lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 31/05/2023 xtgmf]k; ລາວ-ຈີນ ວາງສະແດງ... ນາຍົກລັດຖະມົນຕີ... ຮອງປະທານປະເທດ... ກອງປະຊຸມຄົບຄະນະ... ອອປສ... ສ້າງຄວາມເຂົ້າໃຈ... ຮອດປີ 2030... ສູນກາງຊາວໜຸ່ມ... ຂປລ. ໃນມະຕິກອງປະຊຸມສະ ພາແຫ່ງຊາດ ວ່າດ້ວຍແຜນແມ່ບົດ ຈັດສັນທີ່ດິນແຫ່ງຊາດ ຮອດປີ 2030 ສະບັບເລກທີ 098/ສພຊ ລັດຖະບານ ໄດ້ວາງຄາດໝາຍສູ້ຊົນ ໃນການຮັກສາທີ່ດິນປ່າໄມ້ປະມານ 16,5 ລ້ານເຮັກຕາ ແລະ ຈະຍົກ ລະດັບຄວາມປົກຫຸ້ມປ່າໄມ້ໃຫ້ໄດ້ 70% (ການສຳຫລວດປີ 2019 ເນື້ອທີ່ປົກຫຸ້ມກວມ 62% ຂອງ ເນື້ອທີ່ທົ່ວປະເທດ. ໃນນີ້, ປະກອບ ມີ: ປ່າສະຫງວນ 4,7 ລ້ານເຮັກຕາ, ປ່າປ້ອງກັນ 8,2 ລ້ານເຮັກຕາ,ປ່າ ຜະລິດ 3,1 ລ້ານເຮັກຕາ ແລະ ພື້ນ ທີ່ປ່າປູກ 5 ແສນເຮັກຕາ. ໃນຂະນະ ທີ່ ປີ 2023 ນີ້, ໃນທົ່ວປະເທດມີ ແຜນການຈະສ້າງຂະບວນການປູກ ຕົ້ນໄມ້ປະມານ 3.480 ເຮັກຕາ, ລວມເບ້ຍໄມ້ທັງໝົດ 3,4 ລ້ານເບ້ຍ ເຊິ່ງປະກອບມີ: ໄມ້ດູ່, ໄມ້ແຕ້ຄ່າ, ໄມ້ ຍາງ, ໄມ້ສັກ, ໄມ້ແຄນ, ໄມ້ສົ້ມຝາດ, ໄມ້ຂະຍຸງ, ໄມ້ແຕ້ຮໍ, ໄມ້ສະຟາງ, ໄມ້ກາກະເລົາ, ໄມ້ຄູນ,ໄມ້ສາມສາ ແລະ ໄມ້ຊະນິດອື່ນໆ. ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ ຮູ້ໃນໂອກາດຖະແຫລງຕໍ່ສື່ມວນຊົນ ໃນວັນທີ 29 ພຶດສະພາ 2023 ວ່າ: ຂະແໜງກະສິກໍາ ແລະ ປ່າໄມ້ ໃນ ນາມເປັນເສນາທິການໃຫ້ແກ່ລັດ ຖະບານຮັບຜິດຊອບເປັນຜູ້ຄຸ້ມຄອງ ປົກປັກຮັກສາປ່າໄມ້ດັ່ງກ່າວ ກໍໄດ້ ກຳນົດເປັນຍຸດທະສາດແຕ່ນີ້ຮອດ ປີ 2035 ແລະ ກໍານົດວິໄສທັດແຕ່ນີ້ ຮອດປີ 2050 ວ່າ“ຊັບພະຍາກອນ ປ່າໄມ້ຄວາມອຸດົມສົມບູນເປັນທ່າ ແຮງໃຫ້ແກ່ການພັດທະນາເສດຖະ ກິດ-ສັງຄົມຂອງຊາດ, ປົກປັກຮັກ ສາສິ່ງແວດລ້ອມ, ຊີວະນາໆພັນ ແລະ ເປັນແຫລ່ງທໍາມາຫາກິນຂອງ ປະຊາຊົນໂດຍບໍ່ບົກແຫ້ງ”. ເພື່ອບັນ ລຸຄາດໝາຍອັນທ້າທາຍນີ້, ພວກເຮົາ ຈະໄດ້ສູ້ຊົນບຸກທະລຸ ແລະ ເອົາໃຈ ໃສ່ ປົກປັກຮັກສາປ່າໄມ້ທີ່ຍັງມີຢູ່ໃນ ປັດຈຸບັນ ໃນພື້ນທີ່ 3 ປະເພດປ່າ ແລະ ປ່າໄມ້ ຢູ່ນອກ 3 ປະເພດປ່າ ໃຫ້ຄົງ ຕົວໄວ້ໂດຍກໍານົດນະໂຍບາຍທີ່ຈະ ແຈ້ງ ໃນການແກ້ໄຂບັນຫາ ແລະ ສາເຫດຂອງການທໍາລາຍປ່າໄມ້ທີ່ ຕິດພັນກັບການພັດທະນາຂອງຂະ ແໜງການອື່ນ ໄປຄຽງຄູ່ກັບການປັບ ປຸງຊີວິດການເປັນຢູ່ຂອງປະຊາຊົນ ທີ່ອາໄສຢູ່ໃນເຂດປ່າໄມ້ ດ້ວຍການ ວາງແຜນຄຸ້ມຄອງປ່າໄມ້ຂັ້ນບ້ານ ຕິດພັນກັບການຈັດສັນທີ່ດິນ, ມອບ ສິດການນໍາໃຊ້ທີ່ດິນ ແລະ ປ່າໄມ້ໃຫ້ ອົງການປົກຄອງບ້ານ ແລະ ປະຊາ ຊົນຄຸ້ມຄອງ, ປົກປັກຮັກສາ, ພັດທະ ນາ ແລະ ນໍາໃຊ້ແບບຍືນນານ. ຄຽງ ຄູ່ກັນນັ້ນ, ກໍໄດ້ມີການຊຸກຍູ້ສົ່ງເສີມ ການຜະລິດ ແລະ ສ້າງເສດຖະກິດ ຄອບຄົວເປັນສິນຄ້າຮູບແບບຕ່າງໆ ທີ່ເໝາະສົມຕາມທ່າແຮງຂອງແຕ່ ລະທ້ອງຖິ່ນ, ພ້ອມທັງໄດ້ລິເລີ່ມ ສ້າງລະບົບຄໍ້າປະກັນໄມ້ ແລະ ຜະລິດ ຕະພັນໄມ້ທີ່ຖືກຕ້ອງຕາມກົດໝາຍ ຊຶ່ງເປັນການສ້າງເງື່ອນໄຂໃຫ້ຂົງ ເຂດອຸດສາຫະກໍາປຸງແຕ່ງ ສາມາດ ເຂົ້າເຖິງຕະຫລາດໃນພາກພື້ນ ແລະ ຂປລ. ຕອນບ່າຍ ວັນທີ 29 ພຶດສະພາ 2023 ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມ ຢາມ ແລະ ພົບປະໂອ້ລົມ ປະຊາຊົນ ກຸ່ມບ້ານນໍ້າຊຸ ເມືອງຊານໄຊ ແຂວງ ອັດຕະປື ໂດຍມີ ທ່ານ ສຸວັນສີ ແກ້ວວິເສີດ ເຈົ້າເມືອງຊານໄຊ ພ້ອມ ດ້ວຍຄະນະນຳຂອງເມືອງ, ການຈັດ ຕັ້ງບັນດາບ້ານ ທີ່ຂຶ້ນກັບກຸ່ມບ້ານ ນໍ້າຊຸ ແລະ ປະຊາຊົນບ້ານນໍ້າຊຸ ໃຫ້ ການຕ້ອນຮັບ ໂດຍທ່ານນາຍົກລັດ ຖະມົົນຕີໄດ້ເປີດກວ້າງໃຫ້ຜູ້ເຂົ້າ ຮ່ວມໄດ້ສະເໜີ ແລະ ປະກອບຄຳ ຄິດເຫັນຕໍ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ບ້ານເມືອງຂອງຕົນ. ຈາກນັ້ນ, ທ່ານນາຍົກລັດຖະ ມົົນຕີ ກໍໄດ້ສະແດງຄວາມຢ້ຽມຢາມ ຖາມຂ່າວ ເຖິງການດຳລົງຊີວິດ ຂອງປະຊາຊົນ ແລະ ສະແດງຄວາມ ຊົມເຊີຍຕໍ່ຜົນສຳເລັດ ທີ່ອົງການປົກ ຄອງທຸກຂັ້ນ ພາຍໃນເມືອງຊານໄຊ ສາມາດຍາດມາໄດ້ ພ້ອມທັງໄດ້ ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະ ເທດ, ລວມທັງສະພາບການພັດທະ ນາເສດຖະກິດ-ສັງຄົມ ຂອງປະ ເທດເຮົາໃນປັດຈຸບັນ ໂດຍສະເພາະ ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ຕະຫລອດ ຮອດຄວາມພະຍາຍາມ ແລະ ເອົາ ໃຈໃສ່ຂອງພັກ ແລະ ລັດຖະບານ ກໍຄືອົງການປົກຄອງຂັ້ນຕ່າງໆ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້້ຂະແໜງ ການກ່ຽວຂ້ອງຂອງແຂວງ ແລະ ເມືອງ ສົມທົບກັນກວດກາ ແລະ ຈັດສັັນພື້ນທີ່ທຳການຜະລິດໃຫ້ ແກ່ປະຊາຊົນ, ພ້ອມທັງມີການຊຸກ ຍູ້ສົ່ງເສີມເຂົາເຈົ້າ ທຳການຜະລິດ ຕາມທ່າແຮງຂອງບ້ານ, ສ້າງເງື່ອນ ໄຂໃຫ້ປະຊາຊົນມີວຽກເຮັດງານ ທຳ, ມີອາຊີບຖາວອນ, ມີລາຍຮັບ, ຊີວິດການເປັນຢູ່ນັບມື້ໄດ້ຮັບການ ປັບປຸງດີຂຶ້ນ ເປັນກ້າວໆ. ຄຽງຄູ່ກັນ ນັ້ນ, ກໍສືບຕໍ່ປະຕິບັດແຜນການອອກ ໃບຕາດິນໃຫ້ປະຊາຊົນໃຫ້ມີຄວາມ ຄືບໜ້າໄວ; ໃຫ້ຂະແໜງການເງິນ ເອົາໃຈໃສ່ຈັດເກັບລາຍເຮັບເຂົ້າງົບ ປະມານແຫ່ງລັດ ໃຫ້ຄົບຖ້ວນ, ໂປ່ງ ໄສ ແລະ ສຳເລັັດຕາມຄາດໝາຍທີ່ ກຳນົດໄວ້; ສືບຕໍ່ປະຕິບັດກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງກັບ ທ້ອງຖິ່ນເປັນສ່ວນໃຫຍ່ໃຫ້ເຂັ້ມງວດ ໂດຍສະເພາະກົດໝາຍວ່າດ້ວຍ ປ່າໄມ້, ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍສິ່ງແວດລ້ອມ; ເອົາໃຈໃສ່ປະຕິບັດວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃຫ້ແຂງແຮງ ແລະ ເລິກເຊິ່ງ ເພື່ອຕ້ານ ແລະ ສະ ກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ເປັນ ຕົ້ນ ບັນຫາຢາເສບຕິດ, ຂີ້ລັກ ແລະ ອື່ນໆ; ສືບຕໍ່ປັບປຸງການຈັດຕັ້ງບ້ານ ຕາມ 5 ໜ່ວຍງານ ໃຫ້ມີຄວາມເຂັ້ມ ແຂງ, ປະຕິບັດໜ້າທີ່ວຽກງານມີປະ ສິດທິພາບ ແລະ ປະສິດທິຜົນ; ບໍລິ ໂພກຂໍ້ມູນຂ່າວສານຜ່ານສື່ສັງຄົມ ອອນລາຍຢ່າງມີສະຕິ, ມີເຫດມີຜົນ, ສາມາດຈຳແນກມິດ ແລະ ສັດຕູ ໄດ້ ຢ່າງຈະແຈ້ງ. ໃນມື້ດຽວກັນນີ້, ທ່ານນາຍົກລັດ ຖະມົນຕີ ພ້ອມຄະນະຍັງໄດ້ໄປຢ້ຽມ ຢາມໂຄງການຊົນລະປະທານທີ່ນຳ ໃຊ້ນໍ້າທ້າຍເຂື່ອນເຊປຽນ-ເຊນໍ້າ ນ້ອຍ ຢູ່ເຂດບ້ານລະຍາວໃຕ້ ເມືອງ ສາມັກຄີໄຊ ເພື່ອຊຸກຍູ້ການສະໜອງ ແລະ ຊົມໃຊ້ນໍ້າຊົນລະປະທານດັ່ງ ກ່າວ ເຂົ້າໃນການຜະລິດຂອງປະຊາ ຊົນ ໃຫ້ເປັນຂະບວນການ ແລະ ເກີດ ປະໂຫຍດສູງສຸດ ຕື່ມອີກ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງອົງຄະນະພັກ ແຂວງອັດຕະປື ກາງສະໄໝ, ຕິດພັນ ກັບການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ສອງ ວາລະແຫ່ງຊາດ, ລວມທັງການ ກຳນົດທິດທາງນຳພາແລະຄາດ ໝາຍສູ້ຊົນໃນເຄິ່ງສະໄໝຕໍ່ໜ້າ. ຕິດ ພັນກັບຄຳເຫັນເຈາະຈີ້ມ, ສະຫາຍ ຍັງໄດ້ຍົກໃຫ້ເຫັນຜົນສຳເລັດອັນພົ້ນ ເດັ່ນ ທີ່ອົງຄະນະພັກແຂວງອັດຕະປື ສາມາດຍາດມາໄດ້ ໃນ 2 ປີກວ່າ ທີ່ຜ່ານມາ, ພ້ອມທັງ ເນັ້ນໜັກຕື່ມ ບາງດ້ານ ທີ່ຈະຕ້ອງໄດ້ພ້ອມກັນສືບ ຕໍ່ປັບປຸງແກ້ໄຂໃນຕໍ່ໜ້າໃຫ້ມີການ ຫັນປ່ຽນດີຂຶ້ນ. ນອກຈາກນັ້ນ, ຍັງໄດ້ຍົກໃຫ້ ເຫັນຄວາມໝາຍຄວາມສຳຄັນ, ຈຸດປະສົງ ແລະ ຄາດໝາຍຂອງ ການດຳເນີນກອງປະຊຸມໃນວາລະ ເປີດກວ້າງຄັ້ງນີ້ ໂດຍສະເພາະ ເພື່ອ ສືບຕໍ່ປົກປັກຮັກສາ ແລະ ເສີມຂະ ຫຍາຍມູນເຊື້ອບົດຮຽນອັນດີງາມ ຂອງອົງຄະນະພັກແຂວງ ໃນ 2 ປີກວ່າຜ່ານມາ, ພ້ອມກັນປັບປຸງ, ແກ້ໄຂຈຸດອ່ອນ, ຂໍ້ບົກຜ່ອງ ແລະ ສິ່ງທ້າທາຍທີ່ເປັນອຸປະສັກຕໍ່ການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຂັ້ນຕົນ ກໍຄື ການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງ ຄົມຂອງແຂວງ ຕິດພັນກັບການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງ ພັກກາງສະໄໝ, ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ສອງວາລະແຫ່ງຊາດ ເພື່ອສ້າງຄວາມເປັນເອກະພາບ, ການຕັດສິນໃຈ ແລະ ຄວາມຮັບຜິດ ຊອບການເມືອງຂອງຄະນະພັກ ແຕ່ລະຂັ້ນແກ້ໄຂບັນຫາຕົວຈິງ ທີ່ ພວມເລັ່ງທວງຕາມຈິດໃຈສ້າງການ ຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ເຮັດໃຫ້ບັນດາຄາດ ໝາຍສູ້ຊົນຕ່າງໆທີ່ວາງອອກ ບັນ ລຸຜົນສຳເລັດຢ່າງເປັນຮູບປະທໍາ ຕາມຄໍາຂວັນແຂວງວາງອອກຄື: “ຍົກສູງບົດບາດການນໍາພາຂອງ ພັກທີ່ເຂັ້ມແຂງຮອບດ້ານ, ເພີ່ມທະ ວີຄວາມສາມັກຄີເປັນປຶກແຜ່ນແໜ້ນ ໝາ, ສູ້ຊົນປົກປັກຮັກສາ ແລະ ພັດ ທະນາແຂວງອັດຕະປື ກ້າວຂຶ້ນຢ່າງ ໜັກແໜ້ນ, ປະຊາຊົນຢູ່ດີກິນດີ ຕາມທິດສ້າງສັງຄົມນິຍົມມາແຕ່ ຮາກຖານ”. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ແລະ ຕີລາຄາສູງຕໍ່ຜົນສຳເລັດໃນ ການປະຕິບັດໜ້າທີ່ການທູດຂອງ ທ່ານ ຈອນ ເພຍຊັນ ເຊິ່ງໄດ້ປະກອບ ສ່ວນສຳຄັນເຂົ້າໃນການເສີມຂະ ຫຍາຍສາຍພົວພັນການທູດກໍຄືສົ່ງ ເສີມການຮ່ວມມືທາງດ້ານຕ່າງໆ ລະຫວ່າງ ລັດຖະບານ ກໍຄື ປະຊາ ຊົນສອງປະເທດ ລາວ-ອັງກິດໃຫ້ໄດ້ ຮັບການພັດທະນາ ແລະ ແໜ້ນແຟ້ນ ຍິ່ງໆຂຶ້ນ. ພ້ອມນີ້, ທ່ານຍັງໄດ້ອວຍ ພອນໃຫ້ທ່ານທູດ ຈົ່ງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນການປະຕິບັດ ໜ້າທີໃໝ່ ອັນມີກຽດຂອງທ່ານ. ໃນໂອກາດດຽວກັນ, ທ່ານ ຈອນ ເພຍຊັນ ກໍໄດ້ສະແດງຄວາມຂອບໃຈ ມາຍັງທ່ານນາງ ປານີ ຢາທໍ່ຕູ້ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງສະແດງຄວາມ ຂອບໃຈຕໍ່ລັດຖະບານ ກໍຄື ບັນດາ ການນຳພັກ, ລັດຂອງ ສປປ ລາວ, ຕະຫລອດຮອດປະຊາຊົນລາວບັນ ດາເຜົ່າທີ່ໄດ້ໃຫ້ການຊ່ວຍເຫລືອ, ສະໜັບສະໜູນ ແລະ ອຳນວຍຄວາມ ສະດວກທຸກຢ່າງຕະຫລອດໄລ ຍະການປະຕິບັດໜ້າທີ່ການທູດ ຂອງຕົນຈົນ ໄດ້ຮັບຜົນສຳເລັດຢ່າງ ຈົບງາມ. ຂ່າວ: ທະນູທອງ, ພາບ: ເກດສະໜາ 2023 ທີ່ສູນການຄ້າລາວໄອເຕັກ (ຕຶກເກົ່າ) ໂດຍມີທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນ ຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ ແລະ ຮັບຊົມການສະແດງສິ ລະປະ ແລະ ກິດຈະກຳຕ່າງໆຈາກ ບັນດານ້ອງນ້ອຍເຍົາວະຊົນເຊັ່ນ: ຮ້ອງເພງ, ຟ້ອນ, ຫລິ້ນກິລາ, ອ່ານ ກາບກອນ, ແຂ່ງຂັນຕີກອງດູລິຍາງ ແລະ ອື່ນໆ. ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ກ່າວວ່າ: ສະເຫລີມສະລອງວັນ ເດັກນ້ອຍສາກົນ ແລະ ວັນປູກຕົ້ນ ໄມ້ແຫ່ງຊາດ ປີ 2023 ຈັດຂຶ້ນ ພາຍໃຕ້ຄຳຂວັນ “ການລົງທຶນໃນ ອະນາຄົດຄືການລົງທຶນໃສ່ເດັກ”. ນອກຈາກນີ້, ເພື່ອເປັນການຜັນຂະ ຫຍາຍຍຸດທະສາດຂອງຊາວໜຸ່ມ ແລະ ເຍົາວະຊົນດ້ວຍການສ້າງ ເງື່ອນ ໄຂ ແລະ ສະພາບແວດລ້ອມທີ່ ດີສຳລັບຊາວໜຸ່ມ-ເຍົາວະຊົນ, ເປັນ ການເປີດໂອກາດໃຫ້ບັນດາຫລານ ນ້ອຍເຍົາວະຊົນ-ອະນຸຊົນ ໄດ້ມີເວທີ ເຄື່ອນໄຫວ, ແລກປ່ຽນບົດຮຽນ, ສ້າງບັນຍາກາດ, ປູກຈິດສຳນຶກ ຫລານນ້ອຍເຍົາວະຊົນ-ອະນຸຊົນ ໃຫ້ຮູ້ໄດ້ເຖິງຄວາມໝາຍ, ຄວາມ ສຳຄັນຂອງວັນທີ 1 ເດືອນ 6. ໂອກາດນີ້, ທ່ານ ກິແກ້ວ ໄຂຄຳ ພິທູນ ໄດ້ມີຄຳເຫັນວ່າ: ໃນນາມຕາງ ໜ້າການນຳພັກ, ລັດ ແລະ ໃນນາມ ເປັນຕົວແທນຜູ້ໃຫຍ່ທຸກຄົນ, ຂ້າພະ ເຈົ້າຂໍສົ່ງຄວາມປາຖະໜາດີ ແລະ ຮັກແພງອັນດູດດື່ມມາຍັງລູກໆ, ຫລານໆ ເດັກນ້ອຍລາວບັນດາເຜົ່າ ທຸກຖ້ວນໜ້າ ໃນທົ່ວປະເທດທີ່ເປັນ ອະນາຄົດຂອງປະເທດຊາດ ທີ່ພ້ອມ ກັນສະເຫລີມສະຫລອງວັນເດັກ ນ້ອຍສາກົນ, ທັງອວຍພອນໃຫ້ເດັກ ນ້ອຍທຸກຄົນຈົ່ງຈະເລີນເຕີບໂຕດ້ວຍ ຄຸນນະພາບໃນທຸກດ້ານ ກາຍເປັນຜູ້ ໃຫຍ່ທີ່ດີຂອງປະເທດຊາດໃນອະ ນາຄົດ, ຕະຫລອດໄລຍະຜ່ານມາ ສູນກາງພັກ-ລັດຖະບານເຮົາ ໄດ້ເອົາ ໃຈໃສ່ຢ່າງຈົດຈໍ່ ແລະ ສະເໝີຕົ້ນສະ ເໝີປາຍຕໍ່ກັບວຽກງານການສົ່ງ ເສີມ, ການປົກປ້ອງສິດທິເດັກ, ການ ຕ້ານສະກັດກັ້ນ ແລະ ແກ້ໄຂການໃຊ້ ຄວາມຮຸນແຮງຕໍ່ເດັກນ້ອຍ. ສປປ ລາວ ໄດ້ໃຫ້ສັດຕະຍາບັນ ແລະ ເຂົ້າຮ່ວມເປັນພາຄີຂອງສົນທິສັນ ຍາວ່າດ້ວຍສິດທິເດັກນ້ອຍໃນໂອ ກາດວັນຄົບຮອບ 32 ປີ ຂອງສົນ ທິສັນຍາວ່າດ້ວຍສິດທິເດັກ ແລະ ໄດ້ກໍານົດທິດທາງການພັດທະນາ ເດັກນ້ອຍລາວບັນດາເຜົ່າຮອດປີ 2030. ພັກ, ລັດ ແລະ ທົ່ວສັງຄົມ ໄດ້ ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ ຕໍ່ເດັກນ້ອຍທີ່ເປັນອະນາຄົດຂອງ ປະເທດຊາດ ເປັນຕົ້ນ ໄດ້ຮັບຮອງ ເອົາກົດໝາຍວ່າດ້ວຍການປົກປ້ອງ ສິດ ແລະ ຜົນປະໂຫຍດຂອງເດັກ ແລະ ຮັບຮອງເອົາແຜນການສ້າງ ກົດໝາຍວ່າດ້ວຍເຍົາວະຊົນລາວ ທີ່ກຳລັງຄົ້ນຄວ້າ ແລະ ວາງອອກ ໃນປັດຈຸບັນ. ທັງນີ້, ກໍເພື່ອເບິ່ງແຍງ ດູແລ ແລະ ປົກປ້ອງເດັກຈາກໄພ ອັນຕະລາຍຕ່າງໆ ເຊັ່ນ: ການຖືກ ທາລຸນ, ການໃຊ້ຄວາມຮຸນແຮງ ແລະ ການຖືກຂູດຮີດແຮງງານ, ການຖືກຄຸກຄາມທາງເພດ ແລະ ປົກປ້ອງຈາກພະຍາດທີ່ເປັນອັນຕະ ລາຍຕໍ່ຊີວິດ; ລັດຖະບານຍັງໄດ້ສ້າງ ໂອກາດ ໃຫ້ແກ່ເດັກໃນທົ່ວປະເທດ ໄດ້ມີສ່ວນຮ່ວມໃນການເຮັດກິດຈະ ກຳຕ່າງໆ ໃນສັງຄົມທັງພາຍໃນ ແລະ ຕ່າງປະເທດ. ໂອກາດນີ້, ທ່ານຮອງນາຍົກລັດ ຖະມົນຕີ ໄດ້ຮຽກຮ້ອງມາຍັງຜູ້ໃຫຍ່ ທຸກຊັ້ນຄົນ, ທຸກເຜົ່າ, ທຸກສາດສະໜາ ຈົ່ງໄດ້ເອົາໃຈໃສ່ເບິ່ງແຍງດູແລ, ສຶກ ສາອົບຮົມ ແລະ ສະໜັບສະໜູນໃຫ້ ເດັກທຸກຄົນ ໄດ້ຮຽນຮູ້ຕາມຄວາມ ສາມາດຕົວຈິງ ແລະ ສົ່ງເສີມ ໃຫ້ ເດັກ ນ້ອຍໄດ້ເປັນເດັກຍຸກໃໝ່ເປັນຄົນ ທັນສະໄໝທັນກັບສະພາບການໃນ ຍຸກເຕັກໂນໂລຊີ ແລະ ຂໍ້ມູນຂ່າວ ສານ. ຂະນະດຽວກັນລູກຫລານ ຍິງ-ຊາຍ ຈົ່ງອອກແຮງສຶກສາຮ່ຳ ຮຽນ, ຝຶກຝົນຫລໍ່ຫລອມຕົນເອງໃຫ້ ກາຍເປັນຄົນຮູ້, ມີສະຕິປັນຍາ, ມີ ຄຸນສົມບັດ, ມີຄວາມສຸກເບີກບານ ມ່ວນຊື່ນ ເພື່ອເປັນຊັບພະຍາກອນ ມະນຸດອັນປະເສີດໃນການພັດທະ ນາປະເທດຊາດ ໃຫ້ກ້າວໄປສູ່ປະ ເທດຊາດທີ່ມັ່ງຄັ່ງເຂັ້ມແຂງ, ປະ ຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີ ປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ທີ່ພັກໄດ້ວາງໄວ້. ດັ່ງຄຳຂວັນຂອງເຍົາວະຊົນທີ່ວ່າ: “ເພື່ອພາລະກິດຂອງຊາດ ເຍົາວະ ຊົນກຽມພ້ອມ”. ໃນໂອກາດດຽວກັນນີ້, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດ ຖະມົນຕີ, ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ ພ້ອມດ້ວຍຫລານນ້ອຍເຍົາວະຊົນ ກໍໄດ້ຮ່ວມປູກຕົ້ນໄມ້ ຢູ່ສູນກາງຊາວ ໜຸ່ມ ປະຊາຊົນ ປະ ຕິວັດລາວ ເນື່ອງ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ສວນກາເຟແບບເປັນມິດກັບສັດປ່າ ຂອງກຸ່ມບ້ານບວມຝາດ, ຢ້ຽມຊົມ ສູນຂໍ້ມູນຂ່າວສານຂອງກອງຄຸ້ມ ຄອງອຸທິຍານແຫ່ງຊາດ ໂດຍສະ ທ້ອນໃຫ້ເຫັນເຖິງຜົນສໍາເລັດຂອງ ຂະແໜງກະສິກໍາ ແລະ ປ່າໄມ້ ໃນ ການປະສານສົມທົບກັບປະຊາຊົນ, ອົງການປົກຄອງທ້ອງຖິ່ນ, ຂະແໜງ ການກ່ຽວຂ້ອງ ແລະ ອົງການອະນຸ ລັກສັດປ່າ ເຂົ້າຮ່ວມໃນການຈັດຕັ້ງ ປະຕິບັດກິດຈະການປ່າສະຫງວນ. ນອກຈາກນີ້, ຍັງໄດ້ສົນທະນາ ກ່ຽວກັບບັນຫາທ້າທາຍຕົວຈິງ ຂອງພື້ນທີ່ ແລະ ຄວາມກັງວົນຂອງ ວຽກງານອະນຸລັກສັດປ່າ ເພື່ອການ ປະສານສົມທົບທີ່ແໜ້ນແຟ້ນລະ ຫວ່າງອົງການນິຕິບັນຍັດ, ຕຸລາ ການ ແລະ ບໍລິຫານ ເພື່ອຍົກສູງວຽກ ງານອະນຸລັກຕາມທິດສິຂຽວ ແລະ ຍືນຍົງ. ສາກົນໂດຍສະເພາະການເຈລະຈາ ຊື້-ຂາຍໄມ້ກັບຄູ່ຄ້າໃນສະຫະພັນ ເອີຣົບ. ໃນປີ 2023 ນີ້, ຂະແໜງກະສິ ກຳ ແລະ ປ່າໄມ້ ໄດ້ສົມທົບກັບຄະນະ ພັກ-ຄະນະນຳຂອງອົງການປົກ ຄອງຂັ້ນສູນກາງ ແລະ ທ້ອງຖິ່ນທົ່ວ ປະເທດ ກຳນົດແຜນການເກັບແກ່ນ ພັນໃຫ້ໄດ້ 20 ພັນກິໂລກຣາມ, ກ້າ ເບ້ຍ 34 ລ້ານກວ່າເບ້ຍ ແລະ ປູກໄມ້ 42 ພັນເຮັກຕາ. ໃນນີ້, ປູກໄມ້ເພື່ອ ປົກປັກຮັກສາສິ່ງແວດລ້ອມຢູ່ໃນ ຂອບເຂດປ່າປ້ອງກັນ ແລະ ປ່າສະ ຫງວນປະມານ 8.535 ເຮັກຕາ, ປູກປ່າທົດແທນໃນເຂດໂຄງການ ພື້ນຖານໂຄງລ່າງ ແລະ ປູກໄມ້ອຸດສາ ຫະກໍາເປັນສິນຄ້າປະມານ 29.565 ເຮັກຕາ, ປູກໃນທີ່ດິນຂອງບຸກຄົນ ແລະ ນິຕິບຸກຄົນປະມານ 3.900 ເຮັກຕາ. ສະເພາະ ວັນປູກຕົ້ນໄມ້ແຫ່ງ ຊາດ ໃນປີນີ້, ໃນທົ່ວປະເທດມີແຜນ ການຈະສ້າງຂະບວນການປູກຕົ້ນ ໄມ້ປະມານ 3 ພັນກວ່າເຮັກຕາ. ພ້ອມນີ້, ແຕ່ລະແຂວງ ແລະ ນະຄອນ ຫລວງວຽງຈັນ ໄດ້ມີແຜນການຈັດ ງານວາງສະແດງເບ້ຍໄມ້ ເພື່ອ ສົ່ງເສີມການປູກໄມ້ເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມ. ສຳລັບຢູ່ນະຄອນຫລວງວຽງຈັນ, ກະຊວງກະສິກໍາ ແລະ ປ່າໄມ້ໄດ້ສົມ ທົບກັບພະແນກກະສິກຳ ແລະ ປ່າ ໄມ້ນະຄອນຫລວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງຮ່ວມກັນຈັດພິ ທີ ສ້າງຂະບວນການປູກຕົ້ນໄມ້ ເພື່ອ ສະເຫລີມສະຫລອງວັນປູກຕົ້ນໄມ້ ແຫ່ງຊາດ ວັນທີ 1 ມິຖຸນາ ແລະ ວັນ ສິ່ງແວດລ້ອມໂລກວັນທີ 5 ມິຖຸນາ ຢ່າງເປັນທາງການຂຶ້ນຢູ່ພື້ນທີ່ດິນ ກະຊວງກະສິກຳ ແລະ ປ່າໄມ້ເຂດ ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫລວງວຽງຈັນ ໃນເນື້ອທີ່ ຈຳນວນ 4 ເຮັກຕາ. ໂອກາດນີ້, ທ່ານລັດຖະມົນຕີກະ ຊວງກະສິກຳ ແລະ ປ່າໄມ້ ຍັງໄດ້ ຮຽກຮ້ອງມາຍັງປວງຊົນທັງຊາດ ຈົ່ງເຊີດຊູສະຕິຮັກຊາດ ແລະ ຫວງ ແຫນປ່າໄມ້ປະກອບສ່ວນຕາມ ເງື່ອນໄຂຄວາມສາມາດໃນການປູກ ໄມ້, ຟື້ນຟູປ່າໄປຄຽງຄູ່ກັບການຄຸ້ມ ຄອງ, ປົກປັກຮັກສາປ່າໄມ້ອັນເປັນ ມໍລະດົກ ແລະ ຊັບສົມບັດຂອງວົງ ຄະນະຍາດແຫ່ງຊາດໃຫ້ນັບມື້ມີ ຄວາມອຸດົມສົມບູນ, ສາມາດຕອບ ສະໜອງຄວາມຮຽກຮ້ອງຕ້ອງ ການວັດຖຸດິບດ້ານໄມ້ ແລະ ຜະລິດ ຕະຜົນປ່າໄມ້ແບບຍືນນານ ໂດຍ ບໍ່ມີວັນບົກແຫ້ງ. ຂໍ້ມູນ: ພັດ ລໍວັນໄຊ ແລະ ທຳມະຊາດ ທີ່ມີຄວາມສວຍ ສົດງົດງາມ ໃນອາຊີມາວາງສະ ແດງໄວ້ຈຸດດຽວ. ໃຫ້ກຽດເຂົ້າຮ່ວມ ຂອງທ່ານອຸ່ນທວງຂາວພັນຮອງລັດ ຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ ການວາງສະແດງຮູບພາບການ ທ່ອງທ່ຽວພູເຂົາອາຊີ ໃນຄັ້ງນີ້, ມີ ຫລາຍກວ່າ 40 ຮູບພາບ; ໃນນັ້ນ, ຮູບພາບຂອງ ສປປ ລາວ ຮ່ວມວາງ ສະແດງ 15 ຮູບພາບເປັນຕົ້ນນໍ້າ ຕົກຕາດກວາງຊີ, ທິວທັດຂອງເມືອງ ຫລວງພະບາງ, ນ້ຳຕົກຕາດຟານ ແຂວງຈຳປາສັກ, ຖໍ້າກອງລໍ ແຂວງ ຄຳມ່ວນ, ທົ່ງໄຫຫີນ ແຂວງຊຽງ ຂວາງ, ບຸນປີໃໝ່ລາວ ທີ່ຫລວງ ພະບາງ, ຮູບພາບສາວມົ້ງລາວ ແລະ ອື່ນໆ. ບັນດາຮູບພາບດັ່ງກ່າວ ສະແດງໃຫ້ເຫັນເຖິງຄວາມສວຍ ສົດງົດງາມຂອງບັນດາພູເຂົາ ແລະ ທຳມະຊາດໃນອາຊີ ຜ່ານຮູບຖ່າຍ. ນອກຈາກນີ້, ພາຍໃນງານຍັງມີ ການວາງສະແດງຫັດຖະກຳພື້ນ ເມືອງລາວ-ຈີນ ເຊັ່ນ: ກະເປົາ, ແກະ ສະລັກຮູບປັ້ນ, ຮູບແຕ້ມວິຈິດສິນ, ເຄື່ອງທີ່ລະນຶກ ແລະ ອື່ນໆ, ທັງນີ້ ແນໃສ່ສົ່ງເສີມການຜະລິດຫັດຖະ ກຳ, ສ້າງໂອກາດພົບປະແລກປ່ຽນ ຊື້-ຂາຍ ໃຫ້ແກ່ຫົວໜ່ວຍຫັດຖະກຳ, ຜູ້ປະກອບການກັບພາກສ່ວນຄູ່ຄ້າ ຄຽງຄູ່ກັບການເຜີຍແຜ່ວຽກງານ ຫັດຖະກຳ ເຊື່ອມໂຍງກັບການທ່ອງ ທ່ຽວ; ພ້ອມກັນນັ້ນກໍເປັນການສ້າງ ຄວາມເຂັ້ມແຂງຊ່ວຍໃຫ້ຂະແໜງ ຫັດຖະກຳຟື້ນຕົວຈາກສະພາບການ ລະບາດຂອງພະຍາດໂຄວິດ-19. ຂ່າວ: ກິດຕາ, ພາບ: ເກດສະໜາ ການໄອຍະການປະຊາຊົນສູງສຸດ, ຄະນະບໍລິຫານງານພັກ, ຄະນະ ໜ່ວຍພັກ, ຄະນະກົມ ແລະ ຄະນະ ພະແນກພາຍໃນ ອອປສ ເຂົ້າຮ່ວມ ຮັບຟັງ. ໂອກາດນີ້, ສະຫາຍ ໄຊຊະນະ ໂຄດພູທອນ ໄດ້ຍົກໃຫ້ເຫັນຄວາມ ໝາຍສຳຄັນຂອງສອງເຫດການດັ່ງ ກ່າວສະແດງໃຫ້ເຫັນເຖິງຄວາມສະ ຫລຽວສະຫລາດ ຂອງການນຳພັກ ແລະ ແນວລາວຮັກຊາດ ເຊິ່ງໄດ້ຊີ້ ນຳຢ່າງໃກ້ຊິດຕໍ່ກຳລັງປະຕິວັດທີ່ ຢູ່ແນວໜ້າ ແລະ ມີໄຫວພິບ, ມີຄວາມ ປີຊາສາມາດຂອງຄະນະພັກ-ຄະ ນະບັນຊາ, ຄວາມຕັດສິນໃຈຢ່າງ ເດັດຂາດຂອງພະນັກງານປະຕິວັດ ແລະ ຄວາມເປັນອັນໜຶ່ງອັນດຽວ ຂອງພໍ່ແມ່ປະຊາຊົນບັນດາເຜົ່າ ຈຶ່ງສາມາດເຮັດໃຫ້ກອງພັນທີສອງ ຜ່າວົງປິດລ້ອມອັນແໜ້ນໜາຂອງ ສັດຕູໄປໄດ້, ຕໍ່ມາບໍ່ພໍທໍ່ໃດເດືອນເຫດ ການທີສອງກໍ່ເກີດຂຶ້ນ ເຊິ່ງຜູ້ນຳ ຝ່າຍແນວລາວຮັກຊາດຂອງພວກ ເຮົາຈຳນວນ 16 ທ່ານ ທີ່ຖືກພວກ ສັດຕູຈັບຕົວໄປຂັງທີ່ຄຸກໂພນເຄັງກໍ ໄດ້ໂຕນອອກຈາກຄຸກ ພ້ອມກັນມຸ້ງ ໜ້າໄປສູ່ເຂດທີ່ໝັ້ນໄດ້ຢ່າງປອດ ໄພ, ສອງເຫດການນີ້ເປັນການສ້າງ ຄວາມແຕກຕື່ນ ຢ້ານກົວໃຫ້ແກ່ພວກ ສັດຕູຢ່າງໃຫຍ່ຫລວງ. ການປາຖະກະຖາຄັ້ງນີ້, ເພື່ອ ເລົ່າຄືນມູນເຊື້ອ, ລະນຶກເຖິງຄຸນງາມ ຄວາມດີ ແລະ ນໍ້າໃຈເສຍສະລະ ຂອງບັນດານັກຮົບທີ່ໄດ້ອຸທິດຕົນ ເພື່ອປະເທດຊາດໃນຂະບວນການ ປະຕິວັດຜ່ານມາ ແລະ ເພື່ອສືບຕໍ່ເສີມ ຂະຫຍາຍມູນເຊື້ອ, ທາດແທ້ຂອງ ພັກເຮົາ ເຂົ້າໃນການຊີ້ນໍາ-ນໍາພາຈັດ ຕັ້ງປະຕິບັດພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ ຕາມທິດສັງຄົມນິຍົມ ເພື່ອເຮັດ ໃຫ້ພະນັກງານອ້ອມຂ້າງອົງການ ໄອຍະການປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມໝາຍສຳຄັນຂອງ ສອງເຫດການດັ່ງກ່າວ ເພື່ອໃຫ້ສະ ມາຊິກພັກ-ພະນັກງານມາໝູນໃຊ້ ເຂົ້າໃນການປະຕິບັດໜ້າທີ່ການ ເມືອງໃນທົ່ວອົງການໄອຍະການປະ ຊາຊົນ ເອົາເປັນແບບເປັນຢ່າງໃນ ການດຳລົງຊີວິດປະຕິບັດໜ້າທີ່ໃຫ້ ຖືກຕ້ອງ ແລະ ສອດຄ່ອງກັບລະບຽບ ຫລັກການ, ໃຫ້ມີຄວາມໂປ່ງໄສ ແລະ ຍຸຕິທໍາ ໃຫ້ບັນລຸຕາມຄາດ ໝາຍທີ່ວາງໄວ້. ຂ່າວ: ສຸກ ອອປສ, ພາບ: ເກດສະໜາ
RkJQdWJsaXNoZXIy MTc3MTYxMQ==