5614

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 09/05/2023 xtgmf]k; 4 3]d c]t gsfdko gxu fl6 o.sh 7exb dlkF xq dxh v'c,j py ' c]t gfa doh vp16 j c0;'va f8txn leg]a fdkopq d]tfa [7;k,I6 h dkogxa ory mu dvo ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ແຂວງອັດຕະປື ເປີດການນໍາໃຊ້ສູນໃຫ້ຄຳປຶກສາ, ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ຢ່າງເປັນທາງການ ເມື່ອບໍ່ດົນມານີ້ ໂດຍການເຂົ້າຮ່ວມທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນ ກາງສະຫະພັນແມ່ຍິງລາວ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆອັດ ຕະປື ແລະ ທ່ານ ນາງ ມາລຽມ ເອ ຄານ ຜູ້ຕາງໜ້າອົງການສະຫະປະ ຊາຊາດ ເພື່ອປະຊາກອນ (6/- 'PA) ເຂົ້າຮ່ວມ. ທ່ານ ນາງ ຈັນເພັດ ຈັນທະມາດ ປະທານສະຫະພັນແມ່ຍິງ ແຂວງ ອັດຕະປືໄດ້ລາຍງານວ່າ: ສູນໃຫ້ຄໍາ ປຶກສາ, ປົກປ້ອງແມ່ຍິງ ແລະ ເດັກ ນ້ອຍ ຂອງແຂວງອັດຕະປື ຕັ້ງຢູ່ ບ່ອນດຽວກັນກັບຫ້ອງການສະຫະ ພັນແມ່ຍິງແຂວງ ໂດຍໄດ້ຮັບທຶນສະ ໜັບສະໜູນຈາກອົງການສາກົນ 6/'PA ແລະ ສະຖານທູດຍີ່ປຸ່ນ ປະຈໍາສປປລາວລວມມູນຄ່າ693 ລ້ານກວ່າກີບ ເຊິ່ງເປັນສູນແຫ່ງທີ 4 ໃນທົ່ວປະເທດ ເພື່ອເປັນສະຖານ ທີ່ພັກເຊົາທີ່ປອດໄພຊົ່ວຄາວ ສໍາລັບ ຜູ້ຖືກເຄາະຮ້າຍໃນຮູບແບບຕ່າງໆ ຢູ່ຂັ້ນແຂວງ ໃນໄລຍະລໍຖ້າການ ເກັບກໍາຂໍ້ມູນຂອງຜູ້ຖືກເຄາະຮ້າຍ ເພື່ອລໍຖ້ານໍາສົ່ງກັບຄືນສູ່ຄອບຄົວ ແລະສັງຄົມ. ສູນແຫ່ງນີ້ຈະເຮັດໜ້າ ທີ່ບໍລິການໃຫ້ຄໍາປຶກສາທາງດ້ານ ກົດໝາຍ, ດ້ານຈິດໃຈ ແລະ ດ້ານສຸ ຂະພາບໃຫ້ແກ່ແມ່ຍິງ ແລະ ເດັກ ນ້ອຍທີ່ມີບັນຫາໃນສັງຄົມ ທັງເປັນ ບ່ອນຮັບແຈ້ງຄວາມ, ຮັບຄໍາສະເໜີ ຂອງແມ່ຍິງ ແລະ ເດັກນ້ອຍ, ເປັນ ບ່ອນຄົ້ນຄວ້າແກ້ໄຂ, ໄກ່ເກ່ຍບັນ ຫາທີ່ພົວພັນເຖິງສິດຜົນປະໂຫຍດ ຂອງແມ່ຍິງ ແລະ ເດັກນ້ອຍທັງເປັນ ຜູ້ປົກປ້ອງແມ່ຍິງ-ເດັກນ້ອຍ ໃນ ການດໍາເນີນຄະດີ, ສະໜອງທີ່ພັກ ເຊົາທີ່ປອດໄພຊົ່ວຄາວ, ເບິ່ງແຍງ ດູແລ, ບໍາບັດຟື້ນຟູແມ່ຍິງເດັກນ້ອຍ ຈາກການໃຊ້ຄວາມຮຸນແຮງໃນ ຄອບຄົວ, ຈາກການຄ້າມະນຸດ ແລະ ຈາກການກົດຂີ່ຂູດຮີດທາງເພດ. ພາຍໃນສູນດັ່ງກ່າວ ປະກອບມີ: ຫ້ອງການ, ຫ້ອງປະຊຸມ-ຫ້ອງປະ ຊຸມແກ້ໄຂກໍລະນີ, ຫ້ອງຮັບແຂກ, ຫ້ອງສໍາພາດ, ຫ້ອງໃຫ້ຄຳປຶກສາ, ຫ້ອງສາຍດ່ວນ, ຫ້ອງກວດທາງ ການແພດ, ຫ້ອງນອນຍິງ ແລະ ຫ້ອງນອນຊາຍ, ເຮືອນຄົວ ແລະ ປ້ອມຍາມ. ຂ່າວ: ວັດທະນາ [= ]y la f ]h ko-h k',y go3iol ]y ,y g8a f ,v[ vkdvodew]xt9exu 2022 .sh ]a f4t[ko]k; ໃຫ້ແກ່ ສປປ ລາວ ໂດຍຜ່ານການ ຈ່າຍພາສີ-ອາກອນ, ຄ່າພາສີຊັບ ພະຍາກອນແຮ່ທາດ ແລະ ເງິນປັນ ຜົນ. ນອກຈາກນັ້ນ, ຍັງໄດ້ສ້າງ ຜົນປະໂຫຍດທາງອ້ອມເພີ່ມອີກ ຫລາຍຮ້ອຍລ້ານໂດລາ ດ້ວຍການ ສ້າງວຽກເຮັດງານທຳ, ຜ່ານການ ຝຶກອົບຮົມຕ່າງໆ, ການພັດທະນາ ຊຸມຊົນ ແລະ ການຈ່າຍເງິນໃຫ້ແກ່ ຄູ່ຮ່ວມທຸລະກິດ ແລະ ຜູ້ສະໜອງ ທ້ອງຖິ່ນ. ລຊມລ ໄດ້ລົງທຶນປະມານ 50 ລ້ານໂດລາສະຫະລັດ ເພື່ອການພັດ ທະນາໂຄງລ່າງພື້ນຖານແຫ່ງຊາດ ແລະ ທ້ອງຖິ່ນ ແລະ 56 ລ້ານໂດ ລາສະຫະລັດເພື່ອການເກັບກູ້ລະ ເບີດບໍ່ທັນແຕກ ແລະ ອີກຫລາຍ ລ້ານໂດລາ ເຂົ້າໃນການອະນຸລັກ ຮັກສາມໍລະດົກທາງດ້ານວັດທະ ນະທຳ ແລະ ອື່ນໆ ເປັນຕົ້ນ ປະຊາ ຊົນເມືອງວິລະບູລີ ແຂວງສະຫວັນ ນະເຂດ ຫລາຍກວ່າ 40.000 ຄົນ ໄດ້ຮັບຜົນປະໂຫຍດຈາກໂຄງການ ພັດທະນາຊຸມຊົນ ທີ່ສະໜັບສະໜູນ ທຶນໂດຍໂຄງການບໍ່ແຮ່ຄຳ-ທອງ ເຊໂປນ ລວມມູນຄ່າ 20 ລ້ານໂດ ລາສະຫະລັດ. ມາຮອດປັດຈຸບັນ, ລາຍ ໄດ້ຂອງຊຸມຊົນທ້ອງຖິ່ນ ຜ່ານ ກຸ່ມທຸລະກິດທ້ອງຖິ່ນ ແມ່ນໄດ້ທະ ວີຄູນຂຶ້ນເປັນ 50 ລ້ານໂດລາສະ ຫະລັດ ຕະຫລອດອາຍຸການບໍ່ແຮ່ ຄຳ-ທອງ ເຊໂປນ. ຂ່າວ: ສຸກ ສະຫວັດ ຂປລ. ເມື່ອບໍ່ດົນມານີ້, ບໍລິສັດ ຊືເຟິງລ້ານຊ້າງມິເນໂຣນສລິມິເຕັດ (ລຊມລ) ບໍ່ຄຳ-ທອງ ເຊໂປນ ໄດ້ ມອບອາກອນກຳໄລຈຳນວນ 14.682.267,86 ໂດລາສະຫະ ລັດ ຈາກການຂາຍຜົນຜະລິດຄຳ ແລະ ທອງ ໃນປີ 2022, ຕາງໜ້າ ມອບ ໂດຍ ທ່ານ ໂບ ກາວ ປະທານ ລຊມລ ແລະ ທ່ານ ສະໝານ ອະ ເນກາ ຜູ້ອຳນວຍການໃຫຍ່ ລຊມລ, ຕາງໜ້າຮັບໂດຍ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາ ອາກອນກະຊວງການເງິນ. ທ່ານ ໂບ ກາວ ປະທານ ລຊມລ ໄດ້ກ່າວວ່າ: ພວກເຮົາມີຄວາມພາກ ພູມໃຈທີ່ໄດ້ປະກອບສ່ວນທາງດ້ານ ການເງິນຢ່າງເຂັ້ມແຂງໃຫ້ແກ່ລັດ ຖະບານຂອງ ສປປ ລາວ ແລະ ຈະ ສືບຕໍ່ປະກອບສ່ວນຢ່າງເຂັ້ມແຂງ ຕັ້ງໜ້າ ໃນຖານະຄູ່ຮ່ວມພັດທະນາ ຢູ່ໃນ ສປປ ລາວ. ສຳລັບຜົນການ ດຳເນີນງານຂອງໂຄງການຄຳທອງເຊໂປນໃນປີ2022ທີ່ຜ່ານມາ ສາມາດຜະລິດຄຳໄດ້ ກວ່າ 6,7 ໂຕນ ແລະ ທອງ 6.600 ໂຕນ. ໃນປີ ດຽວກັນນີ້, ລຊມລ ໄດ້ເປີດບໍ່ແຮ່ ໃຕ້ດິນທີ່ທັນສະໄໝແຫ່ງທຳອິດ ຂອງ ສປປ ລາວ ຢູ່ບໍ່ຄຳ-ທອງ ເຊໂປນ ອັນໄດ້ເປັນແບບຢ່າງ ແລະ ບັນທັດຖານໃຫ້ແກ່ໂຄງການບໍ່ ແຮ່ອື່ນໆ ກໍຄືການຂະຫຍາຍອາຍຸ ການບໍ່ແຮ່ຄຳ-ທອງ ເຊໂປນ ໄປ ເຖິງປີ 2033. ນັບແຕ່ປີ 2016 ເປັນຕົ້ນມາ, ລຊມລ ໄດ້ເປັນບໍລິສັດບໍ່ແຮ່ໜຶ່ງ ດຽວຢູ່ໃນ ສປປ ລາວ ທີ່ໄດ້ຮັບ ກຽດຕິສັກໃນຂັ້ນ A ທີ່ເປັນລະດັບ ສູງສຸດຈາກ ກະຊວງພະລັງງານ ແລະ ບໍ່ແຮ່ ໂດຍການເປັນແບບຢ່າງ ທີ່ນຳໜ້າໃຫ້ແກ່ໂຄງການອື່ນໆ ນັບ ແຕ່ດຳເນີນການຂຸດຄົ້ນ-ຜະລິດ ຄຳ-ທອງໃນປີ 2003, ລຊມລ ໄດ້ປະກອບສ່ວນລາຍຮັບໂດຍກົງ ຫລາຍກວ່າ 1,7 ຕື້ໂດລາສະຫະລັດ ຂປລ. ສູພັດທະນາຜູ້ປະກອບ ກິດຈະການ ລາວ-ອິນເດຍ (ສລດ) ຮ່ວມກັບສະຖາບັນການເງິນຈຸລະ ພາກທີ່ຮັບເງິນຝາກ ເອກພັດທະນາ ຫລື &.I ເຊັນບົດບັນທຶກຂໍ້ຕົກລົງ (.0A) ໂຄງການສົ່ງເສີມວຽກ ງານດ້ານການເງິນ ແລະ ສັງຄົມ ສໍາລັບມັດທະຍົມສຶກສາ ໄລຍະ II ໃນວັນທີ 2 ພຶດສະພາ ຜ່ານມາ ໂດຍ ການ ຮ່ວມລົງນາມ ລະຫວ່າງ ທ່ານ ນາງ ສຸດສາຍໃຈ ດວງສະຫວັນ ຜູ້ ອຳນວຍການ ສລດ ແລະ ທ່ານ ສົມ ພອນ ສີແສງລັດ ຜູ້ອຳນວຍການສະ ຖາບັນການເງິນຈຸລະພາກທີ່ຮັບ ເງິນຝາກ ເອກພັດທະນາ, ມີທ່ານ ສາຍຄຳ ພັນທະວົງ ຮອງຫົວໜ້າກົມ ອາຊີວະສຶກສາ, ທ່ານ ໄຊຍະເດດ ຊົງມີໄຊ ຮອງຫົວໜ້າກົມສາມັນສຶກ ສາ ກະຊວງສຶກສາທິການ ແລະ ກິລາ, ຫົວໜ້າພະແນກຄຸ້ມຄອງໂຄງ ການກົມຄຸ້ມຄອງສະຖາບັນການ ເງິນທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສຳລັບບົດບັນທຶກໃນຂໍ້ຕົກລົງ ຮ່ວມມືລະຫວ່າງສລດແລະສະຖາ ບັນການເງິນຈຸລະພາກ ທີ່ຮັບເງິນ ຝາກເອກພັດທະນາ ຈະໄດ້ຮ່ວມກັນ ຈັດຕັ້ງປະຕິບັດໂຄງການສົ່ງເສີມ ວຽກງານດ້ານການເງິນ ແລະ ສັງ ຄົມ ສຳລັບມັດທະຍົມສຶກສາໄລຍະ II, ໄລຍະການປະຕິບັດກິດຈະກໍາ ເລີ່ມແຕ່ວັນທີ 2 ພຶດສະພາ 2023 ເຖິງ 29 ມີນາ 2024, ໂດຍສະໜັບ ສະໜູນທຶນຈາກ AGMBUPVO IOUFSOBUJPOBM 0SHBOJ[BUJPO ເພື່ອສົ່ງເສີມສ້າງຄວາມເຂັ້ມແຂງ ທາງດ້ານການເງິນໃຫ້ແກ່ໂຮງ ຮຽນສາມັນກິນນອນຊົນເຜົ່າ 8 ແຫ່ງໃນ 7 ແຂວງປະກອບມີ: ໂຮງ ຮຽນສາມັນກິນນອນຊົນເຜົ່າແຂວງ ວຽງຈັນ, ໂຮງຮຽນສາມັນກິນນອນ ຊົນເຜົ່າ ແຂວງໄຊຍະບູລີ, ໂຮງ ຮຽນສາມັນກິນນອນຊົນເຜົ່າ ສວນ ຫລວງ ແລະ ນໍ້າບາກ ແຂວງຫລວງ ພະບາງ, ໂຮງຮຽນສາມັນກິນນອນ ຊົນເຜົ່າ ແຂວງອຸດົມໄຊ, ໂຮງຮຽນ ສາມັນກິນນອນຊົນເຜົ່າ ແຂວງຈໍາ ປາສັກ, ໂຮງຮຽນສາມັນກິນນອນ ຊົນເຜົ່າ ແຂວງບໍລິຄໍາໄຊ ແລະ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງຄຳມ່ວນ. lh k'7;k,g0A ,c0'fh kodkog'o .sh 3I'IPolk,a ody oovo-q ogzjq k y ສ່ວນກິດຈະກຳຫລັກ ສລດ ຈະ ໄດ້ປະສານຫາກຸ່ມເປົ້າໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ; ຈັດກອງ ປະຊຸມຮຽບຮຽງປຶ້ມຄູ່ມື ສຳລັບຜູ້ ອໍານວຍຄວາມສະດວກໃນການ ບໍລິຫານໂຄງການ; ກອງປະຊຸມ ແນະນໍາກິດຈະກໍາ ແລະ ສອນສອດ ແຊກໃນໂຮງຮຽນເປົ້າໝາຍໂຄງ ການໃຫ້ແກ່ຄູຝຶກຂອງສູນພັດທະ ນາຜູ້ປະກອບກິດຈະການລາວ-ອິນ ເດຍ; ກອງປະຊຸມແນະນໍາກິດຈະ ກໍາ ເພີ່ມເຕີມ ໃຫ້ແກ່ຄູສອນໃນໂຮງ ຮຽນສາມັນກິນນອນຊົນເຜົ່າ 6 ແຫ່ງ, 5 ແຂວງ (ໂຮງຮຽນ ເກົ່າ) ແລະ ຝຶກອົບຮົມຄູສອນສຳລັບຊັ້ນ ມັດທະຍົມສຶກສາໃນໂຮງຮຽນສາ ມັນກິນ ນອນຊົນເຜົ່າ ແຂວງບໍລິຄໍາ ໄຊ ແລະ ແຂວງຄຳມ່ວນ (ໂຮງ ຮຽນເພີ່ມໃໝ່ 2 ແຫ່ງ), ພ້ອມທັງ ສຳຫລວດນັກຮຽນກຸ່ມເປົ້າໝາຍ ເກົ່າທີ່ໄດ້ຜ່ານການສໍາຫລວດແລ້ວ ໃນທ້າຍປີ 2022 ຈໍານວນ 2 ໂຮງ ຮຽນ ຄື: ໂຮງຮຽນສາມັນກິນນອນ ຊົນເຜົ່າວັງວຽງ ແຂວງວຽງຈັນ ແລະ ໂຮງຮຽນສາມັນກິນນອນຊົນ ເຜົ່າ ແຂວງອຸດົມໄຊ, ທັງໝົດຕ້ອງ ມີການສະຫລຸບລາຍງານ,ຈຳນວນ ເງິນທັງໝົດ100ລ້ານກີບໂດຍມອບ ໃຫ້ສູນພັດທະນາຜູ້ປະກອບກິິດຈະ ການ ລາວ-ອິນເດຍ ເພື່ອນໍາໃຊ້ເຂົ້າ ໃນການຈັດຕັ້ງກິດຈະກຳ, ວັດຖຸ-ອຸ ປະກອນສະໜອງໃຫ້ແຕ່ລະໂຮງ ຮຽນເປົ້າໝາຍ ແລະ ບໍລິຫານໂຄງ ການ ໃຫ້ສໍາເລັດຕາມເປົ້າໝາຍທີ່ກຳ ນົດໄວ້ໃນ .0A ຂອງໂຄງການ. ຂ່າວ: ສົງການ ພັນແພງດີ ຂປລ. ພະນັກງານບໍລິສັດລາວ ໂທລະຄົມ ຈາກສຳນັກງານໃຫຍ່ ແລະ ບັນດາສາຂາທົ່ວປະເທດໄດ້ ສຳເລັດຍົກລະດັບຄວາມຮູ້ການ ເປັນພິທີກອນທາງການ ແລະ ພິທີ ກອນການຕະຫລາດ ໃນວັນທີ 5 ພຶດສະພາ 2023 ທີ່ນະຄອນຫລວງ ວຽງຈັນ ພາຍຫລັງດຳເນີນມາເປັນ ເວລາ 3 ວັນ ໂດຍມີ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຂົ້າຮ່ວມໃນພິທີ. ທ່ານ ຄຳຫລ້າ ຍອຍສາຍຄຳ ຫົວໜ້າສະຖາບັນ ສື່ມວນຊົນກະ ຊວງຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ:ຊຸດ ອົບຮົມຄັ້ງນີ້, ໄດ້ເຊື້ອເຊີນວິທະຍາ ກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ປະສົບການຈາກຫ້ອງການກະ ຊວງ ຖວທ ແລະ ໂທລະພາບແຫ່ງ ຊາດລາວ ທີ່ມີວິຊາສະເພາະກ່ຽວ ກັບວຽກພິທີກອນ ແລະ ມີປະສົບ ການສູງທາງດ້ານພິທີກອນມາຖ່າຍ ທອດບົດຮຽນແລະປະສົບການໂດຍ ສະເພາະສິລະປະ ແລະ ເຕັກນິກ ການເວົ້າ, ການກຽມຄວາມພ້ອມ, ການດຳເນີນງານແຕ່ລະຂັ້ນຕອນ ແລະ ການຊ່ວຍເຫລືອ ແລະ ແກ້ໄຂ ສຸກເສີນ ເຊິ່ງຜ່ານການຮຽນ-ການ ສອນສຳມະນາກອນ ໄດ້ມີຄວາມຮູ້ ເພີ່ມກ່ຽວກັບການເປັນພິທີກອນ, ສາມາດນໍາເອົາບົດຮຽນໄປນໍາໃຊ້ ໃນວຽກງານຕົວຈິງຕາມຄວາມ ເໝາະສົມ. ໂອກາດນີ້, ທ່ານ ອຸ່ນທວງ ຂາວພັນ ໄດ້ສະແດງຄວາມຊົມເຊີຍ ຕໍ່ສະຖາບັນສື່ມວນຊົນ, ວັດທະນະ ທຳ ແລະ ທ່ອງທ່ຽວ ແລະ ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ທີ່ໄດ້ຈັດຊຸດຝຶກອົບຮົມດັ່ງກ່າວ ເຊິ່ງບັນດາບົດຮຽນ ແລະ ປະສົບ ການທີ່ວິທະຍາກອນ ໄດ້ຖ່າຍທອດ ສົ່ງຕໍ່ຄວາມຮູ້ໃຫ້ສຳມະນາກອນ ລ້ວນແຕ່ແມ່ນທິດສະດີ ແລະ ເຕັກ ນິກທີ່ຖືກນຳໃຊ້ໃນລະດັບພາກພື້ນ ແລະສາກົນ,ພາຍຫລັງສຳເລັດການ ຝຶກອົບຮົມບັນດາສຳມະນາກອນ ສາມາດເປັນພິທີກອນໄດ້ແລ້ວ ເຊິ່ງ ການເປັນພິທີກອນທີ່ໜ້າສົນໃຈນັ້ນ ສິ່ງສຳຄັນແມ່ນການນຳໃຊ້ເຕັກນິກ ທຸກໆຂັ້ນຕອນ ນັບຕັ້ງແຕ່ເລີ່ມຕົ້ນ ໃນເວທີຈົນສິ້ນສຸດໃນງານໃດໜຶ່ງ ຈະແມ່ນພິທີທາງການ ຫລື ການຕະ ຫລາດ ເພື່ອສົ່ງເສີມການຂາຍສິນ ຄ້າຄວນເອົາໃຈໃສ່ນຳໃຊ້ພາສາ ລາວໃຫ້ຖືກຕ້ອງຊັດເຈນ ເພື່ອເປັນ ການອະນຸລັກຮັກສາພາສາລາວ ແລະ ເພື່ອປະຊາສຳພັນໃຫ້ລູກຄ້າ ໄດ້ເຂົ້າໃຈດີທັງຜູ້ຢູ່ໃນເມືອງ ແລະ ຢູ່ຊົນນະບົດ ເນື່ອງຈາກວ່າການນຳ ໃຊ້ຜະລິດຕະພັນຂອງບໍລິສັດລາວ ໂທລະຄົມມະນາຄົມມະຫາຊົນແມ່ນ ຫລາຍທີ່ສຸດ ສາມາດເວົ້າໄດ້ວ່າ ກວມເອົາທົ່ວປະເທດລາວ. ພ້ອມນີ້, ທ່ານ ອຸ່ນທວງ ຂາວພັນ ຍັງສະແດງຄວາມເຊື່ອໝັ້ນວ່າ: ບັນດາສຳມະນາກອນຈະນຳເອົາ ຄວາມຮູ້ໃນຄັ້ງນີ້ ໄປຈັດຕັ້ງປະຕິບັດ ຕົວຈິງ ຢູ່ໃນວຽກງານທີ່ຕົນຮັບຜິດ ຊອບເພື່ອນຳໃຊ້ໃນວຽກງານໂຄສະ ນາປະຊາສຳພັນກິດຈະກຳຕ່າງໆ ໃນຮູບແບບການຕະຫລາດ ສົ່ງເສີມ ການຂາຍສິນຄ້າແລະການບໍລິການ, ດ້ວຍຄຸນນະພາບທີ່ດີ, ຖືກຕ້ອງ, ຊັດເຈນ ເຮັດໃຫ້ລູກຄ້າຫລົງໄຫລ ແລະ ພໍໃຈຍິ່ງໆຂຶ້ນໃນທ່າມກາງສະ ພາບແວດລ້ອມການດຳເນີນທຸລະ ກິດທີ່ມີການແຂ່ງຂັນທາງດ້ານ ການຕະຫລາດ ໃນປັດຈຸບັນ. ຂ່າວ-ພາບ: ກິດຕາ

RkJQdWJsaXNoZXIy MTc3MTYxMQ==