວງ (ທ່າແຂກ, ປາກຊັນ, ສະຫວັນນະເຂດ, ປາກເຊ, ວັງວຽງ ແລະ ກຳລັງຕິດຕັ້ງແຂວງ ອື່ນໆອີກ). ຂ່າວ: ກິດຕາ ຂປລ. ໃນໄລຍະ 5 ເດືອນຕົ້ນປີ 2023 ນີ້, ບໍລິສັດທາງລົດໄຟລາວຈີນ ສາມາດຂົນສົ່ງສິນຄ້າຜ່ານ ທາງລົດໄຟໄດ້ທັງໝົດ 1.741.590 ໂຕນ. ໃນນີ້, ຂົນສົ່ງສິນຄ້າໄປ ສປ ຈີນ ໄດ້ 1.580.680 ໂຕນ, ຂົນສົ່ງສິນຄ້າຈາກຈີນ ມາ ລາວ 160.910 ໂຕນ ເຊິ່ງສິນຄ້າສົ່ງ ອອກປະກອບມີ: ຢາງພາລາ, ແຮ່ ເຫລັກ, ແຮ່ສັງກະສີ, ຫີນສົ້ມ, ໝາກໄມ້, ແປ້ງມັນຕົ້ນ, ເຂົ້າບາເລ. ສ່ວນສິນຄ້ານຳເຂົ້າ ມີ: ເຄື່ອງໃຊ້ໄຟ ຟ້າ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງ ນຸ່ງຫົ່ມ, ອຸປະກອນລົດຈັກ, ລົດໃຫຍ່ ແລະ ອື່ນໆ. ທ່ານ ໂອເລ້ ສີພານິດ ຫົວໜ້າ ໜ່ວຍງານຂົນສົ່ງສິນຄ້າ ໄດ້ໃຫ້ສຳ ພາດຕໍ່ສື່ມວນຊົນ ໃນວັນທີ 5 ມິຖຸນາ 2023 ຜ່ານມານີ້ວ່າ: ນັບແຕ່ເລີ່ມ ເປີດທາງລົດໄຟ ລາວ-ຈີນ ເປັນຕົ້ນ ມາ, ຮອດວັນທີ 5 ມິຖຸນາ 2023, ບໍລິສັດທາງລົດໄຟ ລາວ-ຈີນ ສາມາດຂົນສົ່ງສິນຄ້າໄດ້ທັງໝົດ 4.097.300 ໂຕນ. ໃນນັ້ນ, ຂົນ ສົ່ງສິນຄ້າຈາກ ສປປ ລາວໄປ ສປ ຈີນ ໄດ້ປະມານ 3.450.000 ກວ່າໂຕນ, ຂົນສົ່ງສິນຄ້າຈາກ ຈີນ ມາລາວ 650.900 ກວ່າໂຕນ, ໃນນັ້ນ, ປະກອບມີ ຢາງພາລາ, ແຮ່ເຫລັກ, ເຂົ້າ, ຖ່ານ, ແປ້ງມັນ ຕົ້ນ, ແຮ່ສັງກະສີ, ເຄື່ອງໃຊ້ປະ ຈໍາວັນ, ເຂົ້າບາເລ, ໝາກໄມ້ ແລະ ອື່ນໆ. ນອກນັ້ນ, ສິນຄ້າທີ່ນຳ ເຂົ້າຈາກ ສປ ຈີນ ບາງສ່ວນແມ່ນ ຍັງສົ່ງອອກໄປຫວຽດນາມ, ໄທ, ກຳປູເຈຍ, ມຽນມາ ແລະ ໝາກ ໄມ້ບາງຊະນິດແມ່ນຂົນສົ່ງ ຈາກ ໄທຜ່ານລາວໄປຈີນ ໂດຍນຳໃຊ້ ທາງ ລົດໄຟ ລາວ-ຈີນ. ສະເພາະການ ສົ່ງອອກແປ້ງມັນຕົ້ນ ແມ່ນສາມາດ ຂົນສົ່ງໄດ້ປະມານ 1.52.084 ໂຕນ, ໃນຂະນະທີ່ປີ 2022 ຜ່ານມາ, ສາມາດຂົນສົ່ງໄດ້ 87.727 ໂຕນ ແລະ ໄລຍະ 5 ເດືອນ ຕົ້ນປີ 2023, ສາມາດຂົນສົ່ງສິນຄ້າໄດ້ທັງໝົດ 1.741.590 ໂຕນ. ທ່ານ ໂອເລ້ ສີພານິດ ຍັງໃຫ້ຮູ້ ອີກວ່າ: ເພື່ອເຮັດໃຫ້ສິນຄ້າປະເພດ ຕ່າງໆ ທີ່ມາຮອດສະຖານີມີຄວາມ ປອດໄພ, ທາງສະຖານີ ໄດ້ມີທີມງານ ກວດສອບຕູ້ສິນຄ້າແຕ່ລະປະເພດ ທີ່ມາຮອດສະຖານີ ຜ່ານຂະບວນ ການ ແລະ ຂັ້ນຕອນ ຕ່າງໆທີ່ທັນສະ ໄໝ, ວ່ອງໄວ ເພື່ອຮັບປະກັນໃຫ້ສິນ ຄ້າ ມີຄວາມປອດໄພ ແລະ ຮອດຈຸດ ໝາຍປາຍທາງຢ່າງວ່ອງໄວ ເຊິ່ງ ສິນຄ້າທີ່ໄດ້ດຳເນີນການຂົນສົ່ງ ສະເລ່ຍ 3 ຖ້ຽວຕໍ່ມື້. ຂ່າວ: ທະນູທອງ, ພາບ: ເກດສະໜາ ປະກັນໄພອຸບັດເຫດສ່ວນບຸກຄົນໃຫ້ ແກ່ຜູ້ທີ່ສະໝັກໃຈບໍລິຈາກເລືອດ ຈຳນວນ 1.500 ຄົນທຳອິດ. ເນື່ອງ ຈາກຈາກວ່າປັດຈຸບັນ, ສປປ ລາວ ຍັງຂາດແຄນເລືອດ ຈຳນວນຫລາຍ ແລະ ມີຄວາມຈຳເປັນສຳລັບຫລາຍໆ ຄົນ ທີ່ຕ້ອງການເລືອດໃນກໍລະນີສຸກ ເສີນ ແລະ ເພື່ອເປັນການສົ່ງເສີມ ການບໍລິຈາກເລືອດ ເນື່ອງໃນວັນບໍລິ ຈາກເລືອດໂລກທີ່ຈະມາເຖິງນີ້, ບໍ ລິສັດ ພົງສະຫວັນປະກັນໄພ (ເອພີ ເອ) ໄດ້ເຊີນຊວນບໍລິສັດຄູ່ຮ່ວມທຸ ລະກິດຕ່າງໆ ເຂົ້າມາຮ່ວມສະໜັນ ສະໜູນ ໂດຍມີຫລາຍບໍລິສັດເຂົາ ຮ່ວມກັບຈະກຳໃນຄັ້ງນີ້ ເຊິ່ງລວມ ເງິນສະໝັບໜູນໄດ້ເຖິງ 91 ລ້ານ ກີບ ແລະ ເຄື່ອງສະໜັບສະໜູນອື່ນໆ ທີ່ຈະນໍາໃຊ້ໃນກິດຈະກໍາໃນງານ ສະເຫລີມສະຫລອງວັນຜູ້ບໍລິຈາກ ເລືອດໂລກ ໃນວັນທີ 14 ມິຖຸນາ 2023 ນີ້. ໂອກາດນີ້, ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດ ແຫ່ງຊາດ ອົງການກາແດງແຫ່ງ ຊາດລາວ ໄດ້ໃຫ້ຮູ້ວ່າ: ການປະກອບ ສ່ວນຊ່ວຍເຫລືອ ຂອງບໍລິສັດປະ ກັນໄພ ພົງສະຫວັນ ແລະ ບັນດາບໍລິ ສັດຄູ່ຮ່ວມທຸລະກິດຕ່າງໆ ໃນຄັ້ງນີ້, ແມ່ນວິທີການປຸກລະດົມໃນຮູບການ ໜຶ່ງທີ່ເປັນນະວັດຕະກຳອັນໃໝ່ທີ່ມີ ສີສັນ ປະກອບສ່ວນເຂົ້າໃນການໃນ ການເພີ່ມຈຳນວນຜູ້ບໍລິຈາກເລືອດ ໃຫ້ຫລາຍຂຶ້ນ, ທັງເປັນການຊຸກຍູ້ ໃຫ້ສະຖາບັນເລືອດແຫ່ງຊາດ ອົງ ການກາແດງລາວສາມາດບັນລຸ ຕາມຄາດໝາຍທີ່ວາງໄວ້ໃນແຜນ ຍຸດທະສາດການປຸກລະດົມບໍລິຈາກ ເລືອດ ແລະ ສະໜອງເລືອດທີ່ປອດ ໄພໃນທົ່ວປະເທດ ແລະ ທັງເປັນຕົວ ແບບໃຫ້ແກ່ພາກສ່ວນທຸລະກິດອື່ນໆ ໃນການປະກອບສ່ວນຊ່ວຍເຫລືອ ສັງຄົມ. ໃນປີຜ່ານມາ, ໂຄງການດັ່ງກ່າວ, ແມ່ນໄດ້ຮັບການຕອບຮັບຈາກຜູ້ບໍລິ ຈາກເລືອດ ເຊິ່ງເປັນການສະແດງ ໃຫ້ເຫັນຄວາມເປັນຫ່ວງເປັນໄຍ ຂອງພາກສ່ວນຫົວໜ່ວຍທຸລະກິດ ໃນການປະກອບສ່ວນໃນວຽກງານ ມະນຸດສະທຳ ກໍຄືໃນການເບິ່ງແຍງ ຜູ້ບໍລິຈາກເລືອດ. ຂ່າວ: ກິດຕາ,ພາບ: ເກດສະໜາ ທານ ໂຮ່ຈີ່ມິງ, ວິລະຊົນປົດປ່ອຍ ຊາດຫວຽດນາມ, ນັກວັດທະນະທຳ ທີ່ດີເດັ່ນຂອງຫວຽດນາມ ແລະ ຂອງໂລກ ຈັດຂຶ້ນໃນວັນທີ 7 ພຶດສະ ພາ 2023 ຕາງໜ້າມອບໂດຍ ທ່ານ ຫງວຽນ ບ່າ ຮຸ່ງ ເອກອັກຄະ ລັດຖະທູດແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ຮັບໂດຍ ທ່ານ ໄຊຍະລາດ ພົງຍາລັກ ຫົວໜ້າ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິ ວັດ, ມີທ່ານ ຄຳຜາ ພິມມະສອນ ຮອງ ເລຂາຄະນະພັກ, ຮອງຫົວໜ້າຫ້ອງ ວ່າການສູນກາງພັກ, ມີບັນດາຫົວໜ້າ ກົມ, ຮອງກົມ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ທ່ານ ໄຊຍະລາດ ພົງຍາລັກ ໄດ້ ກ່າວວ່າ: ໃນໄລຍະຜ່ານມາ, ກົມການ ເມືອງສູນກາງພັກປະຊາຊົນ ປະຕິ ວັດລາວ ໄດ້ມອບໃຫ້ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນ ສະຖານຜູ້ນໍາປະຕິວັດດໍາເນີນການ ສ້າງສິ່ງທີ່ເປັນອະນຸສອນໃຫ້ແກ່ ປະທານ ໂຮ່ຈີ່ມິງ ຢູ່ ສປປ ລາວ ຈໍາ ນວນ 3 ແຫ່ງຄື: ຢູ່ນະຄອນຫລວງ ວຽງຈັນ, ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ. ໃນປີ 2012 ໄດ້ສ້າງອະນຸສອນປະທານ ໂຮ່ຈີ່ມິງ ຢູ່ບ້ານຊຽງຫວາງ ເມືອງໜອງບົກ ແຂວງຄຳມ່ວນ (ສ້າງສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ), ໃນ ປີ 2014 ສ້າງອະນຸສອນປະ ທານໂຮ່ຈີ່ມິງ ຢູ່ເຂດທ່າດ່ານເມືອງ ໄກສອນ ພົມວິຫານ ແຂວງສະຫວັນ ນະເຂດ (ສ້າງສຳເລັດ ແລະ ເປີດ ນໍາໃຊ້ຢ່າງເປັນທາງການ). ສໍາລັບ ຢູ່ນະຄອນຫລວງວຽງຈັນ ພວມກະ ກຽມຈະລົງມືກໍ່ສ້າງ. ການໄດ້ຮັບຫລຽນໄຊມິດຕະ ພາບ ຈາກ ສສ ຫວຽດນາມ ໃນຄັ້ງ ນີ້, ເປັນການຢັ້ງຢືນໃຫ້ເຫັນເຖິງຜົນ ງານຂອງພວກເຮົາ ທີ່ໄດ້ປະກອບ ສ່ວນຢ່າງຕັ້ງໜ້າທາງດ້ານສະຕິ ປັນຍາ, ກຳລັງວັງຊາ ແລະ ທຸ່ມເທ ເຫື່ອແຮງທີ່ມີ ໃນການປະກອບສ່ວນ ເສີມສ້າງສາຍພົວພັນມິດຕະພາບ ອັນແໜ້ນແຟ້ນລະຫວ່າງ ສອງຊາດ ລາວ-ຫວຽດນາມ, ຫວຽດນາມລາວ ໂດຍສະເພາະ ການປະກອບ ສ່ວນໃນການສ້າງສິ່ງທີ່ເປັນອະນຸ ສອນ ໃຫ້ແກ່ປະທານໂຮ່ຈີ່ມິງ ຢູ່ ສປປ ລາວ. ພ້ອມທັງສະແດງຄວາມ ຂອບໃຈຕໍ່ລັດຖະບານ ສສ ຫວຽດ ນາມ ແລະ ສະຖານທູດ ຫວຽດນາມ ທີ່ໄດ້ໃຫ້ການຊຸກຍູ້ສົ່ງເສີມທາງ ດ້ານຈິດໃຈ, ຍາມໃດພວກເຮົາກໍໄດ້ ຮັບການຊຸກຍູ້ສົ່ງເສີມດ້ວຍດີຕະ ຫລອດມາ ແລະ ຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ລະຫວ່າງ ລາວ-ຫວຽດນາມ ຈະ ໄດ້ຮັບການເພີ່ມພູນຄູນສ້າງໃຫ້ຈະ ເລີນງອກງາມຍິ່ງໆຂຶ້ນ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ, ທ່ານ ສຽນ ຝາງ (Qian Feng) ຮອງລັດຖະມົນຕີ ກະຊວງກິດຈະການນັກຮົບເກົ່າ ສປ ຈີນ, ທ່ານ ຈ່ຽງ ຈ້າຍ ຕຸ່ງ ເອກອັກ ຄະລັດຖະທູດ ວິສາມັນຜູ້ມີອຳນາດ ເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ສົມຈິດ ປັນຍາສັກ ຮອງ ເຈົ້າແຂວງອຸດົມໄຊ, ພ້ອມດ້ວຍຄອບ ຄົວ, ຍາດພີ່ນ້ອງນັກຮົບວິລະຊົນຜູ້ ເສຍສະລະຊີວິດເຂົ້າຮວ່ມ. ສຸສານລະນຶກເຖິງວິລະກຳຈີນ ທີ່ເມືອງໄຊ ຫ່າງຈາກຕົວເມືອງ 5 ກິໂລແມັດ, ກວມເນື້ອທີ່ 5.829 ຕາ ແມັດ ໃນສະພາບເດີມ, ມີອະນຸສາ ວະລີແຫ່ງໜຶ່ງ ແລະ ໄດ້ຝັງສົບຂອງ ນັກຮົບວິລະຊົນ 129 ສະຫາຍ ທີ່ ເສຍສະຫລະໃນການປະຕິບັດໜ້າ ທີ່ຊ່ວຍປະເທດລາວກໍ່ສ້າງເສັ້ນ ທາງໃນຊຸມປີ 60 ຫາ 70 ຂອງສະ ຕະວັດທີ 20, ສຸສານດັ່ງກ່າວໄດ້ ກວມເນື້ອທີ່ 10.238,7 ຕາແມັດ ໃນປັດຈຸບັນ, ພາຍຫລັງໄດ້ມີການບູ ລະນະສ້ອມແປງຄືນໃໝ່ນັ້ນ ປະກອບ ມີ: ເຂດລຸມຝັງສົບຂອງນັກຮົບວິ ລະຊົນ, ຫ້ອງທີ່ລະນຶກ, ອະນຸສາວະ ລີ, ສະໜາມທີ່ລະນຶກ ແລະ ຫ້ອງ ວາງສະແດງ. ໃນພິທີ, ທ່ານ ສົມຈິດ ປັນຍາສັກ ໄດ້ໃຫ້ຮູ້ວ່າ: ໂຄງການປັບປຸງບູລະ ນະສຸສານທີ່ລະນຶກເຖິງວິລະກຳຈີນ ຢູ່ເມືອງໄຊ ແລະ ເມືອງນາໝໍ້ ແຂວງ ອຸດົມໄຊ ໄດ້ເລີ່ມດຳເນີນການກໍ່ສ້າງ ນັບແຕ່ປີ 2018 ເປັນຕົ້ນມາ ພາຍ ໃຕ້ການຮ່ວມມືຂອງສອງພັກ ແລະ ສອງລັດຖະບານ ລາວ ແລະ ຈີນ ທີ່ຍາມໃດກໍໄດ້ໃຫ້ຄວາມໝາຍ ແລະ ຄວາມສໍາຄັນຕໍ່ມູນເຊື້ອສາຍພົວ ພັນຮ່ວມມືອັນສະໜິດແໜ້ນ ໃນຕະ ຫລອດໄລຍະຜ່ານມາ ໂດຍສະເພາະ ການຮ່ວມມືປັບປຸງບູລະນະສຸສານ ລະນຶກເຖິງວິລະກຳຈີນ 2 ແຫ່ງ ຢູ່ ແຂວງອຸດົມໄຊ ເພື່ອເປັນການສະ ແດງຄວາມກະຕັນຍູຮູ້ບຸນຄຸນເຖິງ ບັນດານັກວິສະວະກອນຈີນ ທີ່ໄດ້ ເສຍຊີວິດໃນສະໄໝການຕໍ່ສູ້ ແລະ ປົດປ່ອຍປະເທດຊາດຂອງ ສປປ ລາວ. ໂອກາດນີ້, ທ່ານ ລີປາວ ຢ່າງ ໄດ້ ກ່າວວ່າ: ເຖິງວ່າໂຄງການຮ່ວມມື ປັບປຸງບູລະນະສຸສານທີ່ລະນຶກເຖິງ ວິລະກຳຈີນຢູ່ລາວ ໂດຍສະເພາະ ຢູ່ສຸສານທີ່ລະນຶກເຖິງວິລະກຳຈີນ ຢູ່ເມືອໄຊ ແລະ ເມືອງນາໝໍ້ ແຂວງ ອຸດົມໄຊ ໄດ້ຮັບການປັບປຸງບູລະນະ ສຳເລັດລົງ, ແຕ່ພວກເຮົາຍັງຈະ ໄດ້ພ້ອມກັນສືບຕໍ່ຮ່ວມມືດ້ານວຽກ ງານຄຸ້ມຄອງ ແລະ ປົກປັກຮັກສາ ສິ່ງກໍ່ສ້າງດັ່ງກ່າວ ໃຫ້ມີຄວາມສວຍ ງາມ ເພື່ອໃຫ້ເປັນບ່ອນສຶກສາຄົ້ນ ຄວ້າທາງປະຫວັດສາດຂອງຄົນ ຮຸ່ນໜຸ່ມ, ທັງເປັນບ່ອນກາບໄຫວ້ສັກ ກະລະບູຊາ ແລະ ເປັນສະຖານທີ່ທ່ອງ ທ່ຽວທາງປະຫວັດສາດ ໃຫ້ແກ່ປະ ຊາຊົນຈີນ ແລະ ປະຊາຊົນລາວ ໄດ້ ລະນຶກເຖິງຜົນງານ ແລະ ຄຸນງາມ ຄວາມດີຂອງບັນດາສະຫາຍຈີນ ທີ່ໄດ້ເສຍຊີວິດ ແລະ ໄດ້ບັນຈຸອັດ ຖິໄວ້ຢູ່ໃນສຸສານຈີນ ສອງແຫ່ງດັ່ງ ກ່າວນີ້ຕະຫລອດກາລະນາ. ສຳລັບ ສຸສານລະນຶກເຖິງວິລະ ກຳຈີນ ທີ່ເມືອງໄຊ ຫ່າງຈາກຕົວ ເມືອງ 5 ກິໂລແມັດ, ກວມເນື້ອທີ່ 5.829 ຕາແມັດ ໃນສະພາບເດີມ, ມີ ອະນຸສາວະລີແຫ່ງໜຶ່ງ ແລະ ໄດ້ຝັງ ສົບຂອງນັກຮົບວິລະຊົນ 129 ສະ ຫາຍທີ່ເສຍສະລະໃນການປະຕິ ບັດໜ້າທີ່ຊ່ວຍປະເທດລາວກໍ່ສ້າງ ເສັ້ນທາງໃນຊຸມປີ 60 ຫາ 70 ຂອງສະຕະວັດທີ 20, ສຸສານດັ່ງ ກ່າວໄດ້ກວມເນື້ອທີ່ 10.238,7 ຕາ ແມັດ ໃນປັດຈຸບັນ, ພາຍຫລັງໄດ້ມີ ການບູລະນະສ້ອມແປງຄືນໃໝ່ນັ້ນ ປະກອບມີ: ເຂດຂຸມຝັງສົບຂອງນັກ ຮົບວິລະຊົນ, ຫ້ອງທີ່ລະນຶກ, ອະນຸ ສາວະລີ, ສະໜາມທີ່ລະນຶກ ແລະ ຫ້ອງວາງສະແດງ. ຂ່າວ: ສຸກສະຫວັດ ຂໍ້ມູນ: ກະຊວງແຮງງານ ໜັບສະໜູນຈາກອົງການແພລນສາ ກົນ ປະຈໍາອົດສະຕຣາລີ, ລັດຖະ ບານອົດສະຕຣາລີ ແລະ ຜູ້ໃຫ້ທຶນ ອື່ນໆ ໂດຍມີງົບປະມານທັງໝົດ 195.119 ໂດລາສະຫະລັດ ເຊິ່ງ ໂຄງການດັ່ງກ່າວ ໄດ້ສືບຕໍ່ຈາກຜົນ ສຳເລັດຂອງການຈັດຕັ້ງປະຕິບັດ ໂຄງການໄລຍະ 3 ທີ່ຜ່ານມາ ແລະ ເພື່ອເປັນການປະກອບສ່ວນເຂົ້າໃນ ການຫລຸດຜ່ອນການຂາດສານອາ ຫານ, ປະເພດລວງສູງບໍ່ໄດ້ມາດຕະ ຖານໂດຍສະເພາະແມ່ນໃນເດັກ ອ່ອນ ແລະ ເດັກນ້ອຍ ໂດຍເນັ້ນໃສ່ 1.000 ວັນທໍາອິດຂອງການມີຊີວິດ ແລະ ປັບປຸງໂພຊະນາການໃນກຸ່ມ ແມ່ຍິງຢູ່ໃນ 52 ບ້ານ ແລະ 13 ໂຮງ ໝໍນ້ອຍເປົ້າໝາຍ ລວມເຖິງການ ກ້າວໄປສູ່ການປະກາດເມືອງ ແລະ ແຂວງສາລະວັນ ໃຫ້ເປັນເມືອງ ແລະ ແຂວງຢຸດຕິການຖ່າຍພາຍໃນປີ 2024 ແລະ ເຮັດໃຫ້ ສປປ ລາວ ກ້າວໄປສູ່ປະເທດຢຸດຕິການຖ່າຍ ຊະຊາຍພາຍໃນປີ 2025. ພ້ອມທັງ ເປັນການປະກອບສ່ວນເຂົ້າໃນເປົ້າ ໝາຍຍຸດທະສາດແຫ່ງຊາດ ດ້ານ ໂພຊະນາການ ແລະ ເປົ້າໝາຍການ ພັດທະນາແບບຍືນຍົງ (SDG) 2 ແລະ 6. ທ່ານ ແສງສັນຕິສິດ ຊະນະສີ ສານ ຮອງອຳນວຍການຂອງອົງ ການແພລນສາກົນ ປະຈຳ ສປປ ລາວ ໄດ້ກ່າວວ່າ: ການເຂົ້າເຖິງການ ບໍລິການດ້ານສຸຂາພິບານ, ດ້ານສຸ ຂະພາບ ແລະ ການປັບປຸງສະພາບ ໂພຊະນາການຂອງແມ່ຍິງ, ເດັກ ຍິງ-ເດັກຊາຍໃນຊຸມຊົນເປົ້າໝາຍ ເປັນໜຶ່ງໃນບັນດາວຽກງານບູລິ ມະສິດຂອງພວກເຮົາ. ຜົນໄດ້ຮັບ ຂອງການຈັດຕັ້ງປະຕິບັດໂຄງການ ທັງ 3 ໄລຍະທີ່ຜ່ານມາ ໄດ້ສະແດງ ໃຫ້ເຫັນວ່າ ພວກເຮົາກຳລັງກ້າວ ໄປຕາມເສັ້ນທາງທີ່ຖືກຕ້ອງໃນ ຮອງລົດຖະມົນຕີ ກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ (ຮສສ), ຮອງປະທານຄະນະກຳມະ ການຄຸ້ມຄອງແຫ່ງຊາດ ເພື່ອແກ້ ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກ ຄ້າງຢູ່ ສປປ ລາວ (ຄຊກລ) ແລະ ທ່ານ ນາງ ແຄັດເທີລີນ ເຟືອງ ຮອງຜູ້ຕາງໜ້າອົງການສະຫະ ປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ, ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ, ມີທູຕານຸທູດ, ຜູ້ຕາງໜ້າປະເທດຜູ້ ໃຫ້ທຶນ, ກຳມະການ ຄຊກລ ແລະ ຕາງໜ້າບັນດາກະຊວງຂະແໜງ ການກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມ, ທ່ານ ປະເດີມ ພອນ ສົນທະນີ ໄດ້ໃຫ້ຮູ້ວ່າ: ປັດຈຸ ບັນລັດຖະບານ ສປປ ລາວ ໄດ້ມີການ ທົບທວນການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ສະບັບທີ 9 ກາງສະໄໝ. ໃນ ນັ້ນ, ວຽກງານແກ້ໄຂບັນຫາ ລບຕ ໄດ້ຖືເປັນບັນຫາສຳຄັນໃນການປະ ກອບສ່ວນຕໍ່ການພັດທະນາເສດ ຖະກິດ-ສັງຄົມ ແລະ ການຫລຸດຜ່ອນ ຄວາມທຸກຍາກຂອງປະຊາຊົນບັນ ດາເຜົ່າໃນຂອບເຂດທົ່ວປະເທດ. ລົດ BYD ໃນລາວ ເພື່ອເພີ່ມຊ່ອງ ທາງໃນການຂະຫຍາຍທຸລະກິດ ໂດຍສະເພາະແມ່ນຍານພາຫະນະ ທີ່ນຳໃຊ້ໄຟຟ້າ ຈັດຂຶ້ນໃນວັນທີ 6 ມິຖຸນາ 2023 ຜ່ານມາ. ປັດຈຸບັນ, ລົດທີ່ນຳໃຊ້ພະລັງ ງານໄຟຟ້າ ພວມໄດ້ຮັບຄວາມນິຍົມ ຈາກຜູ້ຊົມໃຊ້ໃນທົ່ວສັງຄົມເພາະ ເປັນອີກທາງເລືອກໜຶ່ງທີ່ຈະຊ່ວຍ ຄະນະກຳມະການຄຸ້ມຄອງແຫ່ງ ຊາດເພື່ອແກ້ໄຂບັນຫາ ລບຕ ໄດ້ສັງ ເກດຕີລາຄາຄືນໃນການນຳພາ-ຊີ້ ນຳ ໃນໄລຍະ 1 ປີ ຜ່ານມາ ແລະ ກຳນົດທິດທາງແຜນການໃນຕໍ່ໜ້າ ເຊິ່ງໃນໄລຍະຜ່ານມາ ໄດ້ເອົາໃຈ ໃສ່ຊີ້ນຳ ແລະ ຄຸ້ມຄອງການເຄື່ອນ ໄຫວວຽກງານແກ້ໄຂບັນຫາ ລບຕ ຢູ່ ສປປ ລາວ ໃນການຈັດຕັ້ງປະ ຕິບັດແຜນຍຸດທະສາດແຫ່ງຊາດ ເພື່ອແກ້ໄຂບັນຫາ ລບຕ “ເສັ້ນທາງ ກ້າວສູ່ຄວາມປອດໄພ III” ໄລຍະ 2021-2030 ໂດຍເຊື່ອມສານ ເຂົ້າໃນຂະແໜງການສຶກສາທິການ ແລະ ກິລາ, ຖະແຫລງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວ, ສາທາລະ ນະສຸກ ແລະ ຂະແໜງການອື່ນໆ ທີ່ກ່ຽວຂ້ອງ. ພ້ອມນັ້ນ, ກໍໄດ້ປັບປຸງ ແລະ ສ້າງຄວາມເຂັ້ມແຂງການ ປະສານງານກັບຂະແໜງການ, ອົງການ, ພາກສ່ວນກ່ຽວຂ້ອງຂັ້ນ ສູນກາງ ແລະ ທ້ອງຖິ່ນ ເພື່ອເປັນ ການຈັດຕັ້ງປະຕິບັດດຳລັດຂອງ ລັດຖະບານ ວ່າດ້ວຍການຄຸ້ມຄອງ ການແກ້ໄຂບັນຫາ ລບຕ ເຊິ່ງເປັນ ພື້ນຖານໃນການກຳນົດແຜນບູລິມະ ສິດຂອງການສຳຫລວດ-ກວດກູ້ ແລະ ທຳລາຍ ລບຕ ເພື່ອຕອບສະ ໜອງກັບຄວາມຕ້ອງການນໍາໃຊ້ ທີ່ດິນຂອງປະຊາຊົນ,ໂຄງການພັດ ທະນາ ແລະ ໂຄງການຊ່ວຍເຫລືອ ຕ່າງໆເຊັ່ນ: ການກໍ່ສ້າງນໍ້າລິນ,ໂຮງ ຮຽນ ແລະ ອື່ນໆ. ຄຽງຄູ່ກັບຜົນສຳເລັດດັ່ງກ່າວ, ຍັງຫລາຍບັນຫາເປັນສິ່ງທ້າທາຍ ແລະ ຊອກຫາທາງອອກຮ່ວມກັນ ໂດຍສະເພາະແມ່ນບັນຫາສິ່ງທ້າ ທາຍຕ່າງໆ. ການສະໜັບສະໜູນຊຸມຊົນ ແລະ ຄູ່ຮ່ວມງານພາກລັດຖະບານ. ອົງ ການແພລນສາກົນ ໄດ້ເຮັດວຽກ ຄຽງບ່າຄຽງໄລ່ກັບລັດຖະບານ ເພື່ອປະກອບສ່ວນເຂົ້າໃນການສ້າງ ຜົນສໍາເລັດ ແລະ ໄດ້ສືບຕໍ່ໃຫ້ການ ສະໜັບສະໜູນພະແນກສາທາລະ ນະສຸກແຂວງສາລະວັນ ກໍຄືຫ້ອງ ການສາທາລະນະສຸກ ເມືອງສາລະ ວັນ ໂດຍສ້າງຂີດຄວາມສາມາດ ໃນລະດັບກຸ່ມບ້ານ ເພື່ອຈັດຕັ້ງປະຕິ ບັດວຽກງານດ້ານສາທາລະນະສຸກ ໃຫ້ບັນລຸເປົ້າໝາຍແຜນປະຕິບັດ ງານແຫ່ງຊາດດ້ານໂພຊະນາການ 2021-2025 ແລະ ຍຸດທະສາດ ຂອງອົງການແພລນສາກົນປະຈໍາ ລາວ 2021-2025. ໂຄງການໄລຍະທີ 4 ນີ້, ຈະໄດ້ ສຸມໃສ່ວຽກງານດ້ານວິຊາການ ໃນ 2 ຂົງເຂດຕົ້ນຕໍຄື: ການສ້າງ ຄວາມອາດສາມາດໃຫ້ຄະນະກຳ ມະການຊຸມຊົນເປັນເຈົ້າການດ້ານ ສຸຂານາໄມ ຫລື ຊຈສ ກ່ຽວກັບວຽກ ງານການສື່ສານ ເພື່ອປ່ຽນແປງ ພຶດຕິກໍາຂອງຊຸມຊົນ-ຊຸມຊົນເປັນ ເຈົ້າການດ້ານສຸຂານາໄມ ໂດຍມີ ການປັບຕົວຕໍ່ການປ່ຽນແປງສະ ພາບດິນຟ້າອາກາດ; ຈັດຕັ້ງປະຕິບັດ ກິດຈະກຳ “ເພື່ອນແທ້” ຢູ່ຂັ້ນໂຮງໝໍ ນ້ອຍ ເນັ້ນໜັກໃສ່ວຽກງານຮັກສາ ຄວາມສະອາດ, ປອດໄພ ແລະ ເປັນ ມິດກັບເດັກ ແລະ ແມ່ຍິງລວມເຖິງ ຜູ້ດ້ອຍໂອກາດ ແລະ ຄົນພິການ. ອົງການແພລນສາກົນ ໄດ້ລິເລີ່ມ ໂຄງການເຊື່ອມສານວຽກງານຮັກ ສາສຸຂະພາບ, ໂພຊະນາການ, ນໍ້າ ສະອາດ, ສຸຂາພິບານ ແລະ ສຸຂານາ ໄມ ໃນປີ 2014 ຈົນຮອດທ້າຍ ໂຄງ ການໄລຍະ 3 ໄດ້ປະກາດບ້ານຢຸດ ຕິການຖ່າຍຊະຊາຍ ຈຳນວນ218 ບ້ານຢູ່ໃນເມືອງຮຸນ, ເມືອງປາກ ແບງ ແຂວງອຸດົມໄຊ; ເມືອງຕະໂອ້ຍ ແລະ ເມືອງສາລະວັນ ແຂວງສາລະ ວັນ ເຊິ່ງໂຄງການດັ່ງກ່າວໄດ້ຮ່ວມ ມືກັບຫ້ອງການສາທາລະນະສຸກ ເມືອງ ແລະ ພະແນກສາທາລະນະ ສຸກແຂວງ. ສະເພາະໃນແຂວງສາ ລະວັນ,ໄລຍະທີ່ຜ່ານມາໂຄງການ ດັ່ງກ່າວ ຍັງໄດ້ກໍ່ສ້າງໂຮງໝໍນ້ອຍ ຫລັງໃໝ່ 4 ແຫ່ງ, ພ້ອມທັງໄດ້ສະ ໜອງອຸປະກອນອຳນວຍຄວາມສະ ດວກໃນການເກີດລູກ ແລະ ຕໍ່ເຕີມ ອາຄານແມ່ ແລະ ເດັກ ຈຳນວນ 7 ແຫ່ງ ພາຍໃນເມືອງຕະໂອ້ຍ ແລະ ເມືອງສາລະວັນ. ຂ່າວ: ສຸກສະຫວັດ ຂໍ້ມູນ-ພາບ: ອົງການແພລນ
RkJQdWJsaXNoZXIy MTc3MTYxMQ==