l5 fpvfma opkrn fmu j lh k'rt]a ''ko gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 11/05/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ສຳລັບທັນຍາພືດແລ້ວ ອິນເດຍຢູ່ ແຖວໜ້າ. ຄວາມພະຍາຍາມທີ່ຈະເອົາ ເຂົ້າຟ່າງຂອງອິນເດຍ ຂຶ້ນສູ່ລະດັບ ແຖວໜ້າສາກົນໄດ້ເລີ່ມຕົ້ນໃນເດືອນ ຕຸລາ 2017, ໃນລະຫວ່າງກອງປະຊຸມ ຄະນະກໍາມະການກ່ຽວກັບຄວາມປອດ ໄພສະບຽງອາຫານໃນກຸງໂລມ. ກອງ ປະຊຸມທີ່ກ່ຽວຂ້ອງກັບລັດຖະບານ ອິນເດຍ (GOI), ອົງການຄົ້ນຄວ້າກະ ສິກຳສາກົນສະຖາບັນຄົ້ນຄວ້າປູກພືດ ສາກົນ ສຳລັບເຂດຮ້ອນເຄິ່ງແຫ້ງແລ້ງ (ICRISAT)ແລະຜູ້ມີສ່ວນຮ່ວມອື່ນໆ ໄດ້ຈັດຕັ້ງຢູ່ອົງການສະບຽງອາຫານ ແລະ ການກະສິກຳ (FAO) ຂອງ ສປຊ. ຂະບວນການສົ່ງເສີມແນວ ຄວາມຄິດກັບພະແນກ FAO ແລະ ສະຖານທູດອິນເດຍ ໃນກຸງໂລມ. ປະ ຕິບັດຕາມຂັ້ນຕອນເບື້ອງຕົ້ນນີ້, ໃນ ເດືອນພະຈິກ 2017, ທ່ານ Radha Mohan Singh ລັດຖະມົນຕີກະຊວງ ກະສິກໍາຂອງອິນເດຍ ໃນສະໄໝ ນັ້ນ ໄດ້ຂຽນເຖິງເລຂາທິການໃຫຍ່ສະຫະ ປະຊາຊາດ, Antonio Guterres, ຮຽກຮ້ອງສະເໜີໃນວາລະຂອງກອງ ປະຊຸມ-ໃຫຍ່ສະຫະປະຊາຊາດກ່ຽວກັບ ທັນຍາພືດນານານາຊາດ ໃນປີ 2018. ເຖິງແມ່ນວ່າຂະບວນການນີ້ໃຊ້ເວລາ ເຖິງຫ້າປີ, GOI, ICRISAT, ກຸ່ມທີ່ປຶກ ສາກ່ຽວກັບການຄົ້ນຄວ້າກະສິກໍາສາ ກົນ (CGIAR), ສະພາການຄົ້ນຄວ້າ ກະສິກໍາອິນເດຍ (ICAR) ຂອງກະ ຊວງກະສິກໍາ ແລະ ສະຫວັດດີການກະ ສິກອນ ແລະ ສະຖາບັນຄົ້ນຄວ້າທັນ ຍາພືດ, ICAR-ສະຖາບັນຄົ້ນຄວ້າ ທັນຍາພືດອິນເດຍ (IIMR), ພ້ອມ ກັບພາກສ່ວນອື່ນໆ ກໍ່ໄດ້ຕິດຕາມຊຶ່ງ ສາມາດບັນລຸຜົນໄດ້ໃນປີ 2021. ເປັນສິ່ງໜຶ່ງທີ່ສາມາດສັງເກດໄດ້ ວ່າ ໂລກກຳລັງເວົ້າເຖິງການຂາດແຄນ ຊັບພະຍາກອນທຳມະຊາດເຊັ່ນດິນ ປູກຝັງ ແລະ ນ້ຳ ແລະ ຄວາມຕ້ອງການ ທີ່ຈະຜະລິດເພີ່ມຂຶ້ນເພື່ອຕອບສະໜອງ ຄວາມຕ້ອງການດ້ານອາຫານ ແລະ ໂພຊະນາ ການຂອງປະຊາກອນ ທີ່ເພີ່ມ ຂຶ້ນ. ການປູກພືດຫລັກເຊັ່ນ: ເຂົ້າ ແລະ ເຂົ້າສາລີ ແມ່ນສ່ວນໜຶ່ງຂອງອາຫານ *ເນື່ອງໃນໂອກາດລະນຶກວັນ ສ້າງຕັ້ງສາຍພົວພັນການທູດ ລາວຈີນ ຄົບຮອບ 62 ປີ (25/4/196125/4/2023)ແລະ ໃນໂອກາດປີ 2023 ເປັນປີຄົບຮອບ 10 ປີ ຂອງ ການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງ ແລວໜຶ່ງເສັ້ນທາງ”, ສະຖານບັນ ການຕ່າງປະເທດກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ຮ່ວມ ກັບສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ແລະ ວິທະຍຸໂທລະພາບ ສູນກາງຈີນ CMG ປະຈໍາລາວໄດ້ ຈັດກອງປະຊຸມສໍາມະນາວິທະຍາ ສາດພາຍໃຕ້ຫົວຂໍ້:ຄວາມທັນສະ ໄໝແບບຈີນ ແລະ ຄູ່ຮ່ວມຊະຕາ ກໍາລາວ-ຈີນ ຂຶ້ນໃນວັນທີ 6 ເມສາ 2023, ທີ່ນະຄອນຫລວງວຽງຈັນ. ໃນໂອກາດນີ້, ທ່ານ ທອງຜ່ານ ສະ ຫວັນເພັດ ຮອງລັດຖະມົນຕີກະ ຊວງການຕ່າງປະເທດລາວໄດ້ມີ ຄຳເຫັນວ່າ: ລາວແລະຈີນມີສາຍພູ ແລະ ສາຍນໍ້າຕິດຈອດກັນມິດຕະ ພາບ ແລະ ການຮ່ວມມື ລາວ-ຈີນ ໄດ້ສືບທອດກັນມາຕັ້ງແຕ່ບູຮານນະ ການ. ພາຍຫລັງທີ່ລາວແລະຈີນໄດ້ ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນປີ 1961 ເປັນຕົ້ນມາ, ການພົວ ພັນຮ່ວມມືລະຫວ່າງລາວແລະຈີນ ໄດ້ກ້າວເຂົ້າສູ່ລວງເລິກ ແລະ ລວງ ກວ້າງເປັນກ້າວໆມາ. ປັດຈຸບັນ, ສາຍພົວພັນມິດຕະພາບອັນເປັນມູນ ເຊື້ອ ແລະ ການຮ່ວມມືຍຸດທະສາດ ຮອບດ້ານ ລາວ-ຈີນ ຕາມທິດ 4 ດີ, ການເປັນຄູ່ຮ່ວມຊະຕາກຳ ລາວຈີນ, ຈີນ-ລາວ ໄດ້ຮັບການເສີມຂະ ຫຍາຍຢ່າງຕໍ່ເນື່ອງຂຶ້ນເລື້ອຍໆ, ສອງຝ່າຍມີການແລກປ່ຽນຢ້ຽມ ຢາມຂອງຜູ້ນຳຂັ້ນສູງ ແລະ ຂັ້ນ ຕ່າງໆຢ່າງເປັນປົກກະຕິ. ບັນດາຂໍ້ ຕົກລົງຂອງການນໍາຂັ້ນສູງ ລາວຈີນ, ຈີນ-ລາວໄດ້ຮັບການຈັດຕັ້ງປະ ຕິບັດຢ່າງເປັນຮູບປະທຳ. ການຮ່ວມ ມື ລາວ-ຈີນ, ຈີນ-ລາວໃນຂົງເຂດ ການຄ້າ-ການລົງທຶນ, ການສຶກສາ, ສາທາລະນະສຸກ, ວັດທະນະທຳສັງຄົມ, ການທ່ອງທ່ຽວ ແລະ ຂົງ ເຂດອື່ນໆ ນັບແຕ່ຂັ້ນສູນກາງຈົນ ຮອດທ້ອງຖິ່ນໄດ້ຮັບການສົ່ງເສີມ ຢ່າງບໍ່ຢຸດຢັ້ງ. ສປ ຈີນ ໄດ້ມີການພັດທະນາ ຢ່າງວ່ອງໄວ ຈົນກາຍເປັນປະເທດທີ່ ທັນສະໄໝ ແລະ ເປັນປະເທດທີ່ມີ ເສດຖະກິດໃຫຍ່ອັນດັບທີສອງຂອງ ໂລກ. ຄວາມທັນສະໄໝແບບຈີນ ໄດ້ເນັ້ນໜັກຄວາມສໍາຄັນຂອງ ຄວາມກົມກຽວກັນຂອງການພັດ 7;k,ma oltw\c[[9u o goA o7;k,dq ,dP;0v'dkora fmtok c[[pn opq ' da [-u ;y fdkogxa o16 j 0v'xt-k-q o c]t xq dxa dIa dlkly j 'c;f]h v, ທະນາແບບຍືນຍົງກັບຊີວິດການ ເປັນຢູ່ຂອງປະຊາຊົນ ແລະການປົກ ປັກຮັກສາສິ່ງແວດລ້ອມຊຶ່ງ ສປປ ລາວ ກໍ່ມີແນວທາງນະໂຍບາຍທີ່ ຄ້າຍຄືກັນ ຄືການພັດທະນາເສດຖະ ກິດຕາມທິດສີຂຽວ ແລະ ຍືນຍົງ. ດັ່ງນັ້ນ ຈຶ່ງເຫັນວ່າ ແມ່ນໜ້າທີ່ຂອງ ທຸກປະເທດໃນໂລກໃນການພັດທະ ນາເສດຖະກິດ ໄປຄຽງຄູ່ກັບການ ປົກປັກຮັກສາສິ່ງແວດລ້ອມ ກໍ່ຄື ການປັບປຸງສົ່ງເສີມການດໍາລົງ ຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ ດີຂຶ້ນ ແລະ ຫລີກລ່ຽງບໍ່ໃຫ້ເກີດ ມີໄພພິບັດທີ່ເກີດຈາກການພັດທະ ນາ ແລະ ການກະທໍາຂອງຄົນເຮົາ ເອງ. ທຸກປະເທດ ຕ້ອງມີຄວາມລະ ມັດລະວັງ, ມີການຮ່ວມມືກັນ ແລະ ປະສານງານປຶກສາຫາລືກັນເພື່ອສະ ກັດກັ້ນ ແລະ ແກ້ໄຂບັນຫາ ຫລື ໄພ ພິບັດຕ່າງໆ ທີ່ອາດຈະສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມກໍ່ຄືຕໍ່ຊີວິດຂອງ ຄົນເຮົາຢູ່ພາຍໃນປະເທດກໍ່ຄືຢູ່ປະ ເທດອື່ນ. ສປປ ລາວ ໄດ້ໃຫ້ການສະໜັບ ສະໜູນບັນດາຂໍ້ລິເລີ່ມຕ່າງໆທີ່ ສປ ຈີນ ສະເໜີຂຶ້ນ ໂດຍສະເພາະແມ່ນ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນ ທາງ”(BRI), ຂໍ້ລິເລີ່ມ “ການພັດ ທະນາທົ່ວໂລກ”(Global Develop ment Initiative), ຂໍ້ລິເລີ່ມ “ຄວາມໝັ້ນຄົງທົ່ວໂລກ”(Global Security Initiative)ແລະຂໍ້ລິເລີ່ມ “ຄວາມສີວິໄລ ທົ່ວໂລກ”(Global Civilization Initiative) ຊຶ່ງ ບັນດາຂໍ້ລິເລີ່ມເຫລົ່ານັ້ນ ໄດ້ປະ ກອບສ່ວນອັນສໍາຄັນ ແລະ ໃຫຍ່ ຫລວງ ເຂົ້າໃນການສົ່ງເສີມສັນຕິ ພາບ, ຄວາມໝັ້ນຄົງ, ການພັດທະ ນາແບບຍືນຍົງ, ຄວາມສີວິໄລ ແລະ ຄວາມກ້າວໜ້າຂອງມວນມະນຸດ ໃນທົ່ວໂລກ. ພິເສດ ປີ 2023 ເປັນ ປີຄົບຮອບ 10 ປີ ຂໍ້ລິເລີ່ມ “ໜຶ່ງ ແລວ,ໜຶ່ງເສັ້ນທາງ”ຊຶ່ງໄດ້ປະກອບ ສ່ວນສໍາຄັນໃນການສົ່ງເສີມການ ພັດທະນາເສດຖະກິດ-ສັງຄົມ,ສ້າງ ວຽກເຮັດງານທຳ ແລະ ການຫລຸດ ຜ່ອນຄວາມທຸກຍາກຢູ່ບັນດາປະ ເທດທີ່ເຂົ້າຮ່ວມໃນບັນດາໂຄງການ ທີ່ຢູ່ພາຍໃຕ້ຂໍ້ລິເລີ່ມດັ່ງກ່າວ. ສໍາ ລັບ ສປປ ລາວ ໂຄງການທາງລົດ ໄຟ ລາວ-ຈີນ ຊຶ່ງແມ່ນໂຄງການ ຍຸດທະສາດ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງ ແລວ ໜຶ່ງເສັ້ນທາງ”, ໄດ້ກາຍເປັນ ສັນຍະລັກ ແລະ ເປັນແບບຢ່າງອັນ ດີ ໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ຊ່ວຍ ເຮັດໃຫ້ ສປປ ລາວ ຫັນປ່ຽນຈາກ ປະເທດບໍ່ມີຊາຍແດນຕິດຈອດ ກັບ ທະເລ, ເປັນປະເທດເຊື່ອມໂຍງເຊື່ອມ ຈອດພາກພື້ນ, ສ້າງສະພາບແວດ ລ້ອມອັນດີໃຫ້ແກ່ການຄ້າ, ການ ທ່ອງທ່ຽວ ແລະ ການຂົນສົ່ງສິນຄ້າ ໂດຍຜ່ານການນໍາໃຊ້ລົດໄຟ ລາວຈີນແລະ ປະກອບສ່ວນໃນການສ້າງ ວຽກເຮັດງານທໍາ. ສະພາບການພາກພື້ນ ແລະ ສາ ກົນ ຍັງສືບຕໍ່ຜັນແປໄປຢ່າງໄວວາ, ສັບສົນ ແລະ ຄາດຄະເນໄດ້ຍາກ ເຊິ່ງມີທັງກາລະໂອກາດ ແລະ ສິ່ງ ທ້າທາຍ. ສປປ ລາວ ແລະ ສປ ຈີນ ໃນຖານະທີ່ເປັນປະເທດບ້ານໃກ້ ເຮືອນຄຽງ ທີ່ຮ່ວມອຸດົມການດຽວ ກັນເຫັນວ່າການແລກປ່ຽນທາງ ດ້ານທິດສະດີ ແລະ ພຶດຕິກຳເປັນສິ່ງ ທີ່ມີຄວາມສໍາຄັນຫລາຍ, ໃນຕໍ່ໜ້າ ສະເໜີໃຫ້ມີການແລກປ່ຽນກັນໃນ ລັກສະນະນີ້ ເປັນປົກກະຕິໃນຫົວຂໍ້ ທີ່ທັງສອງຝ່າຍໃຫ້ຄວາມສົນໃຈ. ໂດຍ:ສາດສະດາຈານ Rajeev K Varshney NITI Aayog. ນາຍົກລັດຖະມົນ ຕີອິນເດຍ Narendra Modi ທຸມເທ ກັບການປູກພືດເສີມ 8 ຊະນິດຈາກ 17 ຊະນິດ ຊຶ່ງໃນນັ້ນລວມມີ ທັນຍາພືດນິ້ວ ມື 2 ຊະນິດ ແລະ ທັນຍາພືດ ນ້ອຍໜຶ່ງ ຊະນິດ, ໃນວັນທີ 16/10/2020, ເນື່ອງໃນໂອກາດສະເຫລີມສະຫລອງ FAO ຄົບຮອບ 75 ປີ ໃນຖານະທີ່ເປັນ ສ່ວນໜຶ່ງຂອງການລິເລີ່ມຂອງລັດ ຖະບານພາຍໃຕ້ກົດໝາຍວ່າດ້ວຍ ຄວາມປອດໄພດ້ານອາຫານແຫ່ງຊາດ, ລັດຖະບານຂອງລັດໄດ້ຖືກແນະນໍາໃຫ້ ຈັດຊື້ເຂົ້າທັນຍາພືດໃນລາຄາສະໜັບ ສະໜູນຂັ້ນຕ່ໍາ ແລະ ແຈກຢາຍມັນພາຍ ໃຕ້ລະບົບການແຈກຢາຍສາທາລະ ນະ (PDS). ພາລະກິດໂພຊະນາການ ແຫ່ງຊາດຂອງອິນເດຍ, POSHAN Abhiyaan, ຍັງໄດ້ແນະນໍາລັດຖະບານ ຂອງລັດໃຫ້ລວມເອົາເຂົ້າທັນຍາພືດ ພາຍໃຕ້ຊ່ອງທາງການຈັດສົ່ງສາທາ ລະນະຂະໜາດໃຫຍ່ເຊັ່ນການບໍລິການ ພັດທະນາເດັກແບບປະສົມປະສານ, ອາຫານກາງເວັນ ແລະ ອື່ນໆ. ໃນຂະນະທີ່ລັດຖະບານ ແລະ ອົງ ການຄົ້ນຄວ້າເຮັດວຽກເພື່ອຜະລິດທັນ ຍາພືດໃຫ້ສູງຂຶ້ນ, ນັກໂພຊະນາການ ແລະ ພໍ່ຄົວໄດ້ປະກອບສ່ວນເຂົ້າໃນການ ສົ່ງເສີມເຂົ້າທັນຍາພືດ ໂດຍການສ້າງ ອາຫານທັນຍາພືດ ເປັນເອກະລັກ. ໄດ້ມີການສົ່ງເສີມການປຸງແຕ່ງເປັນ ເຂົ້າຈ້າວ, ສູດເຂົ້າຈ້າວມີລົດຊາດທີ່ສະ ດວກ ແລະ ໄດ້ມີການເຜີຍແຜ່ ກ່ຽວກັບ ຜົນປະໂຫຍດທາງດ້ານ ໂພຊະນາການ ແລະ ຄຸນນະພາບທີ່ເປັນມິດກັບສິ່ງແວດ ລ້ອມລະຫວ່າງທຸກພາກສ່ວນກ່ຽວຂ້ອງ ທັງໃນລະດັບຊາດ ແລະ ສາກົນ. ກອງ ປະຊຸມສຸດຍອດລະບົບອາຫານຂອງອົງ ການສະຫະປະຊາຊາດ 2021 ຍັງ ໄດ້ ສະເໜີໂອກາດເພີ່ມເຕີມເພື່ອເຮັດໃຫ້ລະ ບົບອາຫານມີຄວາມຍືນຍົງ. ການປະ ກາດປີ 2023 ເປັນ “ປີສາກົນຂອງທັນ ຍາພືດ” ແນ່ນອນວ່າຈະສະໜັບສະໜູນ ຄວາມພະຍາຍາມທັງໝົດເຫລົ່ານີ້ ແລະ ເຮັດໃຫ້ເຂົ້າທັນຍາພືດເປັນທາງ ເລືອກອາຫານທີ່ນິຍົມ ແລະ ມີສຸຂະພາບ ດີສໍາລັບທຸກຄົນ. *** ຕໍ່ຈາກໜ້າ 1 *** ພື້ນເມືອງຂອງພວກເຮົາ ແຕ່ເປັນທີ່ຮູ້ ຈັກກັນດີວ່າສິ່ງທ້າທາຍເປັນຕົ້ນແມ່ນ ນໍ້າ, ຜູ້ປູກ, ຜູ້ບໍລິໂພກ ແລະ ຜູ້ວາງ ນະໂຍບາຍຂອງພວກເຮົາແມ່ນຊອກ ຫາວິທີເພື່ອເຮັດໃຫ້ລະບົບການປູກ ພືດມີຄວາມຫລາກຫລາຍຂຶ້ນ. ສະນັ້ນ ການປູກທັນຍາພືດ ແມ່ນເໝາະສົມ ກັບຄວາມຕ້ອງການນີ້. ທັງທົນທານ ຕໍ່ໄພແຫ້ງແລ້ງ ແລະ ອຸນຫະພູມສູງ, ແລະ ການປ່ຽນແປງດິນຟ້າອາກາດ ອື່ນໆ, ທັນຍາພືດພືດສ່ວນຫລາຍແມ່ນ ປູກຢູ່ໃນດິນທີ່ມີຄວາມອຸດົມສົມບູນ ຕ່ໍາ, ພູດອຍ, ຊົນເຜົ່າ ແລະ ເຂດທີ່ມີຝົນ ຂອງອິນເດຍ ເຊັ່ນAndhraPradesh, Chhattisgarh, Gujarat, Haryana, Madhya Pradesh, Odisha, Rajasthan, Maharashtra, Karnataka, Uttar Pradesh, Tamil Nadu ແລະ Telangana. ຕາມຂໍ້ ມູນຂອງອົງການອາຫານ ແລະ ການ ກະເສດ, ປະລິມານການຜະລິດທັນຍາ ພືດຂອງໂລກມີປະມານ 90 ລ້ານໂຕນ, ໃນນັ້ນ ປູກຢູ່ອິນເດຍ ມີປະມານ 19 ລ້ານໂຕນ. ແນວໃດກໍດີ, ເນື່ອງຈາກການຜະ ລິດທັນຍາພືດສ່ວນຫລາຍຍັງຕ່ຳ, ຫລາຍອົງການຂອງອິນເດຍ ແລະ ສາ ກົນໄດ້ດຳເນີນວຽກງານເພື່ອຍົກສູງ ສະມັດຕະພາບການປູກພືດໂດຍການ ນຳໃຊ້ຫລາຍວິທີເພື່ອເພີ່ມຜົນຜະລິດ ໂດຍໃຊ້ແນວທາງແບບ multi-disciplinary ຕົວຢ່າງເຊັ່ນວ່າ ສະມາຄົມ Sequencing Genome Pearl Millet, ປະກອບດ້ວຍ 30 ສະຖາບັນ, ໄດ້ຖອດລະຫັດພັນທຸກໍາຂອງທັນຍາ ພືດໄຂ່ມຸກ ແລະ ກໍານົດພັນທຸກໍາທີ່ມີ ຄວາມທົນທານຕໍ່ໄພແຫ້ງແລ້ງ ແລະ ຄວາມຮ້ອນ. ການຄົ້ນຄວ້າເຫລົ່ານີ້ໄດ້ ປະກອບສ່ວນເຂົ້າໃນການພັດທະນາ ລູກປະສົມທີ່ສາມາດມີຜົນຜະລິດ ຫລາຍກວ່າເກົ່າ ແລະ ການປັບປຸງແນວ ພັນທັນຍາພືດຫລາຍຊະນິດທີ່ປູກໂດຍ ຊາວກະສິກອນໃນປະເທດອິນເດຍ. ໃນລະດັບຊາດ, ລັດຖະບານອິນ ເດຍ ໄດ້ຊຸກຍູ້ການປູກເຂົ້າຟ່າງໃນຮູບ ແບບພາລະກິດເພື່ອບັນລຸຄວາມປອດ ໄພດ້ານໂພຊະນາການ, ໂດຍປະຕິບັດ ຕາມຂໍ້ສະເໜີຂອງຄະນະກຳມະການ ສ່ວຍສາອາກອນ... ເຊັນບົດບັນທຶກ... ຂປລ. ພິທີເຊັນບົດບັນທຶກຄວາມ ເຂົ້າໃຈ ລະຫວ່າງ ສູນບໍລິຫານລັດ ດີຈິຕອນ, ກະຊວງເຕັກໂນໂລຊີແລະ ການສື່ສານ ແລະ ບໍລິສັດ ສະຕາ ໂທ ລະຄົມ ຈຳກັດ (ຢູນີເທວ) ຈັດຂຶ້ນ ໃນວັນທີ 9 ພຶດສະພາ 2023 ເພື່ອ ຮ່ວມມືຈັດຕັ້ງຜັນຂະຫຍາຍການ ຫັນເປັນດີຈິຕອນ ຂອງສູນບໍລິຫານ ລັດດີຈິຕອນ ໃນຍຸກປະຕິວັດອຸດສະ ຫະກຳ 4.0 ແນໃສ່ເຮັດໃຫ້ການ ພັດທະນາ, ການສຶກສາຄົ້ນຄວ້າ ຫັນເປັນລັດຖະບານດີຈິຕອນ ແລະ ປັບປຸງຟ້ອນພາສາລາວ ໂດຍການ ຮ່ວມລົງນາມລະຫວ່າງ ທ່ານ ບຸນມີ ມາລາວົງ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ຈຳກັດ ແລະ ທ່ານ ທະວີສັກ ມະໂນທັມ ຫົວ ໜ້າສູນບໍລິຫານລັດດິຈິຕອນ, ກະ ຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍມີ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ເຈີ່ນຈູງຮືງ ຜູ້ອໍານວຍການໃຫຍ່ ບໍລິສັດສະຕາ ສາອາກອນ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານ ສູນທອນ ສຸລິສັກ ຫົວໜ້າພະແນກຝຶກອົບຮົມກົມສ່ວຍ ສາອາກອນ ໄດ້ໃຫ້ຮູ້ວ່າ: ຊຸດຝຶກອົບ ຮົມດັ່ງກ່າວ ໄດ້ດໍາເນີນມາຄົບ 60 ວັນລັດຖະການ, ຫລັກສູດການຝຶກ ອົບຮົມມີ7ວິຊາຄື: ອາກອນລາຍໄດ້ ຈາກບຸກຄົນຜູ້ມີພູມລຳເນົາແລະບໍ່ມີ ພູມລຳເນົາ; ອາກອນລາຍໄດ້ຈຸນ ລະວິສາຫະກິດ; ດຳລັດວ່າດ້ວຍໃບ ເກັບເງິນ ແລະ ວຽກງານລາຍຮັບບໍ່ ແມ່ນພາສີ-ສ່ວຍສາອາກອນຂັ້ນ ເມືອງຄຸ້ມຄອງ; ວຽກງານຄ່າທຳ ນຽມ ແລະ ຄ່າບໍລິການ; ວຽກງານ IT ແລະ Tax RIS; ວຽກງານຄຸ້ມ ຄອງລາຍຮັບຢູ່ຂັ້ນເມືອງ ແລະ ທົບທວນຄືນອາກອນລາຍໄດ້ວິສາ ຫະກິດ, ອາກອນລາຍໄດ້ບຸກຄົນ ແລະ ຄ່າທຳນຽມຕ່າງໆ, ການຄຸ້ມ ຄອງວຽກງານສ່ວຍສາອາກອນຢູ່ ຂັ້ນເມືອງ. ພາຍຫລັງສໍາເລັດການ ຮຽນດ້ານທິດສະດີກໍມີການສອບ ເສັງຈົບຫລັກສູດ, ພ້ອມຂຽນບົດ ລາຍງານ ແລະ ປ້ອງກັນບົດລາຍ ງານຈົບຫລັກສູດ. ພາຍຫລັງສໍາເລັດການຝຶກອົບ ຮົມ ກໍໄດ້ປະເມີນຄືນໃນແຕ່ລະຫົວຂໍ້ ທີ່ໄດ້ຝຶກອົບຮົມແລະສໍາມະນາກອນ ໄດ້ຂຽນບົດເກັບກ່ຽວຈົບຫລັກສູດ, ປ້ອງກັນບົດ ແລະ ໄດ້ນໍາເອົາບົດ ຮຽນໄປນໍາໃຊ້ໃນວຽກງານວິຊາ ສະເພາະ. ທັັງນີ້, ກໍເພື່ອເຮັດໃຫ້ພະ ນັກງານສ່ວຍສາອາກອນຢູ່ຂັ້ນ ເມືອງ, ນະຄອນ, ເທສະບານໃນ ໂທລະຄົມ ຈຳກັດ, ມີຮອງລັດຖະມົນ ຕີກະຊວງເຕັກໂນໂລຊີ ແລະ ການສື່ ສານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ການຮ່ວມມືດັ່ງກ່າວ, ສອງຝ່າຍ ເອກະພາບກັນໃນຂອບເຂດການ ຮ່ວມມື 6 ເນື້ອໃນຄື: ສຶກສາຄົ້ນ ຄວ້າຫລັກການ, ເກັບກຳຂໍ້ມູນ, ວິ ເຄາະຕົວຊີ້ວັດການພັດທະນາບໍລິ ຫານ ແລະ ບໍລິການຂອງລັດ ຫລື Digital Government Index ເພື່ອຍົກປະສິດທິພາບຂອງລັດຫັນ ເປັນທັນສະໄໝ; ສຶກສາຄົ້ນຄວ້າມາດ ຕະຖານການເກັບກໍາຂໍ້ມູນຂອງລັດ ໃນລະບົບຄລາວ ພາຍໃນປະເທດ, ພ້ອມທັງຄົ້ນຄ້ວາ ນະໂຍບາຍ ແລະ ສະໜອງລະ ບົບຄລາວ ໃຫ້ບໍລິການພາກລັດ ຫລື ພາກເອກະຊົນ (Cloud Policy); ສຶກສາຄົ້ນຄວ້າ ແລະ ສະໜອງລະ ບົບຕິດຕາມ, ຄຸ້ມຄອງເອກະສານ ແລະ ການນໍາໃຊ້ລາຍເຊັນເອເລັກ ໂຕຣນິກ ໃນພາກລັດ (eOffice, e-Signature) ເພື່ອສົ່ງເສີມການ ບໍລິຫານ ແລະ ບໍລິການລັດໃຫ້ທັນ ສະໄໝ; ພັດທະນາ ແລະ ປັບປຸງ ຟອນເພັດຊະລາດ ໃຫ້ໄດ້ມາດຕະ ຖານ ແລະ ສາມາດບັນຈຸເຂົ້າໃນທຸກ ລະບົບປະຕິບັດການແລະ ອຸປະກອນ ຄອມພິວເຕີ, ມືຖື ແລະ ເຄື່ອງເອເລັກ ໂຕຣນິກອື່ນ; ພັດທະນາເນື້ອຫາ ແລະ ສົ່ງເສີມການນຳໃຊ້ LMOOC ເພື່ອໃຫ້ພະນັກງານ-ລັດຖະກອນ, ສັງຄົມສາມາດນໍາໃຊ້ ເພື່ອການສຶກ ສາດີຈິຕອນ; ເພີ່ມທະວີການຮ່ວມ ມື ເພື່ອຍົກລະດັບຄວາມຮູ້ຂອງພະ ນັກງານລັດຖະກອນ ທາງດ້ານເຕັກ ໂນໂລຊີດີຈິຕອນ ເປັນຕົ້ນການແລກ ປ່ຽນຂໍ້ມູນຂ່າວສານ, ປະສົບການ, ການພັດທະນາບຸກຄະລາກອນ, ການຈັດສຳມະນາ, ຝຶກອົບຮົມ ແລະ ກອງປະຊຸມປຶກສາຫາລື. ທ່ານ ບຸນມີ ມາລາວົງ ຮອງອຳ ນວຍການໃຫຍ່ ບໍລິສັດ ສະຕາໂທລະ ຄົມ ໄດ້ກ່າວວ່າ: ບໍລິສັດ ສະຕາ ໂທ ລະຄົມ ຈຳກັດ ເຊິ່ງມີເຄື່ອງໝາຍ ການຄ້າຢູນີເທວ, ຕະຫລອດໄລຍະ 15ປີພາຍຫລັງໄດ້ຮັບການສ້າງຕັ້ງ ໄດ້ສືບຕໍ່ພັດທະນາພື້ນຖານໂຄງ ລ່າງລະບົບເຄືອຂ່າຍໂທລະຄົມມະ ນາຄົມທີ່ນຳໃຊ້ ເຕັກໂນໂລຊີທີ່ທັນສະ ໄໝຂອງໂລກໃນຂອບເຂດທົ່ວປະ ເທດ, ໄດ້ປະກອບສ່ວນໃນການສະ ໜອງບໍລິການດ້ານໂທລະຄົມມະນາ ຄົມໃຫ້ແກ່ປະຊາຊົນລາວ ໄປຍັງ ເຂດຫ່າງໄກສອກຫລີກ ໂດຍຢຶດ ໝັ້ນວິໄສທັດ ຮັບໃຊ້ປະຊາຊົນ, ຍົກ ສູງຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ດີຂຶ້ນ ແລະປະຊາຊົນມີສ່ວນ ຮ່ວມ. ຢູນີເທວ ຍາມໃດກໍເອົາວຽກ ງານການພັດທະນາຕົນເອງເປັນໜ້າ ທີ່ສໍາຄັນ ຈົນສາມາດສາມາດຍົກ ລະດັບຕົນເອງກາຍເປັນບໍລິສັດໂທ ລະຄົມມະນາຄົມ ທີ່ນອນຢູ່ໃນລະດັບ ແຖວໜ້າຂອງ ສປປ ລາວ ກັບພື້ນທີ່ ປົກຄຸ້ມສັນຍານກວ້າງຂວາງ, ມີລະ ບົບເຄືອຂ່າຍໃຫຍ່ສຸດ ແລະ ຮັບໃຊ້ ໃຫ້ລູກຄ້າຫລາຍສຸດ. ຂ່າວ-ພາບ: ສຸກທະວີ 5 ແຂວງດັ່ງກ່າວ ມີຄວາມຮັບຮູ້, ເຂົ້າໃຈ, ສາມາດໄດ້ຍົກສູງທັກສະ, ຄວາມຮູ້, ຄວາມສາມາດ, ກໍາແໜ້ນ ໄດ້ທາງດ້ານທິດສະດີ, ຫລັກການ, ວິທີການ ແລະ ການປະຕິບັດຕົວຈິງ, ຝຶກໃຫ້ຜູ້ເຂົ້າຮ່ວມມີຄວາມຊໍານານ ໃນວຽກງານອາກອນລາຍໄດ້ ເພື່ອ ນໍາເອົາບົດຮຽນ ແລະ ນິຕິກໍາຕ່າງໆ ທີ່ໄດ້ຮຽນມາ ໄປຜັນຂະຫຍາຍເຂົ້າ ໃນວຽກງານທີ່ຕົນຮັບຜິດຊອບ ໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ ວາງໄວ້. ຂ່າວ-ພາບ: ກະຊວງການເງິນ
RkJQdWJsaXNoZXIy MTc3MTYxMQ==