5632

xtgmf]k; 3 05/06/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ g,nv']hv'-ko deoqf[hkozt]yfdtlydegxaolyo7hk.shpnopq' d5j,zt]yf\kdoaf gxaolyo7hk g,nv'Iqj, wfhIa[dko/bdvq[Iq,fhkolu,n * ການສົ່ງເສີມຜະລິດກະສິກຳ ປູກ-ລ້ຽງຂອງປະຊາຊົນ ໃຫ້ມີ ຄວາມຍືນຍົງໝັ້ນຄົງ ມັນແມ່ນທ່າ ແຮງອັນສຳຄັນໃນການແກ້ໄຂ ຄວາມທຸກຍາກໃຫ້ນັບມື້ຫລຸດລົງ ເປັນກ້າວໆ ເຊິ່ງຄວາມຍືນຍົງດັ່ງ ກ່າວພາກສ່ວນກ່ຽວຂ້ອງຕ້ອງໄດ້ ເອົາໃຈໃສ່ຊີ້ນຳພະນັກງານລົງສຳ ຫລວດພື້ນທີ່ຜະລິດ ໂດຍສະເພາະ ແມ່ນບ້ານໃດມີຄວາມເໝາະສົມຕໍ່ ການປູກ-ການລ້ຽງປະເພດໃດຕ້ອງ ສົ່ງເສີມຜະລິດປະເພດນັ້ນໃຫ້ຫລາຍ ກາຍເປັນສິນຄ້າ. ດັ່ງເມືອງລ້ອງ ຊານ ແຂວງໄຊສົມບູນ ໄດ້ເອົາໃຈໃສ່ ຊີ້ນຳພານັກງານສຳຫລວດບັນດາ ບ້ານໃນທົ່ວເມືອງ ເພື່ອສົ່ງເສີມປະ ຊາຊົນທຳການຜະລິດ ເປັນສິນຄ້າ ໃຫ້ມີຄວາມຍືນຍົງ ແລະ ທັງເປັນທິດ ທາງໜຶ່ງໃນການແກ້ໄຂຄວາມທຸກ ຍາກໃຫ້ຫລຸດລົງເທື່ອລະກ້າວ. ທ່ານ ພຸດຊົ່ງ ຕົງນາມະວົງ ຫົວ ໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງລ້ອງຊານ ໃຫ້ຮູ້ວ່າ: ໃນໄລຍະ ຜ່ານມາ ກໍ່ໄດ້ເອົາໃຈໃສ່ຫັນພະນັກ ງານລົງນຳພາປະຊາຊົນທຳ ການ ຜະລິດການປູກ-ການລ້ຽງມາ ໂດຍ ຕະຫລອດ ອັນສາມາດຕອບສະ ໜອງດ້ານສະບຽງອາຫານໃຫ້ແກ່ ການບໍລິໂພກພາຍໃນເມືອງໄດ້ໂດຍ ພື້ນຖານ. ນອກຈາກນີ້, ການຜະລິດ ເປັນສິນຄ້າກໍ່ໄດ້ມີການຂະຫຍາຍ ຕົວສາມາດສົ່ງອອກຈຳນວນໜຶ່ງ. ອັນພົ້ນເດັ່ນແມ່ນຜົນຜະລິດຢາງ ພາລາ, ມັນຕົ້ນ ແລະ ສັດລ້ຽງປະເພດ ຕ່າງໆ. ແນວໃດກໍ່ດີ ເພື່ອເຮັດໃຫ້ ການຜະລິດສະບຽງອາຫານ ແລະ ການຜະລິດເປັນສິນຄ້າໃຫ້ມີຄວາມ ຍືນຍົງກວ່າເກົ່າ ທັງສາມາດແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ພາຍ ໃນເມືອງຫລຸດລົງ ໃນປີ 2023 ນີ້, ກໍ່ໄດ້ຕັ້ງເປົ້າໝາຍສົ່ງເສີມອາຊີບ ຄົງທີ່ໃຫ້ປະຊາຊົນແຕ່ລະບ້ານ ໂດຍ ສະເພາະແມ່ນກຳນົດເຂດການປູກ- ການລ້ຽງຢູ່ບັນດາບ້ານໃຫ້ມີຄວາມ ຍືນຍົງໃນອະນາຄົດ. ໃນນັ້ນ, ໄດ້ກຳ ນົດເຂດລ້ຽງປາ ແລະ ລ້ຽງສັດນ້ອຍ ຢູ່ເທສະບານ, ເຂດຈຸດສຸມພັດທະ ນາໂພນສະຫວາດ; ເຂດປູກພືດຜັກ ແລະ ໄມ້ໃຫ້ໝາກ ຢູ່ເຂດເທສະ ບານ, ເຂດບ້ານນາໂພຊຽງມີ ແລະ ບ້ານນ້ຳມຸ້ງ; ກຳນົດເຂດລ້ຽງສັດ ໃຫຍ່ຢູ່ບ້ານວັງຫລວງ, ເມືອງຫລົງ, ນ້ຳຍີ້ງ, ຊຽງມີ, ນາໂພ, ນ້ຳມຸ້ງ ແລະ ບ້ານຫີນສໍ; ເຂດປູກໄມ້ອຸດສາຫະ ກຳຢາງພາລາ ຢູ່ເທສະບານເມືອງ, ເຂດຈຸດສຸມພັດທະນາໂພນສະຫວາດ ແລະ ນາໂພ-ຊຽງມີ. ນອກຈາກນີ້, ກຳນົດເຂດພັດທະນາ ສ້າງເປັນຕົວ ເມືອງນ້ອຍໃນຊົນນະບົດຢູ່ເຂດ ຈຸດສຸມໂພນສະຫວາດ (516); ກຳນົດສະຖານີບໍລິການເຕັກນິກ ກະສິກຳ ແລະ ປ່າໄມ້ຢູ່ເຂດຈຸດສຸມ ໂພນສະຫວາດ ໃຫ້ໄດ້ 1 ແຫ່ງ. ທ່ານ ພຸດຊົ່ງ ຕົງນາມະວົງ ຍັງ ກ່າວຕື່ມວ່າ: ແຜນການທີ່ໄດ້ວາງໄວ້ ກໍ່ຈະເລັ່ງສົ່ງເສີມສູ້ຊົນການລ້ຽງ ສັດປະເພດຕ່າງໆຢູ່ໃນທົ່ວເມືອງກໍ່ ຄືລ້ຽງໃນເຂດທີ່ກຳນົດໄວ້ ໃຫ້ເປັນ ຂະບວນ. ໃນນັ້ນ, ລ້ຽງງົວໃຫ້ ໄດ້ ຫລາຍກວ່າ 16 ພັນ ໂຕ, ຄວາຍ ກວ່າ 7,9 ພັນໂຕ, ໝູ ຫລາຍກວ່າ 7,4 ພັນໂຕ, ແບ້ກວ່າ 1,8 ພັນໂຕ ແລະ ສັດອື່ນໆ ອີກກວ່າ 1 ແສນໂຕ. ນອກຈາກການສົ່ງເສີມດັ່ງກ່າວ ຍັງຕ້ອງໄດ້ ເອົາໃຈໃສ່ສັກຢາປ້ອງ ກັນພະຍາດໃຫ້ແກ່ສັດລ້ຽງຂອງປະ ຊາຊົນຢ່າງທົ່ວເຖິງ. ຂະນະທີ່ໄດ້ ວາງຄາດໝາຍ ລ້ຽງງົວເປັນສິນ ຄ້າສົ່ງອອກໃຫ້ໄດ້ 500 ໂຕ, ເປັນ ເງິນປະມານ 2,7 ຕື້ກີບ, ຄວາຍ 235 ໂຕ, ຄິດເປັນເງິນຫລາຍ 1,5 ຕື້ກີບ. ພ້ອມນີ້, ກໍ່ໄດ້ສູ້ຊົນຍາດ ແຍ່ງ ທຶນຮອນພາຍໃນ ເພື່ອຊຸກຍູ້ກຸ່ມ ລ້ຽງປາໂດ 5 ຄອບຄົວຢູ່ຈຸດສຸມ ໂພນສະຫວາດ 516 ໃຫ້ສາມາດ ສ້າງລາຍຮັບເຂົ້າ ຄອບຄົວ 25 ລ້ານ ກີບຕໍ່ຄອບຄົວ, ພ້ອມທັງສະເໜີ ໂຄງ ການລ້ຽງປາໂດໃຫ້ໄດ້ 1 ໂຄງການ ເພີ່ມຂຶ້ນອີກ 10 ຄອບຄົວ ມູນຄ່າ 75 ລ້ານກີບ ຕື່ມອີກ. ນອກຈາກນີ້, ສຳລັບການສົ່ງເສີມການຜະລິດພືດ ຜັກເປັນສິນຄ້າ (ລະດູແລ້ງ), ສະ ເລ່ຍຜົນຜະລິດໄດ້ປະມານ 248 ໂຕນ, ສ້າງລາຍຮັບເຂົ້າຊາວເມືອງ ໄດ້ຫລາຍກວ່າ 2,4 ຕື້ກີບ ແລະ ການ ສົ່ງເສີມອື່ນໆຕາມທ່າແຮງແຕ່ລະ ເຂດທີ່ກຳນົດໄວ້ໃຫ້ໄດ້ຕາມຄາດ ໝາຍທີ່ກຳນົດໄວ້. * ການສົ່ງເສີມປະກອບອາຊີບ ໃຫ້ແກ່ປະຊາຊົນໃຫ້ມີຄວາມເຂັ້ມ ແຂງ ແລະ ຍືນຍົງຕະຫລອດໄປ ເຊິ່ງ ນອກຈາກການຊອກປະສົບການ ຂອງເຂົາເຈົ້າແລ້ວ, ພາກສ່ວນກ່ຽວ ຂ້ອງຕ້ອງໄດ້ເອົາໃຈໃສ່ນຳພາ-ຊີ້ ນຳເຮັດຕົວຈິງທາງດ້ານເຕັກນິກ ວິຊາການໃຫ້ເຂົາຕື່ມ. ດັ່ງທ້າຍອາ ທິດຜ່ານມານີ້, ກົມສົ່ງເສີມການຄ້າ ແລະ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄຊສົມບູນ ໄດ້ຈັດ ພິທີຝຶກອົບຮົມການສ້າງຄວາມເຂັ້ມ ແຂງໃຫ້ກຸ່ມຜະລິດໝາກນັດ ແລະ ການພັດທະນາແປຮູບໝາກນັດຢູ່ ເມືອງຮົ່ມ ໂດຍເປົ້າໝາຍເພື່ອໃຫ້ ກາຍເປັນສິນຄ້າຂອງແຂວງໄຊສົມ ບູນ ໃນຕໍ່ໜ້າ ທ່ານ ກົງຄໍາ ສຸທໍາມະວົງ ຮອງ ເຈົ້າເມືອງໆຮົ່ມ ໄດ້ກ່າວວ່າ: ການ ຝຶກອົບຮົມຄັ້ງນີ້, ຖືເປັນໂອກາດທີ່ດີ ໃນການພັດທະນາດ້ານອາຊີບຜະ ລິດຕະພັນສຳເລັດຮູບເປັນສິນຄ້າ ເຊິ່ງຕ້ອງເອົາໃຈໃສ່ຕໍ່ການຝຶກແລະ ນຳເອົາປະສົບ, ຖອນບົດຮຽນບົດ ຮຽນນຳຄູຝຶກໃຫ້ມີຄວາມເຂົ້າໃຈ ຢ່າງເລິກເຊິ່ງ ເພື່ອນໍາມາພັດທະນາ ສີມື ແລະ ອາຊີບຂອງຕົນເອງໃຫ້ດີ ຂຶ້ນເປັນກ້າວໆ. ສຳລັບການຝຶກອົບ ຮົມດັ່ງກ່າວ ກຸ່ມເຂົ້າຮ່ວມໄດ້ຮຽນ ຮູ້ກ່ຽວກັບການລະບຽບຂັ້ນຕອນ ການຜະລິດສິນຄ້າໃຫ້ໄດ້ຕາມຫລັກ ອະນາໄມ ມາດຕະຖານ ອຢ; ການ ປັບປຸງຜະລິດຕະພັນ ແລະ ຄຸນນະ ພາບ; ການອອກແບບຫຸ້ມຫໍ່ ແລະ ການສ້າງຍີ່ຫໍ້ຜະລິດຕະພັນສິນຄ້າ; ການເຂົ້າເຖິງຕະຫລາດພາຍໃນຕ່າງປະເທດ ແລະ ການໂຄສະນາ ຂາຍສິນຄ້າ; ຂັ້ນຕອນ ແລະ ວິທີການ ປຸງແຕ່ງ-ແປຮູບໝາກນັດ ໃຫ້ກາຍ ເປັນຜະລິດຕະພັນສິນຄ້າສໍາເລັດ ຮູບ ໂດຍສະເພາະແມ່ນກວນໝາກ ນັດ, ໝາກນັດອົບແຫ້ງ, ນໍ້າໝາກນັດ, ນໍ້າຢາລ້າງຈານ ແລະ ສາທິດວິທີ ຂັ້ນຕອນການປຸງແຕ່ງໃຫ້ກຸ່ມຜະລິດ. ຂະນະທີ່ ທ່ານ ຈັນສະໝອນ ສີ ສະອາດ ຮອງຫົວໜ້າກົມສົ່ງເສີມ ຢ່າງຍືນຍົງໃນອະນາຄົດ. ການຝຶກອົບຮົມຄັ້ງນີ້, ກົມສົ່ງ ເສີມການຄ້າກໍ່ໄດ້ມອບເຄື່ອງຫຸ້ມ ຫໍ່ ໂດຍສະເພາະແມ່ນຕຸກໃສ່ນໍ້າ ໝາກນັດ,ໃສ່ກວນໝາກນັດ 550 ຊຸດໃຫ້ກຸ່ມຜະລິດໝາກນັດ ເພືີ່ອເປັນ ຕົວຢ່າງພັດທະນາສິນຄ້າໃນຕໍ່ໜ້າ. ເຂົ້າຮ່ວມເປັນປະທານຂອງ ທ່ານ ຈັນສະໝອນ ສີສະອາດ ຮອງ ຫົວໜ້າກົມສົ່ງເສີມການຄ້າ, ມີທ່ານ ວຽງມະນີ ຢົ່ງລໍ່ຢ່າງ ຮອງຫົວໜ້າ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄຊສົມບູນ ແລະ ທ່ານ ກົງຄໍາ ສຸທໍາມະວົງ ຮອງເຈົ້າ ເມືອງໆຮົ່ມ, ມີບັນດາຄູຝຶກມາຈາກກົມສົ່ງເສີມ ການຄ້າ ແລະ ບັນດາຫົວໜ້າຫ້ອງ ການທີ່ກ່ຽວຂ້ອງຂອງເມືອງ, ນັກ ສຳມະນາກອນ. ການຄ້າ ກໍ່ໄດ້ກ່າວວ່າ: ມີຄວາມເຊືີ່ອ ໝັ້ນວ່າ ການຝຶກອົບຮົມໃນຄັ້ງນີ້ ຈະ ມີປະໂຫຍດ ແລະ ເປັນບົດຮຽນໃຫ້ ກຸ່ມຜະລິດ-ຜູ້ປະກອບການ ສາມາດ ນໍາເອົາບົດຮຽນຄວາມຮູ້ທີີ່ໄດ້ຮຽນ ມາໄປຊົມໃຊ້ເຂົ້າໃນການຜະລິດ ຕົວຈິງຂອງຕົນ ທັງປັບປຸງຍົກລະ ດັບຄຸນນະພາບສິນຄ້າທີີ່ມີ ແລະ ພັດ ທະນາສິນຄ້າໃໝ່ອອກສູ່ສັງຄົມ

RkJQdWJsaXNoZXIy MTc3MTYxMQ==