xtgmf]k; 6 21/04/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ ໂດຍ: ມາລີດາ dkocdh w00= h 0a fcpj ' .o;Pd'kodkory ,9e|j kp 2u ]y [xy o wfh Ia [ly flqj 'vvd4qj ;]Polq fwx lx 9u o * ການແກ້ໄຂຂໍ້ຂັດແຍ່ງທີ່ມີ ລັກສະນະທົ່ວໄປກ່ຽວກັບການ ສ້າງຕັ້ງ ແລະ ເຄື່ອນໄຫວ ຫລື ດຳ ເນີນທຸລະກິດການພິມຈໍາໜ່າຍ ປຶ້ມ, ສິ່ງພິມອື່ນ ແມ່ນໃຫ້ຄູ່ກໍລະນີ ແກ້ໄຂກັນດ້ວຍວິທີການປະນີປະ ນອມ. ຖ້າຫາກບໍ່ສາມາດຕົກລົງ ກັນໄດ້ ແມ່ນໃຫ້ສະເໜີຕໍ່ອົງການ ຄຸ້ມຄອງການພິມຈໍາໜ່າຍບ່ອນ ທີ່ຕົນໄດ້ຮັບອະນຸຍາດນັ້ນເປັນຜູ້ ແກ້ໄຂ. ໃນກໍລະນີທີ່ອົງການຄຸ້ມຄອງ ການພິມຈຳໜ່າຍ ບໍ່ສາມາດແກ້ ໄຂໄດ້ນັ້ນ ກໍໃຫ້ສະເໜີຕໍ່ຄະນະກຳ ມະການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດທີ່ກ່ຽວຂ້ອງເປັນ ຜູ້ໄກ່ເກ່ຍ ແລະ ແກ້ໄຂຕາມລະ ບຽບກົດໝາຍ. ໃນກໍລະນີທີ່ບໍ່ສາ ມາດທຳການໄກ່ເກ່ຍ ແລະ ແກ້ໄຂ ໄດ້ນັ້ນ ຄູ່ກໍລະນີກໍມີສິດຍື່ນຄໍາ ຮ້ອງຟ້ອງຕໍ່ສານປະຊາຊົນ ເພື່ອພິ ຈາລະນາຕັດສິນຕາມລະບຽບກົດ ໝາຍ. ສ່ວນການແກ້ໄຂຂໍ້ຂັດແຍ່ງ ທີ່ມີລັກສະນະສາກົນກ່ຽວກັບ ການພິມຈໍາໜ່າຍປຶ້ມ, ສິ່ງພິມອື່ນ ແມ່ນໃຫ້ປະຕິບັດຕາມສັນຍາ, ສົນ ທິສັນຍາສາກົນ ທີ່ ສປປ ລາວ ເປັນ ພາຄີ. ສຳລັບການຄຸ້ມຄອງການພິມ ຈໍາໜ່າຍນັ້ນ ລັດຖະບານ ແມ່ນຄຸ້ມ ຄອງການພິມຈໍາໜ່າຍຢ່າງລວມ ສູນ ແລະ ເປັນເອກະພາບໃນທົ່ວ ປະເທດ ໂດຍມອບໃຫ້ກະຊວງ ຖະແຫລງຂ່າວ ແລະ ວັດທະນະ ທຳ ເປັນໃຈກາງໃນການຄຸ້ມຄອງ ດ້ວຍການປະສານສົມທົບກັບຂະ ແໜງການອື່ນ ແລະ ອົງການປົກ ຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງ ການຄຸ້ມຄອງການພິມຈໍາໜ່າຍ ປະກອບດ້ວຍ: ກະຊວງຖະແຫລງ ຂ່າວ ແລະ ວັດທະນະທໍາ; ພະແນກ ຖະແຫລງຂ່າວ ແລະ ວັດທະນະ ທໍາແຂວງ, ນະຄອນ; ຫ້ອງການ ຖະແຫລງຂ່າວ ແລະ ວັດທະນະ ທໍາເມືອງ, ເທສະບານ. * ການອອກກາລັງກາຍເປັນສິ່ງ ທີ່ດີ ແລະ ຄວນສົ່ງເສີມເພື່ອສຸຂະ ພາບທີ່ດີກວ່າ ແຕ່ວ່າການອອກກໍາ ລັງກາຍແນວໃດໃຫ້ຖືກຕ້ອງ ແລະ ເໝາະສົມ? ດັ່ງທີ່ຮູ້ນໍາກັນການ ອອກ ກໍາລັງກາຍໃນເວລາຍາວແຕ່ລະ ຄັ້ງ ແລະ ເຮັດຢ່າງເປັນປົກກະຕິໃນ ແຕ່ລະເດືອນຈະຊ່ວຍເພີ່ມຈໍານວນ ເຮໂມໂກຼບິນ (hemoglobin) ໃນຮ່າງກາຍ ເພີ່ມລະດັບພູມຕ້ານ ທານ, ເຮັດໃຫ້ຮ່າງກາຍຊຸດໂຊມ ລົງຊ້າ, ເພີ່ມປະສິດທິພາບຂອງສະ ໝອງ, ຫົວໃຈ ແລະ ປອດ, ຊ່ວຍ ຫລຸດນໍ້າໜັກ ແລະ ປ້ອງກັນບໍ່ໃຫ້ 7q omuj gxa ortpkfsq ;.9 7;ovvdde]a 'dkpco;.fL ເສັ້ນເລືອດແດງແຂງຕົວເພື່ອຫລຸດ ອັດຕາການເປັນພະຍາດຫລອດ ເລືອດຫົວໃຈ, ການອອກກຳລັງ ກາຍ ກໍມີລະດັບຄວາມເບົາຄວາມ ໜັກແຕກຕ່າງກັນແລ້ວແຕ່ປະເພດ, ແຕ່ສຳລັບຜູ້ທີ່ເປັນພະຍາດຫລອດ ເລືອດຫົວໃຈນັ້ນຄວນອອກກໍາລັງ ກາຍລຸ່ມນີ້ຄືລະດັບທີ່ເໝາະກັບທ່ານ ມີດັ່ງນີ້ : ຍ່າງຂຶ້ນຂັ້ນໄດ ຄົນທີ່ເປັນພະ ຍາດຫລອດເລືອດຫົວໃຈສາມາດ ຍ່າງຂຶ້ນຂັ້ນໄດໄດ້ເລື້ອຍໆ, ບໍ່ພຽງ ແຕ່ສາມາດປ້ອງກັ ນພະຍາດຫລອດ ເລືອດຫົວໃຈເທົ່ານັ້ນ, ຍັງສາມາດ ຊ່ວຍຫລຸດນ້ຳໜັກ, ຍ່າງຂຶ້ນຂັ້ນໄດ 30 ນາທີ ສາມາດເຜົາຜານພະລັງ ງານໄດ້ 260 ກິໂລແຄລໍຣີ ເທົ່າກັບ 10 ເທົ່າຂອງການນັ່ງ, 4 ເທົ່າ ຂອງ ການຍ່າງຫລິ້ນ ຫລື ເທົ່າກັບການ ແລ່ນຊ້າ 800-1500 ແມັດ; ແລນ ຊາການແລ່ນຊ້າບໍ່ພຽງແຕ່ມີຜົນດີ ໃນການກະຕຸ້ນການລະບາຍ ເທື່ອ ໃນຮ່າງກາຍເທົ່ານັ້ນ, ຍັງຊຸກຍູ້ ການໝູນວຽນຂອງເລືອດ ແລະ ເຜົາຜານພະລັງງານຜູ້ມີພະຍາດ ຫລອດ ເລືອດຫົວໃຈບໍ່ຄວນແລ່ນ ໄວ, ຖ້າຮູ້ສຶກຜິດປົກກະຕິກໍ່ຄວນ ຢຸດແລ່ນໃນທັນທີ. ຍ່າງຫລິ້ນການ ຍ່າງຫລິ້ນ ສາມາດເຮັດໃຫ້ກ້າມ ເນື້ອຫົວໃຈຫົດເຂົ້າ ແລະ ໃຫ້ຫລອດ ເລືອດທີ່ອ້ອມຢູ່ທາງນອກຢືດອອກ, ເພີ່ມປະສິດທິພາບການເຮັດວຽກ ຂອງຫົວໃຈຫລຸດຄວາມດັນເລືອດ ແລະ ປ້ອງກັນພະຍາດຫລອດເລືອດ ຫົວໃຈ. ຄວນຍ່າງຫລິ້ນໃ ຫ້ໄດ້ເທື່ອ ລະ 20 ນາທີ ຫາ 1 ຊົ່ວໂມງຈະເປັນ ການດີທີ່ສຸດ, ມື້ລະ 1 ເທື່ອ ຫລື ຈະ ຍາງ 800-2000 ແມັດຕໍ່ມື້ກໍ່ໄດ້; ຟ້ອນມວຍໄທເກັກຂອງຈີນ: ການ ຟອນມວຍໄທເກັກຈີນມີບົດບາດ ທັງໃນແງ່ການປອງກັນ ແລະ ປົວ ພະຍາດຄວາມດັນເລືອດສູງ ແລະ ພະຍາດຫົວໃຈ. * ສປ ຈີນ ໄດ້ເປີດໄຟຂຽວໃຫ້ປະ ເທດຟິລິບປິນ ສົ່ງອອກໝາກຖົ່ວ ລຽນເຖິງປະເທດຂອງຕົນແລ້ວ ເຊິ່ງກ່ອນໜ້ານີ້ກໍແມ່ນປະເທດໄທ ໄດ້ສິດໃນການສົ່ງອອກໝາກຖົ່ວ ລຽນ ໄປ ສປ ຈີນ. ຍິ່ງພາຍຫລັງ ມີການເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ປະເທດໄທ ອາດໄດ້ປຽບ ກ່ອນຊາດອື່ນໃນອາຊຽນ ເພາະ ອາໄສການຂົນສົ່ງທາງບົກຜ່ານ ເສັ້ນທາງລົດໄຟ ລາວ-ຈີນ ຈາກຈັງ ຫວັດໜອງຄາຍຂອງໄທ ຜ່ານ ລາວ ເຂົ້າເຖິງນະຄອນຂຸນໝີງຂອງ ສປ ຈີນພຽງ 10 ຊົ່ວໂມງເທົ່ານັ້ນ ຈະເຮັດໃຫ້ຄວາມສົດຂອງພືດ ແລະ ໝາກໄມ້ດີກວ່າ. ອີງຕາມເວັບໄຊຕ່າງປະເທດ ໄດ້ລາຍງານຫວ່າງບໍ່ດົນມານີ້ວ່າ: ປະເທດຟິລິບປິນ ເປັນປະເທດທີ 3 ທີ່ຮັບອະນຸຍາດຈາກໜ່ວຍງານ ພາສີແຫ່ງຊາດຈີນ ໃຫ້ສົ່ງອອກຖົ່ວ ລຽນສົດໄປປະເທດຈີນໄດ້ ຕໍ່ຈາກ ປະເທດໄທ ແລະ ຫວຽດນາມ ສ່ວນ ປະເທດມາເຊຍໄດ້ຮັບອະນຸຍາດ ສະເພາະຖົ່ວລຽນແຊ່ແຂງ. ດັ່ງທີ່ ຮູ້ນໍາກັນ ຕາມການປະກາດຈາກ ໜ່ວຍງານພາສີແຫ່ງຊາດສະບັບທີ 1/2023 ວ່າດ້ວຍຂໍ້ກໍານົດດ້ານ ການກວດສອບກັກກັນໂລກ ແລະ ສັດຕູພືດໃນການນໍາເຂົ້າຖົ່ວລຽນ ສົດຂອງປະເທດຟິລິບປິນ ລົງວັນທີ 7 ມັງກອນ 2023 ນີ້ລະບຸວ່າ: ເບື້ອງຫລັງຄວາມສໍາເລັດຂອງ ການສົ່ງອອກຖົ່ວລຽນຟິລິບປິນ ໄປ ສປ ຈີນ ນັ້ນເປັນຜົນມາຈາກ ການທາງຢ້ຽມຢາມຈີນຢ່າງເປັນ ທາງການຂອງ ປະທານາທິບໍດີ, ທ່ານ ເຟີດິນານ ມາກອສ ຈູເນຍ ໃນຕົ້ນເດືອນມັງກອນປີ 2023 ນີ້ ເຊິ່ງໄດ້ກາຍເປັນແຮງຂັບເຄື່ອນກໍ່ ໃຫ້ເກີດການລົງນາມໃນເອກະສານ ສໍາຄັນກ່ຽວກັບການສົ່ງອອກຖົ່ວ ລຽນ.ຫລ້າສຸດວັນທີ8ເມສາ2023 ນີ້ ປະເທດຟິລິບປິນໄດ້ສົ່ງອອກ ຖົ່ວລຽນງວດທໍາອິດນໍ້າໜັກ 18 ໂຕນໄປຍັງ ສປ ຈີນ ຜ່ານສະໜາມ ບິນນາໆຊາດຕິອູ໋ຊວີໜານໜິງ (IATANNG), ການສົ່ງອອກຖົ່ວ ລຽນຂອງ ຟິລິບປິນໄປ ສປ ຈີນ ຖື ວ່າເປັນໝາກໄມ້ຊະນິດທີ 7 ຂອງ ປະເທດຟິລິບປິນ ທີ່ສົ່ງອອກໝາກ ໄມ້ສົດໄປຈີນ ຕໍ່ຈາກກ້ວຍຫອມ, ຜ່ານມາປະເທດຟິລິບປິນ ໄດ້ສົ່ງ ອອກໝາກໄມ້ສົດປະມານ 75% ຂອງໝາກໄມ້ທັງໝົດ ໃນນັ້ນມີ ໝາກນັດ, ມ່ວງ, ຫຸ່ງ, ພ້າວ ແລະ ອາໂວຄາໂດ. ໃນໄລຍະ3ປີຜ່ານມາ ນີ້ເຫັນວ່າການຮ່ວມມືລະຫວ່າງ ຟິລິບປິນ ແລະ ສປ ຈີນ ໄດ້ເຕີບໃຫຍ່ ຂະຫຍາຍຕົວຂຶ້ນເລື້ອຍໆໂດຍສະ ເພາະຂະແໜງການຄ້າ, ການລົງ ທຶນ ແລະ ອື່ນໆ. ມາເຖິງປັດຈຸບັນນີ້, ລັດຖະບານ ຟິລິບປິນໄດ້ສົ່ງເສີມນັກລົງທຶນ ແລະ ພໍ່ແມ່ປະຊາຊົນປູກຖົ່ວລຽນໃນ 47 ແຂວງທົ່ວປະເທດ ໃນນັ້ນເມືອງ ດາເວົາເປັນແຫລ່ງປູກຖົ່ວລຽນ ໃຫຍ່ທີ່ສຸດຂອງຟິລິບປິນ ຈົນໄດ້ ຮັບການຂະໜານນາມວ່າ: ເມືອງ ຫລວງແຫ່ງຖົ່ວລຽນ ເຊິ່ງມັນສະ ມາດຜະລິດຖົ່ວລຽນ ໄດ້ປະມານ 50.000ໂຕນຕໍ່ປີ. ພາຍໃນປີ2023 ນີ້, ກະຊວງການກະເສດຟິລິບປິນ ຕັ້ງເປົ້າໄວ້ວ່າຈະສົ່ງອອກຖົ່ວລຽນ ໄປຈີນ ໃຫ້ໄດ້ 54.000 ໂຕນ ແລະ ຈະສືບຕໍ່ຍູ້ດັນໃຫ້ຖົ່ວລຽນພັນ ທ້ອງ ຖິ່ນໃຫ້ມີຊື່ສຽງ ແລະ ກາຍເປັນສິນ ຄ້າອັນດັບຕົ້ນໆຂອງປະເທດ. ແນ່ ນອນວ່າຈີນກາຍເປັນຈຸດໝາຍປາຍ ທາງການສົ່ງອອກຖົ່ວລຽນ ຂອງ ຟິລິບປິນ ແລະ ສະມາຊິກອາຊຽນ ດ້ວຍກັນ ເນື່ອງຈາກການບໍລິໂພກ ຖົ່ວລຽນຂອງຊາວຈີນ ທ່າອ່ຽງ ເພີ່ມຂຶ້ນທຸກໆປີດ້ວຍປະຊາກອນ ຫລາຍກວມເອົາ1/6ຂອງໂລກ.ຈີນ ກາຍເປັນຕະຫລາດໃຫຍ່ທີ່ມີຄຸນນະ ພາບ ແລະ ມີກໍາລັງຊື້ຫລາຍໂດຍ ການນໍາເຂົ້າຖົ່ວລຽນຂອງຈີນ ໃນປີ 2022 ມີສະຖິຕິທີ່ໜ້າສົນໃຈດັ່ງນີ້: ໃນປີ 2022 ປະລິມານນໍາເຂົ້າຖົ່ວ ລຽນຂອງຈີນ 824.800 ໂຕນເພີ່ມ ຂຶ້ນ 0,4%, ມູນຄ່າ 26.800 ກວ່າ ລ້ານຢວນ ໃນນັ້ນແຫລ່ງນໍາເຂົ້າຖົ່ວ ລຽນປະກອບມີຄື: ໄທ 95% ຂອງ ປະລິມານການນໍາເຂົ້າຖົ່ວລຽນ ທັງ ໝົດຂອງຈີນຖືວ່າຢືນເປັນອັນດັບ ໜຶ່ງໃນອາຊຽນ, ສ່ວນຫວຽດນາມ ມີພຽງແຕ່ 4,9% ເທົ່ານັ້ນ ສ່ວນ ທີ່ເຫລືອແມ່ນຊາດອື່ນໆ. ແຕ່ເຖິງ ແນວໃດກໍດີ ຜູ້ປະກອບການໄທ ຍັງ ຢືນຢັ້ນວ່າ: ປະເທດຕົນເອງຍັງຈະ ສືບຕໍ່ໄດ້ປຽບກວ່າປະເທດອື່ນໆໃນ ໂລກຍ້ອນມີເງື່ອນໄຂທຸກຢ່າງພຽບ ພ້ອມເຊັ່ນ: ມີເນື້ອທີ່ປູກກວ້າງໃຫຍ່, ມີວິຊາການທີ່ດີ, ມີແຫລ່ງນໍ້າຈືດ ຫລາຍ, ມີແນວພັນດີ, ມີເສັ້ນທາງ ລົດໄຟເຊື່ອມຈອດກັບ ສປປ ລາວ ເຂົ້າສູ່ຈີນ, ຄົນລາວກັບຄົນໄທ ລົມ ກັນໄດ້ ແລະ ມີຮີດຄອງປະເພນີຄ້າຍ ຄືກັນ ແລະ ອື່ນໆ.
RkJQdWJsaXNoZXIy MTc3MTYxMQ==