5628

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 30/05/2023 xtgmf]k; 4 3]d c]t gsfdko .lj[kf c]t xt8y[afme.o;aolyo7nIuf7v'muj7;oxt8y[af ຂປລ. ຜູ້ໃດເປັນຊາວພຸດທຸກວັນ ສິນຈະຕ້ອງປະຕິບັດ ແລະ ມັນຈະຜູກ ກັບຮີດຄອງປະເພນີຂອງລາວເຮົາ ເຊິ່ງວັນສິນ ເປັນວັນແຫ່ງການປະ ຕິບັດທຳ ທີ່ຊາວພຸດທັງຫລາຍໄດ້ປະ ຕິບັດສືບມາແຕ່ບູຮານນະການ, ພ້ອມນີ້ ການໃສ່ບາດໃນວັນສິນຍັງ ເປັນການໃຫ້ທານ ເຊິ່ງໝາຍເຖິງ ການໃຫ້, ການແບ່ງປັນ, ການເສຍສະ ລະ, ການເອື້ອເຟື້ອເພື່ອແຜ່ ເຊິ່ງວັດ ຖຸທີ່ພໍໃຈໃຫ້ທານເຫລົ່ານີ້ ໝາຍເຖິງ ການໃຫ້ດ້ວຍຈິດໃຈບໍລິສຸດພຸດຜ່ອງ ໂດຍມຸ່ງຫວັງເພື່ອບູຊາຄຸນບິດາມານ ດາ ຖວາຍແດ່ຄູບາອາຈານພະສົງ ສຳມະເນນເຫລົ່ານີ້ເປັນຕົ້ນ. ນອກຈາກບຸນໃນຮີດສິບສອງ ແລ້ວຍັງມີບຸນອື່ນໆອີກ ທີ່ພວກເຮົາ ໄດ້ປະຕິບັດກັນມາໂດຍສະເພາະ ໃນວັນສິນ ຊາວພຸດສາສະນິກະຊົນ ຜູ້ມີຈິດໃຈເຫລື້ອມໃສສັດທາ ຈະພາ ກັນເຂົ້າມາໃສ່ບາດໃນວັດ ແລະ ຈະ ເຫັນຄົນລາວຊາວພຸດຂາຍດອກ ໄມ້ທູບທຽນ, ໝາກເບັງ ຕາມແຄມ ທາງ ຫລື ໜ້າປະຕູໂຂງທາງເຂົ້າວັດ ວາອາລາມຢູ່ຕາມບ້ານຕ່າງໆ ເພື່ອ ໃຫ້ຊາວພຸດສາສະນິກະຊົນທັງ ຫລາຍໄດ້ຊື້ໄປບູຊາຕາມເຮືອນຊານ ບ້ານຊ່ອງ ແລະ ສະຖານທີ່ວັດວາ ອາລາມທີ່ຄົນລາວຊາວພຸດໄດ້ສືບ ທອດກັນມາແຕ່ດົນນານ, ການເຮັດ ບຸນນັ້ນເວົ້າໄດ້ວ່າ ເປັນວິຖີຊີວິດຂອງ ຄົນລາວຊາວພຸດເຮົາ ທີ່ມີຄວາມ ກ່ຽວຂ້ອງພົວພັນຢ່າງສະໜິດແໜ້ນ ກັບບຸນ ຫລື ຂະບວນການສ້າງບຸນ ຢູ່ເປັນປະຈໍາບໍ່ໄດ້ຂາດ. ພະອາຈານ ອະທິປະໄຕ ໄມຕີຈິດ ຫົວໜ້າຫ້ອງການບໍລິຫານງານສູນ ກາງອົງການພຸດທະສາສະໜາສໍາ ພັນ ແຫ່ງ ສປປ ລາວ ໄດ້ໃຫ້ສຳພາດ ວ່າ: ວັນສິນປະກອບມີ ສິນແປດ, ສິນສິບຫ້າ, ສິນດັບສິບສີ່ ເຊິ່ງວັນສິນ ໄດ້ລຽງລຳດັບຄວາມສຳຄັນວ່າ: ມື້ຂຶ້ນສິບຫ້າຄໍ່າ, ມື້ແຮມສິບຫ້າຄໍ່າ ແລະ ມື້ຂຶ້ນແປດຄໍ່າ-ມື້ແຮມແປດຄ່ຳ ເຊິ່ງບາງຄົນບໍ່ໄຫວພະໃນມື້ສິນນ້ອຍ (ແປດຄ່ຳ) ແຕ່ຈະໄຫວພະໃນມື້ສິນ ໃຫຍ່ (ສິບຫ້າຄ່ຳ) ແຕ່ສ່ວນຫລາຍ ແມ່ນໄຫວພະທັງວັນສິນໃຫຍ່ ແລະ ວັນສິນນ້ອຍເລີຍ ເພື່ອພາວະນາ ຂໍພອນ ເຮັດໃຫ້ຄອບຄົວເຮົາຈະເລີນ ແລະ ຢູ່ເຢັນເປັນສຸກ ເພາະວ່າເມື່ອ ຈິດ ໃຈເຮົາຈະເລີນ ຈິດໃຈສະຫງົບ ກໍ ສົ່ງຜົນໃຫ້ຄອບຄົວມີຄວາມເຊື່ອໝັ້ນ ແລະ ຄອບຄົວກໍມີຄວາມສຸກຢູ່ນຳກັນ ນີ້ຄືຂອບຂອງການປະຕິບັດ ແລະ ຄວາມສຳຄັນຂອງວັນສິນ ເຊິ່ງວັນ ສິນເປັນວັນທີ່ສຳຄັນ ເປັນວັນແຫ່ງ ການປະຕິບັດທຳ ທີ່ເຮົາຄວນປະຕິ ບັດສືບທອດຕໍ່ໄປ. ພະອາຈານ ອະທິປະໄຕໄມຕີຈິດ ໃຫ້ຮູ້ຕື່ມອີກວ່າ: ສະໄໝ ບູຮານເມື່ອ ຮອດວັນສິນ ເມຍຕ້ອງຂໍຂະມາຜົວ ດ້ວຍການເຮັດຂັນຫ້າ ສົມມາຜົວ, ເຮັດຂັນຫ້າ ສົມບັດສົມມາກ້ອນເສົ້າ ຄີໄຟ, ສົມມາຄັນໄດ ສິ່ງນີ້ແມ່ບ້ານ ຕ້ອງໄດ້ເຮັດບໍ່ໄດ້ຂາດ, ນອກນີ້ຜູ້ ເຖົ້າຜູ້ແກ່ຍັງມັກເວົ້າວ່າ: “ຍາມກິນ ເຂົ້າໃຫ້ຜົວແພງກິນກ່ອນເດີລູກເດີ ໃນເມື່ອຜົວກິນແລ້ວ ແພງແກ້ວຈິ່ງ ຄອຍກິນ” ໝາຍຄວາມວ່າ ຜົວກິນ ຄຳ ໜຶ່ງແລ້ວ ເມຍຈິ່ງກິນຄຳສອງ ແລະ ຈະບໍ່ໃຫ້ເມຍກິນກ່ອນ, ປຽບ ເໝືອນກັບພະສົງ ເຊິ່ງຄູບາອາຈານ ເພິ່ນຈະສັນສອງຄຳແລ້ວສໍາມະ ເນນຈິ່ງຄ່ອຍສັນ ເພາະນີ້ເປັນຫລັກ ຮີດຄອງ ເພື່ອບອກໃຫ້ຄົນຮູ້ຈັກເຄົາ ລົບ, ຮູ້ຈັກຕ່ຳ-ສູງ ເປັນຄຳສອນ ຂອງນັກປາດບູຮານເຮົາ ຫລື ເປັນ ຄຳສອນຂອງບູລະພະຈານ ເພື່ອໃຫ້ ຄົນຮູ້ຈັກອ່ອນນ້ອມຖ່ອມຕົນ. ຍົກ ຕົວຢ່າງຜົວໃນເມື່ອກ່ອນສ່ວນ ຫລາຍກໍເປັນຜົວທີ່ດີຮັກດຽວໃຈ ດຽວສະເໝີຕົ້ນສະເໝີປາຍຫາລ້ຽງ ຄອບລ້ຽງຄົວ ທຸ້ມເທເພື່ອຄອບຄົວ ສ່ວນເມຍກໍເຊີດຊູ. ໃຫ້ອອກຕົນຍາດ ໂຍມສັງເກດເບິ່ງໂລດວ່າ: ຖ້າເມຍ ຜູ້ໃດມັກດ່າມັກປ້ອຍຜົວມັກດ່າລູກ ເຕົ້າຄອບຄົວນັ້ນບໍ່ຄ່ອຍຈະເລີນ ດອກĴ ເພາະເທວະດາທີ່ຢູ່ເຮືອນເຮົາ ເພິ່ນຈະເບິ່ງວ່າເຮົາປະພຶດຕົນແນວ ໃດ ກໍຈະສົ່ງຜົນນັ້ນໃຫ້ກັບຊີວິດ ແລະ ຄອບຄົວເຮົາເຊັ່ນກັນ, ສິ່ງສຳ ຄັນຂອງວັນສິນທີ່ຄວນປະຕິບັດ ແມ່ນການເຂົ້າວັດຟັງທຳເພິ່ນຈິ່ງ ເອີ້ນວ່າ: “ວັນທຳມະສາວະນາໝາຍ ຄວາມວ່າ: ເປັນວັນຟັງທໍາ” ຊາວພຸດ ທີ່ປະຕິບັດໄດ້ດີນັ້ນ ພໍຮອດວັນສິນ ເຂົາຈະບໍ່ແຕະເລີຍສຸລາ-ນາລີ ແລະ ຜົວເມຍກໍຈະບໍ່ນອນນຳກັນເໝືອນ ກັບສະໄໝບູຮານຂອງລາວ ເຮົາ ເຖິງແມ່ນວ່າ ບໍ່ໄດ້ບັນທຶກຄວາມເປັນ ມາໄວ້ໃນປຶ້ມປະຫວັດສາດກໍຕາມ ແຕ່ຢາກໃຫ້ສຶກສາເບິ່ງວ່າ ພະມະ ຫາກະສັດລາວເຮົາ ເປັນຕົ້ນພະເຈົ້າ ໄຊເຊດຖາ ທຸກວັນສິນເພິ່ນຈະເຂົ້າ ບຳເພັນສິນຢູ່ຫໍພະແກ້ວ ເພື່ອຝຶກສະ ມາທິ ເຮັດໃຫ້ວິຊາອາຄົມແກ່ກ້າຂຶ້ນ ຈິດແຈ້ກ້າແກ່ນ ແລະ ເພິ່ນຈະບໍ່ໃກ້ ສະຕີເລີຍ. ນອກຈາກນີ້ ຄົນບູຮານ ມັກເວົ້າວ່າ: ລູກຜູ້ໃດມັກໃຫ້ມັກແອ່ວ ຍ້ອນພໍ່ແມ່ບໍ່ຂະລຳວັນສິນ ລູກຈະ ຂີ້ດື້ ຍ້ອນວ່າຜີເຜດມາເກີດ, ສໍາລັບ ເດັກທີ່ຈະມາເກີດມີ 4 ປະເພດ ຄື 1. ເກີດຈາກພະພົມ, 2. ເທບ, 3. ມະນຸດດ້ວຍກັນ ແລະ 4. ມາຈາກ ອະບາຍຍະພູມ (ເກີດຈາກຜີເປດ, ອະສູນລະກາຍ, ສັດເດລະສານ ແລະ ສັດນະຮົກ) ເຊິ່ງບາງດວງວິນຍານ ພໍອອກຈາກນາຮົກ ມັນມີບຸນສົມພານ ກໍໄດ້ມາເກີດເປັນຄົນໂລດ ພວກນີ້ຈະ ຂີ້ດື້ບອກຍາກ, ຖ້າລູກຜູ້ໃດໄດ້ມາ ຈາກມະນຸດ, ຈາກເທບ ຈາກພະພົມ ຈະບອກນອນສອນງ່າຍ ເພາະສະນັ້ນ ວັນສິນເພິ່ນຈິ່ງໃຫ້ຄະລຳ, ແມ່ນທັງ ວ່າ ນາຍຊ່າງເຂົາຈະມັກຢຸດວຽກໃນ ມື້ວັນສິນ ເພາະເປັນມື້ທີ່ ເຄັດຢຳ ຍ້ອນໃນມື້ນີ້ ບັນດາດວງວິນຍານຈະ ອອກມາ ແລະ ເທບທັງຫລາຍຈະ ອອກມາບຳເພັນສິນ ດ້ວຍເຫດນີ້ ຄູບາອາຈານຈຶ່ງພາອອກຕົນຍາດ ໂຍມມາບຳເພັນສິນ ດ້ວຍການໄຫວ ພະປະຕິບັດທຳ. ພຸດທະສາສະໜາ ໄດ້ຄຽງຄູ່ກັບ ວັດທະນະທໍາ ແລະ ຮີດຄອງປະເພນີ ຂອງຄົນລາວເຮົາມາແຕ່ດົນນານ ແລະ ສືບທອດປະຕິບັດກັນຈົນເທົ້າ ທຸກວັນນີ້ ເຊິ່ງການທໍາບຸນທຳກຸສົນ ດ້ວຍຮູບການໃດກໍດີ ລ້ວນແຕ່ເປັນ ການສົ່ງເສີມພຸດທະສາສະໜາ ແລະ ການອານຸລັກຮັກສາວັດທະນະທໍາ ອັນດີງາມຂອງຊາດໄວ້ ໃຫ້ຍືນຍົງ ທະນົງແກ່ນ ຈົນຮອດຮຸ່ນລູກຮຸ່ນ ຫລານສືບໄປ. ຂປລ. ອົງການໄອຍະການປະ ຊາຊົນ ຈັດຝຶກອົບຮົມວຽກງານ ການດຳເນີນຄະດີອາຍາ ແລະ ປະ ມວນກົດໝາຍອາຍາທີ່ຕິດພັນກັບ ວຽກງານຕ້ານການຄ້າມະນຸດ ໃນ ວັນທີ 23-25 ພຶດສະພາ 2023 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ວິລະສິດ ສິງກາວົງໄຊ ຫົວໜ້າສະ ຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອ ຍະການອົງການໄອຍະການປະຊາ ຊົນສູງສຸດ, ມີຜູ້ເຂົ້າຮ່ວມ ແລະ ຄູ ຝຶກ ຈາກອົງການໄອຍະການປະຊາ ຊົນສູງສຸດ, ອົງການໄອຍະການທະ ຫານຂັ້ນສູງ, ອົງການໄອຍະການທະ ຫານພາກ ແລະ ພະແນກໄອຍະການ ທະຫານບັນດາແຂວງ, ອົງການ ໄອຍະການປະຊາຊົນບັນດາແຂວງ, ກະຊວງກະສິກຳ ແລະ ປ່າໄມ້, ພະ ແນກກະສິກຳ ແລະ ປ່າໄມ້ບັນດາ ແຂວງ ແລະ ເຈົ້າໜ້າທີ່ພາສີບັນດາ ແຂວງຂຶ້ນກັບພາກກາງເຂົ້າຮ່ວມ. ການຈັດຝຶກອົບຮົມຄັ້ງນີ້, ກໍ ເພື່ອສ້າງຄວາມເຂົ້າໃຈ ແລະ ຮັບ ປະກັນຄຸນນະພາບໃນການພັດທະ ນາຂີດຄວາມສາມາດ, ຄວາມເປັນ ເອກະພາບ ໃນການປະຕິບັດພາລະ ບົດບາດ, ສິດ ແລະ ໜ້າທີ່ ຕາມທີ່ໄດ້ ກໍານົດໄວ້ໃນກົດໝາຍ, ທັງຮັບປະ ກັນການປະຕິບັດໜ້າທີ່ດ້ວຍຄວາມ ໂປ່ງໄສ, ຍຸຕິທໍາ ແລະ ຖືກຕ້ອງເພື່ອ ນໍາເອົາຜູ້ກະທໍາຜິດ ມາລົງໂທດຕາມ ກົດໝາຍ ໃນປະມວນກົດໝາຍອາ ຍາ ປີ 201 (ມາດຕາ 215) ແລະ ກົດໝາຍວ່າດ້ວຍການດໍາເນີນຄະ ດີອາຍາ ປີ 201 ທີ່ຕິດພັນກັບວຽກ ງານຕ້ານການຄ້າມະນຸດຂອງອົງ ການໄອຍະການປະຊາຊົນໃນຂອບ ເຂດທົ່ວປະເທດ. ສຳລັບບົດຮຽນທີ່ ນໍາມາຖອນຖອດໃນຄັ້ງນີ້ມີ 3 ຫົວຂໍ້ ຄື: ຄວາມຮັບຮູ້ທົ່ວໄປກ່ຽວກັບ ການ ຕິດຕາມກວດກາການດໍາເນີນ ຄະດີຄ້າມະນຸດ; ປະມວນກົດໝາຍ ອາຍາກ່ຽວກັບການຄ້າມະນຸດ (ອົງ ປະກອບຂອງການກະທໍາຜິດການ ຄ້າມະນຸດ); ການດຳເນີນຄະດີຄ້າ ມະນຸດ, ການສັ່ງຟ້ອງ ແລະ ການ ເຂົ້າຮ່ວມປະຊຸມສານ ໃນຄະດີການ ຄ້າມະນຸດ. ໂອກາດນີ້, ທ່ານປະທານກອງ ປະຊຸມໄດ້ຮຽກຮ້ອງໃຫ້ຄູຝຶກ ແລະ ສຳມະນາກອນ ທີ່ເຂົ້າຮ່ວມຈົ່ງພ້ອມ ກັນເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ປະ ກອບຄຳເຫັນ, ແລກປ່ຽນສົນທະ ນາບົດຮຽນ ເຊິ່ງກັນ ແລະ ກັນໂດຍ ສະເພາະວິທີການໂຕ້ຖຽງໃນທີ່ປະ ຊຸມສານ ແລະ ໃນກໍລະນີສຶກສາກ່ຽວ ກັບການຄ້າມະນຸດທີ່ເກີດຂຶ້ນໃນສັງ ຄົມໃນປັດຈຸບັນ ໄດ້ຮັບຮູ້ ແລະ ເຂົ້າ ໃຈຢ່າງເລິກເຊິ່ງກ່ຽວກັບການດຳ ເນີນຄະດີຄ້າມະນຸດ ຂອງອົງການ ປົກປ້ອງກົດໝາຍ ຊຶ່ງຍາມໃດພັກ ແລະ ລັດເຮົາກໍໄດ້ເອົາໃຈໃສ່ໃນການ ປ້ອງກັນ, ສະກັດກັ້ນການຄ້າມະນຸດ ແລະ ຊ່ວຍເຫລືອຜູ້ຖືກເຄາະຮ້າຍ ດ້ວຍການປະສານສົມທົບລະຫວ່າງ ການຈັດຕັ້ງ, ພາກສ່ວນກ່ຽວຂ້ອງ ທັງພາຍໃນ, ຕ່າງປະເທດພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ ພະນັກ ງານໄອຍະການປະຊາຊົນ ເປັນພື້ນ ຖານໃຫ້ແກ່ການດຳເນີນຄະດີອາຍາ ໃນການຕິດຕາມກວດກາການປະ ຕິບັດກົດໝາຍໃຫ້ຖືກຕ້ອງຕາມ ລະບຽບກົດໝາຍ ເພື່ອເຮັດໃຫ້ສັງ ຄົມມີຄວາມສະຫງົບ, ມີຄວາມເປັນ ລະບຽບຮຽບຮ້ອຍ ແລະ ມີຄວາມຍຸ ຕິທໍາຕາມທີ່ກໍານົດໄວ້ໃນກົດໝາຍ. ຂ່າວ: ອອປສ grju,madltdkofegouo7tfuvkpk c]t xt,;o dqf\kpvkpk muj8yfraoda[;Pd8hkodko7hk,to5f ນວ ຈັດຕັ້ງການສອບເສັງ... ສະມາຄົມມິດຕະພາບ... ຂປລ. ພິທີສອບເສັງຈົບຊັ້ນປະ ຖົມ ປ5 ສົກຮຽນ 2022-2023 ຢູ່ ໂຮງຮຽນ 9 ຕົວເມືອງ ໃນນະຄອນ ຫລວງວຽງຈັນ (ນວ) ໄດ້ຈັດຂຶ້ນ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 29-30 ພຶດສະພາ 2023 ນີ້; ໃນຂະນະທີ່ການສອບເສັງເລື່ອນ ຊັ້ນ ປ1, ປ2, ປ3, ປ4 ແລະ ມ1, ມ2, ມ3, ມ5, ມ6 ໄດ້ສຳເລັດການແລ້ວ ໃນລະຫວ່າງວັນທີ 15-26 ພຶດສະ ພາ 2023. ສຳລັບການສອບເສັງ ຈົບຊັ້ນ ມ4 ຈະໄດ້ຈັດຂຶ້ນໃນລະ ຫວ່າງ ວັນທີ 14-16 ມິຖຸນາ, ສ່ວນ ມ ຈະໄດ້ຈັດຂຶ້ນໃນລະຫວ່າງວັນ ທີ 21-23 ມິຖຸນາ 2023 ທີ່ຈະມາ ເຖິງນີ້. ຕາມບົດລາຍງານ ຂອງພະແນກ ສຶກສາທິການ ແລະ ກິລານະຄອນ ຫລວງວຽງຈັນ ໃຫ້ຮູ້ວ່າ: ການສອບ ເສັງຈົບຊັ້ນ ປ5 ປະຈຳສົກຮຽນ 2022-2023 ທົ່ວ ນວ ມີນັກສອບ ເສັງທັງໝົດ 15. 13 ຄົນ, ຍິງ . 25 ຄົນ, ມີຫ້ອງສອບເສັງ 618 ຫ້ອງ, ສະເລ່ຍຈຳນວນນັກສອບ ເສັງຫ້ອງລະ 25-30 ຄົນ, ແຕ່ລະ ຫ້ອງນັ່ງໂຕະລະຄົນ, ຈັດເປັນ 59 ສູນສອບເສັງ. ໃນນັ້ນ, ເມືອງຈັນ ທະບູລີ ມີ 5 ສູນສອບເສັງ, ເມືອງສີ ໂຄດຕະບອງ 8 ສູນສອບເສັງ, ເມືອງໄຊເສດຖາ 8 ສູນສອບເສັງ, ເມືອງສີສັດຕະນາກ 6 ສູນສອບ ເສັງ, ເມືອງນາຊາຍທອງ 6 ສູນ ຮ່ວມມື ແລະ ການຈັດຕັ້ງປະຕິບັດກິດ ຈະກຳຂອງສອງສະມາຄົມໃນໄລຍະ ຊຸມປີຜ່ານມາ ແລະ ວາງແຜນການຮ່ວມ ມືໃນຕໍ່ໜ້າ, ພ້ອມນີ້ຍັງໄດ້ປຶກສາຫາລື ແລກປ່ຽນຄໍາຄິດເຫັນກ່ຽວກັບກົນໄກ ການຮ່ວມມື, ການແລກປ່ຽນຂໍ້ມູນຂ່າວ ສານ, ການແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນ, ສະໜັບສະໜູນຊຸກຍູ້ນັກທຸ ລະກິດ, ຊຸກຍູ້ການລົງທຶນ, ເຕົ້າໂຮມບັນ ດາອະດີດນັກສຶກສາທີ່ຮຽນຈົບຈາກ ເຢຍລະມັນ ແລະ ສົ່ງເສີມໃຫ້ປະຊາຊົນ ຂອງສອງປະເທດ ມີການພົວພັນຮ່ວມ ມື, ໄປມາຫາສູ່ກັນ; ມີການໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານ, ມູນເຊື້ອວັດທະ ນາທໍາ ແລະ ຂະນົບທຳນຽມອັນດີງາມ ໃຫ້ປະຊາຊົນສອງຊາດໄດ້ເຂົ້າໃຈຢ່າງ ກວ້າງຂວາງ. ນອກນັ້ນ, ສອງສະມາຄົມ ມິດຕະພາບ ຍັງໄດ້ຮ່ວມກັນລົງນາມໃນ ບົດບັນທຶກຄວາມເຂົ້າໃຈ (M06) ວ່າດ້ວຍການຮ່ວມມືໃນໄລຍະ 5 ປີ (2023-202 ) ເພື່ອເປັນບ່ອນອີງໃຫ້ ແກ່ການຈັດຕັ້ງປະຕິບັດການພົວພັນ ຮ່ວມມື ລະຫວ່າງ ສອງສະມາຄົມມິດຕະ ພາບ ໃຫ້ມີບາດກ້າວອັນໃໝ່ໃນຕໍ່ໜ້າ. ໃນໄລຍະຜ່ານມາ, ສະມາຄົມມິດ ຕະພາບ ລາວ-ເຢຍລະມັນ ແລະເຢຍລະ ມັນ-ລາວ ໄດ້ປະກອບສ່ວນເຂົ້າໃນການ ສ້າງສາພັດທະນາ ສປປ ລາວ ໂດຍສະ ເພາະແມ່ນການພັດທະນາພື້ນຖານໂຄງ ລ່າງດ້ານການສຶກສາ, ວັດທະນະທຳ ສັງຄົມ ແລະ ການຊ່ວຍເຫລືອດ້ານມະ ຕໍ່າ‹ໜ້າ ຕໍ່າ‹ໜ້າ ນຸດສະທໍາ. ຄະນະຜູ້ແທນທັງສອງຝ່າຍ ໄດ້ສະ ແດງຄວາມພາກພູມໃຈຕໍ່ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ເຢຍລະມັນ ເວົ້າລວມເວົ້າສະ ເພາະແມ່ນສອງສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ເຢຍລະມັນລາວ ທີ່ໄດ້ຮັບການພັດທະນາ ແລະເສີມ ຂະຫຍາຍຢ່າງຕໍ່ເນື່ອງເຮັດໃຫ້ປະຊາ ຊົນຂອງທັງສອງປະເທດມີຄວາມເຂົ້າ ໃຈອັນດີຕໍ່ກັນ, ໄປມາຫາສູ່, ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ແລະ ຮ່ວມມືເພື່ອການ ພັດທະນາ. ການພົວພັນຮ່ວມມືດັ່ງກ່າວ ນັ້ນ ໄດ້ກາຍເປັນກົນໄກເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ເຢຍລະມັນ ເພື່ອສົ່ງເສີມຜົນປະໂຫຍດ ມາສູ່ປະຊາຊົນສອງຊາດຢ່າງກວ້າງ ຂວາງ. ໃນໂອກາດດັ່ງກ່າວ, ສະມາຄົມມິດ ຕະພາບ ລາວ-ເຢຍລະມັນ ຍັງໄດ້ມອບ ຫລຽນກາມິດຕະພາບ ແລະ ໃບຍ້ອງຍໍ ໃຫ້ແກ່ສະມາຄົມມິດຕະພາບ ເຢຍລະ ມັນ-ລາວ ທີ່ມີຜົນງານໃນການປະກອບ ສ່ວນຂົນຂວາຍທຶນຮອນ ແລະ ວັດຖຸມາ ສ້າງໂຮງຮຽນຢູ່ລາວລວມທັງປະກອບ ສ່ວນເຂົ້າໃນການເຄື່ອນໄຫວວຽກງານ ສະມາຄົມມິດຕະພາບ ລາວ-ເຢຍລະມັນ ໄລຍະຜ່ານມາ. ນອກນັ້ນ, ຄະນະຜູ້ ແທນ ລາວ ຍັງໄດ້ໄປ ຢ້ຽມຊົມສະຖານທີ່ທ່ອງ ທ່ຽວທາງປະຫວັດສາດ, ວັດທະນະ ທໍາ, ທໍາມະຊາດ ແລະ ທັດສະນະສຶກສາ ຢູ່ສະຖາບັນການແພດ ແລະບໍລິສັດທີ່ມີຊື່ ສຽງຂອງເຢຍລະມັນຈໍານວນໜຶ່ງ. ຂ່າວ-ພາບ: ຄຕພ ສອບເສັງ, ເມືອງໄຊທານີ ມີ 12 ສູນ ສອບເສັງ, ເມືອງຫາດຊາຍຟອງ 5 ສູນສອບເສັງ, ເມືອງສັງທອງ 5 ສູນ ສອບເສັງ ແລະ ເມືອງປາກງື່ມ 5 ສູນສອບເສັງ. ສຳລັບ ການສອບເສັງຈົບຊັ້ນ ມ4 ຈະຈັດເປັນ 32 ສູນສອບເສັງ, ມີຈຳນວນນັກສອບເສັງທັງໝົດ 12.028 ຄົນ, ຍິງ 5.998 ຄົນ, ມີ ຫ້ອງສອບເສັງ ທັງໝົດ 582 ຫ້ອງ, ສະເລ່ຍຫ້ອງລະ 20-25 ຄົນ, ແຕ່ລະຫ້ອງນັ່ງໂຕະລະຄົນ. ສ່ວນ ການສອບເສັງຈົບຊັ້ນ ມ ຈະຈັດ ເປັນ 22 ສູນສອບເສັງ, ມີນັກສອບ ເສັງທັງໝົດ 9.503 ຄົນ, ມີຫ້ອງ ສອບເສັງ 500 ຫ້ອງ, ສະເລ່ຍຫ້ອງ ລະ 22-23 ຄົຍ, ແຕ່ລະຫ້ອງນັ່ງ ໂຕະລະຄົນ. ນະຄອນຫລວງວຽງຈັນ ມີໂຮງ ຮຽນປະຖົມທັງໝົດ 545 ແຫ່ງ, ໃນນັ້ນ ມີໂຮງຮຽນເອກະຊົນ 189 ແຫ່ງ, ໂຮງຮຽນລັດ 356 ແຫ່ງ, ໂຮງຮຽນທີ່ມີຊັ້ນ ປ5 ຈຳນວນ 493 ແຫ່ງ, ຈຳນວນນັກຮຽນຊັ້ນ ປ5 ທັງ ໝົດມີ 15. 13 ຄົນ, ຍິງ . 25 ຄົນ, ມີໂຮງຮຽນມັດທະຍົມສຶກສາທັງ ໝົດ 192 ແຫ່ງ, ໃນນັ້ນມີໂຮງຮຽນ ເອກະຊົນ 86 ແຫ່ງ, ໂຮງຮຽນລັດ 106 ແຫ່ງ, ໂຮງຮຽນທີ່ມີຊັ້ນ ມ4 ມີ ຈຳນວນ 1 1 ແຫ່ງ, ນັກຮຽນ ຊັ້ນ ມ4 ມີທັງໝົດ 12.028 ຄົນ, ຍິງ 5.998 ຄົນ ແລະ ໂຮງຮຽນທີ່ມີ ຊັ້ນ ມ ຈໍານວນ 108 ແຫ່ງ, ມີນັກ ຮຽນທັງໝົດ 9.489 ຄົນ, ຍິງ 4.824 ຄົນ. ຂ່າວ: ທະນູທອງ

RkJQdWJsaXNoZXIy MTc3MTYxMQ==