5632

lkmk]tot]fa xt-kmxy tw8 xt-k-oq ]k; \oA pon K.. @ 0kj ; c]t gsfdko 05/06/2023 xtgmf]k; ອົງການກວດສອບ... ຍ່າງເພື່ອສຸຂະພາບ... ຄະນະພັກຮາກຖານ... ສຟລ ຮ່ວມປູກຕົ້ນໄມ້... ຫລາຍພາກສ່ວນ... ນາຍົກລັດຖະມົນຕີ.... ຮອງນາຍົກລັດຖະມົນຕີ.... ຂປລ. ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບອົງການປົກຄອງ ນະຄອນຫລວງວຽງຈັນ, ບັນດາ ແຂວງ, ຄູ່ຮ່ວມພັດທະນາ, ອົງການ ຈັດຕັ້ງສາກົນ, ອົງການຈັດຕັ້ງສັງ ຄົມຈັດງານສະເຫລີມສະຫລອງວັນ ສິ່ງແວດລ້ອມແຫ່ງຊາດ ຄົບຮອບ 24 ປີ ແລະ ວັນສິ່ງແວດລ້ອມໂລກ 36%, ການຜະລິດສະບຽງອາຫານ ແລະ ການຜະລິດເປັນສິນຄ້າ, ບັນ ດາສິນຄ້ານໍາເຂົ້າ-ສິນຄ້າສົ່ງອອກ ຕ່າງປະເທດ ແລະ ການລົງທຶນຂອງ ບັນດາບໍລິສັດພາຍໃນແຂວງ. ພ້ອມ ທັງ, ລາຍງານທິດທາງແຜນການ ສູ້ຊົນ ແລະ ວຽກງານຈຸດສຸມພັດທະ ນາເສດຖະກິດ-ສັງຄົມ ໃນ 6 ເດືອນ ທ້າຍປີ, ແຜນສູ້ຊົນຈັດເກັບລາຍ ຮັບເຂົ້າງົບປະມານໃນປີ 2023 ໃຫ້ໄດ້ 234 ຕື້ກວ່າກີບ. ໃນໂອກາດນີ້, ທ່ານນາຍົກລັດຖະ ມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ຄະນະ ພັກ, ຄະນະນໍາຂອງແຂວງ ໂດຍໄດ້ ຍົກໃຫ້ເຫັນສະພາບພາກພື້ນ, ສາ ກົນ ແລະ ສະພາບການວິກິດທາງ ດ້ານເສດຖະກິດ-ການເງິນ, ບັນຫາ ການດຳເນີນ 2 ວາລະແຫ່ງຊາດ ກໍຄື ການແກ້ໄຂຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ ແລະ ການ ແກ້ໄຂບັນຫາຢາເສບຕິດ. ພ້ອມນີ້,ໄດ້ ຍົກໃຫ້ເຫັນບັນດາຄາດໝາຍສູ້ຊົນ ຂອງລັດຖະບານ ທີ່ໄດ້ຮັບການແກ້ ໄຂໄລຍະຜ່ານມາ ແລະ ສະພາບ ການອື່ນໆ ເປັນຕົ້ນ ເງິນເຟີ້, ນໍ້ໍ້າມັນ ແພງ, ຄ່າຄອງຊີບສູງ, ບັນຫາການ ໃຊ້ສື່ສັງຄົມອອນລາຍບິດເບືອນ ຄວາມຈິງ, ໃສ່ຮ້າຍປ້າຍສີຂອງກຸ່ມ ຄົນບໍ່ດີຕໍ່ການນໍາພາ-ຊີ້ນໍາຂອງພັກ- ລັດເຮົາ ແລະ ອື່ນໆ ໃຫ້ພວກເຮົາຕ້ອງ ມີສະຕິສູງ, ພ້ອມກັນເອົາໃຈໃສ່ສູ້ຊົນ ແກ້ໄຂ ແລະ ອັດຊ່ອງທາງຮົ່ວໄຫລ ໃຫ້ດີທີ່ສຸດ. ອັນສໍາຄັນທ່ານນາຍົກ ລັດຖະມົນຕີໄດ້ຊີ້ນໍາໃຫ້ການນໍາ ຂອງແຂວງເຊກອງ ສືບຕໍ່ຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິ X ຂອງອົງຄະ ນະພັກແຂວງ ກໍຄື ແຜນພັດທະນາ ເສດຖະກິດ-ສັງຄົມ ຕາມທິດສ້າງ ບາດກ້າວບຸກທະລຸຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ສືບຕໍ່ປະ ຕິບັດວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ, ສ້າງເງື່ອນໄຂ ແລະ ສິ່ງອໍານວຍຄວາມສະດວກ, ຍາດແຍ່ງການຊ່ວຍເຫລືອ, ດຶງດູດ ການລົງທຶນເພື່ອມາພັດທະນາ ແຂວງເຊກອງ, ເອົາໃຈໃສ່ສ້າງ ຄວາມເຂັ້ມແຂງທາງດ້ານການ ເງິນ, ຫັນການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍໄປສູ່ທັນສະໄໝ, ສືບຕໍ່ຫັນພະນັກງານລົງກໍ່ສ້າງ ຮາກຖານການເມືອງ, ພັດທະນາຊົນ ນະບົດຮອບດ້ານ ແລະ ແກ້ໄຂຄວາມ ທຸກຍາກ ຕິດພັນກັບການສ້າງບ້ານ ກຸ່ມບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ, ເອົາໃຈໃສ່ແກ້ໄຂບັນ ຫາຢາເສບຕິດໃຫ້ຫລຸດນ້ອຍຖອຍ ລົງ, ຮັກສາມູນເຊື້ອອັນດີງາມ, ມູນ ເຊື້ອດຸໝັ່ນອາດຫານ, ມີຄວາມສາ ມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອສ້າງເງື່ອນໄຂເອື້ອອໍານວຍ ໃນການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດກໍຄືແຂວງ ເຊກອງ ໃຫ້ຈະເລີນກ້າວຂຶ້ນຢ່າງບໍ່ ຢຸດຢັ້ງ. ຂ່າວ-ພາບ: ສັນຍາ ຄົບຮອບ 50 ປີ (5 ມີຖຸນາ 2023) ພາຍໃຕ້ຄຳຂັວນ “ສິ່ງແວດລ້ອມ ພວກເຮົາຈະດີ ຖ້າຫລຸດຜ່ອນການ ນຳໃຊ້ພລາສຕິກ” ໃນຕອນເຊົ້າວັນ ທີ 3 ມິຖຸນາ 2023 ທີ່ປະຕູໄຊ ໂດຍ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະ ມົນຕີ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ມວນຊົນພາຍໃນນະຄອນຫລວງ ວຽງຈັນເຂົ້າຮ່ວມ. ທ່ານ ນາງ ບຸນຄຳ ວໍລິຈິດ ລັດຖະ ມົນຕີ ກະຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ໄດ້ ກ່າວວ່າ: ປີນີ້ ເປັນປີທີ່ມີຄວາມໝາຍ ຄວາມສໍາຄັນ, ໃນທົ່ວໂລກໄດ້ພ້ອມ ກັນສະເຫລີມສະຫລອງວັນສໍາຄັນ ດັ່ງກ່າວຢ່າງປັນຂະບວນຟົດຟື້ນ. ຄືດັ່ງທີ່ພວກເຮົາຮູ້ນໍາກັນດີແລ້ວວ່າ ໂລກກໍາລັງຜະເຊີນກັບສິ່ງທ້າທາຍ ຫລາຍດ້ານ ໃນການຄຸ້ມຄອງຊັບ ພະຍາກອນທໍາມະຊາດ ແລະ ປົກປັກ ຮັກສາສິ່ງແວດລ້ອມຕາມທິດສີ ຂຽວ ແລະ ຍືນຍົງ. ໃນຂະນະທີ່ເຮົາ ກໍາລັງຍືນຢູ່ນີ້ ສິ່ງແວດລ້ອມທໍາມະ ຊາດກໍາລັງຖືກທໍາລາຍ, ລະບົບນິ ເວດກໍາລັງເຊື່ອມໂຊມລົງ ຊຶ່ງມີສາ ເຫດມາຈາກສະພາບການປ່ຽນ ແປງຂອງດິນຟ້າອາກາດອັນໄດ້ສົ່ງ ຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ປະຊາກອນໂລກໃນປັດຈຸບັນ ແລະ ອາດຈະສົ່ງຜົນກະທົບແກ່ຍາວໄປສູ່ ຄົນຮຸ່ນຫລັງໃນອະນາຄົດ. ສຳລັບ ປະເທດພວກເຮົາກໍເຊັ່ນດຽວກັນ ແມ່ນກຳລັງຜະເຊີນໜ້າກັບຜົນກະ ທົບຕໍ່ສິ່ງແວດລ້ອມທີ່ເກີດຈາກໄຟ ໄໝ້ປ່າ, ນໍ້າເປື້ອນ ແລະ ບັນຫາຂີ້ ເຫຍື້ອ ໂດຍສະເພາະແມ່ນຂີ້ເຫຍື້ອ ພລາສຕິກ ທີ່ນັບມື້ນັບເພີ່ມຂຶ້ນຈາກ ການຊົມໃຊ້ ແລະ ການຖິ້ມຊະຊາຍ ຕາມຊຸມຊົນ, ຖະໜົນຫົນທາງ, ຕາມ ຕົວເມືອງໃຫຍ່, ຕົວເມືອງນ້ອຍຍ້ອນ ການກໍາຈັດ ແລະ ຫລຸດຜ່ອນຍັງ ເຮັດໄດ້ໜ້ອຍ. ຕໍ່ສະພາບການ ແລະ ບັນຫາດັ່ງ ກ່າວພັກ ແລະ ລັດຖະບານ ກໍໄດ້ເອົາ ໃຈໃສ່ຊີ້ນໍາ-ນໍາພາ ເພື່ອສ້າງໃຫ້ປະ ເທດລາວ ເປັນປະເທດຂຽວສະອາດ ງາມຕາ ໂດຍໃຫ້ມີນິຕິກໍາ, ຄູ່ມື, ຄໍາ ແນະນໍາຕ່າງໆ ແລະ ໃຫ້ໂຄສະນາ ເຜີຍແຜ່ ແລະ ສ້າງຈິດສໍານຶກ ໃຫ້ທົ່ວ ສັງຄົມ ພ້ອມກັນປະກອບສ່ວນ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດໂດຍສະ ເພາະການແກ້ໄຂບັນຫາຂີ້ເຫຍື້ອທີ່ ນອນໃນແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ກໍຄືການ ຫລຸດຜ່ອນຂີ້ເຫຍື້ອ ແລະ ການສ້າງ ສະໜາມຂີ້ເຫຍື້ອ ເພື່ອຮອງຮັບສິ່ງ ເສດເຫລືອຈາກການຊົມໃຊ້ທີ່ເພີ່ມ ຂຶ້ນ, ພ້ອມທັງສ້າງຕົວເມືອງໃຫ້ສະ ອາດງາມຕາ ປາສະຈາກມົນລະພິດ. ສຳລັບການສະເຫລີມສະຫລອງ ວັນສິ່ງແວດລ້ອມໂລກ ຄົບຮອບ 50 ປີ ຂອງປີນີ້, ປະເທດ ກົດດີວົວ ກັບ ປະເທດໂຮນລັງ ໄດ້ເປັນເຈົ້າພາບ ຮ່ວມໃນການຈັດງານສະເຫລີມສະ ຫລອງວັນສິ່ງແວດລ້ອມໂລກຄັ້ງນີ້ ຊຶ່ງໄດ້ຮຽກຮ້ອງໃຫ້ພວກເຮົາທຸກ ຄົນ ເປັນເຈົ້າການນໍາກັນໃນການແກ້ ໄຂບັນຫາມົນລະພິດຈາກພລາສຕິກ ໂດຍສະເພາະພາກລັດ ແລະ ພາກ ເອກະຊົນທີ່ມີບົດບາດສໍາຄັນ ໃນ ການແກ້ໄຂບັນຫາດັ່ງກ່າວດ້ວຍ ການຊຸກຍູ້ໃຫ້ເກີດການປ່ຽນແປງ ຫລາຍດ້ານ ເປັນຕົ້ນຫ້າມນໍາໃຊ້ຖົງ ຢາງພລາສຕິກ, ການນໍາໃຊ້ຜະລິດ ຕະພັນທາງເລືອກທົດແທນ ພລາສ ຕິກທີ່ນໍາໃຊ້ຄັ້ງດຽວ, ການລະດົມ ທຶນເພື່ອຄວາມຍືນຍົງ ແລະ ການນໍາ ພາ-ຊີ້ນໍາ ເພື່ອກ້າວໄປສູ່ຂໍ້ຕົກລົງລະ ດັບໂລກ ໃນການຫລຸດຜ່ອນມົນລະ ພິດຈາກພລາສຕິກ. ໃນໂອກາດດັ່ງກ່າວ ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ໃຫ້ກຽດຕັດ ແຖບຜ້າເປີດງານຢ່າງເປັນທາງ ການ ຊຶ່ງກິດຈະກຳໃນຄັ້ງນີ້ປະກອບ ມີ: ຍ່າງເພື່ອສຸຂະພາບ, ການວາງ ສະແດງຜົນງານຈາກບັນດາຫ້ອງ ການ, ກົມ, ສະຖາບັນພາຍໃນກະ ຊວງ ກຊສ, ພະແນກການໃນນະ ຄອນຫລວງວຽງຈັນ, ອົງການຈັດ ຕັ້ງທາງສັງຄົມ, ສາກົນ ແລະ ກິດຈະ ກຳການຣິໄຊເຄິນແຍກຂີ້ເຫຍື້ອ ແລະ ກິດຈະກຳຖາມ-ຕອບກ່ຽວກັບສິ່ງ ແວດລ້ອມ. ໃນນັ້ນ, ອົງການສະຫະ ປະຊາຊາດເພື່ອການພັດທະນາ (UNDP) ໄດ້ມອບຖັງໃສ່ຂີ້ເຫຍື້ອ ໃຫ້ກະຊວງ ກຊສ ອີກດ້ວຍ. ຂ່າວ-ພາບ: ວຽງສະຫວັນ ລາຍງານໃຫ້ຮູ້ ໃນກອງປະຊຸມວຽກ ງານກວດສອບແຫ່ງລັດ ວັນທີ 1 ມິຖຸນາ 2023 ນີ້ວ່າ: ໃນປີ 2023 ນີ້, ອົງການກວດສອບແຫ່ງລັດຈະປະ ຕິບັດດໍາເນີນການກວດສອບໃຫ້ ໄດ້ 103 ເປົ້າໝາຍ. ໃນນັ້ນ, ຈະກວດ ສອບບົດສະຫລຸບຂາດຕົວການຈັດ ຕັ້ງປະຕິບັດງົບປະມານແຫ່ງລັດ ໃຫ້ໄດ້ 36 ເປົ້າໝາຍ(ຂັ້ນສູນກາງ 16 ເປົ້າໝາຍ ແລະ ຂັ້ນທ້ອງຖິ່ນ 20 ເປົ້າໝາຍ); ກວດສອບໂຄງການ ລົງທຶນຂອງລັດ 20 ເປົ້າໝາຍ (ຂັ້ນ ສູນກາງ 7 ເປົ້າໝາຍ ແລະ ຂັ້ນທ້ອງ ຖິ່ນ 13 ເປົ້າໝາຍ); ກວດສອບໂຄງ ການເງິນກູ້ຢືມ ແລະ ຊ່ວຍເຫລືອ 22 ເປົ້າໝາຍ; ກວດສອບທະນາຄານ ລັດ ແລະ ທະນາຄານທີ່ລັດຮ່ວມທຶນ 7 ເປົ້າໝາຍ ແລະ ກວດສອບວິສາ ຫະກິດລັດລົງທຶນ 18 ເປົ້າໝາຍ (ຂັ້ນສູນກາງ 11 ເປົ້າໝາຍ ແລະ ຂັ້ນທ້ອງຖິ່ນ 7 ເປົ້າໝາຍ). ເພື່ອບັນລຸເປົ້າໝາຍດັ່ງກ່າວ, ອົງການກວດສອບແຫ່ງລັດ ໄດ້ຈັດ ກອງປະຊຸມ ເພື່ອປຶກສາຫາລື, ຄົົ້ນ ຄວ້າ ແລະ ເປັນເອກະພາບກັນຕໍ່ບັນ ຫາທີ່ສໍາຄັນ ແລະ ເຄັ່ງຮ້ອນ ທີ່ຕິດພັນ ກັບບັນດາວຽກຈຸດສຸມຂອງອົງ ການກວດສອບແຫ່ງລັດ, ພ້ອມທັງ ເຜີຍແຜ່, ສ້າງຄວາມຮັບຮູ້, ຄວາມ ເຂົ້າໃຈທີ່ເປັນເອກະພາບຕໍ່ກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ ສະບັບປັບປຸງ 2022, ຖອດຖອນບົດ ຮຽນກ່ຽວກັບວຽກງານກວດສອບ ແຫ່ງລັດ ໃນປີຜ່ານມາ ເພື່ອສົ່ງເສີມ ດ້ານດີ ແລະ ແກ້ໄຂ, ປັບປຸງດ້ານ ອ່ອນ ແລະ ຂໍ້ຄົງຄ້າງ, ສ້າງຄວາມ ຮັບຮູ້, ຄວາມເຂົ້າໃຈທີ່ເປັນເອກະ ພາບກັນຕໍ່ແນວທາງ, ວິທີທາງໃນ ການດຳເນີນວຽກງານກວດສອບ ແຫ່ງລັດ ໃນອະນາຄົດໃຫ້ມີປະສິດ ທິພາບ, ປະສິດທິຜົນກວ່າເກົ່າ. ທ່ານ ເຄນ ລໍວັນໄຊ ຍັງໃຫ້ຮູ້ອີກ ວ່າ: ໃນປີ 2022 ຜ່ານມາ ໂດຍພື້ນ ຖານແລ້ວ, ໄດ້ດໍາເນີນການກວດ ສອບເອກະສານລາຍງານການ ເງິນ, ຄວາມສອດຄ່ອງທາງດ້ານກົດ ໝາຍ ແລະ ຜົນການຈັດຕັ້ງປະຕິບັດ ແຕ່ລະເປົ້າໝາຍສໍາເລັດຜົນຕາມ ແຜນການທີ່ກໍານົດໄວ້, ແຜນການ 108 ເປົ້າໝາຍ, ປະຕິບັດໄດ້ 101 ເປົ້າໝາຍ. ໃນນັ້ນ, ບົດສະຫລຸບຂາດ ຕົວການຈັດຕັ້ງປະຕິບັດງົບປະມານ ແຫ່ງລັດ 33 ເປົ້າໝາຍ,ໂຄງການ ລົງທຶນຂອງລັດ 23 ເປົ້າໝາຍ, ໂຄງ ການເງິນກູ້ຢືມ ແລະ ຊ່ວຍເຫລືອ 19 ເປົ້າໝາຍ, ວິສາຫະກິດລັດ 20 ເປົ້າ ໝາຍ ແລະ ທະນາຄານທຸລະກິດລັດ ລົງທຶນ 6 ເປົ້າໝາຍ. ຂ່າວ: ທະນູທອງ ຂໍ້ມູນ-ພາບ: ໜັງສືພິມປະຊາຊົນ ກັບອາຊຽນ ກໍຄື ສປປ ລາວ ທີ່ຈະ ຮັບໜ້າທີ່ເປັນປະທານອາຊຽນ ໃນປີ 2024 ໂດຍສະເພາະການຍົກລະ ດັບການສ້າງຂີດຄວາມສາມາດ ຂອງຂະແໜງການທາງດ້ານຕ່າງໆ ແນໃສ່ການເສີມຂະຫຍາຍການ ຮ່ວມມືທາງດ້ານການຄ້າ ແລະ ການ ລົງທຶນໃຫ້ສູງຂຶ້ນ. ໂອກາດນີ້, ທ່ານຮອງປະທານ ອາວຸໂສ Michael W. Michalak ໄດ້ກ່າວແນະນຳບັນດາຜູ້ລິຫານລະ ດັບສູງຂອງບໍລິສັດ ສ ອາເມລິກາ ທີ່ເຂົ້້າມາລົງທຶນຢູ່ ສປປ ລາວ ແລະ ໄດ້ມີການແລກປ່ຽນຄໍາຄິດເຫັນ ຢ່າງກົງໄປກົງມາ ໂດຍເນັ້ນໜັກ ການ ສ້າງຄວາມເຂັ້ມແຂງ ທາງດ້ານ ການພັດທະນາເສດຖະກິດດີຈິຕອນ, ການພັດທະນາພື້ນຖານໂຄງລ່າງ, ສາທາລະນະສຸກ, ສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ. ພ້ອມນີ້, ທ່ານຍັງແຈ້ງໃຫ້ຊາບວ່າ ຄະນະສະພາທຸລະກິດອາຊຽນ-ອາ ເມລິກາ ຍິນດີຈະໃຫ້ການສະໜັບສະ ໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນ ການກະກຽມເປັນປະທານອາຊຽນ ປີ 2024, ພ້ອມທັງໄດ້ສະເໜີ ໃຫ້ລັດ ຖະບານ ສປປ ລາວ ສະໜັບສະໜູນ ທ່ານ ສະເຫລີມໄຊ ກົມມະສິດ (ຂວາ) ບັນດາກິດຈະກຳຂອງສະພາທຸລະ ກິດອາຊຽນ-ອາເມລິກາ ໃຫ້ສາມາດ ປະກອບສ່ວນຫລາຍຂຶ້ນ ໂດຍສະ ເພາະ ໃນເວທີປຶກສາຫາລື ແລະ ແລກປ່ຽນທາງພາກທຸລະກິດ ໂດຍ ຜ່ານກົນໄກຂອງເສົາຄໍ້າເສດຖະກິດ ອາຊຽນ. ພ້ອມນີ້, ທ່ານຍັງໄດ້ແຈ້ງ ຕື່ມວ່າ ຈະມີການເຊື້ອເຊີນບັນດາລັດ ຖະມົນຕີເສດຖະກິດອາຊຽນ ໄປ ຢ້ຽມຢາມແລກປ່ຽນກັບສະພາທຸລະ ກິດອາຊຽນ-ອາເມລິກາ ທີ່ ສ ອາເມ ລິກາ ໃນໄລຍະທີ່ ສປປ ລາວ ເປັນ ປະທານອາຊຽນ ປີ 2024 ເພື່ອສົ່ງ ເສີມຮ່ວມມືທາງດ້ານການຄ້າ ແລະ ການລົງທຶນລະຫວ່າງ ອາຊຽນ ແລະ ສ ອາເມລິກາ. ໃນຕອນທ້າຍ, ທ່ານຮອງປະ ທານສະພາທຸລະກິດອາຊຽນ-ອາເມ ລິກາ ໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບ ອຸ່ນຂອງທ່ານຮອງນາຍົກລັດຖະມົນ ຕີ ສະເຫລີມໄຊ ກົມມະສິດ ໂດຍຢືນ ຢືນວ່າຈະສືບຕໍ່ຮັດແໜ້ນ ແລະ ສົ່ງ ເສີມການພົວພັນຮ່ວມມືລະຫວ່າງ ສະພາທຸລະກິດອາຊຽນ ແລະ ສະພາ ທຸລະກິດອາຊຽນ-ອາເມລິກາ ເພື່ອ ປະກອບສ່ວນໃນການສ້າງປະຊາ ຄົມອາຊຽນ ກໍຄືການກະກຽມເປັນ ປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໃຫ້ປະສົບຜົນສຳເລັດ ຢ່າງຈົບງາມ. ສານງານວຽກງານຢາສູບອາຊຽນ ປະຈຳລາວ, ມີເອກອັກຄະລັດຖະທູດ ອັງກິດປະຈຳລາວ, ຜູ້ຕາງໜ້າອົງ ການສະຫະປະຊາຊາດ ເພື່ອການພັດ ທະນາປະຈຳລາວ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານ ສະໜອງ ທອງຊະ ນະ ໄດ້ໃຫ້ຮູ້ວ່າ: ກິດຈະກຳຍ່າງເພື່ອ ສຸຂະພາບນີ້, ຈັດຂຶ້ນເພື່ອສະເຫລີມ ສະຫລອງວັນງົດຢາສູບໂລກ 31 ພຶດສະພາ ພາຍໃຕ້ຫົວຂໍ້ “ປູກພືດ ທີ່ກິນໄດ້ແທນການປູກຢາສູບ”ທັງ ເປັນການປຸກລະດົມ, ປູກຈິດສໍານຶກ ຊຸກຍູ້ສົ່ງເສີມໃຫ້ທຸກພາກສ່ວນໃນ ສັງຄົມຫລີກລ້ຽງ ແລະ ຫລຸດຜ່ອນ ຜົນກະທົບທີ່ເກີດຈາກພິດໄພຂອງ ການສູບຢາ ທີ່ມີຜົນກະທົບຕໍ່ສຸຂະ ພາບ ແລະ ການພັດທະນາເສດຖະ ກິດສັງຄົມ. ໃນນັ້ນ, ຢາສູບຍັງມີຜົນ ກະທົບຕໍ່ສຸຂະພາບ, ການສູບຢາເຮັດ ໃຫ້ເປັນມະເຮັງປອດ, ພະຍາດຫົວ ໃຈເສັ້ນເລືອດ ແລະ ພະຍາດອື່ນໆ ນຳໄປສູ່ການເສຍຊີວິດກ່ອນໄວອັນ ຄວນ. ສຳລັບຢູ່ ສປປ ລາວ, ການສູບຢາ ແລະ ການຊົມໃຊ້ຜະລິດຕະພັນຢາ ສູບເຮັດໃຫ້ມີຜູ້ເສຍຊີວິດເຖິງ 18 ຄົນຕໍ່ມື້ ຫລື 6.700 ຄົນ ໃນແຕ່ລະ ປີ ແລະ ການສູນເສຍດັ່ງກ່າວສາມາດ ປ້ອງກັນໄດ້, ປົກປ້ອງໄດ້ຖ້າພວກ ເຮົາບໍ່ສູບຢາ ແລະ ບໍ່ຊົມໃຊ້ຜະລິດຕະ ພັນຢາສູບ. ປັດຈຸບັນ, ອຸດສາຫະກໍາ ຢາສູບ ໄດ້ນໍາໃຊ້ຍຸດທະວິທີທີ່ຕິດພັນ ກັບເຕັກໂນໂລຊີ ໂດຍການອອກແບບ ຜະລິດຕະພັນຢາສູບອີຊີກາແລັດ (ຢາສູບໄຟຟ້າ) ທີ່ມີຮູບຊົງສວຍ ງາມ, ຈັບໃຈ, ນຳໃຊ້ງ່າຍ, ມີຫລາກ ຫລາຍກິ່ນ, ລົດຊາດດຶງດູດລູກຄ້າຄື ກັບວ່າຈະບໍ່ມີພິດໄພ ຫລື ອັນຕະລາຍ ແລະ ມີການໂຄສະນາຢ່າງກວ້າງ ຂວາງທັງສື່ອອນລາຍ ທີ່ບໍ່ສາມາດ ຄວບຄຸມໄດ້ເຮັດໃຫ້ໄວໜຸ່ມ-ເຍົາວະ ຊົນ, ລວມທັງເພດຍິງຫລົງໄຫລ ແລະ ມີການບໍລິໂພກເພີ່ມຂຶ້ນ. ແຕ່ໃນ ຄວາມເປັນຈິງແລ້ວ, ຜະລິດຕະພັນ ເຫລົ່ານັ້ນບໍ່ປອດໄພສໍາລັບຜູ້ຊົມ ໃຊ້ເລີຍ, ທຸກຄົນຊົມໃຊ້ສາມາດເກີດ ພະຍາດປອດ, ພະຍາດຫົວໃຈ, ສົ່ງ ຜົນສະທ້ອນຕໍ່ການພັດທະນາສະ ໝອງ ແລະ ກາຍເປັນສິ່ງເສບຕິດ. ທ່ານ ສະໜອງ ທອງຊະນະ ຍັງ ໃຫ້ຮູ້ອີກວ່າ: ວັນງົດສູບຢາໂລກປີ ນີ້, ສະພາແຫ່ງຊາດໄດ້ຮັບຫລຽນ ລາງວັນດີເດັ່ນ ຈາກອົງການອະນາ ໄມໂລກ, ຍ້ອນການອອກກົດໝາຍ ກ່ຽວກັບການຄວບຄຸມຢາສູບ ໃນປີ 2021 ທີ່ຮັດກຸມ ແລະ ເຂັ້ມງວດ ໃນການຫ້າມການຜະລິດ, ນຳເຂົ້າ, ສົ່ງອອກ, ສົ່ງຜ່ານ, ຊື້-ຂາຍຜະລິດ ຕະພັນຢາສູບໄຟຟ້າທຸກຮູບແບບ ຖື ວ່າເປັນນິຕິກຳທີ່ພົ້ນເດັ່ນໃນເວທີ ສາກົນ. ຂໍ້ມູນ-ພາບ: ໜັງສືພິມປະຊາຊົນ ຄວາມສຳຄັນ, ບັນດາສະຫາຍໄດ້ ຕັ້ງໜ້າເອົາໃຈໃສ່ຕິດຕາມການນຳ ສະເໜີຜ່ານບົດສະຫລຸບຕີລາຄາ ການນຳພາ-ຊີ້ນຳວຽກງານຮອບ ດ້ານ ກ າງສະໄໝ (2021-2023) ແລະ ທິດທາງແຜນການທ້າຍສະ ໄໝ (2023-2025) ຂອງຄະນະ ພັກຮາກຖານກົມສ່ວຍສາອາກອນ; ບົດສະຫລຸບຕີລາຄາການຈັດຕັ້ງປະ ຕິບັດແຜນພັດທະນາຂະແໜງສ່ວຍ ສາອາກອນ (2021-2023) ແລະ ທິດທາງການຈັດຕັ້ງປະຕິບັດ ໃນ ຕໍ່ໜ້າ (2023-2025); ບົດສຳ ຫລວດນຳພາລວມຂອງຄະນະພັກ ຮາກຖານກົມສ່ວຍສາອາກອນກາງ ສະໄໝ(2021-2023) ແລະ ວິທີ ແກ້ໄຂໃນຕໍ່ໜ້າ (2023-2025). ພ້ອມກັນນີ້, ໄດ້ເຫັນດີເປັນເອກະ ພາບ ຮັບຮອງເອົາເນື້ອໃນຂອງບົດສະ ຫລຸບດັ່ງກ່າວ ແລະ ບັນດາສະມາຊິກ ພັກ ໄດ້ມີຄວາມເປັນເອກະພາບສູງ ຕໍ່ບົດຕີລາຄາການນຳພາ-ຊີ້ນຳໄລ ຍະກາງສະໄໝ ແລະ ແຜນພັດທະ ນາຂະແໜງສ່ວຍສາອາກອນ ແລະ ບົດສຳຫລວດນຳພາລວມຂອງຄະ ນະພັກຮາກຖານ. ໃນກອງປະຊຸມຄັ້ງນີ້, ຍັງໄດ້ ພ້ອມ ກັນຄົ້ນຄວ້າ, ເຊື່ອມຊຶມ ແລະ ປຶກສາຫາລືປະກອບຄຳເຫັນຢ່າງ ກົງໄປກົງມາແບບສ້າງສັນ, ມີຄວາມ ຮັບຜິດຊອບສູງໂດຍໄດ້ຕີລາຄາ ດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ ຖອດຖອນໄດ້ ແນໃສ່ຈັດຕັ້ງປະຕິບັດ ວຽກງານໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ໄດ້ພ້ອມກັນລົງຄະ ແນນສຽງທາບທາມຄວາມໄວ້ວາງ ໃຈຕໍ່ການນໍາພາ-ຊີ້ນໍາຂອງຄະນະ ພັກຮາກຖານກົມສ່ວຍສາອາກອນ ໃນການຈັດຕັ້ງປະຕິບັດວຽກງານ ຮອບດ້ານໄລຍະຜ່ານມາຕື່ມອີກ. ໂອກາດນີ້, ສະຫາຍ ສັນຕິພາບ ພົມວິຫານ ໄດ້ເນັ້ນໃຫ້ຄະນະພັກຮາກ ຖານກົມສ່ວຍສາອາກອນເອົາໃຈ ໃສ່ບາງບັນຫາເປັນຕົ້ນ ເພີ່ມທະວີ ການສຶກສາອົບຮົມການເມືອງແນວ ຄິດໃຫ້ແກ່ສະມາຊິກພັກ-ພະນັກ ງານໃຫ້ເຊື່ອມຊຶມ, ກໍາແໜ້ນແນວ ທາງປ່ຽນແປງໃໝ່ຂອງພັກ, ຍົກ ສູງຄຸນທາດການເມືອງ, ທັດສະນະ ຊົນຊັ້ນ, ຄວາມເປັນແບບຢ່າງ ແລະ ຄຸນສົມບັດ, ຄວາມຮູ້ຄວາມສາມາດ ຂອງສະມາຊິກພັກ-ພະນັກງານ; ເຊີດຊູນໍ້າໃຈຮັບຜິດຊອບໃນໜ້າທີ່ ການເມືອງ ທີ່ໄດ້ຮັບມອບໝາຍ,ຮັກ ສາຄວາມສາມັກຄີເປັນເອກະ ພາບ ພາຍໃນພັກ, ປະສານສົມທົບກັບພາກ ສ່ວນກ່ຽວຂ້ອງ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ພາຍ ໃນພັກ, ໃນໜູ່ມະຫາຊົນໃຫ້ຫລຸດ ລົງເທື່ຶອລະກ້າວ; ຕີລາຄາປະເມີນ ຜົນ ສະມາຊິກພັກ-ພະນັກງານໃຫ້ເລິກ ເຊິ່ງ ໂດຍຕິດພັນກັບການເປີດບັ້ນ ດຳເນີນຊີວິດການເມືອງ, ເປັນການ ກວດກາ-ຕີລາຄາຄຸນນະ ພາບຂອງ ສະມາຊິກພັກ-ພະນັກງານແນໃສ່ ຊຸກຍູ້ສົ່ງເສີມສະມາຊີກພັກ-ພະນັກ ງານທີ່ມີຜົນງານດີເດັ່ນ. ພ້ອມກັນ ນີ້, ຕ້ອງມີມາດຕະການເດັດຂາດຕໍ່ ສະມາຊິກພັກ-ພະນັກງານທີ່ເສຍ ທາດຂາດຄຸນ, ລະເມີດກົດລະບຽບ ຂອງພັກຮັບສິນບົນ, ໃຫ້ສິນບົນ, ບໍ່ ມີຄວາມໂປ່ງໄສ ຕ້ອງແກ້ໄຂທັນເວ ລາ ແລະ ເດັດຂາດຕໍ່ຜູ້ລະເມີດກົດ ລະບຽບຂອງພັກ ຢ່າງເຂັ້ມງວດ; ເພີ່ມທະວີການນຳພາ-ຊີ້ນຳຂອງ ພັກ, ເສີມຂະຫຍາຍສິດເປັນເຈົ້າ; ເອົາ ໃຈໃສ່ປັບປຸງກໍ່ສ້າງບັນດາໜ່ວຍພັກ ແລະ ສະມາຊິກໃຫ້ມີຄວາມເຂັ້ມ ແຂງ, ໜັກແໜ້ນທາງດ້ານການ ເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາໃຫ້ຖືກຕ້ອງ ຕາມ 5 ເນື້ອໃນຂອງການກໍ່ສ້າງ ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກ ແໜ້ນ; ເອົາໃຈໃສ່ຄວາມສາມັກຄີຮັກ ແພງ, ຈິງໃຈຊ່ວຍເຫລືອ ເຊິ່ງກັນ ແລະ ກັນຢູ່ພາຍໃນພັກໃນ ໜູ່ຄະນະ ແລະ ໃນໜູ່ມະຫາຊົນ; ຊຸກຍູ້ບັນດາ ອົງການຈັດຕັ້ງມະຫາຊົນໃຫ້ມີການ ເຄື່ອນໄຫວປະຕິບັດລະບອບດຳເນີນ ຮ່ວມຊີວິດການເມືອງຂອງແຕ່ລະ ອົງການໃຫ້ເປັນປົກກະຕິຕໍ່ເນື່ອງ. ທັງນີ້, ກໍເພື່ອພ້ອມກັນປະຕິບັດໜ້າທີ່ ການເມືອງຂອງຕົນໃຫ້ມີຜົນສຳເລັດ ຕາມລະດັບຄາດໝາຍທີ່ວາງໄວ້. ຂ່າວ-ພາບ: ກະຊວງການເງິນ ຖະມົນຕີກະຊວງການເງິນ, ມີ ສະຫາຍ ບຸນປະເສີດ ສີກຸນລະບຸດ ກໍາມະການພັກກະຊວງ, ເລຂາຄະ ນະຮາກຖານ ກົມສ່ວຍສາອາກອນ, ສະຫາຍ ກົງຄໍາ ສິດທິວໍລະດາ ກໍາມະ ການພັກກະຊວງ, ເລຂາໜ່ວຍພັກ ຮາກຖານກົມຈັດຕັ້ງ ແລະ ພະນັກ ງານ, ມີເລຂາໜ່ວຍພັກຮາກຖານ ກົມກວດກາ, ຄະນະພັກຮາກຖານກົມ ສ່ວຍສາອາກອນ, ເລຂາ-ຮອງເລຂາ ໜ່ວຍພັກ ແລະ ສະມາຊິກພັກທີ່ຂຶ້ນ ກັບຄະນະພັກຮາກຖານເຂົ້າຮ່ວມ. ການດຳເນີນກອງປະຊຸມກາງ ສະໄໝ 2021-2023 ແລະ ທິດ ທາງແຜນການທ້າຍສະໄໝ 20232025 ຂອງຄະນະພັກຮາກຖານ ກົມສ່ວຍສາອາກອນມີຄວາມໝາຍ ແລະ ສິ່ງແວດລ້ອມ ສະບັບເລກທີ 1062/ ກຊສ ປີ 2020 ໄດ້ມອບ ທີ່ດິນຈຳນວນ 296 ເຮັກ ໃຫ້ແກ່ 3 ພາກສ່ວນ ຄື: ກົມປ່າໄມ້, ຄະນະ ວິທະຍາສາດປ່າໄມ້ມະຫາວິທະຍາ ໄລ ແຫ່ງຊາດ (ຄປມ) ແລະ ສະຖາ ບັນການແພດ ແລະ ຢາພື້ນເມືອງ ກະຊວງສາທາລະນະສຸກຈັດຕັ້ງປະ ຕິບັດສ້າງສວນພຶກສາສາດປ່າສະ ຫງວນຫ້ວຍຍາງ-ດົງໝາກຄາຍ ເມື່ອກ່ອນເຄີຍເປັນເຂດອຸດົມສົມບູນ ແຕ່ຖືກບຸກລຸກທຳລາຍຫລາຍໃນ ໄລະຍະ 3 ທົດສະວັດ ທີ່ຜ່ານມາ ຍ້ອນຫລາຍສາເຫດເຊັ່ນ: ຄວາມບໍ່ ເຂົ້າໃຈຂອງປະຊາຊົນທີ່ອາໄສຢູ່ ເຂດອ້ອມຂ້າງ ແລະ ການຄຸ້ມຄອງຈັດການທີ່ບໍ່ມີຄວາມຊັດເຈນ. ໄລ ຍະຜ່ານມາຫລາຍພາກສ່ວນ ໂດຍ ສະເພາະແມ່ນກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດ ລ້ອມ, ກົມປ່າໄມ້, ກະຊວງສາທາລະ ນະສຸກ ແລະ ຄປມ ໄດ້ຮ່ວມກັນດຳ ເນີນກິດຈະກໍາຕ່າງໆ ທີ່ພໍເຮັດໄດ້ ອີງຕາມສະພາບເງື່ອນໄຂດ້ານ ຊັບພະຍາກອນ ແລະ ງົບປະມານ ເຊັ່ນ: ເຮັດຮົ້ວ, ປູກຕົ້ນໄມ້ໃສ່ພື້ນ ທີ່ບາງຈຸດ, ປ້ອງກັນ ແລະ ດັບມອດ ໄຟໄໝ້ປ່າໃນໄລຍະລະດູແລ້ງ ແລະ ໂຄສະສະນາຊຸກຍູ້ອົງການຈັດຕັ້ງ ອ້ອມຂ້າງເຂົ້າຮ່ວມ ແຕ່ກໍເຫັນວ່າ ຍັງບໍ່ທັນພຽງພໍຕາມຄວາມຕ້ອງ ການ. ການຈັດຕັ້ງການປູກໄມ້ໃນຄັ້ງ ນີ້ແມ່ນ ເກີດຂຶ້ນໄດ້ ຍ້ອນການຮ່ວມ ແຮງຮ່ວມໃຈຂອງພະນັກງານ ແລະ ນັກສຶກສາທົ່ວ ຄປມ ແລະ ໄດ້ ຮັບການສະໜັບສະໜູນຈາກຫລາຍ ພາກສ່ວນທາງດ້ານວັດຖຸ ແລະ ງົບປະມານ, ຄປມ ຈະນຳໃຊ້ໃຫ້ມີ ປະ ສິດທິພາບສູງຕໍ່ວຽກງານປຸກ ປ່າ. ນອກຈາກປູກໃນຄັ້ງນີ້, ຄປມ ຍັງຈະສືບຕໍ່ປູກຢູ່ພື້ນທີ່ປ່າທົດລອງ ເມືອງສັງທອງ ຕໍ່ໄປໃນຊ່ວງລະດູ ການປູກໄມ້. ໂອກາດນີ້, ໃນພິທີຍັງໄດ້ມອບ ໃບຍ້ອງຍໍໃຫ້ຜູ້ສະໜັບສະໜູນຫລາຍ ພາກສ່ວນ.ໃນນັ້ນ, ກໍມີສະມາຄົມເຟີ ນິເຈີລາວ ທີ່ໄດ້ປະກອບສ່ວນດ້ານ ງົບປະມານ ເປັນມູນຄ່າ 50 ລ້ານ ກີບ ເຂົ້າໃນງານຄັ້ງນີ້ ໂດຍຕາງ ໜ້າຮັບຂອງທ່ານ ວັນເພັງ ສົມຊະ ນະ ຮອງປະທານສະມາຄົມເຟີນິ ເຈີລາວ. ຈານ-ນັກສຶກສາ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ທ່ານາງ ລັດສະໝີ ບຸບຜາ ໄດ້ ກ່າວວ່າ: ອີງຕາມຂໍ້ຕົກລົງຂອງກະ ຊວງຊັບພະຍາກອນທຳມະຊາດ

RkJQdWJsaXNoZXIy MTc3MTYxMQ==