5616

xtgmf]k; 6 11/05/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d w8,kfmevy fxu 2023 ,u oa dmj v'mj P;g0Q k,k]k;g4y ' 8 clod;j k7q o ໂດຍ: ມາລີດາ; ພາບ: ວາລະສານເທວາ Ih kookikg/u gIn v cotoeoE-5 []q f-kf[=j .lj cxh 'oq ; ໂດຍ: ເກີດຂວັນໃຈ ມາລີຈັນສີ * ພຽງໄຕມາດທໍາອິດຂອງປີ 2023 ເຫັນວ່າມີນັກທ່ອງທ່ຽວຕ່າງ ປະເທດ ຈໍານວນ 830.000 ຄົນ ໄດ້ເຂົ້າມາຢ້ຽມຢາມ ສປປ ລາວ ພາຍຫລັງລັດຖະບານປະກາດເປີດ ປະເທດນັບແຕ່ຕົ້ນປີ 2022 ຂະນະ ທີ່ ນັກທ່ອງທ່ຽວຕ່າງປະເທດສ່ວນ ໃຫຍ່ແມ່ນໄທ, ຈີນ, ຫວຽດນາມ, ສ ເກົາຫລີ ແລະ ອື່ນໆ. ດັ່ງທີ່ຮູ້, ກົມພັດທະນາການທ່ອງ ທ່ຽວ, ກະຊວງຖະແຫລງຂ່າວ ວັດ ທະນະທໍາ ແລະ ທ່ອງທ່ຽວໄດ້ລາຍ ງານຕົ້ນເດືອນພຶດສະພາ 2023 ນີ້: ພາຍຫລັງລັດຖະບານປະກາດເປີດ ປະເທດນັບແຕ່ຕົ້ນປີ 2022 ເຫັນວ່າ ນັກທ່ອງທ່ຽວເລີ່ມຫລັງໄຫລເຂົ້າ ມາຢ້ຽມຢາມ ສປປ ລາວ ຢ່າງໜາ ແໜ້ນໂດຍສ່ວນໃຫຍ່ແມ່ນນັກທ່ອງ ທ່ຽວຈາກໄທ, ຈີນ, ຫວຽດນາມ, ສ ເກົາຫລີ, ເອີຣົບ, ອາເມລິກາ ແລະ ຊາດອື່ນໆ ເຊິ່ງມີຈຸດໝາຍປາຍທາງ ຄື: ເມືອງມໍລະດົກໂລກ ຫລວງພະ ບາງ, ເມືອງວັງວຽງ, ເມືອງເຟືອງ, ແຂວງຄໍາມ່ວນ ແລະ ພາກໃຕ້ ຂອງ ລາວ. ຫລ້າສຸດເຈົ້າໜ້າທີ່ກ່ຽວຂ້ອງ ຈາກກົມພັດທະນາການທ່ອງທ່ຽວ ໄດກ່າວວ່າ: ເຖິງປັດຈຸບັນນີ້ ມີນັກ ທ່ອງທ່ຽວປະມານ 830.000 ຄົນ ໄດ້ເຂົ້າມາຢ້ຽມຢາມ ສປປ ລາວ ໃນໄຕມາດທໍາອິດຂອງປີ 2023, ຈາກເບື້ອງຕົ້ນລັດຖະບານຕັ້ງເປົ້າ ໄວ້ວ່າ ຈະສູ້ຊົນເຮັດໃຫ້ນັກທ່ອງ ທ່ຽວເຂົ້າມາຢ້ຽມຢາມປະມານ 1.800.000-2.000.000 ຄົນ ພາຍໃນປີ 2023 ແຕ່ຕົວຈິງເບິ່ງທ່າ ອ່ຽງເປັນພາບລວມອາດສູງກວ່າ ການຕັ້ງເປົ້າໄວ້ກໍເປັນໄດ້. ສາເຫດ ທີ່ນັກທ່ອງທ່ຽວເຂົ້າມາບ້ານເຮົາ ນັ້ນເກີດຂຶ້ນຍ້ອນຫລາຍປັດໄຈເປັນ ຕົ້ນ: ຍ້ອນສື່ມວນຊົນສາກົນ, ວາລະ ສານສາກົນ ໄດ້ອອກຂ່າວຊ່ວຍໂຄ ສະນາໃຫ້ລາວຢ່າງກວ້າງຂວາງ ກ່ຽວກັບປາຍທາງທ່ອງທ່ຽວຍອດ ນິຍົມ, ການໃຊ້ຈ່າຍສໍາລັບການ ທ່ອງທ່ຽວທີ່ມີລາຄາຖືກ, ມີເສັ້ນ ທາງລົດໄຟ ລາວ-ຈີນ ທີ່ເອື້ອຍອໍາ ນວຍການເດີນທາງສະດວກ ແລະ ປອດໄພ, ພາກລັດໄດ້ປັບປຸງບັນຍາ ກາດການທ່ອງທ່ຽວ, ການເປີດໃຫ້ ບໍລິການແລ່ນລົດໄຟຂ້າມແດນລະ ຫວ່າງລາວ-ຈີນ ແລະ ອື່ນໆ. ພ້ອມນີ້, ຫວ່າງບໍ່ດົນມານີ້, ບໍລິ ສັດທາງລົດໄຟລາວ-ຈີນໄດ້ລາຍ ງານວ່າ: ລະຫວ່າງການເປີດໃຫ້ບໍລິ ການແລ່ນລົດໄຟຂ້າມແດນລາວ-ຈີນ ໃນວັນທີ13-23 ເມສາ2023ຜ່ານ ມາ ພົບວ່າມີນັກທ່ອງທ່ຽວ ປະມານ 4.300ຄົນນັ່ງລົດໄຟລາວ-ຈີນຂ້າມ ແດນ ໃນນັ້ນມີນັກທ່ອງທ່ຽວຊາວ ຈີນ ເກືອບ 3.000 ຄົນ ແລະ ສ່ວນທີ່ ເຫລືອແມ່ນຊາວລາວ ແລະ ຊາດ ອື່ນໆ. ຄວາມຈິງໄລຍະການເດີນ ທາງຈາກນະຄອນຫລວງວຽງຈັນ ຂອງສປປລາວເຖິງນະຄອນຄຸນໝິງ ຂອງ ສປ ຈີນ ຈະໃຊ້ເວລາປະມານ 8-10 ຊົ່ວໂມງ ກັບໄລຍະທາງພຽງ 1.000 ກວ່າກິໂລແມັດ ເຊິ່ງເປັນ ສ່ວນສໍາຄັນເຮັດໃຫ້ນັກທ່ອງທ່ຽວ ຫັນມາໃຊ້ລົດໄຟແທນເຮືອບິນ ແລະ ລົດເມຫລາຍຂຶ້ນກວ່າເກົ່າເນື່ອງ ຈາກມັນປອດໄຟກວ່າ, ສາມາດເດີນ ທາງມານໍາກັນໄດ້ຫລາຍຄົນ, ເຫັນ ພາບບັນຍາກາດວິຖີຊີວິດຂອງຊາວ ລາວ ແລະ ຊາວຈີນຕົວຈິງ. ຂະນະທີ່, ທ່ານ ບຸນເລື່ອມ ມະນີ ວົງ ຮອງເຈົ້າແຂວງຫລວງພະບາງ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນ ນີ້ວ່າ: ຫລວງພະບາງ ເປັນຈຸດໝາຍ ປາຍທາງການທ່ອງທ່ຽວ ຂອງນັກ ທ່ອງທ່ຽວ ທັງພາຍໃນ ແລະ ຕ່າງ ປະເທດ, ມີແຫລ່ງທ່ອງທ່ຽວທາງ ທຳມະຊາດ, ປະຫວັດສາດແລະວັດ ທະນະທຳທີ່ຫລາກຫລາຍ. ປັດຈຸ ບັນ, ທົ່ວແຂວງມີແຫລ່ງທ່ອງທ່ຽວ ທັງໝົດ 228 ແຫ່ງ ໃນນັ້ນ, ແຫລ່ງ ທ່ອງທ່ຽວທຳມະຊາດ 111 ແຫ່ງ, ວັດທະນະທຳ78ແຫ່ງແລະແຫລ່ງ ທ່ອງທ່ຽວທາງປະຫວັດສາດ 39 ແຫ່ງ. ແຕ່ສິ່ງທີ່ໜ້າສົນໃຈທີ່ສຸດ, ແຫລ່ງທ່ອງທ່ຽວທີ່ ໄດ້ຮັບຄວາມ ນິຍົມຫລາຍຈາກນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ ແມ່ນ ແຫລ່ງທ່ອງທ່ຽວທາງວັດທະນະ ທຳ ແລະ ທຳມະຊາດ ເປັນຕົ້ນ: ຕາດ ກວາງຊີ, ວັດຊຽງທອງ, ພູສີ, ວັດ ວາອາຮາມ, ຫໍພິພິທະພັນ, ຖໍ້າຕິ່ງ, ຕາດຮ້ອຍຄົວ. ນອກຈາກນີ້, ຍັງມີ ກິດຈະກຳຕ່າງໆ ທີ່ເປັນເອກະລັກສະ ເພາະຂອງຊາວຫລວງພະບາງ ເຊັ່ນ: ການໃສ່ບາດ, ການນຸ່ງເຄື່ອງແບບບູ ຮານ, ອາຫານການກິນ, ວິຖີຊີວິດ ຂອງປະຊາຊົນທ້ອງຖິ່ນ, ໄລຍະ 2ປີ ຜ່ານມາ, ມີນັກທ່ອງທ່ຽວທີ່ເຂົ້າມາ ທ່ຽວຊົມແຂວງຫລວງພະບາງ ທັງ ໝົດ 883.096 ເທື່ອຄົນ. ໃນນີ້, ນັກ ທ່ອງທ່ຽວພາຍໃນ 483.765 ເທື່ອ ຄົນ, ນັກທ່ອງທ່ຽວສາກົນ399.331 ເທື່ອຄົນ, ສະເລ່ຍຄ່າໃຊ້ຈ່າຍຂອງ ນັກທ່ອງທ່ຽວໄດ້ປະມານ336ລ້ານ ກວ່າໂດລາສະຫະລັດ. ຄຽງຄູ່ກັນນີ້, ທົ່ວແຂວງຫລວງພະບາງ ມີໂຮງ ແຮມ, ລີສອດ 97 ແຫ່ງ, ເຮືອນພັກ 400 ຫລັງ, ຮ້ານອາຫານ 311 ຮ້ານ, ມີບໍລິສັດທ່ອງທ່ຽວ 97 ບໍລິ ສັດ, ຮ້ານບັນເທີງ 19 ຮ້ານ, ຮ້ານ ນວດ ແລະ ສະປາ 36 ຮ້ານ, ມີພະ ນັກງານນໍາທ່ຽວລະດັບຊາດ 553 ຄົນ, ຍິງ 126 ຄົນ ແລະ ພະນັກງານ ນໍາທ່ຽວລະດັບແຂວງ ຈໍານວນ 41 ຄົນ, ຍິງ 11 ຄົນ. ທັງໝົດນັ້ນ ໄດ້ອຳ ນວຍຄວາມສະດວກ ແລະ ດຶງດູດໃຫ້ ນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ແຂວງຫລວງພະບາງຢ່າງຕໍ່ເນື່ອງ. * ອາຫານສ່​ ວນໃຫຍ່ໃນບ້ານເຮົາທີ່​ ມີ​ລົດ​ຊາດ​ແຊບ​ນັ້ນມັກໃສ່ແປ້ງນົວ ແຕ່ຜູ້ປະກອບການບາງກຸ່ມເລີ່ມຫັນ ມານັ່ງຄິດວິທີໃໝ່ໆແລ້ວເພືີ່ອຕອບ ໂຈດຄົນຮັກສຸຂະພາບ ເຊິ່ງເຂົາເຈົ້າ ບອກວ່າອາຫານທີ່ແຊບຊ້ອຍນັ້ນບໍ່ຈໍາ​ ເປັນຕ້ອງໃ​ ສ່ແ​ ປ້ງນົ​ ວສ​ ະເໝີໄ​ ປ ຖ້າເ​ຮົາ ມີ​ວິ​ທີ​ປຸງ​ແຕ່ງທີ່​ດີ, ມີ​ວັດຖຸ​ດິບ​ຫລາກ​ ຫລາຍ​ເປັນ​ສ່ວນ​ປະກອບ​ໃນຂັ້ນຕອນ​ ການ​ປຸງ​ກໍ​ຈະ​ໄດ້​ລົດ​ຊາດທີ່​ແຊບແບບ​ ທໍາ​ມະ​ຊາດ​ປາສະຈາກແປງ​ນົວ​ໄດ້ຄື​ ກັນ ເໝືອນກັບຮ້ານນາຣາເ​ຝີເຮືອ ຈາກ​ ບ້ານໂຄກສີວິໄລ (ຫລັກ 21) ເມືອງ ໄຊທານີ, ນະຄອນຫລວງວຽງຈັນ ທີ່​ ຂຶ້ນ​ຊື້​ເລື່ອງ​ຄວາມ​ແຊບ​ແບບ​ຮັກສາ ສຸຂະພາບ ​ເພາະວ່ານໍ້າຊຸບປາສະຈາກ​ ແປ້​ງນົວ ​ແຕ່​ຍັງ​ໄດ້ນໍ້າຊຸບ​ທີ່​ເຂັ້ມຂຸ້ນ​ ດ້ວຍ​ເຄື່ອງ​ເທດທີ່​ສໍາຄັນ ​ເຖິງ 15 ຊະ ນິດ ​ເຊິ່ງ​ແຕ່​ລະນິດລ້ວນ​ແຕ່​ມີ​ສັບພະ​ ຄຸນ​ທີ່​ມີ​ປະ​ໂຫຍ​ດຕໍ່ສຸຂະ​ພາບ​ຂອງ​ຜູ້​ ບໍລິໂ​ ພ​ກ. ທ່ານ ສຸລິວັນ ຈິດຕະວົງສັກ ໃຫ້ຮູ້ ວ່າ: ແຮງບັນດານໃຈໃນການສ້າງຕັ້ງ ຮ້ານເຝີເຮືອນາຣາ ​ແມ່ນ​ຢາກ​ເ​ຮັດ ທຸລະກິດເປັນຂອງຕົນ ​ແລະ ມີປະສົບ ການເຮັດວຽກກ່ຽວກັບຮ້ານອາຫານ ມາດົນພໍສົມຄວນ ແລະ ໄດ້ມີໂອກາດ ໄປຮັບປະທານເຝີເຮືອຢູ່ປະເທດເພື່ອນ ບ້ານແລ້ວປະທັບໃຈໃນລົດຊາດຈຶ່ງ ໄດ້ຕັດສິນໃຈນຳເອົາສູດມາພັດທະນາ ໃຫ້ກາຍເປັນສູດເຝີເຮືອທີ່ເປັນເອກະ ລັກສະເພາະຂອງຕົນເອງ ແລະ ໄດ້ຕັດ ສິນໃຈເປີດຮ້ານນາຣາເຝີເຮືອແຫ່ງນີ້ ຂຶ້ນມາໃ​ ນຕົ້​ ນປີ​ 2023 ທີ່ຜ່ານມາໂດຍ ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງ ຈາກລູກຄ້າໃນສັງຄົມລາວເຊິ່ງມີຖານ ລູກຄ້າຫລາກຫລາຍກຸ່ມໄດ້ແວ່ວຽນ ມາຮັບປະທານເຝິເຮືອແບບເຕັມຮ້ານ ໃນທຸກໆມື້.ຄຳວ່າ:“ນາຣາ”ແມ່ນໝາຍ ເຖິງຊື່ຂອງຜູ້ເປັນລູກສາວຂອງພວກ ຂ້າພະເຈົ້າເອງທີ່ນຳມາຕັ້ງເປັນຊື່ຮ້ານ ເພື່ອສື່ເຖິງຄວາມຮັກຂອງພວກຂ້າພະ ເຈົ້າໃຫ້ຜູ້ເປັນລູກສາວໄດ້ຮັບຊາບ. ນາຣາເຝີເຮືອແມ່ນຈະມີຄວາມໂດດ ເດັ່ນແຕກຕ່າງຈາກຮ້ານອື່ນຢູ່ທີ່ການ ປຸງນ້ຳເຝີດ້ວຍການປະສົມເຄື່ອງເທດ ສະໝຸນໄພຫລາຍກວ່າ 15 ຊະນິດ ທີ່ໄດ້ ສ້າງຄວາມຫອມພ້ອມດ້ວຍລົດຊາດ ທີ່ເປັນເອກະລັກສະເພາະສຳລັບ ນ້ຳ ເຝີຂອງຮ້ານນາຣາທີ່ມີຄວາມພິເສດ ບໍ່ຊໍ້າໃຜ ແລະ ໃນນີ້ສຳຄັນທີ່ສຸດຄື ໄລ ຍະເວລາໃນການຕົ້ມນ້ຳເຝີທີ່ໃຊ້ເວລາ ດົນເພື່ອໃຫ້ໄດ້ນ້ຳເຝີທີ່ມີຄວາມເຂັ້ມ ຂຸ້ນເປັນທຳມະຊາດປາສະຈາກແປ້ງ ນົວ ໂດຍສາມາດເວົ້າໄດ້ວ່າສ່ວນປະ ກອບຫລັກໆຂອງເຝີເຮືອນາຣາແມ່ນ ພວກຂ້າພະເຈົ້າຈະຄິດຄົ້ນສູດເອງເພື່ອ ໃຫ້ໄດ້ຄວາມພິເສດຂອງເຝີເຮືອທີ່ມີ ຄວາມແຕກຕ່າງ. ໃນນີ້, ເມນູທີ່ຂຶ້ນຊື່ທີ່ ສຸດພາຍໃນຮ້ານເຝີເຮືອນາຣາແມ່ນໄດ້ ແກ່: “ເຝີເຮືອໝູນ້ຳຕົກ” ເພາະວ່າເປັນ ເມນູທີ່ລູກຄ້າມີຄວາມລຶ້ງເຄີຍໃນການ ຮັບປະທານເມນູດັ່ງກ່າວຈາກບ່ອນ ອື່ນ ແລະ ຢາກມາລອງເມນູດັ່ງກ່າວໃນ ຮ້ານນາຣາເຝີເຮືອ. ນອກຈາກນີ້ຍັງມີ ເມນູປໍເປ້ຍກຸ້ງຈາກສູດສະເພາະທີ່ມີ ຄວາມຫອມມີຄວາມກອບ, ນອກຈາກ ນີ້ຍັງມີເມນູສັງຂະຫຍາແລະນ້ຳຫວານ ແຊບໆໃຫ້ເລືອກ ແລະ ໃນໄວໆນີ້ແມ່ນ ຈະມີເຄື່ອງດື່ມນ້ຳໝາກໄມ້ເພື່ອສຸຂະ ພາບຫລາກຫລາຍລາຍການ ໄວ້ບໍລິ ການລູກຄ້າທຸກໆທ່ານພ້ອມ. ທ່ານ ສຸລິວັນ ເ​ວົ້າຕື່​ ມວ່​ າ: ພາຍໃນ ປີ 2023 ນີ້ທາງຮ້ານແມ່ນຈະແນ່ໃສ່ ພັດທະນາການຕະຫລາດໃນຫລາກ ຫລາຍຊ່ອງທາງເພື່ອໃຫ້ລູກຄ້າໃນສັງ ຄົມໄດ້ຮັບຮູ້ຮ້ານນາຣາເຝີເຮືອຫລາຍ ຂຶ້ນ ແລະ ມີແຜນຈະຂະຫຍາຍສາຂາ ເຂົ້າໃນເຂດຕົວເມືອງທີ່ເປັນເຂດຊຸມ ຊົນ ເພື່ອອຳນວຍຄວາມສະດວກໃນ ການເຂົ້າເຖິງຂອງຖານລູກຄ້າທີ່ກວ້າງ ຂວາງກວ່າເດີມ. ຮ້ານນາຣາເຝີເຮືອ ເປີດບໍລິການ ລູກຄ້າໃນວັນຈັນ-ວັນເສົາ(ປິດທຸກວັນ ອາທິດ), ໃນເວລາ 09:00 ໂມງ - 18:00 ໂມງ,​ສະຖານທີ່ຕັ້ງຢູ່ບ້ານໂຄກ ສີວິໄລ (ຫລັກ21), ເມືອງໄຊທານີ, ນະຄອນຫລວງວຽງຈັນ. ສອບຖາມ ຂໍ້ມູນເພີ່ມຕື່ມໄດ້ທີ່: ນາຣາ ເຝີເຮືອ NARA Boat Noodle.

RkJQdWJsaXNoZXIy MTc3MTYxMQ==