5635

,v[{Ia[37'dko[6]totl5lko muj]tobd oadIq[;y]t-qo9uo16j]k; 5 gfnvo8Qoxu [=]ylafmk']qfw2]k;{9uo 0qolqj'lyo7hkwfh 1,7 ]hkod;jk38o ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 08.06.2023 ປີທີ 22 ສະບັບທີ 5.635 rda xt-k-oq xt8;y fa]k; mu,j du Pflts'k \oA pon K j rvh ,doa l,5 .l9j fa 8'A xt8[y fa 2 ;k]tcs'j -kf .sgh xoa I[6 xtme  ອ່ານຕໍ່ໜ້າ 2 z6hlt\ad.9[=]y9kdg]nvf 1.500 7qomevyf .o;aoz6h[=]y9kdg]nvf3]d 9twfhIa[xtdaowrv5[afgsf ]q'ok,[qf[aombd7;k,g0Qk.9 dko9e|jkp]qf [u;kpfu .o]k; ,qoltg|j 3 oE8qd8kf 16jg0fr6g0qk7;kp vq'dkocr]olkdqo ln[8+lqj'glu, l50trk[c,j c]t gfad 16jc0;'lk]t;ao dkocdhw0]tg[uf[+maoc8d ,us]kp[aoskmhkmkp  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 6  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 ຂປລ. ພິທີມອບ-ຮັບໂຄງການ ປັບປຸງບູລະນະສຸສານທີ່ລະນຶກເຖິງ ວິລະກຳຈີນ ຢູ່ເມືອງໄຊ ແລະ ເມືອງ ນາໝໍ້ ແຂວງອຸດົມໄຊ ຈັດຂຶ້ນໃນ ວັນທີ 6 ມິຖຸນາ 2023 ໂດຍມີ ຂປລ. ອົງການແພລນສາກົນ ປະຈໍາ ສປປ ລາວ ຮ່ວມກັບພະແນກ ສາທາລະນະສຸກ ແຂວງສາລະວັນ ຈັດພິທິເຊັນບົດບັນທຶກຄວາມເຂົ້າ ໃຈ ໃນວັນທີ 7 ມິຖຸນາ 2023 ພາຍ ໃຕ້ໂຄງການເຊື່ອມສານວຽກ ຮັກ ສາສຸຂະພາບ, ໂພຊະນາການ, ນໍ້າສະ ອາດ, ສຸຂາພິບານ ແລະ ສຸຂານາ ໄມໄລຍະ 4 ຢູ່ທີ່ແຂວງສາລະວັນ, ຕາງໜ້າເຊັນສັນຍາໂດຍ ທ່ານ ແສງສັນຕິສິດ ຊະນະສີສານ ຮອງ ອຳນວຍການອົງການແພລນສາກົນ ປະຈຳລາວ ແລະ ທ່ານ ດຣ ອາຄົມ ລໍ້າວິຈິດ ຫົວໜ້າພະແນກສາທາ ແຂວງສາລະວັນ. ທັງນີ້, ເພື່ອເປັນ ການປະກອບສ່ວນໃນການບັນລຸ ເປົ້າໝາຍຍຸດທະສາດໂພຊະນາການ ແຫ່ງຊາດໃນປີ 2025 ແລະ ເພື່ອ ປະກາດເມືອງ ແລະ ແຂວງສາລະ ວັນ ເປັນເມືອງຢຸດຕິການຖ່າຍຊະ ຊາຍໃນປີ 2024 ແລະ ກ້າວໄປສູ່ ປະເທດຢຸດຕິການຖ່າຍຊະຊາຍໃນ ປີ 2025. ໂຄງການໄດ້ກວມເອົາ 52 ບ້ານ ແລະ 13 ໂຮງໝໍນ້ອຍເປົ້າໝາຍໃນ ເມືອງສາລະວັນ, ຈະເລີ່ມຈັດຕັ້ງປະ ຕິບັດໂຄງການນັບແຕ່ມື້ເຊັນອະນຸ ມັດເປັນຕົ້ນໄປ ຈົນເຖິງວັນທີ 30 ມິຖຸນາ 2025 ໂດຍໄດ້ຮັບທຶນສະ ຂປລ. ບໍລິສັດໂມກ ຈຳກັດ, ບໍລິສັດ ລາວທານີ ແລະ ບໍລິສັດ ອໍໂຕ ເອເຊຍ ຮ່ວມລົງນາມໃນບົດ ບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການເປັນຕົວແທນຈຳໜ່າຍ s;Pfok, ,v[s]Pow-,yf8trk[ .shdq,ryrymtrao wdlvo rq,;ysko ຂປລ. ໃນໂອກາດສະເຫລີມສະ ຫລອງ ວັນຜູ້ບໍລິຈາກເລືອດໂລກ ທີ່ຈະຈັດຂຶ້ນໃນວັນທີ 14 ມິຖຸນາ ທີ່ຈະມາເຖິງ ຢູ່ທີ່ສູນການຄ້າລາວ ໄອເຕັກ (ຕຶກໃໝ່) ນະຄອນຫລວງ ວຽງຈັນ ແລະ ເມືອງຫລວງພະບາງ ແຂວງຫລວງພະບາງ, ບໍລິສັດ ພົງສະຫວັນ ປະກັນໄພ ຈະມອບປະ ກັນໄພອຸບັດເຫດສ່ວນບຸກຄົນໃຫ້ ແກ່ ຜູ້ທີ່ສະໝັກໃຈບໍລິຈາກເລືອດຈຳ ນວນ 1.500 ຄົນທຳອິດ ເຊິ່ງມີວົງ ເງິນຄຸ້ມຄອງ ລວມສູງສຸດ 7,5 ຕື້ ກີບ. ພ້ອມນີ້, ບໍລິສັດຄູ່ຮ່ວມທຸລະກິດ ຕ່າງໆ ກໍໄດ້ປະກອບສ່ວນສະໜັບສະ ໜູນບາງກິດ ຈະກຳລວມມູນຄ່າ 91 ລ້ານກີບ ແລະ ເຄື່ອງສະໜັບສະໜູນ ອື່ນໆ ຈໍານວນໜຶ່ງ ເພື່ອກຽມມອບໃຫ້ ຜູ້ບໍລິຈາກເລືອດແບບສະໝັກໃຈໃນ lnj,;o-qo ]k;{9uo Iafc|hodkoIj;,,n  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 ຂປລ. ພິທີມອບ-ຮັບຫລຽນໄຊ ມິດຕະພາບ ຂອງປະທານປະເທດ ແຫ່ງ ສສ ຫວຽດນາມ ໃຫ້ກົມພິພິ ທະພັນ ໄກສອນ ພົມວິຫານ ແລະ ອະ ນຸສອນສະຖານຜູ້ນຳປະຕິວັດຫ້ອງ ວ່າການສູນກາງພັກ ທີ່ມີຜົນງານ ດີເດັ່ນໃນການເຄື່ອນໄຫວປະກອບ ສ່ວນຢ່າງຕັ້ງໜ້າກ່ຽວກັບສິ່ງທີ່ ເປັນອະນຸສອນສະຖານໃຫ້ແກ່ປະ ກິດຈະກໍາດັ່ງກ່າວ. ວັນທີ 7 ມິຖຸນາ 2023 ນີ້, ໄດ້ ມີພິທີເຊັນບົດບັນທຶກການຮ່ວມມື ຊ່ວຍເຫລືອລ້າປະກັນໄພອຸບັດເຫດ ສ່ວນບຸກຄົນ ລະຫວ່າງສະຖາບັນ ເລືອດແຫ່ງຊາດ ອົງການກາແດງ ແຫ່ງຊາດລາວ ແລະ ບໍລິສັດ ພົງສະ ຫວັນ ປະກັນໄພ (ເອພີເອ) ຈໍາກັດ ມີວົງເງິນຄຸ້ມຄອງ 7,5 ຕື້ກີບ ໂດຍ ທ່ານ ນາງ ແສງດາວ ບຸພະກອນຄຳ ປະທານສະພາບໍລິຫານ ຂອງບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ, ທັງເປັນປະທານສະມາຄົມ ປະກັນໄພ ແຫ່ງ ສປປ ລາວ ໄດ້ກ່າວ ວ່າ: ເນື່ອງໃນໂອກາດສະເຫລີມສະ ຫລອງວັນຜູ້ບໍລິຈາກເລືອດໂລກບໍລິ ສັດ ພົງສະຫວັນ ປະກັນໄພ ຈະມອບ ຂປລ. ການແກ້ໄຂບັນຫາລະ ເບີດບໍ່ທັນແຕກ (ລບຕ) ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງມີຫລາຍບັນຫາເປັນ ສິ່ງທ້າທາຍໃນການບັດລຸເປົ້າໝາຍ ເປັນຕົ້ນ ວຽກງານໂຄສະນາສຶກສາ ຄວາມສ່ຽງໄພ ຍັງບໍ່ສາມາດເຂົ້າ ເຖິງພື້ນທີ່ທຸລະກັນດານ ແລະ ຫ່າງ ໄກສອກຫລີກ, ການຊ່ວຍເຫລືອຜູ້ ຖືກເຄາະຮ້າຍໄດ້ຢ່າງວ່ອງໄວ, ພັດ ທະນາຊີວິດການເປັນຢູ່ຂອງຜູ້ຖືກ ເຄາະຮ້າຍໃຫ້ກັບຄືນສູ່ສັງຄົມ, ຕົວ ເລກການສຳຫລວດ-ກວດກູ້ ແລະ ທຳລາຍ ຍັງບໍ່ສາມາດບັນລຸໄປຕາມ ເປົ້າໝາຍທີ່ໄດ້ວາງອອກ (10.000 ເຮັກຕາຕໍ່ປີ), ບັນຫາພື້ນທີ່ທັບຊ້ອນ ໃນບາງແຂວງ ແລະ ການຈຳກັດ ທຶນສະໜັບ ສະໜູນໃນການຈັດຕັ້ງປະ ຕິບັດວຽກງານແກ້ໄຂບັນຫາ ລບຕ ໃນບາງແຂວງ. ຂໍ້ມູນດັ່ງກ່າວ ໄດ້ຮັບການລາຍ ງານໃນກອງປະຊຸມຂະແໜງການ ແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ທີ່ຕົກຄ້າງຢູ່ ສປປ ລາວ ປະຈຳປີ 2023 ທີ່ຈັດຂຶ້ນວັນທີ 7 ມິ ຖຸນາ 2023 ຢູ່ນະຄອນຫລວງວຽງ ຈັນ ໂດຍການເປັນປະທານຮ່ວມ ຂອງທ່ານ ປະເດີມພອນ ສົນທະນີ

lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 08/06/2023 xtgmf]k; 5 ເດືອນຕົ້ນປີ... ມອບ-ຮັບໂຄງການ... ການແກ້ໄຂ ... ລົງນາມບົດບັນທຶກ... ຫວຽດນາມ ມອບຫລຽນໄຊ... ອົງການແພລນ... ຜູ້ສະໝັກໃຈບໍລິຈາກເລືືອດ... ປະຢັດຄ່າໃຊ້ຈ່າຍ ເນື່ອງຈາກລາຄາ ນ້ຳມັນເຊື້ອໄຟມີລາຄາສູງ, ພ້ອມກັນ ນັ້ນ, ລົດທີ່ນຳໃຊ້ພະລັງງານໄຟຟ້າ ແມ່ນມີຄວາມສະດວກສະບາຍ ແລະ ໄດ້ຮັບຄວາມນິຍົມຈາກຜູ້ຊົມໃຊ້ ຫລາຍຂຶ້ນ. ເພື່ອເປັນການຕອບສະ ໜອງຄວາມຕ້ອງການດັ່ງກ່າວ, ບໍລິ ສັດໂມກຈຳກັດ, ບໍລິສັດ ລາວທານີ ແລະ ບໍລິສັດ ອໍໂຕເອເຊຍ ຈຶ່ງໄດ້ ຮ່ວມລົງນາມໃນສັນຍາເພື່ອເປັນ ຕົວແທນຈຳໜ່າຍລົດ ບີວາຍດີ (BYD)ຢູ່ ສປປ ລາວ. ໃນໄລຍະ 3 ປີ BYD ມີຍອດ ຂາຍຫລາຍພັນຄັນໃນລາວ ແລະຕະ ຫລາດລົດໄຟຟ້າໃນລາວກໍນັບມື້ນັບ ເຕີບໂຕຂຶ້ນ BYD Laos ມີຄວາມ ພ້ອມທີ່ຈະຕອບສະໜອງລົດໄຟຟ້າ ແລະ ບໍລິການຫລັງການຂາຍຄົບ ວົງຈອນ ເພື່ອບໍລິການລູກຄ້າ ເຊິ່ງມີ ສູນຈຳໜ່າຍທັງນະຄອນຫລວງ (ສຳນັກງານໃຫຍ່ບ້ານໂພນພະເນົາ ແລະ ສູນການຄ້າວຽງຈັນເຊັນເຕີ). ພ້ອມນີ້, ຍັງມີແຜນຈະຂະຫຍາຍໄປ ທົ່ວປະເທດໃນໄວໆນີ້. ນອກຈາກ ການຂະຫຍາຍໂຕຂອງລົດໄຟຟ້າ ໄປຄຽງຄູ່ກັນນີ້, ຍັງມີການຂະຫຍາຍ ໂຕຂອງສະຖານີສາກສາທາລະນະ ຈຳນວນ 3 ຈຸດທົ່ວນະຄອນຫລວງ ວຽງຈັນ ແລະ ຕ່າງແຂວງ (ທ່າແຂກ, ປາກຊັນ, ສະຫວັນນະເຂດ, ປາກເຊ, ວັງວຽງ ແລະ ກຳລັງຕິດຕັ້ງແຂວງ ອື່ນໆອີກ). ຂ່າວ: ກິດຕາ ຂປລ. ໃນໄລຍະ 5 ເດືອນຕົ້ນປີ 2023 ນີ້, ບໍລິສັດທາງລົດໄຟລາວຈີນ ສາມາດຂົນສົ່ງສິນຄ້າຜ່ານ ທາງລົດໄຟໄດ້ທັງໝົດ 1.741.590 ໂຕນ. ໃນນີ້, ຂົນສົ່ງສິນຄ້າໄປ ສປ ຈີນ ໄດ້ 1.580.680 ໂຕນ, ຂົນສົ່ງສິນຄ້າຈາກຈີນ ມາ ລາວ 160.910 ໂຕນ ເຊິ່ງສິນຄ້າສົ່ງ ອອກປະກອບມີ: ຢາງພາລາ, ແຮ່ ເຫລັກ, ແຮ່ສັງກະສີ, ຫີນສົ້ມ, ໝາກໄມ້, ແປ້ງມັນຕົ້ນ, ເຂົ້າບາເລ. ສ່ວນສິນຄ້ານຳເຂົ້າ ມີ: ເຄື່ອງໃຊ້ໄຟ ຟ້າ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງ ນຸ່ງຫົ່ມ, ອຸປະກອນລົດຈັກ, ລົດໃຫຍ່ ແລະ ອື່ນໆ. ທ່ານ ໂອເລ້ ສີພານິດ ຫົວໜ້າ ໜ່ວຍງານຂົນສົ່ງສິນຄ້າ ໄດ້ໃຫ້ສຳ ພາດຕໍ່ສື່ມວນຊົນ ໃນວັນທີ 5 ມິຖຸນາ 2023 ຜ່ານມານີ້ວ່າ: ນັບແຕ່ເລີ່ມ ເປີດທາງລົດໄຟ ລາວ-ຈີນ ເປັນຕົ້ນ ມາ, ຮອດວັນທີ 5 ມິຖຸນາ 2023, ບໍລິສັດທາງລົດໄຟ ລາວ-ຈີນ ສາມາດຂົນສົ່ງສິນຄ້າໄດ້ທັງໝົດ 4.097.300 ໂຕນ. ໃນນັ້ນ, ຂົນ ສົ່ງສິນຄ້າຈາກ ສປປ ລາວໄປ ສປ ຈີນ ໄດ້ປະມານ 3.450.000 ກວ່າໂຕນ, ຂົນສົ່ງສິນຄ້າຈາກ ຈີນ ມາລາວ 650.900 ກວ່າໂຕນ, ໃນນັ້ນ, ປະກອບມີ ຢາງພາລາ, ແຮ່ເຫລັກ, ເຂົ້າ, ຖ່ານ, ແປ້ງມັນ ຕົ້ນ, ແຮ່ສັງກະສີ, ເຄື່ອງໃຊ້ປະ ຈໍາວັນ, ເຂົ້າບາເລ, ໝາກໄມ້ ແລະ ອື່ນໆ. ນອກນັ້ນ, ສິນຄ້າທີ່ນຳ ເຂົ້າຈາກ ສປ ຈີນ ບາງສ່ວນແມ່ນ ຍັງສົ່ງອອກໄປຫວຽດນາມ, ໄທ, ກຳປູເຈຍ, ມຽນມາ ແລະ ໝາກ ໄມ້ບາງຊະນິດແມ່ນຂົນສົ່ງ ຈາກ ໄທຜ່ານລາວໄປຈີນ ໂດຍນຳໃຊ້ ທາງ ລົດໄຟ ລາວ-ຈີນ. ສະເພາະການ ສົ່ງອອກແປ້ງມັນຕົ້ນ ແມ່ນສາມາດ ຂົນສົ່ງໄດ້ປະມານ 1.52.084 ໂຕນ, ໃນຂະນະທີ່ປີ 2022 ຜ່ານມາ, ສາມາດຂົນສົ່ງໄດ້ 87.727 ໂຕນ ແລະ ໄລຍະ 5 ເດືອນ ຕົ້ນປີ 2023, ສາມາດຂົນສົ່ງສິນຄ້າໄດ້ທັງໝົດ 1.741.590 ໂຕນ. ທ່ານ ໂອເລ້ ສີພານິດ ຍັງໃຫ້ຮູ້ ອີກວ່າ: ເພື່ອເຮັດໃຫ້ສິນຄ້າປະເພດ ຕ່າງໆ ທີ່ມາຮອດສະຖານີມີຄວາມ ປອດໄພ, ທາງສະຖານີ ໄດ້ມີທີມງານ ກວດສອບຕູ້ສິນຄ້າແຕ່ລະປະເພດ ທີ່ມາຮອດສະຖານີ ຜ່ານຂະບວນ ການ ແລະ ຂັ້ນຕອນ ຕ່າງໆທີ່ທັນສະ ໄໝ, ວ່ອງໄວ ເພື່ອຮັບປະກັນໃຫ້ສິນ ຄ້າ ມີຄວາມປອດໄພ ແລະ ຮອດຈຸດ ໝາຍປາຍທາງຢ່າງວ່ອງໄວ ເຊິ່ງ ສິນຄ້າທີ່ໄດ້ດຳເນີນການຂົນສົ່ງ ສະເລ່ຍ 3 ຖ້ຽວຕໍ່ມື້. ຂ່າວ: ທະນູທອງ, ພາບ: ເກດສະໜາ ປະກັນໄພອຸບັດເຫດສ່ວນບຸກຄົນໃຫ້ ແກ່ຜູ້ທີ່ສະໝັກໃຈບໍລິຈາກເລືອດ ຈຳນວນ 1.500 ຄົນທຳອິດ. ເນື່ອງ ຈາກຈາກວ່າປັດຈຸບັນ, ສປປ ລາວ ຍັງຂາດແຄນເລືອດ ຈຳນວນຫລາຍ ແລະ ມີຄວາມຈຳເປັນສຳລັບຫລາຍໆ ຄົນ ທີ່ຕ້ອງການເລືອດໃນກໍລະນີສຸກ ເສີນ ແລະ ເພື່ອເປັນການສົ່ງເສີມ ການບໍລິຈາກເລືອດ ເນື່ອງໃນວັນບໍລິ ຈາກເລືອດໂລກທີ່ຈະມາເຖິງນີ້, ບໍ ລິສັດ ພົງສະຫວັນປະກັນໄພ (ເອພີ ເອ) ໄດ້ເຊີນຊວນບໍລິສັດຄູ່ຮ່ວມທຸ ລະກິດຕ່າງໆ ເຂົ້າມາຮ່ວມສະໜັນ ສະໜູນ ໂດຍມີຫລາຍບໍລິສັດເຂົາ ຮ່ວມກັບຈະກຳໃນຄັ້ງນີ້ ເຊິ່ງລວມ ເງິນສະໝັບໜູນໄດ້ເຖິງ 91 ລ້ານ ກີບ ແລະ ເຄື່ອງສະໜັບສະໜູນອື່ນໆ ທີ່ຈະນໍາໃຊ້ໃນກິດຈະກໍາໃນງານ ສະເຫລີມສະຫລອງວັນຜູ້ບໍລິຈາກ ເລືອດໂລກ ໃນວັນທີ 14 ມິຖຸນາ 2023 ນີ້. ໂອກາດນີ້, ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດ ແຫ່ງຊາດ ອົງການກາແດງແຫ່ງ ຊາດລາວ ໄດ້ໃຫ້ຮູ້ວ່າ: ການປະກອບ ສ່ວນຊ່ວຍເຫລືອ ຂອງບໍລິສັດປະ ກັນໄພ ພົງສະຫວັນ ແລະ ບັນດາບໍລິ ສັດຄູ່ຮ່ວມທຸລະກິດຕ່າງໆ ໃນຄັ້ງນີ້, ແມ່ນວິທີການປຸກລະດົມໃນຮູບການ ໜຶ່ງທີ່ເປັນນະວັດຕະກຳອັນໃໝ່ທີ່ມີ ສີສັນ ປະກອບສ່ວນເຂົ້າໃນການໃນ ການເພີ່ມຈຳນວນຜູ້ບໍລິຈາກເລືອດ ໃຫ້ຫລາຍຂຶ້ນ, ທັງເປັນການຊຸກຍູ້ ໃຫ້ສະຖາບັນເລືອດແຫ່ງຊາດ ອົງ ການກາແດງລາວສາມາດບັນລຸ ຕາມຄາດໝາຍທີ່ວາງໄວ້ໃນແຜນ ຍຸດທະສາດການປຸກລະດົມບໍລິຈາກ ເລືອດ ແລະ ສະໜອງເລືອດທີ່ປອດ ໄພໃນທົ່ວປະເທດ ແລະ ທັງເປັນຕົວ ແບບໃຫ້ແກ່ພາກສ່ວນທຸລະກິດອື່ນໆ ໃນການປະກອບສ່ວນຊ່ວຍເຫລືອ ສັງຄົມ. ໃນປີຜ່ານມາ, ໂຄງການດັ່ງກ່າວ, ແມ່ນໄດ້ຮັບການຕອບຮັບຈາກຜູ້ບໍລິ ຈາກເລືອດ ເຊິ່ງເປັນການສະແດງ ໃຫ້ເຫັນຄວາມເປັນຫ່ວງເປັນໄຍ ຂອງພາກສ່ວນຫົວໜ່ວຍທຸລະກິດ ໃນການປະກອບສ່ວນໃນວຽກງານ ມະນຸດສະທຳ ກໍຄືໃນການເບິ່ງແຍງ ຜູ້ບໍລິຈາກເລືອດ. ຂ່າວ: ກິດຕາ,ພາບ: ເກດສະໜາ ທານ ໂຮ່ຈີ່ມິງ, ວິລະຊົນປົດປ່ອຍ ຊາດຫວຽດນາມ, ນັກວັດທະນະທຳ ທີ່ດີເດັ່ນຂອງຫວຽດນາມ ແລະ ຂອງໂລກ ຈັດຂຶ້ນໃນວັນທີ 7 ພຶດສະ ພາ 2023 ຕາງໜ້າມອບໂດຍ ທ່ານ ຫງວຽນ ບ່າ ຮຸ່ງ ເອກອັກຄະ ລັດຖະທູດແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ຮັບໂດຍ ທ່ານ ໄຊຍະລາດ ພົງຍາລັກ ຫົວໜ້າ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິ ວັດ, ມີທ່ານ ຄຳຜາ ພິມມະສອນ ຮອງ ເລຂາຄະນະພັກ, ຮອງຫົວໜ້າຫ້ອງ ວ່າການສູນກາງພັກ, ມີບັນດາຫົວໜ້າ ກົມ, ຮອງກົມ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ທ່ານ ໄຊຍະລາດ ພົງຍາລັກ ໄດ້ ກ່າວວ່າ: ໃນໄລຍະຜ່ານມາ, ກົມການ ເມືອງສູນກາງພັກປະຊາຊົນ ປະຕິ ວັດລາວ ໄດ້ມອບໃຫ້ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນ ສະຖານຜູ້ນໍາປະຕິວັດດໍາເນີນການ ສ້າງສິ່ງທີ່ເປັນອະນຸສອນໃຫ້ແກ່ ປະທານ ໂຮ່ຈີ່ມິງ ຢູ່ ສປປ ລາວ ຈໍາ ນວນ 3 ແຫ່ງຄື: ຢູ່ນະຄອນຫລວງ ວຽງຈັນ, ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ. ໃນປີ 2012 ໄດ້ສ້າງອະນຸສອນປະທານ ໂຮ່ຈີ່ມິງ ຢູ່ບ້ານຊຽງຫວາງ ເມືອງໜອງບົກ ແຂວງຄຳມ່ວນ (ສ້າງສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ), ໃນ ປີ 2014 ສ້າງອະນຸສອນປະ ທານໂຮ່ຈີ່ມິງ ຢູ່ເຂດທ່າດ່ານເມືອງ ໄກສອນ ພົມວິຫານ ແຂວງສະຫວັນ ນະເຂດ (ສ້າງສຳເລັດ ແລະ ເປີດ ນໍາໃຊ້ຢ່າງເປັນທາງການ). ສໍາລັບ ຢູ່ນະຄອນຫລວງວຽງຈັນ ພວມກະ ກຽມຈະລົງມືກໍ່ສ້າງ. ການໄດ້ຮັບຫລຽນໄຊມິດຕະ ພາບ ຈາກ ສສ ຫວຽດນາມ ໃນຄັ້ງ ນີ້, ເປັນການຢັ້ງຢືນໃຫ້ເຫັນເຖິງຜົນ ງານຂອງພວກເຮົາ ທີ່ໄດ້ປະກອບ ສ່ວນຢ່າງຕັ້ງໜ້າທາງດ້ານສະຕິ ປັນຍາ, ກຳລັງວັງຊາ ແລະ ທຸ່ມເທ ເຫື່ອແຮງທີ່ມີ ໃນການປະກອບສ່ວນ ເສີມສ້າງສາຍພົວພັນມິດຕະພາບ ອັນແໜ້ນແຟ້ນລະຫວ່າງ ສອງຊາດ ລາວ-ຫວຽດນາມ, ຫວຽດນາມລາວ ໂດຍສະເພາະ ການປະກອບ ສ່ວນໃນການສ້າງສິ່ງທີ່ເປັນອະນຸ ສອນ ໃຫ້ແກ່ປະທານໂຮ່ຈີ່ມິງ ຢູ່ ສປປ ລາວ. ພ້ອມທັງສະແດງຄວາມ ຂອບໃຈຕໍ່ລັດຖະບານ ສສ ຫວຽດ ນາມ ແລະ ສະຖານທູດ ຫວຽດນາມ ທີ່ໄດ້ໃຫ້ການຊຸກຍູ້ສົ່ງເສີມທາງ ດ້ານຈິດໃຈ, ຍາມໃດພວກເຮົາກໍໄດ້ ຮັບການຊຸກຍູ້ສົ່ງເສີມດ້ວຍດີຕະ ຫລອດມາ ແລະ ຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ລະຫວ່າງ ລາວ-ຫວຽດນາມ ຈະ ໄດ້ຮັບການເພີ່ມພູນຄູນສ້າງໃຫ້ຈະ ເລີນງອກງາມຍິ່ງໆຂຶ້ນ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ, ທ່ານ ສຽນ ຝາງ (Qian Feng) ຮອງລັດຖະມົນຕີ ກະຊວງກິດຈະການນັກຮົບເກົ່າ ສປ ຈີນ, ທ່ານ ຈ່ຽງ ຈ້າຍ ຕຸ່ງ ເອກອັກ ຄະລັດຖະທູດ ວິສາມັນຜູ້ມີອຳນາດ ເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ສົມຈິດ ປັນຍາສັກ ຮອງ ເຈົ້າແຂວງອຸດົມໄຊ, ພ້ອມດ້ວຍຄອບ ຄົວ, ຍາດພີ່ນ້ອງນັກຮົບວິລະຊົນຜູ້ ເສຍສະລະຊີວິດເຂົ້າຮວ່ມ. ສຸສານລະນຶກເຖິງວິລະກຳຈີນ ທີ່ເມືອງໄຊ ຫ່າງຈາກຕົວເມືອງ 5 ກິໂລແມັດ, ກວມເນື້ອທີ່ 5.829 ຕາ ແມັດ ໃນສະພາບເດີມ, ມີອະນຸສາ ວະລີແຫ່ງໜຶ່ງ ແລະ ໄດ້ຝັງສົບຂອງ ນັກຮົບວິລະຊົນ 129 ສະຫາຍ ທີ່ ເສຍສະຫລະໃນການປະຕິບັດໜ້າ ທີ່ຊ່ວຍປະເທດລາວກໍ່ສ້າງເສັ້ນ ທາງໃນຊຸມປີ 60 ຫາ 70 ຂອງສະ ຕະວັດທີ 20, ສຸສານດັ່ງກ່າວໄດ້ ກວມເນື້ອທີ່ 10.238,7 ຕາແມັດ ໃນປັດຈຸບັນ, ພາຍຫລັງໄດ້ມີການບູ ລະນະສ້ອມແປງຄືນໃໝ່ນັ້ນ ປະກອບ ມີ: ເຂດລຸມຝັງສົບຂອງນັກຮົບວິ ລະຊົນ, ຫ້ອງທີ່ລະນຶກ, ອະນຸສາວະ ລີ, ສະໜາມທີ່ລະນຶກ ແລະ ຫ້ອງ ວາງສະແດງ. ໃນພິທີ, ທ່ານ ສົມຈິດ ປັນຍາສັກ ໄດ້ໃຫ້ຮູ້ວ່າ: ໂຄງການປັບປຸງບູລະ ນະສຸສານທີ່ລະນຶກເຖິງວິລະກຳຈີນ ຢູ່ເມືອງໄຊ ແລະ ເມືອງນາໝໍ້ ແຂວງ ອຸດົມໄຊ ໄດ້ເລີ່ມດຳເນີນການກໍ່ສ້າງ ນັບແຕ່ປີ 2018 ເປັນຕົ້ນມາ ພາຍ ໃຕ້ການຮ່ວມມືຂອງສອງພັກ ແລະ ສອງລັດຖະບານ ລາວ ແລະ ຈີນ ທີ່ຍາມໃດກໍໄດ້ໃຫ້ຄວາມໝາຍ ແລະ ຄວາມສໍາຄັນຕໍ່ມູນເຊື້ອສາຍພົວ ພັນຮ່ວມມືອັນສະໜິດແໜ້ນ ໃນຕະ ຫລອດໄລຍະຜ່ານມາ ໂດຍສະເພາະ ການຮ່ວມມືປັບປຸງບູລະນະສຸສານ ລະນຶກເຖິງວິລະກຳຈີນ 2 ແຫ່ງ ຢູ່ ແຂວງອຸດົມໄຊ ເພື່ອເປັນການສະ ແດງຄວາມກະຕັນຍູຮູ້ບຸນຄຸນເຖິງ ບັນດານັກວິສະວະກອນຈີນ ທີ່ໄດ້ ເສຍຊີວິດໃນສະໄໝການຕໍ່ສູ້ ແລະ ປົດປ່ອຍປະເທດຊາດຂອງ ສປປ ລາວ. ໂອກາດນີ້, ທ່ານ ລີປາວ ຢ່າງ ໄດ້ ກ່າວວ່າ: ເຖິງວ່າໂຄງການຮ່ວມມື ປັບປຸງບູລະນະສຸສານທີ່ລະນຶກເຖິງ ວິລະກຳຈີນຢູ່ລາວ ໂດຍສະເພາະ ຢູ່ສຸສານທີ່ລະນຶກເຖິງວິລະກຳຈີນ ຢູ່ເມືອໄຊ ແລະ ເມືອງນາໝໍ້ ແຂວງ ອຸດົມໄຊ ໄດ້ຮັບການປັບປຸງບູລະນະ ສຳເລັດລົງ, ແຕ່ພວກເຮົາຍັງຈະ ໄດ້ພ້ອມກັນສືບຕໍ່ຮ່ວມມືດ້ານວຽກ ງານຄຸ້ມຄອງ ແລະ ປົກປັກຮັກສາ ສິ່ງກໍ່ສ້າງດັ່ງກ່າວ ໃຫ້ມີຄວາມສວຍ ງາມ ເພື່ອໃຫ້ເປັນບ່ອນສຶກສາຄົ້ນ ຄວ້າທາງປະຫວັດສາດຂອງຄົນ ຮຸ່ນໜຸ່ມ, ທັງເປັນບ່ອນກາບໄຫວ້ສັກ ກະລະບູຊາ ແລະ ເປັນສະຖານທີ່ທ່ອງ ທ່ຽວທາງປະຫວັດສາດ ໃຫ້ແກ່ປະ ຊາຊົນຈີນ ແລະ ປະຊາຊົນລາວ ໄດ້ ລະນຶກເຖິງຜົນງານ ແລະ ຄຸນງາມ ຄວາມດີຂອງບັນດາສະຫາຍຈີນ ທີ່ໄດ້ເສຍຊີວິດ ແລະ ໄດ້ບັນຈຸອັດ ຖິໄວ້ຢູ່ໃນສຸສານຈີນ ສອງແຫ່ງດັ່ງ ກ່າວນີ້ຕະຫລອດກາລະນາ. ສຳລັບ ສຸສານລະນຶກເຖິງວິລະ ກຳຈີນ ທີ່ເມືອງໄຊ ຫ່າງຈາກຕົວ ເມືອງ 5 ກິໂລແມັດ, ກວມເນື້ອທີ່ 5.829 ຕາແມັດ ໃນສະພາບເດີມ, ມີ ອະນຸສາວະລີແຫ່ງໜຶ່ງ ແລະ ໄດ້ຝັງ ສົບຂອງນັກຮົບວິລະຊົນ 129 ສະ ຫາຍທີ່ເສຍສະລະໃນການປະຕິ ບັດໜ້າທີ່ຊ່ວຍປະເທດລາວກໍ່ສ້າງ ເສັ້ນທາງໃນຊຸມປີ 60 ຫາ 70 ຂອງສະຕະວັດທີ 20, ສຸສານດັ່ງ ກ່າວໄດ້ກວມເນື້ອທີ່ 10.238,7 ຕາ ແມັດ ໃນປັດຈຸບັນ, ພາຍຫລັງໄດ້ມີ ການບູລະນະສ້ອມແປງຄືນໃໝ່ນັ້ນ ປະກອບມີ: ເຂດຂຸມຝັງສົບຂອງນັກ ຮົບວິລະຊົນ, ຫ້ອງທີ່ລະນຶກ, ອະນຸ ສາວະລີ, ສະໜາມທີ່ລະນຶກ ແລະ ຫ້ອງວາງສະແດງ. ຂ່າວ: ສຸກສະຫວັດ ຂໍ້ມູນ: ກະຊວງແຮງງານ ໜັບສະໜູນຈາກອົງການແພລນສາ ກົນ ປະຈໍາອົດສະຕຣາລີ, ລັດຖະ ບານອົດສະຕຣາລີ ແລະ ຜູ້ໃຫ້ທຶນ ອື່ນໆ ໂດຍມີງົບປະມານທັງໝົດ 195.119 ໂດລາສະຫະລັດ ເຊິ່ງ ໂຄງການດັ່ງກ່າວ ໄດ້ສືບຕໍ່ຈາກຜົນ ສຳເລັດຂອງການຈັດຕັ້ງປະຕິບັດ ໂຄງການໄລຍະ 3 ທີ່ຜ່ານມາ ແລະ ເພື່ອເປັນການປະກອບສ່ວນເຂົ້າໃນ ການຫລຸດຜ່ອນການຂາດສານອາ ຫານ, ປະເພດລວງສູງບໍ່ໄດ້ມາດຕະ ຖານໂດຍສະເພາະແມ່ນໃນເດັກ ອ່ອນ ແລະ ເດັກນ້ອຍ ໂດຍເນັ້ນໃສ່ 1.000 ວັນທໍາອິດຂອງການມີຊີວິດ ແລະ ປັບປຸງໂພຊະນາການໃນກຸ່ມ ແມ່ຍິງຢູ່ໃນ 52 ບ້ານ ແລະ 13 ໂຮງ ໝໍນ້ອຍເປົ້າໝາຍ ລວມເຖິງການ ກ້າວໄປສູ່ການປະກາດເມືອງ ແລະ ແຂວງສາລະວັນ ໃຫ້ເປັນເມືອງ ແລະ ແຂວງຢຸດຕິການຖ່າຍພາຍໃນປີ 2024 ແລະ ເຮັດໃຫ້ ສປປ ລາວ ກ້າວໄປສູ່ປະເທດຢຸດຕິການຖ່າຍ ຊະຊາຍພາຍໃນປີ 2025. ພ້ອມທັງ ເປັນການປະກອບສ່ວນເຂົ້າໃນເປົ້າ ໝາຍຍຸດທະສາດແຫ່ງຊາດ ດ້ານ ໂພຊະນາການ ແລະ ເປົ້າໝາຍການ ພັດທະນາແບບຍືນຍົງ (SDG) 2 ແລະ 6. ທ່ານ ແສງສັນຕິສິດ ຊະນະສີ ສານ ຮອງອຳນວຍການຂອງອົງ ການແພລນສາກົນ ປະຈຳ ສປປ ລາວ ໄດ້ກ່າວວ່າ: ການເຂົ້າເຖິງການ ບໍລິການດ້ານສຸຂາພິບານ, ດ້ານສຸ ຂະພາບ ແລະ ການປັບປຸງສະພາບ ໂພຊະນາການຂອງແມ່ຍິງ, ເດັກ ຍິງ-ເດັກຊາຍໃນຊຸມຊົນເປົ້າໝາຍ ເປັນໜຶ່ງໃນບັນດາວຽກງານບູລິ ມະສິດຂອງພວກເຮົາ. ຜົນໄດ້ຮັບ ຂອງການຈັດຕັ້ງປະຕິບັດໂຄງການ ທັງ 3 ໄລຍະທີ່ຜ່ານມາ ໄດ້ສະແດງ ໃຫ້ເຫັນວ່າ ພວກເຮົາກຳລັງກ້າວ ໄປຕາມເສັ້ນທາງທີ່ຖືກຕ້ອງໃນ ຮອງລົດຖະມົນຕີ ກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ (ຮສສ), ຮອງປະທານຄະນະກຳມະ ການຄຸ້ມຄອງແຫ່ງຊາດ ເພື່ອແກ້ ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກ ຄ້າງຢູ່ ສປປ ລາວ (ຄຊກລ) ແລະ ທ່ານ ນາງ ແຄັດເທີລີນ ເຟືອງ ຮອງຜູ້ຕາງໜ້າອົງການສະຫະ ປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ, ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ, ມີທູຕານຸທູດ, ຜູ້ຕາງໜ້າປະເທດຜູ້ ໃຫ້ທຶນ, ກຳມະການ ຄຊກລ ແລະ ຕາງໜ້າບັນດາກະຊວງຂະແໜງ ການກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມ, ທ່ານ ປະເດີມ ພອນ ສົນທະນີ ໄດ້ໃຫ້ຮູ້ວ່າ: ປັດຈຸ ບັນລັດຖະບານ ສປປ ລາວ ໄດ້ມີການ ທົບທວນການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ສະບັບທີ 9 ກາງສະໄໝ. ໃນ ນັ້ນ, ວຽກງານແກ້ໄຂບັນຫາ ລບຕ ໄດ້ຖືເປັນບັນຫາສຳຄັນໃນການປະ ກອບສ່ວນຕໍ່ການພັດທະນາເສດ ຖະກິດ-ສັງຄົມ ແລະ ການຫລຸດຜ່ອນ ຄວາມທຸກຍາກຂອງປະຊາຊົນບັນ ດາເຜົ່າໃນຂອບເຂດທົ່ວປະເທດ. ລົດ BYD ໃນລາວ ເພື່ອເພີ່ມຊ່ອງ ທາງໃນການຂະຫຍາຍທຸລະກິດ ໂດຍສະເພາະແມ່ນຍານພາຫະນະ ທີ່ນຳໃຊ້ໄຟຟ້າ ຈັດຂຶ້ນໃນວັນທີ 6 ມິຖຸນາ 2023 ຜ່ານມາ. ປັດຈຸບັນ, ລົດທີ່ນຳໃຊ້ພະລັງ ງານໄຟຟ້າ ພວມໄດ້ຮັບຄວາມນິຍົມ ຈາກຜູ້ຊົມໃຊ້ໃນທົ່ວສັງຄົມເພາະ ເປັນອີກທາງເລືອກໜຶ່ງທີ່ຈະຊ່ວຍ ຄະນະກຳມະການຄຸ້ມຄອງແຫ່ງ ຊາດເພື່ອແກ້ໄຂບັນຫາ ລບຕ ໄດ້ສັງ ເກດຕີລາຄາຄືນໃນການນຳພາ-ຊີ້ ນຳ ໃນໄລຍະ 1 ປີ ຜ່ານມາ ແລະ ກຳນົດທິດທາງແຜນການໃນຕໍ່ໜ້າ ເຊິ່ງໃນໄລຍະຜ່ານມາ ໄດ້ເອົາໃຈ ໃສ່ຊີ້ນຳ ແລະ ຄຸ້ມຄອງການເຄື່ອນ ໄຫວວຽກງານແກ້ໄຂບັນຫາ ລບຕ ຢູ່ ສປປ ລາວ ໃນການຈັດຕັ້ງປະ ຕິບັດແຜນຍຸດທະສາດແຫ່ງຊາດ ເພື່ອແກ້ໄຂບັນຫາ ລບຕ “ເສັ້ນທາງ ກ້າວສູ່ຄວາມປອດໄພ III” ໄລຍະ 2021-2030 ໂດຍເຊື່ອມສານ ເຂົ້າໃນຂະແໜງການສຶກສາທິການ ແລະ ກິລາ, ຖະແຫລງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວ, ສາທາລະ ນະສຸກ ແລະ ຂະແໜງການອື່ນໆ ທີ່ກ່ຽວຂ້ອງ. ພ້ອມນັ້ນ, ກໍໄດ້ປັບປຸງ ແລະ ສ້າງຄວາມເຂັ້ມແຂງການ ປະສານງານກັບຂະແໜງການ, ອົງການ, ພາກສ່ວນກ່ຽວຂ້ອງຂັ້ນ ສູນກາງ ແລະ ທ້ອງຖິ່ນ ເພື່ອເປັນ ການຈັດຕັ້ງປະຕິບັດດຳລັດຂອງ ລັດຖະບານ ວ່າດ້ວຍການຄຸ້ມຄອງ ການແກ້ໄຂບັນຫາ ລບຕ ເຊິ່ງເປັນ ພື້ນຖານໃນການກຳນົດແຜນບູລິມະ ສິດຂອງການສຳຫລວດ-ກວດກູ້ ແລະ ທຳລາຍ ລບຕ ເພື່ອຕອບສະ ໜອງກັບຄວາມຕ້ອງການນໍາໃຊ້ ທີ່ດິນຂອງປະຊາຊົນ,ໂຄງການພັດ ທະນາ ແລະ ໂຄງການຊ່ວຍເຫລືອ ຕ່າງໆເຊັ່ນ: ການກໍ່ສ້າງນໍ້າລິນ,ໂຮງ ຮຽນ ແລະ ອື່ນໆ. ຄຽງຄູ່ກັບຜົນສຳເລັດດັ່ງກ່າວ, ຍັງຫລາຍບັນຫາເປັນສິ່ງທ້າທາຍ ແລະ ຊອກຫາທາງອອກຮ່ວມກັນ ໂດຍສະເພາະແມ່ນບັນຫາສິ່ງທ້າ ທາຍຕ່າງໆ. ການສະໜັບສະໜູນຊຸມຊົນ ແລະ ຄູ່ຮ່ວມງານພາກລັດຖະບານ. ອົງ ການແພລນສາກົນ ໄດ້ເຮັດວຽກ ຄຽງບ່າຄຽງໄລ່ກັບລັດຖະບານ ເພື່ອປະກອບສ່ວນເຂົ້າໃນການສ້າງ ຜົນສໍາເລັດ ແລະ ໄດ້ສືບຕໍ່ໃຫ້ການ ສະໜັບສະໜູນພະແນກສາທາລະ ນະສຸກແຂວງສາລະວັນ ກໍຄືຫ້ອງ ການສາທາລະນະສຸກ ເມືອງສາລະ ວັນ ໂດຍສ້າງຂີດຄວາມສາມາດ ໃນລະດັບກຸ່ມບ້ານ ເພື່ອຈັດຕັ້ງປະຕິ ບັດວຽກງານດ້ານສາທາລະນະສຸກ ໃຫ້ບັນລຸເປົ້າໝາຍແຜນປະຕິບັດ ງານແຫ່ງຊາດດ້ານໂພຊະນາການ 2021-2025 ແລະ ຍຸດທະສາດ ຂອງອົງການແພລນສາກົນປະຈໍາ ລາວ 2021-2025. ໂຄງການໄລຍະທີ 4 ນີ້, ຈະໄດ້ ສຸມໃສ່ວຽກງານດ້ານວິຊາການ ໃນ 2 ຂົງເຂດຕົ້ນຕໍຄື: ການສ້າງ ຄວາມອາດສາມາດໃຫ້ຄະນະກຳ ມະການຊຸມຊົນເປັນເຈົ້າການດ້ານ ສຸຂານາໄມ ຫລື ຊຈສ ກ່ຽວກັບວຽກ ງານການສື່ສານ ເພື່ອປ່ຽນແປງ ພຶດຕິກໍາຂອງຊຸມຊົນ-ຊຸມຊົນເປັນ ເຈົ້າການດ້ານສຸຂານາໄມ ໂດຍມີ ການປັບຕົວຕໍ່ການປ່ຽນແປງສະ ພາບດິນຟ້າອາກາດ; ຈັດຕັ້ງປະຕິບັດ ກິດຈະກຳ “ເພື່ອນແທ້” ຢູ່ຂັ້ນໂຮງໝໍ ນ້ອຍ ເນັ້ນໜັກໃສ່ວຽກງານຮັກສາ ຄວາມສະອາດ, ປອດໄພ ແລະ ເປັນ ມິດກັບເດັກ ແລະ ແມ່ຍິງລວມເຖິງ ຜູ້ດ້ອຍໂອກາດ ແລະ ຄົນພິການ. ອົງການແພລນສາກົນ ໄດ້ລິເລີ່ມ ໂຄງການເຊື່ອມສານວຽກງານຮັກ ສາສຸຂະພາບ, ໂພຊະນາການ, ນໍ້າ ສະອາດ, ສຸຂາພິບານ ແລະ ສຸຂານາ ໄມ ໃນປີ 2014 ຈົນຮອດທ້າຍ ໂຄງ ການໄລຍະ 3 ໄດ້ປະກາດບ້ານຢຸດ ຕິການຖ່າຍຊະຊາຍ ຈຳນວນ218 ບ້ານຢູ່ໃນເມືອງຮຸນ, ເມືອງປາກ ແບງ ແຂວງອຸດົມໄຊ; ເມືອງຕະໂອ້ຍ ແລະ ເມືອງສາລະວັນ ແຂວງສາລະ ວັນ ເຊິ່ງໂຄງການດັ່ງກ່າວໄດ້ຮ່ວມ ມືກັບຫ້ອງການສາທາລະນະສຸກ ເມືອງ ແລະ ພະແນກສາທາລະນະ ສຸກແຂວງ. ສະເພາະໃນແຂວງສາ ລະວັນ,ໄລຍະທີ່ຜ່ານມາໂຄງການ ດັ່ງກ່າວ ຍັງໄດ້ກໍ່ສ້າງໂຮງໝໍນ້ອຍ ຫລັງໃໝ່ 4 ແຫ່ງ, ພ້ອມທັງໄດ້ສະ ໜອງອຸປະກອນອຳນວຍຄວາມສະ ດວກໃນການເກີດລູກ ແລະ ຕໍ່ເຕີມ ອາຄານແມ່ ແລະ ເດັກ ຈຳນວນ 7 ແຫ່ງ ພາຍໃນເມືອງຕະໂອ້ຍ ແລະ ເມືອງສາລະວັນ. ຂ່າວ: ສຸກສະຫວັດ ຂໍ້ມູນ-ພາບ: ອົງການແພລນ

xtgmf]k; 3 08/06/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ແຫລ່ງຂໍ້ມູນ: ກະຊວງການເງິນ ຮິບໂຮມໂດຍ: ພະກາ ໂດຍ: ຄ້ອງໃໝ່ dkoxt8[y fa czorfa mtok0tc|'dkog'oy cs'j ]fa 5 x u c]t mfy mk'Ivfx u 2025 .sdh koldb lk c]t I6Ih da lk ;fa mtotmevoa f'u k, * ສືບຕໍ່ເວົ້າເຖິງການພັດທະນາ ເດັກ ກໍ່ຄືຄົນຮຸ່ນສືບທອດສູ່ອະນາ ຄົດ ເພາະຍັງຢູ່ໃນບັນຍາກາດສະ ເຫລີມສະຫລອງວັນເດັກສາກົນ ແລະ ປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ເຊິ່ງບົດຜ່ານມາໄດ້ຍົກໃຫ້ເຫັນ ບາງປະເດັນທີ່ເປັນຄວາມຄິິດ ແລະ ຄໍາເຫັນຜູ້ອ່ານຈໍານວນໜຶ່ງທີ່ລ້ວນ ແຕ່ເປັນຜູ້ປົກຄອງເດັກມາແລ້ວ, ເຫັນວ່າການເບິ່ງແຍງລ້ຽງດູລູກ ຫລານນັ້ນບໍ່ງ່າຍ ອີງໃສ່ແຕ່ລະໄລ ຍະຂອງການພັດທະນາ, ແຕ່ສິ່ງສໍາ ຄັນຕ້ອງມີເປົ້າໝາຍຈະແຈ້ງໃນ ການອົບຮົມບົ່ມສອນເຂົາເຈົ້າ (ເດັກ ກໍ່ຄືລູກຫລານ) ແລະ ເຮົາ (ຜູ້ປົກ ຄອງ) ກໍ່ຄວນຍຶດໝັ້ນໃນການເປັນ ຕົວແບບທີ່ດີ ເພື່ອໃຫ້ເດັກໄດ້ສຶຶກ ສາຮໍ່າຮຽນເອົານໍາ. ສໍາຄັນໃນບັນ ດາຄໍາເຫັນ ຍັງເຫັນວ່າ ຄວນໃຫ້ເດັກ ໄດ້ຮັບການສຶກສາໃນລະດັບພື້ນ ຖານຈໍາເປັນໃດໜຶ່ງ ຕາມເງື່ອນໄຂ ທັງສ່ວນຕົວຂອງ ເດັກ ແລະ ເງື່ອນ ໄຂສະພາບແວດລ້ອມ, ພ້ອມດຽວ ກັນກໍ່ຍັງຕ້ອງສຶກສາອົບຮົມໃຫ້ຮູ້- ຮັກວັດທະນະທໍາອັນດີງາມຂອງ ຊາດລາວ ນັ້ນແມ່ນຈໍາເປັນ. ມີຄໍາຄິດຄໍາເຫັນຈໍານວນບໍ່ໜ້ອຍ * ຫລາຍບົດຜ່ານມາ ກໍ່ເຄີຍນໍາ ສະເໜີຄໍາສັບຊຸມໜຶ່ງທີ່ມີຄວາມ ໝາຍຄ້າຍຄືກັນ ເຊິ່ງສະຖາບັນຄົ້ນ ຄວ້າວິທະຍາສາດສັງຄົມແຫ່ງຊາດ ກໍານົດຊື່ຄໍາສັບເຫລົ່ານີ້ວ່າ ຄໍາພ້ອງ ຄວາມໝາຍ. ອາດຈະເວົ້າໄດ້ວ່າ ເປັນຄວາມອຸດົມຮັ່ງມີໃນຄັງສາງ ວັດຈະນະຂອງລາວເຮົາ. ອີງຕາມວັດຈະນານຸກົມຄໍາພ້ອງ ຄວາມໝາຍ ແລະ ສໍານວນ ລາວ ຈັດພິມໂດຍສະຖາບັນຄົ້ນຄວ້າ ວິທະ ຍາສາດແຫ່ງຊາດ ລະເອົາໄວ້ຄື: ຄໍາ “ປະກາດ” ເປັນຄໍາກໍາມະ ໝາຍ ເຖິງອາການບອກເລື່ອງໃດໜຶ່ງໃຫ້ ຄົນທົ່ວໄປຮູ້ດ້ວຍວິທີໃຊ້ສຽງເວົ້າ ໃຫ້ດັງ ຫລື ໃຊ້ວິທີຂຽນ ນໍາໄປຕິດ ໃສ່ຫລາຍບ່ອນ, ເລື່ອງທີ່ນໍາໄປປະ ກາດ ໄດ້ແກ່ເລື່ອງການເຄື່ອນໄຫວ ໃດໜຶ່ງທີ່ເປັນກິດຈະການທາງສັງ ຄົມ ກ່ຽວກັບການຄ້າ, ການບັນ ເທີງ... ເພື່ອໃຫ້ຄົນສົນໃຈເຂົ້າຮ່ວມ ຫລື ສົນໃຈ ຊື້-ຂາຍ ດ້ວຍຄວາມສະ ໝັກໃຈ ເຊັ່ນ: ປະກາດຂາຍເຄື່ອງ ຫ້ອງການອັນທີ່ເກົ່າແລ້ວ; ປະກາດ ຂາຍສິດນໍາໃຊ້ທີ່ດິນຂອງບຸກຄົນ; ປະກາດລາຍງານສະແດງວົງດົນ ຕີໃຫຍ່; ປະກາດການຈັດບຸນຊ່ວງ ເຮືອ... ຄໍາ: “ປ່າວ” ໝາຍເຖິງອາການ ນໍາເລື່ອງໃດໜຶ່ງເວົ້າໃຫ້ຄົນໄດ້ຍິນ ຢູ່ຫລາຍບ່ອນ ຫລື ໃຊ້ສຽງເວົ້າດັງ ຢູ່ບ່ອນໜຶ່ງໃຫ້ຫລາຍຄົນໄດ້ຍິນນໍາ ກັນ. ເລື່ອງທີ່ນໍາມາປ່າວ ຈະກ່ຽວ ກັບເລື່ອງດີ ຫລື ເລື່ອງບໍ່ດີກໍ່ໄດ້, ຈຸດ ເນັ້ນສໍາຄັນຂອງຄວາມໝາຍແມ່ນ ເວົ້າໃຫ້ດັງ, ໃຫ້ກະຈາຍໄປ ເພື່ອໃຫ້ ຫລາຍຄົນໄດ້ຍິນນໍາກັນ. ຕາມການ ສຶກສາມາ, ຄໍານີ້ ໃຊ້ຫລາຍໃນທາງ ພາສາເວົ້າ ແລະ ໃຊ້ຫລາຍໃນໄລຍະ ກ່ອນນີ້ 30 ກວ່າຄືນຫລັງ, ໃນໄລ ຍະຕໍ່ໆມາຄໍານີ້ມີການໃຊ້ອ່າວໜ້ອຍ ລົງ, ໃຊ້ຄໍາ “ປະກາດ” ຫລາຍຂຶ້ນ, ທັງທີ່ມັນມີຄວາມໝາຍສະເພາະ ກໍລະນີ ຫລື ຄວາມໝາຍໃນຕົວ ຂອງ ມັນ, ເຖິງວ່າມີຄວາມໝາຍຄ້າຍ ກັນກໍ່ຕາມ. ຄໍາ: ປ່າວ ແລະ ປະກາດ ເປັນຄໍາ ກິລິຍາ ຫລື ຄໍານາມ, ມີຄວາມໝາຍ ໃນແວດວົງດຽວກັນ ກ່ຽວກັບພຶດຕິ ກໍາກ່າວເວົ້າອອກໄປຂອງຄົນ, ແຕ່ ມີຄວາມໝາຍສະເພາະ ແລະ ໃຊ້ໃນ ກໍລະນີຕ່າງກັນ... ສອງຄໍາທີ່ນໍາສະເໜີເປັນຄໍາກິລິ ຍາ ຫລື ໝາຍເຖິງອາການຂອງຄົນ, ມີຄວາມໝາຍໃນແວດວົງດຽວກັນ ກ່ຽວກັບພຶດຕິກໍາກ່າວເວົ້າອອກ ໄປຂອງຄົນ, ແຕ່ມີຄວາມໝາຍສະ ເພາະ ແລະ ໃຊ້ໃນກໍລະນີຕ່າງກັນ ຄື ປ່າວ ຈະບໍ່ໃຊ້ວິທີຂຽນ, ປະກາດ ໃຊ້ ທັງວິທີເປັ່ງສຽງໃຫ້ດັງ ແລະ ຂຽນ ເປັນໜັງສື. ສ່ວນຄໍາ ແຈ້ງ ເປັນກໍາມະ ໝາຍ ເຖິງ ບອກ, ສະແດງ, ຮູ້ດັ່ງວ່າຂໍແຈ້ງ ໃຫ້ຊາບວ່າມື້ອື່ນຈະມີປະຊຸມຢູ່ຫ້ອງ ການບ້ານ ເວລາ 19:00 ໂມງ; ຂໍ ແຈ້ງຕໍ່ບັນດາ ທ່ານ... ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. * ການຈັດຕັ້ງປະຕິບັດແຜນ ພັດທະນາຂະແໜງການເງິນ 5 ປີ (2021-2025) ມາຮອດປັດຈຸ ບັນ, ບັນດາກົມໄດ້ຜັນຂະຫຍາຍ ແຜນພັດທະນາຂະແໜງການເງິນ ແຫ່ງລັດ 5 ປີ (2021-2025) ເປັນແຜນດຳເນີນງານ, ແຜນວຽກ ລະອຽດຂອງບັນດາກົມ, ມີການ ແບ່ງຄວາມຮັບຜິດຊອບ ແລະ ໄດ້ ເລີ່ມຈັດຕັ້ງປະຕິບັດແຕ່ກາງປີ 2021 ເປັນຕົ້ນມາ. ແຕ່ການຈັດຕັ້ງ ຜັນຂະຫຍາຍຕົວຈິງ ຍັງພົບກັບ ຄວາມຫຍຸ້ງຍາກ ສົ່ງຜົນຕໍ່ກັບການ ຈັດຕັ້ງປະຕິບັດແຜນພັດທະນາຂະ ແໜງການເງິນແຫ່ງລັດ ໂດຍສະ ເພາະແຜນງົບປະມານແຫ່ງ ລັດປີ 2021-2022 ຫລາຍພໍສົມຄວນ. ຂອງຜູ້ປົກຄອງຮຸ່ນກ່ອນເປັນຫ່ວງ ເລື່ອງການອະນຸລັກຮັກສາ ແລະ ສົ່ງ ເສີມວັດທະນະທໍາອັນດີງາມຂອງ ລາວ, ທ່າມກາງກະແສຟອງຂອງ ການພັດທະນາ ເຊິ່ງມີການຕິດຕໍ່ພົວ ພັນພາຍນອກທີ່ຍາກຈະຈໍາກັດ, ຍ້ອນມີສ່ວນສໍາຄັນມາຈາກປັດໄຈ ຄວາມກ້າວໜ້າທາງເຕັກໂນໂລຊີ ໂທລະຄົມມະນາຄົມ ແລະ ການສື່ ສານ ດັ່ງພວກເຮົາເຄີຍໄດ້ຍິນໃນນິ ທານບູຮານ“ຫູທິບຕາທິບ”, ດຽວນີ້ ເບິ່ງກວ້າງເຫັນໄກໄປທົ່ວໂລກ (ຜ່ານ ສື່ໃໝ່ ໃນເຄືອຂ່າຍອິນເຕີເນັດ) ຈຶ່ງ ເກີດມີການລອກແບບ, ສົມທຽບ, ນໍາເຂົ້າ(ມີການເລືອກເຟັ້ນແດ່ ແລະ ບໍ່ເລືອກເຟັ້ນແດ່)... ໄວເດັກ, ໄວໜຸ່ມ ມີຄົນປຽບທຽບ ຄືດັ່ງ “ເຈ້ຍຂາວ”, ມັກຊອກຮູ້-ສໍ້ ຖາມ ແລະ ກ່າຍແບບ ຫລື ລອກແບບ ເຊິ່ງເປັນເລື່ອງປົກກະຕິ ຂອງຈິດຕະ ສາດຄົນໄປຕາມໄວອາຍຸ. ໄວຊອກຮູ້ ແລະ ກ່າຍແບບ ຫລື ເຮັດຕາມຢ່າງ ບໍ່ເລືອກເຟັ້ນ ມັກຈະນອນໃນໄວ ເດັກ-ເຍົາວະຊົນ-ຊາວໜຸ່ມ ເພາະ ໄວອາຍຸນີ້ ມີຄວາມກະຕືລືລົ້ນເປັນ ພິເສດ. ສະນັ້ນ ການອົບຮົມບົ່ມສອນ ໃນໄວເດັກ ຈຶ່ງສໍາຄັນ ແລະ ບໍ່ຍາກ ເມື່ອທຽບໃສ່ການອົບຮົມບົ່ມສອນຜູ້ ໃຫຍ່, ສະນັ້ນ ສຸພາສິດບູຮານລາວ ຈຶ່ງກ່າວເອົາໄວ້ວ່າ “ໄມ້ແກ່ກາຍ ຍາມເບັດ ເຫັດແກ່ ກາຍຍາມກິນ”, ບໍ່ອະທິບາຍ ພວກເຮົາກໍ່ຮູ້ໃນຄວາມ ໝາຍອັນເລິກເຊິ່ງທີ່ແຝງໄວ້ໃນຄໍາ ສອນດັ່ງກ່າວ. ການອົບຮົມບົ່ມສອນແຕ່ໄວເດັກ ດີກວ່າມາສອນຍາມໜຸ່ມ ແລະ ອັນ ສໍາຄັນກໍ່ແມ່ນການເປັນຕົວແບບທີ່ດີ ເຊິ່ງ ສຸພາສິດລາວກໍ່ມີມາວ່າ “ແມ່ ມານບອກຢາປ້າງ ແມ່ຮ້າງບອກຢາ ສະເໜ ຄົນໂລເລສັ່ງສອນຄວາມຮູ້ ອັນນີ້ກໍ່ບໍ່ນັບ”. ຄູ-ອາຈານຫລາຍ ທ່ານ ເວົ້າວ່າ ການອົບຮົມບົ່ມສອນ ດ້ວຍການປະພຶດເປັນແບບຢ່າງ ຈະເຫັນຜົນທັນຕາກວ່າການເວົ້າ ແຕ່ທິດສະດີ. ຫລາຍຄົນກໍ່ສະແດງ ຄວາມເປັນຫ່ວງວ່າ ວັດທະນະທໍາ ອັນດີງາມເຮົາສືບທອດກັນມາບາງ ອັນອາດຈະຖືກຫລົງລືມ, ໂດຍສະ ເພາະການເຄົາລົບ ນັບຖືຜູ້ອາວຸໂສ, ບຸບພະກາລີ, ຄວາມຮັກແພງຍາດ ຕິພີ່ນ້ອງ...ດ້ວຍຮູບແບບ ແລະ ວິທີ ສະແດງອອກຕ່າງໆ, ທັງການປົກ ປັກຮັກສາຂະໜົບທໍານຽມ, ສິລະ ປະ-ວັດທະນະທໍາມູນເຊື້ອດີງາມ. ອັນທີ່ເພິ່ນມີຄວາມເປັນຫ່ວງແມ່ນ ຄວາມສົນໃຈຂອງເດັກ ທີ່ປ່ຽນແປງ ໄປທາງຕາເວັນຕົກ, ວັດທະນະທໍາ ຊອດກະຈາ... ຢ້ານວ່າບັນດາຄຸນ ຄ່າແຫ່ງວັດທະນະທໍາອາດຖືກກືນ ກິນ. ມີຫລາຍຄໍາຄິດເຫັນວ່າ ຜ່ານ ມາກໍ່ໄດ້ປະຕິບັດເຫັນຜົນດີຫລາຍ ແລ້ວ ແລະ ຕ້ອງການໃຫ້ສືບຕໍ່ ນັ້ນກໍ່ ຄືການເປີດໃຫ້ມີເວທີການສະແດງ ອອກຂອງເດັກຢ່າງມີການຄວບ ຄຸມ, ທັງເພື່ອເປັນການສົ່ງເສີມໃຫ້ ເດັກໄດ້ມີບ່ອນສະແດງອອກຊຶ່ງ ຄວາມຄິດ ແລະ ສະຕິປັນຍາ, ທັງເພື່ອ ໃຫ້ຮູ້ວ່າທິດສະດີທີ່ພວກເຮົາອົບຮົມ ບົ່ມສອນໄປນັ້ນມັນໄດ້ຜົນສໍ່າໃດ, ເພື່ອໃຫ້ເຫັນຮ່ອມທາງເພື່ອການປັບ ປຸງໃຫ້ສອດຄ່ອງ (ກວ່າເກົ່າ). ສະຫລຸບວ່າ ການພັດທະນາເດັກ ສົມຄວນສືບຕໍ່ໃຫ້ການສຶກສາແກ່ ເຂົາເຈົ້າໃນລະດັບພື້ນຖານອັນແນ່ ນອນໃດໜຶ່ງ ໂດຍຄຽງຄູ່ກັບການ ອົບຮົມບົ່ມສອນໃຫ້ຮູ້ຮັກວັດທະນະ ທໍາອັນດີງາມຂອງລາວ. ຜ້າຂາວ ໃນວັນນີ້ ຈະມີສີສັນສວຍງາມກໍ່ຕໍ່ ເມື່ອພວກເຮົາເຮັດດີທີ່ສຸດໃນການ ພັດທະນາເດັກ, ທັງໝົດກໍ່ເພື່ອໃຫ້ ອະນາຄົດມີຊັບພະຍາກອນມະນຸດ ທີ່ພຽງພ້ອມ ດ້ວຍຄຸນສົມບັດສິນທໍາ ປະຕິບັດ, ຄວາມຮູ້-ຄວາມສາມາດ ທີ່ຖືກຕ້ອງກັບຄວາມຮຽກຮ້ອງ ຕ້ອງການຂອງການພັດທະນາ ຕາມ ທິດກ້າວສູ່ສັງຄົມນິຍົມ. xtdkf{xjk;{c9h' .orklk]k; ຊວງການເງິນ, ໄດ້ຍົກໃຫ້ເຫັນວ່າ: ໄລຍະຜ່ານມມາ: ກະຊວງການເງິນ ກໍ່ໄດ້ຄົ້ນຄວ້າ ແລະ ອອກຫລາຍ ມາດຕະການ ເພື່ອເປັນພື້ນຖານ ໃນການຈັດຕັ້ງຜັນຂະຫຍາຍວາ ລະແຫ່ງຊາດ ກ່ຽວກັບການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ ກໍ່ຄືການເພີ່ມທະ ວີການຄຸ້ມຄອງ ແລະ ຕ້ານການຮົ່ວ ໄຫລຂອງລາຍຮັບງົບປະມານແຫ່ງ ລັດ ແລະ ຄຸ້ມຄອງລາຍຈ່າຍຕາມ ນະໂຍບາຍປະຢັດ ແລະ ຕ້ານການ ຟຸມເຟືອຍ ແນໃສ່ເພື່ອສູ້ຊົນຈັດຕັ້ງ ປະຕິບັດແຜນງົບປະມານແຫ່ງລັດ ໃຫ້ໄດ້ຕາມຄາດໝາຍ. ຜ່ານການ ຈັດຕັ້ງປະຕິບັດແຜນພັດທະນາຂະ ແໜງການເງິນແຫ່ງລັດກາງສະໄໝ ເຖິງວ່າຈະພົບຄວາມຫຍຸ້ງຍາກ ຫລາຍດ້ານ, ແຕ່ຂະແໜງການເງິນ ກໍ່ໄດ້ສຸມທຸກຄວາມພະຍາຍາມປະ ສານສົມທົບກັບຂະແໜງການທີ່ ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງ ຖິ່ນຂຸດຄົ້ນ, ຂົນຂວາຍທຸກທ່າແຮງ ບົ່ມຊ້ອນ ເພື່ອຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ແລະ ແຜນງົບປະມານແຫ່ງ ລັດ ໃນແຕ່ລະປີ ມີຜົນສຳເລັດຕາມ ມະຕິສະພາແຫ່ງຊາດຮັບຮອງ ຊຶ່ງ ໄດ້ມີການປັບປຸງນະໂຍບາຍການ ເງິນ, ການສ້າງ ແລະ ປັບປຸງນິຕິກຳ ຂະແໜງການເງິນ, ການປະຕິຮູບ ແລະ ຫັນເປັນທັນສະໄໝລະບົບການ ຄຸ້ມຄອງລາຍຮັບ-ລາຍຈ່າຍ, ການ ຄຸ້ມຄອງ ແລະ ພັດທະນາການຈັດ ຕັ້ງ-ບຸກຄະລາກອນ ເພື່ອຮັບປະກັນ ສະຖຽນລະພາບທາງດ້ານການຄຸ້ມ ຄອງເສດຖະກິດມະຫາພາກ, ແກ້ໄຂ ສະພາບຄວາມຫຍຸ້ງຍາກທາງດ້ານ ການເງິນ, ຊຸກຍູ້ສົ່ງເສີມການລົງ ທຶນ, ການຜະລິດ ແລະ ການດຳເນີນ ທຸລະກິດ, ເຮັດໃຫ້ຂະແໜງການ ເງິນມີຄວາມໂປ່ງໃສ, ແກ້ໄຂປະກົດ ການຫຍໍ້ທໍ້ ແລະ ຂຸດຄົ້ນແຫລ່ງລາຍ ຮັບທີ່ຍັງບົ່ມຊ້ອນໃຫ້ເພີ່ມຂຶ້ນ ຊຶ່ງ ສະແດງອອກໃນການຈັດຕັ້ງປະຕິ ບັດໃນແຕ່ລະປີ ເປັນຕົ້ນ: ການປະຕິ ດັ່ງນັ້ນ, ເມື່ອທ້າຍອາທິດທີ່ຜ່ານ ມາ, ກົມນະໂຍບາຍການເງິນ ກະ ຊວງການເງິນ, ໄດ້ຈັດກອງປະຊຸມ ປຶກສາຫາລືປະກອບຄໍາຄິດເຫັນ ໃສ່ຮ່າງບົດສະຫລຸບຕີລາຄາການ ຈັດຕັ້ງປະຕິບັດແຜນພັດທະນາ ຂະແໜງການເງິນແຫ່ງລັດ 5 ປີ (201-2025),ໂດຍການເປັນປະ ທານຂອງທ່ານ ສັນຕິພາບ ພົມວິ ຫານ ລັດຖະມົນຕີກະຊວງການ ເງິນ, ມີບັນດາຫົວໜ້າກົມ-ຮອງ ຫົວໜ້າກົມ ຫົວໜ້າພະແນກ-ຮອງ ຫົວໜ້າພະແນກອ້ອມຂ້າງກະຊວງ ການເງິນ, ພ້ອມດ້ວຍພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະ ຊຸມ ທ່ານ ນາງ ສີຟົງ ອຸມະວົງ ຮອງ ຫົວໜ້າກົມນະໂຍບາຍການເງິນ ກະ ບັດແຜນລາຍຮັບງົບປະມານເຫັນ ວ່າມີທ່າຕັ້ງໜ້າ ຊຶ່ງການຈັດເກັບ ເພີ່ມຂຶ້ນ ແລະ ເກີນແຜນໃນແຕ່ລະປີ, ການປະຕິບັດແຜນລາຍຈ່າຍງົບ ປະມານ ໄດ້ຈັດລຽງບູລິມະສິດແຕ່ ລະປະເພດລາຍຈ່າຍຮັບປະກັນໄດ້ ການເບີກຈ່າຍສໍາເລັດທັນຕາມກໍາ ນົດເວລາ, ການຂາດດຸນງົບປະມານ ໄດ້ຫລຸດລົງເທື່ອລະກ້າວ. ໂອກາດດັ່ງກ່າວ, ທ່ານ ສັນຕິ ພາບ ພົມວິຫານ ລັດຖະມົນຕີກະ ຊວງການເງິນ, ໄດ້ມີຄໍາເຫັນຕໍ່ກອງ ປະຊຸມໂດຍໃຫ້ຮູ້ວ່າກອງປະຊຸມໃນ ຄັ້ງນີ້ແມ່ນຈະໄດ້ພ້ອມກັນຄົ້ນຄ້ວາ ປຶກສາຫາລືຕໍ່ການສະຫລຸບຕີລາຄາ ການຈັດຕັ້ງປະຕິບັດແຜນພັດທະນາ ຂະແໜງການເງິນແຫ່ງລັດ 5 ປີ (2021-2025) ກາງສະໄໝກໍ ຄື ການຈັດຕັ້ງປະຕິບັດແຕ່ໄລຍະປີ 2021 ຫາປັດຈຸບັນ (ກາງປີ 2023) ເພື່ອເຫັນໄດ້ຄວາມຄືບໜ້າການພັດ ທະນາທີ່ພົ້ນເດັ່ນໃນແຕ່ລະດ້ານ, ສາເຫດທີ່ພາໃຫ້ມີຜົນສໍາເລັດ ແລະ ຂໍ້ຄົງຄ້າງ ເພື່ອຈະໄດ້ພ້ອມກັນຄົ້ນ ຄວ້າປຶກສາຫາລືກ່ຽວກັບທິດທາງ ລວມ ແລະ ຄາດໝາຍສູ້ຊົນ ກໍຄືການ ກໍານົດແຜນວຽກຈຸດສຸມໃນ ແຕ່ລະ ດ້ານ ແຕ່ນີ້ຮອດປີ 2025 ທີ່ບັນດາ ກົມ, ສະຖາບັນອ້ອມຂ້າງກະຊວງ ການເງິນ ຈະຕ້ອງມີຄວາມຮັບຜິດ ຊອບສູງ ໃນການຈັດຕັ້ງປະຕິບັດບັນ ດາວຽກງານຈຸດສຸມ ທີ່ຢູ່ໃນຄວາມ ຮັບຜິດຊອບຂອງຕົນໃຫ້ບັນລຸຕາມ ຄາດໝາຍທີ່ໄດ້ກໍານົດໄວ້ ເພື່ອໃຫ້ ການຄຸ້ມຄອງການເງິນແຫ່ງລັດ ມີ ຄວາມເຂັ້ມແຂງ, ໂປ່ງໃສ, ຖືກຕ້ອງ ຄົບຖ້ວນ ແລະ ວ່ອງໄວຍິ່ງຂຶ້ນ ເທື່ອ ລະກ້າວ ແລະ ສາມາດຕອບສະ ໜອງ ໄດ້ຂໍ້ມູນໃຫ້ທັນການຖືກກັບ ສະພາບຕົວຈິງໃນແຕ່ລະໄລຍະ ແລະ ສາມາດສະຫລຸບຕີລາຄາໄດ້ເຖິງ ຕົວຊີ້ວັດໃນໄລຍະທ້າຍສະໄໝຂອງ ການຈັດຕັ້ງປະຕິບັດ.

RkJQdWJsaXNoZXIy MTc3MTYxMQ==