lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 11/05/2023 xtgmf]k; ຍ້ອງຍໍນັກຮຽນ... ນາຍົກລັດຖະມົນຕີພົບປະ... ນາຍົກລັດຖະມົນຕີເຂົ້າຮ່ວມ... ເລຂາທິການສູນກາງພັກ... ກະຊວງປ້ອງກັນ... ຖວທ ປາຖະກະຖາ... ສປປ ລາວ ຮຽກຮ້ອງ... ຂປລ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ໃນວັນທີ 10 ພຶດສະພາ 2023 ນີ້, ຢູ່ ລາບວນບາໂຈ, ອິນໂດ ເນເຊຍ ໂດຍການເປັນປະທານຂອງ ອິນໂດເນເຊຍ ພາຍໃຕ້ຄໍາຂວັນ “ອາຊຽນມີຄວາມສໍາຄັນ: ສູນກາງ ແຫ່ງການຈະເລີນເຕີບໂຕ” ແລະ ເຂົ້າຮ່ວມກອງປະຊຸມອື່ນໆທີ່ກ່ຽວ ຂ້ອງ. ໃນກອງປະຊຸມສຸດຍອດອາ ຊຽນ ຄັ້ງທີ 42 ແບບຄົບຄະນະ, ຜູ້ ນໍາອາຊຽນ ໄດ້ມີຄວາມຍິນດີຕໍ່ ຄວາມຄືບໜ້າຂອງການຈັດຕັ້ງປະ ຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ໄດ້ປຶກສາຫາລືກ່ຽວ ກັບການສືບຕໍ່ສ້າງປະຊາຄົມອາ ຊຽນໃຫ້ເຂັ້ມແຂງ ແລະໄດ້ຮັບຊາບ ຄວາມໜ້າຂອງການຮ່າງວິໄສທັດ ປະຊາຄົມອາຊຽນ ຫລັງປີ 2025. ພ້ອມນີ້, ຜູ້ນໍາອາຊຽນ ໄດ້ປຶກສາຫາ ລືືກ່ຽວກັບການພົວພັນຮ່ວມມືອາ ຊຽນກັບພາຍນອກ ແລະ ໄດ້ຢໍ້າເຖິງ ຄວາມສໍາຄັນໃນການຮັກສາຄວາມ ເປັນແກນກາງຂອງອາຊຽນ ໃນ ໂຄງສ້າງພາກພື້ນ ໂດຍຜ່ານການ ຮ່ວມມືໃນບັນດາກົນໄກທີ່ອາຊຽນ ສ້າງຕັ້ງຂຶ້ນ; ຜູ້ນໍາອາຊຽນ ຍັງໄດ້ ເຫັນດີຈັດກອງປະຊຸມສຸດຍອດອາ ຊຽນ-ສະພາການຮ່ວມມືເຂດອ່າວ ໃນເດືອນຕຸລາ 2023 ທີ່ປະເທດ ອາຣັບບີ ຊາອູດິດ, ກອງປະຊຸມສຸດ ຍອດສະເຫລີມສະຫລອງການພົວ ພັນອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ໃນວັນທີ 16-18 ທັນວາ 2023 ທີ່ ໂຕກຽວ ແລະ ກອງປະຊຸມສຸດຍອດ ສະໄໝພິເສດ ເພື່ອສະເຫລີມສະ ຫລອງການພົວພັນອາຊຽນ-ອົດສະ ຕຣາລີ ຄົບຮອບ 50 ປີ ໃນວັນທີ 4-6 ມີນາ 2024 ທີ່ອົດສະຕຣາລີ. ໂອກາດນີ້, ຜູ້ນໍາອາຊຽນໄດ້ພົບ ປະກັບບັນດາຜູ້ຕາງໜ້າຈາກສະ ມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ ຊຶ່ງຜູ້ນໍາອາຊຽນ ໄດ້ຮັບ ຟັງການລາຍງານກ່ຽວກັບການປະ ກອບສ່ວນຂອງສະມັດຊາລັດຖະ ສະພາລະຫວ່າງຊາດອາຊຽນ ໃນ ໄລຍະຜ່ານມາ ໃນຂະບວນການ ສ້າງປະຊາຄົມອາຊຽນແລະ ບັນດາ ກິດຈະກໍາ ແລະ ບູລິມະສິດຂອງ ການເປັນປະທານສະມັດຊາລັດຖະ ສະພາລະຫວ່າງຊາດອາຊຽນຂອງ ອິນໂດເນເຊຍ ໃນປີ 2023 ພາຍໃຕ້ ຄໍາຂວັນ “ຄວາມເອົາໃຈໃສ່ຂອງ ລັດຖະສະພາ ເພື່ອປະກອບສ່ວນ ໃຫ້ອາຊຽນ ໃຫ້ມີສະຖຽນລະພາບ ແລະ ຄວາມສົມບຸນພູນສຸກ”. ໃນກອງປະຊຸມພົບປະລະຫວ່າງ ຜູ້ນໍາອາຊຽນກັບບັນດາຜູ້ຕາງໜ້າ ຮ່ວມກອງປະຊຸມສຸດຍອດຜູ້ນຳອາ ຊຽນ ເປັນຄັ້ງທຳອິດພາຍຫລັງທີ່ ທ່ານໄດ້ຮັບການເລືອກຕັ້ງໃຫ້ດຳ ລົງຕຳແໜ່ງເປັນນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ. ພ້ອມນີ້, ກໍສະ ແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ ການນຳພາອັນປີຊາສາມາດຂອງ ທ່ານ ໂຈໂກ ວິໂດໂດ ການເປັນປະ ທານອາຊຽນຂອງອິນໂດເນເຊຍ ໃນປີ 2023 ນີ້ ຈະໄດ້ຮັບຜົນສຳ ເລັດຢ່າງຈົບງາມ. ພ້ອມນີ້, ສອງ ຝ່າຍໄດ້ຕີລາຄາສູງຕໍ່ການພົວພັນ ຮ່ວມມື ລາວ-ອິນໂດເນເຊຍ ທີ່ສືບ ຕໍ່ຮັກສາໄດ້ການພົວພັນທີ່ດີນຳກັນ ຕະຫລອດມາ, ສອງຝ່າຍໄດ້ມີການ ພົບປະແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ, ໄດ້ມີການຮ່ວມ ມື ແລະ ໃຫ້ການສະໜັບສະໜູນ ຊ່ວຍເຫລືອກັນ ທັງໃນຂອບການ ຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ໃນໄລຍະຜ່ານມາ; ສອງຝ່າຍໄດ້ ເຫັນດີເປັນເອກະພາບກັນຈະເພີ່ມ ທະວີຊຸກຍູ້ການພົວພັນຮ່ວມມືກັນ ໃຫ້ຫລາຍຂຶ້ນ ເປັນຕົ້ນ ການຄ້າການລົງທຶນ, ການສົ່ງເສີມການ ຮ່ວມມືສອງຝ່າຍພາກເອກະຊົນ ດ້ານພະລັງງານເຊື້ອໄຟ, ການພັດ ທະນາໂຄງລ່າງ ການເຊື່ອມໂຍງເຊື່ອມຈອດ, ການທ່ອງທ່ຽວ ແລະ ອື່ນໆ, ຈະສືບຕໍ່ຊຸກຍູ້ພາກສ່ວນ ກ່ຽວຂ້ອງຂອງສອງຝ່າຍປະສານ ສົມທົບກັນ ເພື່ອຈັດຕັ້ງປະຕິບັດບັນ ດາຂໍ້ຕົກລົງຂອງການນຳສອງປະ ເທດ ໄດ້ເຫັນດີແລ້ວນັ້ນໃຫ້ປາກົດ ຜົນເປັນຈິງ, ມີໝາກຜົນສູງສຸດແລະ ນຳເອົາຜົນປະໂຫຍດມາສູ່ປະຊາ ຊາດສອງປະເທດ ລາວ-ອິນໂດເນ ເຊຍ; ສອງຝ່າຍເຫັນດີໃຫ້ການສະ ໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມືອາ ຊຽນ, ອາເຊັມ, ສປຊ ແລະ ອື່ນໆ ໂດຍສະເພາະການສະໜັບສະໜູນ ສປປ ລາວ ໃນການເປັນປະທານ ອາຊຽນ ໃນປີ 2024 ໃຫ້ປະສົບຜົນ ສຳເລັັດຢ່າງຈົບງາມ. ໃນວັນດຽວກັນ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຍັງໄດ້ ພົບປະສອງຝ່າຍກັບ ທ່ານ ຕາອຸລ ມາຕັນ ຣວກ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະ ໄຕ ຕີມໍແລັດສະເຕ ເຊິ່ງສອງຝ່າຍ ເຫັນດີຈະເພີ່ມທະວີການພົວພັນ ຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະອື່ນໆ ໃຫ້ ຫລາຍຂຶ້ນຕື່ມ. ພ້ອມນີ້, ກໍໄດ້ປຶກ ສາຫາລືກ່ຽວກັບການຈັດຕັ້ງກົນ ໄກການຮ່ວມມືສອງຝ່າຍ ເປັນຕົ້ນ ການຈັດກອງປະຊຸມຄະນະກຳມາ ທິການຮ່ວມວ່າດ້ວຍການຮ່ວມມື ສອງຝ່າຍ(JC), ປຶກສາຫາລືກ່ຽວ ກັບການແລກປ່ຽນທີ່ດິນເພື່ອປຸກ ສ້າງສະຖານທູດຂອງກັນ ແລະ ກັນ ເພື່ອເຮັດໜ້າທີ່ເປັນຂົວຕໍ່ລະ ຫວ່າງສອງຝ່າຍ ໂດຍສະເພາະ ການຮ່ວມມືລະຫວ່າງສອງກະຊວງ ການຕ່າງປະເທດລາວ ແລະ ຕີມໍ ແລັດສະເຕ ໃຫ້ນັບມື້ແໜ້ນແຟ້ນຍິ່ງ ຂຶ້ນໃນຕໍ່ໜ້າ. ສປປ ລາວ ໄດ້ໃຫ້ການສະໜັບ ສະໜູນ ຕີມໍ ແລັດສະເຕ ໃນການເຂົ້າ ເປັນສະມາຊິກອາຊຽນ ແລະ ຍິນດີ ຈະແລກປ່ຽນບົດຮຽນກ່ຽວກັບ ການເຂົ້າເປັນສະມາຊິກອາຊຽນ ໃຫ້ແກ່ຝ່າຍ ຕີມໍແລັດສະເຕ ເຊິ່ງຈະ ເປັນປະໂຫຍດໃນການກະກຽມ ຄວາມພ້ອມດ້ານຕ່າງໆກໍຄືການຈັດ ຕັ້ງປະຕິບັດແຜນດຳເນີນງານເພື່ອ ກ້າວໄປສູ່ການເປັນສະມາຊິກຂອງ ຄອບຄົວອາຊຽນຢ່າງສົມບູນ. ໃນຂະນະດຽວກັນ, ທ່ານ ຕາອຸລ ມາຕັນ ຣວກ ກໍໄດ້ສະແດງຄວາມ ຂອບໃຈຕໍ່ຝ່າຍລາວ ທີ່ໄດ້ໃຫ້ການ ຊ່ວຍເຫລືອແລະສະໜັບສະໜູນຕີມໍ ແລັດສະເຕ ໃນການເຂົ້າເປັນສະມາ ຊິກຂອງຄອບຄົວອາຊຽນ. ພ້ອມ ນີ້, ກໍເຫັນດີໃຫ້ມີການພົບປະແລກ ປ່ຽນການຢ້ຽມຢາມສອງຝ່າຍໃນ ໂອກາດທີ່ມີຄວາມສະດວກນຳກັນ. ຂ່າວ-ພາບ: ກຕທ 2023ນີ້, ສະຫາຍ ພົອຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ, ເລຂາທິການ ສູນກາງພັກ, ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງປ້ອງກັນປະ ເທດ ໄດ້ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ໂດຍເນັ້ນໃຫ້ແຕ່ລະພາກສ່ວນ ຈົ່ງ ເອົາໃຈໃສ່ສືບຕໍ່ສຶກສາອົບຮົມການ ເມືອງ-ແນວຄິດໃຫ້ພະນັກງານ, ທະຫານ, ຕໍາຫລວດແລະ ປະຊາຊົນ ບັນດາເຜົ່າ ທີ່ຢູ່ໃນຄວາມຮັບຜິດ ຊອບຂອງຕົນ ເປັນປົກກະຕິ; ສືບຕໍ່ ຍົກສູງຄຸນນະພາບແລະປະສິດທິຜົນ ທາງດ້ານແນວຄິດທິດສະດີ, ເຕົ້າ ໂຮມຄວາມສາມັກຄີຂອງປະຊາຊົນ ບັນດາເຜົ່າ; ຄົ້ນຄວ້າ ແລະ ກຳແໜ້ນ ທິດສະດີມາກ-ເລນິນ, ແນວຄິດປະ ທານ ໄກສອນ ພົມວິຫານ, ຍົກສູງ ຄຸນນະພາບໃນການກໍ່ສ້າງທຸກຊັ້ນ ຄົນ ໃຫ້ມີສະຕິຕື່ນຕົວ; ຢຶດໝັ້ນອຸດົມ ການຂອງພັກ, ປັບປຸງວຽກງານໂຄ ສະນາອົບຮົມໃຫ້ມີຄຸນນະພາບ, ປັບ ປຸງກົງຈັກການຈັດຕັ້ງໃຫ້ມີຄວາມ ເຂັ້ມແຂງ, ພ້ອມທັງນໍາເອົາເນື້ອ ໃນຈິດໃຈຂອງກອງປະຊຸມໃນຄັ້ງ ນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະ ຕິບັດໃຫ້ບັນລຸຜົນສໍາເລັດ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ ພ້ອມກັນຕີລາຄາ ແລະ ປະກອບຄໍາ ຄິດຄໍາເຫັນຕໍ່ກອງປະຊຸມເປັນຕົ້ນ ສະພາບແນວຄິດຂອງພະນັກງານລັດຖະກອນ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າ ຕໍ່ການ ປະກອບສ່ວນພັດທະນາ ແຂວງໄຊ ສົມບູນ ແລະ ການພັດທະນາເສດ ຖະກິດ-ສັງຄົມຂອງເມືອງ ພາຍ ຫລັງທີ່ແຂວງໄດ້ຮັບການສ້າງຕັ້ງ ຂຶ້ນ, ການຈັດຕັ້ງປະຕິບັດວຽກງານ ສຶກສາອົບຮົມ ການເມືອງ-ແນວຄິດ ແນໃສ່ແກ້ໄຂແນວຄິດຄອງເດີມ, ການກໍ່ສ້າງພັກ-ພະນັກງານ, ການ ເຕົ້າໂຮມຄວາມສາມັກຄີ, ການປະ ຕິບັດບົດບາດຍິງ-ຊາຍ, ການໃຊ້ສິດ ປ່ອນບັດເລືອກຕັ້ງ, ການປະຕິບັດ ໜ້າທີ່ວຽກງານວິຊາສະເພາະ, ວຽກ ງານຄຸ້ມຄອງພົນລະເມືອງ, ການ ເຜີຍແຜ່ກົດໝາຍກ່ຽວກັບການສ້າງ ຄອບຄົວແບບຢ່າງປະຕິບັດກົດ ໝາຍ, ການຈັດຕັ້ງປະຕິບັດການ ຮຽນ-ການສອນ, ການປ້ອງກັນພະ ຍາດຕ່າງໆ ແລະ ການຜະລິດກະສິ ກຳເປັນສິນຄ້າ ເພື່ອຮັບປະກັນໃຫ້ ບັນດາສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດຕະຫລອດຮອດ ຊາວໜຸ່ມ-ໄວໜຸ່ມ, ນ້ອງນັກຮຽນ ແລະປະຊາຊົນບັນດາເຜົ່າທົ່ວແຂວງ ໄຊສົມບູນ ໄດ້ຮັບຮູ້, ເຂົ້າໃຈຢ່າງ ເລິກເຊິ່ງຕໍ່ແນວທາງນະໂຍບາຍ ຂອງພັກ, ແຜນພັດທະນາເສດຖະ ກິດ-ສັງຄົມຂອງລັດ, ເຊື່ອໝັ້ນຕໍ່ ການນໍາພາຂອງພັກພ້ອມກັນຕັ້ງ ໜ້າປະກອບສ່ວນເຂົ້າໃນການປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ກໍຄືແຂວງໄຊສົມບູນ ໃຫ້ມີຄວາມຈະເລີນຂຶ້ນເລື້ອຍໆ. ກອງປະຊຸມດັ່ງກ່າວໄດ້ດຳເນີນ ເປັນເວລາ 2 ວັນ ໂດຍມີສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການ ສູນກາງພັກ, ຮອງເລຂາຄະນະ ພັກ, ຮອງຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ແລະ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາຄະນະບໍ ລິຫານງານພັກແຂວງ, ເຈົ້າແຂວງ ໄຊສົມບູນ ພ້ອມດ້ວຍພາກສ່ວນທີ່ ກ່ຽວຂ້ອງ ເຂົ້າຮ່ວມ. ຂ່າວ-ພາບ: ພາພອນ ນະວົງໄຊ ຈະມີສຽງເພງທັງໝົດ 104 ສຽງ, ພ້ອມທັງມີຄຳແນະນຳກ່ຽວກັບຟາຍ ສຽງທີ່ຈະໃຊ້ ແລະ ລາຍລະອຽດ ຂອງສຽງ ທັງພາສາອັງກິດ ແລະ ພາສາລາວ. ການນຳໃຊ້ສື່ດ້ານສຽງ ຈະຊ່ວຍໃຫ້ຄູລາວ ສາມາດນຳພາ ການສອນພາສາອັງກິດ ໃຫ້ນັກ ຮຽນໂດຍໃຊ້ສຽງທີ່ສົມຈິງ, ພ້ອມ ທັງເປີດໂອກາດໃຫ້ນັກຮຽນໄດ້ຟັງ ສຳນຽງພາສາອັງກິດທີ່ຫລາກ ຫລາຍແລະ ເຮັດໃຫ້ຜູ້ຮຽນມີຄວາມ ຫ້າວຫັນ ແລະ ມ່ວນຊື່ນ. ຟາຍສຽງແມ່ນຈະອັດໃສ່ ຢູເອັສບີແລະ ຈັດສົ່ງໃຫ້ແກ່ທຸກໂຮງ ຮຽນໃນ ສປປ ລາວ ເຊິ່ງສາມາດ ໃຫ້ດາວໂລດ ແລະ ຟັງໄດ້ຜ່ານ ທາງຊ່ອງທາງຢູທູບ: ວິດີໂອສໍາລັບ ການພັດທະນາຄູ ແລະຜ່ານທາງ ແພລດຟອມ ຄັງປັນຍາລາວ ຂອງ ກະຊວງສຶກສາທິການ ແລະ ກິລາ. ຊາວໜຸ່ມອາຊຽນ, ຜູ້ນໍາອາຊຽນ ໄດ້ຮັບຊາບການລາຍງານກ່ຽວກັບ ການປະກອບສ່ວນຂອງຊາວໜຸ່ມ ໃນຂະບວນການສ້າງປະຊາຄົມ ແລະ ການຈັດຕັ້ງປະຕິບັດກິດຈະ ກໍາຂອງຊາວໜຸ່ມອາຊຽນ ທີ່ຈັດຂຶ້ນ ພາຍໃຕ້ຫົວຂໍ້: “ການພັດທະນາດີຈິ ຕອນ ເພື່ອເປົ້າໝາຍການພັດທະນາ ແບບຍືນຍົງ”; ໃນການພົບປະກັບ ສະພາທີ່ປຶກສາທຸລະກິດອາຊຽນ, ຜູ້ ນໍາອາຊຽນ ໄດ້ສະແດງຄວາມຊົມ ເຊີຍສະພາທີ່ປຶກສາທຸລະກິດອາ ຊຽນທີ່ໄດ້ປະກອບສ່ວນຢ່າງຫ້າວ ຫັນ ເຂົ້າໃນການສ້າງອາຊຽນ ໃຫ້ມີ ຄວາມເຂັ້ມແຂງດ້ານເສດຖະກິດ ແລະ ເພື່ອປະກອບສ່ວນສ້າງອາ ຊຽນໃຫ້ສາມາດຮັບມືກັບສິ່ງທ້າ ທາຍຕ່າງໆ, ສາມາດແຂ່ງຂັນ ແລະ ສ້າງອາຊຽນໃຫ້ເປັນສູນກາງແຫ່ງ ການຂະຫຍາຍຕົວດ້ານເສດຖະກິດ ຂອງພາກພື້ນ; ໃນກອງປະຊຸມພົບ ປະລະຫວ່າງຜູ້ນໍາອາຊຽນກັບຄະ ນະສະເພາະກິດລະດັບສູງວ່າດ້ວຍ ວິໄສທັດປະຊາຄົມອາຊຽນ ຫລັງ ປີ 2025, ຜູ້ນໍາອາຊຽນ ໄດ້ຊົມເຊີຍ ຄວາມຄືບໜ້າຂອງການປະຕິບັດ ວຽກງານຂອງຄະນະສະເພາະກິດ ລະດັບສູງວ່າດ້ວຍວິໄສທັດປະຊາ ຄົມອາຊຽນນັບແຕ່ໄດ້ຮັບການສ້າງ ຕັ້ງໃນປີ 2022 ແລະ ໄດ້ຊຸກຍູ້ໃຫ້ ໜ່ວຍງານດັ່ງກ່າວ ສືບຕໍ່ຮ່າງວິໄສ ທັດປະຊາຄົມອາຊຽນຫລັງປີ2025 ໃຫ້ສໍາເລັດຕາມກໍານົດເວລາ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ ພົບປະສອງຝ່າຍກັບທ່ານປະທານາ ທິບໍດີອິນໂດເນເຊຍ, ທ່ານນາຍົກລັດ ຖະມົນຕີ ຕີມໍແລັດສະເຕ, ທ່ານນາ ຍົກລັດຖະມົນຕີມາເລເຊຍ, ທ່ານນາ ຍົກລັດຖະມົນຕີ ສສ ຫວຽດນາມ, ທ່ານປະທານາທິບໍດີ ຟິລິບປິນ ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ ເພື່ອສືບຕໍ່ຊຸກຍູ້ການຮ່ວມມືສອງ ຝ່າຍ. ທ່ານນາຍົກລັດຖະມົນຕີສອນໄຊ ສີພັນດອນ ພ້ອມດ້ວຍຄະນະຈະສືບ ຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ແບບວົງແຄບ ໃນວັນທີ 11 ພຶດສະພາ 2023 ແລະ ຍັງຈະໄດ້ພົບປະສອງຝ່າຍກັບຜູ້ນໍາ ຂອງປະເທດ ສະມາຊິກອາຊຽນ ອີກຈໍານວນໜຶ່ງ. ຂ່າວ-ພາບ: ກຕທ ຂປລ. ໃນກອງປະຊຸມລັດຖະມົນ ຕີ ສະພາປະຊາຄົມວັດທະນະທຳສັງຄົມອາຊຽນ ຄັ້ງທີ 29 ຈັດຂຶ້ນ ທີ່ບາຫລີ, ປະເທດອິນໂດເນເຊຍ ໃນວັນທີ 8 ພຶດສະພາ 2023 ຜ່ານ ມາ, ຄະນະຜູ້ແທນ ສປປ ລາວ ໄດ້ ຮຽກຮ້ອງໃຫ້ບັນດາປະເທດສະມາ ຊິກອາຊຽນ ແລະ ພາກສ່ວນທີ່ກ່ຽວ ຂ້ອງສືບຕໍ່ເພີ່ມທະວີການຮ່ວມ ມື ເພື່ອຫລຸດຜ່ອນຄວາມທຸກຍາກ ແລະ ຮັບປະກັນຄວາມໝັ້ນຄົງທາງ ດ້ານສະບຽງອາຫານໃນພາກພື້ນ. ທ່ານ ນາງ ສວນສະຫວັນ ວິຍະ ເກດ, ລັດຖະມົນຕີກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວແຫ່ງ ສປປ ລາວ ໄດ້ມີຄຳເຫັນ ໃນຄັ້ງນີ້ວ່າ: ການແກ້ໄຂບັນຫາ ຄວາມແຕກໂຕນ ແລະ ການຊອກ ຫາວິທີທາງແກ້ໄຂລຶບລ້າງຄວາມ ທຸກຍາກ ແລະ ຄວາມອຶດຫິວຂອງ ປະຊາຊົນ ແມ່ນວຽກງານທີ່ໜັກ ໜ່ວງຫລາຍສຳລັບອົງການໃດໜຶ່ງ ຫລື ພາກສ່ວນໃດໜຶ່ງ. ພ້ອມທັງໄດ້ ຮຽກຮ້ອງໃຫ້ບັນດາອົງການຕ່າງໆ ຈາກພາກພື້ນ ແລະ ສາກົນ ລວມ ທັງພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຮ່ວມກັນ ເພື່ອສືບຕໍ່ພັດທະນາ ແລະ ຍົກລະດັບວຽກງານດັ່ງກ່າວໃຫ້ດີ ຂຶ້ນ ເຊິ່ງຕ້ອງໄດ້ລົງທຶນທັງດ້ານງົບ ປະມານ ແລະ ການພັດທະນາຂີດ ຄວາມສາມາດຂອງບຸກຄະລະກອນ ເພື່ອຈະສາມາດນຳມາສົ່ງເສີມເຂົ້າ ໃນວຽກງານດັ່ງກ່າວໃຫ້ດີຂຶ້ນ ໃນການແກ້ໄຂບັນຫາຄວາມທຸກ ຍາກ ແລະ ຄວາມໝັ້ນຄົງທາງດ້ານ ອາຫານ ໃນພາກພື້ນ. ສປປ ລາວ ກໍເປັນໜຶ່ງໃນປະ ເທດທີ່ຈັດຢູ່ໃນປະເທດທີ່ດ້ອຍພັດ ທະນາ ເຊິ່ງລັດຖະບານກໍໄດ້ຕັ້ງ ເປົ້າໝາຍໃຫ້ປະເທດຊາດສາມາດ ຫລຸດພົ້ນອອກຈາກຄວາມທຸກຍາກ ໃຫ້ສຳເລັດພາຍໃນປີ 2026 ໂດຍ ອີງໃສ່ວາລະການພັດທະນາແບບ ຍືນຍົງ ປີ 2030 ແລະ ການຈັດຕັ້ງ ປະຕິບັດແຜນງານບັນດາປະເທດ ທີ່ດ້ອຍພັດທະນາ ແລະ ບັນດາປະ ເທດກຳລັງພັດທະນາທີ່ບໍ່ມີຊາຍ ແດນຕິດຈອດກັບທະເລ ທີ່ສອດ ຄ່ອງກັບແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ແລະ ຍຸດທະສາດການພັດທະນາ ແບບສີຂຽວ ຊຶ່ງໄດ້ກຳນົດເຂົ້າໃນ ແຜນບູລິມະສິດ ເພື່ອການພັດທະນາ ແບບຍືນຍົງ. ທ່ານລັດຖະມົນຕີກະຊວງ ຖວທ ກ່າວຕື່ມວ່າ: ສປປ ລາວ ພ້ອມ ແລ້ວ ທີ່ຈະໃຫ້ການຮ່ວມມືກັນຢ່າງໃກ້ຊິດ ກັບອິນໂດເນເຊຍ ແລະ ບັນດາປະ ເທດສະມາຊິກອາຊຽນ ເພື່ອຮັບປະ ກັນວຽກງານບູລິມະສິດອາຊຽນ ໃນປີ 2023 ໄດ້ຮັບການຈັດຕັ້ງປະ ຕິບັດຢ່າງມີຜົນສໍາເລັດ ຊຶ່ງຈະນຳ ຜົນປະໂຫຍດມາສູ່ພາກພື້ນຂອງ ພວກເຮົາ ແລະ ເປັນພື້ນຖານໃຫ້ແກ່ ສປປ ລາວ ໃນການຮັບໜ້າທີ່ການ ເປັນປະທານອາຊຽນ ໃນປີ 2024. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ຄວາມ ສຳຄັນຂອງການຮ່ວມມືໃນພາກ ພື້ນ ແລະ ສາກົນ ເພື່ອທີ່ຈະສືບຕໍ່ພັດ ທະນາສັງຄົມໃຫ້ມີຄວາມກ້າວໜ້າ ແລະ ສາມາດຜ່ານພົ້ນຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ ທີ່ໄດ້ຮັບ ຜົນກະທົບຈາກການແພ່ລະບາດ ຂອງພະຍາດໂຄວິດ-19 ເຊັ່ນ: ສິ່ງ ທ້າທາຍມາຈາກການແຂ່ງຂັນຂອງ ມະຫາອຳນາດ, ການປ່ຽນແປງ ຂອງສະພາບດິນຟ້າອາກາດ ແລະ ລາຄາສິນຄ້າ, ອາຫານ ແລະ ພະລັງ ງານທີ່ກຳລັງເພີ່ມຂຶ້ນເລື້ອຍໆ. ໃນກອງປະຊຸມລັດຖະມົນຕີສະ ພາປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 29, ຜູ້ນຳອາຊຽນ ໄດ້ເຫັນຄວາມສຳຄັນຂອງການສືບ ຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ປະ ຊາຊົນໃນເຂດຊົນນະບົດ ເພື່ອສະ ໜັບສະໜູນການພັດທະນາແບບຍືນ ຍົງແລະລຶບລ້າງຄວາມທຸກຍາກໃນ ພາກພື້ນອາຊຽນ; ກອງປະຊຸມຍັງ ໄດ້ສະໜັບສະໜູນການສະເໜີສ້າງ ຕັ້ງເຄືອຂ່າຍໝູ່ບ້ານອາຊຽນ ເພື່ອ ເສີມຂະຫຍາຍການສ້າງເຄືອຂ່າຍ ບ້ານຕໍ່ບ້ານໃຫ້ທົ່ວອາຊຽນ; ເຫັນດີ ເພີ່ມທະວີການປົກປ້ອງປະຊາຊົນ ອາຊຽນ ແລະ ຄາດຫວັງວ່າຖະ ແຫລງການອາຊຽນວ່າດ້ວຍການ ປົກປ້ອງຜູ້ອອກແຮງງານເຄື່ອນ ຍ້າຍ ແລະ ສະມາຊິກຄອບຄົວຂອງ ເຂົາເຈົ້າ ໃນສະຖານະການສຸກເສີນ ແລະ ຖະແຫລງການ ອາຊຽນ ວ່າ ດ້ວຍການຈັດຈ້າງ ແລະ ປົກປ້ອງ ແຮງງານເຄື່ອນຍ້າຍໃນເຮືອປະມົງ ຈະຖືກຮັບຮອງທີ່ກອງປະຊຸມສຸດ ຍອດຜູ້ນຳອາຊຽນ ຄັ້ງທີ 42. ກອງປະຊຸມລັດຖະມົນຕີສະພາ ປະຊາຄົມວັດທະນະທຳ-ສັງຄົມອາ ຊຽນ ໄດ້ຮັບຊາບການສືບຕໍ່ພະຍາ ຍາມ ປະຕິບັດຄຳໝາຍໝັ້ນຂອງ ອາຊຽນ ເພື່ອແກ້ໄຂວຽກງານການ ປ່ຽນແປງດິນຟ້າອາກາດລວມທັງ ຜົນສຳເລັດໃນການສ້າງຕັ້ງໜ່ວຍ ງານຄວບຄຸມມົນລະພິດໝອກຄວັນ ຂ້າມຜ່ານຊາຍແດນທີ່ເປັນການປະ ຕິບັດຕາມສັນຍາອາຊຽນວ່າດ້ວຍ ມົນລະພິດໝອກຄວັນຂ້າມຜ່ານ ຊາຍແດນ. ຂໍ້ມູນ: ກົມແຜນການແລະ ການຮ່ວມມື ສາກົນ ກະຊວງ ຖວທ ກະຊວງປ້ອງກັນປະເທດ, ວິທະຍາ ຄານ, ກອງບັນຊາການທະຫານອາ ກາດ, ກອງພັນໃຫຍ່ 703, ພາກ ສ່ວນທີ່ກ່ຽວຂ້ອງ ແລະ ພະນັກ ງານສະຖານທູດ ແລະ ພະນັກງານ ຫ້ອງການທີ່ປືກສາທູດຝ່າຍທະ ຫານຣັດເຊຍ ປະຈຳລາວ ໄດ້ເຂົ້າ ວາງພວງມາລາ ຢູ່ອະນຸສາວະລີ ນັກບິນທະຫານໂຊວຽດ ນະຄອນ ຫລວງວຽງຈັນ ໃນວັນທີ 9 ພຶດສະ ພາ 2023 ເນື່ອງໃນໂອກາດວັນໄຊ ຊະນະມະຫາສົງຄາມປ້ອງກັນປິຕຸ ພູມແຫ່ງ ສ ຣັດເຊຍ “ວັນໄຊຊະ ນະສົງຄາມໂລກຄັ້ງທີ 2“ (9/5/ 1945-9/5/2023). ການວາງພວງມາລາໃນຄັ້ງນີ້, ກໍເພື່ອເປັນການລະນຶກເຖິງບຸນຄຸນ, ຄຸນງາມຄວາມດີ, ຂອງບັນດາສະ ຫາຍນັກບິນສະຫະພາບໂຊວຽດ ທີ່ເສຍສະລະຊີວິດຢູ່ປະເທດລາວ ນັບແຕ່ປີ 1960 ຮອດປີ 1973 ໃນ ເວລາປະຕິບັດໜ້າທີ່ບິນຂົນສົ່ງໃຫ້ ການຊ່ວຍເຫລືອແກ່ປະຊາຊົນລາວ ເພື່ອຕໍ່ສູ້ປົດປ່ອຍປະເທດຊາດ ອອກ ຈາກການກົດຂີ່ຂຸດຮີດຂອງພວກ ຈັກກະພັດລ່າເມືອງຂຶ້ນໃນໄລຍະ ຜ່ານມາ. ໃນໂອກາດດຽວກັນ, ຢູ່ທີ່ອະນຸ ສາວະລີ ນັກບິນທະຫານໂຊວຽດ ແຂວງຊຽງຂວາງ ກໍໄດ້ວາງພວງ ສະມາຊິກກຳມະບານອ້ອມຂ້າງກະ ຊວງ ຖວທ ເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ໄດ້ໃຫ້ຮູ້ວ່າ: ວັນທີ 1 ພຶດສະພາ ເປັນວັນກຳມະກອນ ສາກົນ ທີ່ໄດ້ໝູນວຽນມາອີກວາລະ ໜຶ່ງ ເຊິ່ງປີນີ້ຄົບຮອບ 137 ປີ ເປັນ ວັນທີ່ມີຄວາມໝາຍສຳຄັນຢ່າງຍິ່ງ ສຳລັບຊົນຊັ້ນກຳມະກອນໃນທົ່ວ ໂລກ ເພາະເປັນມື້ແຫ່ງການເຕົ້າ ໂຮມພະລັງຂອງຊົນຊັ້ນກຳມະກອນ ຕໍ່ສູ້ກັບຊົນຊັ້ນນາຍທຶນເພື່ອທວງ ເອົາຜົນປະໂຫຍດອັນຊອບທຳຂອງ ຕົນຢູ່ໃນທົ່ວໂລກ, ໃນປີ 1764 ໄດ້ ເກີດມີຂະບວນຕໍ່ສູ້ດຸເດືອດຂອງກຳ ມະກອນ ຢູ່ປະເທດອັງກິດເພື່ອທວງ ເອົາຜົນປະໂຫຍດ ແລະ ແລກເອົາ ຄ່າແຮງງານ ຫລື ເງິນເດືອນທີ່ບໍ່ ໄດ້ຮັບຄວາມເອົາໃຈໃສ່ ດ້ານສະ ຫວັດດີການສັງຄົມແຕ່ຢ່າງໃດ ເຮັດໃຫ້ຊີວິດການເປັນຢູ່ຂອງກຳ ມະກອນ ມີຄວາມຫຍຸ້ງຍາກລຳ ບາກ, ຂະບວນລຸກຮືຂຶ້ນຂອງກຳມະ ກອນໄດ້ແຜ່ລາມເປັນບໍລິເວນ ກວ້າງໄປທົ່ວໂລກ. ມາຮອດວັນທີ1 ພຶດສະພາ 1886 ໄດ້ມີຂະບວນນັດ ຢຸດງານຄັ້ງໃຫຍ່ຂອງກໍາມະກອນ ໃນໂຮງຈັກ, ໂຮງງານ ຈຳນວນ 5.000 ກວ່າແຫ່ງ ໃນອາເມລິກາ ໂດຍໄດ້ທວງໃຫ້ນາຍທຶນຕ້ອງຍອມ ຫລຸດຜ່ອນເວລາເຮັດວຽກມື້ໜຶ່ງບໍ່ ໃຫ້ເກີນ 8 ຊົ່ວໂມງ, 8 ຊົ່ວໂມງ ໃຫ້ ໄດ້ພັກຜ່ອນ ແລະ 8 ຊົ່ວໂມງໃຫ້ໄດ້ ມີໂອກາດຮໍ່າຮຽນ, ທວງໃຫ້ນາຍ ທຶນເພີ່ມເງິນເດືອນ ແລະ ເອົາໃຈ ໃສ່ເບິ່ງແຍງຊີວິດການເປັນຢູ່ຂອງ ກຳມະກອນ. ຈາກສະພາບການຄື ແນວນັ້ນ, ໃນວັນທີ 14 ພຶດສະພາ 1889 ກອງປະຊຸມໃຫຍ່ກອມມູນິດ ສາກົນຄັ້ງທີ II ໄດ້ໄຂຂຶ້ນຢູ່ປາຣີປະ ເທດຝຣັ່ງ ເຊິ່ງໄດ້ຕົກລົງຮັບຮອງ ເອົາວັນທີ 1 ພຶດສະພາໃຫ້ກາຍເປັນ ບຸນປາງໃຫຍ່ອັນສຳຄັນຂອງຊົນ ຊັ້ນກຳມະກອນໃນທົ່ວໂລກ ແລະ ໄດ້ມີການສະຫລອງເປັນປະຈຳ ທຸກໆປີ. ພ້ອມກັນນີ້, ທ່ານ ຄຳຫລ້າ ຍອຍສາຍຄຳ ປະທານຄະນະບໍລິ ຫານງານສະຫະພັນກຳມະບານ ກະ ຊວງ ຖວທ ກໍໄດ້ຜ່ານບົດສະຫລຸບ ແຜນການເຄື່ອນໄຫວວຽກງານ ກຳມະບານ 1 ປີຜ່ານມາຂອງສະ ຫະພັນກຳມະບານກະຊວງ ຖວທ ແລະ ແຜນການເຄື່ອນໄຫວໃນຕໍ່ໜ້າ ຕື່ມອີກ. ຂ່າວ: ວຽງສະຫວັນ ພາບ: ອ່າຍຄຳ ມາລາເຊັ່ນດຽວກັນ ເຊິ່ງນຳ ໂດຍ ສະຫາຍ ພົນຕີ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພັນເອກ ອານເດຣ ລີຄາ ເຊັບ ທີ່ປືກສາທູດຝ່າຍທະຫານ ຣັດເຊຍ ປະຈຳລາວ, ມີເຈົ້າແຂວງ ຊຽງຂວາງ, ບັນດາຄະນະນຳຫ້ອງ ວ່າການກະຊວງປ້ອງກັນປະເທດ, ກົມວິທະຍາສາດ-ປະຫວັດສາດ ການທະການ, ການນຳແຂວງຊຽງ ຂວາງ, ກອງບັນຊາການທະຫານ ແຂວງ, ກອງພັນໃຫຍ່ 702, 643, ໂຮງໝໍບໍລິເວນ 101 ກອງທັບ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຂ່າວ-ພາບ: ໜັງສືພິມກອງທັບ
RkJQdWJsaXNoZXIy MTc3MTYxMQ==