5632

xtgmf]k; 6 05/06/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -;u fy {;fa mtotme [hko.spjoks]Q' 9afxtgrou[5o[A'w21jk'2qf2No dko75h,7v';Pd'ko dao c]t 7;[75,rtpkf8yf8+ * ໃນມາດຕາ 63 ຂອງກົດ ໝາຍວ່າດ້ວຍການກັນ ແລະ ຄວບ ຄຸມພະຍາດຕິດຕໍ່ ໄດ້ກຳນົດໄວ້ວ່າ: ອົງການຄຸ້ມຄອງວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ແມ່ນ ລັດຖະບານ ເປັນຜູ້ຄຸ້ມຄອງວຽກ ງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ໂດຍມອບ ໃຫ້ກະຊວງສາທາລະນະສຸກ ຮັບ ຜິດຊອບໂດຍກົງ ແລະ ເປັນເຈົ້າການ ປະສານສົມທົບກັບບັນດາກະຊວງ, ອົງການ ແລະ ອົງການປົກຄອງ ທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ປະກອບ ດ້ວຍ: ກະຊວງສາທາລະນະສຸກ; ພະແນກສາທາລະນະສຸກແຂວງ, ນະຄອນຫລວງ; ຫ້ອງການສາທາ ລະນະສຸກເມືອງ, ເທສະບານ, ນະ ຄອນ; ຄະນະກໍາມະການຮັກສາສຸ ຂະພາບຂັ້ນບ້ານ. ພ້ອມນີ້ ໃນມາດຕາ 64 ຍັງໄດ້ ກຳນົດສິດ ແລະ ໜ້າທີ່ ຂອງກະຊວງ ສາທາລະນະສຸກ ໃນການຄຸ້ມຄອງ ວຽກງານກັນ ແລະ ຄວບຄຸມພະ ຍາດຕິດຕໍ່ ດັ່ງນີ້: ຄົ້ນຄວ້າສ້າງນະ ໂຍບາຍ, ແຜນຍຸດທະສາດ ແລະ ກົດ ໝາຍ ກ່ຽວກັບວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ເພື່ອສະເໜີ ລັດຖະບານ ພິຈາລະນາ; ຜັນຂະ ຫຍາຍນະໂຍບາຍ, ແຜນຍຸດທະ ສາດ ແລະ ກົດໝາຍ ກ່ຽວກັບວຽກ ງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ເປັນນິຕິກໍາໃຕ້ກົດໝາຍ, ແຜນການ, ແຜນງານ ແລະ ໂຄງການລະອຽດ ແລ້ວຈັດຕັ້ງປະຕິບັດ; ໂຄສະນາ, ເຜີຍແຜ່ນະໂຍບາຍ, ແຜນຍຸດທະ ສາດ, ກົດໝາຍ, ລະບຽບການ, ແຜນ ການ, ແຜນງານ ແລະ ໂຄງການ ກ່ຽວກັບວຽກງານກັນ ແລະ ຄວບ ຄຸມພະຍາດຕິດຕໍ່; ອອກຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ, ແຈ້ງການ ແລະ ມາດຕະຖານ ກ່ຽວກັບວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່; ຊີ້ນໍາ, ຕິດຕາມ, ກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ຕາມ ສາຍຕັ້ງ ແລະ ປະສານສົມທົບກັບ ຂະແໜງການທີ່ກ່ຽວຂ້ອງໃນຂອບ ເຂດທົ່ວປະເທດ; ສ້າງ, ບໍາລຸງ, ຍົກ ລະດັບ, ຄຸ້ມຄອງ ແລະ ນໍາໃຊ້ບຸກ ຄະລາກອນກ່ຽວກັບວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່; ແຕ່ງ ຕັ້ງ, ຍົກຍ້າຍ ຫລື ປົດຕໍາແໜ່ງພະ ນັກງານສາທາລະນະສຸກ ແລະ ເຈົ້າ ໜ້າທີ່ກັນ ແລະ ຄວບຄຸມພະຍາດຕິດ ຕໍ່ໃນຂອບເຂດທົ່ວປະເທດ ໂດຍມີ ການປະສານສົມທົບກັບອົງການປົກ ຄອງທ້ອງຖິ່ນທີ່ກ່ຽວຂ້ອງ; ສ້າງ, ພັດທະນາ ແລະ ຄຸ້ມຄອງສະຖານທີ່ ບໍລິການດ້ານສາທາລະນະສຸກ ເປັນ ຕົ້ນ ຫ້ອງວິເຄາະ, ສະຖານທີ່ກັກກັນ, ແຍກປ່ຽວ; ສ້າງຄູ່ມືວິຊາການ ແລະ ຂັ້ນຕອນ ໃນການຈັດຕັ້ງປະຕິບັດ ເປັນຕົ້ນ: ການຄຸ້ມຄອງກໍລະນີ, ການ ປະເມີນຄວາມສ່ຽງ, ບັນຊີພະຍາດ ຕິດຕໍ່ທີ່ເຝົ້າລະວັງ ແລະ ຈໍາເປັນ ຕ້ອງແຈ້ງ, ເຂດຄວບຄຸມ, ເຂດທີ່ມີ ຄວາມສ່ຽງ, ເຂດປອດພະຍາດຕິດ ຕໍ່; ສ້າງ, ປັບປຸງ ແລະ ຂະຫຍາຍ ຕາໜ່າງລະບາດວິທະຍາ, ລະບົບ ຖານຂໍ້ມູນກ່ຽວກັບວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່; ຄົ້ນ ຄວ້າດ້ານວິຊາການ ເພື່ອສະເໜີ ພາກສ່ວນທີ່ກ່ຽວຂ້ອງອະນຸຍາດ, ໂຈະ ຫລື ຖອນ ການດໍາເນີນທຸລະກິດ ກັນ ແລະ ຄວບຄຸມພະຍາດຕິດຕໍ່; ສະ ເໜີພາກສ່ວນທີ່ກ່ຽວຂ້ອງໂຈະການ ປະຕິບັດໜ້າທີ່ຂອງພະນັກງານລັດຖະກອນ ແລະ ເຈົ້າໜ້າທີ່ທີ່ກ່ຽວ ຂ້ອງຫາກເຫັນວ່າມີການລະເມີດ ກົດໝາຍ; ອອກໃບຢັ້ງຢືນກ່ຽວກັບ ການວິເຄາະ, ປະກອບວິຊາຊີບ ແລະ ການປະຕິບັດວຽກງານຕົວຈິງໃນ ການກັນ ແລະ ຄວບຄວບພະຍາດຕິດ ຕໍ່; ຮັບ ແລະ ພິຈາລະນາແກ້ໄຂຄໍາ ສະເໜີຂອງບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງກ່ຽວກັບ ການກັນ ແລະ ຄວບຄຸມພະຕິດຕໍ່; ກໍານົດບັນຊີພະ ຍາດຕິດຕໍ່ ແລະ ລະດັບຄວາມຮ້າຍ ແຮງຂອງພະຍາດຕິດຕໍ່ໃນແຕ່ລະ ໄລຍະ ແລ້ວປະກາດໃຫ້ສາທາລະ ນະຊົນຮັບຮູ້; ພົວພັນ ແລະ ຮ່ວມມືກັບ ຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານກັນ ແລະ ຄວບ ຄຸມພະຍາດຕິດຕໍ່; ສະຫລຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກ ງານກັນ ແລະ ຄວບຄຸມພະຍາດຕິດ ຕໍ່ໃຫ້ລັດຖະບານຢ່າງເປັນປົກກະຕິ; ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ພາບປະກອບ ພາບປະກອບ * ປີ 2023 ນີ້, ບັນຍາກາດສະ ເຫລີມສະຫລອງບຸນປະເພນີຂອງ ປະຊາຊົນບັນດາເຜົ່າໃນຂອບທົ່ວ ປະເທດນັບວ່າມີບັນຍາກາດຄຶກຄື້ນ ມ່ວນຊື່ນ ເຊິ່ງໄດ້ຖືກກັບຄືນມາຈັດ ຕັ້ງປະຕິບັດຕາມຮີດ 12 ຄອງ 14 ຕາມຄວາມເຊື່ອຖືຂອງເຜົ່າຕົນ ຫລັງການຄວບຄຸມການແພ່ລະ ບາດຂອງພະຍາດໂຄວິດ-19 ໄດ້ ໂດຍພື້ນຖານໃນຂອບເຂດທົ່ວປະ ເທດ. ແນວໃດກໍ່ດີສຳລັບບຸນປະເພ ນີທີ່ມັກຈັດຂຶ້ນໃນໄລຍະເດືອນພຶດ ສະພານີ້ ກໍ່ແມ່ນບຸນບັ້ງໄຟຂອງແຕ່ ລະບ້ານ. ດັ່ງບຸນບັ້ງໄຟຂອງຊາວ ບ້ານໃຫຍ່ນາຫລົ້ງ (ຄຸ້ມນາຫລົ້ງ) ທີ່ຂຶ້ນກັບກຸ່ມ ບ້ານທີ IV ເມືອງຊະ ທ່ານ ສຳລີ ພີມພິລາດ ຮອງ ນ້າຍບ້ານໃຫຍ່ນາຫລົ້ງໃຫ້ຮູ້ວ່າ: ການຈັດບຸນບັ້ງໄຟຂອງຊາວຕົນ ໂດຍອິງຕາມຄວາມເຊື່ອແລ້ວ ພໍຕົກ ມາຮອດເດືອນ 6 ລາວ ເຊິ່ງເປັນ ໄລຍະເຂົ້າລະດູຝົນ ແລະ ກໍ່ເປັນໂອ ກາດທີ່ພໍ່ແມ່ປະຊາຊົນລາວ ບັນດາ ເຜົ່າ ໂດຍສະເພາະຊາວໄຮ່ຊາວນາ ໄດ້ມີການກະກຽມລົງໄຮ່ລົງນາ ເພື່ອກະກຽມທຳການຜະລິດໃຫ້ຖືກ ຕາມລະດູການ ແລະ ຕາມປະເພນີ ເກົ່າແກ່ທີ່ເຄີຍສືບທອດກັນມາ ການ ຈັດງບຸນບັ້ງໄຟຖືວ່າເປັນປາງບຸນ ໃຫຍ່ໜຶ່ງໃນຮີດສິບສອງຄອງສິບສີ່ ຂອງປະເພນີລາວ ເຊິ່ງຈັດຂຶ້ນທຸກໆ ປີຫລັງບຸນປີໃໝ່ ໂດຍມີຄວາມເຊື່ອ ຖືກັນວ່າ ເປັນພິທີກໍາຄອບໄຫວ້ ເທວະດາຟ້າແຖນ ເພື່ອຂໍຝົນໃຫ້ຕົກ ຖືກຕາມລະດູການ, ເພື່ອເຮັດໃຫ້ ພືດພັນ, ຜົນລະປູກມີຄວາມຈະເລີນ ງອກງາມ. ນອກນັ້ນ, ຍັງເປັນການ ເຕົ້າໂຮມຄວາມສາມັກຄີຂອງພໍ່ໍແມ່ ປະຊາຊົນພາຍໃນບ້ານ ແລະ ບ້ານ ອ້ອມຂ້າງໃຫ້ເປັນປຶກແຜ່ນ. ຮອງນາຍບ້ານໃຫຍ່ນາຫລົ້ງ ຍັງໃຫ້ຮູ້ຕື່ມອີກວ່າ: ສຳລັບການຈັດ ປະເພນີບຸນບັ້ງໄຟຂອງບ້ານປີນີ້, ແມ່ນຄົບຮອບ 2 ປີໃດ ຈຶ່ງໄດ້ຈັດ ຂຶ້ນເທື່ອໜຶ່ງ. ໃນນັ້ນ, ໄດ້ຈັດຂຶ້ນ ເປັນ ເວລາ 3 ວັນຄື: ມື້ທຳອິດແມ່ນມື້ ໂຮມບັ້ງໄຟ, ໂຮມກອງ, ແຫ່ຕາມປະ ເພນີ, ມື້ທີ 2 ແມ່ນເຕົ້າໂຮມບັ້ງໄຟ ຂອງອົງການຈັດຕັ້ງບ້ານ, ພໍ່ແມ່ປະ ຊາຊົນພາຍໃນບ້ານ ແລະ ບ້ານອ້ອມ ຂ້າງຕະຫລອດຮອດນັກທຸລະກິດ ແລ້ວຈຶ່ງແຫ່ອ້ອມວັດ ເພື່ອຖວາຍ ແດ່ພະສົງ ແລະ ໃນມື້ທີ 3 ເປັນມື້ຈູດ ບັ້ງໄຟຂຶ້ນສູ່ເທິງຟ້າ. ສຳລັບປີນີ້ໄດ້ ມີບັ້ງໄຟນ້ອຍ, ໃຫຍ່ ຈາກຫລາຍ ພາກສ່ວນເຂົ້າຮ່ວມຈູດໃນງານດັ່ງ ກ່າວ ປະມານກວ່າ 70 ບັ້ງ. ຂໍ້ມູນ: ຈາກຫ້ອງການ ຖວທ ເມືອງຊະນະສົມບູນ. ນະສົມບູນ ແຂວງຈໍາປາສັກ ໄດ້ມີ ຄວາມສາມັກຄີພ້ອມກັນຈັດປະເພນີ ບຸນບັ້ງໄຟຂຶ້ນຢ່າງມີບັນຍາກາດ ເບີກບານມວນຊ່ວນທັງປົກປັກຮັກ ສາຮີດຄອງປະເພນີອັນດີງາມຕະ ຫລອດໄປ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==