v5 fq ,w- 4n ;Pd'kodkomj v'mj P; gxa o[5 ]y ,tly f.o0tc|'glf4tdy f{la '7q , ma [oa ddy ]k]k; pkfwfh s]Pog'o8nj y , 3 gfn vo8Q oxu lxx ]k; lqj 'vvdrn f{ zt]y f8tra orn fwfh 3 ]h kod;j k38o okpq d]a f4t,q o8u 9tgfu omk'g0Q kIj ;, dv'xt-5 ,l5 fpvfvk-Po 7A 'mu 42 dkooe0A ol6 'csj ' lxx ]k; lqj 'lkov;prvog4y '76j Ij ;,8ec|j ' dq ,d;fdk gxu f0t[;oc0j '0a o{ ph v'p= Ia d-kf c]t ra fmtok ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 09.05.2023 ປີທີ 22 ສະບັບທີ 5.614 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j -q ,g-u p;a omu 1 rb fltrk 7q [Iv[ 137 xu 1j k'l5 5 f.9K ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 7 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 6 ອ່ານຕໍ່ໜ້າ 2 ຂປລ. ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີ ແຫ່ງສາທາລະນະລັດ ອິນໂດເນເຊຍ, ໃນຖານະເປັນ ປະທານອາຊຽນ ປີ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຈະເດີນທາງໄປເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ພາຍໃຕ້ຄໍາຂວັນ “ອາຊຽນມີ ຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ” ຊຶ່ງຈະຈັດຂຶ້ນໃນ ວັນທີ 10-11 ພຶດສະພາ 2023, ທີ່ລາບວນ ບາໂຈ, ສ ອິນໂດເນເຊຍ. ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້, ທ່ານນາຍົກລັດ ຖະມົນຕີ ພ້ອມດ້ວຍຄະນະຍັງຈະໄດ້ເຂົ້າຮ່ວມກອງປະຊຸມພົບປະລະ ຫວ່າງ ຜູ້ນຳອາຊຽນ ກັບຜູ້ຕາງໜ້າສະມັດຊາລັດຖະສະພາອາຊຽນ (AIPA); ກອງປະຊຸມພົບປະລະຫວ່າງ ຜູ້ນຳອາຊຽນ ກັບຜູ້ຕາງໜ້າ ຊາວໜຸ່ມອາຊຽນ; ກອງປະຊຸມພົບປະ ລະຫວ່າງຜູ້ນຳອາຊຽນກັບຜູ້ ຕາງໜ້າສະພາທີ່ປຶກສາທຸລະກິດອາຊຽນ; ກອງປະຊຸມພົບປະ ລະຫວ່າງ ຜູ້ນຳອາຊຽນ ກັບໜ່ວຍງານສະເພາະກິດລະດັບສູງ ວ່າດ້ວຍວິໄສທັດ ອາຊຽນ ຫລັງປີ 2025 ແລະ ພົບປະສອງຝ່າຍກັບບັນດາຜູ້ນຳຂອງ ບັນດາປະເທດສະມາຊິກອາຊຽນ. ຂປລ. ແຂວງອຸດົມໄຊ ເປັນ ແຂວງພູດອຍມີເນື້ອທີ່ກວມປະມານ 85%, ມີເງື່ອນໄຂ ແລະ ທ່າແຮງ ຫລາຍດ້ານ, ເປັນຈຸດໃຈກາງມີເສັ້ນ ທາງຄົມມະນາຄົມທາງບົກ, ທາງ ນ້ຳ, ທາງອາກາດສາມາດເຊື່ອມ ໂຍງກັບບັນດາແຂວງພາຍໃນແລະ ປະເທດເພື່ອນບ້ານ, ມີຊັບພະຍາ ກອນທຳມະຊາດທີ່ສວຍງາມ ແລະ ໂດດເດັ່ນ, ໂດຍການນຳຂອງແຂວງ ໄດ້ກຳນົດວຽກງານການທ່ອງ ທ່ຽວເປັນບຸລິມະສິດ ໃນຂະແໜງ ເສດຖະກິດ-ສັງຄົມ. ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ໄດ້ໃຫ້ສຳ ພາດຕໍ່ນັກຂ່າວສຳນັກຂ່າວສານປະ dkoxa [x5 'l5 0trk[0v'c,j c]t gfa dgdu f.\j c,j ogxQ k\kpdkora fmtokc[[pn opq ' 3I'\= l6 odk' 103 lk,kfdv[d6h -u ;y f7q og9a [crh 1k0A oI5 ocI' leg]a f -h k'xj k me]kpzq o]tx6 d xt-k-q o[h kor6 cmo g,n v's]k xu oU oa dmj v'mj P;g0Q k,kmj P; 8kfg]kt{8kfIa '|kc|h o ທ່ານ ອ່ອນແກ້ວ ອຸ່ນອາລົມ ເທດລາວ ເມື່ອບໍ່ດົນນີ້ວ່າ: ປັດຈຸ ບັນ, ການນຳແຂວງອຸດົມໄຊ ໄດ້ມີວິ ໄສທັດ ເພື່ອພັດທະນາວຽກງານ ການທ່ອງທ່ຽວ, ພ້ອມສົ່ງເສີມການ ຂປລ. ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຫລາ, ແຂວງອຸດົມໄຊ ລາຍງານໃຫ້ຮູ້ວ່າ:ເມື່ອບໍ່ດົນມາ ຂປລ. ເມື່ອບໍ່ດົນມານນີ້, ໂຮງໝໍ ສູນກາງ 103 ກອງທັບປະຊາຊົນ ລາວ ໄດ້ຮັບຄົນເຈັບສົ່ງຕໍ່ມາຈາກ ແຂວງຫລວງພະບາງ ເພດຊາຍ ອາຍຸ 34 ປີ ອາຊີບກໍາມະກອນ, ຄົນເຈັບມາໃນສະພາບເຄິ່ງຮູ້ສະຕິ, ກະວົນກະວາຍ, ຮ້ອງຄາງດ້ວຍ ຄວາມເຈັບປວດ, ອິດເມື່ອຍ, ຫາຍ ໃຈຫອບ,ຜິວໜັງທົ່ວຮ່າງກາຍໄດ້ ລອກອອກເກືອບໜົດເນື່ອງຈາກແພ້ ຢາປະເພດຮຸນແຮງ. ພາຍຫລັງມາຮອດພະແນກສຸກ ເສີນ, ທີມງານແພດ-ໝໍ ໄດ້ເອົາໃຈ ໃສ່ດ້ວຍຄວາມຮັບຜິດຊອບສູງ, ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ທ່ານ ມີເກນ ດີເອັດສ-ກາແນນ ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ ເນື່ອງໃນໂອກາດໄດ້ຮັບ ການເລືອກຕັ້ງອີກໜຶ່ງສະໄໝ. ເນື້ອໃນສານລະບຸວ່າ: ໃນນາມປະຊາຊົນລາວ ແລະ ໃນນາມສ່ວນ ຕົວ, ຂ້າພະເຈົ້າຂໍສະແດງຄວາມຍິນດີ ແລະ ສົ່ງຄຳຊົມເຊີຍຢ່າງຈິງໃຈ ມາຍັງສະຫາຍ ເນື່ອງໃນໂອກາດທີ່ສະຫາຍ ໄດ້ຮັບການເລືອກຕັ້ງໃຫ້ ດໍາລົງຕໍາແໜ່ງເປັນປະທານປະເທດ ແຫ່ງ ສາທາລະນະລັດ ກູບາ ອີກ ສະໄໝໜຶ່ງ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງສະຫາຍ, ລັດຖະ ບານ ແລະ ປະຊາຊົນກູບາ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສໍາເລັດອັນ ໃຫຍ່ຫລວງ ແລະ ຮອບດ້ານ ໃນການສ້າງສາພັດທະນາປະເທດຊາດ ເພື່ອຄວາມສົມບູນພູນສຸກຂອງ ປະຊາຊົນກູບາ ອ້າຍນ້ອງ. ຂປລ. ທ່ານ ບີຢອນ ແອນເດີສັນ ຜູ້ອໍານວຍການສະຫະປະຊາຊາດ ກອງທຶນປະຊາກອນ ປະຈຳພາກ ພື້ນອາຊີ-ປາຊີຟິກ ໄດ້ມີຄຳຄິດ ຄວາມເຫັນ ເນື່ອງໃນໂອກາດວັນ ຜະດຸງຄັນສາກົນ ວັນທີ 5 ເດືອນ ພຶດສະພາ 2023ວ່າ: ການປັບປຸງສຸ ຂະພາບຂອງແມ່ ແລະ ເດັກເກີດໃໝ່ ແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງ ເປົ້າໝາຍການພັດທະນາແບບຍືນ ຍົງ,ໃນຖານະປະຊາກອນໂລກພວກ ເຮົາມີຄວາມມຸ່ງໝັ້ນທີ່ຈະຢຸດຕິ ການເສຍຊີວິດຂອງແມ່ ແລະ ເດັກ ເກີດໃໝ່ທີ່ສາມາດປ້ອງກັນໄດ້. ເຖິງວ່າຈະມີຄວາມຈຳເປັນ ເພື່ອ ເພີ່ມທະວີການລົງທຶນໃສ່ວຽກງານ ຜະດຸງຄັນກໍ່ຕາມ, ແຕ່ອາຊີບນີ້ກໍຍັງ ຂາດທຶນຮອນຢ່າງໜັກໜ່ວງຊຶ່ງສົ່ງ ຜົນສະທ້ອນຢ່າງຮ້າຍແຮງຕໍ່ແມ່, ເດັກ ແລະ ທົ່ວສັງຄົມ. ອົງການອະນາໄມໂລກ ໃຫ້ຮູ້ ນີ້ ຊ້າງປ່າເຂົ້າມາທຳລາຍຜົນລະ ປູກ, ຕູບ ແລະ ຖຽງນາ ຂອງປະ ທຸກຂັ້ນຕອນຕ້ອງຢູ່ໃນສະພາບ ເລັ່ງດ່ວນ ແລະ ຕິດຕາມອາການ ຢ່າງໃກ້ຊິກທຸກນາທີ ເພາະສະພາບ ຂປລ.ໃນວັນທີ 5 ພຶດສະພາ 2023, ກົມກວດກາ ກະຊວງການ ເງິນ ໄດ້ຈັດພິທີເລື່ອນສະມາຊິກພັກ ສໍາຮອງຂຶ້ນເປັນສະມາຊິກພັກສົມ ບູນ ແລະ ເປີດຂະບວນການແຂ່ງ ຂັນ-ຍ້ອງຍໍຮັກຊາດ ແລະ ພັດທະ ນາ(ແຕ່ປີ 2023-2025), ພ້ອມ ທັງສະຫລຸບວຽກງານສາມອົງ ການຈັດຕັ້ງມະຫາຊົນຂອງກົມ ກວດກາ ປະຈໍາປີ 2022 ແລະ ທິດ ທາງ ແຜນການປີ 2023 ໂດຍການ ເປັນປະທານຂອງ ສະຫາຍ ອຸບັນ ສຸພິດາ ກໍາມະການຄະນະບໍລິຫານ ງານພັກ, ເລຂາໜ່ວຍພັກຮາກ ຖານ, ຫົວໜ້າກົມກວດກາກະຊວງ ການເງິນ, ມີຄະນະກົມ, ຄະນະພະ ແນກ, ຕາງໜ້າຈາກຫ້ອງການກະ ຊວງ, ສາມອົງການຈັດຕັ້ງມະຫາ ຊົນ ແລະ ສະມາຊິກພັກ-ພະນັກງານ ທົ່ວກົມ ເຂົ້າຮ່ວມ. ສະຫາຍ ປະຫວັດ ພິລາວົງ ຫົວ ໜ້າພະແນກກວດກາພັກກົມກວດ ກາກະຊວງການເງິນ ໄດ້ຜ່ານມະ ຕົກລົງຂອງຄະນະປະຈໍາພັກກະ ຊວງ ການເງິນ ສະບັບ ເລກທີ 093/ ຄປຈ.ກງ, ລົງວັນທີ 21 ເມສາ 2023 ວ່າດ້ວຍການອະນຸມັດເລື່ອນ ສະມາຊິກພັກສຳຮອງຂຶ້ນເປັນສະ ມາຊິກສົມບູນ ເຊິ່ງປະກອບມີ 05 ສະຫາຍຄື: ສະຫາຍ ຕິ່ງຄໍາ ແກ້ວ ມະຫານິນ, ສະຫາຍ ຄໍາມີໄຊ ສາຍ ພາບປະກອບ
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 09/05/2023 xtgmf]k; ຊ້າງປ່າ ທຳລາຍ.... ອຸດົມໄຊ... ການນຳຂັ້ນສູງ.... 3 ເດືອນຕົ້ນປີ... ໂຮງໝໍສູນກາງ... ການປັບປຸງ... ກົມກວດກາ... ຂປລ. ຕາມການລາຍງານຂອງ ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າ ກົມປູກຝັງກະຊວງກະສິກຳແລະປ່າ ໄມ້ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໄລຍະ 3 ເດືອນຕົ້ນປີ 2023 ນີ້, ພາຍໃຕ້ ການນຳພາ-ຊີ້ນຳ ແລະ ຊຸກຍູ້ສົ່ງ ເສີມຈາກລັດຖະບານ ກໍຄື ກົມປູກ ຝັງກະຊວງກະສິກຳ ແລະ ປ່າໄມ້ ສາມາດເຮັດໃຫ້ການສົ່ງອອກພືດ ແລະ ຜະລິດຕະພັນພືດ ຜ່ານດ່ານ ກັກກັນພືດ ໄດ້ທັງໝົດ 3 ລ້ານ ໂຕນ, ຄິດເປັນມູນຄ່າທັງໝົດ 500 ລ້ານກວ່າໂດລາສະຫະລັດ, ທຽບ ໃສ່ແຜນການປະຕິບັດໄດ້ແລ້ວ 56,40% (ແຜນການປີ 2023 ແມ່ນ 900 ລ້ານໂດລາສະຫະລັດ), ທຽບໃສ່ໄລຍະດຽວກັນຂອງປີ 2022 ຜ່ານມາ ປະຕິບັດໄດ້ລື່ນ19 ລ້ານກວ່າໂດລາສະຫະລັດ ຫລື ລື່ນ 5%. ທ່ານ ບຸນຈັນ ກົມບຸນຍະສິດ ຍັງ ໃຫ້ຮູ້ອີກວ່າ: ສຳລັບສິນຄ້າທີ່ສົ່ງ ອອກປະກອບມີ: ມັນຕົ້ນ (ດິບ, ແຫ້ງ, ແປ້ງ)ສົ່ງອອກ1.936.309 ໂຕນ, ອ້ອຍ 230.987 ໂຕນ, ໝາກກ້ວຍ 269.979 ໂຕນ, ໝາກ ໃນໂອກາດນີ້, ຂ້າພະເຈົ້າຢືນ ຢັນຄືນຄວາມໝາຍໝັ້ນທີ່ຈະເຮັດ ວຽກ ຢ່າງໃກ້ຊິດຮ່ວມກັບສະຫາຍ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດ ຕະພາບທີ່ເປັນມູນເຊື້ອ, ຄວາມສາ ມັກຄີຖານສະຫາຍອ້າຍນ້ອງ ແລະ ການພົວພັນຮ່ວມມືທີ່ມີ ໝາກຜົນ ລະຫວ່າງ ສອງປະເທດພວກເຮົາ ໂດຍສະເພາະ ແມ່ນສືບຕໍ່ຜັນຂະ ຫຍາຍໝາກຜົນການພົບປະຜ່ານວິ ດີໂອທາງໄກ ລະຫວ່າງ ຂ້າພະເຈົ້າ ແລະ ສະຫາຍ ໃນປີ 2022 ທີ່ຜ່ານ ມາ ໃຫ້ປະກົດຜົນ ເປັນຈິງ. ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍອວຍພອນໄຊອັນປະ ເສີດມາຍັງສະຫາຍ ຈົ່ງມີສຸຂະພາບ ແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີ ກຽດຂອງສະຫາຍ. ໃນໂອກາດດຽວກັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີແຫ່ງ ສປປ ລາວ ກໍໄດ້ສົ່ງສານ ອວຍພອນເຖິງ ທ່ານ ມານູເອັນ ມາເຣໂຣ ກຣູຊ໌ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ແລະ ທ່ານ ສະເຫລີມໄຊ ກົມມະສິດ ຮອງ ນາຍົກລັກຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສ ປປ ລາວ ກໍໄດ້ສົ່ງສານອວຍພອນເຖິງ ທ່ານ ບຣູໂນ ໂຣດຣີເກັຊ໌ ປາຣີຢາ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສາທາລະນະລັດ ກູບາ ເນື່ອງໃນໂອກາດໄດ້ຮັບການເລືອກ ຕັ້ງອີກສະໄໝໜຶ່ງເຊັ່ນດຽວກັນ. ໂມ 86.420 ໂຕນ ແລະ ສາລີ ແຂງ 49.235 ໂຕນ ເຊິ່ງສ່ວນ ໃຫຍ່ແມ່ນສົ່ງອອກໄປ ສປ ຈີນ, ຫວຽດນາມ ແລະ ໄທ. ສຳລັບການນຳເຂົ້າພືດ ແລະ ຜະລິດຕະພັນພືດຜ່ານດ່ານກັກ ກັນພືດສາກົນ, ນຳເຂົ້າທັງໝົດ 98.671 ໂຕນ, ຄິດເປັນມີມູນຄ່າ 21 ລ້ານກວ່າໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນຂອງປີ 2022 ຜ່ານມາ, ນຳເຂົ້າເພີ່ມຂຶ້ນ3 ລ້ານກວ່າໂດລາສະຫະລັດ ຫລື ເພີ່ມ ຂຶ້ນ 18% ເຊິ່ງສິນຄ້າທີ່ນໍາເຂົ້າ ສ່ວນໃຫຍ່ແມ່ນບໍ່ສາມາດຜະລິດຢູ່ ສປປ ລາວ ພວກເຮົາໄດ້ເປັນຕົ້ນ ໄມ້ກະຖິນນະລົງ ນຳເຂົ້າ 53.925 ໂຕນ, ກາກຖົ່ວເຫລືອງ 6.755 ໂຕນ, ກາກສະກັດເມັດພືດ 1.012 ໂຕນ ແລະ ກາກສາລີ 2.195 ໂຕນ. ໃນນັ້ນ, ແມ່ນນຳເຂົ້າຈາກປະເທດ ຫວຽດນາມ, ໄທ, ອິນເດຍ, ສະຫະ ລັດອາເມລິກາ, ຈີນ, ແບນຊິກ ແລະ ສະວີເດັນ. ຂ່າວ-ພາບ: ທະນູທອງ ຈູມມະນີ, ສະຫາຍ ທິດຕາວັນ ເທບເທວາ, ສະຫາຍ ທິບພະເນດ ດວງວິໄລ ແລະ ສະຫາຍ ຊີ້ງທະໄຊ ນວນຫຸ່ນ. ໂອກາດນີ້, ສະຫາຍອຸບັນສຸພິດາ ໃຫ້ຮູ້ວ່າ: ອີງຕາມການຊີ້ນໍາ-ນໍາພາ ຂອງອົງຄະນະພັກ-ຄະນະນໍາກະ ຊວງການເງິນ ເຊິ່ງຄະນະບໍລິຫານ ງານພັກກະຊວງການເງິນ ໄດ້ປັບ ປຸງແບບແຜນວິທີການເຮັດວຽກ ຂອງຄະນະພັກຄືນໃໝ່ ກໍຄືການ ຮ່ວມຊີວິດພັກໄປຄຽງຄູ່ກັບການ ບໍລິຫານລັດ ແລະ ວຽກງານສາມ ອົງການຈັດຕັ້ງພ້ອມໆກັນ; ຂະນະ ດຽວກັນ, ເລຂາໜ່ວຍພັກຮາກຖານ ກົມກວດກາ ໄດ້ມອບມະຕິຕົກລົງ ໃຫ້ສະມາຊິກພັກສົມບູນ 05 ສະ ຫາຍ ແລະ ໄດ້ກ່າວຍ້ອງຍໍຊົມເຊີຍ ບັນດາສະມາຊິກພັກສົມບູນໃໝ່ທີ່ ໄດ້ຝຶກຝົນຫລໍ່ຫລອມຕົນເອງ ຈົນ ກາຍເປັນກໍາລັງແຮງຂອງພັກ-ລັດ ໃນການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ກໍຄືການ ເຮັດສໍາເລັດໜ້າທີ່ການເມືອງ ທີ່ ພັກ- ລັດ ມອບໝາຍໃຫ້ສາມາດສູ້ ຊົນຈາກມະຫາຊົນກ້າວໜ້າຂຶ້ນມາ ເປັນສະມາຊິກພັກສໍາຮອງ ແລະ ໄດ້ ເລື່ອນເປັນສະມາຊິກພັກສົມບູນ. ສໍາລັບວຽກງານແຂ່ງຂັນຍ້ອງຍໍ ຮັກຊາດ ແລະ ພັດທະນາ, ຊາຊົນທີ່ເຮັດນາ ຢູ່ເຂດຫ້ວຍຊະ ບ້ານພູແທນ ເມືອງຫລາ ລວມມູນ ຄ່າເສຍຫາຍປະມານ 40 ລ້ານກວ່າ ກີບ (ຄັ້ງນີ້ເປັນຄັ້ງທີສາມ ຈາກ ການທຳລາຍຂອງຊ້າງປ່າ) ໂດຍ ອົງການຈັດຕັ້ງບ້ານ ແລະ ກຸ່ມຄອບ ຄົວທີ່ໄດ້ຮັບຜົນກະທົບໄດ້ສະເໜີ ແລະ ຮຽກຮ້ອງໃຫ້ອົງການປົກ ຄອງເມືອງ ແລະ ພາກສ່ວນກ່ຽວ ຂ້ອງທຸກຂັ້ນເຂົ້າມາຊ່ວຍເຫລືອ ແລະ ແກ້ໄຂບັນຫາດັ່ງກ່າວ. ຄົນເຈັບຢູ່ໃນຂັ້ນວິກິດຫລາຍ. ພາຍ ຫລັງ, ຜູ້ຊ່ຽວຊານສະເພາະທາງ ປະເມີນສະພາບລວມ ແລະ ຄວາມ ສ່ຽງ, ຈຶ່ງໄດ້ນໍາສ່ົງປິ່ນປົວຕໍ່ທີ່ພະ ແນກມໍລະສຸມຟື້ນຟູຊີບ ໂດຍໄດ້ເອົາ ໃຈໃສ່ເບິ່ງແຍງຢ່າງໃກ້ຊິດ: ອາ ການຊີວິດ, ຈັງຫວະຫາຍໃຈ, ປະລິ ມານອົກຊີຮ່າງກາຍ, ບັນດາທາດ ອາຍ ໃນເລືອດ, ຮັກສາການດຸນ ດ່ຽງນໍ້າ ແລະ ບັນດາທາດໃນຮ່າງ ກາຍ, ຮັບປະກັນການກິນດື່ມທາງ ສາຍຢ່າງໃຫ້ພຽງພໍ, ຕິດຕາມປະ ລິມານນໍ້າຍ່ຽວຢ່າງໃກ້ຊິດ ເພື່ອປະ ເມີນຄວາມສ່ຽງມີຜົນກະທົບເຖິງ ໜ້າທີ່ການໄຂ່ຫລັງ, ບົວລະບັດຮ່າງ ກາຍທີ່ບໍມີຜີວໜັງຫໍ່ຫຸ້ມ ເພື່ອບໍໃຫ້ ຕິດເຊື້ອເຂົ້າໄປໃນກະແສເລືອດ, ອະນາໄມບົວລະບັດຄົນເຈັບໃຫ້ສະ ອາດ. ຜ່ານໄລຍະປິ່ນປົວເປັນເວລາ 5 ອາທິດ ດ້ວຍຄວາມເອົາໃຈໃສ່ ສູງຈາກແພດ-ໝໍ, ຄົນເຈັບສະມາດ ລຸກນັ່ງໄດ້, ຍ່າງໄດ້ບາດກ້າວທໍາ ອິດ ແລະ ສຸດທ້າຍກໍຫາຍດີໄດ້ກັບ ຄືນບ້ານຢ່າງປອດໄພ. ຜົນສໍາເລັດການເຊີດຊູ, ປິ່ນປົວ ແລະ ບົວລະບັດຄົນເຈັບແພ້ຢາປະ ເພດຮຸນແຮງຄັ້ງນີ້ ແມ່ນໝາກຜົນ ຂອງນໍ້າໃຈຮັບຜິດຊອບຢ່າງສູງ ສົ່ງ, ຄວາມຮູ້ຄວາມສະມາດໃນ ການປະເມີນຕີລາຄາທາງດ້ານ ການແພດອັນຊັດເຈນ, ການບົວລະ ບັດພະຍາບານຄົນເຈັບຢ່າງບ່ໍຮູ້ອິດ ຮູ້ເມື່ອຍ, ບໍ່ຢ້ານກົວຄວາມເໝັນ ຄາວ, ການປະສານງານບັນດາພະ ແນກການໃນທົ່ວໂຮງໝໍ ໄດ້ຢ່າງ ກົມກຽວ. ກົມກວດກາ ໄດ້ສ້າງແຜນຂະບວນ ການແຂ່ງຂັນ(ແຕ່ປີ 20232025) ພາຍໃຕ້ຄໍາຂັວນ: “ຍົກສູງ ວຽກງານກວດກາຮອບດ້ານ, ຕ້ານ ການຮົ່ວໄຫລງົບປະມານ” ໂດຍປະ ຕິບັດຕາມທິດນໍາຂອງພັກປະຊາ ຊົນປະຕິວັດລາວ ທີ່ວ່າ: “ບໍ່ມີການ ກວດກາ ແມ່ນບໍ່ມີການນໍາພາ”ຕິດ ພັນກັບວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ. ເພື່ອ ເປັນການຍົກສູງວຽກງານກວດກາ ໃຫ້ສູງຂຶ້ນຮອບດ້ານ ແລະ ເປັນຮູບ ປະທໍາ; ພະນັກງານ-ສະມາຊິກພັກ ຕ້ອງມີສະຕິຕື່ນຕົວປະຕິບັດຫລັກ ການເຊີດຊູນນໍ້າໃຈຮັກຊາດ ແລະ ພັດທະນາຕາມແນວທາງຂອງລັດ ຖະບານ ກໍຄືກະຊວງການເງິນ. ນອກນີ້, ກອງປະຊຸມຍັງໄດ້ສະຫລຸບ ວຽກງານ 03 ອົງການຈັດຕັ້ງຂອງ ກົມກວດກາ ປີ 2022 ແລະ ທິດ ທາງແຜນການ ປີ 2023 ເຊິ່ງ ຢູ່ ພາຍໃຕ້ການນໍາພາ-ຊີ້ນໍາຂອງ ໜ່ວຍພັກຮາກຖານກົມກວດກາ. ຜ່ານການຈັດຕັ້ງປະຕິບັດວຽກງານ ຂອງສາມອົງການຈັດຕັ້ງມະຫາ ຊົນຂອງກົມກວດກາ ໃນໄລຍະປີ 2022 ໄດ້ສໍາເລັດວຽກງານໃນ ຫລາຍດ້ານເຊັ່ນ: ວຽກງານສຶກສາ ອົບຮົມການເມືອງແນວຄິດ, ວຽກ ງານການຈັດຕັ້ງ ຄື: ໜ່ວຍກໍາມະ ບານຮາກຖານ, ໜ່ວຍຊາວໜຸ່ມ ແລະ ສະຫະພັນແມ່ຍິງ ໄດ້ສ້າງຂະ ບວນການ ແລະ ກິດຈະກໍາຕ່າງໆ ພ້ອມທັງເຄື່ອນໄຫວວຽກງານວິຊາ ສະເພາະທີ່ຕິດພັນກັບ 04 ໜ້າວຽກ ຫລັກຂອງຂອງກົມ ຄື: ວຽກງານ ກວດກາພັກ, ກວດກາລັດ, ວຽກ ງານຕ້ານການລໍ້ລາດບັງຫລວງ ແລະ ສືບສວນ-ສອບສວນ ແລະ ວຽກງານແກ້ໄຂຜົນການກວດ ສອບ-ກວດກາ. ກອງປະຊຸມຄັ້ງນີ້ຍັງໄດ້ມອບໃບ ຍ້ອງຍໍໃຫ້ພະນັກງານ-ລັດຖະກອນ ຂອງກົມກວດກາທີ່ມີຜົນງານດີເດັ່ນ ປະຈໍາປີ 2021 ເຊິ່ງມອບໂດຍ ທ່ານ ອຸບັນ ສຸພິດາ ຫົວໜ້າກົມກວດ ກາກະຊວງການເງິນ. ຄັນ ແມ່ນໄດ້ສົ່ງເສີມວິຖີການດຳລົງ ຊີວິດບັນດາເຜົ່າທີ່ເປັນເອກະລັກ ດັ້ງເດີມ, ມີຮີດຄອງປະເພນີ ແລະ ງານເທສະການຕ່າງໆ ເຊັ່ນ: ບຸນປີ ໃໝ່ລາວ, ບຸນບັ້ງໄຟ, ຫໍ່ເຂົ້າປະດັບ ດິນ, ໄຫລເຮືອໄຟ, ຊ່ວງເຮືອ, ບຸນ ປົດປີ, ບຸນກິນຈຽງ ແລະ ອື່ນໆ. ພ້ອມກັນນີ້, ກໍໄດ້ອະນຸລັກປົກ ປັກຮັກສາວັດທະນະທໍາ, ຮີດຄອງ ປະເພນີອັນດີງາມທ້ອງຖິ່ນ ແລະ ສິ່ງແວດລ້ອມໃຫ້ຍືນຍົງ, ຊຸກຍູ້ສົ່ງ ເສີມສະມາຄົມການທ່ອງທ່ຽວ ເຮັດ ຕະຫລາດໂຄສະນາການທ່ອງທ່ຽວ ຜ່ານສື່ຕ່າງໆ ໃຫ້ມີຄວາມຫລາກ ຫລາຍກວ້າງຂວາງ ທັງພາຍໃນ ແລະ ຕ່າງປະເທດ; ສົ່ງເສີມການ ທ່ອງທ່ຽວໃຫ້ສອດຄ່ອງເງື່ອນ ໄຂຄວາມສາມາດ ໃນການຮອງຮັບ ເລືອກເຟັ້ນ ຈັດບຸລິມະສິດໃນການ ພັດທະນາຢ່າງມີຈຸດສຸມ ແລະ ມີ ເປົ້າໝາຍແນ່ນອນ; ພັດທະນາການ ທ່ອງທ່ຽວຕິດກັບວຽກປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ອົງປະກອບເສດຖະກິດ ຂອງແຂວງໄດ້ຂະຫຍາຍຕົວຢ່າງ ຕໍ່ເນື່ອງໜັກແໜ້ນ; ຊຸກຍູ້ພາກສ່ວນ ກ່ຽວຂ້ອງພາກລັດ, ພາກທຸລະກິດ ຈັດງານປະເພນີວັດທະນະທຳຊົນ ເຜົ່າ, ເທສະການອາຫານ ແລະ ອື່ນໆ ເພື່ອສົ່ງເສີມການທ່ອງທ່ຽວ. ໄປຄຽງຄູ່ກັບການພັດທະນາບຸກຄະ ລາກອນຂະແໜງການທ່ອງທ່ຽວ, ຜູ້ປະກອບການທຸລະກິດບໍລິການ ໃຫ້ມີຄວາມຮູ້ຄວາມສາມາດໃນລະ ດັບທີ່ແນ່ນອນ, ເພີ່ມທະວີດ້ານການ ນຳໃຊ້ນິຕິກຳທ່ອງທ່ຽວ, ກົດໝາຍ, ກົດລະບຽບ, ຂໍ້ກຳນົດຕ່າງໆ ເພື່ອ ສະດວກໃນການຄຸ້ມຄອງ ແລະ ການບໍລິການທີ່ປອດໄພ ໃຫ້ນັກ ທ່ອງທ່ຽວ. ຂ່າວ-ພາບ: ມະນີລັດ ວ່າ: ໃນປີ2020, ແມ່ຍິງ287.000 ຄົນເສຍຊີວິດໃນໄລຍະການຖືພາ ແລະໄລຍະການເກີດລູກໂດຍ94% ຂອງການເສຍຊີວິດເຫລົ່ານີ້ເກີດ ຂຶ້ນໃນບ່ອນທີ່ມີຊັບພະຍາກອນຕໍ່າ, ໃນແຕ່ລະມື້, ແມ່ຍິງປະມານ 800 ຄົນເສຍຊີວິດຈາກສາເຫດທີ່ສາ ມາດປ້ອງກັນໄດ້ທີ່ກ່ຽວຂ້ອງກັບ ການຖືພາ ແລະ ການເກີດລູກ. ຄວາມຈິງທີ່ໂຫດຮ້າຍນີ້ ແມ່ນການ ເຕືອນວ່າການລົງທຶນໃນການຜະ ດຸງຄັນບໍ່ແມ່ນທາງເລືອກເທົ່ານັ້ນ, ແຕ່ແມ່ນຄວາມຈໍາເປັນອັນຮີບດ່ວນ ເນື່ອງຈາກຜະດຸງຄັນມີທັກສະ ແລະ ຄວາມຊ່ຽວຊານໃນການເບິ່ງ ແຍງ ທີ່ຈໍາເປັນ ສໍາລັບແມ່ຍິງໃນໄລຍະ ລົງທຶນຂອງພາກລັດ, ພາກທຸລະ ກິດພາຍໃນ ແລະ ຕ່າງປະເທດເຂົ້າ ໃນການພັດທະນາໂຄງລ່າງພື້ນ ຖານດ້ານການທ່ອງທ່ຽວ ແລະຜະ ລິດຕະພັນການທ່ອງທ່ຽວຢ່າງ ມີຈຸດສຸມ-ຄົບວົງຈອນ. ທັງນີ້, ເພື່ອ ຮອງຮັບການທ່ອງທ່ຽວ ໂດຍປະຕິ ບັດໃຫ້ສ ອດຄ່ອງຕາມກົດລະບຽບກົດໝາຍການທ່ອງທ່ຽວ. ສິ່ງສຳ ຕາມການລາຍຂອງປະຊາຊົນ ໃນເຂດດັ່ງກ່າວໃຫ້ຮູ້ວ່າ: ຝຸງຊ້າງ ປ່າ ມີປະມານ 22 ໂຕ ໄດ້ເຂົ້າມາອາ ໄສຢູ່ເຂດຫ້ວຍຊະ ບ້ານພູແທນ ແຕ່ ປີ 2011-2012 ເປັນຕົ້ນມາ ໂດຍໄດ້ແຍກກັນຢູ່ເປັນ 2 ຝູງ, ຝູງ ໜຶ່ງມີ 18 ໂຕ ແລະ ອີກຝູງໜຶ່ງ ຢູ່ ຝາກເບື້ອງປ່າໜໍ່ຂົມຂອງບ້ານພູ ແທນ ຄາດວ່າຈະມີປະມານ 4 ໂຕ, ເຊິ່ງມັນໄດ້ເຂົ້າທຳລາຍຜົນລະປູກ ແລະ ຕູບ-ຖຽງນາຂອງປະຊາຊົນ ມາຕະຫລອດ, ຈຶ່ງເຮັດໃຫ້ປະຊາຊົນ ຈໍານວນ 15 ຄອບຄົວ ທີ່ເຮັດນາຢູ່ ເຂດຫ້ວຍຊະຕອນໃຕ້ໄດ້ຢຸດເຮັດນາ ປະເປັນນາເຮື້ອ, ຍັງເຫລືອ 9 ຄອບ ຄົວ ທີ່ຍັງສືບຕໍ່ເຮັດນາຢູ່ເຂດຫ້ວຍ ຊະຕອນເໜືອ ຈົນເຖິງປັດຈຸບັນ ໃນເນື້ອທີ່ທັງໝົດ 4.6 ເຮັກຕາ, ຜົນຜະລິດເຂົ້ານາໄດ້ 16 ໂຕນຕໍ່ປີ. ມາຮອດໄລຍະທ້າຍເດືອນມີນາ ຫາ ຕົ້ນເດືອນເມສາປີ2023ນີ້, ຝຸງ ຊ້າງປ່າດັ່ງກ່າວໄດ້ເຂົ້າມາທຳລາຍ ຜົນລະປູກ, ຕູບ ແລະ ຖຽງນາລວມ ທັງເຄື່ອງໃຊ້ໃນຄົວເຮືອນ ແລະ ອຸ ປະກອນການຜະລິດຂອງປະຊາຊົນ ຈຳນວນ 3 ຄັ້ງ ຄື: ຄັ້ງທຳອິດ ໃນ ວັນທີ 24 ມີນາ 2023 ຊ້າງ ໄດ້ມາ ທຳລາຍ ຕູບນາ ຂອງປະຊາຊົນຈຳ ນວນ 3 ຕຸບ, ປະກອບມີ 5 ຄອບຄົວ; ຄັ້ງທີສອງ ໃນວັນທີ 4 ເມສາ 2023 ຝູງຊ້າງປ່າ ໄດ້ກັບມາທຳລາຍຖຽງ ນາຈຳນວນ 2 ຫລັງ, ປະກອບມີ 3 ຄອບຄົວ ແລະ ຄັ້ງຫລ້າສຸດໃນວັນທີ 7 ເມສາ 2023 ຝູງຊ້າງດັ່ງກ່າວກໍ ໄດ້ກັບມາທຳລາຍຖຽງນາ1ຫລັງ, ມີ 1 ຄອບຄົວລວມມູນຄ່າເສຍຫາຍ ທັງໝົດ 40 ລ້ານກວ່າກີບ. ທີ່ສໍາຄັນໃນຊີວິດຂອງພວກເຂົາ ແລະ ການສືບຕໍ່ລົງທຶນໃສ່ການຍົກ ລະດັບດ້ານທັກສະ ແລະ ການຝຶກ ອົບຮົມພວກເຂົາ ໂດຍສະເພາະໃນ ການຄຸ້ມຄອງອາການແຊກຊ້ອນໃນ ໄລຍະການຖືພາ ແລະ ໄລຍະການ ເກີດລູກ ແລະ ຫລັງເກີດລູກ. ທ່ານບີຢອນແອນເດີສັນຍັງໃຫ້ ຮູ້ອີກວ່າ: ການເບິ່ງແຍງຂອງຜະ ດຸງຄັນໄດ້ຂະຫຍາຍຕົວຢ່າງກວ້າງ ຂວາງສາມາດຫລີກລ່ຽງການຕາຍ ຂອງແມ່ຫລາຍກວ່າ 40%ພາຍໃນ ປີ 2035. ເຖິງຢ່າງໃດກໍຕາມອີງ ຕາມບົດລາຍງານສະຖານະການ ວຽກງານຜະດຸງຄັນຂອງໂລກ (ປີ 2021), ທົ່ວໂລກພວມຜະເຊີນກັບ ການຂາດແຄນຜະດຸງຄັນ900.000 ຄົນ, ດ້ວຍກໍາລັງແຮງງານທີ່ມີຢູ່ ພາຍໃຕ້ເງື່ອນໄຂທີ່ທ້າທາຍ. ເພື່ອ ປິດຊ່ອງຫວ່າງທີ່ສຳຄັນນີ້, ສະຫະ ປະຊາຊາດແລະ ບັນດາຄູ່ຮ່ວມມືໄດ້ ເລີ່ມຕົ້ນດຳເນີນຂໍ້ລິເລີ່ມຕ່າງໆ ເພື່ອ ເສີມຂະຫຍາຍກຳລັງແຮງງານ ຜະດຸງຄັນ ເປັນຕົ້ນ ພັນທະມິດເພື່ອ ປັບປຸງການສຶກສາດ້ານຜະດຸງຄັນ ກ້າວໄປສູ່ການບໍລິການສຸຂະພາບ ທາງເພດແລະສຸຂະພາບຈະເລີນພັນ ທີ່ມີຄຸນນະພາບ ໂດຍການໃຫ້ຄວາມ ສຳຄັນຕໍ່ການຝຶກອົບຮົມ, ການສຶກ ສາ ແລະ ການປະກອບອາຊີບຂອງ ຜະດຸງຄັນທັງຫລາຍ. ປະຊາຄົມໂລກຍັງລົງທຶນບໍ່ ພຽງພໍໃສ່ການສຶກສາ, ລະບຽບ ການແລະ ການນຳໃຊ້ຜະດຸງຄັນໃຫ້ ພຽງພໍ ເຊິ່ງຍັງມີຫລາຍຢ່າງທີ່ຕ້ອງ ໄດ້ດຳເນີນການ ຍ້ອນວ່າໃນຫລາຍ ບ່ອນທີ່ມີຊັບພະຍາກອນຕ່ຳຜະດຸງ ຄັນໄດ້ຮັບການຝຶກອົບຮົມບໍ່ໄດ້ດີ ເທົ່າທີ່ຄວນ, ບໍ່ໄດ້ຮັບການສະໜັບ ສະໜູນ ແລະ ໄດ້ຮັບຄ່າແຮງງານ ຕ່ຳ. ສະນັ້ນ, ການສ້າງຄວາມເຂັ້ມ ແຂງໃຫ້ແກ່ຜະດຸງຄັນສາມາດສ້າງ ຜົນໄດ້ຮັບໃນທາງບວກທີ່ຍືນຍົງ ໂດຍການຊ່ວຍຊີວິດ, ສ້າງຄອບຄົວ ທີ່ມີສຸຂະພາບດີຂຶ້ນ ແລະ ຊຸກຍູ້ຊຸມ ຊົນໃຫ້ມີຄວາມເຂັ້ມແຂງ ແລະ ມັນ ຮອດເວລາແລ້ວທີ່ເຮົາຕ້ອງຮ່ວມ ກັນປະຕິບັດຜະດຸງຄັນຢ່າງຕັ້ງໜ້າ.
xtgmf]k; 3 09/05/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຄ້ອງໃໝ່ © ມາລÆ າ າ ມÇ §ລາວ ma fltot0v'rtoa d'ko ,u 8+ 7j kcI''ko c]t lts;a ffu dko dkoxj Pocx'0v' ltrk[vkdkf [a osk3]d ົ¤§ໜÇ © ່າຕົ າ «ອ່¦ g,n v'v5 m5 ,rvo lqj 'glu ,dkolh k'lu ,n cI''ko.sh xt-k-q o ເນື່ອງໃນໂອກາດວັນກຳມະ ກອນ ໄດ້ໝູນວຽນມາຮອດອີກວາ ລະໜຶ່ງ ເຊິ່ງພະນັກງານທີ່ເຮັດວຽກ ຢູ່ຕາມໂຮງຈັກ ໂຮງງານຕ່າງກໍໄດ້ ສະແດງທັດສະນະຂອງຕົນຕໍ່ນະ ໂຍບາຍທີ່ທາງບໍລິສັດ, ໂຮງຈັກ ໂຮງງານໄດ້ໃຫ້ເຂົາເຈົ້າ ໂດຍສະ ເພາະແມ່ນສະຫວັດດີການ, ເວລາ ເຈັບເປັນທາງໂຮງຈັກ ໂຮງງານກໍ ໄດ້ເອົາໃຈໃສ່ຕໍ່ການປິ່ນປົວ, ເກີດ ລູກກໍມີນະໂຍບາຍພັກຕາມລະບຽບ ທີ່ໄດ້ກຳນົດໄວ້. ທ່ານນາງ ນ້ອຍ ສີຫາຈັກ ຫົວ ອາຊີບກະສິກໍາ ແມ່ນເປັນອີກ ອາຊີບໜຶ່ງທີ່ປະຊາຊົນລາວເຮົາ ຍຶດ ຖືເປັນອາຊີບທີ່ສ້າງລາຍຮັບເຂົ້າ ຄອບຄົວ ເພາະວ່າ ມີຄວາມຊໍານິ ຊໍານານ ມີຄວາມຄຸ້ນເຄີຍບາງຄົນ ກໍໃຫຍ່ມາພ້ອມກັບເຮັດການກະສິ ກໍາກໍວ່າໄດ້ ແຕ່ເມື່ອກ່ອນ ຍັງບໍ່ເປັນ ລັກສະນະວິຊາການ ແຕ່ດຽວນີ້ບໍ່ ວ່າພາກລັດ ແລະ ເອກະຊົນ ກໍໄດ້ລົງ ຊຸກຍູ້ປະຊາຊົນ ປູກຝັງລ້ຽງສັດໃຫ້ ເປັນສິນຄ້າ ຫລາຍຂຶ້ນ ຄືລ້ຽງແບບ ມີເຕັກນິກວິຊາການລ້ຽງແບບປະ ສົມປະສານໃນເນື້ອທີ່ດຽວກັນ ເພື່ອ ປະຢັດເນື້ອທີ່ ແລະ ສ້າງລາຍຮັບ ໄດ້ຫລາຍທາງເໝືອນກັບຄອບຄົວ ທ່ານ ພັນສີ ຫອມກິ່ງແກ້ວ ຢູ່ບ້ານ ກາງໂພສີ ເມືອງອຸທຸມພອນ ແຂວງ ສະຫວັນນະເຂດ, ອະດີດພະນັກງານ ນຳນານ ຮອງຫົວໜ້າຂະແໜງລ້ຽງ ຄາ 60 ພັນກີບ ເຊິ່ງໂດຍສະ ເລ່ຍ ແລ້ວ ຂາຍໄກ່ອອກ 4 ຊຸດກໍຕົກເປັນ ເງິນ 60 ກວ່າລ້ານກີບ ນອກນີ້ຍັງມີ ລາຍຮັບອື່ນໆອີກ ປີໜຶ່ງກໍຕົກຢູ່ປະ ມານ 100 ລ້ານກີບຕໍ່ປີ ຈາກການ ເຮັດກະສິກໍາແບບປະສົມປະສານ ເພາະນອກທີ່ເວົ້າມາຂ້າງເທິງແລ້ວ ກໍໄດ້ລ້ຽງງົວພັນປະສົມ 18 ໂຕ, ແບ້ 18 ໂຕ, ພ້ອມທັງປູກພືດປະສົມປະ ສານກັນ ເປັນຕົ້ນໝາກພ້າວ, ໝາກ ຮຸ່ງ, ໝາກກ້ວຍ, ໝາກພິກ, ໝາກ ຂຽບ ແລະ ອື່ນໆອີກ. ທ່ານພັນສີຍັງເວົ້າອີກວ່າ: ການ ເຮັດອາຊີບກະສິກໍາເປັນອາຊີບ ທີ່ ສາມາດສ້າງລາຍຮັບໄດ້ເປັນກອບ ເປັນກໍາ ໃຫ້ແກ່ປະຊາຊົນສະນັ້ນ, ຈຶ່ງຢາກໃຫ້ພັກ-ລັດສົ່ງເສີມປະ ຊາຊົນໃຫ້ຫລາຍຂຶ້ນສິ່ງສຳຄັນໃນ ປັດຈຸບັນກໍ່ຄືຕະຫາດຈໍາໜ່າຍ ທີ່ີມີ ຈໍາກັດ ຖ້າຜະລິດແລ້ວມີຕະ ຫລາດ ຮອງຮັບແບບບໍ່ຈໍາກັດ ຮັບ ຮອງວ່າ ປະຊາຊົນ ຈະຫັນມາເຮັດອາຊີບກະ ສິກໍາຫລາຍຂຶ້ນ. ໜ້າພະແນກແຖວຫ້າ ຂອງບໍລິສັດ ອານປີລາວ ທີ່ຕັ້ງຢູ່ບ້ານທອງທາ ເມືອງຈັນທະບູລີ ນະຄອນຫລວງ ວຽງຈັນກໍໃຫ້ຮູ້ວ່າ: ຕົນໄດ້ເຮັດ ວຽກຢູ່ບໍລິສັດນີ້ ມາແຕ່ປີ 2003 ແລະ ກໍມີຄວາມປະທັບໃຈຕໍ່ນະໂຍ ບາຍຂອງບໍລິສັດ ຈຶ່ງເຮັດມາໄດ້ດົນ ປານນີ້, ໂດຍສະເພາະແມ່ນການຖື ພາຄາທ້ອງໄດ້ 7 ເດືອນ ແມ່ນທາງ ບໍລິສັດໄດ້ມີນະໂຍບາຍໃຫ້ເລິກແຕ່ 4 ໂມງແລງ, ນອກຈາກນີ້, ກໍມີການ ພັກປະຈຳປີ 15 ມື້ໃນແຕ່ລະປີ ແລະ ມີຫລາຍໆຢ່າງທີ່ທາງບໍລິສັດມີໃຫ້. ສຳລັບການເຂົ້າເຮັດວຽກແມ່ນເລີ່ມ ເຂົ້າວຽກແຕ່ 8 ໂມງເຊົ້າ ແລະ ເລິກ 5 ໂມງແລງ. ການເຂົ້າມາເຮັດວຽກ ຢູ່ບໍໍລິສັດນີ້ ມາໄດ້ຫລາຍປີໂດຍເລີ່ມ ແຕ່ເງິນເດືອນ ໄດ້ພຽງ 26.000 ກີບ ຈົນມາຮອດປັດຈຸບັນເງິນເດືອນ 4.000.000 ກວ່າກີບ. ພ້ອມນີ້, ກໍມີເງິນຜະລິດອື່ນໆ ໂດຍສະເພາະ ຜະລິດເຄື່ອງໄດ້ຫລາຍເຮົາ ກໍໄດ້ ເງິນເປີເຊັນຫລາຍ. ຂະນະທີ່ທາງ ບໍລິສັດກໍມີນະໂຍບາຍເງິນຕ່າງໆ ເປັນຕົ້ນແມ່ນເງິນກິນເຂົ້າສຳລັບ ຄົນນອນນອກຜູ້ໜຶ່ງ 60.000 ກີບ ແລະ ນອນໃນຜູ້ໜຶ່ງ 70.000 ກີບ ຕໍ່ໜຶ່ງອາທິດ ທັງມີປະກັນສັງຄົມໃຫ້ ພະນັກງານທຸກຄົນ, ຖ້າວ່າເຈັບເປັນ ໜັກ ທັງບໍລິສັດກໍໄດ້ເອົາໄປໂຮງໝໍ ເພື່ອປິ່ນປົວ ໂດຍລວມແລ້ວການ ເຮັດວຽກຢູ່ຕາມບໍລິສັດ, ໂຮງຈັກ ໂຮງງານ ກໍເໝືອນກັບເຮັດວຽກ ນຳລັດເຊັ່ນດຽວກັນ. ເປັນເວລາ ຫລາຍປີມານີ້ ທີ່ເຮັດວຽກຢູ່ບໍລິສັດ ດັ່ງກ່າວ ກໍເຮັດໃຫ້ຄອບຄົວມີຢູ່ມີ ກິນ, ມີລາຍຮັບຢ່າງໝັ້ນຄົງ. ພ້ອມດຽວກັນນີ້,ທ່ານນາງນ້ອຍ ອັນພະນັນ ພະນັກງານຕັດຫຍິບ ຢູ່ ບໍລິສັດ ອານປີລາວ ໄດ້ສະແດງທັດ ສະນະຕໍ່ນະໂຍບາຍທີ່ມີຕໍ່ພະນັກ ງານວ່າ: ຕົນຫາກໍມາເຮັດວຽກຢູ່ບໍລິ ສັດນີ້ ໄດ້ເດືອນກວ່າ ແລະ ກໍໄດ້ຮັບ ເງິນເດືອນຫລາຍກວ່າ 1.000.000 ກີບ, ສຳລັບນະໂຍບາຍອື່ນທາງ ບໍລິສັດ ກໍມີຕໍ່ພະນັກງານທຸກຄົນ ໂດຍສະເພາະແມ່ນເວລາເຈັບເປັນ ສຸກເສີນເພິ່ນກໍນະໂຍບາຍໃຫ້ພັກ ຜ່ອນ ທັງເອົາໃຈໃສ່ນຳເຮົາໄປປິ່ນ ປົວຫາຍດີແລ້ວຈຶ່ງມາເຮັດວຽກ ປົກກະຕິ. ນອກຈາກນີ້, ກໍມີນະໂຍ ບາຍພັກວຽກໃຫ້ພະນັກງານ ໂດຍ ສະເພາະແມ່ນວັນກຳມະກອນ ແລະ ວັນສຳຄັນຕ່າງໆຂອງຊາດເຮົາ. ບໍລິສັດອານປີລາວແມ່ນບໍລິສັດ ໜຶ່ງທີ່ມີ 2 ສາຂາ. ໃນນັ້ນ, ສາຂາ ໜຶ່ງແມ່ນຜະລິດໝວກ ແລະ ອີກສາ ຂາໜຶ່ງແມ່ນຜະລິດເສື້ອຜ້າສົ່ງອອກ ໄປຕ່າງປະເທດ. ສຳລັບໝວດແມ່ນ 80% ແມ່ນສົ່ງໄປອາເມລິກາ ແລະ ອີກ 20% ແມ່ນສົ່ງໄປປະເທດຍີ່ ປຸ່ນ, ອັງກິດ, ແມັກຊິກໂກ, ອອດ ຕະເລຍ... ໃນແຕ່ລະມື້ ສາມາດຜະ ລິດ ໄດ້ປະມານ 40.000 ໂຕ ແລະ ແລະ ເດືອນໜຶ່ງຜະລິດ ໄດ້ປະມານ 1.000.000 ລ້ານໂຕ. ພາບປະກອບ ພາບປະກອບ ພາບປະກອບ ສັດ ແລະ ການປະມົງ ພະແນກກະສິ ກໍາ-ປ່າໄມ້ ແຂວງສະຫວັນນະເຂດ. ເປີດເຜີຍວ່າ: ເລີ່ີມຕົ້ນເຮັດອາ ຊີບກະສິກຳ ເບື້ອງຕົ້ນແມ່ນໄດ້ລົງ ທຶນໃສ່ການບຸກເບີກເນື້ອທີ່ສ້າງຄ ອກ, ດຶງໄຟຟ້າ, ເຈາະ ນໍ້າບາດານ, ຂຸດໜອງສະ 3 ໜອງ ປະມານ 200 ກວ່າລ້ານກີບ, ໃນເນື້ອທີ່ 5,3 ເຮັກຕາ ໂດຍເລີ່ມຈາກການລ້ຽງ ໝູພັນທີ່ໂຄງການໂຄເປຍເປັນຜູ້ສະ ໜັບສະໜູນ ໃນປີ 2019 ຫລັງ ຈາກນັ້ນຈຶ່ງໄດ້ຫັນມາລ້ຽງໄກ່ ປະດູ ດໍາ ເຊິ່ງເປັນລູກປະສົມໄກ່ລາດ ອີຢິບ, ມີພໍ່ພັນ, ແມ່ພັນ 100 ໂຕ ປີໜຶ່ງລ້ຽງໄດ້ 4 ຊຸດ, ຊຸດໜຶ່ງມີ ປະມານ 1.000 ໂຕ, ລ້ຽງໄດ້ປະ ມານ 2 ຫາ 3 ເດືອນກໍ່ສາມາດຂາຍ ໄດ້ ຕົກຢູ່ໂຕລະໂລເຄິ່ງ ຂາຍໃນລາ ແວດລ້ອມ ໃຫ້ຮູ້ວ່າ, ຄວາມພະຍາ ຍາມຂອງລາວເຮົາ ໃນການແກ້ໄຂ ບັນຫາການປ່ຽນແປງຂອງສະພາບ ອາກາດໃນໄລຍະຜ່ານມາ ແມ່ນມີທັງ ດ້ານນິຕິກໍາ, ນະໂຍບາຍ ແລະ ແຜນ ງານ. ນອນຢູ່ໃນແຜນບຸລິມະສິດຕົ້ນຕໍ ນັ້ນຍັງມີຍົກລະດັບການຈັດຕັ້ງປະຕິ ບັດ ຄາດໝາຍສູ້ຊົນຮອດປີ 2050... ບົດນີ້ຂໍຍົກຂົງເຂດການປ່ຽນ ແປງການນຳໃຊ້ທີ່ດິນ ແລະ ປ່າໄມ້ ໂດຍມີເປົ້າໝາຍຫລຸດຜ່ອນການ ປ່ອຍທາດອາຍເຮືອນແກ້ວຈາກການ ທຳລາຍ ແລະ ການເຮັດໃຫ້ປ່າໄມ້ ເຊື່ອມໂຊມ, ການອະນຸລັກປ່າໄມ້, ການຄຸ້ມຄອງປ່າໄມ້ແບບຍືນຍົງ, ເຂດກັນຊົນຂອງປ່າສະຫງວນແຫ່ງ ຊາດ ແລະ ເຂດສະຫງວນອື່ນໆ ແລະ ການເສີມຂະຫຍາຍມວນທາດກາກ ບອນຂອງປ່າ. ທີ່ຍົກຂຶ້ນມາເພື່ອ ແລກປ່ຽນຄໍາເຫັນຕໍ່ກໍ່ແມ່ນເຮັດແນວ ໃດໃຫ້ແຜນການປູກຕົ້ນໄມ້ໃນປີນີ້ ບັນລຸຄາດໝາຍທີ່ວາງໄວ້ທຸກປະ ການ. ຕິດພັນກັບການປູກກໍ່ແມ່ນການ ປົກປັກຮັກສາ ເພື່່ອໃຫ້ຕົ້ນໄມ້ເຕີບ ໃຫຍ່ຕາມການເວລາອັນຄວນ ເພື່ອ ສືບຕໍ່ຂະຫຍາຍຕາໜ່າງເນື້ອທີ່ປ່າໄມ້ ໃຫ້ກວມກວ້າງຕາມເປົ້າໝາຍ 70% ໃນທົ່ວປະເທດ ເຊິ່ງພວກເຮົາກໍ່ໄດ້ ພ້ອມກັນປະຕິບັດແຜນສູ້ຊົນນີ້ມາ ຫລາຍປີ. ມາປີນີ້ສະພາບໄຟໄໝ້ ລາມປ່າໄດ້ເກີດຂຶ້ນຫລາຍ ເມື່ອສົມ ທຽບໃສ່ຫລາຍປີຜ່ານມາ ເຊິ່ງເຮັດ ໃຫ້ປ່າເສຍຫາຍຫລາຍພໍສົມຄວນ ເຊິ່ງຈະດ້ວຍສາເຫດໃດກໍ່ດີ ຜົນກະ ທົບນັ້ນແມ່ນມີຫລາຍ ທັງເລື່ອງ ຄວາມເສຍຫາຍເນື້ອທີ່ປ່າໄມ້ ແລະ ສະພາບຄວັນໄຟກະທົບການດໍາລົງ ຊີວິດບໍ່ສະເພາະບ້ານເຮົາ, ທັງບ້ານໃກ້ ເຮືອນຄຽງບັນຫາໄຟໄໝ້ລາມປ່າໄດ້ ກາຍເປັນບັນຫາທີ່ທຸກປະເທດ ຕ້ອງ ໄດ້ຮ່ວມມືກັນແກ້ໄຂ. ຜົນກະທົບທີ່ ຕາມມາຈາກການປ່ຽນແປງຂອງສະ ພາບຝົນຟ້າອາກາດແມ່ນມີຫລາຍ, ຮ້າຍແຮງໜ້ອຍ-ຫລາຍ ຕ່າງກັນໄປ ເຊິ່ງມັນແມ່ນຜົນຂອງການກະທໍາ ຂອງມະນຸດເຮົານີ້ເອງສະສົມບັນຫາ ມາຫລາຍສິບປີ ທັງຈາກການຂຸດ ຄົ້ນນໍາໃຊ້ຊັບພະຍາກອນທໍາມະຊາດ ບໍ່ຄໍານຶງຄວາມຍືນຍົງເທົ່າທີ່ຄວນ ເປັນຕົ້ນການເຮັດໃຫ້ຊັບພະຍາກອນ ປ່າໄມ້ຫລຸດຫລົງ, ເນື້ອທີ່ປ່າດົງພົງ ໄພນັບມື້ໜ້ອຍ, ການປູກໄມ້ໃຫ້ເປັນ ປ່າດົງອັນຕຶບໜາຕ້ອງອາໄສເວລາ ຫລາຍສິບປີ ຫລື ເປັນຮ້ອຍປີຂຶ້ນໄປ. ອີກບໍ່ພໍເທົ່າໃດມື້, ວັນປູກຕົ້ນໄມ້ ແຫ່ງຊາດ ກໍ່ຈະມາເຖິງ, ພວກເຮົາ ກຽມກັນແຕ່ດຽວນີ້ຕາມເງື່ອນໄຂທີ່ມີ ເພື່ອປູກຕົ້ນໄມ້ໃຫ້ເປັນປ່າ, ເປັນອຸດ ສາຫະກໍາ, ເພື່ອສ້າງລາຍຮັບ, ເພື່ອ ເປັນຮົ່ມ-ປະດັບປະດາ, ເພື່ອໃຫ້ອອກ ໝາກ... ທຸກຄົນມີຄວາມສໍາຄັນໃນການ ປົກປັກຮັກສາສະພາບແວດລ້ອມໃຫ້ ຄວາມເປັນປົກກະຕິ, ບຸກຄົນ-ນິຕິບຸກ ຄົນ ປູກເພື່ອປະກອບສ່ວນໃຫ້ເນື້ອ ທີ່ປ່າຂອງປະເທດອຸດົມສົມບູນເພີ່ມ ຂຶ້ນ, ປະກອບສ່ວນໃຫ້ເນື້ອທີ່ປ່າໂລກ ເພີ່ມຂຶ້ນ, ບັນຫາໂລກກໍ່ຄືບັນຫາເຮົາ, ສະນັ້ນ ຈຶ່ງສົມຄວນປະກອບສ່ວນເຮັດ ໃຫ້ໂລກຮົ່ມເຢັນ. ໄລຍະແຕ່ກາງເດືອນເມສາ ມານີ້, ຫລາຍບ່ອນປະສົບສະພາບ ອາກາດຮ້ອນເອົ້າຝົນບໍ່ຕົກ, ບາງ ບ່ອນມີແຕ່ລົມມີລັກສະນະພາຍຸ ແລະ ບາງບ່ອນທັງຝົນທັງລົມໝາກ ເຫັບຕົກ...ມັນຊ່າງຕ່າງກັນ, ສະແດງ ເຖິງການປ່ຽນແປງຂອງສະພາບລົມ ຟ້າອາກາດ, ເວລາສົມຄວນຝົນຕົກ ກໍ່ບໍ່ຕົກ, ຍາມຝົນເກີດນໍ້າຖ້ວມ...ບັນ ຫາແບບນີ້ມີທົ່ວໄປໃນໂລກ, ຕ່າງ ແຕ່ບ່ອນຮ້າຍແຮງ ແລະ ຄ່ອຍ. ການປ່ຽນແປງດິນຟ້າອາກາດ ເປັນບັນຫາໜຶ່ງທີ່ສົ່ງຜົນກະທົບໃນ ທົ່ວໂລກ, ໂດຍສະເພາະຜົນກະທົບທີ່ ມີຕໍ່ການພັດທະນາເສດຖະກິດ-ສັງ ຄົມ. ນັກວິທະຍາສາດ ຫລື ອົງການ IP$$ ໄດ້ຢັ້ງຢືນດ້ານວິຊາການວ່າ ສະພາວະໂລກຮ້ອນ ໄດ້ເກີດຂຶ້ນແລ້ວ ໂດຍສະເພາະອຸນຫະພູມສະເລ່ຍຂອງ ໂລກ ໄດ້ເພີ່ມຂື້ນແລ້ວ 1˚C ສູງເກີນ ເກນປົກກະຕິ ແລະ ຍັງຈະສືບຕໍ່ເພີ່ມ ຂຶ້ນ ເຖິງ 1,5˚C ໃນປີ 2040 ຖ້າຍັງ ມີການສືບຕໍ່ປ່ອຍທາດອາຍເຮືອນ ແກ້ວ ໃນລະດັບປະຈຸບັນ. ບັນຫານໍ້າຖ້ວມອັນເກີດ ຈາກ ການປ່ຽນແປງຂອງສະພາບອາກາດ, ເກີດພາຍຸຝົນແກ່ຍາວ, ລາວເຮົາ ປະເຊີນໜ້າມາແລ້ວ ເຊິ່ງໄດ້ຮັບຜົນ ເສຍຫາຍໜັກ ໃນໄລຍະປີ 2009 (ພະຍຸເກດສະໜາ), 2011 (ພະຍຸ ນົກເຕັນ), 2018 (ພະຍຸເຊິນ ຕິງ). ອີງຕາມຂໍ້ມູນຈາກກະຊວງຊັບ ພະຍາກອນທໍາມະຊາດ ແລະ ສິ່ງ
RkJQdWJsaXNoZXIy MTc3MTYxMQ==