5622

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 22/05/2023 xtgmf]k; ສຳເລັດກອງປະຊຸມ... ປະທານສະພາແຫ່ງຊາດ... ກະຊວງການຕ່າງປະເທດ... ຊົມເຊີຍວັນຊາດ... ຈົດໝາຍ... ໜ່ວຍພັກພະແນກ... ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລວົງ ບຸດດາຄຳ ກຳມະ ການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຈຳປາສັກ, ມີຮອງເລຂາ ພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະຮັບ ຜິດຊອບຂັ້ນສູນກາງ-ຂັ້ນແຂວງ, ຜູ້ແທນທີ່ມາຈາກພາກສ່ວນອ້ອມ ຂ້າງແຂວງ, ເມືອງ ແລະ ນະຄອນ ເຂົ້າຮ່ວມ. ກອງປະຊຸມນີ້ ໄດ້ດຳເນີນຖືກ ຕ້ອງຕາມກົດລະບຽບຂອງພັກ ແລະ ຄຳສັ່ງ, ຄຳແນະນຳຂອງສູນກາງ ພັກທຸກປະການ, ໄດ້ເສີມຂະຫຍາຍ ປະຊາທິປະໄຕ, ສິດເປັນເຈົ້າຂອງຕົນ ຕາມຫລັການຂອງພັກ ໃນການປະ ກອບຄໍາເຫັນ, ຕິຊົມກໍ່ສ້າງ ແລະ ລົງ ຄະແນນຄວາມໄວ້ວາງໃຈຕໍ່ບຸກຄົນ ຄະນະບໍລິຫານງານພັກແຂວງ, ຄົ້ນ ຄວ້າ, ເຊື່ອມຊຶມບັນດາເນື້ອໃນເອກະ ສານສຳຄັນຂອງສູນກາງພັກ ອັນ ໄດ້ກາຍເປັນບ່ອນອີງພື້ນຖານທີ່ໜັກ ແໜ້ນໃຫ້ແກ່ການຄົ້ນຄວ້າ, ລົງເລິກ, ວິເຄາະ, ໄຈ້ແຍກບັນຫາຕ່າງໆຂອງ ອົງຄະນະພັກ ໃນການນໍາພາແຕ່ລະ ຂົງເຂດວຽກງານຢ່າງເລິກເຊິ່ງ ຕະຫລອດໄລຍະແຫ່ງການນໍາພາຊີ້ນຳຂອງຄະນະບໍລິຫານງານພັກ ແຂວງໃນ 2 ປີເຄິ່ງຜ່ານມາ. ສະຫາຍ ວິໄລວົງ ບຸດດາຄຳ ເລ ຂາພັກແຂວງ ເຈົ້າແຂວງຈຳປາສັກ ຕີລາຄາວ່າ: ກອງປະຊຸມຄົບຄະນະ ກາງສະໄໝ ຂອງຄະນະບໍລິຫານ ງານພັກແຂວງໃນຄັ້ງນີ້ ໄດ້ຢັ້ງຢືນ ເຖິງຄວາມເປັນເຈົ້າການປະຕິບັດ ໜ້າທີ່ການເມືອງຂອງຕົນດ້ວຍ ຄວາມຮັບຜິດຊອບສູງ, ເປັນເຈົ້າ ການໃນການຄົ້ນຄວ້າສົນທະນາປຶກ ສາຫາລື, ຕີລາຄາເປັນເອກະພາບຕໍ່ ຫລາຍບັນຫາທີ່ເປັນພື້ນຖານພົວພັນ ເຖິງຄວາມຮັບຜິດຊອບໜ້າທີ່ການ ເມືອງຂອງອົງຄະນະພັກ ແລະ ໝາກ ຜົນ-ຜົນງານ ແລະ ດ້ານຄົງຄ້າງ ຂອງການຈັດຕັ້ງປະຕິບັດບັນດາ ຄາດໝາຍຈຸດສຸມໃນທຸກຂົງເຂດ ວຽກງານ ເຊິ່ງສະແດງໃຫ້ເຫັນ ເຖິງຄວາມເຂັ້ມແຂງ ແລະ ຄວາມ ບົກຜ່ອງບາງດ້ານໃນການນຳພາຊີ້ນຳຂອງອົງຄະນະພັກແຂວງ ທີ່ ພວກເຮົາພ້ອມກັນຮັບຮູ້ ເພື່ອຊອກ ເຫັນສາເຫດ, ປັດໄຈດ້ານຕ່າງໆ, ມີ ມາດຕະການ ແລະ ວິທີການປັບປຸງ ແກ້ໄຂໃນຕໍ່ໜ້າ ເພື່ອເຮັດໃຫ້ການຈັດ ຕັ້ງປະຕິບັດບັນດາຄາດໝາຍທີ່ໄດ້ ຮັບຮອງໃນກອງປະຊຸມຄັ້ງນີ້ ໄດ້ຮັບ ການສືບຕໍ່ນໍາພາ-ຊີ້ນໍາຈັດຕັ້ງປະຕິ ບັດໃຫ້ບັນລຸຕາມແຜນການທີ່ວາງ ໄວ້ ຊຶ່ງກອງປະຊຸມພາຍໃນ ໄດ້ພ້ອມ ກັນຮັບຟັງການສະເໜີຜ່ານກ່ຽວ ກັບບົດສຳຫລວດການເຄື່ອນໄຫວ ນໍາພາ-ຊີ້ນໍາຂອງຄະນະບໍລິຫານ ງານພັກແຂວງກາງສະໄໝ ໃນການ ຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕາມການແບ່ງງານ, ແບ່ງຄວາມຮັບ ຜິດຊອບຂອງແຕ່ລະສະຫາຍໃນ ແຕ່ລະຂົງເຂດການນຳພາໄລຍະ ຜ່ານມາສ່ອງແສງໄດ້ເຖິງຜົນສຳ ເລັດທີ່ສຳຄັນ ຫລາຍດ້ານຂອງການ ປະຕິບັດມະຕິກອງປະຊຸມໃຫຍ່ຂັ້ນ ຂອງຕົນ ກໍຄືສອງໜ້າທີ່ຍຸດທະສາດ ໃນພາລະກິດປ່ຽນແປງໃໝ່ຮອບ ດ້ານຢ່າງມີຫລັກການຂອງພັກ, ຄຽງຄູ່ກັນນັ້ນ ກໍໄດ້ພ້ອມກັນຮັບຮູ້ ເຖິງບັນຫາດ້ານອ່ອນ,ຂໍ້ຂາດຕົກບົກ ຜ່ອງ ແຫ່ງການນຳພາ-ຊີ້ນໍາທີ່ຈະ ຕ້ອງປັບປຸງແກ້ໄຂ, ໄດ້ດຳເນີນຊີວິດ ການເມືອງ, ສໍາຫລວດກວດກາ, ປັບປຸງປົວແປງພາຍໃນພັກໂດຍສະ ເພາະບຸກຄົນຄະນະພັກ ແຕ່ລະສະ ຫາຍບຸກຄົນຄະນະບໍລິຫານງານພັກ ກໍໄດ້ຈິງໃຈສຳຫລວດກວດກາຕຳນິ ຕົນເອງ ກ້າຍົກຈຸດອ່ອນຂອງຕົນ ແລະ ຮັບເອົາຄໍາຕໍານິຕິຊົມຂອງ ເພື່ອນສະຫາຍດ້ວຍຄວາມຈິງໃຈ ເພື່ອນໍາໄປຄົ້ນຄວ້າ, ປັບປຸງຕົນເອງ, ບັນດາສະຫາຍກໍາມະການຄະນະ ບໍລິຫານງານພັກ ຍັງໄດ້ເອົາໃຈ ໃສ່ຕິດຕາມການສໍາຫລວດຕົນເອງ ຂອງເພື່ອນສະຫາຍຢ່າງຕັ້ງໜ້າ. ພ້ອມນັ້ນ, ກໍກ້າຫານຕິຊົມ ໂດຍຍົກ ໃຫ້ເຫັນດ້ານດີ, ຜົນສໍາເລັດ ແລະ ບັນຫາຂໍ້ຄົງຄ້າງ ທີ່ຕ້ອງໄດ້ເອົາໃຈ ໃສ່ແກ້ໄຂໃນຕໍ່ໜ້າ,ການປະກອບຄຳ ຄິດຄຳເຫັນມີລັກສະນະສ້າງສັນ ກົງໄປກົງມາ, ບົນຈິດໃຈຄວາມສາ ມັກຄີຮັກແພງ ເພື່ອນມິດສະຫາຍທີ່ ຮ່ວມອຸດົມການດຽວກັນ, ການຕີ ລາຄາຈັດປະເພດ ແມ່ນຖືກຕ້ອງ ສອດຄ່ອງກັບສະພາບຄວາມເປັນ ຈິງຂອງແຕ່ລະສະຫາຍ. ໂອກາດນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ໂດຍເນັ້ນໃຫ້ຄະນະພັກ ແຕ່ລະຂັ້ນ, ສະມາຊິກພັກແຕ່ລະສະ ຫາຍຂອງແຂວງຈຳປາສັກ ພ້ອມ ກັນສືບຕໍ່ເພີ່ມທະວີການຈັດຕັ້ງຜັນ ຂະຫຍາຍຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIII ແລະ ແຜນພັດທະນາເສດ ຖະກິດ-ສັງຄົມຄັ້ງທີ IX ຂອງ ແຂວງຕິດພັນກັບມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ ແລະ 2 ວາລະແຫ່ງຊາດ ໃຫ້ບັນລຸຕາມຈຸດ ປະສົງແລະ ຄາດໝາຍທີ່ວາງໄວ້; ຖື ເອົາຜົນຂອງການທາບທາມຄວາມ ເຊື່ອໝັ້ນ ໄວ້ວາງໃຈ ແລະ ຜົນການ ດໍາເນີນຊີວິດການເມືອງພາຍໃນຄະ ນະບໍລິຫານງານພັກແຂວງ; ສືບຕໍ່ ຍູ້ແຮງວຽກງານປັບປຸງພັກ, ກໍ່ສ້າງ ພະນັກງານ,ວຽກງານກວດກາແລະ ວຽກງານມະຫາຊົນຂອງພັກໃຫ້ ແຂງແຮງ, ຜັນຂະຫຍາຍຈິດໃຈ ຂອງກອງປະຊຸມວຽກງານຈັດຕັ້ງ ທົ່ວປະເທດ ແລະ ກອງປະຊຸມວຽກ ງານກວດກາທົ່ວປະເທດຄັ້ງທີ IV ຜ່ານມາ, ສ້າງການຫັນປ່ຽນຢ່າງ ແຂງແຮງ, ເລິກເຊິ່ງໃນວຽກງານພະ ນັກງານ; ສືບຕໍ່ສຸມໃສ່ການຈັດຕັ້ງ ໃຫ້ແກ່ປະຊາຊົນກໍຄືມະຫາຊົນຢ່າງ ກວ້າງຂວາງ, ຖືເອົາວຽກງານການ ເມືອງ-ແນວຄິດ ເປັນຄືສະໜາມຮົບ ໜຶ່ງເລີ່ມຈາກຫັນປ່ຽນດ້ານທັດສະ ນະ-ແນວຄິດ, ຈິນຕະນາການລະ ຫວ່າງອັນຖືກ-ອັນຜິດ, ຫັນວິທີຄິດ ແບບເກົ່າ ໄປສູ່ການຄົ້ນຄິດ ແລະ ການປະດິດສ້າງໃໝ່, ແຂ່ງຂັນກັນ ພັດທະນາ ໃຫ້ເປັນການກະທຳຕົວ ຈິງຢູ່ໃນຕົວບຸກຄົນ ຫລື ໝູ່ຄະນະ ພ້ອມທັງຍູ້ແຮງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໃນຊຸມປີທີ່ຍັງເຫລືອຮອດທ້າຍ ສະໄໝ ເພື່ອເປັນການສືບຕໍ່ຄົ້ນຄວ້າ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນອົງ ຄະນະພັກແຂວງໄຊຍະບູລີ ສະໄໝທີ VII ແລະ ແຜນພັດທະນາເສດຖະ ກິດ-ສັງຄົມຂອງແຂວງໃຫ້ບັນລຸ ຕາມຈຸດປະສົງຄາດໝາຍທີ່ວາງໄວ້. ພ້ອມນີ້, ໃຫ້ການນຳແຂວງລົງ ເລິກຊອກຫາສາເຫດຄວາມຫຍຸ້ງ ຍາກ ເພື່ອຄົ້ນຄວ້າວິທີການ ແລະ ມາດຕະການແກ້ໄຂບັນດາຂໍ້ຄົງ ຄ້າງຕ່າງໆ, ເອົາໃຈໃສ່ຂຸດຄົ້ນທ່າ ແຮງບົ່ມຊ້ອນ, ກຳລັງແຮງທີ່ມີ ແລະ ສາມາດປະຕິບັດໄດ້; ສືບຕໍ່ຍູ້ແຮງ ການຜະລິດກະສິກໍາເປັນສິນຄ້າ ຕິດພັນກັບການປຸງແຕ່ງຜະລິດຕະ ພັນກະສິກໍາສະອາດ ແລະ ຍືນຍົງ, ຍູ້ແຮງບັນດາໂຮງຈັກໂຮງງານປຸງ ແຕ່ງ ໃຫ້ສາມາດດຳເນີນການຜະ ລິດໂດຍໄວ, ເອົາໃຈໃສ່ຈັດຕັ້ງປະຕິ ບັດວາລະແຫ່ງຊາດ ໃຫ້ກາຍເປັນ ພັນທະທີ່ເປັນຄວາມຮັບຜິດຊອບ ຂອງທົ່ວລະບົບການເມືອງ ແລະ ຂອງທຸກພາກສ່ວນໃນສັງຄົມຢ່າງ ແທ້ຈິງ; ສືບຕໍ່ຜັນຂະຫຍາຍຜົນສໍາ ເລັດຂອງກອງປະຊຸມວຽກງານກໍ່ ສ້າງຮາກຖານການເມືອງ ຕິດພັນ ກັບວຽກງານພັດທະນາຊົນນະບົດ ຮອບດ້ານແກ້ໄຂຄວາມທຸກຍາກ ແລະວຽກງານ3 ສ້າງ. ນອກຈາກນີ້, ກໍໃຫ້ສືບຕໍ່ເພີ່ມທະວີການປັບປຸງລະ ບົບການເມືອງ ແຕ່ຂັ້ນແຂວງລົງ ຮອດຮາກຖານໃຫ້ໜັກແໜ້ນ ແລະ ເຂັ້ມແຂງ ພ້ອມທັງສືບຕໍ່ເອົາໃຈໃສ່ ການພັດທະນາດ້ານວັດທະນະທໍາ- ສັງຄົມສຸມໃສ່ປະຕິບັດບັນດາຄາດ ໝາຍຕົວຊີ້ວັດການພັດທະນາແບບ ຍືນຍົງ, ເພີ່ມທະວີການນໍາພາ-ຊີ້ ນຳຂອງຄະນະພັກແຕ່ລະຂັ້ນຕໍ່ວຽກ ງານກໍ່ສ້າງພັກ-ພະນັກງານ ເພື່ອ ສ້າງໃຫ້ມີກຳລັງຖັນແຖວສະມາຊິກ ພັກ, ພະນັກງານທີ່ໜັກແໜ້ນເຂັ້ມ ແຂງ, ຈົ່ງຮັກພັກດີ, ຫ້າວຫັນ, ມີຫົວ ຄິດປະດິດສ້າງ ແລະ ສະດຸ້ງໄວຕໍ່ບັນ ຫາອັນໃໝ່ ເພື່ອສືບທອດພາລະກິດ ປະຕິວັດຂອງພັກເຮົາ. ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ ປ່ຽນ: ຕ້ອງສ້າງຄວາມຮັບຮູ້ຄວາມ ເຂົ້າໃຈຕໍ່ວຽກງານແນວໂຮມໃນ ໄລຍະໃໝ່ໃຫ້ເລິກເຊິ່ງ; ຍົກສູງຄຸນ ນະພາບການເຄື່ອນໄຫວຂອງແນວ ລາວສ້າງຊາດແຕ່ລະຂັ້ນໂດຍເລັ່ງ ໃສ່ສ້າງການຫັນປ່ຽນ ແລະ ແກ້ໄຂ ຂອດທີ່ຍັງຫຍຸ້ງຍາກດ້ານລາຍຮັບ ທີ່ອາໄສຈາກງົບປະມານຂອງລັດ ພຽງແຫລ່ງດຽວມາສູ່ການສ້າງ ລາຍຮັບເພີ່ມທີ່ບໍ່ຜິດກົດໝາຍໃຫ້ ຫລາຍຂຶ້້ນ; ສ້າງການຫັນປ່ຽນດ້ານ ຮູບການແລະວິທີການປຸກລະດົມຂົນ ຂວາຍປະຊາຊົນ ເຂົ້າຮ່ວມຂະບວນ ການແຂ່ງຂັນຮັກຊາດ ແລະ ພັດທະ ນາ, ນໍາເອົາໝາກຜົນຂອງການແຂ່ງ ຂັນເຫລົ່ານັ້ນ ມາໃຫ້ປະຊາຊົນບັນ ດາເຜົ່າ; ສ້າງການຫັນປ່ຽນດ້ານ ຮູບແບບການຮ່ວມສໍາພັນລະຫວ່າງ ອົງການພາຄີດ້ວຍກັນ ແລະ ວຽກ ຈຸດສຸມໃນຕໍ່ໜ້າຂອງແນວລາວ ສ້າງຊາດແມ່ນ 5 ແຜນງານ ແລະ 41 ໂຄງການ ເພື່ອຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນເປັນຈິງ ໃນໂອກາດດຽວກັນ, ທ່ານ ພົງສະຫວັນ ສິລິພັນ ເຈົ້າເມືອງສັງ ທອງ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ຄະນະພັກອົງການປົກຄອງເມືອງ ສັງທອງ ໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ແກ່ພະນັກ ງານ, ສະມາຊິກພັກ, ທະຫານ, ຕໍາ ຫລວດຕະຫລອດຮອດປະຊາຊົນ ບັນດາເຜົ່າສ້າງຄວາມເປັນເອກະ ພາບ, ສ້າງຄວາມເສຍສະລະຕິດພັນ ກັບການແກ້ໄຂວຽກງານຕົວຈິງ, ພ້ອມທັງປຸກລະດົມການປະກອບ ສ່ວນເຂົ້າໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ໃຫ້ມີຄວາມ ສະຫງົບທາງດ້ານການເມືອງໜັກ ແໜ້ນ, ຮັບປະກັນຄວາມເປັນລະບຽບ ຮຽບຮ້ອຍທາງດ້ານສັງຄົມ, ຕິດພັນ ກັບການສ້າງບ້ານປ້ອງກັນຊາດ ເຂັ້ມແຂງ, ບ້ານປ້ອງກັນ ຄວາມສະ ຫງົບດີຢ່າງເປັນເຈົ້າການ; ເອົາໃຈ ໃສ່ສຶກສາອົບຮົມການເມືອງ-ແນວ ຄິດ, ເຕົ້າໂຮມຄວາມສາມັກຄີປອງ ດອງເປັນປຶກແຜ່ນຂອງປະຊາຊົນ ບັນດາເຜົ່າ, ປະກອບສ່ວນປະຕິບັດ ແນວທາງນະໂຍບາຍຂອງພັກ, ລະ ບຽບກົດໝາຍຂອງລັດ ຕິດພັນກັບ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ; ສ້າງບ້ານສາມັກຄີປອງດອງ ໄດ້35 ບ້ານ, ຄອບຄົວສາມັກຄີປອງດອງ ໄດ້ 6.156 ຄອບຄົວ ແລະ ອື່ນໆ. ຂ່າວ-ພາບ: ສນຊ ກໍາມະການພັກ, ປະທານກວດກາ ໜ່ວຍພັກ, ພ້ອມດ້ວຍສະມາຊິກພັກ ສົມບູນ-ສໍາຮອງພາຍໃນໜ່ວຍພັກ ເຂົ້າຮ່ວມ. ກອງປະຊຸມສະຫລຸບຕີລາຄາ ວຽກງານຮອບດ້ານກາງສະໄໝ 2021-2023 ຂອງໜ່ວຍພັກພະ ແນກຈັດຕັ້ງ, ບໍລິຫານ ແລະ ຝຶກອົບ ຮົມ, ໄດ້ຮັບຟັງການຜ່ານບົດສະຫລຸບ ຕີລາຄາຄືນການນໍາພາ -ຊີ້ນໍາວຽກ ງານຮອບດ້ານກາງສະໄໝແລະ ທິດທາງແຜນການທ້າຍສະໄໝ (2023-2025), ຜ່ານບົດສໍາ ຫລວດການນໍາພາ-ຊີ້ນໍາລວມຂອງ ຄະນະໜ່ວຍພັກ, ຜ່ານບົດສໍາຫລວດ ຂອງຄະນະໜ່ວຍພັກ, ຄະນະພະ ແນກຊຶ່ງໄດ້ສ່ອງແສງໃຫ້ເຫັນໄດ້ຜົນ ສໍາເລັດໃນການຈັດຕັ້ງເຄື່ອນໄຫວ ວຽກງານຂອງໜ່ວຍພັກດັ່ງກ່າວ ໃນໄລຍະຜ່ານມາໂດຍລວມມີທັງສິ່ງ ທີ່ພົ້ນເດັ່ນ ແລະ ສິ່ງທ້າທ້າຍທີ່ຕ້ອງ ໄດ້ມີການປັບປຸງແກ້ໄຂ. ນອກນັ້ນ, ບັນດາຜູ້ເຂົ້າຮ່ວມ ກອງປະຊຸມຍັງໄດ້ເຊີດຊູຄວາມເປັນ ເຈົ້າການ ແລະ ຮັບຜິດຊອບສູງ, ສຸມສະຕິປັນຍາເຂົ້າໃນການຄົ້ນຄິດ, ວິໄຈບັນຫາ ແລະ ປະກອບຄໍາຄິດ ເຫັນ ຢ່າງກົງໄປກົງມາເຮັດໃຫ້ສາ ມາດຕີລາຄາສະພາບການຈັດຕັ້ງປະ ຕິບັດໜ້າທີ່ວຽກງານໃນປີຜ່ານມາ ໄດ້ຢ່າງຖືກຕ້ອງສອດຄ່ອງຕາມ ຄວາມເປັນຈິງ, ຊອກໃຫ້ເຫັນດ້ານ ຕັ້ງໜ້າ, ສິ່ງທີ່ພົ້ນເດັ່ນ ເພື່ອເສີມຂະ ຫຍາຍ ແລະ ບັນຫາຂໍ້ຄົງຄ້າງ ເພື່ອ ປັບປຸງແກ້ໄຂໃຫ້ດີຂຶ້ນ. ຂ່າວ-ພາບ: ກະຊວງການເງິນ ແລະ ມອບໃບຢັ້ງຢືນຂອງສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການ ກົມການເມືອງສູນກາງພັກ, ເລຂາ ຄະນະບໍລິຫານງານພັກກະຊວງ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ, ມີຄະນະບໍລິຫານງານພັກ, ຄະນະ ນຳກະ ຊວງ, ຄະນະໜ່ວຍພັກ ແລະ ສະມາຊິກພັກອ້ອມຂ້າງກະຊວງ ເຂົ້າຮ່ວມ. ໃນພິທີ, ສະຫາຍ ໄມທອງ ທຳມະວົງສາ ກຳມະການຄະນະພັກ ກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງການຕ່າງປະ ເທດ ໄດ້ຜ່ານບົດສະຫລຸບຕີລາຄາ ວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ແລະ ທິດທາງແຜນການກໍ່ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ໂດຍໄດ້ ຍົກໃຫ້ເຫັນເຖິງຄວາມເອົາໃຈໃສ່, ຄວາມຮັບຜິດຂອງບັນດາໜ່ວຍພັກ ແລະ ສະມາຊິກພັກ ໃນການຈັດ ຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ ກໍຄື ມະຕິຂອງກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກະຊວງການ ຕາງປະເທດ ຄັ້ງທີ IV ເພື່ອປະຕິ ບັດຄາດໝາຍສູ້ຊົນສ້າງແຜນການ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ອັນໄດ້ເຮັດໃຫ້ຄະນະ ໜ່ວຍພັກ ແລະ ສະມາຊິກພັກຍຶດ ໝັ້ນໃນຄຸນທາດການເມືອງ, ມີ ຄວາມຈົງຮັກພັກດີຕໍ່ອຸດົມການ ຂອງພັກ, ຍົກສູງສະຕິຄວາມຮັບຜິດ ຊອບຕໍ່ຫາທີ່ວຽກງານຂອງຕົນ, ເປັນເຈົ້າການປົກປ້ອງແນວທາງ ປ່ຽນແປງໃໝ່ຂອງພັກ. ນອກນັ້ນ, ຍັງໄດ້ຍົກໃຫ້ເຫັນບາງຂໍ້ຄົງຄ້າງ ທີ່ບັນດາໜ່ວຍພັກຈະຕ້ອງໄດ້ເອົາ ໃຈໃສ່ແກ້ໄຂ, ບົດຮຽນທີ່ຖອດຖອນ ໄດ້ ແລະ ທິດທາງແຜນການໃນ ຕໍ່ໜ້າ. ສຳລັບໃນປີ 2022 ມີໜ່ວຍພັກ ທີ່ຖືກຮັບຮອງເປັນໜ່ວຍພັກປອດ ໃສ, ເຂັ້ມແຂງ ໜັກແໜ້ນ ທັງໝົດ 42 ໜ່ວຍພັກ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຈາກທັງໝົດ 57 ໜ່ວຍ ພັກ ເຊິ່ງກວມ 74% ຂອງໜ່ວຍ ພັກທີ່ຂຶ້ນກັບອົງຄະນະພັກກະຊວງ ການຕ່າງປະເທດ. ໃນນັ້ນ, ໜ່ວຍ ພັກທີ່ສາມາດປ້ອງກັນນາມມະຍົດ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ສະໄໝທີ VI ມີ 2 ໜ່ວຍພັກ, ສະໄໝທີVມີ 5ໜ່ວຍພັກ, ສະໄໝທີ IV ມີ 13 ໜ່ວຍພັກ, ສະໄໝທີ II ມີ 14 ໜ່ວຍພັກ ແລະ ໜ່ວຍພັກທີ່ ສາມາດຍາດໄດ້ນາມມະຍົດໃໝ່ 8 ໜ່ວຍພັກ, ທຽບໃສ່ປີ 2021 ມີ ໜ່ວຍພັກຖືກຮັບຮອງເປັນໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພີ່ມຂຶ້ນ 8 ໜ່ວຍ, ຈາກ 34 ໜ່ວຍ ໃນປີ 2021 ມາເປັນ 42 ໜ່ວຍ ໃນປີ 2022. ພ້ອມນີ້, ກໍໄດ້ມີການ ປະກາດແຕ່ງຕັ້ງກຳມະການຄະນະ ພັກກະຊວງເພີ່ມເຕີມ ຈໍານວນ 5 ສະຫາຍ ເພື່ອທົດແທນຄະນະພັກ ຈຳນວນ 5 ສະຫາຍ ທີ່ໄດ້ຖືກຍົກ ຍ້າຍໄປຮັບໜ້າທີ່ຢູ່ບ່ອນອື່ນ ແລະ ອອກປະຈຳການຢູ່ສຳນັກງານຜູ້ ຕາງໜ້າການ ທູດຂອງ ສປປ ລາວ ຢູ່ຕ່າງປະເທດ. ໂອກາດນີ້, ສະຫາຍສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມ ເຊີຍ ແລະ ຕີລາຄາສູງຕໍ່ຄວາມເອົາ ໃຈໃສ່ຂອງບັນດາສະຫາຍຄະນະ ໜ່ວຍພັກ ແລະ ສະມາຊິກພັກ-ພະ ນັກງານທີ່ໄດ້ບຸກບືນ ແລະ ຍາດມາ ໄດ້ນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທີ່ມີຈໍານວນ ເພີ່ມຂຶ້ນ. ພ້ອມນີ້ສະຫາຍຍັງຍົກໃຫ້ ເຫັນເຖິງຄວາມໝາຍ ແລະ ຄວາມ ສໍາຄັນຂອງວຽກງານການປັບປຸງ ກໍ່ສ້າງຮາກຖານພັກ ແລະ ໜ່ວຍພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ເຊິ່ງແມ່ນຄວາມຮຽກຮ້ອງ ຕ້ອງການທີ່ຈໍາເປັນພາວະວິໄສ, ທັງເປັນບັນຫາຍຸດທະສາດທີ່ພົວ ພັນເຖິງການຄົງຕົວ ແລະ ຂະຫຍາຍ ຕົວຂອງການຈັດຕັ້ງພັກໃນການ ນຳພາ-ຊີ້ນຳພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ ໃຫ້ຈະເລີນຮຸ່ງເຮືອງ ຕາມເສັ້ນ ທາງສັງຄົມນິຍົມ ເຊິ່ງທັງໝົດນັ້ນ, ແມ່ນໜ້າທີ່ຄວາມຮັບຜິດຊອບໂດຍ ກົງຂອງຄະນະພັກ, ສະມາຊິກ ພັກພະນັກງານທຸກຄົນທີ່ຈະຕ້ອງຮ່ວມ ແຮງຮ່ວມໃຈກັນສຸມໃສ່ຈັດຕັ້ງປະ ຕິບັດຢ່າງມີຄວາມຮັບຜິດຊອບສູງ ແລະ ຕໍ່ເນື່ອງ. ຂ່າວ: ວຽງສະຫວັນ,ພາບ: ເກດສະໜາ ເນື້ອໃນສານໄດ້ລະບຸວ່າ: ໃນ ນາມລັດຖະບານແຫ່ງສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງທ່ານ, ລັດຖະບານ ແລະ ປະຊາຊົນ ເຢເມນ ເພື່ອນມິດທຸກຖ້ວນໜ້າເນື່ອງໃນ ໂອກາດວັນຊາດ ແຫ່ງ ສາທາລະນະ ລັດ ເຢເມນ ຄົບຮອບ 33 ປີ. ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນ ເນື້ອໃນຈົດໝາຍໄດ້ລະບຸວ່າ: ໃນນາມລັດຖະບານ ແຫ່ງ ສາທາລະ ນະລັດປະຊາທິປະໄຕປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງທ່ານ, ລັດຖະບານ ແລະ ປະຊາຊົນຕັງຊານີ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນ ໂອກາດວັນສ້າງຕັ້ງສາຍພົວພັນ ການທູດລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສະຫະພັນ ຕັງຊານີ ຄົບຮອບ 45 ປີ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວ ພັນມິດຕະພາບແລະການຮ່ວມມືອັນ ດີງາມທີ່ມີມາແລ້ວນັ້ນ ລະຫວ່າງ ສອງປະເທດພວກເຮົາ ຈະໄດ້ຮັບ ການເສີມຂະຫຍາຍຍິ່ງໆຂຶ້ນ ໃນ ຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມ ກັນຂອງປະຊາຊົນສອງຊາດພວກ ເຮົາກໍຄື ເພື່ອສັນຕິພາບ, ສະຖຽນລະ ພາບ ແລະ ການຮ່ວມມືເພື່ອການພັດ ທະນາໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍ ພອນ ໃຫ້ທ່ານ ຈົ່ງມີສຸຂະພາບເຂັ້ມ ແຂງ, ມີຄວາມຜາສຸກ ແລະ ປະສົບ ຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງ ທ່ານ ແລະ ຂໍໃຫ້ປະຊາຊົນຕັງຊານີ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນາຖາວອນ. ຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດ ຕະພາບ ແລະ ການຮ່ວມມືທີ່ດີລະ ຫວ່າງສອງປະເທດພວກເຮົາໄດ້ ຮັບການພັດທະນາໃນໄລຍະຫລາຍ ປີຜ່ານມາ. ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບທີ່ມີຢູ່ແລ້ວ ນັ້ນ ລະຫວ່າງສອງປະເທດຂອງ ພວກເຮົາຈະໄດ້ຮັບການສືບຕໍ່ຮັດ ແໜ້ນແລະ ເສີມຂະຫຍາຍໃນຊຸມປີຕໍ່ ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງ ປະຊາຊົນສອງຊາດພວກເຮົາ. ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍ ພອນໃຫ້ທ່ານ ຈົ່ງມີສຸຂະພາບເຂັ້ມ ແຂງ, ມີຄວາມຜາສຸກ ແລະ ປະສົບ ຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງ ທ່ານ ແລະຂໍໃຫ້ປະຊາຊົນເຢເມນ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ. ປະທານ ສນຊ... ຜັນຂະຫຍາຍຜົນສໍາເລັດຂອງກອງ ປະຊຸມກາງສະໄໝຄັ້ງນີ້ ໃຫ້ໄດ້ຮັບ ການຈັດຕັ້ງປະຕິບັດໃຫ້ເປັນຮູບປະ ທໍາຕົວຈິງໃນທຸກຂົງເຂດວຽກງານ. ຂ່າວ: ທັດຊະນະ,ພາບ: ພູທິບສະຫວັນ

RkJQdWJsaXNoZXIy MTc3MTYxMQ==