xtgmf]k; 3 11/05/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຄ້ອງໃໝ່ ໂດຍ:ຢ່າຕົ່ງ; ພາບ: ຄັດທະນາມ ມູມສູງຕົວເມືອງ ແຂວງອຸດົມໄຊ c0;'v5 fq ,w- 8A '|h k9a f8A 'xt8y [a f;k]tcsj '-kf * ພາຍຫລັງທີ່ມີຄຳສັ່ງ, ແຈ້ງ ການ ແລະ ນິຕິກຳຕ່າງໆກ່ຽວກັບ ການຈັດຕັ້ງປະຕິບັດ 2 ວາລະແຫ່ງ ຊາດຂອງລັດຖະບານ, ການນຳ ແຂວງອຸດົມໄຊ ກໍໄດ້ພ້ອມກັນນຳ ເອົາຄຳສັ່ງ, ແຈ້ງການ, ນິຕິກຳຕ່າງໆ ມາຜັນຂະຫຍາຍເປັນຂອງແຂວງ ພ້ອມກັນຈັດຕັ້ງປະຕິບັດຢ່າງຕັ້ງ ໜ້າ ໂດຍສະເພາະແມ່ນວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກເສດຖະກິດການເງິນ ເຊິ່ງເປັນເວລາ 2 ປີມານີ້, ການຈັດ ຕັ້ງດັ່ງກ່າວແມ່ນມີຄວາມຄືບໜ້າ ພໍສົມຄວນ. ພົ້ນເດັ່ນສາມາດດຶງດູດ ນັກລົງທຶນລາຍໃຫຍ່ມາລົງທຶນໃສ່ ດ້ານອຸດສາຫະກຳ ໄດ້ຫລາຍໂຮງ ງານ. ດັ່ງທີ່, ທ່ານ ອ່ອນແກ້ວ ອຸ່ນອາ ລົມ ຮອງເຈົ້າແຂວງອຸດົມໄຊ ທັງ ເປັນຫົວໜ້າຄະນະຈັດຕັ້ງຜັນຂະ ຫຍາຍວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກເສດ ຖະກິດ-ການເງິນໃຫ້ຮູ້ວ່າ: ນັບແຕ່ ມີຄຳສັ່ງ, ແຈ້ງການ, ນິຕິກຳຂອງ ລັດຖະບານແລ້ວ, ສະ ເພາະແຂວງ ຕົນກໍໄດ້ນຳເອົາມາຜັນຂະຫຍາຍ ໂດຍອີງໃສ່ສະພາບແວດລ້ອມ ເງື່ອນໄຂຕົວຈິງຂອງແຂວງ. ສຳ ລັບການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງ ຍາກເສດຖະກິດການເງິນທັງແຂວງ ກໍໄດ້ວາງຫລາຍໜ້າວຽກຈຸດສຸມ ຕິດພັນກັບການສ້າງເປັນແຜນລະ ອຽດ ໂດຍສະເພາະແມ່ນແຜນອຳ ນວຍຄວາມສະດວກໃຫ້ແກ່ການ ລົງທຶນ, ສ້າງຫົວໜ່ວຍຈັດເກັບ ລາຍຮັບທີ່ຍືນຍົງໃຫ້ຫລາກຫລາຍ ແລະ ອື່ນໆ. ເປັນເວລາ 2 ປີມານີ້ ທີ່ທຸກພາກສ່ວນພວມຈັດຕັ້ງປະຕິ ບັດວາລະແຫ່ງຊາດ ທັງແຂວງກໍ ໄດ້ດຶງດູດນັກລົງທຶນລາຍໃຫຍ່ ຫລາຍໂຄງການ ໂດຍຜ່ານມາມີແຕ່ ນັກລົງທຶນດ້ານກະສິກຳ, ແຕ່ມາປັດ ຈຸບັນສາມາດດຶງດູດນັກລົງທຶນ ທາງດ້ານອຸດສາຫະກຳມາເຂົ້າມາ ສ້າງໂຮງງານຢູ່ແຂວງ ໂດຍສະ ເພາະແມ່ນໂຮງງານຜະລິດແຮ່ຊີລິ ກອມ ແລະ ແຮ່ມັງກາມ ທີ່ສ້າງຕັ້ງຢູ່ ເມືອງນາໝໍ້ ແລະ ຕາມແຜນຂອງ ບໍລິສັດ ຄາດວ່າເດືອນກໍລະກົດປີນີ້, ຈະໄດ້ໃຫ້ທົດລອງຜະລິດແຮ່ດັ່ງ ກ່າວ. ສຳລັບໂຮງງານນີ້, ເປັນໂຮງ ງານທີ່ໃຫຍ່ ໃນເບື້ອງຕົ້ນມີແຜນນຳ ເອົາແຮ່ຊີລິກອນ ແລະ ແຮ່ມັງກາມ ມາຈາກແຂວງຊຽງຂວາງ, ແຕ່ ຍ້ອນການຂົນສົ່ງມີຄວາມຫຍຸ້ງ ຍາກ ຈຶ່ງໄດ້ສຳຫລວດຢູ່ເມືອງສິງ ແລະ ເຊັນສັນຍາກັບແຂວງຫລວງ ນ້ຳທາ ເພື່ອນຳເອົາແຮ່ມາປ້ອມ ໂຮງງານກ່ອນ. ຂະນະທີ່ກຳລັງສຳ ຫລວດອີກບໍ່ໜຶ່ງຢູ່ຊາຍແດນແຂວງ ອຸດົມໄຊ ແລະ ແຂວງຫລວງພະ ບາງ. ສຳລັບແຮ່ດັ່ງກ່າວ ແມ່ນນຳ ມາຜະລິດເປັນແຜ່ນ ໂຊລາເຊວ, ໝໍ້ ໄຟລົດໄຟຟ້າ. ດັ່ງນັ້ນ, ຖ້າວ່າໂຮງ ງານໄດ້ເຄື່ອນໄຫວ ຜະລິດ ຈະເຮັດ ໃຫ້ແຂວງມີລາຍຮັບທີ່ຍືນຍົງໃນຕໍ່ ໜ້າ. ນອກຈາກນີ້, ກໍໄດ້ປັບປຸງໂຮງ ງານຊີມັງ ຢູ່ເມືອງນາໝໍ້ ທີ່ເປັນ ບັນຫາແກ່ຍາວມາຫລາຍປີແລະໄດ້ ເລີ່ມຜະລິດມາແຕ່ຕົ້ນເດືອນມີນາປີ ນີ້ແລ້ວ, ຄາດວ່າເດືອນພຶດສະພານີ້ ຈະໄດ້ເປີດຜະລິດເປັນທາງການ, ຖ້າໄດ້ເປີດເປັນທາງການຖືວ່າ ເປັນ ໂຮງງານໃຫຍ່. ພ້ອມນີ້, ກໍໄດ້ດຶງ ດູດເອົາໂຮງງານປຸງແຕ່ງແປ້ງມັນ ຕົ້ນ ເຊິ່ງປັດຈຸບັດແມ່ນໄດ້ຜະລິດ ແປ້ງມັນຕົ້ນແລ້ວ, ແຕ່ກໍໜ້າເສຍ ດາຍການປູກມັນຕົ້ນປ້ອນໂຮງງານ ດັ່ງກ່າວບໍ່ພຽງພໍຕໍ່ການຜະລິດ, ໂດຍບັນຫານີ້, ທາງແຂວງກໍມີ ແຜນລະດົມຊາວແຂວງອຸດົມໄຊ ປູກມັນຕົ້ນໃຫ້ຫລາຍຂຶ້ນກວ່າເກົ່າ ໃນປີນີ້ ເພື່ອຕອບສະໜອງໃຫ້ແກ່ ການຜະລິດຢ່າງພຽງພໍ. ຂະນະທີ່ ກໍມີບໍລິສັດໜຶ່ງ ມີແຜນກໍ່ສ້າງໂຮງ ງານຜະລິດແປ້ງມັນຕົ້ນຂຶ້ນອີກໜຶ່ງ ແຫ່ງຢູ່ເມືອງຮຸນ ເພື່ອເປັນຕະຫລາດ ຮອງຮັບຊື້ມັນຕົ້ນຈາກປະຊາຊົນ ທັງເປັນການປະກອບສ່ວນສ້າງ ວຽກເຮັດງານທຳແລະແກ້ໄຂຄວາມ ທຸກຍາກຂອງປະຊາຊົນໃຫ້ນັບມື້ ຫລຸດລົງເປັນກ້າວໆ. ທ່ານຮອງເຈົ້າແຂວງຍັງໃຫ້ຮູ້ ຕື່ມວ່າ: ນອກຈາກທີ່ກ່າວມານັ້ນ ແລ້ວ, ກໍໄດ້ສ້າງໂຮງງານຂ້າສັດ ທັນສະໄໝ ເຊິ່ງໄດ້ຮັບການຊ່ວຍ ເຫລືອຈາກກະຊວງກະສິກຳ ແລະ ປ່າໄມ້ ໂດຍໄດ້ຮັບທຶນຊ່ວຍເຫລືອ ຈາກລັດຖະບານຮົງກຣາລີ. ຂະນະ ທີ່ວຽກງານການປະຍັດກໍໄດ້ເອົາ ໃຈໃສ່ຈັດສັນລົດລັດຮັບໃຊ້ຂັ້ນ ແຂວງ, ຂັ້ນເມືອງ ໂດຍໄດ້ຂຶ້ນບັນຊີ, ກວດກາເຕັກນິກ ແລ້ວກໍຊັບຊ້ອນ ໃຫ້ບັນດາພະແນກ, ຫ້ອງການທີ່ບໍ່ມີ ກໍຊັບຊ້ອນໄປໃຫ້ ເພື່ອຮັບໃຊ້ເຂົ້າ ໃນວຽກງານສະດວກສະບາຍຂຶ້ນ ທັງໄດ້ເອົາໃຈໃສ່ຕໍ່ການຕ້ານການ ຟຸມເຟືອຍໃຊ້ຈ່າຍໂດຍບໍ່ມີເຫດມີ ຜົນ, ຫ້າມດື່ມກິນຊຸມແຊວໃນໂມງ ລັດຖະການ. ວຽກນີ້ແມ່ນໄດ້ລະດົມ ພະນັກງານ-ລັດຖະກອນເອົາໃຈ ໃສ່ຢ່າງເຂັ້ມງວດ ແລະ ວຽກງານ ອື່ນໆສຳລັບວາລະແຫ່ງຊາດວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດການເງິນກໍ ໄດ້ເອົາໃຈໃສ່ໄປພ້ອມໆກັນ. ຢ່າງໃດກໍຕາມສຳລັບບົດນີ້ ຂໍ ສະເໜີກ່ຽວກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂຄວາມຫຍຸ້ງຍາທາງດ້ານເສດ ຖະກິດການເງິນກ່ອນ ແລະ ສະບັບ ໜ້າຈຶ່ງຈະມາສະເໜີກ່ຽວກັບການ ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດຢູ່ແຂວງອຸດົມໄຊ ໃຫ້ທ່ານຜູ້ອ່ານ ຕື່ມ. 4j k'{9j k'{8uj {zuj {pt .orklk]k; ຮິບໂຮມໂດຍ: ພະກາ dko,u ]t[P[;y wo *ໃນພາສາລາວເຮົາມີຄໍາຫລາຍ ຄໍາທີ່ມີຄວາມໝາຍຄ້າຍຄືກັນ ດັ່ງ ໄດ້ນໍາເອົາມາທົບທວນນໍາກັນຜ່ານ ມາແລ້ວ, ຄໍາຊຸມນັ້ນ ບາງກໍລະນີກໍ່ ສາມາດໃຊ້ແທນກັນໄດ້ໃນບໍລິບົດ ທີ່ເໝາະສົມ, ແຕ່ບາງຄໍາກໍ່ບໍ່ນິຍົມ ໃຊ້ແທນກັນໄດ້. ສະຖາບັນຄົ້ນຄວ້າ ວິທະຍາສາດສັງຄົມແຫ່ງຊາດ ກໍາ ນົດຊື່ຄໍາຊຸມທີ່ກ່າວເຖິງເປັນຄໍາ ພ້ອງຄວາມໝາຍ. ບົດນີ້ ຈຶ່ງຂໍນໍາ ເອົາບາງຄໍາທີ່ມີຄວາມໝາຍໃກ້ຄຽງ ກັນມາທົບທວນກັນອີກເທື່ອໜຶ່ງ. ຄໍາ “ຖ່າງ” ເປັນຄໍາກໍາມະ ຫລື ກິລິຍາ ໝາຍເຖິງອາການ ຫລື ການ ກະທໍາຂອງຄົນ-ສັດ ເຮັດໃຫ້ສິ່ງ ຂອງໃດໜຶ່ງຫ່າງອອກຈາກກັນ ຫລື ໃຫ້ມີວ່າງລະຫວ່າງສອງສິ່ງກວ້າງ ອອກ ເຊັ່ນ ຖ່າງຂາ ຫລື ຈ່າງຂາ - ຂາຈ່າງ ກໍ່ວ່າ. ຄໍາ : “ຈ່າງ” ເປັນກໍາມະ ໝາຍ ເຖິງ ຖ່າງ, ແຍກ, ກາງ, ເຮັດໃຫ້ ຫ່າງອອກຈາກກັນ, ກາງຂາ ເອີ້ນ ຈ່າງຂາ. ເປັນຄໍາຄຸນນາມ ໝາຍ ເຖິງ ຄັກ, ແຈ້ງ, ຊັດ, ຟ້າຂາວດາວ ແຈ້ງ ເອີ້ນ ຈ່າງ, ຈ່າງປ່າງ ກໍ່ວ່າ. ຈ່າງປ່າງ ໝາຍເຖິງ ສະຫວ່າງ, ໂລ່ງ, ທ້ອງຟ້າບໍ່ມີເມກໝອກ ຫລື ເຝື້ອແນມໄປທິດທາງໃດກໍ່ແຈ້ງສະ ຫວ່າງເອີ້ນແຈ້ງຈ າງປ່າງ.ຈ່າງຈ໊ະ ເປັນຄໍາຄຸນນາມໝາຍເຖິງ ອາການ ຢືນຍະຂາ ເອີ້ນ ຢືນຈ່າງຈ໊ະ ຫລື ກ່າງກ໊ະ ກໍ່ວ່າ. ຄໍາ “ຕີ່” ເປັນຄໍາກໍາມະ ໝາຍ ເຖິງເຮັດໃຫ້ຈ່າງອອກ, ເຮັດໃຫ້ ຂອງສອງອັນ ທີ່ຢູ່ຕິດກັນຍະອອກ. ສ່ວນຄໍາ “ຜີ່” ກໍ່ເປັນກໍາມະ ໝາຍເຖິງປືດອອກນ້ອຍໆ,ປືດອອກ ໃຫ້ເຫັນແຕ່ໜ້ອຍດຽວ ເຊັ່ນ ຜີ່ຕາ. ສອງຄໍາທີ່ສະເໜີນໍາຫລັງນີ້ ເຖິງມີຄວາມໝາຍຄ້າຍຄື ຖ່າງ ແລະ ຈ່າງ, ແຕ່ກໍ່ບໍ່ນິຍົມໃຊ້ໃນກໍ ລະນີເຮັດໃຫ້ສິ່ງໃດໜຶ່ງຫ່າງ-ເປີດ ອອກແບບກວ້າງໆ ເຊັ່ນ ໃຊ້ ຕີ່ຕາ ແຕ່ບໍ່ໃຊ້ ຕີ່ແຄ່ງຕີ່ຂາ, ເຊັ່ນດຽວ ກັນກັບຄໍາ “ຜີ່” ກໍ່ໃຊ້ໃນລັກສະ ນະ ຄ້າຍຄືກັນກັບ “ຕີ່”, ມັກພົບການໃຊ້ ຜີ່ຕາ, ຜີ່ເບິ່ງ...ແຕ່ບໍ່ພົບໃຊ້ ຜີ່ຂາ ຜີ່ແຂນ... ດັ່ງດຽວກັນກັບຄໍາ “ຍະ” ເປັນ ຄໍາກໍາມະ ກໍ່ໝາຍເຖິງ ຫ່າງອອກ ຈາກກັນ, ຫ້ຽນອອກ, ເຊັ່ນ ຍະວ່າງ ການຂຽນໜັງສື, ຍະໃຫ້ຫ່າງກັນ... ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. ພາບປະກອບ * ວັນກໍາມະກອນສາກົນ 1 ພຶດ ສະພາຜ່ານມາບໍ່ເທົ່າໃດວັນ, ຖືວ່າ ຍັງຢູ່ໃນໄລຍະສະເຫລີມສະຫລອງ ມູນເຊື້ອວັນດັ່ງກ່າວ ໂດຍຕິດພັນ ບັນດາວຽກງານ, ຕາມສະພາບ ເງື່ອນໄຂຕົວຈິງຫລາຍຮູບແບບ ວິທີ, ມີທັງການຈັດຕັ້ງຂະບວນ ການກໍ່ຄືກິດຈະກໍາມວນຊົນ, ການ ປາຖະກະຖາມູນເຊື້ອຕິດພັນການ ເຄື່ອນໄຫວວຽກງານຕ່າງໆ, ໂດຍ ສະເພາະແມ່ນວຽກງານອົງການ ຈັດຕັ້ງກໍາມະບານ ໃນຖານະທີ່ເປັນ ຕົວແທນແຫ່ງສິດ ແລະ ຜົນປະ ໂຫຍດອັນຊອບທໍາຂອງສະມາຊິກ ກໍາມະບານ, ກໍາມະກອນ ແລະ ຊາວ ຜູ້ອອກແຮງງານໃນທົ່ວປະເທດ. ເມື່ອເວົ້າເຖິງກໍາມະກອນ ກໍ່ຄື ຊົນຊັ້ນກໍາມະກອນ, ໂດຍຍຶດໝັ້ນລັດ ທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ພັກເຮົາຍາມໃດກໍ່ຮັບ ຮູ້ວ່າຊົນຊັ້ນກໍາມະກອນ, ຊາວຜູ້ ອອກແຮງງານລາວ ແມ່ນຊັ້ນຄົນ, ກຸ່ມຄົນທີ່ມີຄວາມຕື່ນຕົວການ ເມືອງ ແລະ ມານະຈິດປະຕິວັດສູງ, ມີລະບຽບວິໄນສູງກວ່າຊົນຊັ້ນອື່ນ, ມີສະຕິຕື່ນຕົວ, ເຮັດທຸກສິ່ງຢ່າງ ເພື່ອຜົນປະໂຫຍດຂອງຊົນຊັ້ນ, ຂອງປະຊາຊົນຜູ້ອອກແຮງງານ ສູງກວ່າໝູ່, ທັງເປັນຊົນຊັ້ນທີ່ມີ ຄວາມເສຍສະລະຜົນປະໂຫຍດ ສ່ວນຕົວ ເພື່ອຜົນປະໂຫຍດສ່ວນ ລວມຫລາຍກວ່າໝູ່... ຊົນຊັ້ນກໍາມະກອນ ແລະ ຊາວ ຜູ້ອອກແຮງງານລາວກໍ່ແມ່ນຄືດັ່ງ ໄດ້ກ່າວຂ້າງເທິງ, ບັນດາມູນເຊື້ອ ອັນດີງາມໄດ້ຮັບການສືບທອດແລະ ຜັນຂະຫຍາຍສອດຄ່ອງກັບຍຸກ ສະໄໝ...ເມື່ອເປັນຄືແນວນັ້ນ ບັນ ຫາທີ່ນໍາເອົາມາແລກປ່ຽນນໍາບັນ ດາທ່ານຜູ້ອ່ານຕື່ມອີກກໍ່ແມ່ນ ພວກ ເຮົາຊົນຊັ້ນກໍາມະກອນລາວ ຕ້ອງ ພ້ອມກັນສືບຕໍ່ເຊີດຊູມູນເຊື້ອອັນດີ ງາມ ປະກອບສ່ວນຢ່າງແຂງແຮງ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ ບັນລຸຈຸດປະສົງເປົ້າໝາຍໃນແຕ່ລະ ໄລຍະຕາມທິດສັງຄົມນິຍົມ. ຊົນ ຊັ້ນກໍາມະກອນເຮົາ ຕ້ອງມີຄວາມ ເອກອ້າງທະນົງໃຈ ໃນຄຸນຄ່າແຫ່ງ ຊົນຊັ້ນກໍາມະກອນ ແລະ ຊາວຜູ້ ອອກແຮງງານລາວ ທີ່ມີຄວາມຕື່ນ ຕົວ ແລະ ມານະຈິດປະຕິວັດສູງ, ປະການສໍາຄັນໜຶ່ງແມ່ນ ຄວາມມີ ລະບຽບວິໄນ ເຊິ່ງໝາຍວ່າ ບໍ່ວ່າ ແຕ່ການປະກອບສ່ວນວຽກງານ ການລວມອັນໃດກໍ່ຕາມ ຫລື ວຽກ ງານການເຮືອນ, ຊົນຊັ້ນກໍາມະ ກອນ ເຮົາຕ້ອງສືບຕໍ່ຮັກສາໃຫ້ໄດ້ ຄຸນລັກສະນະຂອງຄວາມເປັນຜູ້ທີ່ ມີລະບຽບວິໄນເຄັ່ງຄັດ, ເຄັ່ງຄັດຕໍ່ ຕົນເອງ, ເຄັ່ງຄັດຕໍ່ຄອບຄົວ, ເຄັ່ງ ຄັດຕໍ່ສ່ວນລວມອັນເປັນປະໂຫຍດ ຂອງຄົນຈໍານວນຫລາຍ ເປັນສໍາ ຄັນ, ເຄັ່ງຄັດຕໍ່ເວລາ, ຕໍ່ການແຮງ ງານ, ລະບຽບການ ຕ່າງໆ ກໍ່ຄືກົດ ໝາຍບ້ານເມືອງ, ອັນໝາຍວ່າບໍ່ ເປັນຄົນໂລເລ, ທັງຕ້ອງສະດຸ້ງໄວ- ກ້າຫານໃນການປັບປຸງປ່ຽນແປງ ຈຸດອ່ອນຂໍ້ບົກພ່ອງຕ່າງໆ ໂດຍບໍ່ ເອົາບັນຫາເລັກນ້ອຍ ໂດຍສະເພາະ ສະພາບຫຍຸ້ງຍາກຊົ່ວຄາວຕ່າງໆ ຫລື ສະພາບລວມ ມາເປັນຂໍ້ອ້າງ ຢ່າງຂາດລະບຽບວິໄນ. ການຫັນສູ່ອຸດສາຫະກໍາ ແລະ ທັນສະໄໝ, ຄວາມມີລະບຽບວິໄນ ຍິ່ງແມ່ນຄວາມຕ້ອງການສໍາຄັນ ຍ້ອນຂະບວນການພັດທະນາ ກໍ່ຄື ບັນດາພື້ນຖານການຜະລິດມັນ ເກາະກັນເປັນຕ່ອງໂສ້, ຂາດຜູ້ໃດຜູ້ ໜຶ່ງໃນລະບົບການຜະລິດ ກໍ່ຈະເຮັດ ໃຫ້ເກີດສະພາວະສະງັກ ຫລື ຮ້າຍ ແຮງແມ່ນຢຸດຈຶ້ງ. ສົມມຸດວ່າກໍາມະ ກອນຜູ້ໃດຜູ້ໜຶ່ງໃນໂຮງງານໃດໜຶ່ງ ຂາດລະບຽບວິໄນ, ຢາກມາກໍ່ມາບໍ່ ຢາກມາກໍ່ບໍ່ມາເຮັດວຽກ ຫລື ແບບ ຄຸນລັກສະນະຄືປະສາຊາວບ້ານ ວ່າສາມມື້ດີສີ່ມື້ໄຂ້ ແມ່ນບໍ່ໄດ້ໃນຂະ ບວນການພັດທະນາ ແລະ ນັ້ນກໍ່ຖື ວ່າບໍ່ແມ່ນຊົນຊັ້ນກໍາມະກອນອັນ ແທ້ຈິງ. ໃນໂອກາດໃຫ້ກຽດພົບປະໂອ້ ລົມຄະນະນໍາຂອງສູນກາງສະ ຫະພັນກໍາມະບານລາວ, ບັນດາ ກໍາມະບານອ້ອມຂ້າງສູນກາງ ແລະ ຕົວແທນກໍາມະບານ-ຜູ້ອອກ ແຮງງານຢູ່ຫົວໜ່ວຍແຮງງານ ນະຄອນຫລວງວຽງຈັນ ໃນວັນທີ 9 ພຶດສະພາ 2023 ນັ້ນ, ທ່ານ ທອງລຸນ ສີສຸລິດ ເຂລາທິການໃຫຍ່ ຄະນະບໍໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ເນັ້ນຢໍ້າວ່າ: “ເມື່ອພວກເຮົາຮັບ ຮູ້ຕົນເອງວ່າແມ່ນຊົນຊັ້ນກໍາມະ ກອນ ແລະ ຊາວຜູ້ອອກແຮງງານ ນີ້ແລ້ວ, ຕ້ອງກໍາແໜ້ນຄັນທຸງປະ ຕິວັດຂອງພັກ, ຂອງຊົນຊັ້ນກໍາມະ ກອນໃຫ້ໄດ້ ແລະ ເດີນຕາມພັກ, ຕາມແນວທາງຂອງພັກຢ່າງເດັດ ດ່ຽວໜຽວແໜ້ນ; ຕອບຕ້ານ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ ຕ່າງໆເປັນຕົ້ນ ການສໍ້ລາດບັງ ຫລວງ, ການເສື່ອມທາດຂາດຄຸນ, ຄວາມບໍ່ເຂັ້ມງວດກວດຂັນດ້ານ ລະບຽບວິໄນ...ປະກົດການບໍ່ຢາກ ເປັນສະມາຊິກກໍາມະບານ, ບໍ່ຢາກ ເຄື່ອນໄຫວວຽກງານດັ່ງກ່າວ ແລະ ອື່ນໆ ເຊິ່ງປະກົດການເຫລົ່ານັ້ນ ລ້ວນແຕ່ບໍ່ແມ່ນທາດແທ້ຂອງຊົນ ຊັ້ນກໍາມະກອນ ແຕ່ຢ່າງໃດ”. ການມີລະບຽບແບບແຜນ, ມີ ລະບຽບວິໄນ ແມ່ນຈະນໍາສູ່ຄວາມ ສໍາເລັດໃນເປົ້າໝາຍຕ່າງໆ, ໃນ ທາງກົງກັນຂ້າມ ຖ້າຂາດລະບຽບ ວິໄນ ກໍ່ແມ່ນຈະມີແຕ່ຄວາມຫລົ້ມ ເຫລວໃນຊີວິດ ແລະ ວຽກງານ.
RkJQdWJsaXNoZXIy MTc3MTYxMQ==