5521

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 18/05/2023 xtgmf]k; ໂອນ 13 ຫົວໜ່ວຍ... ສະຫລອງວັນກາແດງ... ປະກາດແຕ່ງຕັ້ງ... ຄະນະບໍລິຫານງານ... ຮອງປະທານປະເທດ... ອົງການອາຫານໂລກ... ອົງການກາແດງ... ຂປລ. ໃນໂອກາດລົງເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຈຳປາສັກ, ໃນວັນທີ 15 ພຶດສະພາ 2023 ຜ່ານມາ, ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດພ້ອມ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະ ປະຊາຊົນບ້ານຫຽງ ເມືອງສຸຂຸມາ ແຂວງຈໍາປາສັກ ໂດຍມີທ່ານ ວິໄລວົງ ບຸດດາຄໍາ ເຈົ້າ ແຂວງຈໍາປາສັກ, ທ່ານ ສົມເພັດ ບຸດສະດີ ເຈົ້າເມືອງສຸຂຸມາ ພ້ອມຄະ ນະນຳຂັ້ນແຂວງ, ເມືອງ, ອົງການ ປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ເຂດດັ່ງກ່າວໃຫ້ການຕ້ອນຮັບ. ທ່ານ ຄຸດທະວົງ ວົງຄໍາຈັນ ນາຍບ້ານຫຽງ ໄດ້ລາຍງານວ່າ: ບ້ານຫຽງ ແມ່ນບ້ານຈຸດສຸມຂອງ ແຂວງ, ຈຸດສຸມຂອງເມືອງ ມີພົນລະ ເມືອງ 3.295 ຄົນ, ມີ 489 ຫລັງ ຄາເຮືອນ, ມີ 479 ຄອບຄົວ, ໄດ້ປະ ກາດເປັນບ້ານພັດທະນາໃນປີ2009 ແລະ ປະກາດເປັນບ້ານໃຫຍ່ ຄ້າຍ ຄືຕົວເມືອງນ້ອຍໃນຊົນນະບົດໃນ ປີ2015.ໄລຍະຜ່ານມາ,ຄະນະພັກອຳນາດການປົກຄອງບ້ານ ໄດ້ຖືສຳ ຄັນວຽກສຶກສາອົບຮົມການເມືອງແນວຄິດເປັນກົກ ໂດຍສຸມໃສ່ການ ນຳເອົາແນວທາງນະໂຍບາຍ, ມະ ຕິ, ຄຳສັ່ງ, ເອກະສານ ແລະ ນິຕິກຳ ຕ່າງໆຂອງຄະນະພັກຂັ້ນເທິງມາ ຈັດຕັ້ງເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນ ພາຍໃນບ້ານເປັນປົກກະຕິ ໄດ້ເອົາ ໃຈໃສ່ໃນການປຸກລະດົມຊຸກຍູ້ພໍ່ແມ່ ປະຊາຊົນພາຍໃນບ້ານທຳການຜະ ລິດ, ທຳມາຫາກິນ ແລະ ການປະ ກອບສ່ວນໃຫ້ແກ່ການພັດທະນາ ເປັນຂະບວນການໜຶ່ງໃນຂໍ້ແຂ່ງຂັນ ຮັກຊາດພັດທະນາ, ເລັງໃສ່ການຜະ ລິດເປັນສິນຄ້າ ເຊິ່ງເນື້ອທີ່ການຜະ ລິດ 1.700 ກວ່າເຮັກຕາ. ໃນນັ້ນ, ເນື້ອທີ່ນາປີ 1.458 ກວ່າເຮັກຕາ, ຜົນຜະລິດສະເລ່ຍ 3 ກວ່າໂຕນ/ ເຮັກ ຕາ, ອັນພົ້ນເດັ່ນບ້ານມີຄອບຄົວ ຕົວແບບດ້ານການຜະລິດກະສິກຳ 10 ຄອບຄົວ, ລາຍຮັບສະເລ່ຍຕໍ່ ຄົນ/ປີ 7,2 ລ້ານກີບ, ມີຄອບຄົວ ເຫລືອກິນ 72 ຄອບຄົວ, ຄອບຄົວ ກຸ້ມກິນ 417 ຄອບຄົວ, ຄອບຄົວ ທຸກຍາກ 29 ຄອບຄົວ ແລະ ພາຍ ໃນບ້ານມີຫົວໜ່ວຍທຸລະກິດ 47 ຫົວໜ່ວຍ, ວຽກການກໍ່ສ້າງພື້ນຖານ ໂຄງລ່າງຂອງບ້ານ ມີລະບົບໂທລະ ໂຄ່ງຂັ້ນບ້ານ, ຕະຫລາດ, ໂຮງຮຽນ ປະຖົມ-ມັດທະຍົມສົມບູນ, ໂຮງໝໍ ນ້ອຍ, ເສັ້ນທາງຜັງບ້ານ,ທາງເຊື່ອມ ຕໍ່ລະຫວ່າງບ້ານຕໍ່ບ້ານສາມາດ ທຽວໄດ້ 2 ລະດູ ໃນການພັດທະນາ ຊັບພະຍາກອນມະນຸດຕາມ 3 ລັກ ສະນະ 5 ຫລັກມູນຂອງການສຶກ ສາທີ່ທາງກະຊວງສຶກສາວາງອອກ ເອົາໃຈໃສ່ປຸກລະດົມທົ່ວສັງຄົມ ເຂົ້າໃນການພັດທະນາພຶ້ນຖານໂຄງ ລ່າງການສຶກສາ ແລະ ລະດົມນັກ ຮຽນພາຍໃນບ້ານໄດ້ເຂົ້າໂຮງຮຽນ ຢ່າງທົ່ວເຖິງ. ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດການ ຂປລ. ອົງການອາຫານໂລກປະ ຈຳລາວ ໄດ້ສະໜອງເຂົ້າສານຈ້າວ 2,4 ໂຕນ ໃຫ້ປະຊາຊົນບ້ານຂຸນໜຸ່ມ ຫລວງ ເມືອງຜົ້ງສາລີ ແຂວງຜົ້ງ ສາລີ ພາຍໃຕ້ໂຄງການສ້າງຄວາມ ເຂັ້ມແຂງໃຫ້ຊຸມຊົນ ໃນການຫລຸດ ຜ່ອນຄວາມສ່ຽງໄພພິບັດ ແລະ ຄໍ້າ ປະກັນສະບຽງອາຫານ ເຊິ່ງໂຄງ ການດັ່ງກ່າວໄດ້ຈັດຕັ້ງປະຕິບັດ ໃນປິ 2022. ເມື່ອບໍ່ດົນມານີ້, ທ່ານບຸນເທດ ໄຊຍະວົງ ຜູ້ປະສານງານພາກສະ ໜາມອົງການອາຫານໂລກປະຈຳ ເມືອງຜົ້ງສາລີ ໄດ້ໃຫ້ຮູ້ວ່າ: ບ້ານ ຂຸນໜຸ່ມຫລວງ ເປັນບ້ານໜຶ່ງທີ່ອົງ ການອາຫານໂລກ ສະໜັບສະໜູນ ການຈັດຕັ້ງປະຕິບັດໂຄງການສ້າງ ຄວາມເຂັ້ມແຂງໃຫ້ຊຸມຊົນ ໃນການ ຫລຸດຜ່ອນຄວາມສ່ຽງໄພພິບັດ ແລະ ຄໍ້າປະກັນສະບຽງອາຫານເຊິ່ງ ໄດ້ສະໜອງເຂົ້າສານຈ້າວ ຈຳນວນ 2,4 ໂຕນ ໃຫ້ປະຊາຊົນກູ້ຍືມ, ພາຍ ຫລັງທີ່ຢືມໄປແລ້ວ ແມ່ນໄດ້ເອົາ ເຂົ້າເປືອກມາທົດແທນ ໂດຍການຄິດ ໄລ່ອັດຕາດອກເບ້ຍ 20 ໃນປີ ທຳອິດ ເນື່ອງຈາກວ່າເຂົ້າສານ ແລະ ເຂົ້າເປືອກມີຄວາມແຕກໂຕນ ກັນຫລາຍ, ຈາກນັ້ນໃນປີຕໍ່ໄປຄອບ ຄົວໃດທີ່ມາກູ້ຢືມຈະມີການທົດແທນ ດ້ວຍອັດຕາດອກເບ້ຍ 12 . ຜ່ານ ການຈັດຕັ້ງປະຕິບັດກິດຈະກຳດັ່ງ ກ່າວ, ເຫັນວ່າມີຜົນດີຫລາຍກັບປະ ຊາຊົນ ບໍ່ມີເຂົ້າກິນກໍ່ມີບ່ອນກູ້ຍືມ, ພາຍຫລັງທີ່ຍືມໄປແລ້ວ ກໍໄດ້ເອົາ ມາທົດແທນ ເພື່ອເຮັດໃຫ້ທະນາຄານ ເຂົ້າມີຄວາມຍືນຍົງ ແລະ ເຮັດໃຫ້ ຊີວິດການເປັນຢູ່ຂອງປະຊາຊົນມີ ການປັບປຸງດີຂຶ້ນເປັນກ້າວໆ. ນອກຈາກນີ້, ອົງການອາຫານ ໂລກ ຍັງສ້າງລະບົບນໍ້າລິນພາຍໃນ ບ້ານ ເຊິ່ງກ່ອນໜ້ານີ້ບ້ານຂຸນໜຸ່ມ ຫລວງນໍ້າໃຊ້ບໍ່ພຽງພໍໃນການດຳ ລົງຊີວິດປະຈຳວັນ,ພາຍຫລັງທີ່ສ້າງ ສຳເລັດປະຊາຊົນມີຄວາມດີໃຈທີ່ມີ ນໍ້າສະອາດໃຊ້ ເຮັດໃຫ້ຊຸມຊົນມີ ຄວາມສະດວກສະບາຍໃນການ ດຳລົງຊີວິດ. ພ້ອມນີ້, ໂຄງການຍັງ ໄດ້ຈັດຝຶກອົບຮົມສ້າງຄວາມເຂັ້ມ ແຂງໃຫ້ແກ່ຊຸມຊົນ ເພື່ອຕອບໂຕ້ກັບ ໄພພິບັດທາງທຳມະຊາດ ທີ່ຈະເກີດ ຂຶ້ນ ເປັນຕົ້ນ ໃຫ້ຄວາມຮູ້ພື້ນຖານ ກ່ຽວກັບໄພພິບັດ, ວິທີການຕອບໂຕ້ ແລະ ການກໍາຈັດສັດຕູພືດ. ໃນໂອກາດດຽວກັນ, ທ່ານພອນ ຈັດຕັ້ງ ແລະ ການນໍາພາສ້າງບ້ານ ຫຽງ ເປັນບ້ານພັດທະນາ ປະຊາຊົນ ຢູ່ດີກິນດີ, ມີແບບແຜນການດຳລົງ ຊິວິດທີ່ໝັ້ນຄົງ ແລະ ຂໍໃຫ້ສືບຕໍ່ນໍາ ໃຊ້ທ່າແຮງເນື້ອທີ່ດິນທີ່ມີ ເພື່ອ ຂະຫຍາຍການຜະລິດ ໃຫ້ກຸ້ມຢູ່ກຸ້ມ ກິນແລະກາຍເປັນສິນຄ້າ ສືບຕໍ່ວຽກ ງານປ້ອງກັນຊາດປ້ອງກັນຄວາມ ສະຫງົບຖືເປັນວຽກບຸລິມະສິດທີ່ ສໍາຄັນ ເພື່ອຮັບປະກັນການດໍາລົງຊີ ວິດຂອງປະຊາຊົນ, ເຮັດໃຫ້ເປັນ ເຂດຊາຍແດນມິດຕະພາບ ອຳນວຍ ຄວາມສະດວກໃຫ້ແກ່ການພົວພັນ ລະຫວ່າງປະເທດ, ການແລກປ່ຽນ ຊື້-ຂາຍສິນຄ້າ, ການນໍາເຂົ້າ-ສົ່ງ ອອກສິນຄ້າ. ພ້ອມນີ້, ທ່ານຍັງເນັ້ນ ເຖິງບັນຫາການສຶກສາຂອງເດັກ ເອົາໃຈໃສ່ໃຫ້ເດັກນ້ອຍໄດ້ຮັບການ ສຶກສາໃນແຕ່ລະຂັ້ນ ແລະ ການເຂົ້າ ເຖິງສຸຂາພິບານຂອງປະຊາຊົນ ໂດຍສະເພາະແມ່ນເດັກນ້ອຍ ແລະ ອື່ນໆ. ຈາກນັ້ນ, ທ່ານຮອງປະທານ ປະເທດ ພ້ອມຄະນະກໍໄດ້ໄປຢ້ຽມ ຢາມດ່ານປະເພນີຊ່ອງຕາອູ ເມືອງ ສຸຂຸມາ ຕື່ມອີກ. ຂ່າວ: ພູທິບສະຫວັນ ແກ່ນບຸດຕາ ເ ຄື່ອງຈັກຟອກໝາກໄຂ່ຫລັງ ໜ່ວຍນີ້, ອົງການກາແດງ ຈະນໍາ ໃຊ້ເຂົ້າໃນການປິ່ນປົວຜູ້ທີ່ເປັນພະ ຍາດໝາກໄຂ່ຫລັງຊຸດໂຊມຊໍ້າເຮື້ອ ບໍ່ສາມາດຂັບຖ່າຍທາດເບື່ອອອກໄດ້ ຈໍາເປັນຕ້ອງຟອກອາທິດໜຶ່ງສາມ ຄັ້ງ ເພື່ອຕໍ່ຊີວິດຂອງເຂົາເຈົ້າ. ຂ່າວ: ສຸກສະຫວັດ ທານສະພາແຫ່ງຊາດ, ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກແຂວງ, ເຈົ້າແຂວງໄຊຍະບູ ລີ, ມີສະຫາຍການນໍາຂັ້ນສູນກາງ, ການນໍາຂັ້ນແຂວງ, ຂັ້ນເມືອງເຂົ້າ ຮ່ວມ. ສະຫາຍ ພົງສະຫວັນ ສິດທະວົງ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້,ໄດ້ ເຊື່ອມຊຶມຄຳສັ່ງຂອງຄະນະເລຂາ ທິການສູນກາງພັກ ເລກທີ 268/ ຄລສພ, ລົງວັນທີ 20/1/2023 ວ່າດ້ວຍການດໍາເນີນກອງປະຊຸມ ຄົບຄະນະກາງສະໄໝຂອງຄະນະ ບໍລິຫານງານພັກແຕ່ລະຂັ້ນ ມາດ ຕະຖານຄະນະບໍລິຫານງານພັກ ແຂວງ ສິດ ແລະ ໜ້າທີ່ ຂອງຄະນະ ພັກແຂວງ ຂໍ້ຫ້າມສໍາລັບສະມາຊິກ ພັກ. ພ້ອມນີ້, ບັນດາຜູ້ແທນກອງປະ ຊຸມ ຈະໄດ້ຮັບຟັງຄໍາເຫັນຊີ້ນໍາຈາກ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງ ພັກ, ປະທານສະພາແຫ່ງຊາດ, ຜູ້ຊີ້ ນໍາແຂວງໄຊຍະບູລີ, ກ່ອນໃຊ້ສິດ ລົງຄະແນນສຽງທາບທາມຫາງ ສຽງຄວາມເຊື່ອໝັ້ນໄວ້ວາງໃຈ ຕໍ່ການນໍາພາລວມ, ບຸກຄົນຄະນະ ບໍລິຫານງານພັກແຂວງໄຊຍະບູລີ ກາງສະໄໝທີ7**. ພ້ອມນີ້, ກອງປະ ຊຸມຍັງຕີລາຄາທົບທວນຄືນໝາກ ຜົນ ຂອງການນໍາພາລວມ ແລະ ບຸກ ຄົນຄະນະບໍລິຫານງານພັກແຂວງ ໄລຍະ 2 ປີເຄິ່ງຜ່ານມາ ໂດຍເລັ່ງ ໃສ່ຍົກສູງຄວາມສາມາດນຳພາ ແລະ ລັກສະນະນໍາໜ້າຂອງຄະ ນະພັກທຸກຂັ້ນ. ສິ່ງສຳຄັນກໍເພື່ອ ກວດກາຄວາມຮັບຜິດຊອບການ ເມືອງຂອງບັນດາສະຫາຍໃນຄະ ນະບໍລິຫານງານພັກແຂວງຕໍ່ການ ນຳພາລວມແລະຄວາມຮັບຜິດຊອບ ຂອງບຸກຄົນໃນຄະນະພັກ ຕາມການ ແບ່ງງານ, ແບ່ງຄວາມຮັບຜິດຊອບ, ຊອກໃຫ້ເຫັນດ້ານຕັ້ງໜ້າທີ່ຈະເສີມ ຂະຫຍາຍ ແລະ ເຫັນໄດ້ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ ໄຂ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ. ໂອກາດນີ້, ສະຫາຍ ພົງສະຫວັນ ສິດທະວົງ ໄດ້ຮຽກຮ້ອງມາຍັງຜູ້ ແທນກອງປະຊຸມຈົ່ງເຊີດຊູຄວາມ ຮັບຜິດຊອບຂອງຕົນ ເຂົ້າໃນການ ທາບທາມຄວາມເຊື່ອໝັ້ນໄວ້ວາງ ໃຈຕໍ່ການນຳພາລວມ ແລະ ບຸກຄົນ ຄະນະບໍລິຫານງານພັກແຂວງ ຢ່າງ ພາວະວິໄສຖືກຕ້ອງຕາມຄວາມ ເປັນຈິງ ແລະ ຍຶດໝັ້ນຕາມຫລັກ ການ, ກົດລະບຽບ ແລະ ທັດສະນະ ຂອງພັກຢ່າງຖືກຕ້ອງ ສຳຄັນແມ່ນ ຕ້ອງຫລີກລ້ຽງການມີທັດສະນະ ອັກຄະຕິສ່ວນຕົວ ເພື່ອເປັນການໂຈມ ຕີບຸກຄົນໃດບຸກຄົນໜຶ່ງ ຫລື ຕໍ່ການ ຈັດຕັ້ງໃດໜຶ່ງກໍຄືຕໍ່ການນຳພາລວມ ໂດຍບໍ່ມີການວິເຄາະວິໄຈໄຕ່ຕອງ ຖີ່ຖ້ວນ ທີ່ຈະພາໃຫ້ບຸກຄົນ ຫລື ການ ຈັດຕັ້ງ ນັ້ນໆມີການເສື່ອມເສຍ, ແຕ່ໃນທີ່ນີ້ບໍ່ໝາຍຄວາມວ່າຈະບໍ່ ໃຫ້ມີການຕຳນິສົ່ງຂ່າວແຕ່ການຕຳ ນິສົ່ງຂ່າວນັ້ນຕ້ອງມີລັກສະນະທີ່ ສ້າງສັນ, ຮັບປະກັນເຮັດໃຫ້ບຸກ ຄົນໃນຄະນະພັກດັ່ງກ່າວ ໄດ້ຮັບຮູ້, ພ້ອມກັນນັ້ນ ສະຫາຍທີ່ຖືກຕຳນິສົ່ງ ຂ່າວ ກໍໃຫ້ນຳເອົາຄໍາຕໍານິສົ່ງຂ່າວ ໄປພິຈະລະນາ ເພື່ອເປັນບົດຮຽນ ແລະ ປັບປຸງປົວແປງຕົນເອງໃຫ້ມີ ການຫັນປ່ຽນທີ່ຕັ້ງໜ້າແທ້. ຂ່າວ-ພາບ: ບຸນທີ ແຂວງສາລະວັນ ໃຫ້ຮູ້ວ່າ: ແຂວງ ສາລະວັນ ເປັນແຂວງທີ່ມີຄວາມ ສະຫງົບທາງດ້ານການເມືອງ, ສັງ ຄົມມີຄວາມສະຫງົບໂດຍພື້ນຖານ, ລະບົບການເມືອງຂັ້ນຕ່າງໆ ໄດ້ຮັບ ການປັບປຸງ, ການຜະລິດສິນຄ້າ ຂອງປະຊາຊົນບັນດາເຜົ່ານັບມື້ນັບ ຫລາຍຂຶ້ນ, ຄວາມທຸກຍາກຂອງ ປະຊາຊົນໄດ້ຮັບການແກ້ໄຂ ແລະ ຫລຸດລົງເປັນກ້າວໆ, ຕາມບໍລິ ເວນຊາຍແດນລະຫວ່າງປະເທດມີ ຄວາມສະຫງົບ ແລະ ສາມາດສະ ກັດກັ້ນເຫດການຕ່າງໆທີ່ພົວພັນເຖິງ ຄວາມໝັ້ນຄົງຂອງປະເທດຊາດ, ຮັກສາໄດ້ສາຍພົວພັນທີ່ເປັນມູນ ເຊື້ອລະຫວ່າງຊາດ. ອັນພົ້ນເດັ່ນໃນ ເດືອນຜ່ານມາ ໄດ້ເປີດດ່ານປະເພນີ ບ້ານຄັນທຸງໄຊ ເມືອງຄົງເຊໂດນ ກັບບ້ານຄັນຕະກຽນ ອຳເພີໂຂງ ຈຽມ ປະເທດໄທ ແລະ ຈັດກອງປະ ຊຸມຄະນະກຳມະການຮ່ວມມືຮັກສາ ຄວາມສະຫງົບຮຽບຮ້ອຍຕາມຊາຍ ແດນລາວ-ໄທ ຄັ້ງທີ 13. ນອກນັ້ນ, ຍັງໄດ້ຖືເອົາການສຶກສາອົບຮົມ ການເມືອງແນວຄິດໃຫ້ແກ່ພະນັກ ງານ-ລັດຖະກອນເປັນກົກ, ສືບຕໍ່ຫັນ ລົງກໍ່ສ້າງຮາກຖານການເມືອງ ສ້າງທ່າສະໜາມ 3 ຂັ້ນ, ເອົາໃຈໃສ່ ແກ້ໄຂເປົ້າໝາຍຂົນສົ່ງຢາເສບຕິດ, ຄ້າຂາຍຜິດກົດໝາຍ ແລະ ອື່ນໆ. ມາຮອດປັດຈຸບັນ, ກຸ່ມບ້ານສູ້ຮົບຕິດ ລຽນມີ 3 ກຸ່ມບ້ານ, ບ້ານປ້ອມໝັ້ນ 24 ບ້ານ, ບ້ານປ້ອງກັນຊາດເຂັ້ມ ແຂງ 112 ບ້ານ, ບ້ານປ້ອງກັນ ຄວາມສະຫງົບດີມີ 263 ບ້ານ ແລະ ວຽກງານອື່ນໆ ກໍໄດ້ຮັບຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້. ຈາກນັ້ນ, ໃນພິທີໄດ້ຜ່ານມະຕິ ຕົກລົງຂອງຄະນະເລຂາທິການສູນ ແຂວງໄຊຍະບູລີຈັດຂຶ້ນໃນວັນທີ12 ພຶດສາພາ 2023 ຜ່ານມາ ທີ່ຫ້ອງ ວ່າການແຂວງໄຊຍະບູລີ ໂດຍການ ຮ່ວມລົງນາມລະຫວ່າງທ່ານສົມບູນ ອິນຖະປັດຖາ ຫົວໜ້າຫ້ອງການກະ ຊວງການເງິນ ແລະ ທ່ານ ພອນສະ ຫວັນ ໄຊສົມພັນ ຫົວໜ້າຫ້ອງວ່າ ການແຂວງໄຊຍະບູລີ, ມີທ່ານ ສັນຕິ ພາບພົມວິຫານລັດຖະມົນຕີກະຊວງ ການເງິນ ແລະ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີ ບັນດາກົມກ່ຽວຂ້ອງ ຈາກກະຊວງ, ປະທານສະພາປະຊາຊົນແຂວງ, ມີ ພະນັກງານຂະແໜງການເງິນອ້ອມ ຂ້າງແຂວງ ແລະ ເມືອງເຂົ້າຮ່ວມ. ອີງຕາມ ຂໍ້ຕົກລົງວ່າດ້ວຍການ ເຮັດທົດລອງມອບຫົວໜ່ວຍວິ ສາຫະກິດໃຫ້ 9 ແຂວງຄຸ້ມຄອງ ປີ 2023 ສະບັບເລກທີ 0698 ກງ, ລົງວັນທີ 10 ມີນາ 2023 ກະຊວງ ການເງິນ ແລະ ແຂວງໄຊຍະບູລີ ເຫັນດີເປັນເອກະພາບມອບ-ຮັບ ການທົດລອງຫັນຫົວໜ່ວຍວິສາ ຫະກິດທີ່ສູນກາງຄຸ້ມຄອງໃນໄລຍະ ຜ່ານມາໃຫ້ແຂວງໄຊຍະບູລີ ສືບຕໍ່ ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໃນປີ 2023 ເພື່ອສ້າງຄວາມເຂັ້ມແຂງໃຫ້ ແຂວງໄຊຍະບູລີກ້າວໄປເປັນກຸ້ມຕົນ ເອງ ແລະ ເກີນດຸນໃນຕໍ່ໜ້າ. ໃນ ນັ້ນ, ປະກອບດ້ວຍ 13 ຫົວໜ່ວຍວິ ສາຫະກິດ ຄື: ບໍລິສັດ ໄຟຟ້າຫົງສາ ຈໍາກັດ, ບໍລິສັດ *5"-*"/ 5)"* )0/(4"$0.-5%, ບໍລິສັດ ພູໄຟມາຍນິງ ຈໍາກັດ, ການໄຟຟ້າ ຝ່າຍຜະລິດແຫ່ງປະເທດໄທ, ບໍລິສັດ 4")",0- &26*1.&/5 16#-,ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ, ບໍລິສັດ ເມືອງເງິນ ເອັນເຕີ ພຣາຍ ຈໍາກັດ, ບໍລິສັດ ເອັມ ພີຈີມາຍ ນິງ ຈໍາກັດ, ບໍລິສັດ ຊີເນັກ (ລາວ) ຈໍາກັດ, ບໍລິສັດ ນໍ້າພູນ ພາວເວີ ຈໍາ ກັດ, ບໍລິສັດ ມໍລະກົດ ເຢນຊຽນ ບໍ່ ແຮ່ ຈໍາກັດ, ບໍລິສັດ ທີທີ ພາວເວີ ໂຕໂທ່ ຈໍາກັດຜູ້ດຽວ ແລະ ບໍລິສັດ ທີທີ ພາວເວີ 45 ຈໍາກັດຜູ້ດຽວ. ລວມເປັນມູນຄ່າ 272 ຕື້ກວ່າກີບ (ອີງຕາມຖານຂໍ້ມູນ ປີ 2023). ໃນພິທີ, ທ່ານ ສັນຕິພາບ ພົມວິ ຫານໄດ້ມີຄໍາເຫັນວ່າ: ວຽກງານຫັັນ ຫົວໜ່ວຍວິສາຫະກິດທີ່ສູນກາງ ຄຸ້ມຄອງມອບໃຫ້ທ້ອງຖິ່ນສືບຕໍ່ຄຸ້ມ ຄອງ ເພື່ອຮັບປະກັນໃຫ້ທ້ອງຖິ່ນກຸ້ມ ຕົນເອງທາງດ້ານງົບປະມານ, ແມ່ນ ວຽກງານຍຸດທະສາດສໍາຄັນຂອງ ຂະແໜງການເງິນ ໂດຍສອດຄ່ອງ ກັບມະຕິຂອງກົມການເມືອງສູນ ກາງພັກ ສະບັບເລກທີ 03/ກມສພ, ລົງວັນທີ15 ກຸມພາ2012 ວ່າດ້ວຍ ວຽກງານ 3 ສ້າງຄື:“ສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງ ເມືອງເປັນຫົວໜ່ວຍເຂັ້ມແຂງຮອບ ດ້ານ, ສ້າງບ້ານເປັນຫົວໜ່ວຍພັດ ເຮັດວຽກ, ຢູ່ສະຖານການສຶກສາ, ອາດແມ່ນເຈົ້າຂອງທຸລະກິດ, ອາສາ ສະມັກກາແດງ, ອາດແມ່ນຄົນຢູ່ ຕາມຫ້າງຮ້ານ, ຕະຫລາດທີ່ເຮົາເດີນ ຜ່ານ ຫລື ໃຜທີ່ອາໄສຢູ່ໃກ້ຕົວທີ່ສຸດ ກໍຄື ຜູ້ທີ່ຢູ່ຄຽງຂ້າງເຮົາຢູ່ທຸກເວ ລາ. ເຖິງຢ່າງໃດກໍຕາມພວກເຂົາ ລ້ວນແຕ່ແມ່ນບຸກຄົນທີ່ຊ່ວຍເຫລືອ ພວກເຮົາ, ພວກເຂົາແມ່ນອາສາສະ ໝັກ ແລະ ບຸກຄົນທີ່ຢູ່ໃນຊຸມຊົນທີ່ ມອບເວລາ ແລະ ຊັບພະຍາກອນ ເຊິ່ງເຮັດໄປດ້ວຍຄວາມຮັກ ແລະ ເຮັດມາຈາກຈິດໃຈ. ໂອກາດນີ້, ທ່ານ ພູທອນ ເມືອງ ປາກ ໄດ້ຍົກໃຫ້ເຫັນກ່ຽວກັບຄວາມ ເປັນມາຂອງວັນສໍາຄັນດັ່ງກ່າວ ວ່າ: ໃນວັນທີ 14 ມິຖຸນາ 1859, ທ່ານ ອັງຣີດຸຍນັງ ()FOSZ %VOBOU) ນັກທຸລະກິດຊາວສະວິດ ໄດ້ເດີນທາງຜ່ານທົ່ງຫຍ້າ ໂຊນ ເຟຣີ ໂນ ທາງພາກເໜືອຂອງປະເທດ ອີຕາລີ ຊຶ່ງເປັນສະໝໍລະພູມລະຫ ວ່າງກອງທັບຝຣັ່ງ ແລະ ໂອຕຣິດ ທີ່ມີທະຫານບາດເຈັບ ແລະ ລົ້ມ ຕາຍຫລາຍກວ່າ 4 ໝື່ນຄົນ, ຈາກ ເຫດການອັນໜ້າສະເທືອນຂວັນ ດັ່ງກ່າວທ່ານເກີດແນວຄວາມຄິດ ດ້ານມະນຸດສະທຳ ແລະ ໃຫ້ການ ຊ່ວຍເຫລືອສິ່ງຈຳເປັນອັນຮີບດ່ວນ, ຈຶ່ງຕັດສິນໃຈໃຊ້ໂບດທີ່ຢູ່ໃກ້ເຂດ ສົງຄາມເປັນໂຮງໝໍຊົ່ວຄາວ ເພື່ອ ຊ່ວຍເຫລືອ ແລະ ປິ່ນປົວທະຫານ ຝຣັ່ງ ແລະ ໂອຕຣິດ ຢ່າງສະເໝີພາບ ກັນ, ລວມທັງການຮັບຝາກຂໍ້ມູນ ຂ່າວສານຂອງທະຫານທັງສອງ ຝ່າຍ. ຕໍ່ມາທ່ານໄດ້ກັບຄືນປະເທດ ສະວິດ ແລະ ຂຽນປຶ້ມຫົວໜຶ່ງທີ່ ໃສ່ຊື່ວ່າ: ຄວາມຊົງຈຳແຫ່ງເມືອງ ໂຊນເຟຣີ ຊຶ່ງທ່ານໄດ້ພັນລະນາສິ່ງ ທີ່ພົບເຫັນ ແລະ ພ້ອມທັງໄດ້ສະເໜີ ສອງແນວຄວາມຄິດ ຄື: ທຸກໆປະ ເທດຕ້ອງມີອາສາສະໝັກ ເພື່ອໃຫ້ ການຊ່ວຍເຫລືອເວລາມີການປະທະ ກັນດ້ວຍອາວຸດ ແລະ ທຸກໆປະເທດ ຕ້ອງຮັບຜິດຊອບຕໍ່ທະຫານຂອງ ຕົນ, ຈຶ່ງເປັນທີ່ມາຂອງກົດໝາຍມະ ນຸດສະທຳສາກົນ, ຈົນມາຮອດວັນທີ 23 ຕຸລາ 1863 ທ່ານ ອັງຣີດຸຍນັງ ກັບ ເພື່ອນອີກ 4 ຄົນ ໄດ້ສ້າງຕັ້ງຄະ ນະກຳມະການກາແດງສາກົນຂຶ້ນ ເພື່ອຈາລຶກຄຸນງາມຄວາມດີຂອງ ທ່ານ ອັງຣີດູນັງ ຈຶ່ງກຳນົດເອົາວັນ ທີ 8 ພຶດສະພາ ເປັນວັນສ້າງຕັ້ງກາ ແດງແລະຊິກວົງເດືອນແດງສາກົນ. ສໍາລັບ ອົງການກາແດງແຫ່ງ ຊາດລາວ ໄດ້ສ້າງຕັ້ງຂຶ້ນໃນວັນທີ1 ມັງກອນ 1955, ຖືກຮັບຮູ້ຈາກຄະ ນະກຳມະການກາແດງສາກົນໃນ ວັນທີ 23 ພຶດສະພາ 1957 ແລະ ເຂົ້າເປັນສະມາຊິກຂອງສະຫະພັນ ກາແດງ ແລະ ຊີກວົງເດືອນແດງ ສາກົນ (*'$3) ໃນວັນທີ 25 ຕຸລາ 1957, ເປັນອົງການຈັດຕັ້ງທາງ ສັງຄົມຂອງ ສປປ ລາວ ທີ່ເຄື່ອນ ໄຫວວຽກງານມະນຸດສະທຳຢ່າງ ເປັນເອກະລາດ ຢູ່ພາຍໃຕ້ລັດຖະທຳ ມະນູນ, ກົດໝາຍ ແລະ 7 ຫລັກການ ພື້ນຖານຂອງຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ. ຂ່າວ: ວຽງສະຫວັນ, ພາບ: ເກດສະໜາ ທະນາ”. ໂອກາດນີ້, ທ່ານ ພົງສະຫວັນ ສິດທະວົງ ໄດ້ລາຍງານໃຫ້ຮູ້ກ່ຽວ ກັບແຜນລາຍຮັບ-ລາຍຈ່າຍຂອງ ແຂວງ, ທັງລາຍຮັບພູດຂອງສູນ ກາງ ສໍາລັບ 13 ຫົວໜ່ວຍວິສາຫະ ກິດ ທີ່ແຂວງຈະໄດ້ສືບຕໍ່ຄຸ້ມຄອງ ໃຫ້ຂະແໜງການກ່ຽວຂ້ອງເອົາ ໃຈໃສ່ໃນການຄຸ້ມຄອງການຈັດເກັບ ລາຍຮັບ ໃຫ້ຮັດກຸມຂຶ້ນກວ່າເກົ່າ, ແລກປ່ຽນ ແລະ ປະສານສົມທົບກັບ ສູນກາງຢ່າງຕໍ່ເນື່ອງ ເພື່ອແກ້ໄຂບັນ ຫາຂໍ້ຄົງຄ້າງໃຫ້ທັນການ ແລະ ສູ້ ຊົນໃຫ້ໄດ້ຕາມຄາດໝາຍ. ຂ່າວ-ພາບ: ກະຊວງການເງິນ ສະຫວັນ ນາຍບ້ານຂຸນໜຸ່ມຫລວງ ເມືອງຜົ້ງສາລີ ໄດ້ຕ່າງໜ້າໃຫ້ປະ ຊາຊົນພາຍໃນບ້ານ ສະແດງຄວາມ ຂອບໃຈມາຍັງອົງການອາຫານ ໂລກ ທີ່ໃຫ້ການສະໜັບສະໜູນຊ່ວຍ ເຫລືອລະບົບນໍ້າລິນ ແລະ ສະໜອງ ເຂົ້າໃຫ້ປະຊາຊົນກູ້ຢືມ, ເຮັດໃຫ້ພໍ່- ແມ່ປະຊາຊົນພາຍ ໃນບ້ານມີຊີວິດ ການເປັນຢູ່ດີຂຶ້ນຈາກແຕ່ກ່ອນ, ມີ ເຂົ້າກິນຢ່າງພຽງພໍ່ ແລະ ໄດ້ຊົມໃຊ້ ນໍ້າສະອາດ. ຂ່າວ-ພາບ: ກິດຕາ ກາງພັກ ເລກທີ 318/ຄລສພ ວ່າ ດ້ວຍການແຕ່ງຕັ້ງ ສະຫາຍ ດາວວົງ ພອນແກ້ວ ເປັນປະທານຄະນະກຳ ມະການ ປກຊ-ປກສ ແຂວງສາລະ ວັນ, ສ່ວນຮອງປະທານທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ. ຂ່າວ-ພາບ: ທິດລານີ ໂຄດໂຍທາ

RkJQdWJsaXNoZXIy MTc3MTYxMQ==