5624

czodkovvd9kd75dvao]Eg]uf 0v'z6hoerad c]t co;]k;Iad-kf xtgmf]k; 3 24/05/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me —ດÊ ສະ§ໜີ ©ດຍ žາຕÊ່ງ -nj{0kp zqozt]yf 8k,]tfd6 kod,= gu 'oy mvh o ©ດຍ §ຂາÊ້ ານນໍ້າ ›າ— ນ‹Å ຂ່າວແຂວງສະຫວນÅ ນະ§ຂດ dkooec0;'lts;aootg0f -Uoe [aosk7hk'7k .odkocdhw07;k,m5dpkd * ໃນໄລຍະເກືອບ 10 ເດືອນ ທີ່ ຜູ້ນຳພັກ ແລະ ແນວລາວສ້າງຊາດ ຈຳນວນ 16 ທ່ານ ຖືກຈັບກຸມຄຸມ ຂັງນັ້ນ, ຊີວິດ ແລະ ໂຊກຊາຕາກຳ ສຸດທີ່ສ່ຽງໄພ, ອັນຕະລາຍ ບໍ່ຕ່າງ ຫຍັງກັບເສັ້ນດ້າຍທີ່ຖືກດຶງໃກ້ຈະ ຂາດ, ເພາະວ່າຝ່າຍສັດຕູຄາດໝາຍ ໄວ້ໃນຈຳນວນບັນດາຜູ້ນຳນັ້ນ ບຸກ ຄົນສຳຄັນ ປະມານ 8 - 9 ທ່ານ ຈະໄດ້ຖືກປະຫານຊີວິດ. ນອກນັ້ນ ຈະໄດ້ຖືກຕັດສິນຂັງຄຸກຕະຫລອດ ຊີວິດ. ຈາກນັ້ນ, ພວກເຂົາໄດ້ມີແຜນ ຕັ້ງສານພິເສດສະເພາະ ເພື່ອເອົາ ບັນດາຜູ້ນຳແນວລາວຮັກຊາດ ອອກຕັດສິນບໍ່ໃຫ້ກາຍເວລາ 1 ເດືອນ ນັບແຕ່ມື້ຄະນະລັດຖະບານ ຫຸ່ນ ໄດ້ຕົກລົງເປັນເອກະພາບກັນ. ເມື່ອຮັບຮູ້ແຈ້ງເຖິງທາດແທ້ປະ ຕິການ ແລະ ແຜນການດັ່ງກ່າວຂອງ ຝ່າຍສັດຕູ, ສະຫາຍ ໄກສອນ ພົມວິ ຫານ ຜູ້ນຳສູນກາງພັກໄດ້ໃຫ້ທິດ ຊີ້ນຳວ່າ: “ຕ້ອງເອົາຜູ້ນຳອອກ ຈາກຄຸກບໍ່ໃຫ້ກາຍເດືອນ 5 ປີ 1960 ເປັນອັນຂາດ, ຖ້າມື້ໃດມີໂອ ກາດອຳນວຍ ແລະ ຮັບປະກັນແມ່ນ ເປັນມື້ຕັດສິນການອອກຈາກຄຸກ”. ສຳລັບບັນດາຜູ້ນຳ ເຖິງວ່າເພິ່ນຈະ ຖືກຈັບກຸມຄຸມຂັັງ ກໍຕາມແຕ່ບໍ່ໄດ້ ລົດລະຄວາມພະຍາຍາມໃນການ ຫາວີທີ ແລະ ຊ່ອງທາງ ເພື່ອໃຫ້ຫລຸດ ພົ້ນອອກຈາກການກະທຳອັນຜະ ເດັດການທີ່ສຸດນີ້ ໂດຍພວກເພິ່ນ ໄດ້ເອົາໃຈໃສ່ຢ່າງສຸດຂີດຄວາມສາ ມາດ ໃນການສຶກສາອົບຮົມສາລະ ວັດຕຳຫລວດ ແລະ ສາລະວັດທະ ຫານ ໃຫ້ເຂົ້າໃຈແຈ້ງຕໍ່ແນວທາງ ອັນຖືກຕ້ອງເປັນທຳຂອງແນວລາວ ຮັກຊາດ ພ້ອມນັ້ນກໍໄດ້ຊີ້ແຈງໃຫ້ ເຫັນເຖິງທາດແທ້, ຄວາມໂຫດ * ໃນໂອກາດທີ່ ທ່ານບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນ ນະເຂດ ເຄື່ອນໄຫວວຽກງານຢູ່ ເມືອງວິລະບູລີ, ທ່ານເຈົ້າແຂວງ ພ້ອມຄະນະໄດ້ຕິດຕາມບັນດາໂຄງ ການຕ່າງໆ ທີ່ຕິດພັນກັບການດຳ ລົງຊີວິດການເປັນຢູ່ກໍຄືການແກ້ໄຂ ຄວາມທຸກຍາກ ໂດຍສະເພາະແມ່ນ ໂຄງການຜະລິດນໍ້າປະປາຢູ່ເມືອງ ວິລະບູລີ (ອ່າງເກັບນໍ້າສະອາດຫ້ວຍ ຄຽງ) ທີ່ຜະລິດນໍ້າປະປາໃຫ້ປະ ຊາຊົນໃນເທສະບານເມືອງ 700800 ຄອບຄົວ, ໂດຍທ່ານເຈົ້າແຂວງ ເນັ້ນໃຫ້ປະຊາຊົນຈົ່ງປົກປັກຮັກສາ ສິ່ງແວດລ້ອມເທິງຍອດຫ້ວຍຄຽງ ເພື່ອບໍ່ໃຫ້ນໍ້າແຫ້ງແລ້ງ. ພ້ອມນີ້, ກໍ່ໄດ້ຢ້ຽມຢາມສວນປູກໝາກກ້ຽງ ຂອງປະຊາຊົນບ້ານນາຫອຍ ເຊິ່ງ ເປັນແຫລ່ງຜະລິດໝາກກ້ຽງທີ່ໃຫຍ່ ທີ່ສຸດຢູ່ແຂວງສະຫວັນນະເຂດ, ຕິດ ຕາມເບິ່ງໂຄງການສ້ອມແປງຫົວ ງານ ແລະ ຄອງເໝືອງ ຫົວຝາຍ * ການປະກອບອາຊີບ ໃນທຸກ ສາຂາກໍມີຂໍ້ສະດວກ ແລະ ຫຍຸ້ງຍາກ ແຕກຕ່າງກັນໄປ ແຕ່ເມື່ອເຮົາສຸມ ໃສ່ເຮັດແທ້ທຳຈິງກໍປະສົບຜົນສຳ ເລັດຕາມຄວາມຄາດຫວັງເອົາໄວ້. ຂະນະທີ່ຕົ້ນທຶນຂອງຊີວິດແຕ່ລະ ຄົນບໍ່ຄືກັນ, ແຕ່ການທີ່ຈະເຮັດໃຫ້ ຕົ້ນທຶນຊີວິດມີຄ່າຕ່າງຫາກທີ່ເຮັດ ໃຫ້ຄົນເຮົາຕ້ອງສູ້ຕ້ອງອົດທົນ ໂດຍ ບໍ່ຫວັ່ນໄຫວຄອນແຄນຕໍ່ຂວາກ ໜາມຊີວິດ ເຊິ່ງໃນທີ່ສຸດຄວາມສຳ ເລັດຂອງຊີວິດກໍຢູ່ໃນອ່ອງມືຂອງ ເຮົາເອງ. ດັ່ງຄອບຄົວ ຂອງ ທ້າວ ຕູ້ຢ່າ ປະຊາຊົນບ້ານດອນໄຊ ເມືອງ ໄຊ ແຂວງອຸດົມໄຊ ເຊິ່ງຖືເອົາ ອາຊີບສຳຮອງເປັນພໍ່ຄ້າຄົນກາງ ເກັບຊື້ຜົນຜະລິດຕາມລະດູການ ແລ້ວສົ່ງໃຫ້ລູກຄ້າຕໍ່ ໂດຍໃນແຕ່ ລະມື້ກໍມີລາຍຮັບເຂົ້າຄອບຄົວ ບໍ່ ຕ່ຳກວ່າ 1-2 ລ້ານກີບ. ຜູ້ຂຽນໄດ້ມີໂອກາດໄດ້ເຫັນ ແລະ ສຳພາດຜູ້ປະກອບອາຊີບນີ້ ແມ່ນໃນໂອກາດທີ່ຮ່ວມເດີນທາງ ກັບຄະນະທິມງານສຳນັກຂ່າວສານ ປະເທດລາວ ເພື່ອເກັບກຳຂໍ້ມູນຂ່າວ ສານ, ຖ່າຍພາບການຜະລິດ, ສະ ຖານທີ່ທ່ອງທ່ຽວຢູ່ພາກເໜືອ ໂດຍ ສະເພາະແມ່ນແຂວງອຸດົມໄຊ ເຊິ່ງ ການເດີນທາງຄັ້ງນີ້ ຄະນະພວກ ເຮົາກໍໄດ້ເດີນທາງດ້ວຍລົດໄຟ ລາວ-ຈີນ ໂດຍໃຊ້ເວລາປະມານ 3 ຊົ່ວໂມງ ກໍຮອດສະຖານີລົດໄຟ ເມືອງໄຊ ແລະ ກໍໄດ້ຖືກຕ້ອນຮັບ ຢ່າງອົບອຸ່ນຈາກທ່ານຮອງຫົວ ໜ້າພະແນກຖະແຫລງຂ່າວ-ວັດ ທະນະທຳ ແລະ ທ່ອງທ່ຽວແຂວງ ໄປສູ່ໂຮງແຮມແຫ່ງໜຶ່ງໃນໃຈກາງ ເມືອງເມືອງໄຊ. ເຊົ້າມື້ຕໍ່ມາ ຂະນະ ທີ່ຍ່າງທ່ຽວຊົມເທສະບານເມືອງ ໄຊ ກໍເຫັນປະຊາຊົນບັນດາເຜົ່າພາຍ ໃນເມືອງນີ້, ໄດ້ຕັ້ງໜ້າປະກອບ ສ່ວນຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຂວງ ດ້ວຍ ຮ້າຍສາມານ ຂອງລັດທິຈັກກະພັດ ແບບໃໝ່ ຈົນໃນທີ່ສຸດສາລະວັດ ດັ່ງ ກ່າວກໍຍອມເຂົ້າຮ່ວມການຕໍ່ສູ້ກັບ ຝ່າຍກຳລັງຮັກຊາດ. ພ້ອມນີ້, ບັນ ດາຜູ້ນຳຍັງສະແດງອອກທາງດ້ານ ພຶດຕິກຳໃຫ້ສາລະວັດ ທີ່ຍາມຄຸກ ເຫັນໄດ້ທາດແທ້ຄວາມເສຍສະ ລະຂອງນັກຮົບປະຕິວັດ ທີ່ມີຕໍ່ປະ ເທດຊາດ ແລະ ປະຊາຊົນ, ເຫັນເຖິງ ຄວາມອົດທົນ, ດຸໝັ່ນຂະຫຍັນພຽນ ດ້ວຍການອອກແຮງງານປູກຜັກ, ດອກໄມ້ຢູ່ອ້ອມຄຸກ ເມື່ອພືດຜົນງອກ ງາມ ພວກເພິ່ນກໍໝູນໃຊ້ວັດທະນະ ທຳ, ຮີດຄອງປະເພນີ, ຈິດຕະສາດ ຄືໄດ້ເກັບເອົາດອກໄມ້ທີ່ເບັ່ງບານ ໃຫ້ສາລະວັດຝາກຄອບຄົວໄປເຮັດ ບຸນວັດ, ບູຊາວັນສິນ, ວັນບຸນຕ່າງໆ; ອັນໄດ້ເຮັດໃຫ້ສາລະວັດເຫັນເຖິງ ຈິດໃຈທີ່ຮັກຫອມປະເທດຊາດຂອງ ບັນດາຜູ້ນຳ ແລະ ພວກເຂົາກໍມີຄວາມ ເຊື່ອໝັ້ນ ແລະ ຈົ່ງຮັກພັກດີ ຕໍ່ຜູ້ນຳ ເຮັດໃຫ້ການຂົນຂວາຍເລີ່ມມີໝາກ ຜົນ, ສາມາດຜ່ານການທົດສອບ ຫລາຍຄັ້ງຄື: ສົ່ງຈົດໝາຍໃຫ້ຄອບ ຄົວ ຫລື ຄອບຄົວຝາກຈົດໝາຍນຳ ສາລະວັດມາໃຫ້ຜູ້ນຳໃນຄຸກກໍຮັບ ປະກັນຄວາມລັບ. ດ້ວຍເຫດນັ້ນຈຶ່ງ ມີການວາງແຜນໃນການຕິດຕໍ່ພົວ ພັນທາງລັບລະຫວ່າງ ນອກ ແລະ ໃນຄຸກ ຢ່າງປິດລັບທີ່ສຸດ ເພື່ອຈະ ອອກຈາກຄຸກ ໄປສູ່ເຂດທີ່ໝັ້ນຂອງ ການປະຕິວັດ. ເມື່ອແຜນການເປັນ ໄປຕາມເປົ້າໝາຍ ທີ່ຖືກກຳນົດໄວ້ ເວລາທ່ຽງຄືນຂອງວັນທີ 23 ພຶດ ສະພາ 1960 ຜູ້ນຳພັກ-ແນວລາວ ຮັກຊາດ ໄດ້ອອກຈາກຄຸກໂພນເຄັງ ໄປສູ່ເຂດທີ່ໝັ້ນຂອງການປະຕິວັດ ດ້ວຍຄວາມປອດໄພທຸກປະການ. ເຫດການວິລະກຳດັ່ງກ່າວນີ້ ແມ່ນໄຊຊະນະ ທີ່ແລກມາດ້ວຍ ຄວາມທຸກທໍລະມານ ແລະ ແສນລຳ ບາກນາໆປະການ ເຖິງວ່າຈະຖືກ ຈັບກຸມຄຸມຂັງ ກໍບໍ່ມີທາງຍອມຈຳ ນົນໂດຍເດັດຂາດ ອັນນີ້ ກໍຍ້ອນບັນ ດາຜູ້ນຳເຮົາຖືປະເທດຊາດສູງ ກວ່າຊີວິດຂອງຕົນ ຊຶ່ງຈະຫາສິ່ງ ໃດມາປຽບປານກໍບໍ່ໄດ້. ໄຊຊະນະ ອັນພິລະອາດຫານໃນວິລະກຳຄັ້ງ ມະຫັດສະຈັນນີ້ ໄດ້ກາຍເປັນບາດ ລ້ຽວອັນສຳຄັນຂອງປະເທດຊາດ ແລະ ເປັນໝາກຜົນແຫ່ງຄວາມສາ ມັກຄີ, ເປັນຈິດໜຶ່ງໃຈດຽວກັນຂອງ ຜູ້ນຳທີ່ຢູ່ໃນຄຸກ ພ້ອມທັງສາລະວັດ ແລະ ທຸກກຳລັງແຮງ ທີ່ໄດ້ປະກອບ ສ່ວນຊ່ວຍເຫລືອ ເຮັດໃຫ້ບັນດາ ທ່ານຜູ້ນຳອອກຈາກຄຸກໄດ້ເປັນຜົນ ສຳເລັດ. ນີ້ຄືວັນແຫ່ງໄຊຊະນະຂອງ ການປະຕິວັດທີ່ບໍ່ມີການນອງເລືອດ ກໍຄື ກາລະໂອກາດພັນປີມີເທື່ອໜຶ່ງ. ການທຳມາຄ້າ-ຂາຍຕ່າງໆຕາມ ຄວາມສາມາດ ແລະ ເງື່ອນໄຂຂອງ ຕົນ. ໃນຂະນະທີ່ຍ່າງເລາະນັ້ນ, ກໍໄດ້ພົບກັບ ທ້າວ ຕູ້ຢ່າ ກຳລັງມາ ສົ່ງໝາກໂມໃຫ້ລູກຄ້າ ແລະ ກໍໄດ້ ຖາມເຖິງຄວາມເປັນມາໃນການ ປະກອບອາຊີບນີ້, ໂດຍ ຕູ້ຢ່າ ໄດ້ ເລົ່າສູ່ຟັງວ່າ: ຄອບຄົວຕົນຫລັກໆ ແລ້ວ ແມ່ນເຮັດນາເປັນອາຊີບຕົ້ນ ຕໍ ແລະ ຖືເອົາການຄ້າ-ຂາຍເປັນ ອາຊີບສຳຮອງ, ໂດຍໃນອາຊີບຄ້າຂາຍດັ່ງກ່າວ ແມ່ນໄດ້ເກັບຊື້ຜົນຜະ ລິດຂອງຊາວກະສິກອນຕາມລະ ດູການມາສົ່ງຕໍ່ໃຫ້ລູກຄ້າ. ໃນນີ້, ເມື່ອຮອດຍາມພືດຜັກຕ່າງໆກໍໄປ ຮັບຊື້ຈາກຊາວສວນມາສົ່ງໃຫ້ລູກ ຄ້າພາຍໃນຕະຫລາດ, ຍາມໝາກ ໂມກໍຊື້ໝາກໂມ, ຍາມໜໍ່ໄມ້ກໍຊື້ມາ ສົ່ງໃຫ້ລູກຄ້າຕາມຄວາມຕ້ອງການ, ໂດຍໄດ້ຮັບຊື້ໝູນວຽນແນວນີ້ຕະ ຫລອດມາ. ອັນພົ້ນເດັ່ນແມ່ນການ ຊື້ໝາກໂມມາຂາຍຍົກໃຫ້ລູກຄ້າ. ນອກຈາກເລາະຊື້ຢູ່ບັນດາເມືອງທີ່ ມີເງື່ອນໄຂປູກພາຍໃນແຂວງອຸດົມ ໄຊ ຫລື ເມື່ອເກັບຊື້ໝົດແລ້ວ, ກໍ ໄດ້ເຄື່ອນໄຫວໄປຊື້ຢູ່ບັນດາແຂວງ ອ້ອມຂ້າງມາຂາຍຕື່ມ. ຕູ້ຢ່າ ເລົ່າຕື່ມວ່າ: ການຄ້າ-ຂາຍ ຜົນຜະລິດໝູນວຽນຕາມລະດູການ ກໍພໍມີລາຍຮັບເຂົ້າຄອບຄົວ ໃນແຕ່ ລະມື້ ໂດຍສະເພາະແມ່ນໝາກໂມ ຖ້າເຮົາລົງທຶນປະມານ 4-5 ລ້ານ ກີບ (ເຕັມລົດຮຸ່ນໄດ) ແລ້ວມາສົ່ງຕໍ່ ໃຫ້ລູກຄ້າ ແລະ ເມື່ອຫັກຄ່າສິ້ນ ເປືອງ, ຄ່ານ້ຳມັນຕ່າງໆອອກ ເຮົາ ກໍໄດ້ກຳໄລປະມານກວ່າ 1-2 ລ້ານ ກີບຕໍ່ຖ້ຽວ. ເປັນເວລາຫລາຍປີທີ່ໄດ້ ປະກອບອາຊີບເສີມຈາກການຊື້- ຂາຍຜົນຜະລິດຕາມລະດູການ ກໍ ເຮັດໃຫ້ຄອບຄົວຕົນໄດ້ຮັບການ ພັດທະນາ, ມີຢູ່ມີກິນ, ມີເງິນໃຊ້ຈ່າຍ ເຂົ້າໃນການດຳລົງຊີວິດປະຈຳວັນ ບໍ່ຂາດ, ມີເງິນທ້ອນໄວ້ຈຳນວນໜຶ່ງ ແລະ ສົ່ງເສີມລູກຮ່ຳຮຽນ ທັງເຮັດ ໃຫ້ຄອບຄົວໄດ້ກ້າວສູ່ການຫລຸດ ພົ້ນອອກຈາກຄວາມທຸກຍາກໂດຍ ພື້ນຖານແລ້ວ. ການປະກອບອາຊີບໃດ ກໍດີໝົດ ຂໍແຕ່ເປັນອາຊີບສຸດຈະລິດ ແລະ ເຮົາເຮັດດ້ວຍຄວາມດຸໝັ່ນອົດທົນ ກໍຈະເຮັດໃຫ້ຊີວິດການເປັນຢູ່ຂອງ ຄອບຄົວເຮົາມີຄວາມຮັ່ງມີຜາສຸກ, ມີຄວາມສີວິໄລ, ມີການພັດທະນາ ດີຂຶ້ນເປັນກ້າວໆ ດັ່ງທີ່ຄອບຄົວ ທ້າວ ຕູ້ຢ່າ ໄດ້ພິສູດໃຫ້ພວກເຮົາເຫັນ ມາແລ້ວ. ຊົນລະປະທານນາເຕີ້ເຂດຈຸດສຸມ ເມືອງວັງ, ຕິດຕາມສະພາບຕົວຈິງ ແລະ ຄວາມຮຽກຮ້ອງຕ້ອງການ ຂອງປະຊາຊົນໃນການຊົມໃຊ້ກະ ແສໄຟຟ້າເຂດບ້ານແກ້ງມຸ້ມ ຕາດຂາ ແດງ ເຊິ່ງເປັນຈຸດເຊື່ອມຕໍ່ລະຫວ່າງ ເມືອງອາດສະພອນ ແລະ ເມືອງ ວິລະບູລີ (ປະຊາຊົນຂໍໃຫ້ທາງ ແຂວງຊ່ວຍລົງຕາຂ່າຍໄຟຟ້າ) ໂດຍ ທ່ານເຈົ້າແຂວງກໍ່ເຫັນດີທີ່ຈະແກ້ ໄຂໃຫ້, ຕິດຕາມເບິ່ງຄວາມຄືບໜ້າ ໂຄງການກໍ່ສ້າງອ່າງເກັບນໍ້າຫ້ວຍ ທ່າຮາວທີ່ນອນໃນຂອບເຂດບ້ານ ນາຄຳເມືອງອຸທຸມພອນ ເຊິ່ງແຕ່ລະ ຈຸດທີ່ທ່ານເຈົ້າແຂວງ ແລະ ຄະນະ ໄດ້ລົງເຄື່ອນໄຫວເຮັດວຽກໃນຄັ້ງ ນີ້ ໄດ້ໃຫ້ທິດຊີ້ນຳເພື່ອແກ້ໄຂບັນ ຫາທີ່ຍັງຄົງຄ້າງໃນການພັດທະນາ ຢູ່ບັນດາເມືອງດັ່ງກ່າວ ໃຫ້ໄດ້ຮັບ ການພັດທະນາດີຂຶ້ນ. ຂະນະທີ່ ນາງ ນຸ້ຍ ອຸມະຮາດ ຢູ່ ເມືອງວິລະບູລີ ໄດ້ຍົກໃຫ້ເຫັນວ່າ: ການຜະລິດພືດຜັກຕ່າງໆ ແລະ ໝາກ ກ້ຽງ ໂດຍໃນໄລຍະຫລາຍປີຜ່ານ ມາ ໄດ້ລົງທຶນບໍ່ຮອດລ້ານກີບ ສຸມ ໃສ່ປູກຜັກຂາຍເພື່ອສ້າງລາຍໄດ້ ໃຫ້ຄອບຄົວ ແລະ ເຫັນວ່າການຜະ ລິດດັ່ງກ່າວ ໄດ້ສ້າງລາຍຮັບໃຫ້ ຄອບຄົວຢ່າງໝັ້ນຄົງ ຈິ່ງໄດ້ຂະ ຫຍາຍເນື້ອທີ່ສວນອອກໄປເລື້ອຍໆ ແລະ ມາຮອດປັດຈຸບັນມີເນື້ອທີ່ປູກ ພືດຜັກປະມານ 3 ເຮັກຕາ. ໃນນັ້ນ, ໄດ້ລົງທຶນໃສ່ໂຄງລ່າງ, ບຸກເບີກ ເນື້ອທີ່ ແລະ ໂຮງເຮືອນສຳລັບປູກ ຜັກກວ່າ 900 ລ້ານກີບ. ຂະນະທີ່ມີ ສວນໝາກກ້ຽງ 1 ເຮັກຕາ. ຢ່າງໃດ ກໍດີການປະກອບອາຊີບກະສິກຳ ມີ ລາຍຮັບຢ່າງໝັ້ນຄົງ ທັງຍັງມີຕະ ຫລາດຮອງຮັບ. ສຳລັບຕະຫລາດ ຮອງຮັບພືດຜັກ, ໝາກກ້ຽງ ແມ່ນ ໄດ້ສົ່ງຂາຍໃຫ້ຕະຫລາດ ເມືອງວິ ລະບູລີ ແລະຕະຫລາດໃນແຂວງ ສະຫວັນນະເຂດ. ນອກຈາກນີ້, ຍັງ ສົ່ງຂາຍໃຫ້ໂຄງການຂຸດຄົ້ນຄຳທອງຂອງບໍລິສັດລ້ານຊ້າງມິເນ ໂຣນສ ໂດຍສະເລ່ຍລາຍໄດ້ປະມານ 200 ກວ່າລ່ານກີບຕໍ່ປີ (ພືດຜັກ). ຂະນະທີ່ລາຍໄດ້ຈາກໝາກກ້ຽງ ຫລາຍກວ່າ 100 ລ້ານຕໍ່ປີ. ເປັນເວ ລາຫລາຍປີທີ່ໄດ້ສຸມສະຕິປັນຍາ, ເຫື່ອແຮງ, ທຶນຮອນໃສ່ດ້ານກະສິ ກຳນີ້, ກໍເຮັດໃຫ້ຊີວິດການເປັນຢູ່ ຂອງຄອບຄົວມີການພັດທະນາດີ ຂຶ້ນຖ້າທຽບໃສ່ເມື່ອກ່ອນ.

RkJQdWJsaXNoZXIy MTc3MTYxMQ==