xtgmf]k; 6 30/05/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ ໂດຍ: ເກີດຂວັນໃຈ ມາລີຈັນສີ gvdt-qo]k; ]q'mbos]kp8Ndu[ rafmtokcs]j'mjv'mjP;.\j skfla'mv' 7totxjkw,h s;a'lqj'glu,.shxt-k-qox6dw,h{rnfgxaoglf4tdyf ຄະນະວິທະຍາສາດປ່າໄມ້ ມະ ຫາວິທະຍາໄລແຫ່ງຊາດ ຫວັງສົ່ງ ເສີມອາຊີບໃຫ້ປະຊາຊົນພາຍໃນ ບ້ານໃນ ເຂດເມືອງສັງທອງ ໂດຍ ເຂົ້າ ມາມີ ສ່ວນ ຮ່ວມໃນໂຄງການ ວິໄຈອາຫານເປັນຍາ ແລະ ພັດທະ ນາຜະລິດຕະພັນ ເພື່ອສຶກສາຮຽນ ຮູ້ 5 ເປົ້າໝາຍຫລັກຄື ການສ້າງ ສວນປູກຢາພື້ນເມືອງ ແລະ ການ ລ້ຽງແມງຂີ້ສູດ, ການແປຮູບຢາພື້ນ ເມືອງ ເພື່ອເປັນອາຫານ-ເປັນຢາ ແລະ ພັດທະນາເຄືອຂ່າຍໃຫ້ປະຊາ ຊົນ, ສ້າງສູນຮຽນຮູ້ຝຶກອົບຮົມ (ພັດ ທະນາຫລັກສູດການສຶກສາ) ແລະ ກິດຈະກຳມວນຊົນໃນພື້ນທີ່ປ່າໄມ້, ວິໄຈຄຸນນະພາບພືດ ແລະ ພັດທະ ນາຜະລິດຕະພັນ, ການຊອກຫາຕະ ຫລາດພາຍໃນ ແລະ ຕ່າງປະເທດ ໃຫ້ແກ່ປະຊາຊົນທີ່ເປັນສະມະຊິກ ເພື່ອ ສົ່ງ ເສີມ ອາຊີບ ແລະ ເຮັດ ໃຫ້ ເຂົາເຈົ້າມີສ່ວນຮ່ວມໃນການປົກ ປັກຮັກສາປ່າໄມ້ອີກດ້ວຍ. ອາຈານ ດວງຕາ ບົວພາວົງ ອາຈານສອນຄະນະວິທະຍາສາດ ປ່າໄມ້, ເຈົ້າຂອງໂຄງການວິໄຈອາ ຫານເປັນຍາ ແລະ ພັດທະນາຜະລິດ ຕະພັນ ຝ່າຍລາວເວົ້າສູ່ຟັງວ່າ: ໂຄງ ການວິໄຈອາຫານເປັນຍາ ແລະ ພັດ ທະນາຜະລິດຕະພັນເປັນການຮ່ວມ ມືກັນ ລະຫວ່າງຄະນະວິທະຍາສາດ ປ່າໄມ້ ມະຫາວິທະຍາໄລແຫ່ງຊາດ ລາວ ກັບມູລະນິທິສີລາທຳ ແລະ ກຸ່ມບໍລິສັດລານພິລາໄລ ຈຳກັດ ໂດຍ ມີຈຸດປະສົ່ງເພື່ອ ສ້າງການຮ່ວມມື ຕ່າງຝ່າຍຕ່າງມີຜົນປະໂຫຍດ ຈາກ ຂອງໂຄງການວິໄຈອາຫານເປັນ ຍາ ແລະ ພັດທະນາຜະລິດຕະພັນ ໂດຍໂຄງການນີ້ມີ5ກິດຈະກຳເປັນ ຕົ້ນການສ້າງສວນປູກຢາພື້ນເມືອງ ແລະ ການລ້ຽງແມງຂີ້ສູດ, ການ ແປຮູບຢາ ພື້ນ ເມືອງ ເພື່ອເປັນອາ ຫານ-ເປັນຢາ ແລະ ພັດທະນາເຄືອ ຂ່າຍສະຫະກອນໃຫ້ປະຊາຊົນ, ການສ້າງສູນຮຽນຮູ້ຝຶກອົບຮົມພັດ ທະນາຫລັກສູດການສຶກສາ, ສ້າງ ກິດຈະກຳໃຫ້ປະຊາຊົນມີສ່ວນຮ່ວມ ການປົກປັກຮັກສາປ່າໄມ້, ວິໄຈຄຸນ ນະພາບພືດ ແລະ ພັດທະນາຜະລິດ ຕະພັນ ລວມເຖິງການຊອກຫາຕະ ຫລາດພາຍໃນ ແລະ ຕ່າງປະເທດໃຫ້ ແກ່ປະຊາຊົນທີ່ເປັນສະມະຊິກ ເຊິ່ງ ບັນດາ ກິດຈະ ກໍາ ຕ່າງໆທີ່ ເວົ້າ ມາ ແມ່ນຄວາມມີຄວາມສອດຄ່ອງ ກັບຫລັກສູດການຮຽນ, ການສອນ ຂອງຄະນະວິທະຍາສາດປ່າໄມ້ ໃນ 5 ສາຂາວິຊາ ເປັນຕົ້ນແມ່ນອຸດສະ ຫະກຳປຸງແຕ່ງ, ການຈັດສັນ ແລະ ປູກໄມ້, ການພັດທະນາຊົນນະບົດ, ການວາງແຜນນຳໃຊ້ທີ່ດິນ, ການ ທ່ອງທ່ຽວທຳມະຊາດ ແລະ ການ ອະນຸລັກສັດປ່າ ໂດຍໂຄງການນີ້ ເປັນ ໂຄງການ ທີ່ ມີ ຄວາມ ສໍາຄັນ ຫລາຍ ເພາະ ເປັນ ການ ສ້າງ ການ ຮຽນຮູ້ໃນພາກປະຕິບັດດ້ານວິຊາ ອາຊີບໃຫ້ນັກຮຽນໄດ້ເປັນຢ່າງດີ ທີ່ ຈະ ເຮັດໃຫ້ ເຂົ້າ ເຈົ້າ ສາມາດ ນໍາ ເອົາຄວາມຮູ້ໄປຕໍ່ຍອດໃນການປະ ກອບ ອາຊີບໃນ ອະນາຄົດ ໄດ້. ບໍ່ ພຽງເທົ່ານີ້ ທາງໂຄງການກໍມີແຜນ ສົ່ງເສີມປະຊາຊົນໃນ ບ້ານຂອງ ເມືອງ ສັງ ທອງ ໃຫ້ ເຂົ້າ ມາມີ ສ່ວນ ຮ່ວມ ກັບ ໂຄງການ ເພື່ອສ້າງ ອາ ຊີບ, ສ້າງ ວຽກ ເຮັດ ງານ ທໍາ ໃຫ້ ເຂົາເຈົ້າເພາະຖ້າເຂົາເຈົ້າເຫັນເຖິງ ຄວາມສໍາຄັນຂອງປ່າໄມ້ແລ້ວເຂົ້າ ເຈົ້າກໍຈະມີສ່ວນຮ່ວມໃນການປົກ ປັກຮັກສາປ່າໄມ້ອີກດ້ວຍເພາະວ່າ ທຸກກິດຈະກໍາຂອງໂຄງການ ແມ່ນ ຕິດແທດກັບປ່າໄມ້. ອາຈານ ດວງຕາມາເວົ້າຕື່ມວ່າ: ປັດຈຸບັນໂຄງການວິໄຈອາຫານ ເປັນຍາ ແລະ ພັດທະນາຜະລິດຕະ ພັນມີທີ່ຫລາກຫລາຍ ບໍ່ວາຈະ ເປັນ ສະບູ, ຢາສະຜົນ, ຄີມບໍລຸງຜົມ, ສະ ເປສີດຍຸງ, ຄີມອາບນໍ້າ ແລະ ອື່ນໆ ທີ່ເຮັດມາຈາກຢາພື້ນເມືອງ ແທ້ປາ ສະຈາກ ສານ ເຄມີ ໃຊ້ ດີ ຮັບປະກັນ ຄຸນນະພາບ. ຈາກຫາດຊາຍສີຂາວຮົກເຮື້ອ ປົກຫຸ້ມເຕັມດ້ວຍປ່າໄມ້, ປ່າໜາມ ແຂ້ວງູ ແລະ ຕົ້ນໄຄ້ຢັ່ງຢາຍ ຕາມ ແຄມນໍ້າຂອງໃນບ້ານອ່າງນ້ອຍ ເມືອງສັງທອງ ນະຄອນຫລວງ ວຽງຈັນແລ້ວກາຍເປັນແຫລ່ງທ່ອງ ທ່ຽວຫາດຊາຍສີຂາວແຫ່ງໃໝ່ ທີ່ ສ້າງຄວາມປະທັບໃຈ ແລະ ເປັນ ບ່ອນພັກຜ່ອນຢ່ອນອາລົມທີ່ຄົ້ນ ຫາ ໃຫ້ແຂກຕ່າງດ້າວທ້າວຕ່າງ ເມືອງສາມາດເຂົ້າມາແວ່ຫລິ້ນ ແລະ ພັກຜ່ອນແຮມຄືນໄດ້. ເມື່ອ ນັກທຸລະກິດລາວຕັດສິນໃຈຈົກເງິນ ຫລາຍຕື້ກີບພັດທະນາແຫລ່ງທ່ອງ ທ່ຽວຫາດຊາຍຂາວ (ແຫລ່ງທ່ອງ ທ່ຽວຫາດສັງທອງ) ຢູ່ບ້ານອ່າງ ນ້ອຍ ເມືອງສັງທອງ. ທ່ານ ໄທລັດ ໄຊຊະນະ ຫົວໜ້າ ວິຊາການຝ່າຍອອກແບບຂອງ ບໍລິ ສັດພົງຊະນະໄຊ ເປັນຜູ້ສໍາປະທານ ເຂດດັ່ງກ່າວໄດ້ໃຫ້ສໍາພາດຕໍ່ສື່ມວນ ຊົນວ່າ: ການຕັດສິນໃຈມາລົງທຶນ ໃນເຂດດັ່ງກ່າວເພື່ອປະຕິບັດຕາມ ຕາມນະໂຍບາຍຂອງພັກ-ລັດໃນ ການສົ່ງເສີມວຽກງານທ່ອງທ່ຽວ ຕິດພັນກັບການແກ້ໄຂຄວາມທຸກ ຍາກ, ສ້າງວຽກເຮັດງານທໍາໃຫ້ປະ ຊາຊົນທ້ອງຖິ່ນມີສ່ວນຮ່ວມ ແລະ ປະກອບສ່ວນເຂົ້າພັດທະນາເສດ ຖະກິດ-ສັງຄົມພາຍໃນເມືອງບ້ານ ໃຫ້ມີຄວາມເຂັ້ມແຂງ. ດັ່ງທີ່ຮູ້ ແຕ່ກ່ອນໜ້ານັ້ນເປັນ ພຽງຫາຊາຍທີ່ມີປ່າຮົກເຮື້ອປົກ ຫຸ້ມ, ເປັນບ່ອນດູດຊາຍ ແຕ່ໃນຕົ້ນປີ 2022 ບໍລິສັດຂອງພວກເຮົາຂໍອະ ນຸຍາດທາງອໍານາດປົກຄອງທ້ອງ ຖິ່ນບ້ານ, ເມືອງ ແລະ ນະຄອນ ຫລວງເຂົ້າມາສໍາປະທານພັດທະ ນາ ເຮັດໃຫ້ເຂດຫາດສັງທອງແຫ່ງ ນີ້ເປັນແຫລ່ງທ່ອງທ່ຽວໃໝ່ທີ່ບໍ່ໄກ ຈາກນະຄອນຫລວງວຽງຈັນ ໃນ ເນື້ອທີ່ 5 ເຮັກຕາ, ປະກອບມີ 2 ໄລ ຍະໃນການດໍາເນີນການຈັດຕັ້ງປະ ຕິບັດກໍ່ສ້າງຄື: ໄລຍະທີ 1 ມີເນື້ອທີ 2 ເຮັກຕາໄດ້ສໍາເລັດແລ້ວ ແລະ ໄດ້ເປີດໃຫ້ບໍລິການໃນເດືອນມີນາ 2023 ເຊິ່ງເບື້ອງຕົ້ນໃນການເປີດ ໃຫ້ບໍລິການເຫັນວ່າໄດ້ຮັບຜົນຕອບ ຮັບດີເກີນຄາດໂດຍມີນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວປະມານ 500600 ຄົນສໍາລັບວັນສໍາຄັນຂອງ ຊາດ ແລະ ວັນເສົາ-ວັນທິດ, ສ່ວນ ວັນລັດຖະການທົ່ວໄປນັ້ນຈະມີຄົນ ເຂົ້າມາທ່ອງທ່ຽວສະເລ່ຍ 100200 ຄົນຕໍ່ມື້. ປັດຈຸບັນນີ້ ພວກເຮົາມີຮ້ານຂາຍ ເຄື່ອງທັງໝົດ 10 ຮ້ານ ແລະ ໄດ້ເປີດ ໃຫ້ບໍລິການຫ້ອງນອນເປັນເຕັນຕິດ ແອປະມານ 20 ຫລັງ, ໂດຍຕັ້ງລາ ຄາຈາກ 350.000 ກີບ-500.000 ກີບຕໍ່ຫ້ອງ ພ້ອມບໍລິການອາຫານ ເຊົ້າຟຣີສໍາລັບການຄ້າຂາຍນັ້ນ ພວກເຮົາໄດ້ອະນຸຍາດໃຫ້ປະຊາຊົນ ແລະ ຜູ້ປະກອບການເຂົ້າມາມີສ່ວນ ຮ່ວມສາມາດຕັ້ງຮ້ານຂາຍເຄື່ອງ ເອງໄດ້ ຫລື ຮ່ວມມືກັນໄດ້ ເຊິ່ງຈະ ມີການເກັບຄ່າບໍລິການເຊົ່າ ແລະ ແບ່ງປັນຜົນປະໂຫຍດຮ່ວມກັນ. ນັບແຕ່ມີເປີດໃຫ້ບໍລິການເຖິງ ປັດຈຸບັນນີ້, ມີນັກທ່ອງທ່ຽວເຂົ້າມາ 500-600 ຄົນຕໍ່ມື້ (ວັນເສົາ-ທິດ) ຖ້າວັນທົ່ວໄປ 100-200 ຄົນ (ວັນ ເສົາ-ທິດ). ໃນຕໍ່ໜ້າພວກເຮົາຈະສືບຕໍ່ພັດ ທະນາທ່ອງທ່ຽວໄລຍະທີ 2 ໂດຍຈະ ສືບປັບໜ້າດິນ, ປູກຕົ້ນໄມ້ ແລະ ຂະ ຫຍາຍຫ້ອງນອນແບບແຄມປີ່ງຕິດ ແອໃຫ້ 60 ຫ້ອງ. ເຖິງແນວໃດກໍດີ ທ່ານ ໄທລັດ ໄຊຊະນະ ຍັງກ່າວວ່າ: ພວກເຮົາກໍ ມີຂໍ້ຫຍຸ້ງພໍສົມຄວນໂດຍສະເພາະ ເຂດພື້ນທີ່ສໍາປະທານເຮັດແຫລ່ງ ທ່ອງທ່ຽວນີ້ອາດເປີດໃຫ້ບໍລິການ ໄດ້ພຽງແຕ່ລະດູແລ້ງ ແລະ ລະດູ ໜາວເທົ່ານັ້ນ ເນື່ອງຈາກວ່າໃນລະ ດູຝົນອາດເຮັດໃຫ້ນໍ້າຖ້ວມຫາດ ຊາຍ, ບ່ອນຫ້ອງນອນ ແລະ ສະ ຖານທີ່ອື່ນໆເພາະພັດທະນາໄກ້ ແຄມຂອງ ດ້ວຍເຫດນັ້ນພວກເຮົາ ຈິ່ງບໍ່ສາມາດລົງທຶນຫລາຍໃນປະ ເພດພື້ນໂຄງລ່າງສິ່ງປຸກສ້າງອາດ ເຮັດໃຫ້ມີຄວາມສ່ຽງນໍ້າຈະຊຸໜີ. ຖ້າທ່ານໃດສົນໃຈສາມາດຕິດ ພວກເຮົາໄດ້ຕາມທີ່ຢູ່ເບື້ອງລຸ່ມ ນີ້: ໂທ 030 5323332, 030 5344355, 8.A 020 5223 88 8, ສະຖານທີ່ຕັ້ງຢູ່ ບ້ານອ່າງ ນ້ອຍ, ເມືອງສັງທອງ, ນະຄອນ ຫລວງວຽງຈັນ.
RkJQdWJsaXNoZXIy MTc3MTYxMQ==