5614

xtgmf]k; 6 09/05/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xu oU oa dmj v'mj P;g0Q k,ks]Y o 8kfg]kt{8kfIa ' |kc|h o ໂດຍ: ມາລີດາ z6h xtdv[dkodh kg[h pw,h ]k; ltg|u rkd]a f lqj 'glu ,8ts]kf9e|j kp.sh s]kp0B o ໂດຍ: ເກີດຂວັນໃຈ ມາລີຈັນສີ * ປັດຈຸບັນການຜະລິດເບ້ຍໄມ້ ຂອງປະຊາຊົນ ແມ່ນມີທ່າອ່ຽງ ເພີ່ມຂຶ້ນຫລາຍ ແຕ່ການຊົມໃຊ້ຍັງ ບໍ ຫລາຍ ເພາະວ່າປະຊາຊົນ ຫັນ ມານິຍົມປູກເບ້ຍໄມ້ແບບວິທີສຽບ ຍອດ ຫລື ຕໍ່ກິ່ງຫງ່າ ເພາະວ່າປູກ ງ່າຍໃຫຍ່ໄວ ແລະ ໄດ້ຮັບຜົນໄວ ເຊິ່ງຈະໃຊ້ເວລາ 4-5 ປີ ກໍໄດ້ກິນ ໝາກແລ້ວໃນຈຸດນີ້ ມັນຈຶ່ງມີຜົນ ກະທົບ ຕໍ່ຜູ້ຜະລິດເບ້ຍໄມ້ດ້ວຍແກ່ນ ໃນລາວ ເພາະວ່າຜະລິດມາ ແລ້ວ ຕະຫລາດ ຈໍາໜ່າຍກໍ່ບໍ່ຫລາຍ ສະ ນັ້ນ ຈຶ່ງຢາກສະເໜີໃຫ້ລັດຖະບານ ຊ່ວຍເລື່ອງຕະຫລາດຈໍາໜ່າຍໃຫ້ ຫລາຍຂຶ້ນ ຫລື ການຈັດງານຕະ ຫລາດນັດເບຍໄມ້ ເພື່ອເຮັດໃຫ້ສັງ ຄົມໄມ້ຮູ້ຈັກຫລາຍຂຶ້ນ ໃນຂະນະ ດຽວກັນ ກໍເພື່ອໃຫ້ປະຊາຊົນ ມາ ເລືອກຊື້ຕົ້ນໄມ້ ເພາະນີ້ ແມ່ນຊ່ອງ ທາງສໍາຄັນ ໃນການຈໍາໜ່າຍເບ້ຍ ໄມ້ອີກທາງໜຶ່ງ. ທ່ານນາງ ສັ້ນ ບຸນຕາທິບ ປະ ຊາຊົນ ບ້ານແສນດິນ ເມືອງນາຊາຍ ທອງ ນະຄອນຫລວງວຽງຈັນ ໄດ້ ເວົ້າສູ່ຟັງວ່າ: ກ່ອນຈະມາເຮັດອາ ຊີບນີ້ ແມ່ນເຮັດຊ່ວຍປູ່, ຍ່າ ທີ່ເພີ່ນ ເຮັດອາຊີບກ້າແກ່ນເບ້ຍໄມ້ໄດ້ 20 ກວ່າປີມາແລ້ວ ກໍໄດ້ເຮັດຊ່ວຍເພີ່ນ ຫລາຍປີ ຈຶ່ງຮູ້ວິທີ່ການກ້າແກ່ນ ແລະ ການບົວລະບັດຮັກສາຕ່າງໆ ແລະ ໄດ້ມາເຮັດເອງແຕ່ປີ 2019 ເປັນຕົ້ນມາ ເຊິ່ງເລີ່ມຕົ້ນ ແມ່ນ ການເລືອກແກ່ນພັນ ທີ່ຈະມາກ້າ ແກ່ນຕ້ອງເລືອກ ແກ່ນທີ່ສົມບູນ ຫລັງຈາກນັ້ນ, ກຽມດິນ, ຂີ້ແກບ ດິບ, ຂີ້ແກບເຜົ່າ, ຖົງດໍາຂະໜາດ ໜ້ອຍສໍາລັບກ້າແກ່ນ ແລ້ວເອົາດິນ ກັບແກບມາປະສົມກັນ ສ່ວນການ ກ້າແກ່ນ ບາງທີ່ກໍກ້າໃສ່ໜານແລ້ວ ຍ້າຍມາໃສ່ເບົ້າ, ບາງທີກໍກ້າໃສ່ ເບົ້າເລີຍ ສໍາລັບຊະນິດພັນໄມ້ທີ່ນໍາ ມາກ້າ ສ່ວນຫລາຍຈະເປັນໄມ້ພື້ນ ເມືອງແຕ່ກໍມີພັນຈາກຕ່າງປະເທດ ຄືກັນ ສ່ວນການຈໍາໜ່າຍແມ່ນຈໍາ ໜ່າຍຕາມອອນລາຍ, ຂາຍຕາມບ້ານ ແລະ ຕາມງານວາງສະແດງຕ່າງໆ ລາຄາຂາຍແມ່ນ 5 ພັນກີບຂຶ້ນໄປ ຫລື ຖ້າເອົາຫລາຍກໍມີລາຄາສົ່ງ ໃຫ້ຄືກັນ ແຕ່ແນວໃດກໍດີຖ້າທຽບ ໃສ່ເມື່ອກ່ອນການຂາຍກໍຫລຸດລົງ ຫລາຍແລ້ວ ເພາະປະຊາຊົນຫັນ ມານິຍົມ ການປູກແນວພັນທີ່ນໍາ ເຂົ້າມາຈາກປະເທດເພື້ອນບ້ານ ຫລາຍ ເພາະວ່າການປູກນັ້ນໃຊ້ ເວລາບໍ່ດົນກໍໄດ້ກິນແລ້ວ ແຕ່ແນວ ໃດກໍ່ດີ ສໍາລັບການປູກເບ້ຍໄມ້ບໍ່ ວ່າປູກເບ້ຍຕໍ່ກິ່ງ, ສຽບຍອດ ຫລື ປູກເບ້ຍໄມ້ທີ່ກ້າແກນ ກໍມີຂໍ້ດີແຕກ ຕ່າງກັນ ເຖິງວ່າ ການປູກເບ້ຍໄມ້ ຕໍ່ກິ່ງ, ໄດ້ກິນໄວ້ ແຕ່ຄວາມຍືນຍົງ ບໍ່ຊໍາຕົ້ນໄມ້ທີ່ກ້າດ້ວຍແກ່ນຕົ້ນໄມ້ ທີ່ກ້າດ້ວຍແກ່ນ ຖ້າປູກແລ້ວບົວ ລະບັດຮັກສາກໍໄດ້ກິນໄວຄືກັນ. ແຕ່ແນວໃດກໍດີ, ການເຮັດອາຊີບ ນີ້ ກໍແມ່ນອາຊີບໜຶ່ງທີ່ສາມາດສ້າງ ລາຍຮັບເສີມຂອງຄອບຄົວສະນັ້ນ, ຈຶ່ງຢາກໃຫ້ພັກ ແລະ ລັດສົ່ງເສີມ ເລື່ອງຕະຫລາດຈໍາໜ່າຍໃຫ້ຫລາຍ ຂຶ້ນ ໂດຍສະເພາະແມ່ນການຈັດ ງານວາງສະແດງຕົ້ນໄມ້ ຢ່າງສະ ໝໍ່າສະເໜີ ເພື່ອໃຫ້ຜູ້ປະກອບການ ດ້ານນີ້ເປັນທີ່ຮູ້ຈັກຫລາຍຂຶ້ນ ແລະ ມີບ່ອຍຈໍາໜ່າຍຫລາຍຂຶ້ນ. * ແຫລ່ງທ່ອງທ່ຽວນໍ້າຕົກຕາດ ເລາະ-ຕາດຮັງ ສາມາດດຶງດູດນັກ ທ່ອງທ່ຽວໄດ້ຢ່າງໜາແໜ້ນໃນ ໄລຍະການສະເຫລີມສະຫລອງປີ ໃໝ່ລາວຜ່ານມານີ້ ເຊິ່ງໄດ້ປະກອບ ສ່ວນເຂົ້າຍູ້ແຮງການເກັບລາຍໄດ້ ຮັບເຂົ້າແຂວງ, ເມືອງ ແລະ ບ້ານ ຕ່າງໆພາຍໃນ ແຂວງສາລະວັນ ນອກຈາກນັ້ນຍັງສ້າງວຽກເຮັດ ງານທໍາໄດ້ເປັນຢ່າງດີ. ຜູ້ປະກອບ ການຄ້າຂາຍ ແລະ ເຈົ້າຂອງເຮືອນ ພັກ-ໂຮງແຮມຢູ່ບໍລິເວນອ້ອມຂ້າງ ໄດ້ລາຍງານວ່າປີນີ້ການສະຫລອງ ປີໃໝ່ຄຶກຄັກເປັນພິເສດ ເຊິ່ງມີຈໍາ ນວນນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດແວ່ເຂົ້າມາຫລິ້ນຢ່າງ ຫລວງຫລາຍ, ເຊິ່ງໄດ້ສົ່ງຜົນດີ ພາຍຫລັງພວກເຮົາບໍ່ໄດ້ຈັດງານ ສະຫລອງປີໃໝ່ລາວມາແຕ່ທ້າຍ ປີ 2019 ແລະ ມາຮອດຕົ້ນປີ 2022 ລັດຖະບານ ໄດ້ເປີດປະ ເທດຄືນໃໝ່ອັນສືບເນື່ອງມາຈາກ ການລະບາດຂອງພະຍາດໂຄວິດ ນັ້ນເອງ. ເປັນເວລາ 3 ມື້ຂອງການສະ ຫລອງປີໃໝ່ເຫັນວ່ານັກທ່ອງທ່ຽວ ເຂົ້າມາທ່ຽວສະຖານທີ່ດັ່ງກ່າວບໍ່ ຕໍ່າກວ່າໝື່ນຄົນ ເຊິ່ງໄດ້ເຮັດໃຫ້ ການສະຫລອງປີໃໝ່ເຕັມໄປດ້ວຍ ຄວາມເບີກບານມ່ວນຊື່ນ ແລະ ມີ ບັນຍາກາດຄຶກຄື້ນ ເຊິ່ງກິດຈະກຳ ສ່ວນໃຫຍ່: ໄດ້ຈັດສະຖານທີ່ຫລິ້ນ ນ້ຳ, ມີຂົວຂ້າມນ້ຳສຳລັບຍ່າງທ່ຽວ ຊົມເບິ່ງນ້ຳຕົກຕາດ, ບ່ອນຖ່າຍຮູບ, ຕູບນັ່ງຫລິ້ນຫລາຍກວ່າ 80 ຕູບ, ບໍລິການກົງເບັງ, ສະໄລເດີນໍ້າ, ສະ ລິງ, ຂົວອູ່ ແລະ ກິດຈະກຳອື່ນໆ ພ້ອມນັ້ນຍັງມີເຮືອນພັກ, ຮ້ານອາ ຫານ ແລະ ບໍລິການດ້ານ ການທ່ອງ ທ່ຽວອື່ນໆ. ສະຖານທີ່ທ່ອງທ່ຽວແຫ່ງນີ້ ຫ່າງຈາກເທດສະບານເມືອງສາ ລະວັນ 28 ກິໂລແມັດ ແລະ ຫ່າງ ຈາກນະຄອນປາກເຊ ແຂວງຈຳ ປາສັກ 80 ກິໂລແມັດ. ນອກຈາກ ແຫລ່ງທ່ອງທ່ຽວ ແຫ່ງນີ້ແລ້ວ ແຂວງສາລະວັນ ຍັງມີແຫລງທ່ອງ ທ່ຽວທາງດ້ານວັດທະນະທຳ, ປະ ຫວັດສາດອີກຫລາຍແຫ່ງເປັນຕົ້ນ: ຂົວທ່ານ ສຸພານຸວົງ, ເສັ້ນທາງ ໂຮ່ຈິມິນ, ແຫລ່ງທ່ອງທ່ຽວທາງ ທຳມະຊາດ ເຊັ່ນ: ອຸທິຍານພູຜາສຸກ, ປາກເສັດ-ແກ້ງກຸ ແລະ ອື່ນໆ ໃຫ້ ທ່ານໄດ້ມາທ່ອງທ່ຽວສຳຜັດບັນ ຍາກາດຕົວຈິງ.

RkJQdWJsaXNoZXIy MTc3MTYxMQ==