lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 12/05/2023 xtgmf]k; ນາຍົກລັດຖະມົນຕີ... ລາວ-ຈີນ ທົບທວນຄືນ... ເຈົ້າໜ້າທີ່ ໃສ່ມາດຕະການ... ເຈົ້າໜ້າທີ່ປ່າໄມ້... ສປປ ລາວ... ງວດ I ປີ 2023... ລັດຖະບານ ສືບຕໍ່... ໄດ້ເຫັນດີຮັບຮອງເອົາຖະແຫລງ ການຮ່ວມຂອງຜູ້ນຳອາຊຽນກ່ຽວ ກັບເຫດການໂຈມຕີຂະບວນລົດ ຂອງສູນປະສານງານອາຊຽນ ເພື່ອ ການຊ່ວຍເຫລືອດ້ານມະນຸດສະທໍາ ໃນເວລາເກີດໄພພິບັດ ແລະ ທີມ ງານຕິດຕາມຂອງອາຊຽນໃນມຽນ ມາ.ພ້ອມນີ້,ກອງປະຊຸມກໍໄດ້ປຶກສາ ຫາລືກ່ຽວກັບການຈັດຕັ້ງປະຕິບັດ ເອກະສານແນວຄວາມຄິດອາຊຽນ ກ່ຽວກັບອິນໂດ-ປາຊີຟິກ ແລະ ຮັບ ຊາບຄວາມຄືບໜ້າຂອງການກະ ກຽມບູລິມະສິດຕ່າງໆຂອງ ອິນໂດ ເນເຊຍ ເພື່ອຜັນຂະຫຍາຍເອກະ ສານດັ່ງກ່າວເຊັ່ນ: ຂໍ້ລິເລີ່ມເສດຖະ ກິດແບບມີຫົວຄິດປະດິດສ້າງ, ພື້ນ ຖານໂຄງລ່າງ, ທຸລະກິດ ແລະ ການ ລົງທຶນ ແລະ ບົດບາດຂອງຊາວໜຸ່ມ ໃນການພັດທະນາດີຈິຕອນ ສໍາລັບ ເປົ້າໝາຍການພັດທະນາແບບຍືນ ຍົງ. ພ້ອມນີ້, ບັນດາຜູ້ນໍາອາຊຽນ ກໍໄດ້ຢໍ້າຄືນເຖິງຄວາມສໍາຄັນຂອງ ຄວາມເປັນແກນກາງຂອງອາຊຽນ ໃນໂຄງການສ້າງຮ່ວມມືຂອງພາກ ພື້ນ ໂດຍຜ່ານບັນດາກົນໄກການ ຮ່ວມທີ່ອາຊຽນສ້າງຕັ້ງຂຶ້ນ. ພາຍຫລັງສໍາເລັດກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 42 ແບບ ວົງແຄບ, ທ່ານນາຍົກລັດຖະມົນ ຕີ ສອນໄຊ ສີພັນດອນ ໄດ້ພົບປະ ສອງຝ່າຍກັບສົມເດັດຊຸນຕານຮາຈິ ຮາຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ເພື່ອປຶກສາຫາລື ແລະ ຊຸກຍູ້ການພົວພັນຮ່ວມມືສອງຝ່າຍ ຮ່ວມກັນ. ຂ່າວ-ພາບ: ກະຊວງການຕ່າງປະເທດ ແຫ່ງ ດ້ວຍອັດຕາເງິນ 800 ກີບຕໍ/ ຄົນ/ຄາບ. ທ່ານ ນາງ ສາວຈັນ ລອດສຸລີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຜົ້ງສາລີ ແຂວງ ຜົ້ງສາລີ ໄດ້ລາຍງານໃຫ້ຮູ້ໃນວັນທີ 10ພຶດສະພາ2023ວ່າ: ພາຍຫລັງ ທີ່ ອົງການອາຫານໂລກໄດ້ມອບ ໃຫ້ລັດຖະບານລາວ, ນອກຈາກ ການສະໜອງງົບປະມານໃຫ້ແກ່ ເດັກນ້ອຍແລ້ວ ຍັງໄດ້ດຳເນີນການ ຄັດເລືອກເປັນໂຮງຮຽນຕົວແບບ 5 ແຫ່ງ ຄື: ໂຮງຮຽນປະຖົມສາຍ ລົມ, ໂຮງຮຽນປະຖົມຜົ້ງແຊັກ, ໂຮງ ຮຽນປະຖົມພະຍາສີ, ໂຮງຮຽນປະ ຖົມຈີ້ໂຈະ ແລະ ໂຮງຮຽນປະຖົມ ສາ ລາເອບີໂລ. ຜ່ານການຈັດຕັ້ງປະ ຕິບັດໂຄງການດັ່ງກ່າວ ຢູ່ເມືອງຜົ້ງ ສາລີ ເຫັນໄດ້ວ່ານັກຮຽນມາໂຮງ ຮຽນເປັນປົກກະຕິບໍ່ມີອັດຕາປະ ລະການຮຽນ ເຮັດໃຫ້ເດັກຄ້າງ ຫ້ອງຫລຸດຜ່ອນ. ນອກນີ້, ຍັງສ້າງ ຄວາມສາມັກຄີໃຫ້ເດັກນ້ອຍ,ບໍ່ມີ ການແບ່ງຊົນຊ້ັນວັນນະຄອບຄົວ ທີ່ທຸກຍາກ ຫລື ຮັ່ງມີ ທັງມີສິດໄດ້ ກິນອາຫານທ່ຽງເທົ່າທຽມກັນ. ເຖິງຢ່າງໃດກໍຕາມການດຳເນີນ ໂຄງການນີ້ ກໍຍັງມີສິ່ງທ້າທາຍ ຫລາຍດ້ານ ເປັນຕົ້ນແມ່ນນໍ້າໃຊ້ຍັງ ບໍ່ພຽງພໍ, ການປ່ຽນແປງຂອງດິນ ຟ້າອາກາດ, ຄວາມຊິນເຄີຍຄອງເດີມ ໃນການກິນ-ຢູ່, ອາຫານບໍ່ຫລາກ ຫລາຍ, ຄວາມຮູ້ ແລະ ຄວາມເຂົ້າ ໃຈການປະຕິບັດດ້ານໂພຊະນາການ ແລະ ອື່ນໆ. ໃນໄລຍະຜ່ານມາ ໂຄງການ ສົ່ງເສີມອາຫານທ່ຽງໃນໂຮງຮຽນ ໄດ້ຖືກຈັດຕັ້ງປະຕິບັດໂດຍກົງໃນ ໂຮງຮຽນ 707 ແຫ່ງຢູ່ 11 ແຂວງ ຂອງ ສປປ ລາວ ຄື: ແຂວງບໍ່ແກ້ວ, ຫລວງພະບາງ, ຊຽງຂວາງ, ຄໍາ ມ່ວນ, ສະຫວັນນະເຂດ, ວຽງຈັນ, ນະຄອນຫລວງວຽງຈັນ, ສາລະ ວັນ, ຈຳປາສັກ, ເຊກອງ, ອັດຕະປື. ນອກນີ້, ຍັງສະໜັບສະໜູນໂຄງ ການອາຫານທ່ຽງ ໃນໂຮງຮຽນທີ່ ມອບໃຫ້ລັດຖະບານ 1.430 ແຫ່ງ ຢູ່8ແຂວງຄື: ແຂວງຫລວງນ້ຳທາ, ຜົ້ງສາລີ, ອຸດົມໄຊ, ຫລວງພະບາງ, ຄຳມ່ວນ, ສາລະວັນ, ເຊກອງ, ອັດຕະປື. ໂຄງການສົ່ງເສີມອາຫານທ່ຽງ ໃນໂຮງຮຽນ ໄດ້ຮັບການສະໜັບສະ ໜູນຈາກອົງການອາຫານໂລກ ປະຈຳລາວ ເຊິ່ງເປັນໂຄງການໜຶ່ງ ທີ່ປະກອບສ່ວນສຳຄັນ ເຂົ້າໃນການ ບັນລຸເປົ້າໝາຍການສຶກສາ ເພື່ອທຸກ ຄົນ, ເດັກມາ ແລະ ຢູ່ໂຮງຮຽນມີສຸ ຂະພາບແຂງແຮງ ແລະ ມີພາວະໂພ ຊະນາການທີ່ດີ; ທັງເປັນການປັບ ປຸງໂຕຊີ້ວັດການສຶກສາຊັ້ນປະຖົມ; ສົ່ງເສີມການມີສ່ວນຮ່ວມຂອງ ຫລາຍຂະແໜງການ ແລະ ຫລາຍ ພາກສ່ວນ ເຮັດໃຫ້ການສົ່ງເສີມ ອາຫານທ່ຽງໃຫ້ມີຄວາມຍືນຍົງ; ທັງເປັນການຄໍ້າປະກັນສະບຽງອາ ຫານ; ເສີມສ້າງຄວາມອາດສາ ມາດໃນການບໍລິຫານໂຮງຮຽນ, ເຊື່ອມສານຫລັກໂພຊະນາການເຂົ້າ ໃນການຮຽນ- ການສອນ. ຂ່າວ; ພາບ: ກິດຕາ ນະກໍາມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ແລະ ຝ່າຍຈີນນໍາໂດຍສະຫາຍຊຸ່ນລູຊານ ທີ່ປຶກສາກົມກິດຈະການຊາຍແດນ ແລະ ທະເລ, ກະຊວງການຕ່າງປະ ເທດ, ມີພາກສ່ວນກ່ຽວຂ້ອງທັງ ສອງຝ່າຍເຂົ້າຮ່ວມ ເພື່ອທົບທວນ ຄືນການຈັດຕັ້ງປະຕິບັດສັນຍາວ່າ ດ້ວຍລະບຽບການຄຸ້ມຄອງຊາຍ ແດນ ແລະ ສັນຍາວ່າດ້ວຍການຄຸ້ມ ຄອງດ່ານຊາຍແດນ ລະຫວ່າງ ລັດ ຖະບານ ແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນແລະຜົນຂອງການຈັດ ຕັ້ງປະຕິບັດບົດບັນທຶກກອງປະຊຸມ ຄັ້ງທີ XVII ຂອງຄະນະກໍາມະການ ຊາຍແດນຮ່ວມ ລາວ-ຈີນ ທີ່ຈັດຂຶ້ນ ໃນວັນທີ 20 ມັງກອນ 2020. ໃນໄລຍະການແພ່ລະບາດຂອງ ພະຍາດໂຄວິດ-19, ຄະນະກຳມະ ການຊາຍແດນຮ່ວມສອງຝ່າຍບໍ່ສາ ມາດຈັດກອງປະຊຸມປະຈໍາປີໄດ້ ແຕ່ສອງຝ່າຍກໍໄດ້ມີການຈັດກອງ ປະຊຸມທາງໄກ 2 ຄັ້ງ ເພື່ອປຶກສາ ຫາລືຕ້ານການແພ່ລະບາດຂອງ ພະຍາດໂຄວິດ-19 ແລະ ມີການຍົກ ລະດັບການພົວພັນກັນຢ່າງສະໜິດ ແໜ້ນບົນພື້ນຖານບ້ານໃກ້ເຮືອນ ຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍ ທີ່ດີ ແລະ ຄູ່ຮ່ວມມືທີ່ດີຕໍ່ກັນຕາມ ທິດ 4 ດີ ແລະ ການເປັນຄູ່ຮ່ວມຊະ ຕາກໍາລາວ-ຈີນ, ຈີນ-ລາວ, ມີການ ແລກປ່ຽນບົດຮຽນຂໍ້ມູນຂ່າວສານ ຮ່ວມກັນໃນການແກ້ໄຂປະກົດການ ຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນຕາມບໍລິເວນ ຊາຍແດນໄດ້ຢ່າງວ່ອງໄວສົມເຫດ ສົມຜົນ ແລະ ທັນກັບສະພາບການ. ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ ແລກປ່ຽນຄໍາຄິດຄໍາເຫັນນໍາກັນໃນ ຫລາຍບັນຫາເຊັ່ນ: ການເພີ່ມທະ ວີການຮ່ວມມືໃນຂົງເຂດວຽກງານ ຊາຍແດນ ໂດຍສະເພາະການຟຶ້ນ ຟູການຮ່ວມມືຂອງເຈົ້າໜ້າທີ່ຄຸ້ມ ຄອງຊາຍແດນຂອງສອງຝ່າຍພົວ ພັນກັນເປັນປົກກະຕິ, ການສ້າງຕັ້ງ ສາຍດ່ວນ ເພື່ອແລກປ່ຽນຂໍ້ມູນຂ່າວ ສານໃຫ້ເຈົ້າໜ້າທີ່ສະດວກໃນການ ປະສານງານ ແລະ ການນໍາໃຊ້ກົນ ໄກລາດຕະເວນກວດກາຕາມບໍລິ ເວນຊາຍແດນຮ່ວມ; ສອງຝ່າຍເຫັນ ດີຮ່ວມກັນລົງສຳຫລວດກວດກາ ຫລັກໝາຍຊາຍແດນ, ກວດກາການ ລ້ອມຮົ້ວລຽບຕາມເສັ້ນຊາຍແດນ, ຊຸກຍູ້ເພີ່ມທະວີການປະສານສົມ ທົບກັນລະຫວ່າງເຈົ້າໜ້າທີ່ຄຸ້ມ ຄອງກົດໝາຍຂອງທັງສອງຝ່າຍ ຫລາຍຂຶ້ນ ເພື່ອສະກັດກັ້ນການຄ້າ ຂາຍເຖື່ອນ, ຄ້າຂາຍຢາເສບຕິດ, ການຂ້າມແດນຜິດກົດໝາຍ, ການ ຕັດໄມ້ທໍາລາຍປ່າ ແລະ ສ້າງເງື່ອນ ໄຂອຳນວຍຄວາມສະດວກໃຫ້ແກ່ ການເຂົ້າ-ອອກຜ່ານດ່ານຂອງຄົນ ແລະ ລົດຂົນສົ່ງສິນຄ້າໃຫ້ມີຄວາມ ວ່ອງໄວຂຶ້ນກວ່າເກົ່າ ແລະ ເພີ່ມທະ ວີວຽກງານການລົງໂຄສະນາເຜີຍ ແຜ່ນິຕິກຳທີ່ກ່ຽວຂ້ອງກັບຊາຍ ແດນ ເປັນຕົ້ນ ສັນຍາວ່າດ້ວຍລະ ບຽບ ການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ, ກົດໝາຍຊາຍແດນ ໃຫ້ປະຊາຊົນຂອງທັງສອງຟາກ ຊາຍແດນໃຫ້ມີຄວາມຮັບຮູ້ເຂົ້າ ໃຈຢ່າງເລິກເຊິ່ງຕໍ່ລະບຽບການຄຸ້ມ ຄອງຊາຍແດນ. ໃນກອງປະຊຸມ, ສອງຝ່າຍເຫັນ ດີໃຫ້ມີການເພີ່ມທະວີການແລກ ປ່ຽນຂໍ້ມູນຂ່າວສານທີ່ຕິດພັນກັບ ວຽກງານຊາຍແດນຮ່ວມກັນຢ່າງ ໃກ້ຊິດ, ວ່ອງໄວ ແລະ ຕໍ່ເນື່ອງທັນ ກັບສະພາບການ ເພື່ອເຮັດໃຫ້ການ ເຮັດວຽກຮ່ວມກັນໄດ້ຮັບປະສິດທິ ຜົນກວ່າເກົ່າ ພ້ອມທັງເປັນການ ຮ່ວມກັນສ້າງຊາຍແດນໃຫ້ເປັນ ຊາຍແດນແຫ່ງສັນຕິພາບ, ມິດຕະ ພາບ ແລະ ການຮ່ວມມືໃຫ້ມີຄວາມ ຍືນຍົງຕະຫລອດໄປ. ຂ່າວ: ກະຊວງການຕ່າງປະເທດ ປ່ຽນເງິນຕາຈະຖືກດຳເນີນມາດຕະ ການຕ່າງໆທີ່ໜັກກວ່າເກົ່າຕາມ ທີ່ກຳນົດໄວ້ໃນລະບຽບກົດໝາຍ ກ່ຽວຂ້ອງ. ໃນປັດຈຸບັນອີງຕາມກົດໝາຍ ຂອງສປປລາວແມ່ນກຳນົດໃຫ້ທະ ນາຄານທຸລະກິດ ທີ່ຕັ້ງຢູ່ ສປປ ລາວ ເທົ່ານັ້ນທີ່ສາມາດໃຫ້ບໍລິການແລກ ປ່ຽນເງິນຕາ ຊຶ່ງຕ້ອງປະຕິບັດອັດ ຕາແລກປ່ຽນຕາມລະບຽບການ ຂອງທະນາຄານແຫ່ງ ສປປ ລາວ, ການໃຫ້ບໍລິການແລກປ່ຽນເງິນຕາ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ໃຊ້ ບໍລິການແລກປ່ຽນເງິນຕາກັບບຸກ ຄົນອື່ນທີ່ບໍ່ແມ່ນທະນາຄານ ເປັນ ການລະເມີດຂໍ້ຫ້າມ ມາດຕາ 43 ຂອງກົດໝາຍວ່າດ້ວຍການຄຸ້ມ ຄອງເງິນຕາຕ່າງປະເທດ(ສະບັບ ປັບປຸງ) ເລກທີ 15/ສພຊ, ລົງວັນທີ 7 ກໍລະກົດ 2022, ຊຶ່ງຈະຖືກດຳ ເນີນມາດຕະການສຶກສາອົບຮົມ ແລະ ມາດຕະການປັບໃໝຕາມມາດ ຕາ 54 ແລະ ມາດຕາ 55 ຂອງກົດ ໝາຍສະບັບດັ່ງກ່າວ ຄື: ປັບໃໝ 10 ສ່ວນຮ້ອຍຂອງມູນຄ່າທີ່ລະເມີດ. ຍິ່ງໄປກວ່າກນັ້ນບຸກຄົນ ຫລື ນິຕິ ບຸກຄົນ ທີ່ປັນປ່ວນອັັດຕາແລກປ່ຽນ ດ້ວຍການສ້າງຂ່າວປອມ, ບິດ ເບືອນຂໍ້ມູນຂ່າວສານກ່ຽວກັບບັນ ດາປັດໄຈທີ່ຈະກະທົບຕໍ່ອັດຕາແລກ ປ່ຽນ, ກຳນົດອັດຕາແລກປ່ຽນ, ຊື້-ຂາຍ ງິນຕາໂດຍບໍ່ສອດຄ່ອງກັບ ລະບຽບການຂອງທະນາຄານແຫ່ງ ສປປລາວ, ບໍ່ສອດຄ່ອງກັບສະພາບ ຄວາມເປັນຈິງ ແລະ ສ້າງຄວາມ ເສຍຫາຍແກ່ລະບົບເສດຖະກິດ, ການເງິນ ແລະ ເງິນຕາ ຂອງ ສປປ ລາວ ຈະຖືກລົງໂທດຕັດອິດສະລະ ພາບແຕ່ໜຶ່ງປີ ຫາ ຫ້າປີ ແລະ ປັບ ໃໝແຕ່ຫ້າສິບລ້ານກີບຫາໜຶ່ງຮ້ອຍ ລ້ານກີບ; ການໃຫ້ ຫລື ໃຊ້ບໍລິການ ແລກປ່ຽນເງິນຕາທີ່ຜິດກົດໝາຍ ໄດ້ກໍ່ໃຫ້ເກີດປາກົດການຫຍໍ້ທໍ້ໃນ ສັງຄົມ ເປັນຕົ້ນ ການກໍານົດອັດຕາ ແລກປ່ຽນທີ່ບໍ່ສອດຄ່ອງກັບສະ ພາບຄວາມເປັນຈິງຂອງເສດຖະ ກິດ, ເປັນການປັ່ນປ່ວນອັດຕາແລກ ປ່ຽນອັນເຮັດໃຫ້ເກີດຜົນເສຍຫາຍ ທາງດ້ານເສດຖະກິດ, ເກີດມີການ ສໍ້ໂກງ, ການຕົວະຍົວະຫລອກລວງ ໃນສັງຄົມ ເຮັດໃຫ້ສັງຄົມບໍ່ມີຄວາມ ສະຫງົບ. ກົມນະໂຍບາຍເງິນຕາ ຍັງໃຫ້ຮູ້ ອີກວ່າ: ເພື່ອບໍ່ເປັນການສະໜັບສະ ໜູນການເຄື່ອນໄຫວທຸລະກິດຜິດ ກົດໝາຍ ເພື່ອຄວາມປອດໄພບໍ່ໃຫ້ ຕົກເປັນເຫຍື່ອ ຂອງກຸ່ມຄົນບໍ່ດີຕົວະ ຕົ້ມ ຈຶ່ງຮຽກຮ້ອງເຖິງບັນດາພໍ່ແມ່ ປະຊາຊົນ ທົ່ວສັງຄົມ ກໍລະນີຫາກ ມີຄວາມຕ້ອງການແລກປ່ຽນເງິນ ຕາ ທ່ານຈະຕ້ອງເຂົ້າໃຊ້ບໍລິການ ແລກປ່ຽນເງິນຕາກັບທະນາຄານ ທຸລະກິດເທົ່ານັ້ນ, ຫາກທ່ານພົບ ເຫັນຂໍ້ມູນການໃຫ້ບໍລິການແລກ ປ່ຽນເງິນຕາ ທີ່ບໍ່ແມ່ນການບໍລິການ ຂອງທະນາຄານທ່ານສາມາດແຈ້ງ ຫລື ສະໜອງຂໍ້ມູນດັ່ງກ່າວໃຫ້ກັບ ເຈົ້າໜ້າທີ່ຕຳຫລວດ (ເບີໂທ: 020 312401) ຫລື ທະນາຄານແຫ່ງ ສປປລາວ(ເບີໂທ021264590) ເພື່ອເປັນຂໍ້ມູນດໍາເນີນການຕິດຕາມ ກວດກາ ແລະ ດໍາເນີນມາດຕະການ ຕໍ່ພາກສ່ວນດັ່ງກ່າວຕາມກົດໝາຍ, ການຮ່ວມມືຂອງພໍ່ແມ່ປະຊາຊົນ ເປັນການປະກອບສ່ວນສ້າງສັງ ຄົມໃຫ້ມີຄວາມເປັນລະບຽບຮຽບ ຮ້ອຍມີຄວາມສະຫງົບປອດໄພແລະ ການຮັກສາສະຖຽນລະພາບເງິນ ຕາແຫ່ງຊາດໃຫ້ມີຄວາມໝັ້ນຄົງ ແລະ ເຂັ້ມແຂງຍິ່ງຂຶ້ນ. ຂໍ້ມູນ: ກົມນະໂຍບາຍເງິນຕາ ຫົວໜ້າຫ້ອງການ-ການເງິນເມືອງ ຫາດຊາຍຟອງ ນະຄອນຫລວງ ວຽງຈັນ ໄດ້ໃຫ້ສໍາພາດວ່າ: ປີ 2023 ຫ້ອງການ-ການເງິນເມືອງ ຫາດຊາຍຟອງ ໄດ້ຮັບຕົວເລກແຜນ ການຈັດເກັບລາຍຮັບໝົດປີ ຈໍາ ນວນ 24,23 ຕື້ກີບ, ທຽບໃສ່ແຜນ ປີ 2022 ເພີ່ມຂຶ້ນ 5,64%.ໃນ ນີ້, ແຜນການເກັບລາຍຮັບສ່ວຍ ສາອາກອນ 22,88 ຕື້ກີບ, ຄຸ້ມ ຄອງຊັບສິນຂອງລັດ 1,35 ຕື້ກີບ, ແຜນການຈັດເກັບລາຍຮັບໃນງວດ I ປີ 2023 ຈໍານວນ 7,16 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດໃນງວດ I ສາມາດເກັບລາຍຮັບ ໄດ້ 7,35 ຕື້ກີບທຽບໃສ່ແຜນງວດເທົ່າກັບ 103,92% ແລະ ນັບແຕ່ຕົ້ນປີມາ ຮອດວັນທີ 26 ເມສາ 2023 ປະຕິ ບັດລາຍຮັບໄດ້ 9,76 ຕື້ກີບເທົ່າກັບ 40,33% ຂອງແຜນການປີ. ເພື່ອເຮັດໃຫ້ການເກັບລາຍຮັບ ສາມາດບັນລຸໄດ້ຕາມຄາດໝາຍທີ່ ກໍານົດໄວ້, ຫ້ອງການ-ການເງິນ ເມືອງຫາດຊາຍຟອງ ຈະໄດ້ສືບຕໍ່ ສູ້ຊົນຕາມແຜນວຽກທີ່ໄດ້ມີການ ກໍານົດໄວ້, ຜັນຂະຫຍາຍບົດແນະ ນໍາຂອງນະຄອນຫລວງວຽງຈັນ ເປັນແຜນວຽກຢ່າງລະອຽດເປັນ ຕົ້ນ ໄດ້ມີການມອບວຽກໃຫ້ພະນັກ ງານແຕ່ລະສະຫາຍມີການສັບຊ້ອນ ແລະ ຕິດຕາມການປະຕິບັດວຽກ ງານຂອງແຕ່ລະບຸກຄົນ, ມີການຄຸ້ມ ຄອງນໍາໃຊ້ເຄື່ອງມືທີ່ທັນສະໄໝ ແລະ ໂຄສະນາເຜີຍແຜ່ໃຫ້ຜູ້ປະກອບ ການມາມອບພັນທະທາງລະບົບທະ ນາຄານໃຫ້ຫລາຍຂຶ້ນ, ປະສານສົມ ທົບເອົາຂໍ້ມູນຂ່າວສານລົງສູ່ການ ຈັດຕັ້ງປະຕິບັດໃນຂັ້ນບ້ານທົ່ວ ເມືອງຫາດຊາຍຟອງ,ກະກຽມສ້າງ ຄວາມພ້ອມໃນການສ້າງພື້ນຖານ ໂຄງລ່າງເຄື່ອງມື ແລະ ບຸກຄະລາ ກອນໃນການສ້າງເມືອງໃຫ້ກາຍ ເປັນຫົວໜ່ວຍງົບປະມານ, ຄຸ້ມຄອງ ລາຍຮັບທີ່ມີແລ້ວ ໂດຍການຈັດປະ ເພດຂອງຫົວໜ່ວຍ ຊຶ່ງມີທັງໝົດ 1.674 ຫົວໜ່ວຍ ສໍາເລັດແລ້ວ ໃ ນປີຜ່ານມາ, ພ້ອມທັງສືບຕໍ່ຂຸດຄົ້ນ ແຫລ່ງລາຍຮັບທີ່ບົ່ມຊ້ອນ ໂດຍສະ ເພາະແມ່ນການຈັດຕັ້ງປະຕິບັດ ແຈ້ງການຂອງລັດຖະມົນຕີກະຊວງ ການເງິນ ເລກທີ 3177/ກງ ແລະ 2311/ກງ ກ່ຽວກັບການຈັດປະ ເພດຂອງຫົວໜ່ວຍວິສາຫະກິດ, ມີການໂຄສະນາເຜີຍແຜ່ກ່ຽວກັບ ການເສຍພາສີທີ່ດິນ ແລະ ຄ່າທໍາ ນຽມທາງຜ່ານຊ່ອງທາງຕ່າງໆ. ສໍາລັບວຽກການຄຸ້ມຄອງຊັບສິນ ຂອງລັດ ກໍໄດ້ມີການສັງລວມເກັບ ກໍາຂໍ້ມູນທີ່ດິນການນໍາໃຊ້ທີ່ອະນຸ ຍາດໃຫ້ບຸກຄົນ, ນິຕິບຸກຄົນນໍາໃຊ້ ແຕ່ບໍ່ທັນເຮັດສັນຍາເຊົ່າ ກໍໄດ້ມີ ການແຕ່ງຕັ້ງຄະນະກໍາມະການຮັບ ຜິດຊອບເພື່ອຕິດຕາມການເກັບຄ່າ ຊັບພະຍາກອນດິນດໍາ, ດິນແດງ ແລະແຮ່ຊາຍໃຫ້ຖືກຕ້ອງສອດຄ່ອງ ຕາມລະບຽບການ. ຂ່າວ-ພາບ: ກະຊວງການເງິນ ປ່າ ແລະ ການບັງຄັບໃຊ້ກົດໝາຍຕໍ່ ຜູ້ລະເມີດທີ່ຄອບຄອງສັດປ່າຜິດກົດ ໝາຍ. ພ້ອມກັນນີ້, ຜູ້ເຂົ້າຮ່ວມຍັງ ໄດ້ເລາະເບິ່ງສັດປ່າປະເພດຕ່າງໆ ຢູ່ພາຍໃນມູນນິທິອະນຸລັກສັດປ່າ ລາວ ແລະ ໄດ້ຝຶກຈັບສັດປ່າຕົວຈິງ ຕື່ມອີກ. ທ່ານ ວິທະຍາ ໂຄດພິທູນ ຮອງ ຫົວໜ້າພະແນກກວດກາສັດນ້ຳ, ສັດປ່າ ແລະ ເຄື່ອງປ່າຂອງດົງກ່າວ ວ່າ: ຊຸດຝຶກອົບຮົມກ່ຽວກັບເຕັກ ນິກການຊ່ວຍເຫລືອສັດປ່າ ແລະ ວຽກງານການບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນໍ້າ ແລະ ສັດປ່າໄດ້ເລີ່ມ ຈັດຕັ້ງປະຕິບັດມາແຕ່ປີ2021 ເປັນ ຕົ້ນມາ ໂດຍການຮ່ວມມືກັນລະ ຫວ່າງ ກົມກວດກາປ່າໄມ້ກະຊວງ ກະສິກຳ ແລະ ປ່າໄມ້ ກັບມູນນິທິອະ ນຸລັກສັດປ່າລາວ ແລະ ອົງການອະ ນຸລັກສັດປ່າ ປະຈຳ ສປປ ລາວ ເພື່ອ ສ້າງຄວາມເຂັ້ມແຂງໃຫ້ກັບບັນ ດາເຈົ້າໜ້າທີ່ປ່າໄມ້ ແລະ ຂະແໜງ ການທີ່ກ່ຽວຂ້ອງ ຈາກບັນດາ ແຂວງ ເປົ້າໝາຍກ່ຽວກັບການຄຸ້ມ ຄອງແລະຊ່ວຍເຫລືອສັດປາທີ່ກວດ ກູ້ ຫລື ຢຶດມາໄດ້ເພື່ອນຳມາເບິ່ງ ແຍງ ແລະ ປ່ອຍຄືນສູ່ທຳມະຊາດ. ຜ່ານການຈັດຊຸດຝຶກອົບໃນໄລຍະ ຜ່ານມາ, ເຫັນວ່າໄດ້ຮັບຜົນສຳເລັດ ເປັນຢ່າງດີຕະຫລອດມາ, ເຮັດໃຫ້ ເຈົ້າໜ້າທີ່ປ່າໄມ້ ມີຄວາມເຂັ້ມແຂງ, ຮູ້ເຕັກນິກວິທີການຕ່າງໆ ໃນການ ຊ່ວຍເຫລືອສັດປ່າ, ຄຸ້ມຄອງສັດປ່າ ແລະ ອື່ນໆ. ສຳລັບແຜນການໃນຕໍ່ໜ້າ, ກົມ ກວດກາປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ຈະສືບຕໍ່ຮ່ວມມືກັບຄູ່ ຮ່ວມງານຈັດຊຸດຝຶກອົບຮົມດັ່ງ ກ່າວ, ໃຫ້ເຈົ້າໜ້າທີ່ປ່າໄມ້ຈາກ ແຂວງ ພາກໃຕ້ ແລະ ບັນດາແຂວງ ເປົ້າໝາຍ ໃນຂອບເຂດ ທົ່ວປະ ເທດ ຕື່ມອີກ, ເພື່ອສ້າງ ຄວາມເຂັ້ມແຂງ ໃຫ້ກັບບັນດາເຈົ້າໜ້າທີ່ປ່າໄມ້ ໃນ ຂອບເຂດທົ່ວປະເທດ ແນໃສ່ອະນຸ ລັກຮັກສາສັດປ່າປະເພດຕ່າງໆ ໂດຍສະເພາະສັດປ່າປະເພດຫວງ ສະນາການທ່ອງທ່ຽວລາວ ໃຫ້ແກ່ ຕະຫລາດທ່ອງທ່ຽວສປຈີນກວ້າງ ຂວາງສົມຄວນ ແລະ ບັນດາສື່ ມວນຊົນລາວ, ສື່ມວນຊົນ ສປ ຈີນ ກໍໄດ້ເຜີຍແຜ່ຂໍ້ມູນຂ່າວສານກ່ຽວ ກັບການທ່ອງທ່ຽວລາວຢ່າງເປັນ ປົກກະຕິ ລວມທັງໂທລະພາບ, ໜັງ ສືພິມ ແລະ ສື່ສັງຄົມອອນລາຍເຮັດ ໃຫ້ນັກທ່ອງທ່ຽວ ຈີນ ກາຍເປັນເປົ້າ ໝາຍຕະຫລາດການທ່ອງທ່ຽວທີ່ມີ ກຳລັງຊື້ຫລາຍທີ່ສຸດຂອງລາວ. ສຳລັບ ວັນການທ່ອງທ່ຽວພູ ເຂົາສາກົນ ຄັ້ງທີ 5 ແລະ ກອງ ປະຊຸມປິ່ນອ້ອມກ່ຽວຂ້ອງພາຍໃຕ້ ຫົວຂໍ້ “ມ່ວນຊື່ນໃນຄວາມມະຫັດ ຂປລ. ຫ້ອງການ-ການເງິນ ເມືອງຫາດຊາຍຟອງ ນະຄອນ ຫລວງວຽງຈັນ, ຕາມພາລະບົດ ບາດຮັບຜິດຊອບການຄຸ້ມຄອງເກັບ ລາຍຮັບງົບປະມານ ໃນຂອບເຂດ ເມືອງຮັບຜິດຊອບ ເຊິ່ງການຈັດຕັ້ງ ປະຕິບັດແຜນລາຍຮັບເຂົ້າງົບປະ ມານແຫ່ງລັດ ໝົດປີ 2023 ຄາດ ວ່າຈະສາມາດປະຕິບັດລາຍຮັບໄດ້ ເກີນແຜນການ ຊຶ່ງສະແດງອອກ ໃນງວດ I ປະຕິບັດລາຍຮັບໄດ້ແລ້ວ 7,35 ຕື້ກວ່າກີບ, ທຽບໃສ່ແຜນ ງວດເທົ່າກັບ 103,92%. ທ່ານ ຄໍາພູວຽງ ແກ້ວສຸພຣົມ ຮູ້ ແລະ ເຂົ້າໃຈ ຢ່າງເລິກເຊິ່ງກ່ຽວ ກັບເຕັກນິກການຄຸ້ມຄອງ, ການ ກອບກູ້-ຊ່ວຍເຫລືອສັດປ່າ, ການ ປ່ອຍສັດປ່າສູ່ທຳມະຊາດ, ການຈັບ ສັດ ປ່າທີ່ຖືກວິທີ, ການບົວລະບັດ ເບິ່ງແຍງສັດປ່າ ແລະ ວິທີການ ປ້ອງກັນການຕິດເຊື້ອຈາກສັດສູ່ ຄົນ, ພ້ອມທັງ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຂໍ້ບັນຍັດກົດໝາຍ ໃນການ ກະທໍາຜິດທາງອາຍາກ່ຽວກັບສັດ ສະຈັນຂອງພູເຂົາ ເພື່ອຟື້ນຟູອຸດສາ ຫະກຳການທ່ອງທ່ຽວ” ມີແຜນ ການຈະຈັດຂຶ້ນໃນລະຫວ່າງວັນທີ 28 ພຶດສະພາ ຫາ 1 ມີຖຸນາ 2023 ທີ່ນະຄອນຫລວງວຽງຈັນ ແລະ ແຂວງຫລວງພະບາງ, ທ່ານຮອງ ລັດຖະມົນຕີ ກໍໄດ້ມອບໝາຍ ໃຫ້ກົມ ວິຊາການສົມທົບກັບສະຫະພັນ ການທ່ອງທ່ຽວພູເຂົາສາກົນ ເພື່ອ ແລກປ່ຽນປະສານງານ ດ້ານວິຊາ ການໃນການຮ່ວມກັນຈັດຕັ້ງປະຕິ ບັດ ໃຫ້ສຳເລັດຕາມລະດັບຄາດ ໝາຍແລະຈະໄດ້ເຊີນບັນດາສະຖານ ທູດ ຕ່າງປະເທດ ປະຈຳ ສປປ ລາວ, ພາກລັດ,ຜູ້ປະກອບການທຸລະກິດ ແລະ ສື່ມວນຊົນເຂົ້າຮ່ວມ. ຂ່າວ:ວຽງສະຫວັນ, ພາບ:ເກດສະໜາ ຫ້າມ ໃຫ້ອຸດົມສົມບູນ, ບໍ່ໃຫ້ສູນພັນ ແລະ ຄົງຢູ່ຄູ່ປ່າໄມ້ຢູ່ ສປປ ລາວ ຕະຫລອດໄປ. ຊຸດຝຶກອົບຮົມໃນຄັ້ງນີ້, ຜູ້ເຂົ້າ ຮ່ວມໄດ້ຮັບຟັງ ແລະ ຮຽນຮູ້ກ່ຽວ ກັບມາດຕະຖານດ້ານສະຫວັດດີ ການສັດປ່າ, ຂັ້ນຕອນການກູ້ໄພ, ການບຳບັດຟື້ນຟູ ແລະ ປ່ອຍສັດປ່າ, ການໃຫ້ອາຫານສັດປ່າ ແຕ່ລະຊະ ນິດ, ການບົວລະບັດເບິ່ງແຍງສັດ ປ່າ, ການປະຖົມພະຍາບານເບື້ອງ ຕົ້ນ ສຳລັບສາຍພັນສັດປ່າທີ່ຖືກຄ້າ ຂາຍທົ່ວໄປ, ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບພະຍາດຕິດຕໍ່ຈາກສັດສູ່ ຄົນ ແລະວິທີການຮັກສາຄວາມ ປອດໄພ, ພ້ອມທັງໄດ້ຮັບຮູ້ຊະນິດ ພັນສັດປ່າຕ່າງຖິ່ນ ແລະ ການອະ ນຸລັກ, ການກະທຳຜິດທາງອາຍາ ກ່ຽວກັບຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ(ສັດປ່າ) ແລະ ການລົງໂທດທາງກົດໝາຍ, ມູມ ມອງຂອງກົດໝ າຍໃນການກະທຳ ຜິດຕໍ່ສັດປ່າ ປະເພດຫວງຫ້າມ (ການມີໄວ້ໃນຄອບຄອ ງທີ່ຜິດກົດ ໝາຍ), ສິ່ງທີ່ຕ້ອງປະຕິບັດເມື່ອ ພົບເຫັນເຫດການກະທຳຜິດທາງ ອາຍາກ່ຽວກັບສັດປ່າ, ການສືບ ສວນ-ສອບສວນ ແລະ ດຳເນີນຄະ ດີອາຊະຍາກໍາສັດປ່າ. ໂອກາດນີ້, ທ່ານ ເອນດີ່ ຜູ້ປະ ສານງານດ້ານການລ້ຽງດູສັດ ແລະ ເສີມສ້າງເຄື່ອງຂອງຫລິ້ນໃຫ້ສັດ ໄດ້ຕາງໜ້າໃຫ້ມູນນິທິອະນຸລັກສັດ ປ່າລາວ ມອບໃບຢັ້ງຢືນໃຫ້ກບັນ ດາສຳມະນາກອນທີ່ເຂົ້າຮ່ວມຝຶກ ອົບຮົມ, ພ້ອມທັງມອບອຸປະກອນ ຈັບ ສັດປ່າ ແລະ ອຸປະກອນຮັກສາ ຄວາມປອດໄພ ເປັນຕົ້ນ ກົງເຫລັກ ໃສ່ສັດປ່າ, ຖົງມືຈັບສັດ ແລະ ອື່ນໆ ໃຫ້ກັບບັນດາກອງກວດກາປ່າໄມ້ ຂອງບັນດາແຂວງ ທີ່ເຂົ້າຮ່ວມຝຶກ ອົບຮົມຕື່ມອີກ ເພື່ອນຳໄປໝູນໃຊ້ ເຂົ້າໃນວຽກງານຕົວຈິງ ກໍຄືການ ຊ່ວຍເຫລືອສັດປ່າທີ່ຖືກຄຸກຄາມຢູ່ ບັນດາແຂວງ ແລະ ອື່ນໆ. ຂ່າວ-ພາບ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==