5622

3I'IPoxt4q ,lq ,[6 o9uj 39t gxa o8q ;c[[ 37'dkovkskomj P'.o3I'IPo xtmkoxtgmf 9tg0Q kIj ;,dv'xt-5 ,lkdq odj P;da [ vtok7q fvk-u 7A 'mu 28 mu j xtgmfpu j x5 j o ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 22.05.2023 ປີທີ 22 ສະບັບທີ 5.623 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j rh v,da ol5 ,.lj 9a f8A 'xt8y [a f 2 ;k]tcsj '-kf .sh gxa oI6 [xtme |j ;pra drtcod9a f8A '{ [= ]y sko c]t /b dvq [Iq , 8u ]k7k;PdIv[fh kodk'ltw\  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 leg]a fdv'xt-5 ,dk'ltw\ 7tot [= ]y sko'kora dc0;'9exkla d ltw\mu VIII xtmkoltrkcsj '-kf goA o.sh c0;'w-pt[6 ]u sa oco;7y fl6j dko7Q o7y f c]t xtfy flh k'.\j xtmko lo- rq [xt1h P,1k, co;]k;lh k'-kf ot7vos];';P'9a o Iv'xtmkoltrkcsj '-kf 1h P,1k, c]t g0Q kIj ;,dv'xt-5 ,muj ot7vo-q '-Y ' lx 9u o l6 o;a fmtotme9u o xt9e]k; lts]v';a o-klkdq o dt-;'dko8j k'xtgmf ,v[{Ia [.[1A '1n o |j ;pra dxvf.l g0A ,c0' |a dc|h o xu 2022 lko-q ,g-u p;a o-kf g1g,o 7q [Iv[ 33 xu 9q f\kp-q ,g-u p;a olh k'8A 'lkprq ;ra o dkom6 f ]k;{8a '-kou 7q [Iv[ 45 xu ຂປລ. ກອງປະຊຸມຄົບຄະນະ ກາງສະໄໝ ຂອງຄະນະບໍລິຫານ ງານພັກແຂວງ ສະໄໝທີ VIIIໄດ້ ດຳເນີນມາເປັນເວລາ 5 ວັນ ເລີ່ມ ແຕ່ ວັນທີ 16-20 ພຶດສະພາ 2023 ດ້ວຍບັນຍາກາດທີ່ສ້າງສັນ, ມີ ຄວາມໝາຍສຳຄັນອັນເລິກເຊິ່ງແລະ ສຳເລັດຜົນລົງຕາມຈຸດປະສົງລະ ດັບຄາດໝາຍທີ່ວາງໄວ້. ພາຍໃຕ້ ການເຂົ້າຮ່ວມເປັນປະທານ ຂອງສະ ຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການ ກົມການເມືອງສູນກາງພັກ, ຮອງ ຂປລ. ເມື່ອບໍ່ດົນມານີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງ ສານຊົມເຊີຍເຖິງ ທ່ານ ດຣ ອາເມດ ອາຫວາດ ບິນມູບາຣັກ ລັດຖະມົນຕີ ຕ່າງປະເທດ ແຫ່ງ ສາທາລະນະລັດ ເຢເມນ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເຢເມນ ຄົບຮອບ 33 ປີ. ຂປລ. ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ໄດ້ສົ່ງຈົດໝາຍຊົມເຊີຍເຖິງ ທ່ານນາງ ລິເບລາຕາ ມູລະມູລາ ລັດຖະມົນຕີກະຊວງຕ່າງປະເທດ ແລະ ການຮ່ວມ ມືອາຟຣິກາຕາເວັນອອກແຫ່ງສາທາລະນະລັດສະຫະພັນຕັງຊານີ ເນື່ອງ ໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສະຫະພັນ ຕັງຊານີ ຄົບຮອບ 45 ປີ. ຂປລ. ໃນວັນທີ 24 ພຶດສະພາ 2023, ທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະໄດ້ເດີນທາງ ເຂົ້າຮ່ວມກອງປະຊຸມສາກົນ ກ່ຽວ ກັບອະນາຄົດຂອງອາຊີ ຄັ້ງທີ 28, ເຊິ່ງຈະຈັດ ຂຶ້ນໃນລະຫວ່າງວັນທີ 25-26 ພຶດສະພາ 2023 ທີ່ນະ ຄອນຫລວງໂຕກຽວ, ປະເທດຍີ່ປຸ່ນ. ກອງປະຊຸມອະນາຄົດຂອງອາຊີ ແມ່ນຈັດຂຶ້ນທຸກໆປີ ຈັດໂດຍສຳນັກ ຂ່າວນິກເກ ຂອງຍີ່ປຸ່ນ ນັບແຕ່ປີ 1995 ເປັນຕົ້ນມາ ເຊິ່ງໄດ້ເຊື້ອເຊີນ ບັນດາຜູ້ນໍາ ແລະ ຜູ້ບໍລິຫານຂັ້ນສູງ ຂອງພາກລັດ ແລະ ເອກກະຊົນລວມ ທັງອະດີດການນຳ, ຜູ້ຊົງຄຸນນະວຸດ ທິ, ປະທານອົງການ, ສະຖາບັນ ຕ່າງໆທັງພາກພື້ນແລະສາກົນຂອງ ອາຊີ ແລະ ພາກພື້ນອື່ນໆ ເຂົ້າຮ່ວມ ເພື່ອແລກປ່ຽນທັດສະນະ ແລະ ວິ ໄສທັດຕໍ່ບັນຫາພົ້ນເດັ່ນທີ່ເກີດຂຶ້ນໃນ ພາກພື້ນ ແລະ ສາກົນ, ກອງປະຊຸມ ໃນຄັ້ງນີ້ ແມ່ນຈະດໍາເນີນພາຍໃຕ້ ຫົວຂໍ້: “ຍົກສູງບົດບາດຂອງອາຊີ ເພື່ອຮັບມືກັບສິ່ງທ້າທາຍຂອງໂລກ ໃນປັດຈຸບັນ ຫລື Leveraging Asia’s Power to Confront Global Challenges”. ຂປລ. ໃນລະຫວ່າງວັນທີ 1619 ພຶດສະພາ 2023, ຄະນະຜູ້ແທນ ຂອງພັກ ປປ ລາວ ນໍາໂດຍສະຫາຍ ຂປລ. ເມື່ອບໍ່ດົນມານີ້, ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນ ກາງພັກ, ປະທານສະພາແຫ່ງຊາດໄດ້ໂອ້ ຂປລ. ເມື່ອບໍ່ດົນມານີ້, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນ ກາງແນວລາວສ້າງຊາດ ພ້ອມຄະ ນະໄດ້ລົງພົບປະຢ້ຽມຢາມແນວ ລາວສ້າງຊາດ ນະຄອນຫລວງວຽງ ຈັນ ໂດຍການຕ້ອນຮັບຂອງທ່ານ ຖະໜອມ ທຳທອງ ຄະນະປະຈຳພັກ ຂປລ.ວັນທີ19ພຶດສະພາ2023 ຜ່ານມາ, ສະມາຄົມແລກປ່ຽນ ວັດທະນະທໍາຈີນກັບຕ່າງປະເທດ, ສະຫາຍ ນາງ ປານີ ຢາທໍ່ຕູ້ ທ່ານ ໄຊສົມພອນ ພົມວິຫານ ລົມຕໍ່ການນໍາຂອງແຂວງ ໂອກາດເຂົ້າຮ່ວມກອງປະ ຊຸມ ຄົບຄະນະກາງສະໄໝທີ VII ຂອງຄະນະບໍລິຫານ ງານພັກແຂວງໄຊຍະບູລີ ໂດຍເນັ້ນ ໃຫ້ການນໍາຂອງ ແຂວງຕ້ອງຍຶດໝັ້ນ ແລະ ປະຕິບັດຫລັກການລວມສູນ ປະຊາທິປະໄຕ, ລະບອບ ແບບແຜນວິທີນຳພາຂອງ ພັກຢ່າງເຂັ້ມງວດ, ຕ້ອງຍົກ ສູງຄວາມເປັນແບບຢ່າງ ສ້າງຄວາມໄວ້ເນື້ອເຊື່ອໃຈ ທ່ານ ສິນລະວົງ ຄຸດໄພທູນ ປະທານແນວລາວສ້າງຊາດ ນະ ຄອນຫລວງວຽງຈັນ ທີ່ເມືອງສັງ ທອງ ນະຄອນຫລວງວຽງຈັນ, ມີ ປະທານ-ຮອງປະທານແນວລາວ ສ້າງຊາດທີ່ມາຈາກບັນດາເມືອງ ອ້ອມຂ້າງ, ຄະນະນຳເມືອງສັງ ທອງ, ພະນັກງານບຳນານປະຕິ ວັດ ອາວຸໂສ, ເລຂາພັກ-ນາຍບ້ານ ແລະ ປະທານແນວລາວສ້າງ ຊາດບ້ານ ທົ່ວເມືອງສັງທອງ ເຂົ້າຮ່ວມ. ໂອກາດນີ້, ທ່ານປະທານສູນ ກາງແນວລາວສ້າງຊາດ ໄດ້ເນັ້ນ ໃຫ້ແນວລາວສ້າງຊາດ ແຕ່ລະຂັ້ນ ຜັນຂະຫຍາຍ ມະຕິ 55/ຄປຈ ວ່າ ດ້ວຍການຫາລາຍໄດ້ເພີ່ມຂອງ ແນວລາວສ້າງຊາດ,ພ້ອມທັງໄດ້ ຍົກໃຫ້ເຫັນເນື້ອໃນ 4 ການຫັນ ຂປລ. ກະຊວງການຕ່າງປະເທດ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ໃຫ້ແກ່ບັນດາໜ່ວຍ ສະຫາຍ ສະເຫລີມໄຊ ກົມມະສິດ (ຂວາ) ພັກ ທີ່ຂຶ້ນກັບອົງຄະນະພັກກະຊວງ ການຕ່າງປະເທດໃນວັນທີ 19 ພຶດ ສະພາ2023ໂດຍການເປັນປະທານ ນາງ ສູນທອນ ໄຊຍະຈັກ ນາງ ສູນທອນ ໄຊຍະຈັກ ເລຂາທິ ການສູນກາງພັກ, ຮອງປະທານສະ ພາແຫ່ງຊາດ ໄດ້ຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມ “ໜຶ່ງ ແລວ ໜຶ່ງເສັ້ນທາງ ເພື່ອການພັດທະ ນາເຊື່ອມໂຍງທາງບົກທາງທະເລ ປະຈໍາປີ 2023” ຢູ່ນະຄອນຊົງຊິ້ງ ສປ ຈີນ ເຊິ່ງການຈັດກອງປະຊຸມຄັ້ງ ນີ້, ເປັນໂອກາດຄົບຮອບ 10 ປີ ຂອງຂໍລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນ ທາງ” ທີ່ປະທານປະເທດ ສີຈິ້ນຜິງ ຂອງຈີນ ປະກາດອອກໃນປີ 2013 ຜ່ານມາ. ໃນໂອກາດເຂົ້າຮ່ວມກອງປະ ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ແລະ ພະແນກວັດທະນະທໍາ  ອ່ານຕໍ່ໜ້າ 4 ຂປລ. ໜ່ວຍພັກພະແນກຈັດຕັ້ງ, ບໍລິຫານ ແລະ ຝຶກອົບຮົມ ທີ່ຂຶ້ນກັບ ຄະນະພັກຮາກຖານກົມສ່ວຍສາອາ ກອນ ຈັດກອງປະຊຸມສະຫລຸບຕີລາ ຄາວຽກງານຮອບດ້ານກາງສະໄໝ 2021-2023 ໃນວັນທີ 18 ພຶດສະ ພາ 2023 ຜ່ານມາ ໂດຍການເປັນ ປະທານຂອງ ສະຫາຍ ບຸນປະເສີດ ສີກຸນລະບຸດ ຄະນະບໍລິຫານງານ ພັກກະຊວງ, ເລຂາຄະນະພັກຮາກ ຖານ, ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີສະຫາຍ ນາງ ຈັນທະລາຫລ່ຽມໄມຕຣີ ເລຂາໜ່ວຍ ພັກພະແນກຈັດຕັ້ງ, ບໍລິຫານ ແລະ ຝຶກອົບຮົມ, ມີຮອງເລຂາໜ່ວຍພັກ,

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 22/05/2023 xtgmf]k; ສຳເລັດກອງປະຊຸມ... ປະທານສະພາແຫ່ງຊາດ... ກະຊວງການຕ່າງປະເທດ... ຊົມເຊີຍວັນຊາດ... ຈົດໝາຍ... ໜ່ວຍພັກພະແນກ... ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລວົງ ບຸດດາຄຳ ກຳມະ ການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຈຳປາສັກ, ມີຮອງເລຂາ ພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະຮັບ ຜິດຊອບຂັ້ນສູນກາງ-ຂັ້ນແຂວງ, ຜູ້ແທນທີ່ມາຈາກພາກສ່ວນອ້ອມ ຂ້າງແຂວງ, ເມືອງ ແລະ ນະຄອນ ເຂົ້າຮ່ວມ. ກອງປະຊຸມນີ້ ໄດ້ດຳເນີນຖືກ ຕ້ອງຕາມກົດລະບຽບຂອງພັກ ແລະ ຄຳສັ່ງ, ຄຳແນະນຳຂອງສູນກາງ ພັກທຸກປະການ, ໄດ້ເສີມຂະຫຍາຍ ປະຊາທິປະໄຕ, ສິດເປັນເຈົ້າຂອງຕົນ ຕາມຫລັການຂອງພັກ ໃນການປະ ກອບຄໍາເຫັນ, ຕິຊົມກໍ່ສ້າງ ແລະ ລົງ ຄະແນນຄວາມໄວ້ວາງໃຈຕໍ່ບຸກຄົນ ຄະນະບໍລິຫານງານພັກແຂວງ, ຄົ້ນ ຄວ້າ, ເຊື່ອມຊຶມບັນດາເນື້ອໃນເອກະ ສານສຳຄັນຂອງສູນກາງພັກ ອັນ ໄດ້ກາຍເປັນບ່ອນອີງພື້ນຖານທີ່ໜັກ ແໜ້ນໃຫ້ແກ່ການຄົ້ນຄວ້າ, ລົງເລິກ, ວິເຄາະ, ໄຈ້ແຍກບັນຫາຕ່າງໆຂອງ ອົງຄະນະພັກ ໃນການນໍາພາແຕ່ລະ ຂົງເຂດວຽກງານຢ່າງເລິກເຊິ່ງ ຕະຫລອດໄລຍະແຫ່ງການນໍາພາຊີ້ນຳຂອງຄະນະບໍລິຫານງານພັກ ແຂວງໃນ 2 ປີເຄິ່ງຜ່ານມາ. ສະຫາຍ ວິໄລວົງ ບຸດດາຄຳ ເລ ຂາພັກແຂວງ ເຈົ້າແຂວງຈຳປາສັກ ຕີລາຄາວ່າ: ກອງປະຊຸມຄົບຄະນະ ກາງສະໄໝ ຂອງຄະນະບໍລິຫານ ງານພັກແຂວງໃນຄັ້ງນີ້ ໄດ້ຢັ້ງຢືນ ເຖິງຄວາມເປັນເຈົ້າການປະຕິບັດ ໜ້າທີ່ການເມືອງຂອງຕົນດ້ວຍ ຄວາມຮັບຜິດຊອບສູງ, ເປັນເຈົ້າ ການໃນການຄົ້ນຄວ້າສົນທະນາປຶກ ສາຫາລື, ຕີລາຄາເປັນເອກະພາບຕໍ່ ຫລາຍບັນຫາທີ່ເປັນພື້ນຖານພົວພັນ ເຖິງຄວາມຮັບຜິດຊອບໜ້າທີ່ການ ເມືອງຂອງອົງຄະນະພັກ ແລະ ໝາກ ຜົນ-ຜົນງານ ແລະ ດ້ານຄົງຄ້າງ ຂອງການຈັດຕັ້ງປະຕິບັດບັນດາ ຄາດໝາຍຈຸດສຸມໃນທຸກຂົງເຂດ ວຽກງານ ເຊິ່ງສະແດງໃຫ້ເຫັນ ເຖິງຄວາມເຂັ້ມແຂງ ແລະ ຄວາມ ບົກຜ່ອງບາງດ້ານໃນການນຳພາຊີ້ນຳຂອງອົງຄະນະພັກແຂວງ ທີ່ ພວກເຮົາພ້ອມກັນຮັບຮູ້ ເພື່ອຊອກ ເຫັນສາເຫດ, ປັດໄຈດ້ານຕ່າງໆ, ມີ ມາດຕະການ ແລະ ວິທີການປັບປຸງ ແກ້ໄຂໃນຕໍ່ໜ້າ ເພື່ອເຮັດໃຫ້ການຈັດ ຕັ້ງປະຕິບັດບັນດາຄາດໝາຍທີ່ໄດ້ ຮັບຮອງໃນກອງປະຊຸມຄັ້ງນີ້ ໄດ້ຮັບ ການສືບຕໍ່ນໍາພາ-ຊີ້ນໍາຈັດຕັ້ງປະຕິ ບັດໃຫ້ບັນລຸຕາມແຜນການທີ່ວາງ ໄວ້ ຊຶ່ງກອງປະຊຸມພາຍໃນ ໄດ້ພ້ອມ ກັນຮັບຟັງການສະເໜີຜ່ານກ່ຽວ ກັບບົດສຳຫລວດການເຄື່ອນໄຫວ ນໍາພາ-ຊີ້ນໍາຂອງຄະນະບໍລິຫານ ງານພັກແຂວງກາງສະໄໝ ໃນການ ຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕາມການແບ່ງງານ, ແບ່ງຄວາມຮັບ ຜິດຊອບຂອງແຕ່ລະສະຫາຍໃນ ແຕ່ລະຂົງເຂດການນຳພາໄລຍະ ຜ່ານມາສ່ອງແສງໄດ້ເຖິງຜົນສຳ ເລັດທີ່ສຳຄັນ ຫລາຍດ້ານຂອງການ ປະຕິບັດມະຕິກອງປະຊຸມໃຫຍ່ຂັ້ນ ຂອງຕົນ ກໍຄືສອງໜ້າທີ່ຍຸດທະສາດ ໃນພາລະກິດປ່ຽນແປງໃໝ່ຮອບ ດ້ານຢ່າງມີຫລັກການຂອງພັກ, ຄຽງຄູ່ກັນນັ້ນ ກໍໄດ້ພ້ອມກັນຮັບຮູ້ ເຖິງບັນຫາດ້ານອ່ອນ,ຂໍ້ຂາດຕົກບົກ ຜ່ອງ ແຫ່ງການນຳພາ-ຊີ້ນໍາທີ່ຈະ ຕ້ອງປັບປຸງແກ້ໄຂ, ໄດ້ດຳເນີນຊີວິດ ການເມືອງ, ສໍາຫລວດກວດກາ, ປັບປຸງປົວແປງພາຍໃນພັກໂດຍສະ ເພາະບຸກຄົນຄະນະພັກ ແຕ່ລະສະ ຫາຍບຸກຄົນຄະນະບໍລິຫານງານພັກ ກໍໄດ້ຈິງໃຈສຳຫລວດກວດກາຕຳນິ ຕົນເອງ ກ້າຍົກຈຸດອ່ອນຂອງຕົນ ແລະ ຮັບເອົາຄໍາຕໍານິຕິຊົມຂອງ ເພື່ອນສະຫາຍດ້ວຍຄວາມຈິງໃຈ ເພື່ອນໍາໄປຄົ້ນຄວ້າ, ປັບປຸງຕົນເອງ, ບັນດາສະຫາຍກໍາມະການຄະນະ ບໍລິຫານງານພັກ ຍັງໄດ້ເອົາໃຈ ໃສ່ຕິດຕາມການສໍາຫລວດຕົນເອງ ຂອງເພື່ອນສະຫາຍຢ່າງຕັ້ງໜ້າ. ພ້ອມນັ້ນ, ກໍກ້າຫານຕິຊົມ ໂດຍຍົກ ໃຫ້ເຫັນດ້ານດີ, ຜົນສໍາເລັດ ແລະ ບັນຫາຂໍ້ຄົງຄ້າງ ທີ່ຕ້ອງໄດ້ເອົາໃຈ ໃສ່ແກ້ໄຂໃນຕໍ່ໜ້າ,ການປະກອບຄຳ ຄິດຄຳເຫັນມີລັກສະນະສ້າງສັນ ກົງໄປກົງມາ, ບົນຈິດໃຈຄວາມສາ ມັກຄີຮັກແພງ ເພື່ອນມິດສະຫາຍທີ່ ຮ່ວມອຸດົມການດຽວກັນ, ການຕີ ລາຄາຈັດປະເພດ ແມ່ນຖືກຕ້ອງ ສອດຄ່ອງກັບສະພາບຄວາມເປັນ ຈິງຂອງແຕ່ລະສະຫາຍ. ໂອກາດນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ໂດຍເນັ້ນໃຫ້ຄະນະພັກ ແຕ່ລະຂັ້ນ, ສະມາຊິກພັກແຕ່ລະສະ ຫາຍຂອງແຂວງຈຳປາສັກ ພ້ອມ ກັນສືບຕໍ່ເພີ່ມທະວີການຈັດຕັ້ງຜັນ ຂະຫຍາຍຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIII ແລະ ແຜນພັດທະນາເສດ ຖະກິດ-ສັງຄົມຄັ້ງທີ IX ຂອງ ແຂວງຕິດພັນກັບມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ ແລະ 2 ວາລະແຫ່ງຊາດ ໃຫ້ບັນລຸຕາມຈຸດ ປະສົງແລະ ຄາດໝາຍທີ່ວາງໄວ້; ຖື ເອົາຜົນຂອງການທາບທາມຄວາມ ເຊື່ອໝັ້ນ ໄວ້ວາງໃຈ ແລະ ຜົນການ ດໍາເນີນຊີວິດການເມືອງພາຍໃນຄະ ນະບໍລິຫານງານພັກແຂວງ; ສືບຕໍ່ ຍູ້ແຮງວຽກງານປັບປຸງພັກ, ກໍ່ສ້າງ ພະນັກງານ,ວຽກງານກວດກາແລະ ວຽກງານມະຫາຊົນຂອງພັກໃຫ້ ແຂງແຮງ, ຜັນຂະຫຍາຍຈິດໃຈ ຂອງກອງປະຊຸມວຽກງານຈັດຕັ້ງ ທົ່ວປະເທດ ແລະ ກອງປະຊຸມວຽກ ງານກວດກາທົ່ວປະເທດຄັ້ງທີ IV ຜ່ານມາ, ສ້າງການຫັນປ່ຽນຢ່າງ ແຂງແຮງ, ເລິກເຊິ່ງໃນວຽກງານພະ ນັກງານ; ສືບຕໍ່ສຸມໃສ່ການຈັດຕັ້ງ ໃຫ້ແກ່ປະຊາຊົນກໍຄືມະຫາຊົນຢ່າງ ກວ້າງຂວາງ, ຖືເອົາວຽກງານການ ເມືອງ-ແນວຄິດ ເປັນຄືສະໜາມຮົບ ໜຶ່ງເລີ່ມຈາກຫັນປ່ຽນດ້ານທັດສະ ນະ-ແນວຄິດ, ຈິນຕະນາການລະ ຫວ່າງອັນຖືກ-ອັນຜິດ, ຫັນວິທີຄິດ ແບບເກົ່າ ໄປສູ່ການຄົ້ນຄິດ ແລະ ການປະດິດສ້າງໃໝ່, ແຂ່ງຂັນກັນ ພັດທະນາ ໃຫ້ເປັນການກະທຳຕົວ ຈິງຢູ່ໃນຕົວບຸກຄົນ ຫລື ໝູ່ຄະນະ ພ້ອມທັງຍູ້ແຮງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໃນຊຸມປີທີ່ຍັງເຫລືອຮອດທ້າຍ ສະໄໝ ເພື່ອເປັນການສືບຕໍ່ຄົ້ນຄວ້າ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນອົງ ຄະນະພັກແຂວງໄຊຍະບູລີ ສະໄໝທີ VII ແລະ ແຜນພັດທະນາເສດຖະ ກິດ-ສັງຄົມຂອງແຂວງໃຫ້ບັນລຸ ຕາມຈຸດປະສົງຄາດໝາຍທີ່ວາງໄວ້. ພ້ອມນີ້, ໃຫ້ການນຳແຂວງລົງ ເລິກຊອກຫາສາເຫດຄວາມຫຍຸ້ງ ຍາກ ເພື່ອຄົ້ນຄວ້າວິທີການ ແລະ ມາດຕະການແກ້ໄຂບັນດາຂໍ້ຄົງ ຄ້າງຕ່າງໆ, ເອົາໃຈໃສ່ຂຸດຄົ້ນທ່າ ແຮງບົ່ມຊ້ອນ, ກຳລັງແຮງທີ່ມີ ແລະ ສາມາດປະຕິບັດໄດ້; ສືບຕໍ່ຍູ້ແຮງ ການຜະລິດກະສິກໍາເປັນສິນຄ້າ ຕິດພັນກັບການປຸງແຕ່ງຜະລິດຕະ ພັນກະສິກໍາສະອາດ ແລະ ຍືນຍົງ, ຍູ້ແຮງບັນດາໂຮງຈັກໂຮງງານປຸງ ແຕ່ງ ໃຫ້ສາມາດດຳເນີນການຜະ ລິດໂດຍໄວ, ເອົາໃຈໃສ່ຈັດຕັ້ງປະຕິ ບັດວາລະແຫ່ງຊາດ ໃຫ້ກາຍເປັນ ພັນທະທີ່ເປັນຄວາມຮັບຜິດຊອບ ຂອງທົ່ວລະບົບການເມືອງ ແລະ ຂອງທຸກພາກສ່ວນໃນສັງຄົມຢ່າງ ແທ້ຈິງ; ສືບຕໍ່ຜັນຂະຫຍາຍຜົນສໍາ ເລັດຂອງກອງປະຊຸມວຽກງານກໍ່ ສ້າງຮາກຖານການເມືອງ ຕິດພັນ ກັບວຽກງານພັດທະນາຊົນນະບົດ ຮອບດ້ານແກ້ໄຂຄວາມທຸກຍາກ ແລະວຽກງານ3 ສ້າງ. ນອກຈາກນີ້, ກໍໃຫ້ສືບຕໍ່ເພີ່ມທະວີການປັບປຸງລະ ບົບການເມືອງ ແຕ່ຂັ້ນແຂວງລົງ ຮອດຮາກຖານໃຫ້ໜັກແໜ້ນ ແລະ ເຂັ້ມແຂງ ພ້ອມທັງສືບຕໍ່ເອົາໃຈໃສ່ ການພັດທະນາດ້ານວັດທະນະທໍາ- ສັງຄົມສຸມໃສ່ປະຕິບັດບັນດາຄາດ ໝາຍຕົວຊີ້ວັດການພັດທະນາແບບ ຍືນຍົງ, ເພີ່ມທະວີການນໍາພາ-ຊີ້ ນຳຂອງຄະນະພັກແຕ່ລະຂັ້ນຕໍ່ວຽກ ງານກໍ່ສ້າງພັກ-ພະນັກງານ ເພື່ອ ສ້າງໃຫ້ມີກຳລັງຖັນແຖວສະມາຊິກ ພັກ, ພະນັກງານທີ່ໜັກແໜ້ນເຂັ້ມ ແຂງ, ຈົ່ງຮັກພັກດີ, ຫ້າວຫັນ, ມີຫົວ ຄິດປະດິດສ້າງ ແລະ ສະດຸ້ງໄວຕໍ່ບັນ ຫາອັນໃໝ່ ເພື່ອສືບທອດພາລະກິດ ປະຕິວັດຂອງພັກເຮົາ. ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ ປ່ຽນ: ຕ້ອງສ້າງຄວາມຮັບຮູ້ຄວາມ ເຂົ້າໃຈຕໍ່ວຽກງານແນວໂຮມໃນ ໄລຍະໃໝ່ໃຫ້ເລິກເຊິ່ງ; ຍົກສູງຄຸນ ນະພາບການເຄື່ອນໄຫວຂອງແນວ ລາວສ້າງຊາດແຕ່ລະຂັ້ນໂດຍເລັ່ງ ໃສ່ສ້າງການຫັນປ່ຽນ ແລະ ແກ້ໄຂ ຂອດທີ່ຍັງຫຍຸ້ງຍາກດ້ານລາຍຮັບ ທີ່ອາໄສຈາກງົບປະມານຂອງລັດ ພຽງແຫລ່ງດຽວມາສູ່ການສ້າງ ລາຍຮັບເພີ່ມທີ່ບໍ່ຜິດກົດໝາຍໃຫ້ ຫລາຍຂຶ້້ນ; ສ້າງການຫັນປ່ຽນດ້ານ ຮູບການແລະວິທີການປຸກລະດົມຂົນ ຂວາຍປະຊາຊົນ ເຂົ້າຮ່ວມຂະບວນ ການແຂ່ງຂັນຮັກຊາດ ແລະ ພັດທະ ນາ, ນໍາເອົາໝາກຜົນຂອງການແຂ່ງ ຂັນເຫລົ່ານັ້ນ ມາໃຫ້ປະຊາຊົນບັນ ດາເຜົ່າ; ສ້າງການຫັນປ່ຽນດ້ານ ຮູບແບບການຮ່ວມສໍາພັນລະຫວ່າງ ອົງການພາຄີດ້ວຍກັນ ແລະ ວຽກ ຈຸດສຸມໃນຕໍ່ໜ້າຂອງແນວລາວ ສ້າງຊາດແມ່ນ 5 ແຜນງານ ແລະ 41 ໂຄງການ ເພື່ອຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນເປັນຈິງ ໃນໂອກາດດຽວກັນ, ທ່ານ ພົງສະຫວັນ ສິລິພັນ ເຈົ້າເມືອງສັງ ທອງ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ຄະນະພັກອົງການປົກຄອງເມືອງ ສັງທອງ ໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ແກ່ພະນັກ ງານ, ສະມາຊິກພັກ, ທະຫານ, ຕໍາ ຫລວດຕະຫລອດຮອດປະຊາຊົນ ບັນດາເຜົ່າສ້າງຄວາມເປັນເອກະ ພາບ, ສ້າງຄວາມເສຍສະລະຕິດພັນ ກັບການແກ້ໄຂວຽກງານຕົວຈິງ, ພ້ອມທັງປຸກລະດົມການປະກອບ ສ່ວນເຂົ້າໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ໃຫ້ມີຄວາມ ສະຫງົບທາງດ້ານການເມືອງໜັກ ແໜ້ນ, ຮັບປະກັນຄວາມເປັນລະບຽບ ຮຽບຮ້ອຍທາງດ້ານສັງຄົມ, ຕິດພັນ ກັບການສ້າງບ້ານປ້ອງກັນຊາດ ເຂັ້ມແຂງ, ບ້ານປ້ອງກັນ ຄວາມສະ ຫງົບດີຢ່າງເປັນເຈົ້າການ; ເອົາໃຈ ໃສ່ສຶກສາອົບຮົມການເມືອງ-ແນວ ຄິດ, ເຕົ້າໂຮມຄວາມສາມັກຄີປອງ ດອງເປັນປຶກແຜ່ນຂອງປະຊາຊົນ ບັນດາເຜົ່າ, ປະກອບສ່ວນປະຕິບັດ ແນວທາງນະໂຍບາຍຂອງພັກ, ລະ ບຽບກົດໝາຍຂອງລັດ ຕິດພັນກັບ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ; ສ້າງບ້ານສາມັກຄີປອງດອງ ໄດ້35 ບ້ານ, ຄອບຄົວສາມັກຄີປອງດອງ ໄດ້ 6.156 ຄອບຄົວ ແລະ ອື່ນໆ. ຂ່າວ-ພາບ: ສນຊ ກໍາມະການພັກ, ປະທານກວດກາ ໜ່ວຍພັກ, ພ້ອມດ້ວຍສະມາຊິກພັກ ສົມບູນ-ສໍາຮອງພາຍໃນໜ່ວຍພັກ ເຂົ້າຮ່ວມ. ກອງປະຊຸມສະຫລຸບຕີລາຄາ ວຽກງານຮອບດ້ານກາງສະໄໝ 2021-2023 ຂອງໜ່ວຍພັກພະ ແນກຈັດຕັ້ງ, ບໍລິຫານ ແລະ ຝຶກອົບ ຮົມ, ໄດ້ຮັບຟັງການຜ່ານບົດສະຫລຸບ ຕີລາຄາຄືນການນໍາພາ -ຊີ້ນໍາວຽກ ງານຮອບດ້ານກາງສະໄໝແລະ ທິດທາງແຜນການທ້າຍສະໄໝ (2023-2025), ຜ່ານບົດສໍາ ຫລວດການນໍາພາ-ຊີ້ນໍາລວມຂອງ ຄະນະໜ່ວຍພັກ, ຜ່ານບົດສໍາຫລວດ ຂອງຄະນະໜ່ວຍພັກ, ຄະນະພະ ແນກຊຶ່ງໄດ້ສ່ອງແສງໃຫ້ເຫັນໄດ້ຜົນ ສໍາເລັດໃນການຈັດຕັ້ງເຄື່ອນໄຫວ ວຽກງານຂອງໜ່ວຍພັກດັ່ງກ່າວ ໃນໄລຍະຜ່ານມາໂດຍລວມມີທັງສິ່ງ ທີ່ພົ້ນເດັ່ນ ແລະ ສິ່ງທ້າທ້າຍທີ່ຕ້ອງ ໄດ້ມີການປັບປຸງແກ້ໄຂ. ນອກນັ້ນ, ບັນດາຜູ້ເຂົ້າຮ່ວມ ກອງປະຊຸມຍັງໄດ້ເຊີດຊູຄວາມເປັນ ເຈົ້າການ ແລະ ຮັບຜິດຊອບສູງ, ສຸມສະຕິປັນຍາເຂົ້າໃນການຄົ້ນຄິດ, ວິໄຈບັນຫາ ແລະ ປະກອບຄໍາຄິດ ເຫັນ ຢ່າງກົງໄປກົງມາເຮັດໃຫ້ສາ ມາດຕີລາຄາສະພາບການຈັດຕັ້ງປະ ຕິບັດໜ້າທີ່ວຽກງານໃນປີຜ່ານມາ ໄດ້ຢ່າງຖືກຕ້ອງສອດຄ່ອງຕາມ ຄວາມເປັນຈິງ, ຊອກໃຫ້ເຫັນດ້ານ ຕັ້ງໜ້າ, ສິ່ງທີ່ພົ້ນເດັ່ນ ເພື່ອເສີມຂະ ຫຍາຍ ແລະ ບັນຫາຂໍ້ຄົງຄ້າງ ເພື່ອ ປັບປຸງແກ້ໄຂໃຫ້ດີຂຶ້ນ. ຂ່າວ-ພາບ: ກະຊວງການເງິນ ແລະ ມອບໃບຢັ້ງຢືນຂອງສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການ ກົມການເມືອງສູນກາງພັກ, ເລຂາ ຄະນະບໍລິຫານງານພັກກະຊວງ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ, ມີຄະນະບໍລິຫານງານພັກ, ຄະນະ ນຳກະ ຊວງ, ຄະນະໜ່ວຍພັກ ແລະ ສະມາຊິກພັກອ້ອມຂ້າງກະຊວງ ເຂົ້າຮ່ວມ. ໃນພິທີ, ສະຫາຍ ໄມທອງ ທຳມະວົງສາ ກຳມະການຄະນະພັກ ກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງການຕ່າງປະ ເທດ ໄດ້ຜ່ານບົດສະຫລຸບຕີລາຄາ ວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ແລະ ທິດທາງແຜນການກໍ່ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ໂດຍໄດ້ ຍົກໃຫ້ເຫັນເຖິງຄວາມເອົາໃຈໃສ່, ຄວາມຮັບຜິດຂອງບັນດາໜ່ວຍພັກ ແລະ ສະມາຊິກພັກ ໃນການຈັດ ຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ ກໍຄື ມະຕິຂອງກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກະຊວງການ ຕາງປະເທດ ຄັ້ງທີ IV ເພື່ອປະຕິ ບັດຄາດໝາຍສູ້ຊົນສ້າງແຜນການ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ອັນໄດ້ເຮັດໃຫ້ຄະນະ ໜ່ວຍພັກ ແລະ ສະມາຊິກພັກຍຶດ ໝັ້ນໃນຄຸນທາດການເມືອງ, ມີ ຄວາມຈົງຮັກພັກດີຕໍ່ອຸດົມການ ຂອງພັກ, ຍົກສູງສະຕິຄວາມຮັບຜິດ ຊອບຕໍ່ຫາທີ່ວຽກງານຂອງຕົນ, ເປັນເຈົ້າການປົກປ້ອງແນວທາງ ປ່ຽນແປງໃໝ່ຂອງພັກ. ນອກນັ້ນ, ຍັງໄດ້ຍົກໃຫ້ເຫັນບາງຂໍ້ຄົງຄ້າງ ທີ່ບັນດາໜ່ວຍພັກຈະຕ້ອງໄດ້ເອົາ ໃຈໃສ່ແກ້ໄຂ, ບົດຮຽນທີ່ຖອດຖອນ ໄດ້ ແລະ ທິດທາງແຜນການໃນ ຕໍ່ໜ້າ. ສຳລັບໃນປີ 2022 ມີໜ່ວຍພັກ ທີ່ຖືກຮັບຮອງເປັນໜ່ວຍພັກປອດ ໃສ, ເຂັ້ມແຂງ ໜັກແໜ້ນ ທັງໝົດ 42 ໜ່ວຍພັກ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຈາກທັງໝົດ 57 ໜ່ວຍ ພັກ ເຊິ່ງກວມ 74% ຂອງໜ່ວຍ ພັກທີ່ຂຶ້ນກັບອົງຄະນະພັກກະຊວງ ການຕ່າງປະເທດ. ໃນນັ້ນ, ໜ່ວຍ ພັກທີ່ສາມາດປ້ອງກັນນາມມະຍົດ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ສະໄໝທີ VI ມີ 2 ໜ່ວຍພັກ, ສະໄໝທີVມີ 5ໜ່ວຍພັກ, ສະໄໝທີ IV ມີ 13 ໜ່ວຍພັກ, ສະໄໝທີ II ມີ 14 ໜ່ວຍພັກ ແລະ ໜ່ວຍພັກທີ່ ສາມາດຍາດໄດ້ນາມມະຍົດໃໝ່ 8 ໜ່ວຍພັກ, ທຽບໃສ່ປີ 2021 ມີ ໜ່ວຍພັກຖືກຮັບຮອງເປັນໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພີ່ມຂຶ້ນ 8 ໜ່ວຍ, ຈາກ 34 ໜ່ວຍ ໃນປີ 2021 ມາເປັນ 42 ໜ່ວຍ ໃນປີ 2022. ພ້ອມນີ້, ກໍໄດ້ມີການ ປະກາດແຕ່ງຕັ້ງກຳມະການຄະນະ ພັກກະຊວງເພີ່ມເຕີມ ຈໍານວນ 5 ສະຫາຍ ເພື່ອທົດແທນຄະນະພັກ ຈຳນວນ 5 ສະຫາຍ ທີ່ໄດ້ຖືກຍົກ ຍ້າຍໄປຮັບໜ້າທີ່ຢູ່ບ່ອນອື່ນ ແລະ ອອກປະຈຳການຢູ່ສຳນັກງານຜູ້ ຕາງໜ້າການ ທູດຂອງ ສປປ ລາວ ຢູ່ຕ່າງປະເທດ. ໂອກາດນີ້, ສະຫາຍສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມ ເຊີຍ ແລະ ຕີລາຄາສູງຕໍ່ຄວາມເອົາ ໃຈໃສ່ຂອງບັນດາສະຫາຍຄະນະ ໜ່ວຍພັກ ແລະ ສະມາຊິກພັກ-ພະ ນັກງານທີ່ໄດ້ບຸກບືນ ແລະ ຍາດມາ ໄດ້ນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທີ່ມີຈໍານວນ ເພີ່ມຂຶ້ນ. ພ້ອມນີ້ສະຫາຍຍັງຍົກໃຫ້ ເຫັນເຖິງຄວາມໝາຍ ແລະ ຄວາມ ສໍາຄັນຂອງວຽກງານການປັບປຸງ ກໍ່ສ້າງຮາກຖານພັກ ແລະ ໜ່ວຍພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ເຊິ່ງແມ່ນຄວາມຮຽກຮ້ອງ ຕ້ອງການທີ່ຈໍາເປັນພາວະວິໄສ, ທັງເປັນບັນຫາຍຸດທະສາດທີ່ພົວ ພັນເຖິງການຄົງຕົວ ແລະ ຂະຫຍາຍ ຕົວຂອງການຈັດຕັ້ງພັກໃນການ ນຳພາ-ຊີ້ນຳພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ ໃຫ້ຈະເລີນຮຸ່ງເຮືອງ ຕາມເສັ້ນ ທາງສັງຄົມນິຍົມ ເຊິ່ງທັງໝົດນັ້ນ, ແມ່ນໜ້າທີ່ຄວາມຮັບຜິດຊອບໂດຍ ກົງຂອງຄະນະພັກ, ສະມາຊິກ ພັກພະນັກງານທຸກຄົນທີ່ຈະຕ້ອງຮ່ວມ ແຮງຮ່ວມໃຈກັນສຸມໃສ່ຈັດຕັ້ງປະ ຕິບັດຢ່າງມີຄວາມຮັບຜິດຊອບສູງ ແລະ ຕໍ່ເນື່ອງ. ຂ່າວ: ວຽງສະຫວັນ,ພາບ: ເກດສະໜາ ເນື້ອໃນສານໄດ້ລະບຸວ່າ: ໃນ ນາມລັດຖະບານແຫ່ງສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງທ່ານ, ລັດຖະບານ ແລະ ປະຊາຊົນ ເຢເມນ ເພື່ອນມິດທຸກຖ້ວນໜ້າເນື່ອງໃນ ໂອກາດວັນຊາດ ແຫ່ງ ສາທາລະນະ ລັດ ເຢເມນ ຄົບຮອບ 33 ປີ. ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນ ເນື້ອໃນຈົດໝາຍໄດ້ລະບຸວ່າ: ໃນນາມລັດຖະບານ ແຫ່ງ ສາທາລະ ນະລັດປະຊາທິປະໄຕປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງທ່ານ, ລັດຖະບານ ແລະ ປະຊາຊົນຕັງຊານີ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນ ໂອກາດວັນສ້າງຕັ້ງສາຍພົວພັນ ການທູດລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສະຫະພັນ ຕັງຊານີ ຄົບຮອບ 45 ປີ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວ ພັນມິດຕະພາບແລະການຮ່ວມມືອັນ ດີງາມທີ່ມີມາແລ້ວນັ້ນ ລະຫວ່າງ ສອງປະເທດພວກເຮົາ ຈະໄດ້ຮັບ ການເສີມຂະຫຍາຍຍິ່ງໆຂຶ້ນ ໃນ ຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມ ກັນຂອງປະຊາຊົນສອງຊາດພວກ ເຮົາກໍຄື ເພື່ອສັນຕິພາບ, ສະຖຽນລະ ພາບ ແລະ ການຮ່ວມມືເພື່ອການພັດ ທະນາໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍ ພອນ ໃຫ້ທ່ານ ຈົ່ງມີສຸຂະພາບເຂັ້ມ ແຂງ, ມີຄວາມຜາສຸກ ແລະ ປະສົບ ຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງ ທ່ານ ແລະ ຂໍໃຫ້ປະຊາຊົນຕັງຊານີ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນາຖາວອນ. ຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດ ຕະພາບ ແລະ ການຮ່ວມມືທີ່ດີລະ ຫວ່າງສອງປະເທດພວກເຮົາໄດ້ ຮັບການພັດທະນາໃນໄລຍະຫລາຍ ປີຜ່ານມາ. ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບທີ່ມີຢູ່ແລ້ວ ນັ້ນ ລະຫວ່າງສອງປະເທດຂອງ ພວກເຮົາຈະໄດ້ຮັບການສືບຕໍ່ຮັດ ແໜ້ນແລະ ເສີມຂະຫຍາຍໃນຊຸມປີຕໍ່ ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງ ປະຊາຊົນສອງຊາດພວກເຮົາ. ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍ ພອນໃຫ້ທ່ານ ຈົ່ງມີສຸຂະພາບເຂັ້ມ ແຂງ, ມີຄວາມຜາສຸກ ແລະ ປະສົບ ຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງ ທ່ານ ແລະຂໍໃຫ້ປະຊາຊົນເຢເມນ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ. ປະທານ ສນຊ... ຜັນຂະຫຍາຍຜົນສໍາເລັດຂອງກອງ ປະຊຸມກາງສະໄໝຄັ້ງນີ້ ໃຫ້ໄດ້ຮັບ ການຈັດຕັ້ງປະຕິບັດໃຫ້ເປັນຮູບປະ ທໍາຕົວຈິງໃນທຸກຂົງເຂດວຽກງານ. ຂ່າວ: ທັດຊະນະ,ພາບ: ພູທິບສະຫວັນ

xtmko 3Ij 9u j ,y ' z6 h oemu j py j '.spj oa ddkom6 fz6 h fu gfa j o xtgmf]k; 3 22/05/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຢ່າຕົ່ງ 7;k,7n [|h k dkocdh w07;k,sp5h 'pkd mk'glf4tdy f{dkog'y o 16j g,n v'Iqj , ບົດສະເໜີ ຮຽບຮຽງໂດຍ: ໄໝຄຳຍ້ອມສິນ * ປະທານ ໂຮ່ຈີ່ມິງ ເກີດເມື່ອ ວັນທີ 19 ເດືອນ 5 ປີ 1890 ບ້ານ ກິນລຽນ, ຕາແສງ ຈຸ່ງຖື, ເມືອງ ນານດ່ານ ແຂວງເງ່ອານ, ຄອບຄົວ ຂອງ ປະທານ ໂຮ່ຈີ່ມິງ ເປັນຄອບ ຄົວຊາວນາທີ່ຮັກຊາດ. ພໍ່ຂອງເພິ່ນ ເປັນຄູສອນຮັບໃຊ້ປະເທດຊາດ ແລະ ຮັກຫອມປະຊາຊົນຜູ້ອອກ ແຮງງານ, ຄຽດຊັງລະບອບອາດ ຍາສິດເຈົ້ານາຍ ແລະ ພວກລ່າ ເມືອງຂຶ້ນຝຣັ່ງ. ເວລາຍັງນ້ອຍ ປະທານ ໂຮ່ຈີ່ມິງ ເປັນນັກຮຽນ ທີ່ສະຫລາດສະຫລຽວ, ມີຄວາມ ພາກພຽນໃນການຮ່ຳຮຽນ ແລະ ມັກຊອກຄົ້ນຫາຄວາມຮູ້ທີ່ໃໝ່. ນອກຈາກຮຽນແລ້ວ ເພິ່ນຍັງນັກ ອ່ານບົດເລື່ອງ, ບົດກາບກອນທີ່ຮັກ ຊາດ, ບັນດາບົດເລ່ືອງກ່ຽວກັບວິ * ຫລັງມີບັນດາຄຳສັ່ງ, ແຈ້ງ ການ, ນິຕິກຳຕ່າງໆ ຈາກລັດຖະ ບານ, ທຸກພາກສ່ວນທາງພາກລັດ ກໍໄດ້ນຳເອົາບັນດາຄຳສັ່ງຕ່າງໆ ມາຜັນຂະຫຍາຍ ພ້ອມທັງຊຸກຍູ້ໃຫ້ ທົ່ວສັງຄົມພ້ອມກັນຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນແລະວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ເຊິ່ງ ໜຶ່ງໃນນີ້ ເມືອງຮົ່ມ ແຂວງໄຊສົມ ບູນ ກໍໄດ້ພ້ອມກັນຈັດຕັ້ງປະຕິບັດ ຢ່າງຕັ້ງໜ້າ ໂດຍມາຮອດດຽວນີ້ ກໍມີຫລາຍວຽກມີຄວາມຄືບໜ້າ ຂຶ້ນ ໂດຍສະເພາະແມ່ນການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກເສດ ຖະກິດ-ການເງິນ ໄດ້ເອົາໃຈໃສ່ ເກັບລາຍຮັບ, ການສົ່ງເສີມປະຊາ ຊົນຜະລິດການປູກ-ການລ້ຽງ ເປັນ ສິນຄ້າສົ່ງອອກ ແລະ ອື່ນໆ. ທ່ານ ຄຳເພັດ ດວງມາລາ ເຈົ້າ ເມືອງຮົ່ມ ໄດ້ລາຍງານໃນໂອກາດ ທີ່ ທ່ານ ນາງ ເພັດສະໃໝ ໂພໄຊ ຍະວົງ ຄະນະປະຈຳພັກແຂວງ, ປະທານກວດກາພັກ-ລັດແຂວງໄຊ ສົມບູນໄດ້ລົງຕິດຕາມ, ກວດກາ ການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ຢູ່ເມືອງຮົ່ມມໍ່ໆນີ້ວ່າ: ໄລຍະ ຜ່ານມາ ຄະນະຮັບຜິດຊອບການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນໄດ້ເອົາໃຈ ໃສ່ເຜີຍແຜ່ບັນດາມະຕິ, ຄໍາສັ່ງ ຂອງຂັ້ນເທິງທີ່ກ່ຽວຂ້ອງກັບວຽກ ງານດັ່ງກ່າວ ໃຫ້ແກ່ພະນັກງານ, ສະມາຊິກພັກ, ອໍານາດການປົກ ຄອງບ້ານ ແລະ ພໍ່ແມ່ປຊາຊົນບັນ ດາເຜົ່າຢູ່ເມືອງໄດ້ທົ່ວເຖິງ ອັນໄດ້ ເຮັດໃຫ້ວຽກງານທາງເສດຖະກິດ ມີການຂະຫຍາຍຕົວ. ອັນພົ້ນເດັ່ນ ແມ່ນການຜະລິດສິນຄ້າສົ່ງອອກ ແລະ ທົດແທນການນໍາເຂົ້າທີ່ມີທ່າ ແຮງຢູ່ແຕ່ລະບ້ານ. ສຳລັບປີ 2022 ຜ່ານມານີ້, ສິນຄ້າທີ່ສົ່ງອອກຫລາຍ ແມ່ນຜົນຜະລິດຢາງພາລາ, ໝາກ ນັດ,ຂີງດໍາ,ສັດລ້ຽງ(ງົວ-ຄວາຍ) ເຊິ່ງມີມູນຄ່າການສົ່ງອອກຫລາຍ ກວ່າ 8,9 ຕື້ກີບ. ທົ່ວເມືອງມີຖານ ລາຍຮັບກວ່າ120ຫົວໜ່ວຍ. ໃນນີ້, ຖານລາຍຮັບອາກອນ 110 ກວ່າ ຫົວໜ່ວຍ, ຖານລາຍຮັບຊັບ ສິນ 5 ຫົວໜ່ວຍ, ເມືອງຮັບຜິດຊອບເກັບ ລາຍຮັບ ແລະ ຄຸ້ມຄອງກວ່າ 50 ຫົວໜ່ວຍ, ມອບໃຫ້ບ້ານຄຸ້ມຄອງ 60 ກວ່າຫົວໜ່ວຍ. ປີ 2022 ໄດ້ ຈັດເກັບລາຍຮັບ ໄດ້ກວ່າ 1,2 ຕື້ ກີບເທົ່າກັບ 105% ຂອງແຜນປີ, ໄດ້ລົງເກັບກໍາຂໍ້ມູນບັນດາລົດຂອງ ລັດຢູ່ບັນດາຫ້ອງການ, ກົມກອງ ສົ່ງໃຫ້ພາກສ່ວນກ່ຽວຂ້ອງຂອງ ແຂວງສໍາເລັດ. ຂະນະທີ່ກໍໄດ້ເອົາ ໃຈໃສ່ຕ້ານການຮົ່ວໄຫລຂອງການ ຈັດເກັບລາຍຮັບ, ເອົາໃຈໃສ່ຕິດ ຕາມ-ກວດກາການຈັດເກັບລາຍ ຮັບຢູ່ບັນດາຫ້ອງການ, ກົມກອງ ແລະ ບ້ານ. ການປັບປຸງນິຕິກໍາ ແລະ ກົງຈັກການຈັດຕັ້ງໄດ້ປະຕິບັດ ຕາມຂໍ້ຕົກລົງ ແລະ ນິຕິກໍາຕ່າງໆ ຂອງແຂວງວ່າດ້ວຍໂຄງປະກອບ ຂອງການຈັດຕັ້ງຂັ້ນເມືອງ ທັງ ໄດ້ໂຮມຫ້ອງການ, ໜ່ວຍງານຈຳ ນວນໜຶ່ງຢູບັນດາຫ້ອງການ, ກົມ ກອງທີ່ມີໜ້າວຽກຄ້າຍ ຄືກັນເຂົ້າ ກັນຈາກ103ໜ່ວຍງານຍັງເຫລືອ 74 ໜ່ວຍງານ. ນອກຈາກນີ້ແລ້ວ, ກໍໄດ້ຊຸກຍູ້ສົ່ງເສີມການທ່ອງທ່ຽວ ໂດຍໄດ້ກໍານົດສະຖານທີ່ທ່ອງທ່ຽວ ທາງທໍາມະຊາດແລະປະຫວັດສາດ ມີທັງໝົດ 8 ແຫ່ງ. ຂະນະທີ່ຍັງບໍ່ທັນ ມີຜູ້ສານປະທານ ແລະ ພັດທະນາ. ຢ່າງໃດກໍຕາມຜ່ານການຈັດຕັ້ງປະ ຕິບັດວຽກງານດັ່ງກ່າວຍັງຈະຕ້ອງ ໄດ້ເອົາໃຈໃສ່ແກ້ໄຂບາງວຽກ ໂດຍສະເພາະການເກັບລາຍຮັບບໍ່ ໄດ້ຕາມຄາດໝາຍ, ຜູ້ປະກອບ ການ ແລະ ປະຊາຊົນຈໍານວນໜຶ່ງ ບໍ່ມີຄວາມຕື່ມຕົວໃນການປະກອບ ສ່ວນເສຍພັນທະ, ອາກອນໃຫ້ລັດ. ສຳລັບປີ 2023 ນີ້ ຈະໄດ້ສືບຕໍ່ ຈັດຕັ້ງປະຕິບັດວາລະແຫງຊາດ ໃຫ້ ມີຄວາມເຂັ້ມແຂງກວ່າເກົ່າ, ສືບ ຕໍ່ເກັບລາຍຮັບໃຫ້ໄດ້ຕາມແຜນທີ່ ວາງໄວ້, ຕິດຕາມ-ກວດກາ ແລະ ຄຸ້ມຄອງບັນດາລາຍຮັບຕ່າງໆ ເຂົ້າງົບປະມານ, ຊຸກຍູ້ໃຫ້ປະຊາ ຊົນພາຍໃນເມືອງປູກຝັງ ລ້ຽງສັດ ຂາຍອອກໃຫ້ຫລາຍກວ່າເກົ່າ. ຂະ ນະທີ່ ທ່ານ ນາງ ເພັດສະໃໝ ໂພໄຊ ຍະວົງ ກໍໄດ້ກ່າວຊົມເຊີຍຕໍ່ຄະນະ ຮັບຜິດຊອບການແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດການເງິນໃນກອງປະຊຸມຄັ້ງນີ້ ແລະ ມີທິດຊີ້ນຳ ໂດຍຮຽກຮ້ອງໃຫ້ຄະ ນະພັກທຸກຂັ້ນຈົ່ງພ້ອມກັນຄົ້ນຄວ້າ ແລະ ເຊື່ອມຊຶມຫລາຍຂຶ້ນ,ຖືເອົາ ວຽກງານດັ່ງກ່າວ ເປັນວຽກແຖວ ໜ້າໃນການຈັດຕັ້ງປະຕິບັດໃນຕໍ່ ໜ້າໃຫ້ມີຜົນສໍາເລັດຕາມຄາດໝາຍ ເອົາໄວ້. ຫວຽດນາມ. ປະທານ ໂຮ່ຈີ່ມິງ ແມ່ນນັກການທູດທີ່ດີເລີດ ຊຶ່ງເປັນ ປະທານປະເທດ ທັງແມ່ນລັດຖະ ມົນຕີການຕ່າງປະເທດຄົນທຳ ອິດຂອງ ສາທາລະນະລັດ ປະຊາ ທິປະໄຕ ຫວຽດນາມ. ແມ່ນຜູ້ໃຫ້ ກຳເນີດພື້ນຖານການທູດ ຫວຽດ ນາມ ທັນສະໄໝ, ເພິ່ນຮຽບຮຽງ ແນວທາງການຕ່າງປະເທດໂດຍ ກົງ, ນຳພາ-ຊີ້ນຳ ແລະ ປະຕິບັດ ບັນດາການເຄື່ອນໄຫວພົວພັນຕ່າງ ປະເທດໂດຍກົງ, ນຳການທູດກາຍ ເປັນແນວຮົບປະກອບສ່ວນຢ່າງ ໃຫຍ່ຫລວງເຂົ້າໃນໄຊຊະນະ ຂອງ ພາລະກິດປົດປ່ອຍຊາດ ທ້ອນໂຮມ ປະເທດຊາດເປັນເອກະພາບ. ປີ 1925 ປະທານ ໂຮ່ຈີ່ມິງ ໄດ້ເປັນ ຜູ້ລິເລີ່ມສ້າງຕັ້ງ “ສະມາຄົມ ຊາວ ໜຸ່ມປະຕິວັດ ຫວຽດນາມ” ຊຶ່ງເປັນ ຕົ້ນກຳເນີດຂອງພັກກອມມູນິດ ຫວຽດນາມ ປະທານ ໂຮ່ຈີ່ມິງ ເປັນ ຜູ້ສ້າງຕັ້ງພັກກອມມູນິດອິນດູຈີນ, ເປັນຜູ້ສ້າງຕັ້ງ “ໜ່ວຍໂຄສະນາ ປະກອບອາວຸດ” ຊຶ່ງເປັນພື້ນຖານ ໃຫ້ແກ່ການສ້າງຕັ້ງກອງທັບ ປະ ຊາຊົນ ຫວຽດນາມ, ເພິ່ນໄດ້ຖືກ ເລືອກຕັ້ງເປັນປະທານປະເທດ ແລະ ຖືກແຕ່ງຕັ້ງເປັນ ນາຍົກລັດຖະມົນຕີ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຄົນທຳອິດ; ເພິ່ນໄດ້ ສະແດງຄວາມຕັດສິນໃຈຕໍ່ປະຊາ ຊົນວ່າ: “ໜ້າທີ່ຂອງຂ້າພະເຈົ້າ ປຽບດັ່ງຜູ້ຂັດທ້າຍເຮືອ, ຕ້ອງຂັດ ຈັ່ງໃດເພື່ອພາເຮືອຂອງປະເທດ ຊາດຜ່ານຄື້ນມໍລະສຸມຢ່າງປອດໄພ ແລະ ພາປະຊາຊົນໄປສູ່ສັນຕິສຸກ”. ໃນທຸກສະພາບການ ເມື່ອປະເທດ ຊາດຕ້ອງຜະເຊີນໜ້າກັບຄວາມ ຫຍຸ້ງຍາກ, ສິ່ງທ້າທາຍນາໆປະ ການ, ປະທານ ໂຮ່ຈີ່ມິງ ຍາມໃດ ກໍປະຕິບັດທັດສະນະການຕ່າງປະ ເທດ ຢ່າງສະເໝີຕົ້ນສະເໝີປາຍ “ຕ້ອງມອງກວ້າງເຫັນໄກ ຕ້ອງຄົ້ນ ຄິດຢ່າງລະອຽດ” ເພື່ອຮູ້ເຂົາຮູ້ເຮົາ, ຍາມໃດກໍເປັນເຈົ້າການ. ທິດນຳ ການຕ່າງປະເທດແມ່ນ “ເພີ່ມເພື່ອນ ມິດ, ຫລຸດຜ່ອນສັດຕູ”. ພິເສດ, ໃນສິລະປະການທູດ ປະທານ ໂຮ່ຈີ່ມິງ ແມ່ນຮູ້ໝູນໃຊ້ “5 ສິ່ງທີ່ຕ້ອງຮູ້” ຢ່າງຄ່ອງແຄ້ວ (ຮູ້ເຂົາ, ຮູ້ເຮົາ, ຮູ້ສະພາບການ, ຮູ້ຢຸດຕິ ແລະ ຮູ້ຫັນປ່ຽນ). ວິທີ ການທູດຂອງ ປະທານ ໂຮ່ຈີ່ມິງ ແມ່ນສະແດງອອກ ໃນດ້ານຄຸນສົມ ບັດ ແລະ ທັດສະນະວັດທະນະທຳ ຂອງເພິ່ນ, ນັ້ນແມ່ນການປະສານ ສົມທົບຢ່າງກົມກຽວ ລະຫວ່າງ ບັນດາຄຸນຄ່າວັດທະນະທຳພື້ນ ເມືອງ ແລະ ທັນສະໄໝຂອງຝ່າຍຕາ ເວັນຕົກ ແລະ ຝ່າຍຕາເວັນອອກ. ພາລະກິດປະຕິວັດຂອງປະທານ ໂຮ່ຈີ່ມິງແລະຄຸນງາມຄວາມດີຂອງ ເພິ່ນກວ້າງໃຫຍ່ໄພສານເຫລືອທີ່ຈະ ພັນລະນາ, ເພິ່ນໄດ້ປະກອບສ່ວນ ຢ່າງໃຫຍ່ຫລວງໃນພາລະກິດຕໍ່ສູ້ ເພື່ອເອກະລາດແຫ່ງຊາດ, ເພື່ອປະ ຊາທິປະໄຕ ແລະ ສັນຕິພາບ, ເພື່ອ ຄວາມກ້າວໜ້າທາງສັງຄົມຂອງ ຍຸກປັດຈຸບັນ ເພິ່ນແມ່ນອາຈານ ແລະ ຜູ້ນຳທີ່ຍິ່ງໃຫຍ່ຂອງການປະ ຕິວັດ ຫວຽດນາມ, ແມ່ນມະຫາມິດ ຂອງທຸກໆປະຊາຊາດທີ່ຖືກກົດຂີ່ ແລະ ມວນມະນຸດທີ່ກ້າວໜ້າໃນ ໂລກ. ລະຊົນ ແລະ ບູລຸດຜູ້ເສຍສະຫລະ ຊີວິດເພື່ອຊາດ. ເມື່ອອາຍຸໄດ້ 13 ປີ ເພິ່ນໄດ້ມີຄວາມສົນໃຈຕໍ່ຄຳຂວັນ “ເສລີພາບ, ສະເໝີພາບ, ຄວາມຮັກ ແພງ” ຊຶ່ງພາໃຫ້ເພິ່ນຢາກຮູ້ສັງ ຄົມຕາເວັນຕົກ ແລະ ປະເທດຕ່າງໆ ເພື່ອຊອກຫາແນວທາງອັນມີຜົນໃຫ້ ແກ່ການປົດປ່ອຍປະເທດຊາດ ແລະ ປົດປ່ອຍພີ່ນ້ອງຮ່ວມຊາດ. ດ້ວຍສະຕິປັນຍາ ແລະ ຄຸນທາດ ພິເສດສະເພາະ, ປະທານ ໂຮ່ຈີ່ມິງ ບໍ່ພຽງແຕ່ມີຊື່ສຽງທີ່ເປັນຜູ້ນຳ ດີເລີດ, ນັກແນວຄິດ, ນັກວັດທະ ນະທຳໃຫຍ່ເທົ່ານັ້ນ, ແຕ່ຫາກຍັງ ມີຊື່ສຽງເປັນນັກການທູດທີ່ດີເລີດ ເປັນຜູ້ສ້າງພື້ນຖານໃຫ້ແກ່ການທູດ ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==