5620

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 17/05/2023 xtgmf]k; ລັດຖະມົນຕີກະຊວງ... ເປີດນຳໃຊ້ສະໜາມບິນ... ນາຍົກລັດຖະມົນຕີ... ສຶກສາຄວາມເປັນໄປໄດ້... ຄະນະບໍລິຫານງານ... ທະນາຄານຮ່ວມທຸລະກິດ... ຈຳປາສັກ ເປີດກອງປະຊຸມ... ຄະນະບໍລິຫານງານ...ສາລະວັນ... ຂປລ. ພິທີມອບ-ຮັບໂຄງການ ກໍ່ສ້າງສະໜາມບິນໜອງຄ້າງເມືອງ ຊຳເໜືອ ແຂວງຫົວພັນ ຈັດຂຶ້ນໃນ ວັນທີ 15 ພຶດສະພາ 2023 ເພື່ອ ຮອງຮັບຜູ້ໂດຍສານທີ່ມີຈຸດປະສົງ ເດີນທາງ ແຕ່ວຽງຈັນ-ຊຳເໜືອ ເຊິ່ງ ສະໜາມບິນແຫ່ງນີ້ ໄດ້ຈັດຢູ່ໃນປະ ເພດ 3C ສາມາດຮອງຮັບເຮືອບິນ ປະເພດ 70-100 ບ່ອນນັ່ງ ເປັນຕົ້ນ ເຮືອບິນ ATR 72 MA-60 ຫລື ທຽບເທົ່າ, ມີທາງແລ່ນຂຶ້ນ-ລົງຍາວ 2.400 ແມັດ, ກວ້າງ 30 ແມັດ, ອາ ຄານຜູ້ໂດຍສານເນື້ອທີ່ 3.288 ຕາ ແມັດ ເປັນອາຄານ 2 ຊັ້ນ ສາມາດ ຮອງຮັບຜູ້ໂດຍສານ ໄດ້ 100.000 ເທື່ອຄົນຕໍ່ປີ. ຕາງໜ້າມອບສະໜາມ ບິນໜອງຄ້າງ ໂດຍທ່ານ ເຈິ່ນບ໋າວ ເຊີນ ຜູ້ອໍານວຍການໃຫຍ່ບໍລິສັດຫຸ້ນ ສ່ວນກະສິກໍາສາກົນ ຮວ່າງແອງຢາ ລາຍ ແລະ ຮັບໂດຍ ທ່ານ ວຽງໄຊ ສິງຄຳ ຫົວໜ້າກົມການບິນພົນລະ ເຮືອນກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ມີທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ຍທຂ, ທ່ານ ວັນໄຊ ແພງຊຸມມາ ເຈົ້າ ແຂວງຫົວພັນ, ພ້ອມດ້ວຍສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ພູທອງ ອິນທະແສງ ຫົວ ໜ້າໂຄງການກໍ່ສ້າງສະໜາມບິນ ຂອງສອງປະເທດເປັນ “ຄູ່ຮ່ວມມື ຮອບດ້ານ”, ພ້ອມສະເໜີສອງກະ ຊວງການຕ່າງປະເທດລາວ ແລະ ອົດສະຕຣາລີ ສືບຕໍ່ເຮັດວຽກຮ່ວມ ກັນຢ່າງໃກ້ຊິດ ເພື່ອເຮັດໃຫ້ການຍົກ ລະດັບສາຍພົວພັນດັ່ງກ່າວປະກົດ ຜົນເປັນຈິງ ໃນອະນາຄົດອັນໃກ້ນີ້. ລັດຖະບານລາວ ສະແດງຄວາມ ຂອບໃຈຕໍ່ລັດຖະບານ ກໍຄືປະຊາ ຊົນ ອົດສະຕຣາລີ ທີ່ໄດ້ໃຫ້ການ ຊ່ວຍເຫລືອທາງການເພື່ອການພັດ ທະນາ(ODA) ແກ່ ສປປ ລາວ ຕະຫລອດໄລຍະຫລາຍປີຜ່ານມາ ເຊິ່ງຈັດເປັນອັນດັບທີ 3 ຂອງປະ ເທດ ທີ່ໃຫ້ການຊ່ວຍເຫລືອ ODA ແກ່ສປປ ລາວ, ລວມເຖິງການຊ່ວຍ ເຫລືອໃນຂອບການຮ່ວມມືແມ່ນໍ້າ ຂອງ-ອົດສະຕຣາລີ, ການຮ່ວມ ມືໃນຂອບອາຊຽນ-ອົດສະຕຣາລີ ໂດຍສະເພາະໃນປີ 2024 ທີ່ ສປປ ລາວ ຈະເປັນປະທານອາຊຽນ ແລະ ອື່ນໆ. ພ້ອມນີ້, ທ່ານນາຍົກລັດຖະ ມົນຕີ ສອນໄຊ ສີພັນດອນ ກໍໄດ້ສະ ແດງຄວາມຍິນດີຕ້ອນຮັບ ແລະ ຕີ ລາຄາສູງຕໍ່ການຢ້ຽມຢາມສປປ ລາວ ຂອງທ່ານລັດຖະມົນຕີ ເພັນນີ ວອງ ພ້ອມດ້ວຍຄະນະ ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການພົບປະສອງ ຝ່າຍກັບຄູ່ຮ່ວມຕໍາແໜ່ງຝ່າຍລາວ ໃນມື້ຜ່ານມາ ແລະ ໄດ້ຝາກຄວາມ ຢຶ້ຢາມຖາມຂ່າວອັນອົບອຸ່ນ ແລະ ໄມຕີຈິດມິດຕະພາບ ໄປຍັງທ່ານ ນາຍົກລັດຖະມົນຕີ ແອນໂທນີ ແອວ ບານີຊີ ຂອງອົດສະຕຣາລີ ອີກດ້ວຍ. ໃນໂອກາດດຽວກັນ, ທ່ານລັດ ຖະມົນຕີ ເພັນນີ ວອງ ໄດ້ສະແດງ ຄວາມຂອບໃຈຢ່າງຈິງໃຈຕໍ່ການ ຕ້ອນຮັບ ພ້ອມທັງໄດ້ແຈ້ງໃຫ້ຊາບ ເຖິງຈຸດປະສົງຂອງການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ໄດ້້ແຈ້ງ ໃຫ້ຊາບເຖິງຜົນສໍາເລັດຂອງການ ພົບປະກັບ ທ່ານຮອງນາຍົກລັດຖະ ມົນຕີ ສະເຫລີມໄຊ ກົມມະສິດ ເຊິ່ງ ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວ ພັນມິດຕະພາບແລະການຮ່ວມມືອັນ ດີ ລະຫວ່າງ ອົດສະຕຣາລີ ແລະ ສປປ ລາວ ຂອງທ່ານນາຍົກລັດຖະ ມົນຕີ ສອນໄຊ ສີພັນດອນ ແລະ ໄດ້ສະແດງຄວາມຂອບໃຈມາຍັງ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະ ໜູນຢ່າງຕັ້ງໜ້າ ແລະ ຫ້າວຫັນໃນ ຖານະເປັນປະເທດຜູ້ປະສານງານ ອາຊຽນ-ອົດສະຕຣາລີ ໄລຍະສົກປີ 2021-2024, ພ້ອມທັງໄດ້ຢືນຢັນ ຄືນເຖິງຄໍາໝາຍໝັ້ນຂອງອົດສະ ຕຣາລີ ທີ່ຈະໃຫ້ການສະໜັບສະໜູນ ແກ່ສປປລາວໃນການກະກຽມເປັນ ປະທານອາຊຽນ ໃນປີ 2024 ແລະ ສະແດງຄວາມກຽມພ້ອມໃນການ ສະເຫລີມສະຫລອງ ຄົບຮອບ 50 ປີ ຂອງການເປັນປະເທດຄູ່ເຈລະ ຈາອາຊຽນ ຂອງອົດສະຕຣາລີ ໃນ ປີທີ່ ສປປ ລາວ ຈະເປັນປະທານ ອາຊຽນ. ໃນມື້ດຽວກັນ, ທ່ານ ທອງສະ ຫວັນ ພົມວິຫານ ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກປະຊາ ຊົນປະຕິວັດລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ທ່ານນາງ ເພັນນີ ວອງ (PennyWong) ລັດຖະມົນຕີກະ ຊວງການຕ່າງປະເທດ ແລະ ການ ຄ້າ ອົດສະຕຣາລີ ພ້ອມຄະນະເຊັ່ນ ດຽວກັນ. ຂ່າວ: ສິດ ຮູບ: ເກດ ແລະ ການເຂົ້າຫາແຫລ່ງຂີ້ເຫຍື້ອ ຂອງຊຸມຊົນຢ່າງທົ່ວເຖິງ. ພິທີເຊັນສັນຍາຮ່ວມມືດັ່ງກ່າວ ຈັດຂຶ້ນໃນທ້າຍອາທິດຜ່ານມາໂດຍ ການຮ່ວມລົງນາມ ລະຫວ່າງ ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າ ກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ ທ່ານ ຄຳຫລ້າ ນາກຄະວົງ ຜູ້ອຳນວຍການບໍລິສັດ ວຽງຈັນບໍລິ ຫານຈັດການຂີ້ເຫຍື້ອ ຈຳກັດ ໂດຍມີ ທ່ານ ສີນາວາ ສຸພານຸວົງ ຮອງລັດ ຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ແລະພາກສ່ວນກ່ຽວຂ້ອງສອງ ຝ່າຍເຂົ້າຮ່ວມ. ການດຳເນີນການຮ່ວມມືການ ສຶກສາຄັ້ງນີ້, ຈະເປັນຂໍ້ມູນໃຫ້ແກ່ ພາກລັດໃນການວາງແຜນ, ບໍລິ ຫານ, ກຳຈັດຂີ້ເຫຍື້ອໃນອະນາຄົດ ແລະ ສ້າງເປັນໂຄງການຕົວແບບ ການຮ່ວມມືລະຫວ່າງພາກລັດແລະ ເອກະຊົນ, ຊ່ວຍຫລຸດຜ່ອນການລົງ ທຶນຂອງພາກລັດ, ເຮັດໃຫ້ພະນັກ ງານ-ລັດຖະກອນຂອງລັດໄດ້ຮັບ ການປັບປຸງຄວາມສາມາດດ້ານວິ ຊາການກ່ຽວກັບວຽກງານດັ່ງກ່າວ. ຂ່າວ: ສຸກສະຫວັດ ນໍາພາລວມ ແລະ ບຸກຄົນຄະນະບໍລິ ຫານງານພັກແຂວງ ກາງສະໄໝ ໃນຄັ້ງນີ້ ແມ່ນການຈັດຕັ້ງປະຕິບັດ ຕາມກົດລະບຽບຂອງພັກ ກໍຄື ຄຳ ສັ່ງ, ຄຳແນະນຳຂອງສູນກາງພັກ ແລະ ແມ່ນການກວດກາຕີລາຄາ ແລະ ທົດທວນຄືນໝາກຜົນແຫ່ງ ການຊີ້ນຳ-ນຳພາຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ກົດລະບຽບພັກ, ມະ ຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງ ອົງຄະນະພັກແຂວງ, ແຜນພັດທະ ນາເສດຖະກິດສັງຄົມ 5 ປີ ຂອງອົງ ຄະນະພັກແຂວງຕະຫລອດໄລຍະ ແຫ່ງການນຳພາຈັດຕັ້ງປະຕິບັດ ເນື້ອ ໃນດັ່ງກ່າວ ໃນ 2 ປີເຄິ່ງຜ່ານ ມາຢ່າງຮອບດ້ານ, ຖືກຕ້ອງ ແລະ ພາວະວິໄສ, ຊອກໃຫ້ເຫັນດ້ານຜົນ ສຳເລັດທີ່ຕັ້ງໜ້າໃນແຕ່ລະຂົງເຂດ ວຽກງານ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຍົກລະດັບ, ດັດປັບບັນດາເນື້ອ ໃນ, ວິທີການ, ມາດຕະການຈັດຕັ້ງ ປະຕິບັດໃນຕໍ່ໜ້າໃຫ້ມີປະສິດທິຜົນ ສູງຂຶ້ນກວ່າເກົ່າ, ພ້ອມທັງຕີລາຄາ ຊອກໃຫ້ເຫັນບັນດາບັນຫາຈຸດອ່ອນ, ສາເຫດ, ທັງຊອກໃຫ້ເຫັນຢ່າງເລິກ ເຊິ່ງປັດໄຈທີ່ພົວພັນເຖິງບັນຫາດັ່ງ ກ່າວ ເພື່ອມີວິທີແກ້ໄຂຢ່າງຖືກຕ້ອງ, ສອດຄ່ອງ ແລະ ທັນການ. ອີກດ້ານ ໜຶ່ງການດຳເນີນກອງປະຊຸມກາງ ສະໄໝ ແມ່ນການສືບຕໍ່ປົກປັກຮັກ ສາ ແລະ ເສີມຂະຫຍາຍມູນເຊື້ອບົດ ຮຽນການນຳພາອັນດີງາມຂອງພັກ ໃນໄລຍະຜ່ານມາ ໃຫ້ມີການຫັນ ປ່ຽນທີ່ຕັ້ງໜ້າເສີມຂະຫຍາຍມູນ ເຊື້ອ ແລະ ຜົນງານດ້ານດີ ໃນການ ຈັດຕັ້ງປະຕິບັດໃນໄລຍະຜ່ານມາ. ພ້ອມກັນນັ້ນ, ກໍເພື່ອປັບປຸງແກ້ໄຂ ຈຸດອ່ອນ, ຂໍ້ບົກຜ່ອງ ແລະ ສິ່ງທ້າ ທາຍທົດສອບທີ່ເປັນໄພອັນຕະລາຍ ຕໍ່ພັກເຮົາໃຫ້ມີການຫັນປ່ຽນທີ່ຕັ້ງ ໜ້າດ້ວຍຈິດໃຈບຸກທະລຸ ແນໃສ່ເພື່ອ ສ້າງ ແລະ ຍົກສູງຄວາມສາມາດນຳ ພາຂອງພັກ, ຄວາມເປັນແບບຢ່າງ ນຳໜ້າຂອງບັນດາສະຫາຍຄະ ນະບໍລິຫານງານພັກແຂວງແຕ່ລະ ສະຫາຍ, ສ້າງຄວາມເອກະພາບ ແລະ ຄວາມຕັດສິນໃຈສູງໃນທົ່ວອົງ ຄະນະພັກແຂວງ, ເຮັດໃຫ້ພັກມີ ຄວາມປອດໃສ,ໜັກແໜ້ນ,ເຂັ້ມແຂງ ທັງເປັນການຍົກສູງພາລະບົດບາດ ຄວາມສາມາດນຳພາຂອງຄະນະ ພັກ ໃຫ້ສົມຄູ່ກັບການເລັ່ງທວງຂອງ ໜ້າທີ່ການເມືອງໃນໄລຍະໃໝ່, ສ້າງ ໄດ້ຄວາມສາມັກຄີເປັນປຶກແຜ່ນ ພາຍ ໃນພັກ, ຄວາມເປັນແບບ ຢ່າງ ນຳໜ້າຂອງຄະນະພັກ ພ້ອມທັງຕີ ຖອຍປະກົດການເຊື່ອມຄຸນປ່ຽນ ທາດ, ການຫັນປ່ຽນດ້ວຍຕົນເອງ, ກຳຈັດປັດເປົ່າໄກ່ເກ່ຍບັນດາຂໍ້ຂາດ ຕົກບົກຜ່ອງ, ປາກົດການຫຍໍ້ທໍ້ພາຍ ໃນພັກໃຫ້ຫລຸດລົງ. ກອງປະຊຸມນີ້, ໄດ້ຮັບຟັງການ ຜ່ານຄຳສັ່ງຂອງຄະນະເລຂາທິການ ສູນກາງພັກ ສະບັບເລກທີ 268/ ຄລສພ,ລົງວັນທີ20ມັງກອນ2023 ວ່າດ້ວຍການດໍາເນີນກອງປະຊຸມ ຄົບຄະນະກາງສະໄໝ ຂອງຄະນະບໍ ລິຫານງານພັກແຕ່ລະຂັ້ນ,ຜ່ານມາດ ຕະຖານຄະນະບໍລິຫານງານພັກ ແຂວງ, ສິດ ແລະ ໜ້າທີ່ຂອງຄະ ນະພັກດັ່ງກ່າວ, ຂໍ້ຫ້າມສຳລັບສະ ມາຊິກພັກແລະມີການປ່ອນບັດທາບ ທາມລົງຄະແນນສຽງຄວາມໄວ້ ວາງໃຈການນຳພາລວມ, ບຸກຄົນ ແລະ ພ້ອມທັງໄດ້ຮັບຟັງຄຳເຫັນຊີ້ ນຳຈາກ ສະຫາຍ ນາງ ປານີ ຢາທໍ່ຕູ້ ຊຶ່ງຄະນະພັກທຸກສະຫາຍ ຕ້ອງເປັນ ເຈົ້າການຍົກສູງຄວາມຮັບຜິດຊອບ ການເມືອງຂອງຕົນ, ເຮັດໃຫ້ກອງ ປະຊຸມໃນຄັ້ງນີ້ດໍາເນີນໄປຕາມວາ ລະ, ລະບຽບການທີ່ວາງໄວ້, ເປັນ ເຈົ້າການຄົ້ນຄວ້າຕີລາຄາທຸກບັນ ຫາໃຫ້ເລິກເຊິ່ງຈະແຈ້ງ ແລະ ຊອກ ໃຫ້ເຫັນດ້ານຕັ້ງໜ້າເພື່ອເສີມຂະ ຫຍາຍໃຫ້ດີຂຶ້ນເປັນກ້າວໆ. ຂ່າວ: ທັດຊະນະ,ພາບ: ພູທິບສະຫວັນ ມົນຕີກະຊວງປ້ອງກັນປະເທດ, ສະ ຫາຍ ດາວວົງ ພອນແກ້ວ ກຳມະ ການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ ພ້ອມດ້ວຍ ບັນດາຄະນະພັກຮາກຖານ, ຄະນະ ໜ່ວຍພັກ ແລະ 2 ກຳລັງ ປະກອບ ອາວຸດກອງບັນຊາການ ປກຊ-ປກສ ແຂວງເຂົ້າຮ່ວມ. ສະຫາຍ ດາວວົງ ພອນແກ້ວ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ເພື່ອເປີດກວ້າງປະຊາທິ ປະໄຕພາຍ ໃນພັກ ໂດຍສະເພາະພາຍໃນຄະນະ ບໍລິຫານງານພັກແຂວງ, ຄະນະ ພັກ-ຄະນະນຳແຕ່ລະຂັ້ນໃນການ ປະກອບຄຳເຫັນ, ການທາບທາມ ລົງຄະແນນສຽງຄວາມເຊື່ອໝັ້ນໄວ້ ວາງໃຈຕໍ່ການນຳພາລວມແລະບຸກ ຄົນຄະນະບໍລິຫານງານພັກແຂວງ ໃນການເຄື່ອນໄຫວນຳພາ-ຊີ້ນຳຈັດ ຕັ້ງປະຕິບັດໜ້າທີ່ການເມືອງໃນໄລ ຍະຜ່ານມາ ແນໃສ່ປັບປຸງຄະນະບໍລິ ຫານງານພັກແຂວງ ໃຫ້ມີຄວາມ ປອດໃສ, ເຂັ້ມແຂງ,ໜັກແໜ້ນ.ພ້ອມ ກັນນັ້ນ, ກໍເປັນການເສີມຂະຫຍາຍ ຜົນງານດ້ານດີ, ແກ້ໄຂຈຸດອ່ອນ, ຂໍ້ ບົກຜ່ອງຂອງແຕ່ລະສະຫາຍໃນຄະ ນະບໍລິຫານງານພັກແຂວງແນໃສ່ ຍົກສູງຄວາມສາມາດການນຳພາ, ກຳລັງແຮງສູ້ຮົບ ແລະ ສະຕິ, ຄວາມ ເປັນແບບຢ່າງນຳໜ້າສືບຕໍ່ນຳພາ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຄັ້ງທີ IX ຂອງອົງຄະນະພັກ ແຂວງ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ບັນລຸຕາມຈຸດ ໝາຍທີ່ວາງໄວ້. ທັງນີ້ ກໍເພື່ອເປັນ ບ່ອນອີງໃຫ້ແຕ່ລະສະຫາຍໃນຄະ ນະພັກ, ຄະນະນຳແຕ່ລະຂັ້ນກວດກາ ຄືນ ຕົນເອງອັນໃດຄວນສືບຕໍ່ເສີມ ຂະຫຍາຍແລະ ອັນໃດຄວນດັດແປງ ແກ້ໄຂ, ເປັນການປັບປຸງປົວແປງ ທັດສະນະ, ແບບແຜນການນຳພາ, ວິທີເຮັດວຽກ ແລະ ແບບແຜນດຳ ລົງຊີວິດຂອງແຕ່ລະສະຫາຍການ ນຳແຕ່ລະຂັ້ນ ທັງເປັນກະກຽມໃຫ້ ການເລືອກເຟັ້ນບຸກຄາລະກອນສະ ໝັກຮັບເລືອກຕັ້ງ ໃນຄະນະບໍລິຫານ ງານພັກແຂວງ ໃນປີຕໍ່ໜ້າກໍຄືໃນ ປີ 2025. ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການເຜີຍແຜ່ຄຳສັ່ງ ຂອງຄະນະເລຂາທິການສູນກາງ ພັກ ສະບັບເລກທີ 268/ຄລສພ ວ່າ ດ້ວຍການດຳເນີນກອງປະຊຸມຄົບ ຄະນະກາງສະໄໝ ຂອງຄະນະບໍລິ ຫານງານພັກແຕ່ລະຂັ້ນ ແລະ ມາດ ຖານຄະນະບໍລິຫານງານພັກແຂວງນະຄອນຫລວງ, ສິດ ແລະ ໜ້າທີ່ ຂອງຄະນະພັກ, ຂໍ້ຫ້າມສຳລັບສະ ມາຊິກພັກ. ໂອກາດນີ້, ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ໄດ້ມີຄຳ ເຫັນວ່າ: ການດຳເນີນທາບທາມ ຄວາມໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນຄະນະບໍລິຫານງານ ພັກແຂວງ ແມ່ນເພື່ອເຮັດໃຫ້ບັນລຸ ຕາມຄາດໝາຍ ແລະ ເນື້ອໃນວຽກ ງານທີ່ກຳນົດໄວ້, ການລົງຄະແນນ ສຽງຕ້ອງພ້ອມກັນເອົາໃຈໃສ່ຍົກສູງ ຄວາມຮັບຜິດຊອບ, ມີຄວາມຈິງໃຈ ໃນການລົງຄະແນນ, ຫລີກເວັ້ນແນວ ຄິດອະຄະຕິ, ສວຍໂອກາດໂຄ່ນ ລົ້ມໂຈມຕີ, ໃສ່ຮ້າຍປ້າຍສີ ເຊິ່ງກັນ ແລະ ກັນ, ລວມທັງທັດສະນະກໍຄື ການກະທຳອື່ນທີ່ບໍ່ຖືກຕ້ອງທັງນີ້ ກໍເພື່ອຮັບປະກັນ ໃຫ້ຜົນການທາບ ທາມຄະແນນໃນຄັ້ງ ນີ້ມີປະສິດທິ ພາບ ແລະ ປະສິດທິຜົນສູງ. ຂ່າວ: ທິດລານີ ໂຄດໂຍທາ, ພາບ: ວິໄລວອນ ສິດທິໄຊ ເລຂາພັກແຂວງ ໄດ້ກ່າວວ່າ: ໂດຍ ປະຕິບັດຕາມກົດລະບຽບຂອງພັກ ປະຊາຊົນປະຕິວັດລາວ ສະໄໝທີ XI, ຄໍາສັ່ງຄະນະເລຂາທິການສູນ ກາງພັກ ສະບັບເລກທີ268/ຄລສພ, ລົງ ວັນທີ 20 ມັງກອນ 2023 ວ່າ ດ້ວຍການດໍາເນີນກອງປະຊຸມຄົບ ຄະນະກາງສະໄໝຂອງຄະນະບໍລິ ຫານງານພັກແຕ່ລະຂັ້ນ ແລະ ແຈ້ງ ການ ຂອງຄະນະຈັດຕັ້ງສູນກາງພັກ ສະ ບັບເລກທີ 78/ຄຈສພ, ລົງວັນ ທີ 5 ພຶດສະພາ 2023 ວ່າດ້ວຍການ ເຫັນດີໃຫ້ອົງຄະນະພັກແຂວງບໍລິ ຄໍາໄຊ ດໍາເນີນກອງປະຊຸມຄົບຄະ ນະພັກກາງສະໄໝຂອງຄະນະບໍລິ ຫານງານພັກແຂວງສະໄໝທີ VII; ກອງປະຊຸມຄັ້ງນີ້, ແມ່ນເຫດການ- ການເມືອງທີ່ສໍາຄັນ ເຊິ່ງແຂວງບໍ ລິຄຳໄຊ ໄດ້ຈັດກອງປະຊຸມທາບ ທາມຄວາມໄວ້ວາງໃຈຕໍ່ການນຳ ພາລວມ ແລະ ບຸກຄົນຄະນະບໍລິ ຫານງານພັກແຂວງກາງສະໄໝສະ ໄໝທີ VII. ກອງປະຊຸມຄັ້ງນີ້, ເປັນກອງ ປະຊຸມທີ່ມີຄວາມໝາຍ, ຄວາມສໍາ ຄັນ ພວກເຮົາຈະໄດ້ພ້ອມກັນເຊື່ອມ ຊຶມຄຳສັ່ງຂອງຄະນະເລຂາທິການ ສູນກາງພັກ ສະບັບເລກທີ 268/ ຄລສພ, ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດຳເນີນກອງ ປະຊຸມຄົບຄະນະກາງສະໄໝຂອງ ຄະນະບໍລິຫານງານແຕ່ລະຂັ້ນ, ທາບ ທາມຄວາມໄວ້ວາງໃຈຕໍ່ກັບຄະນະ ບໍລິຫານງານພັກແຂວງ ທີ່ໄດ້ນຳພາ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຂອງຄະນະບໍລິຫານງານພັກ ແຂວງ ແລະ ຜ່ານມາດຕະຖານຄະ ນະບໍລິຫານງານພັກແຂວງ, ສິດ ແລະ ໜ້າທີ່ຂອງຄະນະພັກດັ່ງກ່າວ, ຂໍ້ຫ້າມສຳລັບສຳມະຊິກພັກໄປ ພ້ອມໆກັນ. ເຄື່ອນໄຫວເຮັດວຽກຢູ່ດ່ານສາກົນ ນ້ຳເງິນ ເມືອງເງິນ ແຂວງໄຊຍະບູລີ ໂດຍຕ້ອນຮັບຈາກ ທ່ານ ທະວິສັກ ໄຊຍະວົງ ເຈົ້າເມືອງໆເງິນ ພ້ອມຄະ ນະນຳຂອງເມືອງ ແລະ ຄະນະຄຸ້ມ ຄອງດ່ານສາກົນນ້ຳເງິນ. ທ່ານ ພັນໂທ ຈອມພົນ ບຸນວິຈິດ ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ນ້ຳເງິນ ແລະ ທ່ານ ຕຸ້ຍ ຄາວັນດີ ຫົວໜ້າດ່ານພາສີສາກົນນ້ຳເງິນ ໄດ້ລາຍງານສະພາບການເຄື່ອນ ໄຫວວຽກງານຄຸ້ມຄອງດ່ານສາ ກົນ ໂດຍຫຍໍ້ວ່າ: ຜ່ານມາຄະນະຄຸ້ມ ຄອງ ດ່ານສາກົນນ້ຳເງິນໄດ້ເອົາໃຈ ໃສ່ນຳພາ-ຊີ້ນຳ ສຶກສາອົບຮົມການ ເມືອງແນວຄິດໃຫ້ສະມາຊິກພັກພະນັກງານໃນຄວາມຮັບຜິດຊອບ ໃຫ້ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກລັດ ປະຕິບັດໜ້າທີ່ການເມືອງຕາມ ການມອບໝາຍສຳເລັດໄດ້ເປັນຢ່າງ ດີສະແດງອອກການຈັດເກັບລາຍ ຮັບຕາມແຜນ ພາສີປະຈຳແຂວງໃຫ້ ຈັດຕັ້ງປະຕິບັດແມ່ນ 364 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດມາຮອດ ວັນທີ 11 ພຶດສະພາ 2023 ສາມາດ ຈັດຕັ້ງປະຕິບັດໄດ້ 179 ຕື້ກວ່າກີບ ເທົ່າກັບ 49,44%, ຍັງເຫລືອ 7 ເດືອນທ້າຍປີ 184 ຕື້ກວ່າກີບເທົ່າ ກັບ 50,56% ທຽບໃສ່ໄລຍະດຽວ ກັນປີຜ່ານມາເພີ່ມຂຶ້ນ 64 ຕື້ກີບ ເທົ່າກັບ 35,56% ເຊິ່ງລາຍຮັບ ສ່ວນໃຫຍ່ ແມ່ນລາຍຮັບຈາກນ້ຳ ມັນເຊື້ອໄຟ, ແຕ່ເດືອນມັງກອນ ຮອດປັດຈຸບັນ 171 ຕື້ກວ່າກີບ ກວມ 95,16% ແລະ ເຄື່ອງອຸປະໂພກ 8 ຕື້ກວ່າກີບ. ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນ ໄລຍະຜ່ານມາ ພ້ອມທັງເນັ້ນໃຫ້ສືບ ຕໍ່ສຶກສາອົບຮົມການເມືອງ-ແນວ ຄິດໃຫ້ເປັນປົກກະຕິຕໍ່ເນື່ອງ, ເພີ່ມທະ ວີເອົາໃຈໃສ່ຄຸ້ມຄອງການເຂົ້າອອກສິນຄ້າໃຫ້ເຂັ້ມງວດ, ສືບຕໍ່ເອົາ ໃຈໃສ່ຈັດເກັບລາຍຮັບໃນປີ 2023 ໃຫ້ບັນລຸຕາມແຜນໂດຍຜ່ານລະບົບ ທັນສະໄໝ, ແບບລວມສູນ ແລະ ໃຫ້ມີປະສິດທິຜົນ, ໃຫ້ສືບຕໍ່ຈັດຕັ້ງ ປະຕິບັດຕາມກົດໝາຍພາສີ ສະບັບ ເລກທີ81/ສພຊລົງວັນທີ29ມິຖຸນາ 2020 ແລະ ບັນດານິຕິກຳໃຕ້ກົດ ໝາຍໃຫ້ເຂັ້ມງວດ, ສິ່ງສຳຄັນແມ່ນ ເພີ່ມທະວີການປະສານສົມທົບກັບ ບັນດາຂະແໜງການທີ່ກ່ຽວຂ້ອງ, ສູນກາງ, ທ້ອງຖິ່ນຮາກຖານໃຫ້ກົມ ກຽວຕິດພັນກັບການສະຫລຸບລາຍ ງານປະຈຳວັນ, ອາທິດ, ເດືອນ, ປີ ໃຫ້ທັນກັບເວລາ. ຂ່າວ: ສຸກສະຫວັດຂໍ້ມູນ: ອິນແປງ ແຫວນຄຳ ທາ ເຊິ່ງຜົນຂອງການໝູນລາງວັນ ຄັ້ງນີ້, ລູກຄ້າຜູ້ໂຊກດີທີ່ເປັນເຈົ້າຂອງ ລາງວັນຕ່າງໆ ລວມມີ21 ລາງວັນ. ໃນນັ້ນ, ມູນຄ່າລາງວັນສູງສຸດໃນ ຄັ້ງນີ້ແມ່ນລົດ ໂຕໂຍຕາຣີໂວ ຈຳ ນວນ 1 ລາງວັນ. ສໍາລັບລູກຄ້າທີ່ໄດ້ຮັບລາງວັນ, ໄດ້ແບ່ງອອກເປັນ 5 ລາງວັນຄື: ລາງວັນທີ 1 ລົດ TOYOTA REVO ຜູ້ໂຊກດີແມ່ນ ທ່ານ ສີໂຫ ສຸພັນທອງ; ລາງວັນທີ 2 ລົດຈັກ ເວັບ 100s ມີ 2 ລາງວັນ ຜູ້ໂຊກດີ ໄດ້ແກ່ໝາຍເລກ LVB53599 ແລະ LVB 23146; ລາງວັນທີ 3 ໂທລະສັບໄອໂຟນ 14 pro ຈໍາ ນວນ 3 ລາງວັນ ໄດ້ແກ່ໝາຍເລກ LVB27899, LVB08308, LVB02446; ລາງວັນທີ 4 ຈັກຊັກ ຜ້າ ຈໍານວນ 5 ລາງວັນ ໄດ້ແກ່ໝາຍ ເລກ LVB31466, LVB47165, LVB18408, LVB28286, LVB35132 ແລະລາງວັນທີ 5 ລົດຖີບໄຟຟ້າ ມີ 10 ລາງວັນ ໄດ້ແກ່ໝາຍເລກ LVB55284, LVB26743, LVB19300, LVB33209, LVB04603, LVB45968, LVB32504, LVB35967, LVB07191, LVB25088. ລາຍການຝາກເງິນປຸບລຸ້ນປັບ ຮັບTOYOTAREVO2022ໄດ້ ເລີ່ມມາແຕ່ວັນທີ 22 ມິຖຸນາ 2022 ຈົນເຖິງວັນທີ 31 ມີນາ 2023, ສາມາດລະດົມທຶນຈາກລາຍການ ນີ້ໄດ້ຫລາຍກວ່າ1ພັນຕື້ກີບ,ຕົວເລກ ຊີງລາງວັນຈໍາໜ່າຍອອກໄປເກືອບ 6 ໝື່ນຕົວເລກ, ຈໍານວນລູກຄ້າ ຮ່ວມທັງໝົດລາຍກວ່າ 2.500 ຄົນ. ໜອງຄ້າງກ່າວວ່າ: ໂຄງການກໍ່ສ້າງ ສະໜາມບິນໜອງຄ້າງ ເປັນໂຄງ ການໜຶ່ງທີ່ນອນຢູ່ໃນແຜນຍຸດທະ ສາດ ແລະ ການພັດທະນາຂອງ ຂະແໜງໂຍທາທິການ ແລະ ຂົນ ສົ່ງ ດ້ານວຽກງານການບິນພົນລະ ເຮືອນ ຕາມນະໂຍບາຍຂອງລັດຖະ ບານ ໃນການຫັນເປັນປະເທດເຊື່ອມ ໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ ເຊິ່ງໂຄງການດັ່ງກ່າວນີ້ແມ່ນ ເປັນໄປຕາມມາດຕະຖານສະໜາມ ບິນ ຂອງກົມການບິນພົນລະເຮືອນ ແລະ ອົງການການບິນພົນລະເຮືອນ ສາກົນ (ICAO) ທີ່ໄດ້ວາງອອກ. ໂຄງການກໍ່ສ້າງສະໜາມບິນໜອງ ຄ້າງເລີ່ມຈັດຕັ້ງປະຕິບັດໃນວັນທີ 7 ຕຸລາ 2013 ຜ່ານມາໂດຍກົມການ ບິນພົນລະເຮືອນ ເປັນເຈົ້າຂອງໂຄງ ການໂດຍມີບໍລິສັດທີ່ປຶກສາADCC ແລະ ບໍລິສັດ ພັດທະນາກະສິກຳ ຮວ່າງແອັງອັດຕະປືຈຳກັດຈາກປະ ເທດຫວຽດນາມ ເປັນຜູ້ຮັບເໝົາກໍ່ ສ້າງ ພາຍໃຕ້ທຶນກູ້ຢືມຈາກບໍລິສັດ ຮຸ້ນສ່ວນກະສິກໍາສາກົນຮວ່າງ ແອງ ຢາລາຍ ໃນມູນຄ່າ 82.041.562 ໂດລາສະຫະລັດ, ໃນນີ້ມູນຄ່າເບື້ອງ ຕົ້ນ 74.006.320 ໂດລາສະຫະລັດ ແລະ ວຽກເພີ່ມ ຈໍານວນໜຶ່ງມູນຄ່າ 8.035.242 ໂດລາສະຫະລັດ. ຂໍ້ມູນ-ພາບ: ເວບໄຊກະຊວງ ຍທຂ

RkJQdWJsaXNoZXIy MTc3MTYxMQ==