5620

xtgmf]k; 6 17/05/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ -u ;y f{;a fmtotme ຮຽບຮຽງໂດຍ: ໄໝຄຳຍ້ອມສິນ dko7;[75 ,rtpkf8y f8+ ໃນມາດຕາ 19 ຂອງກົດໝາຍ ວ່າດ້ວຍການກັນ ແລະ ຄວບຄຸມພະ ຍາດຕິດຕໍ່ສະບັບປີ 2017 ແມ່ນເວົ້າ ເຖິງການຄວບຄຸມພະຍາດຕິດຕໍ່ ຊຶ່ງ ໃນການຄວບຄຸມພະຍາດຕິດຕໍ່ນີ້ ກໍລວມມີຫລາຍມາດຕະການ ເຊັ່ນ: ການເຝົ້າລະວັງປະຈໍາວັນ, ການ ລາຍງານປະຈໍາວັນ, ການສືບຄົ້ນ ຫາສາເຫດການເກີດ ແລະ ການ ລະບາດ, ການຢັ້ງຢືນການເກີດລະ ບາດພະຍາດຕິດຕໍ່, ການປະເມີນຜົນ ກະທົບ, ການຄົ້ນຄວ້າວິທະຍາສາດ, ການປະກາດແລະການຍົກເລີກເຂດ ການລະບາດ, ການປະຕິບັດງານ ເຫດສຸກເສີນດ້ານສາທາລະນະສຸກ, ການຄວບຄຸມການຕິດເຊື້ອພະຍາດ ຕິດຕໍ່ທີ່ຮ້າຍແຮງ, ການກັກກັນຢູ່ ດ່ານ, ການແຍກປ່ຽວ, ການຄຸ້ມ ຄອງກໍລະນີສົງໄສນໍາເຊື້ອພະຍາດ ຫລື ຄົນເຈັບ, ການສື່ສານ ເພື່ອຫລຸດ ຜ່ອນຄວາມສ່ຽງ, ການໂຕ້ຕອບຕໍ່ ການລະບາດຂອງພະຍາດຕິດຕໍ່. ສະເພາະການເຝົ້າລະວັງ ປະຈຳ ວັນ ໃນມາດຕາ 20 ຂອງກົດໝາຍ ໄດ້ໃຫ້ນິຍາມວ່າ: ແມ່ນການຕິດ ຕາມ, ເກັບກໍາ, ສັງລວມ, ວິເຄາະ ແລະ ແປ ຫລື ອະທິບາຍຜົນຂອງ ການວິເຄາະຂໍ້ມູນເປັນຕົ້ນ ອາການ ຂອງຄົນເຈັບ, ການເພີ່ມຂຶ້ນ ຫລື ຫລຸດລົງຂອງ ຈໍານວນຄົນເຈັບ ຫລື ຈໍານວນຜູ້ເສຍຊີວິດ ໃນໄລຍະທີ່ມີ ການເກີດລະບາດ ໂດຍຂະແໜງ ການສາທາລະນະສຸກ ຕ້ອງເອົາໃຈ ໃສ່ເກັບກໍາ ແລະ ວິເຄາະຂໍ້ມູນຂ່າວ ສານຢ່າງເປັນລະບົບ ພ້ອມທັງປະ ສານສົມທົບກັບຂະແໜງການ, ອົງ ການປົກຄອງທ້ອງຖິ່ນ ແລະ ອົງ ການຈັດຕັ້ງສາກົນທີ່ກ່ຽວຂ້ອງ ເພື່ອ ດໍາເນີນການຄວບຄຸມພະຍາດຕິດ ຕໍ່ໃຫ້ມີປະສິດທິພາບ. ໃນການຄວບຄຸມພະຍາດຕິດຕໍ່ ນີ້ຍັງມີຫລາຍມາດຕະການທີ່ກ່ຽວ ຂ້ອງ ຊຶ່ງໃນບົດຕໍ່ໄປຈະນຳມາສະ ເໜີຕື່ມ ເພື່ອເປັນຂໍ້ມູນພື້ນຖານໃຫ້ ຜູ້ອ່ານໄດ້ນຳໄປຄົນຄວ້າຕື່ມ ແລ້ວ ພົບກັນໃໝ່ໃນສະບັບໜ້າ. ;y 4u dkofe]q '-u ;y f 0v'gzqj kdb ,,5 [h kook]ao ພາ—ປະ‹ອ— ສູນສະຖິຕິແຫ່ງຊາດ ລາຍງານ ໃນວັນທີ 4 ພຶດສະພາ 2023 ນີ້ວ່າ: ອັດຕາເງິນເຟີ້ລວມຂອງ ສປປ ລາວ ໃນເດືອນເມສາ 2023 ຢູ່ໃນລະດັບ 39,9% ເຊິ່ງເຫັນວ່າຢູ່ໃນທ່າອ່ຽງທີ່ ສືບຕໍ່ຄ່ອຍໆຫລຸດລົງ ພາຍຫລັງ ສປປ ລາວເປີດປະເທດນັບແຕ່ຕົ້ນປີ 2022 ຈົນ ເຖິງປັດຈຸບັນເຮັດໃຫ້ພາກທຸລະກິດ ເຊັ່ນ: ພາກອຸດສາຫະກໍາໂຮງຈັກ-ໂຮງ ງານ,ທ່ອງທ່ຽວ,ການບໍລິການ,ຄົມມະ ນາຄົມ ແລະ ອື່ນໆໄດ້ເປີດດໍາເນີນການ ທຸລະກິດຄືນໃໝ່ປົກກະຕິ ເຊິ່ງໄດ້ປະ ກອບສ່ວນຍູ້ແຮງການພັດທະນາເສດ ຖະກິດ-ສັງຄົມໄດ້ຂັບເຄື່ອນຕໍ່ເນື່ອງ. ແນວໃດກໍດີ, ຄຽງຄູ່ກັບຄວາມຄືບ ໜ້າທາງບວກນັ້ນ ກໍຍັງພົບຄວາມຫຍຸ້ງ ຍາກຈາກສະພາບເສດຖະກິດລວມ ຂອງໂລກໂດຍສະເພາະແມ່ນ ໄພເງິນ ເຟີ້. ຫລ້າສຸດ ບັນດາອົງການຈັດຕັ້ງ ທາງສັງຄົມທີ່ມີສ່ວນຮ່ວມໃນເຄືອ ຂ່າຍໂພຊະນາການ (46/ C4A) ໄດ້ເຜີຍແຜ່ ບົດສຶກສາກ່ຽວກັບຜົນກະ ທົບຂອງອັດຕາເງິນເຟີ້ຕໍ່ການຄໍ້າປະ ກັນດ້ານສະບຽງອາຫານໃນ ສປປ ລາວ ວັນທີ 10 ພຶດສະພາ 2023 ທີ່ ນະຄອນຫລວງວຽງຈັນ ມີທ່ານ ແອນ ໂທນີ້ ແກລນວີລ ທີ່ປຶກສາອາວຸໂສວຽກ ງານສຸຂະພາບແມ່ຍິງ ແລະ RM/C) ຂອງອົງການແຄຣນານາຊາດ ປະຈຳ ສປປ ລາວ ທັງເປັນປະທານຮ່ວມຈາກ 46/ C4A ລາວ ແລະ ຂະແໜງການ ກ່ຽວຂ້ອງເຂົ້າຮ່ວມ. ໂດຍການສຶກສາ ຄັ້ງນີ້ດຳເນີນໂດຍ 13 ອົງກອນ ຢູ່ໃນ 14 ແຂວງ ແລະ ພົບວ່າ 91% ຂອງ ຄົວເຮືອນແມ່ນປະສົບບັນຫາດ້ານຄ່າ ຄອງຊີບ ເນື່ອງຈາກອັດຕາເງິນເຟີ້ ການແຜ່ລະບາດຂອງພະຍາດໂຄວິດ ແລະ ການປ່ຽນແປງຂອງດິນຟ້າອາ ກາດຈາກຜົນການສຶກສາ ບັນດາອົງ ການຈັດຕັ້ງທາງສັງຄົມຈຶ່ງຢືນຢັນ ຄວາມໝາຍໝັ້ນທີ່ຈະສືບຕໍ່ໃຫ້ໂຄງ ການຂອງພວກຕົນສະໜັບສະໜູນ ການດຳລົງຊີວິດ, ກະສິກຳ, ການສຶກ ]k; pa 'rq [[a osk 7k7v'-u [.o7q ;gIn vomuj l6 '0B o ສາແລະສຸຂະພາບສຳລັບຄົວເຮືອນໃນ ປະເທດລາວ ແລະ ສະໜັບສະໜູນຊຸມ ຊົນທີ່ດ້ອຍໂອກາດທີ່ສຸດໃນລາວ ທີ່ໄດ້ ຮັບຜົນກະທົບຈາກອັດຕາເງິນເຟີ້ຄ່າ ຄອງຊີບທີ່ສູງຂຶ້ນ ໃນລະດັບທີ່ແຕກ ຕ່າງກັນໄປ. ການສໍາຫລວດຄວາມໝັ້ນຄົງດ້ານ ສະບຽງອາຫານຄັ້ງນີ້ ພົບວ່າ 47% ຂອງຄົວເຮືອນຂາດອາຫານຢ່າງໜ້ອຍ ໜຶ່ງຄັ້ງໃນ 12 ເດືອນທີ່ຜ່ານມາ 31% ຂອງຜູ້ຕອບແບບສອບຖາມເຄີຍໄດ້ ອົດເຂົ້າ, 56% ຂອງຄົວເຮືອນບໍ່ສາ ມາດກິນອາຫານທີ່ດີຕໍ່ສຸຂະພາບ ຫລື ມີ ໂພຊະນາການໄດ້ຕະຫລອດປີ ຜູ້ຕອບ ແບບສອບຖາມເຊື່ອວ່າສິ່ງທ້າທາຍຕໍ່ ຄວາມໝັ້ນຄົງດ້ານສະບຽງອາຫານ ຂອງເຂົາເຈົ້າແມ່ນເນື່ອງຈາກການ ເພີ່ມຂຶ້ນຂອງລາຄາອາຫານ (67%) ລາຍຮັບບໍ່ພຽງພໍ (66%) ແລະ ການ ເພີ່ມຂຶ້ນຂອງລາຄານໍ້າມັນ (63%) ຜູ້ ຕອບແບບສອບຖາມໃຫ້ຮູ້ວ່າຄົວເຮືອນ ຂອງເຂົາເຈົ້າຕ້ອງໃຊ້ມາດຕະການ ແກ້ໄຂທາງລົບເຊັ່ນ ການຊື້ອາຫານ ໜ້ອຍລົງ (71%) ການຊື້ຫາອາຫານ ໃຫ້ໄດ້ຫລາຍຂຶ້ນ (65%) ກິນໜ້ອຍ ລົງ (52%) ຢືມເງິນ (41%) ແລະ ຂາຍຊັບສິນ(34%)ຄົວເຮືອນທີ່ຕອບ ແບບສອບຖາມຍັງໃຫ້ຮູ້ວ່າມີການຫລຸດ ຜ່ອນການໃຊ້ຈ່າຍດ້ານການສຶກສາ (15%) ມີເດັກນ້ອຍຂາດໂຮງຮຽນ ຫລື ປະລະການຮຽນ (13%) ແລະ ຫລຸດຜ່ອນການໃຊ້ຈ່າຍໃນການຮັກສາ ສຸຂະພາບທີ່ຈໍາເປັນ (12%). ນອກ ຈາກນີ້, ການສຳຫລວດອື່ນໆກ່ຽວກັບ ຄວາມໝັ້ນຄົງດ້ານສະບຽງອາຫານ ເມື່ອບໍ່ດົນມານີ້ພົບບັນຫາທີ່ຄ້າຍຄືກັນ ຈາກບົດລາຍງານການຕິດຕາມປະຈຳ ເດືອນຂອງW'P ພົບວ່າ 12%ຂອງ ຄົວເຮືອນໃນລາວແມ່ນບໍ່ຄໍ້າປະກັນ ດ້ານສະບຽງອາຫານ ການສຳຫລວດ ຂອງອົງການສູພານິມິດເມື່ອບໍ່ດົນມານີ້ ຍັງພົບວ່າ ໃນ 9 ແຂວງ ມີປະຊາຊົນ 35% ທີ່ເຄີຍບໍ່ໄດ້ກິນອາຫານໝົດມື້ ຢ່າງໜ້ອຍໜຶ່ງຄັ້ງໃນປີທີ່ຜ່ານມາ. ກະຊວງແຜນການ ແລະ ການລົງ ທຶນກໍໄດ້ລາຍງານວ່າ: ບັນຫາເງິນເຟີ້ ຍັງເປັນສິ່ງທ້າທາຍຕໍ່ການພັດທະນາ ເສດຖະກິດ-ສັງຄົມ ໂດຍໃນ 3 ເດືອນ ຕົ້ນປີ2023ອັດຕາເງິນເຟີ້ສືບຕໍ່ເພີ່ມຂຶ້ນ ລື່ນປີຜ່ານມາ. ນອກຈາກກະທົບຕໍ່ການ ໃຊ້ຈ່າຍລາຍວັນແລ້ວ, ຍັງສົ່ງຜົນກະ ທົບດ້ານແຮງງານພາຍໃນປະເທດ. ອີງ ໃສ່ຂໍ້ມູນຈາກສູນສະຖິຕິແຫ່ງຊາດຍັງ ໃຫ້ຮູ້ວ່າ: ອັດຕາເງິນເຟີ້ລວມຂອງລາວ ໃນເດືອນທັນວາ 2022 ເຊິ່ງເປັນຕົວ ເລກຄ່າສະເລ່ຍສູງສຸດຂອງປີຜ່ານມາ ຢູ່ທີ່ 39,3%; ມາໃນເດືອນມັງກອນ 2023 ອັດຕາເງິນເຟີ້ເພີ່ມຂຶ້ນເປັນ 40,3%, ຕໍ່ມາເດືອນກຸມພາ 41,3% ແລະ ເດືອນມີນາຢູ່ທີ່41,0%ນັ້ນໝາຍ ຄວາມວ່າ ໄລຍະ 3 ເດືອນຕົ້ນປີ 2023 ຄ່າສະເລ່ຍອັດຕາເງິນເຟີ້ແມ່ນເພີ່ມສູງ ຂຶ້ນກວ່າປີຜ່ານມາ. ພາ—ປະ‹ອ— ບ້ານນາລັນ ຕັ້ງຢູ່ໃນເຂດປ່າສະ ຫງວນນໍ້າຫ້າ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ, ເປັນບ້ານທ່ອງ ທ່ຽວທາງວັດທະນະທຳຂອງຊົນເຜົ່າ ກຶມມຸທີ່ຍັງຮັກສາຮີດຄອງປະເພນີແລະ ວັດທະນະທຳດັ້ງເດີມຂອງຊົນເຜົ່າ ໄວ້ເປັນຢ່າງດີ ແລະ ໜ້າສຶກສາຄົ້ນ ຄວ້າ ຊຶ່ງໄດ້ຮັບຄວາມສົນໃຈຈາກນັກ ທ່ອງທ່ຽວຊາວຕ່າງຊາດເປັນຈຳນວນ ຫລາຍ ໂດຍສະເພາະແມ່ນນັກທ່ອງ ທ່ຽວຈາກທະວີບເອີຣົບ. ການເດີນທາງໄປບ້ານນາລັນ ສາ ມາດໃຊ້ຫລາຍເສັ້ນທາງເຊັ່ນ: ສາມາດ ໃຊ້ລົດໄປຫາບ້ານດ້ວຍທາງດິນແດງ, ເດີນທາງດ້ວຍການພາຍເຮືອກາຍັກ ໄປຕາມແມ່ນໍ້າຫ້າຊົມທໍາມະຊາດແຄມ ນໍ້າຫ້າ ແລະ ສຳຜັດສາຍນໍ້າທີ່ເຢັນສົດ ຊື່ນ, ມີລົມພັດເຢັນໆເຮັດໃຫ້ຮູ້ສຶກຜ່ອນ ຄາຍຢ່າງຍິ່ງເພີດເພີນກັບຄວາມໜ້າ ຕື່ນຕາຕື່ນໃຈຂອງສາຍນໍ້າຫ້າ ທີ່ມີບາງ ບ່ອນອາດວາດສຽວເລັກໜ້ອຍ ໂດຍ ໃຊ້ເວລາປະມານ 3 ຊົ່ວໂມງ ແລະ ເຂົ້າ ຫາບ້ານນາລັນດ້ວຍການຍ່າງປ່າຜ່ານ ພູຜາປ່າດົງຊົມ ທໍາມະຊາດຂອງປ່າສະ ຫງວນນໍ້າຫ້າ ໂດຍໃຊ້ເວລາປະມານ 4 ຊົ່ວໂມງ ຊຶ່ງເສັ້ນທາງທີ່ນັກທ່ອງ ທ່ຽວນິຍົມທີ່ສຸດແມ່ນການຍ່າງປ່າ ເຂົ້າ ເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ເພື່ອທ່ຽວຊົມທຳມະຊາດ ໂດຍການຂຶ້ນ ພູ, ຖ່າຍຮູບຕາມທຳມະຊາດ ອັນສວຍ ສົດງົດງາມ, ຟັງສຽງຮ້ອງຂອງນົກ ແລະ ສັດສາວາສິ່ງນາໆພັນຢ່າງສະ ອອນໃຈ. ພ້ອມທັງໄດ້ສຳຜັດແລະຮຽນ ຮູ້ກ່ຽວກັບທຳມະຊາດ ຕົ້ນໄມ້ໃຫຍ່ ທີ່ ມີອາຍຸຫລາຍຮ້ອຍປີທີ່ຂຽວກະຈີ, ຊົມ ທິວທັດອັນກວ້າງໃຫຍ່ໄພສານສຸດ ສາຍຕາ ທີ່ເຕັມໄປດ້ວຍສັດລ້ຽງລູກ ດ້ວຍນໍ້ານົມ 38 ຊະນິດ ແລະ ສັດປ່າທີ່ ຫາຍາກ 22 ຊະນິດ, ບາງໂອກາດຈະ ເຫັນສັດດັ່ງກ່າວໂດຍບັງເອີນ ພ້ອມ ຖ່າຍຮູບໄວ້ເປັນທີ່ລະນຶກຢ່າງໜ້າຕື່ນ ຕາຕື່ນໃຈ ແລະ ປະທັບໃຈ ລວມທັງສຳ ຜັດອາກາດທີ່ບໍລິສຸດ ເໝາະສົມກັບຄົນ ທີ່ມັກການຜະຈົນໄພມັກສຶກສາຄົ້ນ ຄວ້າຮຽນຮູ້ທຳມະຊາດ. ບ້ານນາລັນເປັນບ້ານທີ່ມີສະເພາະ ຊົນເຜົ່າກຶມມຸ ອາໄສຢູ່ຫລາຍກວ່າ 50 ຄົວເຮືອນ. ປະຊາຊົນໃນບ້ານຖືອາຊີບ ເຮັດກະສິກຳແລະທ່ອງທ່ຽວເປັນຫລັກ ໃນການດຳລົງຊີວິດ ພ້ອມທັງຍັງຮັກ ສາຮີດຄອງປະເພນີ ແລະ ວັດທະນະທຳ ອັນດີງາມດັ້ງເດີມຂອງເຜົ່າໄວ້ເປັນ ຢ່າງດີ, ປະຊາຊົນໃນບ້ານລ້ວນແລ້ວ ແຕ່ມີຈິດໃຈດີງາມ, ຮັກແພງສາມັກຄີ ຊ່ວຍເຫລືອເຊິ່ງກັນແລະກັນ, ເມື່ອມີນັກ ທ່ອງທ່ຽວມາຢາມ ພວກເຂົາຈະຊ່ວຍ ກັນບໍລິການອາຫານຕາມທີ່ນັກທ່ອງ ທ່ຽວມັກ. ບ້ານນາລັນ ເປັນບ້ານທີ່ມີ ສາຍນໍ້າຫ້າໄຫລຜ່ານ ເຮັດໃຫ້ອາກາດ ສົດຊື່ນຕະຫລອດປີ, ມີເຮືອນພັກໂຮມ ສະເຕຂອງຊົນເຜົ່າ ແລະ ອາຫານທີ່ເປັນ ເອກະລັກສະເພາະແລະອາຫານທົ່ວໄປ ໃນລາຄາຖືກ ຊຶ່ງເໝາະແກ່ການໄປ ພັກຜ່ອນຢ່ອນອາລົມ, ອອກຈາກຄວາມ ວຸ່ນວາຍໃນຕົວເມືອງໄປພັກໃຈ ລວມ ທັງທັດສະນະສຶກສາ. ຢູ່ບ້ານນາລັນ ທ່ານຈະໄດ້ຮ່ວມມ່ວນຊື່ນກັບເຜົ່າ ໂດຍ ການເຕັ້ນສະຫລັບໄມ້, ຟ້ອນອ້ອມກອງ ໄຟຕາມປະເພນີເຜົ່າ, ນຸ່ງຊຸດຊົນເຜົ່າ ຫາກມີຄວາມຕ້ອງການ ແລະ ອື່ນໆ ຢ່າງເບີກບານມ່ວນຊື່ນ. ຈາກນັ້ນ, ເຊົ້າ ມື້ຕໍ່ມາຈະໄດ້ສຳຜັດຮຽນຮູ້ວິຖີຊີວິດ ປະຈຳວັນຂອງຊົນເຜົ່າ ເຊັ່ນ: ແຕ່ງຢູ່ຄົວ ກິນ, ຕໍາເຂົ້າ, ຍິງໜ້າເກັກ, ຟ້ອນດາບ ຄູ່, ຕີກອງ ແລະ ອື່ນໆອີກທີ່ໜ້າສົນໃຈ. ນອກນັ້ນ, ຫາກນັກທ່ອງທ່ຽວຄົນ ໃດມີຄວາມສົນໃຈ ເພື່ອສຶກສາຮຽນຮູ້ ຫລາຍຂຶ້ນຍັງສາມາດຮ່ວມ ແລະ ຮຽນ ຮູ້ການດຳລົງຊີວິດປະຈຳວັນຂອງປະ ຊາຊົນພາຍໃນບ້ານເຊັ່ນ:ກ່ຽວເຂົ້າ,ຫາ ປູປາຕາມນໍ້າຫ້າ, ເຮັດໄຮ່ປູກເຂົ້າ, ປູກ ສາລີ ແລະ ພືດຜັກຕ່າງໆ ຕາມຄວາມ ເໝາະສົມຂອງແຕ່ລະລະດູການ. j

RkJQdWJsaXNoZXIy MTc3MTYxMQ==