5624

x;'-oq ]k;9fq 9e ;]y tdevvd9kd7d5 7'A ,tsfa lt9oa 0v'z6hoe c]t co;]k;Iad-kf 8ts]vfwx ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 24.05.2023 ປີທີ 22 ສະບັບທີ 5.625 rda xt-k-oq xt8;y fa]k; mu,j du Pflts'k \oA pon K j rvh ,doa l,5 .l9j fa 8'A xt8[y fa 2 ;k]tcs'j -kf .sgh xoa I[6 xtme  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2 7totz6hcmo0Aol6'rad iafg-pgvdtrk[ 1hP,1k, lxx ]k; *ເມື່ອຫວນຄືນອະດີດ 60 ກວ່າປີຄືນຫລັງ, ໄດ້ມີເຫດການປະຫວັດ ສາດ ທີ່ປວງຊົນລາວທັງຊາດບໍ່ອາດຫລົງລືມໄດ້ ນັ້ນກໍ່ຄື: ວິລະກຳ ອອກຈາກຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳ ແລະ ພະນັກງານ ແນວລາວຮັກຊາດ ໃນຂ້ອນຄືນຂອງວັນທີ 23 ພຶດສະພາ 1960, ເວລາ 24 ໂມງ 30 ນາທີ ຫລື ເວລາ 0 ໂມງ 30 ນາທີ ຂອງວັນທີ 24 ພຶດສະພາ 1960. ພາຍຫລັງທີ່ບັນດາຜູ້ນຳ ແລະ ພະນັກງານແນວລາວຮັກຊາດ ຖືກຈັບກຸມຄຸມຂັງໃນວັນທີ 28 ກໍລະກົດ 1959. ບັນດາຜູ້ນຳ (ຜູ້ແທນແນວລາວຮັກຊາດ) ທີ່ຖືກຈັບ ລວມມີ 7 ສະ ຫາຍຄື: ສະຫາຍ ສຸພານຸວົງ, ສະຫາຍ ໝູຮັກ ພູມສະຫວັນ, ສະຫາຍ ພູມີ ວົງວິຈິດ, ສະຫາຍ ພູນ ສີປະເສີດ, ສະຫາຍ ສີຊະນະ ສີສານ, ສະຫາຍ ຄຳຜາຍ ບຸບຜາ ແລະ ສະຫາຍ ສີທົນ ກົມມະດຳ. ສ່ວນພະນັກງານ, ທະ ຫານແນວລາວຮັກຊາດ 9 ຄົນ ທີ່ເຂົ້າຮ່ວມ ເປັນຂ້າລາຊະການໃນກົງຈັກລັດຖະບານປະສົມກໍ່ຖືກຈັບເຊັ່ wນ ດຽວກັນ ຊຶ່ງມີ: ສະຫາຍ ສິງກະໂປ ສີໂຄດຈຸນລະມະນີ, ສະຫາຍ ມາ ໄຂຄຳພິທູນ, ສະຫາຍ ໝື່ນ ສົມວິຈິດ, ສະຫາຍ ເພົ້າ ພິມພະຈັນ, ສະຫາຍ ຄຳເພັດ ພົມມະວັນ, ສະຫາຍ ມະຫາ ສົມບູນ  ອ່ານຕໍ່ໜ້າ 2 mtok7kov5flkstde c]t dko7hk9uo dP,gxuf[=]ydko-e]tltlk'g'o1;o .o ]k; y rtcoddtlyde{xjkw,h o; lts]5[dkoxt8y[af;Pd'ko ltstraoc,jpy'dt-;'dko8jk'xtgmf ]k;{s;Pfok, Iafc|hodkoIj;,,n zq oleg]a fdv'xt-5 ,]a f4t[ko ltw\lk,a oxt9egfn vorb fltrk 2023 de,kmydkodqf\kp mk[mk, 7egsao.ljIjjk'dqf\kp 4 lt[a[ dkooe0Aol6'0v']k; lqj'lko ltcf'7;k,-q,g-upg4y'76jIj;,8ec|j' ຂປລ. ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫລວງວຽງຈັນ (ນວ) ສະຫລຸບການຈັດຕັ້ງປະຕິບັດ ວຽກງານ ປະຈຳປີ 2022 ແລະ ທິດທາງແຜນການຕໍ່ໜ້າ, ພ້ອມທັງ ມອບໃບຢັ້ງຢືນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຍ້ອງຍໍ ຜົນງານ 5 ປີ (2016-2020) ໃນ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນວັນທີ 22 ພຶດສະພາ 2023. ຂປລ. ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ທ່ານ ໂມຮາມັດ ຊາຮາບຸສດິນ ປະທານາທິບໍດີ ແຫ່ງ ສາທາລະນະລັດປະ ຊາຊົນ ບັງກະລາເທດ ໃນໂອກາດທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳ ແໜ່ງເປັນປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ. ເນື້ອໃນສານ ໄດ້ລະບຸວ່າ: ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມ ປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນມາຍັງທ່ານໃນໂອກາດ ທີ່ທ່ານ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫລາດສ່ອງໃສ ຂອງທ່ານ, ບັງກະລາເທດ ຈະສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະ ນະຖາວອນ, ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ຈະໄດ້ຮ່ວມເຮັດວຽກກັບທ່ານ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ສອງປະເທດຂອງພວກເຮົາໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4 ໂອກາດນີ້, ທ່ານ ວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກກະ ສິກໍາ-ປ່າໄມ້ ໄດ້ສະຫລຸບການຈັດຕັ້ງ ປະຕິບັດວຽກງານປະຈຳປີ 2022 ເຊິ່ງເຫັນວ່າມີຜົນສຳເລັດຫລາຍ ດ້ານ, ພ້ອມນີ້ ຍັງມີບາງວຽກງານ ຕ້ອງໄດ້ສູ້ຊົນຈັດຕັ້ງປະຕິບັດໃຫ້ ໄດ້ ຕາມເປົ້າໝາຍເປັນຕົ້ນວຽກງານ ການຜະລິດສະບຽງອາຫານ ຈະ ຕ້ອງສູ້ຊົນເພີ່ມຈັງຫວະການເຕີບໂຕ ຂປລ. ກໍາມາທິການກົດໝາຍ ສະພາແຫ່ງຊາດ ຈັດກອງປະຊຸມ ທາບທາມຄຳເຫັນໃສ່ຮ່າງກົດໝາຍ 4 ສະບັບ ທີ່ຈະນຳເຂົ້າພິຈາລະນາ ຮັບຮອງໃນກອງປະຊຸມສະໄໝສາ ມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 22 ພຶດສະພາ 2023 ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງປະ ທານສະພາແຫ່ງຊາດ, ປະທານ ກຳມາທິການກົດໝາຍ, ມີປະທານຮອງປະທານກໍາມາທິການສະພາ ແຫ່ງຊາດ, ປະທານ-ຮອງປະທານ ສະພາ ປະຊາຊົນນະຄອນຫລວງ ວຽງຈັນ, ບັນດາກະຊວງ, ອົງການ ຂປລ.ໃນລະຫວ່າງວັນທີ 1720 ພຶດສະພາ 2023, ຄະນະສະ ຫະພັນແມ່ຍິງ ກະຊວງການຕ່າງປະ ເທດ ນຳໂດຍ ທ່ານ ນາງ ອາລຸນີ ກົມມະສິດ ພັນລະຍາ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ສປປ ລາວ, ປະ ທານກິດຕິມະສັກສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ແລະ ປະທານກິດຕິມະສັກກຸ່ມແມ່ຍິງອາ ຊຽນ ທີ່ນະຄອນຫລວງວຽງຈັນ ຂັ້ນສູນກາງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ຈະເລີນ ເຍຍປາວເຮີ ໄດ້ ໃຫ້ຮູ້ວ່າ: ຮ່າງກົດໝາຍ ຈໍານວນ 4 ສະບັບ ທີ່ນໍາມາທາບທາມໃນຄັ້ງ ນີ້ ປະກອບມີ: ຮ່າງກົດໝາຍວ່າ ດ້ວຍການປົກຄອງ, ຮ່າງກົດໝາຍ ວ່າດ້ວຍການຊົດເຊີຍຄ່າເສຍຫາຍ ຈາກລັດ, ຮ່າງກົດໝາຍວ່າດ້ວຍອາ ກອນທີ່ດິນ ແລະ ຮ່າງກົດໝາຍ ວ່າດ້ວຍການຈັດຫາງານທີ່ຈະນໍາ ເຂົ້າພິຈາລະນາຮັບຮອງໃນກອງປະ ຊຸມສະໄໝສາມັນ ເທື່ອທີ 5 ຂອງ ສະພາແຫ່ງຊາດ ຊຸດທີ IX ເຊິ່ງ ສະຫາຍ ທອງລຸນ ສີສຸລິດ (ຜູ້ທີ 7 ແຕ່ຂວາຫາຊ້າຍ) ຂປລ. ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພຶດສະ ພາ 2023 ໄດ້ຈັດຂຶ້ນໃນວັນທີ 23 ພຶດສະພາ 2023 ທີ່ສໍານັກງານນາ ຍົກລັດຖະມົນຕີ ພາຍໃຕ້ການເປັນປະ ທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະ ມາຊິກລັດຖະບານ, ຜູ້ຕາງໜ້າບັນ ດາກະຊວງເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜູ້ຕາງໜ້າບັັນດາແຂວງ, ນະ ຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານ ລະບົບກອງປະຊຸມທາງໄກ ເພື່ອຮັບ ຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພຶດສະພາ ແລະ ທິດ ທາງແຜນການປະຈຳເດືອນມິຖຸນາ 2023.

lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 24/05/2023 xtgmf]k; ຜົນສຳເລັດ... ປວງຊົນລາວຈົດຈຳ... ວົງໜໍ່ບຸນທຳ, ສະຫາຍ ບົວສີ ຈະເລີນສຸກ, ທ້າວ ພູເຂົາ ແລະ ທ້າວ ມານະ ລວມທັງໝົດ 16 ສະຫາຍ.ໃນໄລຍະເກືອບ 10 ເດືອນ ທີ່ຖືກ ຈັບກຸມຄຸມຂັງນັ້ນ, ຊີວິດ ແລະ ໂຊກຊາຕາ ກຳຂອງບັນດາຜູ້ນຳ ແລະ ພະ ນັກງານແນວລາວຮັກຊາດ ທັງ 16 ທ່ານ ສຸດທີ່ສ່ຽງໄພ, ອັນຕະລາຍບໍ່ຕ່າງ ຫຍັງກັບເສັ້ນດ້າຍທີ່ຖືກດຶງໃກ້ຈະຂາດ, ເພາະວ່າຝ່າຍສັດຕູຄາດໝາຍໄວ້ ໃນຈຳນວນບັນດາຜູ້ນຳບຸກຄົນສຳຄັນ ປະມານ 8-9 ຄົນ ຈະໄດ້ຖືກປະ ຫານຊີວິດ. ນອກນັ້ນຈະໄດ້ຖືກຕັດສິນຂັງຄຸກຕະຫລອດຊີວິດ. ຈາກນັ້ນ, ພວກເຂົາໄດ້ມີແຜນຕັ້ງສານພິເສດສະເພາະ ເພື່ອເອົາບັນດາຜູ້ນຳແນວ ລາວຮັກຊາດອອກຕັດສິນບໍ່ໃຫ້ກາຍເວລາ 1 ເດືອນ ນັບຕັ້ງແຕ່ມື້ຄະ ນະລັດຖະບານຫຸ່ນໄດ້ຕົກລົງເປັນເອກະພາບກັນ. ເມື່ອຮູ້ແຈ້ງເຖິງທາດແທ້ປະຕິການ ແລະ ແຜນການດັ່ງກ່າວຂອງຝ່າຍ ສັດຕູ, ສະຫາຍ ໄກສອນ ພົມວິຫານ ຜູ້ນຳສູນກາງພັກໄດ້ໃຫ້ທິດຊີ້ນຳ ວ່າ: “ຕ້ອງເອົາຜູ້ນຳອອກຈາກຄຸກ ບໍ່ໃຫ້ກາຍເດືອນ 5 ປີ 1960 ເປັນອັນ ຂາດ, ຖ້າມື້ໃດມີໂອກາດອຳນວຍ ແລະ ຮັບປະກັນແມ່ນເປັນມື້ຕັດສິນການ ອອກຈາກຄຸກ”. ສຳລັບບັນດາຜູ້ນຳເຖິງວ່າເພິ່ນຈະຖືກກັກຂັັງກໍຕາມ ແຕ່ບໍ່ ໄດ້ລົດລະຄວາມພະຍາຍາມໃນການຫາວີທີ ແລະ ຊ່ອງທາງ ເພື່ອໃຫ້ຫລຸດ ພົ້ນອອກຈາກການກະທຳອັນຜະເດັດການທີ່ສຸດນີ້ ໂດຍພວກເພິ່ນໄດ້ເອົາ ໃຈໃສ່ຢ່າງສຸດຂີດຄວາມສາມາດ ໃນການສຶກສາອົບຮົມແກ່ສາລະວັດຕຳ ຫລວດ ແລະ ສາລະວັດທະຫານ ໃຫ້ເຂົ້າໃຈແຈ້ງຕໍ່ແນວທາງອັນຖືກຕ້ອງ ເປັນທຳຂອງແນວລາວຮັກຊາດ ພ້ອມນັ້ນ ກໍໄດ້ຊີ້ແຈງໃຫ້ເຫັນເຖິງທາດແທ້ ຄວາມໂຫດຮ້າຍສາມານ ຂອງລັດທິຈັກກະພັດແບບໃໝ່ ຈົນໃນທີ່ສຸດ ສາລະວັດ ດັ່ງກ່າວກໍຍອມເຂົ້າຮ່ວມການຕໍ່ສູ້ກັບຝ່າຍກຳລັງຮັກຊາດ. ດ້ວຍເຫດນັ້ນ ຈຶ່ງມີການວາງແຜນໃນການຕິດຕໍ່ພົວພັນທາງລັບລະຫວ່າງ ນອກ ແລະ ໃນຄຸກຢ່າງປິດລັບທີ່ສຸດ ເພື່ອຈະໂຕນຄຸກອອກໄປສູ່ເຂດທີ່ໝັ້ນ ຂອງການປະຕິວັດ. ເມື່ອແຜນການເປັນໄປຕາມເປົ້າໝາຍທີ່ຖືກກຳນົດໄວ້ ເວລາທ່ຽງຄືນຂອງວັນທີ 23 ພຶດສະພາ 1960 ຜູ້ນຳພັກ-ແນວລາວຮັກຊາດ ໄດ້ໂຕນໜີອອກຈາກຄຸກໂພນເຄັງ ໄປສູ່ເຂດທີ່ໝັ້ນຂອງການປະຕິວັດ ດ້ວຍ ຄວາມປອດໄພທຸກປະການ. ເຫດການວິລະກຳດັ່ງກ່າວນີ້ ແມ່ນໄຊຊະນະ ທີ່ແລກມາດ້ວຍຄວາມທຸກທໍ ລະມານ ແລະ ແສນລຳບາກນາໆປະການ ເຖິງວ່າຈະຖືກຈັບກຸມຄຸມຂັງ ກໍ ບໍ່ມີທາງຍອມຈຳນົນ ໂດຍເດັດຂາດ ອັນນີ້ ກໍຍ້ອນບັນດາຜູ້ນຳເຮົາຖືປະ ເທດຊາດສູງກວ່າຊີວິດຂອງຕົນ ຊຶ່ງຈະຫາສິ່ງໃດມາປຽບປານກໍບໍ່ໄດ້. ໄຊ ຊະນະອັນພິລະອາດຫານໃນວິລກຳໜີອອກຈາກຄຸກຄັ້ງມະຫັດສະຈັນໄດ້ ກາຍເປັນບາດລ້ຽວອັນສຳຄັນ ຂອງປະເທດຊາດ ແລະ ເປັນໝາກຜົນແຫ່ງ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ຂອງຜູ້ນຳທີ່ຢູ່ໃນຄຸກ ພ້ອມທັງສາ ລະວັດ ແລະ ທຸກກຳລັງແຮງ ທີ່ໄດ້ປະກອບສ່ວນຊ່ວຍເຫລືອເຮັດໃຫ້ບັນດາ ທ່ານຜູ້ນຳໜີອອກຈາກຄຸກໄດ້ເປັນຜົນສຳເລັດ. ນີ້ຄືວັນແຫ່ງໄຊຊະນະ ຂອງ ການປະຕິວັດທີ່ບໍ່ມີການນອງເລືອດ ກໍຄືກາລະໂອກາດພັນປີມີເທື່ອໜຶ່ງ. ຍ້ອນມີທ່ານຜູ້ນຳເສຍສະຫລະໃນວັນນັ້ນ ຈຶ່ງມີປະເທດຊາດໃນວັນນີ້ ! ປວງຊົນລາວທັງຊາດຂໍຈາລຶກບຸນຄຸນ !. ທ່ານ ນາງ ທິບພະກອນ ຈັນທະວົງ ສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງ ວ່າການສຳນັກງານນາຍົກລັດຖະມົນ ຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫລງຂ່າວຜົນສຳເລັດກອງປະ ຊຸມລັດຖະບານສະໄໝສາມັນປະຈໍາ ເດືອນພຶດສະພາ 2023 ເຊິ່ງກອງປະ ຊຸມໄດ້ພ້ອມກັນປຶກສາຫາລື, ຄົົ້ນຄວ້າ ພິຈາລະນາບັນດາຫົວຂໍ້ທີ່ສໍາຄັນຄື: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນ ດີດ້ານຫລັກການຮັບຮອງເອົາບົດສະ ຫລຸບວຽກງານ ປະຈໍາເດືອນພຶດສະພາ ແລະ ທິດທາງແຜນການປະຈຳເດືອນ ມິຖຸນາ 2023 ຂອງລັດຖະບານ ກໍຄື ສະພາບພົ້ນເດັ່ນວຽກງານເສດຖະກິດສັງຄົມ, ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ແລະ ການຕ່າງປະ ເທດ, ຄວາມຄືບໜ້າການກະກຽມຈັດ ປີທ່ອງທ່ຽວລາວ ປີ 2024. ກອງປະ ຊຸມໄດ້ມອບໃຫ້ຫ້ອງວ່າການສໍານັກ ງານນາຍົກລັດຖະມົນຕີປັບປຸງຕາມ ການປະກອບຄຳເຫັນຂອງສະມາຊິກ ລັດຖະບານ ໃຫ້ມີເນື້ອໃນຄົບຖ້ວນສົມ ບູນຂຶ້ນຕື່ມ. ພ້ອມນີ້, ກອງປະຊຸມໄດ້ຊີ້ ນຳໃຫ້ບັນດາຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ຄຸ້ມຄອງ ແລະ ແກ້ໄຂວຽກງານຈຳນວນໜຶ່ງຢ່າງເຂັ້ມ ງວດ ແລະ ເດັດຂາດຕາມທີ່ໄດ້ກໍານົດ ໄວ້ໃນກົດໝາຍ ແລະ ລະບຽບການ ເປັນຕົ້ນ ບັນຫາອັດຕາເງິນເຟີ້,ການຄຸ້ມ ຄອງອັດຕາແລກປ່ຽນ, ການຄຸ້ມຄອງ ລາຄາສິນຄ້າ, ການປະຕິບັດນະໂຍບາຍ ປະຢັດ, ການແກ້ໄຂປະກົດການຫຍໍ້ທໍ້ ໃນສັງຄົມ, ການແກ້ໄຂຫາງສຽງບໍ່ດີ ໃນສັງຄົມ, ແຜນການຄຸ້ມຄອງ ແລະ ແກ້ໄຂບັນຫາໄຟໄໝ້ລາມປ່າ ແຕ່ລະ ໄລຍະ, ການຕິດຕາມກວດກາ ແລະປະ ເມີນຄືນໂຄງການລົງທຶນຕ່າງໆລວມ ທັງການອະນຸຍາດ ໃຫ້ນັກລົງທຶນສຳປະ ທານ ໃນກິດຈະການທີ່ມີເນື້ອທີ່ຫລາຍ ແລະ ອາຍຸສຳປະທານຫລາຍປີ, ການ ຊົດເຊີຍ ແລະ ສ້າງອາຊີບ ທີ່ຍືນຍົງໃຫ້ແກ່ ປະຊາຊົນທີ່ຖືກຜົນກະທົບຈາກໂຄງ ການພັດທະນາ. ນອກນັ້ນ, ໃຫ້ຄະນະຮັບ ຜິດຊອບກະກຽມ ຈັດປີທ່ອງທ່ຽວລາວ ປີ 2024 ຄົ້ນຄວ້າຈັດສຳມະນາຮ່ວມ ກັບຜູ້ປະກອບການ ແລະ ຖອດຖອນບົດ ຮຽນຂອງບັນດາປະເທດທີ່ເຮັດໄດ້ດີໃນ ວຽກງານດັ່ງກ່າວ; ໃຫ້ກະຊວງການ ຕ່າງປະເທດສືບຕໍ່ຕິດຕາມສະພາບ ການພາກພື້ນ ແລະ ສາກົນ, ລວມທັງ ການກະກຽມທັດສະນະຕ່າງໆຕໍ່ບັນ ຫາທີ່ເກີດຂຶ້ນຢ່າງທັນການ. ສຳລັບຂໍ້ສະ ເໜີຂອງແຂວງຈຳນວນໜຶ່ງແມ່ນໃຫ້ ຂະແໜງການກ່ຽວຂ້ອງຄົ້ນຄວ້າແກ້ ໄຂ ແລ້ວແຈ້ງໃຫ້ແຂວງຊາບ, ຖ້າບັນ ຫາໃດເກີນສິດແມ່ນໃຫ້ຄົ້ນຄວ້າລາຍ ງານລັດຖະບານ ເພື່ອມີທິດຊີ້ນຳໃນຂັ້ນ ຕໍ່ໄປ. ນອກຈາກນີ້, ກອງປະຊຸມໄດ້ພິຈາ ລະນາ ແລະ ເຫັນດີດ້ານຫລັກການ ຮັບຮອງເອົາຮ່າງດຳລັດວ່າດ້ວຍການ ເຄື່ອນໄຫວ ຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດ ແຫ່ງຊາດ, ກອງປະຊຸມຊີ້ນຳກະຊວງ ການຕ່າງປະເທດໃຫ້ສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງປັບປຸງ ແລະ ຮຽບ ຮຽງຕາມການປະກອບຄຳເຫັນຂອງ ສະມາຊິກລັດຖະບານ ໃຫ້ມີເນື້ອໃນຮັດ ກຸມ, ລະອຽດ, ຈະແຈ້ງ ແລະ ຄົບຖ້ວນສົມ ບູນຂຶ້ນຕື່ມ ລວມທັງຊື່ດຳລັດໃຫ້ສັ້ນກະ ທັດຮັດ ແລະ ສອດຄ່ອງກັັບວຽກງານ ຕົວຈິງ. ພາຍຫລັງປັບປຸງແລ້ວ ໃຫ້ສະ ເໜີຂໍຄຳເຫັນຈາກທ່ານຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດ ປົກຄອງ ແລະ ວັດທະນະທຳ-ສັງຄົມ ເພື່ອນໍາສະເໜີຕໍ່ລັດຖະບານພິຈາລະ ນາປະກາດນຳໃຊ້ໃນຂັ້ນຕໍ່ໄປ; ກອງປະ ຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານ ຫລັກການຮັບຮອງເອົາຮ່າງນິຕິກຳ ກ່ຽວກັບການຈັດຕັ້ງປະຕິບັດການຄຸ້ມ ຄອງເງິນຕາຕ່າງປະເທດ. ກອງປະຊຸມ ຊີ້ນຳທະນາຄານ ແຫ່ງ ສປປ ລາວ ໃຫ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າ, ປັບປຸງໂຄງຮ່າງ ແລະ ຮຽບຮຽງເນື້ອໃນ ຕາມຄຳເຫັນຂອງສະ ມາຊິກລັດຖະບານ ເປັນຕົ້ນຮ່າງນິຕິກຳ ນີ້ ຈະກຳນົດເປັນນິຕິກຳປະເພດໃດ, ການຈັດລຽງເນື້ອໃນ ກໍຄືໂຄງຮ່າງນິຕິ ກຳ, ການກຳນົດເນື້ອໃນ ແມ່ນເນັ້ນໜັກ ການຄຸ້ມຄອງວຽກງານທີ່ກ່ຽວຂ້ອງໃຫ້ ມີປະສິດທິພາບ ແລະ ປະສິດທິຜົນ. ພາຍ ຫລັງປັບປຸງແລ້ວ ໃຫ້ສະເໜີຂໍຄຳເຫັນ ຈາກທ່ານຮອງນາຍົກລັດຖະມົນຕີ, ຜູ້ ຊີ້ນຳວຽກງານຂົງເຂດປົກຄອງ ແລະ ວັດທະນະທຳ-ສັງຄົມ ແລະ ສະເໜີລັດ ຖະບານ ພິຈາລະນາປະກາດນຳໃຊ້ໃນ ຂັ້ນຕໍ່ໄປ; ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງເອົາ ນິຕິກໍາຂົງເຂດແຮ່ທາດ ຄື: ຮ່າງຍຸດທະ ສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດຮອດ ປີ 2035 ແລະ ຮ່າງດຳລັດ ວ່າດ້ວຍທຶນ ພັດທະນາຊຸມຊົນ ໃນທຸລະກິດກ່ຽວກັບ ແຮ່ທາດ. ຕໍ່ສອງຮ່າງນິຕິກຳດັ່ງກ່າວ, ກອງປະຊຸມໄດ້ຊີ້ນຳກະຊວງພະລັງ ງານ ແລະ ບໍ່ແຮ່ ໃຫ້ສົມທົບກັບພາກສ່ວນ ກ່ຽວຂ້ອງ ປັບປຸງຕາມການປະກອບຄຳ ເຫັນຂອງສະມາຊິກລັດຖະບານເປັນ ຕົ້ນ ຮ່າງຍຸດທະສາດ ໃຫ້ສອດຄ່ອງ ແລະ ກົມກຽວກັບຍຸດທະສາດ, ກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ, ເນື້ອໃນຂອງຍຸດ ທະສາດຕ້ອງໃຫ້ກຳນົດແຈ້ງກ່ຽວກັບ ບັນດາປະເພດຂອງແຮ່ທາດ, ສິ່ງສໍາ ຄັນແຮ່ທາດທີ່ສາມາດຂຸດຄົ້ນມານຳໃຊ້ ໄດ້ຕ້ອງເປັນແຮ່ທາດ ທີ່ມີເສດຖະກິດ ສູງ, ມີປະລິມານແຮ່ທາດຈໍານວນ ຫລາຍສາມາດນໍາໃຊ້ໄດ້ຍາວນານ, ຮັບ ປະກັນຄວາມຍືນຍົງສິ່ງສໍາຄັນແມ່ນມີ ຜົນກະທົບຕໍ່ສິ່ງແວດລ້ອມໜ້ອຍທີ່ ສຸດ, ລວມທັງໃຫ້ປະເມີນການຈັດຕັ້ງປະ ຕິບັດໂຄງການລົງທຶນ ກ່ຽວກັບແຮ່ທາດ ເພື່ອເປັນຂໍ້ມູນໃນການກຳນົດຍຸດທະ ສາດ. ສຳລັບຮ່າງດຳລັດວ່າດ້ວຍທຶນ ພັດທະນາຊຸມຊົນໃນທຸລະກິດກ່ຽວກັບ ແຮ່ທາດ ແມ່ນໃຫ້ກຳນົດເນື້ອໃນມີ ຄວາມກົມກຽວໄປລວງດຽວກັນ, ກຳ ນົດບົດບາດການມີສ່ວນຮ່ວມໃນການ ຄຸ້ມຄອງກອງທຶນ ຂອງຂະແໜງພະລັງ ງານ ແລະ ບໍ່ແຮ່ແຕ່ລະຂັ້ນຢ່າງຈະ ແຈ້ງ, ພ້ອມນັ້ນ ກໍຊຸກຍູ້ໃຫ້ພາກທຸລະກິດ ແລະ ເຈົ້າຂອງໂຄງການ ເປັນເຈົ້າການ ປະກອບສ່ວນປະຕິບັດພັນທະໃຫ້ແກ່ລັດ ຖະບານ ກໍຄື ອົງການປົກຄອງທ້ອງຖິ່ນ ໃຫ້ຖືກຕ້ອງຄົບຖ້ວນ ແລະ ສອດຄ່ອງ ກັບກົດໝາຍ ວ່າດ້ວຍງົບປະມານ ແລະ ນິຕິກຳທີ່ກ່ຽວຂ້ອງ. ສຳລັບແຜນວຽກໃນເດືອນມິຖຸນາ ຈະມາເຖິງນີ້, ລັດຖະບານຈະໄດ້ສຸມ ໃສ່ວຽກງານຕົວຈິງຈຳນວນໜຶ່ງ ເປັນ ຕົ້ນ ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນຮອບດ້ານ ດ້ວຍມາດຕະການ ຕ່າງໆຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງສາ ມາດຮັບປະກັນສະຖຽນລະພາບທາງ ດ້ານການເມືອງ, ຄວາມສະຫງົບຕາມ ບໍລິເວນຊາຍແດນ, ພ້ອມທັງສືບຕໍ່ສຸມ ໃສ່ວຽກງານກໍ່ສ້າງຮາກຖານການ ເມືອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ. ນອກນັ້ນ, ກໍສືບຕໍ່ຕິດຕາມສະພາບໄຟ ໄໝ້ລາມປ່າ, ຖ້າເກີດມີຈຸດໃດກໍຮີບຮ້ອນ ສົມທົບກັບອຳນາດການປົກຄອງທ້ອງ ຖິ່ນມອດໄຟໃຫ້ໄວ; ສືບຕໍ່ເພີ່ມທະວີການ ຈັດຕັ້ງປະຕິບັດຄຳສັ່ງເລກທີ 27/ນຍ ວ່າດ້ວຍການເພີ່ມທະວີວຽກງານສະ ກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ ໃນສັງຄົມ ໃຫ້ແຂງແຮງກວ່າເກົ່າ ເປັນ ຕົ້ນ ບັນຫາປຸ້ນຈີ້, ຊີງຊັບ, ລັກຊັບ, ຄ້າ ຂາຍຢາເສບຕິດ, ຄ້າມະນຸດ, ອຸບັດເຫດ, ນັກເລງອັນຕະພານ, ກຸ່ມແກ້ງລັກລົດ ຈັກ ແລະ ຂີ່ລົດກວນເມືອງມີລັກສະນະ ເພີ່ມຂຶ້ນ ແລະ ຮ້າຍແຮງຂຶ້ນແບບບໍ່ເກງ ກົວຕໍ່ກົດໝາຍບ້ານເມືອງ ແລະ ໃຫ້ມີ ມາດຕະການລົງໂທດໃຫ້ໜັກຂຶ້ນ ໂດຍ ສະເພາະ ກໍລະນີຜູ້ກະທຳຜິດທີ່ບໍ່ເຂັດບໍ່ ຫລາບ; ສືບຕໍ່ສຸມໃສ່ຄຸ້ມຄອງເສດຖະກິດ ມະຫາພາກ ໃຫ້ມີຄວາມໝັ້ນທ່ຽງ ໂດຍ ໃຫ້ກະຊວງ-ອົງການກ່ຽວຂ້ອງສຸມໃສ່ ປະຕິບັດບັນດາໜ້າວຽກສຳຄັນຄື: ສືບຕໍ່ຈັດຕັ້ງຜັ ນຂະຫຍາຍການຕົກລົງ ແລະ ຊີ້ນຳຂອງລັດຖະບານກ່ຽວກັບ ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະ ເທດ; ສືບຕໍ່ສຸມໃສ່ການຈັດເກັບລາຍ ຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານ ໃຫ້ໄດ້ຕາມແຜນການທີ່ວາງໄວ້ ຫລື ລື່ນ ແຜນກວ່າເກົ່າ ໂດຍສຸມໃສ່ການຫັນການ ເກັບລາຍຮັບເປັນທັນສະໄໝ ໂດຍສະ ເພາະ ການຫັນເປັນທັນສະໄໝ ໃນການ ເກັບຄ່າທຳນຽມ, ຄ່າບໍລິການ ແລະ ການເກັບລາຍຮັບຢູ່ດ່ານສາກົນ; ສືບຕໍ່ ສຸມ ໃສ່ປັບປຸງ ແລະ ສ້າງນິຕິກໍາໃໝ່ກ່ຽວ ກັບການເກັບຖານລາຍຮັບໃໝ່ ເປັນຕົ້ນ ອາກອນທີ່ດິນ, ຄ່າຊັກພິເສດ ໃນການສົ່ງ ອອກຊັບພະຍາກອນທໍາມະຊາດ, ອາ ກອນນໍາເຂົ້າສິນຄ້າຟູມເຟືອຍທີ່ບໍ່ຈໍາ ເປັນ ແລະ ອື່ນໆ; ສືບຕໍ່ແກ້ໄຂບັນຫາ ຊ່ອງ ຫວ່າງລາຍຈ່າຍຊໍ້າຊ້ອນທຸກຮູບແບບ ຢ່າງເຂັ້ມງວດ ແລະ ເດັດຂາດ; ສືບຕໍ່ປັບ ປຸງບົດລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂາດຕົວ 3 ເດືອນ, ຄາດຄະເນ 6 ເດືອນ ຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ເພື່ອກະກຽມ ລາຍງານຕໍ່ກອງປະຊຸມຄົບຄະນະບໍລິ ຫານງານສູນກາງພັກ ຄັ້ງທີ 6, ສະໄໝທີ XI ແລະ ລາຍງານຕໍ່ກອງປະຊຸມສະໄໝ ສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມາເຖິງນີ້. ພ້ອມນີ້, ກໍສືບ ຕໍ່ກະກຽມສະຫລຸບກາງສະໄໝການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ເແຜນງົບປະມານແຫ່ງ ລັດ ແລະ ແຜນເງິນຕາ 5 ປີ ຄັ້ງທີ IX; ສືບຕໍ່ປະເມີນຄືນໂຄງການແຮ່ທາດທົດ ລອງ ແລະ ໂຄງການແຮ່ທາດປົກກະຕິ ໃຫ້ສຳເລັດ ແລະ ລາຍງານຜົນການ ກວດກາໃຫ້ລັດຖະບານຊາບ; ສຸມໃສ່ ກວດກາ, ຕິດຕາມ ແລະຊຸກຍູ້ການສົ່ງ ອອກແຮ່ທາດ (ທັງທົດລອງ ແລະ ປົກ ກະຕິ). ໃນນັ້ນ, ສຸມໃສ່ກວດກາຄຸນນະ ພາບແຮ່ເຫລັກທີ່ສົ່ງອອກ ເພື່ອບໍ່ໃຫ້ມີ ຊ່ອງຫວ່າງສວຍໃຊ້; ສຸມໃສ່ຊຸກຍູ້ຕິດ ຕາມການສົ່ງອອກແຮ່ຫາຍາກ ໂດຍໃຫ້ ແຕ່ງໜ່ວຍງານຮັບຜິດຊອບຄັກແນ່; ສຸມໃສ່ຊຸກຍູ້ບັນດາໂຄງການພະລັງ ງານຢູ່ເຂດພາກໃຕ້ ເປັນຕົ້ນ ພະລັງ ງານແສງຕາເວັນ, ພະລັງງານລົມພະ ລັງງານຄວາມຮ້ອນ ທີ່ຈະສົ່ງອອກໃຫ້ ກໍາປູເຈຍ ທີ່ໄດ້ເຊັນສັນຍາຊື້-ຂາຍໄຟ ຟ້າຮ່ວມກັນແລ້ວ; ຄົ້ນຄວ້າມາດຕະ ການຕ່າງໆ ເພື່ອຄຸ້ມຄອງອັດຕາແລກ ປ່ຽນໃຫ້ໝັ້ນທ່ຽງ; ໃຫ້ຮີບຮ້ອນປັບປຸງ ຮ່າງຄຳສັ່ງຂອງທ່ານນາຍົກລັດຖະມົນ ຕີກ່ຽວກັບການຈັດຕັ້ງປະຕິບັດການຄຸ້ມ ຄອງເງິນຕາຕ່າງປະເທດທີ່ຜ່ານກອງ ປະຊຸມລັດຖະບານເທື່ອນີ້ ໃຫ້ສຳເລັດ ແລະ ເຊັນປະກາດໃຊ້ໄວ. ຄຽງຄູ່ກັນນັ້ນ ກໍໃຫ້ຄົ້ນຄວ້າມາດຕະການຕົວຈິງ ໃນ ການບັງຄັບໃຊ້ຄຳສັ່ງດັ່ງກ່າວ ໃຫ້ມີ ປະສິດທິພາບ, ປະສິດທິຜົນ ແລະ ມີຜົນ ສຳເລັດສູງ; ສືບຕໍ່ສົມທົບກັບພາກສ່ວນ ກ່ຽວຂ້ອງ ຈັດສຳມະນາລະດົມຄວາມ ຄິດເຫັນຕໍ່ກັບມາດຕະການຕ່າງໆທີ່ປິ່ນ ອ້ອມໃຫ້ເປັນລະບົບຄົບຊຸດ; ສືບຕໍ່ຄຸ້ມ ຄອງລາຄາສິນຄ້າ ແລະ ຄ່າບໍລິການ ຢູ່ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍ ມີມາດຕະການຕົວຈິງ ເພື່ອບໍ່ໃຫ້ມີການ ສວຍໂອກາດ ໂດຍສະເພາະແມ່ນກໍານົດ ໂຄງປະກອບລາຄາສິນຄ້າ (ຂາຍຍົກ- ຂາຍຍ່ອຍ) ແລະ ລາຍການສິນຄ້າທີ່ ຕ້ອງໄດ້ຕິດຕາມການເໜັງຕີງຂອງລາ ຄາສິນຄ້າ ໃຫ້ຮູ້ໄດ້ເຖິງສາເຫດການ ຂຶ້ນ-ລົງ ເພື່ອມີມາດຕະການແກ້ໄຂໃຫ້ ທັນກັບສະພາບການລວມທັງເອົາໃຈ ໃສ່ໃນການສະໜອງນໍ້າມັນເຊື້ອໄຟ; ສືບຕໍ່ໂຄງການຊຸກຍູ້ການຜະລິດເປັນ ສິນຄ້າທົດແທນການນໍາເຂົ້າ ແລະ ຊຸກ ຍູ້ການສົ່ງອອກ; ສືບຕໍ່ສຸມໃສ່ຈັດຕັ້ງ ປະຕິບັດຜົນກອງປະຊຸມທຸລະກິດລາວ ປະຈຳປີ 2023 ໃຫ້ເປັນຮູບປະທໍາ ເປັນຕົ້ນ ການແກ້ໄຂຫົວຂໍ້ທີ່ຍັງຄົງຄ້າງ ແລະ ຍັງບໍ່ທັນໄດ້ແກ້ໄຂ, ຄົ້ນຄວ້າມາດ ຕະການນຳເຂົ້າສິນຄ້າ ທີ່ພວກເຮົາບໍ່ສົ່ງ ເສີມ ຫລື ທີ່ພວກເຮົາສາມາດຜະລິດ ໄດ້ແລ້ວ ໂດຍຄົ້ນຄ້ວາມາດຕະການ ທາງດ້ານເສດຖະກິດ ທີ່ບໍ່ຂັດກັບລະ ບຽບການຄ້າສາກົນ ທີ່ເຮົາເປັນພາຄີ. ສືບຕໍ່ສຸມໃສ່ແກ້ໄຂສະພາບການ ຫວ່າງງານ ໂດຍເກັບກໍາຂໍ້ມູນຄວາມ ຕ້ອງການດ້ານແຮງງານຂອງແຕ່ລະ ສາຂາອາຊີບ ເພື່ອຈັດເຂົ້າສູ່ການຈ້າງ ງານໃຫ້ໄວ ພ້ອມທັງຍົກສູງການພັດທະ ນາສີມືແຮງງານຕິດພັນການດຸ່ນດ່ຽງ ແຮງງານ ເພື່ອສະໜອງຄວາມຕ້ອງ ການຂອງຕະຫລາດແຮງງານພາຍໃນ ແລະ ຕ່າງປະເທດ ແລະ ຊຸກຍູ້ໃຫ້ເຂົ້າ ສູ່ລະບົບປະກັນສັງຄົມໃຫ້ຫລາຍຂຶ້ນ; ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ຜູ້ປະກອບການທ່ອງທ່ຽວ ເພື່ອຈັດ ສຳມະນາລະດົມຄວາມຄິດເຫັນກ່ຽວ ກັບວິທີທາງ ແລະ ກິດຈະກຳຕົວຈິງ ໃນ ປີທ່ອງທ່ຽວລາວ ປີ 2024, ພ້ອມທັງ ສືບຕໍ່ແກ້ໄຂບັນດາປາກົດການຫຍໍ້ທໍ້ ທີ່ຕິດພັນກັບທຸລະກິດການທ່ອງທ່ຽວ; ສືບຕໍ່ຕິດຕາມຫາງສຽງຂອງສັງຄົມ ຜ່ານສື່ມວນຊົນຕ່າງໆ ແລະ ຕອບໂຕ້ ຂ່າວປອມທີ່ບິດເບືອນຄວາມຈິງລວມ ທັງຂ່າວທີ່ບໍ່ດີຕໍ່ການທ່ອງທ່ຽວລາວ ໃຫ້ທັນການ ແລະ ຊັດເຈນຂຶ້ນ; ຮີບຮ້ອນ ສົມທົບກັບພາກສ່ວນກ່ຽວຂ້ອງຄົ້ນ ຄວ້າມາດຕະການແກ້ໄຂບັນຫາຄູອາ ສາສະໝັກ ຢູ່ເຂດຊົນນະບົດລາອອກ ແລະ ບັນຫາການປະລະການຮຽນເພີ່ມ ຂຶ້ນ ເພື່ອລາຍງານຕໍ່ກອງປະຊຸມລັດຖະ ບານ ເປີດກວ້າງ ຄັ້ງທີ 1 ປີ 2023 ທີ່ ຈະຈັດຂຶ້ນໃນທ້າຍເດືອນມິຖຸນານີ້. ສຳລັບການແກ້ໄຂບັນຫາໄຟໄໝ້ລາມ ປ່າຮີບຮ້ອນສົມທົບກັບອົງການປົກ ຄອງທ້ອງຖິ່ນ ເປັນເຈົ້າການຕິດຕາມ, ປະເມີນບັນຫາສະພາບໄຟໄໝ້ລາມປ່າ ແລະ ມີມາດຕະການແກ້ໄຂຢ່າງທັນ ການກວ່າເກົ່າ, ໃຫ້ຖອດຖອນບົດຮຽນ ບໍ່ໃຫ້ມີສະພາບດັ່ງກ່າວເກີດຂຶ້ນອີກ. ພ້ອມກັນນັ້ນ, ກໍໃຫ້ກວດຄືນສາເຫດ ຂອງໄຟໄໝ້ປ່າໃນແຕ່ລະບ່ອນຜ່ານມາ, ອັນໃດແມ່ນເກີດຈາກການບຸກລຸກປ່າ ທີ່ກົດໝາຍຫວງຫ້າມ ແມ່ນໃຫ້ມີມາດ ຕະການເດັດຂາດ ແລະ ເຂັ້ມງວດຕໍ່ຜູ້ທີ່ ລະເມີດ; ໃຫ້ອົງການ ປົກຄອງນະຄອນ ຫລວງວຽງຈັນ ແລະ ບັນດາແຂວງ ເປັນເຈົ້າການແຈ້ງໃຫ້ບັນດາເມືອງ ແລະ ບ້ານຕ່າງໆ ໃຫ້ມີການເຝົ້າລະວັງ, ພ້ອມທັງເພີ່ມທະວີການປູກຈິດສຳນຶກ ຂອງປະຊາຊົນເຫັນຜົນຮ້າຍ ແລະ ເຜີຍແຜ່ບັນດານິຕິກຳຂອງລັດຖະບານ ໃຫ້ປະຊາ ຊົນຢຸດຕິການຈູດປ່າໃນໄລ ຍະນີ້້ຢ່າງເດັດຂາດ, ຖ້າເກີດມີເຫດການ ໄຟໄໝ້ປ່າຢູ່ບ້ານໃດ ກໍມອບໃຫ້ເປັນ ເຈົ້າການຄວບຄຸມບໍ່ໃຫ້ແຜ່ລາມໄປເຂດ ອື່ນ, ພ້ອມທັງໃຫ້ມີການສືບຮູ້ຜູ້ກະທຳ ຜິດ ເພື່ອເອົາມາລົງໂທດຕາມກົດໝາຍ ຢ່າງເຂັ້ມງວດ; ໃຫ້ສືບຕໍ່ຕິດຕາມສະ ພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ໂດຍສະເພາະບັນ ຫາທີ່ຈະສົ່ງຜົນກະທົບຕໍ່ລາວເຮົາລວມ ທັງບັນຫາທີ່ ສປປ ລາວ ຕ້ອງໄດ້ໃຫ້ທັດ ສະນະ ຫລື ລົງມະຕິນັ້ນ ເພື່ອລາຍງານ ຂໍທິດຊີ້ນຳໃຫ້ທັນການ; ສືບຕໍ່ຈັດຕັ້ງ ຜັນຂະຫຍາຍຜົນກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນ້ຳຂອງສາກົນ ຄັ້ງທີ IV, ຜົນການພົບປະລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ຫວຽດ ນາມ; ກະກຽມການໄປເຄື່ອນໄຫວວຽກ ງານຕ່າງປະເທດຂອງການນຳຂັ້ນສູງ ຂອງພັກ, ຂອງລັດ ກໍຄື ການກະກຽມ ຕ້ອນຮັບການນຳ ແລະ ຄະນະຜູ້ແທນ ຂັ້ນສູງຈາກຕ່າງປະເທດທີ່ຈະມາຢ້ຽມ ຢາມລາວ. ຄະນະຜູ້ແທນຂັ້ນສູງ... ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກ ປະຊາຊົນ ປະ ຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ຄະນະຜູ້ແທນຂັ້ນສູງ ຂອງພັກຣັດເຊຍເອກະພາບ ນໍາ ໂດຍສະຫາຍ ດີມີຕຣີ ເມັດເວເດັບ ປະທານພັກຣັດເຊຍເອກະພາບ, ຮອງປະທານສະພາຄວາມໝັ້ນຄົງ ເເຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍ ຄະນະໄດ້ມາເຄື່ອນໄຫວຢ້ຽມຢາມ ເເລະ ເຮັດວຽກຢູ່ ສປປ ລາວ,ໃນ ວັນທີ 23 ພຶດສະພາ 2023 ການພົວພັນ ລາວ-ຣັດເຊຍ ແມ່ນ ສືບຕໍ່ມາແຕ່ການພົວພັນ ລາວ-ອະ ດີດສະຫະພາບໂຊວຽດ ຊຶ່ງສອງ ປະເທດ ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ. ໃນ ໄລຍະຢູ່ຢ້ຽມຢາມ, ຄະນະຜູ້ແທນຂັ້ນ ສູງຂອງພັກຣັດເຊຍເອກະພາບ ໄດ້ພົບປະເຮັດວຽກຮ່ວມກັບສະ ຫາຍ ເລຂາທິການໃຫຍ່ພັກ ປປ ລາວ, ບັນດາການນໍາຝ່າຍລາວ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນຂັ້ນ ສູງພັກຣັດເຊຍເອກະພາບ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳ ຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະ ພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ- ຣັດເຊຍ ໃຫ້ເກີດດອກອອກຜົນ ຍິ່ງໆຂຶ້ນ; ໄດ້ແຈ້ງສະພາບການທີ່ພົ້ນ ເດັ່ນຂອງ ສປປ ລາວ ໃນໄລຍະມໍ່ໆ ມານີ້ ໃຫ້ຄະນະຜູ້ແທນຝ່າຍຣັດເຊຍ ຮັບຊາບ, ໂດຍສະເພາະການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງ ທີ XI ຂອງພັກ ແລະ ການຈັດຕັ້ງປະ ຕິບັດແຜນການພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX; ໄດ້ແລກປ່ຽນບົດຮຽນໃນການ ຊີ້ນໍານໍາພາຂອງພັກ ປປ ລາວ ໃນ ໄລຍະທີ່ຜ່ານມາ, ແລກປ່ຽນທັດສະ ນະຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ. ສະຫາຍ ດີມີຕຣີ ເມັດເວເດັບ ໄດ້ສະ ແດງຄວາມຂອບໃຈຢ່າງສູງຕໍ່ການ ຕ້ອນຮັບອັນອົບອຸ່ນທີ່ເຕັມໄປດ້ວຍ ໄມຕີຈິດມິດຕະພາບຂອງບັນດາ ການນໍາຂັ້ນສູງຂອງພັກ ແລະ ລັດ ເເຫ່ງ ສປປ ລາວ ໃນຄັ້ງນີ້. ພ້ອມທັງ ໄດ້ປຶກສາຫາລືກ່ຽວກັບທິດທາງ ການພົວພັນຮ່ວມມື ລະຫວ່າງສອງ ພັກໃນຕໍ່ໜ້າ ເພື່ອນໍາເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງ ປະເທດ; ໄດ້ສະແດງຄວາມຊົມ ເຊີຍຕໍ່ຜົນສຳເລັດອັນໃຫຍ່ຫລວງ ຮອບດ້ານທີ່ຍາດມາໄດ້ຕະຫລອດ ໄລຍະຜ່ານມາ ໂດຍພາຍໃຕ້ການນໍາ ພາອັນຖືກຕ້ອງຂອງພັກ ປປ ລາວ ແລະ ສະແດງຄວາມເຊື່ອໝັ້ນວ່າປະ ຊາຊົນລາວ ຈະສືບຕໍ່ໄດ້ຮັບຜົນສຳ ເລັດອັນໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດແຫ່ງການປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ ເຮັດໃຫ້ປະເທດຊາດມີຄວາມ ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີ ຜາສຸກ, ສັງຄົມມີຄວາມປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ໃນການຢ້ຽມຢາມຄັ້ງນີ້, ສະຫາຍ ດີມີຕຣີ ເມັດເວເດັບ ຍັງໄດ້ພົບປະ ກັບລັດຖະມົນຕີກະຊວງປ້ອງກັນ ປະເທດ ແລະ ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ. ພ້ອມກັນ ນີ້, ສອງພັກ ໄດ້ມີການລົງນາມໃນ ເອກະສານການຮ່ວມມື ລະຫວ່າງ ສອງພັກ ເເລະ ຂົງເຂດການສຶກສາ ຈໍານວນໜຶ່ງ, ຊຶ່ງເປັນການຢໍ້າຄືນ ເຖິງບົດບາດຄວາມສໍາຄັນຂອງ ການພົວພັນລະຫວ່າງສອງພັກທີ່ ເປັນພື້ນຖານອັນຕົ້ນຕໍໃຫ້ແກ່ການ ພົວພັນຮ່ວມມື ລະຫວ່າງ ສອງປະ ເທດ ລາວ-ຣັດເຊຍ. ນອກຈາກນີ້, ຄະ ນະຜູ້ແທນຍັງໄດ້ໄປຢ້ຽມຊົມ ເເລະ ວາງດອກໄມ້ຢູ່ພິພິຕະພັນປະທານ ໄກສອນ ພົມວິຫານ ເເລະ ອະນຸສາ ວະລີນັກບິນທະຫານສະຫະພາບ ໂຊວຽດ ຢູ່ນະຄອນຫລວງວຽງຈັນ. ການນຳຂັ້ນສູງ... ໃນໂລກ. ຂ້າພະເຈົ້າຂໍຖືໂອກາດນີ້ ອວຍ ພອນໃຫ້ທ່ານ ຈົ່ງມີພະລານາໄມສົມ ບູນ, ມີຄວາມຜາສຸກ ແລະ ປະສົບ ຜົນສໍາເລັດ ໃນໜ້າທີ່ອັນມີກຽດສູງ ສົ່ງຂອງທ່ານ.

RkJQdWJsaXNoZXIy MTc3MTYxMQ==