5566

xtgmf]k; 3 26/04/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ເຂົ້າຈານນໍ້າ ໂດຍ: ພັດ ລໍວັນໄຊ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ xt-k-q o[h kosh ;ps]k l5 ,.lj zt]y frn fmq fcmog0Q k grn j vcdh w0-u ;y fdkogxa o16 j ໂດຍ: ແສງອາທິດ ຈິດຕະບຸບຜາ glf4tdy fg,n v''k g8u [.spj 0tspkp8q ;1j k'8+ gonj v' lh k']kpIa [ 100 d;j k]h kodu [8+ xu 9kddko0kpc9j ;xk[E * ໃນໄລຍະ 2 ປີຜ່ານມາ ເສດຖະ ກິດເມືອງງາ ມີການເຕີບໃຫຍ່ຂະ ຫຍາຍຕົວຢ່າງຕໍ່ເນື່ອງ ໃຕ້ການ ນຳພາ-ຊີ້ນຳຂອງຄະນະພັກ ແລະ ອົງການປົກຄອງແຕ່ລະຂັ້ນບວກ ໃສ່ການຮ່ວມແຮງຮ່ວມໃຈ, ບຸກ ບືນສູ້ຊົນ ແລະ ປະກອບສ່ວນຢ່າງ ຕັ້ງໜ້າຂອງທຸກພາກສ່ວນ ເຮັດໃຫ້ ເມືອງງາ ແຂວງອຸດົມໄຊ ສາມາດ ປະຕິບັດຄາດໝາຍສູ້ຊົນໃນແຜນ ພັດທະນາເສດຖະກິດ-ສັງຄົມ ແລະ ມີຜົນສຳເລັດຫລາຍດ້ານ ເຊິ່ງໄດ້ ສົ່ງຜົນໃຫ້ເສດຖະກິດຂອງແຂວງ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ. ຕະຫລອດໄລຍະຂອງການຈັດ ຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ເຄິ່ງສະໄໝຜ່ານມາ ເຫັນວ່າ: ທົ່ວເມືອງງາມີຄວາມສະ ຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ມີ ຄວາມເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ, ອົງການປົກຄອງແຕ່ລະ ຂັ້ນໄດ້ຮັບການປັບປຸງຢ່າງເປັນລະ ບົບກາຍເປັນປັດໄຈເອື້ອອໍານວຍ ໃຫ້ແກ່ການພັດທະນາເສດຖະກິດ- ສັງຄົມ ກໍ່ຄືການດຳເນີນທຸລະກິດ, ການຜະລິດ, ການບໍລິການ ແລະ ການລົງທຶນທັງພາຍໃນ ແລະ ຕ່າງ ປະເທດ, ປະຊາຊົນບັນດາເຜົ່າຢູ່ ແຕ່ລະຈຸດສຸມ, ກຸ່ມບ້ານໄດ້ມີເງື່ອນ ໄຂສ້າງລາຍຮັບ ເພື່ອພັດທະນາຊີ ວິດການເປັນຢູ່ໃຫ້ນັບມື້ດີຂຶ້ນ. ເສດ ຖະກິດມີການຂະຫຍາຍຕົວຢ່າງຕໍ່ ເນື່ອງໃນລະດັບ 4,73%, ດ້ານເສດ ຖະກິດ-ສັງຄົມທີ່ກໍານົດໄວ້ໃນແຜນ ການ 5 ປີ ຄັ້ງທີ່ XI ໄດ້ຮັບການ ຈັດຕັ້ງປະຕິບັດ. ມີການລົງທຶນເຂົ້າ ໃນການພັດທະນາເສດຖະກິດ - ສັງ ຄົມ ທັງໝົດ 55 ໂຄງການ ມູນຄ່າ ການລົງທຶນທັງໝົດ 33 ຕື້ 807 ລ້ານກວ່າກີບ, ມີເນື້ອທີ່ປູກເຂົ້າ ທັງ ໝົດ 2,333,41 ເຮັກຕາ, ທຽບໃສ່ ແຜນ 5 ປີ ປະຕິບັດໄດ້ 79% ມີ ສັດ ລ້ຽງທັງໝົດ 29.853 ໂຕ ສັດໃຫຍ່ ເຊັ່ນ:ປະເພດງົວ-ຄວາຍ2.010ໂຕ, ປະເພດ ໝູ, ແບ້ ມີ 2.307 ໂຕ, ສັດ ປີກ, ເປັດ, ໄກ່ ມີ 25.536 ໂຕ ແລະ ລ້ຽງປາ. ໃນນີ້, ສິນຄ້າສົ່ງອອກ ທັງໝົດ 38,42 ຕື້ກີບ ທຽບໃສ່ແຜນ ການ 5 ປີ ປະຕິບັດໄດ້ 41,32% ກະສິກໍາ, ການຜະລິດເປັນສິນຄ້າ ທີ່ມີທ່າອ່ຽງ ແລະ ກຳລັງຂະຫຍາຍ ຕົວພົ້ນເດັ່ນ ແມ່ນການລ້ຽງສັດໃຫຍ່ ໂດຍສະເພາະແມ່ນການລ້ຽງງົວ ເປັນສິນຄ້າ ດ້ວຍການກຳນົດເຂດ ປູກຫຍ້າ ແລະ ສັກຢາປ້ອງກັນພະ ຍາດເປັນປົກກະຕິ, ນອກນີ້ ຍັງປູກ ໝາກແໜ່ງເປັນສິນຄ້າ, ມີດອກ ແຂມ, ໃບຢາສູບ, ການປູກມັນຕົ້ນ ແລະ ການຜະລິດຫັດຖະກຳ ໂອນ້ຳ ກ້ຽງ ເປັນສິນຄ້າສົ່ງອອກ ເປັນການ ສ້າງລາຍຮັບໃຫ້ປະຊາຊົນໄດ້ເປັນ ຢ່າງດີ. ສ່ວນສິນຄ້ານຳເຂົ້າ ແມ່ນ ຜະລິດຕະພັນດ້ານອຸດສາຫະກຳ ເປັນຕົ້ນແມ່ນ:ນ້ຳມັນເຊື້ອໄຟ, ເຄື່ອງ ອຸປະໂພກ ແລະ ບໍລິໂພກວັດສະດຸ ກໍ່ ສ້າງ, ເຄື່ອງໃຊ້ໄຟຟ້າມູນຄ່ານຳເຂົ້າ ທັງໝົດ 49,79 ຕື້ກີບ, ດ້ານລາຍ ຮັບ: ປະຕິບັດລາຍຮັບພາຍໃນ ໄດ້ 10,84 ຕື້ກີບ ທຽບໃສ່ແຜນດັດແກ້ ເຄິ່ງສະໄໝ ປະຕິບັດໄດ້ 97,65%, ດ້ານລາຍຈ່າຍ ປະຕິບັດໄດ້ທັງໝົດ 68,12 ຕື້ກີບ. ດ້ານວັດທະນະທໍາ- ສັງຄົມໄດ້ຮັບການພັດທະນາ, ລະ ບົບການສຶກສາ, ສາທາລະນະສຸກ ໄດ້ຮັບການຍົກສູງດ້ານຄຸນນະພາບ ໃຫ້ດີຂຶ້ນ. ຂອງແຜນການສິນຄ້າສົ່ງອອກ ຕົ້ນຕໍຂອງເມືອງ ແມ່ນຜົນຜະລິດ * ບ້ານຫ້ວຍຫລາ ເມືອງຫລາ ເປັນບ້ານໜຶ່ງທີ່ໄດ້ຮັບຜົນກະທົບ ຈາກ ໄພທຳມະຊາດ ນ້ຳຖ້ວມໃນປີຜ່ານມາ ອັນເຮັດໃຫ້ເນື້ອທີ່ນາຖືກນ້ຳຊຸເສຍ ຫາຍພໍສົມຄວນ. ດັ່ງນັ້ນ, ອຳນາດການ ປົກຄອງເມືອງ ແລະ ແຂວງອຸດົມໄຊ ຈຶ່ງໄດ້ຊຸກຍູ້ປະຊາຊົນ ບ້ານດັ່ງກ່າວຜະ ລິດພືດອື່ນທົດແທນເປັນສິນຄ້າຂາຍ ເພື່ອຊື້ເຂົ້າກິນ. ແມ່ຕູ້ບົວຄຳ ປະຊາຊົນບ້ານຫ້ວຍ ຫລາ ເມືອງຫລາ ແຂວງອຸດົມໄຊ ທີ່ນຳ ເອົາຜົນຜະລິດກະສິກຳມາວາງຂາຍ ຢູ່ຕະຫລາດຊຸມຊົນສີຂຽວ ເພື່ອຊື້ ຂາຍ ຜະລິດຕະພັນກະສິກຳສະອາດ ແລະ ເຄື່ອງປ່າຂອງດົງແບບຍືນຍົງ ບ້ານ ຫ້ວຍຫລາ ໄດ້ສຳພາດວ່າ: ບັບແຕ່ນ້ອຍ ຈົນເຖົ້າບໍ່ເຄີຍເຫັນໄພທຳມະຊາດນ້ຳ ຖ້ວມແບບນີ້ຈັກເທື່ອ ເຊິ່ງມາໃນປີຜ່ານ ມາ ໄດ້ເກີດຝົນຕົກໜັກຫລາຍວັນຕິດຕໍ່ ກັນ ໄດ້ເກີດນ້ຳປ່າໄຫລຊຸຖ້ວມເນື້ອທີ່ ນາທີ່ເຄີຍຜະລິດເຂົ້າກິນທຸກໆປີເສຍ ຫາຍໝົດ ເຮັດໃຫ້ບໍ່ມີນາຜະລິດເຂົ້າ ຈຳເປັນຈຶ່ງໄດ້ສູ້ຊົນຜະລິດພືດອື່ນຕາມ ແຈໄຮ່ປາຍນາ ຕາມການຊີ້ນຳຈາກຂັ້ນ ເທິງເພື່ອ ທົດແທນຜົນຜະລິດເຂົ້າທີ່ເສຍ ຫາຍ ແລະ ເປັນສິນຄ້າ ເພື່ອແລກເງິນ ມາຊື້ເຂົ້າກິນໃນແຕ່ລະມື້. ພືດທີ່ຜະລິດ ແທນເຂົ້າແມ່ນຜັກກະລ່ຳດອກ, ໜາກ ເຂືອ, ໜາກເຜັດ, ໜາກອຶ, ໜາກບວບ, ສາລີອື່ນໆ… ພ້ອມນີ້, ແມ່ຕູ້ ຊິວ ປະຊາຊົນບ້ານ ຫ້ວຍຫລາໃຫ້ຮູ້ວ່າ:ກ່ອນປີ2022ໂດຍ ສະເພາະຕອນນ້ຳບໍ່ທັນຖ້ວມ ນາກໍມີ ນາຜະລິດເຂົ້າທຸກປີ, ມີໜອງປາ, ລ້ຽງ ເປັດ, ລ້ຽງໄກ່. ນອກຈາກນີ້, ພາຍ ຫລັງເກັບກ່ຽວເຂົ້ານາປີ ສຳເລັດກໍມີ ບ່ອນຜະລິດພືດອື່ນໃນລະດູແລ້ງ ເພື່ອ ຂາຍຕື່ມອີກ ແລະ ຄອບຄົວກໍບໍ່ພົບ ຄວາມຫຍຸ້ງປານໃດ. ແຕ່ຍ້ອນໄພທຳ ມະຊາດ ຈຶ່ງເຮັດໃຫ້ເນື້ອທີ່ນາ ແລະ ໜອງປາຖືກນ້ຳຊຸເສຍຫາຍໝົດ ເຊິ່ງມາ ໃນປີນີ້ ກໍມີຄວາມຫຍຸ້ງຍາກຫລາຍຕໍ່ ການຜະລິດພືດຕ່າງໆ ມີແຕ່ປູກຕາມ ບາງບ່ອນທີ່ນ້ຳບໍ່ຖ້ວມ ອັນເຮັດໃຫ້ໄດ້ ຜົນຜະລິດໜ້ອຍ ບໍ່ຄືຕອນນ້ຳບໍ່ໄດ້ຖ້ວມ ເຮົາຜະລິດຫຍັງກໍໄດ້ຫລາຍ ເຊິ່ງມາປັດ ຈຸບັນເຖິງວ່າເຮົາຜະລິດຫຍັງ ແລະ ເອົາ ໄປຂາຍກໍບໍ່ໄດ້ພໍເທົ່າໃດ. ພ້ອມນີ້ ຍັງໄດ້ຊອກຫາເຄື່ອງປ່າຂອງດົງມາ ວາງຂາຍຊ່ວຍ ໂດຍສະເພາະແມ່ນໜໍ່ ໄມ້,ໜໍ່ຂ່າແລະອື່ນໆ. ນໍ້າຖ້ວປີຜ່ານມາ ໄດ້ໄປກູ້ຢືມເງິນຈາກທະນາຄານ ເພື່ອ ມາຟື້ນຟູເນື້ອທີ່ນາຄືນໃໝ່ ສະລັບຄອບ ຄົວ ຂອງຂ້ອຍໄດ້ຢືມເງິນຈາກທະນາ ຄານ70ລ້ານມາຟື້ນຟູຄືນ ເຊິ່ງໄດ້ສ້າງ ໜີ້ສິນໃຫ້ແກ່ຄອບຄົວ. ແນວໃດກໍຕາມ ມາປັດຈຸບັນນີ້ ໄດ້ຊຳລະແລ້ວຈຳນວນ ໜຶ່ງ ແລະ ເດືອນມິຖຸນາ ທີ່ຈະມາເຖິງນີ້ ຕ້ອງໄດ້ຊຳລະໃຫ້ທະນາຄານ ເຊິ່ງເປັນ ບັນໜຶ່ງທີ່ສ້າງຄວາມລຳບາກຕໍ່ການ ຊຳລະຄັ້ງນີ້ຢູ່ ເພາະການຫາເງິນແມ່ນ ຫຍຸ້ງຍາກຫລາຍ. ແມ່ຕູ້ ຊິວ ກ່າວ. ຢ່າງໃດກໍດີປະຊາຊົນທີ່ໄດ້ຮັບຜົນ ກະທົບຢູ່ບ້ານດັ່ງກ່າວ ກໍໄດ້ກ່າວສຽງ ດຽວວ່າ: ການນຳແຂວງອຸດົມໄຊ ແລະ ເມືອງຫລາ ກໍໄດ້ໃຫ້ການຊ່ວຍເຫລືອ ສ່ວນໃດສ່ວນໜຶ່ງ ເພື່ອບັນເທົາທຸກໂດຍ ສະເພາະແມ່ນຊ່ວຍຟື້ນຟູເນື້ອທີ່ນາ, ຊີ້ນຳການຜະລິດພືດອື່ນແທນເຂົ້າ ເພື່ອ ສາມາດຟື້ນຟູຊີວິດການເປັນຢູ່ໃຫ້ກັບ ຄືນສູ່ສະພາບປົກກະຕິ ກໍຄືແກ້ຄວາມ ທຸກຍາກຂອງປະຊາຊົນບ້ານນີ້ໃຫ້ນັບ ມື້ຖອຍລົງເປັນກ້າວໆ. * ຈະເຮັດອາຊີບໃດກໍດີ ຖ້າຫາກມີ ຄວາມມຸ່ງໝັ້ນ, ກ້າຄິດ, ກ້າລົງມືເຮັດ ແນ່ນອນຕ້ອງມີຜົນສຳເລັດ, ການຜະລິດ ເປັນສິນຄ້າແມ່ນທາງເລືອກຂອງການ ສ້າງເສດຖະກິດ ຊຶ່ງຈະນຳພາຄອບ ຄົວກ້າວໄປສູ່ຄວາມຢູ່ດີກິນດີ ແລະ ຮັ່ງມີ. ດັ່ງທ່ານ ນາງ ໄມ ສອນວິໄຊ ອາຍຸ 48 ປີ, ປະຊາຊົນບ້ານພັນໄຊ ເມືອງຊຳເໜືອ ແຂວງຫົວພັນ ທີ່ຍຶດ ອາຊີບຂາຍແຈ່ງປາບໍ້າ ອາຫານເອກະ ລັກຂອງແຂວງຫົວພັນ ດ້ວຍຄວາມ ດຸໝັ່ນ ແລະ ມີຫົວຄິດປະດິດສ້າງ ຈຶ່ງ ສາມາດສ້າງລາຍຮັບໄດ້ 100 ກວ່າ ລ້ານກີບຕໍ່ປີ. ທ່ານນາງ ໄມ ສອນວິໄຊ ເລົ່າໃຫ້ ຟັງວ່າ: ຊີວິດການເປັນຢູ່ ຂອງຄອບ ຄົວໃນເມື່ອກ່ອນ ແມ່ນພົບຄວາມຫຍຸ້ງ ຍາກຫລາຍສົມຄວນ ເນື່ອງຈາກວ່າອາ ໄສແຕ່ຄ້າຂາຍພຽງເລັກໜ້ອຍ, ຂາຍ ເຄື່ອງແຫ້ງ, ເຄື່ອງນຸ່ງ ແລະ ອື່ນໆ, ເຮັດ ໃຫ້ຄອບຄົວບໍ່ມີການພັດທະນາເທົ່າທີ່ ຄວນ ຕົກມາປີ 2004 ຈຶ່ງໄດ້ປຶກສາ ຫາລືກັບຄອບຄົວ ເພື່ອຊອກຫາຊ່ອງ ທາງທຳມາຄ້າຂາຍໃຫ້ມີລາຍຮັບເພີ່ມ ຂຶ້ນ ຈຶ່ງທົດລອງເຮັດແຈ່ວປາບ້ຳຂາຍ ໂດຍການໃຊ້ສູດປຸງແຕ່ງແບບດັ່ງເດີມ (ລົດຊາດແບບພື້ນບ້ານ) ການລົງທຶນ ໃນເບື້ອງຕົ້ນຈຳນວນ 1 ລ້ານກວ່າກີບ, ວັດສະດຸທີ່ນຳມາປຸງແຕ່ງມີ ໝາກເຜັດ, ຫົວກະທຽມ, ປາ, ເກືອ, ແປ້ງນົວ ແລະ ສິ່ງທີ່ຂາດບໍ່ໄດ້ຄືໝາກມາດ ເພື່ອໃຫ້ ມີລົດຊາດ, ມີຄວາມເຂັ້ມຂຸ້ນ ແລະ ມີກິ່ນ ຫອມ, ລາຄາແຈ່ວປາບ້ຳກັບ 5 ພັນກີບ, 10 ພັນກີບ, 30 ພັນກີບ, 60 ພັນກີບ ແລະ ຂາຍເປັນກິໂລ ໂລລະ 120.000 ກີບ ຊຶ່ງເຮັດໃຫ້ມີການຕອບ ຮັບຈາກຜູ້ບໍລິໂພກຫລາຍຂຶ້ນຈາກລູກ ຄ້າພາຍໃນແຂວງ ຍັງມີການສັ່ງຈອງ ໄປຕ່າງແຂວງ ເປັນຕົ້ນແມ່ນ: ນະຄອນ ຫລວງວຽງຈັນ, ຊຽງຂວາງ, ຫລວງ ພະບາງ, ຫລວງນ້ຳທາ ແລະ ສົ່ງອອກ ປະເທດໃກ້ຄຽງເຊັ່ນ: ຫວຽດນາມ,ໄທ. ນອກຈາກແຈ່ວປາບ້ຳແລ້ວຍັງມີໜັງ ແຊ່ເພ້ຍ, ໜັງຊົງເຄື່ອງ, ແຈ່ວໝາກ ແຂ່ນ, ແຈ່ວຫຍ້າອ່າຍ, ເຕີຍປ່ຽງ, ແຈ່ວ ປາເຄັມ ແລະ ແຈ່ວຊີ້ນແຫ້ງ ຊຶ່ງເຮັດ ໃຫ້ມີລາຍຮັບ 180 ລ້ານກີບຕໍ່ປີ ປັດຈຸ ບັນມີພະນັກງານ 2 ຄົນ ໃຫ້ຄ່າແຮງ ງານ 2 ລ້ານກີບຕໍ່ຄົນຕໍ່ເດືອນ. ຜ່ານການສູ້ຊົນສ້າງເສດຖະກິດ ຂອງຄອບຄົວ ມາຮອດປັດຈຸບັນ ຊີວິດ ການເປັນຢູ່ຂອງຄອບຄົວ ໄດ້ຮັບການ ພັດທະນາດີຂຶ້ນເປັນກ້າວໆແລະມີລາຍ ຮັບໝັ້ນຄົງ ສະມາຊິກພາຍໃນຄອບ ຄົວ ມີຄວາມສາມັກຄີ, ມີຄວາມດຸໝັ່ນ, ເປັນຈິດໜຶ່ງໃຈດຽວ ພ້ອມກັນເຮັດ ພ້ອມກັນສ້າງ ຈຶ່ງໄດ້ຮັບຜົນສຳເລັດຄື ດັ່ງກ່າວ ປັດຈຸບັນມີເຮືອນຢູ່ຖາວອນ 2 ຫລັງ, ລົດໃຫຍ່ 2 ຄັນ, ລົດຈັກ 3 ຄັນ, ມີໂຮງງານຜະລິດແຈ່ວປາບ້ຳ 1 ຫລັງ, ມີທຶນການສຶກສາໃຫ້ລູກ ແລະ ມີທຶນໝູນວຽນພາຍໃນຄອບຄົວຈຳ ນວນໜຶ່ງ ແລະ ເປັນຄອບຄົວຫລຸດພົ້ນ ອອກຈາກຄວາມທຸກຍາກໄດ້ຢ່າງສົມ ບູນ. ພ້ອມກັນນີ້ ທ່ານ ນາງ ໄມ ຍັງໃຫ້ ຮູ້ຕື່ມອີກວ່າ: ເພື່ອເປັນການສູ້ຊົນຂະ ຫຍາຍຜະລິດຕະພັນ ແລະ ສ້າງລາຍ ຮັບໃຫ້ສູງຂຶ້ນ ທິດທາງແຜນການໃນ ຕໍ່ໜ້າ ຈະສືບຕໍ່ຜະລິດແຈ່ວປາບ້ຳໃຫ້ ທັນຕາມຄວາມຮຽກຮ້ອງຕ້ອງການ ຂອງຜູ້ບໍລິໂພກກໍຄືລູກຄ້າ ໃຫ້ຫລາຍ ຂຶ້ນກວ່າເກົ່າ, ມີແຜນຈະລົງທຶນສົມທົບ ກັບພໍ່ແມ່ປະຊາຊົນ ເພື່ອໃຫ້ເຂົາເຈົ້າ ລ້ຽງປາ, ປູກໝາກເຜັດ, ປູກຫົວກະ ທຽມມາສະໜອງເຂົ້າໃນໂຮງງານ ແຈ່ວປາບ້ຳ ຂອງພວກເຮົາໂດຍກົງ ແລະ ກໍເພື່ອສ້າງວຽກເຮັດງານທຳໃຫ້ ປະຊາຊົນມີລາຍຮັບເພີ່ມຂຶ້ນອີກດ້ວຍ. ທ່ານ ພອນຈິດ ໄຊຍະສຸກ ນາຍ ບ້ານ ບ້ານພັນໄຊ ເມືອງຊຳເໜືອ ແຂວງຫົວພັນ ໄດ້ຢັ້ງຢືນວ່າ: ຄອບຄົວ ຂອງທ່ານ ນາງໄມ ແມ່ນຄອບຄົວໜຶ່ງ ທີ່ເປັນແບບຢ່າງ ໃນການຜະລິດສິນ ຄ້າ ດ້ວຍການເຮັດແຈ່ວປາບ້ຳ ເພື່ອ ສ້າງລາຍຮັບເຂົ້າສູ່ຄອບຄົວ. ຄວາມ ສຳເລັດດັ່ງກ່າວກໍຍ້ອນມີຫົວຄິດປະ ດິດສ້າງ, ການຊອກຮູ້ຮ່ຳຮຽນ ແລະ ຮູ້ໝູນໃຊ້ທ່າແຮງບົ່ມຊ້ອນທີ່ຕົນເອງ ມີ, ພາຍໃນຄອບຄົວມີຄວາມດຸໝັ່ນ, ຂະຫຍັນພຽນ, ຄວາມສາມັກຄີ ຈຶ່ງເຮັດ ໃຫ້ຄອບຄົວປະສົບຜົນສຳເລັດໄດ້ທັງ ເປັນແບບຢ່າງໃຫ້ແກ່ປະຊາຊົນທົ່ວ ເມືອງຊຳເໜືອ ຂອງພວກເຮົາ.

RkJQdWJsaXNoZXIy MTc3MTYxMQ==