xtgmf]k; 6 31/05/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ -;u fy {;fa mtotme ຮຽບຮຽງໂດຍ: ໄໝຄຳຍ້ອມສິນ 0=hshk, .odqf\kp;jkfh;p dkoda o c]t 7;[75 ,rtpkf8y f8+ [klu{l6j0;ao 8k,Iuf7v'xtgrou 4 gfnvo8Qoxu 2023 ]k;oeg0Qk]qfw22hk 500 d;jk7ao ຍາດຕິດຕໍ່ ຫລື ຜູ້ໄດ້ຮັບຜົນກະທົບ ທາງລົບຈາກເຊື້ອພະຍາດຕິດຕໍ່ ແລະ ຜູ້ໃຫ້ບໍລິການດ້ານການແພດ; ຫ້າມໃຫ້ ຫລື ເປັນສື່ກາງ ໃນການ ໃຫ້ສິນບົນແກ່ເຈົ້າໜ້າທີ່ ຫລື ພະນັກ ງານທີ່ກ່ຽວຂ້ອງກັບວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່; ຫ້າມ ເອົາຜູ້ຕິດເຊື້ອພະຍາດຕິດຕໍ່ທີ່ມີສຸ ຂະພາບແຂງແຮງອອກຈາກໜ້າທີ່ ວຽກງານ ຫລື ປະຕິເສດການຮັບ ເອົາຜູ້ທີ່ຕິດເຊື້ອພະຍາດຕິດຕໍ່ທີ່ມີ ສຸຂະພາບແຂງແຮງເຂົ້າເຮັດວຽກ; ຫ້າມອອກຂ່າວ ທີ່ບໍ່ມີມູນຄວາມຈິງ ຊຶ່ງສ້າງຄວາມແຕກຕື່ນ ແລະ ເສຍ ຫາຍ ແກ່ສາທາລະນະຊົນ; ຫ້າມ ຊຸກເຊື່ອງ, ເຊື່ອງອໍາ, ປິດບັງ, ບິດ ເບືອນຂໍ້ມູນກ່ຽວກັບການເກີດ ແລະ ການລະບາດຂອງພະຍາດຕິດຕໍ່; ຫ້າມນໍາເອົາຊິ້ນສ່ວນ, ອະໄວຍະວະ ຫລື ຊາກສົບ ຂອງຄົນ ແລະ ຂອງສັດ, ວັດຖຸປະກອນ ແລະ ພາຫະນໍາເຊື້ອ ຊຶ່ງເປັນສາເຫດການເກີດພະຍາດ ຕິດຕໍ່ ເຂົ້າ-ອອກ ເຂດໃດໜຶ່ງ ຫລື ຈຸດ ຜ່ານແດນ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຂະແໜງການສາທາລະນະ ສຸກ; ນໍາເຂົ້າ, ສົ່ງອອກ ຫລື ສົ່ງຜ່ານ ເຊື້ອພະຍາດຕິດຕໍ່ທີ່ມີຄວາມສ່ຽງ ຕໍ່ການລະບາດສູງ, ມີຜົນກະທົບ ທາງລົບຕໍ່ຊີວິດ ແລະ ສຸຂະພາບຂອງ ຄົນ; ຫ້າມມີພຶດຕິກໍາອື່ນທີ່ເປັນການ ລະເມີດກົດໝາຍ. ພ້ອມນີ້ໃນມາດຕາ 51 ຍັງກຳ ນົດຂໍ້ຫ້າມສໍາລັບພະນັກງານ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງລັດ ມີ ພຶດຕິກໍາ ດັ່ງນີ້: ສວຍໃຊ້ສິດ, ໜ້າທີ່, ຕໍາແໜ່ງ ເພື່ອຫາຜົນປະໂຫຍດແກ່ ຕົນ, ຄອບຄົວ, ຍາດພີ່ນ້ອງ, ພັກ ພວກ; ຫ້າມກົດໜ່ວງ ຖ່ວງດຶງເອກະ ສານ; ຫ້າມຂໍເອົາ, ຮຽກເອົາ, ທວງ ເອົາ, ໃຫ້ ຫລື ຮັບເອົາສິນບົນ; ຫ້າມ ເປີດເຜີຍຄວາມລັບຂອງລັດ ຫລື ທາງລັດຖະການ, ຂອງບຸກຄົນ, ນິຕິ ບຸກຄົນ ຫລື ການຈັດຕັ້ງ; ຫ້າມປອມ ແປງ ຫລື ອອກເອກະສານບໍ່ຖືກ ຕ້ອງ; ຫ້າມປະຕິບັດໜ້າທີ່ດ້ວຍ ຄວາມປະໝາດ, ເລິ່ນເລີ້, ເມີນເສີຍ, ຂາດຄວາມຮັບຜິດຊອບ ແລະ ຈັນ ຍາບັນທີ່ກໍ່ໃຫ້ເກີດຄວາມເສຍຫາຍ ຕໍ່ລັດ, ບຸກຄົນ, ການຈັດຕັ້ງ ຫລື ນິຕິ ບຸກຄົນ; ຫ້າມຮຽກ ຫລື ທວງເອົາ ຄ່າທໍານຽມ, ຄ່າບໍລິການ ແລະ ນໍາ ໃຊ້ລາຍຮັບວິຊາການທີ່ບໍ່ຖືກຕ້ອງ ຕາມກົດໝາຍ; ຫ້າມມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ. ພາບປະກອບ ພຽງ 4 ເດືອນຕົ້ນປີ 2023 ສປປ ລາວ ນໍາເຂົ້າລົດໄຟຟ້າ 500 ກວ່າຄັນ ແລະ ຄາດວ່າທ່າອ່ຽງຄວາມຕ້ອງການ ລົດໄຟຟ້າໃນລາວຈະສືບຕໍ່ເພີ່ມຂຶ້ນ ແບບກ້າວກະໂດດ. ຂະນະທີ່ນັກວິເຄາະ ດ້ານເສດຖະກິດ ແລະ ຜູ້ນໍາດ້ານອຸດສາ ຫະກໍາຜະລິດລົດໄຟຟ້າທົ່ວໂລກອ້າງ ວ່າ: ໃນສະພາບທີ່ຄ່າຄອງຊີບແພງ, ລາຄານໍ້າມັນແພງ ແລະ ໄພເງິນເຟີ້ ເຮັດໃຫ້ເກີດມີຄວາມຫຍຸ້ງຍາກສັບສົນ ດ້ານເສດຖະກິດ ແລະ ບັນຫາປາກທ້ອງ ຂອງມວນມະນຸດຢ່າງຫລີກລ່ຽງບໍ່ໄດ້ ເຊິ່ງໄດ້ກະທົບຕໍ່ພາບລວມຂອງສັງ ຄົມເຮັດໃຫ້ມີການຫລຸດໂຕນກັນລະດັບ ຄວາມຮັ່ງມີ ແລະ ທຸກຍາກຫລາຍຂຶ້ນ ລະຫວ່າງປະເທດພັດທະນາແລ້ວ, ພວມພັດທະນາ ແລະ ທຸກຍາກ. ແນວໃດ ກໍດີ ຄຽງຄູ່ດ້ານລົບນັ້ນ ແຕ່ກໍມີດ້ານ ບວກເຊັ່ນກັນໂດຍສະເພາະປະຊາຊົນ ໄດ້ຫັນມານໍາໃຊ້ລົດໄຟຟ້າຫລາຍຂຶ້ນ ເພື່ອຫລຸດຄ່າໃຊ້ຈ່າຍຊື້ນໍ້າມັນທີ່ແພງ ລວມທັງການຫລຸດຜ່ອນການຂາດດູນ ການຄ້າຂອງປະເທດອີກດ້ວຍ. ສປປ ລາວແມ່ນໜຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນ, ບໍ່ມີ ຊາຍແດນດ້ານໃດໆຕິດຈອດກັບທະ ເລ, ມີປະຊາກອນພຽງ 7 ລ້ານກວ່າຄົນ ໃນນັ້ນ 100% ແມ່ນເພິ່ງການນໍາເຂົ້າ ນໍ້າມັນເຊື້ອໄຟຈາກຕ່າງປະເທດ ເຊິ່ງ ຜົນຕາມມາສ່ວນໜຶ່ງນັ້ນເຮັດໃຫ້ປະ ເທດຂາດດູນການຄ້າ ແລະ ເກີດມີ ທ່າອ່ຽງໄພເງິນເຟີ້ເພີ່ມຂຶ້ນເຊັ່ນກັນ. ຕາມຂໍ້ມູນຂອງກະຊວງອຸດສາຫະກໍາ ແລະ ການຄ້າໄດ້ລາຍງານເລື້ອຍໆວ່າ: ສປປ ລາວ ໄດ້ນໍາເຂົ້ານໍ້າມັນເຊື້ອໄຟ ສະເລ່ຍ 120 ລ້ານລິດຕໍ່ເດືອນ ຫລື ເປັນ ເງິນປະມານ 100 ລ້ານໂດລາຕໍ່ເດືອນ ເຊິ່ງການນໍາເຂົ້ານໍ້າມັນເຊື້ອໄຟທຸກໆ ຄັ້ງນັ້ນພວກເຮົາຕ້ອງເອົາເງິນກີບໄປ ແລກເອົາເງິນສະກຸນຕ່າງປະເທດ (ໂດ ລາ) ເພື່ອໄປຊື້ນໍາມັນ ເຊິ່ງໄດ້ເຮັດໃຫ້ ພວກເຮົາໄດ້ຮັບຜົນກະທົບບໍ່ໜ້ອຍ ຈາກໄພເງິນເຟີ້ ແລະ ບັນຫາອື່ນໆ. ຂະ ນະທີ່, ທ່ານ ສຸລິໂຍ ວົງດາລາ ອໍານວຍ ການ ບໍລິສັດ ໂລກ້າ (ຜູ້ດໍາເນີນທຸລະ ກິດນໍາເຂົ້າລົດໄຟຟ້າ ແລະ ສະຖານີ ສາກໄຟຟ້າ) ໄດ້ໃຫ້ຮູ້ວ່າ: ການນໍາໃຊ້ ລົດໄຟຟ້ານັ້ນຈະເປັນທາງອອກທີ່ສົມ ເຫດສົມຜົນໃນການປະຢັດລາຍຈ່າຍ ຄ່ານໍ້າມັນເຊື້ອໄຟ ແລະ ຈະເຮັດໃຫ້ປະ ຄຳວ່າ ສູ່ຂວັນ ແລະ ບາສີ ແມ່ນພິທີ ກຳທາງຮີດຄອງປະເພນີລາວເຮົາ ທີ່ມີມາແຕ່ບູຮານນະການ ມີຄວາມ ໝາຍ ອັນດຽວກັນ ແຕ່ໃຊ້ບໍ່ຄືກັນເພາະຄຳ ວ່າສູ່ຂວັນ ແມ່ນໃຊ້ກັບບຸກຄົນທຳມະ ດາສາມັນທົ່ວໄປ ແຕ່ຄຳວ່າ ບາສີ ແມ່ນ ໃຊ້ກັບບຸກຄົນຊັ້ນສູງທີ່ມີຖານະຕຳ ແໜ່ງ ເປັນເຈົ້າຄົນນາຍຄົນ ຫລື ມີຖາ ນະເປັນຜູ້ໃຫຍ່ໄມ້ສູງ (ໃນສະໄໝບູ ຮານ) ແຕ່ມາຮອດປັດຈຸບັນ ຄຳສັບ ດັ່ງກ່າວໄດ້ສັບປົນຄົນເລ ຖືກບຸກຄົນ ຈຳນວນໜຶ່ງໃຊ້ຄວບກັນໂດຍຮ້ອງວ່າ ໃນມາດຕາ 50 ຂອງກົດໝາຍ ວ່າດ້ວຍການກັນ ແລະ ຄວບຄຸມພະ ຍາດຕິດຕໍ່ ສະບັບປີ 2017 ໄດ້ກຳ ນົດຂໍ້ຫ້າມໄວ້ດັ່ງນີ້: ຫ້າມບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ລວມ ທັງນັກວິຊາຊີບຜູ້ປະກອບການມີ ພຶດຕິກໍາ ຂັດຂວາງ ຫລື ເມີນເສີຍຕໍ່ ການເຄື່ອນໄຫວວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ຂອງເຈົ້າໜ້າ ທີ່ ທີ່ກ່ຽວຂ້ອງ; ຫ້າມສົ່ງເສີມ ຫລື ໃຊ້ສິດສ່ວນບຸກຄົນ ເພື່ອແຜ່ເຊື້ອ ພະຍາດຕິດຕໍ່; ຫ້າມສ້າງເງື່ອນໄຂ ທີ່ເປັນປັດໄຈສ່ຽງໃນການແຜ່ເຊື້ອ ພະຍາດຕິດຕໍ່ ແລະ ບໍ່ປະຕິບັດສຸຂາ ນາໄມ ຢູ່ສະຖານທີ່ອາໄສ, ສໍານັກ ງານ, ອົງການ, ສະຖານການສຶກສາ, ຮ້ານອາຫານ, ສະຖານທີ່ບັນເທີງ ແລະ ຊຸມຊົນ; ຫ້າມປະຕິເສດການ ປິ່ນປົວ, ການແນະນໍາ, ການເບິ່ງ ແຍງດູແລ ຫລື ການຊ່ວຍເຫລືອຂອງ ແພດ, ໝໍ, ຄອບຄົວ ຫລື ບຸກຄົນອື່ນ; ຫ້າມຈໍາແນກ, ລັງກຽດ, ໝິ່ນປະ ໝາດ, ໃຊ້ຄວາມຮຸນແຮງ, ບັງຄັບ ນາບຂູ່ ແລະ ໃສ່ຮ້າຍຜູ້ຕິດເຊື້ອພະ ເທດສາມາດຫລຸດຜ່ອນການຮົ່ວໄຫລ ເງິນຕາຕ່າງປະເທດອອກນອກປະເທດ ໄດ້ພໍສົມຄວນ. ດັ່ງທີ່ຮູ້ນໍາກັນ, ຕາມຂໍ້ ມູນມາຈາກກະຊວງອຸດສາຫະກໍາ ແລະ ການຄ້າໃນໄລຍເວລາພຽງ 4 ເດືອນ ຕົ້ນປີ 2023, ສປປ ລາວ ນໍາເຂົ້າ ລົດໄຟຟ້າ 500 ກວ່າຄັນ ຖ້ານັບແຕ່ປີ 2019 ເປັນຕົ້ນມາຍອດສະສົມການ ນໍາເຂົ້າລົດໄຟຟ້າມາລາວ ມີຈໍານວນ ສູງເຖິງ 2.000 ກວ່າຄັນແລ້ວ. ໃນ ນັ້ນອັນດັບທີ 1 ແມ່ນນໍາເຂົ້າຈາກ ສປ ຈີນ, ອັນດັບທີ 2 ຈາກເອີຣົບ, ອາເມລິ ກາ ແລະ ອື່ນໆ. ໃນອະນາຄົດ, ລົດທີ່ນໍາ ໃຊ້ນໍ້າມັນເຊື້ອໄຟ ອາດຫລຸດລົງເທື່ອ ເລັກເທື່ອໜ້ອຍ ແລະ ຈາງຫາຍ ໄປແບບ ບໍ່ຮູ້ສຶກຕົວ ຫລັງຈາກນັ້ນ ນະວັດຕະ ກໍາໃໝ່ໂດຍສະເພາະລົດໄຟຟ້າ ຫລື ລົດ ໃຊ້ພະລັງງານແທນອື່ນໆຈະເຂົ້າມາ ແທນທີ່ລົດໃຊ້ນໍ້າມັນກໍເປັນໄປໄດ້ສູງ. ປັດຈຸບັນນີ້, ສະເພາະໃນບໍລິສັດ ບໍລິ ສັດ ໂລກ້າ ສາມາດຈໍາໜ່າຍລົດໄຟຟ້າ ເພີ່ມຂຶ້ນ 140 ກວ່າຄັນແລ້ວ ແລະ ໄດ້ ຕັ້ງເປົ້າໝາຍປີ 2023 ນີ້ ໃຫ້ໄດ້ 250 ຄັນ ເພື່ອກຽມພ້ອມ ຮັບໃຊ້ກອງປະຊຸມ ສຸດຍອດອາຊຽນປີຫນ້າ. ຫວ່າງ 2 ປີຜ່ານມານີ້, ໄດ້ມີພິທີເຊັນສັນຍາຮ່ວມ ມືກັນລະຫວ່າງບໍລິສັດ ໂລກ້າ ແລະ ບີວາຍດີ ເພື່ອສຶກສາຄົ້ນຄວ້າຫາຄວາມ ເປັນໄປໄດ້ໃນການນຳເອົາລົດໄຟຟ້າ ມານຳໃຊ້ໃນການຂົນສົ່ງໂດຍສານຢູ່ ປະເທດລາວ (ລົດຕັກຊີ). ຈຸດປະສົງ ຂອງໂຄງການດັ່ງກ່າວແມ່ນເພື່ອຫລຸດ ຕົ້ນທຶນ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ ໃນໄລຍະຍາວ. ໂຄງການດັ່ງກ່າວ, ໂລ ກ້າຢາກໃຫ້ທຸກຄົນໄດ້ເຫັນວ່າໄລຍະ ທາງທີ່ລົດໄຟຟ້າສາມາດແລ່ນໄດ້ໃນ ປັດຈຸບັນນັ້ນບໍ່ແມ່ນອຸປະສັກເລີຍ. ນອກນັ້ນ, ຍັງຈະຊ່ວຍໃຫ້ຄົນຂັບບໍລິ ການແທັກຊີໂລກ້າ ໄດ້ກຳໄລຫລາຍຂຶ້ນ ເນື່ອງຈາກຕົ້ນທຶນຂອງລົດໄຟຟ້າຈະ ຕ່ຳກວ່າລົດທົ່ວໄປທີ່ໃຊ້ນໍ້າມັນ. ປັດຈຸບັນບໍລິສັດ ໂລກ້າ ເປັນຜູ້ໃຫ້ ບໍລິການຂົນສົ່ງ ໃຫຍ່ທີ່ສຸດຂອງປະ ເທດລາວ ເຊິ່ງໄດ້ເປີດໃຫ້ບໍລິການແລ້ວ ຢູ່ 3 ແຂວງ ຄື: ນະຄອນຫລວງວຽງຈັນ, ນະຄອນຫລວງພະບາງ ແລະ ແຂວງ ຈຳປາສັກ ມີຄົນຂັບລົດໂລກ້າ 500 ຄົນ ເຊິ່ງການເຊັນສັນຍາຄັ້ງນີ້ໄດ້ທົດ ລອງນໍາໃຊ້ລົດໄຟຟ້າ 2 ຄັນ, ຫລັງຈາກ ນັ້ນຈະຕໍ່ຍອດຂຶ້ນໄປໃຫ້ໄດ້ 100 ຄັນ ໃນປີ 2022-2023. ພິທີບາສີສູ່ຂວັນ ນຳກັນໄປເລີຍ ໂດຍສະ ເພາະໃນບັດເຊີນກິນດອງຂອງຄົນ ຍຸກ ນີ້ ມັກຈະໃຊ້ຄຳວ່າ “ບາສີສູ່ຂວັນ ຈະ ໄດ້ຈັດຂຶ້ນ...” ໝາຍຄວາມວ່າ ໃຊ້ພ້ອມ ກັນທັງສອງໄປເລີຍ ແລະ ກາຍເປັນ ຄວາມເວົ້າຍາວຕື່ມອີກຄຳໜຶ່ງ. ໃນຄວາມເປັນຈິງແລ້ວ ການບາສີ ສູ່ຂວັນ ແມ່ນການມັດແຂນດ້ວຍຝ້າຍສີ ຂາວບໍລິສຸດ ເປັນຮີດຄອງປະເພນີແຫ່ງ ການອວຍພອນ ເພື່ອໃຫ້ຄວາມມີສີລິ ມົງຄຸນແກ່ຜູ້ທີ່ຖືກອວຍພອນ ໄດ້ບັນລຸ ຈຸດປະສົງຕາມທີ່ປາຖະໜາ ເຊັ່ນ: ຜູ້ ຈະເດີນທາງໄປຄ້າ ກໍໃຫ້ຊື້ໄດ້ຂາຍໝານ, ຜູ້ເຈັບໄຂ້ກໍໃຫ້ສວ່າງຫາຍ, ຜູ້ເປັນນັກ ຮຽນນັກສຶກສາ ກໍໃຫ້ເສັງໄດ້ ແລະ ອື່ນໆ. ຕາມປະເພນີລາວເຮົາ ການສູ່ ຂວັນ ຍັງໃຊ້ໃນຫລາຍກໍລະນີ ທີ່ຕິດພັນ ກັບການດຳລົງຊີວິດຂອງຄົນລາວ ເປັນຕົ້ນ: ການສູ່ຂວັນຂຶ້ນເຮືອນໃໝ່, ການສູ່ຂວັນແຕ່ງດອງໃໝ່, ການສູ່ ຂວັນອອກກຳໃໝ່, ຄົນເຈັບໜັກທີ່ເຊົາ ໃໝ່, ການສູ່ຂວັນເລົ້າເຂົ້າ, ການສູ່ ຂວັນກວຽນ, ການສູ່ຂວັນງົວຄວາຍ, ການສູ່rຂວັນຜູ້ເຖົ້າ, ການສູ່ຂວັນໃນໂອ ກາດວັນຂຶ້ນປີໃໝ່... ການບາສີພະສົງ ອົງຄະເຈົ້າ. ການບາສີສູ່ຂວັນຈະເກີດ ຂຶ້ນໄດ້ ກໍຕໍ່ເມື່ອມີການເລົ່າເອີ້ນເຊີນ ແຂກ ແລະ ຜູ້ຄົນເຂົ້າຮ່ວມຕາມຈຳນວນ ທີ່ເໝາະສົມມີພາຂວັນ ທີ່ປະກອບດ້ວຍ ໝາກເບັງທີ່ເຮັດຈາກໃບກ້ວຍ ທີ່ພັບ ໃຫ້ເປັນຈວຍສິລະປະງົດງາມ ເອ້ຢ້ອງ ດ້ວຍດອກໄມ້ສົດ ທີ່ຊອກຫາມາໄດ້ໃນ ທ້ອງຖິ່ນ ມີຝ້າຍຜູກແຂນສີຂາວບໍລິສຸດ ສອດໃນໄມ້ກ້ານພ້າວ ສຽບສັບຫວ່າງ ກັບດອກໄມ້ ເຮັດໃຫ້ເກີດຄວາມສວຍ ງາມ. ບຸກຄົນສຳຄັນ ນອກຈາກເປັນ ແຂກເປົ້າໝາຍແລ້ວ ກໍແມ່ນໝໍພອນ ຖື ເປັນບຸກຄົນສຳຄັນໃນການສູດພອນ ທຳການມັດແຂນເປັນສີລິມຸງຄຸນໃຫ້ ແກ່ຜູ້ເຂົ້າຮ່ວມຕິດຕາມດ້ວຍຜູ້ເຂົ້າ ຮ່ວມຕ່າງກໍມັດແຂນໃຫ້ແກ່ແຂກເປົ້າ ໝາຍ. ໃນຍຸກປັດຈຸບັນ ຫລັງຈາກມັດ ແຂນແລ້ວ ເພິ່ນນິຍົມເຮັດພາເຂົ້າສາ ມັກຄີ ແລະ ມີການມ່ວນຊື່ນຕາມມາ. ແຕ່ຄາວອະດີດ ສູ່ຂວັນມັດແຂນ ແລ້ວ ກໍຖືວ່າສິ້ນພິທີ ຢ່າງດີກໍກິນເຂົ້າໜົມເຂົ້າ ຕົມ ຫລື ຕົ້ມໄກ່ໃນພາຂວັນນັ້ນກໍພໍ. ສຳລັບ ຄຳສູ່ຂວັນ ຫລື ເຊີນຂວັນ ຂອງໝໍພອນ ເບິ່ງຕາມເນື້ອໃນແລ້ວ ແມ່ນການປະສົມປະສານຄຳເວົ້າ ທີ່ ມາຈາກສາສະໜາພຸດ ແລະ ສາສະໜາ ພາມ ເປັນຄຳເວົ້າທຳມະດາແຕ່ຈົບງາມ ເພື່ອອວຍພອນໃຫ້ຄວາມເປັນສີລິມຸງ ຄຸນແກ່ຊີວິດ ກາຍເປັນຈິດຕະສາດໜຶ່ງ ທີ່ເຮັດຜູ້ຖືກໃຫ້ພອນ ມີຄວາມເຂັ້ມແຂງ ທາງຈິດໃຈ ແລະ ຕັ້ງໜ້າຕັ້ງຕາເອົາໃຈ ໃສ່ກະທຳສິ່ງທີ່ດີໃຫ້ກັບຕົນເອງ ແລະ ສັງຄົມ. ການຮັກສາຮີດຄອງປະເພນີ ບາສີສູ່ຂວັນໄວ້ແມ່ນດີ ຖືກຕ້ອງ ແລະ ເສີມຂະຫຍາຍຈຸດດີນັ້ນ ສືບທອດຕໍ່ໄປ ໃຫ້ຍືນນານຕາມບັນພະບູລຸດພາສ້າງ ຂຶ້ນ ແລະ ແມ່ນສິດທິຂອງການເຊື່ອຖື ສິ່ງສຳຄັນບໍ່ຄວນໝູນໃຊ້ເຫດການນີ້ ໃຫ້ກາຍເປັນສິ່ງຫຍໍ້ທໍ້ໃນສັງຄົມ ເພາະ ບາງບ່ອນຈັດຂ້ອນຂ້າງຟຸມເຟືອຍບໍລິ ໂພກນິຍົມ ເພື່ອໃຫ້ສົມສັກສີເຄື່ອງ ແກ້ມຂອງກິນຫລວງຫລາຍລົ້ນໂຕະ, ກິນເຫລົ້າຍີ່ຫໍ້ດັງໆ ແລ້ວມີຄົນເມົາ ກາຍຂອບເຂດ ເກີດມີປາກົດການຫຍໍ້ ທໍ້ໃນສັງຄົມ ຊຶ່ງນັບວ່າບໍ່ເປັນມຸງຄຸນ ແກ່ງານແທ້ໆເນີ ພີ່ນ້ອງເນີĴ . ຄັດຈາກປຶ້ມ: ວັດທະນະທຳລາວ ພາບະກອບ ພາບະກອບ
RkJQdWJsaXNoZXIy MTc3MTYxMQ==