5632

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 05/06/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** ]af4t,qo8u 4;m 8hvoIa[m6fg0Qk1hP,ve]k c]t m6fxt9e]k;7qo.\j ຂປລ. ໃນວັນທີ 2 ມິຖຸນາ 2023 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມ ອຳລາຂອງ ທ່ານ ຈອນເພຍຊັນ (John Pearson), ເອກອັກຄະ ລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ໃນໂອກາດທີ່ສຳເລັດການປະຕິ ບັດໜ້າທີ່ການທູດຢູ່ ສປປ ລາວ. ໂອກາດດັ່ງກ່າວ, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ຜົນສໍາເລັດໃນການປະຕິບັດໜ້າ ທີ່ຕະຫລອດໄລຍະເວລາເກືອບ 4 ປີຂອງທ່ານ ຈອນ ເພຍຊັນ ທີ່ໄດ້ ປະກອບສ່ວນຢ່າງຫ້າວຫັນໃນການ ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືທີ່ດີລະ ຫວ່າງສອງປະເທດ ລາວ-ອັງກິດ ເປັນຕົ້ນ ຂະແໜງການສຶກສາ, ສາທາ ລະນະສຸກ, ການເກັບກູ້ລະເບີດບໍ່ທັນ ແຕກ, ການຮັກສາສິ່ງແວດລ້ອມ ແລະ ອື່ນໆ ເຊິ່ງການຊ່ວຍເຫລືອດັ່ງ ກ່າວ, ໄດ້ປະກອບສ່ວນສຳຄັນເຂົ້າ ໃນການສ້າງສາພັດທະນາເສດຖະ ກິດ-ສັງຄົມ ຂອງ ສປປ ລາວ, ທັງ ເປັນການເສີມຂະຫຍາຍສາຍພົວພັນ ມິດຕະພາບ ລະຫວ່າງສອງປະເທດ. ທ່ານ ນາງ ສວນສະຫວັນ ວິຍະເກດ ຖືໂອກາດນີ້, ຂອບໃຈມາຍັງລັດຖະ ບານ ແລະ ປະຊາຊົນອັງກິດ ທີ່ໄດ້ໃຫ້ ການສະໜັບສະໜູນ ແລະ ຊ່ວຍ ເຫລືອ ສປປ ລາວ ໃນໄລຍະຜ່ານມາ. ພ້ອມນີ້, ກໍໄດ້ອວຍພອນໃຫ້ທ່ານທູດ ກັບຄືນປະເທດດ້ວຍຄວາມປອດໄພ. ທ່ານ ຈອນ ເພຍຊັນ ໄດ້ສະແດງ ຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນລາວ ກໍຄື ທີ່ໄດ້ໃຫ້ການ ຮ່ວມມື, ສະໜັບສະໜູນຊ່ວຍເຫລືອ ແລະ ອໍານວຍຄວາມສະດວກຕະ ຫລອດໄລຍະການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ ໃນຄັ້ງນີ້ຈົນ ໄດ້ຮັບຜົນສໍາເລັດອັນຈົບງາມ. ໃນມື້ດຽວກັນ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນ ຕີກະຊວງຖະແຫລງຂ່າວວັດທະນະ ທຳ ແລະ ທ່ອງທ່ຽວ(ຖວທ)ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ແອດີ ອີວານ ບິນ ມາມູດ (Edi Irwan Bin Mahmud) ເອກອັກຄະລັດ ຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ, ເນື່ອງໃນໂອກາດທີ່ມາດຳລົງຕຳ ແໜ່ງເປັນເອກອັກຄະລັດຖະທູດວິ ສາມັນຜູ້ມີອໍານາດເຕັມ ແຫ່ງມາເລ ເຊຍ ປະຈໍາ ສປປ ລາວ ຄົນໃໝ່. ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຊົມ ເຊີຍທີ່ ທ່ານ ແອດີ ອີວານ ບິນ ມາມູດ ໄດ້ຮັບແຕ່ງຕັ້ງເປັນເອກອັກຄະລັດ ຖະທູດ ປະຈຳ ສປປ ລາວ ແລະ ເຊື່ອໝັ້ນວ່າທ່ານຈະເປັນຂົວຕໍ່ທີ່ດີ ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ງາມລະຫວ່າງ ສປປ ລາວ ແລະ ມາເລເຊຍ ໃຫ້ນັບມື້ແຕກດອກອອກ ຜົນຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະ ໂຫຍດມາໃຫ້ປະຊາຊົນສອງຊາດ. ທ່ານ ແອດີ ອີວານ ບິນ ມາມູດ ໄດ້ສະແດງຄວາມຍິນດີ ແລະ ເປັນ ກຽດທີ່ຖືກແຕ່ງຕັ້ງມາເປັນທູດປະ ຈໍາ ສປປ ລາວ ພ້ອມທັງໃຫ້ຄໍາໝັ້ນ ສັນຍາ ຈະຕັ້ງໃຈປະຕິບັດໜ້າທີ່ຂອງ ຕົນຢ່າງສຸດຄວາມສາມາດ ເພື່ອສືບ ຕໍ່ປະກອບສ່ວນເຂົ້າໃນການສົ່ງເສີມ ການພົວພັນຮ່ວມມືສອງຝ່າຍລາວ ແລະ ມາເລເຊຍ ໄດ້ແຕກດອກອອກ ຜົນຍິ່ງໆຂຶ້ນ. ຂ່າວ: ກິດຕາ,ພາບ: ເກດສະໜາ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມອຳ ລາຂອງ ທ່ານ ຈອນ ເພຍຊັນ ທູດ ແຫ່ງສະຫະຣາຊະອານາຈັກອັງກິດ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບ ຂອງທ່ານ ແອດີ ອີວານ ບິນ ມາມູດ ທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ ກະຊວງ ຖວທ ປະກາດ... ອ້ອມຂ້າງກະຊວງ ຖວທ ເຂົ້າຮ່ວມ. ສຳລັບພະນັກງານທີ່ໄດ້ຮັບນະ ໂຍບາຍອຸດໜູນບຳນານ ໃນຄັ້ງນີ້, ມີ ທັງໝົດ 6 ທ່ານ, ຍິງ 2 ທ່ານ. ໃນນັ້ນ, ກົມມໍລະດົກ 1 ທ່ານ, ກົມສື່ມວນຊົນ 1 ທ່ານ, ກົມຈັດຕັ້ງພະນັກງານ 1 ທ່ານ, ກົມໂຄສະນາການທ່ອງທ່ຽວ 1 ທ່ານ ແລະ ວິທະຍຸກະຈາຍສຽງ ແຫ່ງຊາດ 2 ທ່ານ. ພ້ອມນັ້ນ, ຍັງ ໄດ້ແຕ່ງຕັ້ງຄະນະໜ່ວຍພັກກົມວັນ ນະຄະດີ ແລະ ພິມຈຳໜ່າຍ ໂດຍໄດ້ ແຕ່ງຕັ້ງ ທ່ານ ທອງເດືອນ ທຳມະວົງ ເປັນຮອງເລຂາໜ່ວຍພັກ, ຮັບຜິດ ຊອບວຽກງານກວດກາ, ທ່ານນາງ ພວງວັນ ພົມມີໄຊ ເປັນກຳມະການ ໜ່ວຍພັກ, ພ້ອມທັງຍົກຍ້າຍທ່ານ ບຸນເພັງ ສຸພາບ ຮອງຫົວໜ້າກົມສິ ລະປະ-ວັດທະນະທຳ ໄປເປັນຮອງ ຫົວໜ້າຫ້ອງການກະຊວງ ຖວທ, ຍົກ ຍ້າຍທ່ານ ສົມກຽດຕິສັກ ກິ່ງສະດາ ຮອງຫົວໜ້າຫ້ອງການກະຊວງ ຖວທ ໄປເປັນຮອງຫົວໜ້າກົມວັນນະ ຄະດີ ແລະ ພິມຈຳໜ່າຍ. ພ້ອມທັງ, ແຕ່ງຕັ້ງທ່ານ ອິນຖາ ສີສົມພອນ ຫົວ ໜ້າພະແນກນະໂຍບາຍ-ບໍລິຫານ ຂຶ້ນເປັນຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ທ່ານ ສຸກສະຫວັນ ສຸລິວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ຂຶ້ນເປັນຮອງຫົວ ໜ້າກົມແຜນການ ແລະ ການຮ່ວມມື ສາກົນ, ທ່ານ ວຽງວັດທະນາ ຊະນະ ພານ ຫົວໜ້າພະແນກຄຸ້ມຄອງບໍລິ ຫານ ຂຶ້ນເປັນຮອງຜູ້ອຳນວຍການ ໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດ ລາວ, ທ່ານນາງ ພອນທິບ ພູມິນ ຫົວ ໜ້າພະແນກຄຸ້ມຄອງທຸລະກິດສິລະ ປະ-ວັດທະນະທຳ ແລະ ບໍລິຫານ ຂຶ້ນເປັນຮອງຫົວໜ້າກົມສິລະປະວັດທະນະທຳ, ທ່ານນາງ ຈຳພອນ ວົງສາ ຫົວໜ້າພະແນກວາງແຜນ ແລະ ພັດທະນາການທ່ອງທ່ຽວກົມ ພັດທະນາການທ່ອງທ່ຽວ ຂຶ້ນເປັນ ຮອງຫົວໜ້າກົມສິລະປະ-ວັດທະ ນະທຳ, ຍົກຍ້າຍແຕ່ງຕັ້ງ ທ່ານນາງ ພວງວັນ ພົມມີໄຊ ຫົວໜ້າພະແນກ ຄຸ້ມຄອງຫໍສະໝຸດ ຂຶ້ນເປັນຮອງຫົວ ໜ້າກົມວັນນະຄະດີ ແລະ ພິມຈຳ ໜ່າຍ, ທ່ານ ຄຳຕັນ ສະຫລຽນຄຳ ຫົວໜ້າພະແນກຄຸ້ມຄອງມໍລະດົກ ໂລກ ຂຶ້ນເປັນຮອງຫົວໜ້າກົມມໍລະ ດົກ, ທ່ານ ພູປະສົງ ພຸດທະວົງ ຫົວ ໜ້າພະແນກເຄື່ອງສົ່ງ ຂຶ້ນເປັນຮອງ ຜູ້ອໍານວຍການໃຫຍ່ໂທລະພາບ ແຫ່ງຊາດລາວ, ທ່ານນາງ ມະໄລ ວຽງ ວົງຈັນດີ ຫົວໜ້າພະແນກຂ່າວ ພາສາຕ່າງປະເທດ ຂຶ້ນເປັນຮອງ ຜູ້ອຳນວຍການໃຫຍ່ໂທລະພາບ ແຫ່ງຊາດລາວ ແລະ ທ່ານ ສາຍ ສະໝອນ ໂພທະລິນ ຫົວໜ້າພະແນກ ຄຸ້ມຄອງວິຊາການ ຂຶ້ນເປັນຮອງຫົວ ໜ້າສະຖາບັນວິຈິດສິນແຫ່ງຊາດ. ໂອກາດນີ້, ທ່ານ ວັນສີ ກົວມົວ ໄດ້ຕີລາຄາສູງຕໍ່ພະນັກງານ-ລັດຖະ ກອນກໍຄືບັນດາທ່ານທີ່ໄດ້ຮັບອຸດ ໜູນບຳນານໃນຄັ້ງນີ້ ທີ່ໄດ້ສຸມທຸກ ເຫື່ອແຮງ, ສະຕິປັນຍາເຂົ້າໃນການ ຈັດຕັ້ງປະຕິບັດວຽກງານທີ່ຕົນຮັບ ຜິດຊອບຈົນໄດ້ຮັບຜົນສຳເລັດເປັນ ກ້າວໆມາ ເຊິ່ງໄດ້ປະກອບສ່ວນເຮັດ ໃຫ້ວຽກງານຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ໄດ້ຮັບ ການພັດທະນາຂຶ້ນໄປເລື້ອຍໆ, ພ້ອມ ນີ້, ທ່ານຍັງໄດ້ສະແດງຄວາມດີໃຈ ແລະ ຕີລາຄາສູງຕໍ່ຜູ້ທີ່ໄດ້ຮັບໜ້າທີ່ ໃໝ່, ພ້ອມທັງເນັ້ນໃຫ້ຜູ້ໄດ້ຮັບໜ້າ ທີ່ໃໝ່ສືບຕໍ່ສຸມທຸກຄວາມພະຍາ ຍາມ, ໃຊ້ຄວາມສາມາດຂອງຕົນ ຢ່າງເຕັມທີ່ ເຂົ້າໃນວຽກງານທີ່ໄດ້ ຮັບການມອບໝາຍ ໂດຍມີພາລະ ບົດບາດ ໃນກົມກອງຂອງຕົນເປັນ ຫລັກການພື້ນຖານ; ໃຫ້ສືບຕໍ່ເອົາໃຈ ໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງ ຂັນ, ຈຸດສຸມ, ຄາດໝາຍຕົ້ນຕໍໃນມະຕິ ກອງປະຊຸມໃຫຍ່ຂັ້ນຂອງຕົນ ແລະ ຂອງອົງຄະນະພັກກະຊວງໃຫ້ປາ ກົດຜົນເປັນຈິງ; ນຳພາກໍ່ສ້າງໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຮັບປະກັນການເປັນເສນາທິການ ໃຫ້ແກ່ຂັ້ນເທິງໃນວຽກງານຈັດ ຕັ້ງ-ພະນັກງານ ແລະ ວຽກງານ ຖວທ ໃນໄລຍະໃໝ່. ພ້ອມນັ້ນ, ທ່ານ ຍັງໄດ້ສະແດງຄວາມຫວັງວ່າຜູ້ທີ່ ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້, ຈະເປັນກຳ ລັງແຮງຜັກດັນວຽກງານຕ່າງໆທີ່ ກ່ຽວຂ້ອງທີ່ໄດ້ຮັບມອບໝາຍໃຫ້ ໄດ້ຮັບການພັດທະນາ, ມີຜົນສຳເລັດ ອັນໃໝ່ໃຫຍ່ຫລວງກວ່າເກົ່າ ແລະ ທັນຕາມຍຸກຕາມສະໄໝ. ຂ່າວ: ທະນູທອງ,ພາບ: ອ່າຍຄຳ

RkJQdWJsaXNoZXIy MTc3MTYxMQ==