gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 31/05/2023 xtgmf]k; 4 3]d c]t gsfdko lts]v';ao-klkdqo xu 2023 lqj'glu,v5flkstde-k]k;.sh3ffgfajo ຂປລ. ເມື່ອບໍ່ດົນມານີ້, ກົມປູກ ຝັງ, ກະຊວງກະສິກຳ ແລະ ປ່າໄມ້ ຈັດພິທີສະເຫລີມສະຫລອງວັນຊາ ສາກົນຢູ່ລາວ ແນໃສ່ເສີມຂະຫຍາຍ ຊື່ສຽງຂອງຊາລາວ ທີ່ເປັນສິນຄ້າ ຄຸນນະພາບ ແລະ ສ້າງພາບພົດອັນ ເຂັ້ມແຂງຂອງຊາໃນລາວ, ພ້ອມ ທັງຊຸກຍູ້ໃຫ້ມີການແຂ່ງຂັນທີ່ເປັນ ມິດ ແລະ ການຮັບຮູ້ໃນຊຸມຊົນຊາ ທ້ອງຖິ່ນ ໂດຍໄດ້ເຕົ້າໂຮມເອົາກະສິ ກອນຜູ້ຜະລິດ, ຜູ້ຊ່ຽວຊານໃນຂະ ແໜງ, ຜູ້ບໍລິໂພກ ແລະ ພາກສ່ວນທີ່ ກ່ຽວຂ້ອງຈາກທົ່ວປະເທດມາເຂົ້າ ຮ່ວມ. ທັງນີ້, ກໍເພື່ອເປັນການຮັບຮູ້ ເຖິງຄວາມສຳຄັນຂອງຊາ ໃນຊີວິດ ປະຈຳວັນຂອງປະຊາຊົນລາວ ແລະ ທ່າແຮງໃນການຫລຸດຜ່ອນຄວາມ ທຸກຍາກ ແລະ ສ້າງໂອກາດທາງ ດ້ານເສດຖະກິດໃນປະເທດ. ໃນພິທີ, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວວ່າ: ເຖິງວ່າຂະແໜງ ຊາລາວເຮົາມີເງື່ອນໄຂການເຕີບ ໂຕທີ່ສະດວກ ແລະ ມີຄວາມໃກ້ຊິດ ຕິດແທດຂອງຕະຫລາດ ໃນຈີນ ກໍຕາມ, ແຕ່ເພື່ອບັນລຸເປົ້າໝາຍຢ່າງ ເຕັມທີ່, ຂະແໜງການຊາຍັງປະສົບ ກັບສິ່ງທ້າທາຍຫລາຍຢ່າງໂດຍສະ ເພາະ, ກະສິກອນຍັງມີຄວາມຮູ້ ແລະ ຄວາມສາມາດກ່ຽວກັບການປຸງ ແຕ່ງຊາທີ່ຈຳກັດ ແລະ ເຂົາເຈົ້າບໍ່ໄດ້ ຮັບການສົ່ງເສີມພຽງພໍ ເພື່ອສົ່ງ ອອກຊາ ເຊິ່ງການຈັດງານຄັ້ງນີ້, ແມ່ນເນັ້ນໃສ່ເຕົ້າໂຮມເອົາບັນດາ ຜູ້ມີບົບບາດໃນລະບົບຕ່ອງໂສ້ຄຸນ ຄ່າຊາ ເພື່ອສົ່ງເສີມພາບພົດທີ່ດີ ແລະ ການຂາຍຊາລາວ. ພ້ອມນີ້, ທ່ານ ຍັງສະແດງຄວາມຫວັງວ່າ: ງານ ຄັ້ງນີ້ ຈະຊ່ວຍສົ່ງເສີມວັດທະນະທຳ ຂອງຊາລາວ ແລະ ຄຸນນະພາບຂອງ ຊາໃນທົ່ວປະເທດໂດຍສະເພາະ ຊາຂອງລາວ ທີ່ມັກຜະລິດຢູ່ໃນ ລະບົບນິເວດປ່າໄມ້ໂດຍກະສິກອນ ລາຍຍ່ອຍຄວນຕ້ອງໄດ້ຮັບການອະ ນຸລັກໃຫ້ມີການຂະຫຍາຍຕົວ. ທ່ານນາງ ຊີບແລງ ຊົວຣ (4JW- -FOH $))603) ເອກອັກຄະ ລັດຖະທູດຝຣັ່ງ ປະຈຳລາວໄດ້ກ່າວ ວ່າ: ພວກເຮົາມີຄວາມເຊື່ອໝັ້ນວ່າ ງານສົ່ງເສີມການດື່ມຊານີ້ຈະປະສົບ ຜົນສຳເລັດ ແລະ ຫວັງວ່າວັນຊາ ສາກົນຈະໄດ້ຮັບການຈົດທະບຽນ ເປັນໜຶ່ງໃນບັນດາເຫດການສຳຄັນ ປະຈຳປີຂອງບັນດາວຽກງານໂຄ ສະນາພາຍໃນ ແລະ ສາກົນຂອງ ສປປ ລາວ. ຜູ້ຜະລິດ ແລະ ສົ່ງອອກຊາຈາກ ທົ່ວປະເທດລາວ ແມ່ນຮ່ວມສະ ເຫລີມສະຫລອງວັນສໍາຄັນນີ້ ໂດຍ ມີຜູ້ຜະລິດ ແລະ ບັນດາບໍລິສັດຈາກ ແຂວງ ບໍ່ແກ້ວ, ໄຊຍະບູລີ, ຜົ້ງສາລີ, ຈຳປາສັກ ແລະ ແຂວງຫົວພັນ ໄດ້ ວາງສະແດງຜະລິດຕະພັນຂອງຕົນ ເຊິ່ງສະແດງເຖິງຄວາມຫລາກ ຫລາຍ ແລະ ເອກະລັກຂອງເຂດແດນ ການປູກຊາຂອງເຂົາເຈົ້າ. vvxl{xdl grju,mt;udkoxtlko'ko .sh;jv'w; p58yme c]t 3xj'wl ຕໍ່າກໜ້າ ຂປລ. ໃນທ້າຍອາທິດທີ່ຜ່ານ ມາ, ກົມຕິດຕາມກວດກາຄ້າຍຄຸມ ຂັງ-ດັດສ້າງອົງການໄອຍະການປະ ຊາຊົນສູງສຸດ ແລະ ກົມຕຳຫລວດ ຄຸມຂັງ-ດັດສ້າງກະຊວງປ້ອງກັນ ຄວາມສະຫງົບໄດ້ດຳເນີນກອງປະ ຊຸມ ເພື່ອສືບຕໍ່ຮ່ວມມືການປະສານ ງານ ໃນການປະຕິບັດໜ້າທີ່ວຽກ ງານໃຫ້ມີຄວາມໜັກແໜ້ນ, ວ່ອງໄວ ແລະ ທັນກັບສະພາບໃນຍຸກປັດຈຸ ບັນ. ທັງສ້າງກົນໄກປະສານສົມທົບ ໃນການຈັດຕັ້ງປະຕິບັດກົດໝາຍ ໃນສະຖານທີ່ກັກຕົວ, ສະຖານທີ່ກັກ ຂັງ, ສູນດັດສ້າງ, ຄ້າຍດັດສ້າງໃຫ້ ມີຄວາມເປັນເອກະພາບ, ກົມກຽວ ເພື່ອຊຸກຍູ້ເຊິ່ງກັນ ແລະ ກັນ ໃນການ ປະຕິບັດຕາມສິດ ແລະ ໜ້າທີ່ຂອງ ຕົນ, ຍົກສູງຄວາມຮັບຜິດຊອບຂອງ ພະນັກງານທັງສອງພາກສ່ວນໃນ ການຈັດຕັ້ງປະຕິບັດວຽກງານຮ່ວມ ກັນ ໃຫ້ມີຄວາມເປັນເອກະພາບ, ຍຸ ຕິທຳ, ໂປ່ງໄສ ແລະ ສາມາດກວດ ກາໄດ້. ກອງປະຊຸມຄັ້ງນີ້ໄດ້ຮັບຟັງການ ລາຍງານສະພາບການຕິດຕາມ ກວດກາການປະຕິບັດກົດໝາຍຢູ່ ສະຖານທີ່ກັກຕົວ, ກັກຂັງ, ສູນດັດ ສ້າງ ແລະ ຄ້າຍດັດສ້າງຂອງບັນ ດາແຂວງ, ນະຄອນຫລວງວຽງຈັນ, ຄ້າຍຄຸມຂັງຂອງພາກ ທີ່ຂຶ້ນກັບການ ຄຸ້ມຄອງຂອງກົມຕຳຫລວດຄຸມຂັງດັດສ້າງກະຊວງປ້ອງກັນຄວາມ ສະຫງົບ ຈາກທ່ານຮອງຫົວໜ້າກົມ ຕິດຕາມກວດກາຄ້າຍຄຸມຂັງ-ດັດ ສ້າງອົງການໄອຍະການປະຊາຊົນ ສູງສຸດ ໄດ້ຜ່ານຮ່າງບົດບັນທຶກຮ່ວມ ມືລະຫວ່າງກົມຕິດຕາມກວດກາ ຄ້າຍ ຄຸມຂັງ-ດັດສ້າງອົງການໄອຍະ ການປະຊາຊົນສູງສຸດ ແລະ ກົມຕໍາ ຫລວດຄຸມຂັງ-ດັດສ້າງກະຊວງ ປ້ອງກັນຄວາມສະຫງົບເພື່ອສຶບ ຕໍ່ການປະສານງານໃນການຕິດ ຕາມກວດກາຄ້າຍຄຸມຂັງດັດສ້າງ, ວຽກງານຄຸມຂັງ ເປັນວຽກງານ ໜຶ່ງທີ່ມີຄວາມສຳຄັນ ຊຶ່ງຜ່ານມາ ການ ປະຕິບັດກົດໝາຍ ໃນສະຖານ ທີ່ກັກຕົວ, ສະຖານທີ່ກັກຂັງ, ສູນດັດ ສ້າງຄ້າຍດັດສ້າງກໍເຫັນວ່າມີການ ຈັດຕັ້ງປະຕິບັດທີ່ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແຕ່ເນື່ອງ ຈາກສະພາບປັດຈຸບັນທາງດ້ານເສດ ຖະກິດ-ສັງຄົມມີການຜັນແປ ຊຶ່ງ ເປັນສາເຫດພາໃຫ້ມີປາກົດການຫຍໍ້ ທໍ້ຂອງສັງຄົມ ເກີດມີການກະທໍາ ຜິດ ແລະ ມີນັກໂທດເພີ່ມຂຶ້ນ, ອີກ ດ້ານໜຶ່ງເພື່ອເຮັດໃຫ້ການປະສານ ງານລະຫວ່າງອົງການໄອຍະການ ປະຊາຊົນ ແລະ ກະຊວງປ້ອງກັນ ຄວາມສະຫງົບ. ກອງປະຊຸມພາຍໃຕ້ການເປັນປະ ທານຮ່ວມ ຂອງທ່ານ ຂັນທະວີ ວິໄລສັກ ຫົວໜ້າກົມຕິດຕາມກວດ ກາຄ້າຍຄຸມຂັງ-ດັດສ້າງ ອອປສ ແລະ ທ່ານ ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫລວດຄຸມຂັງ-ດັດ ສ້າງກະຊວງ ປກສ, ມີພາກສ່ວນ ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ. ພ້ອມທັງ ມີການແລກປ່ຽນຄໍາຄິດຄໍາ ເຫັນເຂົ້າໃສ່ເນື້ອໃນບົດບັນທຶກ ເພື່ອ ໃຫ້ມີຄວາມສົມບູນຖືກຕ້ອງ ແລະ ສອດຄ່ອງກັບຄວາມເປັນຈິງ, ກ່ອນ ການລົງນາມເຊັນບົດບັນທຶກຮ່ວມ ເພື່ອເປັນນິຕິກຳນຳໃຊ້ໄດ້ຢ່າງເປັນ ທາງການນັບແຕ່ສູນກາງລົງຮອດ ທ້ອງຖິ່ນ ແລະ ເປັນທິດທາງໃນການ ແກ້ໄຂບັນຫາໃຫ້ມີປະສິດທິຜົນສູງ ຂຶ້ນເລື້ອຍໆ. ໂດຍ ສຸກ ອອປສ ຂປລ. ກໍາມາທິການແຜນການ, ການເງິນ ແລະ ການກວດສອບສະ ພາແຫ່ງຊາດ ຈັດກອງປະຊຸມສ້າງ ຄວາມເຂັ້ມແຂງທີ່ຕິດພັນກັບການ ປະເມີນຜົນກາງສະໄໝ ການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ, ການເຜີຍ ແຜ່ການຄົ້ນຄວ້າ, ການສ້າງປຶ້ມຄູ່ມື ແລະ ການພັດທະນາຖານຂໍ້ມູນໃນ ຂົງເຂດກໍາມາທິການແຜນການ, ການເງິນ ແລະ ການກວດສອບໃນ ທ້າຍອາທິດຜ່ານມາ, ຢູ່ແຂວງ ຫລວງພະບາງ ໂດຍການເປັນປະ ທານຂອງ ທ່ານ ລີເບີ ລີບົວປາວ ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ, ມີຮອງປະທານກໍາມາທິການແຜນ ການ, ການເງິນ ແລະ ການກວດ ສອບ, ບັນດາຫົວໜ້າ-ຮອງຫົວໜ້າ ກົມ ແລະ ວິຊາການພາຍໃນກຳມາ ທິການ ແລະ ສະຖາບັນຄົ້ນຄວ້ານິ ຕິກຳສະພາແຫ່ງຊາດ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມ, ໄດ້ຮັບຟັງການ ເຜີຍແຜ່ມະຕິກອງປະຊຸມສະພາແຫ່ງ ຊາດ ວ່າດ້ວຍການຮັບຮອງເອົາບົດ ລາຍງານຂອງລັດຖະບານ ກ່ຽວກັບ ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ແລະ ແຜນງົບປະມານ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023; ສະເໜີແຜນການ ປະເມີນຜົນກາງສະໄໝການຈັດ ຕັ້ງປະຕິບັດມະຕິກອງປະຊຸມສະພາ ແຫ່ງຊາດ ກ່ຽວກັບແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ຜົນ ການຄົ້ນຄວ້າທີ່ກ່ຽວຂ້ອງ ແລະ ການພັດທະນາຖານຂໍ້ມູນ (ສະບັບ ຮ່າງ); ການສະເໜີແຜນການປະ ເມີນຜົນກາງສະໄໝການຈັດຕັ້ງປະ ຕິບັດມະຕິກອງປະຊຸມສະພາແຫ່ງ ຊາດ ກ່ຽວກັບແຜນງົບປະມານ ແຫ່ງລັດ ແລະ ເງິນຕາ; ຫລັກການ, ກົນໄກ ແລະ ວິທີການປະເມີນຜົນ ການຈັດຕັ້ງປະຕິບັດແຜນພັດທະ ນາ ເສດຖະກິດ-ສັງຄົມແຫ່ງຊາດ; ຫລັກການ, ກົນໄກ ແລະວິທີການ ປະເມີນຜົນແຜນກາງສະໄໝຕໍ່ແຜນ ງົບປະມານແຫ່ງລັດ, ແຜນເງິນຕາ; ການສະເໜີເຕັກນິກວິທີການສ້າງ ຖານຂໍ້ມູນ ແລະ ການເຊື່ອມໂຍງຖານ ຂໍ້ມູນ ທີ່ຕິດພັນກັບການປະເມີນຜົນ ກາງສະໄໝ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ, ແຜນງົບ ປະມານແຫ່ງລັດ ແລະ ແຜນເງິນຕາ, ບົດຮຽນສາກົນກ່ຽວກັບການປະ ເມີນຜົນ ແລະ ການສ້າງຖານຂໍ້ມູນ ການປະເມີນຜົນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນ ງົບປະມານ ແຫ່ງລັດ ແລະ ແຜນເງິນ ຕາ; ບົດຮຽນສາກົນກ່ຽວ ກັບການ ປະເມີນຜົນແຜນງົບປະມານແຫ່ງ lhk'7;k,g0A,c0' dkoxtg,uozqodk'ltw\ dkoxt8y [a fczora fmtokglf4tdy f{la '7q ,csj '-kf ລັດ ແລະ ເງິນຕາ; ເຕັກນິກວິທີການ ອອກແບບແອັບສຳລັບສ້າງຖານ ຂໍ້ມູນ ແລະ ເຊື່ອມໂຍງຂໍ້ມູນ ລວມທັງ ງົບປະມານການໃຊ້ຈ່າຍການອອກ ແບບການນຳໃຊ້ ແລະ ຮັກສາຖານ ຂໍ້ມູນ; ສະເໜີໂຄງຮ່າງການປະເມີນ ພາກສະເໜີ, ຈຸດປະສົງ,ທົບທວນ ວັນນະກຳ, ວິທີວິທະຍາ (ວິທີວິໄຈ ປະລິມານ ແລະ ຄຸນນະພາບ,ຕົວ ປ່ຽນແປງ, ກຸ່ມຕົວຢ່າງ, ການເກັບ ກຳຂໍ້ມູນ, ວິທີວິເຄາະ), ການຂຽນ ລາຍງານ ແລະ ສະຫລຸບຜົນການ ປະເມີນ. ພ້ອມກັນນີ້, ຜູ້ເຂົ້າຮ່ວມໄດ້ແບ່ງ ກຸ່ມເພື່ອຄົ້ນຄວ້າ, ແລກປ່ຽນຖອດ ຖອນບົດຮຽນເຊິ່ງກັນ ແລະ ກັນ ແລະ ຂຶ້ນສະເໜີບົດກ່ຽວກັບແຜນ ການປະເມີນຜົນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ; ແຜນ ການຄົ້ນຄວ້າແຜນງົບປະມານແຫ່ງ ລັດ ແລະ ແຜນການຄົ້ນຄວ້າແຜນ ເງິນຕາຈາກຕາງໜ້າແຕ່ລະກຸ່ມ ແລະ ຮັບຟັງການສະເໜີແຜນການ ເຄື່ອນໄຫວຂອງ ກຳມາທິການແຜນ ການ, ການເງິນ ແລະ ການກວດສອບ ໃນການປະເມີນຜົນກາງສະໄໝ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມສະພາແຫ່ງຊາດ ກ່ຽວກັບແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ, ແຜນງົບປະມານ ແລະ ແຜນ ເງິນຕາ, ການສ້າງ ແລະ ການເຊື່ອມ ໂຍງແຜນເງິນຕາ, ການສ້າງ ແລະ ການເຊື່ອມໂຍງຖານຂໍ້ມູນ (ສະບັບ ປັບປຸງ). ຈາກນັ້ນຜູ້ເຂົ້າຮ່ວມກອງ ປະຊຸມ ກໍໄດ້ປະກອບຄໍາຄິດຄໍາເຫັນ ໃສ່ຫົວຂໍ້ດັ່ງກ່າວ ຕາມຄໍາເຫັນເຈາະ ຈີ້ມຂອງປະທານກອງປະຊຸມ ເພື່ອ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ. ຂ່າວ-ພາບ: ສອນສັກ ວັນວິໄຊ ລັດຖະມົນຕີປະຈຳ ສນຍ... ວາງອອກ, ຕິດພັນກັບການສະຫລຸບ ຕີລາຄາ ແລະ ປະເມີນການຈັດຕັ້ງປະ ຕິບັດການຂຸດຄົ້ນ, ການປຸງແຕ່ງ ແລະ ການສົ່ງອອກແຮ່ທາດຕ່າງໆ, ການຜະລິດເປັນສິນຄ້າ ເພື່ອບໍລິ ໂພກພາຍໃນທົດແທນການນຳເຂົ້າ ແລະ ເປັນສິນຄ້າເພື່ອສົ່ງອອກ, ການອຳນວຍຄວາມສະດວກດ້ານ ກົນໄກໃຫ້ແກ່ການຂົນສົ່ງ ແລະ ການຄ້າ, ການທ່ອງທ່ຽວທີ່ກຳນົດ ເປັນຂະແໜງການສຳຄັນໃນການ ເກັບລາຍຮັບເຂົ້າງົບປະມານໂດຍ ການນຳໃຊ້ທ່າແຮງທີ່ມີຢູ່, ການ ຂຸດຄົ້ນ, ກໍານົດເຂດທ່ອງທ່ຽວໃໝ່ ແລະ ການກະກຽມເປີດປີທ່ອງທ່ຽວ 2024, ການກະກຽມປະສານສົມ ທົບກັບຂະແໜງການທີ່ກ່ຽວຂ້ອງ ຂັ້ນສູນກາງໃນການຈັດຕັ້ງປະຕິບັດ ທິດຊີ້ນຳຂອງລັດຖະບານໃນການ ຄຸ້ມຄອງ ແລະ ພັດທະນາປັບປຸງດ່ານ ຊາຍແດນ ແລະ ທ່າບົກ, ການຈັດ ຕັ້ງວຽກງານຄຸ້ມຄອງອິນເຕີເນັດ ແຫ່ງຊາດ, ການຄຸ້ມຄອງວຽກງານ ໂຄສະນາ ແລະ ແກ້ໄຂບັນຫາສື່ສັງ ຄົມ ອອນລາຍ. ທັງນີ້, ກໍເພື່ອພ້ອມກັນ ແລກປ່ຽນຄຳຄິດຄໍາເຫັນກ່ຽວກັບ ການຈັດຕັ້ງປະຕິບັດບັນດາວຽກ ງານດັ່ງກ່າວ ວ່າມີຜົນສຳເລັດຄື ແນວ ໃດ, ມີຂໍ້ສະດວກ ແລະ ຂໍ້ຫຍຸ້ງ ຍາກຄືແນວໃດ, ຍັງມີບັນຫາ ແລະ ຂໍ້ສະເໜີທິດທາງປັບປຸງແກ້ໄຂໃນຕໍ່ ໜ້າຄືແນວໃດ ເພື່ອຄວາມເປັນເອກະ ພາບທາງດ້ານເນື້ອໃນ ແລະ ນຳ ເອົາບັນຫາຄວາມຄິດເຫັນຕ່າງໆ ລາຍງານຕໍ່ທ່ານນາຍົກລັດຖະມົນຕີ ເພື່ອມີທິດຊີ້ນຳໃນຕໍ່ໜ້າ ແນໃສ່ ເຮັດໃຫ້ການຈັດຕັ້ງປະຕິບັດບັນດາ ນິຕິກຳເຫລົ່ານັ້ນມີຄວາມສະດວກ, ຖືກຕ້ອງ, ສອດຄ່ອງກັບສະພາບ ຂອງທ້ອງຖິ່ນ ແລະ ໄດ້ຮັບປະສິດ ທິພາບໃນທາງການຈັດຕັ້ງປະຕິບັດ ສູງຂຶ້ນ. ໃນໂອກາດດຽວກັນນີ້, ຄະນະລັດ ຖະມົນຕີປະຈຳສຳນັກງານນາຍົກ ພ້ອມດ້ວຍການນຳແຂວງ ຍັງໄດ້ສືບ ຕໍ່ລົງຕິດຕາມຊຸກຍູ້ວຽກງານຢູ່ທີ່ ດ່ານສາກົນ ຂົວມິດຕະພາບ 3 ແລະ ຢ້ຽມຢາມໂຄງການໂຮງງານກັ່ນ ນໍ້າມັນພັດທະນາພະລັງງານລາວ ຢູ່ທີ່ເຂດເສດຖະກິດພິເສດທ່າແຂກ ຕື່ມອີກ. ພາບ-ຂ່າວ: ກອງຄໍາ
RkJQdWJsaXNoZXIy MTc3MTYxMQ==