5624

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 24/05/2023 xtgmf]k; 4 3]d c]t gsfdko ຕໍ່າ‹ໜ້າ ທະນາຄານອຸດສາຫະກຳ.. *ການສ້າງຕັ້ງສູນຊໍາລະສະສາງ ເງິນຢວນ ແມ່ນຜົນສໍາເລັດອັນໜຶ່ງຂອງ ສາຍພົວພັນຮ່ວມມືລາວ-ຈີນ ທີ່ມີມູນ ເຊື້ອປະຫວັດສາດອັນຍາວນານ, ມີການ ຮ່ວມມືສົ່ງເສີມດ້ານເສດຖະກິດ ເຊິ່ງ ກັນ ແລະ ກັນລະຫວ່າງສອງຊາດຢ່າງ ແໜ້ນແຟ້ນ, ມີຂົງເຂດການຮ່ວມມືໃນ ຫລາຍດ້ານ ເຊິ່ງເກີດດອກອອກຜົນຢ່າງ ຫລວງຫລາຍ ແລະ ມີແຜນພັດທະນາ ໃນອະນາຄົດທີ່ສົດໃສຢ່າງບໍ່ຢຸດຢັ້ງ. ສູນຊໍາລະສະສາງເງິນຢວນ ແມ່ນສະ ຖາບັນຕ່າງປະເທດທີ່ໃຫ້ບໍລິການຊໍາລະ ສະສາງເງິນຢວນໃຫ້ແກ່ທະນາຄານຢູ່ ໃນຂົງເຂດ ຫລື ປະເທດທີ່ສາມາດຊໍາ ລະສະສາງເງິນຢວນໄດ້. ໃນປັດຈຸບັນ, ໄດ້ສ້າງຕັ້ງສູນຊໍາລະສະສາງເງິນຢວນ ຕ່າງປະເທດລວມທັງໝົດ 31 ແຫ່ງໃນ 29 ປະເທດ ທົ່ວໂລກ ເຊິ່ງກວມເອົາ ທະວີບອາເມລິກາ, ເອີຣົບ, ອາຊີຕາເວັນ ອອກ, ອາຊີຕາເວັນອອກສ່ຽງໃຕ້, ໂອເຊອານີແລະອາຟຣິກາ. ທ້າຍປີ 2021, ທົ່ວໂລກມີສະຖາບັນການເງິນ ທີ່ຮ່ວມມືກັບສູນຊໍາລະສະສາງເງິນ ຢວນເຖິງ 950 ແຫ່ງ. ໃນວັນທີ 20 ກັນຍາ 2022, ທະ ນາຄານປະຊາຊົນຈີນ ແລະ ທະນາ ຄານ ແຫ່ງ ສປປ ລາວ ໄດ້ລົງນາມ ໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການແຕ່ງຕັ້ງທະນາຄານຊໍາລະສະ ສາງເງິນຢວນຢູ່ ສປປ ລາວ. ພ້ອມ ດຽວກັນນັ້ນ, ໃນວັນທີ 30 ກັນຍາ 2022 ທະນາຄານປະຊາຊົນຈີນໄດ້ມອບໝາຍ ໃຫ້ທະນາຄານອຸດສາຫະກຳ ແລະ ການ ຄ້າຈີນຈໍາກັດສາຂານະຄອນຫລວງ ວຽງຈັນ ເຮັດໜ້າທີ່ເປັນສູນຊໍາລະສະ ສາງເງິນຢວນໃນ ສປປ ລາວ. ມາຮອດ ປັດຈຸບັນ, ສປປ ລາວ ກາຍເປັນປະເທດ ທີ 5 ໃນອາຊຽນທີ່ໄດ້ຮັບອະນຸຍາດ ສ້າງຕັ້ງເປັນສູນຊໍາລະສະສາງເງິນ ຢວນຖັດຈາກສິງກະໂປ, ມາເລເຊຍ, ໄທ ແລະ ຟິລິບປິນ. ໃນປີ 2020, ທະ ນາຄານກາງຂອງສອງປະເທດໄດ້ລົງ ນາມເຊັນສັນຍາວ່າດ້ວຍການຮ່ວມມື ໃນການສົ່ງເສີມການນໍາໃຊ້ສະກຸນເງິນ ທ້ອງຖິ່ນລະຫວ່າງ ສອງປະເທດລາວຈີນ ແລະ ສັນຍາແລກປ່ຽນກີບ-ຢວນ (48"1) ເຊິ່ງອະນຸຍາດໃຫ້ສາມາດ ນໍາໃຊ້ເງິນທ້ອງຖິ່ນຂອງສອງປະເທດ ເຂົ້າໃນການຊໍາລະດຸນບັນຊີຊໍາລະປົກ ກະຕິ ($VSSFOU "DDPVOU) ແລະ ດຸນ/ບັນຊີທຶນ ($BQJUBM "DDPVOU) ໂດຍກົງ, ສົ່ງເສີມ ແລະ ຊຸກຍູ້ອໍານວຍ ຄວາມສະດວກດ້ານການຄ້າ ແລະການ ລົງທຶນລະຫວ່າງສອງປະເທດ. ພາຍຫລັງທີ່ທະນາຄານອຸດສາ ຫະກຳ ແລະ ການຄ້າຈີນຈໍາກັດສາຂາ ນະຄອນຫລວງວຽງຈັນ ເຮັດໜ້າທີ່ ເປັນສູນຊໍາລະສະສາງເງິນຢວນໃນ ສປປ ລາວ, ກໍໄດ້ສຳເລັດການກະກຽມ ວຽກງານຕ່າງໆໃນໄລຍະຕົ້ນ ແລະ ປັດຈຸບັນນີ້ກໍພວມຕັ້ງໜ້າກະກຽມວຽກ ງານເປີດໃຫ້ບໍລິການຕາມການອະນຸ ຍາດຈາກທະນາຄານແຫ່ງ ສປປ ລາວ ແລະ ທະນາຄານປະຊາຊົນຈີນ. ຂັ້ນ ຕອນຂອງວຽກງານຕ່າງໆໄດ້ດໍາເນີນ ການຢ່າງເປັນລະບຽບຮຽບຮ້ອຍ ເຊິ່ງ ຈະສູ້ຊົນໃຫ້ໄດ້ເປີດບໍລິການຢ່າງເປັນ ທາງການພາຍໃນເດືອນມິຖຸນາຂອງ ປີນີ້. ຫລັງຈາກທີ່ໄດ້ເປີດໃຫ້ບໍລິການ ຢ່າງເປັນທາງການແລ້ວສູນຊໍາລະສະ ສາງເງິນຢວນ ຈະປະຕິບັດຕາມລະບຽບ ກົດໝາຍ ແລະ ຂໍ້ກໍານົດກົດລະບຽບ ຕ່າງໆຂອງ ສປປ ລາວ, ການດໍາເນີນ ທຸລະກິດຈະປະຕິບັດຕາມຫລັກການ ຂອງຕະຫລາດ ແລະ ການຄ້າ, ຈະສົມ ທົບກັບບັນດາພາກສ່ວນຕ່າງໆໃນລາວ ເພື່ອຈັດຕັ້ງປະຕິບັດຕາມ “ສັນຍາວ່າ ດ້ວຍການຮ່ວມມືໃນການສົ່ງເສີມການ ນໍາໃຊ້ສະກຸນເງິນທ້ອງຖິ່ນ”ແລະ“ສັນ ຍາແລກປ່ຽນກີບ-ຢວນ (48"1)” ຂອງສອງປະເທດ, ຈະສົ່ງເສີມໃຫ້ນຳ ໃຊ້ເງິນຕາທ້ອງຖິ່ນກໍຄືເງິນກີບ ແລະ ເງິນຢວນຫລາຍຂຶ້ນໃນການຊຳລະ ການຄ້າ-ການລົງທຶນລະຫວ່າງລາວ- ຈີນ, ຈະສ້າງສະພາບແວດລ້ອມທີ່ດີ ໃນການຊຸກຍູ້ການຊຳລະດ້ວຍເງິນຕາ ທ້ອງຖິ່ນ ແລະ ພັກດັນການເຄື່ອນໄຫວ ໃໝ່ໃນການຄ້າ-ການລົງທຶນລະຫວ່າງ ສອງປະເທດ ລາວ-ຈີນ ໃຫ້ນັບມື້ນັບ ເຕີບໃຫຍ່ເຂັ້ມແຂງ ເພື່ອສົ່ງເສີມ ແລະ ພັດທະນາເສດຖະກິດ-ສັງຄົມຂອງສອງ ປະເທດ. ໃນທ້າຍປີ 2021, ມູນຄ່າການລົງ ທຶນລະຫວ່າງ ລາວ-ຈີນ ບັນລຸເຖິິງ 16,4 ຕື້ໂດລາສະຫະລັດ ແລະ ໃນໄລຍະປີ 2018-2022, ມູນຄ່າການຄ້າລະ ຫວ່າງສອງປະເທດບັນລຸໄດ້ຫລາຍ ກວ່າ 15,9 ຕື້ໂດລາສະຫະລັດ, ອັດຕາ ການເຕີບໂຕສະເລ່ຍຕໍ່ປີແມ່ນ 15,9 ເຊິ່ງປັດຈຸບັນ ສປ ຈີນ ໄດ້ກາຍເປັນປະ ເທດອັນດັບ 1 ທີ່ ສປປ ລາວ ສົ່ງອອກ ຫລາຍທີ່ສຸດ ແລະ ເປັນປະເທດອັນດັບ 1 ທີ່ເຂົ້າມາລົງທຶນຫລາຍສຸດໃນ ສປປ ລາວ, ພ້ອມກັນນັ້ນຍັງເປັນຄູ່ຮ່ວມມືດ້ານ ການຄ້າລາຍໃຫຍ່ອັນດັບສອງຂອງ ສປປ ລາວ, ສາຍພົວພັນການຮ່ວມມື ດ້ານການຄ້າ ລະຫວ່າງ ສອງປະເທດ ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ ແລະ ສັກກາຍະພາບທີ່ດີ. ອີງໃສ່ຂໍ້ໄດ້ ປຽບດ້ານເຄືອຂ່າຍຂອງກຸ່ມທະນາ ຄານອຸດສາຫະກຳ ແລະ ການຄ້າຈີນ ທີ່ມີ ເຄືອຂ່າຍບໍລິການການຊໍາລະສະສາງ ເງິນຢວນຢູ່ທົ່ວໂລກ, ພາຍຫລັງການ ສ້າງຕັ້ງສູນຊໍາລະສະສາງເງິນຢວນໃນ ສປປ ລາວ ຈະຊ່ວຍຍົກສູງປະສິດທິ ພາບການຊຳລະເງິນຢວນຂອງ ສປປ ລາວ, ສາມາດສະໜອງການບໍລິການ ຊໍາລະເງິນຢວນ, ບໍລິການເງິນສົດ, ບໍລິ ການສະໜັບສະໜູນສະພາບຄ່ອງ, ບໍລິ ການແລກປ່ຽນກີບ-ຢວນ ແລະ ບໍລິ ການ ດ້ານການເງິນອື່ນໆ ໃຫ້ແກ່ບັນດາ ທະນາຄານໃນລາວໃຫ້ດີຍິ່ງຂຶ້ນ. ຄຽງຄູ່ ກັນນັ້ນ, ຈະສົ່ງເສີມ ແລະ ອຳນວຍ ຄວາມສະດວກໃຫ້ແກ່ບັນດາຫົວໜ່ວຍ ທຸລະກິດຂອງແຕ່ລະຂົງເຂດ ໃນ ສປປ ລາວໃຫ້ສາມາດດໍາເນີນທຸລະກໍາເງິນ ຢວນໃນຫລາຍຮູບແບບ ແລະ ສະດວກ ວ່ອງໄວ, ຍົກສູງຄວາມສາມາດດ້ານ ການບໍລິການ ແລະ ປະສິດທິພາບໃນ ການຊໍາລະສະສາງເງິນຢວນ ລະຫວ່າງ ປະເທດໃຫ້ດີຂຶ້ນ, ອຳນວຍຄວາມສະ ດວກໃຫ້ແກ່ການຊໍາລະເງິນຕາທ້ອງ ຖິ່ນຂອງການຄ້າສອງຝ່າຍ, ພ້ອມທັງ ຍັງຈະຊ່ວຍເພີ່ມທາງເລືອກຄັງສໍາຮອງ ເງິນຕາຕ່າງປະເທດຂອງ ສປປ ລາວ ອີກດ້ວຍ. ໂດຍ: ສຸພາສະຫວັນ ພະແນກກະສິກຳ... ສະຫະພັນແມ່ຍິງ... ຂອງຂະແໜງກະສິກໍາ-ປ່າໄມ້ ໃຫ້ ໄດ້ 4-4,5 ຕໍ່ປີ ກວມເອົາ 14 ຂອງອົງປະກອບພາຍໃນຂະແໜງ ໃຫ້ໄປລວງດຽວກັນ ແລະ ຕາມທິດ ສີຂຽວ ແລະ ຍືນຍົງ. ສໍາລັບຄາດ ໝາຍດ້ານການຜະລິດສະບຽງອາ ຫານສືບຕໍ່ຊຸກຍູ້ການຜະລິດເຂົ້າ ເພື່ອສະໜອງການບໍລິໂພກພາຍໃນ ນວ ໃຫ້ໄດ້ 321.283 ໂຕນ, ຊຸກຍູ້ ປູກເຂົ້າຈ້າວປ້ອນໂຮງງານອຸດສາ ຫະກໍາປຸງແຕ່ງຢູ່ ນວ ໃຫ້ໄດ້ 25.666 ໂຕນ, ຊຸກຍູ້ຜະລິດກະສິກໍາອິນຊີ ໃຫ້ໄດ້ມາດຕະຖານ ຈໍານວນ 200 ຄອບຄົວ ເນື້ອທີ່ 385 ເຮັກຕາ, ຜົນ ຜະລິດ 3.684 ໂຕນ, ຊຸກຍູ້ຜະລິດ ພືດຜັກ ເພື່ອສະໜອງການບໍລິໂພກ ໃຫ້ໄດ້ 115.917 ໂຕນ, ຊຸກຍູ້ຜະລິດ ໝາກໄມ້ ເພື່ອສະໜອງການບໍລິໂພກ ໃຫ້ໄດ້ 59.028 ໂຕນ, ຊຸກຍູ້ປູກສາລີ ປ້ອນໂຮງງານຫົວອາຫານສັດໃຫ້ ໄດ້ 5.127 ໂຕນ, ຊຸກຍູ້ການຜະລິດ ຜັກກະສິກໍາ ໃຫ້ໄດ້ມາດຕະຖານກະ ສິກໍາທີ່ດີ ເນື້ອທີ່ 573 ເຮັກຕາ, ຜົນ ຜະລິດ 6.261 ໂຕນ, ຊຸກຍູ້ການ ຜະລິດເຂົ້າເປັນສິນຄ້າຕາມມາດຕະ ຖານກະສິກໍາທີ່ດີ ໃຫ້ໄດ້ເນື້ອທີ່ 1.624 ເຮັກຕາ, ຜົນຜະລິດ 7.55 ຕໍ່າ‹ໜ້າ ພ້ອມດ້ວຍຄະນະບໍລິຫານງານສະ ຫະພັນແມ່ຍິງກະຊວງການຕ່າງ ປະເທດ ສປປ ລາວ, ພັນລະຍາຄະນະ ນຳກະຊວງ ແລະ ຄະນະ ກົມເພດຍິງ ຈຳນວນໜຶ່ງ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຮ່ວມກັບສະຫະພັນ ແມ່ຍິງກະຊວງການຕ່າງປະເທດ ສສ ຫວຽດນາມ ທີ່ ນະຄອນຫລວງ ຮ່າໂນ້ຍ, ສສ ຫວຽດນາມ. ເປັນການ ຢ້ຽມຢາມ ແລະ ແລກ ປ່ຽນປະຈຳປີ ຂອງສະຫະພັນແມ່ຍິງສອງກະ ຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ ເພື່ອຮັດແໜ້ນ ຄວາມສາມັກຄີ ແລະ ແລກປ່ຽນບົດ ຮຽນເຊິ່ງກັນ ແລະ ກັນ. 9 ໂຕນ, ຊຸກຍູ້ການຜະລິດໝາກພ້າວ ຫອມເປັນສິນຄ້າ ໃຫ້ໄດ້ 6 ເມືອງ ມີ 125 ຄອບຄົວ, ຊຸກຍູ້ລ້ຽງສັດ ແລະ ການປະມົງ ໃນການຜະລິດທາດ ຊີ້ນ ແລະ ປາ ຕອບສະໜອງຄວາມ ຕ້ອງການບໍລິໂພກທາດຊີ້ນ ໃຫ້ໄດ້ 65.135 ໂຕນ, ໃຫ້ມີອັດຕາສະເລ່ຍ ເພີ່ມຂຶ້ນ 4 , ສູ້ຊົນສະໜອງທາດ ຊີ້ນໃສ່ຫົວຄົນ ໃຫ້ໄດ້ 67,5 ກິໂລຕໍ່ ຄົນຕໍ່ປີ ແລະ ຊຸກຍູ້ການເຄື່ອນໄຫວ ຂອງໂຄງການຜະລິດງົວເປັນສິນ ຄ້າ ແລະ ປະສົມພັນງົວທຽມ ໃຫ້ໄດ້ 272 ໂຕ ເທົ່າກັບ 27,2 ຂອງ ແຜນການ. ໃນໂອກາດດຽວກັນ, ກໍໄດ້ມອບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ປະຈຳປີ 2022 ໃຫ້ 14 ໜ່ວຍພັກ. ຈາກນັ້ນ, ກໍໄດ້ມີພິທີ ປະດັບຫລຽນໄຊແຮງງານຊັ້ນ I ໃຫ້ບຸກຄົນທີ່ມີຜົນງານດີເດັ່ນ ໃນ ການຈັດຕັ້ງປະຕິບັດຂໍແຂ່ງຂັນຮັກ ຊາດ ແລະ ພັດທະນາ ໃນ 5 ປີຜ່ານ ມາ ຈຳນວນ 4 ທ່ານ, ປະດັບຫລຽນ ໄຊແຮງງານ ຊັ້ນ MM ໃຫ້ບຸກຄົນຈຳ ນວນ 28 ທ່ານ, ຫລຽນໄຊແຮງງານ ຊັ້ນ MMM ຈຳນວນ 41 ທ່ານ, ຫລຽນ ກາແຮງງານ ຈໍານວນ 65 ທ່ານ, ໃບຍ້ອງຍໍລັດຖະບານ ຈໍານວນ 58 ທ່ານ ແລະ ໃບຍ້ອງຍໍ ຂັ້ນເຈົ້າຄອງ ນວ ຈໍານວນ 14 ທ່ານ. ຂ່າວ-ພາບ: ກິດຕາ ໃນໂອກາດການຢ້ຽມຢາມຄັ້ງ ນີ້, ແມ່ຍິງຂອງສອງກະຊວງການ ຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ ໄດ້ມີການພົບປະ ແລະ ແລກປ່ຽນບົດຮຽນຮ່ວມກັນ ເພື່ອແຈ້ງໃຫ້ກັນຊາບກ່ຽວກັບສະ ພາບ ແລະ ການເຄື່ອນໄຫວຂອງສະ ຫະພັນແມ່ຍິງກະຊວງຂອງຕົນໃນ ໄລຍະຜ່ານມາ, ຄວາມຄືບໜ້າໃນ ການຈັດຕັ້ງປະຕິບັດແຜນການຮ່ວມ ມື ທີ່ໄດ້ຕົກລົງກັນໃນກອງປະຊຸມພົບ ປະຄັ້ງຜ່ານມາ(ປີ2022); ໃນນັ້ນ, ແມ່ນວຽກສ້າງຄວາມເຂັ້ມແຂງແກ່ ແມ່ຍິງກະຊວງການຕ່າງປະເທດ ຊຶ່ງ ສະຫະພັນແມ່ຍິງກະຊວງການ ຕ່າງປະເທດ ຝ່າຍ ສສ ຫວຽດນາມ ໄດ້ເຫັນດີໃຫ້ການສະໜັບສະໜູນ ການຈັດຝຶກອົບຮົມ 2 ຊຸດແກ່ແມ່ ຍິງກະຊວງການຕ່າງປະເທດ ສປປ ລາວ ຊຶ່ງປັດຈຸບັນຢູ່ໃນຂັ້ນຕອນການ ດຳເນີນງານ ແລະ ປະສານສົມທົບ ຂອງສອງຝ່າຍ. ນອກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລືແຜນການຮ່ວມ ມືໃນຕໍ່ໜ້າຂອງ ແມ່ຍິງສອງກະ ຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ. ໂອກາດດັ່ງກ່າວ, ຄະນະສະຫະ ພັນແມ່ຍິງກະຊວງການຕ່າງປະເທດ ສປປ ລາວ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ຫງວຽນ ເຟືອງ ຫງ່າ ປະທານສະຫະພັນບັນດາອົງການ ຈັດຕັ້ງມິດຕະພາບ ຫວຽດນາມ ແລະ ຢ້ຽມຂໍ່ານັບ ທ່ານ ຮ່ວາງ ມິງ ເກືອງ ຮອງເຈົ້າຄອງນະຄອນຮາຍ ຟ່ອງ ເພື່ອເພີ່ມທະວີສາຍພົວພັນຮ່ວມ ມື, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານຂອງສອງຊາດ ລາວ-ຫວຽດນາມ. ພ້ອມດຽວກັນນີ້, ຄະນະສະຫະພັນແມ່ຍິງຍັງໄດ້ມີໂອ ກາດໄປຢ້ຽມສະຖານທີ່ທ່ອງທ່ຽວ ສຳຄັນຕ່າງໆ ຢູ່ນະຄອນຫລວງ ຮ່າ ໂນ້ຍ ແລະ ແຂວງຮາຍຟ່ອງ. ການແລກປ່ຽນຢ້ຽມຢາມຂອງ ສອງສະຫະພັນແມ່ຍິງກະຊວງການ ຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ ເປັນກົນໄກການຮ່ວມ ມືທີ່ສຳຄັນໜຶ່ງ ໂດຍໄດ້ມີການຜັດ ປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ເປັນປະຈຳທຸກປີ ແລະ ໃນປີ 2024 ສະຫະພັນແມ່ຍິງກະຊວງການຕ່າງ ປະເທດ ຫວຽດນາມ ຈະມາຢ້ຽມ ຢາມ ສປປ ລາວ. ຂ່າວ-ພາບ:ກຕທ leg]afdkolhk'vk7kos=rad16jlt4kou]qfw2 s];'rt[k' c]t lt4kou;a';P' ຂປລ. ກຸ່ມບໍລິສັດທາງລົດໄຟ ຈີນ ທີ 15 ສຳເລັດການກໍ່ສ້າງອາ ຄານຫໍພັກຢູ່ສະຖານີຫລວງພະບາງ ແລະ ສະຖານີວັງວຽງ ໃນວັນທີ 20 ພຶດສະພາ 2023 ຜ່ານມາ ພາຍ ຫລັງດຳເນີນການກໍ່ສ້າງເປັນເວລາ ເກືອບ 7 ເດືອນ ໂດຍເລີ່ມມາແຕ່ວັນ ທີ 1 ຕຸລາ 2022 ເປັນຕົ້ນມາ ແລະ ຈະຈັດພິທີມອບຮັບໃຫ້ບໍລິສັດທາງ ລົດໄຟ ລາວ-ຈີນ ຈຳກັດໃນໄວໆນີ້. ໂຄງການກໍ່ສ້າງອາຄານຫໍພັກຕັ້ງຢູ່ ໃນເຂດສູນສ້ອມແປງ ແລະ ບຳລຸງ ຮັກສາສະຖານີ 2 ສະຖານີດັ່ງກ່າວ, ເນື້ອທີ່ແຕ່ລະອາຄານແມ່ນ 2.197 ຕາແມັດ, ມີທັງໝົດ 4 ຊັ້ນ, ລວມ ມູນຄ່າການກໍ່ສ້າງທັງໝົດ 17 ລ້ານ ກວ່າຢວນ (ສະກຸນເງິນຈີນ), ເນື້ອ ໃນໂຄງການປະກອບມີການກໍ່ສ້າງ ທີ່ຢູ່ອາໄສ, ລະບົບນໍ້າ-ໄຟ, ການສື່ ສານ, ການປະດັບປະດາ ແລະ ສິ່ງ ອຳນວຍຄວາມສະດວກຕ່າງໆ. ນັບແຕ່ເລີ່ມກໍ່ສ້າງເປັນຕົ້ນມາ, ພະ ນັກງານກໍ່ສ້າງໄດ້ຜ່ານຜ່າຄວາມ ຫຍຸ້ງຍາກຄື: ການລະບາດຂອງພະ ຍາດໂຄວິດ-19 ລະບາດ, ຄວາມ ຫຍຸ້ງຍາກໃນການ ນຳໃຊ້ວັດສະດຸກໍ່ ສ້າງສາກົນ, ຄວາມຫຍຸ້ງຍາກທາງ ພາສາລະຫວ່າງພະນັກງານຄົນ ລາວ ແລະ ຄົນຈີນ, ສະພາບດິນຟ້າ ອາກາດ, ໄລຍະລະດູຝົນ ແລະ ອື່ນໆ ແຕ່ກ່ໍສາມາດກໍ່ສ້າງໄດ້ສຳເລັດການ ກໍ່ສ້າງກ່ອນສັນຍາ 1 ເດືອນ. ໃນໄລຍະການກໍ່ສ້າງ, ໂຄງການ ໄດ້ສືບຕໍ່ຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”ຢ່າງເລິກ ເຊິ່ງ, ສະໜາມກໍ່ສາງ 2 ເຂດ ໄດ້ ຝຶກອົບຮົມພະນັກງານລາວທັງໝົດ 119 ຄົນ, ມີພະນັກງານຈີນ ພຽງ ແຕ່ 7 ຄົນ, ລວມທັງນັກວິຊາການ ດ້ານການຄຸ້ມຄອງ ແລະ ພະນັກ ງານທາງດ້ານການເງິນ ເຊິ່ງອັດຕາ ສ່ວນພະນັກງານລາວແມ່ນສູງເຖິງ 94,44 , ເຮັດໃຫ້ທ້ອງຖິ່ນມີແຫລ່ງ ຊັບພະຍາກອນມະນຸດຢ່າງແທ້ຈິງ. ອາຄານຫໍພັກຢູ່ສະຖານີຫລວງພະ ບາງມີທັງໝົດ 61 ຫ້ອງ ແລະ ຫໍພັກ ຢູ່ສະຖານີວັງວຽງ ມີທັງໝົດ 60 ຫ້ອງ, ແຕ່ລະຫ້ອງມີຫ້ອງນ້ຳ, ສາມາດບັນຈຸຄົນໄດ້ 242 ຄົນ ເຊິ່ງ ຈະຊ່ວຍແກ້ໄຂຄວາມຕ້ອງການ ບ່ອນພັກໃຫ້ພະນັກງານຂອງສູນ ສ້ອມແປງ ແລະ ບຳລຸງຮັກສາສະ ຖານີຫລວງພະບາງ ໂດຍສາມາດ ເຮັດວຽກໄດ້ດີກວ່າເກົ່າ, ສະໜອງ ການບໍລິການທີ່ມີຄຸນນະພາບສູງໃຫ້ ແກ່ທາງລົດໄຟລາວ-ຈີນ ຕໍ່າ‹ໜ້າ ຕໍ່າ‹ໜ້າ ກຳມາທິການ... ເປັນຮ່າງກົດໝາຍທີ່ມີຄວາມຫລໍ່ ແຫລມ, ລະອຽດອ່ອນ ທີ່ພົວພັນກັບ ສິດ ແລະ ຜົນປະໂຫຍດຂອງລັດ ແລະ ຂອງປະຊາຊົນໂດຍກົງ. ສະນັ້ນ, ເພື່ອ ຮັບປະກັນໃຫ້ບັນດາຮ່າງກົດໝາຍ ເຫລົ່ານັ້ນ ມີຄວາມສອດຄ່ອງ ແລະ ສາມາດຈັດຕັ້ງປະຕິບັດໄດ້ ໃນເມື່ອ ສະພາແຫ່ງຊາດ ໄດ້ພິຈາລະນາຮັບ ຮອງ ແລະ ປະທານປະເທດປະກາດ ໃຊ້. ຍ້ອນແນວນັ້ນ, ໃນວັນທີ 15 ພຶດສະພາ 2023 ຈຶ່ງໄດ້ຈັດກອງ ປະຊຸມຮ່ວມ ລະຫວ່າງຄະນະປະຈໍາ ສະພາແຫ່ງຊາດກັບຄະນະລັດຖະ ບານ ເຊິ່ງກອງປະຊຸມໄດ້ຕົກລົງໃຫ້ ນໍາເອົາຮ່າງກົດໝາຍ ຈໍານວນ 4 ສະບັບ ທາບທາມຄໍາຄິດຄໍາເຫັນຄືນ ໃໝ່ ໂດຍໃຫ້ຈັດການທາບທາມຢູ່ ສູນກາງ ແລະ ນຳໄປທາບທາມຄໍາ ເຫັນນໍາບັນດາຄູອາຈານ ແລະ ນັກ ສຶກສາທີ່ຄະນະນິຕິສາດ ແລະ ລັດ ຖະສາດ. ສະນັ້ນ, ກໍາມາທິການກົດໝາຍ ຈຶ່ງໄດ້ປະສານສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງ ສືບຕໍ່ຈັດກອງປະຊຸມ ທາບທາມຄໍາເຫັນຢູ່ສະພາແຫ່ງຊາດ ໂດຍເຊີນບັນດາຜູ້ຕາງໜ້າຈາກທຸກ ກະຊວງ, ອົງການ, ສະ ພາປະຊາຊົນ ນະຄອນຫລວງວຽງຈັນ, ອົງການ ປົກຄອງນະຄອນຫລວງວຽງຈັນ, ບັນດາທ່ານເຈົ້າເມືອງ, ຮອງເຈົ້າ ເມືອງ 5 ຕົວເມືອງໃນເທສະບານ ນະຄອນຫລວງວຽງຈັນ ແລະ ສືບ ຕໍ່ທາບທາມຄໍາເຫັນນໍາຜູ້ປະກອບ ການ ແລະ ພາກສ່ວນທຸລະກິດທີ່ສະ ພາການຄ້າ ແລະ ອຸດສາຫະກໍາແຫ່ງ ຊາດ ເພື່ອລະດົມການປະກອບຄໍາ ເຫັນໃສ່ຮ່າງກົດໝາຍ 4 ສະບັບ ດັ່ງ ກ່າວ, ເປົ້າໝາຍເພື່ອກໍານົດເນື້ອໃນ ໃຫ້ມີຄວມຮັດກຸມ, ຈະແຈ້ງ, ສອດ ຄ່ອງກັບກົດໝາຍອື່ນ ແລະ ສາມາດ ນໍາເຂົ້າພິຈາລະນາຮັບຮອງໃນກອງ ປະຊຸມສະໄໝສາມັນ ເທື່ອທີ 5 ຂອງ ສະພາແຫ່ງຊາດ ຊຸດທີ IX. ຂ່າວ: ສພຊ

RkJQdWJsaXNoZXIy MTc3MTYxMQ==