5566

xtgmf]k; 6 26/04/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ dko96 f[a 'w24;kpmkfok'lk,zu ; xtgrou gvdt]a d0v'-k;mqj ',u w- -u ;y f{;a fmtotme ຮຽບຮຽງໂດຍ: ໄໝຄຳຍ້ອມສິນ gxa ospa 'vk-Po 9bj 'ztg-u oda [[a osk\vd7;a oL * ບຸນຈູດບັ້ງໄຟຖວາຍທາດນາງ ສາມຜິວ ແມ່ນປະເພນີທີ່ເປັນເອກະ ລັກສະເພາະຂອງຊາວເມືອງທົ່ງມີໄຊ, ແຂວງໄຊຍະບູລີ ໂດຍເປັນການສືບ ທອດ ແລະ ເສີມຂະຫຍາຍມູນເຊື້ອວັດ ທະນະທຳອັນດີງາມຂອງທ້ອງຖິ່ນ ທີ່ ເຄີຍປະຕິບັດກັນມາແຕ່ບູຮານນະການ ເປັນເວລາຫລາຍຮ້ອຍປີມາແລ້ວ ທັງ ເປັນການເຜີຍແຜ່ຮີດຄອງປະເພນີ ແລະ ວັດທະນະທຳທີ່ເປັນເອກກະລັກຂອງ ຊາວເມືອງທົ່ງມີໄຊໃຫ້ເປັນທີ່ຮູ້ຈັກ ແລະ ສ້າງຄວາມສົນໃຈຂອງແຂກທັງ ພາຍໃນ ແລະ ຕ່າງປະເທດ. ການຈູດ ບັ້ງໄຟຖວາຍທາດນາງສາມຜິວປະຈຳ ປີ ພສ 2566 ນີ້ມີບັ້ງໄຟແກ້ບະ, ບັ້ງ ໄຟຈູດບູຊານັບທັງອັນລວມ ແລະ ອັນ ສະເພາະມີທັງໝົດ 3500 ກວ່າບັ້ງ. ການຈູດບັ້ງໄຟຖວາຍທາດນາງ ສາມຜິວ ນັ້ນໄດ້ປະຕິບັດກັນມາແຕ່ບູ * ຜູ້ຊ່ຽວຊານດ້ານສິ່ງແວດລ້ອມ ສາກົນເຕືອນວ່າອາຊຽນ ຄວນກຽມ ຮັບມືການປ່ຽນແປງດິນຟ້າອາກາດ ແລະ ປະກົດການເອວນີໂຍຄື: ໜາວ ແກ່ຍາວ, ແລ້ງແກ່ຍາວ ແລະ ຝົນແກ່ ຍາວເກີນກໍານົດ ເຊິ່ງອາດມີຄວາມ ສ່ຽງກໍ່ໃກ້ເກີດໄຟໄໝ້ປ່າຈາກທໍາມະ ຊາດເອງ ແລະ ຈາກສີມືມະນຸດເອງຈົນ ກາຍເປັນໝອກຄວັນຮຸນແຮງ ສົ່ງຜົນ ກະທົບຕໍ່ສຸຂະພາບມະນຸດ, ຊີວະນາໆ ພັນ, ແຫລ່ງທໍາມາຫາກິນ ແລະ ອື່ນໆ ຂະນະທີ່ ຜູ້ຊ່ຽວຊານດ້ານສິ່ງແວດ ລ້ອມຍັງອອກມາອ້າງຫລັກຖານເປັນ ຂໍ້ມູນພື້ນຖານໃຫ້ທຸກໆປະເທດຄວນ ຫັນກັບໄປເບິ່ງບົດຮຽນອະດີດຜ່ານ ມາປີ2015ອາຊຽນເຄີຍປະສົບກັບບັນ ຫາໝອກຄວັນມາແລ້ວ ແລະ ຫວັງວ່າ ຈະໃຊ້ປະສົບການເລົ່ານັ້ນເອົາມາປັບ ປຸງ ແລະ ນໍາໄປແກ້ໄຂໃຫ້ຖືກຈຸດ. ອົງການສູນສິ່ງແວດລ້ອມສາກົນ ( Global Environment Center) ໄດ້ລາຍງານວ່າ: ບັນຫາໝອກຄວັນມີ ການເຊື່ອມໂຍງກັບການຂະຫຍາຍຕົວ ຂອງລະບົບການຜະລິດກະສິກໍາ ເພື່ອ ປ້ອນຜົນຜະລິດໃຫ້ໂຮງງານອຸດສາ ຫະກໍາແບບຂາດຄວາມລະມັດລະວັງ ແລະ ເບິ່ງຂ້າມການວາງແຜນທີ່ຍືນຍົງ ນອກຈາກນັ້ນປະຊາກອນພວມຜະ ເຊີນໜ້າຄວາມທຸກຍາກລໍາບາກ ອັນ ສືບເນື່ອງມາຈາກສະພາບເສດຖະກິດ ໂດຍລວມ, ພິດຮ້າຍຂອງພະຍາດໂຄ ວິດ, ຄາລານໍ້າມັນເຊື້ອໄຟແພງ, ອັດຕາ ໄຟເງິນເຟີ້ສູງຂຶ້ນ ແລະ ອື່ນໆ ເຊິ່ງຄືຈຸດ ເຮັດໃຫ້ຄວາມຕັດສິນໃຈຂອງປະຊາ ກອນຫັນໄປເຮັດໃນທາງທີ່ຂັດກັບລະ ບົບກົດໝາຍ ແລະ ວິທີປະຕິບັດທີ່ຖືກ ຕ້ອງເພີ່ມຂຶ້ນຢ່າງຕໍ່ເນື່ອງ. ດັ່ງທີ່ຮູ້ນໍາ ກັນ, ລະຫວ່າງຊຸມປີ 2015-2016, ເກີດປະກົດການເອວນີໂຍຢ່າງຮຸນແຮງ ໃນອາຊຽນ ອັນສືບເນື່ອງມາຈາກບາງ ປະເທດໃນສະມາຊິກອາຊຽນທໍາລາຍ ເນື້ອທີ່ປ່າໄມ້ທໍາມະຊາດເອົາໄປເຮັດ ສວນປູກຕົ້ນປາມ, ໄມ້ອຸດສາຫະກໍາ ແລະ ຢາງພາລາ ເຊິ່ງມີການຄາດຄະ ເນວ່າມີຜູ້ເສຍຊີວິດເກືອບແສນຈາກ ການສູດດົມຄວັນພິດກໍ່ໃຫ້ເກີດພະຍາດ ທາງເດີນຫາຍໃຈ ແລະ ພະຍາດອື່ນໆ ຕິດແປດນໍາ. ອີງຕາມເວບໄຊຂອງທະນາຄານ ໂລກ (www.worldbank.org/en/ news) ລາຍງານໃນ ວັນທີ 1 ເມສາ 2023 ນີ້ໄດ້ຍົກໃຫ້ເຫັນບົດຮຽນຂອງ ສປ ຈີນ ໃນການແກ້ໄຂຄວາມທຸກຍາກ ແຕ່ຍັງສາມາດຮັກສາສິ່ງແວດລ້ອມ ແບບຍືນຍົງວ່າ: ດັ່ງທີ່ຮູ້ນໍາກັນ, ສປຈີນ ເປັນປະເທດທີ່ໃຫຍ່ມີປະຊາກອນປະ ມານ 1,4 ຕື້ຄົນ, ມີພື້ນຖານເສດຖະກິດ ໃຫຍ່ເປັນອັນດັບຕົ້ນໆຂອງໂລກ ແຕ່ ເປັນຫຍັງປະເທດຈີນຈິ່ງສາມາດດໍາ ເນີນນະໂຍບາຍ ແລະ ຈັດຕັ້ງປະຕິບັດ ວຽກງານສິ່ງແວດລ້ອມ, ການແກ້ໄຂ ຄວາມທຸກຍາກມີຜົນສໍາເລັດສູງ. ທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ ເພິ່ນໄດ້ໃຫ້ຄວາມສໍາຄັນກັບການ ອະນຸລັກສິ່ງແວດລ້ອມ ແລະ ສ້າງອາ ລິຍະທໍານິເວດວິທະຍາຢ່າງໜັກແໜ້ນ. ການສ້າງອາລິຍະທໍານິເວດວິທະຍາ ນັ້ນບໍ່ແມ່ນການວາງແຜນມື້ນີ້ມື້ອື່ນ ແຕ່ເປັນການວາງແຜນການນັບພັນປີ ທີ່ກ່ຽວພັນການພັດທະນາຢ່າງຍືນຍົງ ຂອງປະຊາຊົນຈີນ “ຕ້ອງເນັ້ນການອະ ນຸລັກສິ່ງແວດລ້ອມ ແລະ ລະບົບນິເວດ ໃຫ້ເພີ່ມຂຶ້ນຫລາຍຂຶ້ນຢ່າງຕໍ່ເນື່ອງຄື ດັງການປົກປັກຮັກສາດວງຕາ. ຕ້ອງ ປະຕິບັດຕໍ່ສິ່ງແວດລ້ອມ ແລະ ລະບົບ ນິເວດດັ່ງການປະຕິບັດຕໍ່ຊີວິດເຮົາ ເອງ”. ໃນໄລຍະ40ປີຜ່ານມາ,ສປຈີນ ເປັນໜຶ່ງໃນຫລາຍປະເທດຢືນຢູ່ແຖວ ໜ້າຂອງໂລກສາມາດແກ້ໄຂຄວາມ ທຸກຍາກຫລຸດລົງເກືອບ800ລ້ານຄົນ. ດ້ວຍເຫດນີ້, ຈີນ ໄດ້ປະກອບສ່ວນສໍາ ຄັນໃນການຫລຸດຜ່ອນຈຳນວນຄົນທຸກ ຍາກທີ່ສຸດໃນທົ່ວໂລກລົງໄດ້ປະມານ ສາມສ່ວນສີ່. “ຍ້ອນວ່າເສດຖະກິດ ຂອງຈີນປັບຕົວເຂົ້າກັບຮູບແບບການ ເຕີບໂຕຂອງຄາບອນຕ່ໍາ, ຍົກລະດັບສີ ມືແຮງງານໃຫ້ສອດຄ່ອງກັບການປ່ຽນ ແປງຂອງຄວາມຕ້ອງການແຮງງານ, ສະເໜີການປົກປ້ອງສັງຄົມທີ່ດີ ຂຶ້ນ ເພື່ອຮັບປະກັນການປ່ຽນແປງແຕ່ລະໄລ ຍະ, ການປັບໂຕ ພ້ອມເຊື່ອມໂຍງເຂົ້າ ກັບເສດຖະກິດໂລກໄດ້ດີ ແລະ ອື່ນໆ. ບົດລາຍງານຂອງທະນາຄານ ໂລກຍັງຊີ້ໃຫ້ເຫັນວ່າ, ວິທີການຫລຸດ ຜ່ອນຄວາມທຸກຍາກຂອງຈີນ ແມ່ນອີງ ໃສ່ສອງເສົາຄ້ຳຄື: ອັນທີໜຶ່ງແມ່ນ ການຫັນເປັນພື້ນຖານເສດຖະກິດຢ່າງ ກວ້າງຂວາງ ເພື່ອເປີດກາລະໂອກາດ ເສດຖະກິດໃໝ່ ແລະ ຍົກສູງລາຍຮັບ ສະເລ່ຍ; ອັນທີ2ແມ່ນການຮັບຮູ້ແນໃສ່ ການສະໜັບສະໜູນແມ່ນຈໍາເປັນເພື່ອ ຫລຸດຜ່ອນຄວາມທຸກຍາກທີ່ຍັງຄົງ ຄ້າງ; ພ້ອມນີ້ບົດລາຍງານຍັງອ້າງວ່າ ບົດຮຽນຫລາຍຢ່າງຈາກ ສປ ຈີນ ຍັງ ສ່ອງແສງ ແລະ ສະທ້ອນກັບໃຫ້ແກ່ປະ ເທດຕ່າງໆໄດ້ຮຽນຮູ້ ແລະ ນໍາເອົາໄປ ປັບໃຊ້, ໃນນັ້ນມີຄວາມສຳຄັນຂອງການ ສຸມໃສ່ການສຶກສາ, ການລົງທຶນສາທາ ລະນະແບບຍືນຍົງໃນພື້ນຖານໂຄງ ລ່າງແລະອື່ນໆ. ປີ2020 ເນື້ອທີ່ປ່າໄມ້ ຂອງຈີນມີ 2,2 ລ້ານກິໂລຕາແມັດ ເຊິ່ງ ໄດ້ເພີ່ມຂຶ້ນຈາກ 1,79 ລ້ານກິໂລຕາ ແມັດໃນປີ ຫລື ສະເລ່ຍຕໍ່ປີ 1,08%. ຮານນະການ ໂດຍມີຕຳນານເລົ່າຂານ ກັນວ່າ: ເປັນເວລາດົນນານມາແລ້ວ ຢູ່ເມືອງແຫ່ງໜຶ່ງໃນແດນໃຕ້ (ຈຳປາ ສັກໃນປັດຈຸບັນ), ມີສາວສະໜົມຄົນ ໜຶ່ງໄດ້ຕົກລົງປົງໃຈຮັກ ແລະ ໄດ້ແຕ່ງ ດອງກັບນາຍທະຫານ ທີ່ຮັບໃຊ້ພະຍາ. ຈາກນັ້ນ, ນາງກໍ່ໄດ້ຖືພາ 3 ເດືອນ, ສ່ວນຜູ້ເປັນຜົວ ກໍ່ໄດ້ໄປສູ້ຮົບ ກັບສັດຕູ ແລະ ໄດ້ເສຍຊີວິດຢູ່ສະໜາມຮົບ. ສ່ວນ ນາງກໍ່ໄດ້ກາຍເປັນໝ້າຍ ທີ່ຂາດບ່ອນ ເພິ່ງພາອາໄສ, ແຕ່ຍ້ອນພະຍາຄິດເຫັນ ຄຸນງາມຄວາມດີຂອງຜູ້ເປັນຜົວ ເພິ່ນ ຈິ່ງໄດ້ຮັບນາງໄວ້ລ້ຽງດູເບິ່ງແຍງ. ວັນເວລາໄດ້ຜ່ານໄປ 9 ເດືອນ, ນາງ ກໍ່ໄດ້ໃຫ້ກຳເນີດເກີດລູກຍິງ ທີ່ມີສຸຂະ ພາບແຂງແຮງ, ໜ້າຕາສວຍງາມ, ຄວາມງາມຂອງນາງໃນວັນໜຶ່ງໄດ້ ປ່ຽນແປງໄປຕາມຕອນ (ເຊົ້າ-ສວຍແລງ), ເມື່ອນາງໃຫຍ່ເປັນສາວຄວາມ ງາມຂອງນາງ ຍິ່ງເຮັດໃຫ້ຊາວບ້ານ ຊາວເມືອງຕົກຕະລຶງ, ພ້ອມທັງຫາເລື່ອງ ໃສ່ນາງວ່າເປັນຄົນເຂັດຄົນຂວງ, ບໍ່ ຍອມໃຫ້ນາງຢູ່ຮ່ວມບ້ານຮ່ວມເມືອງ. ບໍ່ມີຈຸດໝາຍປາຍທາງ. ຍ້ອນບໍ່ເຄີຍໄປ ໃສຈັກເທື່ອ, ນາງຈຶ່ງໄດ້ເດັດເອົາດອກ ຈຳປາ3ດອກທີ່ນາງແລະແມ່ໄດ້ພ້ອມ ກັນປູກໄວ້ ແລ້ວຍ່າງມຸ່ງໜ້າລົງສູ່ແມ່ ນ້ຳຂອງແລະອະທິຖານວ່າ: ຖ້າຢູ່ບ່ອນ ໃດຫາກມີຄົນຮັກຄົນແພງ ຂໍໃຫ້ດອກ ຈຳປາ ຈົ່ງລອຍໄປທີ່ນັ້ນ. ເວົ້າແລ້ວ ນາງກໍ່ໂຍນດອກຈຳປາລົງແມ່ນ້ຳຂອງ, ດອກຈຳປາກໍ່ໄຫລຂຶ້ນເໜືອ ແລະ ໄດ້ ຢຸດຢູ່ບ່ອນໜຶ່ງ, ນາງຈຶ່ງໄດ້ພັກຜ່ອນ ເຊົາເອົາແຮງ. ຈາກນັ້ນ, ດອກຈຳປາ ກໍ ໄດ້ໄຫລຂຶ້ນເໜືອ ເປັນເວລາຫລາຍວັນ ແລ້ວໄດ້ຈົມລົງໄປໃນກະແສນ້ຳ, ນາງ ເລີຍບໍ່ຮູ້ວ່າສິໄປທາງໃດ ມີແຕ່ຮ້ອງ ໄຫ້ຢູ່ຄົນດຽວ, ເມື່ອຮອດຕອນກາງຄືນ ນາງເລີຍຝັນເຫັນຜູ້ເຖົ້າຄົນໜຶ່ງ ໄດ້ ເວົ້າກັບຕົນວ່າ: ໃຫ້ເຈົ້າເດີນທາງຂຶ້ນ ໄປຈົນສຸດສາມຫ້ວຍ ແລ້ວຂ້າມພູລົງ ໄປກໍຈະມີປ່າດົງທົ່ງກວ້າງ, ໃຫ້ເຈົ້າໄປ ຢູ່ທາງເໜືອແມ່ນໜອງເທົາກ້ອງເຊີໄຊ, ທາງໃຕ້ແມ່ນທົ່ງໃຫຍ່, ແລ້ວຈະມີຄົນ ຮັກແພງນັບຖືເຈົ້າຕະຫລອດໄປ. ເມື່ອ ຕື່ນຂຶ້ນມາ ນາງກໍຄິດເຫັນຄວາມຝັນ ແລ້ວເດີນທາງໄປຕາມຄວາມຝັນນັ້ນ. ມາຮອດຕອນເຊົ້າມື້ໜຶ່ງ ນາງກໍມາ ຮອດບ້ານຄົນ, ເມື່ອຊາວບ້ານເຫັນລາວ ກໍພາກັນມາທັກທ້ວງໃນຄວາມງາມ ຂອງນາງ. ສຽງຊ່າລືໄດ້ດັງໄປຮອດຫູ ຂອງລູກຊາຍພະຍາເມືອງຖ້ຳ, ເມື່ອຮູ້ ຂ່າວ ລູກຊາຍພະຍາ ພ້ອມດ້ວຍເສນາ ອາມາດ ກໍ່ໄດ້ນຳເອົາເງິນຄຳ ເພື່ອມາ ສູ່ຂໍນາງແຕ່ນາງໄດ້ອອກຈາກບ້ານນັ້ນ ໄປແລ້ວ, ເມື່ອຮອດຫ້ວຍທີ່ສາມ ເວລາ ທີ່ນາງກຳລັງຂ້າມນ້ຳ, ລູກຊາຍພະ ຍາໄດ້ເອີ້ນໃສ່ນາງເພື່ອໃຫ້ລໍຖ້າ ເມື່ອ ລາວນຳນາງທັນ ກໍ່ໄດ້ໄຂຖົງເງິນຖົງ ຄຳ ເພື່ອຈະໝັ້ນໝາຍກັບນາງ ແຕ່ນາງ ກໍ່ໄດ້ປະຕິເສດ (ສະຖານທີ່ດັ່ງກ່າວຈຶ່ງ ມີຊື່ວ່າ “ທ່ານາງເງິນ” ໃນປັດຈຸບັນ) ແລ້ວກາຍໄປບ້ານທີໜຶ່ງ ຮອດ ບ້ານທີ ສອງ ເຊິ່ງເອີ້ນວ່າ: “ບ້ານປົ່ງຂໍ” ແລ້ວ ກໍ່ໄດ້ເອົາເງິນຄຳໝັ້ນໝາຍກັນຢູ່ບ້ານ ນັ້ນ (ປັດຈຸບັນເອີ້ນວ່າ: ບ້ານປົ່ງຄໍ້). ເມື່ອຕົກລົງໝັ້ນໝາຍກັນແລ້ວ ທ້າວ ແລະ ນາງ ຈິ່ງໄດ້ເດີນທາງກັບມາບ້ານ ຖ້ຳແຕ່ບໍ່ທັນຮອດ ຍ້ອນມັນຄ່ຳກ່ອນ. ດັ່ງນັ້ນ, ກໍເລີຍພັກ ນອນຢູ່ບ້ານປາງຄາ (ປັດຈຸບັນເອີ້ນວ່າ“ບ້ານປາງຄ່າ”) ແຕ່ຢູ່ບ້ານນີ້ ແມ່ບໍ່ໃຫ້ລັກຢູ່ສູ່ນອນນຳ ກັນກ່ອນການແຕ່ງດອງຖ້າຫາກບໍ່ເຄົາ ລົບປະເພນີນີ້ ກໍ່ຈະມີອັນເປັນໄປ. ຖ້າ ຢາກນອນນຳກັນ ກໍ່ຕ້ອງຂ້າຄວາຍໜຶ່ງ ໂຕ ເພື່ອຖະຫວາຍຜີ. ແຕ່ຄູ່ບ່າວສາວບໍ່ ສົນໃຈ ຕໍ່ຄຳເຕືອນດັ່ງກ່າວ, ສຸດທ້າຍ ຮ່າງກາຍ ກໍ່ຕິດກັນ ເມື່ອເປັນແນວນັ້ນ ຊາວບ້ານກໍ່ໄດ້ປ່າວປະກາດ ໄປເຖິງ ບ້ານຕ່າງໆ ແລະ ໄດ້ຮອດຫູພະຍາ ເມືອງຖ້ຳ. ເມື່ອຮູ້ຂ່າວແລ້ວພະຍາກໍ່ໄດ້ ມາເບິ່ງແລະ ໄດ້ຊອກຫາວິທີເອົາອອກ, ສ່ວນຜູ້ຊາຍ ບໍ່ມີອັນຕະລາຍຫຍັງແຕ່ ແມ່ຍິງກໍ່ເລີຍຕາຍ, ກ່ອນຈະຂາດໃຈ ຕາຍ ນາງໄດ້ສັ່ງວ່າ: ໃຫ້ເອົາສົບຂອງ ນາງ ໄປໄວ້ໃນດົງໃຫຍ່ເໜືອໜອງເທົາ ກ້ອງເຊີໄຊ ຢູ່ໃຕ້ທົ່ງໃຫຍ່, ແຕ່ກໍບໍ່ມີໃຜ ຮູ້ວ່າເຂດນັ້ນມັນຢູ່ທາງໃດ. ສະນັ້ນ, ຈຶ່ງ ໄດ້ປ່າວໄປທົ່ວທຸກບ່ອນ ແລະ ໄປ ຮອດຫູຂອງຊາວເມືອງຫລົງ ຄົນຢູ່ ເມືອງນີ້ ຮູ້ຈັກບ້ານທາດ, ຮູ້ໜອງເທົາ ກ້ອງເຊີໄຊ ແລະ ຮູ້ທົ່ງໃຫຍ່. ພວກເຂົາ ຈຶ່ງພາກັນຫາມສົບຂອງນາງ ໄປຝັງ ຢູ່ບ່ອນນາງບອກ, ໃນເວລາທີ່ພວກເຂົາ ເດີນທາງ ມາຮອດບ້ານແຫ່ງໜຶ່ງ ກໍ່ວາ ແຂນອອກເພື່ອແທກ ແລະ ຂຸດຂຸມຝັງ (ປັດຈຸບັນເອີ້ນວ່າ“ບ້ານເມືອງວາ”) ແຕ່ກໍ່ບໍ່ຝັງ, ແລ້ວຫາມໄປຕໍ່ຈົນຮອດ ບ້ານໜຶ່ງ ພວກເຂົາກໍ່ຫລິ້ນເບ້ຍຫລິ້ນ ໂປງ (ປັດຈຸບັນເອີ້ນວ່າບ້ານເບ້ຍ). ການຫາມສົບໃຊ້ເວລາຫລາຍມື້ ໄດ້ສົ່ງກິ່ນເໝັນອອກມາ ເຮັດໃຫ້ຄົນທັງ ຫລາຍ ຖົ່ມນ້ຳລາຍຄາຍນ້ຳມູກ (ປັດ ຈຸບັນເອີ້ນວ່າ “ນ້ຳລາຍ”). ຫລັງຈາກ ຮອດເມືອງຫລົງ ບ່ອນທີ່ນາງໄດ້ສັ່ງ ໄວ້ກ່ອນຕາຍ ຊາວເມືອງຫລົງ ກໍໄດ້ ຈັດພິທີຝັງສົບຂອງນາງ ແລ້ວກໍ່ທາດ ກວມສົບນາງເອົາໄວ້ ຈົນກາຍເປັນ ທາດນາງສາມຜິວ. ສະນັ້ນ, ໃນທຸກໆປີ ຫລັງຈາກບຸນ ກຸດສົງການປີໃໝ່ລາວ ສິ້ນສຸດລົງ 7 ວັນ, ຊາວເມືອງຫລົງ ຈຶ່ງເຮັດບຸນຈູດ ບັ້ງໄຟ ເພື່ອຖະຫວາຍແກ່ນາງສາມຜິວ ແລະ ໄດ້ກາຍເປັນ ຮີດຄອງປະເພນີ ຂອງຊາວເມືອງທົ່ງມີໄຊ ທີ່ໄດ້ສືບທອດ ກັນມາເຖິງປັດຈຸບັນນີ້. ການຈູດບັ້ງໄຟ ຖວາຍທາດນາງສາມຜິວໃນແຕ່ລະປີ ນັ້ນ ແມ່ນສຸດທີ່ມີຄວາມໝາຍສຳຄັນ ຕໍ່ຊີວິດສັງຄົມຂອງຊາວເມືອງທົ່ງມີ ໄຊ ໄດ້ສ່ອງແສງໃຫ້ເຫັນເຖິງມູນເຊື້ອ ຮີດຄອງປະເພນີ ວັັດທະນະທຳທີ່ ເປັນເອກະລັກ ຂອງຊາວເມືອງ ໃຫ້ ເປັນທີ່ຮູ້ຈັກຂອງແຂກຕ່າງດ້າວທ້າວ ຕ່າງແດນນັບມື້ນັບຫລາຍຂຶ້ນ ເພື່ອປົກ ປັກ ຮັກສາເສີມຂະຫຍາຍມູນເຊື້ອວັດ ທະນະທຳ, ຮີດຄອງປະເພນີ, ຄວາມ ສາມັກຄີເປັນປຶກແຜ່ນຂອງຊາວເມືອງ ທົ່ງມີໄຊໃຫ້ຍືນຍົງຄົງຕົວຢູ່ກັບຊາດ ລາວຕະຫລອດໄປ. ຍ້ອນຄວາມງາມຂອງນາງ ໄດ້ປ່ຽນໄປ ຕາມການເວລາ, ຕອນເຊົ້າກໍ່ປ່ຽນເປັນ ສີຂາວປານຍອງຝ້າຍ, ບາດຍາມຕາ ເວັນທ່ຽງກໍ່ກາຍເປັນ ສີໄຂ່ ແລະ ຍາມ ຕາເວັນຕົກ ກໍ່ປ່ຽນເປັນສີຟ້າ. ຈາກນັ້ນ, ເສນາອາມາດ ກໍໄດ້ໄປຕິດຕາມເບິ່ງ ແລະ ເຫັນວ່າ ເປັນຄືກັບທີ່ຊາວບ້ານຊ່າ ລືກັນແທ້ ແລ້ວຈິ່ງໄດ້ໄປກາບທູນຕໍ່ພະ ຍາ ແລະ ຂໍໃຫ້ພະຍາ ຂ້ານາງຖິ້ມ ຫລື ໄລ່ອອກຈາກເມືອງ, ແຕ່ພະຍາກໍຄຳ ນຶງເຖິງຄຸນງາມຄວາມດີຂອງພໍ່ນາງ ທີ່ມີຕໍ່ບ້ານເມືອງ. ສະນັ້ນ, ພະຍາຈິ່ງ ລົງໂທດດ້ວຍວິທີໃຫ້ສອງແມ່ລູກ ປູກ ຕົ້ນຈຳປາ ໃສ່ພະລານຫີນອ້ອມວັດພູ ຖ້າຫາກວ່າຕົ້ນຈຳປາບໍ່ໃຫຍ່, ບໍ່ມີດອກ ແມ່ນບໍ່ໃຫ້ສອງແມ່ລູກ ຢູ່ເມືອງນີ້ອີກ ຫລື ບໍ່ກໍ່ຂ້າຖິ້ມ. ສອງແມ່ລູກກໍ່ໄດ້ເຮັດ ຕາມຄຳສັ່ງຂອງພະຍາ ໂດຍໄດ້ນຳເອົາ ຕົ້ນດອກຈຳປາ ໄປປູກລຽບຕາມວັດ, ຕົ້ນໃດກໍຂຽວງາມ ເປັນດອກບານສົ່ງ ກິ່ນຫອມໄປທົ່ວວັດພູ. ເມື່ອເປັນດັ່ງນັ້ນ, ພະຍາກໍ່ພໍພະໄທ, ແຕ່ຊາວບ້ານ ແລະ ເຈົ້າຂຸນມຸນນາຍ ກໍ່ຍັງອິດສາບັງບຽດ ແລະ ກຽດຊັງທັງສອງແມ່ລູກ. ໃນເວ ລາຕໍ່ມາ, ແມ່ຂອງນາງກໍໄດ້ເສຍຊີວິດ ນາງຈິ່ງໄດ້ຢູ່ຄົນດຽວ ທ່າມກາງຄຳ ປ້ອຍດ່າ ທຸກມື້ທຸກວັນ. ມື້ໜຶ່ງ, ນາງຈຶ່ງ ໄດ້ຕັດສິນໃຈໜີອອກຈາກເມືອງ ໂດຍ

RkJQdWJsaXNoZXIy MTc3MTYxMQ==