5628

vq'7totradg,nv'-totlq,[6o 9af8A'xt8y[af czorafmtok ,uzqoleg]afs]kpfhko xtgmf]k; 3 30/05/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະ§ໜີ ©ດຍ ສËພາສະຫວັນ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ g,nv'w-mkou 9toegvqkg[hpw,h 2 raog[hpx6d.o;aomu 1 ,u45okoU ໂດຍ: ຄ້ອງໃໝ່ ໃນໂອກາດທີ່ ທ່ານ ວິໄລ ວົງບຸດດາຄໍາ ກໍາມະການສູນກາງ ພັກ ເລຂາຄະນະບໍລິຫານງານພັກ ແຂວງ, ເຈົ້າແຂວງຈໍາປາສັກ ພ້ອມ ດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້-ຊີ້ນໍາ ວຽກງານ ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ, ການຈັດຕັ້ງ ປະຕິບັດ 2 ວາລະແຫ່ງຊາດຢູ່ເມືອງ ຊະນະສົມບູນເມື່ອບໍ່ດົນມານີ້, ກໍ່ ໄດ້ຮັບຟັງການລາຍງານຈາກ ທ່ານ ສອນສະຫວັນ ສີວິໄລ ກຳມະການ ພັກແຂວງ ເລຂາຄະນະບໍລິຫານ ງານພັກເມືອງ ເຈົ້າເມືອງຊະນະສົມ ບູນວ່າ: ໂດຍພາຍໃຕ້ການນຳພາຂອງ ອົງຄະນະບໍລິຫານງານພັກ ເມືອງ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງ ພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງ ສົ່ງຜົນເຮັດ ໃຫ້ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ, ການຈັດຕັ້ງ ປະຕິບັດ 2 ວາລະແຫ່ງຊາດ, ວຽກ ງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດແກ້ໄຂຄວາມ ທຸກຍາກ ແລະ ວຽກງານ 3 ສ້າງ ຕາມ 4 ເນື້ອໃນ 4 ຄາດໝາຍ, ຊຸກຍູ້ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງຂະບວນການຂໍ່າ ນັບຮັບຕ້ອນວັນສໍາຄັນຕ່າງໆ ຂອງ ພັກ-ຂອງຊາດແມ່ນມີບັນຍາກາດ ຟົດຟື້ນ. ອັນທີ່ພົ້ນເດັ່ນໄດ້ເອົາໃຈໃສ່ ສຶກສາອົບຮົມວຽກງານການເມືອງ- ແນວຄິດ ເຮັດໃຫ້ພະນັກງານສະມາ ຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫລວດ ຕະຫລອດ ຮອດພໍ່ແມ່ປະຊາຊົນບັນດາເຜົ່າ ທົ່ວເມືອງ ເຊື່ອມຊຶມກຳແໜ້ນຕໍ່ແນວ ທາງນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດຢ່າງຕໍ່ເນື່ອງ. ສຳລັບວຽກງານເສດຖະກິດ ໄດ້ ບຸກບືນສູ້ຊົນໃນການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງ ຄົມຂອງເມືອງ ໄດ້ມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ ເຊິ່ງ ລວມຍອດລາຍຮັບຜະລິດຕະພັນ ພາຍໃນປະຕິບັດໄດ້ 8 0 ກວ່າຕື້ກີບ (ແຜນ 888,04 ຕື້ກີບ), ທຽບໃສ່ ແຜນປະຕິບັດໄດ້ 98,5%, ອັດຕາ ການຂະຫຍາຍຕົວຂອງເສດຖະ ກິດ 6,89% ສະເລ່ຍຕໍ່ຫົວຄົນ ໄດ້ ຫລາຍກວ່າ 11 ລ້ານກີບ/ຄົນ, ເຮັດ ໃຫ້ໂຄງປະກອບທາງດ້ານເສດຖະ ກິດມີການຂະຫຍາຍຕົວ. ໃນນັ້ນ, ຂົງເຂດກະສິກໍາ-ປ່າໄມ້ ກວມເອົາ 3 ,04%, ອຸດສະຫະກໍາກວມ 42,91% ແລະ ການບໍລິການກວມ 20,05%. ໃນປີ 2022 ຜ່ານມາ ຈັດເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ຫລາຍກວ່າ 6,3 ຕື້ກີບ, ( ແຜນ 4,8 ຕື້ກວ່າກີບ ) ລື່ນແຜນ ກວ່າ 30%. ຂະນະທີ່ໃນປີ 2023 ນີ້, ສາມາດ ເກັບລາຍຮັບເຂົ້າງົບປະມານປະຕິ ບັດໄດ້ຫລາຍກວ່າ 3,4 ຕື້ກີບ, (ແຜນ ການປີ 6,8 ຕື້ກວ່າກີບ) ທຽບໃສ່ແຜນ ປີ 49%. ສໍາລັບເງິນເດືອນ ແລະ ເງິນ ອຸດໜູນແມ່ນໄດ້ສຳເລັດການເບີກ ຈ່າຍເງິນເດືອນໃຫ້ພະນັກງານຮອດ ເດືອນທີ 05/2023 ແລ້ວ. ທ່ານ ສອນສະຫວັນ ສີວິໄລ. ຂໍ້ມູນຈາກ: ຫ້ອງການ ຖວທ ເມືອງຊະນະສົມບູນ. .spIj kj 'dkp c]t 9yf.9 fu'k, ເນື່ອງໃນໂອກາດວັນປູກຕົ້ນ ໄມ້ແຫ່ງຊາດ 1 ມິຖຸນາ 2023 ນີ້, ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊທານີ ນະຄອນຫລວງ ວຽງຈັນ ມີແຜນນໍາເບ້ຍໄມ້ ປະເພດ ວັນສໍາຄັນດັ່ງກ່າວ, ພ້ອມທັງໄດ້ກະ ກຽມເບ້ຍໄມ້ຫລາກຫລາຍຊະນິດ ອີກເປັນຈໍານວນຫລາຍຮອງຮັບ ຄວາມຕ້ອງການຂອງສັງຄົມ. ຕາມການລາຍງານຂອງທ່ານ ທອງສຸກ ບົວລີຂັນ ຫົວໜ້າຫ້ອງ ການກະສິກໍາ ແລະ ປ່າໄມ້ ເມືອງໄຊ ທານີ ໃຫ້ຮູ້ໃນວັນທີ 25 ພຶດສະພາ 2023 ນີ້ວ່າ: ໃນໂອກາດວັນປູກຕົ້ນ ໄມ້ໃຫ້ໝາກ ແລະ ໄມ້ອຸດສາຫະກໍາ ຫລາຍກວ່າ 2 ພັນເບ້ຍ ມາປູກໃນ ໄມ້ປີນີ້ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊທທານີ ໄດ້ກະກຽມ ເບ້ຍໄມ້ຫລາຍກວ່າ 2 ພັນເບ້ຍ, ໃນນີ້ ເບ້ຍໄມ້ອຸດສາຫະກໍາຫລາຍ ກວ່າ 1.800 ເບ້ຍ ແລະ ເບ້ຍໄມ້ປະ ເພດໃຫ້ໝາກ 150 ກວ່າເບ້ຍ, ໂດຍ ຈະນໍາໄປປູກຢູ່ສະຖານ ທີ່ໂຮງຮຽນ ມັດທະຍົມສົມບູນ ທົ່ງມັ່ງ ໃນເນື້ອທີ່ 1 ເຮັກຕາ. ທ່ານ ທອງສຸກ ກ່າວວ່າ: ແຜນ ການ 5 ປີ (2021-2025) ຈະສູ້ ຊົນກ້າເບ້ຍໄມ້ໃຫ້ໄດ້ 4 ລ້ານເບ້ຍ ແລະ ປູກໄມ້ ໃຫ້ກວມເນື້ອທີ່ກວ່າ 350 ເຮັກຕາ. ສະເພາະ ປີ 2021 ສາມາດຜະລິດເບ້ຍໄມ້ໄດ້ກວ່າ 1,2 ລ້ານເບ້ຍ, ປີ 2022 ສາມາດຜະ ລິດເບ້ຍໄມ້ໄດ້ກວ່າ 1,9 ລ້ານ ເບ້ຍ ແລະ ປີ 2023 ສາມາດຜະລິດເບ້ຍ ໄມ້ໄດ້ກວ່າ 5,4 ລ້ານເບ້ຍ ຖືວ່າລື່ນ ແຜນການ 5 ປີທີ່ວາງໄວ້ແລ້ວ. ສ່ວນການປູກໄມ້ແມ່ນ ປະຕິບັດໄດ້ ເກືອບ 150 ເຮັກຕາ ແລະ ຄາດວ່າ ຈະສາມາດບັນລຸ ເນື້ອທີ່ 350 ເຮັກ ຕາ ທີ່ກໍານົດໄວ້ຕາມແຜນ ເພື່ອແນ ໃສ່ປະກອບສ່ວນເພີ່ມອັດຕາການ ປົກຫຸ້ມຂອງປ່າໄມ້ໃນຂອບເຂດ ເມືອງໄຊທານີ ກໍຄືຕອບສະໜອງ ນະໂຍບາຍ ສ ສີຂຽວ ຂອງນະຄອນ ຫລວງວຽງຈັນ ໃຫ້ປາກົດຜົນເປັນ ຈິງເທື່ອລະກ້າວ. ອີກບໍ່ເທົ່າໃດມື້, ວັນເດັກສາກົນ 1 ມິຖຸນາ ກໍ່ຈະມາເຖິງ, ຄໍາຂວັນປີ 2023 ນີ້ແມ່ນ “ການລົງທຶນໃນອະ ນາຄົດ ຄືການລົງທຶນໃສ່ເດັກ”. ຕະ ຫລອດໄລຍະຜ່ານມາ ໄດ້ມີຫລາຍ ຄໍານິຍາມກ່ຽວເດັກນ້ອຍ, ມັນ ແມ່ນວຽກງານທີ່ທົ່ວໂລກ ໄດ້ເອົາ ໃຈໃສ່ ແລະ ສືບຕໍ່ເອົາໃຈໃສ່ຢ່າງ ຈິງຈັງຍ້ອນຄໍານຶງໃນທິດທາງດຽວ ກັນວ່າເດັກຄືອະນາຄົດ. ເມື່ອເຖິງວັນເດັກສາກົນ ຂອງ ທຸກປີ ກໍ່ເໝືອນບຸນປາງໃຫຍ່ຂອງ ເດັກນ້ອຍລາວເຮົາເຊັ່ນດຽວກັນ ກໍ່ຄືບັນດາຊາດຕ່າງໆ ກໍ່ລ້ວນໃຫ້ ຄວາມສໍາຄັນ ໂດຍມີການສະເຫລີມ ສະຫລອງຕິດພັນກັບວັດທະນະທໍາ ກໍ່ຄືເງື່ອນໄຂຕົວຈິງແຕ່ລະບ່ອນ. ຢູ່ລາວເຮົາການສະຫລອງວັນເດັກ ສາກົນແມ່ນຕິດພັນສະໜິດແໜ້ນ ກັບການປູກຕົ້ນໄມ້ ເຊິ່ງແມ່ນວັນປູກ ຕົ້ນໄມ້ແຫ່ງຊາດ ເຊັ່ນດຽວກັນ, ອັນ ໝາຍເຖິງການປູກຝັງບົ່ມເພາະ ເຮັດໃຫ້ເດັກນ້ອຍໃນວັນນີ້ ກາຍ ເປັນຊັບພະຍາກອນສໍາຄັນ, ເປັນໃຈ ກາງຂອງການພັດທະນາຊາດໃຫ້ ກ້າວໜ້າສີວິໄລ. ຕະຫລອດໄລຍະຜ່ານມາ, ພັກ- ລັດເຮົາ ໄດ້ເອົາໃຈໃສ່ປູກຈິດສໍາ ນຶກ, ປຸກລະດົມການເຂົ້າຮ່ວມ ແລະ ລົງທຶນໃສ່ເດັກ ໂດຍມີມາດຕະການ ຕ່າງໆເປັນບ່ອນອີງໃນການສົ່ງ ເສີມ ແລະ ປົກປ້ອງເດັກບັນດາເຜົ່າ ຢ່າງເທົ່າທຽມກັນ. ພຶດຕິກໍາຕົວຈິງ ໄດ້ເຫັນໝາກຜົນແລ້ວວ່າ ຄວາມ ຮັບຮູ້ ແລະ ເຂົ້າໃຈຂອງສັງຄົມ ແມ່ນພົ້ນເດັ່ນຂຶ້ນແທ້ ໃນຄວາມເອົາ ໃຈໃສ່ຕໍ່ເດັກ, ເປີດໂອກາດໃຫ້ແກ່ ເດັກສະແດງອອກດ້ານຕ່າງໆ, ສະ ແດງຄໍາຄິດເຫັນກ່ຽວກັບຄວາມ ມຸ່ງຫວັງຂອງຕົນເອງ, ມີພັດທະນາ ການທາງດ້ານຄວາມຮູ້-ມັນສະ ໝອງ ແລະ ຮ່າງກາຍທີ່ດີ. ຢ່າງໃດກໍ່ດີ, ເຖິງແມ່ນໂດຍ ລວມວຽກງານເດັກ ໄດ້ມີຜົນສໍາ ເລັດອັນທີ່ເປັນພື້ນຖານປະກອບ ສ່ວນເຂົ້າໃນຂະບວນການກໍ່ຄືວຽກ ງານພັດທະນາຊັບພະຍາກອນມະ ນຸດຢ່າງສໍາຄັນທີ່ສຸດ, ແຕ່ບັນຫາ ທີ່ຖືກຕັ້ງຂຶ້ນໃນຍຸກສະໄໝແຫ່ງ ຄວາມກ້າວໜ້າດ້ານເຕັກໂນໂລຊີ ການສື່ສານ ແລະຂໍ້ມູນຂ່າວສານ ແມ່ນຄວາມເອົາໃຈໃສ່ຕໍ່ການເບິ່ງ ແຍງລ້ຽງດູເດັກໃນຄອບຄົວຈໍາ ນວນໜຶ່ງຄືການໃຫ້ເດັກໃຊ້ເຄື່ອງ ເອເລັກໂຕຣນິກ ໂດຍສະເພາະໂທ ລະສັບມືຖືທັນສະໄໝ ມີລັກສະນະ ຂາດການຄວບຄຸມ, ຕາມໃຈເດັກ ເກີນໄປ ສະພາບທີ່ເກີດຂຶ້ນກໍ່ຄື ໃນພຶດຕິກໍາຕົວຈິງສັງຄົມມີພໍ່ແມ່ ຜູ້ປົກຄອງຈໍານວນໜຶ່ງອອຍເດັກ ດ້ວຍໂທລະສັບ, ບໍ່ຢາກໃຫ້ລູກວົນ ນໍາເວລາມີວຽກ, ເວລາພົບປະຊຸມ ແຊວກໍ່ເອົາໂທລະສັບຍັດໃສ່ມື. ມີ ຈໍານວນໜຶ່ງຍັງອອກປາກຍ້ອງວ່າ ເດັກເກັ່ງກວ່າຜູ້ໃຫຍ່ ການໃຊ້ໂທລະ ສັບ ແລະ ອື່ນໆ. ບັນຫາຕາມມາມີ ຫລາຍກໍລະນີ ເຮັດໃຫ້ເດັກມີນິດໄສ ດື້ດ້ານ, ເອົາໃຈຕົນເອງ, ຂັດຫລິ້ນ ໂທລະສັບ, ໄດ້ຈັບແລ້ວບໍ່ຢາກວາງ ພໍ່ແມ່ຈົນໄດ້ຍາດ ຫລື ຮ້າຍ ຖ້າອອຍ ບໍ່ໄດ້. ຄໍາເຫັນຈໍານວນໜຶ່ງວ່າເດັກ ຈໍານວນໜຶ່ງ ໂດຍສະເພາະໃນ ເມືອງໃຫຍ່ ບໍ່ຄ່ອຍມີແນວຫລິ້ນ (ກິດຈະກໍາ) ນໍາໝູ່ຄູ່ຫລາຍຄືແຕ່ ເກົ່າ, ເລີກຮຽນມາກໍ່ເຂົ້າເຮືອນ ອັດປະຕູແຈບ, ເຮືອນກໍ່ມີຮົ້ວຮາວ ແໜ້ນໜາ ຈະອອກເຮືອນແມ່ນບໍ່ ໄດ້, ນີ້ອາດເປັນສ່ວນໜຶ່ງເຮັດໃຫ້ ເດັກຈໍານວນໜຶ່ງມີຈິດໃຈບໍ່ກວ້າງ, ສະມາທິສັ້ນ, ກ່າຍແບບນໍາໂຕກາ ຕູນໃນໂລກອອນລາຍ. ຮ້າຍແຮງ ກວ່ານັ້ນ ກາຍເປັນເດັກທີ່ມີຄວາມ ຄວາມຜິດປົກກະຕິ ທັງການເວົ້າ ຈາ, ພົວພັນກັບໝູ່, ການຫລິ້ນ (ບໍ່ ເຂົ້າໝູ່ໂດຍທົ່ວໄປ), ຊຸມໜຶ່ງກໍ່ເປັນ ຄົນເອົາແຕ່ໃຈຕົນເອງ, ບໍ່ມີສະມາທິ ຮຽນໜັງສືບໍ່ໄດ້ (ພໍຈື່ຫລາຍອັນ ແຕ່ເຂົ້າຮຍໜບໍ່ຈົດແຕ້ມ...). ເດັກໃນວັນນີ້ຄືຜູ້ໃຫຍ່ໃນອະນາ ຄົດ, ການເອົາໃຈໃສ່ເບິ່ງແຍງເດັກ ທີ່ຖືກຕ້ອງແມ່ນສໍາຄັນຕໍ່ອະນາຄົດ ຂອງເດັກເອງ. ການເອົາໃຈກໍ່ແມ່ນ ອັນທີ່ຕ້ອງເຮັດໃນບາງກໍລະນີ, ບອກສອນຢ່າງຖືກວິທີ-ເງື່ອນໄຂສະພາບແວດລ້ອມ ແລະ ເກນອາຍຸ. ອີກປະການ ແມ່ແບບແມ່ນສໍາຄັນ ເຊັ່ນດຽວກັນ, ຜູ້ໃຫຍ່ຄວນຄໍານຶງ ຈຸດນີ້, ເດັກມັກກ່າຍ ຫລື ລອກແບບ ຜູ້ໃຫຍ່ ເຊິ່ງມີຈໍານວນບໍ່ໜ້ອຍກາຍ ເປັນອັນສືບທອດຕໍ່ໄປ, ຖ້າເປັນ ເລື່ອງດີບໍ່ເປັນຫຍັງ, ແຕ່ມີບາງອັນ ແມ່ນບໍ່ສົມຄວນເປັນຕົ້ນ ຄວາມໃຈ ຮ້ອນໃຈຮ້າຍບໍ່ມີເຫດຜົນ, ການເສ ລີປະພຶດຕົວນັກເລງອັນຕະພານ, ຟູມເຟືອຍ... ພ້ອມກັນເປັນແມ່ແບບທີ່ດີງາມ, ເອົາໃຈໃສ່ເບິ່ງແຍງເດັກໃນວັນນີ້ ໃຫ້ເຕີບໃຫຍ່ທັງຮ່າງກາຍ ແລະ ມີຈິດໃຈດີງາມ ເປັນພົນລະເມືອງດີ ເພື່ອປະກອບສ່ວນສໍາຄັນເຂົ້າໃນ ການພັດທະນາຊາດໃຫ້ຮຸ່ງເຮືອງ ກ້າວໜ້າ ໃນອະນາຄົດ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==