5616

dt-;'xh v'da oxtgmf;k'r;',k]k 3vdkf;a ow--totlq '7k,3]d 7A 'mu 2 4;m xk4tdt4k,6 og-N v ;a ode,tdvolkdq o 7q [Iv[ 137 xu g-a o[q f[a omb dIj ;,,n za o0tspkpdkosa ogxa ofu 9y 8vo okpq d]a f4t,q o8u rq [xtz6h oextgmfgrnj vo,y f 3vdkfg0Q kIj ;,dv'xt-5 ,l5 fpvfvk-Po 7A 'mu 42 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 11.05.2023 ປີທີ 22 ສະບັບທີ 5.616 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j rh v,da ol5 ,.lj 9a f8A 'xt8y [a f 2 ;k]tcsj '-kf .sh gxa oI6 [xtme lj ;plkvkdvo 5 c0;' /b dvq [Iq ,;Pdvkdvo]kpwfh lxx ]k; IPdIh v'.sh ln [8+ grju ,mt;u dkoIj ;,,n grnj vs]5 fzj vo7;k,m5 dpkd okpq d]a f4t,q o8u g0Q kIj ;,dv'xt-5 , l5 fpvfvk-Po 7A 'mu 42 16 j vy o3fgog-p g]0kmy dkol6 odk'ra d -U oe;Pd'ko dkog,n v'{co;7y f mqj ;c0;'w-lq ,[6 o ph v'p= oa dIPo8j k'xtgmf muj [a omb d lP's]a dl6 frklkva 'dy f -A o x 5  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4 ຂປລ. ສະຖາບັນຄົ້ນຄວ້າວິທະ ຍາສາດການສຶກສາ ແລະ ສະຖານ ທູດອົດສະຕຣາລີ ປະຈຳລາວ ມອບ ໃບຍ້ອງຍໍ ໃຫ້ນັກຮຽນ 6 ນ້ອງ ທີ່ ໄດ້ຮ່ວມກັນບັນທຶກສຽງວິຊາພາ ສາອັງກິດ ສໍາລັບຫລັກສູດ ຊັ້ນ ປ5 ສະບັບປັບປຸງໃໝ່ ໃນອາທິດຜ່ານ ມາ, ຕາງໜ້າມອບ ໂດຍທ່ານ ອ່ອນແກ້ວ ນວນນະວົງ ຜູ້ອຳນວຍ ການສະຖາບັນຄົ້ນຄວ້າວິທະຍາ ສາດ ການສຶກສາ ແລະ ທ່ານ ນາງ ວາແນັດຊ້າ ເຮກາຕີ້ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ. ທ່ານ ອ່ອນແກ້ວ ນວນນະວົງ ໄດ້ໃຫ້ຮູ້ວ່າ: ຄູຊັ້ນປະຖົມຈະນຳໃຊ້ ຟາຍສຽງ ໃນການກະກຽມບົດຮຽນ ແລະ ຈະເປີດສອນໃນຫ້ອງຮຽນ ຂປລ. ຄະນະນຳກະຊວງປ້ອງ ກັນປະເທດນຳໂດຍສະຫາຍພົນໂທ ທອງລອຍ ສິລິວົງ ກຳມະການສູນ ກາງພັກ, ຮອງລັດຖະມົນຕີ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ສະ ຫາຍ ວະລາດີເມຍ ກາລີນິນ ເອກ ອັກຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມ ແຫ່ງສະຫະພັນ ຣັດເຊຍ ປະຈຳລາວ, ມີບັນດາສະຫາຍຄະ ນະນຳ 4 ກົມໃຫຍ່, ຫ້ອງວ່າການ ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດປາຖະກະຖາມູນເຊື້ອ ວັນກຳມະກອນສາກົນ ຄົບຮອບ 137 ປີ ໃນວັນທີ 10 ພຶດສະພາ 2023 ໂດຍການເປັນປະທານຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະ ທານສູນກາງສະຫະພັນກຳມະບານ ລາວ, ມີທ່ານ ວັນສີ ກົວມົວ ຮອງ ລັດຖະມົນຕີກະຊວງ ຖວທ ແລະ ຂປລ. ກົມສ່ວຍສາອາກອນກະ ຊວງການເງິນ ຮ່ວມກັບວິທະຍາ ໄລການເງິນພາກໃຕ້ ແຂວງຈຳປາ ສັກ ປິດຊຸດຝຶກອົບຮົມລົງເລິກວຽກ ງານອາກອນລາຍໄດ້ ປະຈໍາປີ 2022 ໃຫ້ພະນັກງານ-ລັດຖະກອນ ຂະແໜງສ່ວຍສາອາກອນ 5 ແຂວງ ຄື: ແຂວງສະຫວັນນະເຂດ, ຈໍາປາ ສັກ,ສາລະວັນ, ເຊກອງແລະແຂວງ ອັດຕະປື ໃນວັນທີ 8 ພຶດສະພາ ຜ່ານມາ ໂດຍມີ ທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການ ກະຊວງການເງິນ, ທ່ານສຸກກະເສີມ ສີຫານຸວົງ ຫົວໜ້າພະແນກການ ເງິນແຂວງຈໍາປາສັກ, ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍ ຊຽນ ຄັ້ງທີ 42, ພາຍໃຕ້ຄໍາຂວັນ “ອາຊຽນມີຄວາມສໍາຄັນ: ສູນກາງ ແຫ່ງການຈະເລີນເຕີບໂຕ”, ທີ່ຈະມີ ຂຶ້ນໃນວັນທີ 10-11 ພຶດສະພາ 2023, ຕາມຄໍາເຊື້ອເຊີນຂອງທ່ານ ໂຈໂກ ວີໂດໂດ ປະທານາທິບໍດີແຫ່ງ ສາທາລະນະລັດ ອິນໂດເນເຊຍ ໃນ ຖານະເປັນປະທານອາຊຽນ ປີ 2023. ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ກໍໄດ້ ພົບປະສອງຝ່າຍກັບ ທ່ານ ໂຈໂກ ວີໂດໂດປະທານາທິບໍດີແຫ່ງສາທາ ລະນະລັດ ອິນໂດເນເຊຍ. ໃນການ ພົບປະ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈເປັນ ຢ່າງຍິ່ງຕໍ່ການເຊື້ອເຊີນມາເຂົ້າ ທ່ານ ສອນໄຊ ສີພັນດອນ (ຊ້າຍ) ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມວຽກງານການເມືອງແນວຄິດທົ່ວແຂວງໄຊສົມບູນ ຄັ້ງ ທີ I ແລະ ເຜີຍແຜ່ເຊື່ອມຊຶມມະຕິ ກອງປະຊຸມວຽກງານການເມືອງແນວຄິດ ທົ່ວປະເທດ ຄັ້ງທີ V ໃນ ລະຫວ່າງວັນທີ 8-9 ພຶດສະພາ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ໂດຍກົງ ເຊິ່ງນັກຮຽນຈະສາມາດ ຟັງການເວົ້າ, ສຳນຽງທີ່ຫລາກ ຫລາຍໃນພາສາອັງກິດ ດ້ວຍສຽງ ຂອງຜູ້ທີ່ເປັນເຈົ້າຂອງພາສາໂດຍ ຜູ້ບັນທຶກສຽງໄດ້ບັນທຶກສຽງໃນ ບົດສົນທະນາ ທີ່ມີຫລາຍບົດບາດ ເພື່ອໃຫ້ບົດຮຽນມີຊີວິດຊີວາ ແລະ ສົມຈິງກັບການສົນທະນາແບບທໍາ ມະຊາດ.ນອກນີ້,ຍັງໄດ້ບັນທຶກສຽງ ຮ້ອງເພງຈຳນວນໜຶ່ງ ແລະ ການ ອ່ານສຽງ ແມ່ນເຮັດໄດ້ດີໂດຍໄດ້ ເນັ້ນການອ່ານຊ້າລົງ ແລະ ອອກ ສຽງແຕ່ລະຄໍາ ໄດ້ຢ່າງຈະແຈ້ງ ເພື່ອໃຫ້ນັກຮຽນຊັ້ນ ປ5 ຂອງ ລາວ ເຂົ້າໃຈ ແລະ ປະຕິບັດຕາມ ປຶ້ມແບບຮຽນ. ຄູ່ມືຄູວິຊາພາສາອັງກິດ ຊັ້ນ ປ5 ຂປລ. ຄະນະຜູ້ແທນຂັ້ນສູງ ຂອງລາວ ນຳໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງສະ ໜາມບິນສາກົນເມືອງລາບວນບາ ໂຈ, ສາທາລະນະລັດ ອິນໂດເນເຊຍ ໃນວັນທີ 9 ພຶດສະພາ 2023 ເພື່ອ ເຂົ້າຮ່ວມກອງປະຊຸມສຸດຍອດອາ ທ່ານ ສອນໄຊ ສີພັນດອນ (ຜູ້ທີ 5 ແຕ່ຂວາຫາຊ້າຍ) ທ່ານ ນາງ ສວນສະຫວັນ ວິຍະເກດ (ຜູ້ທີ 5 ແຕ່ຂວາຫາຊ້າຍ) ທ່ານ ນາງ ອາລີ ວົງໜໍ່ບຸນທຳ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 11/05/2023 xtgmf]k; ຍ້ອງຍໍນັກຮຽນ... ນາຍົກລັດຖະມົນຕີພົບປະ... ນາຍົກລັດຖະມົນຕີເຂົ້າຮ່ວມ... ເລຂາທິການສູນກາງພັກ... ກະຊວງປ້ອງກັນ... ຖວທ ປາຖະກະຖາ... ສປປ ລາວ ຮຽກຮ້ອງ... ຂປລ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ໃນວັນທີ 10 ພຶດສະພາ 2023 ນີ້, ຢູ່ ລາບວນບາໂຈ, ອິນໂດ ເນເຊຍ ໂດຍການເປັນປະທານຂອງ ອິນໂດເນເຊຍ ພາຍໃຕ້ຄໍາຂວັນ “ອາຊຽນມີຄວາມສໍາຄັນ: ສູນກາງ ແຫ່ງການຈະເລີນເຕີບໂຕ” ແລະ ເຂົ້າຮ່ວມກອງປະຊຸມອື່ນໆທີ່ກ່ຽວ ຂ້ອງ. ໃນກອງປະຊຸມສຸດຍອດອາ ຊຽນ ຄັ້ງທີ 42 ແບບຄົບຄະນະ, ຜູ້ ນໍາອາຊຽນ ໄດ້ມີຄວາມຍິນດີຕໍ່ ຄວາມຄືບໜ້າຂອງການຈັດຕັ້ງປະ ຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ໄດ້ປຶກສາຫາລືກ່ຽວ ກັບການສືບຕໍ່ສ້າງປະຊາຄົມອາ ຊຽນໃຫ້ເຂັ້ມແຂງ ແລະໄດ້ຮັບຊາບ ຄວາມໜ້າຂອງການຮ່າງວິໄສທັດ ປະຊາຄົມອາຊຽນ ຫລັງປີ 2025. ພ້ອມນີ້, ຜູ້ນໍາອາຊຽນ ໄດ້ປຶກສາຫາ ລືືກ່ຽວກັບການພົວພັນຮ່ວມມືອາ ຊຽນກັບພາຍນອກ ແລະ ໄດ້ຢໍ້າເຖິງ ຄວາມສໍາຄັນໃນການຮັກສາຄວາມ ເປັນແກນກາງຂອງອາຊຽນ ໃນ ໂຄງສ້າງພາກພື້ນ ໂດຍຜ່ານການ ຮ່ວມມືໃນບັນດາກົນໄກທີ່ອາຊຽນ ສ້າງຕັ້ງຂຶ້ນ; ຜູ້ນໍາອາຊຽນ ຍັງໄດ້ ເຫັນດີຈັດກອງປະຊຸມສຸດຍອດອາ ຊຽນ-ສະພາການຮ່ວມມືເຂດອ່າວ ໃນເດືອນຕຸລາ 2023 ທີ່ປະເທດ ອາຣັບບີ ຊາອູດິດ, ກອງປະຊຸມສຸດ ຍອດສະເຫລີມສະຫລອງການພົວ ພັນອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ໃນວັນທີ 16-18 ທັນວາ 2023 ທີ່ ໂຕກຽວ ແລະ ກອງປະຊຸມສຸດຍອດ ສະໄໝພິເສດ ເພື່ອສະເຫລີມສະ ຫລອງການພົວພັນອາຊຽນ-ອົດສະ ຕຣາລີ ຄົບຮອບ 50 ປີ ໃນວັນທີ 4-6 ມີນາ 2024 ທີ່ອົດສະຕຣາລີ. ໂອກາດນີ້, ຜູ້ນໍາອາຊຽນໄດ້ພົບ ປະກັບບັນດາຜູ້ຕາງໜ້າຈາກສະ ມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ ຊຶ່ງຜູ້ນໍາອາຊຽນ ໄດ້ຮັບ ຟັງການລາຍງານກ່ຽວກັບການປະ ກອບສ່ວນຂອງສະມັດຊາລັດຖະ ສະພາລະຫວ່າງຊາດອາຊຽນ ໃນ ໄລຍະຜ່ານມາ ໃນຂະບວນການ ສ້າງປະຊາຄົມອາຊຽນແລະ ບັນດາ ກິດຈະກໍາ ແລະ ບູລິມະສິດຂອງ ການເປັນປະທານສະມັດຊາລັດຖະ ສະພາລະຫວ່າງຊາດອາຊຽນຂອງ ອິນໂດເນເຊຍ ໃນປີ 2023 ພາຍໃຕ້ ຄໍາຂວັນ “ຄວາມເອົາໃຈໃສ່ຂອງ ລັດຖະສະພາ ເພື່ອປະກອບສ່ວນ ໃຫ້ອາຊຽນ ໃຫ້ມີສະຖຽນລະພາບ ແລະ ຄວາມສົມບຸນພູນສຸກ”. ໃນກອງປະຊຸມພົບປະລະຫວ່າງ ຜູ້ນໍາອາຊຽນກັບບັນດາຜູ້ຕາງໜ້າ ຮ່ວມກອງປະຊຸມສຸດຍອດຜູ້ນຳອາ ຊຽນ ເປັນຄັ້ງທຳອິດພາຍຫລັງທີ່ ທ່ານໄດ້ຮັບການເລືອກຕັ້ງໃຫ້ດຳ ລົງຕຳແໜ່ງເປັນນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ. ພ້ອມນີ້, ກໍສະ ແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ ການນຳພາອັນປີຊາສາມາດຂອງ ທ່ານ ໂຈໂກ ວິໂດໂດ ການເປັນປະ ທານອາຊຽນຂອງອິນໂດເນເຊຍ ໃນປີ 2023 ນີ້ ຈະໄດ້ຮັບຜົນສຳ ເລັດຢ່າງຈົບງາມ. ພ້ອມນີ້, ສອງ ຝ່າຍໄດ້ຕີລາຄາສູງຕໍ່ການພົວພັນ ຮ່ວມມື ລາວ-ອິນໂດເນເຊຍ ທີ່ສືບ ຕໍ່ຮັກສາໄດ້ການພົວພັນທີ່ດີນຳກັນ ຕະຫລອດມາ, ສອງຝ່າຍໄດ້ມີການ ພົບປະແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ, ໄດ້ມີການຮ່ວມ ມື ແລະ ໃຫ້ການສະໜັບສະໜູນ ຊ່ວຍເຫລືອກັນ ທັງໃນຂອບການ ຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ໃນໄລຍະຜ່ານມາ; ສອງຝ່າຍໄດ້ ເຫັນດີເປັນເອກະພາບກັນຈະເພີ່ມ ທະວີຊຸກຍູ້ການພົວພັນຮ່ວມມືກັນ ໃຫ້ຫລາຍຂຶ້ນ ເປັນຕົ້ນ ການຄ້າການລົງທຶນ, ການສົ່ງເສີມການ ຮ່ວມມືສອງຝ່າຍພາກເອກະຊົນ ດ້ານພະລັງງານເຊື້ອໄຟ, ການພັດ ທະນາໂຄງລ່າງ ການເຊື່ອມໂຍງເຊື່ອມຈອດ, ການທ່ອງທ່ຽວ ແລະ ອື່ນໆ, ຈະສືບຕໍ່ຊຸກຍູ້ພາກສ່ວນ ກ່ຽວຂ້ອງຂອງສອງຝ່າຍປະສານ ສົມທົບກັນ ເພື່ອຈັດຕັ້ງປະຕິບັດບັນ ດາຂໍ້ຕົກລົງຂອງການນຳສອງປະ ເທດ ໄດ້ເຫັນດີແລ້ວນັ້ນໃຫ້ປາກົດ ຜົນເປັນຈິງ, ມີໝາກຜົນສູງສຸດແລະ ນຳເອົາຜົນປະໂຫຍດມາສູ່ປະຊາ ຊາດສອງປະເທດ ລາວ-ອິນໂດເນ ເຊຍ; ສອງຝ່າຍເຫັນດີໃຫ້ການສະ ໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມືອາ ຊຽນ, ອາເຊັມ, ສປຊ ແລະ ອື່ນໆ ໂດຍສະເພາະການສະໜັບສະໜູນ ສປປ ລາວ ໃນການເປັນປະທານ ອາຊຽນ ໃນປີ 2024 ໃຫ້ປະສົບຜົນ ສຳເລັັດຢ່າງຈົບງາມ. ໃນວັນດຽວກັນ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຍັງໄດ້ ພົບປະສອງຝ່າຍກັບ ທ່ານ ຕາອຸລ ມາຕັນ ຣວກ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະ ໄຕ ຕີມໍແລັດສະເຕ ເຊິ່ງສອງຝ່າຍ ເຫັນດີຈະເພີ່ມທະວີການພົວພັນ ຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະອື່ນໆ ໃຫ້ ຫລາຍຂຶ້ນຕື່ມ. ພ້ອມນີ້, ກໍໄດ້ປຶກ ສາຫາລືກ່ຽວກັບການຈັດຕັ້ງກົນ ໄກການຮ່ວມມືສອງຝ່າຍ ເປັນຕົ້ນ ການຈັດກອງປະຊຸມຄະນະກຳມາ ທິການຮ່ວມວ່າດ້ວຍການຮ່ວມມື ສອງຝ່າຍ(JC), ປຶກສາຫາລືກ່ຽວ ກັບການແລກປ່ຽນທີ່ດິນເພື່ອປຸກ ສ້າງສະຖານທູດຂອງກັນ ແລະ ກັນ ເພື່ອເຮັດໜ້າທີ່ເປັນຂົວຕໍ່ລະ ຫວ່າງສອງຝ່າຍ ໂດຍສະເພາະ ການຮ່ວມມືລະຫວ່າງສອງກະຊວງ ການຕ່າງປະເທດລາວ ແລະ ຕີມໍ ແລັດສະເຕ ໃຫ້ນັບມື້ແໜ້ນແຟ້ນຍິ່ງ ຂຶ້ນໃນຕໍ່ໜ້າ. ສປປ ລາວ ໄດ້ໃຫ້ການສະໜັບ ສະໜູນ ຕີມໍ ແລັດສະເຕ ໃນການເຂົ້າ ເປັນສະມາຊິກອາຊຽນ ແລະ ຍິນດີ ຈະແລກປ່ຽນບົດຮຽນກ່ຽວກັບ ການເຂົ້າເປັນສະມາຊິກອາຊຽນ ໃຫ້ແກ່ຝ່າຍ ຕີມໍແລັດສະເຕ ເຊິ່ງຈະ ເປັນປະໂຫຍດໃນການກະກຽມ ຄວາມພ້ອມດ້ານຕ່າງໆກໍຄືການຈັດ ຕັ້ງປະຕິບັດແຜນດຳເນີນງານເພື່ອ ກ້າວໄປສູ່ການເປັນສະມາຊິກຂອງ ຄອບຄົວອາຊຽນຢ່າງສົມບູນ. ໃນຂະນະດຽວກັນ, ທ່ານ ຕາອຸລ ມາຕັນ ຣວກ ກໍໄດ້ສະແດງຄວາມ ຂອບໃຈຕໍ່ຝ່າຍລາວ ທີ່ໄດ້ໃຫ້ການ ຊ່ວຍເຫລືອແລະສະໜັບສະໜູນຕີມໍ ແລັດສະເຕ ໃນການເຂົ້າເປັນສະມາ ຊິກຂອງຄອບຄົວອາຊຽນ. ພ້ອມ ນີ້, ກໍເຫັນດີໃຫ້ມີການພົບປະແລກ ປ່ຽນການຢ້ຽມຢາມສອງຝ່າຍໃນ ໂອກາດທີ່ມີຄວາມສະດວກນຳກັນ. ຂ່າວ-ພາບ: ກຕທ 2023ນີ້, ສະຫາຍ ພົອຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ, ເລຂາທິການ ສູນກາງພັກ, ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງປ້ອງກັນປະ ເທດ ໄດ້ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ໂດຍເນັ້ນໃຫ້ແຕ່ລະພາກສ່ວນ ຈົ່ງ ເອົາໃຈໃສ່ສືບຕໍ່ສຶກສາອົບຮົມການ ເມືອງ-ແນວຄິດໃຫ້ພະນັກງານ, ທະຫານ, ຕໍາຫລວດແລະ ປະຊາຊົນ ບັນດາເຜົ່າ ທີ່ຢູ່ໃນຄວາມຮັບຜິດ ຊອບຂອງຕົນ ເປັນປົກກະຕິ; ສືບຕໍ່ ຍົກສູງຄຸນນະພາບແລະປະສິດທິຜົນ ທາງດ້ານແນວຄິດທິດສະດີ, ເຕົ້າ ໂຮມຄວາມສາມັກຄີຂອງປະຊາຊົນ ບັນດາເຜົ່າ; ຄົ້ນຄວ້າ ແລະ ກຳແໜ້ນ ທິດສະດີມາກ-ເລນິນ, ແນວຄິດປະ ທານ ໄກສອນ ພົມວິຫານ, ຍົກສູງ ຄຸນນະພາບໃນການກໍ່ສ້າງທຸກຊັ້ນ ຄົນ ໃຫ້ມີສະຕິຕື່ນຕົວ; ຢຶດໝັ້ນອຸດົມ ການຂອງພັກ, ປັບປຸງວຽກງານໂຄ ສະນາອົບຮົມໃຫ້ມີຄຸນນະພາບ, ປັບ ປຸງກົງຈັກການຈັດຕັ້ງໃຫ້ມີຄວາມ ເຂັ້ມແຂງ, ພ້ອມທັງນໍາເອົາເນື້ອ ໃນຈິດໃຈຂອງກອງປະຊຸມໃນຄັ້ງ ນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະ ຕິບັດໃຫ້ບັນລຸຜົນສໍາເລັດ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ ພ້ອມກັນຕີລາຄາ ແລະ ປະກອບຄໍາ ຄິດຄໍາເຫັນຕໍ່ກອງປະຊຸມເປັນຕົ້ນ ສະພາບແນວຄິດຂອງພະນັກງານລັດຖະກອນ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າ ຕໍ່ການ ປະກອບສ່ວນພັດທະນາ ແຂວງໄຊ ສົມບູນ ແລະ ການພັດທະນາເສດ ຖະກິດ-ສັງຄົມຂອງເມືອງ ພາຍ ຫລັງທີ່ແຂວງໄດ້ຮັບການສ້າງຕັ້ງ ຂຶ້ນ, ການຈັດຕັ້ງປະຕິບັດວຽກງານ ສຶກສາອົບຮົມ ການເມືອງ-ແນວຄິດ ແນໃສ່ແກ້ໄຂແນວຄິດຄອງເດີມ, ການກໍ່ສ້າງພັກ-ພະນັກງານ, ການ ເຕົ້າໂຮມຄວາມສາມັກຄີ, ການປະ ຕິບັດບົດບາດຍິງ-ຊາຍ, ການໃຊ້ສິດ ປ່ອນບັດເລືອກຕັ້ງ, ການປະຕິບັດ ໜ້າທີ່ວຽກງານວິຊາສະເພາະ, ວຽກ ງານຄຸ້ມຄອງພົນລະເມືອງ, ການ ເຜີຍແຜ່ກົດໝາຍກ່ຽວກັບການສ້າງ ຄອບຄົວແບບຢ່າງປະຕິບັດກົດ ໝາຍ, ການຈັດຕັ້ງປະຕິບັດການ ຮຽນ-ການສອນ, ການປ້ອງກັນພະ ຍາດຕ່າງໆ ແລະ ການຜະລິດກະສິ ກຳເປັນສິນຄ້າ ເພື່ອຮັບປະກັນໃຫ້ ບັນດາສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດຕະຫລອດຮອດ ຊາວໜຸ່ມ-ໄວໜຸ່ມ, ນ້ອງນັກຮຽນ ແລະປະຊາຊົນບັນດາເຜົ່າທົ່ວແຂວງ ໄຊສົມບູນ ໄດ້ຮັບຮູ້, ເຂົ້າໃຈຢ່າງ ເລິກເຊິ່ງຕໍ່ແນວທາງນະໂຍບາຍ ຂອງພັກ, ແຜນພັດທະນາເສດຖະ ກິດ-ສັງຄົມຂອງລັດ, ເຊື່ອໝັ້ນຕໍ່ ການນໍາພາຂອງພັກພ້ອມກັນຕັ້ງ ໜ້າປະກອບສ່ວນເຂົ້າໃນການປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ກໍຄືແຂວງໄຊສົມບູນ ໃຫ້ມີຄວາມຈະເລີນຂຶ້ນເລື້ອຍໆ. ກອງປະຊຸມດັ່ງກ່າວໄດ້ດຳເນີນ ເປັນເວລາ 2 ວັນ ໂດຍມີສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການ ສູນກາງພັກ, ຮອງເລຂາຄະນະ ພັກ, ຮອງຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ແລະ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາຄະນະບໍ ລິຫານງານພັກແຂວງ, ເຈົ້າແຂວງ ໄຊສົມບູນ ພ້ອມດ້ວຍພາກສ່ວນທີ່ ກ່ຽວຂ້ອງ ເຂົ້າຮ່ວມ. ຂ່າວ-ພາບ: ພາພອນ ນະວົງໄຊ ຈະມີສຽງເພງທັງໝົດ 104 ສຽງ, ພ້ອມທັງມີຄຳແນະນຳກ່ຽວກັບຟາຍ ສຽງທີ່ຈະໃຊ້ ແລະ ລາຍລະອຽດ ຂອງສຽງ ທັງພາສາອັງກິດ ແລະ ພາສາລາວ. ການນຳໃຊ້ສື່ດ້ານສຽງ ຈະຊ່ວຍໃຫ້ຄູລາວ ສາມາດນຳພາ ການສອນພາສາອັງກິດ ໃຫ້ນັກ ຮຽນໂດຍໃຊ້ສຽງທີ່ສົມຈິງ, ພ້ອມ ທັງເປີດໂອກາດໃຫ້ນັກຮຽນໄດ້ຟັງ ສຳນຽງພາສາອັງກິດທີ່ຫລາກ ຫລາຍແລະ ເຮັດໃຫ້ຜູ້ຮຽນມີຄວາມ ຫ້າວຫັນ ແລະ ມ່ວນຊື່ນ. ຟາຍສຽງແມ່ນຈະອັດໃສ່ ຢູເອັສບີແລະ ຈັດສົ່ງໃຫ້ແກ່ທຸກໂຮງ ຮຽນໃນ ສປປ ລາວ ເຊິ່ງສາມາດ ໃຫ້ດາວໂລດ ແລະ ຟັງໄດ້ຜ່ານ ທາງຊ່ອງທາງຢູທູບ: ວິດີໂອສໍາລັບ ການພັດທະນາຄູ ແລະຜ່ານທາງ ແພລດຟອມ ຄັງປັນຍາລາວ ຂອງ ກະຊວງສຶກສາທິການ ແລະ ກິລາ. ຊາວໜຸ່ມອາຊຽນ, ຜູ້ນໍາອາຊຽນ ໄດ້ຮັບຊາບການລາຍງານກ່ຽວກັບ ການປະກອບສ່ວນຂອງຊາວໜຸ່ມ ໃນຂະບວນການສ້າງປະຊາຄົມ ແລະ ການຈັດຕັ້ງປະຕິບັດກິດຈະ ກໍາຂອງຊາວໜຸ່ມອາຊຽນ ທີ່ຈັດຂຶ້ນ ພາຍໃຕ້ຫົວຂໍ້: “ການພັດທະນາດີຈິ ຕອນ ເພື່ອເປົ້າໝາຍການພັດທະນາ ແບບຍືນຍົງ”; ໃນການພົບປະກັບ ສະພາທີ່ປຶກສາທຸລະກິດອາຊຽນ, ຜູ້ ນໍາອາຊຽນ ໄດ້ສະແດງຄວາມຊົມ ເຊີຍສະພາທີ່ປຶກສາທຸລະກິດອາ ຊຽນທີ່ໄດ້ປະກອບສ່ວນຢ່າງຫ້າວ ຫັນ ເຂົ້າໃນການສ້າງອາຊຽນ ໃຫ້ມີ ຄວາມເຂັ້ມແຂງດ້ານເສດຖະກິດ ແລະ ເພື່ອປະກອບສ່ວນສ້າງອາ ຊຽນໃຫ້ສາມາດຮັບມືກັບສິ່ງທ້າ ທາຍຕ່າງໆ, ສາມາດແຂ່ງຂັນ ແລະ ສ້າງອາຊຽນໃຫ້ເປັນສູນກາງແຫ່ງ ການຂະຫຍາຍຕົວດ້ານເສດຖະກິດ ຂອງພາກພື້ນ; ໃນກອງປະຊຸມພົບ ປະລະຫວ່າງຜູ້ນໍາອາຊຽນກັບຄະ ນະສະເພາະກິດລະດັບສູງວ່າດ້ວຍ ວິໄສທັດປະຊາຄົມອາຊຽນ ຫລັງ ປີ 2025, ຜູ້ນໍາອາຊຽນ ໄດ້ຊົມເຊີຍ ຄວາມຄືບໜ້າຂອງການປະຕິບັດ ວຽກງານຂອງຄະນະສະເພາະກິດ ລະດັບສູງວ່າດ້ວຍວິໄສທັດປະຊາ ຄົມອາຊຽນນັບແຕ່ໄດ້ຮັບການສ້າງ ຕັ້ງໃນປີ 2022 ແລະ ໄດ້ຊຸກຍູ້ໃຫ້ ໜ່ວຍງານດັ່ງກ່າວ ສືບຕໍ່ຮ່າງວິໄສ ທັດປະຊາຄົມອາຊຽນຫລັງປີ2025 ໃຫ້ສໍາເລັດຕາມກໍານົດເວລາ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ ພົບປະສອງຝ່າຍກັບທ່ານປະທານາ ທິບໍດີອິນໂດເນເຊຍ, ທ່ານນາຍົກລັດ ຖະມົນຕີ ຕີມໍແລັດສະເຕ, ທ່ານນາ ຍົກລັດຖະມົນຕີມາເລເຊຍ, ທ່ານນາ ຍົກລັດຖະມົນຕີ ສສ ຫວຽດນາມ, ທ່ານປະທານາທິບໍດີ ຟິລິບປິນ ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ ເພື່ອສືບຕໍ່ຊຸກຍູ້ການຮ່ວມມືສອງ ຝ່າຍ. ທ່ານນາຍົກລັດຖະມົນຕີສອນໄຊ ສີພັນດອນ ພ້ອມດ້ວຍຄະນະຈະສືບ ຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ແບບວົງແຄບ ໃນວັນທີ 11 ພຶດສະພາ 2023 ແລະ ຍັງຈະໄດ້ພົບປະສອງຝ່າຍກັບຜູ້ນໍາ ຂອງປະເທດ ສະມາຊິກອາຊຽນ ອີກຈໍານວນໜຶ່ງ. ຂ່າວ-ພາບ: ກຕທ ຂປລ. ໃນກອງປະຊຸມລັດຖະມົນ ຕີ ສະພາປະຊາຄົມວັດທະນະທຳສັງຄົມອາຊຽນ ຄັ້ງທີ 29 ຈັດຂຶ້ນ ທີ່ບາຫລີ, ປະເທດອິນໂດເນເຊຍ ໃນວັນທີ 8 ພຶດສະພາ 2023 ຜ່ານ ມາ, ຄະນະຜູ້ແທນ ສປປ ລາວ ໄດ້ ຮຽກຮ້ອງໃຫ້ບັນດາປະເທດສະມາ ຊິກອາຊຽນ ແລະ ພາກສ່ວນທີ່ກ່ຽວ ຂ້ອງສືບຕໍ່ເພີ່ມທະວີການຮ່ວມ ມື ເພື່ອຫລຸດຜ່ອນຄວາມທຸກຍາກ ແລະ ຮັບປະກັນຄວາມໝັ້ນຄົງທາງ ດ້ານສະບຽງອາຫານໃນພາກພື້ນ. ທ່ານ ນາງ ສວນສະຫວັນ ວິຍະ ເກດ, ລັດຖະມົນຕີກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວແຫ່ງ ສປປ ລາວ ໄດ້ມີຄຳເຫັນ ໃນຄັ້ງນີ້ວ່າ: ການແກ້ໄຂບັນຫາ ຄວາມແຕກໂຕນ ແລະ ການຊອກ ຫາວິທີທາງແກ້ໄຂລຶບລ້າງຄວາມ ທຸກຍາກ ແລະ ຄວາມອຶດຫິວຂອງ ປະຊາຊົນ ແມ່ນວຽກງານທີ່ໜັກ ໜ່ວງຫລາຍສຳລັບອົງການໃດໜຶ່ງ ຫລື ພາກສ່ວນໃດໜຶ່ງ. ພ້ອມທັງໄດ້ ຮຽກຮ້ອງໃຫ້ບັນດາອົງການຕ່າງໆ ຈາກພາກພື້ນ ແລະ ສາກົນ ລວມ ທັງພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຮ່ວມກັນ ເພື່ອສືບຕໍ່ພັດທະນາ ແລະ ຍົກລະດັບວຽກງານດັ່ງກ່າວໃຫ້ດີ ຂຶ້ນ ເຊິ່ງຕ້ອງໄດ້ລົງທຶນທັງດ້ານງົບ ປະມານ ແລະ ການພັດທະນາຂີດ ຄວາມສາມາດຂອງບຸກຄະລະກອນ ເພື່ອຈະສາມາດນຳມາສົ່ງເສີມເຂົ້າ ໃນວຽກງານດັ່ງກ່າວໃຫ້ດີຂຶ້ນ ໃນການແກ້ໄຂບັນຫາຄວາມທຸກ ຍາກ ແລະ ຄວາມໝັ້ນຄົງທາງດ້ານ ອາຫານ ໃນພາກພື້ນ. ສປປ ລາວ ກໍເປັນໜຶ່ງໃນປະ ເທດທີ່ຈັດຢູ່ໃນປະເທດທີ່ດ້ອຍພັດ ທະນາ ເຊິ່ງລັດຖະບານກໍໄດ້ຕັ້ງ ເປົ້າໝາຍໃຫ້ປະເທດຊາດສາມາດ ຫລຸດພົ້ນອອກຈາກຄວາມທຸກຍາກ ໃຫ້ສຳເລັດພາຍໃນປີ 2026 ໂດຍ ອີງໃສ່ວາລະການພັດທະນາແບບ ຍືນຍົງ ປີ 2030 ແລະ ການຈັດຕັ້ງ ປະຕິບັດແຜນງານບັນດາປະເທດ ທີ່ດ້ອຍພັດທະນາ ແລະ ບັນດາປະ ເທດກຳລັງພັດທະນາທີ່ບໍ່ມີຊາຍ ແດນຕິດຈອດກັບທະເລ ທີ່ສອດ ຄ່ອງກັບແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ແລະ ຍຸດທະສາດການພັດທະນາ ແບບສີຂຽວ ຊຶ່ງໄດ້ກຳນົດເຂົ້າໃນ ແຜນບູລິມະສິດ ເພື່ອການພັດທະນາ ແບບຍືນຍົງ. ທ່ານລັດຖະມົນຕີກະຊວງ ຖວທ ກ່າວຕື່ມວ່າ: ສປປ ລາວ ພ້ອມ ແລ້ວ ທີ່ຈະໃຫ້ການຮ່ວມມືກັນຢ່າງໃກ້ຊິດ ກັບອິນໂດເນເຊຍ ແລະ ບັນດາປະ ເທດສະມາຊິກອາຊຽນ ເພື່ອຮັບປະ ກັນວຽກງານບູລິມະສິດອາຊຽນ ໃນປີ 2023 ໄດ້ຮັບການຈັດຕັ້ງປະ ຕິບັດຢ່າງມີຜົນສໍາເລັດ ຊຶ່ງຈະນຳ ຜົນປະໂຫຍດມາສູ່ພາກພື້ນຂອງ ພວກເຮົາ ແລະ ເປັນພື້ນຖານໃຫ້ແກ່ ສປປ ລາວ ໃນການຮັບໜ້າທີ່ການ ເປັນປະທານອາຊຽນ ໃນປີ 2024. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ຄວາມ ສຳຄັນຂອງການຮ່ວມມືໃນພາກ ພື້ນ ແລະ ສາກົນ ເພື່ອທີ່ຈະສືບຕໍ່ພັດ ທະນາສັງຄົມໃຫ້ມີຄວາມກ້າວໜ້າ ແລະ ສາມາດຜ່ານພົ້ນຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ ທີ່ໄດ້ຮັບ ຜົນກະທົບຈາກການແພ່ລະບາດ ຂອງພະຍາດໂຄວິດ-19 ເຊັ່ນ: ສິ່ງ ທ້າທາຍມາຈາກການແຂ່ງຂັນຂອງ ມະຫາອຳນາດ, ການປ່ຽນແປງ ຂອງສະພາບດິນຟ້າອາກາດ ແລະ ລາຄາສິນຄ້າ, ອາຫານ ແລະ ພະລັງ ງານທີ່ກຳລັງເພີ່ມຂຶ້ນເລື້ອຍໆ. ໃນກອງປະຊຸມລັດຖະມົນຕີສະ ພາປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 29, ຜູ້ນຳອາຊຽນ ໄດ້ເຫັນຄວາມສຳຄັນຂອງການສືບ ຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ປະ ຊາຊົນໃນເຂດຊົນນະບົດ ເພື່ອສະ ໜັບສະໜູນການພັດທະນາແບບຍືນ ຍົງແລະລຶບລ້າງຄວາມທຸກຍາກໃນ ພາກພື້ນອາຊຽນ; ກອງປະຊຸມຍັງ ໄດ້ສະໜັບສະໜູນການສະເໜີສ້າງ ຕັ້ງເຄືອຂ່າຍໝູ່ບ້ານອາຊຽນ ເພື່ອ ເສີມຂະຫຍາຍການສ້າງເຄືອຂ່າຍ ບ້ານຕໍ່ບ້ານໃຫ້ທົ່ວອາຊຽນ; ເຫັນດີ ເພີ່ມທະວີການປົກປ້ອງປະຊາຊົນ ອາຊຽນ ແລະ ຄາດຫວັງວ່າຖະ ແຫລງການອາຊຽນວ່າດ້ວຍການ ປົກປ້ອງຜູ້ອອກແຮງງານເຄື່ອນ ຍ້າຍ ແລະ ສະມາຊິກຄອບຄົວຂອງ ເຂົາເຈົ້າ ໃນສະຖານະການສຸກເສີນ ແລະ ຖະແຫລງການ ອາຊຽນ ວ່າ ດ້ວຍການຈັດຈ້າງ ແລະ ປົກປ້ອງ ແຮງງານເຄື່ອນຍ້າຍໃນເຮືອປະມົງ ຈະຖືກຮັບຮອງທີ່ກອງປະຊຸມສຸດ ຍອດຜູ້ນຳອາຊຽນ ຄັ້ງທີ 42. ກອງປະຊຸມລັດຖະມົນຕີສະພາ ປະຊາຄົມວັດທະນະທຳ-ສັງຄົມອາ ຊຽນ ໄດ້ຮັບຊາບການສືບຕໍ່ພະຍາ ຍາມ ປະຕິບັດຄຳໝາຍໝັ້ນຂອງ ອາຊຽນ ເພື່ອແກ້ໄຂວຽກງານການ ປ່ຽນແປງດິນຟ້າອາກາດລວມທັງ ຜົນສຳເລັດໃນການສ້າງຕັ້ງໜ່ວຍ ງານຄວບຄຸມມົນລະພິດໝອກຄວັນ ຂ້າມຜ່ານຊາຍແດນທີ່ເປັນການປະ ຕິບັດຕາມສັນຍາອາຊຽນວ່າດ້ວຍ ມົນລະພິດໝອກຄວັນຂ້າມຜ່ານ ຊາຍແດນ. ຂໍ້ມູນ: ກົມແຜນການແລະ ການຮ່ວມມື ສາກົນ ກະຊວງ ຖວທ ກະຊວງປ້ອງກັນປະເທດ, ວິທະຍາ ຄານ, ກອງບັນຊາການທະຫານອາ ກາດ, ກອງພັນໃຫຍ່ 703, ພາກ ສ່ວນທີ່ກ່ຽວຂ້ອງ ແລະ ພະນັກ ງານສະຖານທູດ ແລະ ພະນັກງານ ຫ້ອງການທີ່ປືກສາທູດຝ່າຍທະ ຫານຣັດເຊຍ ປະຈຳລາວ ໄດ້ເຂົ້າ ວາງພວງມາລາ ຢູ່ອະນຸສາວະລີ ນັກບິນທະຫານໂຊວຽດ ນະຄອນ ຫລວງວຽງຈັນ ໃນວັນທີ 9 ພຶດສະ ພາ 2023 ເນື່ອງໃນໂອກາດວັນໄຊ ຊະນະມະຫາສົງຄາມປ້ອງກັນປິຕຸ ພູມແຫ່ງ ສ ຣັດເຊຍ “ວັນໄຊຊະ ນະສົງຄາມໂລກຄັ້ງທີ 2“ (9/5/ 1945-9/5/2023). ການວາງພວງມາລາໃນຄັ້ງນີ້, ກໍເພື່ອເປັນການລະນຶກເຖິງບຸນຄຸນ, ຄຸນງາມຄວາມດີ, ຂອງບັນດາສະ ຫາຍນັກບິນສະຫະພາບໂຊວຽດ ທີ່ເສຍສະລະຊີວິດຢູ່ປະເທດລາວ ນັບແຕ່ປີ 1960 ຮອດປີ 1973 ໃນ ເວລາປະຕິບັດໜ້າທີ່ບິນຂົນສົ່ງໃຫ້ ການຊ່ວຍເຫລືອແກ່ປະຊາຊົນລາວ ເພື່ອຕໍ່ສູ້ປົດປ່ອຍປະເທດຊາດ ອອກ ຈາກການກົດຂີ່ຂຸດຮີດຂອງພວກ ຈັກກະພັດລ່າເມືອງຂຶ້ນໃນໄລຍະ ຜ່ານມາ. ໃນໂອກາດດຽວກັນ, ຢູ່ທີ່ອະນຸ ສາວະລີ ນັກບິນທະຫານໂຊວຽດ ແຂວງຊຽງຂວາງ ກໍໄດ້ວາງພວງ ສະມາຊິກກຳມະບານອ້ອມຂ້າງກະ ຊວງ ຖວທ ເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ໄດ້ໃຫ້ຮູ້ວ່າ: ວັນທີ 1 ພຶດສະພາ ເປັນວັນກຳມະກອນ ສາກົນ ທີ່ໄດ້ໝູນວຽນມາອີກວາລະ ໜຶ່ງ ເຊິ່ງປີນີ້ຄົບຮອບ 137 ປີ ເປັນ ວັນທີ່ມີຄວາມໝາຍສຳຄັນຢ່າງຍິ່ງ ສຳລັບຊົນຊັ້ນກຳມະກອນໃນທົ່ວ ໂລກ ເພາະເປັນມື້ແຫ່ງການເຕົ້າ ໂຮມພະລັງຂອງຊົນຊັ້ນກຳມະກອນ ຕໍ່ສູ້ກັບຊົນຊັ້ນນາຍທຶນເພື່ອທວງ ເອົາຜົນປະໂຫຍດອັນຊອບທຳຂອງ ຕົນຢູ່ໃນທົ່ວໂລກ, ໃນປີ 1764 ໄດ້ ເກີດມີຂະບວນຕໍ່ສູ້ດຸເດືອດຂອງກຳ ມະກອນ ຢູ່ປະເທດອັງກິດເພື່ອທວງ ເອົາຜົນປະໂຫຍດ ແລະ ແລກເອົາ ຄ່າແຮງງານ ຫລື ເງິນເດືອນທີ່ບໍ່ ໄດ້ຮັບຄວາມເອົາໃຈໃສ່ ດ້ານສະ ຫວັດດີການສັງຄົມແຕ່ຢ່າງໃດ ເຮັດໃຫ້ຊີວິດການເປັນຢູ່ຂອງກຳ ມະກອນ ມີຄວາມຫຍຸ້ງຍາກລຳ ບາກ, ຂະບວນລຸກຮືຂຶ້ນຂອງກຳມະ ກອນໄດ້ແຜ່ລາມເປັນບໍລິເວນ ກວ້າງໄປທົ່ວໂລກ. ມາຮອດວັນທີ1 ພຶດສະພາ 1886 ໄດ້ມີຂະບວນນັດ ຢຸດງານຄັ້ງໃຫຍ່ຂອງກໍາມະກອນ ໃນໂຮງຈັກ, ໂຮງງານ ຈຳນວນ 5.000 ກວ່າແຫ່ງ ໃນອາເມລິກາ ໂດຍໄດ້ທວງໃຫ້ນາຍທຶນຕ້ອງຍອມ ຫລຸດຜ່ອນເວລາເຮັດວຽກມື້ໜຶ່ງບໍ່ ໃຫ້ເກີນ 8 ຊົ່ວໂມງ, 8 ຊົ່ວໂມງ ໃຫ້ ໄດ້ພັກຜ່ອນ ແລະ 8 ຊົ່ວໂມງໃຫ້ໄດ້ ມີໂອກາດຮໍ່າຮຽນ, ທວງໃຫ້ນາຍ ທຶນເພີ່ມເງິນເດືອນ ແລະ ເອົາໃຈ ໃສ່ເບິ່ງແຍງຊີວິດການເປັນຢູ່ຂອງ ກຳມະກອນ. ຈາກສະພາບການຄື ແນວນັ້ນ, ໃນວັນທີ 14 ພຶດສະພາ 1889 ກອງປະຊຸມໃຫຍ່ກອມມູນິດ ສາກົນຄັ້ງທີ II ໄດ້ໄຂຂຶ້ນຢູ່ປາຣີປະ ເທດຝຣັ່ງ ເຊິ່ງໄດ້ຕົກລົງຮັບຮອງ ເອົາວັນທີ 1 ພຶດສະພາໃຫ້ກາຍເປັນ ບຸນປາງໃຫຍ່ອັນສຳຄັນຂອງຊົນ ຊັ້ນກຳມະກອນໃນທົ່ວໂລກ ແລະ ໄດ້ມີການສະຫລອງເປັນປະຈຳ ທຸກໆປີ. ພ້ອມກັນນີ້, ທ່ານ ຄຳຫລ້າ ຍອຍສາຍຄຳ ປະທານຄະນະບໍລິ ຫານງານສະຫະພັນກຳມະບານ ກະ ຊວງ ຖວທ ກໍໄດ້ຜ່ານບົດສະຫລຸບ ແຜນການເຄື່ອນໄຫວວຽກງານ ກຳມະບານ 1 ປີຜ່ານມາຂອງສະ ຫະພັນກຳມະບານກະຊວງ ຖວທ ແລະ ແຜນການເຄື່ອນໄຫວໃນຕໍ່ໜ້າ ຕື່ມອີກ. ຂ່າວ: ວຽງສະຫວັນ ພາບ: ອ່າຍຄຳ ມາລາເຊັ່ນດຽວກັນ ເຊິ່ງນຳ ໂດຍ ສະຫາຍ ພົນຕີ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພັນເອກ ອານເດຣ ລີຄາ ເຊັບ ທີ່ປືກສາທູດຝ່າຍທະຫານ ຣັດເຊຍ ປະຈຳລາວ, ມີເຈົ້າແຂວງ ຊຽງຂວາງ, ບັນດາຄະນະນຳຫ້ອງ ວ່າການກະຊວງປ້ອງກັນປະເທດ, ກົມວິທະຍາສາດ-ປະຫວັດສາດ ການທະການ, ການນຳແຂວງຊຽງ ຂວາງ, ກອງບັນຊາການທະຫານ ແຂວງ, ກອງພັນໃຫຍ່ 702, 643, ໂຮງໝໍບໍລິເວນ 101 ກອງທັບ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຂ່າວ-ພາບ: ໜັງສືພິມກອງທັບ

xtgmf]k; 3 11/05/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຄ້ອງໃໝ່ ໂດຍ:ຢ່າຕົ່ງ; ພາບ: ຄັດທະນາມ ມູມສູງຕົວເມືອງ ແຂວງອຸດົມໄຊ c0;'v5 fq ,w- 8A '|h k9a f8A 'xt8y [a f;k]tcsj '-kf * ພາຍຫລັງທີ່ມີຄຳສັ່ງ, ແຈ້ງ ການ ແລະ ນິຕິກຳຕ່າງໆກ່ຽວກັບ ການຈັດຕັ້ງປະຕິບັດ 2 ວາລະແຫ່ງ ຊາດຂອງລັດຖະບານ, ການນຳ ແຂວງອຸດົມໄຊ ກໍໄດ້ພ້ອມກັນນຳ ເອົາຄຳສັ່ງ, ແຈ້ງການ, ນິຕິກຳຕ່າງໆ ມາຜັນຂະຫຍາຍເປັນຂອງແຂວງ ພ້ອມກັນຈັດຕັ້ງປະຕິບັດຢ່າງຕັ້ງ ໜ້າ ໂດຍສະເພາະແມ່ນວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກເສດຖະກິດການເງິນ ເຊິ່ງເປັນເວລາ 2 ປີມານີ້, ການຈັດ ຕັ້ງດັ່ງກ່າວແມ່ນມີຄວາມຄືບໜ້າ ພໍສົມຄວນ. ພົ້ນເດັ່ນສາມາດດຶງດູດ ນັກລົງທຶນລາຍໃຫຍ່ມາລົງທຶນໃສ່ ດ້ານອຸດສາຫະກຳ ໄດ້ຫລາຍໂຮງ ງານ. ດັ່ງທີ່, ທ່ານ ອ່ອນແກ້ວ ອຸ່ນອາ ລົມ ຮອງເຈົ້າແຂວງອຸດົມໄຊ ທັງ ເປັນຫົວໜ້າຄະນະຈັດຕັ້ງຜັນຂະ ຫຍາຍວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກເສດ ຖະກິດ-ການເງິນໃຫ້ຮູ້ວ່າ: ນັບແຕ່ ມີຄຳສັ່ງ, ແຈ້ງການ, ນິຕິກຳຂອງ ລັດຖະບານແລ້ວ, ສະ ເພາະແຂວງ ຕົນກໍໄດ້ນຳເອົາມາຜັນຂະຫຍາຍ ໂດຍອີງໃສ່ສະພາບແວດລ້ອມ ເງື່ອນໄຂຕົວຈິງຂອງແຂວງ. ສຳ ລັບການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງ ຍາກເສດຖະກິດການເງິນທັງແຂວງ ກໍໄດ້ວາງຫລາຍໜ້າວຽກຈຸດສຸມ ຕິດພັນກັບການສ້າງເປັນແຜນລະ ອຽດ ໂດຍສະເພາະແມ່ນແຜນອຳ ນວຍຄວາມສະດວກໃຫ້ແກ່ການ ລົງທຶນ, ສ້າງຫົວໜ່ວຍຈັດເກັບ ລາຍຮັບທີ່ຍືນຍົງໃຫ້ຫລາກຫລາຍ ແລະ ອື່ນໆ. ເປັນເວລາ 2 ປີມານີ້ ທີ່ທຸກພາກສ່ວນພວມຈັດຕັ້ງປະຕິ ບັດວາລະແຫ່ງຊາດ ທັງແຂວງກໍ ໄດ້ດຶງດູດນັກລົງທຶນລາຍໃຫຍ່ ຫລາຍໂຄງການ ໂດຍຜ່ານມາມີແຕ່ ນັກລົງທຶນດ້ານກະສິກຳ, ແຕ່ມາປັດ ຈຸບັນສາມາດດຶງດູດນັກລົງທຶນ ທາງດ້ານອຸດສາຫະກຳມາເຂົ້າມາ ສ້າງໂຮງງານຢູ່ແຂວງ ໂດຍສະ ເພາະແມ່ນໂຮງງານຜະລິດແຮ່ຊີລິ ກອມ ແລະ ແຮ່ມັງກາມ ທີ່ສ້າງຕັ້ງຢູ່ ເມືອງນາໝໍ້ ແລະ ຕາມແຜນຂອງ ບໍລິສັດ ຄາດວ່າເດືອນກໍລະກົດປີນີ້, ຈະໄດ້ໃຫ້ທົດລອງຜະລິດແຮ່ດັ່ງ ກ່າວ. ສຳລັບໂຮງງານນີ້, ເປັນໂຮງ ງານທີ່ໃຫຍ່ ໃນເບື້ອງຕົ້ນມີແຜນນຳ ເອົາແຮ່ຊີລິກອນ ແລະ ແຮ່ມັງກາມ ມາຈາກແຂວງຊຽງຂວາງ, ແຕ່ ຍ້ອນການຂົນສົ່ງມີຄວາມຫຍຸ້ງ ຍາກ ຈຶ່ງໄດ້ສຳຫລວດຢູ່ເມືອງສິງ ແລະ ເຊັນສັນຍາກັບແຂວງຫລວງ ນ້ຳທາ ເພື່ອນຳເອົາແຮ່ມາປ້ອມ ໂຮງງານກ່ອນ. ຂະນະທີ່ກຳລັງສຳ ຫລວດອີກບໍ່ໜຶ່ງຢູ່ຊາຍແດນແຂວງ ອຸດົມໄຊ ແລະ ແຂວງຫລວງພະ ບາງ. ສຳລັບແຮ່ດັ່ງກ່າວ ແມ່ນນຳ ມາຜະລິດເປັນແຜ່ນ ໂຊລາເຊວ, ໝໍ້ ໄຟລົດໄຟຟ້າ. ດັ່ງນັ້ນ, ຖ້າວ່າໂຮງ ງານໄດ້ເຄື່ອນໄຫວ ຜະລິດ ຈະເຮັດ ໃຫ້ແຂວງມີລາຍຮັບທີ່ຍືນຍົງໃນຕໍ່ ໜ້າ. ນອກຈາກນີ້, ກໍໄດ້ປັບປຸງໂຮງ ງານຊີມັງ ຢູ່ເມືອງນາໝໍ້ ທີ່ເປັນ ບັນຫາແກ່ຍາວມາຫລາຍປີແລະໄດ້ ເລີ່ມຜະລິດມາແຕ່ຕົ້ນເດືອນມີນາປີ ນີ້ແລ້ວ, ຄາດວ່າເດືອນພຶດສະພານີ້ ຈະໄດ້ເປີດຜະລິດເປັນທາງການ, ຖ້າໄດ້ເປີດເປັນທາງການຖືວ່າ ເປັນ ໂຮງງານໃຫຍ່. ພ້ອມນີ້, ກໍໄດ້ດຶງ ດູດເອົາໂຮງງານປຸງແຕ່ງແປ້ງມັນ ຕົ້ນ ເຊິ່ງປັດຈຸບັດແມ່ນໄດ້ຜະລິດ ແປ້ງມັນຕົ້ນແລ້ວ, ແຕ່ກໍໜ້າເສຍ ດາຍການປູກມັນຕົ້ນປ້ອນໂຮງງານ ດັ່ງກ່າວບໍ່ພຽງພໍຕໍ່ການຜະລິດ, ໂດຍບັນຫານີ້, ທາງແຂວງກໍມີ ແຜນລະດົມຊາວແຂວງອຸດົມໄຊ ປູກມັນຕົ້ນໃຫ້ຫລາຍຂຶ້ນກວ່າເກົ່າ ໃນປີນີ້ ເພື່ອຕອບສະໜອງໃຫ້ແກ່ ການຜະລິດຢ່າງພຽງພໍ. ຂະນະທີ່ ກໍມີບໍລິສັດໜຶ່ງ ມີແຜນກໍ່ສ້າງໂຮງ ງານຜະລິດແປ້ງມັນຕົ້ນຂຶ້ນອີກໜຶ່ງ ແຫ່ງຢູ່ເມືອງຮຸນ ເພື່ອເປັນຕະຫລາດ ຮອງຮັບຊື້ມັນຕົ້ນຈາກປະຊາຊົນ ທັງເປັນການປະກອບສ່ວນສ້າງ ວຽກເຮັດງານທຳແລະແກ້ໄຂຄວາມ ທຸກຍາກຂອງປະຊາຊົນໃຫ້ນັບມື້ ຫລຸດລົງເປັນກ້າວໆ. ທ່ານຮອງເຈົ້າແຂວງຍັງໃຫ້ຮູ້ ຕື່ມວ່າ: ນອກຈາກທີ່ກ່າວມານັ້ນ ແລ້ວ, ກໍໄດ້ສ້າງໂຮງງານຂ້າສັດ ທັນສະໄໝ ເຊິ່ງໄດ້ຮັບການຊ່ວຍ ເຫລືອຈາກກະຊວງກະສິກຳ ແລະ ປ່າໄມ້ ໂດຍໄດ້ຮັບທຶນຊ່ວຍເຫລືອ ຈາກລັດຖະບານຮົງກຣາລີ. ຂະນະ ທີ່ວຽກງານການປະຍັດກໍໄດ້ເອົາ ໃຈໃສ່ຈັດສັນລົດລັດຮັບໃຊ້ຂັ້ນ ແຂວງ, ຂັ້ນເມືອງ ໂດຍໄດ້ຂຶ້ນບັນຊີ, ກວດກາເຕັກນິກ ແລ້ວກໍຊັບຊ້ອນ ໃຫ້ບັນດາພະແນກ, ຫ້ອງການທີ່ບໍ່ມີ ກໍຊັບຊ້ອນໄປໃຫ້ ເພື່ອຮັບໃຊ້ເຂົ້າ ໃນວຽກງານສະດວກສະບາຍຂຶ້ນ ທັງໄດ້ເອົາໃຈໃສ່ຕໍ່ການຕ້ານການ ຟຸມເຟືອຍໃຊ້ຈ່າຍໂດຍບໍ່ມີເຫດມີ ຜົນ, ຫ້າມດື່ມກິນຊຸມແຊວໃນໂມງ ລັດຖະການ. ວຽກນີ້ແມ່ນໄດ້ລະດົມ ພະນັກງານ-ລັດຖະກອນເອົາໃຈ ໃສ່ຢ່າງເຂັ້ມງວດ ແລະ ວຽກງານ ອື່ນໆສຳລັບວາລະແຫ່ງຊາດວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດການເງິນກໍ ໄດ້ເອົາໃຈໃສ່ໄປພ້ອມໆກັນ. ຢ່າງໃດກໍຕາມສຳລັບບົດນີ້ ຂໍ ສະເໜີກ່ຽວກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂຄວາມຫຍຸ້ງຍາທາງດ້ານເສດ ຖະກິດການເງິນກ່ອນ ແລະ ສະບັບ ໜ້າຈຶ່ງຈະມາສະເໜີກ່ຽວກັບການ ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດຢູ່ແຂວງອຸດົມໄຊ ໃຫ້ທ່ານຜູ້ອ່ານ ຕື່ມ. 4j k'{9j k'{8uj {zuj {pt .orklk]k; ຮິບໂຮມໂດຍ: ພະກາ dko,u ]t[P[;y wo *ໃນພາສາລາວເຮົາມີຄໍາຫລາຍ ຄໍາທີ່ມີຄວາມໝາຍຄ້າຍຄືກັນ ດັ່ງ ໄດ້ນໍາເອົາມາທົບທວນນໍາກັນຜ່ານ ມາແລ້ວ, ຄໍາຊຸມນັ້ນ ບາງກໍລະນີກໍ່ ສາມາດໃຊ້ແທນກັນໄດ້ໃນບໍລິບົດ ທີ່ເໝາະສົມ, ແຕ່ບາງຄໍາກໍ່ບໍ່ນິຍົມ ໃຊ້ແທນກັນໄດ້. ສະຖາບັນຄົ້ນຄວ້າ ວິທະຍາສາດສັງຄົມແຫ່ງຊາດ ກໍາ ນົດຊື່ຄໍາຊຸມທີ່ກ່າວເຖິງເປັນຄໍາ ພ້ອງຄວາມໝາຍ. ບົດນີ້ ຈຶ່ງຂໍນໍາ ເອົາບາງຄໍາທີ່ມີຄວາມໝາຍໃກ້ຄຽງ ກັນມາທົບທວນກັນອີກເທື່ອໜຶ່ງ. ຄໍາ “ຖ່າງ” ເປັນຄໍາກໍາມະ ຫລື ກິລິຍາ ໝາຍເຖິງອາການ ຫລື ການ ກະທໍາຂອງຄົນ-ສັດ ເຮັດໃຫ້ສິ່ງ ຂອງໃດໜຶ່ງຫ່າງອອກຈາກກັນ ຫລື ໃຫ້ມີວ່າງລະຫວ່າງສອງສິ່ງກວ້າງ ອອກ ເຊັ່ນ ຖ່າງຂາ ຫລື ຈ່າງຂາ - ຂາຈ່າງ ກໍ່ວ່າ. ຄໍາ : “ຈ່າງ” ເປັນກໍາມະ ໝາຍ ເຖິງ ຖ່າງ, ແຍກ, ກາງ, ເຮັດໃຫ້ ຫ່າງອອກຈາກກັນ, ກາງຂາ ເອີ້ນ ຈ່າງຂາ. ເປັນຄໍາຄຸນນາມ ໝາຍ ເຖິງ ຄັກ, ແຈ້ງ, ຊັດ, ຟ້າຂາວດາວ ແຈ້ງ ເອີ້ນ ຈ່າງ, ຈ່າງປ່າງ ກໍ່ວ່າ. ຈ່າງປ່າງ ໝາຍເຖິງ ສະຫວ່າງ, ໂລ່ງ, ທ້ອງຟ້າບໍ່ມີເມກໝອກ ຫລື ເຝື້ອແນມໄປທິດທາງໃດກໍ່ແຈ້ງສະ ຫວ່າງເອີ້ນແຈ້ງຈ າງປ່າງ.ຈ່າງຈ໊ະ ເປັນຄໍາຄຸນນາມໝາຍເຖິງ ອາການ ຢືນຍະຂາ ເອີ້ນ ຢືນຈ່າງຈ໊ະ ຫລື ກ່າງກ໊ະ ກໍ່ວ່າ. ຄໍາ “ຕີ່” ເປັນຄໍາກໍາມະ ໝາຍ ເຖິງເຮັດໃຫ້ຈ່າງອອກ, ເຮັດໃຫ້ ຂອງສອງອັນ ທີ່ຢູ່ຕິດກັນຍະອອກ. ສ່ວນຄໍາ “ຜີ່” ກໍ່ເປັນກໍາມະ ໝາຍເຖິງປືດອອກນ້ອຍໆ,ປືດອອກ ໃຫ້ເຫັນແຕ່ໜ້ອຍດຽວ ເຊັ່ນ ຜີ່ຕາ. ສອງຄໍາທີ່ສະເໜີນໍາຫລັງນີ້ ເຖິງມີຄວາມໝາຍຄ້າຍຄື ຖ່າງ ແລະ ຈ່າງ, ແຕ່ກໍ່ບໍ່ນິຍົມໃຊ້ໃນກໍ ລະນີເຮັດໃຫ້ສິ່ງໃດໜຶ່ງຫ່າງ-ເປີດ ອອກແບບກວ້າງໆ ເຊັ່ນ ໃຊ້ ຕີ່ຕາ ແຕ່ບໍ່ໃຊ້ ຕີ່ແຄ່ງຕີ່ຂາ, ເຊັ່ນດຽວ ກັນກັບຄໍາ “ຜີ່” ກໍ່ໃຊ້ໃນລັກສະ ນະ ຄ້າຍຄືກັນກັບ “ຕີ່”, ມັກພົບການໃຊ້ ຜີ່ຕາ, ຜີ່ເບິ່ງ...ແຕ່ບໍ່ພົບໃຊ້ ຜີ່ຂາ ຜີ່ແຂນ... ດັ່ງດຽວກັນກັບຄໍາ “ຍະ” ເປັນ ຄໍາກໍາມະ ກໍ່ໝາຍເຖິງ ຫ່າງອອກ ຈາກກັນ, ຫ້ຽນອອກ, ເຊັ່ນ ຍະວ່າງ ການຂຽນໜັງສື, ຍະໃຫ້ຫ່າງກັນ... ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. ພາບປະກອບ * ວັນກໍາມະກອນສາກົນ 1 ພຶດ ສະພາຜ່ານມາບໍ່ເທົ່າໃດວັນ, ຖືວ່າ ຍັງຢູ່ໃນໄລຍະສະເຫລີມສະຫລອງ ມູນເຊື້ອວັນດັ່ງກ່າວ ໂດຍຕິດພັນ ບັນດາວຽກງານ, ຕາມສະພາບ ເງື່ອນໄຂຕົວຈິງຫລາຍຮູບແບບ ວິທີ, ມີທັງການຈັດຕັ້ງຂະບວນ ການກໍ່ຄືກິດຈະກໍາມວນຊົນ, ການ ປາຖະກະຖາມູນເຊື້ອຕິດພັນການ ເຄື່ອນໄຫວວຽກງານຕ່າງໆ, ໂດຍ ສະເພາະແມ່ນວຽກງານອົງການ ຈັດຕັ້ງກໍາມະບານ ໃນຖານະທີ່ເປັນ ຕົວແທນແຫ່ງສິດ ແລະ ຜົນປະ ໂຫຍດອັນຊອບທໍາຂອງສະມາຊິກ ກໍາມະບານ, ກໍາມະກອນ ແລະ ຊາວ ຜູ້ອອກແຮງງານໃນທົ່ວປະເທດ. ເມື່ອເວົ້າເຖິງກໍາມະກອນ ກໍ່ຄື ຊົນຊັ້ນກໍາມະກອນ, ໂດຍຍຶດໝັ້ນລັດ ທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ພັກເຮົາຍາມໃດກໍ່ຮັບ ຮູ້ວ່າຊົນຊັ້ນກໍາມະກອນ, ຊາວຜູ້ ອອກແຮງງານລາວ ແມ່ນຊັ້ນຄົນ, ກຸ່ມຄົນທີ່ມີຄວາມຕື່ນຕົວການ ເມືອງ ແລະ ມານະຈິດປະຕິວັດສູງ, ມີລະບຽບວິໄນສູງກວ່າຊົນຊັ້ນອື່ນ, ມີສະຕິຕື່ນຕົວ, ເຮັດທຸກສິ່ງຢ່າງ ເພື່ອຜົນປະໂຫຍດຂອງຊົນຊັ້ນ, ຂອງປະຊາຊົນຜູ້ອອກແຮງງານ ສູງກວ່າໝູ່, ທັງເປັນຊົນຊັ້ນທີ່ມີ ຄວາມເສຍສະລະຜົນປະໂຫຍດ ສ່ວນຕົວ ເພື່ອຜົນປະໂຫຍດສ່ວນ ລວມຫລາຍກວ່າໝູ່... ຊົນຊັ້ນກໍາມະກອນ ແລະ ຊາວ ຜູ້ອອກແຮງງານລາວກໍ່ແມ່ນຄືດັ່ງ ໄດ້ກ່າວຂ້າງເທິງ, ບັນດາມູນເຊື້ອ ອັນດີງາມໄດ້ຮັບການສືບທອດແລະ ຜັນຂະຫຍາຍສອດຄ່ອງກັບຍຸກ ສະໄໝ...ເມື່ອເປັນຄືແນວນັ້ນ ບັນ ຫາທີ່ນໍາເອົາມາແລກປ່ຽນນໍາບັນ ດາທ່ານຜູ້ອ່ານຕື່ມອີກກໍ່ແມ່ນ ພວກ ເຮົາຊົນຊັ້ນກໍາມະກອນລາວ ຕ້ອງ ພ້ອມກັນສືບຕໍ່ເຊີດຊູມູນເຊື້ອອັນດີ ງາມ ປະກອບສ່ວນຢ່າງແຂງແຮງ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ ບັນລຸຈຸດປະສົງເປົ້າໝາຍໃນແຕ່ລະ ໄລຍະຕາມທິດສັງຄົມນິຍົມ. ຊົນ ຊັ້ນກໍາມະກອນເຮົາ ຕ້ອງມີຄວາມ ເອກອ້າງທະນົງໃຈ ໃນຄຸນຄ່າແຫ່ງ ຊົນຊັ້ນກໍາມະກອນ ແລະ ຊາວຜູ້ ອອກແຮງງານລາວ ທີ່ມີຄວາມຕື່ນ ຕົວ ແລະ ມານະຈິດປະຕິວັດສູງ, ປະການສໍາຄັນໜຶ່ງແມ່ນ ຄວາມມີ ລະບຽບວິໄນ ເຊິ່ງໝາຍວ່າ ບໍ່ວ່າ ແຕ່ການປະກອບສ່ວນວຽກງານ ການລວມອັນໃດກໍ່ຕາມ ຫລື ວຽກ ງານການເຮືອນ, ຊົນຊັ້ນກໍາມະ ກອນ ເຮົາຕ້ອງສືບຕໍ່ຮັກສາໃຫ້ໄດ້ ຄຸນລັກສະນະຂອງຄວາມເປັນຜູ້ທີ່ ມີລະບຽບວິໄນເຄັ່ງຄັດ, ເຄັ່ງຄັດຕໍ່ ຕົນເອງ, ເຄັ່ງຄັດຕໍ່ຄອບຄົວ, ເຄັ່ງ ຄັດຕໍ່ສ່ວນລວມອັນເປັນປະໂຫຍດ ຂອງຄົນຈໍານວນຫລາຍ ເປັນສໍາ ຄັນ, ເຄັ່ງຄັດຕໍ່ເວລາ, ຕໍ່ການແຮງ ງານ, ລະບຽບການ ຕ່າງໆ ກໍ່ຄືກົດ ໝາຍບ້ານເມືອງ, ອັນໝາຍວ່າບໍ່ ເປັນຄົນໂລເລ, ທັງຕ້ອງສະດຸ້ງໄວ- ກ້າຫານໃນການປັບປຸງປ່ຽນແປງ ຈຸດອ່ອນຂໍ້ບົກພ່ອງຕ່າງໆ ໂດຍບໍ່ ເອົາບັນຫາເລັກນ້ອຍ ໂດຍສະເພາະ ສະພາບຫຍຸ້ງຍາກຊົ່ວຄາວຕ່າງໆ ຫລື ສະພາບລວມ ມາເປັນຂໍ້ອ້າງ ຢ່າງຂາດລະບຽບວິໄນ. ການຫັນສູ່ອຸດສາຫະກໍາ ແລະ ທັນສະໄໝ, ຄວາມມີລະບຽບວິໄນ ຍິ່ງແມ່ນຄວາມຕ້ອງການສໍາຄັນ ຍ້ອນຂະບວນການພັດທະນາ ກໍ່ຄື ບັນດາພື້ນຖານການຜະລິດມັນ ເກາະກັນເປັນຕ່ອງໂສ້, ຂາດຜູ້ໃດຜູ້ ໜຶ່ງໃນລະບົບການຜະລິດ ກໍ່ຈະເຮັດ ໃຫ້ເກີດສະພາວະສະງັກ ຫລື ຮ້າຍ ແຮງແມ່ນຢຸດຈຶ້ງ. ສົມມຸດວ່າກໍາມະ ກອນຜູ້ໃດຜູ້ໜຶ່ງໃນໂຮງງານໃດໜຶ່ງ ຂາດລະບຽບວິໄນ, ຢາກມາກໍ່ມາບໍ່ ຢາກມາກໍ່ບໍ່ມາເຮັດວຽກ ຫລື ແບບ ຄຸນລັກສະນະຄືປະສາຊາວບ້ານ ວ່າສາມມື້ດີສີ່ມື້ໄຂ້ ແມ່ນບໍ່ໄດ້ໃນຂະ ບວນການພັດທະນາ ແລະ ນັ້ນກໍ່ຖື ວ່າບໍ່ແມ່ນຊົນຊັ້ນກໍາມະກອນອັນ ແທ້ຈິງ. ໃນໂອກາດໃຫ້ກຽດພົບປະໂອ້ ລົມຄະນະນໍາຂອງສູນກາງສະ ຫະພັນກໍາມະບານລາວ, ບັນດາ ກໍາມະບານອ້ອມຂ້າງສູນກາງ ແລະ ຕົວແທນກໍາມະບານ-ຜູ້ອອກ ແຮງງານຢູ່ຫົວໜ່ວຍແຮງງານ ນະຄອນຫລວງວຽງຈັນ ໃນວັນທີ 9 ພຶດສະພາ 2023 ນັ້ນ, ທ່ານ ທອງລຸນ ສີສຸລິດ ເຂລາທິການໃຫຍ່ ຄະນະບໍໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ເນັ້ນຢໍ້າວ່າ: “ເມື່ອພວກເຮົາຮັບ ຮູ້ຕົນເອງວ່າແມ່ນຊົນຊັ້ນກໍາມະ ກອນ ແລະ ຊາວຜູ້ອອກແຮງງານ ນີ້ແລ້ວ, ຕ້ອງກໍາແໜ້ນຄັນທຸງປະ ຕິວັດຂອງພັກ, ຂອງຊົນຊັ້ນກໍາມະ ກອນໃຫ້ໄດ້ ແລະ ເດີນຕາມພັກ, ຕາມແນວທາງຂອງພັກຢ່າງເດັດ ດ່ຽວໜຽວແໜ້ນ; ຕອບຕ້ານ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ ຕ່າງໆເປັນຕົ້ນ ການສໍ້ລາດບັງ ຫລວງ, ການເສື່ອມທາດຂາດຄຸນ, ຄວາມບໍ່ເຂັ້ມງວດກວດຂັນດ້ານ ລະບຽບວິໄນ...ປະກົດການບໍ່ຢາກ ເປັນສະມາຊິກກໍາມະບານ, ບໍ່ຢາກ ເຄື່ອນໄຫວວຽກງານດັ່ງກ່າວ ແລະ ອື່ນໆ ເຊິ່ງປະກົດການເຫລົ່ານັ້ນ ລ້ວນແຕ່ບໍ່ແມ່ນທາດແທ້ຂອງຊົນ ຊັ້ນກໍາມະກອນ ແຕ່ຢ່າງໃດ”. ການມີລະບຽບແບບແຜນ, ມີ ລະບຽບວິໄນ ແມ່ນຈະນໍາສູ່ຄວາມ ສໍາເລັດໃນເປົ້າໝາຍຕ່າງໆ, ໃນ ທາງກົງກັນຂ້າມ ຖ້າຂາດລະບຽບ ວິໄນ ກໍ່ແມ່ນຈະມີແຕ່ຄວາມຫລົ້ມ ເຫລວໃນຊີວິດ ແລະ ວຽກງານ.

RkJQdWJsaXNoZXIy MTc3MTYxMQ==