5566

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 26/04/2023 xtgmf]k; ກະຊວງການຕ່າງປະເທດ... ຫົວໜ້າ ຄຕພ... ຮສສ ... ກໍລະນີການຕິດເຊື້ອ... ລາວ-ຈີນ ພົບປະ... ແລກປ່ຽນບົດຮຽນ... ຂປລ. ຕາມການລາຍງານຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ໃຫ້ຮູ້ວ່າ: ໄລຍະຜ່ານມາກະຊວງ ຮສສ ໄດ້ໃຊ້ທຸກຄວາມພະຍາຍາມ ເພື່ອເຮັດໃຫ້ຜູ້ອອກແຮງງານລາວ ໄດ້ເຂົ້າສູ່ຕໍາແໜ່ງງານທີ່ມີຢູ່ພາຍ ໃນປະເທດເປັນກົກ ລວມທັງຕໍາ ແໜ່ງງານໃນຫົວໜ່ວຍການຜະ ລິດ, ທຸລະກິດ ແລະ ການບໍລິການ, ການສົ່ງເສີມການປະກອບອາຊີບ ອິດສະລະຢູ່ກັບທ້ອງຖິ່ນຂອງກຳ ລັງແຮງງານເອງ ເພາະພວກເຮົາ ເຫັນວ່າການເຮັດໃຫ້ແຮງງານລາວ ໄດ້ເຮັດວຽກ ຫລື ປະກອບອາຊີບ ຢູ່ພາຍໃນປະເທດພວກເຮົາເອງນັ້ນ ຍັງຊ່ວຍປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງ ປະເທດ ພ້ອມທັງສົ່ງເສີມການດຳ ລົງຊີວິດແບບສັງຄົມຄອບຄົວໃຫ້ ດຳລົງຢູ່ຄູ່ກັບສັງຄົມລາວເຮົາ, ຫລີກເວັ້ນການເອົາຊີວິດຂອງຜູ້ທີ່ ເປັນກຳລັງແຮງງານຂອງຊາດໄປ ສ່ຽງໃນການອອກໄປຫາເຮັດວຽກ ຢູ່ບ່ອນອື່ນທີ່ຫ່າງໄກຄອບຄົວ ແລະ ປະເທດຊາດ ຊຶ່ງລັດຖະບານອາດບໍ່ ສາມາດເບິ່ງແຍງດູແລ ຫລື ໃຫ້ ການຊ່ວຍເຫລືອໄດ້ໃນຍາມເກີດ ເຫດການທີ່ບໍ່ເພິ່ງປາໜາຕ່າງໆ. ແຕ່ ເຖິງແນວໃດກໍຕາມ ລັດຖະບານ ເຫັນໄດ້ເຖິງຄວາມຈຳເປັນຂອງ ການອອກໄປເກັບກ່ຽວປະສົບການ ຈາກການເຮັດວຽກແບບອຸດສາຫະ ກຳ ເພື່ອຫາລາຍໄດ້ເຂົ້າສູ່ປະເທດ ເພື່ອມີຕົ້ນທຶນໃນການພັດທະນາສີ ມື ແລະ ເພື່ອມີຊີວິດການເປັນຢູ່ທີ່ດີ ຂຶ້ນ ຈາກການອອກໄປເຮັດວຽກຢູ່ ຕ່າງປະເທດ ແຕ່ຕ້ອງເປັນການອອກ ໄປເຮັດວຽກແບບຖືກຕ້ອງຕາມກົດ ໝາຍ ແລະ ລະບຽບການຂອງປະ ເທດເຮົາແລະປະເທດທີ່ຮັບເທົ່ານັ້ນ. ກະຊວງ ຮສສ ຍອມຮັບວ່າການ ໃຫ້ບໍລິການດ້ານຕ່າງໆໃນຜ່ານ ມາແມ່ນຍັງເຮັດບໍ່ທັນໄດ້ດີເທົ່າທີ່ ຄວນ, ການສ້າງສິ່ງອຳນວຍຄວາມ ສະດວກ ເພື່ອໃຫ້ທຸກຄົນໄດ້ເຂົ້າເຖິງ ການບໍລິການກໍຍັງບໍ່ທັນກວ້າງ ຂວາງ ຍັງບໍ່ທັນທົ່ວເຖິງ, ຍັງບໍ່ທັນ ເປັນທີ່ເພິ່ງພໍໃຈໃຫ້ແກ່ຜູ້ອອກແຮງ ງານໄດ້ເທົ່າທີ່ຄວນ ເປັນຕົ້ນການ ສະໜອງຂໍ້ມູນກ່ຽວກັບຕໍາແໜ່ງ ງານທີ່ມີຢູ່ຍັງບໍ່ມີລາຍລະອຽດໂດຍ ສະເພາະແມ່ນບັນດາເງື່ອນໄຂໃນ ການເຮັດວຽກຂອງບັນດາຕໍາແໜ່ງ ງານເຊັ່ນ: ຄ່າແຮງງານ, ຊົ່ວໂມງ ເຮັດວຽກ, ຄວາມກ້າວໜ້າໃນໜ້າ ວຽກຕ່າງໆ, ສະຫວັດດີການດ້ານ ແຮງງານຕ່າງໆເປັນຕົ້ນ ຊຶ່ງອາດ ຍັງບໍ່ສາມາດໃຊ້ເປັນຂໍ້ມູນພຽງພໍ ໃຫ້ແກ່ການຕັດສິນໃຈທີ່ຈະເຂົ້າເຮັດ ວຽກໃນຕໍາແໜ່ງງານດັ່ງກ່າວໄດ້. ນອກຈາກນັ້ນ, ລະດັບຄ່າແຮງງານ ຂັ້ນຕ່ຳທີ່ລັດຖະບານກຳນົດອອກ ໃນແຕ່ລະໄລຍະ ເມື່ອທຽບກັບ ຫລາຍປະເທດ ກໍເປັນຕົວເລກທີ່ຕ່ຳ ກວ່າ ຊຶ່ງຍັງບໍ່ສາມາດອະທິບາຍ ເຫດຜົນທີ່ຈຳເປັນໃຫ້ທຸກຄົນເຂົ້າ ໃຈໄດ້ເທົ່າທີ່ຄວນ. ທ່ານ ພົງໄຊສັກ ອິນຖາລາດ ຍັງໄດ້ເນັ້ນອີກວ່າ: ລັດຖະບານ ກໍຄື ກະຊວງ ຮສສ ພ້ອມທີ່ຈະແກ້ໄຂບັນ ຫາທີ່ກ່າວ ດ້ວຍເຫດ ແລະ ຜົນ ໂດຍ ເຫັນໄດ້ຄວາມສຳຄັນ, ຂາດບໍ່ໄດ້ ໃນການເຂົ້າຮ່ວມຂອງພີ່ນ້ອງຊາວ ຜູ້ອອກແຮງງານລາວທຸກຄົນ ໂດຍ ສະເພາະແມ່ນໃນສະພາບທີ່ເປັນຢູ່ ໃນປັດຈຸບັນ ຍິ່ງເຮັດໃຫ້ຊີວິດການ ເປັນຢູ່ຂອງພວກເຮົາທຸກຄົນ ໄດ້ ຮັບຜົນກະທົບເປັນທະວີຄູນ ຫລື ເພີ່ມສູງຂຶ້ນ ຈຶ່ງຢາກຮຽກຮ້ອງມາ ຍັງຜູ້ອອກແຮງງານທຸກທົ່ວໜ້າທີ່ ຍັງລໍຖ້າໂອກາດໃນການເຮັດວຽກ ຫລື ຕ້ອງການຢາກເຮັດວຽກແຕ່ບໍ່ ສາມາດຫາວຽກໄດ້ ຫລື ຜູ້ທີ່ຕ້ອງ ການຢາກຝຶກວິຊາຊີບ ເພື່ອປະກອບ ອາຊີບໃນການທຳມາຫາກິນໂດຍ ໃຫ້ປະຕິບັດດັ່ງນີ້: ໜຶ່ງ. ເຂົ້າໄປພົວ ພັນ ຫລື ຂຶ້ນທະບຽນຢູ່ຫ້ອງການ ຮສສ ປະຈຳເມືອງໃກ້ບ້ານທ່ານ ຫລື ຢູ່ພະແນກ ຮສສ ແຂວງ, ນະ ຄອນຫລວງຫລືສູນບໍລິການຈັດຫາ ງານ, ບັນດາວິສາຫະກິດບໍລິການ ຈັດຫາງານທີ່ໄດ້ຮັບອະນຸຍາດ ໃນ ທົ່ວປະເທດ ເພື່ອສະແດງຄວາມ ຕ້ອງການ ໃນການຢາກເຮັດວຽກ ຢູ່ພາຍໃນປະເທດຫລື ຕ້ອງການຝຶກ ວິຊາຊີບ ເພື່ອເປັນຜູ້ປະກອບອາຊີບ ແບບອິດສະລະ; ສອງ. ສອບຖາມ ຂໍ້ມູນ ຫລື ຂຶ້ນທະບຽນການຊອກ ວຽກເຮັດງານທຳຢູ່ພາຍໃນປະເທດ ຜ່ານສູນບໍລິການຂໍ້ມູນຜ່ານເບີວັອດ ແອັບ (WhatsApp) ໄດ້ທີ່: ພະ ແນກຈັດຫາງານພາຍໃນ ໂທ: 021 222779; 020 91114568; 020 98999969; ສາມ. ຂຶ້ນທະ ບຽນແຮງງານ ແລະ ຄົ້ນຫາຂໍ້ມູນ ກ່ຽວກັບຕຳແໜ່ງງານ www.lmi. gov.la ຫລື ວິທະຍຸຄື້ນ 99,75 MZ, ຜ່ານສື່ອອນລາຍ facebook, tiktokຂ່າວສານຮສສແລະ ຜ່ານສື່ອອນລາຍອື່ນໆ; ສີ່. ສຳລັບ ການໄປອອກແຮງງານຢູ່ຕ່າງປະ ເທດແບບບໍ່ຖືກຕ້ອງຕາມກົດໝາຍ ລວມທັງກົດໝາຍຂອງປະເທດເຮົາ ແລະ ກົດໝາຍປະເທດປາຍທາງ ແມ່ນເປັນການບໍ່ສົມຄວນ, ເປັນ ຊ່ອງທາງທີ່ມີຄວາມສ່ຽງທີ່ສຸດ ແລະ ຈະບໍ່ໄດ້ຮັບການປົກປ້ອງໃນ ດ້ານສິດທິຂອງຕົນ. ຍິ່ງໄປກວ່າ ນັ້ນ ກໍຈະກາຍເປັນເຫຍື່ອຂອງຂະ ບວນການຄ້າມະນຸດຂ້າມຊາດທີ່ມີ ຄວາມສ່ຽງສູງໃນການຖືກຂູດຮີດ ແລະ ລ່ວງລະເມີດສິດສ່ວນຕົວຂອງ ພວກເຮົາ ລວມເຖິງການມີຄວາມ ສ່ຽງທີ່ຈະໄດ້ເຮັດວຽກຢູ່ບ່ອນທີ່ມີ ອັນຕະລາຍ ທີ່ມີຜົນກະທົບທາງ ດ້ານຮ່າງກາຍ, ຈິດໃຈ ແລະ ມີບັນ ຫາຕ່າງໆຕາມມາລະຫວ່າງປະ ເທດຕົ້ນທາງແລະປະເທດຮັບແຮງ ງານເຂົ້າເຮັດວຽກນຳອີກ. ອີກ ຢ່າງໜຶ່ງ, ຈາກບົດຮຽນທີ່ສາມາດ ຖອດຖອນໄດ້ຈາກການແພ່ລະບາດ ຂອງພະຍາດໂຄວິດ-19 ການເຄື່ອນ ຍ້າຍໄປເຮັດວຽກຢູ່ຕ່າງປະເທດ ແບບຜິດກົດໝາຍ ແມ່ນຈະມີຄວາມ ເຂັ້ມງວດຂຶ້ນຫລາຍກວ່າເກົ່າທັງ ປະເທດຕົ້ນທາງ ແລະ ປາຍທາງ ຊຶ່ງຈຳເປັນຈະຕ້ອງໃຊ້ມາດຕະ ການຂັ້ນເດັດຂາດໃນການສະກັດ ກັ້ນ ແລະ ປະຕິບັດຕໍ່ຜູ້ລະເມີດ. ສຳ ລັບສປປລາວກໍເຊັ່ນດຽວກັນ,ການ ອອກຈາກປະເທດດ້ວຍວິທີໃດກໍ ຕາມທີ່ຜິດກົດໝາຍ ລວມທັງການ ໄປເຮັດວຽກແບບບໍ່ຖືກຕ້ອງຕາມ ກົດໝາຍ ຈະຖືວ່າເປັນການລະເມີດ ຕໍ່ລະບຽບກົດໝາຍທີ່ຮ້າຍແຮງ,ທຸກ ຜົນກະທົບ ຫລື ຄ່າເສຍຫາຍທີ່ເກີດ ຂຶ້ນຈະຕົກເປັນຄວາມຮັບຜິດຊອບ ຂອງຜູ້ອອກແຮງງານ ແລະ ຄອບ ຄົວພຽງຝ່າຍດຽວ. ຕໍ່ບັນຫານີ້, ຂໍຮຽກຮ້ອງມາຍັງ ຜູ້ທີ່ມີຈຸດປະສົງຢາກໄປອອກແຮງ ງານຢູ່ຕ່າງປະເທດຕ້ອງຄຳນຶງເຖິງ ກົນໄກ ແລະ ຮູບແບບການໄປອອກ ແຮງງານແບບໃໝ່ທີ່ຖືກຕ້ອງ, ມີ ຄວາມປອດໄພ ແລະ ຮັບປະກັນຜົນ ປະໂຫຍດໄດ້ດີ ກວ່າໂດຍຜ່ານຊ່ອງ ທາງທີ່ຖືກຕ້ອງຕາມກົດໝາຍທີ່ໄດ້ ກຳນົດໄວ້ເທົ່ານັ້ນ ຊຶ່ງພວກເຮົາມີ ຕົວແທນໃນການຊ່ວຍດຳເນີນການ ໃຫ້ດັ່ງນີ້: ສະເໜີຄວາມຕ້ອງການ ຢາກໄປເຮັດວຽກຢູ່ຕ່າງປະເທດ ຜ່ານຫ້ອງການ ຮສສ ປະຈຳເມືອງ ຫລື ພະແນກ ຮສສ ແຂວງ, ນະຄອນ ຫລວງໃນກໍລະນີຕ້ອງການຄວາມ ຊ່ວຍເຫລືອ; ນຳໃຊ້ການບໍລິການ ຂອງສູນບໍລິການຈັດຫາງານ ແລະ ຈຸດບໍລິການຈັດຫາງານຢູ່ແຕ່ລະ ທ້ອງຖິ່ນ; ນຳໃຊ້ການບໍລິການຂອງ ບັນດາບໍລິສັດຈັດຫາງານ ທີ່ໄດ້ຮັບ ອະນຸຍາດໃຫ້ດຳເນີນການ; ສອບ ຖາມຂໍ້ມູນກ່ຽວກັບການໄປອອກ ແຮງງານຢູ່ຕ່າງປະເທດ ຜ່ານສູນບໍ ລິການຂໍ້ມູນຂ່າວສານສຳລັບແຮງ ງານເຄື່ອນຍ້າຍຢູ່ 6 ແຂວງເຊັ່ນ: ແຂວງບໍ່ແກ້ວ, ໄຊຍະບູລີ,ຫລວງພະ ບາງ, ບໍລິຄຳໄຊ, ສະຫວັນນະເຂດ ແລະ ແຂວງຈຳປາສັກ. ຂ່າວ: ຮສສ ໃນນັ້ນ, ວິຊາຮຽນຄື: ກຸ່ມວິຊາປັດ ຊະຍາມາກ-ເລນິນ 7 ບົດ, ວິຊາເສດ ຖະສາດການເມືອງມາກ-ເລນິນ 9 ບົດ, ວິຊາລັດທິສັງຄົມນິຍົມວິທະ ຍາສາດ 12 ບົດ, ແນວຄິດໄກສອນ ພົມວິຫານ 5 ບົດ, ກຸ່ມວິຊາພື້ນຖານ ການຄຸ້ມຄອງບໍລິຫານລັດ 7 ບົດ, ກຸ່ມວິຊາປະຫວັດສາດພັກ ແລະ ກໍ່ ສ້າງພັກ 10 ບົດ, ກຸ່ມວິຊາຫົວຂໍ້ ລາຍງານເພີ່ມ 5 ບົດ. ໃນທ້າຍຊຸດ ຮຽນ, ຜູ້ເຂົ້າຮ່ວມຍັງຈະໄດ້ຂຽນ ບົດເກັບກ່ຽວເພື່ອປະເມີນຄວາມ ເຂົ້າໃຈທີ່ມີຄວາມຍາວ 10-15 ໜ້າ ເພື່ອປ້ອງກັນຈົບການຮຽນ. ຊຸດຮຽນນີ້,ນອກຈາກການຮຽນ ທິດສະດີແລ້ວ, ຜູ້ເຂົ້າຮ່ວມຍັງຈະ ໄດ້ລົງຮາກຖານຂັ້ນເມືອງ ແລະ ບ້ານ ເພື່ອຮຽນຮູ້ຕົວຈິງການຊີ້ນຳນຳພາຂັ້ນຮາກຖານ ໃນການຜັນຂະ ຫຍາຍແນວທາງນະໂຍບາຍຕ່າງໆ ຂອງພັກ ກໍຄືແຜນພັດທະນາເສດ ຖະກິດ-ສັງຄົມຂອງລັດ. ນອກນັ້ນ, ຍັງເປັນການເປີດໂອກາດໃຫ້ລົງໃກ້ ຊິດຕິດແທດກັບປະຊາຊົນ ກໍຄືອໍາ ນາດການປົກຄອງຂັ້ນບ້ານ ເພື່ອ ຮັບຟັງ ແລະ ເກັບກໍາຂໍ້ມູນຄໍາຄິດຄໍາ ເຫັນ ແລະ ບັນຫາຕ່າງໆທີ່ເກີດຂຶ້ນ ມາຄົ້ນຄວ້າຊອກຫາວິທີແກ້ໄຂ ເພື່ອ ເຮັດໃຫ້ຮາກຖານມີຄວາມເຂັ້ມ ແຂງ, ໜັກແໜ້ນ ແລະ ໄດ້ການຮັບ ການພັດທະນາຕາມແນວທາງຂອງ ພັກ-ລັດ. ອີກຄາດໝາຍໜຶ່ງຂອງ ຊຸດຮຽນນີ້, ແມ່ນການຍົກລະດັບ ຄວາມເຂົ້າໃຈທີ່ເປັນເອກະພາບ ທາງດ້ານແນວຄິດ-ທິດສະດີໃຫ້ແກ່ ພະນັກງານ, ສະມາຊິກພັກມີຄວາມ ເຊື່ອໝັ້ນ, ຫລັກແໜ້ນທາງດ້ານ ທິດສະດີ, ອຸດົມການຂອງພັກ ແລະ ມີຄຸນທາດການເມືອງ, ສິນທຳປະ ຄຳມ່ວນ ກໍໄດ້ສະແດງຄວາມຍິນ ດີຕ້ອນຮັບ ພ້ອມທັງລາຍງານໃຫ້ຮູ້ ວ່າ ແຂວງຄຳມ່ວນ ແມ່ນໄດ້ມີການ ພົວພັນກັບບັນດາແຂວງຂອງ ສສ ຫວຽດນາມ ໄດ້ເຮັດບົດບັນທຶກການ ຮ່ວມມືໃນຫລາຍດ້ານ, ໃນແຕ່ລະ ປີ ໄດ້ຜັດປ່ຽນກັນໄປ-ມາ ພົບປະຢ້ຽມ ຢາມ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ເປັນການພົວພັນທີ່ມີ ຄວາມ ສະໜິດສະໜົມຮັດແໜ້ນ ຄວາມສາມັກຄີແບບພິເສດ. ໃນໄລ ຍະການສະເຫລີມສະຫລອງປີສາ ມັກຄີ ລາວ-ຫວຽດນາມ ໃນປີຜ່ານ ມາກໍໄດ້ເຊີນການນຳຂອງບັນດາ ແຂວງຂອງ ສສ ຫວຽດນາມ ມາ ຮ່ວມໃນພິທີເຮັດໃຫ້ບັນຍາກາດ ຂອງການສະເຫລີມສະຫລອງປີສາ ມັກຄີ ລາວ-ຫວຽດນາມ ຜີບັນຍາ ກາດຟົດຟື້ນ ແລະ ໃນໄລຍະທີ່ມີ ການແພ່ລະບາດຂອງພະຍາດໂຄ ວິດ-19 ບັນດາແຂວງຈາກ ສສ ຫວຽດນາມ ກໍໄດ້ຊ່ວຍເຫລືອວັດຖຸ ອຸປະກອນ ແລະ ປັດໄຈຈຳນວນໜຶ່ງ ໃຫ້ແກ່ແຂວງຄຳມ່ວນ ເພື່ອນຳ ໃຊ້ ເຂົ້າໃນການປ້ອງກັນ ແລະ ສະກັດ ກັ້ນການແພ່ລະບາດຂອງພະຍາດ ດັ່ງກ່າວ. ນອກນີ້ ກໍຍັງໄດ້ຊ່ວຍ ເຫລືອທາງດ້ານທຶນການສຶກສາໃນ ແຕ່ລະປີ, ການກໍ່ສ້າງພື້ນຖານໂຄງ ລ່າງ, ໂຮງຮຽນ, ໂຮງໝໍ, ຊົນລະປະ ທານ ໃຫ້ແກ່ແຂວງຄຳມ່ວນ ພ້ອມ ທັງໄດ້ມີການພົວພັນປະສານງານ ລາດຕະເວນຮ່ວມກັນໃນຂອບເຂດ ຊາຍແດນ ແລະ ວຽກງານອື່ນໆ. ຂ່າວ: ກອງຄຳ ກ່ຽວຂ້ອງກັບການອຳນວຍຄວາມ ສະດວກດ້ານການຄ້າໃນໄລຍະ ຜ່ານມາ, ພ້ອມທັງທົບທວນ ແລະ ຕີລາຄາຄືນເຖິງກາລະໂອກາດ, ສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກໃນ ການສົ່ງເສີມການຄ້າຂ້າມແດນກັບ ບັນດາປະເທດແມ່ນ້ຳຂອງ ເພື່ອ ສ້າງສະພາບແວດລ້ອມທີ່ດີ ເພື່ອອຳ ນວຍ ຄວາມສະດວກດ້ານການຄ້າ ແລະ ການລົງທຶນ ແລະ ວາງແຜນ ທິດທາງແຜນການໃນຕໍ່ໜ້າ. ໃນເວທີປຶກສາຫາລືໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາຄິດຄໍາ ເຫັນ, ຂໍ້ມູນຂ່າວສານກ່ຽວກັບ ທ່າແຮງບົ່ມຊ້ອນ ແລະ ວຽກງານ ຈຸດສຸມໃນການພັດທະນາເສດຖະ ກິດ-ສັງຄົມ ຂອງປະເທດຕົນ ໂດຍ ສະເພາະວຽກງານການເຊື່ອມ ໂຍງ-ເຊື່ອມຈອດດ້ານພື້ນຖານໂຄງ ລ່າງ, ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໃນບັນດາປະເທດ ສະມາຊິກແມ່ນໍ້າຂອງ-ແມ່ນ້ຳລ້ານ ຊ້າງ, ມີການແລກປ່ຽນບົດຮຽນ, ປະສົບການ ແລະ ຄໍາຄິດເຫັນຢ່າງ ກົງ ໄປກົງມາກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ລວມທັງບັນດາຂໍ້ ສະເໜີແນະ ໃນການຈັດຕັ້ງປະຕິບັດ ວຽກງານການສົ່ງເສີມ ແລະ ອຳ ນວຍຄວາມສະດວກດ້ານການຄ້າ ໃນຕໍ່ໜ້າແນໃສ່ການຊຸກຍູ້ເສດຖະ ກິດ ແລະ ຍາດແຍ່ງເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນຂອງ ປະເທດແມ່ນໍ້າຂອງ ກໍຄື ໃນພາກພື້ນ ແລະ ສາກົນ. ນອກຈາກນີ້, ໃນວັນທີ 26 ເມສາ 2023, ບັນດາຜູ້ເຂົ້າຮ່ວມ ເວທີປຶກສາຫາລື ຈາກບັນດາປະ ເທດສະມາຊິກແມ່ນໍ້າຂອງ-ແມ່ນ້ຳ ລ້ານຊ້າງ ຍັງຈະໄດ້ໄປທັດສະນະ ສຶກສາ ແລະ ຢ້ຽມຊົມສະຖານທີ່ ຕ່າງໆທີ່ເປັນທ່າແຮງດ້ານການພັດ ທະນາຂອງແຂວງຫລວງພະບາງ ຕື່ມອີກ. ຂ່າວ-ພາບ: ກຕທ ຂປລ. ພິທີພົບປະແລກປ່ຽນວິ ຊາການດ້ານວຽກງານສື່ມວນຊົນ ລະຫວ່າງກົມຖະແຫລງຂ່າວຄະນະ ພົວພັນຕ່າງປະເທດສູນກາງພັກ ກອມມູນິດຈີນ ກັບກົມໂຄສະນາຄະ ນະໂຄສະນາອົບຮົມສູນກາງພັກ ແລະສຳນັກຂ່າວສານປະເທດລາວ, ຄະນະພົວພັນຕ່າງປະເທດສູນກາງ ພັກ, ໜັງສືພິມປະຊາຊົນ, ວາລະ ສານອະລຸນໃໝ່ຈັດຂຶ້ນໃນວັນທີ 25 ເມສາ 2023, ຝ່າຍລາວນຳໂດຍ ທ່ານ ໂພເມກ ວິໄລສັກ ຫົວໜ້າກົມ ໂຄສະນາ ຄະນະໂຄສະນາອົບຮົມ ສູນກາງພັກ, ພ້ອມດ້ວຍຜູ້ຕາງໜ້າ ຈາກສຳນັກຂ່າວຕ່າງໆຂອງລາວ ແລະ ຝ່າຍຈີນ ນຳໂດຍທ່ານ ຫູຈ້າວ ໜິງ ຫົວໜ້າກົມຖະແຫລງຂ່າວຄະ ນະພົວພັນຕ່າງປະເທດສູນກາງພັກ ກອມມູນິດຈີນ ພ້ອມຄະນະ. ໃນໂອ ກາດທີ່ຄະນະຜູ້ແທນດັ່ງກ່າວເດີນ ທາງມາຢ້າມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 24-27 ເມສາ 2023. ການພົບປະກັນໃນຄັ້ງນີ້, ສອງ ຝ່າຍ ໄດ້ປຶກສາຫາລື,ແລກປ່ຽນ ຄຳຄິດຄຳເຫັນ ເຊິ່ງກັນແລະກັນໃນ ຫລາຍບັນຫາ ເປັນຕົ້ນ ແລກປ່ຽນ ກ່ຽວກັບການພົວພັນຮ່ວມມືລະ ຫວ່າງ ລາວ-ຈີນ ດ້ານວຽກງານສື່ ມວນຊົນໃນໄລຍະຜ່ານມາເຊິ່ງຝ່າຍ ຈີນ ໄດ້ນຳສະເໜີຜົນສຳເລັດຂອງ ການຈັດຕັ້ງປະຕິບັດກອງປະຊຸມ ຄັ້ງທີ 20 ຂອງພັກກອມມູນິດຈີນ, ຂໍ້ລິເລີ່ມວ່າດ້ວຍອະລິຍະທຳຂອງ ໂລກທີ່ສະເໜີໂດຍເລຂາທິການ ໃຫຍ່ ສີຈິ້ນຜິງ,ຄຳເຫັນຕໍ່ສະຖານະ ການຫາງສຽງສາກົນ, ບົດຮຽນໃນ ການຊີ້ນຳນຳພາແນວຄິດຫາງສຽງ ແລະ ນຳສະເໜີກ່ຽວກັບການຈັດ ຕັ້ງປະຕິບັດວຽກງານສື່ມວນຊົນ ຂອງ ສປ ຈີນ ໃນໄລຍະໃໝ່. ພ້ອມ ນັ້ນ, ບັນດາຫົວໜ້າແຕ່ລະສຳນັກ ຂ່າວຂອງສປປລາວກໍໄດ້ຜັດປ່ຽນ ກັນຂຶ້ນລາຍງານສະພາບການຈັດ ຕັ້ງປະຕິບັດ, ພາລະບົດບາດ, ໜ້າທີ່ ຮັບຜິດຊອບຂອງຕົນ, ຂອງແຕ່ລະ ຂະແໜງການ ໃຫ້ຝ່າຍຈີນຮັບຊາບ ໂດຍສະເພາະສະພາບການພັດທະ ນາຂອງສື່ມວນຊົນລາວ ໃນຍຸກ ໃໝ່, ຍຸກຫັນເປັນທັນສະໄໝ ເທື່ອ ລະກ້າວ. ໂອກາດນີ້, ທ່ານ ໂພເມກ ວິໄລສັກ ໄດ້ຍົກໃຫ້ເຫັນການໂຄສະ ນາການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຈີນ ໃນໄລຍະ ຜ່ານມາ, ຄະນະໂຄສະນາອົບຮົມ ສູນກາງພັກ ໄດ້ອອກບົດຂ່າວ, ບົດ ຄວາມ ແລະ ບົດຂ່າວສານຫລາຍ ສະບັບອີງຕາມເຫດການໃນແຕ່ລະ ໄລຍະ. ນອກນີ້, ຍັງໄດ້ຄົ້ນຄວ້າ ແນວຄິດຂອງ ສະຫາຍ ສີຈິ້ນຜິງ ຜູ້ນຳທີ່ຍິ່ງໃຫຍ່ຂອງ ສປ ຈີນ ໂດຍ ສະເພາະແມ່ນຂໍ້ລິເລີ່ມດ້ານອະຣິ ຍະທຳຂອງໂລກ ທີ່ພວມເປັນກະ ແສແນວຄິດທີ່ສ້າງຄວາມສົນໃຈ ໃຫ້ຄົນທົ່ວທັງໂລກ ໃນທ່າມກາງ ຄວາມຂັດແຍ່ງ ຂອງໂລກທີ່ຄາດ ຄະເນໄດ້ຍາກ. ພ້ອມນັ້ນ, ທ່ານຍັງ ໄດ້ຍົກໃຫ້ເຫັນໜ້າທີ່ຂອງບັນດາອົງ ການສື່ມວນຊົນຕ່າງໆຂອງ ສປປ ລາວ ທີ່ເຮັດໜ້າທີ່ໃນການໂຄສະນາ ແນວທາງນະໂຍບາຍ ຂອງພັກ ແລະ ສຶກສາອົບຮົມການເມືອງແນວຄິດ ໃຫ້ທົ່ວສັງຄົມເຂົ້າໃຈ ແລະ ປະຕິບັດໃຫ້ເປັນຈິງ ແມ່ນໄດ້ ເຮັດຢ່າງຕໍ່ເນື່ອງ ແລະ ມີຫລາຍຮູບ ຫລາຍສີ, ລວມທັງການໂຄສະນາ ແລະ ນຳສະເໜີບົດຮຽນດ້ານຕ່າງໆ ຂອງປະເທດເພື່ອນມິດຍຸດທະສາດ ໂດຍສະເພາະ ສປ ຈີນ ໄດ້ເຮັດໃຫ້ ສປປ ລາວ ມີການພັດທະນາດີຂຶ້ນ, ແຕ່ວ່າເມື່ອປຽບທຽບກັບຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ ການເມືອງໃນໄລຍະໃໝ່ ຍັງຈະ ຕ້ອງໄດ້ບຸກບືນສູ້ຊົນພັດທະນາໃນ ຫລາຍດ້ານ ໂດຍສະເພາະວຽກ ງານສື່ມວນຊົນ ເພື່ອໄປໃຫ້ທັນກັບ ຄວາມກ້າວໜ້າ-ທັນສະໄໝຂອງ ໂລກປັດຈຸບັນ. ທ່ານ ຄຳເຜີຍ ພິລາພາ ຜູ້ອຳ ນວຍການໃຫຍ່ສຳນັກຂ່າວສານປະ ເທດລາວ ກໍໄດ້ມີຄຳເຫັນໃນກອງ ປະຊຸມ ໂດຍທ່ານໄດ້ຍົກໃຫ້ເຫັນພາ ລະບົດບາດ ແລະ ໜ້າທີ່ຂອງສຳນັກ ຂ່າວສານປະເທດລາວ ໃນການ ເປັນກະບອກສຽງ ໃຫ້ພັກ, ລັດ, ເປັນ ອົງການຂ່າວທາງການ, ໄດ້ເຮັດ ພາລະບົດບາດຂອງຕົນ ຕາມເງື່ອນ ໄຂຕົວຈິງ ເຊິ່ງໃນໄລຍະຜ່ານມາ ສຳນັກຂ່າວສານປະເທດລາວ ໄດ້ ມີການຮ່ວມມືກັບສື່ຈາກ ສປ ຈີນ ເປັນຕົ້ນໄດ້ພົວພັນຮ່ວມມືກັບສຳນັກ ຂ່າວສານຊິນຮວາ, ວິທະຍຸ ແລະ ໂທລະພາບສູນກາງຈີນ (ຊີເອັມຈີ) ໂດຍສະເພາະກັບຊີອາໄອ ໄດ້ມີການ ແລກປ່ຽນຂໍ້ມູນຂ່າວສານ ເຊິ່ງກັນ ແລະ ກັນ ເປັນຕົ້ນ ໄດ້ໂຄສະນາສະ ພາບການພັດທະນາເສດຖະກິດສັງຄົມ ແລະ ເຫດການຕ່າງໆທີ່ສຳ ຄັນທີ່ເກີດຂຶ້ນ ຢູ່ສອງປະເທດ ລາວຈີນ, ຈີນ-ລາວໃຫ້ສັງຄົມທັງພາຍ ໃນ ແລະ ຕ່າງປະເທດໄດ້ຮັບຮູ້ຢ່າງ ທົ່ວເຖິງ. ໃນວັນດຽວກັນ, ທ່ານ ຫູຈ້າວ ໜິງ ພ້ອມດ້ວຍຄະນະກໍໄດ້ເຂົ້າພົບ ປະກັບທ່ານລາວປາວຊົ້ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ຕື່ມອີກ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ຈາກບັນດາຄູ່ຮ່ວມພັດທະນາ ແລະ ທຸກພາກສ່ວນຂອງສັງຄົມ. ໃນທ້າຍປີ 2023 ນີ້, ສປປ ລາວ ຕັ້ງເປົ້າໝາຍໃນການລຶບລ້າງ ພະຍາດໄຂ້ມາລາເຣຍ ຊະນິດຟານ ຊີປາຣອມ ເຊິ່ງເປັນສ່ວນໜຶ່ງຂອງ ວຽກງານທີ່ພວກເຮົາຕັ້ງໜ້າປະຕິ ບັດ ເພື່ອໃຫ້ບັນລຸເປົ້າໝາຍການລຶບ ລ້າງພະຍາດໄຂ້ມາລາເຣຍທົ່ວປະ ເທດ. ສປປ ລາວ ໄດ້ຕັ້ງເປົ້າໝາຍ ໃນການລຶບລ້າງພະຍາດໄຂ້ມາລາ ເຣຍ ຊະນິດທີ່ຮ້າຍແຮງທີ່ສຸດພາຍ ໃນທ້າຍປີນີ້ ເຊິ່ງຈະເປັນຂີດໝາຍ ໜຶ່ງໃນການກ້າວໄປສູ່ການລຶບ ລ້າງພະຍາດໄຂ້ມາລາເຣຍ ທົ່ວ ປະເທດ. ສິ່ງທີ່ເຮັດໃຫ້ວຽກງານດັ່ງກ່າວ ມີຄວາມຄືບໜ້າຢ່າງໃຫຍ່ຫລວງ ແມ່ນມາຈາກຄວາມເອົາໃຈໃສ່ ຂອງອາສາສະໝັກມາລາເຣຍຂັ້ນ ບ້ານ ເພື່ອນຳເອົາຄວາມຮູ້, ເຄື່ອງ ກວດເລືອດ, ຢາປິ່ນປົວ, ການເຝົ້າ ລະວັງພະຍາດ ແລະ ມຸ້ງໄປໃຫ້ເຖິງ ປະຊາຊົນທີ່ອາໄສຢູ່ຢ່າງກະແຈກ ກະຈາຍ ແລະ ຜູ້ທີ່ມີຄວາມສ່ຽງຕິດ ພະຍາດທີ່ສຸດ. ຕິວັດ ແລະ ຮູ້ໝູນໃຊ້ທິດສະດີຢ່າງ ປະດິດສ້າງ ເຂົ້າໃນໜ້າທີ່ວຽກງານ ຂອງຕົນສ້າງບາດກ້າວໃນການບຸກ ທະລຸທາງດ້ານຈິນຕະນາການອັນ ໃໝ່, ສ້າງແນວຄວາມຄິດໃຫ້ເປັນ ລະບົບ, ມີຄວາມເປັນເອກະພາບຕໍ່ ແນວທາງນະໂຍບາຍຂອງພັກ, ເສີມ ຂະຫຍາຍຄວາມສາມັກຄີທັງພາຍ ໃນ ແລະ ພາຍນອກ, ເຮັດວຽກມີ ແບບແຜນ, ມີຫລັກການ ແລະ ເບິ່ງ ບັນຫາແບບສັດຈະວິພາກ, ພ້ອມ ກັນຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງພັກໃຫ້ບັນລຸຜົນເປັນຈິງ. ໂອກາດນີ້, ທ່ານ ກິ່ງ ສຸກສັນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການຕ່າງ ປະເທດປະທານພິທີໄດ້ໃຫ້ຄຳເຫັນ ໂອ້ລົມ ແລະ ກ່າວເປີດຊຸດຮຽນໂດຍ ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ ຂອງການຈັດຊຸດຮຽນນີ້ ເພື່ອຍົກສູງ ສະຕິຄວາມຮັບຜິດຊອບໃຫ້ໜັກ ແໜ້ນຕື່ມ, ບົນພື້ນຖານການຮຽນ ຮູ້ບັນດາຫລັກມູນຂອງທິດສະດີ ມາກ-ເລນິນ, ແນວຄິດໄກສອນ ພົມ ວິຫານ ແລະ ແນວທາງນະໂຍບາຍ ຂອງພັກຢ່າງເປັນລະບົບເປັນວິທີ ໜຶ່ງໃນການສ້າງພູມຄຸ້ມກັນໃຫ້ແກ່ ສະມາຊິກພັກ-ພະນັກງານ ໃຫ້ມີ ຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ ແນວທາງນະໂຍບາຍຂອງພັກ ກໍຄື ອຸດົມການສັງຄົມນິຍົມຢ່າງສະເໜີ ຕົ້ນສະເໝີປາຍ, ການເຮັດແນວນີ້ ຈຶ່ງສາມາດສະກັດກັ້ນ, ຕີຖອຍປະ ກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ ພາຍໃນຖັນແຖວສະມາຊິກພັກໄດ້. ນອກນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ ຜູ້ເຂົ້າຮ່ວມຊຸດຮຽນ ຈົ່ງເພີ່ມທະວີ ຄວາມເອົາໃຈໃສ່ໃນການຄົ້ນຄວ້າ ຮ່ຳຮຽນທັງທິດສະດີ ໂດຍສົມທຽບ ໃສ່ພຶດຕິກໍາຕົວຈິງ, ຮຽນແລ້ວຕ້ອງ ຮູ້ໜູນໃຊ້ຢ່າງປະດິດສ້າງ, ມີວິທະ ຍາສາດ ເຂົ້າໃສ່ວຽກງານຕົວຈິງ. ຂ່າວ: ສຸກສະຫວັດ

RkJQdWJsaXNoZXIy MTc3MTYxMQ==