gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 22/05/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** gzu pczj oy 8y de dkog7nj vows; ;Pd'kovq 'dkowvptdkoxt-k-q og0f lts]v';a olh k'8A 'lt,k7q ,vtfu f oa dlb dlkpuj x5j o 7q [Iv[ 20 xu ຂປລ. ໃນວັນທີ 16 ພຶດສະພາ 2023, ກົມຈັດຕັ້ງ-ພະນັກງານ ອົງການໄອຍະການປະຊາຊົນສູງ ສຸດ(ອອປສ) ໄດ້ຈັດກອງປະຊຸມ ທາງໄກ ເພື່ອເຜີຍແຜ່ຂໍ້ຕົກລົງຂອງ ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ ສະບັບເລກທີ 341/ ອອປສ, ລົງວັນທີ 24 ມິຖຸນາ 2019 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະນັກງານ ອົງການໄອຍະການປະຊາຊົນເຂດ ປະຈໍາເມືອງ. ພ້ອມທັງໄດ້ແນະນໍາ ກ່ຽວກັບການກະກຽມດ້ານຕ່າງ ເພື່ອສ້າງຕັ້ງອົງການໄອຍະການປະ ຊາຊົນເຂດປະຈໍາເມືອງ, ຮັບຟັງ ການ ລາຍງານຄວາມພ້ອມກ່ຽວກັບ ການສ້າງຕັ້ງຫ້ອງການອົງການໄອ ຍະການປະຊາຊົນເຂດປະຈໍາເມືອງ. ຈາກນັ້ນ ກອງປະຊຸມກໍໄດ້ສົນທະ ນາ, ແລກປ່ຽນຄໍາຄິດຄໍາເຫັນໃນ ການຈັດຕັ້ງປະຕິບັດຂໍ້ຕົກລົງສະ ບັບເລກທີ 341/ອອປສ ດ້ວຍຄວາມ ຮັບຜິດຊອບສູງ. ໃນໂອກາດນີ້ ສະຫາຍຈັນທະບູນ ເພັງຄໍາໃສ ຄະນະບໍລິຫານງານພັກ ຫົວໜ້າກົມຈັດຕັ້ງ-ພະນັກງານອົງ ການໄອຍະການປະຊາຊົນສູງສຸດ ໄດ້ເນັ້ນໃຫ້ຫົວໜ້າອົງການໄອຍະ ການປະຊາຊົນ ຂັ້ນທ້ອງຖິ່ນຕ້ອງ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການ ຄົ້ນຄວ້າ, ເຊື່ອມຊຶມ,ກໍາແໜ້ນເນື້ອໃນ ຂໍ້ຕົກລົງສະບັບເລກທີ 341/ອອປສ, ຂອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດວ່າດ້ວຍການຈັດ ຕັ້ງ ແລະ ການ ເຄື່ອນໄຫວຂອງພະ ນັກງານອົງການໄອຍະການປະຊາ ຊົນເຂດ ປະຈໍາເມືອງ, ຈັດຕັ້ງຜັນຂະ ຫຍາຍເຂົ້າສູ່ວຽກງານຕົວຈິງ ແລະ ໃຫ້ຖືເປັນແຜນວຽກບູລິມະສິດສໍາ ຄັນ ແລະ ຈັດຕັ້ງປະຕິບັດຕາມ ບາດກ້າວ, ຂັ້ນຕອນ ແລະ ວິທີການ ໃຫ້ເປັນເອກະພາບໃນຂອບເຂດທົ່ວ ປະເທດ. ຂ່າວ: ອົງການໄອຍະການ ພາບ: ເກດສະໜາ ຂປລ. ສະມາຄົມອະດີດນັກ ສຶກສາລາວ ຈາກປະເທດຍີ່ປຸ່ນ (JAOL) ຮ່ວມກັບສະມາຄົມມິດ ຕະ ພາບ ລາວ-ຍີ່ປຸ່ນ ຈັດງານລ້ຽງ ສະເຫລີມສະຫລອງວັນສ້າງຕັ້ງ ສະມາຄົມອະດີດນັກສຶກສາລາວ ຈາກປະເທດຍີ່ປຸ່ນ ຄົບຮອບ 20 ປີ ໂດຍມີ ທ່ານ ເຄັນອິຈິ ໂຄບະຢະຊິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ລາວ, ທ່ານ ບຸນເສີດ ແກ້ວປະເສີດ ຮອງປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ຄະນະບໍລິຫານງານສະ ມາຄົມອະດີດນັກສຶກສາລາວຈາກ ປະເທດ ຍີ່ປຸ່ນ, ມີອະດີດນັກສຶກສາ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ບັນດາໄຊ ລໍວັນໄຊ ປະ ທານສະມາຄົມອະດີດນັກສຶກສາ ລາວ ຈາກປະເທດຍີ່ປຸ່ນ ໄດ້ຍົກໃຫ້ ເຫັນເຖິງຜົນງານຕະຫລອດ 20 ປີຂອງສະມາຄົມ ແລະວິໄສທັດ ຂອງສະມາຄົມໃນຕໍ່ໜ້າ, ການສະ ເຫລີມສະຫລອງການສ້າງຕັ້ງ JAOL ຄົບຮອບ 20 ປີ ໃນຄັ້ງນີ້, ແມ່ນຂີດໝາຍອັນສໍາຄັນທີ່ສະແດງ ໃຫ້ພວກເຮົາເຫັນເຖິງ ການສະ ໜັບ ສະໜູນ ແລະ ການຮ່ວມມືຊ່ວຍ ຮອງປະທານສະພາ... ສູນວັດທະນະທຳ... ໂຮງຮຽນປະຖົມ... ຂປລ. ໂຮງຮຽນປະຖົມສົມບູນຈີ່ ໂຈະ ເປັນໜຶ່ງໃນ 5 ໂຮງຮຽນຕົວ ແບບໃນການຈັດຕັ້ງປະຕິ ບັດໂຄງ ການອາຫານທ່ຽງໃນໂຮງຮຽນຢູ່ ເມືອງຜົ້ງສາລີ ເພື່ອເປັນຕົວແບບ ໃຫ້ຊຸມຊົນອ້ອມຂ້າງມາຖອດຖອນ ບົດຮຽນ ເຮັດໃຫ້ວຽກງານອາຫານ ທ່ຽງໃນໂຮງຮຽນ ໄດ້ຖືກຜັນຂະ ຫຍາຍໄປສູ່ໂຮງຮຽນແຫ່ງອື່ນໆ ພາຍໃນແຂວງຜົ້ງສາລີ ໂດຍອົງ ການອາຫານໂລກ ປະຈຳລາວໄດ້ ເລີ່ມປະຕິບັດໂຄງການໃນສົກຮຽນ 2015-2016 ແລະ ໄດ້ມອບໂອນ ໃຫ້ລັດຖະບານລາວ ສືບຕໍ່ຈັດຕັ້ງປະ ຕິບັດແຕ່ສົກປີ 2021-2022 ເປັນຕົ້ນມາ. ແລະທ່ອງທ່ຽວເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ຈັດກິດຈະກໍາ “ຊາສູ່ຄວາມປອງດອງ” ແລະ ງານ ພົບປະແລກປ່ຽນ “ກວາງຊີ ທີ່ສະ ຫງ່າງາມ” ໃນໂອກາດສະຫລອງ ວັນຊາສາກົນ ໂດຍເນັ້ນໃສ່ການແນະ ນໍາ“ເຕັກນິກການຊົງຊາລິ້ວປາວ” ແລະ “ຮີດຄອງປະເພນີຊານໍ້າມັນ” ຂອງເຜົ່າຢ້າວກວາງຊີ.ນອກນີ້,ພາຍ ໃນງານຍັງປະກອບມີກິດຈະກໍາວັດ ທະນະທໍາທີ່ຫລາກຫລາຍສີສັນໃຫ້ ໄດ້ສໍາຜັດ. ການຈັດງານຄັ້ງນີ້ ເພື່ອສະ ເຫລີມສະຫລອງທີ່ “ເຕັກນິກການ ເຮັດຊາ ແບບດັ້ງເດີມຂອງຈີນ ແລະ ຮີດຄອງປະເພນີທີ່ກ່ຽວຂ້ອງ” ໄດ້ ຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກ ວັດທະນະ ທໍານາມມະທໍາຂອງມວນ ມະນຸດຈາກອົງການອຸຍແນັສໂກ (UNESCO )ໃນປີ 2022 ແລະ ສະເຫລີມສະຫລອງວັນຊາສາກົນ. ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນ ວັດທະນະທໍາຈີນ ປະຈໍາລາວກ່າວ ວ່າ: ເພື່ອສືບຕໍ່ເສີມຂະຫຍາຍການ ຮຽນຮູ້ແລກປ່ຽນເຊິ່ງກັນ ແລະ ກັນ ຊຸມດັ່ງກ່າວ, ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ກ່າວຄໍາເຫັນໂດຍໄດ້ ຍົກໃຫ້ເຫັນຄວາມໝາຍສໍາຄັນຂອງ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຕໍ່ ສປປ ລາວ ໂດຍສະເພາະແມ່ນ ການເຊື່ອມໂຍງຍຸດທະສາດ “ຫັນ ຈາກປະເທດບໍ່ມີຊາຍແດນຕິດຈອດ ກັບທະເລ ເປັນປະເທດແຫ່ງການ ເຊື່ອມໂຍງເຊື່ອມຈອດ” ຂອງ ສປປ ລາວ ເຂົ້າກັບຂໍ້ລິເລີ່ມດັ່ງກ່າວ, ທັງ ໄດ້ຍົກໃຫ້ເຫັນບັນດາກົນໄກການ ຮ່ວມມື ທີ່ ສປປ ລາວ ໄດ້ເຂົ້າຮ່ວມ ແລະ ຜົນປະໂຫຍດທີ່ ສປປ ລາວ ໄດ້ຮັບຈາກຂອບການຮ່ວມມືດັ່ງ ກ່າວ, ອັນພົ້ນເດັ່ນທີ່ສຸດແມ່ນໂຄງ ການທາງລົດໄຟ ລາວ-ຈີນ ທີ່ໄດ້ນໍາ ເອົາຜົນປະໂຫຍດຕົວຈິງມາສູ່ປະ ຊາຊົນລາວ ແລະ ກາຍເປັນທ່າແຮງ ສໍາຄັນ ໃນການພັດທະນາເສດຖະ ກິດຂອງ ສປປ ລາວ ໃນປັດຈຸບັນ. ນອກຈາກການເຂົ້າຮ່ວມກອງ ປະຊຸມດັ່ງກ່າວແລ້ວ, ສະຫາຍນາງ ສູນທອນ ໄຊຍະຈັກ ຍັງໄດ້ເຂົ້າຮ່ວມ ພິທີເປີດເວທີສົນທະນາການຮ່ວມມື ສາກົນ ຊ່ອງທາງໃໝ່ໃນການເຊື່ ອມ ໂຍງທາງບົກ-ທາງທະເລ ຄັ້ງທີ 5 ແລະ ກອງປະຊຸມສົ່ງເສີມການຄ້າການລົງທຶນສາກົນພາກຕາເວັນ ຕົກຈີນ. ໃນໂອກາດຢ້ຽມຢາມດັ່ງກ່າວ, ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ພົບປະກັບ ສະຫາຍ ຢວນ ເຈ່ຍ ຈຸນ, ກໍາມະການກົມການເມືອງສູນ ກາງພັກ, ເລຂາພັກນະຄອນຊົງຊິ້ງ ເຊິ່ງສະຫາຍໄດ້ຕີລາຄາສູງຕໍ່ການ ກະກຽມກອງປະຊຸມຂອງນະຄອນ ຊົງຊິ້ງ, ຜົນສໍາເລັດຂອງການດໍາ ເນີນກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XX ຂອງພັກກອມມູ ນິດຈີນ ໃນທ້າຍປີ 2022 ຜ່ານມາ ແລະ ສະແດງຄວາມຊົມເຊີຍຕໍ່ການ ຈັດຕັ້ງຜັນຂະຫຍາຍມະຕິຂອງກອງ ປະຊຸມໃຫຍ່ດັ່ງກ່າວ ໃນນະຄອນ ຊົງຊິ້ງ; ໄດ້ແຈ້ງສະພາບພົ້ນເດັ່ນ ພາຍໃນຂອງລາວ ໃຫ້ຝ່າຍຈີນຊາບ, ໄດ້ຕີລາຄາຜົນຂອງການຮ່ວມມື ສອງຝ່າຍ ໃນໄລຍະຜ່ານມາ ແລະ ໄດ້ແລກປ່ຽນຄໍາຄິດເຫັນນໍາຝ່າຍ ຈີນກ່ຽວກັບທິດທາງໃນການພົວພັນ ຮ່ວມມືລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ ກໍຄື ລະຫວ່າງ ສປປ ລາວ ກັບ ນະຄອນຊົງຊິ້ງ ຂອງ ສປ ຈີນ ໃນຕໍ່ໜ້າ. ສະຫາຍເລຂາຄະນະພັກ ນະຄອນຊົງຊິ້ງ ໄດ້ສະແດງຄວາມ ຊົມເຊີຍ ແລະ ຕີລາຄາສູງຕໍ່ການ ເຂົ້າຮ່ວມກອງປະຊຸມຄັ້ງນີ້ຂອງຄະ ນະຜູ້ແທນລາວ ແລະ ສະແດງຄວາມ ຂອບໃຈຕໍ່ການປະກອບສ່ວນຂອງ ຄະນະຜູ້ແທນລາວ ໃນກອງປະຊຸມ ດັ່ງກ່າວ, ພ້ອມທັງແຈ້ງສະພາບການ ພັດທະນາເສດຖະກິດ-ສັງຄົມຂອງ ນະຄອນຊົງຊິ້ງ ໃນໄລຍະຜ່ານມາ, ພິເສດແມ່ນການປະຕິບັດຕາມມະຕິ ກອງປະຊຸມໃຫຍ່ຄັ້ງທີXXຂອງພັກ ກອມມູນິດຈີນ ໃນການສ້າງນະຄອນ ຊົງຊິ້ງ ເປັນສູນກາງໃນການເຊື່ອມຕໍ່ ເຊື່ອມໂຍງກັບພາກພື້ນທັງທາງບົກ ແລະ ທາງທະເລ. ໃນການພົບປະ, ສອງຝ່າຍໄດ້ ເຫັນດີເປັນເອກະພາບກັນຕີລາຄາ ສູງຕໍ່ການພົວພັນຮ່ວມມືລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ ໃນໄລ ຍະຜ່ານມາ, ເຊິ່ງສະແດງອອກໃນ ການຈັດຕັ້ງປະຕິບັດບັນດາແຜນ ການຮ່ວມມື ລະຫວ່າງ ສອງພັກ, ກົນ ໄກການຮ່ວມມືຕ່າງໆລະຫວ່າງ ສອງລັດ ລາວ-ຈີນ ຢ່າງຕັ້ງໜ້າ *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ທ່ານ ຄຳພັນ ໄຊຍະລາດ ຜູ້ອຳ ນວຍການໂຮງຮຽນປະຖົມສົມບູນ ຈີ່ໂຈະ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນນີ້ວ່າ: ພາຍຫລັງທີ່ລັດຖະ ບານສືບຕໍ່ຈັດຕັ້ງປະຕິບັດໂຄງການ ອາຫານທ່ຽງໃນໂຮງຮຽນປະຖົມ ສົມບູນຈີ່ໂຈະ, ລັດຖະບານໄດ້ສະ ໜອງງົບ 800 ກີບຕໍ່ຄົນຕໍ່ໜຶ່ງຄາບ ເຂົ້າທ່ຽງ, ແຕ່ເຖິງຢ່າງໃດກໍຕາມ ເມື່ອທຽບໃສ່ກັບຄວາມເປັນຈິງຈຳ ນວນເງິນແມ່ນບໍ່ພຽງພໍ. ສະນັ້ນ, ພໍ່-ແມ່ຜູ້ປົກຄອງນັກຮຽນໄດ້ມີ ຄວາມຕື່ນຕົວເປັນເອກະພາບ ແລະ ສະໝັກໃຈຜັດປ່ຽນກັນປະກອບ ສ່ວນແຮງງານບົວລະບັດຮັກສາ ສວນຜັກ ແລະ ໝາກໄມ້, ພ້ອມທັງ ແຕ່ງກິນໃຫ້ນັກຮຽນໃນແຕ່ລະວັນ ໂດຍຈັດເປັນຕາຕະລາງຜັດປ່ຽນກັນ ແລະ ຍັງສະໝັກໃຈປະກອບສ່ວນ ເງິນ 3.000 ກີບຕໍ່ມື້ຕໍ່ຄົນຕໍ່ໜຶ່ງຄາບ ເຂົ້າທ່ຽງ ເພື່ອໄປຊື້ຊີ້ນໝູ. ນອກນີ້, ໃນແຕ່ລະວັນນັກຮຽນແຕ່ລະຄົນໄດ້ ນໍາເອົາພືດຜັກ, ໜໍໄມ້ ແລະ ອາຫານ ອື່ນໆ ມາປະກອບສ່ວນເປັນອາຫານ ທ່ຽງ ແລະ ໃນສົກຮຽນໜຶ່ງນັກຮຽນ ຈະຕ້ອງໄດ້ເອົາໄກ່ໄປເປັນອາຫານ ບໍ່ໃຫ້ຫລຸດ 1 ກິໂລຕໍ່ຄົນຕໍ່ສົກຮຽນ. ປັດຈຸບັນ, ໂຮງຮຽນປະຖົມສົມ ບູນຈີ່ໂຈະ ມີຄູ-ອາຈານ6ຄົນ, ຍິງ 5 ຄົນ, ມີນັກຮຽນທັງໝົດ 47 ຄົນ, ຍິງ 19 ຄົນ. ຜ່ານການຈັດຕັ້ງປະຕິບັດ ເຫັນວ່າມີການປ່ຽນແປງທີ່ດີຂຶ້ນ, ນັກຮຽນມາຮຽນເປັນປົກກະຕິ, ເດັກໄດ້ກິນອາຫານທີ່ມີໂພຊະນາ ການ,ພໍ່ແມ່ມີຄວາມສະດວກໃນການ ທຳມາຫາກິນ ເຊິ່ງຜົນສຳເລັດດັ່ງ ກ່າວນັ້ນ, ເຮັດໃຫ້ໂຮງຮຽນປະ ຖົມສົມບູນຈີ່ໂຈະ ຖືກຄັດເລືອກໃຫ້ ເປັນໂຮງຮຽນຕົວແບບໜຶ່ງໃນ 5 ຂອງໂຮງຮຽນໃນເມືອງຜົ້ງສາລີ ໃນການຈັດຕັ້ງປະຕິບັດໂຄງການ ດັ່ງກ່າວ ເພື່ອເປັນຕົວແບບໃຫ້ຊຸມ ຊົນອ້ອມຂ້າງມາຖອດຖອນບົດຮຽນ ນໍາໄປຈັດຕັ້ງປະຕິບັດຕາມ ເພື່ອຜັນ ຂະຫຍາຍໄປສູ່ໂຮງຮຽນອື່ນໆ ພາຍ ໃນແຂວງຜົ້ງສາລີ ຕື່ມອີກໃນອະ ນາຄົດ. ຂ່າວ-ພາບ: ກິດຕາ ແລະ ນັບມື້ນັບເປັນຮູບ ປະທໍາ, ໄດ້ ຕີລາຄາສູງຕໍ່ຜົນສໍາເລັດການຢ້ຽມ ຢາມລັດຖະກິດ ສປ ຈີນ ຂອງສະ ຫາຍທອງລຸນສີສຸລິດ, ເລຂາທິການ ໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນທ້າຍປີ 2022 ຜ່ານມາ ແລະ ເຫັນດີເປັນເອກະພາບກັນໃນ ການຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງ ລະຫວ່າງການນໍາສູງສຸດ ຂອງສອງພັກ, ສອງລັດ ລາວ-ຈີນ. ຂ່າວ-ພາບ: ຄຕພ ຂອງອະລິຍະທໍາທົ່ວໂລກ ໂດຍໃຫ້ ຊາເປັນສື່ກາງ, ກະຊວງວັດທະນະ ທໍາ ແລະ ທ່ອງທ່ຽວ ສປ ຈີນໄດ້ສົມ ທົບກັບອົງການສາກົນ, ສະຖານ ທູດ, ສະຖານກົງສຸນຈີນ ປະຈໍາຕ່າງ ປະເທດຈັດກິດຈະກຳ “ຊາສູ່ຄວາມ ປອງດອງ” ຂຶ້ນຢູ່ 41 ປະເທດ ໃນ ທົ່ວໂລກ ໃນວັນທີ 21 ພຶດສະພາ ຫລື “ວັນຊາສາກົນ” ສູນວັດທະນະທໍາ ຈີນ ປະຈໍາລາວ ຈະໄດ້ຈັດກິດຈະ ກໍາ“ຊາສູ່ຄວາມປອງດອງ” ໃນຮູບ ແບບອອນລາຍ ແລະ ເຊິ່ງໜ້າເຊິ່ງ ກິດຈະກຳດັ່ງກ່າວເນັ້ນໃສ່ການສໍາ ຜັດຕົວຈິງກັບວິທີການຊົງຊາລິ້ວ ປາວ ແລະ ປະເພນີຊານໍ້າມັນຂອງ ເຜົ່າຢ້າວ ເປັນຈຸດເດັ່ນຂອງກິດຈະ ກໍາຄັ້ງນີ້ ໂດຍໄດ້ເຊື້ອເຊີນຕົວແທນ ຜູ້ສືບທອດມໍລະດົກວັດທະນະທໍາ ນາມມະທໍາຂັ້ນ ແຂວງຂອງຈີນ ມາ ສາທິດເຕັກນິກການຊົງຊາລິ້ວປາວ ແລະ ປະເພນີຊານໍ້າມັນຂອງເຜົ່າ ຢ້າວ, ແນະນໍາເບື້ອງຫລັງຂັ້ນຕອນ ການຊົງຊາ ແລະ ປະເພນີວັດທະນະ ທໍາທີ່ກ່ຽວຂ້ອງໃຫ້ແກ່ຜູ້ຊົມ, ພ້ອມ ເຊີນຊວນແຂກພາຍໃນງານຊິມຊາ ພື້ນເມືອງ ເຊິ່ງໄດ້ສໍາຜັດການຊິມນໍ້າ ຊາອັນເປັນມໍລະດົກວັດທະນະທໍາ ນາມມະທໍາຈີນ, ສຳຜັດກັບປະຫວັດ ສາດອັນຍາວນານ ແລະ ຄວາມຍິ່ງ ໃຫຍ່ຂອງວັດທະນະທຳຊາຈີນ ຢ່າງ ໃກ້ຊິດ. ທ່ານ ນາງ ຫລີຢີ່ຜິງ ຍັງໃຫ້ຮູ້ ອີກວ່າ: ຊາມີຕົ້ນກໍາເນີດຈາກປະ ເທດ ຈີນ ແລະ ເປັນທີ່ນິຍົມໃນທົ່ວ ໂລກ, ຊາບໍ່ພຽງແຕ່ເປັນເຄື່ອງດື່ມ ເທົ່ານັ້ນ, ຫາກຍັງເປັນວິທີການດໍາ ລົງຊີວິດ ແລະ ເປັນທີ່ນິຍົມ, ໄດ້ສືບ ສານຄ່ານິຍົມ “ບຸກຄົນເປັນພື້ນ ຖານ” ແລະ “ການຢູ່ຮ່ວມກັນຢ່າງ ກົມກຽວ” ໃນວັດທະນະທໍາຈີນກິດ ຈະກໍາໃນຄັ້ງນີ້, ຈະຮ່ວມກັນແບ່ງປັນ ແລະ ສືບສານວັດທະນະທໍາຊາ ຈີນ ຢ່າງເລິກຊຶ້ງກວ້າງໄກ, ຮ່ວມກັນຄົ້ນ ຄວ້າ ແລະ ຊຸກຍູ້ຄວາມເປັນໄປໄດ້ ຂອງການຮ່ວມມືດ້ານວັດທະນະ ທໍາ ແລະ ທ່ອງທ່ຽວລະຫວ່າງສອງ ຊາດ ລາວ-ຈີນ ໃຫ້ໄດ້ຮັບການພັດ ທະນາຍິ່ງຂຶ້ນ. ຂ່າວ: ກິດຕາ ເຫລືອທີ່ມີມາແຕ່ດົນນານ ຂອງລັດ ຖະບານ ແລະ ປະຊາຊົນຍີ່ປຸ່ນຕໍ່ການ ພັດທະນາຊັບພະຍາກອນມະນຸດ ໃຫ້ແກ່ສປປລາວ ເຊິ່ງຂະແໜງການ ດັ່ງກ່າວ ແມ່ນໜຶ່ງໃນຂະແໜງບູລິ ມະສິດທີ່ສໍາຄັນ ຂອງລັດຖະບານ ລາວ ໃນການສ້າງສາ ແລະ ພັດທະ ນາ ສປປ ລາວ ພາຍຫລັງໄດ້ຮັບ ການສະຖາປະນາ ນັບແຕ່ປີ 1975 ເປັນຕົ້ນມາ ກໍຄື ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຂອງ ສປປ ລາວ ແຕ່ລະໄລຍະໃຫ້ໄດ້ຮັບໝາກຜົນ ຕາມຄາດໝາຍ. ໃນງານລ້ຽງໄດ້ມີການພົບປະ ການພົບປະແລກປ່ຽນບົດຮຽນ ແລະ ສ້າງເຄືອຄ່າຍກັນ ລະຫວ່າງອະ ດີດນັກສຶກສາລາວຈາກປະເທດ ຍີ່ປຸ່ນ ທີ່ເປັນສະມາຊິກສະພາແຫ່ງ ຊາດ, ຮອງລັດຖະມົນຕີ,ພະນັກ ງານລັດຖະກອນຈາກ ພາກລັດ, ນັກ ທຸລະກິດ ພະນັກງານຈາກພາກທຸ ລະກິດ, ຜູ້ເຮັດວຽກອາຊີບອິດສະ ລະ, ຄົນຍີ່ປຸ່ນ ທີ່ອາໄສ ຢູ່ ສປປ ລາວ ຈໍານວນໜຶ່ງ ແລະ ໝູ່ເພື່ອນຄົນ ລາວ-ຍີ່ປຸ່ນ. ສະມາຄົມອະດີດນັກສຶກສາລາວ ຈາກປະເທດຍີ່ປຸ່ນ ໄດ້ຮັບການສ້າງ ຕັ້ງຂຶ້ນ ໃນປີ 2001, ປັດຈຸບັນມີສະ ມາຊິກ ທັງໝົດ 600 ກວ່າຄົນ. ສຳ ລັບແຜນງານໃນຕໍ່ໜ້າແມ່ນຈະໄດ້ ສຸມໃສ່ສ້າງການເຄື່ອນໄຫວຂອງ ສະມາຄົມ ໃຫ້ເປັນປົກກະຕິ, ສູ້ຊົນ ສ້າງຫ້ອງການຂອງສະມາຄົມ ແລະ ສ້າງຮຸ່ນສືບທອດ ໃຫ້ມານຳພາບັນ ດາກິດຈະກຳຕ່າງໆ ໃຫ້ປະສົບຜົນ ສຳເລັດປະກອບສ່ວນເປັນຂົວຕໍ່ ໃຫ້ສາຍພົວພັນມິດຕະພາບ, ແລກ ປ່ຽນວັດທະນະທໍາ ແລະ ປະເພນີ ຂອງປະຊາຊົນສອງຊາດ ລາວຍີ່ປຸ່ນ.
RkJQdWJsaXNoZXIy MTc3MTYxMQ==