5632

08 xtgmf]k; 37ltok c]t []== dyy ko 05/06/2023 ໂຄງການຜະລິດໂບຣມິນ ​ເປັນໂຄງ ການທຳອິດໃນນິຄົມອຸດສາຫະກໍາ ອາຊີ-ໂປຕາສສາກົນສໍາເລັດການ ທົດລອງນຳໃຊ້ເຄື່ອງຈັກ ເຊິ່ງ “ຄວາມ ໄວຂອງອາຊີ-ໂປຕາສ” ບັນລຸຜົນ ເປັນຈິງ,ສັນຍາວ່າຈະສ້າງ “ສິ່ງມະ ຫັດສະຈັນຂອງ ສປປ ລາວ” ຕື່ມອີກ. ໃນເວລາ 10:00 ໂມງ ຂອງ ວັນທີ 31 ພຶດສະພາ 2023 ໄດ້ມີພິທີ ສະເຫລີມສະຫລອງຜົນສໍາເລັດການ ທົດລອງນໍາໃຊ້ເຄື່ອງຈັກການຜະລິດ ໂຄງການໂບຣມິນ 10.000 ໂຕນ/ປີ ທີ່ເປັນໂຄງການ ອະໂປຕາສທຳອິດ ໂດຍບໍລິສັດ ວັດສະດຸໃໝ່ອາ¬ຊີຈໍາກັດ ໃນເຂດນິຄົມອຸດສາຫະກໍາໝູນ¬ວຽນ ອັດສະລິຍະອາຊີ-ໂປຕາສສາກົນ ຢູ່ ແຂວງຄໍາມ່ວນ ສປປ ລາວ. ໂຄງການ ດັ່ງກ່າວ ໄດ້ເລີ່ມດໍາເນີນການກໍ່ສ້າງ ແຕ່ເດືອນພະຈິກ 2022 ຈົນຮອດ ເດືອນພຶດສະພາ 2023 ແມ່ນສໍາເລັດ ການກໍ່ສ້າງ ແລະ ທົດລອງການຜະລິດ ເຊິ່ງໃຊ້ເວລາພຽງ 6 ເດືອນກໍສາມາດ ບັນລຸການເຊື່ອມໂຍງທົ່ວສາຍການ ຜະລິດ. ມາຮອດເວລາ 16:00 ໂມງ ຂອງວັນທີ 30 ພຶດສະພາ 2023 ໂຄງ ການໄດ້ເດີນເຄື່ອງຈັກການຜະລິດຢ່າງ ໝັ້ນຄົງເປັນເວລາ 72 ຊົ່ວໂມງ, ປະ ລິມານການຜ¬ລິດໂບຣມິນ ສູງສຸດຕໍ່ ວັນແມ່ນກາຍ 36 ໂຕນ, ປະລິມານ ການຜະລິດສູງສຸດຕໍ່ວັນແມ່ນບັນລຸ 120% ຂອງກໍາລັງການຜະລິດທີ່ ໄດ້ອອກແບບ ເຊິ່ງເປັນສັນຍາລັກວ່າ ໂຄງການດັ່ງກ່າວໄດ້ສໍາເລັດການ ທົດລອງນຳໃຊ້ເຄື່ອງຈັກຜະລິດ ແລະ ບັນລຸການຜະລິດຕາມເປົ້າໝາຍ, ທັງ ເກີນຄາດໝາຍ ເຊິ່ງເປັນການເປີດ ມ່ານອຸດສາຫະກຳ ອະໂປຕາສຂອງ ບໍລິສັດອາຊີ-ໂປຕາສສາກົນ ຢ່າງເປັນ ທາງການ ເຊິ່ງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຕາງໜ້າລັດຖະບານ ໄດ້ສົ່ງສານ ຊົມເຊີຍ ແລະ ສະແດງຄວາມຍິນດີຕໍ່ ຜົນສໍາເລັດຂອງໂຄງການ. ເປັນກຽດເຂົ້າຮ່ວມໃນພິທີຄັ້ງນີ້, ມີ ທ່ານ ຄໍາແພງ ໄຊສົມແພງ ລັດຖະ ມົນຕີປະຈໍາສໍານັກງານນາຍົກລັດຖະ ມົນຕີ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ສະຖາບັນດິດ ອິນສີ ຊຽງໃໝ່ ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ, ທ່ານນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນ ຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ວັນໄຊ ພອງສະຫວັນເຈົ້າແຂວງຄໍາ ມ່ວນ ແລະ ບັນດາການນຳຈາກກະ ຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງແຮງງານແລະ ສະຫວັດດີການສັງຄົມ, ກະຊວງກະສິ ກໍາ ແລະ ປ່າໄມ້, ກະຊວງສຶກສາທິການ ແລະ ກິລາ, ລັດວິສາຫະກິດໄຟຟ້າລາວ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ເຂົ້າ ຮ່ວມລວມທັງໝົດ 120 ກວ່າທ່ານ. ພ້ອມນີ້, ຍັງມີ ທ່ານນາງ ລິວປິງ ຢ້ຽນ (Liu Bingyan) ກຳມະການບໍ ລິຫານ, ເລຂານຸການສະພາບໍລິຫານ, ຮອງປະທານ, ທ່ານ ເຈິ້ງ ໂຢວເຢ້ (Zheng Youye) ກຳມະການບໍລິ ຫານ, ຮອງປະທານ, ທ່ານ ທົງ ໂຢງເຫີງ (Tong Yongheng) ຮອງປະທານ, ຜູ້ອໍານວຍບໍລິສັດຊີໂນ-ອາກຣີໂປຕາສ ຈໍາກັດ, ທ່ານ ຊູ່ ເຊຈູນ(Su Xuejun) ຮອງປະທານ, ຫົວໜ້າກຳມະການກວດ ກາການເງິນ, ທ່ານ ລິວ ໂຢງກ່າງ(Liu Yonggang) ຮອງປະທານ ແລະ ບັນ ດາຄະນະບໍລິຫານຂັ້ນສູງຂອງຊີໂນອາກຣີໂປຕາສ, ໜ່ວຍງານຮັບເໝົາ ກໍ່ສ້າງໂຄງການ, ບັນດາວິສາຫະກິດ ຮ່ວມມືແຕ່ຕົ້ນນ້ຳເຖິງປາຍນ້ຳ ຂອງ ໂຄງ¬ການອຸດສາຫະກໍາໂບຣມິນ, ບັນດາສື່ມວນຊົນຕ່າງໆຈໍານວນ 300 ກວ່າຄົນ ກໍໄດ້ເຂົ້າຮ່ວມພິທິຄັ້ງນີ້. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວວ່າ: ອາຊີ-ໂປຕາສ ເປັນຕົວແບບທີ່ດີໃນການຊຸກຍູ້ການ ພັດທະນາອຸດສາຫະກໍາ ແລະ ບໍ່ແຮ່, ປະກອບສ່ວນເຂົ້າໃນການສ້າງລາຍຮັບ ດ້ານການເງິນ ໃຫ້ປະເທດຊາດ ແລະ ການພັດທະນາທ້ອງຖິ່ນ, ສ້າງຊື່ສຽງ ດ້ານການຂຸດຄົ້ນບໍ່ແຮ່ໃຫ້ແກ່ປະເທດ ລາວ ໂດຍສະເພາະອຸດສາຫະກໍາເກືອ ໂປຕາສ, ເປັນການຊຸກຍູ້ການພົວ ພັນ ຮ່ວມມືລະຫວ່າງລາວ-ຈີນ. ໂຄງການ ນິຄົມອຸດສາຫະກໍາອາຊີ-ໂປຕາສສາ ກົນ ເປັນໂຄງການອຸດສາຫະກໍາສາ ມາດຊຸກຍູ້ເສດຖະກິດເຂັ້ມແຂງ, ຫັນ ປ່ຽນຫລາຍດ້ານຂອງ ສປປລາວ ເປັນ ຕົ້ນຍົກປະສິດທິພາບຂະແໜງການ ຜະລິດ, ການພັດທະນາຊັບພະຍາກອນ ມະນຸດ, ສ້າງລະບຽບວິໄນ, ພັດທະນາ ລະບົບຕ່ອງໂສ້ອຸດສາຫະກໍາ ແລະ ລະ ບົບການສະໜອງຄວາມຕ້ອງການ, ສ້າງກຸ່ມວິສາຫະກິດຂະໜາດນ້ອຍກາງ, ຖ່າຍທອດຄວາມຮູ້ ແລະ ເຕັກໂນ ໂລຊີ, ດຶງດູດການລົງ¬ທຶນ ແລະ ອື່ນໆ, ຊ່ວຍສ້າງລາຍຮັບໃຫ້ແກ່ປະເທດຊາດ ແລະ ປະຊາຊົນ. ດັ່ງທີ່ເວົ້າມາຂ້າງເທິງ, ໂຄງການດັ່ງກ່າວສາມາດຊຸກຍູ້ໃຫ້ ຫລາຍພາກສ່ວນຮວມຕົວກັນ, ຮ່ວມກັນ ພັດທະນາ. ຖ້າຫາກວ່າໂຄງການດັ່ງ ກ່າວ ທີ່ສາມາດດໍາເນີນໄປຕາມສັນຍາ, ພັດທະນາວ່ອງໄວໄປຕາມເປົ້າໝາຍ, ການຄາດຫວັງ ແລະ ແຜນການທີ່ກໍາ ນົດຈະເປັນການຊ່ວຍຊຸກຍູ້ການພັດທະ ນາເສດຖະກິດຂອງແຂວງຄໍາມ່ວນ ກໍຄື ຂອງ ສປປ ລາວ ໃຫ້ເຂັ້ມແຂງຍິ່ງຂຶ້ນ. ທ່ານ ວັນໄຊ ພອງສະຫວັນ ເຈົ້າ ແຂວງຄໍາມ່ວນ ກໍໄດ້ກ່າວວ່າ: ບໍລິສັດ ຊີໂນ-ອາກຣີໂປຕາສ ຈໍາກັດ ທີ່ສັງກັດຢູ່ ອາຊີ-ໂປຕາສສາກົນ ເປັນວິສາຫະກິດ ຕົວແບບໃນບັນດາວິສາຫະກິດ ທີ່ດໍາ ເນີນກິດຈະ ການດ້ານບໍ່ແຮ່ຢູ່ແຂວງຄໍາ ມ່ວນ, ບໍລິສັດໄດ້ພັດທະນາກິດຈະການ ຂອງຕົນຢ່າງຕໍ່ເນື່ອງ, ສ້າງໂຄງການ ອຸດສາຫະກໍາຫລາຍຢ່າງ. ອາຊີ-ໂປ ຕາສ ເຄົາລົບ ແລະ ປະຕິບັດກົດໝາຍ, ນັບຖືຮີດຄອງປະເພນີທ້ອງຖິ່ນ, ກະ ຕືລືລົ້ນໃນການປະຕິບັດພັນທະດ້ານ ສັງຄົມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນວຽກງານການພັດທະນາສັງຄົມ ຂອງແຂວງຄໍາມ່ວນ ແລະ ບັນດາເມືອງ ອ້ອມຂ້າງ, ສ້າງວຽກເຮັດງານທໍາຈໍາ ນວນຫລວງຫລາຍໃຫ້ແກ່ປະຊາຊົນ, ຍົກລະດັບ ແລະ ປັບປ່ຽນເງື່ອນໄຂຊີ ວິດການເປັນຢູ່ຂອງປະຊາຊົນ. ການ ປະກອບສ່ວນດ້ານສັງຄົມທີ່ພົ້ນເດັ່ນ ຂອງບໍລິສັດ ແມ່ນການປະຕິບັດໂຄງ ການແກ້ໄຂຄວາມທຸກຍາກຢູ່ບ້ານ ຊຽງແຫວນ ເມືອງທ່າແຂກ ແຂວງ ຄໍາມ່ວນ, ຊ່ວຍສ້າງໂຮງຮຽນ, ຂົວ, ທາງ ແລະ ສວນຜັກໃນເຮືອນຮົ່ມ. ໂຄງການຜະລິດໂບຣມິນ 10.000 ໂຕນ/ປີ ຂອງອາຊີ-ໂປຕາສ ໄດ້ສໍາເລັດ ການທົດລອງຜະລິດ, ການພັດທະນາ ໂປຕາສ ແລະ ອະໂປຕາສ ແມ່ນດຳເນີນ ໄປພ້ອມໆກັນ ເຊິ່ງເປັນການປະກອບ ສ່ວນອັນໃຫຍ່ຫລວງເຂົ້າໃນການພັດ ທະນາແຂວງຄໍາມ່ວນ ກໍຄື ສປປ ລາວ. ໃນເດືອນມີນາ ປີນີ້, ອາຊີ-ໂປຕາສ ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າ ໃຈ ໂຄງການກໍ່ສ້າງນິຄົມອຸດສາຫະ ກໍາໝູນວຽນອັດສະລິຍະ ອາຊີ-ໂປ ຕາສສາກົນຢູ່ແຂວງຄໍາມ່ວນ ເຊິ່ງ ເປັນການເລີ່ມຕົ້ນຈັດຕັ້ງປະຕິບັດຢ່າງ ຮອບດ້ານ ໂຄງການນິຄົມອຸດສາຫະ ກໍາທີ່ປະກອບດ້ວຍ 3 ເຂດຄື: ເຂດອຸດ ສາຫະກໍາຝຸ່ນໂປຕາສ, ເຂດອຸດສາຫະ ກໍາອະໂປຕາສ ແລະ ເຂດຕົວເມືອງອາ ຊີໂປຕາສ, ໂຄງການນິຄົມອຸດສາຫະ ກຳດັ່ງກ່າວ ແມ່ນການວາງແຜນພັດ ທະນາໂດຍຖືເອົາການສົ່ງເສີມການ ສະໜັບສະໜູນຂອງ ລັດຖະບານລາວ, ຊັບພະຍາກອນບໍ່ແຮ່, ຊັບພະຍາກອນ ພະລັງງານໄຟຟ້າ, ຕົ້ນທຶນດ້ານແຮງ ງານ ແລະ ທີ່ດິນເປັນສິ່ງພົ້ນເດັ່ນ ເພື່ອ ກຳແໜ້ນ, ປະສານສົມທົບກັບການ ຫັນເປັນອຸດສາຫະກຳ ແລະ ການຫັນ ເປັນຕົວເມືອງ, ພ້ອມທັງຂະຫຍາຍ ການເຊື່ອມຕໍ່ໄປຍັງການຫັນກະສິກຳ ແບບດັ້ງເດີມ ໄປສູ່ຮູບແບບກະສິກຳ ທີ່ທັນສະໄໝ, ຊຸກຍູ້ຮອບດ້ານເລັ່ງ ການພັດທະນາຂະແໜງ ບໍລິການ, ອອກແຮງສົ່ງເສີມ ສປປ ລາວ ປະກອບ ສ້າງໂຄງສ້າງອຸດສາຫະກຳ ທີ່ທົດ ແທນການນຳເຂົ້າ ແລະ ສົ່ງອອກເພື່ອ ສ້າງລາຍຮັບເງິນຕາ. ຄາດວ່າ ພາຍ ຫລັງໄດ້ດຳເນີນໂຄງການນິຄົມອຸດ ສາຫະກຳ ແລ້ວ, ແຕ່ລະປີຈະມອບລາຍ ຮັບການເງິນປະມານ 320 ລ້ານໂດລາ ສະຫະລັດ, ເພີ່ມການສຳຮອງເງິນຕາ ຕ່າງປະເທດປະມານ 1,7 ຕື້ໂດລາ, ຂັບເຄື່ອນການຈ້າງງານແຕ່ 30.000- 50.0000 ຄົນ. ໂຄງການຜະລິດໂບຣມິນ 10.000 ໂຕນ/ປີ ທີ່ສຳເລັດການທົດລອງຜະລິດ ໃນຄັ້ງນີ້, ເປັນໂຄງການທໍາອິດທີ່ໄດ້ ຮັບການກໍ່ສ້າງ ພາຍຫລັງການເຊັນບົດ ບັນທຶກຄວາມເຂົ້າໃຈ, ເປັນສຽງລະຄັງ ທຳອິດຂອງການພັດທະນາຊັບພະຍາ ກອນອະໂປຕາສ ຂອງບໍລິສັດອາຊີ-ໂປ ຕາສ. ໄລຍະກໍ່ສ້າງ 6 ເດືອນໄດ້ສ້າງ ສະຖິຕິ“ຄວາມໄວອາຊີ-ໂປຕາສ” ອີກ ຄັ້ງ, ຍັງເປັນການຢືນຢັນການປະຕິບັດ ຄໍາໝັ້ນສັນຍາຕໍ່ລັດຖະບານ ແລະ ຄວາມສາມາດການບັນລຸເປົ້າໝາຍ ຂອງອາຊີ-ໂປຕາສ. ທິມງານອາຊີ-ໂປ ຕາສ ກ່າວວ່າ: ຍຸດທະສາດການພັດທະ ນາແມ່ນບົນພື້ນຖານ “ຊັບພະຍາກອນ, ຂະໜາດ, ການປະດິດສ້າງໃໝ່”, ບໍລິ ສັດໄດ້ສ້າງແຜນຍຸດທະສາດການ ປະຕິບັດງານໃນໄລຍະຍາວ ແລະ ຊັດ ເຈນ, ໂຄງການໂບຣມິນ ເປັນພຽງ ຈຸດເລີ່ມຕົ້ນ, ໃນອະນາຄົດບໍລິສັດຈະ ພັດທະນາຄຸນຄ່າຂອງຊັບພະຍາກອນບໍ່ ແຮ່ ປະເທດລາວຢ່າງຮອບດ້ານ, ເລັ່ງ ຄວາມຄືບໜ້າຂອງອຸດສາຫະກໍາລາວ. ອີງຕາມການແຜນການຂອງອາຊີ-ໂປ ຕາສ, ຄຽງຄູ່ກັບການບັນລຸກຳລັງການ ຜະລິດ ຝຸ່ນໂປຕາສເຖິງ 5 ລ້ານໂຕນ/ ປີ, ໃນທ້າຍປີ 2025 ໂຄງການໂບຣມິນ ຂອງບໍລິສັດວັດສະດຸໃໝ່ອາຊີ ຈໍາກັດ ກໍຈະພະຍາຍາມຍາດແຍ່ງໃຫ້ບັນລຸກໍາ ລັງການຜະລິດໂບຣມິນ 50.000- 70.000ໂຕນ/ປີ ແລະ ສາຍການຜະ ລິດວັດສະດຸໃໝ່ຫລາຍສາຍບົນພື້ນ ຖານຂອງໂບຣມິນ, ສ້າງເປັນຖານການ ຜະລິດອຸດສາຫະກໍາວັດສະດຸໃໝ່ຂອງ ໂບຣມິນລະດັບໂລກ ຂອງ ສປ ລາວ. ຜົນສໍາເລັດການທົດລອງຜະລິດ ຂອງໂຄງການໂບຣມິນ ທີ່ເປັນໂຄງ ການທໍາອິດຈະຊ່ວຍດຶງດູດນັກລົງທຶນ ຈໍານວນຫລາຍເຂົ້າມາລົງທຶນຢູ່ລາວ, ເລັ່ງວຽກງານດຶງດູດການລົງທຶນໃນ ນິຄົມອຸດສາຫະກໍາ. ປັດຈຸບັນ ຍົກ ເວັ້ນໂຄງການໂບຣມິນແລ້ວ, ໂຄງການ ອະໂປຕາສອື່ນໆ ກໍ່ກໍາລັງເດີນໜ້າ ຢ່າງຮອບດ້ານ, ໃນນັ້ນໂຄງການຄລໍ- ອານຄາໄລ (chlor-alkali), ໂຄງການ ສານກັນໄຟ (Flame retardant), ໂຄງການເກືອບໍລິໂພກ ກໍສໍາເລັດການ ຕົກລົງກັນ ແລະ ຈະຈັດຕັ້ງປະຕິບັດ, ໂຄງການຝຸ່ນປະສົມ ກໍກໍາລັງດຳເນີນ ໄປຢ່າງຕັ້ງໜ້າ, ຄາດຄະເນກໍາລັງ ການຜະລິດໄລຍະທີ 1 ແມ່ນ 300.000 ໂຕນ, ຕາມການຄາດຄະເນເບື້ອງຕົ້ນ ສາມາດຊ່ວຍປະເທດລາວປະຢັດ ລາຍຈ່າຍເງິນຕາຕ່າງປະເທດປະມານ 150 ລ້ານໂດລາ ແລະ ເພີ່ມວຽກ ເຮັດງານທໍາ 1.000 ຄົນ. ພ້ອມກັນນັ້ນ, ອາຊີ-ໂປຕາສ ຍັງ ຈະດໍາເນີນການສໍາຫລວດ ແລະ ລົງ ທຶນຊັບພະຍາກອນແຮ່ຖ່ານຫີນ, ແຮ່ ບົກຊິດ ແລະ ແຮ່ອື່ນໆ, ໝູນໃຊ້ຊັບພະ ຍາກອນໄລຍະຍາວ ເພື່ອສ້າງຕ່ອງໂສ້ ອຸສາຫະກໍາ-ຕ່ອງໂສ້ການສະໜອງ, ການຜະລິດທີ່ມີເພີ່ມມູນຄ່າສູງ ແລະ ການຜະລິດທີ່ຫລາກຫລາຍຢ່າງ, ສ້າງ ໂຮງງານໄຟຟ້າຖ່ານຫີນສໍາຮອງ+ພະ ລັງງານລົມ ຫລື ພະລັງງານແສງອາ ທິດ, ສ້າງທ່າແຮງດ້ານພະລັງງານ ໄຟຟ້າໃນນິຄົມອຸດສາຫະກຳ ເພື່ອຮອງ ຮັບການເຄື່ອນຍ້າຍຂອງຕ່ອງໂສ້ອຸດ ສາຫະກໍາ-ຕ່ອງໂສ້ການສະໜອງຈາກ ທົ່ວໂລກ, ຊຸກຍູ້ການພັດທະນາຊັບພະ ຍາກອນບໍ່ແຮ່, ການຫັນເປັນອຸດສາຫະ ກໍາ ແລະ ການຫັນເປັນຕົວເມືອງ ສປປ ລາວ. ຖືເອົານິຄົມເປັນເວທີສະແດງ ໃຫ້ເຫັນຢ່າງເຕັມສ່ວນທ່າແຮງການ ພັດທະນາຂອງ ສປປ ລາວ, ເຕົ້າໂຮມ ບັນດາວິສາຫະກິດ ແລະ ຜູ້ທີ່ມີຄວາມຮູ້ ຄວາມສາມາດທີ່ໂດດເດັ່ນຈາກທົ່ວ ໂລກ, ຕອບສະໜອງກຳລັງແຮງທີ່ເຂັ້ມ ແຂງ ໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມຂອງ ສປປ ລາວ. 37'dkozt]yf3[i,yo .ooy7q,v5flkstde vk-u{3x8kllkdqo leg]afdkomqf]v'oe.-hg7njv'9ad

RkJQdWJsaXNoZXIy MTc3MTYxMQ==