5521

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 18/05/2023 xtgmf]k; 4 3]d c]t gsfdko ;8]1 lts]v';a olh k'8A '7q [Iv[ 55 xu Iv']a f4t,q o8u dt-;'xh v'da oxtgmf ll s;Pfok, 1h P,1k,[= ]y la flt8k3m]t7q , Iv'sq ;|h k 7vlr c]dxj Po7egsa o 8+ ;Pddkog,n v'{co;7y fmqj ;c0;'w-lq ,[6 o ]k;{puj x5j o sk]n ;Pd-5 dp6h 37'dkoxa [x5 '3r-tokdko ຂປລ. ເມື່ອບໍ່ດົນມານີ້, ທ່ານ ຫງວຽນ ເຕິນ ເກືອງ ກໍາມະການ ສູນກາງພັກ, ຄະນະກໍາມາທິການ ປ້ອງກັນຊາດສູນກາງພັກກອມມູນິດ ຫວຽດນາມ, ຫົວໜ້າກົມໃຫຍ່ເສນາ ທິການກອງທັບປະຊາຊົນຫວຽດ ນາມ, ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ ແຫ່ງ ສສ ຫວຽດ ນາມ ພ້ອມຄະນະມາຢ້ຽມຢາມ ແລະ ເຮັດວຽກທີ່ບໍລິສັດ ສະຕາໂທລະຄົມ. ໂອກາດນີ້, ທ່ານ ເຈີນ ຈຸງ ຮຶງ ຜູ້ອໍານວຍການໃຫຍ່ ບໍລິສັດສະຕາ ໂທລະຄົມ ໄດ້ລາຍງານກ່ຽວກັບ ຜົນງານການດໍາເນີນທຸລະກິດຕະ ຫລອດໄລຍະຜ່ານມາ ແລະ ກ້າວ ເຂົ້າສູ່ປີທີ 15 ທີ່ໄດ້ໃຫ້ບໍລິການສູ່ສັງ ຄົມລາວ ພາຍໃຕ້ເຄື່ອງໝາຍການ ຄ້າ ຢູນີເທວ “6/*5&-”. ຢູນີເທວ ແມ່ນເຄື່ອຂ່າຍທີ່ໃຫຍ່ທີ່ສຸດ ໃນ ສປປ ລາວ ແລະ ເປັນບໍລິສັດທີ່ໃຫ້ບໍລິການ ດ້ານໂທລະຄົມມະນາຄົມອັນດັບ 1 ທີ່ມອບເງິນພັນທະໃຫ້ແກ່ລັດຖະ ບານ, ສ້າງຄວາມເຊື່ອໝັ້ນໃຫ້ລັດຖະ ບານ ແລະ ປະຊາຊົນລາວ. ເຖິງວ່າ ປະເທດລາວເປັນປະເທດທີ່ມີພົນ ລະເມືອງໜ້ອຍ, ຄວາມໜ້າແໜ້ນ ຂອງປະຊາກອນ, ອັດການຊົມໃຊ້ບໍລິ ການໂທລະຄົມມະນາຄົມນອນໃນ ບັນດາປະເທດທີ່ມີອັດຕາການຊົມ ໃຊ້ຕໍ່າທີ່ສຸດແຕ່ຍ້ອນຄວາມຮັບ ຜິດຊອບຕໍ່ສັງຄົມ ຢູນີເທວ ໄດ້ສຸມ ໃສ່ພັດທະນາເຮັດໃຫ້ປະເທດລາວ ກາຍເປັນປະເທດໜຶ່ງ ທີ່ມີລະບົບ ໂຄງພື້ນຖານໂທລະຄົມມະນາຄົມທີ່ ດີທີ່ສຸດໃນບັນດາປະເທດ ອາຊີຕາ ເວັນອອກສ່ຽງໃຕ້ ເພື່ອຈຸດປະສົງ ທີ່ຈະຊ່ວຍໃຫ້ປະຊາຊົນລາວ ໄດ້ນໍາ ໃຊ້ບໍລິການທາງດ້ານໂທລະຄົມ. ຍ້ອນແນວນັ້ນ,ຢູນີເທວໄດ້ຮັບຄວາມ ໄວ້ເນື້ອເຊື້ອໃຈຈາກປະຊາຊົນລາວ ເຮັດໃຫ້ສ່ວນແບ່ງການຕະຫລາດ ຂອງ 6OJUFM ສາມາດກວມເອົາເຖິງ 56 ໃນສະພາບແວດລ້ອມທ້ອງ ຕະຫລາດຂອງລາວ ມີເຖິງ 5 ເຄືອ ຂ່າຍທີ່ໃຫ້ບໍລິການທາງດ້ານໂທລະ ຄົມ ແລະ ມີການແຂ່ງຂັນກັນ. ການດໍາເນີນທຸລະກິດໄປຄຽງຄູ່ ກັບການຊ່ວຍເຫລືອສັງຄົມ, ຢູນີ ເທວ ໄດ້ເອົາໃຈໃສ່ຕໍ່ວຽກງານຊ່ວຍ ເຫລືອສັງຄົມ ແລະ ຊ່ວຍເຫລືອລັດ ຖະບານລາວ ໃນການຫັນປ່ຽນເປັນ ດີຈິຕອນ ແລະ ກໍ່ສ້າງລັດ ຖະບານເອ ເລັກໂຕຣນິກ, ມີຫລາຍລາຍການ ຊ່ວຍເຫລືອສັງຄົມ, ລວມມູນຄ່າ ຊ່ວຍ ເຫລືອຫລາຍກວ່າ 33 ລ້ານ ໂດລາສະຫະລັດ ເປັນຕົ້ນ ຕິດຕັ້ງ ອິນເຕີເນັດນໍາໃຊ້ໂດຍບໍ່ເສຍຄ່າໃຫ້ ບັນດາໂຮງຮຽນໃນທົ່ວປະເທດ, ສ້າງໂຮງຮຽນ, ສຸກສາລາ, ທຶນການ ສຶກສາໃຫ້ນັກຮຽນຜູ້ທີ່ທຸກຍາກ, ແຕ່ ລະເດືອນຊ່ວຍ ເຫລືອຂອງກິນ ແລະ ຂອງໃຊ້ໃຫ້ປະຊາຊົນຜູ້ທີ່ທຸກຍາກ ແລະ ອື່ນໆ. ພ້ອມນີ້, ທ່ານ ພົນໂທ ຫງວຽນ ເຕິນ ເກືອງ ໄດ້ສະແດງຄວາມຊົມ ເຊີຍຕໍ່ຜົນງານຂອງບໍລິສັດສະຕາ ໂທລະຄົມກໍຄືຄະນະນໍາຂອງບໍລິສັດ ພ້ອມດ້ວຍພະນັກງານທັງໝົດທີ່ ຍາດຜົນງານຫ ລາຍດ້ານໃນໄລຍະ ຜ່ານມາ, ຢູນີເທວ ບໍ່ພຽງແຕ່ເປັນບໍ ລິສັດນໍາໜ້າດ້ານການດໍາເນີນທຸລະ ກິດ ແລະ ຍັງເປັນສັນ ຍາລັກແຫ່ງ ຄວາມສາມັກຄີຂອງສອງຊາດລາວ ແລະ ຫວຽດນາມ. ພ້ອມນີ້, ໃຫ້ພ້ອມ ກັນສືບຕໍ່ຮັກສາຜົນງານ, ພັດທະນາ ການບໍລິການຂອງຕົນຢ່າງຕໍ່ເນື່ອງ ໂດຍສະເພາະການນໍາເອົາເຕັກໂນ ໂລຊີໃໝ່ໆ ກຽມພ້ອມວຽກງານຫັນ ປ່ຽນເປັນດີຈິຕອນ ເພື່ອສະໜອງ ໃຫ້ແກ່ວຽກງານຂອງພັກ-ລັດຖະ ບານ ເພື່ອກາຍເປັນບໍລິສັດທີ່ນໍາໜ້າ ດ້ານການສະໜອງເຕັກໂນໂລຊີ ທີ່ ທັນສະໃໝຄົບວົງຈອນ ທີ່ໃຫຍ່ທີ່ສຸດ ໃນ ສປປ ລາວ. ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມວຽກງານການເມືອງແນວຄິດທົ່ວແຂວງໄຊສົມບູນ ຄັ້ງ ທີ * ໃນອາທິດຜ່ານມາ, ສະຫາຍ ລາວປາວຊົ່ງ ນະວົງໄຊກຳມະການ ສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ (ຄອສພ) ໄດ້ປະ ກອບຄໍາເຫັນ ເພື່ອເຮັດໃຫ້ວຽກງານ ການເມືອງ-ແນວຄິດຢູ່ແຂວງໄຊ ສົມບູນມີການຫັນປ່ຽນຢ່າງແຂງ ແຮງ, ຕີຖອຍພະຍາດອາດຍາສິດ, ສາມາດແກ້ໄຂທັດສະນະຜິດເຂວ, ຂປລ. ຄະນະພັກຮາກຖານວິ ທະຍາໄລເຕັກນິກ ລາວ-ເຢຍລະ ມັນ(ວຕລຢ) ໄດ້ໄຂກອງປະຊຸມສະ ຫລຸບວຽກງານການນຳພາ-ຊີ້ນຳ ເຄິ່ງສະໄໝ ຂອງຄະນະພັກຮາກ ຖານ ພ້ອມທັງຈັດພິທີປະດັບຫລຽນ ໄຊແຮງງານ, ຫລຽນກາແຮງງານ ແລະ ໃບຍ້ອງຍໍຂັ້ນຕ່າງໆ ໃຫ້ແກ່ພະ ນັກງານ, ຄູ-ອາຈານ ຜູ້ທີ່ມີຜົນງານ ດີເດັ່ນ ໃນການປະກອບສ່ວນພັດທະ ນາວິທະຍາໄລ ເນື່ອງໃນໂອກາດສະ ເຫລີມສະຫລອງວິທະຍາໄລເຕັກ ນິກ ລາວ-ເຢຍລະມັນ ຄົບຮອບ 55 ປີ ເມື່ອບໍ່ດົນມານີ້ ທີ່ວິທະຍາໄລ ດັ່ງກ່າວ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ສຳລານ ພັນຄະວົງ ຄະນະປະຈຳພັກ, ປະທານກວດກາ ພັກ, ຫົວໜ້າກົມປະກັນຄຸນນະພາບ ການສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີ ສະຫາຍ ຕຸດາວັນ ໜໍ່ເມືອງເສດຄະນະພັກ,ຮອງຫົວໜ້າ ກົມຈັດຕັ້ງ ແລະ ພະນັກງານກະຊວງ ສຶກສາທິການ ແລະ ກິລາ ແລະ ສະ ຫາຍ ຄຳສະໄຫວ ຍ່ອມມີລາວົງ ເລຂາຄະນະພັກຮາກຖານ, ຜູ້ອຳ ນວຍການ ວຕລຢ,ພ້ອມດ້ວຍແຂກ ຖືກເຊີນ, ຫົວໜ້າ-ຮອງຫົວໜ້າພະ ແນກກົມກວດກາ, ຄະນະພັກຮາກ ຖານ, ຄະນະໜ່ວຍພັກ ແລະ ສະມາ ຊິກພັກພາຍໃນເຂົ້າຮ່ວມຢ່າງພ້ອມ ພຽງ. ສະຫາຍ ສີພອນ ສີບຸນເຮືອງ ຮອງຄະນະພັກຮາກຖານ ໄດ້ຍົກ ໃຫ້ເຫັນຜົນງານທີ່ຍາດມາໄດ້ໃນ ການນຳພາ-ຊີ້ນຳ ຕະຫລອດໄລຍະ ຜ່ານມາ, ພາຍຫລັງກອງປະຊຸມໃຫຍ່ ຂອງຄະນະພັກຮາກຖານວິທະຍາ ໄລເຕັກນິກ ລາວ-ເຢຍລະມັນ ຄັ້ງ ທີ * ເມື່ອທ້າຍປີ 2019, ຄະນະພັກ ຮາກຖານ, ຄະນະໜ່ວຍພັັກ ແຕ່ລະ ໜ່ວຍໄດ້ຮີບຮ້ອນນໍາພາ-ຊີ້ນໍາຈັດ ຕັ້ງເຊື່ອມຊຶມເນື້ອໃນມະຕິຂອງກອງ ປະຊຸມໃຫຍ່ຂອງຕົນ, ມະຕິກອງປະ ຊຸມໃຫຍ່ ຄັ້ງທີ *9 ຂອງອົງຄະນະ ພັກກະຊວງສຶກສາທິການແລະກິລາ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ9* ຂອງສູນກາງພັກ ຢ່າງກວ້າງຂວາງ ແລະ ທົ່ວເຖິງ, ສຸມທຸກສະຕິປັນຍາ ແລະ ເຫື່ອແຮງ ຫັນເອົາເນື້ອໃນ ຂອງບັນດາມະຕິດັ່ງກ່າວມາເປັນ ແຜນການ, ແຜນງານ ແລະ ໂຄງ ການລະອຽດເຂົ້າສູ່ລວງເລິກ, ສອດ ຄ່ອງກັບໜ້າທີ່ການເມືອງກໍຄືວຽກ ງານວິຊາສະເພາະໂດຍຕິດພັນກັບວິ ໄສທັດ, ຍຸດທະສາດ ແລະ ແຜນພັດ ທະນາວິທະຍາໄລເຕັກນິກລາວເຢຍລະມັນ, ທັງມີການຈັດຕັ້ງນໍາ ພາ-ຊີ້ນຳ, ຊຸກຍູ້, ຕິດຕາມ,ກວດກາ ການຈັດຕັ້ງປະຕິບັດຕົວຈິງໃນແຕ່ ລະໄລຍະ, ເປັນຕົ້ນແມ່ນການປະຕິ ບັດເນື້ອໃນຂອງບັນດານິຕິກຳກ່ຽວ ກັບວຽກງານພັກ-ພະນັກງານ,ກົດ ລະບຽບຂອງພັກ,ກົດໝາຍຂອງລັດ, ຜັນຂະຫຍາຍການສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ,ໜັກແໜ້ນ.ພ້ອມ ນັ້ນຄະນະພັກຮາກຖານ ວຕລຢ ມີ ໜ້າທີ່ຈັດຕັ້ງປະຕິບັດມະຕິ, ຄຳສັ່ງ, ແນວທາງແຜນນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ສຶກສາອົບ ຮົມການເມືອງ, ແນວຄິດໃຫ້ພະ ນັກງານ, ຄູອາຈານ, ນັກຮຽນ,ນັກ ສຶກສາໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວ ທາງການເມືອງຂອງພັກ, ນຳພາຊີ້ນຳການປະຕິບັດແຜນຍຸດທະສາດ ພັດທະນາອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ໂດຍສະເພາະ ແມ່ນແຜນພັດທະນາວິທະຍາໄລ ໃຫ້ກາຍເປັນວິທະຍາໄລທີ່ມີຄຸນນະ ພາບ ແລະ ມີມາດຕະຖານໃນການ ພັດທະນາກຳລັງແຮງງານອອກ ຮັບ ໃຊ້ໃຫ້ແກ່ການພັດທະນາເສດຖະ ກິດ-ສັງຄົມຂອງປະເທດຊາດ. ຄຽງ ຄູ່ກັບຜົນສຳເລັດທີ່ກ່າວມາ ຂ້າງເທິງ ຄະນະພັກຮາກຖານຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທີ່ຕ້ອງໄດ້ຮັບ ການປັບປຸງ, ແກ້ໄຂໃຫ້ດີຂຶ້ນເທື່ອ ລະກ້າວ. ໃນໂອກາດດັ່ງກ່າວ, ສະຫາຍ ຕຸດາວັນ ໜໍ່ເມືອງເສດ ກໍໄດ້ຂຶ້ນຜ່ານ ລັດຖະດຳລັດ, ດຳລັດ ແລະ ຂໍ້ຕົກລົງ ວ່າດ້ວຍການຍ້ອງຍໍເນື່ອງໃນໂອ ກາດສະເຫລີມສະຫລອງວັນສ້າງ ຕັ້ງວິທະຍາໄລເຕັກນິກລາວ-ເຢຍລະ ມັນ ຄົບຮອບ 55 ປີ ໄດ້ຮັບການປະ ດັບຫລຽນໄຊແຮງງານ ຊັ້ນ 1, 2, 3, ຫລຽນກາແຮງງານ, ໃບຍ້ອງຍໍ ລັດຖະບານ ແລະໃບຍ້ອງຍໍຂັ້ນກະ ຊວງ ສສກ ໃຫ້ກັບຜູ້ທີ່ປະກອບສ່ວນ ເຂົ້າໃນວຽກງານການພັດທະນາວິ ທະຍາໄລຕະຫລອດໄລຍະຜ່ານມາ. ນອກນີ້ ຍັງມີຫລາຍພາກສ່ວນທີ່ ໄດ້ຮັບການຍ້ອງຍໍ ໂດຍສະເພາະຄູ່ ຮ່ວມພັດທະນາ, ບໍລີສັດ, ໂຄງການ, ຄູ-ພະນັງການ. ສະຫາຍ ສຳລານ ພັນຄະວົງ ໄດ້ໂອ້ລົມໃຫ້ຄະນະພັກ ແລະ ສະມາຊິກສືບຕໍ່ເອົາໃຈໃສ່ນຳ ພາ-ຊີ້ນຳ ໃນການກໍ່ສ້າງ, ຂະຫຍາຍ ພັກທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີເຮັດ ວຽກ ເພື່ອສ້າງພັກໃຫ້ມີຄວາມເຂັ້ມ ແຂງຮອບດ້ານ, ເປັນແບບຢ່າງນຳ ໜ້າ ແລະ ຮັກສາໄດ້ບົດບາດການ ນຳພາຂອງພັກ. ຂ່າວໂດຍ: ສົງການ ພັນແພງດີ ດ້ວຍຄວາມປອດໃສ, ມີທັດສະນະ ຄະຕິ ແລະ ໂລກະທັດວິທະຍາສາດ, ສາມາດຈຳແນກອັນຜິດ-ອັນຖືກ, ມີຄວາມເປັນເຈົ້າການປົກປ້ອງ ແນວທາງແລະ ອຸດົມການຂອງພັກ, ຕີຖອຍ ແລະ ຕອບດ້ານສິ່ງຫຍໍ້ທໍ້ຢູ່ ພາຍໃນພັກ ແລະ ໃນສັງຄົມ ຫ້າ. ເພີ່ມທະວີຄວາມເອົາໃຈໃສ່ ການຍົກ ລະດັບຄວາມຮູ້, ຄວາມສາມາດ ຂອງພະນັກງານບັນດາອົງການທີ່ ເຮັດວຽກງານແນວຄິດໃຫ້ມີຄຸນນະ ພາບ, ຕິດພັນກັບການຍົກສູງຄວາມ ສາມາດນຳພາ-ຊີ້ນຳ, ການອໍານວຍ ຄວາມສະດວກດ້ານຕ່າງໆຂອງ ຄະນະພັກຂັ້ນຕ່າງໆຕໍ່ວຽກງານ ການເມືອງ-ແນວຄິດໃຫ້ຫລາຍຂຶ້ນ ຫົກ. ເອົາໃຈໃສຕິດຕາມ, ກໍາແໜ້ນ ສະພາບການເຄື່ອນໄຫວໂຄສະນາ ບິດເບືອນ, ໃສ່ຮ້າຍປ້າຍສີຂອງບັນ ດາອິດທິກຳລັງປໍລະປັກ, ສະພາບ ແນວຄິດ-ຫາງສຽງສັງຄົມໄປຄຽງ ຄູ່ກັນນັ້ນ ກໍຕ້ອງຄົ້ນຄວ້າ, ວິເຄາະ, ວິໄຈໃຫ້ເລິກເຊິ່ງ ແລະ ແກ້ໄຂບັນ ຫາໃຫ້ຖືກຕ້ອງທັນການ, ຕິດພັນກັບ ການສ້າງເອກະສານສຶກສາອົບຮົມ ການເມືອງ-ແນວຄິດໃຫ້ທີ່ມີເນື້ອໃນ ເໝາະສົມກັບສະພາບການຕົວຈິງ. ຂ່າວ-ພາບ: ທອນ ພົມທິກອນ ການເຊື່ອມຖອຍດ້ານແນວຄິດ, ຄຸນ ທາດການເມືອງ, ຄຸນສົມບັດສິນ ທຳປະຕິວັດ ແລະ ປັບປຸງແບບແຜນ ດຳລົງຊີວິດຂອງສະມາຊິກພັກ, ພະ ນັກງານ, ເພີ່ມທະວີຄວາມສາມັກຄີ ພາຍໃນພັກ ແລະ ພາຍໃນສັງຄົມ ໃຫ ້ໜັກແໜ້ນຍິ່ງໆຂຶ້ນ. ໂອກາດນີ້, ສະຫາຍຮອງຫົວໜ້າ ຄອສພໄດ້ແລກປ່ຽນກັບຜູ້ເຮັດວຽກ ງານການເມືອງ-ແນວຄິດຂອງ ແຂວງ ໃຫ້ເອົາໃຈໃສ່ 6 ບັນຫາສໍາ ຄັນຄື: ໜຶ່ງ. ການເຄື່ອນໄຫວວຽກ ງານການເມືອງ-ແນວຄິດຂອງພະ ນັກງານ, ສະມາຊິກພັກ ແຕ່ເທິງລົງ ລຸ່ມຕ້ອງຍຶດໝັ້ນຄຳເວົ້າທີ່ວ່າ: “ເວົ້າ ຕ້ອງໄປຄຽງຄູ່ກັບການປະຕິບັດ” ຫລື ເວົ້າງ່າຍໆວ່າ: ເວົ້າແລ້ວຕ້ອງ ເຮັດຄືກັບເວົ້າ, ເຮັດຕ້ອງເຮັດໃຫ້ ຖືກ, ເຮັດໃຫ້ເປັນຮູບປະທຳ,ເຮັດ ໃຫ້ເກີດດອກອອກຜົນແທ້ ສອງ. ເພີ່ມທະວີການຄົ້ນຄວ້າ, ກຳແໜ້ນ ເປັນລະບົບລັດທິມາກ-ເລນິນ, ແນວ ຄິດ ໄກສອນ ພົມວິຫານ ແລະ ມູນ ເຊື້ອພາລະກຳປະຫວັດສາດອັນດີ ງາມຂອງພັກ ເພື່ອເປັນພື້ນຖານອັນ ໜັກແໜ້ນດ້ານແນວຄິດຕິດພັນກັບ ການຮຽນຮູ້ບົດຮຽນຂອງພັກ ອ້າຍ ນ້ອງ ເພື່ອປັບປຸງການເຄື່ອນໄຫວ ວຽກງານໃຫ້ເໝາະສົມກັບເງື່ອນ ໄຂຕົວຈິງ ຂອງປະເທດເຮົາ ສາມ. ເອົາໃຈໃສ່ການໂຄສະນາແຜນແນວ ທາງຂອງພັກ, ນະໂຍບາຍ ແລະ ກົດ ໝາຍຂອງລັດ, ມູນເຊື້ອຮັກຊາດ ແລະ ໂຄສະນາປຸກລະດົມປັດໄຈ ໃໝ່, ຕົວແບບທີ່ກ້າວໜ້າ, ບຸກຄົນ ແບບຢາງ, ວຽກດີຄົນເດັ່ນໃຫ້ຫລາຍ ຂຶ້ນ ເພື່ອໃຫ້ພະນັກງານ,ສະມາຊິກ ພັກຕະຫລອດຮອດປະຊາຊົນບັນ ດາ ເຜົ່່າໄດ້ຮັບຮູ້, ເປັນບົດຮຽນປະ ຕິບັດຕາມ ສີ່. ຖືສໍາຄັນການບໍາລຸງ- ສ້າງພະນັກງານຜູ້ຮັບຜິດຊອບວຽກ ງານການເມືອງ-ແນວຄິດໃຫ້ມີທັດ ສະນະຫລັກໝັ້ນ ແລະ ຄຸນທາດການ ເມືອງ, ທັງມີຄຸນສົມບັດສິນທຳປະ ຕິວັດ ແລະ ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ວຽກງານ, ປະຕິບັດໜ້າທີ່ ຂປລ. ເມື່ອບໍ່ດົນມານີ້, ກະຊວງ ສຶກສາທິການ ແລະ ກິລາ(ສສກ) ສປປ ລາວ ແລະ ສະມາຄົມໂພຊະ ນາການແຫ່ງຊາດ ຍີ່ປຸ່ນ ປຶກສາຫາ ລືກັນກ່ຽວກັບວຽກງານການຊຸກ ຍູ້ໂຄງການປັບປຸງໂພຊະນາການ ລາວ-ຍີ່ປຸ່ນ ໂດຍມີທ່ານ ພຸດ ສິມມາ ລາວົງ ລັດຖະມົນຕີກະຊວງສຶກສາ ທິການແລະກິລາ, ທ່ານນະກະມູລະ ເທຈິ ປະທານສະມາຄົມໂພຊະນາ ການແຫ່ງຊາດຍີ່ປຸ່ນ ແລະ ທ່ານ ໂຄດະມະ ເຄຈິ ປະທານສະມາຄົມ ການສຶກສາສາກົນໂຄດະມະ ພ້ອມ ຄະນະ, ມີຫົວໜ້າ-ຮອງຫົວໜ້າກົມ ແລະ ຄະນະຮັບຜິດຊອບວຽກງານ ກ່ຽວຂ້ອງ ເຂົ້າຮ່ວມ ເພື່ອປຶກສາຫາ ລືກັນກ່ຽວກັບການຊຸກຍູ້ໂຄງການ ປັບປຸງໂພຊະນາການ ລາວ-ຍີ່ປຸ່ນ ເຊິ່ງໂຄງການດັ່ງກ່າວ ໄດ້ລິເລີ່ມ ມາຕັ້ງແຕ່ເດືອນກັນຍາ 2022. ທ່ານ ກະມູລະ ເທຈິ ໄດ້ສະເໜີ ກ່ຽວກັບຄວາມເປັນມາ ແລະ ຕົ້ນກໍາ ເນີດຂອງນັກໂພຊະການຂອງປະ ເທດຍີ່ປຸ່ນ, ອາຫານທ່ຽງໃນໂຮງ ຮຽນຂອງນັກຮຽນຍີ່ປຸ່ນ ແລະ ການປູກຝັງຈິດສໍານຶກດ້ານໂພຊະ ການໃຫ້ແກ່ນັກຮຽນ ແລະ ພໍ່ແມ່ ນັກຮຽນຂອງຄົນຍີ່ປຸ່ນ ພ້ອມທັງນໍາ ສະເໜີກ່ຽວກັບໂພຊະການ ແລະ ອາຫານທ່ຽງໃນໂຮງຂອງນັກຮຽນ ສປປ ລາວ. ຜົນຂອງການຢ້ຽມຢາມໃນ ຄັ້ງນີ້, ໄດ້ສ້າງຄວາມເຂົ້າໃຈຢ່າງ ເລິກເຊິ່ງລະຫວ່າງສອງຝ່າຍກ່ຽວ ກັບໂຄງການ, ເປົ້າໝາຍ, ວິທີການ ຈັດຕັ້ງປະຕິບັດ ພ້ອມທັງໄດ້ມີການ ແລກປ່ຽນຂໍ້ມູນທີ່ເປັນປະໂຫຍດ ແລະ ກະກຽມສ້າງຕັ້ງທີມງານ ແລະ ຄະນະຈັດຕັ້ງປະຕິບັດໂຄງການໃຫ້ ກວມເອົາທຸກພາກສ່ວນກ່ຽວຂ້ອງ ເພື່ອຮ່ວມມືກັນໃຫ້ບັນລຸເປົ້າໝາຍ.

RkJQdWJsaXNoZXIy MTc3MTYxMQ==