5521

xa fw9rN o4ko gIa f.sh dv'ra omu 2 zj k;q 'xy f]h v,la f86 1j k',u wxtgmf]k; 3 18/05/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຄ້ອງໃໝ່ ©ດຍ ž່າຕົ່Ž —ົດສະ§ໜÇ lqj 'glu ,dkozt]y frkp.o grnj vDDD ຮິບໂຮມໂດຍ: ພະກາ -vpF Ij v, .orklk]k; (ເນື່ອງໃນໂອກາດລະນຶກວັນປະຫວັດສາດ ກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູ ຄົບຮອບ 64 ປີ ວັນທີ 18/5/1959-18/5/2023) c0;'v5 fq ,w- gruj ,mt;u dko9a f8A 'xt8y [a f;k]tcsj '-kf * ຄໍລຳ“ຮ່ວມກັນບັນລຸ2ວາລະ ແຫ່ງຊາດໃຫ້ເປັນຈິງ” ໃນວັນທີ 11/05/2023 ກໍໄດ້ສະເໜີກ່ຽວ ກັບ“ແຂວງອຸດົມໄຊຕັ້ງໜ້າຈັດຕັ້ງ ປະຕິບັດວາລະແຫ່ງຊາດ” ເຊິ່ງໄດ້ ເຈາະຈົງສະເພາະກ່ຽວກັບການແກ້ ໄຂຄວາມຫຍຸ້ງຍາກເສດຖະກິດການເງິນ ໃຫ້ທ່ານຜູ້ອ່ານແລ້ວ, ແລະ ມາສະບັບນີ້ ຂໍສະເໜີກ່ຽວກັບ ວາລະແຫ່ງຊາດວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ ຈາກທ່ານ ຮອງ ເຈົ້າແຂວງອຸດົມໄຊ ວ່າແຂວງ ນີ້ໄດ້ເອົາໃຈໃສ່ແກ້ໄຂບັນຫາດັ່ງ ກ່າວຄືແນວໃດໃຫ້ທ່ານຜູ້ອ່ານຕື່ມ. ທ່ານອ່ອນແກ້ວອຸ່ນອາລົມຮອງ ເຈົ້າແຂວງອຸດົມໄຊ ໄດ້ໃຫ້ຮູ້ວ່າ: ພາຍຫລັງມີຄຳສັ່ງ, ແຈ້ງການ, ນິຕິ ກຳຂອງລັດຖະບານກ່ຽວກັບການ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລ້ວ, ທຸກພາກສ່ວນກໍໄດ້ນຳເອົາ ບັນດາຄຳສັ່ງ, ແຈ້ງການ, ນິຕິກຳ ຕ່າງໆ ມາຜັນຂະຫຍາຍຢ່າງເປັນ ເຈົ້າການຕິດພັນກັບການຈັດຕັ້ງປະ ຕິບັດຢ່າງເຂັ້ມງວດ ອັນເຮັດໃຫ້ ການຈັດຕັ້ງປະຕິບັດ 2 ວາລະແຫ່ງ ຊາດມີຫລາຍໜ້າວຽກມີຄວາມຄືບ * ການຜ່າວົງປິດລ້ອມຂອງສັດ ຕູໄດ້ຢ່າງມີໄຊຂອງກອງພັນທີ 2 ໃນວັນທີ18ພຶດສະພາ 1959ແມ່ນ ໄຊຊະນະອັນຍິ່ງໃຫຍ່ແຫ່ງການຕໍ່ ສູ້ປົດປ່ອຍປະເທດຊາດ ພາຍໃຕ້ ການນຳພາອັນສະຫລາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ຖືເປັນການເປີດສັງກາດໃໝ່ແຫ່ງ ການຕໍ່ສູ້ປົດປ່ອຍປະເທດຊາດ ອອກ ຈາກແອກປົກຄອງຂອງພວກຈັກ ກະພັດ ແລະ ກ້າວສູ່ການປົດປ່ອຍ ປະເທດຊາດໄດ້ຢ່າງມີໄຊໃນວັນທີ 2 ທັນວາ 1975. ການຕໍ່ສູ້ດັ່ງກ່າວ ສາມາດຍາດໄຊຊະນະໄດ້ຢ່າງມີໄຊ ນັ້ນມີຫລາຍປັດໄຈພື້ນຖານທີ່ເປັນ ອັນຕັດສິນ. ໃນນັ້ນ ສິ່ງທີ່ເປັນປັດໄຈ ຕົ້ນຕໍແມ່ນຍ້ອນມີການນຳພາອັນ ຖືກຕ້ອງຂອງພັກປະຊາຊົນປະຕິວັດ ລາວ. ບວກກັບພະນັກງານ, ສະມາ ຊິກພັກແລະນັກຮົບກອງພັນທີ2ໄດ້ ຮັບການສຶກສາອົບຮົມການເມືອງ ແນວຄິດເປັນຢ່າງດີ. ອັນໄດ້ເຮັດໃຫ້ ທຸກຄົນມີຄວາມຈົງຮັກພັກດີຕໍ່ພັກຕໍ່ ປະເທດຊາດ, ຕໍ່ປະຊາຊົນ, ບໍ່ຫວັນ ໄຫວຄອນແຄນຕໍ່ອຸປະສັກຫຍຸ້ງ ຍາກ, ສິ່ງທົດສອບທ້າທາຍຫລາຍ ປະການ. ພາຍໃນມີຄວາມສາມັກຄີ ເປັນເອກະພາບມີນໍ້າໃຈສູ້ຮົບເດັດ ດ່ຽວອາດຫານ, ປະຕິບັດລະບຽບ ວິໄນ ແລະ ຄໍາສັງເຂັ້ມງວດ, ຮັກສາ ຄວາມລັບຢ່າງເດັດຂາດ. ທິດທາງການນຳພາຂອງພັກໃນ ການຕໍ່ສູ້ກອບກູ້ເອົາປະເທດຊາດ ນັ້ນນອກຈາກຈະຕໍ່ສູ້ດ້ວຍອາວຸດ ຍຸດໂທປະກອນແລ້ວຍັງມີການປະ ສານສົມທົບກັບການປຸກລະດົມຂົນ ຂວາຍ ໂດຍຍາມໃດກໍໄດ້ເອົາໃຈໃສ່ ເຮັດວຽກງານລົງກໍ່ສ້າງຮາກຖານ ການເມືອງ, ປຸກລະດົມຂົນຂວາຍ ປະຊາຊົນກໍຄືຂົນຂວາຍກໍາລັງຂອງ ຝ່າຍກົງກັນຂ້າມ. ສະນັ້ນ, ຈິ່ງໄດ້ ຮັບການສະໜັບສະໜູນຊ່ວຍເຫລືອ ຈາກອໍານາດການປົກຄອງທ້ອງ ຖິ່ນ ແລະ ປະຊາຊົນ. ການຜ່າວົງປິດ ລ້ອມຂອງກອງ ພັນທີ 2 ມີການ ຈັດຕັ້ງນໍາພາ-ບັນຊາທີ່ໜັກແໜ້ນ, ເດັດດ່ຽວເດັດຂາດ, ເສີມຂະຫຍາຍ ຫົວຄິດປະດິດສ້າງຂອງໝົດທຸກຄົນ, ກໍາແໜ້ນກາລະໂອກາດອັນເໝາະ ສົມ ແລະ ມີວິທີຫລອກຫລວງສັດຕູ ຢ່າງມີໄຫວພິບ ພ້ອມນີ້ຍັງໄດ້ຮັບ ການສະໜັບສະໜູນຊ່ວຍເຫລືອຢ່າງ ໝົດຈິດໝົດໃຈຈາກກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ. ສັງລວມແລ້ວ, ການຕໍ່ສູ້ຢ່າງ ພິລະອາດຫານ ແລະ ບໍ່ຍອມຈຳນົນ ດັ່ງກ່າວສະແດງໃຫ້ເຫັນເຖິງຄວາມ ບໍລິສຸດພຸດຜ່ອງ, ຄວາມຈົງຮັກພັກ ດີ, ຄວາມສາມັກຄີເປັນຈິດໜຶ່ງໃຈ ດຽວ, ຄວາມອົດທົນໝັ້ນໜຽວບໍ່ ຄອນແຄນຕໍ່ການນາບຂູ່, ຫລອກ ຫລວງຂອງສັດຕູ. ນໍ້າໃຈສູ້ຮົບພິລະ ອາດຫານ ແລະ ມີໄຫວພິບຂອງ ກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການປຸກລະດົມອັນແຮງກ້າໃຫ້ ແກ່ຂະບວນການປະຕິວັດ ເພື່ອຕີຊະ ນະກັບຈັກກະພັດຜູ້ຮຸກຮານ. ພ້ອມ ດຽວກັນນັ້ນກໍເຮັດໃຫ້ກໍາລັງປະຕິ ວັດ, ໂດຍສະເພາະແມ່ນກໍາລັງປະ ກອບອາວຸດປະຊາຊົນນັບມື້ເຕີບ ໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ. ໜ້າພໍສົມຄວນ. ສຳລັບການຈັດຕັ້ງ ປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດນັ້ນ, ໂດຍອີງຕາມການລາຍງານຂອງ ຄະນະຮັບຜິດຊອບວຽກງານດັ່ງ ກ່າວ ເຫັນວ່າມີຫລາຍດ້ານມີຄວາມ ຄືບໜ້າຫລາຍເປັນຕົ້ນແມ່ນເອົາໃຈ ໃສ່ລົງເກັບກຳຂໍ້ມູນຜູ້ປະສົບເຄາະ ຮ້າຍ ຕົກເປັນທາດຂອງຢາເສບຕິດ ໃນບັນດາເມືອງ, ບ້ານໃນທົ່ວແຂວງ. ໃນນັ້ນ, ຖ້າຜູ້ທີ່ຕິດຢາເສບຕິດບໍ່ ຮ້າຍແຮງ ຫລື ຕິດໜ້ອຍ ກໍໄດ້ມອບ ໃຫ້ກຳນາດການປົກຄອງ, ຜູ້ປົກ ຄອງສຶກສາອົບຮົມເຂົາເຈົ້າ ແລະ ປິ່ນປົວດ້ວຍຕົນເອງ. ຂະນະທີ່ຜູ້ໃດ ໄດ້ຕິດຢາເສບຕິດຮ້າຍແຮງກໍໄດ້ ນຳມາເຂົ້າສູນຢູ່ໃນແຕ່ລະເມືອງ ເພື່ອປິ່ນປົວໃຫ້ເຂົາເຈົ້າສາມາດ ເຊົາຢາໄດ້ ແລະ ກັບຄືນມາເປັນລູກ ເປັນຫລານທີ່ດີຂອງພໍ່ແມ່ກໍຄືຂອງ ສັງຄົມ, ປະກອບສ່ວນເຂົ້າໃນການ ສ້າງສາພັດທະນາບ້ານເມືອງໃຫ້ມີ ຄວາມສີວິໄລໃນຕໍ່ໜ້າ. ຜ່ານການລົງເຄື່ອນໄຫວວຽກ ງານດັ່ງກ່າວ, ພໍ່ແມ່ປະຊາຊົນທົ່ວ ແຂວງອຸດົມໄຊກໍໄດ້ໃຫ້ຄວາມຮ່ວມ ໄມ້ຮ່ວມມື ແລະ ມີຫລາຍບ້ານໄດ້ ເອົາໃຈໃສ່ປະກອບສ່ວນນຳກັບເຈົ້າ ໜ້າທີ່ເຂົ້າໃນການແກ້ໄຂບັນຫາຢາ ເສບຕິດຢ່າງຕັ້ງໜ້າ, ມີປະຊາຊົນ ຈຳນວນຫລາຍໄດ້ຕື່ນຕົວເອົາລູກ ເອົາຫລານຜູ້ຕົກເປັນທາດຂອງຢາ ເສບຕິດມາມອບໃຫ້ເຈົ້າໜ້າທີ່ເອົາ ເຂົ້າໄປປິ່ນປົວຢູ່ສູນ ເພື່ອເຮັດໃຫ້ ລູກຫລານຂອງເຂົາເຈົ້າກັບຄືນມາ ເປັນຄົນປົກກະຕິ ແລະ ຫ່າງໄກຈາກ ຢາເສບຕິດ, ມີຫລາຍຄອບຄົວກໍ ໄດ້ ເປັນເຈົ້າການ ໂດຍສະເພາະເວລາ ເອົາລູກຫລານເຂົ້າສູນກໍໄດ້ເອົາ ເຂົ້ານ້ຳຊ້ຳປາມາສົ່ງໃຫ້ລູກຫລານ ຂອງຕົນ. ອັນນີ້ກໍເປັນສິ່ງໜຶ່ງທີ່ພໍ່ແມ່ ປະຊາ ຊົນມີຄວາມເຂົ້າໃຈຕໍ່ບັນຫາ ຢາເສບຕິດ ທັງຮ່ວມມືກັບເຈົ້າໜ້າ ທີ່ແກ້ໄຂບັນຫາຢາເສບຕິດດ້ວຍ ຄວາມຕື່ນຕົວ ເພື່ອເຮັດໃຫ້ບັນຫາ ຢາເສບຕິດກໍຄືບັນຫາປາກົດການ ຫຍໍ້ທໍ້ໃນສັງຄົມຫລຸດໜ້ອຍຖອຍ ລົງເທື່ອລະກ້າວ ອັນຈະເຮັດໃຫ້ສັງ ຄົມມີຄວາມສະຫງົບ, ພ້ອມກັນເປັນ ເຈົ້າການສ້າງສາພັດທະນາປະເທດ ຊາດບ້ານເມືອງໃຫ້ມີຄວາມສີວິໄລ. ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງ ເຈົ້າແຂວງກ່າວ. ພາບປະກອບ ພາບປະກອບ * ມີບາງຄໍາເຫັນຂອງຜູ້ອ່ານ ໃຫ້ ນໍາເອົາບາງຄໍາສັບມາທົບທວນ, ທ່າມ ກາງກະແສຟອງການພັດທະນາ ໂດຍ ມີການເຊື່ອມໂຍງເຊື່ອມຈອດຄົບຄ້າ ສະມາຄົມ, ບັນດາຄໍາສັບຖືກຮັບເອົາມາ ຕາມຄວາມຕ້ອງການຂອງການຕິດຕໍ່ ພົວພັນ, ການພັດທະນາດ້ານພາສາ... ບາງຄໍາ ຊອກຫາໃນວັດຈະນານຸກົມ ຫລາຍປີກ່ອນບໍ່ມີ ແຕ່ການໃຊ້ໃນສັງ ຄົມ ໂດຍສະເພາະການປາກເວົ້າພັດ ແຜ່ຫລາຍ(ກໍ່ມີ). ບົດນີ້ ຈຶ່ງຂໍນໍາເອົາ ສອງຄໍາ ມາພິຈາລະນານໍາກັນ. ຄໍາ: ຊອຍ ທັງໃນວັດຈະນານຸກົມ ສະບັບທີ່ຄົ້ນຄວ້າ, ຮິບໂຮມ ແລະ ຮຽບ ຮຽງ ໂດຍທ່ານ ດຣ ທອງຄໍາ ອ່ອນ ມະນີສອນ, ກໍ່ຄືສະບັບຂອງທ່ານ ສີວຽງແຂກ ກອນນີວົງ ແລະ ຂອງສະ ຖາບັນຄົ້ນຄວ້າວິທະຍາສາດສັງຄົມ ແຫ່ງຊາດ ລ້ວນໄດ້ບັນຈຸ ແລະ ອະທິ ບາຍຄວາມໝາຍຂອງຄໍາດັ່ງກ່າວໃນ ລວງດຽວກັນ ເຊິ່ງພໍສັງລວມໄດ້ຄື: ຊອຍ ເປັນຄໍາກໍາມະ, ໝາຍເຖິງ ປາດຖີ່, ຕັດ, ຕັດໃຫ້ແລບ ແລະ ລະອຽດໂດຍມີ ແນວຮອງ ເຊັ່ນ: ຊອຍຜັກ, ຊອຍປາ, ຊອຍຊີ້ນ ເປັນຕົ້ນ. ຊອຍ ເປັນຄໍາວິເສດ ຫລື ຄຸນນາມ, ໝາຍເຖິງ ຢຽດ ໄປຕາມ ທາງຍາວ ເຊັ່ນ: ນັ່ງຊອຍຂາ, ນອນ ເຮັດຂາຊອຍໄປຕາມຜ້າເສື່ອ, ປັກຫລັກ ຊອຍໄປຕາມນໍ້າ ເປັນຕົ້ນ. ການຍົກຄໍານີ້ຂຶ້ນມາຄົງຈະໝາຍ ກວມເອົາການໃຊ້ທີ່ປົນເປກັນໃນຕົວ ຈິງສັງຄົມທີ່ມັກຍິນເວົ້າຄໍາ:ຊອຍ ໝາຍ ເຖິງ ທາງນ້ອຍ-ທາງຮ່ອມ. ສ່ວນຄໍາ: ຮ່ອມ ໃນພາສາລາວ ເປັນຄໍານາມ, ໝາຍ ເຖິງ ຊ່ອງ, ທີ່ແຄບ, ທາງທີ່ແຄບ. ໃນວັດຈະນານຸກົມ ທີ່ຄົ້ນຄວ້າ, ຮິບໂຮມ ແລະ ຮຽບຮຽງ ໂດຍທ່ານ ດຣ ທອງຄໍາ ອ່ອນມະນີສອນ ອະທິບາຍ ຄໍາ: ຊອຍ ໝາຍເຖິງ ຊ່ອງ, ປ່ອງ, ທາງ... ໃນກົດໝາຍວ່າດ້ວຍທາງຫລວງ ສະບັບປັບປຸງ ປີ 2016 ໄດ້ກໍານົດຄໍາ ສັບກ່ຽວກັບທາງໄວ້ໃນມາດຕາ3(ປັບ ປຸງ) ມີ: ທາງດ່ວນ, ຖະໜົນຫລວງ, ຖະໜົນໃຫຍ່, ຖະໜົນກາງ, ຖະໜົນ ນ້ອຍ, ຮ່ອມ, ທາງສ່ວນຕົວ. ມາດຕາ 9 ປະເພດຂອງທາງ ມີ: ທາງຫລວງແຫ່ງຊາດ, ທາງຫລວງ ແຂວງ, ທາງຫລວງເມືອງ, ທາງຕົວ ເມືອງ, ທາງຊົນນະບົດ, ທາງສະເພາະ. ມາດຕາ 13 ທາງຕົວເມືອງ ມີ: ຖະ ໜົນຫລວງ, ຖະໜົນໃຫຍ່, ຖະໜົນ ກາງ, ຖະໜົນນ້ອຍ, ຮ່ອມ. ດັ່ງນັ້ນ, ຈຶ່ງນໍາມາເພື່ອສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. ໝາກເປັນຜົນ, ທັງສ່ວນຕົວ(ຜູ້ຜະລິດ) ແລະ ປະກອບສ່ວນເຂົ້າໃນຜົນປະໂຫຍດ ລວມຂອງຊາດ, ເຮັດໃຫ້ເສດຖະກິດ ຂອງປະເທດເຂັ້ມແຂງ ເຊິ່ງຜ່ານມາ ພຶດຕິກໍາຕົວຈິງໃຫ້ພວກເຮົາເຫັນວ່າ ຂະບວນການຜະລິດພາຍໃນແມ່ນມີ ບັນຍາກາດດີຂຶ້ນ, ອີງໃສ່ທ່າແຮງເງື່ອນໄຂ ແລະ ປັດໄຈຕ່າງໆ ເມື່ອສົມ ທຽບໃສ່ຊຸມປີປະເທດຊາດໄດ້ຮັບການ ປົດປ່ອຍໃໝ່ ແມ່ນໄດ້ມີພັດທະນາການ ທີ່ດີຂຶ້ນຫລາຍ, ອາຫານການກິນ, ເຄື່ອງໃຊ້ສອຍ ອັນທີ່ເປັນພື້ນຖານປັດ ໄຈການດໍາລົງຊີບ ພວກເຮົາກໍ່ສາມາດ ຜະລິດໄດ້ເອງຈໍານວນບໍ່ໜ້ອຍ ແລະ ມີ ການພັດທະນາດີຂຶ້ນຕາມຄວາມຕ້ອງ ການຂອງຕະຫລາດ ເປັນຕົ້ນ ສິນຄ້າ ອຸດສາຫະກໍາຂະໜາດນ້ອຍ-ກາງ ດັ່ງ ຈໍາພວກ ສະບູຝຸ່ນ ຫລື ແຟັບຊັກເຄື່ອງ, ສະບູ, ນໍ້າປາ, ນໍ້າຫວານປະເພດຕ່າງໆ, ກາເຟ ສໍາເລັດຮູບ ແລະ ອື່ນໆ. ເຖິງຢ່າງໃດກໍ່ດີ ບັນຫາທີ່ຖືກຕັ້ງ ຂຶ້ນທັງຜ່ານມາແລະຍັງມີແມ່ນຈະເຮັດ ແນວໃດໃຫ້ສິນຄ້າຜະລິດພາຍໃນມີນັບ ມື້ຫລາຍຂຶ້ນຕື່ມ ແລະ ສາມາດແຂ່ງຂັນ ດ້ານລາຄາ, ຮູບແບບ ແລະ ຄຸນນະ ພາບ ກັບສິນຄ້ານໍາເຂົ້າທີ່ຫລາຍຄົນລຶ້ງ ໃຊ້ມານັ້ນ. ສໍາຄັນປະການໜຶ່ງທີ່ມີການ ຖົກຖຽງກັນມາ ແມ່ນຕົ້ນທຶນການຜະ ລິດ ເຮັດແນວໃດຈະໃຫ້ຖືກລົງໄດ້ ໃນເມື່ອວັດຖຸດິບນໍາມາຜະລິດສ່ວນ ຫລາຍຍັງນໍາເຂົ້າ, ອັນນີ້ແມ່ນບັ້ງເລກ ໜຶ່ງທີ່ຍັງຕ້ອງສືບຕໍ່ຫາວິທີແກ້ໄຂ, ບວກໃສ່ລົດນິຍົມຂອງຄົນລາວຈໍາ ນວນບໍ່ໜ້ອຍຍັງດ້ອຍຄ່າສິນຄ້າພາຍ ໃນ ເຊິ່ງອັນນີ້ພົວພັນເລື່ອງຄ່ານິຍົມຈິດຕະສາດ ທີ່ພວກເຮົາຕ້ອງພ້ອມກັນ ທົບທວນແທ້, ບໍ່ຊັ້ນເຮົາກໍ່ຍັງຈະຕ້ອງ ເພິ່ງແຕ່ສິນຄ້ານໍາເຂົ້າ, ບໍ່ມີຄວາມເຂັ້ມ ແຂງເປັນຈັກເທື່ອ. ເວົ້າແຕ່ວ່າສົ່ງ ເສີມໆແຕ່ພຶດຕິກໍາຕົວຈິງ ຍັງຈົມເລິກ ໃນຄ່ານິຍົມຊາດອື່ນ). ມີບາງຄໍາເຫັນ ວ່າກໍ່ແມ່ນຢູ່ວ່າ ເມື່ອພໍມີໃຊ້ຈ່າຍກໍ່ຢາກ ໃຫ້ຫລູຫລາ, ເປັນຫຍັງມາຈະບໍ່ມີ ໂອ ກາດໄດ້ໃຊ້... ມັນກໍ່ແມ່ນ, ແຕ່ຖ້າບໍ່ຄໍາ ນຶງປະໂຫຍດລວມ, ອະນາຄົດຂອງ ປະເທດຊາດ ຕໍ່ໄປລູກຫລານຈະເປັນ ແນວໃດ. ພວກເຮົາຄວນປະກອບສ່ວນ ຢ່າງແຂງແຮງ ເພື່ອໃຫ້ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ເຂັ້ມແຂງດ້ວຍຕົນ ເອງ...ປະເທດຊາດຈະເຂັ້ມແຂງໄດ້ກໍ່ຕໍ່ ເມື່ອຄົນໃນຊາດມີຄວາມເຂັ້ມແຂງ ເປັນ ອັນໜຶ່ງອັນດຽວ, ລໍາພັງຜູ້ໃດຜູ້ໜຶ່ງ ແມ່ນບໍ່ໄດ້, ທຸກຄົນມີພາລະໜ້າທີ່- ຄວາມຮັບຜິດຊອບ ແຕກຕ່າງກັນໄປ, ຖ້າທຸກຄົນເຮັດໜ້າທີ່ຂອງຕົນດີທີ່ສຸດ ໂດຍບໍ່ຖິ້ມພຸ້ນພີ້ ປະກອບສ່ວນແຂງ ແຮງໃນການພັດທະນາ ພາຍໃນຂອບ ນະໂຍບາຍ ແລະ ລະບຽບກົດໝາຍບົນ ຈິດໃຈຊາດອັນດູດດື່ມ ຜົນສໍາເລັດກໍ່ຈະ ມີມາຢ່າງແນ່ນອນ. ສໍານັກງານ-ອົງ ການລັດ ເຂັ້ມແຂງ, ພາກເອກະຊົນ, ຄອບຄົວເຂັ້ມແຂງ, ບຸກຄົນຫ້າວຫັນ... ຜົນສໍາເລັດກໍ່ມາພ້ອມກັນ. ໃນເວລາທີ່ ພວກເຮົາຍັງບໍ່ທັນເຂັ້ມແຂງ ກໍ່ຕ້ອງ ໄດ້ບຸກບືນເຮັດວຽກໜັກ ກໍ່ແມ່ນເພື່ອ ສ້າງພື້ນຖານໃຫ້ອະນາຄົດເຂັ້ມແຂງ. ມູນເຊື້ອອັນດີງາມ ແລະ ທ່າແຮງທີ່ ພວກເຮົາມີແມ່ນຫລາຍ, ແຕ່ໃນຂະ ນະດຽວກັນ ບັນດາມູນເຊື້ອພຶດຕິກໍາ ທີ່ບໍ່ສອດຄ່ອງຍຸກສະໄໝຂອງການ ພັດທະນາ ກໍ່ມີ ເຊິ່ງອັນນີ້ແມ່ນສໍາຄັນ ຕ້ອງໄດ້ພ້ອມກັນຫັນປ່ຽນ ເປັນຕົ້ນ ການໃຊ້ຈ່າຍເກີນສະພາບຕົວຈິງຂອງ ຕົນ, ແນວຄິດອີງອາໄສ(ຜູ້ອື່ນຊ່ວຍ), ຖືຕໍ່າຕົນເອງ ໂດຍບໍ່ບຸກບືນພັດທະນາ, ເຫັນການຮັ່ງມີທາງວັດຖຸ ດີກວ່າການ ກະທໍາດີ-ສັດຊື່ບໍລິສຸດ ແລະ ອື່ນໆ. ເຖິງວ່າມີຫລືບໍ່ມີວາລະແຫ່ງຊາດ, ການສົ່ງເສີມຜະລິດເພື່ອທົດແທນ ນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ກໍ່ ຄວນເຮັດຕໍ່ເນື່ອງໄປບໍ່ໃຫ້ຂາດ ເພື່ອ ຄວາມເຂັ້ມແຂງຂອງເສດຖະກິດ, ຄໍານຶງສະເໝີວ່າເຮົາຕ້ອງບືນຕົວ, ບໍ່ມື້ໃດມື້ໜຶ່ງ ພວກເຮົາກໍ່ຈະເຂັ້ມແຂງ ຄືກັນກັບປະເທດທີ່ເຂົາເຈົ້າປະສົບ ຜົນສໍາເລັດໃນການພັດທະນາ. ບໍ່ເປັນ ເຈົ້າການບໍ່ໄດ້, ບໍ່ຊ່ວຍກັນຈະມີແຕ່ປະ ລາໄຊ, ຖ້າແຕ່ວິພາກວິຈານແງ່ລົບຜູ້ ອື່ນ ທັງທີ່ບໍ່ເຂົ້າໃຈສະ ພາບຈຸດພິເສດເງື່ອນໄຂດີ ກໍ່ຈະມີແຕ່ວຸ້ນວາຍ ບໍ່ສາ ເທດ. ຕ້ອງບືນຕົວໆ ບຸກຄົນເຂັ້ມແຂງ, ອົງກອນເຂັ້ມແຂງ, ຄອບຄົວເຂັ້ມແຂງ, ສັງຄົມເຂັ້ມແຂງ ປະເທດກໍ່ເຂັ້ມແຂງ. * ເຂົ້າສູ່ໄລຍະທ້າຍຂອງການຈັດ ຕັ້ງປະຕິບັດສອງວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ເຊິ່ງຜ່ານ ມາໄດ້ມີຜົນສໍາເລັດເປັນພື້ນຖານສໍາ ຄັນຫລາຍດ້ານ, ຕາມເປົ້າໝາຍທີ່ວາງ ໄວ້. ບົດນີ້ ຈຶ່ງນໍາເອົາຄໍາເຫັນຂອງຜູ້ ອ່ານອາວຸໂສຈໍານວນໜຶ່ງມາແລກ ປ່ຽນຕໍ່ ການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂສະພາບຫຍຸ້ງ ຍາກທາງເສດຖະກິດ-ການເງິນ, ໂດຍ ສະເພາະ ວຽກຈຸດສຸມ ສົ່ງເສີມການຜະ ລິດເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ເພື່ອສ້າງຖານ ລາຍຮັບທີ່ເຂັ້ມແຂງ(ຫັນປ່ຽນຈາກ ສັງຄົມຊົມໃຊ້ຫລາຍກວ່າ ໄປເປັນສັງ ຄົມການຜະລິດຫລາຍຂຶ້ນ). ເວົ້າເຖິງການຜະລິດສິນຄ້າ ທັງ ເພື່ອຮັບໃຊ້ພາຍໃນ, ທົດແທນການນໍາ ເຂົ້າ ແລະ ເພື່ອສົ່ງອອກຂາຍຕ່າງປະ ເທດ, ພວກເຮົາໄດ້ເວົ້າກັນມາຕະຫລອດ ເຊິ່ງນະໂຍບາຍຂອງພັກ-ລັດ ກໍ່ໄດ້ເວົ້າ ແຈ້ງເປັນແຕ່ລະໄລຍະ ກ່ຽວກັບການ ຊຸກຍູ້ສົ່ງເສີມໃຫ້ເປັນຂະບວນ ເພື່່ອໃຫ້ ການຜະລິດມີບັນຍາກາດຟົດຟື້ນ ເປັນ

RkJQdWJsaXNoZXIy MTc3MTYxMQ==