5620

xtgmf 8a '-kou gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 17/05/2023 xtgmf]k; 4 3]d c]t gsfdko ຕໍ່ຈາ‹ໜ້າ xtgmfgrnj vo,y flkdq o ທ່ານ ຢົ້ງ ຈັນທະລັງສີ ນັກການ ທູດລາວອາວຸໂສ ອະດີດນັກການ ທຸດລາວປະຈໍາຢູ່ຕ່າງປະເທດກ່າວ ໃນເວທີສົນທະນາຫົວຂໍ້: ຄວາມທັນ ສະໄໝແບບຈີນ ແລະ ຄູ່ຮ່ວມຊະຕາ ກໍາ ລາວ-ຈີນ, ທີ່ຈັດຂຶ້ນຢູ່ນະຄອນ ຫລວງວຽງຈັນ ເມື່ອບໍ່ດົນມານີ້ວ່າ: ຈີນ ເປັນຜູ້ສ້າງເສັ້ນທາງສາຍໄໝ ມາແຕ່ດຶກດໍາບັນ ແລະ ມີບົດບາດ ສໍາຄັນໃນການແລກປ່ຽນດ້ານວັດ ທະນະທຳແລະການຄ້າລະຫວ່າງ ມວນມະນຸດຂອງພວກເຮົາ. ທ່ານກ່າວວ່າ: ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ, ຂໍ້ລິເລີ່ມການພັດທະ ນາທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນ ຄົງທົ່ວໂລກ ແລະ ຂໍ້ລິເລີ່ມຄວາມ ສີວິໄລທົ່ວໂລກທັງ 4 ຂໍ້ລິເລີ່ມນີ້, ໜຶ່ງໃນ 4 ແນວຄິດໃຫຍ່ແມ່ນມີຜົນ ກະທົບຢ່າງແຮງທີ່ສຸດໃຫ້ແກ່ການ ພັດທະນາໃນຂະບວນວິວັດທະນາ ການຂອງສັງຄົມມະນຸດຂອງພວກ ເຮົາໃນປັດຈຸບັນແລະອະນາຄົດນັ້ນກໍ ຄື: ໜຶ່ງແລວໜຶ່ງເສັ້ນທາງ ເຊິ່ງ ເບື້ອງຕົ້ນພວກເຮົາຮູ້ກັນໃນນາມ ເສັ້ນທາງສາຍໄໝ, ໂດຍແມ່ນທ່ານ ສີຈິ້ນຜິງ ເປັນຜູ້ສະເໜີຂໍ້ລິເລີ່ມໜຶ່ງ ແລວ ໜຶ່ງເສັ້ນທາງເປັນເທື່ອທໍາອິດ ໃນເວລາທີ່ເພິ່ນຢ້ຽມຢາມປະເທດ ກາຊັກສະຖານ ແລະ ເພິ່ນໄດ້ນໍາສະ ເໜີຢູ່ຈາກາຕ້າ ປະເທດອິນໂດເນເຊຍ ເນື່ອງໃນໂອກາດກອງປະຊຸມສຸດ ຍອດອາຊຽນ. ແນວຄິດໃໝ່ນີ້ ແມ່ນ ແນວຄິດລິເລີ່ມເຮັດໃຫ້ເປັນຍຸດທະ ສາດແນວທາງການຕ່າງປະເທດ ຂອງຈີນທີ່ເຮັດໃຫ້ມີການເປີດກວ້າງ ທາງດ້ານການຄ້າ, ການຮ່ວມມື, ການຊ່ວຍເຫລືອເຊິ່ງກັນແລະກັນ ເພື່ອພັດທະນາ ແລະ ເຮັດໃຫ້ສັງຄົມ ມະນຸດມີຄວາມຄືບໜ້າຢ່າງໄວວາ. ເມື່ອຫວນຄືນ, ນັບແຕ່300ກວ່າ ປີກ່ອນ ຄສ ຈີນໄດ້ເລີ່ມເປີດເສັ້ນ ທາງສາຍໄໝ ນັບແຕ່ທະວີບເອີຣົບ ໂດຍຜ່ານບັນດາປະເທດຕາເວັນ ອອກກາງ ທີ່ມີຄວາມຕ້ອງການໄປ ມາ-ຄ້າຂາຍກັບຈີນ ແລະ ຈີນ ກໍມີ ຄວາມຕ້ອງການຄ້າຂາຍກັບເອີຣົບ ໂດຍຜ່ານບັນດາປະເທດຕາເວັນ ອອກກາງ. ເສັ້ນທາງສາຍໄໝ ແຕ່ ກ່ອນມີສອງເສັ້ນທາງຄືທາງບົກ ແລະ ທາງທະເລ. ເສັ້ນທາງບົກແມ່ນ ນັບແຕ່ຈີນຂຶ້ນເມືອຮອດເອີຣົບທີ່ປະ ເທດອີຕາລີ, ສິນຄ້າທີ່ຕ້ອງການມີວັດ ຖຸປະເສີດ, ແຮ່ທາດຄໍາ, ເງິນ, ທອງ ແລະ ໄໝ. ເວລານັ້ນ, ເອີຣົບຕ້ອງ ການ ໄໝຈີນຫລາຍທີ່ສຸດ ຈີນກໍຕ້ອງ ການເຕັກໂນໂລຊີໃໝ່ ຕ້ອງການມ້າ ຈາກບັນດາປະເທດອາຣັບ. ສະນັ້ນ, ຈິ່ງມີການແລກປ່ຽນການຄ້າກັນ ຢ່າງໃຫຍ່ຫລວງ. ຢັ້ງຢືນວ່າ: ຈີນ ເປັນຜູ້ສ້າງເສັ້ນທາງສາຍໄໝມາ ແຕ່ດຶກດໍາບັນ ແລະ ມີບົດບາດສໍາ ຄັນໃນການແລກປ່ຽນດ້ານການຄ້າ ລະຫວ່າງມວນມະນຸດ ແລະ ເປັນ ໜຶ່ງໃນເຈດຈໍານົງຂອງຈີນທີ່ຕ້ອງ ການເປີດກວ້າງປະເທດ ເພື່ອເຮັດ ໃຫ້ຕົນເອງທັນສະໄໝ ເສັ້ນທາງ ສາຍໄໝທີ່ທັນສະໄໝມີ: ທາງບົກ ແລະ ທາງທະເລ, ທາງທະເລ ແມ່ນ ເພິ່ນໄດ້ສໍາຫລວດມາແຕ່ສະໄໝສະ ຕະວັດທີ 15 ເປັນເສັ້ນທາງທີ່ສໍາຄັນ ແລະ ມາຮອດປັດຈຸບັນແນວຄິດ ຂອງທ່ານ ສີຈິ້ນຜິງ ບໍ່ພຽງແຕ່ສະ 4 c0;'rkdg|n v pq d]tfa [7;k,I6h dkod;fdk,kf8t4kodtly demuj fu vq 'dkodkcf'-j ;pgs]n vv5 xtdvo dkolb dlk.sh oa dIPom5 dpkd0kfg0u o ຂປລ. ກົມປູກຝັງກະຊວງກະສິ ກຳ ແລະ ປ່າໄມ້ ຮ່ວມກັບພະແນກ ກະສິກຳ ແລະ ປ່າໄມ້ແຂວງຫລວງ ນ້ຳທາ ຈັດຝຶກອົບຮົມຍົກລະດັບ ຄວາມຮູ້ກ່ຽວກັບການກວດກາມາດ ຕະຖານກະສິກຳທີ່ດີ ((AP) ໃຫ້ ພະນັກງານຂະແໜງປູກຝັງແຂວງ ຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ ແລະ ແຂວງຫລວງພະບາງ ເພື່ອ ເປັນນັກກວດກາມາດຕະຖານກະສິ ກຳທີ່ດີ ຂຶ້ນໃນວັນທີ 15 ພຶດສະພາ 2023 ຢູ່ແຂວງຫລວງນ້ຳທາ ໂດຍ ໄດ້ຮັບການສະໜັບສະໜູນດ້ານ ທຶນ ຮອນຈາກໂຄງການ A4EA/ AgriTraEe. ຊຸດອົບຮົມຄັ້ງນີ້, ສໍາມະນາກອນ ຈະໄດ້ຮຽນຮູ້ມາດຕະຖານກະສິກຳ ທີ່ດີ ((AP) ແລະ ເງື່ອນໄຂການ ຢັ້ງຢືນມາດຕະຖານກະສິກຳທີ່ດີ ກ່ຽວກັບຄວາມປອດໄພຂອງຜົນຜະ ລິດ, ລະບຽບການ, ວິທີການ ແລະ ເຕັກນິກການກວດກາການນຳໃຊ້ ຢາປາບສັດຕູພືດ, ສະຖານທີ່ປະ ກອບການຜະລິດ, ການປຸງແຕ່ງ, ລາຍການການກວດກາກະສິກໍາທີ່ດີ ແລະ ວິທີການຂຽນບົດລາຍງານ ຫລັງຈາກການລົງກວດກາ, ລະບົບ ການກວດກາພາຍໃນ (IC4), ວິທີ ການສຸ່ມເກັບຕົວຢ່າງຂອງດິນ, ນໍ້າ ເພື່ອນຳໄປວິໄຈຫາສານປົນເປື້ອນ ແລະ ວິທີການຂໍສະໝັກຂໍການຢັ້ງ ຢືນກະສິກຳທີ່ດີ. ພາຍຫລັງຝຶກອົບ ຮົມພາກທິດສະດີແລ້ວ, ສໍາມະນາ ກອນ ຈະໄດ້ລົງປະຕິບັດຕົວຈິງຢູ່ພື້ນ ທີ່ການຜະລິດກະສິກຳທີ່ດີທີ່ຕົວແບບ ປະເທດ ຕັງຊານີ(Tan [ania) ຫລື ຊື່ທາງການສະຫະສາ ທາລະນະລັດ ຕັງຊານີ(6niteE RepVCMiD oG Tan[ania), ນະ ຄອນ ຊື່ ໂດໂດມາ(DoEoNa), ຕັງຊານີ ເປັນປະເທດໜຶ່ງຕັ້ງຢູ່ແຄມ ຝັ່ງພາກຕາເວັນອອກຂອງອາຟຣິກ ກາ, ທາງທິດເໜືອຕິດກັບ ເຄັນຍາ ແລະ ອູກັນດາ, ທາງຕາເວັນຕົກ ຕິດກັບ ຣູວັນດາ, ບູຣຸນດີ ແລະ ກົງ ໂກ, ທາງທິດໃຕ້ຕິດກັບຊຳບີ, ມາ ລາວີ ແລະ ໂມຊຳບິກ, ສ່ວນທາງ ຕາເວັນອອກຕິດກັບມະຫາສະໝຸດ ອິນເດຍ. ກວມເອົາເນື້ອທ່ີທັງໝົດ 883.749 ກິໂລຕາແມັດ, ມີປະ ຊາກອນ 63,59 ລ້ານຄົນ (ໃນປີ 2021), ໃຊ້ພາສາທາງການອັງ ກິດ ແລະ ສວາຮີລີ, ປະຊາຊົນສ່ວນ ໃຫຍ່ ຖືສາສະໜາຄຣີສ, ອິສລາມ ແລະ ອື່ນໆ; ໃຊ້ສະກຸນເງິນ ຊີລລິງ ຕັງຊານີ (T;4). ສ່ວນວັນຊາດ ແມ່ນວັນທີ 9. 12. 1961. ຕັງຊານີ ເປັນປະເທດທ່ີມີຖານ ເສດຖະກິດດີ ຂ້ອນຂ້າງສູງ ເນື່ອງ ຈາກການເມືອງມີສະຖຽນລະພາບ ແລະ ມີສັກກາຍະພາບທາງທຳ ມະຊາດຢ່າງຫລວງຫລາຍ ເຊັ່ນ: ແຮ່ທາດ, ອັນຍາມະນີ, ແກັສທຳມະ ຊາດແລະອື່ນໆ. ນອກນີ້ລັດຖະບານ ຕັງຊານີ ຍັງມີນະໂຍບາຍສົ່ງເສີມ ການລົງທຶນ ໂດຍສະເພາະດ້ານ ການທ່ອງທ່ຽວ ແລະ ໄດ້ຕັ້ງສູນສົ່ງ ເສີມການລົງທຶນ ເພື່ອອຳນວຍ ຄວາມສະດວກໃຫ້ແກ່ນັກລົງທຶນ ຕ່າງປະເທດ. ໂດຍລວມຍອດຜະ ລິດຕະພັນພາຍໃນປະເທດ((DP) 67,84 ຕື້ໂດລາສະຫະລັດ (ໃນປີ 2021), ລາຍໄດ້ສະເລ່ຍຕໍ່ຫົວຄົນ 1.099 ກວ່າໂດລາສະຫະລັດຕໍ່ປີ, ອັດຕາການຂະຫຍາຍຕົວເສດຖະ ກິດ 4,3% ຕໍ່ປີ; ການສົ່ງອອກສິນ ຄ້າ ລວມມີຄໍາ, ກາເຟ, ຜະລິດຕະພັນ ຝ້າຍ, ແຮ່ທາດ, ໝາກພ້າວ, ໝາກ ມ່ວງຫິມະພານ. ສ່ວນສິນຄ້ານຳ ເຂົ້າເປັນຕົ້ນ ເຄື່ອງອຸປະໂພກ-ບໍລິ ໂພກ, ເຄື່ອງກົນຈັກ, ນໍ້າມັນປາມ ແລະ ອື່ນໆ. ປະເທດຄູ່ຮ່ວມມືການ ຄ້າທີ່ສຳຄັນຄື: ອິນເດຍ, ຈີນ, ອາ ຟຣິກາໃຕ້, ເຄັນຍາ,ສະຫະນະຄອນ ເອເມເຣັດ ອາຣັບ, ຍີ່ປຸ່ນ,ໂຮນລັງ ແລະ ເຢຍລະມັນ ຕາມລຳດັບ. ນອກນີ້ ຍັງມີສະຖານທ່ີທ່ອງ ທ່ຽວສວຍງາມຫລາຍແຫ່ງ ເຊັ່ນ: ອຸທະຍານແຫ່ງຊາດ ເຊເຣງເກຕິ, ເປັນທົ່ງຫຍ້າທີ່ກວ້າງໃຫຍ່ໄພສານ ລະດັບໂລກ; ໂງໂຣໂງໂຣ່ເປັນພູໄຟ ມະຫັດສະຈັນ ອັນດັບ 8 ຂອງ ໂລກ ທີ່ມີຄວາມຍາວ 19,2 ກິໂລແມັດ ມີ ຄວາມເລີກເຖິງ 610 ແມັດ; ຄິລິມັນ ຈາໂຣ ເປັນໜຶ່ງໃນ 10 ຂອງຍອດ ພູສູງທີ່ສຸດໃນໂລກ ແລະ ສູງສຸດ ໃນທະວີບອາຟຣິກາ ເຖິງ 5.896 ແມັດ ແລະ ອື່ນໆ. ປະເທດຕັງຊານີ ແລະ ປະເທດ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັບ ໃນວັນທີ 15.05.1978 ເປັນຕົ້ນມາ. ຈາກ ນັ້ນທັງສອງປະເທດ ໄດ້ພ້ອມກັນ ເສີມສ້າງສາຍພົວພັນ ແລະ ຮ່ວມມື ກັນພັດທະນາ ໃຫ້ນັບມື້ແໜ້ນແຟ້ນ ແຕກດອກອອກຜົນຍິ່ງໆຂຶ້ນເລື້ອຍໆ. ຂປລ. ພິທີມອບ-ຮັບເຄື່ອງນຸ່ງ ຫົ່ມ ແລະ ອຸປະກອນການສຶກສາ ເພື່ອໄປຊ່ວຍເຫລືອນັກຮຽນທຸກ ຍາກຂາດເຂີນ ຈັດຂຶ້ນໃນວັນທີ 10 ພຶດສະພາ 2023 ຢູ່ອົງການ ກາແດງແຫ່ງຊາດລາວ ເພື່ອປະ ກອບສ່ວນຊຸກຍູ້ວຽກງານການສຶກ ສາ, ຕາງໜ້າມອບໂດຍ ທ່ານ ຮອງຈັນ ຈັນທະວົງ ຮອງຫົວໜ້າ ຫ້ອງການອົງການກາແດງແຫ່ງ ຊາດລາວ, ກ່າວຮັບໂດຍ ທ່ານນາງ ດາລາວອນ ກິດຕິພັນຫົວໜ້າຫ້ອງ ການກະຊ ວງສຶກສາທິການ ແລະ ກິລາ, ມີພະນັກງານກ່ຽວຂ້ອງສອງ ຝ່າຍເຂົ້າຮ່ວມ. ເຄື່ອງທີ່ນຳມາມອບໃນຄັ້ງນີ້, ປະກອບມີ: ເຄື່ອງນຸ່ງຫົ່ມປະສົມ ຈຳ ນວນ 50 ຖົງ, ອຸປະກອນການ ຂຽນ 100 ກ່ອງ, ລວມມູນຄ່າທັງໝົດ 21 ລ້ານກີບ ໂດຍໄດ້ຮັບການສະໜັບ ສະໜູນຈາກສັງຄົມ ແລະ ກາແດງ ສ ເກົາຫລີ. ໂ ອ ກ າ ດ ນີ້ , ທ່ າ ນ ນ າ ງ ດາລາວອນ ກິດຕິພັນ ຫົວໜ້າຫ້ອງ ການກະຊວງສຶກສາທິການ ແລະ ກິລາ ກໍໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ການຊ່ວຍເຫລືອ ຂອງອົງການກາແດງແຫ່ງຊາດ ລາວ ທີ່ເຫັນໄດ້ເຖິງສຳຄັນ ແລະ ເອົາໃຈໃສ່ໃນການປະກອບສ່ວນ ຊ່ວຍເຫລືອ ຊຸກຍູ້ວຽກງານການ ສຶກສາ ກໍຄືນັກຮຽນ ທີ່ທຸກຍາກຂາດ ເຂີນແລະຫ່າງໄກສອກຫລີກ, ພ້ອມ ທັງໃຫ້ຄຳໝັ້ນສັນຍາວ່າເຄື່ອງ ຊ່ວຍເຫລືອດັ່ງກ່າວ ແມ່ນຈະໄດ້ນຳ ໄປມອບໃຫ້ເຖິງມືຂອງນັກຮຽນ. 9kdlh k'glA omk'lkpw\ra fmtokdh k;0B o gxa o0= ]y g]j u ,|b j 'c]; |b j 'glA omk' h ເໜີ ຂໍ້ລິເລີ່ມເທົ່ານັ້ນ ເພິ່ນໄດ້ສ້າງຕັ້ງ ທະນາຄານແນວຄິດລິເລີ່ມຂອງ ການພັດທະນາທາງດ້ານໂຄງລ່າງ ພື້ນຖານ( BIIB ) ຂຶ້ນມາຮອດປັດ ຈຸບັນ,ໂຄງການເກືອບ 1 ພັນໂຄງ ການ, ມີ 149 ປະເທດເຂົ້າຮ່ວມ ແລະ ມີມູນຄ່າການລົງທຶນຫລາຍ ພັນຕື້ໂດລາ. ສະເພາະປີ 2023, ໜຶ່ງແລວ ໜຶ່ງເສັ້ນທາງຄົບຮອບ 10 ໄດ້ມີ ຜົນງານໜຶ່ງທີ່ດີເດັ່ນທີ່ສຸດ ແລະ ເປັນ ສິ່ງງຶດງໍ້ອັດສະຈັນຂອງໂລກແມ່ນ ເສັ້ນທາງຈາກຈີນໄປຫາປາກິດສະ ຖານ ໂດຍຜ່ານພູຜ່ານທະເລເຈາະ ອຸມົງຂົວໄຕ່ຕາມທະເລ. ມາຮອດ ລາວແມ່ນເສັ້ນທາງລົດໄຟລາວ-ຈີນ ເປັນໜຶ່ງໃນໂຄງການຕົວຈິງຂອງ ເສັ້ນທາງສາຍໄໝ ແລະ ວັນທີ 13 ເມສາ 2023 ລົດໄຟລາວ-ຈີນໄດ້ ເລີ່ມແລ່ນຂ້າມຊາຍແດນຈາກນະ ຄອນຫລວງວຽງຈັນໄປຫາຄຸນໝິງ ສປ ຈີນ, ຍິ່ງເຮັດໃຫ້ພວກເຮົາໄປ ຮອດເອີຣົບໄດ້ໄວຂຶ້ນ, ໂດຍໃຊ້ລະ ບົບລົດໄຟຂອງຈີນ.ໂດຍລວມ, ແນວ ຄິດລິເລີ່ມທັງ 4 ແນວຄິດນີ້ ແມ່ນ ຈະນໍາເອົາເສລີພາບ, ສະເໝີພາບ ຄວາມຢູ່ດີມີສຸກມາໃຫ້ແກ່ປະຊາຊົນ ທົ່ວໂລກ. ດັ່ງຄໍາເວົ້າຂອງທ່ານ ສີຈິ້ນຜິງ ປະທານປະເທດ ສປ ຈີນ ກ່າວຕໍ່ທ່ານ ທອງລຸນ ສີສຸລິດ ປະ ທານປະເທດແຫ່ງ ສປປ ລາວ ໃນ ມື້ເປີດລົດໄຟລາວ-ຈີນ (3ທັນວາ 2021) ເພິ່ນກ່າວວ່າ: ພວກເຮົາໄດ້ ສ້າງສຳເລັດແລ້ວລົດໄຟ ລາວຈີນ, ສອງຊາດພວກເຮົາຈົ່ງຈັບມືຖື ແຂນກັນເຮັດໃຫ້ປະຊາຊົນພວກ ເຮົາຮັ່ງມີຂຶ້ນ. ຫົວໜ້າກອງເລຂາຄະນະ... ຕ້າຖັງ (ລາວ) ໄຟຟ້ານ້ຳຕົກປາກ ແບງ ຈຳກັດ ຢູ່ນະຄອນຫລວງວຽງ ຈັນ ໂດຍທ່ານໄດ້ຊົມເຊີຍຕໍ່ແນວ ຄິດການພັດທະນາສີຂຽວຂອງວິສາ ຫະກິດຈີນຕ້າຖັງ ແລະ ໄດ້ກ່າວວ່າ ຈະເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືລະຫວ່າງສອງຝ່າຍ ເພື່ອຮ່ວມກັນຊຸກຍູ້ການພັດທະນາສີ ຂຽວ ແບບຍືນຍົງທີ່ເຂດອ່າງໂຕ່ງ ແມ່ນ້ຳຂອງ. ທ່ານ ອານຸລັກ ກິດຕິຄຸນ ໄດ້ກ່າວ ວ່າ: ກອງເລຂາຄະນະກຳມາທິການ ແມ່ນ້ຳຂອງສາກົນ ໄດ້ສຸມໃສ່ປະຕິ ບັດຕາມການພັດທະນາແບບຍືນ ຍົງ ໃນຂົງເຂດລຸ່ມແມ່ນ້ຳຂອງ, ພັດທະນາເສດຖະກິດທີ່ຮັບປະກັນ ຄວາມເຂັ້ມແຂງ, ຊຸກຍູ້ການພັດທະ ນາຖາວອນຂອງພາກພື້ນ. ເຂດລຸ່ມ ແມ່ນ້ຳຂອງມີແຫລ່ງຊັບພະຍາກອນ ໄຟຟ້ານ້ຳຕົກທີ່ອຸດົມສົມບູນ ແລະ ມີ ທ່າແຮງຢ່າງຈະແຈ້ງໃນດ້ານອຸດ ສາຫະກຳພະລັງງານສະອາດ ແລະ ຈີນຕ້າຖັງ ກໍມີທ່າແຮງສູງ ໃນການ ພັດທະນາ, ກໍ່ສ້າງ ແລະ ດຳເນີນ ງານໄຟຟ້ານ້ຳຕົກສີຂຽວ ແລະ ຫວັງ ຢ່າງຍິ່ງວ່າສອງຝ່າຍຈະເພີ່ມທະ ວີການແລກປ່ຽນການຮ່ວມມື. ບໍລິສັດ CIina Datang Corporation ໃນຖານະເປັນວິສາຫະ ກິດດີເດັ່ນລະດັບໜຶ່ງໃນ 500 ຂອງ ໂລກ ແລະ ເປັນວິສາຫະກິດພະລັງ ງານໄຟຟ້າຊັ້ນນໍາ ຂອງ ສປ ຈີນ ເຊິ່ງໄດ້ຍຶດໝັ້ນແນວທາງການພັດ ທະນາດ້ານນະວັດຕະກຳ, ການປະ ສານງານ, ສີຂຽວ, ການເປີດກວ້າງ ແລະ ການແບ່ງປັນ, ເປົ້າໝາຍຍຸດ ທະສາດຕົ້ນຕໍແມ່ນຖືເອົາສີຂຽວ ແລະ ກາກບອນຕ່ຳ ໂດຍຊຸກຍູ້ການ ພັດທະນາສີຂຽວດ້ວຍນະວັດຕະກໍາ ເພື່ອປະກອບສ່ວນໃຫ້ແກ່ການພັດ ທະນາສີຂຽວໃນທົ່ວໂລກ. ຂອງໂຄງການຢູ່ແຂວງຫລວງນໍ້າ ທາ ຕື່ມອີກ. ທັງນີ້, ກໍເພື່ອສ້າງຄວາມເຂັ້ມ ແຂງດ້ານຄວາມຮູ້ວິຊາການກວດ ກາໃຫ້ແກ່ພະນັກງານວິຊາການຂະ ແໜງປູກຝັງຂັ້ນແຂວງ ທີ່ເປັນເປົ້າ ໝາຍສ້າງເປັນນັກກວດກາການຜະ ລິດກະສິກໍາທີ່ດີເພື່ອຮອງຮັບເອົາ ການຈັດຕັ້ງປະຕິບັດວຽກງານກວດ ກາ ແລະ ການຢັ້ງຢືນຜົນການກວດ ກາການຜະລິດກະສິກຳທີ່ດີ. ພາຍ ຫລັງສໍາເລັດການຍົກລະດັບແລ້ວ, ສຳມະນາກອນຈະໄດ້ນໍາເອົາຄວາມ ຮູ້ໄປເຜີຍແຜ່ ແລະ ຝຶກອົບຮົມໃຫ້ພະ ນັກງານຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ທີ່ຢູ່ໃນຄວາມຮັບຜິດ ຊອບຂອງຕົນຕາມສິດ ແລະ ໜ້າທີ່ ເພື່ອໃຫ້ຫ້ອງການກະສິກຳ ແລະ ປ່າ ໄມ້ຂັ້ນເມືອງ ໄດ້ຖ່າຍທອດຄວາມຮູ້ ແລະ ນຳພາຈັດຕັ້ງປະຕິບັດມາດຕະ ຖານກະສິກຳທີ່ດີໃຫ້ແກ່ກະສິກອນ ແລະ ຜູ້ປະກອບການທີ່ເຮັດການ ຜະລິດກະສິກຳທີ່ດີຕາມສິດ ແລະ ໜ້າທີ່. ທ່ານ ສຸກັນ ວົງພະຈັນ ຮອງຫົວ ໜ້າພະແນກມາດຕະຖານ ແລະ ການຢັ້ງຢືນ, ກົມປູກຝັງ, ກະຊວງກະ ສິກຳ ແລະ ປ່າໄມ້ ໄດ້ຍົກໃຫ້ເຫັນ ຄວາມໝາຍສໍາຄັນຂອງການຝຶກ ອົບຮົມເພື່ອເປັນການກະກຽມຄວາມ ພ້ອມທາງດ້ານບຸກຄະລາກອນ ເພື່ອ ຮອງຮັບຈັດຕັ້ງປະຕິບັດການກວດ ກາ ແລະ ຢັ້ງຢືນຜົນການກວດກາ ຈາກກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ມາໃຫ້ຂະແໜງປູກຝັງ ຂັ້ນແຂວງ ກໍຄື ຂັ້ນທ້ອງຖິ່ນເປັນຜູ້ ຈັດຕັ້ງປະຕິບັດ, ເປັນວຽກໃໝ່, ເປັນສິ່ງທ້າທາຍໃຫ້ກັບທ້ອງຖິ່ນ. ສະນັ້ນ, ຈິ່ງຮຽກ ຮ້ອງມາຍັງຄູຝຶກ, ວິທະຍາກອນ ແລະ ສໍາມະນາກອນ ຈົ່ງໄດ້ຕັ້ງໃຈ, ເອົາໃຈໃສ່ປະຕິບັດໜ້າ ທີ່ຂອງຕົນດ້ວຍຄວາມຮັບຜິດຊອບ ສູງໃນການຝຶກອົບຮົມຄັ້ງນີ້. ຂ່າວ: ອຸ້ມ ສົມນໍ່ວັນ

RkJQdWJsaXNoZXIy MTc3MTYxMQ==