5566

lh k']kpIa [ 100 d;j k]h kodu [ 8+ xu 9kddko0kpc9j ;xk[E sq ;|h k 78r rq [xt 1h P,1k,dkooec0;'7e,j ;o ]k;{9u o rq [xtc]dxj Po ;y -kdkofh ko;Pd'koln j ,;o-q o dt-;'dko8j k'xtgmf gxu fIPomy fltfu dkog,n v'0A o8Q o .sh rtoa d'kos]a dcs]j ' c]dxj Po[q fIPofh kodko7h k ]ts;j k'xtgmfc,j oE0v'{c,j oE]h ko-h k' d= ]tou dko8y fg-N vrtpkf w0h ,k]kgip .o]k;s]5 f]q ' 7totz6 h cmoltrkcsj '-kf]k; 1h P,1k,lkmk]tot]a f g[]ki5 f v5 fq ,w- ,u s]kplt4komu j mj v'mj P;mu j 7;owxleza f Ill lh k'7;k,g0A ,c0'.sh cI''ko]k;g0Q kl6 j 8ec|j ''ko.oxtgmf ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 26.04.2023 ປີທີ 22 ສະບັບທີ 5.606 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j rh v,da ol5 ,.lj 9a f8A 'xt8y [a f 2 ;k]tcsj '-kf .sh gxa oI6 [xtme  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 3 ຂປລ. ກົມຈັດຕັ້ງ ແລະ ພະນັກ ງານ, ກະຊວງການຕ່າງປະເທດ ຮ່ວມກັບສະຖາບັນການເມືອງແລະ ການປົກຄອງແຫ່ງຊາດເປີດຊຸດ ຮຽນທິດສະດີການເມືອງຂັ້ນຕົ້ນ ໄລຍະ 3 ເດືອນ ຊຸດທີ 1 ໃຫ້ແກ່ສະ ມາຊິກພັກ, ພະນັກງານຫລັກແຫລ່ງ ພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນ ກາງພັກ ໃນວັນທີ 24 ເມສາ 2023 ຢູ່ສະຖາບັນການຕ່າງປະເທດ ໂດຍ ການເປັນປະທານຮ່ວມພິທີເປີດ ຂອງ ທ່ານ ພູວົງ ອຸ່ນຄຳແສນ ກຳ ມະການສູນກາງພັກ, ເລຂາຄະນະ ພັກ, ຫົວໜ້າສະຖາບັນການເມືອງ ຂປລ.ໃນວັນທີ24ເມສາ2023, ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ (ຄຕພ) ພ້ອມຄະນະ ໄດ້ພົບປະຢ້ຽມຢາມການນຳຂອງ ແຂວງຄຳມ່ວນ ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີຮອງເຈົ້າແຂວງ ແລະ ພາກສ່ວນ ກ່ຽວຂ້ອງ ໃຫ້ການຕ້ອນຮັບ. ໂອກາດນີ້, ທ່ານຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກ ໄດ້ແຈ້ງຈຸດປະສົງໃນການມາພົບ ປະ ແລະ ຢ້ຽມຢາມ ການນໍາແຂວງ ຄຳມ່ວນ ໃນໂອກາດທີ່ຄະນະພົວພັນ ຕ່າງປະເທດສູນກາງພັກເດີນທາງ ຂປລ. ຕາມຂໍ້ມູນຈາກສູນຂ່າວ ສານການແພດສຸຂະສຶກສາກະຊວງ ສາທາລະນະສຸກ ໃຫ້ຮູ້ວ່າ: 25 ຂປລ. ແຂວງອຸດົມໄຊຕັ້ງຢູ່ທາງ ພາກເໜືອຂອງລາວປະກອບດ້ວຍ 12ຊົນເຜົ່າ, ມີ7 ເມືອງຄື: ເມືອງໄຊ, ເມືອງຫລາ, ເມືອງນາໝໍ້, ເມືອງງາ, ຂປລ. ຄະນະຜູ້ແທນສະພາແຫ່ງ ຊາດລາວ ນຳໂດຍ ທ່ານ ລິນຄຳ ດວງສະຫວັນ ປະທານກຳມາທິ ການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະໄດ້ ເດີນທາງຢ້ຽມຢາມສາທາລະນະ ລັດ ເບລາຣຸດ ຢ່າງເປັນທາງການ ໃນລະຫວ່າງວັນທີ 19-21 ເມສາ 2023 ຜ່ານມາ. ໃນການຢ້ຽມຢາມຄັ້ງນີ້, ຄະນະ ຜູ້ແທນສະພາແຫ່ງຊາດລາວ ໄດ້ ເຂົ້າຢ້ຽມຂໍ່ານັບ ທ່ານ Valery Mitskevich ຮອງປະທານສະພາຜູ້ ແທນປະຊາຊົນ ຂອງສະພາແຫ່ງ ຊາດ ແຫ່ງ ເບລາຣຸດ ໂດຍທ່ານໄດ້ ກ່າວຕ້ອນຮັບຄະນະຜູ້ແທນສະພາ ຂປລ. ກົມເສດຖະກິດກະຊວງ ການຕ່າງປະເທດ ເປັນເຈົ້າພາບຈັດ ກອງປະຊຸມເວທີປຶກສາຫາລືພາຍ ໃຕ້ຫົວຂໍ້: “ແລກປ່ຽນບົດຮຽນດ້ານ ການສົ່ງເສີມ ແລະ ອໍານວຍຄວາມ ສະດວກດ້ານການຄ້າລະຫວ່າງ ປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານ ຊ້າງ” ໃນວັນທີ 25 ເມສາ 2023 ໃນຮູບແບບເຊິ່ງໜ້າ ແລະ ທາງໄກ ໂດຍການເປັນປະທານ ຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດ ຖະມົນຕີກະຊວງການຕ່າງປະເທດ, ມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດ ຂອງບັນດາປະເທດ ສະມາຊິກແມ່ນໍ້າຂອງ-ແມ່ນ້ຳລ້ານ ໄປພົບປະແລກປ່ຽນບົດຮຽນກັບ ຄະນະພົວພັນຕ່າງປະເທດສູນກາງ ພັກຂອງ ສສ ຫວຽດນາມ ແລະ ໄດ້ເດີນທາງກັບມາຜ່ານທາງດ່ານ ນາເພົ້າ ແຂວງຄຳມ່ວນ ເຊິ່ງການ ເຂົ້າພົບປະກັບການນຳຂອງແຂວງ ໃນຄັ້ງນີ້ ເນື່ອງຈາກວ່າແຂວງຄຳ ມ່ວນ ກໍເປັນແຂວງໜຶ່ງທີ່ມີຊາຍ ແດນຕິດກັບບັນດາແຂວງຂອງສສ ຫວຽດນາມ ແລະ ໄດ້ມີການພົວພັນ ຮ່ວມມືແລກປ່ຽນບົດຮຽນຊ່ວຍ ເຫລືອເຊິ່ງກັນ ແລະ ກັນໃນຫລາຍໆ ດ້ານຕະຫລອດໄລຍະຜ່ານມາ. ໂອກາດນີ້ ທ່ານເຈົ້າແຂວງ ປີກ່ອນ, ພະຍາດໄຂ້ມາລາເຣຍ ໄດ້ ສົ່ງຜົນກະທົບຕໍ່ສັງຄົມຢ່າງໜັກ ໜ່ວງ ໂດຍສະເພາະສົ່ງຜົນກະທົບຕໍ່ ແລະ ການປົກຄອງແຫ່ງຊາດ ແລະ ທ່ານ ຕິ່ງ ສຸກສັນ ຮອງເລຂາຄະ ນະບໍລິຫານງານພັກ, ຮອງລັດຖະ ມົນຕີກະຊວງການຕ່າງປະເທດ, ມີ ບັນດາຄູອາຈານ ຈາກສະຖາບັນ ການເມືອງ ແລະ ການປົກຄອງ ແຫ່ງຊາດ, ຄະນະຮັບຜິດຊອບຊຸດ ຮຽນ ແລະ ນັກຮຽນ ເຂົ້າຮ່ວມ. ທ່ານ ໄມ ໄຊຍະວົງສ໌ ຫົວໜ້າ ສະຖາບັນການຕ່າງປະເທດໄດ້ ລາຍງານກ່ຽວກັບ ແຜນການຮຽນການສອນທິດສະດີການເມືອງ ຂັ້ນຕົ້ນ, ປະກອບມີ7ກຸ່ມວິຊາຮຽນ, ມີ 55 ບົດ, ເທົ່າກັບ 13 ໜ່ວຍກິດ. ຊ້າງ ຄື: ສປປ ລາວ, ສປ ຈີນ, ກຳປູ ເຈຍ, ມຽນມາ, ໄທແລະສສ ຫວຽດ ນາມ ໂດຍໄດ້ຮັບການສະໜັບສະ ໜູນຈາກກອງທຶນພິເສດແມ່ນໍ້າ ຂອງ-ແມ່ນໍ້າລ້ານຊ້າງ. ການຈັດກອງປະຊຸມໃນຄັ້ງນີ້, ເພື່ອແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບການຈັດຕັ້ງ ປະຕິບັດວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກດ້ານ ການຄ້າຂອງປະເທດສະມາຊິກ ແມ່ ນໍ້າຂອງ-ແມ່ນ້ຳລ້ານຊ້າງ ເປັນຕົ້ນ ການຈັດຕັ້ງປະຕິບັດບັນດານິຕິກຳ, ຂໍ້ກຳນົດ ແລະ ລະບຽບຕ່າງໆທີ່ ແຫ່ງຊາດລາວ ຢ່າງອົບອຸ່ນ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມ ມືທີ່ເປັນມູນເຊື້ອ ແລະ ດີງາມລະ ຫວ່າງສອງປະເທດ ເບລາຣຸດ-ລາວ ກໍຄື ລະຫວ່າງສອງສະພາແຫ່ງຊາດ ທີ່ໄດ້ມີການພົວພັນປະສານງານ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນມາ ໂດຍຕະຫລອດ. ພ້ອມນັ້ນ, ທັງສອງ ປະເທດ ກໍໄດ້ມີການຮ່ວມມືກັນ ຫລາຍດ້ານ ແລະ ທ່ານໄດ້ເນັ້ນຕໍ່ຄະ ນະຜູ້ແທນລາວ ໃນການສືບຕໍ່ສົ່ງ ເສີມ ການຮ່ວມມືລະຫວ່າງສອງປະ ເທດກໍຄືສອງອົງການນິຕິບັນຍັດ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນກວ່າ ເກົ່າ. ການຈ້າງງານ ແລະ ການສຶກສາ. ພະຍາດດັ່ງກ່າວ ໄດ້ສົ່ງຜົນໃຫ້ມີຄົນ ຫລາຍພັນຄົນເສຍຊີວິດ ແລະ ເຮັດ ໃຫ້ປະຊາຊົນອີກຫລາຍໝື່ນຄົນ ຕ້ອງຜະເຊີນກັບຜົນກະທົບໄລຍະ ຍາວ. ແຕ່ໃນປັດຈຸບັນ, ກໍລະນີຜູ້ຕິດ ເຊື້ອພະຍາດໄຂ້ມາລາເຣຍ ໄດ້ຫລຸດ ລົງຢ່າງຫລວງຫລາຍຈາກປະມານ 462.000 ກໍລະນີໃນປີ 1997 ເຫລືອພຽງ 2.305 ໃນປີ 2022 ຍ້ອນຄວາມເອົາໃຈໃສ່ຂອງກະ ຊວງສາທາລະນະສຸກ, ພະນັກງານ ແພດໝໍ, ອາສາສະໝັກມາລາເຣຍ ຂັ້ນບ້ານ, ລວມທັງການຊ່ວຍເຫລືອ ເມືອງແບງ, ເມືອງຮຸນ ແລະ ເມືອງ ປາກແບງ, ເປັນແຂວງໜຶ່ງທີ່ມີທັດ ສະນີຍະພາບທີ່ສວຍງາມ ເຊິ່ງສິ່ງ ທີ່ພົ້ນເດັ່ນຂອງແຂວງແມ່ນມີສະ ຖານທີ່ທ່ອງທ່ຽວທາງດ້ານວັດທະ ນະທຳ ແລະ ທຳມະຊາດທີ່ງົດງາມ ຫລາຍແຫ່ງທີ່ນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດຄວນໄປ ສຳຜັດ ເຊິ່ງຈະສ້າງຄວາມປະທັບ ໃຈໃຫ້ນັກທ່ອງທ່ຽວທີ່ມາທ່ຽວ ແລ້ວ ຢາກກັບຄືນມາທ່ຽວອີກ. ທ່ານ ເພັງ ສຸດາວອນ ຮອງຫົວ ໜ້າພະແນກຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວແຂວງ ທ່ານ ເພັງ ສຸດາວອນ  ອ່ານຕໍ່ໜ້າ 4

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 26/04/2023 xtgmf]k; ກະຊວງການຕ່າງປະເທດ... ຫົວໜ້າ ຄຕພ... ຮສສ ... ກໍລະນີການຕິດເຊື້ອ... ລາວ-ຈີນ ພົບປະ... ແລກປ່ຽນບົດຮຽນ... ຂປລ. ຕາມການລາຍງານຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ໃຫ້ຮູ້ວ່າ: ໄລຍະຜ່ານມາກະຊວງ ຮສສ ໄດ້ໃຊ້ທຸກຄວາມພະຍາຍາມ ເພື່ອເຮັດໃຫ້ຜູ້ອອກແຮງງານລາວ ໄດ້ເຂົ້າສູ່ຕໍາແໜ່ງງານທີ່ມີຢູ່ພາຍ ໃນປະເທດເປັນກົກ ລວມທັງຕໍາ ແໜ່ງງານໃນຫົວໜ່ວຍການຜະ ລິດ, ທຸລະກິດ ແລະ ການບໍລິການ, ການສົ່ງເສີມການປະກອບອາຊີບ ອິດສະລະຢູ່ກັບທ້ອງຖິ່ນຂອງກຳ ລັງແຮງງານເອງ ເພາະພວກເຮົາ ເຫັນວ່າການເຮັດໃຫ້ແຮງງານລາວ ໄດ້ເຮັດວຽກ ຫລື ປະກອບອາຊີບ ຢູ່ພາຍໃນປະເທດພວກເຮົາເອງນັ້ນ ຍັງຊ່ວຍປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງ ປະເທດ ພ້ອມທັງສົ່ງເສີມການດຳ ລົງຊີວິດແບບສັງຄົມຄອບຄົວໃຫ້ ດຳລົງຢູ່ຄູ່ກັບສັງຄົມລາວເຮົາ, ຫລີກເວັ້ນການເອົາຊີວິດຂອງຜູ້ທີ່ ເປັນກຳລັງແຮງງານຂອງຊາດໄປ ສ່ຽງໃນການອອກໄປຫາເຮັດວຽກ ຢູ່ບ່ອນອື່ນທີ່ຫ່າງໄກຄອບຄົວ ແລະ ປະເທດຊາດ ຊຶ່ງລັດຖະບານອາດບໍ່ ສາມາດເບິ່ງແຍງດູແລ ຫລື ໃຫ້ ການຊ່ວຍເຫລືອໄດ້ໃນຍາມເກີດ ເຫດການທີ່ບໍ່ເພິ່ງປາໜາຕ່າງໆ. ແຕ່ ເຖິງແນວໃດກໍຕາມ ລັດຖະບານ ເຫັນໄດ້ເຖິງຄວາມຈຳເປັນຂອງ ການອອກໄປເກັບກ່ຽວປະສົບການ ຈາກການເຮັດວຽກແບບອຸດສາຫະ ກຳ ເພື່ອຫາລາຍໄດ້ເຂົ້າສູ່ປະເທດ ເພື່ອມີຕົ້ນທຶນໃນການພັດທະນາສີ ມື ແລະ ເພື່ອມີຊີວິດການເປັນຢູ່ທີ່ດີ ຂຶ້ນ ຈາກການອອກໄປເຮັດວຽກຢູ່ ຕ່າງປະເທດ ແຕ່ຕ້ອງເປັນການອອກ ໄປເຮັດວຽກແບບຖືກຕ້ອງຕາມກົດ ໝາຍ ແລະ ລະບຽບການຂອງປະ ເທດເຮົາແລະປະເທດທີ່ຮັບເທົ່ານັ້ນ. ກະຊວງ ຮສສ ຍອມຮັບວ່າການ ໃຫ້ບໍລິການດ້ານຕ່າງໆໃນຜ່ານ ມາແມ່ນຍັງເຮັດບໍ່ທັນໄດ້ດີເທົ່າທີ່ ຄວນ, ການສ້າງສິ່ງອຳນວຍຄວາມ ສະດວກ ເພື່ອໃຫ້ທຸກຄົນໄດ້ເຂົ້າເຖິງ ການບໍລິການກໍຍັງບໍ່ທັນກວ້າງ ຂວາງ ຍັງບໍ່ທັນທົ່ວເຖິງ, ຍັງບໍ່ທັນ ເປັນທີ່ເພິ່ງພໍໃຈໃຫ້ແກ່ຜູ້ອອກແຮງ ງານໄດ້ເທົ່າທີ່ຄວນ ເປັນຕົ້ນການ ສະໜອງຂໍ້ມູນກ່ຽວກັບຕໍາແໜ່ງ ງານທີ່ມີຢູ່ຍັງບໍ່ມີລາຍລະອຽດໂດຍ ສະເພາະແມ່ນບັນດາເງື່ອນໄຂໃນ ການເຮັດວຽກຂອງບັນດາຕໍາແໜ່ງ ງານເຊັ່ນ: ຄ່າແຮງງານ, ຊົ່ວໂມງ ເຮັດວຽກ, ຄວາມກ້າວໜ້າໃນໜ້າ ວຽກຕ່າງໆ, ສະຫວັດດີການດ້ານ ແຮງງານຕ່າງໆເປັນຕົ້ນ ຊຶ່ງອາດ ຍັງບໍ່ສາມາດໃຊ້ເປັນຂໍ້ມູນພຽງພໍ ໃຫ້ແກ່ການຕັດສິນໃຈທີ່ຈະເຂົ້າເຮັດ ວຽກໃນຕໍາແໜ່ງງານດັ່ງກ່າວໄດ້. ນອກຈາກນັ້ນ, ລະດັບຄ່າແຮງງານ ຂັ້ນຕ່ຳທີ່ລັດຖະບານກຳນົດອອກ ໃນແຕ່ລະໄລຍະ ເມື່ອທຽບກັບ ຫລາຍປະເທດ ກໍເປັນຕົວເລກທີ່ຕ່ຳ ກວ່າ ຊຶ່ງຍັງບໍ່ສາມາດອະທິບາຍ ເຫດຜົນທີ່ຈຳເປັນໃຫ້ທຸກຄົນເຂົ້າ ໃຈໄດ້ເທົ່າທີ່ຄວນ. ທ່ານ ພົງໄຊສັກ ອິນຖາລາດ ຍັງໄດ້ເນັ້ນອີກວ່າ: ລັດຖະບານ ກໍຄື ກະຊວງ ຮສສ ພ້ອມທີ່ຈະແກ້ໄຂບັນ ຫາທີ່ກ່າວ ດ້ວຍເຫດ ແລະ ຜົນ ໂດຍ ເຫັນໄດ້ຄວາມສຳຄັນ, ຂາດບໍ່ໄດ້ ໃນການເຂົ້າຮ່ວມຂອງພີ່ນ້ອງຊາວ ຜູ້ອອກແຮງງານລາວທຸກຄົນ ໂດຍ ສະເພາະແມ່ນໃນສະພາບທີ່ເປັນຢູ່ ໃນປັດຈຸບັນ ຍິ່ງເຮັດໃຫ້ຊີວິດການ ເປັນຢູ່ຂອງພວກເຮົາທຸກຄົນ ໄດ້ ຮັບຜົນກະທົບເປັນທະວີຄູນ ຫລື ເພີ່ມສູງຂຶ້ນ ຈຶ່ງຢາກຮຽກຮ້ອງມາ ຍັງຜູ້ອອກແຮງງານທຸກທົ່ວໜ້າທີ່ ຍັງລໍຖ້າໂອກາດໃນການເຮັດວຽກ ຫລື ຕ້ອງການຢາກເຮັດວຽກແຕ່ບໍ່ ສາມາດຫາວຽກໄດ້ ຫລື ຜູ້ທີ່ຕ້ອງ ການຢາກຝຶກວິຊາຊີບ ເພື່ອປະກອບ ອາຊີບໃນການທຳມາຫາກິນໂດຍ ໃຫ້ປະຕິບັດດັ່ງນີ້: ໜຶ່ງ. ເຂົ້າໄປພົວ ພັນ ຫລື ຂຶ້ນທະບຽນຢູ່ຫ້ອງການ ຮສສ ປະຈຳເມືອງໃກ້ບ້ານທ່ານ ຫລື ຢູ່ພະແນກ ຮສສ ແຂວງ, ນະ ຄອນຫລວງຫລືສູນບໍລິການຈັດຫາ ງານ, ບັນດາວິສາຫະກິດບໍລິການ ຈັດຫາງານທີ່ໄດ້ຮັບອະນຸຍາດ ໃນ ທົ່ວປະເທດ ເພື່ອສະແດງຄວາມ ຕ້ອງການ ໃນການຢາກເຮັດວຽກ ຢູ່ພາຍໃນປະເທດຫລື ຕ້ອງການຝຶກ ວິຊາຊີບ ເພື່ອເປັນຜູ້ປະກອບອາຊີບ ແບບອິດສະລະ; ສອງ. ສອບຖາມ ຂໍ້ມູນ ຫລື ຂຶ້ນທະບຽນການຊອກ ວຽກເຮັດງານທຳຢູ່ພາຍໃນປະເທດ ຜ່ານສູນບໍລິການຂໍ້ມູນຜ່ານເບີວັອດ ແອັບ (WhatsApp) ໄດ້ທີ່: ພະ ແນກຈັດຫາງານພາຍໃນ ໂທ: 021 222779; 020 91114568; 020 98999969; ສາມ. ຂຶ້ນທະ ບຽນແຮງງານ ແລະ ຄົ້ນຫາຂໍ້ມູນ ກ່ຽວກັບຕຳແໜ່ງງານ www.lmi. gov.la ຫລື ວິທະຍຸຄື້ນ 99,75 MZ, ຜ່ານສື່ອອນລາຍ facebook, tiktokຂ່າວສານຮສສແລະ ຜ່ານສື່ອອນລາຍອື່ນໆ; ສີ່. ສຳລັບ ການໄປອອກແຮງງານຢູ່ຕ່າງປະ ເທດແບບບໍ່ຖືກຕ້ອງຕາມກົດໝາຍ ລວມທັງກົດໝາຍຂອງປະເທດເຮົາ ແລະ ກົດໝາຍປະເທດປາຍທາງ ແມ່ນເປັນການບໍ່ສົມຄວນ, ເປັນ ຊ່ອງທາງທີ່ມີຄວາມສ່ຽງທີ່ສຸດ ແລະ ຈະບໍ່ໄດ້ຮັບການປົກປ້ອງໃນ ດ້ານສິດທິຂອງຕົນ. ຍິ່ງໄປກວ່າ ນັ້ນ ກໍຈະກາຍເປັນເຫຍື່ອຂອງຂະ ບວນການຄ້າມະນຸດຂ້າມຊາດທີ່ມີ ຄວາມສ່ຽງສູງໃນການຖືກຂູດຮີດ ແລະ ລ່ວງລະເມີດສິດສ່ວນຕົວຂອງ ພວກເຮົາ ລວມເຖິງການມີຄວາມ ສ່ຽງທີ່ຈະໄດ້ເຮັດວຽກຢູ່ບ່ອນທີ່ມີ ອັນຕະລາຍ ທີ່ມີຜົນກະທົບທາງ ດ້ານຮ່າງກາຍ, ຈິດໃຈ ແລະ ມີບັນ ຫາຕ່າງໆຕາມມາລະຫວ່າງປະ ເທດຕົ້ນທາງແລະປະເທດຮັບແຮງ ງານເຂົ້າເຮັດວຽກນຳອີກ. ອີກ ຢ່າງໜຶ່ງ, ຈາກບົດຮຽນທີ່ສາມາດ ຖອດຖອນໄດ້ຈາກການແພ່ລະບາດ ຂອງພະຍາດໂຄວິດ-19 ການເຄື່ອນ ຍ້າຍໄປເຮັດວຽກຢູ່ຕ່າງປະເທດ ແບບຜິດກົດໝາຍ ແມ່ນຈະມີຄວາມ ເຂັ້ມງວດຂຶ້ນຫລາຍກວ່າເກົ່າທັງ ປະເທດຕົ້ນທາງ ແລະ ປາຍທາງ ຊຶ່ງຈຳເປັນຈະຕ້ອງໃຊ້ມາດຕະ ການຂັ້ນເດັດຂາດໃນການສະກັດ ກັ້ນ ແລະ ປະຕິບັດຕໍ່ຜູ້ລະເມີດ. ສຳ ລັບສປປລາວກໍເຊັ່ນດຽວກັນ,ການ ອອກຈາກປະເທດດ້ວຍວິທີໃດກໍ ຕາມທີ່ຜິດກົດໝາຍ ລວມທັງການ ໄປເຮັດວຽກແບບບໍ່ຖືກຕ້ອງຕາມ ກົດໝາຍ ຈະຖືວ່າເປັນການລະເມີດ ຕໍ່ລະບຽບກົດໝາຍທີ່ຮ້າຍແຮງ,ທຸກ ຜົນກະທົບ ຫລື ຄ່າເສຍຫາຍທີ່ເກີດ ຂຶ້ນຈະຕົກເປັນຄວາມຮັບຜິດຊອບ ຂອງຜູ້ອອກແຮງງານ ແລະ ຄອບ ຄົວພຽງຝ່າຍດຽວ. ຕໍ່ບັນຫານີ້, ຂໍຮຽກຮ້ອງມາຍັງ ຜູ້ທີ່ມີຈຸດປະສົງຢາກໄປອອກແຮງ ງານຢູ່ຕ່າງປະເທດຕ້ອງຄຳນຶງເຖິງ ກົນໄກ ແລະ ຮູບແບບການໄປອອກ ແຮງງານແບບໃໝ່ທີ່ຖືກຕ້ອງ, ມີ ຄວາມປອດໄພ ແລະ ຮັບປະກັນຜົນ ປະໂຫຍດໄດ້ດີ ກວ່າໂດຍຜ່ານຊ່ອງ ທາງທີ່ຖືກຕ້ອງຕາມກົດໝາຍທີ່ໄດ້ ກຳນົດໄວ້ເທົ່ານັ້ນ ຊຶ່ງພວກເຮົາມີ ຕົວແທນໃນການຊ່ວຍດຳເນີນການ ໃຫ້ດັ່ງນີ້: ສະເໜີຄວາມຕ້ອງການ ຢາກໄປເຮັດວຽກຢູ່ຕ່າງປະເທດ ຜ່ານຫ້ອງການ ຮສສ ປະຈຳເມືອງ ຫລື ພະແນກ ຮສສ ແຂວງ, ນະຄອນ ຫລວງໃນກໍລະນີຕ້ອງການຄວາມ ຊ່ວຍເຫລືອ; ນຳໃຊ້ການບໍລິການ ຂອງສູນບໍລິການຈັດຫາງານ ແລະ ຈຸດບໍລິການຈັດຫາງານຢູ່ແຕ່ລະ ທ້ອງຖິ່ນ; ນຳໃຊ້ການບໍລິການຂອງ ບັນດາບໍລິສັດຈັດຫາງານ ທີ່ໄດ້ຮັບ ອະນຸຍາດໃຫ້ດຳເນີນການ; ສອບ ຖາມຂໍ້ມູນກ່ຽວກັບການໄປອອກ ແຮງງານຢູ່ຕ່າງປະເທດ ຜ່ານສູນບໍ ລິການຂໍ້ມູນຂ່າວສານສຳລັບແຮງ ງານເຄື່ອນຍ້າຍຢູ່ 6 ແຂວງເຊັ່ນ: ແຂວງບໍ່ແກ້ວ, ໄຊຍະບູລີ,ຫລວງພະ ບາງ, ບໍລິຄຳໄຊ, ສະຫວັນນະເຂດ ແລະ ແຂວງຈຳປາສັກ. ຂ່າວ: ຮສສ ໃນນັ້ນ, ວິຊາຮຽນຄື: ກຸ່ມວິຊາປັດ ຊະຍາມາກ-ເລນິນ 7 ບົດ, ວິຊາເສດ ຖະສາດການເມືອງມາກ-ເລນິນ 9 ບົດ, ວິຊາລັດທິສັງຄົມນິຍົມວິທະ ຍາສາດ 12 ບົດ, ແນວຄິດໄກສອນ ພົມວິຫານ 5 ບົດ, ກຸ່ມວິຊາພື້ນຖານ ການຄຸ້ມຄອງບໍລິຫານລັດ 7 ບົດ, ກຸ່ມວິຊາປະຫວັດສາດພັກ ແລະ ກໍ່ ສ້າງພັກ 10 ບົດ, ກຸ່ມວິຊາຫົວຂໍ້ ລາຍງານເພີ່ມ 5 ບົດ. ໃນທ້າຍຊຸດ ຮຽນ, ຜູ້ເຂົ້າຮ່ວມຍັງຈະໄດ້ຂຽນ ບົດເກັບກ່ຽວເພື່ອປະເມີນຄວາມ ເຂົ້າໃຈທີ່ມີຄວາມຍາວ 10-15 ໜ້າ ເພື່ອປ້ອງກັນຈົບການຮຽນ. ຊຸດຮຽນນີ້,ນອກຈາກການຮຽນ ທິດສະດີແລ້ວ, ຜູ້ເຂົ້າຮ່ວມຍັງຈະ ໄດ້ລົງຮາກຖານຂັ້ນເມືອງ ແລະ ບ້ານ ເພື່ອຮຽນຮູ້ຕົວຈິງການຊີ້ນຳນຳພາຂັ້ນຮາກຖານ ໃນການຜັນຂະ ຫຍາຍແນວທາງນະໂຍບາຍຕ່າງໆ ຂອງພັກ ກໍຄືແຜນພັດທະນາເສດ ຖະກິດ-ສັງຄົມຂອງລັດ. ນອກນັ້ນ, ຍັງເປັນການເປີດໂອກາດໃຫ້ລົງໃກ້ ຊິດຕິດແທດກັບປະຊາຊົນ ກໍຄືອໍາ ນາດການປົກຄອງຂັ້ນບ້ານ ເພື່ອ ຮັບຟັງ ແລະ ເກັບກໍາຂໍ້ມູນຄໍາຄິດຄໍາ ເຫັນ ແລະ ບັນຫາຕ່າງໆທີ່ເກີດຂຶ້ນ ມາຄົ້ນຄວ້າຊອກຫາວິທີແກ້ໄຂ ເພື່ອ ເຮັດໃຫ້ຮາກຖານມີຄວາມເຂັ້ມ ແຂງ, ໜັກແໜ້ນ ແລະ ໄດ້ການຮັບ ການພັດທະນາຕາມແນວທາງຂອງ ພັກ-ລັດ. ອີກຄາດໝາຍໜຶ່ງຂອງ ຊຸດຮຽນນີ້, ແມ່ນການຍົກລະດັບ ຄວາມເຂົ້າໃຈທີ່ເປັນເອກະພາບ ທາງດ້ານແນວຄິດ-ທິດສະດີໃຫ້ແກ່ ພະນັກງານ, ສະມາຊິກພັກມີຄວາມ ເຊື່ອໝັ້ນ, ຫລັກແໜ້ນທາງດ້ານ ທິດສະດີ, ອຸດົມການຂອງພັກ ແລະ ມີຄຸນທາດການເມືອງ, ສິນທຳປະ ຄຳມ່ວນ ກໍໄດ້ສະແດງຄວາມຍິນ ດີຕ້ອນຮັບ ພ້ອມທັງລາຍງານໃຫ້ຮູ້ ວ່າ ແຂວງຄຳມ່ວນ ແມ່ນໄດ້ມີການ ພົວພັນກັບບັນດາແຂວງຂອງ ສສ ຫວຽດນາມ ໄດ້ເຮັດບົດບັນທຶກການ ຮ່ວມມືໃນຫລາຍດ້ານ, ໃນແຕ່ລະ ປີ ໄດ້ຜັດປ່ຽນກັນໄປ-ມາ ພົບປະຢ້ຽມ ຢາມ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ເປັນການພົວພັນທີ່ມີ ຄວາມ ສະໜິດສະໜົມຮັດແໜ້ນ ຄວາມສາມັກຄີແບບພິເສດ. ໃນໄລ ຍະການສະເຫລີມສະຫລອງປີສາ ມັກຄີ ລາວ-ຫວຽດນາມ ໃນປີຜ່ານ ມາກໍໄດ້ເຊີນການນຳຂອງບັນດາ ແຂວງຂອງ ສສ ຫວຽດນາມ ມາ ຮ່ວມໃນພິທີເຮັດໃຫ້ບັນຍາກາດ ຂອງການສະເຫລີມສະຫລອງປີສາ ມັກຄີ ລາວ-ຫວຽດນາມ ຜີບັນຍາ ກາດຟົດຟື້ນ ແລະ ໃນໄລຍະທີ່ມີ ການແພ່ລະບາດຂອງພະຍາດໂຄ ວິດ-19 ບັນດາແຂວງຈາກ ສສ ຫວຽດນາມ ກໍໄດ້ຊ່ວຍເຫລືອວັດຖຸ ອຸປະກອນ ແລະ ປັດໄຈຈຳນວນໜຶ່ງ ໃຫ້ແກ່ແຂວງຄຳມ່ວນ ເພື່ອນຳ ໃຊ້ ເຂົ້າໃນການປ້ອງກັນ ແລະ ສະກັດ ກັ້ນການແພ່ລະບາດຂອງພະຍາດ ດັ່ງກ່າວ. ນອກນີ້ ກໍຍັງໄດ້ຊ່ວຍ ເຫລືອທາງດ້ານທຶນການສຶກສາໃນ ແຕ່ລະປີ, ການກໍ່ສ້າງພື້ນຖານໂຄງ ລ່າງ, ໂຮງຮຽນ, ໂຮງໝໍ, ຊົນລະປະ ທານ ໃຫ້ແກ່ແຂວງຄຳມ່ວນ ພ້ອມ ທັງໄດ້ມີການພົວພັນປະສານງານ ລາດຕະເວນຮ່ວມກັນໃນຂອບເຂດ ຊາຍແດນ ແລະ ວຽກງານອື່ນໆ. ຂ່າວ: ກອງຄຳ ກ່ຽວຂ້ອງກັບການອຳນວຍຄວາມ ສະດວກດ້ານການຄ້າໃນໄລຍະ ຜ່ານມາ, ພ້ອມທັງທົບທວນ ແລະ ຕີລາຄາຄືນເຖິງກາລະໂອກາດ, ສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກໃນ ການສົ່ງເສີມການຄ້າຂ້າມແດນກັບ ບັນດາປະເທດແມ່ນ້ຳຂອງ ເພື່ອ ສ້າງສະພາບແວດລ້ອມທີ່ດີ ເພື່ອອຳ ນວຍ ຄວາມສະດວກດ້ານການຄ້າ ແລະ ການລົງທຶນ ແລະ ວາງແຜນ ທິດທາງແຜນການໃນຕໍ່ໜ້າ. ໃນເວທີປຶກສາຫາລືໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາຄິດຄໍາ ເຫັນ, ຂໍ້ມູນຂ່າວສານກ່ຽວກັບ ທ່າແຮງບົ່ມຊ້ອນ ແລະ ວຽກງານ ຈຸດສຸມໃນການພັດທະນາເສດຖະ ກິດ-ສັງຄົມ ຂອງປະເທດຕົນ ໂດຍ ສະເພາະວຽກງານການເຊື່ອມ ໂຍງ-ເຊື່ອມຈອດດ້ານພື້ນຖານໂຄງ ລ່າງ, ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໃນບັນດາປະເທດ ສະມາຊິກແມ່ນໍ້າຂອງ-ແມ່ນ້ຳລ້ານ ຊ້າງ, ມີການແລກປ່ຽນບົດຮຽນ, ປະສົບການ ແລະ ຄໍາຄິດເຫັນຢ່າງ ກົງ ໄປກົງມາກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ລວມທັງບັນດາຂໍ້ ສະເໜີແນະ ໃນການຈັດຕັ້ງປະຕິບັດ ວຽກງານການສົ່ງເສີມ ແລະ ອຳ ນວຍຄວາມສະດວກດ້ານການຄ້າ ໃນຕໍ່ໜ້າແນໃສ່ການຊຸກຍູ້ເສດຖະ ກິດ ແລະ ຍາດແຍ່ງເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນຂອງ ປະເທດແມ່ນໍ້າຂອງ ກໍຄື ໃນພາກພື້ນ ແລະ ສາກົນ. ນອກຈາກນີ້, ໃນວັນທີ 26 ເມສາ 2023, ບັນດາຜູ້ເຂົ້າຮ່ວມ ເວທີປຶກສາຫາລື ຈາກບັນດາປະ ເທດສະມາຊິກແມ່ນໍ້າຂອງ-ແມ່ນ້ຳ ລ້ານຊ້າງ ຍັງຈະໄດ້ໄປທັດສະນະ ສຶກສາ ແລະ ຢ້ຽມຊົມສະຖານທີ່ ຕ່າງໆທີ່ເປັນທ່າແຮງດ້ານການພັດ ທະນາຂອງແຂວງຫລວງພະບາງ ຕື່ມອີກ. ຂ່າວ-ພາບ: ກຕທ ຂປລ. ພິທີພົບປະແລກປ່ຽນວິ ຊາການດ້ານວຽກງານສື່ມວນຊົນ ລະຫວ່າງກົມຖະແຫລງຂ່າວຄະນະ ພົວພັນຕ່າງປະເທດສູນກາງພັກ ກອມມູນິດຈີນ ກັບກົມໂຄສະນາຄະ ນະໂຄສະນາອົບຮົມສູນກາງພັກ ແລະສຳນັກຂ່າວສານປະເທດລາວ, ຄະນະພົວພັນຕ່າງປະເທດສູນກາງ ພັກ, ໜັງສືພິມປະຊາຊົນ, ວາລະ ສານອະລຸນໃໝ່ຈັດຂຶ້ນໃນວັນທີ 25 ເມສາ 2023, ຝ່າຍລາວນຳໂດຍ ທ່ານ ໂພເມກ ວິໄລສັກ ຫົວໜ້າກົມ ໂຄສະນາ ຄະນະໂຄສະນາອົບຮົມ ສູນກາງພັກ, ພ້ອມດ້ວຍຜູ້ຕາງໜ້າ ຈາກສຳນັກຂ່າວຕ່າງໆຂອງລາວ ແລະ ຝ່າຍຈີນ ນຳໂດຍທ່ານ ຫູຈ້າວ ໜິງ ຫົວໜ້າກົມຖະແຫລງຂ່າວຄະ ນະພົວພັນຕ່າງປະເທດສູນກາງພັກ ກອມມູນິດຈີນ ພ້ອມຄະນະ. ໃນໂອ ກາດທີ່ຄະນະຜູ້ແທນດັ່ງກ່າວເດີນ ທາງມາຢ້າມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 24-27 ເມສາ 2023. ການພົບປະກັນໃນຄັ້ງນີ້, ສອງ ຝ່າຍ ໄດ້ປຶກສາຫາລື,ແລກປ່ຽນ ຄຳຄິດຄຳເຫັນ ເຊິ່ງກັນແລະກັນໃນ ຫລາຍບັນຫາ ເປັນຕົ້ນ ແລກປ່ຽນ ກ່ຽວກັບການພົວພັນຮ່ວມມືລະ ຫວ່າງ ລາວ-ຈີນ ດ້ານວຽກງານສື່ ມວນຊົນໃນໄລຍະຜ່ານມາເຊິ່ງຝ່າຍ ຈີນ ໄດ້ນຳສະເໜີຜົນສຳເລັດຂອງ ການຈັດຕັ້ງປະຕິບັດກອງປະຊຸມ ຄັ້ງທີ 20 ຂອງພັກກອມມູນິດຈີນ, ຂໍ້ລິເລີ່ມວ່າດ້ວຍອະລິຍະທຳຂອງ ໂລກທີ່ສະເໜີໂດຍເລຂາທິການ ໃຫຍ່ ສີຈິ້ນຜິງ,ຄຳເຫັນຕໍ່ສະຖານະ ການຫາງສຽງສາກົນ, ບົດຮຽນໃນ ການຊີ້ນຳນຳພາແນວຄິດຫາງສຽງ ແລະ ນຳສະເໜີກ່ຽວກັບການຈັດ ຕັ້ງປະຕິບັດວຽກງານສື່ມວນຊົນ ຂອງ ສປ ຈີນ ໃນໄລຍະໃໝ່. ພ້ອມ ນັ້ນ, ບັນດາຫົວໜ້າແຕ່ລະສຳນັກ ຂ່າວຂອງສປປລາວກໍໄດ້ຜັດປ່ຽນ ກັນຂຶ້ນລາຍງານສະພາບການຈັດ ຕັ້ງປະຕິບັດ, ພາລະບົດບາດ, ໜ້າທີ່ ຮັບຜິດຊອບຂອງຕົນ, ຂອງແຕ່ລະ ຂະແໜງການ ໃຫ້ຝ່າຍຈີນຮັບຊາບ ໂດຍສະເພາະສະພາບການພັດທະ ນາຂອງສື່ມວນຊົນລາວ ໃນຍຸກ ໃໝ່, ຍຸກຫັນເປັນທັນສະໄໝ ເທື່ອ ລະກ້າວ. ໂອກາດນີ້, ທ່ານ ໂພເມກ ວິໄລສັກ ໄດ້ຍົກໃຫ້ເຫັນການໂຄສະ ນາການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຈີນ ໃນໄລຍະ ຜ່ານມາ, ຄະນະໂຄສະນາອົບຮົມ ສູນກາງພັກ ໄດ້ອອກບົດຂ່າວ, ບົດ ຄວາມ ແລະ ບົດຂ່າວສານຫລາຍ ສະບັບອີງຕາມເຫດການໃນແຕ່ລະ ໄລຍະ. ນອກນີ້, ຍັງໄດ້ຄົ້ນຄວ້າ ແນວຄິດຂອງ ສະຫາຍ ສີຈິ້ນຜິງ ຜູ້ນຳທີ່ຍິ່ງໃຫຍ່ຂອງ ສປ ຈີນ ໂດຍ ສະເພາະແມ່ນຂໍ້ລິເລີ່ມດ້ານອະຣິ ຍະທຳຂອງໂລກ ທີ່ພວມເປັນກະ ແສແນວຄິດທີ່ສ້າງຄວາມສົນໃຈ ໃຫ້ຄົນທົ່ວທັງໂລກ ໃນທ່າມກາງ ຄວາມຂັດແຍ່ງ ຂອງໂລກທີ່ຄາດ ຄະເນໄດ້ຍາກ. ພ້ອມນັ້ນ, ທ່ານຍັງ ໄດ້ຍົກໃຫ້ເຫັນໜ້າທີ່ຂອງບັນດາອົງ ການສື່ມວນຊົນຕ່າງໆຂອງ ສປປ ລາວ ທີ່ເຮັດໜ້າທີ່ໃນການໂຄສະນາ ແນວທາງນະໂຍບາຍ ຂອງພັກ ແລະ ສຶກສາອົບຮົມການເມືອງແນວຄິດ ໃຫ້ທົ່ວສັງຄົມເຂົ້າໃຈ ແລະ ປະຕິບັດໃຫ້ເປັນຈິງ ແມ່ນໄດ້ ເຮັດຢ່າງຕໍ່ເນື່ອງ ແລະ ມີຫລາຍຮູບ ຫລາຍສີ, ລວມທັງການໂຄສະນາ ແລະ ນຳສະເໜີບົດຮຽນດ້ານຕ່າງໆ ຂອງປະເທດເພື່ອນມິດຍຸດທະສາດ ໂດຍສະເພາະ ສປ ຈີນ ໄດ້ເຮັດໃຫ້ ສປປ ລາວ ມີການພັດທະນາດີຂຶ້ນ, ແຕ່ວ່າເມື່ອປຽບທຽບກັບຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ ການເມືອງໃນໄລຍະໃໝ່ ຍັງຈະ ຕ້ອງໄດ້ບຸກບືນສູ້ຊົນພັດທະນາໃນ ຫລາຍດ້ານ ໂດຍສະເພາະວຽກ ງານສື່ມວນຊົນ ເພື່ອໄປໃຫ້ທັນກັບ ຄວາມກ້າວໜ້າ-ທັນສະໄໝຂອງ ໂລກປັດຈຸບັນ. ທ່ານ ຄຳເຜີຍ ພິລາພາ ຜູ້ອຳ ນວຍການໃຫຍ່ສຳນັກຂ່າວສານປະ ເທດລາວ ກໍໄດ້ມີຄຳເຫັນໃນກອງ ປະຊຸມ ໂດຍທ່ານໄດ້ຍົກໃຫ້ເຫັນພາ ລະບົດບາດ ແລະ ໜ້າທີ່ຂອງສຳນັກ ຂ່າວສານປະເທດລາວ ໃນການ ເປັນກະບອກສຽງ ໃຫ້ພັກ, ລັດ, ເປັນ ອົງການຂ່າວທາງການ, ໄດ້ເຮັດ ພາລະບົດບາດຂອງຕົນ ຕາມເງື່ອນ ໄຂຕົວຈິງ ເຊິ່ງໃນໄລຍະຜ່ານມາ ສຳນັກຂ່າວສານປະເທດລາວ ໄດ້ ມີການຮ່ວມມືກັບສື່ຈາກ ສປ ຈີນ ເປັນຕົ້ນໄດ້ພົວພັນຮ່ວມມືກັບສຳນັກ ຂ່າວສານຊິນຮວາ, ວິທະຍຸ ແລະ ໂທລະພາບສູນກາງຈີນ (ຊີເອັມຈີ) ໂດຍສະເພາະກັບຊີອາໄອ ໄດ້ມີການ ແລກປ່ຽນຂໍ້ມູນຂ່າວສານ ເຊິ່ງກັນ ແລະ ກັນ ເປັນຕົ້ນ ໄດ້ໂຄສະນາສະ ພາບການພັດທະນາເສດຖະກິດສັງຄົມ ແລະ ເຫດການຕ່າງໆທີ່ສຳ ຄັນທີ່ເກີດຂຶ້ນ ຢູ່ສອງປະເທດ ລາວຈີນ, ຈີນ-ລາວໃຫ້ສັງຄົມທັງພາຍ ໃນ ແລະ ຕ່າງປະເທດໄດ້ຮັບຮູ້ຢ່າງ ທົ່ວເຖິງ. ໃນວັນດຽວກັນ, ທ່ານ ຫູຈ້າວ ໜິງ ພ້ອມດ້ວຍຄະນະກໍໄດ້ເຂົ້າພົບ ປະກັບທ່ານລາວປາວຊົ້ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ຕື່ມອີກ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ຈາກບັນດາຄູ່ຮ່ວມພັດທະນາ ແລະ ທຸກພາກສ່ວນຂອງສັງຄົມ. ໃນທ້າຍປີ 2023 ນີ້, ສປປ ລາວ ຕັ້ງເປົ້າໝາຍໃນການລຶບລ້າງ ພະຍາດໄຂ້ມາລາເຣຍ ຊະນິດຟານ ຊີປາຣອມ ເຊິ່ງເປັນສ່ວນໜຶ່ງຂອງ ວຽກງານທີ່ພວກເຮົາຕັ້ງໜ້າປະຕິ ບັດ ເພື່ອໃຫ້ບັນລຸເປົ້າໝາຍການລຶບ ລ້າງພະຍາດໄຂ້ມາລາເຣຍທົ່ວປະ ເທດ. ສປປ ລາວ ໄດ້ຕັ້ງເປົ້າໝາຍ ໃນການລຶບລ້າງພະຍາດໄຂ້ມາລາ ເຣຍ ຊະນິດທີ່ຮ້າຍແຮງທີ່ສຸດພາຍ ໃນທ້າຍປີນີ້ ເຊິ່ງຈະເປັນຂີດໝາຍ ໜຶ່ງໃນການກ້າວໄປສູ່ການລຶບ ລ້າງພະຍາດໄຂ້ມາລາເຣຍ ທົ່ວ ປະເທດ. ສິ່ງທີ່ເຮັດໃຫ້ວຽກງານດັ່ງກ່າວ ມີຄວາມຄືບໜ້າຢ່າງໃຫຍ່ຫລວງ ແມ່ນມາຈາກຄວາມເອົາໃຈໃສ່ ຂອງອາສາສະໝັກມາລາເຣຍຂັ້ນ ບ້ານ ເພື່ອນຳເອົາຄວາມຮູ້, ເຄື່ອງ ກວດເລືອດ, ຢາປິ່ນປົວ, ການເຝົ້າ ລະວັງພະຍາດ ແລະ ມຸ້ງໄປໃຫ້ເຖິງ ປະຊາຊົນທີ່ອາໄສຢູ່ຢ່າງກະແຈກ ກະຈາຍ ແລະ ຜູ້ທີ່ມີຄວາມສ່ຽງຕິດ ພະຍາດທີ່ສຸດ. ຕິວັດ ແລະ ຮູ້ໝູນໃຊ້ທິດສະດີຢ່າງ ປະດິດສ້າງ ເຂົ້າໃນໜ້າທີ່ວຽກງານ ຂອງຕົນສ້າງບາດກ້າວໃນການບຸກ ທະລຸທາງດ້ານຈິນຕະນາການອັນ ໃໝ່, ສ້າງແນວຄວາມຄິດໃຫ້ເປັນ ລະບົບ, ມີຄວາມເປັນເອກະພາບຕໍ່ ແນວທາງນະໂຍບາຍຂອງພັກ, ເສີມ ຂະຫຍາຍຄວາມສາມັກຄີທັງພາຍ ໃນ ແລະ ພາຍນອກ, ເຮັດວຽກມີ ແບບແຜນ, ມີຫລັກການ ແລະ ເບິ່ງ ບັນຫາແບບສັດຈະວິພາກ, ພ້ອມ ກັນຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງພັກໃຫ້ບັນລຸຜົນເປັນຈິງ. ໂອກາດນີ້, ທ່ານ ກິ່ງ ສຸກສັນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການຕ່າງ ປະເທດປະທານພິທີໄດ້ໃຫ້ຄຳເຫັນ ໂອ້ລົມ ແລະ ກ່າວເປີດຊຸດຮຽນໂດຍ ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ ຂອງການຈັດຊຸດຮຽນນີ້ ເພື່ອຍົກສູງ ສະຕິຄວາມຮັບຜິດຊອບໃຫ້ໜັກ ແໜ້ນຕື່ມ, ບົນພື້ນຖານການຮຽນ ຮູ້ບັນດາຫລັກມູນຂອງທິດສະດີ ມາກ-ເລນິນ, ແນວຄິດໄກສອນ ພົມ ວິຫານ ແລະ ແນວທາງນະໂຍບາຍ ຂອງພັກຢ່າງເປັນລະບົບເປັນວິທີ ໜຶ່ງໃນການສ້າງພູມຄຸ້ມກັນໃຫ້ແກ່ ສະມາຊິກພັກ-ພະນັກງານ ໃຫ້ມີ ຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ ແນວທາງນະໂຍບາຍຂອງພັກ ກໍຄື ອຸດົມການສັງຄົມນິຍົມຢ່າງສະເໜີ ຕົ້ນສະເໝີປາຍ, ການເຮັດແນວນີ້ ຈຶ່ງສາມາດສະກັດກັ້ນ, ຕີຖອຍປະ ກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ ພາຍໃນຖັນແຖວສະມາຊິກພັກໄດ້. ນອກນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ ຜູ້ເຂົ້າຮ່ວມຊຸດຮຽນ ຈົ່ງເພີ່ມທະວີ ຄວາມເອົາໃຈໃສ່ໃນການຄົ້ນຄວ້າ ຮ່ຳຮຽນທັງທິດສະດີ ໂດຍສົມທຽບ ໃສ່ພຶດຕິກໍາຕົວຈິງ, ຮຽນແລ້ວຕ້ອງ ຮູ້ໜູນໃຊ້ຢ່າງປະດິດສ້າງ, ມີວິທະ ຍາສາດ ເຂົ້າໃສ່ວຽກງານຕົວຈິງ. ຂ່າວ: ສຸກສະຫວັດ

xtgmf]k; 3 26/04/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ເຂົ້າຈານນໍ້າ ໂດຍ: ພັດ ລໍວັນໄຊ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ xt-k-q o[h kosh ;ps]k l5 ,.lj zt]y frn fmq fcmog0Q k grn j vcdh w0-u ;y fdkogxa o16 j ໂດຍ: ແສງອາທິດ ຈິດຕະບຸບຜາ glf4tdy fg,n v''k g8u [.spj 0tspkp8q ;1j k'8+ gonj v' lh k']kpIa [ 100 d;j k]h kodu [8+ xu 9kddko0kpc9j ;xk[E * ໃນໄລຍະ 2 ປີຜ່ານມາ ເສດຖະ ກິດເມືອງງາ ມີການເຕີບໃຫຍ່ຂະ ຫຍາຍຕົວຢ່າງຕໍ່ເນື່ອງ ໃຕ້ການ ນຳພາ-ຊີ້ນຳຂອງຄະນະພັກ ແລະ ອົງການປົກຄອງແຕ່ລະຂັ້ນບວກ ໃສ່ການຮ່ວມແຮງຮ່ວມໃຈ, ບຸກ ບືນສູ້ຊົນ ແລະ ປະກອບສ່ວນຢ່າງ ຕັ້ງໜ້າຂອງທຸກພາກສ່ວນ ເຮັດໃຫ້ ເມືອງງາ ແຂວງອຸດົມໄຊ ສາມາດ ປະຕິບັດຄາດໝາຍສູ້ຊົນໃນແຜນ ພັດທະນາເສດຖະກິດ-ສັງຄົມ ແລະ ມີຜົນສຳເລັດຫລາຍດ້ານ ເຊິ່ງໄດ້ ສົ່ງຜົນໃຫ້ເສດຖະກິດຂອງແຂວງ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ. ຕະຫລອດໄລຍະຂອງການຈັດ ຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ເຄິ່ງສະໄໝຜ່ານມາ ເຫັນວ່າ: ທົ່ວເມືອງງາມີຄວາມສະ ຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ມີ ຄວາມເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ, ອົງການປົກຄອງແຕ່ລະ ຂັ້ນໄດ້ຮັບການປັບປຸງຢ່າງເປັນລະ ບົບກາຍເປັນປັດໄຈເອື້ອອໍານວຍ ໃຫ້ແກ່ການພັດທະນາເສດຖະກິດ- ສັງຄົມ ກໍ່ຄືການດຳເນີນທຸລະກິດ, ການຜະລິດ, ການບໍລິການ ແລະ ການລົງທຶນທັງພາຍໃນ ແລະ ຕ່າງ ປະເທດ, ປະຊາຊົນບັນດາເຜົ່າຢູ່ ແຕ່ລະຈຸດສຸມ, ກຸ່ມບ້ານໄດ້ມີເງື່ອນ ໄຂສ້າງລາຍຮັບ ເພື່ອພັດທະນາຊີ ວິດການເປັນຢູ່ໃຫ້ນັບມື້ດີຂຶ້ນ. ເສດ ຖະກິດມີການຂະຫຍາຍຕົວຢ່າງຕໍ່ ເນື່ອງໃນລະດັບ 4,73%, ດ້ານເສດ ຖະກິດ-ສັງຄົມທີ່ກໍານົດໄວ້ໃນແຜນ ການ 5 ປີ ຄັ້ງທີ່ XI ໄດ້ຮັບການ ຈັດຕັ້ງປະຕິບັດ. ມີການລົງທຶນເຂົ້າ ໃນການພັດທະນາເສດຖະກິດ - ສັງ ຄົມ ທັງໝົດ 55 ໂຄງການ ມູນຄ່າ ການລົງທຶນທັງໝົດ 33 ຕື້ 807 ລ້ານກວ່າກີບ, ມີເນື້ອທີ່ປູກເຂົ້າ ທັງ ໝົດ 2,333,41 ເຮັກຕາ, ທຽບໃສ່ ແຜນ 5 ປີ ປະຕິບັດໄດ້ 79% ມີ ສັດ ລ້ຽງທັງໝົດ 29.853 ໂຕ ສັດໃຫຍ່ ເຊັ່ນ:ປະເພດງົວ-ຄວາຍ2.010ໂຕ, ປະເພດ ໝູ, ແບ້ ມີ 2.307 ໂຕ, ສັດ ປີກ, ເປັດ, ໄກ່ ມີ 25.536 ໂຕ ແລະ ລ້ຽງປາ. ໃນນີ້, ສິນຄ້າສົ່ງອອກ ທັງໝົດ 38,42 ຕື້ກີບ ທຽບໃສ່ແຜນ ການ 5 ປີ ປະຕິບັດໄດ້ 41,32% ກະສິກໍາ, ການຜະລິດເປັນສິນຄ້າ ທີ່ມີທ່າອ່ຽງ ແລະ ກຳລັງຂະຫຍາຍ ຕົວພົ້ນເດັ່ນ ແມ່ນການລ້ຽງສັດໃຫຍ່ ໂດຍສະເພາະແມ່ນການລ້ຽງງົວ ເປັນສິນຄ້າ ດ້ວຍການກຳນົດເຂດ ປູກຫຍ້າ ແລະ ສັກຢາປ້ອງກັນພະ ຍາດເປັນປົກກະຕິ, ນອກນີ້ ຍັງປູກ ໝາກແໜ່ງເປັນສິນຄ້າ, ມີດອກ ແຂມ, ໃບຢາສູບ, ການປູກມັນຕົ້ນ ແລະ ການຜະລິດຫັດຖະກຳ ໂອນ້ຳ ກ້ຽງ ເປັນສິນຄ້າສົ່ງອອກ ເປັນການ ສ້າງລາຍຮັບໃຫ້ປະຊາຊົນໄດ້ເປັນ ຢ່າງດີ. ສ່ວນສິນຄ້ານຳເຂົ້າ ແມ່ນ ຜະລິດຕະພັນດ້ານອຸດສາຫະກຳ ເປັນຕົ້ນແມ່ນ:ນ້ຳມັນເຊື້ອໄຟ, ເຄື່ອງ ອຸປະໂພກ ແລະ ບໍລິໂພກວັດສະດຸ ກໍ່ ສ້າງ, ເຄື່ອງໃຊ້ໄຟຟ້າມູນຄ່ານຳເຂົ້າ ທັງໝົດ 49,79 ຕື້ກີບ, ດ້ານລາຍ ຮັບ: ປະຕິບັດລາຍຮັບພາຍໃນ ໄດ້ 10,84 ຕື້ກີບ ທຽບໃສ່ແຜນດັດແກ້ ເຄິ່ງສະໄໝ ປະຕິບັດໄດ້ 97,65%, ດ້ານລາຍຈ່າຍ ປະຕິບັດໄດ້ທັງໝົດ 68,12 ຕື້ກີບ. ດ້ານວັດທະນະທໍາ- ສັງຄົມໄດ້ຮັບການພັດທະນາ, ລະ ບົບການສຶກສາ, ສາທາລະນະສຸກ ໄດ້ຮັບການຍົກສູງດ້ານຄຸນນະພາບ ໃຫ້ດີຂຶ້ນ. ຂອງແຜນການສິນຄ້າສົ່ງອອກ ຕົ້ນຕໍຂອງເມືອງ ແມ່ນຜົນຜະລິດ * ບ້ານຫ້ວຍຫລາ ເມືອງຫລາ ເປັນບ້ານໜຶ່ງທີ່ໄດ້ຮັບຜົນກະທົບ ຈາກ ໄພທຳມະຊາດ ນ້ຳຖ້ວມໃນປີຜ່ານມາ ອັນເຮັດໃຫ້ເນື້ອທີ່ນາຖືກນ້ຳຊຸເສຍ ຫາຍພໍສົມຄວນ. ດັ່ງນັ້ນ, ອຳນາດການ ປົກຄອງເມືອງ ແລະ ແຂວງອຸດົມໄຊ ຈຶ່ງໄດ້ຊຸກຍູ້ປະຊາຊົນ ບ້ານດັ່ງກ່າວຜະ ລິດພືດອື່ນທົດແທນເປັນສິນຄ້າຂາຍ ເພື່ອຊື້ເຂົ້າກິນ. ແມ່ຕູ້ບົວຄຳ ປະຊາຊົນບ້ານຫ້ວຍ ຫລາ ເມືອງຫລາ ແຂວງອຸດົມໄຊ ທີ່ນຳ ເອົາຜົນຜະລິດກະສິກຳມາວາງຂາຍ ຢູ່ຕະຫລາດຊຸມຊົນສີຂຽວ ເພື່ອຊື້ ຂາຍ ຜະລິດຕະພັນກະສິກຳສະອາດ ແລະ ເຄື່ອງປ່າຂອງດົງແບບຍືນຍົງ ບ້ານ ຫ້ວຍຫລາ ໄດ້ສຳພາດວ່າ: ບັບແຕ່ນ້ອຍ ຈົນເຖົ້າບໍ່ເຄີຍເຫັນໄພທຳມະຊາດນ້ຳ ຖ້ວມແບບນີ້ຈັກເທື່ອ ເຊິ່ງມາໃນປີຜ່ານ ມາ ໄດ້ເກີດຝົນຕົກໜັກຫລາຍວັນຕິດຕໍ່ ກັນ ໄດ້ເກີດນ້ຳປ່າໄຫລຊຸຖ້ວມເນື້ອທີ່ ນາທີ່ເຄີຍຜະລິດເຂົ້າກິນທຸກໆປີເສຍ ຫາຍໝົດ ເຮັດໃຫ້ບໍ່ມີນາຜະລິດເຂົ້າ ຈຳເປັນຈຶ່ງໄດ້ສູ້ຊົນຜະລິດພືດອື່ນຕາມ ແຈໄຮ່ປາຍນາ ຕາມການຊີ້ນຳຈາກຂັ້ນ ເທິງເພື່ອ ທົດແທນຜົນຜະລິດເຂົ້າທີ່ເສຍ ຫາຍ ແລະ ເປັນສິນຄ້າ ເພື່ອແລກເງິນ ມາຊື້ເຂົ້າກິນໃນແຕ່ລະມື້. ພືດທີ່ຜະລິດ ແທນເຂົ້າແມ່ນຜັກກະລ່ຳດອກ, ໜາກ ເຂືອ, ໜາກເຜັດ, ໜາກອຶ, ໜາກບວບ, ສາລີອື່ນໆ… ພ້ອມນີ້, ແມ່ຕູ້ ຊິວ ປະຊາຊົນບ້ານ ຫ້ວຍຫລາໃຫ້ຮູ້ວ່າ:ກ່ອນປີ2022ໂດຍ ສະເພາະຕອນນ້ຳບໍ່ທັນຖ້ວມ ນາກໍມີ ນາຜະລິດເຂົ້າທຸກປີ, ມີໜອງປາ, ລ້ຽງ ເປັດ, ລ້ຽງໄກ່. ນອກຈາກນີ້, ພາຍ ຫລັງເກັບກ່ຽວເຂົ້ານາປີ ສຳເລັດກໍມີ ບ່ອນຜະລິດພືດອື່ນໃນລະດູແລ້ງ ເພື່ອ ຂາຍຕື່ມອີກ ແລະ ຄອບຄົວກໍບໍ່ພົບ ຄວາມຫຍຸ້ງປານໃດ. ແຕ່ຍ້ອນໄພທຳ ມະຊາດ ຈຶ່ງເຮັດໃຫ້ເນື້ອທີ່ນາ ແລະ ໜອງປາຖືກນ້ຳຊຸເສຍຫາຍໝົດ ເຊິ່ງມາ ໃນປີນີ້ ກໍມີຄວາມຫຍຸ້ງຍາກຫລາຍຕໍ່ ການຜະລິດພືດຕ່າງໆ ມີແຕ່ປູກຕາມ ບາງບ່ອນທີ່ນ້ຳບໍ່ຖ້ວມ ອັນເຮັດໃຫ້ໄດ້ ຜົນຜະລິດໜ້ອຍ ບໍ່ຄືຕອນນ້ຳບໍ່ໄດ້ຖ້ວມ ເຮົາຜະລິດຫຍັງກໍໄດ້ຫລາຍ ເຊິ່ງມາປັດ ຈຸບັນເຖິງວ່າເຮົາຜະລິດຫຍັງ ແລະ ເອົາ ໄປຂາຍກໍບໍ່ໄດ້ພໍເທົ່າໃດ. ພ້ອມນີ້ ຍັງໄດ້ຊອກຫາເຄື່ອງປ່າຂອງດົງມາ ວາງຂາຍຊ່ວຍ ໂດຍສະເພາະແມ່ນໜໍ່ ໄມ້,ໜໍ່ຂ່າແລະອື່ນໆ. ນໍ້າຖ້ວປີຜ່ານມາ ໄດ້ໄປກູ້ຢືມເງິນຈາກທະນາຄານ ເພື່ອ ມາຟື້ນຟູເນື້ອທີ່ນາຄືນໃໝ່ ສະລັບຄອບ ຄົວ ຂອງຂ້ອຍໄດ້ຢືມເງິນຈາກທະນາ ຄານ70ລ້ານມາຟື້ນຟູຄືນ ເຊິ່ງໄດ້ສ້າງ ໜີ້ສິນໃຫ້ແກ່ຄອບຄົວ. ແນວໃດກໍຕາມ ມາປັດຈຸບັນນີ້ ໄດ້ຊຳລະແລ້ວຈຳນວນ ໜຶ່ງ ແລະ ເດືອນມິຖຸນາ ທີ່ຈະມາເຖິງນີ້ ຕ້ອງໄດ້ຊຳລະໃຫ້ທະນາຄານ ເຊິ່ງເປັນ ບັນໜຶ່ງທີ່ສ້າງຄວາມລຳບາກຕໍ່ການ ຊຳລະຄັ້ງນີ້ຢູ່ ເພາະການຫາເງິນແມ່ນ ຫຍຸ້ງຍາກຫລາຍ. ແມ່ຕູ້ ຊິວ ກ່າວ. ຢ່າງໃດກໍດີປະຊາຊົນທີ່ໄດ້ຮັບຜົນ ກະທົບຢູ່ບ້ານດັ່ງກ່າວ ກໍໄດ້ກ່າວສຽງ ດຽວວ່າ: ການນຳແຂວງອຸດົມໄຊ ແລະ ເມືອງຫລາ ກໍໄດ້ໃຫ້ການຊ່ວຍເຫລືອ ສ່ວນໃດສ່ວນໜຶ່ງ ເພື່ອບັນເທົາທຸກໂດຍ ສະເພາະແມ່ນຊ່ວຍຟື້ນຟູເນື້ອທີ່ນາ, ຊີ້ນຳການຜະລິດພືດອື່ນແທນເຂົ້າ ເພື່ອ ສາມາດຟື້ນຟູຊີວິດການເປັນຢູ່ໃຫ້ກັບ ຄືນສູ່ສະພາບປົກກະຕິ ກໍຄືແກ້ຄວາມ ທຸກຍາກຂອງປະຊາຊົນບ້ານນີ້ໃຫ້ນັບ ມື້ຖອຍລົງເປັນກ້າວໆ. * ຈະເຮັດອາຊີບໃດກໍດີ ຖ້າຫາກມີ ຄວາມມຸ່ງໝັ້ນ, ກ້າຄິດ, ກ້າລົງມືເຮັດ ແນ່ນອນຕ້ອງມີຜົນສຳເລັດ, ການຜະລິດ ເປັນສິນຄ້າແມ່ນທາງເລືອກຂອງການ ສ້າງເສດຖະກິດ ຊຶ່ງຈະນຳພາຄອບ ຄົວກ້າວໄປສູ່ຄວາມຢູ່ດີກິນດີ ແລະ ຮັ່ງມີ. ດັ່ງທ່ານ ນາງ ໄມ ສອນວິໄຊ ອາຍຸ 48 ປີ, ປະຊາຊົນບ້ານພັນໄຊ ເມືອງຊຳເໜືອ ແຂວງຫົວພັນ ທີ່ຍຶດ ອາຊີບຂາຍແຈ່ງປາບໍ້າ ອາຫານເອກະ ລັກຂອງແຂວງຫົວພັນ ດ້ວຍຄວາມ ດຸໝັ່ນ ແລະ ມີຫົວຄິດປະດິດສ້າງ ຈຶ່ງ ສາມາດສ້າງລາຍຮັບໄດ້ 100 ກວ່າ ລ້ານກີບຕໍ່ປີ. ທ່ານນາງ ໄມ ສອນວິໄຊ ເລົ່າໃຫ້ ຟັງວ່າ: ຊີວິດການເປັນຢູ່ ຂອງຄອບ ຄົວໃນເມື່ອກ່ອນ ແມ່ນພົບຄວາມຫຍຸ້ງ ຍາກຫລາຍສົມຄວນ ເນື່ອງຈາກວ່າອາ ໄສແຕ່ຄ້າຂາຍພຽງເລັກໜ້ອຍ, ຂາຍ ເຄື່ອງແຫ້ງ, ເຄື່ອງນຸ່ງ ແລະ ອື່ນໆ, ເຮັດ ໃຫ້ຄອບຄົວບໍ່ມີການພັດທະນາເທົ່າທີ່ ຄວນ ຕົກມາປີ 2004 ຈຶ່ງໄດ້ປຶກສາ ຫາລືກັບຄອບຄົວ ເພື່ອຊອກຫາຊ່ອງ ທາງທຳມາຄ້າຂາຍໃຫ້ມີລາຍຮັບເພີ່ມ ຂຶ້ນ ຈຶ່ງທົດລອງເຮັດແຈ່ວປາບ້ຳຂາຍ ໂດຍການໃຊ້ສູດປຸງແຕ່ງແບບດັ່ງເດີມ (ລົດຊາດແບບພື້ນບ້ານ) ການລົງທຶນ ໃນເບື້ອງຕົ້ນຈຳນວນ 1 ລ້ານກວ່າກີບ, ວັດສະດຸທີ່ນຳມາປຸງແຕ່ງມີ ໝາກເຜັດ, ຫົວກະທຽມ, ປາ, ເກືອ, ແປ້ງນົວ ແລະ ສິ່ງທີ່ຂາດບໍ່ໄດ້ຄືໝາກມາດ ເພື່ອໃຫ້ ມີລົດຊາດ, ມີຄວາມເຂັ້ມຂຸ້ນ ແລະ ມີກິ່ນ ຫອມ, ລາຄາແຈ່ວປາບ້ຳກັບ 5 ພັນກີບ, 10 ພັນກີບ, 30 ພັນກີບ, 60 ພັນກີບ ແລະ ຂາຍເປັນກິໂລ ໂລລະ 120.000 ກີບ ຊຶ່ງເຮັດໃຫ້ມີການຕອບ ຮັບຈາກຜູ້ບໍລິໂພກຫລາຍຂຶ້ນຈາກລູກ ຄ້າພາຍໃນແຂວງ ຍັງມີການສັ່ງຈອງ ໄປຕ່າງແຂວງ ເປັນຕົ້ນແມ່ນ: ນະຄອນ ຫລວງວຽງຈັນ, ຊຽງຂວາງ, ຫລວງ ພະບາງ, ຫລວງນ້ຳທາ ແລະ ສົ່ງອອກ ປະເທດໃກ້ຄຽງເຊັ່ນ: ຫວຽດນາມ,ໄທ. ນອກຈາກແຈ່ວປາບ້ຳແລ້ວຍັງມີໜັງ ແຊ່ເພ້ຍ, ໜັງຊົງເຄື່ອງ, ແຈ່ວໝາກ ແຂ່ນ, ແຈ່ວຫຍ້າອ່າຍ, ເຕີຍປ່ຽງ, ແຈ່ວ ປາເຄັມ ແລະ ແຈ່ວຊີ້ນແຫ້ງ ຊຶ່ງເຮັດ ໃຫ້ມີລາຍຮັບ 180 ລ້ານກີບຕໍ່ປີ ປັດຈຸ ບັນມີພະນັກງານ 2 ຄົນ ໃຫ້ຄ່າແຮງ ງານ 2 ລ້ານກີບຕໍ່ຄົນຕໍ່ເດືອນ. ຜ່ານການສູ້ຊົນສ້າງເສດຖະກິດ ຂອງຄອບຄົວ ມາຮອດປັດຈຸບັນ ຊີວິດ ການເປັນຢູ່ຂອງຄອບຄົວ ໄດ້ຮັບການ ພັດທະນາດີຂຶ້ນເປັນກ້າວໆແລະມີລາຍ ຮັບໝັ້ນຄົງ ສະມາຊິກພາຍໃນຄອບ ຄົວ ມີຄວາມສາມັກຄີ, ມີຄວາມດຸໝັ່ນ, ເປັນຈິດໜຶ່ງໃຈດຽວ ພ້ອມກັນເຮັດ ພ້ອມກັນສ້າງ ຈຶ່ງໄດ້ຮັບຜົນສຳເລັດຄື ດັ່ງກ່າວ ປັດຈຸບັນມີເຮືອນຢູ່ຖາວອນ 2 ຫລັງ, ລົດໃຫຍ່ 2 ຄັນ, ລົດຈັກ 3 ຄັນ, ມີໂຮງງານຜະລິດແຈ່ວປາບ້ຳ 1 ຫລັງ, ມີທຶນການສຶກສາໃຫ້ລູກ ແລະ ມີທຶນໝູນວຽນພາຍໃນຄອບຄົວຈຳ ນວນໜຶ່ງ ແລະ ເປັນຄອບຄົວຫລຸດພົ້ນ ອອກຈາກຄວາມທຸກຍາກໄດ້ຢ່າງສົມ ບູນ. ພ້ອມກັນນີ້ ທ່ານ ນາງ ໄມ ຍັງໃຫ້ ຮູ້ຕື່ມອີກວ່າ: ເພື່ອເປັນການສູ້ຊົນຂະ ຫຍາຍຜະລິດຕະພັນ ແລະ ສ້າງລາຍ ຮັບໃຫ້ສູງຂຶ້ນ ທິດທາງແຜນການໃນ ຕໍ່ໜ້າ ຈະສືບຕໍ່ຜະລິດແຈ່ວປາບ້ຳໃຫ້ ທັນຕາມຄວາມຮຽກຮ້ອງຕ້ອງການ ຂອງຜູ້ບໍລິໂພກກໍຄືລູກຄ້າ ໃຫ້ຫລາຍ ຂຶ້ນກວ່າເກົ່າ, ມີແຜນຈະລົງທຶນສົມທົບ ກັບພໍ່ແມ່ປະຊາຊົນ ເພື່ອໃຫ້ເຂົາເຈົ້າ ລ້ຽງປາ, ປູກໝາກເຜັດ, ປູກຫົວກະ ທຽມມາສະໜອງເຂົ້າໃນໂຮງງານ ແຈ່ວປາບ້ຳ ຂອງພວກເຮົາໂດຍກົງ ແລະ ກໍເພື່ອສ້າງວຽກເຮັດງານທຳໃຫ້ ປະຊາຊົນມີລາຍຮັບເພີ່ມຂຶ້ນອີກດ້ວຍ. ທ່ານ ພອນຈິດ ໄຊຍະສຸກ ນາຍ ບ້ານ ບ້ານພັນໄຊ ເມືອງຊຳເໜືອ ແຂວງຫົວພັນ ໄດ້ຢັ້ງຢືນວ່າ: ຄອບຄົວ ຂອງທ່ານ ນາງໄມ ແມ່ນຄອບຄົວໜຶ່ງ ທີ່ເປັນແບບຢ່າງ ໃນການຜະລິດສິນ ຄ້າ ດ້ວຍການເຮັດແຈ່ວປາບ້ຳ ເພື່ອ ສ້າງລາຍຮັບເຂົ້າສູ່ຄອບຄົວ. ຄວາມ ສຳເລັດດັ່ງກ່າວກໍຍ້ອນມີຫົວຄິດປະ ດິດສ້າງ, ການຊອກຮູ້ຮ່ຳຮຽນ ແລະ ຮູ້ໝູນໃຊ້ທ່າແຮງບົ່ມຊ້ອນທີ່ຕົນເອງ ມີ, ພາຍໃນຄອບຄົວມີຄວາມດຸໝັ່ນ, ຂະຫຍັນພຽນ, ຄວາມສາມັກຄີ ຈຶ່ງເຮັດ ໃຫ້ຄອບຄົວປະສົບຜົນສຳເລັດໄດ້ທັງ ເປັນແບບຢ່າງໃຫ້ແກ່ປະຊາຊົນທົ່ວ ເມືອງຊຳເໜືອ ຂອງພວກເຮົາ.

RkJQdWJsaXNoZXIy MTc3MTYxMQ==