xtgmf]k; 6 23/05/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ ໂດຍ: ເກີດຂວັນໃຈ ມາລີຈັນສີ oEcvf{r6g]up cs]j'mjv'mjP;me,t-kf mujs]kds]kpfhko-u;tokMrao Ihkoc,j8yd 0kpg[hpw,h goAo75ootrk[fu,kdjvo * ການຂາຍເບ້ຍໄມ້ເປັນອີກ ທຸລະກິດໜຶ່ງ ທີ່ມີການເຕີບໃຫຍ່ ຂະຫຍາຍໂຕຢ່າງວ່ອງໄວ ແລະ ກວ້າງຂວາງ ເພື່ອຕອບໂຈດຄ ວາມ ຕ້ອງການຂອງຄົນໃນເມືອງ ທີ່ມັກ ການຕົບແຕ່ງອາຄານບ້ານເຮືອນ, ສໍານັກງານຫ້ ອງການ ໃຫ້ມີຄວາມ ສວຍງ າມ ໃນຂະນະດ ຽວກັນການ ປູກໄມ້ກິນໝາກ ດ້ວຍການສຽບ ຍອດ, ຕໍ່ກິ່ງກໍໄດ້ຮັບຄວາມນິຍົມ ຫລາຍເພາະປູກແລ້ວໄດ້ກິນໄວ ບໍ່ ໃຊ້ເວລາດົນ ແຕ່ຜົນຜະລິດດີດ້ວຍ ເຫດນີ້ປະຊາຊົນ ຈຶ່ງນິ ຍົມປູກ ເພື່ອ ເປັນສິນຄ້າ ໃນການສ້າງເສດຖະ ກິດຄອບຄົວ ດັ່ງນັ້ນ, ເມື່ອຄວາມ ຕ້ອງການຂອງສັງຄົມເພີ່ມຂຶ້ນ ກໍ ເປັນຜົນດີຕໍ່ຜູ້ປະກອບການທີ່ເຮັດ ອາຊີບຮ້ານຂາຍເບ້ຍໄມ້ ເໝືອນ ທ່ານ ນາງ ວຽງມະນີ ສີອໍານວຍ ເຈົ້າຂອງສວນກ້າເບ້ຍໄມ້ແມ່ຕິກ ສ້າງລາຍຮັບໄດ້ຫລາຍລ້ານກີບຕໍ່ ເດືອນຈ າກກ ານຂ າຍເບ້ຍໄ ມ້ປ ະດັບ ແລະ ໄມ້ກິນໝາກ. ທ່ານ ນາງ ວຽງມະນີ ສີອໍາ ນວຍເຈົ້າຂອງສວນກ້າເບ້ຍໄມ້ແມ່ ຕິກເວົ້າສູ່ ຟັງວ່າ: ຈຸດເລີ່ມຕົ້ນທີ່ໄດ້ ມາ ເຮັດອາຊີບນີ້ຍ້ອນຄວາມມັກ ແລະ ໄ ດ້ມີ ໂ ອກາດ ໄ ປຊ່ ວຍວຽກໃນ ຮ້ານຂາຍເບ້ຍໄມ້ນໍາພີ້ນ້ອງຫລາຍ ປີກໍໄ ດ້ສຶ ກສາລາຍລະອຽດຕ່າງໆ ຫລັງຈາກມີປະສົບການແລ້ວຈຶ່ງ ມາກ້າເບ້ຍໄມ້ເອງເທື່ອລະເລັກລະ ໜ້ອຍ ເມື່ອມີຕົ້ນໄມ້ຈຳນວນຫລາຍ ແລ້ວກໍໄດ້ນໍາໄປຂາຍຢູ່ໄອເຕັກ ປະມານ 3 ປີ ແລະ ຕໍ່ມາກໍໄດ້ມາ ຂາຍຢູ່ຕໍ່ໜ້າປໍ້ານໍ້າມັນພຣັດ ບ້ານ ຈອມມະນີໃນປີຜ່ານມາ ສໍາລັບຕົ້ນ ໄມ້ພາຍໃນຮ້ານ ກໍມີ ຫລາກຫລາຍ ຊະນິດຈາກຫລາຍບ່ອນ ທັງຄົນ ລາວ ເຮົາຜະລິດເອງ ແລະ ນຳເຂົ້າ ມາ ຈາກປະເທດເພື່ອນບ້ານກໍມີ ນອກຈາກນີ້ ກໍມີການຂະຍາຍພັນ ເບ້ຍໄມ້ທີ່ມີຢູ່ໃນຮ້ານ ແລະ ຕົ້ນໄມ້ ຊະນິດໃດບໍ່ມີກໍ່ຊື້ເຂົ້າມາຕື່ມໃຫ້ ສວນມີ ຄ ວາມຫ ລາກຫ ລາຍ ສໍາລັບ ຊະນິດເບ້ຍໄມ້ຫ ລັກໆ ກໍຈ ະມີ ໄມ້ປ ະ ດັບ ແ ລະ ໄ ມ້ກິ ນໝາກ ແບບກ້າແ ກ່ນ ແລະ ສຽບຍອດ , ຕໍ່ກິ່ງແ ລະ ອື່ນໆ ໂດຍລາຄາຂາຍ ແມ່ນ 15 ພັນກີ ບ ຂຶ້ນໄປ ຂຶ້ນຢູ່ ກັ ບຊ ະນິດພັ ນໄມ້ ແ ລະ ຄວາມສູງ, ຄວາມໃຫຍ່ອີກດ້ວຍ. ທ່ານນາງ ວຽງມະນີ ເວົ້າຕື່ມ ວ່າ: ການເຮັດອາຊີບນີ້ບໍ່ແມ່ນເລື່ອງ ງ່າຍຕ້ອງມີຄວາມມັກຄວາມອົດ ທົນດຸໝັ້ນ ຈຶ່ງເຮັດໄດ້ເພາະບໍ່ແມ່ນ ເລື່ອງງ່ າຍໃ ນກ ານເບິ່ງແ ຍ່ງຕົ້ ນໄ ມ້ ຈໍານວນຫລາຍ ໃຫ້ມີຄວາມສວຍ ງາມ ເວລາລູກຄ້າເບິ່ງແລ້ວຢາກ ຊື້ ມັນຕ້ ອງໄດ້ເອົາໃຈໃສ່ແ ທ້ໆ ຄືຂ້ າ ພະເຈົ້ານີ້ ເຮັດເອງຄົ ນດ ຽວໄລຍະນີ້ ຫາຄົນຊ່ວຍວຽກບໍ່ໄດ້ ເພາະແຮງ ງານສ່ວນຫລາຍ ແມ່ນໄປເຮັດວຽກ ຢູ່ປະເທດເພື່ອນບ້ານ ແຕ່ໄລຍະຜ່ານ ມາກໍ່ ມີ ຄົ ນມ າເຮັດນໍ າແ ຕ່ເຂົາບໍ່ ອົດ ທົນຄືເຮົາ ແລະ ການເບິ່ງແຍງເອົາ ໃຈໃສ່ກໍ ບໍ ຄື່ ເຮົາ ໂດຍສ ະເພາະແມ່ນ ການຫົດນໍ້າ ເພາະຖ້າຫົດບໍ່ພໍມັນກໍ ຈະຕ າຍ. ແ ຕ່ແ ນວໃ ດກໍ ດີຍ້ອນຄວາມ ມັກ ແລະ ຄວາມເອົາໃຈໃສ່ແທ້ໆ ຈຶ່ງເຮັດໃຫ້ຕົ້ນໄມ້ໃນສວນຂອງ ຂ້າພະເຈົ້າ ມີກ ານຈະເລີນ ເຕີບໃຫຍ່ ທີ່ສົມບູນ ເມື່ອນໍາໄປປູກແລ້ວຮັບ ຮອງວ່ າ ອັດຕາກ ານລ ອດຕ າຍສູ ງ . ເອົາເປັນວ່າ ທ່ານໃດທີ່ມີແຜນ ຕົບແຕ່ງອາຄານບ້ານເຮືອນ ຫລື ປູກໄມ້ກິນໝາກກໍສາມາດເຂົ້າມາ ເບິ່ງທີ່ ສ ວນໄດ້ ຮ້ານຕັ້ ງຢູ່ ບ້ານໂພນ ຕ້ອງຈອມມະນີ ເມືອງຈັນທະບູລີ ນະຄອນຫລວງວ ຽງຈັນ. ພະບາງ. ອຸທິຍານແຫ່ງຊາດດັ່ງກ່າວຄື ໝາກຫົວໃຈສີຂຽວທີ່ເຮັດໜ້າທີ່ປົກ ປັກຮັກສາສັດປ່ານາໆຊະນິດ, ເປັນ ແຫລ່ງອົກຊີ ໃຫຍ່ຂອງລາວ, ເປັນ ສະບຽງອາຫານຂອງປະຊາຊົນໃນ ເຂດນັ້ນ; ທັງເປັນຈຸດໝາຍປາຍ ທາງດ້ານການທ່ອງທ່ຽວທີ່ພວມ ໄດ້ຮັບຄວາມນິຍົມໃນປັດຈຸບັນ ອັນ ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມ, ສ້າງວຽກ ເຮັດງານທໍາ, ສ້າງລາຍໄດ້ໃຫ້ພາກ * ອຸທິຍານແຫ່ງຊາດ ນໍ້າ ແອດພູເລີຍ (NEPL) ເປັນເຂດ ປ່າສະ ຫງວນທີ່ໃຫຍ່ທີ່ສຸດ ແລະ ເປັນໜຶ່ງ ໃນປ່າສະຫງວນທີ່ມີ ຄວາມຫລາກ ຫລາຍທາງຊີວະນາໆພັນທີ່ສຸດໃນ ສປປ ລາວ. ອຸທິຍານແຫ່ງຊາດ ດັ່ງ ກ່າວ ຢູ່ໃນເຂດປ່າສະຫງວນນ້ຳ ແອດ-ພູເລີຍ ເປັນປ່າເຂດດຽວໃນ ລາວທີ່ມີຂໍ້ມູນລະບຸວ່າ ຍັງມີສັດປ່າ ຫາຍາກໂດຍສະເພາະເສືອໂຄ່ງ, ມີທີ່ຕັ້ງຢູ່ເມືອງຮ້ຽມ ແຂວງຫົວພັນ ມີເນື້ອທີ່ທັງໝົດ 410.720 ເຮັກ ຕາ, ປະກອບດ້ວຍບ້ານທີ່ຢູ່ຕິດຈອດ ປ່າສະຫງວນຈຳນວນ 129 ບ້ານ ເປັນເຂດເຊື່ອມຕໍ່ ລະຫວ່າງ ແຂວງ ຫົວພັນ, ຊຽງຂວາງ ແລະ ຫລວງ ບໍລິການ ໂຮງແຮມ, ເຮືອນພັກ ແລະ ອື່ນໆ. ອີງຕາມແຜນພັດທະນາເສດ ຖະກິດ-ສັງຄົມ ແຫ່ງຊາດລາວ ສໍາ ລັບປີ 2019 ຜ່ານມາ ໄດ້ກໍານົດໃຫ້ ມີການສ້າງຕັ້ງອຸທິຍານແຫ່ງຊາດ ນໍ້າ ແອັດ-ພູເລີຍ ແລະ ອຸທິຍານ ແຫ່ງ ຊາດ ນາກາຍ-ນໍ້າເທີນ ໃຫ້ເປັນຕົວ ແບບໃນການຈັດຕັ້ງປະຕິບັດ ເປັນອຸ ທິຍານແຫ່ງຊາດ ໃຫ້ເຂດອື່ນໆ ໃນ ປະເທດລາວ ເພື່ອການປົກປັກຮັກ ສາເຂດອຸທິຍານ ແລະ ການນໍາໃຊ້ ເຂດອຸທິຍານ ເພື່ອດຶງດູດນັກທ່ອງ ທ່ຽວເຂົ້າຢ້ຽມຊົມ ແມ່ນຈະຊ່ວຍ ລັດ ຖະບານ ຮັກສາຄວາມສະຖຽນລະ ພາບການເຕີບໂຕທາງດ້ານເສດຖະ ກິດ ແລະ ການປົກຮັກສາຊັບພະຍາ ກອນທໍາມະຊາດແບບຍືນຍົງ. ສຳ ລັບຍຸດທະສາດ ການພັດທະນາສີ ຂຽວແຫ່ງຊາດ ທີ່ລັດຖະບານລາວ ໄດ້ຮັບຮອງເອົາໃນຊຸມປີ ຜ່ານມານີ້ ມີຈຸດປະສົງ ເພື່ອເປັນແນວທາງໃນ ການພັດທະນາແບບຍືນຍົງ ເຊິ່ງ ການທ່ອງທ່ຽວ ກໍ່ຖືເປັນຂໍກະແຈ ສໍາຄັນ ເພື່ອໃຫ້ບັນລຸຍຸດທະສາດສີ ຂຽວດັ່ງກ່າວ. ປັດຈຸບັນມີນັກທ່ອງທ່ຽວຈາກ ທົ່ວໂລກ ເຂົ້າມາທ່ຽວ ແລະ ສຶກສາ ຮຽນຮູ້ດ້ານຊີວະນາໆພັນ ຢູ່ໃນເຂດ ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ໂດຍສວ່ນໃຫຍ່ແມ່ນນັກທ່ອງທ່ຽວ ຊາວເອີຣົບ, ອາເມລິກາ, ອາຊຽນ ແລະ ອື່ນໆເຂົ້ານອນແຮມຄືນ, ຍ່າງ ປ່າ, ຊົມສັດປ່່າໃນຍາມກາງຄືນ ແລະ ອື່ນໆ. ໃນນັນກິດຈະກຳທ່ອງ ທ່ຽວທີ່ໄດ້ຮັບຄວາມນິຍົມແມ່ນ: ແມ່ນການເດີນທາງໄປເບິ່ງສັດ ປ່າແບບລ່ອງເຮືອພາຍໃນ 24 ຊົ່ວໂມງ. ຈຸດເດັ່ນຂອງການເດີນ ທາງນີ້ແມ່ນການໄດ້ເຝົ້າສັງເກດ ການສັດປ່າໃນຕອນກາງຄືນ, ຊອກ ເບິ່ງສັດປ່າທີ່ໃກ້ຈະສູນພັນໃນຂະ ນະ ທີ່ເຮືອຫາງຍາວລ່ອງລອຍຢູ່ ເທິງແມ່ນໍ້າ. ໂດຍບາງຄັ້ງຈະພົບ ເຫັນສັດປ່າຫາຍາກເຊັ່ນ: ກວາງ ປ່າ, ເກ້ງໝໍ້, ເຫງັນ, ນາກ, ເສືອໄຟ, ແມວດາວ ແລະ ງູເຫລືອມ. ສ່ວນ ການເດີນເຮືອໃນກາງເວັນ ກໍ່ຍັງຍັງ ມີໂອກາດເຫັນນົກຫລາຍຊະນິດ ເປັນຕົ້ນ: ນົກກະເຕັນ ເຮີຄິວລິສ, ນົກ ແກ້ວ, ນົກຫົວຂວານຄໍແດງ ແລະ ອື່ນໆອີກຫລາກຫລາຍ. ນອກຈາກການລ່ອງເຮືອແລ້ວ ຍັງມີການທ່ອງທ່ຽວແບບຍ່າງປ່າ ແມ່ນໃຊ້ເວລາ 2-5 ມື້ ແລະ ຈະມອບ ໂອກາດພິເສດໃຫ້ນັກທ່ອງທ່ຽວໄດ້ ສໍາພັດກັບຄວາມຮູ້ສຶກຄືກັບກໍາລັງ ເປັນນັກຊີວະວິທະຍາພາກສະໜາມ ໃນເວລາທີ່ລົງຕິດຕາມ ແລະ ຄົ້ນ ຫາສັດປ່າຕາມເສັ້ນທາງ. ມາຮ່ວມ ວິເຄາະຮອຍຕີນ, ຮອຍເລັບ, ມູນສັດ ແລະ ເບິ່ງຮູບພາບທີ່ດັກຖ່າຍສັດ ປ່າໄວ້ຕາມເສັ້ນທາງໃນແຕ່ລະຈຸດ ໄປກັບຜູ້ນໍາທ່ຽວ ອຸທິຍານ ແລະ ນັກເຝົ້າສັງເກດການສັດປ່າປະຈໍາ ບ້ານ. ທ່ານອາດຈະໄດ້ພົບເຫັນຮ່ອງ ຮອຍຂອງເສືອດາວ, ໝາໄນ ຫລື ໝີ ທີ່ໃກ້ຈະສູນພັນ ກໍ່ເປັນໄດ້. ພ້ອມ ນີ້, ທ່ານຍັງມີໂອກາດຍ່າງໄປຮອດ ຈຸດສຸດຍອດຂອງພູເລີຍພູທີ່ມີສູງ 2.000 ກວ່າແມັດ ເຊິງເປັນຈຸດ ທີ່ສູງ ທີ່ສຸດຂອງອຸທິຍານແຫ່ງຊາດແຫ່ງ ນີ້ ແລະ ເປັນຍອດພູທີ່ສູງທີ່ສຸດ ເປັນ ອັນດັບ 3 ໃນລາວ.
RkJQdWJsaXNoZXIy MTc3MTYxMQ==