xtgmf]k; 6 22/05/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme ຮຽບຮຽງໂດຍ: ໄໝຄຳຍ້ອມສິນ dko7Q o7;h k xtdkf c]t pq dg]u dg0fdko]t[kfrtpkf8y f8+ ry mu demuj |h klq o.9 .o[5 o[A 'w2 8k,xtgrou c8j ltw\[6 Iko * ມາພົບກັບຄໍລຳຊີວິດ ແລະ ກົດໝາຍມື້ນີ້ ຍັງສືບຕໍ່ນຳສະເໜີ ການຄວບຄຸມພະຍາດຕິດຕໍ່ ຊຶ່ງໃນ ກົດໝາຍວ່າ ດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ສະບັບປີ 2017 ໄດ້ກຳນົດຫລາຍມາດຕະ ການ ກ່ຽວກັບວິທີການຄວບຄຸມພະ ຍາດຕິດຕໍ່ ຊຶ່ງໃນບົດຜ່ານມາກໍໄດ້ ນຳສະເໜີໄປແລ້ວຈຳນວນໜຶ່ງ. ສະເພາະມື້ນີ້ ຂໍນຳສະເໜີກ່ຽວກັບ ມາດຕາ 25 ການຄົ້ນຄວ້າວິທະ ຍາສາດ ຊຶ່ງແມ່ນຂະບວນການເກັບ ກໍາ, ລວບລວມ ແລະ ວິເຄາະຂໍ້ມູນ ຢ່າງເປັນລະບົບ ກ່ຽວກັບປັດໄຈ * ໃນບົດກ່ອນຜູ້ຂຽນໄດ້ນຳສະ ເໜີໃນຄໍລຳແລ້ວ ກ່ຽວກັບຄວາມ ເປັນມາຂອງບຸນບັ້ງໄປ ຫລື ບຸນ ເດືອນ 6; ມາໃນບົດນີ້ ຂໍນຳເອົາວິທີ ຫລື ພິທີກຳຕ່າງໆໃນປາງບຸນໃຫຍ່ ນີ້ມານຳສະເໜີ້ ຊຶ່ງນັບແຕ່ສະໄໝ ບູຮານພໍຕົກມາ ເດືອນ 6 ລາວ ເປັນໄລຍະຕົ້ນຝົນ ປະຊາຊົນລາວ ບັນດາເຜົ່າ ໂດຍສະເພາະຊາວໄຮ່ ຊາວນາກະກຽມ ລົງໄຮ່ລົງນາ ເພື່ອ ທຳການຜະລິດ ໃຫ້ຖືກຕາມລະດູ ການ ແລະ ຕາມປະເພນີທີ່ສືບທອດ ກັນມາ ຈະໄດ້ມີບຸນບັ້ງໄຟທີ່ຖືວ່າ ເປັນປາງບຸນໃຫຍ່ໜຶ່ງ ໃນຮີດສິບ ສອງຄອງສິບສີ່ ຂອງປະເພນີລາວ ຈັດຂຶ້ນທຸກໆປີ ຫລັງບຸນປີໃໝ່ ໂດຍ ເຊື່ອກັນວ່າ ເປັນພິທີກໍາ ຄອບໄຂວ່ ເທວະດາຟ້າແຖນ ເພື່ອຂໍຝົນໃຫ້ ຕົກຕາມລະດູການໃຫ້ພືດພັນ, ຜົນ ລະປູກຈະເລີນງອກງາມ. ຄຳວ່າ “ບຸນຟັ້ງໄຟ” ໝາຍເຖິງ ບັ້ງ ຫລື ກະບອກ ທີ່ເຮັດດ້ວຍໝື້ ຕອກໃຫ້ແໜ້ນເປັນບັ້ງ ຈະມີຊື່ແຕກ ຕ່າງ ເຊັ່ນ: ບັ້ງ ໄຟໂບດ, ມ້າ, ຈິນາຍ, ອື່, ຕະໄລ, ພຸ, ດອກໄມ້ໝື່ນແສນ ໂດຍກຳນົດເຮັດໃນເດືອນຂຶ້ນ ຫລື ແຮມ ກໍໄດ້ຕາມຄວາມສະດວກ, ແຕ່ ສ່ວນຫລາຍນິຍົມກັນ ໃນເດືອນຫົກ ຈຶ່ງໃສ່ຊື່ວ່າບຸນ ເດືອນຫົກ ຫລື ບຸນ ບັ້ງໄຟ. ການເຮັດບັ້ງໄຟ ເລີ່ມຈາກ ການຫາໄມ້ໄຜ່ ຫລື ລຳຕານມາລົນ ໄຟ, ລຸປ້ອງ, ຕາກໃຫ້ແຫ້ງຕອກ ດ້ວຍໝື້ໃຫ້ເຕັມແໜ້ນ ເຊິ່ງການເຮັດ ບຸນບັ້ງໄຟຕ້ອງມີຊ່າງຜູ້ຊໍານິຊໍາ ນານມາກໍາກັບ ຖ້າບໍ່ດັ່ງນັ້ນບັ້ງໄຟ ຈະແຕກຊຸ ຫລື ບໍ່ໄໝ້ອາດເກີດອັນ ຕະລາຍໄດ້. ກ່ອນວັນເຮັດບຸນ ຈະ ປຸກຕູບ, ຜາມ ແລ້ວນິມົນພະ ແລະ ເຊີນຊວນ ພີ່ນ້ອງບ້ານ ໃກ້ຄຽງ ໃຫ້ມາເຮັດບຸນ ຂໍຄ້ອງກອງ ແລະ ບັນດານັກຟ້ອນ, ມີການຕ້ອນຮັບ ພະ ລວມໄປເຖິງຍາດພີ່ນ້ອງບ້ານ ອື່ນ ໂດຍນາຍບ້ານຈະແບ່ງເປັນກັນ ສາມ ຫລື ສີ່ເຮືອນ ຕ້ອນຮັບລ້ຽງດູ ຄ້າຍຄືກັບບຸນພະເຫວດ. ສຳລັບພິທີກຳໃນບຸນບັ້ງໄຟນັ້ນ ຕອນເຊົ້າ ແມ່ນມີການຖະຫວາຍຈັງ ຫັນໃຫ້ແກ່ພະສົງແລ້ວ ນຳບັ້ງໄຟໄປ ຈູດ ທີ່ຄ້າງທີ່ຈັດໄວ້ໃນລະຫວ່າງ ພະສັນຈັງຫັນ, ຊ່າງບັ້ງໄຟ ນຳບັ້ງ ໄຟມາແຫ່ ເພື່ອໃຫ້ຄົນມາເບິ່ງອີກ, ຖ້າວ່າບັ້ງໄຟໃດຂຶ້ນ ເຈົ້າຂອງ ແລະ ຍາດໂຍມກໍຈະດີໃຈແລ້ວຫາມນາຍ ຊ່າງໄປລົງນ້ຳ ແຕ່ຖ້າບໍ່ຂຶ້ນກໍເອົາ ນາຍຊ່າງເອົາລົງຕົມ. ພ້ອມນີ້ຍັງ ມີການບວດນາກ ແລະ ເຖລາພິເສກ ຫົດນ້ຳພະສູດມົນແລ້ວສັນເພນ, ແຫ່ນາກສູ່ຂວັນນາກ, ພະທີ່ນິມົນ ມາເປັນພະຫັດຖະບາດທຸກອົງ, ສ່ວນກາງຄືນ ເຈົ້າສັດທາ ມີໝອນ ລວມໄປເຖິງວັດຖຸປັດໄຈທອດໃຫ້, ບ່າຍສາມໂມງຈະຕີກອງ ແຫ່ບັ້ງໄຟ ຮອບຫໍແຈກ ແລະ ສິມ ເຊິ່ງມີມວນ ຊົນມາເບິ່ງ ຢ່າງຄັບຄາໜ້າແໜ້ນ, ມີການຟ້ອນລໍາ ສະແດງທ່າທາງ ສຸພາບຮຽບຮ້ອຍ ແລະ ຕະຫລົກເຮ ຮາຕ່າງໆ, ທັງແຕ່ງເປັນເຈົ້ານາຍ ກໍມີ, ແຕ່ງເປັນຜູ້ຍິງຟ້ອນລຳຕ່າງໆ, ແຕ່ງເປັນຍັກເປັນໂຂນ, ຕຶກແຫ, ຫາປາ, ຂາຍປາ, ອ່ານໜັງສືພິມ ແລະ ເຊີ້ງ. ພໍຮອດເວລາ ກໍເອົາບັ້ງ ໄຟໄປຄ້າງ, ບັນດານາຍຊ່າງບັ້ງໄຟ ກໍມີການຕີມວຍ ຫລິ້ນທ່າຕ່າງໆ ເພື່ອໃຫ້ຄົນເບິ່ງ. ແຕ່ປັດຈຸບັນນີ້ ປະເພນີທັງໝົດ ກໍຫາເບິ່ງໄດ້ຍາກແລ້ວ ອີງຕາມ ການປ່ຽນແປງ ແຕ່ລະຍຸກແຕ່ລະ ສະໄໝ, ບາງຢ່າງເພິ່ນກໍບໍ່ໄດ້ປະຕິ ບັດແລ້ວ ໂດຍອີງໃສ່ຄວາມສະດວກ ຂອງບ້ານນັ້ນໆ ຈະມີພຽງການ ໄຫວ້, ຈູດບັ້ງໄຟ ແລະ ຄົບງັນທໍາ ມະດາເທົ່ານັ້ນ. ປະເພນີບຸນບັ້ງໄຟນີ້ ນອກຈາກເປັນການ ຂໍນໍ້າຂໍຟ້າໃຫ້ ຝົນຕົກ ຕາມລະດູການແລ້ວຍັງເປັນ ການສ້າງຄວາມສາມັກຄີ ຂອງບັນ ດາບ້ານ ທີ່ຢູ່ໃກ້ຄຽງມາພົບປະ, ຮ່ວມມ່ວນຊື່ນນໍາກັນອີກດ້ວຍ. ຫລື ສາເຫດຕົ້ນຕໍ່ທີ່ພາໃຫ້ເກີດ, ແພ່ ລາມ ແລະ ຂະຫຍາຍຕົວ ຂອງເຊື້ອ ພະຍາດຕິດຕໍ່ພ້ອມທັງການຄົ້ນຄວ້າ ວິທີການຄວບຄຸມພະຍາດຕິດຕໍ່. ສຳລັບການຈັດຕັ້ງປະຕິບັດ ແມ່ນກະຊວງສາທາລະນະສຸກ ຕ້ອງວາງລະບຽບການ ແລະ ມາດ ຕະການ ການຄົ້ນຄວ້າວິທະຍາສາດ ທີ່ສາມາດຕອບສະໜອງວຽກງານ ກັນ ແລະ ຄວບຄຸມພະຍາດຕິດຕໍ່ ຢ່າງມີປະສິດທິພາບ ແລະ ປະສິດ ທິຜົນ. ຈາກນັ້ນ ກໍຕ້ອງປະຕິບັດຕາມ ມາດຕາ 26 ຂອງກົດໝາຍກ່ຽວ ກັບການປະກາດ ແລະ ການຍົກເລີກ ເຂດການລະບາດ ໂດຍແມ່ນລັດ ຖະບານ ຫລື ອົງການປົກຄອງທ້ອງ ຖິ່ນເປັນຜູ້ປະກາດແລະຍົກເລີກເຂດ ຄວບຄຸມພະຍາດລະບາດ ຕາມການ ສະເໜີຂອງຂະແໜງການສາທາ ລະນະສຸກ ແຕ່ລະຂັ້ນ ຕາມກໍລະນີ ດັ່ງນີ້: 1) ຖ້າພະຍາດຕິດຕໍ່ ຫາກມີ ການລະບາດໃນຂອບເຂດເມືອງ, ເທສະບານ, ນະຄອນໃດໜຶ່ງໃຫ້ ເຈົ້າເມືອງ, ຫົວໜ້າເທສະບານ, ເຈົ້ານະຄອນນັ້ນ ເປັນຜູ້ປະກາດ ແລະ ຍົກເລີກ. 2) ຖ້າພະຍາດຕິດຕໍ່ຫາກມີ ການລະບາດຫລາຍກວ່າ ໜຶ່ເມືອງ, ເທສະບານ, ນະຄອນ ແຕ່ຢູ່ໃນຂອບ ເຂດແຂວງໃດໜຶ່ງ, ນະຄອນຫລວງ ໃຫ້ເຈົ້າແຂວງ, ເຈົ້າຄອງນະຄອນ ຫລວງນັ້ນເປັນຜູ້ປະກາດ ແລະ ຍົກເລີກ. 3) ຖ້າພະຍາດລະບາດເກີດ ຂຶ້ນຫລາຍກວ່າໜຶ່ງແຂວງໃຫ້ນາ ຍົກລັດຖະມົນຕີ ເປັນຜູ້ປະກາດ ແລະ ຍົກເລີກ. ໃນການປະກາດເປັນເຂດຄວບ ຄຸມພະຍາດຕິດຕໍ່ທີ່ມີການລະບາດ ຂະແໜງການສາທາລະນະສຸກ ຕ້ອງກໍານົດຂອບເຂດການຄວບ ຄຸມ, ເຝົ້າລະວັງ ແລະ ເຂດກັກກັນ ໃຫ້ຈະແຈ້ງ ແລະ ແຕ່ງຕັ້ງຄະນະ ວິຊາການສະເພາະກິດ ພ້ອມທັງ ກໍານົດສິດ ແລະ ໜ້າທີ່ໃຫ້ຄະນະດັ່ງ ກ່າວ ເພື່ອຄວບຄຸມການລະບາດ ຂອງພະຍາດຕິດຕໍ່. ສ່ວນການຍົກ ເລີກເຂດຄວບຄຸມການລະບາດ ພະຍາດຕິດຕໍ່ ຈະຖືກຍົກເລີກໄດ້ ກໍຕໍ່ເມື່ອຂະແໜງການສາທາລະ ນະສຸກ ໄດ້ນໍາໃຊ້ມາດຕະການໂຕ້ ຕອບການລະບາດຂອງພະຍາດຕິດ ຕໍ່ຢ່າງຄົບຖ້ວນ ແລະ ໝັ້ນໃຈວ່າ ການລະບາດໄດ້ຢຸດເຊົາລົງ ແລ້ວ ຈຶ່ງສະເໜີໃຫ້ອົງການປົກຄອງ ທ້ອງຖິ່ນ ຫລື ລັດຖະບານປະກາດ ຍົກເລີກເຂດຄວບຄຸມພະຍາດຕິດຕໍ່ ຢ່າງເປັນທາງການດ້ວຍການ ຕິດ ປະກາດ, ເຜີຍແຜ່ ແລະ ໂຄສະນາ ຜ່ານສື່ຕ່າງໆໃຫ້ກວ້າງຂວາງ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==