Iv']af4t,qo8udt-;'dko8jk'xtgmf g7njvows;gIaf;Pd16jc0;'9exklad gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 02/06/2023 xtgmf]k; 4 3]d c]t gsfdko ຕໍ່າໜ້າ ຕໍ່າໜ້າ ]af4t,qo8uxt9eleoad'kookpqd -5dp6hrNo4kodkozt]yf16jg,nv'|v'[qd ຂປລ. ໂອກາດລົງເຄື່ອນໄຫວ ວຽກງານຢູ່ແຂວງຄຳມ່ວນ, ໃນ ວັນທີ 30 ພຶດສະພາ 2023 ນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນ ຕີ ພ້ອມຄະນະໄດ້ລົງຕິດຕາມ, ຊຸກ ຍູ້ພື້ນຖານການຜະລິດກະສິກຳຢູ່ ເມືອງໜອງບົກ ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ຄຳພອນ ສີກຸມພົນ ເຈົ້າເມືອງ ໜອງບົກ ພ້ອມດ້ວຍການນຳບັນດາ ພະແນກການຂອງແຂວງ, ຂະແໜງ ການກ່ຽວຂ້ອງເມືອງໜອງບົກ ຮ່ວມຕິດຕາມ. ທ່ານ ຈັນທະວົງ ໂອລິຍະວົງ ຜູ້ປະ ກອບການໂຄງການນາໄຮ່ໃຫຍ່ (ບໍ ລິສັດ ຈັນທະວົງ ສົ່ງເສີມການກະ ເສດ ຂາອອກ-ຂາເຂົ້າ ຈຳກັດ) ໄດ້ລາຍງານໃຫ້ຮູ້ກ່ຽວກັບສະພາບ ການຈັດຕັ້ງປະຕິບັດໂຄງການນາ ໄຮ່ໃຫຍ່ ເຊິ່ງໄດ້ເລີ່ມບຸກເບີກເນື້ອທີ່ ເພື່ອທຳການຜະລິດແຕ່ປີ 2015 ໃນເບື້ອງຕົ້ນແມ່ນຈັດຕັ້ງປະຕິບັດ ໃນເນື້ອທີ່ 60 ເຮັກຕາ ຫລັງຈາກ ນັ້ນ, ກໍໄດ້ບຸກເບີກເນື້ອທີ່ເພີ່ມ ແລະ ສຸມທຶນຮອນເຂົ້າໃນການປັບປຸງພື້ນ ທີ່ເປັນນາໄຮ່ໃຫຍ່ ເຊິ່ງມີຂະໜາດ 1-6 ເຮັກຕາ ຕໍ່ 1 ໄຮ່ ແລະ ຈົກຄອງ ລະບາຍນໍ້າ, ກໍ່ສ້າງເສັ້ນທາງ ແລະ ລະບົບຊົນລະປະທານ ເພື່ອສະໜອງ ນໍ້າເຂົ້າໃນການຜະລິດ, ມາຮອດ ປັດຈຸບັນ ລວມມີທັງໝົດ ຈຳນວນ 350 ເຮັກຕາ. ໃນນີ້, ເນື້ອທີ່ຂອງບໍລິ ສັດ ຈັນທະວົງ 210 ເຮັກຕາ ແລະ ເນື້ອທີ່ຂອງປະຊາຊົນເຂົ້າຮ່ວມ 140 ເຮັກຕາ ລວມມີ 3 ບ້ານ ແລະ 38 ຄອບຄົວ, ສາມາດຜະລິດເຂົ້າໄດ້ 2-3 ລະດູຕໍ່ປີ, ສະເລ່ຍສະມັດຕະ ພາບ 4 ໂຕ່ນຕໍ່ເຮັກຕາ. ສຳລັບແຜນການໃນຕໍ່ໜ້າບໍລິ ສັດ ຈະລົງທຶນສ້າງຟາມກະເສດອິນ ຊີ (ປູກຜັກໃນເຮືອນຮົ່ມ) ແບບທົດ ລອງ, ລ້ຽງປາ, ສ້າງສວນປູກຫຍ້າ ເພື່ອລ້ຽງສັດໃນເນື້ອທີ່ 30 ເຮັກຕາ ເຊິ່ງນອນຢູ່ໃນພື້ນທີ່ດັ່ງກ່າວ, ພ້ອມ ທັງມີແຜນສ້າງກຸ່ມສະມາຄົມອາ ຫານ ເພື່ອຜະລິດ ແລະ ຈໍາໜ່າຍພືດ ຜັກອາຫານໃຫ້ແກ່ສັງຄົມ. ໂອກາດດັ່ງກ່າວ, ຄະນະນໍາຂັ້ນ ສູນກາງ ແລະ ຂັ້ນແຂວງໄດ້ມີຄຳ ເຫັນຊີ້ນຳ ຕໍ່ບໍລິສັດ ກໍຄື ຜູ້ປະກອບ ການນາໄຮ່ໃຫຍ່ ໂດຍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ການຕັດສິນ ໃຈຂອງບໍລິສັດລົງ ທຶນໃສ່ວຽກງານ ດັ່ງກ່າວ ແລະ ໄດ້ຮັບການຈັດຕັ້ງປະ ຕິບັດໄດ້ຮັບຜົນສຳເລັດໃນລະດັບ ທີ່ດີ, ພ້ອມນີ້ຍັງໄດ້ສະໜັບສະໜູນ ແນວຄວາມຄິດ ກໍຄື ແຜນການໃນຕໍ່ ໜ້າ ເປັນຕົ້ນ ແມ່ນການສ້າງຟາມກະ ເສດອິນຊີ, ການປູກພືດຜັກ, ລ້ຽງປາ ແລະ ລ້ຽງສັດ ເພື່ອສະໜອງ ໃຫ້ແກ່ ສັງຄົມ ພ້ອມທັງໄດ້ຊີ້ນຳໃຫ້ບໍລິສັດ ທຳການຜະລິດໃຫ້ຕິດພັນກັບການ ທ່ອງທ່ຽວ ເຮັດໃຫ້ເນື້ອທີ່ທຳການຜະ ລິດດັ່ງກ່າວກາຍເປັນທ່າແຮງທາງ ດ້ານການທ່ອງທ່ຽວ ທີ່ຕິດພັນກັບ ທຳມະຊາດ, ສ້າງກິດຈະກຳເພື່ອດຶງ ດູດນັກທ່ອງທ່ຽວ ໃຫ້ກາຍເປັນການ ທ່ອງທ່ຽວໃນບັນຍາກາດອັນໃໝ່, ທັງເປັນການສ້າງພື້ນຖານ, ການດຶງ ດູດ ແລະ ສິ່ງຮອງຮັບນັກທ່ອງທ່ຽວ ເພື່ອຕອບສະໜອງແຜນການເປີດ ປີທ່ອງທ່ຽວລາວ ໃນປີ 2024 ທີ່ຈະມາເຖິງນີ້. ໂອກາດດຽວກັນ, ຄະນະດັ່ງ ກ່າວ, ຍັງໄດ້ລົງຕິດຕາມການກໍ່ ສ້າງໂຄງການຊົນລະປະທານ ບ້ານ ຊຽງຫວາງ ເມືອງໜອງບົກ ເຊິ່ງໄດ້ ຮັບທຶນຊ່ວຍເຫລືອລ້າຈາກລັດຖະ ບານ ສສ ຫວຽດນາມ ຈຳນວນ 100 ຕື້ກວ່າກີບ ແລະ ທຶນສົມທົບຈາກລັດ ຖະບານລາວ 10 ຕື້ກວ່າກີບ, ລວມ ມີມູນຄ່າໃນການກໍ່ສ້າງທັງໝົດ 111,14 ຕື້ກວ່າກີບ ໂດຍໄດ້ເລີ່ມລົງ ມືຈັດຕັ້ງປະຕິບັດໃນເດືອນເມສາ 2022 ມາຮອດປັດຈຸບັນມີຄວາມ ຄືບ ໜ້າແລ້ວ 85,4%, ຄາດວ່າຈະ ໃຫ້ສຳເລັດການກໍ່ສ້າງ 100% ໃນ ຕົ້ນປີ 2024. ຂ່າວ: ກອງຄໍາ ຂປລ. ໃນລະຫວ່າງວັນທີ 2930 ພຶດສະພາ 2023 ນີ້, ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນ ຕີ ກະຊວງການຕ່າງປະເທດ, ຫົວໜ້າ ເຈົ້າໜ້າທີ່ອາວຸໂສຊາຍແດນລາວກໍາປູເຈຍ ພ້ອມຄະນະທີ່ຕາງໜ້າ ຈາກພາກສ່ວນກ່ຽວຂ້ອງສູນກາງ ຈໍານວນໜຶ່ງ ເຄື່ອນໄຫວເຮັດວຽກ ຢູ່ແຂວງຈໍາປາສັກ ແລະ ໄດ້ພົບປະ ເຮັດວຽກຮ່ວມກັບຄະນະຮັບຜິດ ຊອບວຽກງານຊາຍແດນຂອງ ແຂວງ ນໍາໂດຍ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ. ການເຮັດວຽກຮ່ວມກັນຄັ້ງນີ້້, ຄະນະຈາກສູນກາງ ແລະ ແຂວງ ໄດ້ປຶກສາຫາລືແລກປ່ຽນສະພາບ ຄວາມຄືບໜ້າວຽກງານຊາຍແດນ ລາວ-ກໍາປູເຈຍ ພາຍຫລັງທີ່ສອງ ຝ່າຍໄດ້ລົງນາມສົນທິສັນຍາວ່າ ດ້ວຍການກໍານົດຊາຍແດນປະ ເທດຮ່ວມກັນ ຊຶ່ງສອງຝ່າຍໄດ້ພົບ ປະປຶກສາຫາລືທັງໃນລະດັບວິຊາ ການ ແລະ ລະດັບຄະນະກໍາມະການ ຊາຍແດນຮ່ວມ ເພື່ອປຶກສາຫາລື ການຈັດຕັ້ງປະຕິບັດເນື້ອໃນສົນທິ ສັນຍາ, ທີ່ສໍາຄັນສອງຝ່າຍໄດ້ເປັນ ເອກະພາບກັນດໍາເນີນການກໍ່ສ້າງ ຫລັກໝາຍຊາຍແດນແບບໃໝ່ ທີ່ ແໜ້ນໜາຖາວອນປ່ຽນແທນຫລັກ ໝາຍໃນປັດຈຸບັນທີ່ມີຂະໜາດນ້ອຍ ແລະ ປັກຫລັກໝາຍຊາຍແດນເພີ່ມ ເຕີມສໍາລັບບໍລິເວນຊາຍແດນທີ່ສອງ ຝ່າຍໄດ້ເອກະພາບກັນ ແລະ ໄດ້ ປັກຫລັກໝາຍຮ່ວມກັນແລ້ວ 121 ຫລັກໝາຍ. ໂອກາດນີ້, ທ່ານຮອງລັດຖະມົນ ຕີ ພ້ອມຄະນະກໍໄດ້ລົງກວດກາພື້ນ ເຊັນສັນຍາມອບໂຄງການ... ບໍລິສັດ ວັດສະດຸ.... ອາຊີ ຈໍາກັດ ຢູ່ເຂດນິຄົມອຸດສາຫະ ກຳໝູນວຽນ ອັດສະຣິຍະອາຊີ- ໂປຕາສ ສາກົນ ເມືອງໜອງບົກ ແຂວງຄຳມ່ວນ. ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳແພງ ໄຊສົມແພງ ອ່ອງຕວນຣຸບ ຜູ້ອຳນວຍການໃຫຍ່ ບໍລິສັດໄຟຟ້ານໍ້າເທີນ 2 ໂດຍມີ ພາກສ່ວນກ່ຽວຂ້ອງ ຂອງທັງສອງ ຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ທ່ານ ຊູຊາດ ໄຊຍະກຸມມານ ໃຫ້ ຮູ້ວ່າ: ໂຄງການຄຸ້ມຄອງຊ້າງອາຊີ ແລະ ການຟື້ນຟູໄມ້ຮີ້ງຊໍາບໍລິສັດໄຟ ຟ້ານໍ້າເທີນ 2 ແມ່ນມີພັນທະການ ຄຸ້ມຄອງໃນເຂດພື້ນທີ່ຖືກຜົນກະທົບ ໃນການກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ 2 ເຊິ່ງໂຄງການດັ່ງກ່າວ, ໄດ້ເລີ່ມນັບ ແຕ່ມື້ອະນຸມັດໃນການດຳເນີນກໍ່ ສ້າງເຂື່ອນໄຟຟ້ານໍ້າເທີນ 2 ເປັນຕົ້ນ ມາ, ໃນສັນຍາສໍາປະທານສະບັບ ດັ່ງກ່າວນັ້ນ, ບໍລິສັດໄຟຟ້ານໍ້າເທີນ 2 ເປັນຜູ້ຮັບຜິດຊອບງົບປະມານ ແລະ ກິດຈະກຳ ໃນການຈັດຕັ້ງປະຕິ ບັດໂດຍກົງ. ຜ່ານການຈັດຕັ້ງປະຕິບັດໂຄງ ການໃນໄລຍະຜ່ານມາເຫັນວ່າມີ ຄວາມຫຍຸ້ງຍາກໃນຂອບການຄຸ້ມ ຄອງ ແລະ ນອກເຂດຄວາມຮັບຜິດ ຊອບຕາມພາລະບົດບາດ. ສະນັ້ນ, ບໍລິສັດ ໄຟຟ້ານໍ້າເທີນ 2 ຈຶ່ງສະ ເໜີມອບ-ໂອນວຽກຄຸ້ມຄອງຊ້າງ ອາຊີ ແລະ ການຟື້ນຟູໄມ້ຮີ້ງຊໍາໃຫ້ ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າ ໄມ້ ເປັນເຈົ້າການໃນການຕັ້ງປະ ຕິບັດ ເຊິ່ງມີໄລຍະເວລາ 5 ປີ ເລີ່ມ ແຕ່ປີ 2023-2027 ໂດຍບໍລິສັດ ໄຟຟ້ານໍ້າເທີນ 2 ຈະເປັນຜູ້ສະໜອງ ງົບປະມານທັງໝົດ 250.000 ໂດ ລາສະຫະລັດ, ສະເລ່ຍ50.000 ໂດລາສະຫະລັດຕໍ່ປີ, ສັນຍາສາ ມາດຂະຫຍາຍເວລາເພີ່ມເຕີມໄດ້ ຈົນ ຮອດທ້າຍປີ 2035 ຕາມໄລຍະ ການສໍາປະທານຂອງບໍລິສັດໄຟຟ້າ ນໍ້າເທີນ 2 ໂດຍອີງຕາມການເຫັນ ດີຈາກທັງສອງຄູ່ຮ່ວມມືກັນລະ ຫວ່າງ ກົມປ່າໄມ້ ແລະ ບໍລິສັດໄຟ ຟ້ານໍ້າເທີນ 2. ຂ່າວ: ທະນູທອງ,ພາບ: ເກດສະໜາ ລັດຖະມົນຕີປະຈຳສຳນັກງານນາ ຍົກລັດຖະມົນຕີ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ການອຸດສາຫະກຳ ແລະ ການຄ້າ, ທ່ານ ວັນໄຊ ພອງສະຫວັນ ເຈົ້າ ແຂວງຄຳມ່ວນ, ພ້ອມດ້ວຍບັນດາ ປະທານກໍາມະການບໍລິຫານບໍລິ ສັດ, ການນຳຂອງແຂວງ, ການນໍາ ພະແນກການອ້ອມຂ້າງແຂວງ ແລະ ການນຳຂອງເມືອງເຂົ້າຮ່ວມ. ທ່ານ ໂຖງ ຢົງເຫີງ ຮອງປະ ທານ ບໍລິສັດ ອາຊີ-ໂປຕາສ ສາກົນ ກ່າວວ່າ: ໂຄງການຜະລິດແຮ່ໂບຣ ມິນ ຂະໜາດ 10.000 ໂຕນຕໍ່ປີ ເປັນໂຄງການທຳອິດ ຂອງນິຄົມອຸດ ສາຫະກຳໝູນວຽນອັດສະຣິຍະ ທີ່ ໄດ້ປະສົບຜົນສຳເລັດໃນການທົດ ລອງຜະລິດໃນໄລຍະຜ່ານມາ, ເປັນຈຸດເລີ່ມຕົ້ນຂອງແຜນວາດອຸດ ສາຫະກຳ ທີ່ບໍ່ແມ່ນໂປຕາສຊຽມ. ອີງໃສ່ຍຸດທະສາດການພັດທະນາ ຊັບພະຍາກອນ, ຂະໜາດ ແລະ ນະ ວັດຕະກຳຂອງອາຊີໂປຕາສຊຽມ ຈະມີການພັດທະນາມູນຄ່າຊັບພະ ຍາກອນບໍ່ແຮ່ ຂອງລາວຢ່າງຮອບ ດ້ານ, ເລັ່ງຂະບວນຫັນເປັນອຸດ ສາຫະກຳຂອງລາວ ແລະ ຂະຫຍາຍ ຈຸດສ້າງກຳໄລໃຫ້ບໍລິສັດ. ອາຊີໂປ ຕາສ ສາກົນ ຈະສືບຕໍ່ແນະນຳບັນດາ ນັກລົງທຶນຍຸດທະສາດ, ເປີດກວ້າງ ບັນດາອຸດສາຫະກຳ ທີ່ບໍ່ແມ່ນໂປ ຕາສຊຽມ, ຫລຸດຜ່ອນຕົ້ນທຶນການ ຜະລິດດ້ວຍຮູບແບບນຳໃຊ້ດິນທັງ ຕົ້ນນ້ຳ ແລະ ລຸ່ມນ້ຳ, ສ້າງໃຫ້ເກີດ ການປະສານສົມທົບກັບເຂດອຸດ ສາຫະກຳປຸຍໂປຕາສ ເພື່ອສ້າງເຂດ ອຸດສາຫະກຳ ໄຊໂຄ ອັດສະຣິຍະ; ປັດຈຸບັນສາມາດດຶງດູດບໍລິສັດ ເຂົ້າມາລົງທຶນ ເຊິ່ງໄດ້ປິ່ນອ້ອມຕ່ອງ ໂສ້ອຸດສາຫະກຳ ເກືອຫີນ ແລະ ໂບຣມິນ. ທ່ານ ໂຖງ ຢົງເຫີງ ກ່າວຕື່ມວ່າ: ສຳລັບທຸກໂຄງການທີ່ຜະລິດເກືອ ໂປຕາສ 1 ລ້ານໂຕນ ຈະສ້າງໂຄງ ການຜະລິດໂບຣມິນ 10.000 ໂຕນ ໄດ້ 1 ໂຄງການ ແລະ ຈະສາມາດ ຊຸກຍູ້ການສ້າງວຽກເຮັດງານທຳ ໃຫ້ປະຊາຊົນທ້ອງຖິ່ນຈຳນວນ ຫລາຍ. ໄປຄຽງຄູ່ກັບການເຕີບໃຫຍ່ ຂອງໂຄງການເກືອ ໂປຕາສ ທີ່ເປັນ ທຸລະກິດຫລັກຂອງບໍລິສັດ ຈະເຮັດ ໃຫ້ກຳລັງການຜະລິດ ໂບຣມິນ ຂະ ຫຍາຍຕົວແບບກ້າວກະໂດດ ເຊິ່ງຈະ ນຳຜົນປະໂຫຍດທາງເສດຖະກິດ ແລະ ສັງຄົມ ແກ່ ສປປ ລາວ ຫລາຍ ຂຶ້ນ. ໂອກາດນີ້, ທ່ານ ມະໄລທອງ ກົມມະສິດ ກໍໄດ້ສະແດງຄວາມຊົມ ເຊີຍຕໍ່ບໍລິສັດ ອາຊີ-ໂປຕາສ ແລະ ບໍລິສັດ ວັດສະດຸໃໝ່ອາຊີທີ່ໄດ້ຖືສຳ ຄັນໃນການຜະລິດ ແລະ ພັດທະນາ ເກືອໂປຕາສ ແລະ ໂບຣມິນ ເຊິ່ງ ເປັນແຮ່ຕິດພັນທີ່ບໍລິສັດໄດ້ນຳໃຊ້ ຊັບພະຍາກອນນໍ້າເຄັມຫາງແຮ່ ທີ່ເອື້ອອໍານວຍ ແລະ ໄດ້ນຳໃຊ້ເຕັກ ໂນໂລຊີ ທີ່ທັນສະໄໝ ເພື່ອດຳເນີນ ການຄົ້ນຄວ້າ, ພັດທະນາ ແລະ ຜະ ລິດໂບຣມມິນ ເຊິ່ງເປັນການນຳໃຊ້ ຊັບພະຍາກອນຈາກສິ່ງເສດເຫລືອ ໃນການຜະລິດເກືອໂປຕາສ ໃຫ້ເກີດ ປະໂຫຍດສູງສຸດ ແລະ ເກີດເປັນຜະ ລິດຕະພັນໃໝ່, ເຮັດໃຫ້ການເປີດ ໂຄງ ການຜະລິດໂບຣມິນ ມີຜົນສຳ ເລັດເປັນຢ່າງດີ. ທີ່ສຳຄັນບໍລິສັດ ຍັງເປັນຕົວແບບໃນການພັດທະນາ ອຸດສາຫະກຳແຮ່ທາດ ຢູ່ແຂວງ ຄຳມ່ວນ, ທັງເອົາໃຈໃສ່ປະຕິບັດ ແລະ ເຄົາລົບລະບຽບກົດໝາຍຂອງ ສປປລາວ, ປະຕິບັດພັນທະຕາມສັນ ຍາຕໍ່ລັດຖະບານ. ຜົນສຳເລັດຂອງ ໂຄງການເກືອໂປຕາສ ແລະ ໂບຣ ມິນ ຈະເພີ່ມລາຍຮັບໃຫ້ແກ່ລັດຖະ ບານ ແລະ ແຂວງຄຳມ່ວນ ໂດຍສະ ເພາະຊ່ວຍປັບປຸງຊີວິດການເປັນຢູ່ ຂອງປະຊາຊົນເຂດໂຄງການໃຫ້ດີ ຂຶ້ນກວ່າເກົ່າ. ຈາກນັ້ນ, ທ່ານ ເຈົ້າແຂວງ ຄຳມ່ວນ ວັນໄຊ ພອງສະຫວັນກໍໄດ້ ກ່າວ ເປີດໂຄງການຜະລິດ ໂບຣມິນ ໂດຍຊີ້ໃຫ້ເຫັນ ວ່າ: ໃນໄລຍະຜ່ານ ມາບໍລິສັດຊີໂນ-ອາກຣີ ໂປຕາສ ແລະ ບໍລິສັດ ອາຊີ-ໂປຕາສ ໄດ້ເອົາໃຈ ໃສ່ພັດທະນາກິດຈະການຂອງຕົນ ຢ່າງບໍ່ຢຸດຢັ້ງ, ເຄົາລົບນັບຖືຮີດຄອງ ປະເພນີຂອງທ້ອງຖິ່ນ, ປະຕິບັດພັນ ທະທາງສັງຄົມ, ໄດ້ປະກອບສ່ວນສໍາ ຄັນໃນການພັດທະນາບ້ານ, ເມືອງ ແລະ ແຂວງຄຳມ່ວນ, ອັນພົ້ນເດັ່ນ ແມ່ນການຊ່ວຍເຫລືອແກ້ໄຂຄວາມ ທຸກຍາກຂອງປະຊາຊົນບ້ານກະ ບູດ ຊຽງແຫວນ, ໄດ້ສ້າງວຽກເຮັດ ງານທຳຈໍານວນຫລາຍ ແລະ ຊ່ວຍ ປັບປຸງຊີວິດການເປັນຢູ່ຂອງປະຊາ ຊົນ ຢູ່ໃນເຂດທີ່ຕັ້ງຂອງໂຄງການ ກໍຄືປະຊາຊົນຊາວ ແຂວງຄຳມ່ວນ. ແນວໃດກໍຕາມທ່ານເຈົ້າແຂວງຄຳ ມ່ວນ ໄດ້ຮຽກຮ້ອງມາຍັງບໍລິສັດ ອາຊີ-ໂປຕາສ ແລະ ບໍລິສັດ ວັດສະ ດຸໃໝ່ອາຊີ ຈົ່ງສືບຕໍ່ເສີມຂະຫຍາຍ ມູນເຊື້ອທີ່ດີ ແລະ ເພີ່ມທະວີການພົວ ພັນປະສານສົມທົບກັບຂະແໜງ ການຕ່າງໆທີ່ກ່ຽວຂ້ອງ; ອົງການ ປົກຄອງທ້ອງຖິ່ນ ແລະ ບັນດາຂະ ແໜງການຕ່າງໆທີ່ກ່ຽວຂ້ອງຂັ້ນ ສູນກາງ, ຂັ້ນແຂວງ, ຂັ້ນເມືອງ, ບ້ານຕະຫລອດຮອດພໍ່ແມ່ປະຊາຊົນ ຈົ່ງສືບຕໍ່ໃຫ້ການຊ່ວຍເຫລືອ, ອຳ ນວຍຄວາມສະດວກ ແລະ ໃຫ້ ຄວາມ ຮ່ວມມື ເພື່ອເຮັດໃຫ້ການຜະລິດ ຂອງບໍລິສັດໄດ້ຮັບຜົນສຳເລັດ ຕາມແຜນການ ຫລື ລື່ນແຜນການ ທີ່ວາງໄວ້. ຂ່າວ-ພາບ:ຣາຊວົງ ທີ່ຕົວຈິງຊາຍແດນ ລາວ-ກໍາປູເຈຍ ຢູ່ບໍລິເວນເວີນຄາມ ແລະ ບໍລິເວນ ດ່ານສາກົນໜອງນົກຂຽນ. ພ້ອມ ນີ້, ທ່ານຍັງໄດ້ຖືໂອກາດຢ້ຽມຢາມ ແລະ ໂອ້ລົມໃຫ້ທິດຊີ້ນໍາອ້າຍນ້ອງ ວິຊາການກອງສໍາຫລວດ ແລະ ປັກຫລັກໝາຍຊາຍແດນ ລາວກໍາປູເຈຍ ທີ່ກຳລັງຈັດຕັ້ງປະຕິບັດ ປັກຫລັກໝາຍຊາຍແດນໃໝ່ປ່ຽນ ແທນຫລັກໝາຍເກົ່າ ແລະ ຫລັກ ໝາຍເພີ່ມເຕີມຮ່ວມກັບຝ່າຍ ກໍາປູເຈຍ ຢູ່ພື້ນທີ່ຕົວຈິງທີ່ຂຶ້ນກັບ ເມືອງໂຂງ. ພ້ອມກັນນັ້ນ, ຍັງໄດ້ລົງກວດກາ ພຶ້ນທີ່ຕົວຈິງບໍລິເວນຈຸດຈະກໍ່ສ້າງ ຂົວຂ້າມເຊລໍາເພົາ, ບໍລິເວນຊາຍ ແດນຍອດເຊລໍາເພົາ ແລະ ຖືໂອ ກາດນີ້ຢ້ຽມຢາມ ແລະ ມອບເຄື່ອງ ຈໍານວນໜຶ່ງໃຫ້ອ້າຍນ້ອງທະຫານ ຊາຍແດນທີ່ປະຈໍາຢູ່ຄ້າຍທະຫານ ຊາຍແດນ 529 ທີ່ປະຕິບັດໜ້າທີ່ຢູ່ ເຂດຫ່າງໄກສອກຫລີກທີ່ຂຶ້ນກັບ ເມືອງມູນລະປະໂມກ ເພື່ອໃຫ້ກຳ ລັງໃຈ ແລະ ຊຸກຍຸ້ໃນການຈັດຕັ້ງໜ້າ ປະຕິບັດໜ້າທີ່ການເມືອງກໍຄືໜ້າ ທີ່ໃນຖານະການເປັນຮົ້ວຂອງຊາດ ໃນການປົກປັກຮັກສາຄວາມສະ ຫງົບຮຽບຮ້ອຍ ຢູ່ຕາມບໍລິເວນຊາຍ ແດນກັບປະເທດໃກ້ຄຽງ.
RkJQdWJsaXNoZXIy MTc3MTYxMQ==