g,nv'w-mkou 9toegvqkg[hpw,h 2 raog[hp x6d.o;aomu 1 ,y45ok c0;'vaf8txn fegouodv'xt-5, 7q[7tot[=]ysko'koraddk'ltw\ ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 30.05.2023 ປີທີ 22 ສະບັບທີ 5.629 rda xt-k-oq xt8;y fa]k; mu,j du Pflts'k \oA pon K j rvh ,doa l,5 .l9j fa 8'A xt8[y fa 2 ;k]tcs'j -kf .sgh xoa I[6 xtme ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 3 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 lr- pqdl6'75ootrk[fhkogoNv.o .shdv'xt-5,ltw\lk,aogmjnvmu 5 lxx ]k; dP,7;k,rhv, 8hvoIa[oadmjv'mjP;9uo lt,k7q,,yf8trk[ ]k;{ g1p]t,ao Iafc|hodkoIj;,,n vto5[ko dt-;'lkmk9afdyf9tde lts]v';aogfadohvplkdqo o; 9af8A'dkolv[gla'9q[-Aoxt4q, x5 ]k;{9uo lts]v';aodkomjv'mjP;r6g0qklkdqo 7A'mu 5 ຂປລ. ກົມພັດທະນາການທ່ອງ ທ່ຽວ ກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ຈັດກອງ ປະຊຸມເຜີຍແຜ່ແຜນຕ້ອນຮັບນັກ ທ່ອງທ່ຽວຈີນ ໃນວັນທີ 26 ພຶດສະ ພາ 2023 ແນໃສ່ກະກຽມຄວາມ ພ້ອມໃນທຸກໆດ້ານເພື່ອຮອງຮັບ ນັກທ່ອງທ່ຽວຈີນ ທີ່ຈະເດີນທາງ ເຂົ້າມາທ່ອງທ່ຽວ ສປປ ລາວ ນັບ ມື້ນັບຫລາຍຂຶ້ນ. ທ່ານ ອຸ່ນທວງ ຂາວພັນ ຮອງ ລັດຖະມົນຕີ ກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ຕະຫລາດທ່ອງທ່ຽວ ຈີນ ເປັນຕະຫລາດໜຶ່ງທີ່ມີຄ່າໃຊ້ ຂປລ. ແຫລ່ງຂ່າວແຂວງອັດ ຕະປື ໃຫ້ຮູ້ວ່າ: ກອງປະຊຸມຄົບຄະ ນະບໍລິຫານງານພັກແຂວງອັດຕະ ປື ກາງສະໄໝທີ XI ໄດ້ດຳເນີນໄປ ເລີ່ມແຕ່ວັນທີ 29 ພຶດສະພາ ຫາ 1 ມິຖຸນາ 2023 ໂດຍໃຫ້ກຽດ ເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການ ເມືອງສູນກາງພັກ ນາຍົກລັດຖະມົນ ຕີແຫ່ງ ສປປ ລາວ, ມີສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງ ພັກ, ເລຂາພັກແຂວງ, ເຈົ້າແຂວງ ອັດຕະປື, ມີບັນດາຮອງເລຂາພັກ ແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະຮັບ ຜິດຊອບຂັ້ນສູນກາງ-ຂັ້ນແຂວງ, ຜູ້ ຂປລ. ທ້າຍອາທິດທີ່ຜ່ານມານີ້, ໂຮງຮຽນອະນຸບານ ກະຊວງສາທາ ລະນະສຸກ ໄດ້ຈັດຫລາຍກິດຈະກຳ ເປັນຕົ້ນ, ສະແດງສິລະປະ, ແຂ່ງ ຂປລ. ກອງປະຊຸມຍົກສູງຄຸນນະ ພາບດ້ານເນື້ອໃນໃຫ້ແກ່ກອງປະ ຊຸມສະໄໝສາມັນ ເທື່ອທີ 5 ຂອງ ສະພາແຫ່ງຊາດ ຊຸດທີ IX ຈັດຂຶ້ນ ໃນວັນທີ 29 ພຶດສະພາ-2 ມິຖຸນາ 2023 ໂດຍການເປັນປະທານ ຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ພ້ອມດ້ວຍທຸກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ໂດຍຈະສຸມໃສ່ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ສ້າງ ຄວາມເຂົ້າໃຈຕໍ່ບັນດາເນື້ອໃນ ຕ່າງໆ ໃນ 3 ກຸ່ມວຽກຄື: ວຽກລັດຖະ ບານ, ວຽກງານສານປະຊາຊົນ ສະຫາຍ ສອນໄຊ ສີພັນດອນ ແທນທີ່ມາຈາກພາກສ່ວນອ້ອມຂ້າງ ແຂວງ ແລະ ເມືອງເຂົ້າຮ່ວມ. ສະຫາຍ ເລັດ ໄຊຍະພອນ ໄດ້ ກ່າວເປີດກອງປະຊຸມ ຄົບຄະນະບໍລິ ຫານງານພັກແຂວງກາງສະໄໝທີ ຈ່າຍສູງຫລາຍ ເຊິ່ງປະເທດໄດ້ກໍາ ນົດນະໂຍບາຍຕ່າງໆ ເພື່ອຍາດແຍ່ງ ແລະ ດຶງດູດນັກທ່ອງທ່ຽວຈີນ. ສຳ ລັບ ສປປ ລາວ ກ່ອນໜ້າການແພ່ ລະບາດພະຍາດໂຄວິດ-19 ໃນປີ 2019, ລາວ ໄດ້ຕ້ອນຮັບນັກທ່ອງ ທ່ຽວຈີນ 1.000.000 ກວ່າເທື່ອຄົນ ກວມເອົາ 21% ຂອງນັກທ່ອງທ່ຽວ ທັງໝົດທີ່ເຂົ້າມາທ່ອງທ່ຽວລາວ. ປີ 2022 ມີນັກທ່ອງທ່ຽວຈີນທີ່ເດີນ ທາງມາລາວ 45.000 ກວ່າເທື່ອ ຄົນ. ປັດຈຸບັນລັດຖະບານຈີນໄດ້ມີ ນະໂຍບາຍຜ່ອນຜັນມາດຕະການ ປ້ອງກັນຄວບຄຸມການລະບາດຂອງ ຂປລ. ເມື່ອບໍ່ດົນມານີ້, ສະມາຄົມ ມິດຕະພາບ ລາວ-ເຢຍລະມັນ ໄດ້ຈັດ ກອງປະຊຸມປຶກສາຫາລື ຄັ້ງທີ I ຢູ່ ເມືອງ ຣູບປິສເຕີ ໂຣດ ສາທາລະ ນະລັດສະຫະພັນ ເຢຍລະມັນ ໂດຍ ການເປັນປະທານຮ່ວມຂອງທ່ານ ຄຳລຽນ ພົນເສນາ ປະທານສະມາ ຄົມມິດຕະພາບ ລາວ-ເຢຍລະມັນ ແລະ ທ່ານ ຣູດວິກ ນອຍເບີ, ປະທານ ຂປລ. ເມື່ອບໍ່ດົນມານີ້, ກົມນະໂຍ ບາຍການເງິນ ກະຊວງການເງິນ ຈັດກອງປະຊຸມປຶກສາຫາລືປະກອບ ຄໍາຄິດເຫັນໃສ່ຮ່າງບົດສະຫລຸບຕີ ລາຄາການຈັດຕັ້ງປະຕິບັດແຜນພັດ ທະນາຂະແໜງການເງິນແຫ່ງລັດ 5 ປີ 2021-2025 ໄລຍະກາງສະ ໄໝ ແລະ ທິດທາງແຜນການຮອດປີ 2025 ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະ ມົນຕີກະຊວງການເງິນ, ມີຫົວໜ້າ ກົມ-ຮອງກົມ, ຫົວໜ້າພະແນກຮອງ ພະແນກອ້ອມຂ້າງກະຊວງການ ເງິນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນກອງປະຊຸມ, ທ່ານ ນາງ ສີຟົງ ອຸມະວົງ ໄດ້ໃຫ້ຮູ້ວ່າ: ນັບແຕ່ປີ 2021 ຮອດປັດຈຸບັນ, ບັນດາກົມໄດ້ຜັນ ທ່ານ ສັນຕິພາບ ພົມວິຫານ ຂັນກິລາ, ພ້ອມທັງ ມອບໃບຢັ້ງຢືນ ໃຫ້ນັກຮຽນທີ່ຈົບຊັ້ນອະນຸບານ 3 ແລະ ອື່ນໆ ເພື່ອສະເຫລີມສະຫລອງ ສະມາຄົມມິດຕະພາບ ເຢຍລະມັນລາວ, ມີທູດລາວ ປະຈຳເຢຍລະ ມັນ, ປະທານກໍາມາທິການກົດໝາຍ ຂອງ ເຢຍລະມັນ, ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ. ກອງປະຊຸມໄດ້ທົບທວນ ແລະ ພ້ອມກັນຕີລາຄາຄືນການພົວພັນ xtdv[7egsoa .lcj zorfa mtok 0tc|'dkog'ocsj']af 5 xu y
lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 30/05/2023 xtgmf]k; ລາວ-ຈີນ ສະຫລອງ... ສປປ ລາວ ກຽມ... ສພຊ ຍົກສູງຄຸນນະພາບ... ແຂວງອັດຕະປື ດຳເນີນ... ອະນຸບານ ກະຊວງສາທາ... ປະກອບຄຳເຫັນ... ຂປລ. ໃນວັນທີ 29 ພຶດສະພາ 2023, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວຮ່ວມ ກັບສະຫະພັນການທ່ອງທ່ຽວພູເຂົາ ສາກົນ ສປ ຈີນ ຈັດພິທີສະຫລອງ ວັນການທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5 ແລະ ກອງປະຊຸມປິ່ນອ້ອມ ກ່ຽວຂ້ອງພາຍໃຕ້ຫົວຂໍ້ “ມ່ວນຊື່ນ ໃນຄວາມມະຫັດສະຈັນຂອງພູເຂົາ, ແບ່ງປັນຊີວິດທີ່ສວຍງາມ, ຟື້ນຟູ ອຸດສາຫະກຳການທ່ອງທ່ຽວ”.ໃຫ້ ກຽດເຂົ້າຮ່ວມຂອງທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ຟູ ຫຍິງຊຸນ ຮອງ ປະທານ, ເລຂາທິການສະຫະພັນ ທ່ອງທ່ຽວພູເຂົາສາກົນ ສປ ຈີນ ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ອຸ່ນທວງ ຂາວພັນ ກ່າວວ່າ: ໃນປັດຈຸບັນອຸດສາ ຫະກຳການທ່ອງທ່ຽວທົ່ວໂລກກຳ ລັງຟື້ນຕົວຢ່າງຕໍ່ເນື່ອງຫລັງຈາກ ທີ່ໄດ້ຮັບຜົນກະທົບ ຈາກພະຍາດໂຄ ວິດ-19, ການເປີດບໍລິການເສັ້ນທາງ ລົດໄຟຄວາມໄວສູງເຊື່ອມໂຍງລະ ຫວ່າງ ລາວ-ຈີນ ຖືວ່າເປັນທ່າແຮງ XI ຄັ້ງນີ້ວ່າ: ນີ້ແມ່ນເປັນການຈັດ ຕັ້ງປະຕິບັດຕາມກົດລະບຽບຂອງ ພັກ ກໍຄື ຄຳສັ່ງ, ຄຳແນະນຳຂອງ ສູນກາງພັກ ແລະ ແມ່ນການກວດ ກາຕີລາຄາ ແລະ ທົບທວນຄືນ ໝາກ ຜົນແຫ່ງການຊີ້ນຳ-ນຳພາຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກົດລະບຽບ ພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ, ແຜນ ພັດທະນາເສດຖະກິດສັງຄົມ 5 ປີ ຂອງອົງຄະນະພັກແຂວງຕະຫລອດ ໄລຍະແຫ່ງການນຳພາຈັດຕັ້ງປະ ຕິບັດເນື້ອແຜນການນຳພາ-ຊີ້ນຳ ຂອງອົງຄະນະພັກໃນ 2 ປີເຄິ່ງຜ່ານ ມາຢ່າງຮອບດ້ານ, ຖືກຕ້ອງ ແລະ ພາວະວິໄສ, ຊອກໃຫ້ເຫັນດ້ານຜົນ ສຳເລັດທີ່ຕັ້ງໜ້າໃນແຕ່ລະຂົງ ເຂດວຽກງານ ເພື່ອສືບຕໍ່ເສີມຂະ ຫຍາຍ ແລະ ຍົກລະດັບ, ດັດປັບບັນ ດາເນື້ອໃນ, ວິທີການ, ມາດຕະການ ຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ມີປະ ສິດທິຜົນສູງຂຶ້ນກວ່າເກົ່າ. ພ້ອມ ນັ້ນ, ຍັງຕີລາຄາຊອກໃຫ້ເຫັນບັນດາ ບັນຫາຈຸດອ່ອນ, ສາເຫດ, ທັງຊອກ ໃຫ້ເຫັນຢ່າງເລິກເຊິ່ງປັດໄຈທີ່ພົວ ພັນເຖິງບັນຫາດັ່ງກ່າວ ເພື່ອມີວິທີ ແກ້ໄຂຢ່າງຖືກຕ້ອງ, ສອດຄ່ອງ ແລະ ທັນການ ແນໃສ່ເພື່ອສ້າງແລະ ຍົກສູງຄວາມສາມາດນຳພາຂອງ ພັກ, ຄວາມເປັນແບບຢ່າງນຳໜ້າ ຂອງບັນດາສະຫາຍຄະນະບໍລິຫານ ງານພັກແຂວງແຕ່ລະສະຫາຍ, ສ້າງຄວາມເອກະພາບ ແລະ ຄວາມ ຕັດສິນໃຈສູງໃນທົ່ວອົງຄະນະພັກ ແຂວງ, ເຮັດໃຫ້ພັກມີຄວາມປອດ ໃສ, ໜັກແໜ້ນ, ເຂັ້ມແຂງ ທັງເປັນ ການຍົກສູງພາລະບົດບາດຄວາມ ສາມາດນຳພາຂອງຄະນະພັກ ໃຫ້ ສົມຄູ່ກັບການເລັ່ງທວງຂອງໜ້າທີ່ ການເມືອງໃນໄລຍະໃໝ່. ກອງປະຊຸມນີ້, ໄດ້ຮັບຟັງການ ຜ່ານຄຳສັ່ງຂອງຄະນະເລຂາທິການ ສູນກາງພັກ ສະບັບເລກທີ 268/ ຄລສພ, ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດໍາເນີນກອງປະຊຸມ ຄົບຄະນະກາງສະໄໝ ຂອງຄະນະ ບໍລິຫານງານພັກ ແຕ່ລະຂັ້ນ, ຜ່ານ ມາດຕະຖານຄະນະບໍລິຫານງານ ພັກແຂວງ, ສິດ ແລະ ໜ້າທີ່ຂອງຄະ ນະພັກດັ່ງກ່າວ, ຂໍ້ຫ້າມສຳລັບສະມາ ຊິກພັກ ແລະ ມີການປ່ອນບັດທາບ ທາມລົງຄະແນນສຽງຄວາມໄວ້ ວາງໃຈການນຳພາລວມ, ບຸກຄົນ. ໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ຊີ້ນຳໃຫ້ຄະນະພັກທຸກ ສະຫາຍ ຕ້ອງເປັນເຈົ້າການຍົກສູງ ຄວາມຮັບຜິດຊອບການເມືອງຂອງ ຕົນ, ການດຳເນີນທາບທາມຄວາມ ໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນ ໃນຄະນະບໍລິຫານງານພັກ ແຂວງ ເພື່ອເຮັດໃຫ້ບັນລຸຕາມຄາດ ໝາຍ ແລະ ເນື້ອໃນວຽກງານທີ່ກຳ ນົດໄວ້, ການລົງຄະແນນສຽງຕ້ອງ ພ້ອມກັນເອົາໃຈໃສ່ຍົກສູງຄວາມ ຮັບຜິດຊອບ, ມີຄວາມຈິງໃຈໃນການ ລົງຄະແນນຢັ່ງຫາງສຽງ, ຫລີກ ເວັ້ນແນວຄິດອະຄະຕິ, ສວຍໂອກາດ ໂຄ່ນລົ້ມໂຈມຕີ, ໃສ່ຮ້າຍປ້າຍສີ ເຊິ່ງ ກັນ ແລະ ກັນ, ລວມທັງທັດສະນະ ກໍຄືການກະທຳອື່ນທີ່ບໍ່ຖືກຕ້ອງ. ທັງນີ້ກໍເພື່ອຮັບປະກັນໃຫ້ຜົນການ ທາບທາມຄະແນນໃນຄັ້ງນີ້ ມີປະສິດ ພາບ ແລະ ປະສິດທິຜົນສູງ, ເຮັດໃຫ້ ກອງປະຊຸມໃນຄັ້ງນີ້ ດໍາເນີນໄປຕາມ ວາລະ, ລະບຽບການທີ່ວາງໄວ້, ເປັນ ເຈົ້າການຄົ້ນຄວ້າຕີລາຄາທຸກບັນ ຫາໃຫ້ເລິກເຊິ່ງຈະແຈ້ງ ແລະ ຊອກ ໃຫ້ເຫັນດ້ານຕັ້ງໜ້າ ເພື່ອເສີມຂະ ຫຍາຍໃຫ້ດີຂຶ້ນເປັນກ້າວໆ. ໂດຍ: ນັກຂ່າວແຂວງອັດຕະປື ແລະ ອົງການໄອຍະການປະຊາຊົນ ສູງສຸດ, ວຽກສ້າງ ແລະ ປັບປຸງ ກົດໝາຍ. ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ໃຫ້ຮູ້ວ່າ: ການປະຊຸມຄັ້ງນີ້, ມີ ຈຸດປະສົງຫລັກ ເພື່ອເຮັດໃຫ້ການ ດຳເນີນກອງປະຊຸມສະພາແຫ່ງຊາດ ມີຄຸນນະພາບ ແລະ ມີປະສິດທິຜົນ ຊຶ່ງການຍົກສູງຄຸນນະພາບດ້ານ ເນື້ອໃນໃຫ້ແກ່ກອງປະຊຸມສະໄໝ ສາມັນເທື່ອທີ 5 ຂອງສະພາແຫ່ງ ຊາດ ຊຸດທີ IX ແມ່ນເພື່ອສ້າງເງື່ອນ ໄຂໃຫ້ສະມາຊິກສະພາແຫ່ງຊາດ ໄດ້ຮັບຟັງການລາຍງານ, ການຊີ້ ແຈງ-ອະທິບາຍຂອງບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ, ຫົວ ໜ້າອົງການຕໍ່ເນື້ອໃນເອກະສານ ຕ່າງໆ ທັງໄດ້ປຶກສາຫາລືແລກປ່ຽນ ຂໍ້ມູນ ເຊິ່ງກັນ ແລະ ກັນແນໃສ່ເຮັດ ໃຫ້ຜູ້ແທນກອງປະຊຸມສາມາດກຳ ແໜ້ນບັນຫາສຳຄັນ, ສ້າງຄວາມ ເຂົ້າໃຈຢ່າງເລິກເຊິ່ງ, ເປັນເອກະ ພາບທາງດ້ານທັດສະນະກ່ອນເຂົ້າ ຮ່ວມກອງປະຊຸມ ເພື່ອໃຫ້ກອງປະ ຊຸມສະໄໝສາມັນ ຂອງສະພາແຫ່ງ ຊາດຊຸດນີ້ ບັນລຸຕາມແຜນການທີ່ ວາງໄວ້, ທັງເປັນການຍົກສູງຄຸນນະ ພາບການດຳເນີນກອງປະຊຸມສະ ພາແຫ່ງຊາດ ໃຫ້ມີປະສິດທິຜົນນັບ ມື້ສູງຂຶ້ນ. ພ້ອມນີ້, ທ່ານຮອງປະທານສະ ພາແຫ່ງຊາດ ຍັງໄດ້ສະເໜີໃຫ້ບັນ ດາສະມາຊິກສະພາແຫ່ງຊາດ (ສສຊ), ຄະນະຮັບຜິດຊອບເນື້ອໃນ ຂົງເຂດລັດຖະບານ, ສານ, ໄອຍະ ການປະຊາຊົນສູງສຸດ, ຄະນະຮັບ ຜິດຊອບຮ່າງກົດໝາຍ ແລະ ບັນດາ ທ່ານທີ່ເຂົ້າຮ່ວມກອງປະຊຸມຈົ່ງ ເຊີດຊູຄວາມຮັບຜິດຊອບການເມືອງ ຂອງຕົນ, ສຸມສະຕິປັນຍາເຂົ້າໃນ ການປະກອບຄໍາຄິດເຫັນຢ່າງສ້າງ ສັນ, ກົງໄປກົງມາ, ຍົກໃຫ້ເຫັນບົດ ຮຽນຕົວຈິງ ແລະ ຮ່ວມກັນຄົ້ນຄວ້າ ຊອກວິທີການແກ້ໄຂບັນຫາຄວາມ ຫຍຸ້ງຍາກທີ່ເກີດຂຶ້ນໃຫ້ມີຄວາມ ເປັນເອກະພາບ ແລະ ພ້ອມກັນຈັດ ຕັ້ງປະຕິບັດ; ການຄົ້ນຄວ້າປະກອບ ຄໍາເຫັນຕ້ອງຮັບປະກັນ ແລະ ສອດ ຄ່ອງກັບແນວທາງນະໂຍບາຍຂອງ ພັກ, ສອດຄ່ອງກັບສິດ ແລະ ໜ້າທີ່ ຂອງ ສສຊ ຕາມທີ່ກຳນົດໄວ້ໃນລັດ ຖະທໍາມະນູນ, ກົດໝາຍ, ສອດຄ່ອງ ກັບສະພາບຄວາມເປັນຈິງ ຂອງ ການພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່ ແລະ ສາມາດເຊື່ອມ ໂຍງກັບພາກພື້ນ ແລະ ສາກົນ. ກອງປະຊຸມໄດ້ຮັບຟັງການລາຍ ງານເນື້ອໃນທີ່ພົ້ນເດັ່ນຂອງຮ່າງ ກົດໝາຍ ຈໍານວນ 5 ສະບັບ ເປັນຕົ້ນ ຮ່າງກົດໝາຍວ່າດ້ວຍການປົກ ຄອງ (ກົດໝາຍສ້າງໃໝ່), ຮ່າງກົດ ໝາຍວ່າດ້ວຍການຊົດເຊີຍຄ່າເສຍ ຫາຍຈາກລັດ (ກົດໝາຍສ້າງໃໝ່), ຮ່າງກົດໝາຍວ່າດ້ວຍອາກອນທີ່ ດິນ (ກົດໝາຍສ້າງໃໝ່), ຮ່າງກົດ ໝາຍວ່າ ດ້ວຍການຈັດຫາງານ (ກົດ ໝາຍສ້າງໃໝ່) ແລະ ຮ່າງກົດໝາຍ ວ່າດ້ວຍທະນາຄານທຸລະກິດ (ກົດ ໝາຍປັບປຸງ), ພ້ອມທັງໄດ້ຮັບຟັງ ບົດລາຍງານຂອງສານປະຊາຊົນ ສູງສຸດກ່ຽວກັບການປະເມີນການ ຈັດຕັ້ງປະຕິບັດກົດໝາຍຂົງເຂດ ຍຸຕິທໍາ 2 ສະບັບ ຄື: ກົດໝາຍວ່າ ດ້ວຍສານປະຊາຊົນ ແລະ ກົດໝາຍ ວ່າດ້ວຍການດຳເນີນຄະດີແພ່ງ; ບົດລາຍງານຂອງອົງການໄອຍະ ການປະຊາຊົນສູງສຸດ ກ່ຽວກັບ ການປະເມີນການຈັດຕັ້ງປະຕິບັດ ກົດໝາຍຂົງເຂດຍຸຕິທໍາ; ບົດລາຍ ງານຂອງລັດຖະບານກ່ຽວກັບການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 6 ເດືອນຕົ້ນປີ 2023 ແລະ ແຜນການ 6 ເດືອນທ້າຍປີ 2023; ບົດລາຍ ງານຂອງລັດຖະບານ ກ່ຽວກັບການ ຈັດຕັ້ງປະຕິບັດງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2023 ແລະ ແຜນ ການ 6 ເດືອນທ້າຍປີ 2023; ບົດ ລາຍງານການຈັດຕັ້ງປະຕິບັດແຜນ ເງິນຕາ 6 ເດືອນຕົ້ນປີ 2023 ແລະ ແຜນການ 6 ເດືອນທ້າຍປີ 2023; ບົດລາຍງານຂອງລັດຖະບານກ່ຽວ ກັບທິດທາງແຜນການລົງທຶນ ແລະ ການຈັດສັນງົບປະມານໃຫ້ແກ່ ໂຄງການລົງທຶນຂອງລັດ ປະຈໍາປີ 2024; ບົດລາຍງານຂອງລັດຖະ ບານກ່ຽວກັບ (ຮ່າງ) ຍຸດທະສາດ ການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດ ຮອດ ປີ 2030; ບົດລາຍງານຂອງ ລັດຖະບານກ່ຽວກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດການເງິນ; ບົດລາຍງານຂອງລັດຖະ ບານກ່ຽວກັບຄວາມຄືບໜ້າໃນການ ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າ ດ້ວຍການແກ້ໄຂຢາເສບຕິດຈາກກະ ຊວງປ້ອງກັນຄວາມສະຫງົບ. ຂໍ້ມູນ-ພາບ: ສພຊ ໜຶ່ງທີ່ສໍາຄັນສຳລັບການອໍານວຍ ຄວາມສະດວກ ໃຫ້ແກ່ການເດີນ ທາງລະຫວ່າງປະເທດ, ການເຊື່ອມ ເສັ້ນທາງລົດໄຟ ລາວ-ຈີນ ຈາກນະ ຄອນຫລວງວຽງຈັນ ສປປ ລາວຄຸນໝິງ ສປ ຈີນ ໃນເດືອນເມສາ 2023 ຜ່ານມາ ເຮັດໃຫ້ນັກທ່ອງ ທ່ຽວ ມີຫລາຍທາງເລືອກເພີ່ມຂຶ້ນ ເພື່ອເຂົ້າມາທ່ອງທ່ຽວຢູ່ສອງ ປະ ເທດ ລາວ-ຈີນ. ລັດຖະບານແຫ່ງ ສປປລາວ ມີຈຸດມຸ່ງໝາຍໃນການພັດ ທະນາເສັ້ນທາງລົດໄຟ ລາວ-ຈີນ ໃຫ້ກາຍເປັນແລວທາງເສດຖະກິດ ເຊື່ອມໂຍງກັບປະເທດໃນພາກພື້ນ ສ້າງລາຍໄດ້ມະຫາສານໃຫ້ປະເທດ ຊາດ, ປະກອບສ່ວນໃນການແກ້ໄຂ ສະພາບເສດຖະກິດຂອງປະເທດ, ສາມາດດຶງດູດນັກທ່ອງທ່ຽວໃນ ພາກພື້ນແລະ ສາກົນໃຫ້ນັບມື້ເພີ່ມ ຂຶ້ນ, ທັງເປັນການໂຄສະນາ ສປປ ລາວ ໃຫ້ກວ້າງຂວາງ ໃນເວທີສາ ກົນ, ຊຸກຍູ້ສົ່ງເສີມການບໍລິການຂົນ ສົ່ງສິນຄ້າ, ການໂດຍສານເພື່ອສົ່ງ ເສີມການທ່ອງທ່ຽວຂອງ ສປປ ລາວຕໍ່ບັນດາປະເທດໃນພາກພື້ນ ແລະ ໃນໂລກ ເຮັດໃຫ້ ສປປ ລາວ ກາຍເປັນຈຸດໃຈກາງການເຊື່ອມ ໂຍງ ຂອງບັນດາປະເທດອາຊຽນ ກັບ ສປ ຈີນ ໂດຍສະເພາະກໍແມ່ນການ ເຊື່ອມໂຍງລະຫ່ວາງ ສປປ ລາວ ກັບສາກົນ ແລະ ເຮັດໃຫ້ສປປ ລາວ ກາຍເປັນຈຸດໝາຍປາຍທາງການ ທ່ອງທ່ຽວຂອງໂລກ. ທ່ານ ອຸ່ນທວງ ຂາວພັນ ຍັງ ໄດ້ຍົກໃຫ້ເຫັນຂໍ້ລິເລີ່ມຈັດຕັ້ງງານ ວັນທ່ອງທ່ຽວພູເຂົາສາກົນ ໃນປີນີ້ ໄດ້ດຳເນີນພາຍໃຕ້ຫົວຂໍ້ “ມ່ວນຊື່ນ ໃນຄວາມມະຫັດສະຈັນຂອງພູເຂົາ, ແບ່ງປັນຊີວິດທີ່ສວຍງາມ, ຟື້ນຟູ ອຸດສາຫະກຳການທ່ອງທ່ຽວ” ເປັນ ຫົວ ຂໍ້ຫລັກປະຈຳປີ ເຊິ່ງໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ສະແດງ ຄວາມຂອບໃຈໄປຍັງສະຫະພັນ ການທ່ອງທ່ຽວພູເຂົາສາກົນທີ່ໄດ້ ເລືອກເອົາ ສປປ ລາວ ເປັນສະຖານ ທີ່ຈັດງານໃນຄັ້ງນີ້ ທີ່ເຫັນວ່າຈະປະ ກອບສ່ວນໂຄສະນາໃຫ້ແກ່ການ ທ່ອງທ່ຽວລາວ ເຊິ່ງກໍພໍດີກັບ ສປປ ລາວ ພວມຫ້າງຫາກະກຽມເປີດ ປີທ່ອງທ່ຽວ(Visit Lao Year) ໃນປີ 2024 ທີ່ຈະມາເຖິງນີ້ໄປ ພ້ອມໆກັບການຮັບກຽດເປັນປະ ທານອາຊຽນ 2024 ເພື່ອດຶງດູດໃຫ້ ນັກທ່ອງທ່ຽວຈາກທົ່ວທຸກມູມ ໂລກ ເດີນທາງມາສໍາຜັດ ແລະ ທ່ອງທ່ຽວ ທາງທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ຢູ່ ສປປ ລາວ. ການຈັດງານວັນທ່ອງທ່ຽວພູ ເຂົາ ສາກົນ ຄັ້ງທີ 5 ທີ່ ສປປ ລາວ ໃນຄັ້ງນີ້ ຍັງປະກອບດ້ວຍບັນດາ ກອງປະຊຸມປິ່ນອ້ອມ ເຊັ່ນ: ກອງປະ ຊຸມສຳມະນາ ໃນຫົວຂໍ້ມ່ວນຊື່ນ ໃນ ຄວາມມະຫັດສະຈັນຂອງພູເຂົາ, ແບ່ງປັນຊີວິດທີ່ສວຍງາມ, ຟື້ນຟູອຸດ ສາຫະກຳການທ່ອງທ່ຽວ” ແລະ ເວທີປຶກສາຫາລື ເພື່ອສົ່ງເສີມການ ທ່ອງທ່ຽວທາງພູເຂົາແຫ່ງເອເຊຍ ເຊິ່ງໄດ້ເຊີນບັນດານັກວິທະຍາ ກອນ, ຊ່ຽວຊານ ຈາກພາກລັດ, ພາກ ທຸລະກິດ ແລະ ອົງການຈັດຕັ້ງສາ ກົນຕ່າງໆ ຂຶ້ນມາບັນຍາຍແລກປ່ຽນ ຄຳເຫັນ. ຂ່າວ: ກິດຕາ, ພາບ: ເກດສະໜາ ພະຍາດໂຄວິດ-19 ເຊິ່ງໄດ້ອະນຸຍາດ ໃຫ້ປະຊາຊົນຈີນ ສາມາດເດີນທາງ ອອກນອກປະເທດໄດ້ ເຊິ່ງ ສປປ ລາວ ເປັນ 1 ໃນ 20 ປະເທດທີ່ລັດ ຖະບານຈີນ ອະນຸຍາດໃຫ້ອອກໄປ ທ່ຽວແບບເປັນໝູ່ຄະນະ. ສະນັ້ນລັດ ຖະບານລາວ ຈຶ່ງໄດ້ສຸມໃສ່ປັບປຸງ ຜະລິດຕະພັນການທ່ອງທ່ຽວ ຫັນອຸດ ສະຫະກໍາການທ່ອງທ່ຽວໃຫ້ທັນສະ ໄໝວ່ອງໄວ ໃຫ້ແທດເໝາະກັບຕະ ຫລາດຈີນ ໂດຍອີງໃສ່ທ່າແຮງ ທາງດ້ານຊັບພະຍາກອນການທ່ອງ ທ່ອງທ່ຽວ ແລະ ຮີດຄອງປະເພນີ ອັນດີງາມ. ນອກນີ້, ຍັງມີລົດໄຟ ຄວາມໄວສູງ ເຊື່ອມໂຍງລະຫວ່າງ ລາວ-ຈີນ ສາມາດອໍານວຍຄວາມ ສະດວກ ໃນການເດີນທາງລະຫວ່າງ ປະເທດ, ເປີດສາຍການບິນເຊື່ອມຕໍ່ ລະຫວ່າງ ນະຄອນຫລວງວຽງຈັນ ແລະ ບັນດາແຂວງຂອງ ສປ ຈີນ ເຮັດໃຫ້ມີຄວາມສະດວກສະບາຍ ແລະ ເປັນຫລາຍທາງເລືອກໃຫ້ນັກ ທ່ອງທ່ຽວຈີນ ເຂົ້າມາທ່ອງທ່ຽວຢູ່ ລາວຫລາຍຂຶ້ນ. ໂອກາດນີ້, ທ່ານ ນາງ ພອນມະນີ ອິນທະພົມ ຫົວໜ້າກົມພັດທະນາ ການທ່ອງທ່ຽວ ໄດ້ລາຍງານແຜນ ກິດຈະກຳການຕ້ອນຮັບນັກທ່ອງ ທ່ຽວຈີນ ສຳລັບປີ 2023 (ໄລຍະ ສັ້ນ) ເປັນຕົ້ນ ເປີດເຊື່ອມເສັ້ນທາງ ລົດໄຟລາວ-ຈີນ ຢູ່ດ່ານສາກົນບໍ່ ແຕນ; ປັບປຸງການບໍລິການເຂົ້າອອກ ແລະ ສິ່ງອຳນວຍຄວາມສະ ດວກຢູ່ຕາມດ່ານສາກົນ; ແກ້ໄຂບັນ ຫາການຈຳໜ່າຍປີ້ລົດໄຟໃຫ້ມີ ຄວາມສະດວກ ແລະ ວ່ອງໄວ; ສ້າງ ວິດີໂອໂຄສະນາການທ່ອງທ່ຽວ ເປັນພາສາຈີນຍາວ 3 ນາທີ; ຝຶກອົບ ຮົມພະນັກງານນຳທ່ຽວ ພາສາຈີນ ໄລຍະສັ້ນເພື່ອອອກແບບນຳທ່ຽວ ຊົ່ວຄາວ; ຕິດຕັ້ງປ້າຍຊີ້ບອກສະຖານ ທີ່ທ່ອງທ່ຽວ ຕາມເສັ້ນທາງຫລວງ ແຫ່ງຊາດ ແລະ ເສັ້ນທາງເຂົ້າແຫລ່ງ ທ່ອງທ່ຽວ ບູລິມະສິດຕາມເສັ້ນທາງ ລົດໄຟ ລາວ-ຈີນ(ພາສາລາວ, ຈີນ, ອັງກິດ); ເຂົ້າຮ່ວມງານວາງສະ ແດງທ່ອງທ່ຽວຢູ່ ສປ ຈີນ; ຈັດສຳມະ ນາສົ່ງເສີມການທ່ອງທ່ຽວ ລາວຈີນ; ຈັດລາຍການລົງຢ້ຽມຢາມ ແຫລ່ງທ່ອງທ່ຽວ FAMTRIP ສຳ ລັບນັກທຸລະກິດຈີນ ເພື່ອຊ່ວຍໂຄສະ ນາ ແລະ ເຮັດສັນຍາຊື້-ຂາຍລາຍ ການທ່ອງທ່ຽວຢູ່ລາວ ແລະ ອື່ນໆ. ແຜນກະກຽມຕ້ອນຮັບນັກທ່ອງ ທ່ຽວສ້າງຂຶ້ນເພື່ອເປັນບ່ອນອີງ ໃຫ້ແກ່ພາກລັດ ແລະ ພາກທຸລະກິດ ທັງສູນກາງ ແລະ ທ້ອງຖິ່ນ ເປັນຂໍ້ມູນ ພື້ນຖານເພື່ອກະກຽມການບໍລິການ ຕ້ອນຮັບນັກທ່ອງທ່ຽວຈີນ (ຕະ ຫລາດຈີນ) ຢູ່ໃນ ສປປ ລາວ ເປັນ ຕົ້ນ ທ່າອ່ຽງ ແລະ ໂອກາດທີ່ນັກທ່ອງ ທ່ຽວຈີນ ຈະເຂົ້າມາທ່ອງທ່ຽວຢູ່ ລາວ ລວມເຖິງຄວາມສ່ຽງທີ່ອາດ ຈະເກີດຂຶ້ນ ໂດຍສະເພາະແມ່ນການ ທ່ອງທ່ຽວໃນຮູບແບບທົ່ວສູນ ຫລຽນ (zero-dollar tourism). ແຜນສະບັບນີ້ ຍັງໄດ້ສັງລວມບາງ ນະໂຍບາຍ ແລະ ແຜນການຕ້ອນຮັບ ນັກທ່ອງທ່ຽວຈີນ ຂອງບັນດາປະ ເທດຕ່າງໆໃນພາກພື້ນ ແລະ ສາກົນ ເພື່ອເປັນການຮອງຮັບການປ່ຽນ ແປງຂອງອຸດສະຫາກຳການທ່ອງ ທ່ຽວ ເນື່ອງຈາກສະພາບການຂອງ ຕະຫລາດນັກທ່ອງທ່ຽວມີການປ່ຽນ ແປງຢູ່ຕະຫລອດເວລາ. ສະນັ້ນ ແຜນກະກຽມຕ້ອນຮັບນັກທ່ອງ ທ່ຽວດັ່ງກ່າວອາດຈະມີການປັບປຸງ ແລະ ດັດປັບເປັນແຕ່ລະໄລຍະເພື່ອ ໃຫ້ສອດຄ່ອງກັບສະພາບຄວາມ ເປັນຈິງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ. ຂ່າວ: ກິດຕາ,ພາບ: ອ່າຍຄຳ ຂະຫຍາຍແຜນພັດທະນາຂະແໜງ ການເງິນແຫ່ງລັດ 5 ປີ (20212025) ເປັນແຜນດຳເນີນງານ, ແຜນວຽກລະອຽດຂອງບັນດາກົມ, ມີການແບ່ງຄວາມຮັບຜິດຊອບ ແລະ ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ກາງປີ 2021 ເປັນຕົ້ນມາ, ແຕ່ການຈັດຕັ້ງຜັນ ຂະຫຍາຍຕົວຈິງ ຍັງພົບກັບຄວາມ ຫຍຸ້ງຍາກສົ່ງຜົນຕໍ່ກັບການຈັດຕັ້ງ ປະຕິບັດແຜນພັດທະນາຂະແໜງ ການເງິນແຫ່ງລັດ ໂດຍສະເພາະແຜນ ງົບປະມານແຫ່ງລັດ ປີ 2021-2022 ຫລາຍພໍສົມຄວນ. ແຕ່ເຖິງຢ່າງໃດ ກໍຕາມກະຊວງການເງິນ ກໍໄດ້ຄົ້ນ ຄວ້າ ແລະ ອອກຫລາຍມາດຕະການ ເພື່ອເປັນພື້ນຖານໃນການຈັດຕັ້ງ ຜັນຂະຫຍາຍວາລະແຫ່ງຊາດ ກ່ຽວ ກັບການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ ກໍຄືການ ເພີ່ມທະວີການຄຸ້ມຄອງ ແລະ ຕ້ານ ການຮົ່ວໄຫລຂອງລາຍຮັບງົບປະ ມານແຫ່ງລັດ ແລະ ຄຸ້ມຄອງລາຍຈ່າຍ ຕາມນະໂຍບາຍປະຢັດ ແລະ ຕ້ານ ການຟຸມເຟືອຍ ແນໃສ່ເພື່ອສູ້ຊົນຈັດ ຕັ້ງປະຕິບັດແຜນງົບປະມານແຫ່ງ ລັດ ໃຫ້ໄດ້ຕາມຄາດໝາຍ. ຜ່ານການຈັດຕັ້ງປະຕິບັດແຜນ ພັດທະນາຂະແໜງການເງິນແຫ່ງ ລັດ ກາງສະໄໝ ເຖິງວ່າຈະພົບຄວາມ ຫຍຸ້ງຍາກຫລາຍດ້ານ, ແຕ່ຂະແໜງ ການເງິນ ກໍໄດ້ສຸມທຸກຄວາມພະຍາ ຍາມປະສານສົມທົບກັບຂະແໜງການ ທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງ ຖິ່ນຂຸດຄົ້ນ, ຂົນຂວາຍທຸກທ່າແຮງ ບົ່ມຊ້ອນ ເພື່ອຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດໃນແຕ່ ລະປີມີຜົນສຳເລັດຕາມມະຕິສະພາ ແຫ່ງຊາດຮັບຮອງ ໂດຍໄດ້ມີການປັບ ປຸງນະໂຍບາຍການເງິນ, ການສ້າງ ແລະ ປັບປຸງນິຕິກຳຂະແໜງການເງິນ, ການປະຕິຮູບ ແລະ ຫັນເປັນທັນສະ ໄໝລະບົບການຄຸ້ມຄອງລາຍຮັບລາຍຈ່າຍ, ການຄຸ້ມຄອງ ແລະ ພັດທະ ນາການຈັດຕັ້ງ-ບຸກຄະລາກອນ ເພື່ອ ຮັບປະກັນສະຖຽນລະພາບທາງດ້ານ ການຄຸ້ມຄອງເສດຖະກິດມະຫາພາກ, ແກ້ໄຂສະພາບຄວາມຫຍຸ້ງຍາກທາງ ດ້ານການເງິນ, ຊຸກຍູ້ສົ່ງເສີມການລົງ ທຶນ, ການຜະລິດ ແລະ ການດຳເນີນ ທຸລະກິດ, ເຮັດໃຫ້ຂະແໜງການເງິນ ມີຄວາມໂປ່ງໄສ, ແກ້ໄຂປະກົດການ ຫຍໍ້ທໍ້ ແລະ ຂຸດຄົ້ນແຫລ່ງລາຍຮັບທີ່ຍັງ ບົ່ມຊ້ອນໃຫ້ເພີ່ມຂຶ້ນ ຊຶ່ງສະແດງອອກ ໃນການຈັດຕັ້ງປະຕິບັດໃນແຕ່ລະປີ ເປັນຕົ້ນ ການປະຕິບັດແຜນລາຍຮັບ ງົບປະມານເຫັນວ່າມີທ່າຕັັ້ງໜ້າ, ການ ຈັດເກັບລາຍຮັບເພີ່ມຂຶ້ນ ແລະເກີນ ແຜນໃນແຕ່ລະປີ, ການປະຕິບັດ ແຜນ ລາຍຈ່າຍງ ບປະມານ ໄດ້ຈັດລຽງບູລິ ມະສິດແຕ່ລະປະເພດລາຍຈ່າຍຮັບ ປະກັນໄດ້ການເບີກຈ່າຍສໍາເລັດທັນ ຕາມກໍານົດເວລາ, ການຂາດດຸນງົບ ປະມານໄດ້ຫລຸດລົງເທື່ອລະກ້າວ. ໂອກາດດັ່ງກ່າວ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການ ເງິນ ໄດ້ມີຄໍາເຫັນວ່າ: ກອງປະຊຸມ ໃນຄັ້ງນີ້, ຈະໄດ້ພ້ອມກັນຄົ້ນຄວ້າປຶກ ສາຫາລືຕໍ່ການສະຫລຸບຕີລາຄາການ ຈັດຕັ້ງປະຕິບັດແຜນພັດທະນາຂະ ແໜງການເງິນແຫ່ງລັດ 5 ປີ (2021- 2025) ກາງສະໄໝ ກໍຄືການຈັດຕັ້ງ ປະຕິບັດແຕ່ໄລຍະປີ 2021 ເຖິງປັດ ຈຸບັນ (ກາງປີ 2023) ເພື່ອເຫັນໄດ້ ຄວາມຄືບໜ້າການພັດທະນາທີ່ພົ້ນ ເດັ່ນໃນແຕ່ລະດ້ານ, ສາເຫດທີ່ພາໃຫ້ມີ ຜົນສໍາເລັດ ແລະ ຂໍ້ຄົງຄ້າງ ເພື່ອຈະ ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືກ່ຽວ ກັບທິດທາງລວມ ແລະ ຄາດໝາຍສູ້ ຊົນ ກໍຄື ການກໍານົດແຜນວຽກຈຸດສຸມ ໃນແຕ່ລະດ້ານ ແຕ່ນີ້ ຮອດປີ 2025 ທີ່ບັນດາກົມ, ສະຖາບັນອ້ອມຂ້າງກະ ຊວງການເງິນ ຈະຕ້ອງມີຄວາມຮັບ ຜິດຊອບສູງ ໃນການຈັດຕັ້ງປະຕິບັດ ບັນດາວຽກງານຈຸດສຸມ ທີ່ຢູ່ໃນ ຄວາມຮັບຜິດຊອບຂອງຕົນໃຫ້ບັນລຸ ຕາມຄາດໝາຍທີ່ໄດ້ກໍານົດໄວ້ ເພື່ອ ໃຫ້ການຄຸ້ມຄອງການເງິນແຫ່ງລັດ ມີຄວາມເຂັ້ມແຂງ, ໂປ່ງໄສ, ຖືກ ຕ້ອງຄົບຖ້ວນ ແລະ ວ່ອງໄວຍິ່ງຂຶ້ນ ເທື່ອລະກ້າວ ແລະ ສາມາດຕອບສະ ໜອງໄດ້ຂໍ້ມູນໃຫ້ທັນການ ຖືກກັບສະ ພາບຕົວຈິງໃນແຕ່ລະໄລຍະ ແລະ ສາມາດສະຫລຸບຕີລາຄາໄດ້ເຖິງຕົວຊີ້ ວັດ ໃນໄລຍະທ້າຍສະໄໝຂອງການ ຈັດຕັ້ງປະຕິບັດ. ຂ່າວ-ພາບ: ກະຊວງການເງິນ ວັນເດັກນ້ອຍສາກົນ (1 ມິຖຸນາ) ໂດຍມີທ່ານນາງ ສີສົມພອນ ນວນ ຜາລີ ຜູ້ອຳນວຍການໂຮງຮຽນອະ ນຸບານກະຊວງສາທາລະນະສຸກ, ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງ ສາທາລະນະສຸກ, ຄູ-ອາຈານ, ພໍ່ ແມ່ຜູ້ປົກຄອງ ແລະ ນ້ອງນັກຮຽນ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານນາງ ສີສົມພອນ ນວນຜາລີ ໄດ້ມີຄຳເຫັນ ວ່າ: ການສະເຫລີມສະຫລອງວັນ ເດັກນ້ອຍສາກົນ ໃນປີນີ້, ຈັດຂຶ້ນ ພາຍໃຕ້ຄຳຂວັນ “ສ້າງອະນາຄົດທີ່ ດີກວ່າເພື່ອເດັກທຸກຄົນ” ເຊິ່ງການ ສະເຫລີມສະຫລອງວັນດັ່ງກ່າວ, ແມ່ນເຫດການທີ່ມີຄວາມສຳຄັນ ແນໃສ່ຊຸກຍູ້, ສົ່ງເສີມ ແລະ ປົກປ້ອງ ເດັກໃນທົ່ວໂລກ, ຂະນະທີ່ບັນດາປະ ເທດຕ່າງໃນທົ່ວໂລກ ໄດ້ຈັດກິດຈະ ກຳຕ່າງໆ ເພື່ອສະເຫລີມສະຫລອງ ວັນດັ່ງກ່າວ ຕາມເງື່ອນໄຂຂອງແຕ່ ລະປະເທດ. ທ່ານນາງ ສີສົມພອນ ນວນຜາລີ ກ່າວອີກວ່າ: ໃນແຕ່ລະສົກຮຽນ, ໂຮງຮຽນອະນຸບານກະຊວງສາທາ ລະນະສຸກ ໄດ້ເອົາໃຈໃສ່ຕໍ່ວຽກງານ ເບິ່ງແຍງລ້ຽງດູ, ສຶກສາອົບຮົບ ແລະ ຈັດການຮຽນ-ການສອນ ຕາມ ໂຄງການຫລັກສູດຂອງກະຊວງ ສຶກສາທິການ ແລະ ກິລາ ວາງອອກ. ການຈັດກິດຈະກຳຕ່າງໆຢູ່ພາຍໃນ ໂຮງຮຽນ ແມ່ນໄດ້ຖືເອົາເດັກເປັນ ໃຈກາງ, ນຳພາເດັກຫລິ້ນ ເພື່ອຮຽນ ຈາກການຫລິ້ນ ແລະ ຈັດການຮຽນ- ການສອນນອກຫ້ອງຮຽນ, ນໍາພາ ເຂົ້າຫ້ອງສະມຸດ ເພື່ອໃຫ້ເດັກໄດ້ພັດ ທະນາຄວາມພ້ອມໃນດ້ານຕ່າງໆ; ພ້ອມນັ້ນ, ໂຮງຮຽນຍັງໄດ້ປຸງ ແຕ່ງ ອາຫານກາງເວັນ ໃຫ້ເດັກໄດ້ຮັບ ປະທານມື້ລະສອງຄາບ, ກວດສຸຂະ ພາບເດັກ 4 ຄັ້ງຕໍ່ສົກຮຽນ ແລະ ເຄື່ອນ ໄຫວວຽກງານອື່ນໆທີ່ປິ່ນອ້ອມ. ພ້ອມນັ້ນ, ທ່ານນາງ ສີສົມພອນ ນວນຜາລີ ຍັງໄດ້ຮຽກຮ້ອງໃຫ້ບັນ ດາຜູ້ປົກຄອງເພີ່ມທະວີຄວາມເອົາ ໃຈໃສ່ເບິ່ງແຍງ, ດູແລເດັກເພື່ອໃຫ້ ເດັກໄດ້ຮັບການປົກປ້ອງ, ໄດ້ມີສ່ວນ ຮ່ວມ, ໄດ້ຮັບການຍ້ອງຍໍສັນລະເສີນ ແລະ ໄດ້ຮັບການຊຸກຍູ້ສົ່ງເສີມໃຫ້ ເດັກມີການພັດທະນາໃນທຸກດ້ານ ເພື່ອອະນາຄົດອັນແຈ່ມໃສຂອງຊາດ. ຂໍ້ມູນ-ພາບ: ອົ້ນ ວຽງຈັນໃໝ່
vq'7totradg,nv'-totlq,[6o 9af8A'xt8y[af czorafmtok ,uzqoleg]afs]kpfhko xtgmf]k; 3 30/05/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະ§ໜີ ©ດຍ ສËພາສະຫວັນ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ g,nv'w-mkou 9toegvqkg[hpw,h 2 raog[hpx6d.o;aomu 1 ,u45okoU ໂດຍ: ຄ້ອງໃໝ່ ໃນໂອກາດທີ່ ທ່ານ ວິໄລ ວົງບຸດດາຄໍາ ກໍາມະການສູນກາງ ພັກ ເລຂາຄະນະບໍລິຫານງານພັກ ແຂວງ, ເຈົ້າແຂວງຈໍາປາສັກ ພ້ອມ ດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້-ຊີ້ນໍາ ວຽກງານ ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ, ການຈັດຕັ້ງ ປະຕິບັດ 2 ວາລະແຫ່ງຊາດຢູ່ເມືອງ ຊະນະສົມບູນເມື່ອບໍ່ດົນມານີ້, ກໍ່ ໄດ້ຮັບຟັງການລາຍງານຈາກ ທ່ານ ສອນສະຫວັນ ສີວິໄລ ກຳມະການ ພັກແຂວງ ເລຂາຄະນະບໍລິຫານ ງານພັກເມືອງ ເຈົ້າເມືອງຊະນະສົມ ບູນວ່າ: ໂດຍພາຍໃຕ້ການນຳພາຂອງ ອົງຄະນະບໍລິຫານງານພັກ ເມືອງ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງ ພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງ ສົ່ງຜົນເຮັດ ໃຫ້ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ, ການຈັດຕັ້ງ ປະຕິບັດ 2 ວາລະແຫ່ງຊາດ, ວຽກ ງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດແກ້ໄຂຄວາມ ທຸກຍາກ ແລະ ວຽກງານ 3 ສ້າງ ຕາມ 4 ເນື້ອໃນ 4 ຄາດໝາຍ, ຊຸກຍູ້ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງຂະບວນການຂໍ່າ ນັບຮັບຕ້ອນວັນສໍາຄັນຕ່າງໆ ຂອງ ພັກ-ຂອງຊາດແມ່ນມີບັນຍາກາດ ຟົດຟື້ນ. ອັນທີ່ພົ້ນເດັ່ນໄດ້ເອົາໃຈໃສ່ ສຶກສາອົບຮົມວຽກງານການເມືອງ- ແນວຄິດ ເຮັດໃຫ້ພະນັກງານສະມາ ຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫລວດ ຕະຫລອດ ຮອດພໍ່ແມ່ປະຊາຊົນບັນດາເຜົ່າ ທົ່ວເມືອງ ເຊື່ອມຊຶມກຳແໜ້ນຕໍ່ແນວ ທາງນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດຢ່າງຕໍ່ເນື່ອງ. ສຳລັບວຽກງານເສດຖະກິດ ໄດ້ ບຸກບືນສູ້ຊົນໃນການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງ ຄົມຂອງເມືອງ ໄດ້ມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ ເຊິ່ງ ລວມຍອດລາຍຮັບຜະລິດຕະພັນ ພາຍໃນປະຕິບັດໄດ້ 8 0 ກວ່າຕື້ກີບ (ແຜນ 888,04 ຕື້ກີບ), ທຽບໃສ່ ແຜນປະຕິບັດໄດ້ 98,5%, ອັດຕາ ການຂະຫຍາຍຕົວຂອງເສດຖະ ກິດ 6,89% ສະເລ່ຍຕໍ່ຫົວຄົນ ໄດ້ ຫລາຍກວ່າ 11 ລ້ານກີບ/ຄົນ, ເຮັດ ໃຫ້ໂຄງປະກອບທາງດ້ານເສດຖະ ກິດມີການຂະຫຍາຍຕົວ. ໃນນັ້ນ, ຂົງເຂດກະສິກໍາ-ປ່າໄມ້ ກວມເອົາ 3 ,04%, ອຸດສະຫະກໍາກວມ 42,91% ແລະ ການບໍລິການກວມ 20,05%. ໃນປີ 2022 ຜ່ານມາ ຈັດເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ຫລາຍກວ່າ 6,3 ຕື້ກີບ, ( ແຜນ 4,8 ຕື້ກວ່າກີບ ) ລື່ນແຜນ ກວ່າ 30%. ຂະນະທີ່ໃນປີ 2023 ນີ້, ສາມາດ ເກັບລາຍຮັບເຂົ້າງົບປະມານປະຕິ ບັດໄດ້ຫລາຍກວ່າ 3,4 ຕື້ກີບ, (ແຜນ ການປີ 6,8 ຕື້ກວ່າກີບ) ທຽບໃສ່ແຜນ ປີ 49%. ສໍາລັບເງິນເດືອນ ແລະ ເງິນ ອຸດໜູນແມ່ນໄດ້ສຳເລັດການເບີກ ຈ່າຍເງິນເດືອນໃຫ້ພະນັກງານຮອດ ເດືອນທີ 05/2023 ແລ້ວ. ທ່ານ ສອນສະຫວັນ ສີວິໄລ. ຂໍ້ມູນຈາກ: ຫ້ອງການ ຖວທ ເມືອງຊະນະສົມບູນ. .spIj kj 'dkp c]t 9yf.9 fu'k, ເນື່ອງໃນໂອກາດວັນປູກຕົ້ນ ໄມ້ແຫ່ງຊາດ 1 ມິຖຸນາ 2023 ນີ້, ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊທານີ ນະຄອນຫລວງ ວຽງຈັນ ມີແຜນນໍາເບ້ຍໄມ້ ປະເພດ ວັນສໍາຄັນດັ່ງກ່າວ, ພ້ອມທັງໄດ້ກະ ກຽມເບ້ຍໄມ້ຫລາກຫລາຍຊະນິດ ອີກເປັນຈໍານວນຫລາຍຮອງຮັບ ຄວາມຕ້ອງການຂອງສັງຄົມ. ຕາມການລາຍງານຂອງທ່ານ ທອງສຸກ ບົວລີຂັນ ຫົວໜ້າຫ້ອງ ການກະສິກໍາ ແລະ ປ່າໄມ້ ເມືອງໄຊ ທານີ ໃຫ້ຮູ້ໃນວັນທີ 25 ພຶດສະພາ 2023 ນີ້ວ່າ: ໃນໂອກາດວັນປູກຕົ້ນ ໄມ້ໃຫ້ໝາກ ແລະ ໄມ້ອຸດສາຫະກໍາ ຫລາຍກວ່າ 2 ພັນເບ້ຍ ມາປູກໃນ ໄມ້ປີນີ້ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊທທານີ ໄດ້ກະກຽມ ເບ້ຍໄມ້ຫລາຍກວ່າ 2 ພັນເບ້ຍ, ໃນນີ້ ເບ້ຍໄມ້ອຸດສາຫະກໍາຫລາຍ ກວ່າ 1.800 ເບ້ຍ ແລະ ເບ້ຍໄມ້ປະ ເພດໃຫ້ໝາກ 150 ກວ່າເບ້ຍ, ໂດຍ ຈະນໍາໄປປູກຢູ່ສະຖານ ທີ່ໂຮງຮຽນ ມັດທະຍົມສົມບູນ ທົ່ງມັ່ງ ໃນເນື້ອທີ່ 1 ເຮັກຕາ. ທ່ານ ທອງສຸກ ກ່າວວ່າ: ແຜນ ການ 5 ປີ (2021-2025) ຈະສູ້ ຊົນກ້າເບ້ຍໄມ້ໃຫ້ໄດ້ 4 ລ້ານເບ້ຍ ແລະ ປູກໄມ້ ໃຫ້ກວມເນື້ອທີ່ກວ່າ 350 ເຮັກຕາ. ສະເພາະ ປີ 2021 ສາມາດຜະລິດເບ້ຍໄມ້ໄດ້ກວ່າ 1,2 ລ້ານເບ້ຍ, ປີ 2022 ສາມາດຜະ ລິດເບ້ຍໄມ້ໄດ້ກວ່າ 1,9 ລ້ານ ເບ້ຍ ແລະ ປີ 2023 ສາມາດຜະລິດເບ້ຍ ໄມ້ໄດ້ກວ່າ 5,4 ລ້ານເບ້ຍ ຖືວ່າລື່ນ ແຜນການ 5 ປີທີ່ວາງໄວ້ແລ້ວ. ສ່ວນການປູກໄມ້ແມ່ນ ປະຕິບັດໄດ້ ເກືອບ 150 ເຮັກຕາ ແລະ ຄາດວ່າ ຈະສາມາດບັນລຸ ເນື້ອທີ່ 350 ເຮັກ ຕາ ທີ່ກໍານົດໄວ້ຕາມແຜນ ເພື່ອແນ ໃສ່ປະກອບສ່ວນເພີ່ມອັດຕາການ ປົກຫຸ້ມຂອງປ່າໄມ້ໃນຂອບເຂດ ເມືອງໄຊທານີ ກໍຄືຕອບສະໜອງ ນະໂຍບາຍ ສ ສີຂຽວ ຂອງນະຄອນ ຫລວງວຽງຈັນ ໃຫ້ປາກົດຜົນເປັນ ຈິງເທື່ອລະກ້າວ. ອີກບໍ່ເທົ່າໃດມື້, ວັນເດັກສາກົນ 1 ມິຖຸນາ ກໍ່ຈະມາເຖິງ, ຄໍາຂວັນປີ 2023 ນີ້ແມ່ນ “ການລົງທຶນໃນອະ ນາຄົດ ຄືການລົງທຶນໃສ່ເດັກ”. ຕະ ຫລອດໄລຍະຜ່ານມາ ໄດ້ມີຫລາຍ ຄໍານິຍາມກ່ຽວເດັກນ້ອຍ, ມັນ ແມ່ນວຽກງານທີ່ທົ່ວໂລກ ໄດ້ເອົາ ໃຈໃສ່ ແລະ ສືບຕໍ່ເອົາໃຈໃສ່ຢ່າງ ຈິງຈັງຍ້ອນຄໍານຶງໃນທິດທາງດຽວ ກັນວ່າເດັກຄືອະນາຄົດ. ເມື່ອເຖິງວັນເດັກສາກົນ ຂອງ ທຸກປີ ກໍ່ເໝືອນບຸນປາງໃຫຍ່ຂອງ ເດັກນ້ອຍລາວເຮົາເຊັ່ນດຽວກັນ ກໍ່ຄືບັນດາຊາດຕ່າງໆ ກໍ່ລ້ວນໃຫ້ ຄວາມສໍາຄັນ ໂດຍມີການສະເຫລີມ ສະຫລອງຕິດພັນກັບວັດທະນະທໍາ ກໍ່ຄືເງື່ອນໄຂຕົວຈິງແຕ່ລະບ່ອນ. ຢູ່ລາວເຮົາການສະຫລອງວັນເດັກ ສາກົນແມ່ນຕິດພັນສະໜິດແໜ້ນ ກັບການປູກຕົ້ນໄມ້ ເຊິ່ງແມ່ນວັນປູກ ຕົ້ນໄມ້ແຫ່ງຊາດ ເຊັ່ນດຽວກັນ, ອັນ ໝາຍເຖິງການປູກຝັງບົ່ມເພາະ ເຮັດໃຫ້ເດັກນ້ອຍໃນວັນນີ້ ກາຍ ເປັນຊັບພະຍາກອນສໍາຄັນ, ເປັນໃຈ ກາງຂອງການພັດທະນາຊາດໃຫ້ ກ້າວໜ້າສີວິໄລ. ຕະຫລອດໄລຍະຜ່ານມາ, ພັກ- ລັດເຮົາ ໄດ້ເອົາໃຈໃສ່ປູກຈິດສໍາ ນຶກ, ປຸກລະດົມການເຂົ້າຮ່ວມ ແລະ ລົງທຶນໃສ່ເດັກ ໂດຍມີມາດຕະການ ຕ່າງໆເປັນບ່ອນອີງໃນການສົ່ງ ເສີມ ແລະ ປົກປ້ອງເດັກບັນດາເຜົ່າ ຢ່າງເທົ່າທຽມກັນ. ພຶດຕິກໍາຕົວຈິງ ໄດ້ເຫັນໝາກຜົນແລ້ວວ່າ ຄວາມ ຮັບຮູ້ ແລະ ເຂົ້າໃຈຂອງສັງຄົມ ແມ່ນພົ້ນເດັ່ນຂຶ້ນແທ້ ໃນຄວາມເອົາ ໃຈໃສ່ຕໍ່ເດັກ, ເປີດໂອກາດໃຫ້ແກ່ ເດັກສະແດງອອກດ້ານຕ່າງໆ, ສະ ແດງຄໍາຄິດເຫັນກ່ຽວກັບຄວາມ ມຸ່ງຫວັງຂອງຕົນເອງ, ມີພັດທະນາ ການທາງດ້ານຄວາມຮູ້-ມັນສະ ໝອງ ແລະ ຮ່າງກາຍທີ່ດີ. ຢ່າງໃດກໍ່ດີ, ເຖິງແມ່ນໂດຍ ລວມວຽກງານເດັກ ໄດ້ມີຜົນສໍາ ເລັດອັນທີ່ເປັນພື້ນຖານປະກອບ ສ່ວນເຂົ້າໃນຂະບວນການກໍ່ຄືວຽກ ງານພັດທະນາຊັບພະຍາກອນມະ ນຸດຢ່າງສໍາຄັນທີ່ສຸດ, ແຕ່ບັນຫາ ທີ່ຖືກຕັ້ງຂຶ້ນໃນຍຸກສະໄໝແຫ່ງ ຄວາມກ້າວໜ້າດ້ານເຕັກໂນໂລຊີ ການສື່ສານ ແລະຂໍ້ມູນຂ່າວສານ ແມ່ນຄວາມເອົາໃຈໃສ່ຕໍ່ການເບິ່ງ ແຍງລ້ຽງດູເດັກໃນຄອບຄົວຈໍາ ນວນໜຶ່ງຄືການໃຫ້ເດັກໃຊ້ເຄື່ອງ ເອເລັກໂຕຣນິກ ໂດຍສະເພາະໂທ ລະສັບມືຖືທັນສະໄໝ ມີລັກສະນະ ຂາດການຄວບຄຸມ, ຕາມໃຈເດັກ ເກີນໄປ ສະພາບທີ່ເກີດຂຶ້ນກໍ່ຄື ໃນພຶດຕິກໍາຕົວຈິງສັງຄົມມີພໍ່ແມ່ ຜູ້ປົກຄອງຈໍານວນໜຶ່ງອອຍເດັກ ດ້ວຍໂທລະສັບ, ບໍ່ຢາກໃຫ້ລູກວົນ ນໍາເວລາມີວຽກ, ເວລາພົບປະຊຸມ ແຊວກໍ່ເອົາໂທລະສັບຍັດໃສ່ມື. ມີ ຈໍານວນໜຶ່ງຍັງອອກປາກຍ້ອງວ່າ ເດັກເກັ່ງກວ່າຜູ້ໃຫຍ່ ການໃຊ້ໂທລະ ສັບ ແລະ ອື່ນໆ. ບັນຫາຕາມມາມີ ຫລາຍກໍລະນີ ເຮັດໃຫ້ເດັກມີນິດໄສ ດື້ດ້ານ, ເອົາໃຈຕົນເອງ, ຂັດຫລິ້ນ ໂທລະສັບ, ໄດ້ຈັບແລ້ວບໍ່ຢາກວາງ ພໍ່ແມ່ຈົນໄດ້ຍາດ ຫລື ຮ້າຍ ຖ້າອອຍ ບໍ່ໄດ້. ຄໍາເຫັນຈໍານວນໜຶ່ງວ່າເດັກ ຈໍານວນໜຶ່ງ ໂດຍສະເພາະໃນ ເມືອງໃຫຍ່ ບໍ່ຄ່ອຍມີແນວຫລິ້ນ (ກິດຈະກໍາ) ນໍາໝູ່ຄູ່ຫລາຍຄືແຕ່ ເກົ່າ, ເລີກຮຽນມາກໍ່ເຂົ້າເຮືອນ ອັດປະຕູແຈບ, ເຮືອນກໍ່ມີຮົ້ວຮາວ ແໜ້ນໜາ ຈະອອກເຮືອນແມ່ນບໍ່ ໄດ້, ນີ້ອາດເປັນສ່ວນໜຶ່ງເຮັດໃຫ້ ເດັກຈໍານວນໜຶ່ງມີຈິດໃຈບໍ່ກວ້າງ, ສະມາທິສັ້ນ, ກ່າຍແບບນໍາໂຕກາ ຕູນໃນໂລກອອນລາຍ. ຮ້າຍແຮງ ກວ່ານັ້ນ ກາຍເປັນເດັກທີ່ມີຄວາມ ຄວາມຜິດປົກກະຕິ ທັງການເວົ້າ ຈາ, ພົວພັນກັບໝູ່, ການຫລິ້ນ (ບໍ່ ເຂົ້າໝູ່ໂດຍທົ່ວໄປ), ຊຸມໜຶ່ງກໍ່ເປັນ ຄົນເອົາແຕ່ໃຈຕົນເອງ, ບໍ່ມີສະມາທິ ຮຽນໜັງສືບໍ່ໄດ້ (ພໍຈື່ຫລາຍອັນ ແຕ່ເຂົ້າຮຍໜບໍ່ຈົດແຕ້ມ...). ເດັກໃນວັນນີ້ຄືຜູ້ໃຫຍ່ໃນອະນາ ຄົດ, ການເອົາໃຈໃສ່ເບິ່ງແຍງເດັກ ທີ່ຖືກຕ້ອງແມ່ນສໍາຄັນຕໍ່ອະນາຄົດ ຂອງເດັກເອງ. ການເອົາໃຈກໍ່ແມ່ນ ອັນທີ່ຕ້ອງເຮັດໃນບາງກໍລະນີ, ບອກສອນຢ່າງຖືກວິທີ-ເງື່ອນໄຂສະພາບແວດລ້ອມ ແລະ ເກນອາຍຸ. ອີກປະການ ແມ່ແບບແມ່ນສໍາຄັນ ເຊັ່ນດຽວກັນ, ຜູ້ໃຫຍ່ຄວນຄໍານຶງ ຈຸດນີ້, ເດັກມັກກ່າຍ ຫລື ລອກແບບ ຜູ້ໃຫຍ່ ເຊິ່ງມີຈໍານວນບໍ່ໜ້ອຍກາຍ ເປັນອັນສືບທອດຕໍ່ໄປ, ຖ້າເປັນ ເລື່ອງດີບໍ່ເປັນຫຍັງ, ແຕ່ມີບາງອັນ ແມ່ນບໍ່ສົມຄວນເປັນຕົ້ນ ຄວາມໃຈ ຮ້ອນໃຈຮ້າຍບໍ່ມີເຫດຜົນ, ການເສ ລີປະພຶດຕົວນັກເລງອັນຕະພານ, ຟູມເຟືອຍ... ພ້ອມກັນເປັນແມ່ແບບທີ່ດີງາມ, ເອົາໃຈໃສ່ເບິ່ງແຍງເດັກໃນວັນນີ້ ໃຫ້ເຕີບໃຫຍ່ທັງຮ່າງກາຍ ແລະ ມີຈິດໃຈດີງາມ ເປັນພົນລະເມືອງດີ ເພື່ອປະກອບສ່ວນສໍາຄັນເຂົ້າໃນ ການພັດທະນາຊາດໃຫ້ຮຸ່ງເຮືອງ ກ້າວໜ້າ ໃນອະນາຄົດ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==