5521

xtgmf]k; 6 18/05/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ sa f4tdew,h xj v' gIa f.sh xt-k-q o[h ko0vo9a o ,u ]kpwfh \A o7q ' c0;'v5 fq ,w- dP,Iv'Ia [oa dmj v'mj P; s]aa 'gxu fglA omk']q fw2g-nj v,8+ ]k;{9u o * ແຂວງອຸດົມໄຊ ຕັ້ງຢູ່ໃຈກາງ ຂອງບັນດາແຂວງພາກເໜືອ ແລະ ກໍເປັນແຂວງໜຶ່ງທີ່ໂດດເດັ່ນທາງ ດ້ານແຫລ່ງທ່ອງທ່ຽວທຳມະຊາດ, ວັດທະນະທຳ ແລະ ປະຫວັດຊາດ ຫລາຍແຫ່ງ ເຊິ່ງໄດ້ສ້າງຄວາມສົນ ໃຈ ຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃນນັ້ນພົ້ນເດັ່ນ ກວ່າໝູ່ ກໍແມ່ນແຫລ່ງທ່ອງທ່ຽວ ທຳມະຊາດ ນ້ຳກັດຢໍລະປ່າ, ຖ້ຳ ຈອມອອງ. ຂະນະທີ່ດ້ານວັດທະ ນະທຳກໍແມ່ນວັດພະເຈົ້າສິງຄຳ, ບຸນປະເພນີຂອງບັນດາເຜົ່າ. ຢ່າງ ໃດກໍດີຫລັງເປີດເສັ້ນທາງລົດໄຟ ເຊື່ອມຕໍ່ລາວ-ຈີນ ການນຳກໍຄືເຈົ້າ ໜ້າທີ່ກ່ຽວຂ້ອງແຂວງ ນີ້ໄດ້ກະ ກຽມຫລາຍປັດໄຈ ເພື່ອຮອງຮັບ ນັກທ່ອງທ່ຽວທີ່ຈະຫລັ່ງໄຫລເຂົ້າ ມາທ່ຽວ, ມາຜັກຜ່ອນຍ່ອນອາລົມ. ແລະປັດໄຈທີ່ສຳຄັນ, ມີຫຍັງແດ່ນັ້ນ ມື້ນີ້ ຄໍລຳ “ທ່ອງທ່ຽວເມືອງລາວ” ໜັງສືພິມປະເທດລາວຂໍພາທ່ານຜູ້ ອ່ານໄປຮູ້ນຳກັນຈາກການໃຫ້ສຳ ພາດຂອງ ທ່ານ ເພັງ ສຸດາວອນ ຮອງຫົວໜ້າພະແນກຖະແຫລງ ຂ່າວ,ວັດທະນະທຳແລະທ່ອງທ່ຽວ ນຳກັນ. ຕາມການໃຫ້ຮູ້ຂອງ ທ່ານ ເພັງ ສຸດາວອນ ຮອງຫົວໜ້າພະແນກ ຖວທ ແຂວງອຸດົມໄຊຕໍ່ທິມນັກຂ່າວ ທາດອື່ນໆ. ພ້ອມທັງປະກອບດ້ວຍ ແຫລ່ງທ່ອງທ່ຽວທໍາມະຊາດ, ປະ ຫວັດສາດ, ວັດທະນະທໍາ, ຮີດຄອງ ປະເພນີ, ວິຖີຊີວິດຂອງປະຊາຊົນ ບັນດາເຜົ່າ, ພາສາປາກເວົ້າ, ການ ນຸ່ງຖື, ທີ່ມີເອກະລັກທ້ອງຖິ່ນ. ຂະ ນະທີ່ແຫລ່ງທ່ອງທ່ຽວທີ່ໂດດເດັ່ນ ຂອງແຂວງທີ່ດຶງດູດນັກທ່ອງທ່ຽວ ພາຍໃນແລະຕ່າງປະເທດກໍມີແຫລ່ງ ທ່ອງທ່ຽວນໍ້າກັດຢໍລະປ່າ, ວັດພະ ເຈົ້າສິງຄໍາ, ຖໍ້າຈອມອອງທີ່ໄດ້ຮັບ ການພັດທະນາ ແລະ ເປີດບໍລິການ ຢ່າງເຕັມຮູບແບບແລ້ວ. ແນວໃດ ກໍຕາມພາຍຫລັງເປີດເສັ້ນລົດໄຟ ເຊື່ອມຕໍ່ລາວ-ຈີນ ພວກເຮົາກໍຄືທາງ ແຂວງກໍຈະໄດ້ພະຍາຍາມສືບຕໍ່ ຊອກຫານັກລົງທຶນທາງພາຍໃນ ແລະ ຕ່າງປະເທດ ເພື່ອມາລົງທຶນ ພັດທະນາດ້ານການທ່ອງທ່ຽວຢູ່ ແຂວງອຸດົມໄຊ ໃນຕໍ່ໜ້າຢ່າງນ້ອຍ ໃຫ້ໄດ້ 2-3 ສະຖານ ທີ່ເພີ່ມຂຶ້ນເຕີ່ມ ຈາກສະຖານທີ່ ທີ່ເປີດບໍລິການ ແລ້ວ. ນອກຈາກນີ້, ກໍຈະໄດ້ປຸກລະ ດົມຜູ້ປະກອບການດ້ານໂຮງແຮມ, ເຮືອນ, ຮ້ານອາຫານໃຫ້ສາມາດ ຮອງຮັບແຂກໃນລະດັບດີ ປັບປຸງ ຄືນການບໍລິການ, ມີການປະສານ ງານກັນກັບລະຫວ່າງພາກລັດ ແລະ ພາກທຸລະກິດຢ່າງຕໍ່ເນື່ອງ ເພື່ອປັບປຸງ ແລະ ຊອກຫາທາງແກ້ ໄຂບັນຫາທີ່ຍັງເຮັດບໍ່ທັນໄດ້ດີ ໂດຍ ຜ່ານມາສັງເກດເຫັນວ່າການບໍລິ ການຂອງປະຊາຊົນ ຍັງເຮັດລັກ ສະນະຄອບຄົວ, ຖ້າວ່າມີນັກທ່ອງ ທ່ຽວຫລັ່ງໄຫລເຂົ້າມາຫລາຍ ຍັງ ບໍ່ສາມາດຮອງຮັບໄດ້ ເຊິ່ງປຸກລະ ດົມໃຫ້ມີການລົງທຶນພັດທະນາຕິດ ພັນກັບການຈັດຕັ້ງໂຄງຮ່າງພະນັກ ງານຕ່າງໆ, ພະນັກງານຮັບຕ້ອນ, ບໍລິການ 24 ຊົ່ວໂມງ. ພ້ອມກັນສ້າງຕັ້ງສະມາຄົມທຸ ລະກິດການທ່ອງທ່ຽວ ໃຫ້ກາຍເປັນ ທ່າແຮງໃນການເຄື່ອນໄຫວຂອງ ແຂວງແລະກຸ່ມຍ່ອຍຕ່າງໆເພື່ອຮັບ ຜິດຊອບແຕ່ລະປະເພດທຸລະກິດ ໃຫ້ເປັນກຸ່ມເປັນກ້ອນ, ປະຕິບັດໃຫ້ ໄດ້ຕາມມາດຕະຖານ ແລະ ຂໍ້ກໍານົດ ທີ່ວາງອອກ ໂດຍສະເພາະການບໍລິ ການແຂກໃຫ້ມີຄວາມວ່ອງໄວທັນ ໃຈ, ການປົກປັກຮັກສາສິ່ງແວດ ລ້ອມ, ຄວາມສະອາດຕ່າງໆ. ນອກ ຈາກນີ້, ກໍຕ້ອງໄດ້ເອົາໃຈໃສ່ຊອກ ຫາແຫລ່ງທຶນ ແລະ ຈັດຝຶກອົບຮົມ ການສະໜອງຂໍ້ມູນ, ການບໍລິການ ໃຫ້ແກ່ພະນັກງານ, ຜູ້ປະກອບການ ທຸລະກິດແຕ່ລະພາກສ່ວນໃຫ້ສາ ມາດສະໜອງຂໍ້ມູນ, ສາມາດສື່ສານ ພາສາຕ່າງປະເທດໄດ້ບົນພື້ນຖານ ໂດຍສະເພາະພາສາຈີນ, ພາສາອັງ ກິດແລະຫວຽດນາມ, ກໍານົດລາຄາ ການບໍລິການຕ່າງໆໃຫ້ຢູ່ໃນກອບ ບໍ່ແພງເກີນໄປ ແລະ ບໍ່ຖືກເກີນໄປ ໂດຍນັກທ່ອງທ່ຽວສາມາດຈ່າຍ ໄດ້ທຸລະກິດຢູ່ຕະຫລອດ. ພ້ອມນີ້ກໍມີ ແຜນນຳເອົາບັນດາສະມາຄົມການ ບໍລິການໄປແລກປ່ຽນຢູ່ບັນດາປະ ເທດອ້ອມຂ້າງຄື: ຈີນ, ຫວຽດນາມ ແລະ ໄທ ເພື່ອໃຫ້ບໍລິສັດທ່ອງທ່ຽວຕໍ່ ບໍລິສັດທ່ອງທ່ຽວ, ໂຮງແຮມຕໍ່ໂຮງ ແຮມລະຫວ່າງປະເທດຈັບຄູ່ກັນ. ຜ່ານມາການປະສານງານພາຍໃນ ດ້ານການບໍລິການຮັບແຂກ ຄົນຍັງ ບໍ່ທັນຕໍ່ເນື່ອງ ເຮັດໃຫ້ການບໍລິການ ບໍ່ໄດ້ດີເທົ່າທີ່ຄວນ. ດັ່ງນັ້ນ, ຈຶ່ງໄດ້ ເອົາແຜນດັ່ງກ່າວນີ້ ເຊື່ອມໂຍງເຂົ້າ ກັບບັນດາປະເທດອ້ອມຂ້າງ ເພື່ອ ເຮັດໃຫ້ທຸລະກິດການທ່ອງທ່ຽວ ລະຫວ່າງປະເທດສາມາດເຊື່ອມ ຈອນເຂົ້າກັນແລະມີຄວາມຍືນຍົງໄປ ໃນຕໍ່ໜ້າ. ທ່ານ ເພັງ ສຸດາວອນກ່າວ. ໜັງສືພິມປະເທດລາວວ່າ: ແຂວງ ພວກເຮົາແມ່ນມີເງື່ອນໄຂຫລາຍ ດ້ານບໍ່ວ່າດ້ານການຜະລິດກະສິກໍາ ຕິດພັນກັບອຸດສາຫະກໍາປຸງແຕ່ງ, ແຮ່ທາດ, ບໍລິການຜ່ານ ແລະ ການ ທ່ອງທ່ຽວແບບຍືນຍົງ ທັງເປັນ ແຂວງທີ່ອຸດົມສົມບູນໄປດ້ວຍແຫລ່ງ ຊັບພະຍາກອນທໍາມະຊາດເຊັ່ນ: ພູຜາປ່າໄມ້, ຊີວະນາໆພັນ, ແຮ່ທາດ (ບໍ່ທອງ, ບໍ່ເຫລັກ, ບໍ່ກົວ) ແລະ ແຮ່ * ຄໍລໍາສົ່ງເສີມສະບັບກ່ອນ ໄດ້ ນໍາສະເໜີ ຜະລິດຕະພັນຫັດຖະກໍາ ຫວາຍ ຈາກກຸ່ມຫັດຖະກໍາບ້ານທ່າ ແວ້ງໄປແລ້ວ ມື້ນີ້ຈະມານໍາສະເໜີ ກ່ຽວກັບ ຫັດຖະກໍາໄມ້ປ່ອງ ຂອງ ບ້ານຂອນຈັນ ເມືອງຄໍາເກີດ ແຂວງ ບໍລິຄໍາໄຊ ທີ່ປະຊາຊົນ ເຊິ່ງສ່ວນ ໃຫຍ່ຢຶດຖືເປັນອາຊີບເສີມສາມາດ ເພີ່ມລາຍຮັບທີ່ຫມັ້ນຄົງໄດ້ເພາະ ອີງຕາມທ່າແຮງ ແລະ ເງື່ອນໄຂ ຂອງບ້ານທີ່ມີປ່າໄມ້ປ່ອງທໍາມະ ຊາດຂະໜາດ ໃຫຍ່ທີ່ປະຊາຊົນ ໄດ້ອະນຸລັກໄວ້ ແລະ ນໍາເອົາມາໝູນ ໃຫ້ເກີດປະໂຫຍດດ້ານເສດຖະກິດ. ຜ່ານປະຊາຊົນຂອນຈັນໄດ້ປູກ ເສີມໄປພ້ອມກັບການອະນຸລັກ ແລະ ສາມາດນໍາໃຊ້ໄດ້ ຕາມຄວາມຕ້ອງ ການ ໃນການຜະລິດຫັດຖະກໍາໄມ້ ປ່ອງ ເປັນສິນຄ້າ ເພື່ອສ້າງລາຍຮັບ ສ້າງວຽກໃຫ້ປະຊາຊົນພາຍໃນ ເມືອງຄໍາເກີດໃຫ້ມີຊີວິດການເປັນ ຢູ່ທີ່ດີຂຶ້ນ. ແມ່ ແສງ ໄຊສົງຄາມ ສະມາຊິກ ກຸ່ມຫັດຖະກໍາບ້ານຂອນຈັນ ເວົ້າສູ່ ຟັງວ່າ: ປະຊາຊົນ ບ້ານຂອນຈັນ ໂດຍປົກກະຕິແລ້ວ ແມ່ນເຮັດອາຊີບ ກະສິກໍາປູກຝັງລ້ຽງສັດ ເປັນຫລັກ ໃນການຫາລ້ຽງຊີບແລະ ການສ້າງ ເສດຖະກິດຄອບຄົວ ໂດຍບໍ່ໄດ້ເຮັດ ອາຊີບອື່ນ ຈົນຕົກມາປີ 2005 ໄດ້ມີ ໂຄງການຂອງຫວຽດນາມໄດ້ເຂົ້າ ມາສົ່ງເສີມປະຊາຊົນ ທີ່ມີຄວາມສົນ ໃຈ ຢາກສ້າງອາຊີບເສີມເພີ່ມລາຍ ຮັບ ຈາກການກະສິກໍາ ກໍຄືຜະລິດ ຫັດຖະກໍາ ໄມ້ປ່ອງໂດຍເຂົາເຈົ້າ ຈະມາຮັບຊື້ພາຍຫລັງທີ່ປະຊາຊົນ ເຮັດແລ້ວ ກໍເຮັດມາໄດ້ໄລຍະໜຶ່ງ ກໍມີບັນຫາເມື່ອເຂົາເຈົ້າເອົາເຄື່ອງ ໄປແລ້ວກໍໄປເລີຍ ກຸ່ມຂອງພວກ ເຮົາ ກໍເລີຍແຍກຍ້າຍກັນໄປ ຈົນ ມາຮອດປີ 2015 ກໍມີກຸ່ມຈັກສານ ໄມ້ປ່ອງ ຈາກນະຄອນຫລວງວຽງ ຈັນ ກໍໄດ້ເຈົ້າມາປຸກລະດົມປະຊາ ຊົນຜະລິດອີກ ເຊິ່ງອຸປະກອນທຸກ ຢ່າງແມ່ນຂອງເຂົ້າໝົດເຮົາພຽງ ແຕ່ເປັນແຮງງານຜະລິດ ກໍຖືວ່າໄດ້ ດີສົມຄວນໃນໄລຍະນັ້ນ ແຕ່ເຮັດມາ ໄລຍະໜຶ່ງງຽບໄປເພາະຕະຫລາດ ຍັງບໍ່ກວ້າງຂວາງກຸ່ມກໍແຍກຍ້າຍ ອີກເທື່ອໜຶ່ງ ແລະໄດ້ກັບມາລວມ ໂຕກັນໃໝ່ໃນປີ 2019 ເຖິງປັດຈຸ ບັນ ເຊິ່ງເປັນຊຸດທີສາມ ແມ່ນກະສິ ກໍານະຄອນຫລວງລົງມາສົ່ງເສີມ ເຮັດກະຕາ ໂດຍການຈັດຝຶກອົບຮົບ ໃຫ້ກ່ຽວກັບວິທີ່ການເຮັດຕ່າງໆໃຫ້ ທີ ຄວາມສວຍງາມ ແລະ ມີຄວາມ ທົນທານ ຫລັງຈາກເຮັດແລ້ວເຂົາ ເຈົ້າກໍຈະມາຮັບຊື້ ຈາກປະຊາຊົນ ຫລື ມີງານວາງສະແດງ ກໍຈະແຈ້ງ ໃຫ້ກຸ່ມເຂົ້າຮ່ວມ ເພື່ອເພີ່ມຕະຫລາດ ຈໍາໜ່າຍ ແລະ ເຮັດໃຫ້ສັງຄົມໄດ້ ຮູ້ຈັກຜະລິດຕະພັນຈາກບ້ານຂອນ ຈັນ ຫລາຍຂຶ້ນ . ແມ່ ແສງ ເວົ້າເສີມວ່າ: ອາຊີບ ນີ້ ເປັນອາຊີບເສີມ ແຕ່ເພີ່ມລາຍຮັບ ໃຫ້ປະຊາຊົນ ໄດ້ເດືອນ 2-3 ລ້ານ ກີບຕໍ່ເດືອນ ກໍ່ຖືວ່າ ເປັນລາຍຮັບ ທີ່ສາມາດ ລ້ຽງຄອບຄົວ ແລະສົ່ງ ລູກຮຽນໄດ້ ແຕ່ຕ້ອງຮູ້ຈັກປະຢັດ ມັດທະຢັດໃນສະພາບເສດຖະກິດ ແບບນີ້ ສະນັ້ນ, ຂໍຝາກເຖິງພັກ-ລັດ ແກ້ໄຂບັນຫາທາງດ້ານເສດຖະກິດ ເພາະວ່າມັນສົ່ງຜົນກະທົບຕໍ່ການ ດໍາລົງຊີວິດຢ່າງຫລວງຫລາຍ.

RkJQdWJsaXNoZXIy MTc3MTYxMQ==