7totra dIkd4ko 4;m [+ cdh ; leg]a fdv'xt-5 ,dk'ltw\ gsfdko{dkorfa mtok xtgmf]k; ( 24/05/2023 ]af4t,qo8u lld goAooaddy]k7qorydko]k; lhk'zqo'ko.shfumujl5f.o vk-Po rkikgd, 4;m g-dv' s;o7no,6og-Nv ;aode,tdvolkdqo 7q[Iv[ 1 3 7 xu ຂປລ.ໃນວັນທີ 22 ພຶດສະພາ 2023 ທີ່ນະຄອນຫລວງວຽງຈັນ, ທ່ານ ພຸດ ສິມມາລາວົງ ລັດຖະ ມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນປະທານຄະນະ ກຳມະການໂອແລມປິກແຫ່ງຊາດ ລາວ (ຄອລ) ໄດ້ພົບປະໂອ້ລົມ ແລະ ເນັ້ນໃຫ້ຄະນະນັກກິລາຄົນພິການ ລາວ ຊຸດກຽມເຂົ້າຮ່ວມມະຫະກຳ ກິລາຄົນພິການອາຊຽນ ຫລື “ອາ ຊຽນ ພາຣາເກມ” ທີ່ລາຊະອານາ ຈັກກຳປະເຈຍ ຮັບກຽດເປັນເຈົ້າ ພາບສືບຕໍ່ເພີ່ມທະວີ ຄວາມເອົາໃຈ ໃສ່ທຸ່ມເທເຫື່ອແຮງ ແລະ ສະຕິປັນ ຍາ ເຂົ້າໃນການຝຶກຊ້ອມ ເພື່ອສ້າງ ຄວາມຫວັງແກ່ຕົນເອງ ໃນການ ຍາດຫລຽນຄຳ, ຫລຽນເງິນ ແລະ ຫລຽນທອງ ໃຫ້ໄດ້ເທົ່າທີ່ເຮັດໄດ້. ທ່ານ ພຸດ ສິມມາລາວົງ ຍັງໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ມາ ຍັງຄະນະນຳຂອງກົມກິລາມວນ ຊົນ, ພະລະ ແລະ ສິລະປະສຶກສາ, ຄະນະກຳມະການພາຣາແລມປິກ ແຫ່ງຊາດລາວ ແລະ ບັນດາສະຫະ ພັນກິລາຄົນພິການແຫ່ງຊາດລາວ ທີ່ມີຄວາມຕັດສິນໃຈສູງໃນການ ປຸກລະດົມ, ຊຸກຍູ້ນັກກິລາ ເຂົ້າສູນ ຝຶກຊ້ອມ ເພື່ອເຂົ້າຮ່ວມ “ອາຊຽນ ພາຣາເກມ”. ເຖິງຢ່າງໃດກໍດີ, ຂໍ ຮຽກຮ້ອງມາຍັງກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ໃນນາມ ກອງເລຂາປະສານງານ ຕ້ອງໄດ້ ເອົາໃຈໃສ່ໃນການພົວພັນປະສານ ງານຢ່າງເອົາຈິງເອົາຈັງກັບປະ ເທດເຈົ້າພາບ, ກອງເລຂາຂອງ ຄະນະຈັດການແຂ່ງຂັນ ໃຫ້ເປັນປົກ ກະຕິ, ຕິດຕາມຂໍ້ມູນຂ່າວສານໃຫ້ ທັນກັບສະພາບການ ແລະ ລາຍ ງານຂໍຄຳເຫັນຄະນະນຳ ກະຊວງ ແລະ ປະທານຄະນະກຳມະການ ພາຣາແລມປິກແຫ່ງຊາດລາວ ຢ່າງ ເປັນປົກກະຕິ. ທ່ານ ວິລະວັນ ບຸນສຸກໄທ ຫົວ ໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິ ການ ແລະ ກິລາ ທັງເປັນຮອງປະ ທານ ແລະ ເລຂາທິການຄະນະກຳ ມະການພາຣາແລມປິກແຫ່ງຊາດ ລາວ ລາຍງານໃຫ້ຮູ້ວ່າ: ການເຂົ້າ ຮ່ວມແຂ່ງຂັນກິລາ “ອາຊຽນ ພາ ຣາເກມ” ຄັ້ງທີ 12 ນີ້, ສປປ ລາວ ຈະສົ່ງ 7 ປະເພດກິລາ ປະກອບມີ ແລ່ນ-ລານ (ລວມ 11 ຄົນ, ນັກ ກິລາ 7 ຄົນ, ຍິງ 2 ຄົນ), ລອຍນ້ຳ (ລວມ 11 ຄົນ, ນັກກິລາ 7 ຄົນ, ຍິງ 2 ຄົນ), ຍົກນ້ຳໜັກ (ລວມ 6 ຄົນ, ນັກກິລາ 3 ຄົນ, ຍິງ 1 ຄົນ), ໂກນບານຍິງ (ລວມ 10 ຄົນ, ນັກກິ ລາ 6 ຄົນ), ບັອດເຊຍ (ລວມ 7 ຄົນ, ນັກກິລາ 3 ຄົນ, ຍິງ 1 ຄົນ), ບານບ້ວງລໍ້ເລື່ອນຍິງ (ລວມ 13 ຄົນ, ນັກກິລາ 9 ຄົນ) ແລະ ກິລາ ບານເຕະຄົນພິການຕາ (ລວມ 15 ຄົນ, ນັກກິລາ 10 ຄົນ) ລວມ ຜູ້ເຂົ້າຮ່ວມທັງໝົດ 89 ຄົນ, ຍິງ 36 ຄົນ. ໃນນັ້ນກໍມີຄະນະນຳ 11 ຄົນ, ຍິງ 6 ຄົນ, ແພດ-ນັກຂ່າວ 5 ຄົນ, ຍິງ 2 ຄົນ, ຄູຝຶກ-ຜູ້ຊ່ວຍຄູ ຝຶກ 28 ຄົນ, ຍິງ 7 ຄົນ ແລະ ນັກ ກິລາ 45 ຄົນ, ຍິງ 21 ຄົນ; ສ່ວນ ຄວາມຫວັງໃນການເຂົ້າຮ່ວມງານ ຄັ້ງນີ້ ໄດ້ຕັ້ງເປົ້າໝາຍໄວ້ ຈະພະ ຍາຍາມສູ້ຊົນໃຫ້ໄດ້ 1 ຫລຽນຄຳ, 3 ຫລຽນເງິນ ແລະ 10 ຫລຽນທອງ. ຂ່າວ ສົມຫວັງ ຂໍ້ມູນໜັງສືພິມສຶກສາ ແລະ ກິລາ ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ຄະນະພັກຮາກ ຖານ ພະແນກຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງບໍ່ແກ້ວ ຈັດກອງປະຊຸມກາງ ສະໄໝ ຄັ້ງທີ I ຂອງຕົນຂຶ້ນ ໃນທ້າຍ ອາທິດຜ່ານມາ ໂດຍການເປັນປະ ທານ ຂອງສະຫາຍ ສົມຄິດ ວົງປັນ ຍາ ກຳມະການພັກແຂວງເລຂາ ຄະນະພັກຮາກຖານ ຫົວໜ້າພະ ແນກ ຖວທ ແຂວງ, ສະຫາຍ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ສະມາຊິກພັກສົມບູນ-ສຳຮອງ ເຂົ້າຮ່ວມ. ສະຫາຍ ສົມຄິດ ວົງປັນຍາ ໄດ້ ຜ່ານຮ່າງບົດສະຫລຸບຕີລາຄາການ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ I ການນຳພາລວມຂອງ ຄະ ນະພັກຮາກຖານ ໄລຍະຜ່ານມາ, ເຄື່ອນໄຫວວຽກງານຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຕ່ປີ 2020-2022 ແລະ ແຜນຜັນ ຂະຫຍາຍມະຕິກອງປະຊຸມທ້າຍສະ ໄໝ ໂດຍມີຜົນສຳເລັດຫລາຍດ້ານ ໂດຍສະເພາະ ໄດ້ເອົາໃຈໃສ່ຄຸ້ມຄອງ ເອກະສານເຂົ້າ-ອອກຕາມລະບົບ ປະຕູດຽວ, ຈັດຕັ້ງໂຄສະນາເຜີຍແຜ່ ແນວທາງນະໂຍບາຍຂອງພັກ-ລັດ ຜ່ານສື່ໆຕ່າງໆຂອງແຂວງ ແລະ ສູນກາງຢ່າງຕໍ່ເນື່ອງ, ໄດ້ສົມທົບ ກັບກົມກ່ຽວຂ້ອງ ຂອງກະຊວງ ຖວທ ລົງປະເມີນການນຳໃຊ້ລະບົບ ໂທລະໂຄ່ງບ້ານເປົ້າໝາຍຢູ່ບັນດາ ເມືອງ ທີ່ໄດ້ຮັບການຊ່ວຍເຫລືອ ຈາກໂຄງການໄລຍະ 1 ແລະ ໄດ້ຮັບ ການຊ່ວຍເຫລືອລະບົບໂທລະໂຄ່ງ ໃຫ້ບ້ານ ຈາກໂຄງການໄລຍະ 2 ພ້ອມທັງສຳເລັດການຕິດຕັ້ງ. ປັດຈຸ ບັນ ທົ່ວແຂວງບໍ່ແກ້ວ ມີຄອບຄົວວັດ ທະນະທຳທັງໝົດ 27.613 ຄອບ ຄົວ, ບ້ານວັດທະນະທຳ 207 ບ້ານ, ກຸ່ມບ້ານວັດທະນະທຳ 14 ກຸ່ມບ້ານ, ໄດ້ຄຸ້ມຄອງຂຶ້ນທະບຽນມໍລະດົກ ທາງດ້ານວັດທະນະທຳ, ປະຫວັດ ສາດ, ວັດຖຸບູຮານຕ່າງໆ ໂດຍສະ ເພາະຂຶ້ນທະບຽນ ແລະ ປະກາດຮັບ ຮອງເອົາພຣະທາດສຸວັນນະຜ້າຄຳ ເມືອງຫ້ວຍຊາຍ ຂຶ້ນເປັນມໍລະດົກ ແຫ່ງຊາດລະດັບທ້ອງຖິ່ນ ແຫ່ງທີ 1 ຂອງແຂວງບໍ່ແກ້ວ, ແຫ່ງທີ 3 ທົ່ວ ປະເທດ. ສະຫາຍ ສົມຄິດ ວົງປັນຍາ ກ່າວຕື່ມວ່າ: ແຂວງບໍ່ແກ້ວ ມີແຫລ່ງ ທ່ອງທ່ຽວ ທັງໝົດ 77 ແຫ່ງ ໃນນີ້, ຂປລ. ແຫລ່ງຂ່າວຈາກ ແຂວງໄຊ ສົມບູນ ໃຫ້ຮູ້ວ່າ: ທ່ານ ພອຍຄໍາ ຮຸ່ງບຸນ ຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍ ຄະນະ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ຊຶ່ງນໍາໂດຍ ທ່ານ ເລ ບາ ແທ່ງ ຮອງຫົວໜ້າ ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງບັກ ຢາງ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຄື່ອນໄຫວຢ້ຽມ ຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ ໃນ ວັນທີ 23 ພຶດສະພາ 2023. ທ່ານ ເລ ບາ ແທ່ງ ໄດ້ກ່າວວ່າ: ການມາເຄື່ອນໄຫວວຽກງານ ໃນຄັ້ງ ນີ້ ເພື່ອສໍາຫລວດ ແລະ ເກັບກຳຂໍ້ມູນ ສະພາບການຜະລິດກະສິກຳ ເປັນຕົ້ນ ແມ່ນການກໍ່ສ້າງຊົນລະປະທານ ແລະ ການປູກຝັງ-ລ້ຽງສັດ ທີ່ເຫັນວ່າ ແຂວງ ໄຊສົມບູນ ຍັງພົບຄວາມຫຍຸ້ງຍາກ ຕ່າງໆ ເພື່ອລາຍງານໃຫ້ການນໍາ ແຂວງບັກ ຢາງໄດ້ຮັບຮູ້ ເພື່ອຊອກຫາ ຊ່ອງທາງແກ້ໄຂຊ່ວຍ ແຂວງໄຊສົມບູນ. ໂອກາດດຽວກັນນີ້, ຄະນະດັ່ງກ່າວ ໄດ້ສືບຕໍ່ເຮັດວຽກຮ່ວມກັບພາກສ່ວນ ທີ່ກ່ຽວຂ້ອງ ກໍຄືພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊສົມບູນ ເພື່ອປຶກສາຫາ ລື ແລະ ວາງແຜນກ່ຽວກັບການລົງສໍາ ຫລວດຕົວຈິງຢູ່ພາກສະໜາມ ໂດຍສະ ເພາະວຽກງານຊົນລະປະທານ ແລະ ວຽກງານປູກຝັງ-ລ້ຽງສັດ ເປັນຕົ້ນ ຂໍ້ ມູນກ່ຽວກັບຄອບຄົວ, ພື້ນທີ່ທໍາການ ຜະລິດ ແລະ ຈຸດທີ່ຈະສ້າງຊົນລະປະ ທານ ເພື່ອສະໜອງນໍ້າໃຫ້ປະຊາຊົນຜະ ລິດກະສິກໍາ. ຂ່າວ-ພາບ: ພາພອນ ນະວົງໄຊ ຂປລ. ແຫລ່ງຂ່າວຈາກ ແຂວງເຊ ກອງ ໃຫ້ຮູ້ວ່າ: ກໍາມະບານຮາກຖານ ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງເຊ ກອງ ຫວນຄືນມູນເຊື້ອວັນກໍາມະກອນ ສາກົນ ຄົບຮອບ 137 ປີ (1 ພຶດສະພາ 1886-1 ພຶດສະພາ 2023) ໃນວັນ ທີ 22 ພຶດສະພາ 2023 ໂດຍການ ປາຖະກະຖາຂອງທ່ານ ສົມພອນ ສີລາ ສັກ ຄະນະບໍລິຫານງານ ສະຫະພັນ ກໍາມະບານ ແຂວງເຊກອງ. ທ່ານ ສົມພອນ ສີລາສັກ ໄດ້ຍົກ ໃຫ້ເຫັນການກໍາເນີດ, ການເຕີບໃຫຍ່ ຂະຫຍາຍຕົວ ແລະ ການເຄື່ອນໄຫວ ພາລະກໍາປະຫວັດສາດ ຂອງຂະບວນ ກໍາມະກອນສາກົນ ລວມທັງການເຄື່ອນ ໄຫວຕໍ່ສູ້ບໍ່ຍອມຈໍານົນ ຕ້ານຈັກກະພັດ ລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ປະກອບສ່ວນໃນພາລະກິດປົກປັກສາ ແລະ ພັດທະນາປະເທດຊາດ ຂອງກຳ ມະກອນລາວ, ທັງນີ້ ກໍເພື່ອເປັນການ ໂຄສະນາສຶກສາອົບຮົມການເມືອງແນວຄິດພະນັກງານ, ສະມາຊິກກໍາມະ ບານ ທົ່ວພະແນກ ຖວທ ໃຫ້ຮັບຮູ້, ເຂົ້າໃຈກ່ຽວກັບມູນເຊື້ອ ການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງ ຂະບວນການກໍາມະກອນສາກົນ ກໍຄື ກໍາມະກອນລາວ ແລະ ພ້ອມທັງຮໍ່າ ຮຽນເສີມຂະຫຍາຍທາດແທ້ມູນເຊື້ອ ປະຕິວັດ, ລັກສະນະດີເລີດຂອງຊົນ ຊັ້ນກໍາມະກອນລາວ ແນໃສ່ປຸກລະ ດົມພະນັກງານ, ສະມາຊິກກໍາມະບານ ໃຫ້ມີຄວາມບຸກບືນ, ຕັ້ງໜ້າປະກອບ ສ່ວນເຂົ້າໃນການເຄື່ອນໄຫວວຽກ ງານກໍາມະບານ, ສ້າງຂະບວນການ ແຂ່ງຂັນ ໃນການປະຕິບັດໜ້າທີ່ວິຊາ ສະເພາະ, ການປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງກໍາມະບານລາວ ຕິດ ພັນກັບການປະຕິບັດຂໍ້ແຂ່ງຂັນ “ຮັກ ຊາດ ແລະ ພັດທະນາ” ໃຫ້ຟົດຟື້ນ ແລະ ກວ້າງຂວາງ. ແຫລ່ງທ່ອງທ່ຽວທາງດ້ານທຳມະ ຊາດ 54 ແຫ່ງ, ທາງດ້ານວັດທະ ນະທຳ 19 ແຫ່ງ ແລະ ປະຫວັດສາດ 4 ແຫ່ງ, ເຊິ່ງເປີດໃຫ້ບໍລິການ 23 ແຫ່ງ, ມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າ-ອອກ ແຂວງບໍ່ ແກ້ວ 289.791 ເທື່ອຄົນ, ທຽບໃສ່ ແຜນການ 5 ປີປະຕິບັດໄດ້ 22 . ໂອກາດນີ້, ສະຫາຍ ຈອມສີ ລັດ ຕະນະປັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຍັງໄດ້ມີຄຳເຫັນໂອ້ລົມຕໍ່ກອງປະ ຊຸມ ໂດຍເນັ້ນໃຫ້ຄະນະພັກ-ສະມາ ຊິກພັກທຸກສະຫາຍ ເສີມຂະຫຍາຍ ດ້ານດີ ສືບຕໍ່ປັບປຸງດ້ານອ່ອນຂໍ້ຄົງ ຄ້າງ ໃຫ້ສຳເລັດເປັນກ້າວໆ, ສືບຕໍ່ ເອົາໃຈໃສ່ແກ້ໄຂວຽກງານທີ່ຍັງ ຄົງຄ້າງ ເພື່ອໃຫ້ການຈັດຕັ້ງປະຕິ ບັດວຽກງານບັນຫາ ທີ່ເຫັນວ່າຍັງ ຄົງຄ້າງ ແລະ ຕ້ອງສືບປັບປຸງແກ້ໄຂ ໃນຕໍ່ໜ້າ ໃຫ້ໄດ້ຮັບຜົນສຳເລັດ ທັງ ນີ້ກໍເພື່ອເປັນບ່ອນອີງໃນການສືບຕໍ່ ຈັດຕັ້ງປະຕິບັດວຽກງານທ້າຍສະ ໄໝ ໃຫ້ໄດ້ຮັບຜົນດີເທື່ອລະກ້າວ. ຂ່າວ-ພາບ: ສອນໄຊ ບຸບຜາປັນໂຍ g9Qkc0;'9exklad 8hvoIa[ dq'l6o.spj dex6g9p xt9eot7voxkdgຂປລ. ແຫລ່ງຂ່າວຈາກ ແຂວງຈຳ ປາສັກ ໃຫ້ຮູ້ວ່າ: ທ່ານ ວິໄລວົງ ບຸດດາ ຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍ ຄະນະ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ກິ ໂມນີຣÐວດ ກົງສູນໃຫຍ່ ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳ ນະຄອນປາກເຊ ພ້ອມຄະນະ ໃນວັນທີ 22 ພຶດສະພາ 2023 ທີ່ຫ້ອງວ່າການ ແຂວງຈຳປາສັກ, ໃນໂອກາດທີ່ໄດ້ຮັບ ໜ້າທີ່ໃຫ້ດຳລົງຕຳແໜ່ງເປັນກົງສູນ ໃຫຍ່ ແຫ່ງລາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ (ປະຈຳພາກ ໃຕ້ ສປປ ລາວ) ຄົນໃໝ່. ໃນໂອກາດດັ່ງກ່າວ, ທ່ານ ວິໄລ ວົງ ບຸດດາຄຳ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ ກິ ໂມນີຣÐ ວດ ພ້ອມຄະນະ ແລະ ເຊື່ອໝັ້ນຢ່າງຍິ່ງວ່າ ທ່ານກົງສູນໃຫຍ່ ຈະສືບຕໍ່ເພີ່ມທະວີ ການປະສານງານຮັດແໜ້ນຄວາມສາ ມັກຄີ, ຜັນຂະຫຍາຍການຮ່ວມມືມິດຕະ ພາບອັັນເປັນມູນເຊື້ອ ລະຫວ່າງ ປະຊາ ຊົນສອງຊາດ ລາວ-ກຳປູເຈຍ ເວົ້າລວມ, ເວົ້າສະເພາະບັນດາແຂວງພາກໃຕ້ ຂອງ ສປປ ລາວ ກັບບັນດາ ແຂວງຂອງ ລາຊະອານາຈັກກຳປູເຈຍ ໃຫ້ນັບມື້ ກ້າວເຂົ້າສູ່ລວງເລິກ. ພ້ອມນັ້ນທ່ານ ເຈົ້າແຂວງຈຳປາສັກ ຍັງໄດ້ສະແດງ ຄວາມຊົມເຊີຍຕໍ່ຜົນສຳເລັດງານມະ ຫະກໍາກິລາຊີເກມ ຄັ້ງທີ 32 ທີ່ລາຊະອາ ນາຈັກກໍາປູເຈຍ ເປັນເຈົ້າພາບ ທີ່ໄດ້ ກາຍເປັນຊີເກມແຫ່ງມິດຕະພາບ ແລະ ການຮ່ວມມືທີ່ດີມີໝາກຜົນສຳເລັດສູງ. ໂອກາດນີ້, ທ່ານ ກິ ໂມນີຣວÐ ດ ກໍໄດ້ ສະແດງຄວາມຂອບໃຈ ແລະ ຂໍ່ານັບຊົມ ເຊີຍ ການນຳແຂວງຈຳປາສັກ ໃນການ ນຳພາ-ຊີ້ນຳ ໂດຍສະເພາະຊຸກຍູ້ການ ພົວພັນຮ່ວມມືສອງປະເທດ ເວົ້າລວມ, ເວົ້າສະເພາະ ແມ່ນແຂວງຈຳປາສັກ ກັບບັນດາແຂວງຂອງລາຊະອານາຈັກ ກຳປູເຈຍ. ພ້ອມນັ້ນທ່ານ ຍັງໄດ້ມີຄຳ ເຫັນສະເໜີ ເພື່ອຊຸກຍູ້ການພົວພັນ ຮ່ວມມື ເປັນຕົ້ນ ດ້ານຄົມມະນາຄົມ, ຊຸກ ຍູ້ການທ່ອງທ່ຽວສອງປະເທດ ແລະ ພ້ອມຈະສືບຕໍ່ຮັດແໜ້ນຄວາມສາມັກ ຄີ ສ້າງສາຍພົວພັນການຮ່ວມມືມິດຕະ ພາບ ອັນເປັນມູນເຊື້ອໃຫ້ແໜ້ນແຟ້ນຍິ່ງ ຂຶ້ນ. ຂ່າວ: ທັດຊະນະ, ພາບ: ພູທິບສະຫວັນ 7totoe c0;'w-lq,[6o 8hvoIa[ 7totz6hcmo ll s;Pfok,
RkJQdWJsaXNoZXIy MTc3MTYxMQ==