gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 12/05/2023 xtgmf]k; 4 3]d c]t gsfdko ln [lko8eoko[5 ortmkfok'lk,zy ; g,n v'mq j ',u w- c0;'w-pt[6 ]u 7;k,ma oltw\c[[9u o ເມືອງທົ່ງມີໄຊ ເປັນເມືອງໜຶ່ງ ທີ່ຂຶ້ນກັບແຂວງໄຊຍະບູລີ ເຊິ່ງຫ່າງ ຈາກເທສະບານແຂວງ ປະມານ 200 ກວ່າກິໂລແມັດ ປະຊາຊົນມີມູນເຊື້ອດຸ ໝັ່ນ, ມີປະຫວັດຄວາມເປັນມາຢ່າງ ຍາວນານ ໃນເມື່ອກ່ອນຮ້ອງກັນວ່າ ເມືອງຫລົງ ຫລື ເອີ້ນວ່າເມືອງບັງບົດ, ຖ້າຄົນໃດພັດຫລົງເຂົ້າມາແມ່ນກັບ ອອກໄປຍາກ ເມື່ອກ່ອນເສັ້ນທາງໄປ ມາບໍ່ສະດວກປ່າຕຶບດົງໜາ ປ່າຄາດົງ ກວ້າງ ຖ້າຄົນບໍ່ສັດຊື່ຜ່ານກາຍເຂົ້າມາ ກໍ່ຕົກບ່ອນຂີ້ແຮ້ງພຽງກາງຂາ ຂີ້ກາ ພຽງກາງແຂ່ງ, ຖ້າຄົນສັດຊື່ຜ່ານກາຍ ເຂົ້າມາ ກໍ່ຈະຕົກໃສ່ເມືອງບັງບົດ ທີ່ ມີແຕ່ແມ່ຍິງງາມໆ ບ້ານເມືອງໜ້າຢູ່ຈົນ ບໍ່ຢາກກັບອອກມາ ເຊິ່ງເປັນການບອກ ເລົ່າສືບສານກັນມາ ແຕ່ປູ່ຍາຕາຍາຍ, ມີປະເພນີທີ່ສືບທອດປະຕິບັດກັນມາ ຮຸ່ນຕໍ່ຮຸ່ນ ນັ້ນກໍ່ຄືີການຕັກບາດດອກຈຳ ປາ, ຈູດບັ້ງໄຟຖວາຍພະທາດ ນາງ ສາມຜີວ ທີ່ຊາວເມືອງສັກກະລະບູຊາ ເປັນທີ່ຢຶດໜ່ຽວທາງດ້ານຈິດໃຈ. ພະທາດນາງສາມຜິວ ມີຕຳນານ ເລົ່າຂານກັນວ່າ: ເປັນເວລາດົນນານ ມາແລ້ວ ຢູ່ເມືອງແຫ່ງໜຶ່ງໃນແດນ ໃຕ້ (ຈຳປາສັກໃນປັດຈຸບັນ), ມີສາວສະ ໜົມຄົນໜຶ່ງ ໄດ້ຕົກລົງປົງໃຈຮັກ ແລະ ໄດ້ແຕ່ງດອງກັບນາຍທະຫານທີ່ຮັບ ໃຊ້ພະຍາ. ຈາກນັ້ນ, ນາງກໍ່ໄດ້ຖືພາ 3 ເດືອນ, ສ່ວນຜູ້ເປັນຜົວ ກໍ່ໄດ້ໄປສູ້ຮົບ ໄປໃສຈັກເທື່ອ, ນາງຈຶ່ງໄດ້ເດັດເອົາ ດອກຈຳປາ 3 ດອກທີ່ນາງ ແລະ ແມ່ ໄດ້ພ້ອມກັນປູກໄວ້ແລ້ວຍ່າງມຸ່ງໜ້າ ລົງສູ່ແມ່ນ້ຳຂອງ ແລະ ອະທິຖານວ່າ: ຖ້າຢູ່ບ່ອນໃດຫາກມີຄົນຮັກຄົນແພງ ຂໍໃຫ້ດອກຈຳປາ ຈົ່ງລອຍໄປທີ່ນັ້ນ. ເວົ້າແລ້ວ ນາງກໍ່ໂຍນດອກຈຳປາລົງ ແມ່ນ້ຳຂອງ, ດອກຈຳປາກໍ່ໄຫລຂຶ້ນ ເໜືອ ແລະ ໄດ້ຢຸດຢູ່ບ່ອນໜຶ່ງ, ນາງຈຶ່ງ ໄດ້ພັກຜ່ອນເຊົາເອົາແຮງ. ຈາກນັ້ນ, ດອກຈຳປາ ກໍໄດ້ໄຫລຂຶ້ນເໜືອເປັນ ເວລາຫລາຍວັນ ແລ້ວໄດ້ຈົມ ລົງໄປໃນ ກະແສນ້ຳ, ນາງເລີຍບໍ່ຮູ້ວ່າສິໄປທາງ ໃດ ມີແຕ່ຮ້ອງໄຫ້ຢູ່ຄົນດຽວ, ເມື່ອຮອດ ຕອນກາງຄືນ ນາງເລີຍຝັນເຫັນຜູ້ເຖົ້າ ຄົນໜຶ່ງ ໄດ້ເວົ້າກັບຕົນວ່າ: ໃຫ້ເຈົ້າເດີນ ທາງຂຶ້ນໄປຈົນສຸດສາມຫ້ວຍແລ້ວ ຂ້າມພູລົງໄປກໍຈະມີ ປ່າດົງທົ່ງກວ້າງ, ໃຫ້ເຈົ້າໄປຢູ່ທາງເໜືອແມ່ນໜອງເທົາ ກ້ອງເຊີໄຊ, ທາງໃຕ້ແມ່ນທົ່ງໃຫຍ່, ແລ້ວຈະມີຄົນຮັກແພງ ນັບຖືເຈົ້າຕະ ຫລອດໄປ. ເມື່ອຕື່ນຂຶ້ນມາ ນາງກໍຄິດ ເຫັນຄວາມຝັນ ແລ້ວເດີນທາງໄປຕາມ ຄວາມຝັນນັ້ນ. ມາຮອດຕອນເຊົ້າມື້ໜຶ່ງ ນາງກໍມາ ຮອດບ້ານຄົນ, ເມື່ອຊາວບ້ານເຫັນລາວ ກໍພາກັນມາທັກທ້ວງໃນຄວາມງາມ ຂອງນາງ. ສຽງຊ່າລືໄດ້ດັງໄປຮອດຫູ ຂອງລູກຊາຍພະຍາເມືອງຖ້ຳ, ເມື່ອ ຮູ້ຂ່າວ ລູກຊາຍພະຍາ ພ້ອມດ້ວຍເສນາ ອາມາດ ກໍ່ໄດ້ນຳເອົາເງິນຄຳ ເພື່ອມາ ສູ່ຂໍນາງ ແຕ່ນາງໄດ້ອອກຈາກບ້ານ ນັ້ນໄປແລ້ວ, ເມື່ອຮອດຫ້ວຍທີ່ສາມ ເວລາທີ່ນາງກຳລັງຂ້າມນ້ຳ, ລູກຊາຍ ພະຍາໄດ້ເອີ້ນໃສ່ນາງເພື່ອໃຫ້ລໍຖ້າ ເມື່ອລາວນຳນາງທັນ ກໍ່ໄດ້ໄຂຖົງເງິນ ຖົງຄຳ ເພື່ອຈະໝັ້ນໝາຍກັບນາງແຕ່ ນາງກໍ່ໄດ້ປະຕິເສດ (ສະຖານທີ່ດັ່ງ ກ່າວຈຶ່ງມີຊື່ວ່າ “ທ່ານາງເງິນ” ໃນ ປັດຈຸບັນ) ແລ້ວກາຍໄປບ້ານທີໜຶ່ງ ຮອດບ້ານທີສອງ ເຊິ່ງເອີ້ນວ່າ: “ບ້ານ ປົ່ງຂໍ”ແລ້ວກໍ່ໄດ້ເອົາເງິນຄຳໝັ້ນໝາຍ ກັນ ຢູ່ບ້ານນັ້ນ (ປັດຈຸບັນເອີ້ນວ່າ: ບ້ານປົ່ງຄໍ້). ເມື່ອຕົກລົງໝັ້ນໝາຍກັນ ແລ້ວ ທ້າວ ແລະ ນາງ ຈິ່ງໄດ້ເດີນທາງ ກັບມາບ້ານຖ້ຳ ແຕ່ບໍ່ທັນຮອດຍ້ອນມັນ ຄ່ຳກ່ອນ. ດັ່ງນັ້ນ, ກໍເລີຍພັກນອນຢູ່ ບ້ານປາງຄາ (ປັດຈຸບັນເອີ້ນວ່າ“ບ້ານ ປາງຄ່າ”) ແຕ່ຢູ່ບ້ານນີ້ ແມ່ນບໍ່ໃຫ້ລັກ ຢູ່ສູ່ນອນນຳກັນ ກ່ອນການແຕ່ງດອງ ຖ້າຫາກບໍ່ເຄົາລົບປະເພນີນີ້ ກໍ່ຈະມີອັນ ເປັນໄປ. ຖ້າຢາກນອນນຳກັນກໍ່ຕ້ອງ ຂ້າຄວາຍໜຶ່ງໂຕ ເພື່ອຖະຫວາຍຜີ. ແຕ່ ຄູ່ບ່າວສາວບໍ່ສົນໃຈ ຕໍ່ຄຳເຕືອນດັ່ງ ກ່າວ, ສຸດທ້າຍຮ່າງກາຍກໍ່ຕິດກັນເມື່ອ ເປັນແນວນັ້ນ ຊາວບ້ານກໍ່ໄດ້ປ່າວປະ ກາດໄປເຖິງບ້ານຕ່າງໆ ແລະ ໄດ້ຮອດ ຫູພະຍາເມືອງຖ້ຳ ເມື່ອຮູ້ຂ່າວ ແລ້ວ ພະຍາກໍ່ໄດ້ມາເບິ່ງ ແລະ ໄດ້ຊອກຫາວິ ທີເອົາອອກ, ສ່ວນຜູ້ຊາຍບໍ່ມີອັນຕະ ລາຍຫຍັງ ແຕ່ແມ່ຍິງກໍ່ເລີຍຕາຍ,ກ່ອນ ຈະຂາດໃຈຕາຍນາງໄດ້ສັ່ງວ່າ: ໃຫ້ ເອົາສົບຂອງນາງ ໄປໄວ້ໃນດົງໃຫຍ່ ເໜືອໜອງເທົາກ້ອງເຊີໄຊຢູ່ໃຕ້ທົ່ງ ໃຫຍ່, ແຕ່ກໍບໍ່ມີໃຜຮູ້ວ່າເຂດນັ້ນມັນຢູ່ ທາງໃດ. ສະນັ້ນ,ຈຶ່ງໄດ້ປ່າວໄປທົ່ວທຸກ ບ່ອນ ແລະ ໄປຮອດຫູຂອງຊາວເມືອງ ຫລົງ ຄົນຢູ່ເມືອງນີ້ ຮູ້ຈັກບ້ານທາດ, ຮູ້ໜອງເທົາກ້ອງເຊີໄຊແລະຮູ້ທົ່ງໃຫຍ່. ພວກເຂົາຈຶ່ງພາກັນຫາມສົບຂອງນາງ ໄປຝັງຢູ່ບ່ອນນາງບອກ, ໃນເວລາທີ່ ພວກເຂົາເດີນທາງ ມາຮອດບ້ານແຫ່ງ ໜຶ່ງ ກໍ່ວາແຂນອອກເພື່ອແທກ ແລະ ຂຸດຂຸມຝັງ (ປັດຈຸບັນເອີ້ນວ່າ “ບ້ານ ເມືອງວາ”) ແຕ່ກໍ່ບໍ່ຝັງ, ແລ້ວຫາມໄປ ຕໍ່ຈົນຮອດບ້ານໜຶ່ງ ພວກເຂົາກໍ່ຫລິ້ນ ເບ້ຍຫລິ້ນໂປງ (ປັດຈຸບັນເອີ້ນວ່າ ບ້ານເບ້ຍ). ການຫາມສົບໃຊ້ເວລາຫລາຍມື້ ໄດ້ສົ່ງກິ່ນເໝັນອອກມາ ເຮັດໃຫ້ຄົນ ທັງຫລາຍ ຖົ່ມນ້ຳລາຍຄາຍນ້ຳມູກ (ປັດຈຸບັນເອີ້ນວ່າ “ນ້ຳລາຍ”). ຫລັງ ຈາກຮອດເມືອງຫລົງບ່ອນທີ່ນາງໄດ້ ສັ່ງໄວ້ກ່ອນຕາຍ ຊາວເມືອງຫລົງກໍ ໄດ້ຈັດພິທີຝັງສົບຂອງນາງແລ້ວ ກໍ່ ທາດກວມສົບນາງເອົາໄວ້ ຈົນກາຍ ເປັນທາດນາງສາມຜິວເທົ່າທຸກວັນນີ້. ກັບສັດຕູ ແລະ ໄດ້ເສຍຊີວິດ ຢູ່ສະໜາມ ຮົບ. ສ່ວນນາງກໍ່ໄດ້ກາຍເປັນໝ້າຍ ທີ່ຂາດບ່ອນເພິ່ງພາອາໄສ,ແຕ່ຍ້ອນ ພະຍາຄິດເຫັນຄຸນງາມຄວາມດີຂອງຜູ້ ເປັນຜົວ ເພິ່ນຈິ່ງໄດ້ຮັບນາງໄວ້ລ້ຽງດູ ເບິ່ງແຍງ. ວັນເວລາໄດ້ຜ່ານໄປ 9 ເດືອນ, ນາງກໍ່ໄດ້ໃຫ້ກຳເນີດເກີດລູກ ຍິງ ທີ່ມີສຸຂະພາບແຂງແຮງ, ໜ້າຕາ ສວຍງາມ, ຄວາມງາມຂອງນາງໃນ ວັນໜຶ່ງໄດ້ປ່ຽນແປງໄປຕາມຕອນ (ເຊົ້າ-ສວຍ-ແລງ), ເມື່ອນາງໃຫຍ່ ເປັນສາວຄວາມງາມຂອງນາງຍິ່ງ ເຮັດໃຫ້ຊາວບ້ານຊາວເມືອງຕົກຕະ ລຶງ, ພ້ອມທັງຫາເລື່ອງໃສ່ນາງວ່າ ເປັນຄົນເຂັດຄົນຂວງ, ບໍ່ຍອມໃຫ້ນາງ ຢູ່ຮ່ວມບ້ານຮ່ວມເມືອງ. ຍ້ອນຄວາມ ງາມຂອງນາງ ໄດ້ປ່ຽນໄປຕາມການ ເວລາ, ຕອນເຊົ້າກໍ່ປ່ຽນເປັນສີຂາວ ປານຍອງຝ້າຍ, ບາດຍາມຕາເວັນທ່ຽງ ກໍ່ກາຍເປັນສີໄຂ່ ແລະ ຍາມຕາເວັນ ຕົກກໍ່ປ່ຽນເປັນສີຟ້າ. ຈາກນັ້ນ, ເສນາ ອາມາດ ກໍໄດ້ໄປຕິດຕາມເບິ່ງ ແລະ ເຫັນວ່າ ເປັນຄືກັບທີ່ຊາວບ້ານຊ່າລືກັນ ແທ້ແລ້ວຈິ່ງໄດ້ໄປກາບທູນຕໍ່ພະຍາ ແລະ ຂໍໃຫ້ພະຍາຂ້ານາງຖິ້ມ ຫລື ໄລ່ ອອກຈາກເມືອງ, ແຕ່ພະຍາກໍຄຳນຶງ ເຖິງຄຸນງາມຄວາມດີຂອງພໍ່ນາງ ທີ່ມີຕໍ່ ບ້ານເມືອງ. ສະນັ້ນ, ພະຍາຈິ່ງລົງໂທດ ດ້ວຍວິທີໃຫ້ສອງ ແມ່ລູກປູກຕົ້ນຈຳປາ ໃສ່ພະລານຫີນອ້ອມວັດພູ ຖ້າຫາກ ວ່າຕົ້ນ ຈຳປາບໍ່ໃຫຍ່, ບໍ່ມີດອກແມ່ນບໍ່ ໃຫ້ສອງແມ່ລູກຢູ່ເມືອງນີ້ອີກ ຫລື ບໍ່ກໍ່ ຂ້າຖິ້ມ. ສອງແມ່ລູກກໍ່ໄດ້ເຮັດຕາມຄຳ ສັ່ງຂອງພະຍາ ໂດຍໄດ້ນຳເອົາຕົ້ນ ດອກຈຳປາ ໄປປູກລຽບຕາມວັດ, ຕົ້ນ ໃດກໍຂຽວງາມ ເປັນດອກບານສົ່ງກິ່ນ ຫອມໄປທົ່ວວັດພູ. ເມື່ອເປັນດັ່ງນັ້ນ, ພະຍາກໍ່ພໍພະໄທ, ແຕ່ຊາວບ້ານ ແລະ ເຈົ້າຂຸນມຸນນາຍ ກໍ່ຍັງອິດສາບັງບຽດ ແລະ ກຽດຊັງທັງສອງແມ່ລູກ. ໃນເວ ລາຕໍ່ມາ, ແມ່ຂອງນາງກໍໄດ້ເສຍຊີວິດ ນາງຈິ່ງໄດ້ຢູ່ຄົນດຽວ ທ່າມກາງຄຳ ປ້ອຍດ່າ ທຸກມື້ທຸກວັນ. ມື້ໜຶ່ງ, ນາງຈຶ່ງ ໄດ້ຕັດສິນໃຈໜີອອກຈາກເມືອງ ໂດຍ ບໍ່ມີຈຸດໝາຍປາຍທາງ. ຍ້ອນບໍ່ເຄີຍ ເນື່ອງໃນໂອກາດລະນຶກວັນສ້າງ ຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບ ຮອບ 62 ປີ(25/4/1961-25/4/ 2023) ແລະ ໃນໂອກາດປີ 2023 ເປັນປີຄົບຮອບ 10 ປີ ຂອງການຈັດຕັ້ງ ປະ ຕິບັດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນ ທາງ”, ສະຖານບັນການຕ່າງປະເທດ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຮ່ວມກັບສະຖານທູດສປ ຈີນ ປະຈໍາສປປ ລາວ ແລະ ວິທະຍຸໂທລະ ພາບສູນກາງຈີນ $.( ປະຈໍາລາວ ໄດ້ຈັດກອງປະຊຸມສໍາມະນາວິທະຍາ ສາດພາຍໃຕ້ຫົວຂໍ້:ຄວາມທັນສະໄໝ ແບບຈີນ ແລະຄູ່ຮ່ວມຊະຕາກໍາລາວຈີນ ຂຶ້ນໃນວັນທີ 6 ເມສາ 2023, ທີ່ ນະຄອນຫລວງວຽງຈັນ ໂດຍການເປັນ ປະທານຮ່ວມຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ແລະ ທ່ານ ຈ່ຽງຈ້າຍ ຕົງ ເອກອັກຄະລັດຖະທູດ ແຫ່ງ ສປຈີນປະຈໍາ ສປປລາວ,ໂດຍມີ ບັນດາທ່ານທູດລາວອາວຸໂສ, ແຂກຖືກ ເຊີນຈາກກະຊວງ,ສະຖາບັນຄົ້ນຄວ້າ ຕ່າງໆຂອງ ສປປ ລາວ ແລະຜູ້ຕາງໜ້າ ພາກສ່ວນຕ່າງໆຂອງສອງຝ່າຍ ລາວຈີນ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ສຸພາ ວະດີ ຫລ້າຄໍາສາຍ ຮອງຫົວໜ້າຄະ ນະບໍລິຫານສາດ ສມປຊ ໄດ້ໃຫ້ທັດ ສະນະກ່ຽວກັບ ຄວາມທັນສະໄໝແບບ ຈີນ ບາງດ້ານດັ່ງນີ້: ໜຶ່ງ,ຈີນ ຍຶດໝັັ້ນ ລັດທິມາກແມ່ນແນວຄິດພື້ນຖານທີ່ຊີ້ ນໍາໃນການສ້າງຕັ້ງພັກ, ສ້າງຕັ້ງປະ ເທດ ແລະ ສ້າງປະເທດຈີນໃຫ້ຈະເລີນ ຮຸ່ງເຮືອງ. ພຶດຕິກໍາຊີ້ໃຫ້ເຫັນວ່າພັກ ກອມມູນິດຈີນເວລາໃດ ກໍ່ຍຶດໝັ້ນລັດ ທິມາກ, ໝູນໃຊ້ເຂົ້າໃນສະພາບຕົວຈິງ ຂອງຈີນ, ສ້າງສັງຄົມນິຍົມທີ່ມີສີສັນພິ ເສດຂອງຈີນ. ຖືລັດທິມາກ ເປັນວິທະ ຍາສາດຊີ້ນໍາ, ຊຸກຍູ້ລັດທິມາກ ຫັນ ເປັນແບບຈີນ ແລະ ໄປພ້ອມ ກັບຍຸກສະ ໄໝແມ່ນຂະບວນວິວັດແຫ່ງການສະ ແຫວງຫາສັດຈະທໍາ, ເປີດເຜີຍສັດຈະ ທໍາ ແລະ ຈັດຕັ້ງປະຕິບັດຕາມສັດຈະ ທໍາ. ພັກກອມມູນິດຈີນ ເອົາໃຈໃສ່ດໍາ ເນີນການຄົ້ນຄວ້າ ແລະ ປະດິດສ້າງ ທາງດ້ານທິດສະດີ, ລົງເລິກຄົ້ນຄວ້າ ຮັບຮູ້ກ່ຽວກັບກົດເກນກໍາອໍານາດຂອງ ພັກກອມມູນິດ, ກົດເກນການສ້າງສັງ ຄົມນິຍົມ ແລະ ກົດເກນການພັດທະ ນາ ຂອງສັງຄົມມະນຸດ ເຊິ່ງໄດ້ຮັບຜົນສໍາ ເລັດ ໃນການປະດິດສ້າງທິດສະດີຢ່າງ ລວມສູນສະແດງອອກຢູ່ໃນແນວຄິດ ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ຍຸກໃໝ່. ພັກກອມມູນິດຈີນ ໄດ້ເດີນຜ່ານ ຂະບວນວິວັດແຫ່ງການບາກບັ່ນສູ້ຊົນ ມາເປັນເວລາ 100 ກວ່າປີ ຊຶ່ງໃນກອງ ປະຊຸມໃຫຍ່ ຄັ້ງທີ XX ຂອງພັກກອມ ມູນິດຈີນ ກໍ່ໄດ້ຕີລາຄາການສ້າງສັງ ຄົມນິຍົມທີ່ມີສີສັນພິເສດ ຂອງຈີນ ເຂົ້າສູ່ຍຸກໃໝ່ ແລະ ສໍາເລັດໜ້າທີ່ປະ ຫວັດສາດແຫ່ງການລຶບລ້າງຄວາມ ທຸກຍາກ ແລະ ການສ້າງສັງຄົມທີ່ອີ່ມ ໜໍາ ສໍາລານໃຫ້ສໍາເລັດຢ່າງຮອບ ດ້ານ, ສາມາດບັນລຸເປົ້າຫມາຍສູ້ຊົນ 100 ປີ ປະການທີ 1 ເຊິ່ງທັງໝົດນີ້ຖື ເປັນໄຊຊະນະຄັ້ງປະຫວັດສາດຂອງ ພັກກອມມູນິດຈີນ ແລະ ປະຊາຊົນຈີນ ໃນຄວາມສາມັກຄີບາກບັ່ນສູ້ຊົນ, ແມ່ນ ໄຊຊະນະຄັ້ງປະຫວັດສາດອັນໂດດ ເດັ່ນແຫ່ງການພັດທະນາປະຊາຊາດ ຈີນ ແລະ ກໍ່ແມ່ນໄຊຊະນະຄັ້ງປະຫວັດ ການທີ່ມີຜົນສະທ້ອນຢ່າງເລິກເຊິ່ງ ຕໍ່ໂລກອີກດ້ວຍ. ສອງ, ຄວາມທັນສະ ໄໝແບບຈີນ ແມ່ນຄວາມທັນສະໄໝສັງ ຄົມນິຍົມທີ່ນໍາພາໂດຍພັກກອມມູນິດ ຈີນ ເຊິ່ງມີທັງຄວາມທັນສະໄໝຮ່ວມ ຂອງຄວາມທັນສະໄໝຂອງປະເທດ ຕ່າງໆ, ມີເອກະລັກ ພິເສດຂອງຈີນ ບົນພື້ນຖານສະພາບຄວາມເປັນຈິງ ຂອງປະເທດຈີນ. ຄວາມທັນສະໄໝ ແບບຈີນ ແມ່ນຄວາມທັນສະໄໝທີ່ ມີຈໍານວນປະຊາກອນອັນມະສານ. ການທີ່ເຮັດໃຫ້ປະຊາກອນຈໍານວນ 1,4 ຕື້ກວ່າຄົນ ຂອງປະເທດຈີນກ້າວ ເຂົ້າສູ່ສັງຄົມທັນສະໄໝ. ສະນັ້ນພັກ ແລະ ລັດຖະບານຈີນ ຈຶ່ງໄດ້ວາງເປົ້າ ໝາຍ ເພື່ອສະແຫວງຫາການພັດທະນາ ຢ່າງໝັ້ນທ່ຽງ, ເປັນເຈົ້າການໃນການ ສ້າງສະພາບການພັດທະນາໃໝ່: ເລັ່ງ ຊຸກຍູ້ການປະຕິຮູບ, ສົ່ງເສີມປະຊາທິ ປະໄຕປະຊາຊົນແລະປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ສຸມ ໃສ່ລຶບລ້າງຄວາມທຸກຍາກ. ເຮັດໃຫ້ປະ ຊາຊົນຜູ້ທຸກຍາກໃນຊົນນະບົດຈໍານວນ ເກືອບ 100 ລ້ານຄົນ ໄດ້ຫລຸດພົ້ນອອກ ຈາກຄວາມທຸກຍາກ. ສາມ, ຄວາມທັນ ສະໄໝແບບຈີນ ແມ່ນຄວາມທັນສະໄໝ ທີ່ປະຊາຊົນທຸກຖ້ວນໜ້າບັນລຸຄວາມ ຮັ່ງມີຮ່ວມກັນ. ຄວາມຮັ່ງມີຮ່ວມກັນ ແມ່ນຄວາມຮຽກຮ້ອງໃນດ້ານທາດ ແທ້ຂອງສັງຄົມນິຍົມທີ່ມີສີສັນພິເສດ ຂອງຈີນ ແລະ ກໍ່ແມ່ນຂະບວນການປະ ຫວັດສາດທີ່ມີມາເປັນເວລາຍາວ ນານ. ສະນັ້ນ, ພັກ-ລັດຖະບານຈີນ ເວລາໃດກໍ່ຢຶດໝັ້ນການບັນລຸຄວາມປາ ຖະໜາ ຂອງປະຊາຊົນ ທີ່ມີຕໍ່ຊີວິດການ ເປັນຢູ່ອັນດີງາມເປັນຈຸດເລີ່ມຕົ້ນ ແລະ ເປົ້າໝາຍຂອງການສ້າງຄວາມ ທັນສະໄໝ, ອອກແຮງປົກປັກຮັກສາ ແລະສົ່ງເສີມຄວາມຍຸຕິທໍາແລະຄວາມ ເປັນທໍາຂອງສັງຄົມ, ອອກແຮງ. ຊຸກຍູ້ໃຫ້ປະຊາຊົນທຸກຖ້ວນໜ້າບັນລຸ ຄວາມຮັ່ງມີຮ່ວມກັນ, ເດັດດ່ຽວປ້ອງ ກັນ ບໍ່ໃຫ້ເກີດການຜັນແຍກອອກເປັນ ຂົ້ວທຸກ-ຂົ້ວຮັ່ງ. ສີ່,ການປະຕິຮູບເປີດ ປະຕູສູ່ພາຍນອກ ແລະ ການສ້າງສັງ ຄົມນິຍົມທັນສະໄໝ ໄດ້ຮັບການຊຸກຍູ້ ລົງສູ່ລວງເລິກ, ອັນໄດ້ຂຽນປະຫວັດ ສາດໜ້າໃໝ່ແຫ່ງສອງສິ່ງມະຫັດສະ ຈັນຄື: ບັນລຸໃຫ້ເສດຖະກິດພັດທະນາ ຢ່າງວ່ອງໄວ ແລະ ສັງຄົມມີສະຖຽນ ລະພາບ, ເຮັດໃຫ້ການພັດທະນາປະ ເທດຈີນມີພື້ນຖານວັດຖຸເຕັກນິກທີ່ໜັກ ແໜ້ນກວ່າເກົ່າ, ເຮັດໃຫ້ການຟື້ນ ຟູ ຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ ຂອງປະຊາຊາດຈີນ ເຂົ້າສູ່ຂະບວນວິ ວັດປະຫວັດສາດທີ່ກ້າວໄປຂ້າງໜ້າ ໂດຍບໍ່ມີວັນຕ່າວປີ້ນຄືນ. ສັງຄົມນິຍົມ ວິທະຍາສາດ ໄດ້ເກີດມີພະລັງຊີວິດຊີ ວາອັນຮຸ່ງເຮືອງຄັ້ງໃໝ່ຢູ່ຈີນ ໃນສະຕະ ວັດທີ 21, ຄວາມທັນສະໄໝແບບຈີນ ໄດ້ອໍານວຍການເລືອກເຟັ້ນອັນໃໝ່ໃຫ້ ແກ່ມວນມະນຸດ ໃນການບັນລຸຄວາມ ທັນສະໄໝ, ພັກກອມມູນິດຈີນ ແລະ ປະຊາຊົນຈີນ ໄດ້ປະກອບສ່ວນອັນໃໝ່ ໃຫຍ່ ຫລວງກວ່າເກົ່າໃຫ້ແກ່ພາລະກິດ ອັນສູງສົ່ງແຫ່ງສັນຕິພາບ ແລະ ການ ພັດທະນາຂອງມວນມະນຸດ.ຫ້າ, ຄວາມ ທັນສະໄໝແບບຈີນ ແມ່ນຄວາມທັນ ສະໄໝທີ່ໃຫ້ຄວາມສີວິໄລດ້ານວັດຖຸ ແລະ ຄວາມສີວິໄລດ້ານຈິດໃຈພັດທະ ນາຢ່າງກົມກຽວກັນ. ການທີ່ມີວັດຖຸ ອັນອຸດົມຮັ່ງມີ ແລະ ມີຈິດໃຈທີ່ອຸດົມ ສົມບູນ ແມ່ນຄວາມຈໍາເປັນພື້ນຖານ ຂອງສັງຄົມນິຍົມທັນສະໄໝ. ການຂາດ ເຂີນດ້ານວັດຖຸ ບໍ່ແມ່ນສັງຄົມນິຍົມ ແລະການຂາດເຂີນທາງດ້ານຈິດໃຈກໍ່ ບໍ່ແມ່ນສັງຄົມນິຍົມເຊັ່ນດຽວກັນ. ຍ້ອນແນວນັ້ນ ພັກ-ລັດຖະບານຈີນເວ ລາໃດ ກໍ່ໄດ້ເອົາໃຈໃສ່ພັດທະນາປະ ເທດຊາດ, ສຸມໃສ່ແກ້ໄຂຄວາມທຸກ ຍາກ, ຈໍາກັດແກ້ໄຂບັນຫາການຫລຸດ ໂຕນກັນລະຫວ່າງຄວາມຮັ່ງມີ-ຄວາມ ທຸກຍາກ. ພ້ອມກັນນັ້ນພັດທະນາທາງ ດ້ານຈິດໃຈ, ສ້າງໃຫ້ຄົນມີຈິດໃຈດີ ງາມ, ມີຄວາມເອື້ອເຟື້ອເຜື່ອແຜ່,ໂອບ ອ້ອມອາລີ, ອອກແຮງພັດທະນາວັດ ທະນະທໍາສັງຄົມນິຍົມຢ່າງແຂງແຮງ, ເພີ່ມທະວີການສຶກສາອົບຮົມດ້ານອຸ ດົມການ, ສືບທອດອະລິຍະທໍາຈີນ, ຊຸກ ຍູ້ຄວາມອຸດົມສົມບູນທາງດ້ານວັດຖຸ ແລະ ພັດທະນາຄົນຢ່າງຮອບດ້ານ. ຫົກຄວາມທັນສະໄໝແບບຈີນ ແມ່ນ ຄວາມທັນສະໄໝທີ່ບັນລຸຄົນກັບທໍາມະ ຊາດຢູ່ຮ່ວມ ກັນ ຢ່າງກົມກຽວ. ຄົນກັບ ທໍາມະຊາດເປັນປະຊາຄົມຮ່ວມຊີວິດ, ການທີ່ຂຸດຄົ້ນທໍາມະຊາດຢ່າງບໍ່ມີ ຂີດ ຈໍາກັດ ຫລື ການທໍາລາຍທໍາມະຊາດ ຍ່ອມຈະຖືກທໍາມະຊາດລົງໂທດຄືນ. ຍ້ອນແນວນັ້ນ ພັກ- ລັດຖະບານຈີນຈຶ່ງ ເອົາໃຈໃສ່ປົກປັກຮັກສາທໍາມະຊາດ ແລະ ສິ່ງແວດລ້ອມ, ຍຶດໝັ້ນການພັດ ທະນາຕາມທິດສີຂຽວຍືນຍົງ.
RkJQdWJsaXNoZXIy MTc3MTYxMQ==