5617

ຂປລ. ໃນວັນທີ 11 ພຶດສະພາ 2023 ທີ່ ລາບວນ ບາໂຈ ອິນໂດເນ ເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາ ຊຽນ ຄັ້ງທີ 42 ແບບວົງແຄບ. ໃນກອງປະຊຸມວົງແຄບຄັ້ງນີ້, ຜູ້ນຳອາຊຽນ ໄດ້ຮັບຊາບການ ລາຍງານຂອງປະທານອາຊຽນກໍຄື ຫ້ອງການທູດພິເສດຂອງປະທານ ອາຊຽນວ່າ ດ້ວຍມຽນມາ ໃນການ ອໍານວຍຄວາມສະດວກໃນການ ຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງ ຜູ້ນໍາອາຊຽນ ລວມທັງການຊ່ວຍ ເຫລືອດ້ານມະນຸດສະທໍາໃນ ມຽນ ມາແລະໃນໂອກາດນີ້,ຜູ້ນໍາອາຊຽນ g9Q k|h kmuj xj kw,h leg]a fdkoIPoI6h g8a doy d dko75h ,7v' c]t -j ;pgs]n vla fxj k ';f I xu 2023 dkog'o g,n v'skf-kp2v' gda []kpIa [wfh gdu oczo y okpq d]a f4t,q o8u ln [8+ g0Q kIj ;,dv'xt-5 , l5 fpvfvk-Po 7A 'mu 42 c[[;q 'c7[ ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 12.05.2023 ປີທີ 22 ສະບັບທີ 5.617 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j rh v,da ol5 ,.lj 9a f8A 'xt8y [a f 2 ;k]tcsj '-kf .sh gxa oI6 [xtme  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 ]k;{9u o mq [m;odkoxt8y [a f ]t[P[75h ,7v'-kpcfo c9h 'dko0v'dt-;'dko8j k'xtgmf ຂປລ. ເຈົ້າໜ້າທີ່ປ່າໄມ້ຈາກ ແຂວງ ຜົ້ງສາລີ, ຫົວພັນ, ຊຽງ ຂວາງ, ແຂວງບໍລິຄຳໄຊ ແລະ ຜູ້ ຕາງໜ້າຈາກຂະແໜງການທີ່ກ່ຽວ ຂ້ອງສຳເລັດຊຸດຝຶກອົບຮົມຫົວຂໍ້ “ເຕັກນິກ ການຊ່ວຍເຫລືອສັດປ່າ ແລະ ວຽກງານການບັງຄັບໃຊ້ກົດ ໝາຍວ່າດ້ວຍ ສັດນໍ້າ ແລະ ສັດປ່າ’’ ໃນວັນທີ10ພຶດສະພາ 2023ຢູ່ມູນ ນິທິອະນຸລັກສັດປ່າລາວ ເມືອງ ທຸລະຄົມແຂວງວຽງຈັນໂດຍໄດ້ຮັບ ຂປລ. ກອງປະຊຸມຄະນະກໍາມະ ການຊາຍແດນຮ່ວມ ລາວ-ຈີນ ຄັ້ງ ທີ XVIII ໄດ້ຈັດຂຶ້ນ ໃນລະຫວ່າງ ວັນທີ 8-11 ພຶດສະພາ 2023 ທີ່ ຂປລ. ກົມນະໂຍບາຍເງິນ ຕາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໃຫ້ຮູ້ວ່າ: ພາຍຫລັງທຫລ ອອກແຈ້ງການຢຸດ ການອະນຸຍາດ ດຳເນີນທຸລະກິດແລກປ່ຽນເງິນ ຕາຂອງຮ້ານແລກປ່ຽນເງິນຕາ ຕົວແທນຂອງທະນາຄານທຸລະກິດ ຈຳນວນ113 ຮ້ານ,ໃນເດືອນເມສາ 2023 ທະນາຄານແຫ່ງ ສປປ ລາວ ໄດ້ປະສານສົມທົບເຈົ້າໜ້າທີ່ ຕຳຫລວດເສດຖະກິດລົງຕິດຕາມ ກວດກາການເຄື່ອນໄຫວແລກປ່ຽນ ເງິນຕາຜິດກົດໝາຍ ໂດຍສາມາດ ລົງກວດກາຄືນຈຳນວນ 67 ເປົ້າ ໝາຍແບບກັບທີ່ ຢູ່ນະຄອນຫລວງ ວຽງຈັນ 30 ເປົ້າໝາຍ ແລະ ຢູ່ ທ້ອງຖິ່ນ 37 ເປົ້າໝາຍ. ຜ່ານການລົງກວດກາສ່ວນ ໃຫຍ່ແມ່ນໄດ້ຢຸດຕິການເຄື່ອນໄຫວ ແລກປ່ຽນເງິນຕາ, ແຕ່ຍັງມີຈໍາ ທ່ານ ສອນໄຊ ສີພັນດອນ (ຜູ້ທີ 5 ນັບແຕ່ຂວາຫາຊ້າຍ) ]a f4t[ko ln [8+ lqj 'glu ,37'dko vkskomj P'16j 49 3I'IPo g,n v'zQ 'lk]u ປະຕິບັດໂຄງການສົ່ງເສີມອາຫານ ທ່ຽງໃນໂຮງຮຽນ (ອະນຸບານ 2 ແຫ່ງແລະປະຖົມສົມບູນ47ແຫ່ງ); ປັດຈຸບັນອົງການອາຫານໂລກ ໄດ້ ມອບໂຄງການດັ່ງກ່າວ ໃຫ້ລັດຖະ ບານລາວ ສືບຕໍ່ຈັດຕັ້ງປະຕິບັດເພື່ອ ໃຫ້ມີຄວາມຍືນຍົງ ໂດຍການມີສ່ວນ ຮ່ວມຂອງພໍ່ແມ່ປະຊາຊົນ ກໍຄື ອໍານາດການປົກຄອງບ້ານ ແລະ ຜູ້ປົກຄອງຂອງນັກຮຽນ. ໃນສົກ ຮຽນປີ 2022-2023 ລັດຖະບານ ໄດ້ສະໜອງງົບປະມານອາຫານ ທ່ຽງ ໃຫ້ນ້ອງນັກຮຽນທັງ 49 ແຂວງຫລວງພະບາງ ສປປ ລາວ, ຝ່າຍລາວນໍາໂດຍ ສະຫາຍ ອານຸສິນ ຂັດຕິຍະລາດ ຫົວໜ້າຫ້ອງການຄະ g9Q k|h kmuj .lj ,kf8tdko8+ z6h .sh [= ]y dkoc]dxj Pog'o8k zy fdq f\kp y ນວນໜຶ່ງທີ່ຍັງເຄື່ອນໄຫວແລກ ປ່ຽນເງິນຕາແບບຜິດກົດໝາຍ ເປັນຕົ້ນ ມີການເປີດໃຫ້ບໍລິການ ແລກປ່ຽນເງິນຕາແບບເປີດແປນ ແລະ ບໍ່ມີໜ້າຮ້ານ, ມີການປະກາດ ໂຄສະນາອັດຕາແລກປ່ຽນ ທັງເປັນ ບ່ອນຕິດຕໍ່ຊື້-ຂາຍເງິນຕາຢ່າງເປີດ ແປນ ຜ່ານສື່ຕ່າງໆ ໂດຍບໍ່ຢ້ານກົວ ຕໍ່ກົດໝາຍ ເປັນຕົ້ນ Facebook, Whatsapp ແລະ ອື່ນໆ. ຕໍ່ປະກົດ ການດັ່ງກ່າວ, ເຈົ້າໜ້າທີ່ຕຳຫລວດ ແລະ ພະນັກງານຈາກທະນາຄານ ແຫ່ງ ສປປ ລາວ ໄດ້ສຶກສາອົບຮົມ ພວກກ່ຽວໃຫ້ຮັບຮູ້, ເຂົ້າໃຈຕໍ່ກັບ ລະບຽບກົດໝາຍ ແລະ ເຮັດບົດບັນ ທຶກກ່າວເຕືອນໃຫ້ຜູ້ລະເມີດຢຸດດຳ ເນີນທຸລະກິດແລກປ່ຽນເງິນຕາ ໂດຍທັນທີ, ກໍລະນີ ຫາກພົບເຫັນ ຍັງສືບຕໍ່ເຄື່ອນໄຫວທຸລະກິດແລກ ຂປລ. ເພື່ອຕອບສະໜອງຕາມຄຳເຊີນຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ນາງ ເພັນນີ ວອງ ລັດຖະມົນຕີການຕ່າງປະເທດ ແຫ່ງ ອົດສະຕຣາລີ ພ້ອມດ້ວຍຄະນະ ຈະເດີນທາງຢ້ຽມຢາມ ສປປ ລາວຢ່າງເປັນທາງ ການ ໃນລະຫວ່າງວັນທີ 15-16 ພຶດສະພາ 2023 ເພື່ອເປັນການຮັດ ແໜ້ນສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ອົດສະຕຣາລີ. lxx ]k; dP,gxa og9Q krk[9a f ;a odkomj v'mj P; r6 g0q klkdq o 7A 'mu 5 ຂປລ.ໃນວັນທີ 11 ພຶດສະພາ 2023, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫລງ ຂ່າວ, ວັດທະນະທໍາແລະທ່ອງທ່ຽວ (ຖວທ) ຜູ້ຕາງໜ້າສະຫະພັນການ ທ່ອງທ່ຽວພູເຂົາສາກົນ ສປ ຈີນ ເພື່ອປຶກສາຫາລື ແລະ ກະກຽມຈັດ ຕັ້ງວັນການທ່ອງທ່ຽວພູເຂົາສາ ກົນ ຄັ້ງທີ 5 ແລະ ກອງປະຊຸມປິ່ນ ອ້ອມກ່ຽວຂ້ອງ ຢູ່ສປປ ລາວ ພາຍ ໃຕ້ຫົວຂໍ້ “ມ່ວນຊື່ນໃນຄວາມມະ ຫັດສະຈັນຂອງພູເຂົາ ເພື່ອຟື້ນຟູອຸດ ສາຫະກຳການທ່ອງທ່ຽວ”.ງານ ດັ່ງກ່າວຈະໄດ້ຮັບຊົມການວາງ ສະແດງບັນດາຮູບພາບແຫລ່ງ ທ່ອງທ່ຽວທາງພູເຂົາ, ຊົມການ ວາງສະແດງ ເຄື່ອງຫັດຖະກຳ, ວັດ ທະນະທຳ ແລະ ຜະລິດຕະພັນການ ທ່ອງທ່ຽວລາວ, ກອງປະຊຸມສຳ ມະນາ, ເວທີປຶກສາຫາລືເພື່ອສົ່ງ ເສີມ ແລະ ຟື້ນຟູອຸດສາຫະກໍາການ ທ່ອງທ່ຽວ ແລະ ກອງປະຊຸມສົນທະ ນາແລກປ່ຽນລະຫວ່າງພາກທຸລະ ກິດ ແລະ ເປີດກວ້າງການດຳເນີນ ທຸລະກິດ. ໂອກາດນີ້, ທ່ານຮອງລັດຖະມົນ ຕີຖວທໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ຍ້ອງຍໍຊົມເຊີຍຂອບໃຈ ມາຍັງສະຫະພັນທີ່ໄດ້ເລືອກເອົາ ສປປ ລາວ ເປັນສະຖານທີ່ຈັດງານ ໃນຄັ້ງນີ້, ທັງໄດ້ເອົາໃຈໃສ່ຫ້າງຫາ ກະກຽມຈັດງານອັນມີຜົນສຳເລັດ ຫລາຍດ້ານ; ພ້ອມນັ້ນ, ທ່ານຍັງໄດ້ ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດ ກິດຈະກຳຕ່າງໆ ຈະເປັນໂອກາດ ອັນດີໃນການເປີດກວ້າງການຮ່ວມ ມືດ້ານການທ່ອງທ່ຽວ ເຊິ່ງ ສປປ ລາວ ກໍມີທ່າແຮງໃນການທ່ອງ ທ່ຽວພູເຂົາພາຍຫລັງການຟື້ນຟູອຸດ ສາຫະກຳການທ່ອງທ່ຽວຂອງ ໂລກ ຈາກການແພ່ລະບາດຂອງພະ ຍາດໂຄວິດ-19 ກໍໄດ້ມີກິດຈະກຳ ສົ່ງເສີມການທ່ອງທ່ຽວ ຢູ່ສປປ ລາວ ຢ່າງເນື່ອງນິດລຽນຕິດ ໂດຍ ສະເພາະພິທີຕ້ອນຮັບນັກທ່ອງທ່ຽວ ແລະ ຜູ້ໂດຍສານທີ່ເດີນທາງໃນຂະ ບວນທຳອິດການເປີດບໍລິການໂດຍ ສານສາກົນ ລົດໄຟ ລາວ-ຈີນ ຄັ້ງ ວັນທີ 13 ເມສາ 2023 ທີ່ສະຖານີ ລົດໄຟ ນະຄອນຫລວງວຽງຈັນ ແລະ ບໍ່ເຕ່ນ, ແຂວງຫລວງນ້ຳທາ ທີ່ຜ່ານມາ ອັນໄດ້ກາຍເປັນຂີດໝາຍ ທີ່ເຕັມໄປດ້ວຍຄວາມໝາຍຄວາມ ສໍາຄັນຕໍ່ປະຊາຊົນສອງຊາດ ລາວຈີນ ໂດຍສະເພາະຕໍ່ວຽກສົ່ງເສີມ ການທ່ອງທ່ຽວ ຖືວ່າເປັນການໂຄ ຂປລ.ເມືອງຜົ້ງສາລີ ແຂວງຜົ້ງ ສາລີ ມີໂຮງຮຽນອະນຸບານ ແລະ ຊັ້ນປະຖົມທັງໝົດ 60 ແຫ່ງ; ໃນ ນັ້ນ,ມີ49ແຫ່ງທີ່ໄດ້ຮັບການຈັດຕັ້ງ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 12/05/2023 xtgmf]k; ນາຍົກລັດຖະມົນຕີ... ລາວ-ຈີນ ທົບທວນຄືນ... ເຈົ້າໜ້າທີ່ ໃສ່ມາດຕະການ... ເຈົ້າໜ້າທີ່ປ່າໄມ້... ສປປ ລາວ... ງວດ I ປີ 2023... ລັດຖະບານ ສືບຕໍ່... ໄດ້ເຫັນດີຮັບຮອງເອົາຖະແຫລງ ການຮ່ວມຂອງຜູ້ນຳອາຊຽນກ່ຽວ ກັບເຫດການໂຈມຕີຂະບວນລົດ ຂອງສູນປະສານງານອາຊຽນ ເພື່ອ ການຊ່ວຍເຫລືອດ້ານມະນຸດສະທໍາ ໃນເວລາເກີດໄພພິບັດ ແລະ ທີມ ງານຕິດຕາມຂອງອາຊຽນໃນມຽນ ມາ.ພ້ອມນີ້,ກອງປະຊຸມກໍໄດ້ປຶກສາ ຫາລືກ່ຽວກັບການຈັດຕັ້ງປະຕິບັດ ເອກະສານແນວຄວາມຄິດອາຊຽນ ກ່ຽວກັບອິນໂດ-ປາຊີຟິກ ແລະ ຮັບ ຊາບຄວາມຄືບໜ້າຂອງການກະ ກຽມບູລິມະສິດຕ່າງໆຂອງ ອິນໂດ ເນເຊຍ ເພື່ອຜັນຂະຫຍາຍເອກະ ສານດັ່ງກ່າວເຊັ່ນ: ຂໍ້ລິເລີ່ມເສດຖະ ກິດແບບມີຫົວຄິດປະດິດສ້າງ, ພື້ນ ຖານໂຄງລ່າງ, ທຸລະກິດ ແລະ ການ ລົງທຶນ ແລະ ບົດບາດຂອງຊາວໜຸ່ມ ໃນການພັດທະນາດີຈິຕອນ ສໍາລັບ ເປົ້າໝາຍການພັດທະນາແບບຍືນ ຍົງ. ພ້ອມນີ້, ບັນດາຜູ້ນໍາອາຊຽນ ກໍໄດ້ຢໍ້າຄືນເຖິງຄວາມສໍາຄັນຂອງ ຄວາມເປັນແກນກາງຂອງອາຊຽນ ໃນໂຄງການສ້າງຮ່ວມມືຂອງພາກ ພື້ນ ໂດຍຜ່ານບັນດາກົນໄກການ ຮ່ວມທີ່ອາຊຽນສ້າງຕັ້ງຂຶ້ນ. ພາຍຫລັງສໍາເລັດກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 42 ແບບ ວົງແຄບ, ທ່ານນາຍົກລັດຖະມົນ ຕີ ສອນໄຊ ສີພັນດອນ ໄດ້ພົບປະ ສອງຝ່າຍກັບສົມເດັດຊຸນຕານຮາຈິ ຮາຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ເພື່ອປຶກສາຫາລື ແລະ ຊຸກຍູ້ການພົວພັນຮ່ວມມືສອງຝ່າຍ ຮ່ວມກັນ. ຂ່າວ-ພາບ: ກະຊວງການຕ່າງປະເທດ ແຫ່ງ ດ້ວຍອັດຕາເງິນ 800 ກີບຕໍ/ ຄົນ/ຄາບ. ທ່ານ ນາງ ສາວຈັນ ລອດສຸລີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຜົ້ງສາລີ ແຂວງ ຜົ້ງສາລີ ໄດ້ລາຍງານໃຫ້ຮູ້ໃນວັນທີ 10ພຶດສະພາ2023ວ່າ: ພາຍຫລັງ ທີ່ ອົງການອາຫານໂລກໄດ້ມອບ ໃຫ້ລັດຖະບານລາວ, ນອກຈາກ ການສະໜອງງົບປະມານໃຫ້ແກ່ ເດັກນ້ອຍແລ້ວ ຍັງໄດ້ດຳເນີນການ ຄັດເລືອກເປັນໂຮງຮຽນຕົວແບບ 5 ແຫ່ງ ຄື: ໂຮງຮຽນປະຖົມສາຍ ລົມ, ໂຮງຮຽນປະຖົມຜົ້ງແຊັກ, ໂຮງ ຮຽນປະຖົມພະຍາສີ, ໂຮງຮຽນປະ ຖົມຈີ້ໂຈະ ແລະ ໂຮງຮຽນປະຖົມ ສາ ລາເອບີໂລ. ຜ່ານການຈັດຕັ້ງປະ ຕິບັດໂຄງການດັ່ງກ່າວ ຢູ່ເມືອງຜົ້ງ ສາລີ ເຫັນໄດ້ວ່ານັກຮຽນມາໂຮງ ຮຽນເປັນປົກກະຕິບໍ່ມີອັດຕາປະ ລະການຮຽນ ເຮັດໃຫ້ເດັກຄ້າງ ຫ້ອງຫລຸດຜ່ອນ. ນອກນີ້, ຍັງສ້າງ ຄວາມສາມັກຄີໃຫ້ເດັກນ້ອຍ,ບໍ່ມີ ການແບ່ງຊົນຊ້ັນວັນນະຄອບຄົວ ທີ່ທຸກຍາກ ຫລື ຮັ່ງມີ ທັງມີສິດໄດ້ ກິນອາຫານທ່ຽງເທົ່າທຽມກັນ. ເຖິງຢ່າງໃດກໍຕາມການດຳເນີນ ໂຄງການນີ້ ກໍຍັງມີສິ່ງທ້າທາຍ ຫລາຍດ້ານ ເປັນຕົ້ນແມ່ນນໍ້າໃຊ້ຍັງ ບໍ່ພຽງພໍ, ການປ່ຽນແປງຂອງດິນ ຟ້າອາກາດ, ຄວາມຊິນເຄີຍຄອງເດີມ ໃນການກິນ-ຢູ່, ອາຫານບໍ່ຫລາກ ຫລາຍ, ຄວາມຮູ້ ແລະ ຄວາມເຂົ້າ ໃຈການປະຕິບັດດ້ານໂພຊະນາການ ແລະ ອື່ນໆ. ໃນໄລຍະຜ່ານມາ ໂຄງການ ສົ່ງເສີມອາຫານທ່ຽງໃນໂຮງຮຽນ ໄດ້ຖືກຈັດຕັ້ງປະຕິບັດໂດຍກົງໃນ ໂຮງຮຽນ 707 ແຫ່ງຢູ່ 11 ແຂວງ ຂອງ ສປປ ລາວ ຄື: ແຂວງບໍ່ແກ້ວ, ຫລວງພະບາງ, ຊຽງຂວາງ, ຄໍາ ມ່ວນ, ສະຫວັນນະເຂດ, ວຽງຈັນ, ນະຄອນຫລວງວຽງຈັນ, ສາລະ ວັນ, ຈຳປາສັກ, ເຊກອງ, ອັດຕະປື. ນອກນີ້, ຍັງສະໜັບສະໜູນໂຄງ ການອາຫານທ່ຽງ ໃນໂຮງຮຽນທີ່ ມອບໃຫ້ລັດຖະບານ 1.430 ແຫ່ງ ຢູ່8ແຂວງຄື: ແຂວງຫລວງນ້ຳທາ, ຜົ້ງສາລີ, ອຸດົມໄຊ, ຫລວງພະບາງ, ຄຳມ່ວນ, ສາລະວັນ, ເຊກອງ, ອັດຕະປື. ໂຄງການສົ່ງເສີມອາຫານທ່ຽງ ໃນໂຮງຮຽນ ໄດ້ຮັບການສະໜັບສະ ໜູນຈາກອົງການອາຫານໂລກ ປະຈຳລາວ ເຊິ່ງເປັນໂຄງການໜຶ່ງ ທີ່ປະກອບສ່ວນສຳຄັນ ເຂົ້າໃນການ ບັນລຸເປົ້າໝາຍການສຶກສາ ເພື່ອທຸກ ຄົນ, ເດັກມາ ແລະ ຢູ່ໂຮງຮຽນມີສຸ ຂະພາບແຂງແຮງ ແລະ ມີພາວະໂພ ຊະນາການທີ່ດີ; ທັງເປັນການປັບ ປຸງໂຕຊີ້ວັດການສຶກສາຊັ້ນປະຖົມ; ສົ່ງເສີມການມີສ່ວນຮ່ວມຂອງ ຫລາຍຂະແໜງການ ແລະ ຫລາຍ ພາກສ່ວນ ເຮັດໃຫ້ການສົ່ງເສີມ ອາຫານທ່ຽງໃຫ້ມີຄວາມຍືນຍົງ; ທັງເປັນການຄໍ້າປະກັນສະບຽງອາ ຫານ; ເສີມສ້າງຄວາມອາດສາ ມາດໃນການບໍລິຫານໂຮງຮຽນ, ເຊື່ອມສານຫລັກໂພຊະນາການເຂົ້າ ໃນການຮຽນ- ການສອນ. ຂ່າວ; ພາບ: ກິດຕາ ນະກໍາມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ແລະ ຝ່າຍຈີນນໍາໂດຍສະຫາຍຊຸ່ນລູຊານ ທີ່ປຶກສາກົມກິດຈະການຊາຍແດນ ແລະ ທະເລ, ກະຊວງການຕ່າງປະ ເທດ, ມີພາກສ່ວນກ່ຽວຂ້ອງທັງ ສອງຝ່າຍເຂົ້າຮ່ວມ ເພື່ອທົບທວນ ຄືນການຈັດຕັ້ງປະຕິບັດສັນຍາວ່າ ດ້ວຍລະບຽບການຄຸ້ມຄອງຊາຍ ແດນ ແລະ ສັນຍາວ່າດ້ວຍການຄຸ້ມ ຄອງດ່ານຊາຍແດນ ລະຫວ່າງ ລັດ ຖະບານ ແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນແລະຜົນຂອງການຈັດ ຕັ້ງປະຕິບັດບົດບັນທຶກກອງປະຊຸມ ຄັ້ງທີ XVII ຂອງຄະນະກໍາມະການ ຊາຍແດນຮ່ວມ ລາວ-ຈີນ ທີ່ຈັດຂຶ້ນ ໃນວັນທີ 20 ມັງກອນ 2020. ໃນໄລຍະການແພ່ລະບາດຂອງ ພະຍາດໂຄວິດ-19, ຄະນະກຳມະ ການຊາຍແດນຮ່ວມສອງຝ່າຍບໍ່ສາ ມາດຈັດກອງປະຊຸມປະຈໍາປີໄດ້ ແຕ່ສອງຝ່າຍກໍໄດ້ມີການຈັດກອງ ປະຊຸມທາງໄກ 2 ຄັ້ງ ເພື່ອປຶກສາ ຫາລືຕ້ານການແພ່ລະບາດຂອງ ພະຍາດໂຄວິດ-19 ແລະ ມີການຍົກ ລະດັບການພົວພັນກັນຢ່າງສະໜິດ ແໜ້ນບົນພື້ນຖານບ້ານໃກ້ເຮືອນ ຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍ ທີ່ດີ ແລະ ຄູ່ຮ່ວມມືທີ່ດີຕໍ່ກັນຕາມ ທິດ 4 ດີ ແລະ ການເປັນຄູ່ຮ່ວມຊະ ຕາກໍາລາວ-ຈີນ, ຈີນ-ລາວ, ມີການ ແລກປ່ຽນບົດຮຽນຂໍ້ມູນຂ່າວສານ ຮ່ວມກັນໃນການແກ້ໄຂປະກົດການ ຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນຕາມບໍລິເວນ ຊາຍແດນໄດ້ຢ່າງວ່ອງໄວສົມເຫດ ສົມຜົນ ແລະ ທັນກັບສະພາບການ. ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ ແລກປ່ຽນຄໍາຄິດຄໍາເຫັນນໍາກັນໃນ ຫລາຍບັນຫາເຊັ່ນ: ການເພີ່ມທະ ວີການຮ່ວມມືໃນຂົງເຂດວຽກງານ ຊາຍແດນ ໂດຍສະເພາະການຟຶ້ນ ຟູການຮ່ວມມືຂອງເຈົ້າໜ້າທີ່ຄຸ້ມ ຄອງຊາຍແດນຂອງສອງຝ່າຍພົວ ພັນກັນເປັນປົກກະຕິ, ການສ້າງຕັ້ງ ສາຍດ່ວນ ເພື່ອແລກປ່ຽນຂໍ້ມູນຂ່າວ ສານໃຫ້ເຈົ້າໜ້າທີ່ສະດວກໃນການ ປະສານງານ ແລະ ການນໍາໃຊ້ກົນ ໄກລາດຕະເວນກວດກາຕາມບໍລິ ເວນຊາຍແດນຮ່ວມ; ສອງຝ່າຍເຫັນ ດີຮ່ວມກັນລົງສຳຫລວດກວດກາ ຫລັກໝາຍຊາຍແດນ, ກວດກາການ ລ້ອມຮົ້ວລຽບຕາມເສັ້ນຊາຍແດນ, ຊຸກຍູ້ເພີ່ມທະວີການປະສານສົມ ທົບກັນລະຫວ່າງເຈົ້າໜ້າທີ່ຄຸ້ມ ຄອງກົດໝາຍຂອງທັງສອງຝ່າຍ ຫລາຍຂຶ້ນ ເພື່ອສະກັດກັ້ນການຄ້າ ຂາຍເຖື່ອນ, ຄ້າຂາຍຢາເສບຕິດ, ການຂ້າມແດນຜິດກົດໝາຍ, ການ ຕັດໄມ້ທໍາລາຍປ່າ ແລະ ສ້າງເງື່ອນ ໄຂອຳນວຍຄວາມສະດວກໃຫ້ແກ່ ການເຂົ້າ-ອອກຜ່ານດ່ານຂອງຄົນ ແລະ ລົດຂົນສົ່ງສິນຄ້າໃຫ້ມີຄວາມ ວ່ອງໄວຂຶ້ນກວ່າເກົ່າ ແລະ ເພີ່ມທະ ວີວຽກງານການລົງໂຄສະນາເຜີຍ ແຜ່ນິຕິກຳທີ່ກ່ຽວຂ້ອງກັບຊາຍ ແດນ ເປັນຕົ້ນ ສັນຍາວ່າດ້ວຍລະ ບຽບ ການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ, ກົດໝາຍຊາຍແດນ ໃຫ້ປະຊາຊົນຂອງທັງສອງຟາກ ຊາຍແດນໃຫ້ມີຄວາມຮັບຮູ້ເຂົ້າ ໃຈຢ່າງເລິກເຊິ່ງຕໍ່ລະບຽບການຄຸ້ມ ຄອງຊາຍແດນ. ໃນກອງປະຊຸມ, ສອງຝ່າຍເຫັນ ດີໃຫ້ມີການເພີ່ມທະວີການແລກ ປ່ຽນຂໍ້ມູນຂ່າວສານທີ່ຕິດພັນກັບ ວຽກງານຊາຍແດນຮ່ວມກັນຢ່າງ ໃກ້ຊິດ, ວ່ອງໄວ ແລະ ຕໍ່ເນື່ອງທັນ ກັບສະພາບການ ເພື່ອເຮັດໃຫ້ການ ເຮັດວຽກຮ່ວມກັນໄດ້ຮັບປະສິດທິ ຜົນກວ່າເກົ່າ ພ້ອມທັງເປັນການ ຮ່ວມກັນສ້າງຊາຍແດນໃຫ້ເປັນ ຊາຍແດນແຫ່ງສັນຕິພາບ, ມິດຕະ ພາບ ແລະ ການຮ່ວມມືໃຫ້ມີຄວາມ ຍືນຍົງຕະຫລອດໄປ. ຂ່າວ: ກະຊວງການຕ່າງປະເທດ ປ່ຽນເງິນຕາຈະຖືກດຳເນີນມາດຕະ ການຕ່າງໆທີ່ໜັກກວ່າເກົ່າຕາມ ທີ່ກຳນົດໄວ້ໃນລະບຽບກົດໝາຍ ກ່ຽວຂ້ອງ. ໃນປັດຈຸບັນອີງຕາມກົດໝາຍ ຂອງສປປລາວແມ່ນກຳນົດໃຫ້ທະ ນາຄານທຸລະກິດ ທີ່ຕັ້ງຢູ່ ສປປ ລາວ ເທົ່ານັ້ນທີ່ສາມາດໃຫ້ບໍລິການແລກ ປ່ຽນເງິນຕາ ຊຶ່ງຕ້ອງປະຕິບັດອັດ ຕາແລກປ່ຽນຕາມລະບຽບການ ຂອງທະນາຄານແຫ່ງ ສປປ ລາວ, ການໃຫ້ບໍລິການແລກປ່ຽນເງິນຕາ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ໃຊ້ ບໍລິການແລກປ່ຽນເງິນຕາກັບບຸກ ຄົນອື່ນທີ່ບໍ່ແມ່ນທະນາຄານ ເປັນ ການລະເມີດຂໍ້ຫ້າມ ມາດຕາ 43 ຂອງກົດໝາຍວ່າດ້ວຍການຄຸ້ມ ຄອງເງິນຕາຕ່າງປະເທດ(ສະບັບ ປັບປຸງ) ເລກທີ 15/ສພຊ, ລົງວັນທີ 7 ກໍລະກົດ 2022, ຊຶ່ງຈະຖືກດຳ ເນີນມາດຕະການສຶກສາອົບຮົມ ແລະ ມາດຕະການປັບໃໝຕາມມາດ ຕາ 54 ແລະ ມາດຕາ 55 ຂອງກົດ ໝາຍສະບັບດັ່ງກ່າວ ຄື: ປັບໃໝ 10 ສ່ວນຮ້ອຍຂອງມູນຄ່າທີ່ລະເມີດ. ຍິ່ງໄປກວ່າກນັ້ນບຸກຄົນ ຫລື ນິຕິ ບຸກຄົນ ທີ່ປັນປ່ວນອັັດຕາແລກປ່ຽນ ດ້ວຍການສ້າງຂ່າວປອມ, ບິດ ເບືອນຂໍ້ມູນຂ່າວສານກ່ຽວກັບບັນ ດາປັດໄຈທີ່ຈະກະທົບຕໍ່ອັດຕາແລກ ປ່ຽນ, ກຳນົດອັດຕາແລກປ່ຽນ, ຊື້-ຂາຍ ງິນຕາໂດຍບໍ່ສອດຄ່ອງກັບ ລະບຽບການຂອງທະນາຄານແຫ່ງ ສປປລາວ, ບໍ່ສອດຄ່ອງກັບສະພາບ ຄວາມເປັນຈິງ ແລະ ສ້າງຄວາມ ເສຍຫາຍແກ່ລະບົບເສດຖະກິດ, ການເງິນ ແລະ ເງິນຕາ ຂອງ ສປປ ລາວ ຈະຖືກລົງໂທດຕັດອິດສະລະ ພາບແຕ່ໜຶ່ງປີ ຫາ ຫ້າປີ ແລະ ປັບ ໃໝແຕ່ຫ້າສິບລ້ານກີບຫາໜຶ່ງຮ້ອຍ ລ້ານກີບ; ການໃຫ້ ຫລື ໃຊ້ບໍລິການ ແລກປ່ຽນເງິນຕາທີ່ຜິດກົດໝາຍ ໄດ້ກໍ່ໃຫ້ເກີດປາກົດການຫຍໍ້ທໍ້ໃນ ສັງຄົມ ເປັນຕົ້ນ ການກໍານົດອັດຕາ ແລກປ່ຽນທີ່ບໍ່ສອດຄ່ອງກັບສະ ພາບຄວາມເປັນຈິງຂອງເສດຖະ ກິດ, ເປັນການປັ່ນປ່ວນອັດຕາແລກ ປ່ຽນອັນເຮັດໃຫ້ເກີດຜົນເສຍຫາຍ ທາງດ້ານເສດຖະກິດ, ເກີດມີການ ສໍ້ໂກງ, ການຕົວະຍົວະຫລອກລວງ ໃນສັງຄົມ ເຮັດໃຫ້ສັງຄົມບໍ່ມີຄວາມ ສະຫງົບ. ກົມນະໂຍບາຍເງິນຕາ ຍັງໃຫ້ຮູ້ ອີກວ່າ: ເພື່ອບໍ່ເປັນການສະໜັບສະ ໜູນການເຄື່ອນໄຫວທຸລະກິດຜິດ ກົດໝາຍ ເພື່ອຄວາມປອດໄພບໍ່ໃຫ້ ຕົກເປັນເຫຍື່ອ ຂອງກຸ່ມຄົນບໍ່ດີຕົວະ ຕົ້ມ ຈຶ່ງຮຽກຮ້ອງເຖິງບັນດາພໍ່ແມ່ ປະຊາຊົນ ທົ່ວສັງຄົມ ກໍລະນີຫາກ ມີຄວາມຕ້ອງການແລກປ່ຽນເງິນ ຕາ ທ່ານຈະຕ້ອງເຂົ້າໃຊ້ບໍລິການ ແລກປ່ຽນເງິນຕາກັບທະນາຄານ ທຸລະກິດເທົ່ານັ້ນ, ຫາກທ່ານພົບ ເຫັນຂໍ້ມູນການໃຫ້ບໍລິການແລກ ປ່ຽນເງິນຕາ ທີ່ບໍ່ແມ່ນການບໍລິການ ຂອງທະນາຄານທ່ານສາມາດແຈ້ງ ຫລື ສະໜອງຂໍ້ມູນດັ່ງກ່າວໃຫ້ກັບ ເຈົ້າໜ້າທີ່ຕຳຫລວດ (ເບີໂທ: 020 312401) ຫລື ທະນາຄານແຫ່ງ ສປປລາວ(ເບີໂທ021264590) ເພື່ອເປັນຂໍ້ມູນດໍາເນີນການຕິດຕາມ ກວດກາ ແລະ ດໍາເນີນມາດຕະການ ຕໍ່ພາກສ່ວນດັ່ງກ່າວຕາມກົດໝາຍ, ການຮ່ວມມືຂອງພໍ່ແມ່ປະຊາຊົນ ເປັນການປະກອບສ່ວນສ້າງສັງ ຄົມໃຫ້ມີຄວາມເປັນລະບຽບຮຽບ ຮ້ອຍມີຄວາມສະຫງົບປອດໄພແລະ ການຮັກສາສະຖຽນລະພາບເງິນ ຕາແຫ່ງຊາດໃຫ້ມີຄວາມໝັ້ນຄົງ ແລະ ເຂັ້ມແຂງຍິ່ງຂຶ້ນ. ຂໍ້ມູນ: ກົມນະໂຍບາຍເງິນຕາ ຫົວໜ້າຫ້ອງການ-ການເງິນເມືອງ ຫາດຊາຍຟອງ ນະຄອນຫລວງ ວຽງຈັນ ໄດ້ໃຫ້ສໍາພາດວ່າ: ປີ 2023 ຫ້ອງການ-ການເງິນເມືອງ ຫາດຊາຍຟອງ ໄດ້ຮັບຕົວເລກແຜນ ການຈັດເກັບລາຍຮັບໝົດປີ ຈໍາ ນວນ 24,23 ຕື້ກີບ, ທຽບໃສ່ແຜນ ປີ 2022 ເພີ່ມຂຶ້ນ 5,64%.ໃນ ນີ້, ແຜນການເກັບລາຍຮັບສ່ວຍ ສາອາກອນ 22,88 ຕື້ກີບ, ຄຸ້ມ ຄອງຊັບສິນຂອງລັດ 1,35 ຕື້ກີບ, ແຜນການຈັດເກັບລາຍຮັບໃນງວດ I ປີ 2023 ຈໍານວນ 7,16 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດໃນງວດ I ສາມາດເກັບລາຍຮັບ ໄດ້ 7,35 ຕື້ກີບທຽບໃສ່ແຜນງວດເທົ່າກັບ 103,92% ແລະ ນັບແຕ່ຕົ້ນປີມາ ຮອດວັນທີ 26 ເມສາ 2023 ປະຕິ ບັດລາຍຮັບໄດ້ 9,76 ຕື້ກີບເທົ່າກັບ 40,33% ຂອງແຜນການປີ. ເພື່ອເຮັດໃຫ້ການເກັບລາຍຮັບ ສາມາດບັນລຸໄດ້ຕາມຄາດໝາຍທີ່ ກໍານົດໄວ້, ຫ້ອງການ-ການເງິນ ເມືອງຫາດຊາຍຟອງ ຈະໄດ້ສືບຕໍ່ ສູ້ຊົນຕາມແຜນວຽກທີ່ໄດ້ມີການ ກໍານົດໄວ້, ຜັນຂະຫຍາຍບົດແນະ ນໍາຂອງນະຄອນຫລວງວຽງຈັນ ເປັນແຜນວຽກຢ່າງລະອຽດເປັນ ຕົ້ນ ໄດ້ມີການມອບວຽກໃຫ້ພະນັກ ງານແຕ່ລະສະຫາຍມີການສັບຊ້ອນ ແລະ ຕິດຕາມການປະຕິບັດວຽກ ງານຂອງແຕ່ລະບຸກຄົນ, ມີການຄຸ້ມ ຄອງນໍາໃຊ້ເຄື່ອງມືທີ່ທັນສະໄໝ ແລະ ໂຄສະນາເຜີຍແຜ່ໃຫ້ຜູ້ປະກອບ ການມາມອບພັນທະທາງລະບົບທະ ນາຄານໃຫ້ຫລາຍຂຶ້ນ, ປະສານສົມ ທົບເອົາຂໍ້ມູນຂ່າວສານລົງສູ່ການ ຈັດຕັ້ງປະຕິບັດໃນຂັ້ນບ້ານທົ່ວ ເມືອງຫາດຊາຍຟອງ,ກະກຽມສ້າງ ຄວາມພ້ອມໃນການສ້າງພື້ນຖານ ໂຄງລ່າງເຄື່ອງມື ແລະ ບຸກຄະລາ ກອນໃນການສ້າງເມືອງໃຫ້ກາຍ ເປັນຫົວໜ່ວຍງົບປະມານ, ຄຸ້ມຄອງ ລາຍຮັບທີ່ມີແລ້ວ ໂດຍການຈັດປະ ເພດຂອງຫົວໜ່ວຍ ຊຶ່ງມີທັງໝົດ 1.674 ຫົວໜ່ວຍ ສໍາເລັດແລ້ວ ໃ ນປີຜ່ານມາ, ພ້ອມທັງສືບຕໍ່ຂຸດຄົ້ນ ແຫລ່ງລາຍຮັບທີ່ບົ່ມຊ້ອນ ໂດຍສະ ເພາະແມ່ນການຈັດຕັ້ງປະຕິບັດ ແຈ້ງການຂອງລັດຖະມົນຕີກະຊວງ ການເງິນ ເລກທີ 3177/ກງ ແລະ 2311/ກງ ກ່ຽວກັບການຈັດປະ ເພດຂອງຫົວໜ່ວຍວິສາຫະກິດ, ມີການໂຄສະນາເຜີຍແຜ່ກ່ຽວກັບ ການເສຍພາສີທີ່ດິນ ແລະ ຄ່າທໍາ ນຽມທາງຜ່ານຊ່ອງທາງຕ່າງໆ. ສໍາລັບວຽກການຄຸ້ມຄອງຊັບສິນ ຂອງລັດ ກໍໄດ້ມີການສັງລວມເກັບ ກໍາຂໍ້ມູນທີ່ດິນການນໍາໃຊ້ທີ່ອະນຸ ຍາດໃຫ້ບຸກຄົນ, ນິຕິບຸກຄົນນໍາໃຊ້ ແຕ່ບໍ່ທັນເຮັດສັນຍາເຊົ່າ ກໍໄດ້ມີ ການແຕ່ງຕັ້ງຄະນະກໍາມະການຮັບ ຜິດຊອບເພື່ອຕິດຕາມການເກັບຄ່າ ຊັບພະຍາກອນດິນດໍາ, ດິນແດງ ແລະແຮ່ຊາຍໃຫ້ຖືກຕ້ອງສອດຄ່ອງ ຕາມລະບຽບການ. ຂ່າວ-ພາບ: ກະຊວງການເງິນ ປ່າ ແລະ ການບັງຄັບໃຊ້ກົດໝາຍຕໍ່ ຜູ້ລະເມີດທີ່ຄອບຄອງສັດປ່າຜິດກົດ ໝາຍ. ພ້ອມກັນນີ້, ຜູ້ເຂົ້າຮ່ວມຍັງ ໄດ້ເລາະເບິ່ງສັດປ່າປະເພດຕ່າງໆ ຢູ່ພາຍໃນມູນນິທິອະນຸລັກສັດປ່າ ລາວ ແລະ ໄດ້ຝຶກຈັບສັດປ່າຕົວຈິງ ຕື່ມອີກ. ທ່ານ ວິທະຍາ ໂຄດພິທູນ ຮອງ ຫົວໜ້າພະແນກກວດກາສັດນ້ຳ, ສັດປ່າ ແລະ ເຄື່ອງປ່າຂອງດົງກ່າວ ວ່າ: ຊຸດຝຶກອົບຮົມກ່ຽວກັບເຕັກ ນິກການຊ່ວຍເຫລືອສັດປ່າ ແລະ ວຽກງານການບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນໍ້າ ແລະ ສັດປ່າໄດ້ເລີ່ມ ຈັດຕັ້ງປະຕິບັດມາແຕ່ປີ2021 ເປັນ ຕົ້ນມາ ໂດຍການຮ່ວມມືກັນລະ ຫວ່າງ ກົມກວດກາປ່າໄມ້ກະຊວງ ກະສິກຳ ແລະ ປ່າໄມ້ ກັບມູນນິທິອະ ນຸລັກສັດປ່າລາວ ແລະ ອົງການອະ ນຸລັກສັດປ່າ ປະຈຳ ສປປ ລາວ ເພື່ອ ສ້າງຄວາມເຂັ້ມແຂງໃຫ້ກັບບັນ ດາເຈົ້າໜ້າທີ່ປ່າໄມ້ ແລະ ຂະແໜງ ການທີ່ກ່ຽວຂ້ອງ ຈາກບັນດາ ແຂວງ ເປົ້າໝາຍກ່ຽວກັບການຄຸ້ມ ຄອງແລະຊ່ວຍເຫລືອສັດປາທີ່ກວດ ກູ້ ຫລື ຢຶດມາໄດ້ເພື່ອນຳມາເບິ່ງ ແຍງ ແລະ ປ່ອຍຄືນສູ່ທຳມະຊາດ. ຜ່ານການຈັດຊຸດຝຶກອົບໃນໄລຍະ ຜ່ານມາ, ເຫັນວ່າໄດ້ຮັບຜົນສຳເລັດ ເປັນຢ່າງດີຕະຫລອດມາ, ເຮັດໃຫ້ ເຈົ້າໜ້າທີ່ປ່າໄມ້ ມີຄວາມເຂັ້ມແຂງ, ຮູ້ເຕັກນິກວິທີການຕ່າງໆ ໃນການ ຊ່ວຍເຫລືອສັດປ່າ, ຄຸ້ມຄອງສັດປ່າ ແລະ ອື່ນໆ. ສຳລັບແຜນການໃນຕໍ່ໜ້າ, ກົມ ກວດກາປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ຈະສືບຕໍ່ຮ່ວມມືກັບຄູ່ ຮ່ວມງານຈັດຊຸດຝຶກອົບຮົມດັ່ງ ກ່າວ, ໃຫ້ເຈົ້າໜ້າທີ່ປ່າໄມ້ຈາກ ແຂວງ ພາກໃຕ້ ແລະ ບັນດາແຂວງ ເປົ້າໝາຍ ໃນຂອບເຂດ ທົ່ວປະ ເທດ ຕື່ມອີກ, ເພື່ອສ້າງ ຄວາມເຂັ້ມແຂງ ໃຫ້ກັບບັນດາເຈົ້າໜ້າທີ່ປ່າໄມ້ ໃນ ຂອບເຂດທົ່ວປະເທດ ແນໃສ່ອະນຸ ລັກຮັກສາສັດປ່າປະເພດຕ່າງໆ ໂດຍສະເພາະສັດປ່າປະເພດຫວງ ສະນາການທ່ອງທ່ຽວລາວ ໃຫ້ແກ່ ຕະຫລາດທ່ອງທ່ຽວສປຈີນກວ້າງ ຂວາງສົມຄວນ ແລະ ບັນດາສື່ ມວນຊົນລາວ, ສື່ມວນຊົນ ສປ ຈີນ ກໍໄດ້ເຜີຍແຜ່ຂໍ້ມູນຂ່າວສານກ່ຽວ ກັບການທ່ອງທ່ຽວລາວຢ່າງເປັນ ປົກກະຕິ ລວມທັງໂທລະພາບ, ໜັງ ສືພິມ ແລະ ສື່ສັງຄົມອອນລາຍເຮັດ ໃຫ້ນັກທ່ອງທ່ຽວ ຈີນ ກາຍເປັນເປົ້າ ໝາຍຕະຫລາດການທ່ອງທ່ຽວທີ່ມີ ກຳລັງຊື້ຫລາຍທີ່ສຸດຂອງລາວ. ສຳລັບ ວັນການທ່ອງທ່ຽວພູ ເຂົາສາກົນ ຄັ້ງທີ 5 ແລະ ກອງ ປະຊຸມປິ່ນອ້ອມກ່ຽວຂ້ອງພາຍໃຕ້ ຫົວຂໍ້ “ມ່ວນຊື່ນໃນຄວາມມະຫັດ ຂປລ. ຫ້ອງການ-ການເງິນ ເມືອງຫາດຊາຍຟອງ ນະຄອນ ຫລວງວຽງຈັນ, ຕາມພາລະບົດ ບາດຮັບຜິດຊອບການຄຸ້ມຄອງເກັບ ລາຍຮັບງົບປະມານ ໃນຂອບເຂດ ເມືອງຮັບຜິດຊອບ ເຊິ່ງການຈັດຕັ້ງ ປະຕິບັດແຜນລາຍຮັບເຂົ້າງົບປະ ມານແຫ່ງລັດ ໝົດປີ 2023 ຄາດ ວ່າຈະສາມາດປະຕິບັດລາຍຮັບໄດ້ ເກີນແຜນການ ຊຶ່ງສະແດງອອກ ໃນງວດ I ປະຕິບັດລາຍຮັບໄດ້ແລ້ວ 7,35 ຕື້ກວ່າກີບ, ທຽບໃສ່ແຜນ ງວດເທົ່າກັບ 103,92%. ທ່ານ ຄໍາພູວຽງ ແກ້ວສຸພຣົມ ຮູ້ ແລະ ເຂົ້າໃຈ ຢ່າງເລິກເຊິ່ງກ່ຽວ ກັບເຕັກນິກການຄຸ້ມຄອງ, ການ ກອບກູ້-ຊ່ວຍເຫລືອສັດປ່າ, ການ ປ່ອຍສັດປ່າສູ່ທຳມະຊາດ, ການຈັບ ສັດ ປ່າທີ່ຖືກວິທີ, ການບົວລະບັດ ເບິ່ງແຍງສັດປ່າ ແລະ ວິທີການ ປ້ອງກັນການຕິດເຊື້ອຈາກສັດສູ່ ຄົນ, ພ້ອມທັງ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຂໍ້ບັນຍັດກົດໝາຍ ໃນການ ກະທໍາຜິດທາງອາຍາກ່ຽວກັບສັດ ສະຈັນຂອງພູເຂົາ ເພື່ອຟື້ນຟູອຸດສາ ຫະກຳການທ່ອງທ່ຽວ” ມີແຜນ ການຈະຈັດຂຶ້ນໃນລະຫວ່າງວັນທີ 28 ພຶດສະພາ ຫາ 1 ມີຖຸນາ 2023 ທີ່ນະຄອນຫລວງວຽງຈັນ ແລະ ແຂວງຫລວງພະບາງ, ທ່ານຮອງ ລັດຖະມົນຕີ ກໍໄດ້ມອບໝາຍ ໃຫ້ກົມ ວິຊາການສົມທົບກັບສະຫະພັນ ການທ່ອງທ່ຽວພູເຂົາສາກົນ ເພື່ອ ແລກປ່ຽນປະສານງານ ດ້ານວິຊາ ການໃນການຮ່ວມກັນຈັດຕັ້ງປະຕິ ບັດ ໃຫ້ສຳເລັດຕາມລະດັບຄາດ ໝາຍແລະຈະໄດ້ເຊີນບັນດາສະຖານ ທູດ ຕ່າງປະເທດ ປະຈຳ ສປປ ລາວ, ພາກລັດ,ຜູ້ປະກອບການທຸລະກິດ ແລະ ສື່ມວນຊົນເຂົ້າຮ່ວມ. ຂ່າວ:ວຽງສະຫວັນ, ພາບ:ເກດສະໜາ ຫ້າມ ໃຫ້ອຸດົມສົມບູນ, ບໍ່ໃຫ້ສູນພັນ ແລະ ຄົງຢູ່ຄູ່ປ່າໄມ້ຢູ່ ສປປ ລາວ ຕະຫລອດໄປ. ຊຸດຝຶກອົບຮົມໃນຄັ້ງນີ້, ຜູ້ເຂົ້າ ຮ່ວມໄດ້ຮັບຟັງ ແລະ ຮຽນຮູ້ກ່ຽວ ກັບມາດຕະຖານດ້ານສະຫວັດດີ ການສັດປ່າ, ຂັ້ນຕອນການກູ້ໄພ, ການບຳບັດຟື້ນຟູ ແລະ ປ່ອຍສັດປ່າ, ການໃຫ້ອາຫານສັດປ່າ ແຕ່ລະຊະ ນິດ, ການບົວລະບັດເບິ່ງແຍງສັດ ປ່າ, ການປະຖົມພະຍາບານເບື້ອງ ຕົ້ນ ສຳລັບສາຍພັນສັດປ່າທີ່ຖືກຄ້າ ຂາຍທົ່ວໄປ, ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບພະຍາດຕິດຕໍ່ຈາກສັດສູ່ ຄົນ ແລະວິທີການຮັກສາຄວາມ ປອດໄພ, ພ້ອມທັງໄດ້ຮັບຮູ້ຊະນິດ ພັນສັດປ່າຕ່າງຖິ່ນ ແລະ ການອະ ນຸລັກ, ການກະທຳຜິດທາງອາຍາ ກ່ຽວກັບຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ(ສັດປ່າ) ແລະ ການລົງໂທດທາງກົດໝາຍ, ມູມ ມອງຂອງກົດໝ າຍໃນການກະທຳ ຜິດຕໍ່ສັດປ່າ ປະເພດຫວງຫ້າມ (ການມີໄວ້ໃນຄອບຄອ ງທີ່ຜິດກົດ ໝາຍ), ສິ່ງທີ່ຕ້ອງປະຕິບັດເມື່ອ ພົບເຫັນເຫດການກະທຳຜິດທາງ ອາຍາກ່ຽວກັບສັດປ່າ, ການສືບ ສວນ-ສອບສວນ ແລະ ດຳເນີນຄະ ດີອາຊະຍາກໍາສັດປ່າ. ໂອກາດນີ້, ທ່ານ ເອນດີ່ ຜູ້ປະ ສານງານດ້ານການລ້ຽງດູສັດ ແລະ ເສີມສ້າງເຄື່ອງຂອງຫລິ້ນໃຫ້ສັດ ໄດ້ຕາງໜ້າໃຫ້ມູນນິທິອະນຸລັກສັດ ປ່າລາວ ມອບໃບຢັ້ງຢືນໃຫ້ກບັນ ດາສຳມະນາກອນທີ່ເຂົ້າຮ່ວມຝຶກ ອົບຮົມ, ພ້ອມທັງມອບອຸປະກອນ ຈັບ ສັດປ່າ ແລະ ອຸປະກອນຮັກສາ ຄວາມປອດໄພ ເປັນຕົ້ນ ກົງເຫລັກ ໃສ່ສັດປ່າ, ຖົງມືຈັບສັດ ແລະ ອື່ນໆ ໃຫ້ກັບບັນດາກອງກວດກາປ່າໄມ້ ຂອງບັນດາແຂວງ ທີ່ເຂົ້າຮ່ວມຝຶກ ອົບຮົມຕື່ມອີກ ເພື່ອນຳໄປໝູນໃຊ້ ເຂົ້າໃນວຽກງານຕົວຈິງ ກໍຄືການ ຊ່ວຍເຫລືອສັດປ່າທີ່ຖືກຄຸກຄາມຢູ່ ບັນດາແຂວງ ແລະ ອື່ນໆ. ຂ່າວ-ພາບ: ທະນູທອງ

w--tot[A oIq [fPo[Po26 lh k'g'n j vow0.\j .sh 0t[;odko8+ l6h lk,-kfvy of6 9u o xtgmf]k; 3 12/05/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me (ເນື່ອງໃນໂອກາດວັນໄຊຊະນະດຽນບຽນຟູ 7 ພຶດສະພາ 1954-7 ພຶດສະພາ 2023) ໂດຍ: ຢາຕົ້ງ ບÊ ດສ¤§ໜີ lqj 'glu ,;y lkstdy frkp.o .sh 0tspkp8q ; c]t g0A ,c0' ©ດຍ ສË ວັນນ¤ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ c0;'gxQ k\kp pq d]tfa [7;k,I6h fh kodko75 h ,7v'ly j 'c;f]h v, ບັນດາວິສາຫະກິດພາຍໃນ ແມ່ນຫົວໜ່ວຍຕົ້ນຕໍທີ່ປະກອບສ່ວນ ໃນການສ້າງສາພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ. ເຫັນໄດ້ ຄວາມສຳຄັນດັ່ງກ່າວ ພັກໄດ້ມີ ແນວທາງນະໂຍບາຍອັນຖືກຕ້ອງ ເພື່ອສຸມໃສ່ພັດທະນາຂະແໜງ ການດັ່ງກ່າວ ໃຫ້ມີການຂະຫຍາຍ ຕົວຢ່າງເຂັ້ມແຂງ ເຊິ່ງໃນມະຕິກອງ ບັ້ນຮົບບັ້ນຮົບດຽນບຽນຟູ ແມ່ນບັ້ນຮົບປະສານເຫລົ່າຂະໜາດ ໃຫຍ່ທີ່ສຸດຂອງກອງທັບປະຊາຊົນ ຫວຽດນາມໃນການຕໍ່ຕ້ານພວກລ່າ ເມືອງຂຶ້ນຝຣັ່ງ ປະກອບສ່ວນທຳລາຍ ແຜນການນາວາຂອງພວກລ່າເມືອງ ຂຶ້ນຝຣັ່ງ ແລະ ອາເມລິກາຜູ້ແຊກແຊງ ໃຫ້ແຕກທະລາຍໄປ, ເປັນໄຊຊະນະທີ່ມີ ຄວາມໝາຍຕັດສິນຕໍ່ການຕ້ານພວກລ່າ ເມືອງຂຶ້ນຝຣັ່ງຂອງປະຊາຊົນຫວຽດ ນາມ-ລາວ ແລະ ກຳປູເຈຍ ຊຶ່ງເຮັດໃຫ້ ພວກລ່າເມືອງຂຶ້ນປະລາໄຊຢ່າງເຈັບ ແສບ ທັງເປັນເງື່ອນໄຂໃໝ່ໃຫ້ແກ່ຂະ ບວນການຕໍ່ສູ້ຂອງປະຊາຊົນສາມ ຊາດອິນດູຈີນ ຂອງພວກເຮົາ. ເລີ່ມແຕ່ຕົ້ນປີ1954, ສົງຄາມຕ້ານ ພວກລ່າເມືອງຂຶ້ນຝຣັ່ງຂອງປະຊາ ຊົນສາມຊາດອິນດູຈີນນັບມື້ຍິ່ງຂະ ຫຍາຍກວ້າງອອກ, ໂດຍສະເພາະແມ່ນ ບັ້ນຮົບຢູ່ພາກເໜືອລາວ ເພື່ອແນໃສ່ ເປີດກວ້າງເຂດປົດປ່ອຍຂອງການປະ ຕິວັດລາວເຮັດໃຫ້ທະຫານຝຣັ່ງຕົກຢູ່ ທ່າໂດດດ່ຽວ, ດັບສູນກຳລັງພົນຂອງ ປະຊຸມໃຫຍ່ຄັ້ງທີ XI ຂອງພັກກໍໄດ້ ກຳນົດໄວ້ຢ່າງຈະແຈ້ງວ່າ: ເພື່ອສືບ ຕໍ່ເສີມຂະຫຍາຍພາລະບົດບາດດັ່ງ ກ່າວ ໃຫ້ນັບມື້ເຂັ້ມແຂງນັ້ນຕ້ອງ ໄດ້ສືບຕໍ່ປັບປຸງຍຸດທະສາດນະໂຍ ບາຍ ແລະ ບັນດາມາດຕະການອັນ ຈຳເປັນ ເພື່ອພັດທະນາວິສາຫະກິດ ພາຍໃນ. ໄປພ້ອມກັບການປະຕິຮູບ ລັດວິສາຫະກິດຢ່າງຈິງຈັງ ໂດຍ ກຳນົດແຈ້ງ ແລະ ປະຕິບັດຢ່າງເຂັ້ມ ງວດທາງດ້ານຫລັກການຈັດຕັ້ງ ແລະ ເຄື່ອນໄຫວ ເພື່ອຮັບປະກັນ ການປົກປ້ອງສັບສິນຂອງລັດບໍ່ໃຫ້ ຕົກເຮ່ຍເສຍຫາຍ, ເດັດດ່ຽວປະຕິ ບັດການຄຸ້ມຄອງວິສາຫະກິດຂອງ ລັດ ຕາມກົນໄກຕະຫລາດ ແລະ ຮັບ ປະກັນຜົນປະໂຫຍດຂອງລັດ ລວມ ໝູ່ ແລະ ຜູ້ອອກແຮງງານ; ແກ້ໄຂ ກົນໄກ ແລະ ລະບອບ ລະບຽບການ ຕ່າງໆທີ່ບໍ່ສອດຄ່ອງ. ພ້ອມກັນນີ້, ລັດ ກໍຕ້ອງກຳນົດ ນະໂຍບາຍສົ່ງເສີມສະເພາະອັນ ຈຳເປັນ ເພື່ອສ້າງເງື່ອນໄຂໃຫ້ວິສາ ຫະກິດຈຳນວນໜຶ່ງມີຄວາມພ້ອມ ບືນຕົວພັດທະນາໃຫ້ກາຍເປັນບັນ ດາວິສາຫະກິດນຳໜ້າທາງທຸລະ ກິດ; ເພີ່ມທະວີການຊີ້ນຳປັບປຸງສະ ພາອຸດສາຫະກຳ-ການຄ້າໃຫ້ມີການ ຈັດຕັ້ງທີ່ເຂັ້ມແຂງ ແລະ ສາມາດ ເສີມຂະຫຍາຍບົດບາດອັນແຂງ ແຮງໃນການກຳນົດທິດທາງ ຫລື ຊີ້ແນະການພັດທະນາທຸລະກິດລວມ ແລະ ແຕ່ລະຂະແໜງຫລັກໆ. ນອກ ນີ້, ລັດ ຕ້ອງມີການຊີ້ນຳປັບປຸງ ບັນ ດາປັດໄຈສະໜັບສະໜູນອັນຈຳ ເປັນ ສຳລັບການເຄື່ອນໄຫວທຸລະ ກິດໃນແຕ່ລະຂົງເຂດ ເພື່ອກະຕຸ້ນ ຢ່າງແຂງແຮງ ຕໍ່ຜູ້ປະກອບການ 4.& ໃຫ້ສາມາດຂະຫຍາຍການ ຜະລິດ ແລະ ການບໍລິການຕິດພັນ ກັບການປັບປຸງ ແລະ ຂະຫຍາຍຮູບ ແບບເສດຖະກິດຮ່ວມມືຂອງປະ ຊາຊົນ. ບັນດາທິດນຳ, ແນວທາງນະໂຍ ບາຍທີ່ກຳນົດອອກນັ້ນ ແມ່ນເພື່ອ ແນໃສ່ຮັບປະກັນໃຫ້ຫົວໜ່ວຍວິສາ ຫະກິດພາຍໃນ ສາມາດເຄື່ອນໄຫວ ດຳເນີນທຸລະກິດໄດ້ເຕັມຮູບແບບ ບົນພື້ນຖານຮັບປະກັນຄວາມຖືກ ຕ້ອງຕາມມາດຕະການ ແລະ ລະ ບຽບການຕ່າງໆ ນຳເອົາຜົນປະ ໂຫຍດສູງສຸດມາໃຫ້ແກ່ປະເທດ ຊາດ ແລະ ປະຊາຊົນຢ່າງແທ້ຈິງ. ປັດຈຸບັນສະພາບແວດລ້ອມ ກໍຄືຊັບ ພະຍາກອນທຳມະຊາດ ແມ່ນນັບມື້ຫລຸດ ລົງຍ້ອນການບຸກເບີກ ເພື່ອທຳການຜະ ລິດ, ໂຄງການ ແລະ ອື່ນໆ ເຮັດໃຫ້ສະພາບ ດິນຟ້າອາກາດມີການປ່ຽນແປງຫລາຍ ພໍສົມຄວນ. ຖ້າທຽບໃສ່ສະໄໝກ່ອນ ໂດຍ ສະເພາະໄລຍະທີ່ມີຍັງມີຄວາມອຸດົມສົມ ບູນທາງດ້ານທຳມະຊາດປ່າໄມ້ ເຮັດໃຫ້ ຝົນຟ້າຕົກຕາມລະດູການເປັນຕົ້ນແມ່ນ ພໍກ້າວສູ່ເດືອນພຶດສະພານີ້ ກໍມີຝົນຕົກມາ ເປັນປົກກະຕິໃນຂອບເຂດທົ່ວປະເທດ ແລ້ວ ເຮັດໃຫ້ຊາວກະສິກອນສ່ວນໃຫຍ່ ໄດ້ມີໂອກາດລົງມືທຳການຜະລິດລະດູຝົນ ຢ່າງຟົດຟື້ນ. ແຕ່ມາໃນປີນີ້ ໄພແຫ້ງແລ້ງ ໄດ້ແກ່ຍາວ ເຖິງວ່າມີຝົນຕົກ ກໍມີໜ້ອຍ ແລະ ບໍ່ທົ່ວເຖິງ, ມີບາງທ້ອງຖິ່ນຕົກ, ບາງ ທ້ອງຖິ່ນແຫ້ງແລ້ງ. ຂະນະທີ່ປີນີ້ ບັນຫາ ໄຟໄໝ້ລາມປ່າ ນັບວ່າເກີດຂຶ້ນເປັນວົງ ກວ້າງໃນຫລາຍທ້ອງຖິ່ນ ອັນໄດ້ສົ່ງຜົນກະ ທົບຕໍ່ຊັບພະຍາກອນທຳມະຊາດ ຊີວະ ນາໆພັນບໍ່ໜ້ອຍ. ຢ່າງໃດກໍຕາມ ເຖິງເວ ລາທີ່ພວກເຮົາຕ້ອງເປັນເຈົ້າການ ເພີ່ມທະ ວີຕໍ່ການປົກປັກຮັກສາປ່າໄມ້ ຕິດພັນກັບ ການປູກໄມ້, ຟື້ນຟູປ່າໃຫ້ມີຄວາມອຸດົມສົມ ບູນຂຶ້ນເທື່ອລະກ້າວ ເພື່ອເປັນການປະກອບ ສ່ວນບັນລຸເປົ້າໝາຍປົກຫຸ້ມເນື້ອທີ່ປ່າໄມ້ ໃຫ້ໄດ້ 70% ໃນປີ 2025 ທີ່ຈະເຖິງນີ້. ເມື່ອມໍ່ໆມານີ້, ກະຊວງກະສິກຳ ແລະ ປ່າໄມ້ໄດ້ຈັດຝຶກຮົມກ່ຽວກັບການຄຸ້ມຄອງ ດ້ານສິ່ງແວດລ້ອມ ແລະ ສັງຄົມໃຫ້ແກ່ ຫົວໜ້າ ທລຍ, ພະນັກງານວິສະວະກຳ, ພະນັກງານໂພຊະນາການ ແລະ ພັດທະນາ ສັດຕູແລະ ເຮັດໃຫ້ການສັນນິຖານຂອງ ສັດຕູຜິດພາດໄປ, ສ້າງເງື່ອນໄຂໃຫ້ ຫວຽດນາມ ເປີດການໂຈມຕີຢູ່ດຽນ ບຽນຟູ. ກອງພົນນ້ອຍ 308 ຂອງກອງ ທັບ ປະຊາຊົນຫວຽດນາມ ແລະ ພາກ ສ່ວນໜຶ່ງຂອງກຳລັງປະກອບອາວຸດ ແນວລາວອິດສະລະໄດ້ເປີດບັ້ນຮົບ ໂຈມຕີຢູ່ແນວປ້ອງກັນນ້ຳອູ, ຝຣັ່ງໄດ້ ສ້າງແນວປ້ອງກັນດັ່ງກ່າວນັບແຕ່ເດືອນ ທັນວາປີ 1953 ເພື່ອປ້ອງກັນພາກ ເໜືອທັງສ້າງເປັນສາຍທາງເຊື່ອມຕໍ່ ລະຫວ່າງລຽບແມ່ນ້ຳອູດ້ວຍກຳລັງ ພົນ 20 ກອງຮ້ອຍທຽບໃສ່ 6 ກອງພັນ ໂດຍປະຕິດບັດຕາມແຜນການສູ້ຮົບ ກອງພົນນ້ອຍ 308 ໄດ້ມຸ່ງໜ້າມາພາກ ເໜືອລາວໂດຍແບ່ງອອກເປັນສອງປີກ ໄລ່ຕີສັດຕູຢູ່ທິດເມືອງຂວາ, ເມືອງໄຊ ລວມມີກອງພົນ 102 ທະຫານແນວ ແລະກອງພັນ 98, ກອງພົນ 304 ມີ ກອງພັນ 57 ແລະ ກອງພັນປືນໃຫຍ່ 351, ກອງພົນ 367 ປ້ອງກັນອາກາດ, ບັນດາກອງສື່ສານກອງຂົນສົ່ງ ເຊິ່ງ ລວມມີ 16 ກອງຮ້ອຍ ແລະ ປະກອບ ດ້ວຍກອງເສນາຮັກມີຈຳນວນພົນທັງ ໝົດ 55.000 ຄົນ ແລະ ກອງລຳລຽງ ແນວໜ້າ 260 ຄົນ ລະດົມພາຫະນະ ວັດຖຸທັງໝົດລວມມີລົດ 628 ຄັນ, ລົດ ຖີບ 20.000 ຄັນແລະລົດລໍ້ເກົ່າແກ່ບູ ຮານແບບປະຖົມປະຖານຊະນິດ ຕ່າງໆ, ມີອາວຸດຍຸດທະພັນ, ໝາກແຕກ ລູກປືນ, ສະບຽງອາຫານ, ເຄື່ອງອຸປະ ໂພກບໍລິໂພກ, ຢາປົວພະຍາດ ແລະ ອຸ ປະກອນອື່ນໆນັບເປັນໝື່ນໂຕນ. ຜ່ານການສູ້ຮົບ 55 ວັນຄືນຄື ນັບ ແຕ່ວັນທີ 13 ມີນາເຖິງວັນທີ 7 ພຶດສະ ພາເຖິງ 3 ເທື່ອ, ກອງທັບພວກເຮົາໄດ້ ດັບສູນແລະຈັບສະເລີຍເສິກ 16.000 ກວ່າຄົນ, ຈັບກອງບັນຊາການທີ່ຢູ່ໃນ ຈຸດທີ່ໝັ້ນທັງໝົດໂດຍມີນາຍພົນເດີ ກາດຕຣີເປັນຜູ້ບັນຊາ, ດັບສູນກົມກອງໄດ້ 21 ກອງ,17 ກອງທະຫານລາບ ແລະ ທະຫານໂດດຈ້ອງ 3 ກອງພັນ, ກອງ ພັນປືນໃຫຍ່ 1 ກອງພັນ, ທະຫານຊ່າງ ແສງຍິງຍົນ ແລະ ທຳລາຍຍົນ 62 ລຳ, ຍິງທຳລາຍລົດຖັງໄດ້ 4 ຄັນ, ຢຶດປຶນ ໃຫຍ່ໄດ້ 30 ກະບອກ, ຢຶດລົດຖັງ 6 ຄັນ, ຜ້າຈ້ອງ 30.000 ຜືນ ແລະ ຢຶດ ອາວຸດລູກປືນເຄື່ອງໃຊ້, ເຄື່ອງປະກອບ ການທະຫານໄດ້ທັງໝົດ. ລາວອິດສະລະໜຶ່ງກອງຮ້ອຍຂຶ້ນກັບ ກອງພັນ920ສົມທົບດັກຕີດັບສູດສັດຕູ 1 ກອງພັນ, ບັນທອນອີກ 1 ກອງພັນ, ຢູ່ທິດນ້ຳ ບາກຫລວງພະບາງ ກອງພົນ 36ແລະ 88 ໄດ້ຂັບໄລ່ສັດຕູຈາກເມືອງ ງອຍ ປະຊິດເຂົ້າຫລວງພະບາງ ເຊິ່ງປັດ ເຂ່ຍສັດຕູອອກຈາກວົງສູ້ຮົບ ປະມານ 20.000ຄົນ. ໃນນັ້ນ, ຈັບໄດ້354ຄົນ, ດັບ ສູນທະຫານຮັບຈ້າງ 1 ກອງພັນ ແລະ ສາມາດປົດປ່ອຍຜົ້ງສາລີ ເຂດ ແມ່ນໍ້າອູ ແລະ ນາບຂູ່ຫລວງພະບາງ. ໃນຂະນະດຽວກັນ ເພື່ອກະກຽມ ເປີດບັ້ນຮົບຍຸດທະສານດຽນບຽນຟູ, ພົນເອກຫວໍຫງວຽນຢາບ ໄດ້ຮັບແຕ່ງ ຕັ້ງເປັນເລຂາຄະນະພັກທັງຄວບຕຳ ແໜ່ງຜູ້ບັນຊາການບັ້ນຮົບ, ຮອງລັດ ຖະມົນຕີ, ທ່ານຟາມວັນດົງເປັນປະທານ ສະພາສະໜອງວັດຖຸອຸປະກອນໃຫ້ແກ່ ສະໜາມຮົບ, ພັນຕີຮວາງວັນທາຍຮອງ ເລຂາທິການສູງສຸດເປັນເສນາທິການ ບັ້ນຮົບ. ສະຫາຍເລລຽມເປັນຫົວໜ້າ ການເມືອງດ້ານຮົບເຈົ້າໜ້າທີ່ ຂອງກົມ ໃຫຍ່ສະໜອງວັດຖຸອຸປະກອນ, ທ່ານ ເຈິນດັງນິງ ຮັບຜິດຊອບເລື່ອງຖະໜົນ ຫົນທາງໃຫ້ແກ່ບັ້ນຮົບເຊິ່ງໃນນັ້ນມີກຳ ລັງເຂົ້າຮ່ວມລວມມີບັນດາກອງພົນ 308 ທີ່ມີສາມກອງພັນເປັນຕົ້ນກອງ ພັນ102,88ແລະ306,ກອງພົນ312 ປະກອບມີສາມກອງພັນ 141, 209 ແລະ 165, ກອງພົນ 316 ປະກອບ ດ້ວຍສອງກອງພັນຄື ກອງພັນ 174 ຊຸມຊົນຂັ້ນເມືອງ, ຜູ້ຊ່ວຍຜູ້ປະສານງານ ທລຍ ຂັ້ນແຂວງຈາກ 12 ເມືອງ 4 ແຂວງ ເປົ້າໝາຍຂອງໂຄງການ ທລຍ 3 ໄລ ຍະເພີ່ມທຶນກວ່າ 50 ທ່ານ. ການຝຶກອົບ ຮົມດັ່ງກ່າວ ເພື່ອທວນຄືນວຽກງານການ ຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ສັງຄົມ ທີ່ຈັດຕັ້ງປະຕິບັດໂດຍໂຄງການ ທລຍ ໃນ ໄລຍະຜ່ານມາ ແລະ ນໍາສະເໜີຂອບການ ຄຸ້ມຄອງດ້ານສິ່ງແວດ ແລະ ສັງຄົມ ທີ່ຈະ ນໍາໃຊ້ສໍາລັບໂຄງການໃໝ່ຂອງ ທລຍ ກໍຄືໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວເຂົ້າກັບການປ່ຽນແປງດິນ ຟ້າອາກາດ. ນອກຈາກນີ້, ຍັງໄດ້ສະເໜີ ຫລາຍຫົວຂໍ້ທີ່ສໍາຄັນເຊັ່ນວ່າ: ທວນຄືນ ວຽກງານຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ສັງຄົມໃນໄລຍະຜ່ານມາ; ການຕິດ ຕາມປະເມີນຜົນ, ຖານຂໍ້ມູນ, ແລະ ກົນໄກ ສະແດງຄໍາຄິດຄໍາເຫັນ; ວຽກສໍາຫລວດ ອອກແບບ ແລະ ກວດກາຄຸນນະພາບໂຄງ ການຍ່ອຍ; ວຽກປັບປຸງຊີວິດການເປັນຢູ່; ການຈັດລຽງບຸລິມະສິດຄວາມຕ້ອງການ ຂອງບ້ານ ແລະ ອື່ນໆ ໂດຍການເຂົ້າຮ່ວມ ເປັນປະທານຂອງ ທ່ານ ພັດນະຄອນ ຄັນ ທະມີໄຊ ຜູ້ອໍານວຍການ ທລຍ, ມີຄູຝຶກທີ່ ກ່ຽວຂ້ອງຈາກ ທລຍ ສູນກາງ ແລະ ທີ່ປຶກ ສາດ້ານການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ຂອງທະນາຄານໂລກ. ຢ່າງໃດກໍຕາມວຽກງານສິ່ງແວດ ລ້ອມ ແມ່ນວຽກທີ່ທຸກພາກສ່ວນ, ທຸກຊັ້ນ ຄົນໃນສັງຄົມຕ້ອງໄດ້ເປັນເຈົ້າການປະ ກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປົກປັກ ຮັກສາ ເຊິ່ງຜ່ານມາທັງພາກລັດ ກໍໄດ້ເອົາ ໃຈໃສ່ສຸມທຶນຮອນ, ສະຕິປັນຍາຕໍ່ວຽກ ງານດັ່ງກ່າວຢ່າງຫລວງຫລາຍ. ໂດຍສະ ເພາະກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ກະຊວງກະສິກໍາ ແລະ ປ່າໄມ້ ກໍ ແມ່ນອີກກອງທຶນໜຶ່ງ ທີ່ກວມເອົາຫລາຍ ໂຄງການ ແລະ ໜຶ່ງໃນຫລາຍ ໂຄງການ ນັ້ນ ວຽກງານການຄຸ້ມຄອງ ດ້ານສິ່ງແວດ ລ້ອມ ແລະ ສັງຄົມກໍໄດ້ຖືສຳຄັນເປັນພິເສດ ໂດຍໄດ້ເອົາໃຈໃສ່ຈັດຝຶກອົບຮົມໃຫ້ແກ່ພະ ນັກງານ ທລຍ ຂັ້ນເມືອງ ແລະ ຂັ້ນບ້ານ ໃຫ້ມີຄວາມຮູ້ຄວາມສາມາດມາໂດຍຕະ ຫລອດ ເພື່ອນຳໄປຈັດຕັ້ງປະຕິບັດ ເຂົ້າໃນ ການຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ສັງຄົມໃນຕໍ່ໜ້າ. ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==